ເພື່ອວ່າທຸກຄົນຈະໄດ້ຮັບການເສີມສ້າງ
ຂະນະທີ່ເຮົາສຸມໃຈໃສ່ພຣະເຢຊູຄຣິດ, ສິດສອນຄຳສອນຂອງພຣະອົງ, ແລະ ຮຽນຮູ້ຢ່າງຂະຫຍັນໝັ່ນພຽນ, ເຮົາໄດ້ເຊື້ອເຊີນພຣະວິນຍານບໍລິສຸດຊ່ວຍເຮັດໃຫ້ຄວາມເຊື່ອຂອງເຮົາໃນພຣະເຢຊູຄຣິດເລິກເຊິ່ງຍິ່ງຂຶ້ນ ແລະ ຊ່ວຍໃຫ້ເຮົາເປັນເໝືອນພຣະອົງຫລາຍຂຶ້ນ.
ມີເລື່ອງເລົ່າກ່ຽວກັບນັກສຶກສາໜຸ່ມຄົນໜຶ່ງທີ່ປະສົບບັນຫາໃນການຮຽນວິຊາທີ່ທ້າທາຍ, ສະນັ້ນລາວຈຶ່ງໄດ້ຈ້າງຄູສອນພິເສດມາຊ່ວຍລາວ. ເມື່ອໃກ້ຈົບເທີມ, ອາຈານໄດ້ປະກາດວ່າ ນັກຮຽນສາມາດນຳເຈ້ຍໜຶ່ງແຜ່ນມາບ່ອນສອບເສັງຄັ້ງສຸດທ້າຍ ທີ່ບັນຈຸສິ່ງໃດກໍໄດ້ຕາມຄວາມຕ້ອງການ. ນັກຮຽນບາງຄົນໄດ້ກະກຽມໂດຍການເຮັດບັນທຶກຂະໜາດນ້ອຍທີ່ມີຂໍ້ມູນຈາກການບັນຍາຍ ແລະ ປຶ້ມຮຽນ, ຊຶ່ງອ່ານໄດ້ໂດຍໃຊ້ແວ່ນຂະຫຍາຍເທົ່ານັ້ນ. ແຕ່ຊາຍໜຸ່ມຄົນນີ້ໄດ້ມາເຖິງຫ້ອງສອບເສັງຄັ້ງສຸດທ້າຍພ້ອມກັບເຈ້ຍເປົ່າໜຶ່ງແຜ່ນ ແລະ ຄົນແປກໜ້າໜຶ່ງຄົນ. ເມື່ອອາຈານຖາມລາວ, ຊາຍໜຸ່ມໄດ້ຕອບວ່າ, “ທ່ານບອກວ່າ ຂ້ານ້ອຍສາມາດເອົາເຈ້ຍໜຶ່ງແຜ່ນ ທີ່ມີຫຍັງກໍໄດ້ມານຳ.” ແລ້ວລາວໄດ້ວາງເຈ້ຍໃສ່ເທິງພື້ນຫ້ອງໃກ້ຕັ່ງຂອງລາວ ແລະ ເວົ້າວ່າ, “ຂ້ານ້ອຍຢາກໃຫ້ຄູສອນພິເສດຂອງຂ້ານ້ອຍຢືນຢູ່ເທິງເຈ້ຍ.”
ພຣະວິນຍານບໍລິສຸດ
ໃນຖານະສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ທີ່ໄດ້ຮັບພອນດ້ວຍຄວາມເປັນເພື່ອນຂອງສະມາຊິກອົງໜຶ່ງໃນຝ່າຍພຣະເຈົ້າ, ເຮົາສາມາດໄດ້ຮັບຄວາມຊ່ວຍເຫລືອຈາກຄູສອນພິເສດທີ່ສົມບູນແບບ. ພຣະວິນຍານບໍລິສຸດຮູ້ຈັກທຸກສິ່ງ, ເປັນພະຍານເຖິງຄວາມຈິງ, ແລະ ຈະ “ເຕືອນ [ເຮົາ] ໃຫ້ລະນຶກເຖິງທຸກສິ່ງ.” ປະທານຣະໂຊ ເອັມ ແນວສັນ ມັກກ່າວເຖິງຄວາມສຳຄັນຂອງການໄດ້ຍິນສຸລະສຽງຂອງພຣະຜູ້ເປັນເຈົ້າ. ເພິ່ນໄດ້ສິດສອນເຮົາເຖິງວິທີເຊື້ອເຊີນການຊົງນຳຂອງພຣະວິນຍານບໍລິສຸດ ແລະ ວິງວອນເຮົາຫລາຍຄັ້ງໃຫ້ເພີ່ມພູນສັກກະຍະພາບທາງວິນຍານຂອງເຮົາ ເພື່ອຮັບການເປີດເຜີຍ.
ມື້ນີ້ ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ພິຈາລະນາບົດບາດຂອງພຣະວິນຍານບໍລິສຸດ, ໂດຍສະເພາະຢ່າງຍິ່ງທີ່ກ່ຽວຂ້ອງກັບການຮຽນຮູ້ພຣະກິດຕິຄຸນ ແລະ ການສິດສອນຢູ່ໃນບ້ານ ແລະ ທີ່ໂບດ. ພຣະວິນຍານບໍລິສຸດຖືກມອບໃຫ້ໂດຍການອະທິຖານດ້ວຍສັດທາ ແລະ ເມື່ອເຮົາພະຍາຍາມດຳລົງຊີວິດຕາມຂອງປະທານອັນລ້ຳຄ່ານີ້. ປຶ້ມຫລັກສູດທີ່ດົນໃຈຂອງສາດສະໜາຈັກ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ ລະບຸຫລັກທຳເພີ່ມເຕີມທີ່ພຣະຜູ້ເປັນເຈົ້າໄດ້ຈັດໄວ້ ທີ່ຈະຊ່ວຍເຊື້ອເຊີນອິດທິພົນຂອງພຣະວິນຍານບໍລິສຸດ.
ເຊື້ອເຊີນການຮຽນຮູ້ທີ່ຂະຫຍັນໝັ່ນພຽນ
ໜຶ່ງໃນຫລັກທຳເຫລົ່ານີ້ແມ່ນ ເຊື້ອເຊີນການຮຽນຮູ້ຢ່າງຂະຫຍັນໝັ່ນພຽນ. ໃນອະດີດ, ເຮົາອາດຄິດວ່າການສິດສອນເປັນໂອກາດສຳລັບພໍ່ແມ່ ຫລື ຄູສອນ ທີ່ຈະເຊື້ອເຊີນພຣະວິນຍານເຂົ້າມາໃນການກຽມຕົວຂອງພວກເພິ່ນເອງ ແລະ ຈາກນັ້ນແບ່ງປັນສິ່ງທີ່ພວກເພິ່ນໄດ້ຮຽນຮູ້ກັບລູກໆ ຫລື ສະມາຊິກໃນຫ້ອງຮຽນ, ຜູ້ທີ່ມີບົດບາດໃນການຮັບຟັງ. ແຕ່ຍິ່ງມີປະສິດທິພາບຫລາຍຂຶ້ນ ເມື່ອເຮົາ, ໃນຖານະຜູ້ຮຽນ, ກຽມຕົວເອງມາເປັນຢ່າງດີ ແລະ ເມື່ອຄູສອນສ້າງປະສົບການຮຽນຮູ້ທີ່ສົ່ງເສີມການເປີດເຜີຍສ່ວນຕົວໂດຍກົງ ສູ່ຫົວໃຈ ແລະ ຈິດໃຈຂອງເຮົາ. ຈາກນັ້ນ, ເມື່ອເຮົາໄດ້ຮັບໂອກາດໃຫ້ແບ່ງປັນສິ່ງທີ່ເຮົາຮຽນຮູ້ຜ່ານທາງການສຶກສາຂອງເຮົາ ແລະ ຈາກພຣະວິນຍານບໍລິສຸດ ເຮົາກໍຊ່ວຍເຫລືອຊຶ່ງກັນແລະກັນໃຫ້ໄດ້ຮັບຄຳແນະນຳ ແລະ ເສີມສ້າງ. ເມື່ອເຮົານຳໃຊ້ຫລັກທຳພຣະກິດຕິຄຸນ, ພຣະວິນຍານກໍສາມາດເປັນພະຍານເຖິງຄວາມຈິງຂອງຫລັກທຳພຣະກິດຕິຄຸນ.
