ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເຂົາ​ຄື​ຜູ້​ຕັດ​ສິນ​ຕົວ​ເຂົາ​ເອງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


14:26

ເຂົາ​ຄື​ຜູ້​ຕັດ​ສິນ​ຕົວ​ເຂົາ​ເອງ

(ແອວ​ມາ 41:7)

ຖ້າ​ເຮົາ​ໄດ້​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ໄດ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ແລະ ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ, ແລ້ວ​ບ່ອນ​ພິ​ພາກ​ສາ​ກໍ​ຈະ​ເປັນ​ທີ່​ພໍ​ໃຈ.

ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ຈົບ​ລົງ​ດ້ວຍ​ຄຳ​ເຊື້ອ​ເຊີນ​ຈາກ​ໂມ​ໂຣ​ໄນ​ໃຫ້ “ມາ​ຫາ​ພຣະ​ຄຣິດ,” “ຖືກ​ເຮັດ​ໃຫ້​ດີ​ພ້ອມ​ໃນ​ພຣະ​ອົງ,” “ປະ​ຕິ​ເສດ [ເຮົາ​ເອງ] ຈາກ​ຄວາມ​ບໍ່​ເປັນ​ເໝືອນ​ດັ່ງ​ພຣະ​ເຈົ້າ​ທຸກ​ຢ່າງ,” ແລະ “ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ [ຂອງ​ເຮົາ].” ໜ້າ​ສົນ​ໃຈ​ທີ່, ປະ​ໂຫຍດ​ສຸດ​ທ້າຍ​ຂອງ​ຄຳ​ແນະ​ນຳ​ຂອງ​ເພິ່ນ​ແມ່ນ​ລວມ​ທັງ​ການ​ຟື້ນ​ຄືນ​ຊີ​ວິດ ແລະ ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ.

ພ​ຣະ​ອົງ​ໄດ້​ກ່າວ​ວ່າ, “ໃນ​ບໍ່​ຊ້າ​ນີ້​ຂ້າ​ພະ​ເຈົ້າ​ຈະ​ໄປ​ພັກ​ຢູ່​ໃນ​ທີ່​ສຸ​ຂະ​ເສີມ​ຂອງ​ພຣະ​ເຈົ້າ, ຈົນ​ກວ່າ​ວິນ​ຍານ ແລະ ຮ່າງ​ກາຍ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເຂົ້າ​ຮ່ວມ​ກັນ​ອີກ, ແລະ ຂ້າ​ພະ​ເຈົ້າ​ຈະ​ຖືກ​ນຳ​ອອກ​ມາ​ດ້ວຍ​ໄຊ​ຊະ​ນະ​ທາງ​ອາ​ກາດ, ເພື່ອ​ມາ​ພົບ​ທ່ານ​ຕໍ່​ໜ້າ​ບ່ອນ​ພິ​ພາກ​ສາ​ອັນ​ໜ້າ ພໍ​ພຣະ​ໄທ ຂອງ​ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່, ຜູ້​ພິ​ພາກ​ສາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ຂອງ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ.”

ຂ້າ​ພະ​ເຈົ້າ​ສົນ​ໃຈ​ກັບ​ການ​ໃຊ້​ຄຳ​ຂອງ​ໂມ​ໂຣ​ໄນ ທີ່​ວ່າ “ພໍ​ພຣະ​ໄທ” ເພື່ອ​ບັນ​ຍາຍ​ເຖິງ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ. ສາດ​ສະ​ດາ​ຄົນ​ອື່ນໆ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ກໍ​ໄດ້​ບັນ​ຍາຍ​ເຊັ່ນ​ດຽວ​ກັນ​ເຖິງ​ການ​ພິ​ພາກ​ສາ​ວ່າ​ເປັນ “ວັນ​ອັນ​ຮຸ່ງ​ເຮືອງ​ເຫລືອງ​ເຫລື້ອມ” ແລະ ເປັນ​ວັນ​ທີ່​ເຮົາ​ຄວນ “ຄອຍ​ຖ້າ​ດ້ວຍ​ຕາ​ແຫ່ງ​ສັດ​ທາ.” ແຕ່​ສ່ວນ​ຫລາຍ​ເມື່ອ​ເຮົາ​ຄອຍ​ຖ້າ​ວັນ​ແຫ່ງ​ການ​ພິ​ພາກ​ສາ, ຄຳ​ອະ​ທິ​ບາຍ​ຂອງ​ສາດ​ສະ​ດາ​ຈະ​ເກີດ​ຂຶ້ນ​ໃນ​ໃຈ, ເຊັ່ນ​ຄວາມ “ອັບ​ອາຍ ແລະ ຮູ້​ສຶກ​ຜິດ​ອັນ​ເປັນ​ຕາ​ຢ້ານ,” “ສະ​ທ້ານ​ຢ້ານ​ກົວ,” ແລະ “ຄວາມ​ທຸກ​ທໍ​ລະ​ມານ​ອັນ​ບໍ່​ມີ​ບ່ອນ​ສຸດ.”

