ກອງປະຊຸມໃຫຍ່ສາມັນ ເດືອນຕຸລາ 2025 ວັນເສົາພາກເຊົ້າ ວັນເສົາພາກເຊົ້າວັນເສົາພາກເຊົ້າຂອງກອງປະຊຸມໃຫຍ່ສາມັນ ປະຈຳເຄິ່ງປີ ຄັ້ງທີ 195 ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຊຶ່ງຈັດຂຶ້ນໃນວັນທີ 4–5 ເດືອນຕຸລາ, 2025. ດາລິນ ເອັຈ ໂອກສ໌ຄຳນຳປະທານໂອກສ໌ແນະນຳກອງປະຊຸມໃຫຍ່ສາມັນນີ້, ຊຶ່ງເກີດຂຶ້ນບໍ່ດົນຫລັງຈາກການຈາກໄປຂອງປະທານຣະໂຊ ເອັມ ແນວສັນ ແລະ ສະນັ້ນຈຶ່ງເປັນເລື່ອງຜິດປົກກະຕິ ແຕ່ກໍຈະດຳເນີນຕາມທີ່ໄດ້ວາງແຜນໄວ້. ເຮັນຣີ ບີ ໄອຣິງການສະໜັບສະໜູນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ສາວົກເຈັດສິບປະຈຳເຂດ, ແລະ ເຈົ້າໜ້າທີ່ສາມັນແອວເດີ ໄອຣິງ ສະເໜີເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ສາວົກເຈັດສິບປະຈຳເຂດ, ແລະ ເຈົ້າໜ້າທີ່ສາມັນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເພື່ອການສະໜັບສະໜູນ. ແກຣີ ອີ ສະຕີບເວັນສັນຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກແອວເດີ ສະຕີບເວັນສັນ ສິດສອນເຮົາໃຫ້ເຮັດຕາມຄຳຕັກເຕືອນຂອງພຣະຜູ້ຊ່ວຍໃຫ້ລອດ ໃນການເປັນຜູ້ສ້າງຄວາມສະຫງົບສຸກ—ໃນຈິດໃຈ, ໃນບ້ານ, ແລະ ໃນຊຸມຊົນຂອງເຮົາ. ທະເຣຊີ ວາຍ ບຣາວນິງປັບຫົວໃຈຂອງທ່ານຫາພຣະເຢຊູຄຣິດ: ຂອງປະທານອັນສັກສິດຂອງດົນຕີປະຖົມໄວຊິດສະເຕີ ບຣາວນິງ ສິດສອນວ່າເພງສາມາດເປັນພະຍານເຖິງພຣະຜູ້ຊ່ວຍໃຫ້ລອດ ແລະ ສິດສອນກ່ຽວກັບຄວາມຈິງຂອງພຣະກິດຕິຄຸນທີ່ສຳຄັນ ຊຶ່ງສາມາດຢູ່ກັບເຮົາໄປຕະຫລອດຊີວິດ. ຣອນໂນ ເອັມ ບາເຊໂຢສ໌ພຣະຜູ້ເປັນເຈົ້າເບິ່ງພາຍໃນຈິດໃຈແອວເດີ ບາເຊໂຢສ໌ ເຊື້ອເຊີນເຮົາໃຫ້ມອບຫົວໃຈຂອງເຮົາໃຫ້ກັບພຣະຜູ້ເປັນເຈົ້າໂດຍການມຸ່ງໝັ້ນທີ່ຈະຕິດຕາມພຣະອົງດ້ວຍຄວາມຕັ້ງໃຈຫລາຍຂຶ້ນ. ບຣິກ ວີ ອາຍເຣີຮູ້ວ່າທ່ານເປັນໃຜແທ້ໆແອວເດີ ອາຍເຣີ ແບ່ງປັນສອງວິທີເພື່ອໃຫ້ເຂົ້າໃຈຫລາຍຂຶ້ນກ່ຽວກັບວ່າ ການເປັນລູກຂອງພຣະເຈົ້າ ໝາຍຄວາມວ່າແນວໃດ? ແຄວລີ ອາ ຈອນສັນຈົ່ງຄືນດີກັບພຣະເຈົ້າແອວເດີ ຈອນສັນເຊື້ອເຊີນເຮົາໃຫ້ຄືນດີກັບພຣະເຈົ້າຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ. ດີເດີ ແອັຟ ອຸກດອບຈົ່ງເຮັດພາກສ່ວນຂອງທ່ານດ້ວຍສຸດໃຈຂອງທ່ານແອວເດີ ອຸກດອບ ສິດສອນວ່າເຮົາຄວນພະຍາຍາມເຮັດວຽກງານເພື່ອພັດທະນາຂອງປະທານທີ່ພຣະເຈົ້າມອບໃຫ້ແກ່ເຮົາ ເພື່ອວ່າຂອງປະທານເຫລົ່ານັ້ນຈະສາມາດເປັນພອນໃຫ້ແກ່ເຮົາ ແລະ ຄົນອື່ນ. ວັນເສົາພາກບ່າຍ ວັນເສົາພາກບ່າຍວັນເສົາພາກບ່າຍຂອງກອງປະຊຸມໃຫຍ່ສາມັນ ປະຈຳເຄິ່ງປີ ຄັ້ງທີ 195 ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຊຶ່ງຈັດຂຶ້ນໃນວັນທີ 4–5 ເດືອນຕຸລາ, 2025. ຣອນໂນ ເອ ແຣັສ໌ແບນການປະກາດກ່ຽວກັບຄອບຄົວ—ພຣະຄຳຈາກພຣະເຈົ້າແອວເດີ ແຣັສ໌ແບນ ແບ່ງປັນຫລັກທຳຈາກການປະກາດກ່ຽວກັບຄອບຄົວ ແລະ ສິດສອນວ່າ ເອກະສານນີ້ມີຕົ້ນກຳເນີດຈາກສະຫວັນ ແລະ ຄວນຖືກປະຕິບັດຕໍ່ດ້ວຍຄວາມຄາລະວະຢ່າງທີ່ຄວນໃຫ້ແກ່ຄຳທີ່ມາຈາກພຣະເຈົ້າ. ແຊດ ເອັຈ ແວບເພື່ອວ່າທຸກຄົນຈະໄດ້ຮັບການເສີມສ້າງບຣາເດີ ແວບ ສິດສອນວິທີທີ່ເຮົາສາມາດເຊື້ອເຊີນພຣະວິນຍານບໍລິສຸດເພື່ອສິດສອນເຮົາກ່ຽວກັບຄວາມຈິງຂອງພຣະກິດຕິຄຸນ. ແຈຣາມີ ອາ ຢາກກີຈິດວິນຍານທີ່ຕ່ຳຕ້ອຍຄຸເຂົ່າທີ່ແທ່ນບູຊາແອວເດີ ຢາກກີ ສິດສອນວ່າ ເຮົາຈະໄດ້ຮັບພອນເມື່ອເຮົາຮັກສາພັນທະສັນຍາທີ່ເຮົາໄດ້ເຮັດກັບພຣະເຈົ້າຢູ່ທີ່ແທ່ນບູຊາສັກສິດ. ແຄວິນ ຈີ ບຣາວຂອງປະທານແຫ່ງປະຈັກພະຍານນິລັນດອນແອວເດີ ບຣາວ ແບ່ງປັນຄວາມຈິງສາມຢ່າງທີ່ແຈ້ງເຖິງປະຈັກພະຍານຂອງເຮົາ ແລະ ຊຸກຍູ້ເຮົາໃຫ້ເລືອກທີ່ຈະເຊື່ອ. ແກຣິດ ດັບເບິນຢູ ກອງຈະບໍ່ມີໃຜນັ່ງຢູ່ຄົນດຽວແອວເດີ ກອງ ສິດສອນວ່າ ພຣະຜູ້ເປັນເຈົ້າເຊື້ອເຊີນເຮົາທຸກຄົນໃຫ້ມາຫາພຣະອົງ ແລະ ເປັນນ້ຳໜຶ່ງໃຈດຽວກັນໃນສາດສະໜາຈັກຂອງພຣະອົງ. ໄມໂກ ຊີເອສ໌ລາຄວາມລຽບງ່າຍໃນພຣະຄຣິດແອວເດີ ຊີເອສ໌ລາ ສິດສອນວ່າ ການນຳໃຊ້ຄຳສອນຂອງພຣະຄຣິດໃນຄວາມລຽບງ່າຍ ຈະຊ່ວຍນຳເອົາຄວາມສຸກມາສູ່ເຮົາ, ໃຫ້ການຊີ້ນຳໃນການເອີ້ນຂອງເຮົາ, ຕອບບາງຄຳຖາມໃນຊີວິດທີ່ຊັບຊ້ອນທີ່ສຸດ, ແລະ ມອບຄວາມເຂັ້ມແຂງໃຫ້ແກ່ເຮົາ. ຄວິນຕິນ ແອວ ຄຸກພຣະຜູ້ເປັນເຈົ້າກຳລັງເລັ່ງວຽກງານຂອງພຣະອົງແອວເດີ ຄຸກ ສິດສອນວ່າ ຂະນະທີ່ພຣະຜູ້ເປັນເຈົ້າເລັ່ງວຽກງານຂອງພຣະອົງ, ສະມາຊິກຂອງສາດສະໜາຈັກມີໜ້າທີ່ສັກສິດທີ່ຈະຮັບ ແລະ ຕ້ອນຮັບສະມາຊິກໃໝ່ ແລະ ສະມາຊິກທີ່ກັບຄືນມາ. ເພິ່ນສະເໜີຄຳແນະນຳແກ່ສະມາຊິກໃໝ່ ແລະ ສະມາຊິກທີ່ກັບຄືນມາ. ວັນເສົາພາກຄ່ຳ ວັນເສົາພາກຄ່ຳວັນເສົາພາກຄ່ຳຂອງກອງປະຊຸມໃຫຍ່ສາມັນ ປະຈຳເຄິ່ງປີ ຄັ້ງທີ 195 ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຊຶ່ງຈັດຂຶ້ນໃນວັນທີ 4–5 ເດືອນຕຸລາ, 2025. ແພທຣິກ ເຄຍຣັນພຣະເຢຊູຄຣິດ ແລະ ການເລີ່ມຕົ້ນໃໝ່ຂອງທ່ານແອວເດີ ເຄຍຣັນ ເປັນພະຍານວ່າ ພຣະເຢຊູຄຣິດສະເໜີການເລີ່ມຕົ້ນໃໝ່ໃຫ້ເຮົາ—ເທົ່າທີ່ເຮົາຕ້ອງການ—ເມື່ອເຮົາໜັກໜ່ວງດ້ວຍບາບ, ຄວາມອ່ອນແອ, ຫລື ການຖອຍຫລັງ. ເຈ ອາເນັດ ເດັນນິສສົ່ງສຽງເຊຍໃຫ້ກັນແລະກັນຊິດສະເຕີ ເດັນນິສ ສິດສອນວ່າ ເຮົາມີພາລະຜູກມັດແຫ່ງພັນທະສັນຍາທີ່ຈະຮັກຊຶ່ງກັນແລະກັນ ແລະ ພະຍາຍາມເປັນນ້ຳໜຶ່ງໃຈດຽວກັນ. ສະຕີບເວັນ ຊີ ບາໂລ“ເຈົ້າຮັກເຮົາບໍ?”ແອວເດີ ບາໂລ ບັນຍາຍສີ່ວິທີທີ່ເຮົາສາມາດສະແດງຄວາມຮັກຂອງເຮົາຕໍ່ພຣະເຈົ້າ, ຊຶ່ງສາມາດຊ່ວຍໃຫ້ເຮົາຮູ້ຈັກຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ. ວິວລຽມ ເຄ ແຈ໊ກສັນການຈົດຈຳແກະແອວເດີ ແຈ໊ກສັນ ສິດສອນວ່າ ເຮົາຄວນສຸມໃຈໃສ່ການປະຕິບັດສາດສະໜາກິດຕໍ່ບຸກຄົນໃນການຮັບໃຊ້ຂອງເຮົາໃນສາດສະໜາຈັກ, ໂດຍຕິດຕາມຫລັກທຳຂອງການນັບ ແລະ ການຮັບຜິດຊອບ. ນຽວ ແອວ ແອນເດີເຊັນຄວາມຮັກແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດແອວເດີ ແອນເດີເຊັນ ສິດສອນກ່ຽວກັບອຳນາດຂອງພຣະເຢຊູຄຣິດ ເພື່ອນຳການໃຫ້ອະໄພມາໃຫ້ຜູ້ທີ່ໄດ້ເຮັດບາບ ແລະ ປິ່ນປົວບາດແຜທີ່ເກີດຈາກບາບຂອງຄົນອື່ນ. ວັນອາທິດພາກເຊົ້າ ວັນອາທິດພາກເຊົ້າວັນອາທິດພາກເຊົ້າຂອງກອງປະຊຸມໃຫຍ່ສາມັນ ປະຈຳເຄິ່ງປີ ຄັ້ງທີ 195 ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຊຶ່ງຈັດຂຶ້ນໃນວັນທີ 4–5 