ຈົ່ງໄປເຮັດຢ່າງນັ້ນເໝືອນກັນ
ຂ້າພະເຈົ້າຢາກກ່າວເຖິງຜູ້ສອນສາດສະໜາເຫລົ່ານັ້ນ ຜູ້ທີ່ຖືກເອີ້ນສູ່ການມອບໝາຍໃຫ້ຮັບໃຊ້ບໍລິການໂດຍສະເພາະ. ເຂົາເຈົ້າເປັນຕົວຢ່າງໃຫ້ກັບເຮົາ.
ຂະນະທີ່ພຣະຜູ້ຊ່ວຍໃຫ້ລອດກຳລັງເດີນທາງຜ່ານເມືອງເບັດສາອີດາ, ມີບາງຄົນໄດ້ພາຊາຍຕາບອດຄົນໜຶ່ງມາຫາພຣະອົງ. ບາງທີເຂົາເຈົ້າກໍຫວັງຈະໄດ້ເຫັນການອັດສະຈັນດ້ວຍຕົວເອງ. ພຣະຜູ້ຊ່ວຍໃຫ້ລອດໄດ້ “ຈູງຄົນຕາບອດອອກໄປນອກ” ເພື່ອປິ່ນປົວລາວເປັນການສ່ວນຕົວ. ໃນເບື້ອງຕົ້ນ, ການປິ່ນປົວເບິ່ງຄືວ່າບໍ່ໄດ້ຜົນ. ຊາຍຄົນນັ້ນ “ເງີຍໜ້າຂຶ້ນເບິ່ງ ແລະ ຕອບວ່າ, ຂ້ານ້ອຍເຫັນຄົນ ແຕ່ເບິ່ງຄືຕົ້ນໄມ້ຍ່າງໄປມາໄດ້.” ດ້ວຍຄວາມເມດຕາສົງສານ, ພຣະເຢຊູ “ວາງມືໃສ່ຕາຊາຍຄົນນີ້ອີກ, ເທື່ອນີ້ລາວມືນຕາເຕັມໜ່ວຍ.” ດ້ວຍການສຳຜັດເພີ່ມເຕີມນັ້ນຈາກພຣະຫັດຂອງພຣະຜູ້ຊ່ວຍໃຫ້ລອດ, ບັດນີ້ຊາຍຕາບອດຄົນນັ້ນກໍ “ເຫັນ … ຈະແຈ້ງດີ.”
ນີ້ເປັນພຽງໜຶ່ງຕົວຢ່າງວ່າ ພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດຖືກສະແດງໃຫ້ເຫັນດ້ວຍການກະທຳທີ່ຖ່ອມຕົວຂອງການຮັບໃຊ້ແນວໃດ. ພຣະອົງຢໍ້າເຕືອນເຮົາວ່າ ພຣະອົງ “ບໍ່ໄດ້ມາເພື່ອໃຫ້ຄົນອື່ນຮັບໃຊ້ຕົນ ແຕ່ມາເພື່ອຮັບໃຊ້” ແລະ ແລ້ວເຊື້ອເຊີນເຮົາໃຫ້ເຮັດຕາມຕົວຢ່າງຂອງພຣະອົງໂດຍການເຮັດໃຫ້ຫລາຍກວ່ານັ້ນ, ເມື່ອຜູ້ຄົນຂໍສິ່ງໃດນຳເຮົາກໍຈົ່ງເອົາໃຫ້ເຂົາເຈົ້າ, ແລະ ຮັກເພື່ອນບ້ານຂອງເຮົາ. ເມື່ອຖືກຖາມວ່າ, “ແມ່ນຜູ້ໃດເປັນເພື່ອນບ້ານຂອງຂ້ານ້ອຍ?” ພຣະຄຣິດໄດ້ແບ່ງປັນ ຄຳອຸປະມາເລື່ອງໄທຊາມາເຣຍຜູ້ໃຈດີ, ດ້ວຍຄຳສັ່ງວ່າ “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ.”
