ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
“ເຈົ້າ​ຮັກ​ເຮົາ​ບໍ?”
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


11:42

“ເຈົ້າ​ຮັກ​ເຮົາ​ບໍ?”

ຖ້າ​ເຮົາ​ຢາກ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ, ເຮົາ​ຄວນ​ເຂົ້າ​ໃຈ​ວິ​ທີ​ທີ່​ພຣະ​ອົງ​ຮູ້​ຈັກ​ຄວາມ​ຮັກ​ຂອງ​ເຮົາ.

ໃນ​ຄຳ​ອຸ​ປະ​ມາ​ເລື່ອງ​ລູກ​ຊາຍ​ທີ່​ເສຍ, ໃນ​ຕອນ​ຕົ້ນ​ຜູ້​ເປັນ​ອ້າຍ​ບໍ່​ສະ​ບາຍ​ໃຈ​ເມື່ອ​ນ້ອງ​ຊາຍ​ຂອງ​ລາວ​ໄດ້​ກັບ​ບ້ານ​ຫລັງ​ຈາກ​ໄດ້​ຕັດ​ສິນ​ໃຈ​ຜິດ ແລະ “ໄດ້​ຜານ​ຊັບ​ຂອງ​ຕົນ [ດ້ວຍ​ການ​ໃຊ້​ຊີ​ວິດ​ແບບ​ຟຸມ​ເຟືອຍ].” ຄວາມ​ທະ​ນົງ​ຕົວ ແລະ ຄວາມ​ຖື​ໂຕ​ຂອງ​ຜູ້​ເປັນ​ອ້າຍ​ໄດ້​ເຮັດ​ໃຫ້​ລາວ​ບໍ່​ຍອມ​ຮັບ​ເອົາ​ຄວາມ​ຊື່ນ​ຊົມ​ຈາກ​ການ​ກັບ​ໃຈ​ຂອງ​ນ້ອງ​ຊາຍ​ຂອງ​ລາວ. ເຮົາ​ຍັງ​ອາດ​ປ່ອຍ​ໃຫ້​ໂອ​ກາດ​ຜ່ານ​ໄປ​ໂດຍ​ບໍ່​ບອກ​ຄົນ​ທີ່​ເຮົາ​ຮັກ​ໃຫ້​ຮູ້, ຜ່ານ​ທາງ​ຄຳ​ເວົ້າ ແລະ ການ​ກະ​ທຳ​ຂອງ​ເຮົາ, ເຖິງ​ຄວາມ​ຮັກ​ທີ່​ຈິງ​ໃຈ​ຂອງ​ເຮົາ​ຕໍ່​ເຂົາ​ເຈົ້າ.

ມີ​ຕົວ​ຢ່າງ​ທີ່​ມີ​ພະ​ລັງ​ຢ່າງ​ຫລວງ​ຫລາຍ​ໃນ​ພຣະ​ຄຳ​ພີ​ກ່ຽວ​ກັບ​ການ​ແບ່ງ​ປັນ ແລະ ການ​ຮັບ​ດ້ວຍ​ຄວາມ​ຮັກ​ທີ່​ຈິງ​ໃຈ ເຊັ່ນ: ນາງ​ນາ​ໂອ​ມີ ແລະ ນາງ​ຣຸດ, ອຳ​ໂມນ ແລະ ກະ​ສັດ​ລາ​ໂມ​ໄນ, ລູກ​ຊາຍ​ທີ່​ເສຍ ແລະ ພໍ່​ຂອງ​ລາວ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ.

ເມື່ອ​ຄວາມ​ຮັກ​ທີ່​ຖືກ​ມອບ​ໃຫ້​ຢ່າງ​ເສ​ລີ ແລະ ໄດ້​ຮັບ​ຢ່າງ​ຈິງ​ໃຈ, ວົງ​ຈອນ​ແຫ່ງ​ຄຸນ​ນະ​ທຳ​ຈະ​ຕາມ​ມາ​ດ້ວຍ​ຄວາມ​ຮັກ ທີ່​ເພີ່ມ​ຂຶ້ນ​ລະ​ຫວ່າງ​ຜູ້​ໃຫ້ ແລະ ຜູ້​ຮັບ.

ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ນັ້ນ​ສົມ​ບູນ​ແບບ, ບໍ່​ມີ​ທີ່​ສິ້ນ​ສຸດ, ຍືນ​ຍົງ, ແລະ “ຫວານ​ທີ່​ສຸດ.” ມັນ​ເຕີມ​ເຕັມ​ຈິດ​ວິນ​ຍານ​ດ້ວຍ “ຄວາມ​ຊື່ນ​ຊົມ​ຢ່າງ​ໃຫຍ່​ຫລວງ.” ເຖິງ​ຢ່າງ​ໃດ​ກໍ​ຕາມ, ບາງ​ຄັ້ງ​ເຮົາ​ອາດ​ພົບ​ວ່າ ມັນ​ຍາກ​ທີ່​ຈະ​ຮັບ​ຮູ້​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຢ່າງ​ສົມ​ບູນ​ແບບ​ປາດ​ຖະ​ໜາ​ຢ່າງ​ເລິກ​ເຊິ່ງ​ໃຫ້​ເຮົາ​ໄດ້​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ອົງ ຈົນ​ວ່າ​ພຣະ​ອົງ “ຮັບ​ສັ່ງ​ກັບ [ເຮົາ] ຕາມ … ຄວາມ​ເຂົ້າ​ໃຈ [ຂອງ​ເຮົາ].” ພຣະ​ອົງ ຈະ ສະ​ແດງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ​ໃນ​ວິ​ທີ​ທີ່ ເຮົາ, ແຕ່​ລະ​ຄົນ, ສາ​ມາດ ຮູ້​ຈັກ. ເຮົາ​ອາດ​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ເຮົາ ເມື່ອ​ເຮົາ​ສັງ​ເກດ​ເບິ່ງ​ຄວາມ​ງາມ​ໃນ​ທຳ​ມະ​ຊາດ, ຫລື ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ, ຫລື ມີ​ຄວາມ​ຄິດ​ໃນ​ຈິດ​ໃຈ​ຂອງ​ເຮົາ​ໃນ​ຊ່ວງ​ເວ​ລາ​ທີ່​ຕ້ອງ​ການ, ຫລື ປະ​ສົບ​ກັບ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ຊື່ນ​ຊົມ​ອັນ​ຫວານ​ຊື່ນ. ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ມີ​ຕໍ່​ເຮົາ ທີ່​ກ້ອງ​ກັງ​ວານ​ທັງ​ໃນ​ຈິດ​ໃຈ ແລະ ຫົວ​ໃຈ ຄື​ເມື່ອ​ພຣະ​ອົງ​ຍອມ​ໃຫ້​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ມອບ​ພຣະ​ອົງ​ເອງ​ໃຫ້​ເປັນ​ຜູ້​ໄຖ່​ບາບ.

ເຊັ່ນ​ດຽວ​ກັບ​ຜູ້​ເປັນ​ອ້າຍ​ໃນ​ລູກ​ຊາຍ​ທີ່​ເສຍ, ຄວາມ​ສົນ​ໃຈ​ຂອງ​ເຮົາ​ມັກ​ຈະ​ຈົດ​ຈໍ່​ຢູ່​ທີ່​ຕົວ​ເຮົາ​ເອງ. ເຮົາ​ໝົກ​ໝຸ້ນ​ຢູ່​ກັບ​ການ​ສະ​ແຫວງ​ຫາ​ຫລັກ​ຖານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່ ເຮົາ ແລະ ເຮົາ​ກໍ​ເກີດ​ຫງຸດ​ຫງິດ​ໃຈ​ເມື່ອ​ເຮົາ​ບໍ່​ເຫັນ​ມັນ. ແຕ່​ຄວາມ​ຂັດ​ແຍ້ງ​ທີ່​ງົດ​ງາມ​ຄື ຍິ່ງ​ເຮົາ​ຈົດ​ຈໍ່​ຢູ່​ກັບ ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ ຕໍ່​ພຣະ​ເຈົ້າ​ຫລາຍ​ເທົ່າ​ໃດ, ເຮົາ​ຍິ່ງ​ຈະ ຮູ້​ຈັກ ເຖິງ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ. ບາງ​ທີ​ນີ້​ອາດ​ເປັນ​ເຫດ​ຜົນ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ຕອບ​ຄຳ​ຖາມ “ໃນ​ກົດ​ບັນ​ຍັດ​ແມ່ນ​ຂໍ້​ໃດ ທີ່​ເປັນ​ຂໍ້​ໃຫຍ່​ສຳ​ຄັນ​ທີ່​ສຸດ?” ດ້ວຍ​ຄຳ​ເຊື້ອ​ເຊີນ​ທີ່​ລຽບ​ງ່າຍ ແລະ ສຳ​ຄັນ​ທີ່​ວ່າ: “ຈົ່ງ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ຂອງ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.”

ບາງ​ເທື່ອ​ວິ​ທີ​ທີ່​ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ຄົນ​ທີ່​ເຮົາ​ຮັກ​ຫລາຍ​ທີ່​ສຸດ ອາດ​ບໍ່​ແມ່ນ​ວິ​ທີ​ທີ່​ເຂົາ​ເຈົ້າ​ຮູ້​ຈັກ​ຄວາມ​ຮັກ​ສະ​ເໝີ​ໄປ. ສິ່ງ​ນີ້​ອາດ​ເຮັດ​ໃຫ້​ທັງ​ຜູ້​ໃຫ້ ແລະ ຜູ້​ຮັບ​ຫງຸດ​ຫງິດ​ໃຈ. ອາດ​ເປັນ​ປະ​ໂຫຍດ​ທີ່​ຈະ​ຖາມ​ຄົນ​ທີ່​ເຮົາ​ຮັກ​ວ່າ​ເຂົາ​ເຈົ້າ​ຮູ້​ຈັກ​ການ​ສະ​ແດງ​ຄວາມ​ຮັກ​ໄດ້​ແນວ​ໃດ. ເຊັ່ນ​ດຽວ​ກັນ, ຖ້າ​ເຮົາ​ຢາກ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ, ເຮົາ​ຄວນ​ເຂົ້າ​ໃຈ​ວິ​ທີ​ທີ່​ພຣະ​ອົງ​ຮູ້​ຈັກ​ຄວາມ​ຮັກ​ຂອງ​ເຮົາ. ໂຊກ​ດີ​ທີ່, ພຣະ​ອົງ​ໄດ້​ລະ​ບຸ​ວິ​ທີ​ຕ່າງໆ​ໄວ້​ໃນ​ພຣະ​ຄຳ​ພີ ທີ່​ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ອົງ.

ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ?

ໃນ​ການ​ແລກ​ປ່ຽນ​ທີ່​ເປັນ​ບົດ​ຮຽນ​ລະ​ຫວ່າງ​ເປ​ໂຕ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ​ຢູ່​ທີ່​ທະ​ເລ​ຕີ​ເບ​ເຣຍ, ເຮົາ​ຮຽນ​ຮູ້​ວິ​ທີ​ທີ່​ເຮົາ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

“ພຣະ​ເຢ​ຊູ​ໄດ້​ກ່າວ​ແກ່​ຊີ​ໂມນ​ເປ​ໂຕ, ຊີ​ໂມນ, ລູກ​ຂອງ​ໂຢ​ນາ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່າ​ນີ້​ບໍ? ໂດຍ ພຣະ​ອົງ​ເຈົ້າ​ເອີຍ; ພຣະ​ອົງ​ຮູ້​ຈັກ​ວ່າ​ຂ້າ​ນ້ອຍ​ຮັກ​ພຣະ​ອົງ.”

ຄຳ​ຖາມ​ສຳ​ຄັນ​ໃນ​ຂໍ້​ນີ້ ທີ່​ຖາມ​ໂດຍ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ “ເຈົ້າ​ຮັກ​ເຮົາ ຫລາຍ ກວ່າ ສິ່ງ​ເຫລົ່າ​ນີ້​ບໍ?” ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເຮົາ​ຍົກ​ພຣະ​ອົງ​ໄວ້​ເໜືອ “ສິ່ງ​ເຫລົ່າ​ນີ້,” ແລະ “ສິ່ງ​ເຫລົ່າ​ນີ້” ສາ​ມາດ​ເປັນ​ໃຜ​ກໍ​ໄດ້, ກິດ​ຈະ​ກຳ​ໃດ​ກໍ​ໄດ້, ຫລື ສິ່ງ​ໃດ​ກໍ​ຕາມ​ທີ່​ເຮັດ​ໃຫ້​ພຣະ​ອົງ​ບໍ່​ສາ​ມາດ​ມີ​ອິດ​ທິ​ພົນ​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ເຮົາ.

ຈະ​ບໍ່​ມີ​ເວ​ລາ​ພຽງ​ພໍ​ໃນ​ແຕ່​ລະ​ວັນ, ອາ​ທິດ, ເດືອນ, ຫລື ປີ ເພື່ອ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ຕ້ອງ​ການ ຫລື ຈຳ​ເປັນ​ໃຫ້​ສຳ​ເລັດ. ພາກ​ສ່ວນ​ໜຶ່ງ​ຂອງ​ການ​ທົດ​ສອບ​ໃນ​ຊ່ວງ​ມະ​ຕະ​ແມ່ນ​ການ​ໃຊ້​ຊັບ​ພະ​ຍາ​ກອນ​ອັນ​ລ້ຳ​ຄ່າ​ຂອງ​ເວ​ລາ​ສຳ​ລັບ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ ເພື່ອ​ຄວາມ​ດີ​ນິ​ລັນ​ດອນ​ຂອງ​ເຮົາ ແລະ ປະ​ຖິ້ມ​ສິ່ງ​ທີ່​ບໍ່​ສຳ​ຄັນ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ: “ຄຳ​ຖາມ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ … ແມ່ນ​ຄື​ກັນ. … ທ່ານ ເຕັມ​ໃຈ​ທີ່​ຈະ​ໃຫ້​ພຣະ​ເຈົ້າ​ເປັນ​ອິດ​ທິ​ພົນ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ທ່ານ​ບໍ່? ທ່ານ​ຈະ​ອະ​ນຸ​ຍາດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ, ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ມີ​ອິດ​ທິ​ພົນ​ໃນ​ສິ່ງ​ທີ່​ທ່ານ​ເຮັດ​ແຕ່​ລະ​ວັນ​ບໍ່? ທ່ານ​ຈະ​ອະ​ນຸ​ຍາດ​ໃຫ້​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ມີ​ຄວາມ​ສຳ​ຄັນ​ກວ່າ​ສິ່ງ​ອື່ນໆ​ບໍ່? ທ່ານ ເຕັມ​ໃຈ ທີ່​ຈະ​ເຮັດ​ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ອົງ​ປະ​ສົງ​ໃຫ້​ທ່ານ​ເຮັດ ມີ​ຄວາມ​ສຳ​ຄັນ​ກວ່າ​ຄວາມ​ທະ​ເຍີ​ທະ​ຍານ​ທຸກ​ຢ່າງ​ຂອງ​ທ່ານ​ບໍ່? ທ່ານ ເຕັມ​ໃຈ ທີ່​ຈະ​ໃຫ້​ຄວາມ​ປະ​ສົງ​ຂອງ​ທ່ານ​ຖືກ​ກືນ​ລົງ​ໄປ​ໃນ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ບໍ່?” ເຮົາ​ສະ​ແດງ​ການ​ເປັນ​ສາ​ນຸ​ສິດ ແລະ ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ເມື່ອ​ເຮົາ​ໃຫ້​ພຣະ​ອົງ​ມີ​ຄວາມ​ສຳ​ຄັນ​ອັນ​ດັບ​ໜຶ່ງ.