ເຊັ່ນດຽວກັບທຸກສິ່ງ, ພຣະເຢຊູຄຣິດເປັນຕົວຢ່າງທີ່ສົມບູນແບບ. ພຣະອົງໄດ້ເຊື້ອເຊີນເຮົາແຕ່ລະຄົນໃຫ້ເປັນຜູ້ຮຽນທີ່ຂະຫຍັນໝັ່ນພຽນ ແລະ ດູແລປະຈັກພະຍານຂອງເຮົາເອງ. ພຣະອົງໄດ້ເຊື້ອເຊີນສານຸສິດຂອງພຣະອົງໃຫ້ກຽມພ້ອມທີ່ຈະຮຽນ, ເພື່ອແບ່ງປັນສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້ັ, ແລະ ປະຕິບັດດ້ວຍສັດທາ. ພຣະອົງໄດ້ອະທິຖານເພື່ອເຂົາເຈົ້າ, ເບິ່ງເຫັນສັກກະຍະພາບທາງສະຫວັນຂອງເຂົາເຈົ້າ, ຮັບຟັງເຂົາເຈົ້າ, ແລະ ຊ່ວຍເຂົາເຈົ້າໃຫ້ຮູ້ວ່າເຂົາເຈົ້າເປັນທີ່ຮັກ ແລະ ຕ້ອງການ.
ໃນຖານະຄູສອນ, ເຮົາສາມາດສຸມໃຈໃສ່ຄວາມກ້າວໜ້າຂອງຜູ້ຮຽນ, ການຕອບສະໜອງຄວາມຕ້ອງການຂອງພວກເຂົາ, ແລະ ການຊ່ວຍໃຫ້ພວກເຂົາພັດທະນານິໄສທາງວິນຍານຂອງການເປັນສານຸສິດຕະຫລອດຊີວິດຫລາຍຂຶ້ນ. ໃນຖານະຜູ້ຮຽນ, ເມື່ອເຮົາໃຊ້ອຳເພີໃຈຂອງເຮົາໃນຂະບວນການຮຽນຮູ້, ເຮົາກຳລັງສົ່ງສັນຍານເຖິງພຣະວິນຍານບໍລິສຸດ ເຖິງຄວາມເຕັມໃຈຂອງເຮົາທີ່ຈະໄດ້ຮັບການສິດສອນຈາກພຣະອົງ.
ຂ້າພະເຈົ້າກະຕັນຍູສຳລັບຄູສອນທີ່ໄດ້ເຊື້ອເຊີນໃຫ້ຂ້າພະເຈົ້າເປັນຜູ້ຮຽນທີ່ດີຂຶ້ນ. ຕອນຂ້າພະເຈົ້າເລີ່ມຮຽນທີ່ວິທະຍາໄລ, ຂ້າພະເຈົ້າເຂົ້າໃຈຜິດຄິດວ່າໂຮງຮຽນຄືສະຖານທີ່ທີ່ຕ້ອງອົດທົນ ເພື່ອຈະໄດ້ຮັບອະນຸຍາດໃຫ້ຫລິ້ນກິລາ. ມື້ໜຶ່ງ, ຫລັງຈາກໄດ້ອ່ານເຈ້ຍທີ່ຂ້າພະເຈົ້າໄດ້ຂຽນ, ອາຈານຂອງຂ້າພະເຈົ້າໄດ້ບອກຂ້າພະເຈົ້າວ່າ ເພິ່ນຄິດວ່າຂ້າພະເຈົ້າເປັນນັກຄິດວິເຄາະທີ່ມີພອນສະຫວັນ. ຂ້າພະເຈົ້າບໍ່ຮູ້ວ່ານັ້ນໝາຍເຖິງຫຍັງ. ເພິ່ນເວົ້າວ່າ ຖ້າຫາກຂ້າພະເຈົ້າພະຍາຍາມຫລາຍຂຶ້ນ, ຂ້າພະເຈົ້າຈະສາມາດເປັນນັກຮຽນທີ່ດີໄດ້. ຄວາມຄິດນັ້ນບໍ່ເຄີຍເກີດກັບຂ້າພະເຈົ້າເລີຍ. ຄວາມສົນໃຈ, ການຊຸກຍູ້, ແລະ ການເຊື້ອເຊີນຂອງເພິ່ນໄດ້ປ່ຽນເສັ້ນທາງການສຶກສາຂອງຂ້າພະເຈົ້າ ແລະ ເປັນພອນແກ່ຊີວິດຂອງຂ້າພະເຈົ້າຢ່າງຫລວງຫລາຍ.
ສິດສອນຄໍາສອນ
ຫລັກທຳອີກຢ່າງໜຶ່ງທີ່ກ່ຽວຂ້ອງກັບການເຊື້ອເຊີນພຣະວິນຍານບໍລິສຸດແມ່ນການສິດສອນຄຳສອນທີ່ແທ້ຈິງ. ນີ້ໝາຍຄວາມວ່າ ການສຶກສາ ແລະ ຄຳແນະນຳມີຮາກຖານມາຈາກພຣະຄຳຂອງພຣະເຈົ້າ ແລະ ເຮົາບໍ່ສ້າງເລື່ອງລາວທີ່ໜ້າຕື່ນເຕັ້ນ ຫລື ຄາດເດົາໃນສິ່ງທີ່ພຣະຜູ້ເປັນເຈົ້າບໍ່ໄດ້ເປີດເຜີຍ. ແທນນັ້ນ, ເຮົາສຸມໃຈໃສ່ຫລັກທຳພຣະກິດຕິຄຸນທີ່ສຳຄັນ ແລະ ເປັນນິລັນດອນ, ຊຶ່ງເຮັດໃຫ້ພຣະວິນຍານເປັນພະຍານເຖິງຄວາມຈິງ. ອີກເທື່ອໜຶ່ງ, ເຮົາເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ. ພຣະອົງໄດ້ກ່າວວ່າ, “ສິ່ງທີ່ເຮົາສັ່ງສອນບໍ່ແມ່ນຂອງເຮົາ, ແຕ່ແມ່ນຄຳສັ່ງສອນຂອງພຣະເຈົ້າຜູ້ທີ່ໄດ້ໃຊ້ເຮົາມາ.”
ຄຳສອນທີ່ແທ້ຈິງມີຢູ່ໃນພຣະຄຳພີ ແລະ ຄຳສອນຂອງສາດສະດາໃນຍຸກປະຈຸບັນ. ຄຳເຕືອນຂອງພຣະຜູ້ເປັນເຈົ້າໃຫ້ສຶກສາພຣະຄຳພີເປັນສ່ວນຕົວ ແລະ ເປັນຄອບຄົວ ແລະ ໄປໂບດ ທຸກອາທິດ ເພື່ອສຶກສາພຣະກິດຕິຄຸນຂອງພຣະອົງ ໄດ້ໃຫ້ໂຄງຮ່າງທີ່ດີເລີດໃນການຮຽນຮູ້ຄຳສອນຂອງພຣະອົງ ແລະ ຮັບຟັງສຸລະສຽງຂອງພຣະອົງ. ເຮົາຄົ້ນຄວ້າພຣະຄຳພີ ເພື່ອຈະໄດ້ເຂົ້າໃຈເລື່ອງລາວ, ຫລັກທຳທີ່ພຣະຄຳພີສິດສອນ, ແລະ ການນຳຄວາມຈິງເຫລົ່ານີ້ໄປໃຊ້ໃນຊີວິດຂອງເຮົາ. ຊ່າງເປັນພອນແທ້ໆ ທີ່ມີພຣະຄຳພີຢູ່ໃກ້ແຄ່ເອື້ອມ. ໃຫ້ລອງນຶກພາບເຫັນອາດາມ ແລະ ເອວາ, ອະບີນາໄດ, ຫລື ແມ່ນແຕ່ພຣະອາຈານເຢຊູຄຣິດ, ກຳລັງຢ້ຽມຢາມບ້ານ ຫລື ຫ້ອງຮຽນຂອງເຮົາເພື່ອສິດສອນເຮົາ. ພວກເພິ່ນ ແລະ ພຣະອົງສາມາດເຮັດໄດ້ ເມື່ອເຮົາຊື່ນຊົມດ້ວຍພຣະຄຳຂອງພຣະເຈົ້າ. ດ້ວຍຄວາມພະຍາຍາມຢ່າງສະໝ່ຳສະເໝີ, ເຮົາສາມາດຮຽນຮູ້ທີ່ຈະເຂົ້າໃຈ ແລະ ຮັກພຣະຄຳພີ ແລະ ໄວ້ວາງໃຈວ່າ ພຣະຄຳພີມີຄຳຕອບຕໍ່ຄຳຖາມຂອງຈິດວິນຍານ.