ຜູ້ສອນສາດສະໜາຂອງ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ກໍເປັນຕົວຢ່າງສະໄໝໃໝ່ຂອງໄທຊາມາເຣຍຜູ້ໃຈດີ ທີ່ພຣະຄຣິດເຊື້ອເຊີນໃຫ້ເຮົາກາຍເປັນ. ຂ້າພະເຈົ້າຢາກກ່າວເຖິງຜູ້ສອນສາດສະໜາເຫລົ່ານັ້ນ ຜູ້ທີ່ຖືກເອີ້ນສູ່ການມອບໝາຍໃຫ້ຮັບໃຊ້ບໍລິການໂດຍສະເພາະ. ເຂົາເຈົ້າເປັນຕົວຢ່າງໃຫ້ແກ່ເຮົາວ່າ ການຮັບໃຊ້ (1) ເປີດໃຈຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ, (2) ໃຫ້ໂອກາດເຮົາທຸກຄົນປະຕິບັດສາດສະໜາກິດໂດຍບໍ່ຄຳນຶງເຖິງສະຖານະການຂອງເຮົາ, ແລະ (3) ນຳອຳນາດຂອງພຣະຄຣິດເຂົ້າມາສູ່ຊີວິດຂອງເຮົາແນວໃດ.
ໜຶ່ງ, ການຮັບໃຊ້ເປີດໃຈຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ
ປະມານ 91 ປີກ່ອນ ຄ.ສ, ອຳໂມນ, ຜູ້ສອນສາດສະໜາໃນພຣະຄຳພີມໍມອນ, ໄດ້ແນະນຳຕົວຕໍ່ກະສັດລາໂມໄນ ໂດຍກ່າວວ່າ, “ແທ້ຈິງແລ້ວ ຂ້ານ້ອຍປາດຖະໜາຈະຢູ່ໃນບັນດາຜູ້ຄົນພວກນີ້ຊົ່ວໄລຍະໜຶ່ງ; … [ແລະ] ຂ້ານ້ອຍຈະເປັນຂ້າໃຊ້ທ່ານ.” ເປັນເພາະການຮັບໃຊ້ຂອງເພິ່ນຕໍ່ກະສັດ, ອຳໂມນຈຶ່ງໄດ້ຮັບໂອກາດໃຫ້ “ເວົ້າມາຢ່າງອາດຫານ, … ແລະ ບອກ [ກະສັດລາໂມໄນ] … ວ່າ ເປັນດ້ວຍອຳນາດໃດ” ທີ່ເພິ່ນໄດ້ປະຕິບັດການຮັບໃຊ້ຂອງເພິ່ນ. ເພື່ອເປັນການຕອບແທນ, ກະສັດໄດ້ສັນຍາວ່າ “ອັນໃດກໍຕາມທີ່ [ອຳໂມນ] ປາດຖະໜາ … [ກະສັດຈະ] ມອບໃຫ້.” ຄຳຂໍຮ້ອງຢ່າງດຽວຂອງອຳໂມນແມ່ນວ່າ ໃຫ້ກະສັດຮັບຟັງຂ່າວສານຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ການຮັບໃຊ້ຂອງອຳໂມນໄດ້ສົ່ງຜົນໃນການ “[ໄດ້ນຳພາ] ຄົນເປັນຈຳນວນພັນໆມາສູ່ການກັບໃຈ.”
ໃນວັນເວລາຂອງເຮົາ, ການຮັບໃຊ້ກໍຍັງສືບຕໍ່ນຳພາຄົນອື່ນມາສູ່ພຣະກິດຕິຄຸນ. ຊິດສະເຕີ ເບແວັນ ກຳລັງຮັບໃຊ້ເປັນຜູ້ສອນສາດສະໜາຝ່າຍສິດສອນ ຕອນທີ່ລາວໄດ້ເລີ່ມມີບັນຫາສຸຂະພາບ ທີ່ຮຽກຮ້ອງໃຫ້ລາວກັບບ້ານໄປຮັບການປິ່ນປົວ. ແທນທີ່ຈະຖືກປົດ, ລາວກໍສາມາດຮັບໃຊ້ຕໍ່ໄປໃນຖານະຜູ້ສອນສາດສະໜາຝ່າຍຮັບໃຊ້ບໍລິການຈາກບ້ານຂອງລາວ.
ຂະນະທີ່ໄປທ່ຽວຊົມສວນສາທາລະນະ, ຊິດສະເຕີ ເບແວັນ ແລະ ເພື່ອນຄົນໜຶ່ງໄດ້ຮັບການກະຕຸ້ນໃຫ້ເວົ້າລົມກັບແມ່ຄົນໜຶ່ງທີ່ມີລູກນ້ອຍສີ່ຄົນ, ແຕ່ເຂົາເຈົ້າໄດ້ລັງເລ ແລະ ຄອບຄົວນັ້ນກໍໄດ້ຂັບລົດອອກໄປ. ມື້ຕໍ່ມາ, ເຂົາເຈົ້າໄດ້ກັບຄືນໄປສວນສາທາລະນະອີກ, ໂດຍອະທິຖານໃຫ້ຄອບຄົວນີ້ຢູ່ທີ່ນັ້ນ. ຢ່າງອັດສະຈັນແທ້ໆ, ແມ່ຄົນນັ້ນກໍໄດ້ນັ່ງຢູ່ບ່ອນດຽວກັນທີ່ລາວໄດ້ນັ່ງໃນມື້ກ່ອນ. ເທື່ອນີ້ ຊິດສະເຕີ ເບແວັນ ແລະ ເພື່ອນຂອງລາວໄດ້ໄປຫາແມ່ຄົນນັ້ນ, ໄດ້ທຳຄວາມຮູ້ຈັກກັບລາວ, ແລະ ໄດ້ພົບເຫັນວ່າລາວກຳລັງຕ້ອງການຄວາມຊ່ວຍເຫລືອທາງໂລກຫລາຍແທ້ໆ. ເຂົາເຈົ້າໄດ້ໃຫ້ຄວາມຊ່ວຍເຫລືອ ແລະ ແລ້ວໄດ້ເຊື້ອເຊີນລາວໃຫ້ຮຽນຮູ້ກ່ຽວກັບພຣະກິດຕິຄຸນ.
ເປັນເພາະການຮັບໃຊ້ນັ້ນ ແລະ ຄຳເຊື້ອເຊີນນັ້ນ, ແມ່ຄົນນັ້ນ ແລະ ລູກກົກຂອງລາວກໍໄດ້ຮັບບັບຕິສະມາ, ຕິດຕາມໂດຍລູກຜູ້ຖັດໄປໃນປີຕໍ່ມາ. ເຂົາເຈົ້າຍັງເປັນສະມາຊີກທີ່ເຂັ້ມແຂງຢູ່ໃນທຸກມື້ນີ້. ຊິດສະເຕີ ເບແວັນ ໄດ້ຮູ້ວ່າ ປະສົບການນີ້ຖືກດົນບັນດານຈາກສະຫວັນ, ແລະ ມັນ “ໄດ້ພິສູດໃຫ້ [ລາວ] ເຫັນວ່າ [ລາວ] ໄດ້ຢູ່ໃນບ່ອນທີ່ພຣະເຈົ້າຕ້ອງການໃຫ້ [ລາວ] ຢູ່.”
ເໝືອນດັ່ງອຳໂມນ ແລະ ຊິດສະເຕີ ເບແວັນ, ຂະນະທີ່ເຮົາຮັບໃຊ້ຄົນອື່ນ, ເຮົາກໍ “ສະແດງຕົວຢ່າງອັນດີໃນເຮົາອອກມາໃຫ້ຜູ້ຄົນເຫລົ່ານັ້ນເຫັນ” ແລະ ເຂົາເຈົ້າປາດຖະໜາຢາກຮູ້ “ເຫດຜົນປະການໃດຈຶ່ງມີຄວາມຫວັງຢ່າງນີ້ [ໃນຕົວເຮົາ].”