ຈົ່ງ​ລ້ຽງ​ຮັກ​ສາ​ແກະ​ຂອງ​ເຮົາ​ເດີ

ໃນ​ຂໍ້​ຕໍ່​ໄປ​ຂອງ​ການ​ສົນ​ທະ​ນາ​ດຽວ​ກັນ​ນີ້​ລະ​ຫວ່າງ​ເປ​ໂຕ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ຮຽນ​ຮູ້​ເຖິງ​ອີກ​ວິ​ທີ​ໜຶ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ: “[ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ກ່າວ​ກັບ​ເພິ່ນ​ອີກ​ເປັນ​ຄັ້ງ​ທີ​ສອງ, ຊີ​ໂມນ, ລູກ​ຂອງ​ໂຢ​ນາ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ? ເພິ່ນ​ໄດ້​ກ່າວ​ກັບ​ພຣະ​ອົງ​ວ່າ, “ໂດຍ, ພຣະ​ອົງ​ເຈົ້າ​ເອີຍ; ພຣະ​ອົງ​ຮູ້​ຈັກ​ວ່າ​ຂ້າ​ນ້ອຍ​ຮັກ​ພຣະ​ອົງ. ພຣະ​ອົງ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, ຈົ່ງ​ລ້ຽງ​ຮັກ​ສາ​ແກະ​ຂອງ​ເຮົາ​ເດີ.”

ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ເມື່ອ​ເຮົາ​ຮັບ​ໃຊ້, ຮັບ​ຟັງ, ຮັກ, ຍົກ​ລະ​ດັບ, ຫລື ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ລູກໆ​ຂອງ​ພຣະ​ອົງ. ການ​ຮັບ​ໃຊ້​ນັ້ນ​ອາດ​ລຽບ​ງ່າຍ ເຊັ່ນ ການ​ເບິ່ງ ຄົນ​ອື່ນ​ປາດ​ສະ​ຈາກ​ການ​ຕັດ​ສິນ. ໃນ ພາກ​ທີ 76 ຂອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ເຮົາ​ໄດ້​ເຫັນ​ແວັບ​ໜຶ່ງ​ເຖິງ​ລັກ​ສະ​ນະ​ຂອງ​ຜູ້​ທີ່​ຈະ​ສືບ​ທອດ​ລັດ​ສະ​ໝີ​ພາບ​ຊັ້ນ​ສູງ: “ພວກ​ເຂົາ​ເຫັນ​ດັ່ງ​ທີ່​ພວກ​ເຂົາ​ຖືກ​ເຫັນ, ແລະ ຮູ້​ດັ່ງ​ທີ່​ພວກ​ເຂົາ​ຖືກ​ຮູ້.” ພວກ​ເຂົາ​ເຫັນ​ຄົນ​ອື່ນ​ດັ່ງ​ທີ່​ພຣະ​ເຈົ້າ​ເຫັນ, ແລະ ພຣະ​ອົງ​ເຫັນ​ພວກ​ເຂົາ​ດັ່ງ​ທີ່​ພວກ​ເຂົາ​ສາ​ມາດ​ກາຍ​ເປັນ, ດ້ວຍ​ສັກ​ກະ​ຍະ​ພາບ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ສະ​ຫວັນ.

ຫລັງ​ຈາກ​ໄດ້​ກັບ​ບ້ານ​ຈາກ​ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເອົາ​ທຸ​ລະ​ກິດ​ດູ​ແລ​ສະ​ໜາມ​ຫຍ້າ ທີ່​ຂ້າ​ພະ​ເຈົ້າ​ກັບ​ນ້ອງ​ຊາຍ​ໄດ້​ເລີ່ມ​ເຮັດ​ຕັ້ງ​ແຕ່​ຍັງ​ເປັນ​ໄວ​ລຸ້ນ. ຂ້າ​ພະ​ເຈົ້າ​ຍັງ​ຫຍຸ້ງ​ນຳ​ການ​ສຶກ​ສາ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ນຳ​ອີກ. ອາ​ທິດ​ໜຶ່ງ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ, ຝົນ​ທີ່​ຕົກ​ໜັກ ແລະ ການ​ສອບ​ຈົບ​ຊັ້ນ​ທີ່​ໃກ້​ເຂົ້າ​ມາ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໜັກ​ໃຈ ແລະ ເຮັດ​ວຽກ​ຕັດ​ຫຍ້າ​ບໍ່​ທັນ.

