ຮັບການພິສູດ ແລະ ເສີມກຳລັງໃນພຣະຄຣິດ
ຊ່ວງເວລາແຫ່ງການພິສູດບໍ່ແມ່ນຫລັກຖານວ່າ ພຣະຜູ້ເປັນເຈົ້າໄດ້ປະຖິ້ມທ່ານ. ແທນທີ່, ມັນເປັນຫລັກຖານວ່າ ພຣະອົງຮັກທ່ານພໍທີ່ຈະຂັດເກົາ ແລະ ເສີມກຳລັງໃຫ້ທ່ານ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກຂອງພຣະຜູ້ເປັນເຈົ້າ ເມື່ອເຮົາມາພົບກັນ. ຂ້າພະເຈົ້າຮູ້ສຶກຖ່ອມຕົວທີ່ໄດ້ກ່າວກັບທ່ານ. ຂ້າພະເຈົ້າອະທິຖານວ່າ ພຣະວິນຍານຈະນຳເຂົ້າໄປສູ່ໃຈຂອງທ່ານ ສິ່ງທີ່ພຣະຜູ້ເປັນເຈົ້າຈະໃຫ້ທ່ານໄດ້ຍິນ, ເໜືອກວ່າຖ້ອຍຄຳຊຶ່ງຂ້າພະເຈົ້າຈະກ່າວ.
ດົນນານມາແລ້ວ ຂ້າພະເຈົ້າສະແຫວງຫາທີ່ຈະຮຽນຟີຊິກ ແລະ ຄະນິດສາດໃນສະໄໝທີ່ຂ້າພະເຈົ້າຮຽນຢູ່ມະຫາວິທະຍາໄລ. ຂ້າພະເຈົ້າໄດ້ຮູ້ສຶກຖ້ວມທົ້ນ. ຂ້າພະເຈົ້າໄດ້ເລີ່ມຮູ້ສຶກວ່າ ຂ້າພະເຈົ້າກຳລັງພະຍາຍາມທີ່ຈະຮຽນຮູ້ບາງຢ່າງທີ່ຢູ່ເໜືອຂ້າພະເຈົ້າ. ຍິ່ງຂ້າພະເຈົ້າຮູ້ສຶກຖ້ວມທົ້ນຫລາຍເທົ່າໃດ, ຂ້າພະເຈົ້າກໍຍິ່ງຮູ້ສຶກບໍ່ມີກຳລັງທີ່ຈະພະຍາຍາມຕໍ່ໄປ. ຄວາມໝົດກຳລັງໃຈຂອງຂ້າພະເຈົ້າໄດ້ພາໃຫ້ຂ້າພະເຈົ້າຮູ້ສຶກວ່າ ຄວາມພະຍາຍາມຂອງຂ້າພະເຈົ້າເກືອບບໍ່ເກີດຜົນ. ຂ້າພະເຈົ້າໄດ້ເລີ່ມຄິດວ່າຈະເຊົາ, ວ່າຈະເຮັດບາງຢ່າງທີ່ງ່າຍກວ່າ.
ຂ້າພະເຈົ້າຮູ້ສຶກອ່ອນແອ. ຂະນະທີ່ຂ້າພະເຈົ້າອະທິຖານ, ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມເຊື່ອໝັ້ນທີ່ງຽບໆຂອງພຣະຜູ້ເປັນເຈົ້າ. ຂ້າພະເຈົ້າໄດ້ຮູ້ສຶກວ່າພຣະອົງກ່າວກັບຈິດໃຈຂອງຂ້າພະເຈົ້າວ່າ, “ເຮົາກຳລັງພິສູດຕົວເຈົ້າ, ແຕ່ເຮົາກໍຢູ່ກັບເຈົ້າເຊັ່ນກັນ.”
ຕອນນັ້ນ ຂ້າພະເຈົ້າບໍ່ຮູ້ວ່າ ຄຳທັງໝົດນັ້ນໝາຍຄວາມວ່າຫຍັງ. ແຕ່ຂ້າພະເຈົ້າຮູ້ວ່າຕ້ອງເຮັດຫຍັງ—ຂ້າພະເຈົ້າໄດ້ລົງມືເຮັດວຽກ.
ໂດຍການໄຕ່ຕອງ ແລະ ເຮັດວຽກໃນຊ່ວງຫລາຍປີຕໍ່ມາ, ຂ້າພະເຈົ້າຈຶ່ງໄດ້ເຂົ້າໃຈຂ່າວສານແຫ່ງການໃຫ້ກຳລັງໃຈນີ້ໃນພຣະຄຳພີ: “ເຮົາສາມາດສູ້ກັບທຸກສິ່ງໄດ້ໂດຍພຣະອົງຜູ້ຊົງຊູກຳລັງເຮົາ.”
ຂ້າພະເຈົ້າໄດ້ຮຽນຮູ້ວ່າ ການດີ້ນລົນຂອງຂ້າພະເຈົ້າກັບຟີຊິກ ແທ້ຈິງແລ້ວ ແມ່ນຂອງປະທານຈາກພຣະຜູ້ເປັນເຈົ້າ. ພຣະອົງກຳລັງສິດສອນຂ້າພະເຈົ້າວ່າ ດ້ວຍຄວາມຊ່ວຍເຫລືອຈາກພຣະອົງ, ຂ້າພະເຈົ້າສາມາດເຮັດສິ່ງທີ່ເບິ່ງຄືວ່າເປັນໄປບໍ່ໄດ້ ຖ້າຂ້າພະເຈົ້າມີສັດທາວ່າ ພຣະອົງຈະຢູ່ທີ່ນັ້ນເພື່ອຊ່ວຍຂ້າພະເຈົ້າ. ຜ່ານທາງຂອງປະທານນີ້, ພຣະຜູ້ເປັນເຈົ້າກຳລັງເຮັດວຽກທີ່ຈະພິສູດ ແລະ ເສີມກຳລັງໃຫ້ຂ້າພະເຈົ້າ.
ຄຳວ່າ ພິສູດ ມີຫລາຍຄວາມໝາຍ. ການພິສູດບາງຢ່າງບໍ່ແມ່ນພຽງແຕ່ທົດສອບມັນເທົ່ານັ້ນ. ມັນຄືການເສີມກຳລັງຂອງມັນ. ການພິສູດເຫລັກທ່ອນໜຶ່ງກໍຄືການນຳມັນໄປວາງໃຕ້ແຮງກົດດັນ. ຄວາມຮ້ອນ, ນໍ້າໜັກ, ແລະ ຄວາມກົດດັນໄດ້ຖືກເພີ່ມຂຶ້ນຈົນກວ່າທຳມະຊາດທີ່ແທ້ຈິງຂອງມັນຈະເສີມຂະຫຍາຍ ແລະ ເປີດເຜີຍ. ເຫລັກບໍ່ໄດ້ຖືກເຮັດໃຫ້ອ່ອນກຳລັງລົງໂດຍການພິສູດ. ແທ້ຈິງແລ້ວ, ມັນກາຍເປັນສິ່ງທີ່ສາມາດເຊື່ອໃຈໄດ້, ສິ່ງທີ່ແຂງແຮງພໍທີ່ຈະຮັບເອົາພາລະທີ່ຍິ່ງໃຫຍ່ກວ່າ.
ພຣະຜູ້ເປັນເຈົ້າພິສູດເຮົາໃນວິທີດຽວກັນນີ້ເພື່ອເສີມກຳລັງໃຫ້ເຮົາ. ການພິສູດນັ້ນບໍ່ໄດ້ມາໃນຊ່ວງເວລາທີ່ງ່າຍ ຫລື ສະບາຍໆ. ມັນມາໃນຊ່ວງເວລາທີ່ເຮົາຮູ້ສຶກຖືກຢືດອອກເກີນທີ່ເຮົາຄິດວ່າເຮົາຈະສາມາດທົນໄດ້. ພຣະຜູ້ເປັນເຈົ້າສິດສອນວ່າ ເຮົາຕ້ອງສືບຕໍ່ເຕີບໂຕ ແລະ ບໍ່ອິດເມື່ອຍໃນຄວາມພະຍາຍາມຂອງເຮົາ, ວ່າເຮົາຕ້ອງບໍ່ມີວັນຍອມແພ້, ວ່າເຮົາຕ້ອງພະຍາຍາມຕໍ່ໄປ.