ພຣະເຢຊູເຊື້ອເຊີນເຮົາວ່າ “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ.”
ສອງ, ການຮັບໃຊ້ໃຫ້ໂອກາດເຮົາທຸກຄົນປະຕິບັດສາດສະໜາກິດໂດຍບໍ່ຄຳນຶງເຖິງສະພາບການຂອງເຮົາ
ປະທານຣະໂຊ ເອັມ ແນວສັນ ໄດ້ຂໍຮ້ອງໃຫ້ “ຊາຍໜຸ່ມທີ່ມີຄ່າຄວນ ແລະ ສາມາດ ທຸກຄົນ, ກຽມພ້ອມ ແລະ ຮັບໃຊ້ເຜີຍແຜ່” ແລະ ໃຫ້ເອື້ອຍນ້ອງຄົນໜຸ່ມ ແລະ ສາມາດ “ອະທິຖານເພື່ອຈະໄດ້ຮູ້ວ່າພຣະຜູ້ເປັນເຈົ້າຢາກໃຫ້ [ນາງ] ຮັບໃຊ້ເຜີຍແຜ່ຫລືບໍ່.” ເພິ່ນໄດ້ສັນຍາວ່າ “ການຕັດສິນໃຈຂອງພວກເຈົ້າທີ່ຈະຮັບໃຊ້ເຜີຍແຜ່, ບໍ່ວ່າຈະເປັນການເລາະເຜີຍແຜ່ ຫລື ການຮັບໃຊ້ບໍລິການ, ຈະເປັນພອນໃຫ້ແກ່ພວກເຈົ້າ ແລະ ຄົນອື່ນໆຢ່າງຫລວງຫລາຍ.” ເຂດຮັບໃຊ້ບໍລິການໄດ້ປ່ຽນຄຳນິຍາມຂອງຄຳວ່າ ສາມາດ. ບັດນີ້ຊາຍໜຸ່ມ ແລະ ຍິງໜຸ່ມທຸກຄົນທີ່ມີຄ່າຄວນ ຜູ້ທີ່ປາດຖະໜາຈະຮັບໃຊ້ເຜີຍແຜ່ເຕັມເວລາໃຫ້ແກ່ພຣະຜູ້ເປັນເຈົ້າກໍສາມາດເຮັດໄດ້, ໂດຍມີຂໍ້ຍົກເວັ້ນໜ້ອຍຫລາຍ.
ແອວເດີ ໂອລ໌ກາໂດ ກໍເປັນຕົວຢ່າງໜຶ່ງເຖິງການມີຄວາມສາມາດຮັບໃຊ້ໂດຍບໍ່ຄຳນຶງເຖິງສະຖານະການສ່ວນຕົວ. ລາວໄດ້ເກີດມາພ້ອມກັບຄວາມຜິດປົກກະຕິທາງພັນທຸກຳທີ່ຫາຍາກ ທີ່ຂັດຂວາງລາວຈາກການຮັບໃຊ້ເຜີຍແຜ່ຝ່າຍສິດສອນ. ແອວເດີ ໂອລ໌ກາໂດ ໄດ້ຮັບການເອີ້ນໃຫ້ເປັນຜູ້ສອນສາດສະໜາຝ່າຍຮັບໃຊ້ບໍລິການ ແລະ ອາສາສະໝັກຢູ່ທີ່ຄັງຂອງອະທິການ, ບ່ອນທີ່ລາວໄດ້ຊ່ວຍຄົນອື່ນໃຫ້ໄດ້ຮັບຄວາມຊ່ວຍເຫລືອທີ່ເຂົາເຈົ້າຕ້ອງການ. ລາວໄດ້ຈັດວາງເຄື່ອງຂອງໃສ່ຊັ້ນວາງ, ຈັດຜັກໃສ່ຖົງ, ແລະ ຫັກກ່ອງເຈ້ຍແຂງ.