ກາງ​ອາ​ທິດ ທ້ອງ​ຟ້າ​ໄດ້​ແຈ່ມ​ໃສ​ຂຶ້ນ, ແລະ ຂ້າ​ພະ​ເຈົ້າ​ໄດ້​ວາງ​ແຜນ​ທີ່​ຈະ​ເຮັດ​ວຽກ​ຕັດ​ຫຍ້າ​ໃຫ້​ທັນ​ຫລັງ​ເລີກ​ຮຽນ. ແຕ່​ເມື່ອ​ຂ້າ​ພະ​ເຈົ້າ​ໄປ​ເຖິງ​ບ້ານ, ລົດ​ບັນ​ທຸກ ແລະ ອຸ​ປະ​ກອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຫາຍ​ໄປ. ດ້ວຍ​ຄວາມ​ແປກ​ໃຈ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ເບິ່ງ​ເດີ່ນ​ຕາມ​ຕາ​ຕະ​ລາງ; ແຕ່​ລະ​ບ່ອນ​ໄດ້​ຖືກ​ຕັດ​ແຕ່ງ​ຢ່າງ​ສວຍ​ງາມ​ແລ້ວ. ບ່ອນ​ສຸດ​ທ້າຍ​ໃນ​ຕາ​ຕະ​ລາງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ​ກຳ​ລັງ​ຕັດ​ຫຍ້າ​ຢູ່. ລາວ​ເຫັນ​ຂ້າ​ພະ​ເຈົ້າ, ຍິ້ມ, ແລະ ໂບກ​ມື. ດ້ວຍ​ຄວາມ​ຊາບ​ຊຶ້ງ​ໃຈ, ຂ້າ​ພະ​ເຈົ້າ​ໄດ້​ໂອບ​ກອດ ແລະ ຂອບ​ໃຈ​ລາວ. ການ​ຮັບ​ໃຊ້​ທີ່​ມີ​ຄວາມ​ໝາຍ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ຄວາມ​ຮັກ ແລະ ຄວາມ​ຈົງ​ຮັກ​ພັກ​ດີ​ທີ່​ຂ້າ​ພະ​ເຈົ້າ​ມີ​ຕໍ່​ລາວ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ. ການ​ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ​ເປັນ​ວິ​ທີ​ທີ່​ຊັດ​ເຈນ​ໃນ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ.

ສາ​ລະ​ພາບ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ

ເຮົາ​ຍັງ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ໂດຍ​ການ​ມີ​ຫົວ​ໃຈ​ທີ່​ກະ​ຕັນ​ຍູ​ນຳ​ອີກ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ບໍ່​ມີ​ສິ່ງ​ໃດ​ທີ່​ມະ​ນຸດ​ຈະ​ເຮັດ​ໃຫ້​ພຣະ​ເຈົ້າ​ຂຸ່ນ​ເຄືອງ, … ຍົກ​ເວົ້ນ​ແຕ່​ຜູ້​ທີ່​ບໍ່​ສາ​ລະ​ພາບ​ວ່າ ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ.” ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ໂດຍ​ການ​ຍອມ​ຮັບ​ພຣະ​ອົງ​ວ່າ​ເປັນ​ແຫລ່ງ​ຂອງ​ທຸກ​ສິ່ງ​ທີ່​ດີ​ໃນ​ຊີ​ວິດ​ຂອງ​ເຮົາ.

ໃນ​ຕອນ​ຕົ້ນ​ຂອງ​ການ​ເປີດ​ບໍ​ລິ​ສັດ, ຄູ່​ຮ່ວມ​ທຸ​ລະ​ກິດ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຢ່າງ​ພາກ​ພຽນ​ກ່ອນ​ການ​ປະ​ຊຸມ​ສຳ​ຄັນ, ທູນ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ຄັ້ງ​ແລ້ວ​ຄັ້ງ​ເລົ່າ, ພຣະ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຮົາ, ແລະ ການ​ປະ​ຊຸມ​ຂອງ​ພວກ​ເຮົາ​ໄດ້​ເປັນ​ໄປ​ດ້ວຍ​ດີ. ຫລັງ​ຈາກ​ການ​ປະ​ຊຸມ​ຄັ້ງ​ໜຶ່ງ, ຄູ່​ຮ່ວມ​ທຸ​ລະ​ກິດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ພວກ​ເຮົາ​ມັກ​ຈະ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຢ່າງ​ວ່ອງ​ໄວ ແຕ່​ກັບ​ຊ້າ​ໃນ​ການ​ຂອບ​ພຣະ​ຄຸນ. ຈາກ​ເວ​ລາ​ນັ້ນ​ມາ, ພວກ​ເຮົາ​ໄດ້​ສ້າງ​ນິ​ໄສ​ໃຫ້​ອະ​ທິ​ຖານ​ດ້ວຍ​ຄວາມ​ກະ​ຕັນ​ຍູ​ຢ່າງ​ຈິງ​ໃຈ, ໂດຍ​ຍອມ​ຮັບ​ວ່າ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່​ໃນ​ຄວາມ​ສຳ​ເລັດ​ຂອງ​ພວກ​ເຮົາ. ພວກ​ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ພວກ​ເຮົາ​ຕໍ່​ພຣະ​ອົງ​ດ້ວຍ “ທັດ​ສະ​ນະ​ແຫ່ງ​ຄວາມ​ກະ​ຕັນ​ຍູ.”

ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ເຮົາ

ອີກ​ວິ​ທີ​ໜຶ່ງ​ທີ່​ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ ຄື​ການ​ເລືອກ​ທີ່​ຈະ​ເຊື່ອ​ຟັງ​ພວກ​ພຣະ​ອົງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ວ່າ, “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ເຮົາ.” ການ​ເຊື່ອ​ຟັງ​ແບບ​ນີ້​ບໍ່​ແມ່ນ​ການ​ຕາ​ບອດ ຫລື ການ​ບັງ​ຄັບ ແຕ່​ເປັນ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ທີ່​ຈິງ​ໃຈ ແລະ ເຕັມ​ໃຈ. ພຣະ​ບິ​ດາ​ຜູ້​ສະ​ຖິດ​ໃນ​ຢູ່​ໃນ​ສະ​ຫວັນ​ປະ​ສົງ​ໃຫ້​ເຮົາ ຕ້ອງ​ການ ທີ່​ຈະ​ເຊື່ອ​ຟັງ. ຊິດ​ສະ​ເຕີ ທາ​ມາ​ຣາ ດັບ​ເບິນ​ຢູ ຣູ​ເນຍ ໄດ້​ເອີ້ນ​ສິ່ງ​ນີ້​ວ່າ “ການ​ເຊື່ອ​ຟັງ​ເພາະ​ຄວາມ​ຮັກ.” ເພິ່ນ​ໄດ້​ກ່າວ​ວ່າ, “ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ໄດ້​ມີ​ການ​ເຊື່ອ​ຟັງ​ທີ່​ດີ​ພ້ອມ​ໃນ​ເວ​ລາ​ນີ້ ເທື່ອ, ແຕ່​ເຮົາ​ພະ​ຍາ​ຍາມ​ເຊື່ອ​ຟັງ​ໃນ ເວ​ລາ​ນີ້, ເພາະ​ຄວາມ​ຮັກ, ເລືອກ​ທີ່​ຈະ​ຄົງ​ຢູ່, ເທື່ອ​ແລ້ວ​ເທື່ອ​ອີກ, ເພາະ​ວ່າ​ເຮົາ​ຮັກ​ພຣະ​ອົງ.”

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ປະ​ທານ​ອຳ​ເພີ​ໃຈ​ໃຫ້​ເຮົາ ເພື່ອ​ດົນ​ໃຈ​ເຮົາ​ໃຫ້ ຕ້ອງ​ການ ທີ່​ຈະ​ເລືອກ​ພຣະ​ອົງ. ວຽກ​ງານ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ບໍ່​ແມ່ນ​ພຽງ​ແຕ່​ນຳ​ຊີ​ວິດ​ນິ​ລັນ​ດອນ​ມາ​ໃຫ້​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ທັງ​ຄວາມ​ຫວັງ​ທີ່​ວ່າ ຄວາມ​ປາດ​ຖະ​ໜາ​ສູງ​ສຸດ​ຂອງ​ເຮົາ​ຄື​ການ​ກັບ​ໄປ​ຫາ​ພຣະ​ອົງ​ນຳ​ອີກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ອົງ​ຈະ​ບໍ່​ບັງ​ຄັບ​ໃຫ້​ເຮົາ​ເຊື່ອ​ຟັງ. ໃນ​ເພງ​ສວດ “Know This, That Every Soul Is Free [ຈົ່ງ​ຮູ້​ເຖີດ​ວ່າ​ທຸກ​ດວງ​ວິນ​ຍານ​ເປັນ​ອິດ​ສະ​ລະ],” ເຮົາ​ຮ້ອງ​ວ່າ:

ພຣະ​ອົງ​ຈະ​ເອີ້ນ, ຊັກ​ຊວນ, ຊີ້​ນຳ​ຢ່າງ​ຖືກ​ຕ້ອງ,

ແລະ ອວຍ​ພອນ​ດ້ວຍ​ປັນ​ຍາ, ຄວາມ​ຮັກ, ແລະ ແສງ​ສະ​ຫວ່າງ,

ທັງ​ດີ ແລະ ມີ​ເມດ​ຕາ​ໃນ​ແບບ​ທີ່​ບໍ່​ມີ​ໃຜ​ຮູ້,

ແຕ່​ບໍ່​ບັງ​ຄັບ​ຈິດ​ໃຈ​ມະ​ນຸດ.

ໃນ​ຖາ​ນະ​ຜູ້​ນຳ​ເຜີຍ​ແຜ່, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ຄຣິສ​ຕີ​ນາ, ແລະ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ແຮງ​ບັນ​ດານ​ໃຈ​ຈາກ​ຜູ້​ສອນ​ສາດ​ສະ​ໜາ​ຢ່າງ​ຫລວງ​ຫລາຍ​ທີ່​ເລືອກ​ຈະ​ເຊື່ອ​ຟັງ ບໍ່​ພຽງ​ແຕ່​ຍ້ອນ​ວ່າ​ມັນ​ເປັນ​ມາດ​ຕະ​ຖານ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ເທົ່າ​ນັ້ນ ແຕ່​ຍ້ອນ​ວ່າ​ເຂົາ​ເຈົ້າ​ຢາກ​ສະ​ແດງ​ຄວາມ​ຮັກ​ຂອງ​ເຂົາ​ເຈົ້າ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ການ​ເລືອກ​ເປັນ​ຕົວ​ແທນ​ຂອງ​ພຣະ​ອົງ​ຢ່າງ​ຖ່ອມ​ຕົນ.