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຄວາມ​ແຕກ​ຕ່າງ​ຢ່າງ​ຊັດ​ເຈນ​ໃນ​ພາ​ສາ​ນີ້ ບົ່ງ​ບອກ​ວ່າ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໄດ້​ເຮັດ​ໃຫ້​ໂມ​ໂຣ​ໄນ ແລະ ສາດ​ສະ​ດາ​ຄົນ​ອື່ນໆ​ຄອຍ​ຖ້າ​ວັນ​ທີ່​ຍິ່ງ​ໃຫຍ່​ນັ້ນ ດ້ວຍ​ຄວາມ​ກະ​ຕື​ລື​ລົ້ນ ແລະ ດ້ວຍ​ຄວາມ​ຫວັງ ແທນ​ທີ່​ຈະ​ຢ້ານ​ກົວ​ດັ່ງ​ທີ່​ພວກ​ເພິ່ນ​ເຕືອນ​ໄວ້​ສຳ​ລັບ​ຜູ້​ທີ່​ບໍ່​ໄດ້​ກຽມ​ພ້ອມ​ທາງ​ວິນ​ຍານ. ໂມ​ໂຣ​ໄນ​ເຂົ້າ​ໃຈ​ຫຍັງ​ແດ່​ທີ່​ທ່ານ ແລະ ຂ້າ​ພະ​ເຈົ້າ​ຕ້ອງ​ຮຽນ​ຮູ້?

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຂະ​ນະ​ທີ່​ພວກ​ເຮົາ​ພິ​ຈາ​ລະ​ນາ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ຄວາມ​ເມດ​ຕາ, ບົດ​ບາດ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ແຜນ​ຂອງ​ພຣະ​ບິ​ດາ, ແລະ ວິ​ທີ​ທີ່​ເຮົາ​ຈະ “ຮັບ​ຜິດ​ຊອບ​ຕໍ່​ບາບ [ຂອງ​ເຮົາ] ເອງ​ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ.”

ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ

ຈຸດ​ປະ​ສົງ​ຫລັກ​ຂອງ​ແຜນ​ຂອງ​ພຣະ​ບິ​ດາ​ແມ່ນ​ເພື່ອ​ໃຫ້​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ອົງ​ມີ​ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ຮ່າງ​ກາຍ​ທີ່​ເປັນ​ເນື້ອ​ໜັງ, ຮຽນ​ຮູ້ “ຄວາມ​ດີ​ຈາກ​ຄວາມ​ຊົ່ວ” ຜ່ານ​ທາງ​ປະ​ສົບ​ການ​ໃນ​ຊ່ວງ​ມະ​ຕະ, ເຕີບ​ໂຕ​ທາງ​ວິນ​ຍານ, ແລະ ກ້າວ​ໜ້າ​ຊົ່ວ​ນິ​ລັນ​ດອນ.

ສິ່ງ​ທີ່​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ​ອ້າງ​ເຖິງ​ວ່າ​ເປັນ “ອຳ​ເພີ​ໃຈ​ທາງ​ສິນ​ທຳ” ເປັນ​ຈຸດ​ໃຈ​ກາງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ ທີ່​ຈະ​ນຳ​ມາ​ສູ່​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ບຸດ ແລະ ທິ​ດາ​ຂອງ​ພຣະ​ອົງ. ຫລັກ​ທຳ​ທີ່​ຈຳ​ເປັນ​ນີ້​ຍັງ​ຖືກ​ບັນ​ຍາຍ​ຢູ່​ໃນ​ພຣະ​ຄຳ​ພີ ວ່າ​ເປັນ​ອຳ​ເພີ​ໃຈ ແລະ ອິດ​ສະ​ລະ​ພາບ​ທີ່​ຈະ​ເລືອກ ແລະ ກະ​ທຳ.

ຄຳ​ວ່າ “ອຳ​ເພີ​ໃຈ​ທາງ​ສິນ​ທຳ” ແມ່ນ​ຄຳ​ແນະ​ນຳ. ຄຳ​ສັບ​ຄ້າຍ​ຄື​ກັນ​ຂອງ​ຄຳ​ວ່າ “ສິນ​ທຳ” ແມ່ນ​ລວມ​ທັງ “ຄວາມ​ດີ,” “ຄວາມ​ສຸດ​ຈະ​ຫລິດ,” ແລະ “ຄຸນ​ນະ​ທຳ.” ຄຳ​ສັບ​ຄ້າຍ​ຄື​ກັນ​ຂອງ​ຄຳ​ວ່າ “ອຳ​ເພີ​ໃຈ” ແມ່ນ​ລວມ​ທັງ “ການ​ກະ​ທຳ,” “ກິດ​ຈະ​ກຳ,” ແລະ “ວຽກ​ງານ.” ດັ່ງ​ນັ້ນ, “ອຳ​ເພີ​ໃຈ​ທາງ​ສິນ​ທຳ” ຈຶ່ງ​ສາ​ມາດ​ເຂົ້າ​ໃຈ​ໄດ້​ວ່າ​ເປັນ​ຄວາມ​ສາ​ມາດ ແລະ ສິດ​ທິ​ພິ​ເສດ​ທີ່​ຈະ​ເລືອກ ແລະ ກະ​ທຳ​ເພື່ອ​ຕົວ​ເອງ ໃນ​ທາງ​ທີ່​ເປັນ​ຄວາມ​ດີ, ຄວາມ​ສຸດ​ຈະ​ຫລິດ, ຄຸນ​ນະ​ທຳ, ແລະ ຄວາມ​ຈິງ.