ເມື່ອເຮົາສືບຕໍ່ມີສັດທາໃນພຣະເຢຊູຄຣິດ—ເຖິງແມ່ນເມື່ອສິ່ງຕ່າງໆອາດເບິ່ງຄືວ່າເປັນໄປບໍ່ໄດ້—ເຮົາຈະເຂັ້ມແຂງຂຶ້ນທາງວິນຍານ. ບັນທຶກພຣະຄຳພີສັກສິດເນັ້ນໜັກເຖິງຄວາມຈິງນີ້.
ສາດສະດາໂມໂຣໄນ, ຍົກຕົວຢ່່າງ, ໄດ້ຮັບການພິສູດ ແລະ ເສີມກຳລັງໃນວິທີຢ່າງດຽວກັນ. ເພິ່ນໄດ້ໃຊ້ຊີວິດບັ້ນປາຍຂອງເພິ່ນຕາມລຳພັງ. ເພິ່ນໄດ້ຂຽນວ່າ ເພິ່ນບໍ່ມີໝູ່, ວ່າພໍ່ຂອງເພິ່ນໄດ້ຖືກຂ້າຕາຍ, ວ່າຜູ້ຄົນຂອງເພິ່ນໄດ້ຖືກທຳລາຍ. ເພິ່ນໄດ້ຖືກຕາມລ່າໂດຍຜູ້ທີ່ຕ້ອງການເອົາຊີວິດເພິ່ນ.
ແຕ່ໂມໂຣໄນບໍ່ໄດ້ສິ້ນຫວັງ. ແທນທີ່, ເພິ່ນໄດ້ຈາລຶກປະຈັກພະຍານຂອງເພິ່ນເຖິງພຣະເຢຊູຄຣິດໃສ່ແຜ່ນຈາລຶກໄວ້ສຳລັບຜູ້ຄົນທີ່ເພິ່ນຈະບໍ່ໄດ້ມີຊີວິດຢູ່ເພື່ອພົບພວກເຂົາ, ລວມທັງເຊື້ອສາຍຂອງຜູ້ຄົນທີ່ຢາກຂ້າເພິ່ນ. ເພິ່ນໄດ້ຂຽນໄວ້ເພື່ອເຮົາ. ເພິ່ນຮູ້ວ່າ ບາງຄົນຈະເຍາະເຍີ້ຍຖ້ອຍຄຳຂອງເພິ່ນ. ເພິ່ນຮູ້ວ່າ ບາງຄົນຈະປະຕິເສດເພິ່ນ. ແຕ່ເພິ່ນກໍຍັງຂຽນຕໍ່ໄປ.
ໃນການພິສູດຂອງເພິ່ນ, ສັດທາຂອງໂມໂຣໄນໄດ້ຮັບການຂັດເກົາ ແລະ ເສີມກຳລັງ. ມັນໄດ້ບໍລິສຸດຍິ່ງຂຶ້ນ. ຖ້ອຍຄຳຂອງເພິ່ນມີພະລັງຂອງຜູ້ທີ່ໄດ້ອົດທົນຢ່າງຊື່ສັດຈົນເຖິງທີ່ສຸດ. ເຮົາສາມາດຮູ້ສຶກເຖິງພະລັງນັ້ນ ເມື່ອເຮົາອ່ານປະຈັກພະຍານຂອງເພິ່ນ.