ເດືອນຕຸລາ, 2025. ແຈັບຟະຣີ ອາ ຮໍແລນແລະ ດຽວນີ້ໄດ້ເຫັນຮຸ່ງແລ້ວແອວເດີ ຮໍແລນ ສິດສອນວ່າ ເຊັ່ນດຽວກັນກັບທີ່ພຣະຜູ້ເປັນເຈົ້າໄດ້ປິ່ນປົວຊາຍຕາບອດຄົນໜຶ່ງດ້ວຍດິນໜຽວປະສົມ, ພຣະອົງກໍມັກຈະນຳໃຊ້ສິ່ງທີ່ບໍ່ປົກກະຕິ ຫລື ຖ່ອມຕົວ ເພື່ອໃຫ້ພອນ ແລະ ສິດສອນເຮົາ. ເຈມສ໌ ອີ ອີວັນສັນຈົ່ງໄປເຮັດຢ່າງນັ້ນເໝືອນກັນແອວເດີ ອີວັນສັນ ເນັ້ນຢ້ຳເຖິງຜູ້ສອນສາດສະໜາຝ່າຍຮັບໃຊ້ບໍລິການ ແລະ ສິດສອນວ່າການຮັບໃຊ້ຂອງເຂົາເຈົ້າຈະຊ່ວຍນຳເອົາຜູ້ຄົນມາສູ່ພຣະຄຣິດ ແລະ ເປັນຕົວຢ່າງໃຫ້ກັບເຮົາແນວໃດ. ຢູລິດຊິສ໌ ໂຊອາເຣສ໌ປະດັບດ້ວຍຄຸນນະທຳແຫ່ງການຢັບຢັ້ງຕົນແອວເດີ ໂຊອາເຣສ໌ ສິດສອນວ່າ ການຢັບຢັ້ງຕົນສອດຄ່ອງ ແລະ ເສີມສ້າງຄຸນລັກສະນະອື່ນໆທີ່ເປັນເໝືອນພຣະຄຣິດ. ເພິ່ນເຊື້ອເຊີນເຮົາໃຫ້ເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ເຮັດໃຫ້ຄຸນນະທຳນີ້ເປັນສ່ວນໜຶ່ງຂອງລັກສະນະນິໄສຂອງເຮົາ. ພີເຕີ ເອັມ ຈອນສັນອຳນາດຂອງການປະຕິບັດສາດສະໜາກິດຕໍ່ຄົນໆໜຶ່ງແອວເດີ ຈອນສັນ ສິດສອນວ່າ ເມື່ອເຮົາປະຕິບັດສາດສະໜາກິດໃນວິທີທີ່ນຳພາເຮົາໄປຍັງບ້ານຂອງພຣະຜູ້ເປັນເຈົ້າ, ເຮົາໄດ້ຊ່ວຍກັນແລະກັນໃຫ້ກາຍເປັນສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດ. ດີ ທອດ ຄຣິສໂຕເຟີສັນຫວັງເພິ່ງພຣະເຈົ້າ ແລະ ມີຊີວິດແອວເດີ ຄຣິສໂຕເຟີສັນ ສິດສອນວ່າ ການຫວັງເພິ່ງພຣະເຈົ້ານຳພອນມາໃຫ້, ລວມທັງຄວາມຈະເລີນຮຸ່ງເຮືອງ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ. ແອນເດຣຍ ມູໂຍສ ສະແປນນາວສ໌ບັນດາສາດສະດາຂອງພຣະເຈົ້າຊິດສະເຕີ ສະແປນນາວສ໌ ສິດສອນວິທີທີ່ຊາວໜຸ່ມສາມາດມີປະຈັກພະຍານຂອງຕົນເຖິງສາດສະດາທີ່ມີຊີວິດຢູ່ຂອງພຣະເຈົ້າ. ເຮັນຣີ ບີ ໄອຣິງຮັບການພິສູດ ແລະ ເສີມກຳລັງໃນພຣະຄຣິດແອວເດີ ໄອຣິງ ສິດສອນວ່າ ຄວາມທ້າທາຍຂອງເຮົາຊ່ວຍເຫລືອເຮົາໃຫ້ຮຽນຮູ້ທີ່ຈະເພິ່ງອາໄສການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ວັນອາທິດພາກບ່າຍ ວັນອາທິດພາກບ່າຍວັນອາທິດພາກບ່າຍຂອງກອງປະຊຸມໃຫຍ່ສາມັນ ປະຈຳເຄິ່ງປີ ຄັ້ງທີ 195 ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ຊຶ່ງຈັດຂຶ້ນໃນວັນທີ 4–5 ເດືອນຕຸລາ, 2025. ເດວິດ ເອ ແບ໊ດນາເຂົາຄືຜູ້ຕັດສິນຕົວເຂົາເອງແອວເດີ ແບ໊ດນາ ອະທິບາຍວ່າ ວັນແຫ່ງການພິພາກສາສາມາດເປັນວັນທີ່ພໍໃຈ ແລະ ວັນອັນຮຸ່ງເຮືອງເຫລືອງເຫລື້ອມ, ແທນທີ່ຈະເປັນວັນທີ່ເຮົາສະທ້ານຢ້ານກົວ. ບີ ຄໍຣີ ຄູເວລິເຢຊື່ທີ່ເຈົ້າຈະຖືກເອີ້ນແອວເດີ ຄູເວລິເຢ ແບ່ງປັນຄວາມໝາຍຂອງການທີ່ເຮົາຮັບເອົາພຣະນາມຂອງພຣະຄຣິດ. ມັດທິວ ແອັສ ຮໍແລນຢ່າໄດ້ປະຖິ້ມຄວາມເມດຕາຂອງຕົນເອງແອວເດີ ຮໍແລນ ສິດສອນເຮົາໃຫ້ເຮັດຕາມຕົວຢ່າງຂອງໂຢນາ ແລະ ເຊື້ອເຊີນຄວາມເມດຕາທີ່ໄດ້ຮັບການດົນໃຈອັນໜ້າອັດສະຈັນຂອງພຣະຄຣິດເຂົ້າມາໃນຊີວິດຂອງເຮົາ. ຄາໂລສ໌ ອາ ກາໂດຍໃບໜ້າທີ່ຍິ້ມແຍ້ມ ແລະ ຫົວໃຈທີ່ກະຕັນຍູແອວເດີ ກາໂດຍ ສິດສອນວ່າ ໄພ່ພົນໃນອາຟຣິກາດຳລົງຊີວິດ້ວຍຄວາມຊື່ນຊົມ ແລະ ກະຕັນຍູແນວໃດ ເຖິງແມ່ນຈະມີຄວາມທ້າທາຍ ໂດຍການສຸມໃຈໃສ່ທີ່ພຣະຜູ້ຊ່ວຍໃຫ້ລອດ. ແດວ ຈີ ເຣັນລັນການຮັບເອົາພຣະນາມຂອງພຣະເຢຊູຄຣິດແອວເດີ ເຣັນລັນ ສິດສອນວ່າ ເມື່ອເຮົາຮັບເອົາພຣະນາມຂອງພຣະຄຣິດ, ເຮົາສາມາດກາຍເປັນເໝືອນພຣະອົງ. ຈອນ ດີ ເອມັສສູດຂ່າວດີແອວເດີ ເອມັສ ສິດສອນວ່າ ເຮົາສາມາດພົບຄວາມສຸກໄດ້ ເມື່ອເຮົາເຮັດສິ່ງທີ່ເຊື້ອເຊີນພຣະເຢຊູຄຣິດເຂົ້າມາໃນຊີວິດຂອງເຮົາ. ໂອຊານີ ຟາເຣຍສ໌ພຣະຄຳພີມໍມອນ—ຊັບສົມບັດທີ່ບໍ່ສາມາດວັດແທກໄດ້ໃນການເດີນທາງຂອງເຮົາແອວເດີ ຟາເຣຍສ໌ ສະເໜີຄຳແນະນຳສາມຂໍ້ສຳລັບການປ່ຽນໃຈເຫລື້ອມໃສທີ່ເລິກເຊິ່ງຂອງເຮົາຕໍ່ພຣະເຢຊູຄຣິດ ຜ່ານທາງການສຶກສາພຣະຄຳພີມໍມອນ. ດາລິນ ເອັຈ ໂອກສ໌ພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ມີຄອບຄົວເປັນສູນກາງປະທານໂອກສ໌ໄດ້ອະທິບາຍວ່າຍ້ອນຫຍັງຄອບຄົວຈຶ່ງສຳຄັນໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ອະທິບາຍສິ່ງທີ່ເຮົາສາມາດເຮັດໄດ້ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບຄອບຄົວຂອງເຮົາ.