ຂອງປະທານແຫ່ງປະຈັກພະຍານນິລັນດອນ
ບຸດ ຫລື ທິດາທຸກຄົນຂອງພຣະເຈົ້າສາມາດໄດ້ຮັບຄວາມຮູ້ທີ່ເລິກເຊິ່ງ, ໝັ້ນຄົງ, ແລະ ແນ່ນອນຍິ່ງຂຶ້ນສຳລັບຕົວເຂົາເອງ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ສະທ້ອນຄິດກ່ຽວກັບຄວາມຈິງທີ່ມີພະລັງສາມປະການຈາກການຟື້ນຟູ. ຄວາມຈິງເຫລົ່ານີ້ໄດ້ເປັນພອນໃຫ້ກັບຊີວິດຂອງຂ້າພະເຈົ້າຢ່າງຫລວງຫລາຍ. ມື້ນີ້, ຂ້າພະເຈົ້າຢາກແບ່ງປັນກັບທ່ານກ່ຽວກັບວິທີທີ່ຄວາມຈິງເຫລົ່ານີ້ໄດ້ນຳພາຂ້າພະເຈົ້າໃນການເດີນທາງໄປສູ່ ການເປັນພະຍານອັນແນ່ນອນ ເຖິງພຣະກິດຕິຄຸນຂອງພຣະເຢຊູຄຣິດ.
1. ພຣະເຈົ້າເປັນພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາ
ພຣະອົງເປັນຜູ້ຮອບຮູ້ທູກຢ່າງ ແລະ ປ່ຽມດ້ວຍພະລັງທຸກປະການ. ຜ່ານທາງແສງສະຫວ່າງຂອງພຣະຄຣິດ ແລະ ການປະຕິບັດສາດສະໜາກິດຂອງພຣະວິນຍານບໍລິສຸດ, ອິດທິພົນຂອງພຣະອົງຈຶ່ງມີຢູ່ທົ່ວທຸກຫົນທຸກແຫ່ງ. ມັນຄືທຳມະຊາດຂອງພຣະອົງທີ່ຈະໃຫ້ພອນແກ່ເຮົາ.
ພຣະອົງເຫັນອະດີດ, ປະຈຸບັນ, ແລະ ຈຸດໝາຍປາຍທາງນິລັນດອນຂອງເຮົາ. ບໍ່ມີສິ່ງໃດທີ່ຈະຖືກປິດບັງໄວ້ໄປຈາກພຣະອົງ.
ຄຳເຊື້ອເຊີນຂອງປະທານຣະໂຊ ເອັມ ແນວສັນ ໃຫ້ “ຄິດກ່ຽວກັບຊັ້ນສູງ” ເປັນການສົ່ງເສີມເຮົາໃຫ້ເຮັດຕາມວິໄສທັດ ແລະ ທຳມະຊາດຂອງພຣະບິດາເທິງສະຫວັນຂອງເຮົາ.
ຍ້ອນຄຸນລັກສະນະອັນສັກສິດຂອງພຣະອົງ, ພຣະບິດາເທິງສະຫວັນຂອງເຮົາຈຶ່ງມອບຂອງປະທານທີ່ດີທຸກປະການໃຫ້ແກ່ເຮົາ, ໂດຍແຕ່ລະຢ່າງແມ່ນມາພ້ອມກັບມຸມມອງ ແລະ ວິໄສທັດນິລັນດອນຂອງພຣະອົງ.
2. ອຳເພີໃຈແມ່ນຂອງປະທານໃຫ້ເລືອກ ແລະ ປະຕິບັດເພື່ອຕົວເຮົາເອງ
ມັນຍັງເປັນຄວາມຮັບຜິດຊອບທີ່ຈະເລືອກໃຫ້ດີນຳອີກ.
ພຣະເຢຊູຄຣິດໄດ້ຈ່າຍລາຄາສູງເພື່ອສິດທິພິເສດນັ້ນດ້ວຍໂລຫິດອັນລ້ຳຄ່າຂອງພຣະອົງ.
ບາງຄັ້ງເຮົາອາດຈະຄິດວ່າອຳເພີໃຈໝາຍເຖິງການເຮັດທຸກສິ່ງທຸກຢ່າງທີ່ເຮົາຕ້ອງການ. ແຕ່ຄວາມເປັນຈິງລາຄາທີ່ຈ່າຍໄປແລ້ວນັ້ນ ໝາຍເຖິງອຳເພີໃຈເປັນຂອງປະທານອັນສັກສິດ.
ເຮົາເປັນຕົວແທນ, ຕົວແທນທີ່ຕ້ອງຮັບຜິດຊອບກັບບາງສິ່ງບາງຢ່າງ. ໃນກໍລະນີນີ້, ເຮົາຮັບຜິດຊອບຕໍ່ການເລືອກທີ່ເຮົາເຮັດອີງຕາມຄວາມຮູ້ທີ່ເຮົາມີ ແລະ ຂອງປະທານທີ່ເຮົາໄດ້ຖືກປະທານໃຫ້. ເຮົາບໍ່ສາມາດເລືອກໄດ້ໂດຍທີ່ບໍ່ຕ້ອງຮັບຜິດຊອບຕໍ່ກັບຜົນທີ່ຕາມມາ.
ເປັນຫຍັງເຮົາຈຶ່ງມີອຳເພີໃຈ?
ເພື່ອເລືອກສິ່ງດີ.
ເພື່ອເລືອກພຣະຄຣິດ.
3. ປະຈັກພະຍານຂອງເຮົາມີມາຜ່ານທາງອຳນາດຂອງພຣະວິນຍານບໍລິສຸດ
ປະຈັກພະຍານຈາກພຣະວິນຍານບໍລິສຸດຍິ່ງໃຫຍ່ກວ່າການເບິ່ງເຫັນ. ພຣະອົງເປັນປະຈັກພະຍານທີ່ສຳຄັນທີ່ສຸດເຖິງພຣະບິດາ ແລະ ພຣະບຸດ. ປະທານແນວສັນໄດ້ສິດສອນວ່າ, “ແຕ່ໃນອະນາຄົດ, ມັນເປັນໄປບໍ່ໄດ້ ທີ່ເຮົາຈະປອດໄພທາງວິນຍານ ຖ້າປາດສະຈາກການນຳພາ, ການຊີ້ນຳ, ການປອບໂຍນ, ແລະ ອິດທິພົນຂອງພຣະວິນຍານບໍລິສຸດຢູ່ສະເໝີ.”
ອ້າຍເອື້ອຍນ້ອງທັງຫລາຍ, ນີ້ຄືເຫດຜົນທີ່ເຮົາແຕ່ລະຄົນຕ້ອງການອຳນາດຂອງພຣະວິນຍານບໍລິສຸດໃນທຸກມື້ນີ້.
ປະຈັກພະຍານຜ່ານທາງພຣະວິນຍານບໍລິສຸດມີມາໃນຫລາກຫລາຍວິທີທາງ. ເໝືອນດັ່ງດອກໄຟໃນຫ້ອງທີ່ມືດມົນ, ມັນສາມາດເກີດຂຶ້ນໄດ້ຢ່າງໄວວາ ແລະ ກະທັນຫັນ. ມັນສາມາດເກີດຂຶ້ນຢ່າງຄ່ອຍເປັນຄ່ອຍໄປເໝືອນດັ່ງດວງຕາເວັນຂຶ້ນຕາມການເວລາ. ມັນສາມາດມາເໝືອນດັ່ງແສງສາດສ່ອງ, ທີ່ເປີດຮັບເອົາສະຕິປັນຍາອັນບໍລິສຸດເປັນແຕ່ລະໄລຍະ. ບໍ່ວ່າຈະເປັນທາງໃດກໍຕາມ, ມັນກໍມາຈາກພຣະວິນຍານບໍລິສຸດ.