ການ​ນິ​ລະ​ມິດ​ສ້າງ​ຂອງ​ພຣະ​ເຈົ້າ​ແມ່ນ​ລວມ​ທັງ “ທຸກ​ສິ່ງ​ທີ່​ໄດ້​ກະ​ທຳ ແລະ ທຸກ​ສິ່ງ​ທີ່​ຈະ​ຖືກ​ກະ​ທຳ.” ແລະ ອຳ​ເພີ​ໃຈ​ທາງ​ສິນ​ທຳ​ແມ່ນ “ອຳ​ນາດ​ແຫ່ງ​ການ​ກະ​ທຳ​ທີ່​ເປັນ​ເອ​ກະ​ລາດ” ທີ່​ຖືກ​ອອກ​ແບບ​ຈາກ​ສະ​ຫວັນ ເພື່ອ​ໃຫ້​ອຳ​ນາດ​ແກ່​ເຮົາ​ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ເຈົ້າ ໃຫ້​ກາຍ​ເປັນ​ຕົວ​ແທນ ເພື່ອ​ປະ​ຕິ​ບັດ ແລະ ບໍ່​ແມ່ນ​ເປັນ​ພຽງ​ວັດ​ຖຸ​ທີ່​ຖືກ​ກະ​ທຳ.

ແຜ່ນ​ດິນ​ໂລກ​ຖືກ​ສ້າງ​ເພື່ອ​ເປັນ​ສະ​ຖານ​ທີ່ ຊຶ່ງ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຈະ​ໄດ້​ຮັບ​ການ​ພິ​ສູດ​ວ່າ ພວກ​ເຂົາ​ຈະ “ກະ​ທຳ ທຸກ​ສິ່ງ​ທັງ​ປວງ ສິ່ງ​ໃດ​ກໍ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ຈະ​ບັນ​ຊາ​ພວກ​ເຂົາ​ຫລື​ບໍ່.” ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ການ​ສ້າງ ແລະ ການ​ເປັນ​ຢູ່​ໃນ​ຊ່ວງ​ມະ​ຕະ​ຂອງ​ເຮົາ ແມ່ນ​ເພື່ອ​ເປີດ​ໂອ​ກາດ​ໃຫ້​ເຮົາ​ໄດ້​ກະ​ທຳ ແລະ ກາຍ​ເປັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເຊື້ອ​ເຊີນ​ໃຫ້​ເຮົາ​ກາຍ​ເປັນ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ເອ​ນົກ​ວ່າ:

“ຈົ່ງ​ເບິ່ງ ອ້າຍ​ເອື້ອຍ​ນ້ອງ​ເຫລົ່າ​ນີ້​ຂອງ​ເຈົ້າ; ພວກ​ເຂົາ​ເປັນ​ຝີ​ມື​ຈາກ​ມື​ຂອງ​ເຮົາ​ເອງ, ແລະ ເຮົາ​ໄດ້​ມອບ​ຄວາມ​ຮູ້​ຂອງ​ພວກ​ເຂົາ​ໃຫ້​ແກ່​ພວກ​ເຂົາ, ໃນ​ມື້​ທີ່​ເຮົາ​ໄດ້​ສ້າງ​ພວກ​ເຂົາ; ແລະ ໃນ​ສວນ​ເອ​ເດນ, ເຮົາ​ໄດ້​ມອບ​ອຳ​ເພີ​ໃຈ​ໃຫ້​ມະ​ນຸດ;

“ແລະ ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ເຮົາ​ໄດ້​ກ່າວ, ແລະ ໄດ້​ປະ​ທານ​ບັນ​ຍັດ​ໃຫ້, ວ່າ​ພວກ​ເຂົາ​ຈະ​ຮັກ​ກັນ​ແລະ​ກັນ, ແລະ ວ່າ ພວກ​ເຂົາ​ຄວນ​ເລືອກ​ເອົາ​ເຮົາ, ພຣະ​ບິດາ​ພວກ​ເຂົາ.”

ຈຸດ​ປະ​ສົງ​ພື້ນ​ຖານ​ສຳ​ລັບ​ການ​ໃຊ້​ອຳ​ເພີ​ໃຈ​ແມ່ນ​ໃຫ້​ຮັກ​ກັນ​ແລະ​ກັນ ແລະ ເລືອກ​ພຣະ​ເຈົ້າ. ແລະ ຈຸດ​ປະ​ສົງ​ທັງ​ສອງ​ຢ່າງ​ນີ້​ສອດ​ຄ່ອງ​ກັບ​ພຣະ​ບັນ​ຍັດ​ຂໍ້​ທຳ​ອິດ ແລະ ທີ​ສອງ ວ່າ​ໃຫ້​ຮັກ​ພຣະ​ເຈົ້າ​ດ້ວຍ​ສຸດ​ໃຈ, ຈິດ​ວິນ​ຍານ, ແລະ ຄວາມ​ຄິດ​ຂອງ​ເຮົາ, ແລະ ໃຫ້​ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ​ເໝືອນ​ຮັກ​ຕົນ​ເອງ.