ແອວ​ເດີ ແດວ ຈີ ເຣັນ​ລັນ ໄດ້​ກ່າວ​ວ່າ: ເປົ້າ​ໝາຍ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃນ​ການ​ເປັນ​ພໍ່​ແມ່ ບໍ່​ແມ່ນ​ຈະ​ໃຫ້​ລູກໆ​ຂອງ​ພຣະ​ອົງ ເຮັດ ສິ່ງ​ທີ່​ຖືກ​ຕ້ອງ; ແຕ່​ແມ່ນ​ໃຫ້​ລູກໆ​ຂອງ​ພຣະ​ອົງ ເລືອກ ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ໃນ​ທີ່​ສຸດ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. ຖ້າ​ຫາກ​ວ່າ​ພຣະ​ອົງ​ພຽງ​ແຕ່​ປະ​ສົງ​ໃຫ້​ເຮົາ​ເຊື່ອ​ຟັງ​ເທົ່າ​ນັ້ນ, ພຣະ​ອົງ​ຈະ​ໃຊ້​ລາງ​ວັນ ແລະ ການ​ລົງ​ໂທດ​ທັນ​ທີ ທີ່​ຈະ​ມີ​ອິດ​ທິ​ພົນ​ຕໍ່​ພຶດ​ຕິ​ກຳ​ຂອງ​ເຮົາ.” ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ເຈົ້າ ເມື່ອ​ເຮົາ​ເລືອກ​ທີ່​ຈະ​ເຊື່ອ​ຟັງ ແລະ ຕິດ​ຕາມ​ພຣະ​ອົງ.

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ຮູ້​ຈັກ​ການ​ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພວກ​ພຣະ​ອົງ ເມື່ອ​ເຮົາ​ໃຫ້​ພວກ​ພຣະ​ອົງ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ຊີ​ວິດ​ຂອງ​ເຮົາ, ຮັບ​ໃຊ້​ຊຶ່ງ​ກັນ​ແລະ​ກັນ, ຮັບ​ຮູ້​ພອນ​ທຸກ​ປະ​ການ​ຈາກ​ພວກ​ພຣະ​ອົງ​ຢ່າງ​ກະ​ຕັນ​ຍູ, ແລະ ເລືອກ​ທີ່​ຈະ​ເຊື່ອ​ຟັງ ແລະ ຕິດ​ຕາມ​ພວກ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຮົາ​ແຕ່​ລະ​ຄົນ​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ແທ້ໆ, ແລະ ພຣະ​ອົງ​ຮັກ​ເຮົາ​ຢ່າງ​ສົມ​ບູນ​ແບບ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ປາດ​ຖະ​ໜາ​ໃຫ້​ເຮົາ​ໄດ້​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ອົງ ໃນ​ວິ​ທີ​ທີ່​ເຮົາ​ຮູ້​ຈັກ ແລະ ເຂົ້າ​ໃຈ. ແລະ ຄວາມ​ຂັດ​ແຍ້ງ​ທີ່​ງົດ​ງາມ​ຄື ເຮົາ​ຈະ​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ​ຢ່າງ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ ເມື່ອ​ເຮົາ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ລູ​ກາ 15:13.

  2. ເບິ່ງ ໂຣມ 8:35–39; Dale G. Renlund, “Experience God’s Love” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 3 ເດືອນ​ທັນ​ວາ, 2019), speeches.byu.edu; Russell M. Nelson, “Divine Love,” Liahona, Feb. 2023, 12–17.

  3. 1 ນີ​ໄຟ 8:11.

  4. 1 ນີ​ໄຟ 8:12.

  5. 2 ນີ​ໄຟ 31:3.

  6. ເບິ່ງ ໂຢ​ຮັນ 3:16.

  7. ເບິ່ງ 1 ໂຢ​ຮັນ 4:19.

  8. ມັດ​ທາຍ 22:36–37.

  9. ເຖິງ​ແມ່ນ​ເຮົາ​ບໍ່​ໄດ້​ຮັບ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຜ່ານ​ທາງ​ການ​ກະ​ທຳ​ຂອງ​ເຮົາ, ແຕ່​ພຣະ​ອົງ​ຍັງ​ກະ​ຕື​ລື​ລົ້ນ​ທີ່​ຈະ​ຮັບ​ຮູ້​ເຖິງ​ຄວາມ​ຮັກ​ທີ່​ເຮົາ​ສະ​ແດງ​ອອກ​ຕໍ່​ພຣະ​ອົງ ໂດຍ​ການ​ຟັງ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ, ອວຍ​ພອນ​ເຮົາ, ແລະ ຊ່ວຍ​ໃຫ້​ເຮົາ​ປະ​ສົບ​ກັບ​ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ເຮົາ.

  10. ໂຢ​ຮັນ 21:15.

  11. “ເຮົາ​ຕ້ອງ​ໃຫ້​ພຣະ​ເຈົ້າ​ມາ​ກ່ອນ​ສິ່ງ​ອື່ນ​ໃດ​ໃນ​ຊີ​ວິດ​ຂອງ​ເຮົາ. ພຣະ​ອົງ​ຕ້ອງ​ມາ​ກ່ອນ. …