ເມື່ອແອວເດີ ໂອລ໌ກາໂດ ໄດ້ກ່າວປາໄສຢູ່ທີ່ກອງປະຊຸມສິນລະລຶກຫລັງຈາກການຮັບໃຊ້ຂອງລາວ, ລາວໄດ້ແບ່ງປັນວ່າ “ພຣະເຈົ້າຕ້ອງການຜູ້ສອນສາດສະໜາຝ່າຍຮັບໃຊ້ບໍລິການ. ພຣະອົງຕ້ອງການຜູ້ຄົນທີ່ຈະຮັກ ແລະ ຮັບໃຊ້ຄົນອື່ນ. ຜູ້ຄົນເຫລົ່ານີ້ຈັດວາງເຈ້ຍຫ້ອງນ້ຳ, ຈັດຜັກໃສ່ຖົງ, ປະກອບເຟີນິເຈີ, ແລະ ໃຈດີຕໍ່ຜູ້ຄົນ.”
ທ່ານບໍ່ຈຳເປັນຕ້ອງມີການມອບໝາຍໃຫ້ຮັບໃຊ້ ຫລື ໃສ່ປ້າຍຊື່ກ່ອນຈະເຮັດຄວາມດີ. ທຸກໆການກະທຳແຫ່ງການຮັບໃຊ້ ແມ່ນຮັບຮູ້ໂດຍພຣະຜູ້ຊ່ວຍໃຫ້ລອດ. ເຮົາທຸກຄົນສາມາດຊ່ວຍເຫລືອຄົນອື່ນໃຫ້ມາຫາພຣະຄຣິດໄດ້ ໂດຍການຮັບໃຊ້ດ້ວຍຄວາມເມດຕາຮັກ. ເຮົາທຸກຄົນສາມາດປະຕິບັດສາດສະໜາກິດໃນພຣະນາມຂອງພຣະຄຣິດຕໍ່ບຸກຄົນໃດໜຶ່ງ ຜ່ານທາງອຳນາດຂອງພຣະວິນຍານບໍລິສຸດ ແລະ ດຳລົງຊີວິດເປັນຕົວຢ່າງແຫ່ງສັດທາໃນພຣະເຢຊູຄຣິດ. ການຮັບໃຊ້ໃຫ້ໂອກາດເຮົາສະເໜີຕົນເປັນເຄື່ອງບູຊາອັນມີຊີວິດ ຜູ້ເປັນທີ່ຍອມຮັບຕໍ່ພຣະເຈົ້າ.
ພຣະເຢຊູເຊື້ອເຊີນເຮົາວ່າ “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ.”
ສາມ, ການຮັບໃຊ້ນຳອຳນາດຂອງພຣະຄຣິດເຂົ້າມາສູ່ຊີວິດຂອງເຮົາ
ຜູ້ສອນສາດສະໜາໜຸ່ມຄົນໜຶ່ງທີ່ຖືກຍ້າຍຈາກການມອບໝາຍໃຫ້ສິດສອນມາສູ່ການມອບໝາຍໃຫ້ຮັບໃຊ້ບໍລິການ ໄດ້ດີ້ນລົນກັບຄວາມທ້າທາຍສ່ວນຕົວທີ່ໄດ້ເຮັດໃຫ້ລາວຕ້ອງການອຳນາດແຫ່ງການປິ່ນປົວຂອງພຣະຄຣິດ. ການຮັບໃຊ້ທີ່ອຸທິດຕົນໄດ້ນຳອຳນາດນັ້ນເຂົ້າມາສູ່ຊີວິດຂອງລາວ. ລາວໄດ້ເວົ້າວ່າ, “ຂ້ານ້ອຍໄດ້ຮູ້ສຶກວ່າຕອນຂ້ານ້ອຍໄດ້ດີ້ນລົນຢູ່ນັ້ນ, ຂ້ານ້ອຍສາມາດຮູ້ສຶກໄດ້ວ່າພຣະຄຣິດກຳລັງຍົກຂ້ານ້ອຍຂຶ້ນ. ມັນມີບາງສິ່ງທີ່ພິເສດກ່ຽວກັບການທີ່ໄດ້ເຫັນພຣະອົງອວຍພອນຜູ້ຄົນຜ່ານທາງຄັງອາຫານ, ໃນພຣະວິຫານ, ແລະ ຜ່ານທາງພຣະກິດຕິຄຸນຂອງພຣະອົງ.”