ໃຫ້​ພິ​ຈາ​ລະ​ນາ​ວ່າ​ເຮົາ​ໄດ້​ຮັບ​ບັນ​ຊາ—ບໍ່​ແມ່ນ​ແຕ່​ການ​ຕັກ​ເຕືອນ ຫລື ແນະ​ນຳ ແຕ່​ໄດ້​ຮັບ​ບັນ​ຊາ—ໃຫ້​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ​ເພື່ອ​ຮັກ​ກັນ​ແລະ​ກັນ ແລະ ເລືອກ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ວ່າ ໃນ​ພຣະ​ຄຳ​ພີ, ຄຳ​ວ່າ “ສິນ​ທຳ” ທີ່​ຂະ​ຫຍາຍ​ຄວາມ ບໍ່​ໄດ້​ເປັນ​ພຽງ​ແຕ່​ຄຳ​ຄຸນ​ນາມ​ເທົ່າ​ນັ້ນ ແຕ່​ອາດ​ເປັນ​ພຣະ​ບັນ​ຊາ​ຈາກ​ພຣະ​ເຈົ້າ​ກ່ຽວ​ກັບ​ວິ​ທີ​ທີ່​ເຮົາ​ຄວນ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ​ນຳ​ອີກ.

ເພງ​ສວດ​ທີ່​ຄຸ້ນ​ເຄີຍ​ເພງ​ໜຶ່ງ​ຖືກ​ຕັ້ງ​ຊື່​ໃຫ້​ວ່າ “ເລືອກ​ສິ່ງ​ຖືກ​ຕ້ອງ” ເພາະ​ເຫດ​ຜົນ​ບາງ​ຢ່າງ. ເຮົາ​ບໍ່​ໄດ້​ຮັບ​ພອນ​ດ້ວຍ​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ເພື່ອ​ໃຫ້​ເຮັດ​ອັນ​ໃດ​ກໍ​ໄດ້​ຕາມ​ໃຈ​ຊອບ ເມື່ອ​ໃດ​ກໍ​ໄດ້. ແທນ​ທີ່, ອີງ​ຕາມ​ແຜນ​ຂອງ​ພຣະ​ບິ​ດາ, ເຮົາ​ໄດ້​ຮັບ​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ເພື່ອ​ໃຫ້​ສະ​ແຫວງ​ຫາ ແລະ ປະ​ຕິ​ບັດ​ຕາມ​ຄວາມ​ຈິງ​ນິ​ລັນ​ດອນ. ໃນ​ຖາ​ນະ “ເປັນ​ຕົວ​ແທນ [ຂອງ​ຕົວ​ເຮົາ​ເອງ],” ເຮົາ​ຄວນ​ມີ​ສ່ວນ​ຮ່ວມ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ, “ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ [ຂອງ​ເຮົາ​ເອງ], ແລະ ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ.”

ຄວາມ​ສຳ​ຄັນ​ນິ​ລັນ​ດອນ​ຂອງ​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ແມ່ນ​ເນັ້ນ​ໃສ່​ເລື່ອງ​ລາວ​ພຣະ​ຄຳ​ພີ​ກ່ຽວ​ກັບ​ສະ​ພາ​ກ່ອນ​ເກີດ. ລູ​ຊິ​ເຟີ​ໄດ້​ກະ​ບົດ​ຕໍ່​ແຜນ​ຂອງ​ພຣະ​ບິ​ດາ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ ແລະ ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ອຳ​ນາດ​ແຫ່ງ​ການ​ກະ​ທຳ​ທີ່​ເປັນ​ເອ​ກະ​ລາດ. ທີ່​ສຳ​ຄັນ, ການ​ຕໍ່​ສູ້​ຂອງ​ມານ​ຮ້າຍ​ໄດ້​ສຸມ​ໃສ່​ຫລັກ​ທຳ​ແຫ່ງ​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ໂດຍ​ກົງ.

ພຣະ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ, “ດັ່ງ​ນັ້ນ, ເພາະ​ວ່າ​ຊາ​ຕານ​ໄດ້​ກະ​ບົດ​ຕໍ່​ເຮົາ, ແລະ ໄດ້​ສະ​ແຫວງ​ຫາ​ທີ່​ຈະ​ທຳ​ລາຍ​ອຳ​ເພີ​ໃຈ​ຂອງ​ມະ​ນຸດ, … ເຮົາ​ຈຶ່ງ​ໄດ້​ເຮັດ​ໃຫ້​ມັນ​ຖືກ​ໂຍນ​ລົງ​ໄປ.”

ແຜນ​ການ​ທີ່​ເຫັນ​ແກ່​ຕົວ​ຂອງ​ຜູ້​ປໍ​ລະ​ປັກ​ແມ່ນ​ເພື່ອ​ຖອດ​ຄວາມ​ສາ​ມາດ​ໃນ​ການ​ກາຍ​ເປັນ “​ຕົວ​ແທນ​ຂອງ​ຕົນ​ເອງ” ໄປ​ຈາກ​ລູກໆ​ຂອງ​ພຣະ​ເຈົ້າ ຜູ້​ທີ່​ສາ​ມາດ​ກະ​ທຳ​ໃນ​ຄວາມ​ຊອບ​ທຳ. ຈຸດ​ປະ​ສົງ​ຂອງ​ມັນ​ຄື​ການມອບ​ໝາຍ​ໃຫ້​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເປັນ​ພຽງ​ວັດ​ຖຸ​ທີ່​ຖືກ​ກະ​ທຳ​ເທົ່າ​ນັ້ນ.