“ບັດນີ້ຂ້າພະເຈົ້າໂມໂຣໄນຂຽນເລື່ອງທີ່ຂ້າພະເຈົ້າເຫັນວ່າດີໄວ້ແດ່; ແລະ ຂ້າພະເຈົ້າຂຽນເຖິງຊາວເລມັນ, ພີ່ນ້ອງຂອງຂ້າພະເຈົ້າ; ແລະ ຂ້າພະເຈົ້າຢາກໃຫ້ພວກເຂົາຮູ້ວ່າ ຫລາຍກວ່າສີ່ຮ້ອຍຊາວປີຜ່ານໄປແລ້ວ ນັບແຕ່ໄດ້ຮັບເຄື່ອງໝາຍຂອງການສະເດັດມາຂອງພຣະຄຣິດ.
“ແລະ ຂ້າພະເຈົ້າຜະນຶກບັນທຶກນີ້ໄວ້, ຫລັງຈາກທີ່ຂ້າພະເຈົ້າໄດ້ເວົ້າກັບທ່ານຈັກສອງສາມຄຳເປັນການແນະນຳທ່ານ.
“ຈົ່ງເບິ່ງ, ຂ້າພະເຈົ້າຂໍແນະນຳທ່ານວ່າ ເມື່ອທ່ານອ່ານເລື່ອງເຫລົ່ານີ້ ຖ້າມັນເປັນຄວາມສະຫລຽວສະຫລາດຂອງພຣະເຈົ້າວ່າທ່ານຄວນອ່ານມັນ, ໃຫ້ທ່ານຈື່ຈຳໄວ້ວ່າ ພຣະຜູ້ເປັນເຈົ້າເມດຕາລູກຫລານມະນຸດຫລາຍພຽງໃດ, ຕັ້ງແຕ່ການສ້າງອາດາມລົງມາຈົນເຖິງເວລາທີ່ທ່ານໄດ້ຮັບເລື່ອງເຫລົ່ານີ້, ແລະ ໄຕ່ຕອງເລື່ອງນີ້ຢູ່ໃນໃຈທ່ານ.
“ແລະ ເມື່ອທ່ານໄດ້ຮັບເລື່ອງເຫລົ່ານີ້ແລ້ວ, ຂ້າພະເຈົ້າຂໍແນະນຳທ່ານໃຫ້ທູນຖາມພຣະເຈົ້າ, ພຣະບິດາຜູ້ສະຖິດນິລັນດອນໃນພຣະນາມຂອງພຣະຄຣິດ, ຖ້າຫາກເລື່ອງເຫລົ່ານີ້ບໍ່ຈິງ; ແລະ ຖ້າຫາກທ່ານທູນຖາມດ້ວຍໃຈຈິງ, ດ້ວຍເຈດຕະນາອັນແທ້ຈິງ, ໂດຍມີສັດທາໃນພຣະຄຣິດ, ພຣະອົງຈະສະແດງຄວາມຈິງຂອງເລື່ອງນີ້ໃຫ້ປະຈັກແກ່ທ່ານ, ໂດຍອຳນາດຂອງພຣະວິນຍານບໍລິສຸດ.
“ແລະ ໂດຍອຳນາດຂອງພຣະວິນຍານບໍລິສຸດ ທ່ານຈະຮູ້ຈັກຄວາມຈິງຂອງທຸກເລື່ອງ.”
ປະຈັກພະຍານຂອງໂມໂຣໄນໄດ້ຮັບການຂັດເກົາໃນຄວາມໂດດດ່ຽວ, ແຕ່ມັນສ່ອງແສງດ້ວຍຄວາມສະຫວ່າງທີ່ນຳພາຄົນທຸກລຸ້ນໃຫ້ສະແຫວງຫາພຣະບິດາຜູ້ສະຖິດຢູ່ໃນສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ.
ສາດສະດາໃນພຣະຄຳພີມໍມອນອີກຄົນໜຶ່ງ, ຢາໂຄບ, ໄດ້ຮັບການພິສູດ ແລະ ເສີມກຳລັງຕອນທີ່ຍັງເປັນເດັກນ້ອຍທີ່ປະສົບກັບຄວາມເຈັບປ່ວຍ ແລະ ຄວາມໂສກເສົ້າຫລາຍ. ແຕ່ພໍ່ຂອງເພິ່ນ, ລີໄຮ, ໄດ້ສິດສອນເພິ່ນວ່າ ພຣະເຈົ້າຈະອວຍພອນເພິ່ນຜ່ານທາງການທົດລອງຂອງເພິ່ນ.
“ແລະ ບັດນີ້ຢາໂຄບພໍ່ຂໍເວົ້າກັບລູກວ່າ: ລູກເປັນລູກຄົນທຳອິດຂອງພໍ່ໃນວັນແຫ່ງຄວາມທຸກຂອງພໍ່ຢູ່ໃນຖິ່ນແຫ້ງແລ້ງກັນດານ. ແລະ ຈົ່ງເບິ່ງ, ໃນໄວເດັກຂອງລູກ, ລູກໄດ້ຮັບຄວາມທຸກຍາກລຳບາກ ແລະ ຄວາມເສົ້າສະຫລົດໃຈມາຫລາຍ ເພາະຄວາມຫຍາບຄາຍຂອງພວກອ້າຍຂອງລູກ.
“ເຖິງຢ່າງໃດກໍຕາມຢາໂຄບລູກຄົນທຳອິດຂອງພໍ່ໃນຖິ່ນແຫ້ງແລ້ງກັນດານ, ລູກຍັງຮູ້ເຖິງຄວາມຍິ່ງໃຫຍ່ຂອງພຣະເຈົ້າ; ແລະ ພຣະອົງໄດ້ຕັ້ງຄວາມທຸກຂອງລູກໄວ້ເພື່ອຜົນປະໂຫຍດຂອງລູກ.
“ດັ່ງນັ້ນ, ຈິດວິນຍານຂອງລູກຈະໄດ້ຮັບພອນ, ແລະ ລູກຈະຢູ່ຢ່າງປອດໄພກັບນີໄຟອ້າຍຂອງລູກ, ແລະ ລູກຈະໃຊ້ວັນເວລາຂອງລູກໄປໃນການຮັບໃຊ້ພຣະເຈົ້າຂອງລູກ. ດັ່ງນັ້ນ, ພໍ່ຮູ້ວ່າ ລູກຖືກໄຖ່ແລ້ວ ເພາະຄວາມຊອບທຳຂອງພຣະຜູ້ໄຖ່ຂອງລູກ, ເພາະລູກເຫັນແລ້ວວ່າ ໃນຄວາມສົມບູນແຫ່ງເວລາ ພຣະອົງຈະສະເດັດມາ ເພື່ອນຳຄວາມລອດມາໃຫ້ມະນຸດ.”
ສາດສະດາໂຈເຊັບ ສະມິດ ໄດ້ປະສົບກັບການພິສູດ ແລະ ການເສີມກຳລັງຕອນທີ່ເພິ່ນຢູ່ໃນຄຸກລີເບີຕີ. ໃນຄວາມເລິກຂອງຄວາມເຈັບປວດໃຈຂອງເພິ່ນ, ສາດສະດາໂຈເຊັບໄດ້ຮ້ອງອອກມາວ່າ:
“ໂອ້ ພຣະອົງເຈົ້າ, ພຣະອົງຊົງປະທັບຢູ່ບ່ອນໃດ? …
“ອີກດົນປານໃດທີ່ພຣະຫັດຂອງພຣະອົງຈະຢັ້ງໄວ້?”
ພຣະຜູ້ເປັນເຈົ້າໄດ້ເຫັນໃນຄວາມທຸກທໍລະມານຂອງໂຈເຊັບ ຜົນກະທົບທີ່ຊຳລະຂອງຄວາມອົດທົນໄດ້ດີຂອງເພິ່ນ ເມື່ອພຣະອົງຕອບວ່າ:
“ລູກເອີຍ, ສັນຕິສຸກຈົ່ງມີແກ່ຈິດວິນຍານຂອງເຈົ້າ; ຄວາມຍາກລຳບາກຂອງເຈົ້າ ແລະ ຄວາມທຸກທໍລະມານຂອງເຈົ້າຈະເປັນຢູ່ພຽງຊົ່ວຄາວ;
“ແລະ ຈາກນັ້ນ, ຖ້າຫາກເຈົ້າອົດທົນມັນໄດ້ດີ, ພຣະເຈົ້າຈະຍົກເຈົ້າຂຶ້ນສູ່ເບື້ອງບົນ; ເຈົ້າຈະມີໄຊເໜືອສັດຕູທັງໝົດຂອງເຈົ້າ.”
ຕົວຢ່າງທີ່ຍິ່ງໃຫຍ່ທີ່ສຸດຂອງການພິສູດ ແລະ ການເສີມກຳລັງໄດ້ເກີດຂຶ້ນຜ່ານທາງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ພຣະອົງໄດ້ຮັບເອົາບາບຂອງໂລກໄວ້ກັບພຣະອົງ. ພຣະອົງໄດ້ທົນຕໍ່ຄວາມເຈັບປວດ ແລະ ຄວາມໂສກເສົ້າທີ່ເປັນຂອງເຮົາ. ພຣະອົງໄດ້ດື່ມຈາກຈອກທີ່ຂົມຂື່ນ. ພຣະອົງໄດ້ພິສູດວ່າຊື່ສັດໃນທຸກໆຂະນະ.
ເພາະການເສຍສະລະຊົດໃຊ້ຂອງພຣະອົງ, ພຣະເຢຊູຄຣິດຈຶ່ງສາມາດເສີມກຳລັງໃຫ້ເຮົາໃນຊ່ວງເວລາແຫ່ງການທົດລອງ. ພຣະອົງຮູ້ຈັກວິທີໃຫ້ຄວາມຊ່ວຍເຫລືອເຮົາ ເພາະພຣະອົງເຄີຍຮູ້ສຶກເຖິງຄວາມທ້າທາຍທັງໝົດທີ່ເຮົາຈະຮູ້ສຶກໃນຊ່ວງມະຕະ. “ແລະ ພຣະອົງຈະສະເດັດອອກໄປ, ທົນຕໍ່ຄວາມເຈັບປວດ … ເພື່ອຄຳເວົ້າຈະໄດ້ສຳເລັດຊຶ່ງໄດ້ກ່າວໄວ້ວ່າ ພຣະອົງຈະຮັບເອົາຄວາມເຈັບປວດ ແລະ ຄວາມປ່ວຍໄຂ້ຂອງຜູ້ຄົນຂອງພຣະອົງ.”
ເຮົາຮຽນຮູ້ວ່າ ຂະນະທີ່ຢູ່ໃນສວນເຄັດເຊມາເນ, ພຣະຜູ້ຊ່ວຍໃຫ້ລອດໄດ້ຂໍພຣະບິດາໃຫ້ການທົດລອງນີ້ເລື່ອນພົ້ນໄປຈາກພຣະອົງ—ແຕ່ແລ້ວພຣະອົງຍັງໄດ້ກ່າວວ່າ ຖ້າຫາກເປັນພຣະປະສົງຂອງພຣະບິດາແລ້ວ, ພຣະຜູ້ຊ່ວຍໃຫ້ລອດກໍຈະເຮັດມັນ. ອີກຄຳໜຶ່ງ, ພຣະຜູ້ຊ່ວຍໃຫ້ລອດໄດ້ມີແມ່ນແຕ່ຄວາມສົງໄສ ແລະ ຄວາມບໍ່ແນ່ນອນ, ແຕ່ພຣະອົງໄດ້ມີສັດທາໃນພຣະບິດາເທິງສະຫວັນຂອງພຣະອົງ.
ອ້າຍເອື້ອຍນ້ອງທັງຫລາຍເອີຍ, ການພິສູດ ແລະ ເສີມກຳລັງຂອງພວກທ່ານອາດບໍ່ຄືກັນກັບຂອງໂມໂຣໄນ ແລະ ຂອງຢາໂຄບ ຫລື ຂອງສາດສະດາ ໂຈເຊັບ ສະມິດ. ແຕ່ມັນຈະມາເຖິງ. ມັນຈະມາຢ່າງງຽບໆ, ຜ່ານການທົດລອງຂອງຊີວິດຄອບຄົວ. ມັນຈະມາເຖິງຜ່ານທາງຄວາມເຈັບປ່ວຍ ຫລື ຄວາມຜິດຫວັງ ຫລື ຄວາມທຸກໂສກ ຫລື ຄວາມໂດດດ່ຽວ.
ຂ້າພະເຈົ້າເປັນພະຍານວ່າ ຊ່ວງເວລາເຫລົ່ານີ້ບໍ່ແມ່ນຫລັກຖານວ່າ ພຣະຜູ້ເປັນເຈົ້າໄດ້ປະຖິ້ມທ່ານ. ແທນທີ່, ມັນເປັນຫລັກຖານວ່າ ພຣະອົງຮັກທ່ານພໍທີ່ຈະຂັດເກົາ ແລະ ເສີມກຳລັງໃຫ້ທ່ານ. ພຣະອົງກຳລັງເຮັດໃຫ້ທ່ານເຂັ້ມແຂງພໍທີ່ຈະແບກເອົານໍ້າໜັກຂອງຊີວິດນິລັນດອນ.
ຖ້າເຮົາຄົງຢູ່ຢ່າງຊື່ສັດໃນການຮັບໃຊ້ຂອງເຮົາ, ພຣະຜູ້ເປັນເຈົ້າຈະຂັດເກົາເຮົາ. ພຣະອົງຈະເສີມກຳລັງໃຫ້ເຮົາ. ແລະ ມື້ໜຶ່ງ ເຮົາຈະເບິ່ງຄືນຫລັງ ແລະ ເຫັນວ່າ ການທົດລອງເຫລົ່ານັ້ນເປັນຫລັກຖານເຖິງຄວາມຮັກຂອງພຣະອົງ. ເຮົາຈະເຫັນວ່າ ພຣະອົງກຳລັງປັ້ນເຮົາເພື່ອໃຫ້ເຮົາສາມາດຢືນກັບພຣະອົງໃນລັດສະໝີພາບ. ດັ່ງທີ່ອັກຄະສາວົກໂປໂລຂອງພຣະຜູ້ເປັນເຈົ້າໄດ້ກ່າວໄວ້ໃນວາລະສຸດທ້າຍຂອງຊີວິດເພິ່ນເອງວ່າ, “ເຮົາໄດ້ຕໍ່ສູ້ຢ່າງສຸດກຳລັງ ເຮົາໄດ້ແລ່ນແຂ່ງຂັນຈົນເຖິງທີ່ສຸດ ແລະ ເຮົາໄດ້ຮັກສາຄວາມເຊື່ອໄວ້ແລ້ວ.”
ຂ້າພະເຈົ້າເປັນພະຍານວ່າ ພຣະເຈົ້າຮູ້ຈັກທ່ານ. ພຣະອົງຮູ້ຈັກການທົດລອງທີ່ທ່ານປະເຊີນ. ພຣະອົງສະຖິດຢູ່ກັບທ່ານ. ພຣະອົງຈະບໍ່ປະຖິ້ມທ່ານ. ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດເປັນພຣະບຸດຂອງພຣະເຈົ້າ. ພຣະອົງເປັນກຳລັງຂອງເຮົາ, ພຣະຜູ້ໄຖ່ຂອງເຮົາ, ຄວາມຫວັງຂອງເຮົາ. ຖ້າເຮົາໄວ້ວາງໃຈພຣະອົງ, ພຣະອົງຈະເຮັດໃຫ້ພະລັງທາງວິນຍານຂອງເຮົາເທົ່າກັບທຸກໆການທົດລອງທີ່ເຮົາຖືກເອີ້ນໃຫ້ແບກຮັບ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.