ແອວເດີຄົນນີ້ໄດ້ເລີ່ມຮູ້ສຶກເຖິງຄວາມຊື່ນຊົມທີ່ເລິກເຊິ່ງຫລາຍຂຶ້ນ, ແລະ ຄວາມກະຕືລືລົ້ນທີ່ພົບເຫັນໃໝ່ຂອງລາວໄດ້ເປັນພອນໃຫ້ແກ່ລາວ ແລະ ຄອບຄົວຂອງລາວທັງໝົດ. ພຣະວິນຍານໄດ້ເຂົ້າມາໃນບ້ານຂອງເຂົາເຈົ້າຢ່າງຫລວງຫລາຍ, ເຂົາເຈົ້າໄດ້ໄປພຣະວິຫານນຳກັນຢ່າງສະໝ່ຳສະເໝີຫລາຍຂຶ້ນ, ແລະ ພຣະຄຣິດໄດ້ກາຍເປັນຈຸດສຸມທີ່ສຳຄັນຫລາຍຂຶ້ນໃນຄອບຄົວຂອງເຂົາເຈົ້າ. ຜູ້ສອນສາດສະໜາຄົນນີ້ເຊື່ອວ່າ ພຣະຄຣິດໄດ້ຊ່ວຍຊີວິດຂອງລາວໄວ້ ແລະ ໄດ້ອວຍພອນຄອບຄົວຂອງລາວຜ່ານທາງການຮັບໃຊ້.
ປະທານແນວສັນໄດ້ສອນວ່າ, “ຄວາມເຕັມໃຈທີ່ຈະຮັບໃຊ້ ແລະ ເສີມຄວາມເຂັ້ມແຂງໃຫ້ແກ່ຄົນອື່ນເປັນສັນຍາລັກຂອງຄວາມພ້ອມຂອງເຮົາທີ່ຈະໄດ້ຮັບການປິ່ນປົວ” ໂດຍອຳນາດແຫ່ງການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດ.
ພຣະເຢຊູເຊື້ອເຊີນເຮົາວ່າ “ທ່ານຈົ່ງໄປເຮັດຢ່າງນັ້ນເໝືອນກັນ.”
ຜູ້ສອນສາດສະໜາຝ່າຍຮັບໃຊ້ບໍລິການເປັນຕົວຢ່າງຂອງສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດ
ເມື່ອທ່ານ ຫລື ສະມາຊິກໃນຄອບຄົວໄດ້ຮັບພອນດ້ວຍການເອີ້ນໃນຖານະຜູ້ສອນສາດສະໜາຝ່າຍຮັບໃຊ້ບໍລິການ, ນັ້ນເປັນໂອກາດທີ່ຈະສະເຫລີມສະຫລອງ. ບັດນີ້ຄອບຄົວຂອງທ່ານກໍຈະມີຜູ້ຕາງໜ້າຂອງອົງພຣະເຢຊູຄຣິດເຈົ້າ ທີ່ຖືກແຕ່ງຕັ້ງອາໄສຢູ່ໃນບ້ານຂອງທ່ານ. ນັ້ນຈະປ່ຽນແປງທ່ານທຸກຄົນເພື່ອຄວາມດີ. ບໍ່ຄວນມີຄວາມຜິດຫວັງໃນການເອີ້ນໃຫ້ຮັບໃຊ້ໃດໆເລີຍ. ເຮົາຮ້ອງເພງວ່າ, “ຂ້າຈະໄປທີ່ພຣະອົງບັນຊາ” ແລະ “ຂ້າຈະເປັນດັ່ງທີ່ພຣະອົງບັນຊາ.” ນີ້ຄືໂອກາດທີ່ຈະສະແດງໃຫ້ເຫັນວ່າ ເຮົາມີສັດຈະໃນສິ່ງທີ່ເຮົາເວົ້າແທ້ໆ!