ມີຊ່ວງເວລາໜຶ່ງກ່ອນພວກເຮົາໄດ້ແຕ່ງງານ ເມື່ອ ຄຣິສຕີ ພັນລະຍາຂອງຂ້າພະເຈົ້າ ໄດ້ດີ້ນລົນທີ່ຈະຮູ້ສຶກເຖິງຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ເຂົ້າໃຈແຜນຂອງພຣະອົງສຳລັບນາງ. ຂະນະທີ່ນາງອະທິຖານຂໍການຊົງນຳ, ຄວາມປະທັບໃຈໜຶ່ງໄດ້ເກີດຂຶ້ນ ບອກວ່ານາງຄວນເຂົ້າຮຽນໃນສະຖາບັນ, ສະນັ້ນ ນາງຈຶ່ງໄດ້ສະໝັກຮຽນໃນຫ້ອງຮຽນພຣະຄຳພີໃໝ່. ວິທີທີ່ຄູສອນປະຈຳສະຖາບັນຂອງນາງໄດ້ສິດສອນຈາກພຣະຄຳພີ, ແມ່ນແຕ່ວິທີທີ່ເພິ່ນຈັບພຣະຄຳພີ, ໄດ້ສະແດງໃຫ້ເຫັນວ່າ ເພິ່ນຮັກພຣະຄຳຂອງພຣະເຈົ້າຫລາຍພຽງໃດ. ຂະນະທີ່ນາງເຂົ້າຮຽນ, ພຣະວິນຍານບໍລິສຸດໄດ້ກະຊິບກັບນາງວ່າ ມີບາງສິ່ງໃນພຣະຄຳພີທີ່ນາງຕ້ອງການ. ຄວາມຮັກທີ່ຄູສອນຂອງນາງມີຕໍ່ພຣະຄຳພີ ແລະ ການກະຕຸ້ນຂອງພຣະວິນຍານບໍລິສຸດ ເຮັດໃຫ້ນາງປາດຖະໜາທີ່ຈະເລີ່ມສຶກສາພຣະຄຳຂອງພຣະເຈົ້າຢ່າງເອົາຈິງເອົາຈັງ—ຊຶ່ງຕໍ່ມາໄດ້ກາຍເປັນການເດີນທາງຕະຫລອດຊີວິດຂອງການປ່ຽນໃຈເຫລື້ອມໃສຢ່າງເລິກເຊິ່ງ ແລະ ການຮັບໃຊ້ທີ່ອຸທິດຕົນ.
ສຸມໃຈໃສ່ພຣະເຢຊູຄຣິດ
ສຸດທ້າຍນີ້, ດັ່ງທີ່ ການສິດສອນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ ແນະນຳໄວ້, ການສິດສອນ ແລະ ການຮຽນຮູ້ຂອງເຮົາຄວນສຸມໃຈໃສ່ພຣະເຢຊູຄຣິດສະເໝີ. ເຮົາສາມາດເວົ້າເຖິງພຣະອົງເລື້ອຍຂຶ້ນ ແລະ ມີຄວາມຄາລະວະຕໍ່ພຣະອົງຫລາຍຂຶ້ນ ແລະ ສະແຫວງຫາໂອກາດຫລາຍຂຶ້ນ ໃນການສະແດງປະຈັກພະຍານ, ຄວາມກະຕັນຍູ, ແລະ ຄວາມຮັກຕໍ່ພຣະອົງ. ບໍ່ວ່າສະພາບແວດລ້ອມຈະເປັນແບບໃດ, ເມື່ອເຮົາລະນຶກເຖິງພຣະອົງ, ເຮົາຈະມີ “ພຣະວິນຍານຂອງພຣະອົງຢູ່ກັບ [ເຮົາ].”