    “ເມື່ອ​ເຮົາ​ໃຫ້​ພຣະ​ເຈົ້າ​ມາ​ກ່ອນ, ສິ່ງ​ອື່ນ​ທັງ​ໝົດ​ກໍ​ຈະ​ຢູ່​ໃນ​ບ່ອນ​ທີ່​ເໝາະ​ສົມ​ຂອງ​ມັນ ຫລື ຫາຍ​ໄປ​ຈາກ​ຊີ​ວິດ​ຂອງ​ເຮົາ. ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຄວບ​ຄຸມ​ຄວາມ​ຕ້ອງ​ການ​ຄວາມ​ຮັກ​ຂອງ​ເຮົາ, ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເວ​ລາ​ຂອງ​ເຮົາ, ຄວາມ​ສົນ​ໃຈ​ທີ່​ເຮົາ​ສະ​ແຫວງ​ຫາ, ແລະ ລຳ​ດັບ​ຄວາມ​ສຳ​ຄັນ​ຂອງ​ເຮົາ” (Teachings of Presidents of the Church: Ezra Taft Benson [2014], 40). ເບິ່ງ Dallin H. Oaks, “Good, Better, Best,” Liahona, Nov. 2007, 104–8 ນຳ​ອີກ.

  12. Russell M. Nelson, “Let God Prevail,” Liahona, Nov. 2020, 94.

  13. ໂຢ​ຮັນ 21:16.

  14. ເບິ່ງ ໂມ​ໄຊ​ຢາ 2:17.

  15. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:94.

  16. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:21.

  17. ເບິ່ງ ຟີ​ເລ​ໂມນ 1:4–7.

  18. Thomas S. Monson, “An Attitude of Gratitude,” Ensign, May 1992, 54.

  19. ໂຢ​ຮັນ 14:15.

  20. Tamara W. Runia, “Your Repentance Doesn’t Burden Jesus Christ; It Brightens His Joy,” Liahona, May 2025, 92.

  21. ເບິ່ງ 2 ນີ​ໄຟ 10:23–24; ຮີ​ລາ​ມັນ 14:30–31.

  22. ເບິ່ງ ໂມ​ເຊ 1:39.

  23. “Know This, That Every Soul Is Free,” Hymns, no. 240.

  24. ເບິ່ງ ໂມ​ໄຊ​ຢາ 5:2–5.

  25. Dale G. Renlund, “Choose You This Day,” Liahona, Nov. 2018, 104.

  26. ເບິ່ງ Patrick Kearon, “Receive His Gift,” Liahona, May 2025, 121–24.

  27. ກົດ​ບັນ​ຍັດ ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ທີ່​ກ່ຽວ​ພັນ​ກັບ​ຊ່ວງ​ນິ​ລັນ​ດອນ​ແມ່ນ​ທີ່​ຈະຮັກ​​ພຣະ​ເຈົ້າ​ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ດ້ວຍ​ສຸດ​ຄວາມ​ຄິດ, ດ້ວຍ​ສຸດ​ກຳ​ລັງ ຂອງ​ເຮົາ—ນັ້ນ​ແຫລະ​ຄື​ພຣະ​ບັນ​ຍັດ​ຂໍ້​ໃຫຍ່​ສຸດ. ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສິດ​ສອນ​ວ່າ, “ຄວາມ​ຈິງ ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ​ຂອງ​ຊົ່ວ​ນິ​ລັນ​ດອນ​ກໍ​ຄື​ວ່າ ພຣະ​ເຈົ້າ​ຮັກ ເຮົາ ດ້ວຍ​ສຸດ​ພຣະ​ໄທ, ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ລິດ​ອຳ​ນາດ ຂອງ​ພຣະ​ອົງ” (Jeffrey R. Holland, “Tomorrow the Lord Will Do Wonders Among You,” Liahona, May 2016, 127).

  28. Hesed ເປັນ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ​ພິ​ເສດ​ທີ່​ພຣະ​ເຈົ້າ​ຮູ້​ສຶກ​ຕໍ່ ແລະ ມີ​ຕໍ່​ຜູ້​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ. ແລະ ເຮົາ​ກໍ​ຮູ້​ສຶກ hesed ຕໍ່​ພຣະ​ອົງ.

    “ຍ້ອນ​ວ່າ​ພຣະ​ເຈົ້າ​ມີ hesed ຕໍ່​ຜູ້​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ, ພຣະ​ອົງ​ຈະ​ຮັກ​ເຂົາ​ເຈົ້າ. ພຣະ​ອົງ​ຈະ​ສືບ​ຕໍ່​ທຳ​ງານ​ກັບ​ເຂົາ​ເຈົ້າ ແລະ ສະ​ເໜີ​ມອບ​ໂອ​ກາດ​ໃຫ້​ເຂົາ​ເຈົ້າ​ເພື່ອ​ປ່ຽນ​ແປງ. ພຣະ​ອົງ​ຈະ​ໃຫ້​ອະ​ໄພ​ເຂົາ​ເຈົ້າ​ເມື່ອ​ເຂົາ​ເຈົ້າ​ກັບ​ໃຈ. ແລະ ຖ້າ​ຫາກ​ເຂົາ​ເຈົ້າ​ຫລົງ​ທາງ​ໄປ, ພຣະ​ອົງ​ຈະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ພົບ​ເຫັນ​ເສັ້ນ​ທາງ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ.

    “ເມື່ອ​ທ່ານ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ແລ້ວ, ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ​ຈະ​ໃກ້​ຊິດ​ຫລາຍ​ກວ່າ ກ່ອນ​ທີ່​ເຮົາ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ” (Russell M. Nelson, “The Everlasting Covenant,” Liahona, Oct. 2022, 6).