ເຖິງທ່ານທຸກຄົນທີ່ຮັບໃຊ້, ແລະ ໂດຍສະເພາະເຖິງຜູ້ສອນສາດສະໜາໜຸ່ມຝ່າຍຮັບໃຊ້ບໍລິການຫລາຍກວ່າ 4,000 ຄົນ, ພວກເຮົາຮັກທ່ານ! ຖ້າວ່າຜູ້ສອນສາດສະໜາຝ່າຍສິດສອນນັ້ນເປັນພຣະໂອດຂອງພຣະຜູ້ເປັນເຈົ້າ, ແລ້ວຜູ້ສອນສາດສະໜາຝ່າຍຮັບໃຊ້ບໍລິການ ກໍເປັນພຣະຫັດຂອງພຣະຜູ້ເປັນເຈົ້າ, ແລະ ທ່ານກໍບໍ່ແມ່ນຜູ້ສອນສາດສະໜາຊັ້ນສອງ. ທ່ານແຕ່ລະຄົນແມ່ນສຳຄັນຕໍ່ການເຕົ້າໂຮມອິດສະຣາເອນ. ປະທານແນວສັນໄດ້ສິດສອນວ່າ “ທຸກເທື່ອທີ່ເຮົາເຮັດບາງສິ່ງທີ່ຊ່ວຍບາງຄົນ … ໃຫ້ເຮັດ ແລະ ຮັກສາພັນທະສັນຍາຂອງເຂົາເຈົ້າກັບພຣະເຈົ້າ, ເຮົາໄດ້ຊ່ວຍເຕົ້າໂຮມອິດສະຣາເອນ.”
ທ່ານຜູ້ສອນສາດສະໜາຝ່າຍຮັບໃຊ້ບໍລິການ ເຕົ້າໂຮມອິດສະຣາເອນທຸກໆມື້ ໃນຫລາຍວິທີທາງ, ແລະ ການຮັບໃຊ້ຂອງທ່ານປ່ຽນແປງຊີວິດ. ສ່ວນຫລາຍແລ້ວ ທ່ານຈະບໍ່ຮູ້ວ່າໃຜເປັນຜູ້ໄດ້ຮັບຜົນປະໂຫຍດຈາກການຮັບໃຊ້ຂອງທ່ານ, ແຕ່ພຣະຜູ້ເປັນເຈົ້າຊົງຮູ້. ໃຫ້ຈື່ໄວ້ສະເໝີວ່າ “ເມື່ອພວກເຈົ້າໄດ້ [ຮັບໃຊ້] ຜູ້ທີ່ ຕ່ຳຕ້ອຍທີ່ສຸດຄົນໜຶ່ງ, … ພວກເຈົ້າກໍໄດ້ [ຮັບໃຊ້ພຣະອົງເໝືອນກັນ].” ພວກເຮົາໄດ້ຍິນສຽງຂອງທ່ານຂະນະທີ່ທ່ານອາສາສະໝັກຢູ່ທີ່ສູນຮັບສາຍຂອງສາດສະໜາຈັກ; ພວກເຮົາໄດ້ເຫັນຮອຍຍິ້ມຂອງທ່ານຂະນະທີ່ທ່ານຊ່ວຍເຫລືອໃນອົງການຊຸມຊົນ; ແລະ ພວກເຮົາສຳຜັດຄວາມສະຫວ່າງຂອງທ່ານຂະນະທີ່ທ່ານຮັບໃຊ້ຢູ່ໃນພຣະວິຫານ. ທ່ານໃຫ້ອາຫານແກ່ຄົນທີ່ຫິວເຂົ້າ, ໃຫ້ເຄື່ອງນຸ່ງຫົ່ມແກ່ຄົນທີ່ເປືອຍກາຍ, ແລະ ໃຫ້ນ້ຳດື່ມແກ່ຄົນທີ່ຫິວນ້ຳ.