ວິທີໜຶ່ງທີ່ຈະໃຫ້ພຣະເຢຊູຄຣິດເປັນສູນກາງຂອງຄຳສອນຂອງເຮົາ ຄືການເນັ້ນໜັກວ່າ ພຣະອົງເປັນຕົວຢ່າງທີ່ສົມບູນແບບ, ເປັນສູນລວມ ແລະ ສະແດງຫລັກທຳພຣະກິດຕິຄຸນທຸກປະການ. ເຖິງແມ່ນພຣະອົງບໍ່ຖືກກ່າວເຖິງໂດຍກົງໃນເລື່ອງລາວພຣະຄຳພີ, ແຕ່ເຮົາສາມາດຊີ້ໃຫ້ເຫັນວ່າ ພຣະອົງເປັນຕົວຢ່າງຂອງຫລັກທຳທີ່ສິດສອນຢູ່ນັ້ນ. ເຮົາອາດຖາມງ່າຍໆວ່າ, “ທ່ານສາມາດນຶກເຖິງຊ່ວງເວລາທີ່ພຣະເຢຊູຄຣິດໄດ້ເປັນຕົວຢ່າງຂອງຫລັກທຳນີ້ໄດ້ບໍ?”
ເຮົາສາມາດສຸມໃຈໃສ່ພຣະອົງ ໂດຍການຮຽນຮູ້ຕຳແໜ່ງ, ບົດບາດ, ແລະ ຄຸນລັກສະນະຂອງພຣະອົງ, ການສະແຫວງຫາບໍ່ແມ່ນພຽງແຕ່ຈະຮຽນຮູ້ສິ່ງທີ່ພຣະອົງໄດ້ກະທຳເທົ່ານັ້ນ ແຕ່ເຂົ້າໃຈຫລາຍຂຶ້ນວ່າພຣະອົງເປັນໃຜນຳອີກ. ຍົກຕົວຢ່າງ, ເມື່ອສຶກສາຫລັກທຳຂອງການກັບໃຈ, ມັນສຳຄັນທີ່ຈະເຂົ້າໃຈວິທີການກັບໃຈ. ແຕ່ສິ່ງສຳຄັນເຊັ່ນກັນຄື ການຈື່ຈຳສິ່ງທີ່ພຣະເຢຊູຄຣິດໄດ້ກະທຳ ເພື່ອໃຫ້ການກັບໃຈເປັນໄປໄດ້ ແລະ ເພື່ອໃຫ້ເຂົ້າໃຈວ່າ ການກັບໃຈສິດສອນເຮົາຫຍັງແດ່ກ່ຽວກັບພຣະອົງ, ກ່ຽວກັບທຳມະຊາດ ແລະ ລັກສະນະນິໄສທີ່ແທ້ຈິງຂອງພຣະອົງ. ໂອກາດທີ່ເຮົາຈະກັບໃຈບອກຫຍັງແດ່ກ່ຽວກັບຄວາມຮັກ, ຄວາມອົດທົນ, ແລະ ຄວາມເມດຕາຂອງພຣະອົງ, ຄວາມເຊື່ອຂອງພຣະອົງໃນສັກກະຍະພາບອັນສູງສົ່ງຂອງເຮົາ, ຄວາມເຕັມພຣະໄທຂອງພຣະອົງທີ່ຈະໄຖ່ບາບຂອງເຮົາ, ແລະ ຄວາມຊື່ນຊົມທີ່ພຣະອົງພົບໃນການໃຫ້ອະໄພ? ແລະ ການເຂົ້າໃຈຕຳແໜ່ງຂອງພຣະອົງ—ເຊັ່ນ ພຣະເມສານ້ອຍຂອງພຣະເຈົ້າ, ພຣະຜູ້ໄຖ່, ແລະ ຜູ້ປິ່ນປົວ—ຊ່ວຍໃຫ້ເຮົາເຫັນວ່າ ການກັບໃຈເປັນຄຳເຊື້ອເຊີນຂອງພຣະອົງໃຫ້ຊຳລະລ້າງ, ປ່ຽນແປງ, ແລະ ປິ່ນປົວເຮົາ. ການສຸມໃຈໃສ່ສິ່ງທີ່ພຣະອົງໄດ້ກະທຳເພື່ອເຮົາ ແລະ ສິ່ງທີ່ກ່າວເຖິງພຣະອົງວ່າເປັນໃຜ ສາມາດຊ່ວຍເຮົາໃຫ້ມີ “ສັດທາ … ຈົນເຖິງການກັບໃຈ.”