ການ​ເຮັດ ແລະ ການ​ກາຍ​ເປັນ

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ເນັ້ນ​ໜັກ​ວ່າ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ເຊື້ອ​ເຊີນ​ເຮົາ​ໃຫ້ ຮູ້ ບາງ​ສິ່ງ ແລະ ກາຍ​ເປັນ ບາງ​ສິ່ງ ຜ່ານ​ທາງ​ການ​ໃຊ້​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ຢ່າງ​ຊອບ​ທຳ. ເພິ່ນ​ໄດ້​ກ່າວ​ວ່າ:

“ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ສະ​ໄໝ​ໃໝ່​ຫລາຍ​ເຫລັ້ມ​ກ່າວ​ເຖິງ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ ຊຶ່ງ​ທຸກ​ຄົນ​ຈະ​ໄດ້​ຮັບ​ລາງ​ວັນ​ຕາມ​ການ​ກະ​ທຳ ຫລື ວຽກ​ງານ ຫລື ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຂົາ. ແຕ່​ພຣະ​ຄຳ​ພີ​ອື່ນໆ​ຂະ​ຫຍາຍ​ຄວາມ​ເລື່ອງ​ນີ້ ໂດຍ​ອ້າງ​ເຖິງ​ການ​ທີ່​ເຮົາ​ຖືກ​ພິ​ພາກ​ສາ​ໂດຍ ສະ​ພາບ ທີ່​ເຮົາ​ໄດ້​ບັນ​ລຸ.

“ສາດ​ສະ​ດາ​ນີ​ໄຟ​ບັນ​ຍາຍ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ​ໃນ​ແງ່​ຂອງ​ສິ່ງ​ທີ່​ເຮົາ ໄດ້​ກາຍ​ເປັນ: ‘ແລະ ຖ້າ​ຫາກ​ການ​ກະ​ທຳ​ຂອງ​ພວກ​ເຂົາ​ສົກ​ກະ​ປົກ ພວກ​ເຂົາ​ຍ່ອມ ເປັນ ຄົນ​ສົກ​ກະ​ປົກ; ແລະ ຖ້າ​ຫາກ​ພວກ​ເຂົາ ເປັນ ຄົນ​ສົກ​ກະ​ປົກ​ກໍ​ຕ້ອງ​ຈຳ​ເປັນ​ວ່າ​ຈະ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້’ [1 ນີ​ໄຟ 15:33; ເນັ້ນ​ຄຳ​ເນີ້ງ]. ໂມ​ໂຣ​ໄນ​ປະ​ກາດ​ວ່າ, ‘ຄົນ ທີ່ ສົກ​ກະ​ປົກ​ຈະ​ຄົງ​ສົກ​ກະ​ປົກ​ຢູ່​ຄື​ເກົ່າ; ແລະ ຄົນ ທີ່ ຊອບ​ທຳ​ຈະ​ຄົງ​ຊອບ​ທຳ​ຢູ່​ຄື​ເກົ່າ’ [ມໍ​ມອນ 9:14; ເນັ້ນ​ຄຳ​ເນີ້ງ].”

ປະ​ທານ​ໂອກສ໌​ໄດ້​ກ່າວ​ຕໍ່​ໄປ​ວ່າ: “ຈາກ​ຄຳ​ສອນ​ເຫລົ່າ​ນັ້ນ ເຮົາ​ສະ​ຫລຸບ​ໄດ້​ວ່າ ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ ບໍ່​ແມ່ນ​ພຽງ​ແຕ່​ການ​ປະ​ເມີນ​ການ​ກະ​ທຳ​ທີ່​ດີ ແລະ ຊົ່ວ​ທັງ​ໝົດ—ຄື​ສິ່ງ​ທີ່​ເຮົາ​ໄດ້ ເຮັດ. ມັນ​ເປັນ​ການ​ຮັບ​ຮູ້​ເຖິງ​ຜົນ​ສະ​ທ້ອນ​ສຸດ​ທ້າຍ​ຂອງ​ການ​ກະ​ທຳ ແລະ ຄວາມ​ຄິດ—ສິ່ງ​ທີ່​ເຮົາ​ໄດ້ ກາຍ​ເປັນ.”

ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ວຽກ​ງານ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ຢ່າງ​ດຽວ​ບໍ່​ໄດ້ ແລະ ບໍ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ລອດ​ໄດ້. “ຫລັງ​ຈາກ​ພວກ​ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ,” ພວກ​ເຮົາ​ຈະ​ຄືນ​ດີ​ກັບ​ພຣະ​ເຈົ້າ ພຽງ​ແຕ່​ຜ່ານ​ທາງ​ຄວາມ​ເມດ​ຕາ ແລະ ພຣະ​ຄຸນ​ທີ່​ມີ​ໃຫ້​ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ອັນ​ເປັນ​ນິດ ແລະ ນິ​ລັນ​ດອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເທົ່າ​ນັ້ນ.

ແອວ​ມາ​ໄດ້​ປະ​ກາດ​ວ່າ, “ເລີ່ມ​ເຊື່ອ​ຖື​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ວ່າ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ວ່າ​ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ສິ້ນ​ພຣະ​ຊົນ​ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ພວກ​ເຂົາ, ແລະ ວ່າ​ພຣະ​ອົງ​ຈະ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ອີກ, ຊຶ່ງ​ຈະ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ, ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ເພື່ອ​ຮັບ​ການ​ພິ​ພາກ​ສາ​ໃນ​ມື້​ສຸດ​ທ້າຍ ແລະ ເປັນ​ມື້​ພິ​ພາກ​ສາ, ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.”