ເຮົາທຸກຄົນຕ້ອງໄປ ແລະ ເຮັດຢ່າງນັ້ນເໝືອນກັນ.
ການຮັບໃຊ້ຄືໂລຫິດແຫ່ງຊີວິດຂອງການເປັນສານຸສິດຂອງພຣະຄຣິດ
ການຮັບໃຊ້ມີພະລັງທີ່ຈະເປີດໃຈຕໍ່ພຣະກິດຕິຄຸນ ແລະ ໃຫ້ໂອກາດເຮົາທຸກຄົນທີ່ຈະມອບຈິດວິນຍານຂອງເຮົາທັງໝົດແດ່ພຣະຄຣິດ. ມັນປ່ຽນແປງຫົວໃຈຂອງເຮົາໃຫ້ກາຍເປັນເໝືອນດັ່ງພຣະອົງຫລາຍຍິ່ງຂຶ້ນ, ແລະ ໃນຂະບວນການນັ້ນ, ເຮົາກໍຍົກຄົນອື່ນຂຶ້ນດ້ວຍ. ຄັ້ງໜຶ່ງປະທານແນວສັນໄດ້ຖາມວ່າ, “ໃນໂລກທີ່ເຕັມໄປດ້ວຍຄວາມເສື່ອມໂຊມທາງວິນຍານ, ບຸກຄົນທັງຫລາຍຈະສາມາດ … ສ້າງຄວາມແຕກຕ່າງໄດ້ບໍ?” ຄຳຕອບຂອງເພິ່ນກໍຄື: “ໄດ້! … ‘ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ, … ມີອາວຸດ … ດ້ວຍອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່’ … ສາມາດຍົກລະດັບຊີວິດຂອງມະນຸດຊາດທັງປວງ.” ຜ່ານທາງການຮັບໃຊ້ ເຮົາປ່ຽນແປງຫົວໃຈ—ແລະ ໂລກດ້ວຍ.
ພຣະຄຣິດ “ໄດ້ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ.” ພຣະອົງໄດ້ປະຕິບັດສາດສະໜາກິດຕໍ່ຜູ້ຄົນທີ່ເຈັບປ່ວຍ, ໄດ້ໂຜດຄົນຕາບອດຫລາຍຄົນໃຫ້ເຫັນຮຸ່ງ, ແລະ ໄດ້ຢ້ຽມຢາມຜູ້ຄົນທີ່ຕົກຕ່ຳ. ພຣະອົງໄດ້ເຮັດອາຫານ, ໄດ້ຊ່ວຍຢູ່ທີ່ງານສົມຣົດ, ແລະ ໄດ້ລ້ຽງເຂົ້າຫລາຍພັນຄົນທີ່ຫິວເຂົ້າ. ຂະນະທີ່ເຮົາຮັບໃຊ້ບຸກຄົນໜຶ່ງໃນພຣະນາມຂອງພຣະຄຣິດ, ເຮົາກໍກາຍເປັນຄົນບໍລິສຸດ ແລະ ມີຄ່າຄວນຫລາຍຂຶ້ນທີ່ຈະໄດ້ຮັບຂອງປະທານແຫ່ງຊີວິດນິລັນດອນ. ພຣະເຢຊູຄຣິດຊົງພຣະຊົນ. ພຣະອົງເປັນພຣະຜູ້ຊ່ວຍໃຫ້ລອດຂອງຂ້າພະເຈົ້າ ແລະ ຂອງທ່ານ. ພຣະອົງເປັນພຣະຜູ້ໄຖ່ຂອງເຮົາ. ພຣະອົງເປັນຕົວຢ່າງທີ່ຍິ່ງໃຫຍ່ຂອງເຮົາເຖິງການປະຕິບັດສາດສະໜາກິດ. ຂ້າພະເຈົ້າຂໍເຊື້ອເຊີນໃຫ້ເຮົາແຕ່ລະຄົນ ຈົ່ງໄປເຮັດຢ່າງນັ້ນເໝືອນກັນ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.