ບາງຄັ້ງ, ເຮົາອາດບໍ່ເຫັນຄຸນລັກສະນະຂອງພຣະຜູ້ຊ່ວຍໃຫ້ລອດ ຕາມທີ່ປະກົດໃນເລື່ອງລາວພຣະຄຳພີທັນທີ. ຍົກຕົວຢ່າງ, ເມື່ອອ່ານກ່ຽວກັບນີໄຟກຳລັງສ້າງເຮືອ, ເຮົາອາດສຸມໃຈໃສ່ພຽງແຕ່ນີໄຟເທົ່ານັ້ນ. ແຕ່ການສຸມໃຈໃສ່ພຣະຜູ້ຊ່ວຍໃຫ້ລອດ ສາມາດຊ່ວຍໃຫ້ເຮົາເຫັນວ່າ ບັນທຶກນີ້ບໍ່ໄດ້ຖືກຮັກສາໄວ້ ເພື່ອສິດສອນເຮົາເຖິງຄວາມຍິ່ງໃຫຍ່ຂອງນີໄຟ ແຕ່ເພື່ອສະແດງຄວາມຍິ່ງໃຫຍ່ຂອງພຣະເຈົ້າ—ວ່າ ພຣະອົງໄດ້ປະທານກຳລັງໃຫ້ເຮົາ ເພື່ອຮັກສາພຣະບັນຍັດຂອງພຣະອົງ ແລະ ຊ່ວຍປົດປ່ອຍເຮົາໃນຍາມຈຳເປັນ.
ເຮົາກໍຍັງສາມາດສຸມໃຈໃສ່ບົດບາດຕົ້ນຕໍຂອງພຣະເຢຊູຄຣິດ ໃນແຜນແຫ່ງຄວາມສຸກທີ່ສົມບູນແບບຂອງພຣະບິດາເທິງສະຫວັນນຳອີກ. ການເຫັນສະຖານະການຂອງເຮົາຜ່ານທາງກະຈົກຂອງແຜນນິລັນດອນຂອງພຣະເຈົ້າ ສາມາດປ່ຽນວິຖີຊີວິດຂອງເຮົາໄດ້ ແທນທີ່ຈະເຫັນແຜນຜ່ານທາງກະຈົກຂອງສະຖານະການທາງໂລກ. ພຣະກິດຕິຄຸນບໍ່ແມ່ນລາຍການຂໍ້ຮຽກຮ້ອງ; ມັນເປັນຂ່າວດີທີ່ວ່າ ພຣະເຢຊູຄຣິດເອົາຊະນະບາບ ແລະ ຄວາມຕາຍ. ການເຂົ້າເຖິງພຣະຄຸນແສນອັດສະຈັນຂອງພຣະອົງ ຜ່ານທາງການຮັກສາພັນທະສັນຍາກັບພຣະເຈົ້າ ທີ່ເຮົາສາມາດດຳລົງຊີວິດຢ່າງມີຄວາມສຸກໃນປະຈຸບັນ ແລະ ກຽມພ້ອມສຳລັບຊີວິດຮ່ວມກັບພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາໃນນິລັນດອນ. ເມື່ອເຮົາຮຽນຮູ້ທີ່ຈະເບິ່ງພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດໃນພຣະຄຳພີ, ເຮົາຈະມາຮູ້ຈັກພວກພຣະອົງໄດ້ດີກວ່າເກົ່າ ແລະ ເຮົາຈະເຫັນຄວາມຮັກ ແລະ ອິດທິພົນຂອງພວກພຣະອົງໄດ້ເລື້ອຍຂຶ້ນ ແລະ ມີພະລັງຍິ່ງຂຶ້ນໃນຊີວິດຂອງເຮົາເອງ.
ຂ້າພະເຈົ້າຈະຈື່ຈຳພຣະວິນຍານສະເໝີທີ່ຂ້າພະເຈົ້າໄດ້ຮູ້ສຶກໃນໄວໜຸ່ມ ເມື່ອຄູສອນຂອງພວກເຮົາໄດ້ສິດສອນກ່ຽວກັບວັນສຸດທ້າຍຂອງພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດ. ເພິ່ນໄດ້ຊ່ວຍໃຫ້ພວກເຮົາເຫັນຄວາມສຳຄັນຂອງເຫດການໃນຫ້ອງຊັ້ນເທິງ, ເຄັດເຊມາເນ, ໂຄລະໂຄທາ, ແລະ ອຸບມຸງທີ່ວ່າງເປົ່າ. ເພິ່ນໄດ້ແບ່ງປັນຄວາມກະຕັນຍູຢ່າງເລິກເຊິ່ງຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ຄວາມປາດຖະໜາອັນແຮງກ້າຂອງເພິ່ນທີ່ຈະຕິດຕາມພຣະອົງ. ຄຳສອນຂອງເພິ່ນເປັນການເຊື້ອເຊີນໃຫ້ພຣະວິນຍານບໍລິສຸດເປັນພະຍານເຖິງພຣະເຢຊູຄຣິດ. ແລະ ພຣະວິນຍານທີ່ຂ້າພະເຈົ້າໄດ້ຮູ້ສຶກຢູ່ໃນຫ້ອງຮຽນນັ້ນ ເຮັດໃຫ້ສັດທາຂອງຂ້າພະເຈົ້າເລິກເຊິ່ງຍິ່ງຂຶ້ນ ແລະ ເພີ່ມພູນຄວາມຮັກ ແລະ ຄວາມຊາບຊຶ້ງທີ່ຂ້າພະເຈົ້າມີຕໍ່ພຣະຜູ້ຊ່ວຍໃຫ້ລອດ. ອິດທິພົນຂອງຄູສອນທ່ານນັ້ນໄດ້ຢູ່ກັບຂ້າພະເຈົ້າມາຕະຫລອດຊີວິດ. ດັ່ງທີ່ເຄີຍກ່າວກ່ຽວກັບຄູສອນອີກທ່ານໜຶ່ງວ່າ, “ເຮົາສາມາດອຸ່ນມືຂອງເຮົາດ້ວຍໄຟແຫ່ງສັດທາຂອງເພິ່ນ.”
ສະຫລຸບ
ໃນການປະຊຸມທີ່ບ້ານ ແລະ ທີ່ໂບດຂອງເຮົາ, ຂະນະທີ່ເຮົາສຸມໃຈໃສ່ພຣະເຢຊູຄຣິດ, ສິດສອນຄຳສອນຂອງພຣະອົງ, ແລະ ຮຽນຮູ້ຢ່າງຂະຫຍັນໝັ່ນພຽນ, ເຮົາໄດ້ເຊື້ອເຊີນພຣະວິນຍານບໍລິສຸດຊ່ວຍເຮັດໃຫ້ຄວາມເຊື່ອຂອງເຮົາໃນພຣະເຢຊູຄຣິດເລິກເຊິ່ງຍິ່ງຂຶ້ນ ແລະ ຊ່ວຍໃຫ້ເຮົາເປັນເໝືອນພຣະອົງຫລາຍຂຶ້ນ ຊຶ່ງເປັນເປົ້າໝາຍຂອງການສິດສອນ ແລະ ຮຽນຮູ້.
ຂ້າພະເຈົ້າກະຕັນຍູສຳລັບຄູສອນໃນຊີວິດຂອງຂ້າພະເຈົ້າ, ຈາກພໍ່ແມ່ທີ່ດີເຖິງຜູ້ນຳໃນທ້ອງຖິ່ນ ແລະ ຄູສອນ ໄປຈົນເຖິງຊາຍ ແລະ ຍິງຜູ້ໄດ້ຮັບການເອີ້ນໃຫ້ສິດສອນ ແລະ ເປັນພະຍານຈາກແທ່ນປາໄສນີ້, ຜູ້ຊ່ວຍເຮົາໃຫ້ຮູ້ ແລະ ຕິດຕາມພຣະເຢຊູຄຣິດ. ແລະ ຂ້າພະເຈົ້າກະຕັນຍູສຳລັບພຣະວິນຍານບໍລິສຸດ, ຄູສອນພິເສດທີ່ສົມບູນແບບ. ແມ່ນຜ່ານທາງພຣະວິນຍານບໍລິສຸດ ທີ່ຂ້າພະເຈົ້າຮູ້ວ່າພຣະບິດາເທິງສະຫວັນຮັກເຮົາ ແລະ ມີແຜນທີ່ສົມບູນແບບສຳລັບເຮົາ, ວ່າພຣະເຢຊູຄືພຣະຄຣິດ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງໂລກ; ແລະ ວ່າພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະອົງໄດ້ຖືກຟື້ນຟູແລ້ວ. ຂ້າພະເຈົ້າເປັນພະຍານດ້ວຍຄວາມກະຕັນຍູເຖິງສິ່ງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.