“ພວກ​ເຮົາ​ເຊື່ອ​ວ່າ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ, ມະ​ນຸດ​ຊາດ​ທັງ​ປວງ​ຈະ​ລອດ​ໄດ້ ໂດຍ​ການ​ປະ​ຕິ​ບັດ​ຕາມ​ກົດ ແລະ ພິ​ທີ​ການ​ແຫ່ງ​ພຣະ​ກິດ​ຕິ​ຄຸນ.” ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ພຽງ​ໃດ​ທີ່​ບາບ ແລະ ການ​ກະ​ທຳ​ຊົ່ວ​ຂອງ​ເຮົາ​ຈະ​ບໍ່​ຢືນ​ເປັນ​ປະ​ຈັກ​ພະ​ຍານ​ຕ້ານ​ເຮົາ ຖ້າ​ຫາກ​ເຮົາ “ເກີດ​ໃໝ່,” ແທ້ໆ ໃຊ້​ສັດ​ທາ​ໃນ​ພຣະ​ຜູ້​ໄຖ່, ກັບ​ໃຈ​ດ້ວຍ “ໃຈ​ຈິງ” ແລະ “ເຈດ​ຕະ​ນາ​ອັນ​ແທ້​ຈິງ,” ແລະ “ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.”

ຄວາມ​ຢຳ​ເກງ​ພຣະ​ເຈົ້າ

ພວກ​ເຮົາ​ຫລາຍ​ຄົນ​ອາດ​ຈະ​ຄາດ​ຫວັງ​ວ່າ ການ​ປະ​ກົດ​ຕົວ​ຢູ່​ບ່ອນ​ພິ​ພາກ​ສາ​ຂອງ​ຜູ້​ພິ​ພາກ​ສາ​ຜູ້​ສະ​ຖິດ​ນິ​ລັນ​ດອນ ຈະ​ຄ້າຍ​ຄື​ກັນ​ກັບ​ການ​ດຳ​ເນີນ​ຄະ​ດີ​ຢູ່​ໃນ​ສານ​ໂລກ. ຜູ້​ພິ​ພາກ​ສາ​ຈະ​ເປັນ​ປະ​ທານ. ຫລັກ​ຖານ​ຈະ​ຖືກ​ນຳ​ສະ​ເໜີ. ຄຳ​ຕັດ​ສິນ​ຈະ​ຖືກ​ສະ​ແດງ. ແລະ ເຮົາ​ອາດ​ຈະ​ບໍ່​ແນ່​ນອນ​ໃຈ ແລະ ຢ້ານ​ກົວ​ຈົນ​ກວ່າ​ເຮົາ​ໄດ້​ຍິນ​ຜົນ​ຮັບ​ໃນ​ທີ່​ສຸດ. ແຕ່​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ລັກ​ສະ​ນະ​ເຊັ່ນ​ນີ້​ບໍ່​ຖືກ​ຕ້ອງ.

ແຕກ​ຕ່າງ​ຈາກ​ນັ້ນ ແຕ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຢ້ານ​ກົວ​ຂອງ​ມະ​ນຸດ ເຮົາ​ມັກ​ຈະ​ປະ​ສົບ​ກັບ​ສິ່ງ​ທີ່​ພຣະ​ຄຳ​ພີ​ບັນ​ຍາຍ​ວ່າ​ເປັນ “ຄວາມ​ຢຳ​ເກງ​ພຣະ​ເຈົ້າ” ຫລື “ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ.” ຕ່າງ​ຈາກ​ຄວາມ​ຢ້ານ​ກົວ​ທາງ​ໂລກ​ທີ່​ເຮັດ​ໃຫ້​ເຮົາ​ຕົກ​ໃຈ ແລະ ກະ​ວົນ​ກະ​ວາຍ​ໃຈ, ຄວາມ​ຢຳ​ເກງ​ພຣະ​ເຈົ້າ​ແມ່ນ​ແຫລ່ງ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ສະ​ຫງົບ, ອຸ່ນ​ໃຈ, ແລະ ໝັ້ນ​ໃຈ.

ຄວາມ​ຢຳ​ເກງ​ທີ່​ຊອບ​ທຳ​ແມ່ນ​ລວມ​ທັງ​ຄວາມ​ຮູ້​ສຶກ​ຊາບ​ຊຶ້ງ​ໃນ​ຄວາມ​ຄາ​ລະ​ວະ ແລະ ຄວາມ​ຢຳ​ເກງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ຕັ້ງ​ໃຈ​ລໍ​ຄອຍ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ ແລະ ຄວາມ​ເປັນ​ທຳ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ. ຄວາມ​ຢຳ​ເກງ​ພຣະ​ເຈົ້າ​ເກີດ​ຂຶ້ນ​ຈາກ​ຄວາມ​ເຂົ້າ​ໃຈ​ທີ່​ຖືກ​ຕ້ອງ​ກ່ຽວ​ກັບ​ລັກ​ສະ​ນະ​ອັນ​ສູງ​ສົ່ງ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ໄຖ່, ຄວາມ​ເຕັມ​ໃຈ​ທີ່​ຈະ​ຍອມ​ຮັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ, ແລະ ຄວາມ​ຮູ້​ທີ່​ຊາຍ ແລະ ຍິງ​ທຸກ​ຄົນ​ຈະ​ຮັບ​ຜິດ​ຊອບ​ຕໍ່​ຄວາມ​ປາດ​ຖະ​ໜາ, ຄວາມ​ຄິດ, ແລະ ການ​ກະ​ທຳ​ຂອງ​ຕົນ​ເອງ ໃນ​ວັນ​ແຫ່ງ​ການ​ພິ​ພາກ​ສາ.

ຄວາມ​ຢຳ​ເກງ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ແມ່ນ​ຄວາມ​ຢ້ານ​ກົວ​ທີ່​ລັງ​ເລ​ໃຈ​ກ່ຽວ​ກັບ​ການ​ເຂົ້າ​ເຝົ້າ​ພຣະ​ອົງ ເພື່ອ​ຮັບ​ການ​ພິ​ພາກ​ສາ. ແທນ​ທີ່, ມັນ​ເປັນ​ການ​ຄາດ​ຫວັງ​ໃນ​ທ້າຍ​ທີ່​ສຸດ ທີ່​ຈະ​ຍອມ​ຮັບ​ກ່ຽວ​ກັບ​ຕົວ​ເອງ​ໃນ​ສິ່ງ​ຕ່າງໆ “ຕາມ​ທີ່​ເປັນ​ຈິງ” ແລະ “ຕາມ​ທີ່​ມັນ​ຈະ​ເປັນ.”

ທຸກ​ຄົນ​ທີ່​ເຄີຍ​ມີ​ຊີ​ວິດ, ກຳ​ລັງ​ມີ​ຊີ​ວິດ​ຢູ່​ຕອນ​ນີ້, ແລະ ຍັງ​ບໍ່​ໄດ້​ມາ​ສູ່​ໂລກ​ເທື່ອ “ຈະ​ຖືກ​ນຳ​ໄປ​ຢືນ​ຢູ່​ຕໍ່​ໜ້າ​ບ່ອນ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັບ​ການ​ພິ​ພາກ​ສາ​ຈາກ​ພຣະ​ອົງ​ຕາມ​ວຽກ​ງານ [ຂອງ​ເຂົາ] ບໍ່​ວ່າ​ເຂົາ​ຈະ​ດີ ຫລື ຈະ​ຊົ່ວ.”

ຖ້າ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ເປັນ​ເພື່ອ​ຄວາມ​ຊອບ​ທຳ ແລະ ວຽກ​ງານ​ຂອງ​ເຮົາ​ດີ—ໝາຍ​ຄວາມ​ວ່າ​ເຮົາ​ໄດ້​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ໄດ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ແລະ ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຮົາ—ແລ້ວ​ບ່ອນ​ພິ​ພາກ​ສາ​ກໍ​ຈະ​ເປັນ​ທີ່​ພໍ​ໃຈ. ດັ່ງ​ທີ່​ເອ​ໂນດ​ໄດ້​ປະ​ກາດ, ເຮົາ​ຈະ “ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ [ພຣະ​ຜູ້​ໄຖ່]; ເພາະ​ໃນ​ເວ​ລາ​ນັ້ນ [ເຮົາ] ຈະ​ເຫັນ​ພຣະ​ພັກ​ຂອງ​ພຣະ​ອົງ​ດ້ວຍ​ຄວາມ​ສຸກ​ໃຈ.” ແລະ ໃນ​ມື້​ສຸດ​ທ້າຍ ເຮົາ​ຈະ “ໄດ້​ຮັບ​ລາງ​ວັນ​ອັນ​ໄປ​ສູ່​ຄວາມ​ຊອບ​ທຳ.”

ໃນ​ທາງ​ກົງ​ກັນ​ຂ້າມ, ຖ້າ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ​ເປັນ​ຄວາມ​ຊົ່ວ ແລະ ວຽກ​ງານ​ຂອງ​ເຮົາ​ຊົ່ວ​ຮ້າຍ, ແລ້ວ​ບ່ອນ​ພິ​ພາກ​ສາ​ກໍ​ຈະ​ເປັນ​ເຫດ​ແຫ່ງ​ຄວາມ​ຫວາດ​ກົວ. ເຮົາ​ຈະ​ມີ “ຄວາມ​ຮູ້​ອັນ​ສົມ​ບູນ,” ມີ “ການ​ຈື່​ຈຳ … ຢ່າງ​ແຈ່ມ​ແຈ້ງ,” ແລະ “ຮູ້​ສຶກ​ໃນ​ຄວາມ​ຜິດ [ຂອງ​ເຮົາ] ເອງ.” “ພວກ​ເຮົາ​ຄົງ​ຈະ​ຊື່ນ​ຊົມ​ຖ້າ​ຫາກ​ພວກ​ເຮົາ​ສາ​ມາດ​ສັ່ງ​ຫີນ ແລະ ພູ​ເຂົາ​ໃຫ້​ຕົກ​ລົງ​ມາ​ໃສ່​ພວກ​ເຮົາ ເພື່ອ​ເຊື່ອງ​ພວກ​ເຮົາ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.” ແລະ ໃນ​ມື້​ສຸດ​ທ້າຍ ເຮົາ​ຈະ “ໄດ້​ຮັບ​ລາງ​ວັນ [ຂອງ​ເຮົາ] ທີ່​ເປັນ​ຄວາມ​ຊົ່ວ.”

ໃນ​ທີ່​ສຸດ, ແລ້ວ, ເຮົາ​ຄື​ຜູ້​ຕັດ​ສິນ​ຕົວ​ເຮົາ​ເອງ. ບໍ່​ມີ​ໃຜ​ຈະ​ຕ້ອງ​ບອກ​ເຮົາ​ວ່າ​ຈະ​ໄປ​ໃສ. ໃນ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ຈະ​ຮັບ​ຮູ້​ສິ່ງ​ທີ່​ເຮົາ​ໄດ້​ເລືອກ​ເພື່ອ​ກາຍ​ເປັນ​ໃນ​ຊ່ວງ​ມະ​ຕະ ແລະ ຮູ້​ດ້ວຍ​ຕົວ​ເອງ ບ່ອນ​ທີ່​ເຮົາ​ຄວນ​ຢູ່​ໃນ​ນິ​ລັນ​ດອນ.

ຄຳ​ສັນ​ຍາ ແລະ ປະ​ຈັກ​ພະ​ຍານ

ການ​ເຂົ້າ​ໃຈ​ວ່າ​ການ​ພິ​ພາກ​ສາ​ຄັ້ງ​ສຸດ​ທ້າຍ​ສາ​ມາດ ເປັນ​ທີ່​ພໍ​ໃຈ ບໍ່​ແມ່ນ​ເປັນ​ພອນ​ທີ່​ສະ​ຫງວນ​ໄວ້​ສຳ​ລັບ​ໂມ​ໂຣ​ໄນ​ເທົ່າ​ນັ້ນ.

ແອວ​ມາ​ໄດ້​ບັນ​ຍາຍ​ພອນ​ທີ່​ໄດ້​ສັນ​ຍາ​ໄວ້​ໃຫ້​ແກ່​ສາ​ນຸ​ສິດ​ທີ່​ອຸ​ທິດ​ຕົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພິ່ນ​ໄດ້​ກ່າວ​ວ່າ:

“ຄວາມ​ໝາຍ​ຂອງ​ຄຳ​ວ່າ​ການ​ນຳ​ກັບ​ຄືນ​ມາ​ນັ້ນ​ຄື​ການ​ນຳ​ເອົາ​ຄວາມ​ຊົ່ວ​ກັບ​ມາ​ຫາ​ຄວາມ​ຊົ່ວ, ຫລື ກາມ​ມະ​ລົມ​ມາ​ຫາ​ກາມ​ມະ​ລົມ, ຫລື ຄວາມ​ຕ່ຳ​ຊ້າ​ມາ​ຫາ​ຄວາມ​ຕ່ຳ​ຊ້າ—ຄວາມ​ດີ​ມາ​ຫາ​ສິ່ງ​ທີ່​ດີ; ຄວາມ​ຊອບ​ທຳ​ມາ​ຫາ​ສິ່ງ​ທີ່​ຊອບ​ທຳ; ຄວາມ​ທ່ຽງ​ທຳ​ມາ​ຫາ​ສິ່ງ​ທີ່​ທ່ຽງ​ທຳ; ຄວາມ​ເມດ​ຕາ​ມາ​ຫາ​ສິ່ງ​ທີ່​ມີ​ຄວາມ​ເມດ​ຕາ.

“… ປະ​ຕິ​ບັດ​ໂດຍ​ທ່ຽງ​ທຳ, ຕັດ​ສິນ​ໂດຍ​ຊອບ​ທຳ, ແລະ ກະ​ທຳ​ຄວາມ​ດີ​ຕະ​ຫລອດ​ເວ​ລາ; ແລະ ຖ້າ​ຫາກ​ລູກ​ເຮັດ​ສິ່ງ​ທັງ​ໝົດ​ນີ້ ແລ້ວ​ລູກ​ຈະ​ໄດ້​ຮັບ​ລາງ​ວັນ​ຂອງ​ລູກ; ແທ້​ຈິງ​ແລ້ວ, ຄວາມ​ເມດ​ຕາ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ; ຄວາມ​ຍຸດ​ຕິ​ທຳ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ; ການ​ພິ​ພາກ​ສາ​ອັນ​ຊອບ​ທຳ​ຈະ​ກັບ​ຄືນ​ມາ​ຫາ​ລູກ​ອີກ; ແລະ ລູກ​ຈະ​ມີ​ຄວາມ​ດີ​ເປັນ​ລາງ​ວັນ​ແກ່​ລູກ​ອີກ.”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ດ້ວຍ​ຄວາມ​ສຸກ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ພຣະ​ຊົນ​ຂອງ​ເຮົາ. ຄຳ​ສັນ​ຍາ​ຂອງ​ແອວ​ມາ​ເປັນ​ຄວາມ​ຈິງ ແລະ ກ່ຽວ​ຂ້ອງ​ກັບ​ທ່ານ ແລະ ຂ້າ​ພະ​ເຈົ້າ—ໃນ​ມື້​ນີ້, ມື້​ອື່ນ, ແລະ ຊົ່ວ​ນິ​ລັນ​ດອນ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.