ການຊອກຫາປະຈັກພະຍານໃນປະເທດຈາເມກາ
ຂ້າພະເຈົ້າເຕີບໃຫຍ່ໃນປະເທດຈາເມກາທີ່ສວຍງາມ; ເປັນສະຖານທີ່ມ່ວນຊື່ນ ແລະ ອັດສະຈັນ. ເຖິງຢ່າງໃດກໍຕາມ, ເມື່ອຂ້າພະເຈົ້າເລີ່ມເຂົ້າໂຮງຮຽນຊັ້ນມັດທະຍົມຕອນປາຍ, ເພື່ອນຮ່ວມຫ້ອງ ແລະ ໝູ່ເພື່ອນຈຳນວນໜຶ່ງບໍ່ເຂົ້າໃຈກ່ຽວກັບການຕັດສິນໃຈຂອງຂ້າພະເຈົ້າໃນການເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດ. “ເຈົ້າເຂົ້າຮ່ວມກັບສາດສະໜາຈັກນັ້ນໄດ້ແນວໃດ?,” ພວກເຂົາມັກຈະຖາມ. “ເຈົ້າເຊື່ອເລື່ອງນັ້ນໄດ້ແນວໃດ?”—ຄວາມໝາຍກໍຄືພາບທີ່ມາໃຫ້ເຫັນຄັ້ງທຳອິດ. “ເຈົ້າອ່ານປຶ້ມນັ້ນໄປໄດ້ແນວໃດ?”—ຄວາມໝາຍກໍຄືພຣະຄຳພີມໍມອນ. “ເຈົ້າເຊື່ອທັງໝົດນັ້ນແທ້ໆບໍ?” ແລະ “ເປັນຫຍັງເຈົ້າຈຶ່ງປ່ອຍໃຫ້ຊີວິດຂອງເຈົ້າເສຍເວລາໄປລ້າໆ?”
ມັນເປັນຄຳຖາມທີ່ເຈັບປວດ, ໂດຍສະເພາະເມື່ອອອກມາຈາກຄົນທີ່ຂ້າພະເຈົ້າໃສ່ໃຈ.
ແຕ່ສິ່ງທີ່ພວກເຂົາບໍ່ຮູ້ຈັກນັ້ນກໍຄື: ຂ້າພະເຈົ້າໄດ້ມີປະສົບການກ່ຽວກັບພຣະວິນຍານບໍລິສຸດ. ເມື່ອປະຈັກພະຍານນັ້ນເຕີມເຕັມຫົວໃຈຂອງຂ້າພະເຈົ້າ, ກໍເຮັດໃຫ້ຄວາມເຈັບປວດຂອງມື້ເຫລົ່ານັ້ນບັນເທົາລົງ, ແລະ “ເພາະສະຫວັນເປີດ, ພຽງແຕ່ຊົ່ວຄາວ [ປະກົດ] ຕໍ່ຕາຂອງເຮົາເອງ.”
ບາງທີທ່ານອາດຈະຖືກຖາມບາງຄຳຖາມໃນຄຳຖາມເຫລົ່ານີ້. ບາງທີ, ແມ່ນແຕ່ດຽວນີ້ທ່ານອາດຈະກຳລັງຖືກບຸກລຸກເໝືອນດັ່ງທີ່ຂ້າພະເຈົ້າເຄີຍຖືກ.
ຂອງປະທານ ແລະ ປະຈັກພະຍານແຫ່ງພຣະວິນຍານບໍລິສຸດມີໄວ້ໃຫ້ກັບທຸກຄົນ.
ສຳລັບຂ້າພະເຈົ້າແລ້ວ ປະເທດຈາເມກາກໍເໝືອນກັນກັບເມືອງພາໄມຣາສຳລັບໂຈເຊັບ ສະມິດ. ເປັນປ່າສັກສິດຂອງຂ້າພະເຈົ້າ. ຂ້າພະເຈົ້າບໍ່ຮູ້ຈຸດທີ່ແນ່ນອນບ່ອນທີ່ໂຈເຊັບໄດ້ຄຸເຂົ່າອະທິຖານ ໃນປ່າສັກສິດແຫ່ງນັ້ນ, ແຕ່ຂ້າພະເຈົ້າຮູ້ຢ່າງແນ່ນອນວ່າຂ້າພະເຈົ້າຢູ່ບ່ອນໃດຕອນທີ່ປ່າສັກສິດຂອງຂ້າພະເຈົ້າກາຍເປັນຄວາມຈິງ. ມັນໄດ້ເກີດຂຶ້ນທີ່ ຖະໜົນ ໂຟ ໂກຣບ, ເມືອງແມນເດວິວ, ປະເທດຈາເມກາ, ທີ່ຫ້ອງນ້ຳຂອງຂ້າພະເຈົ້າ, ເວລາ 6:00 ໂມງຕອນເຊົ້າ ຂອງວັນພຸດ ສາມປີຫລັງຈາກການຮັບບັບຕິສະມາຂອງຂ້າພະເຈົ້າ. ປະສົບການອັນສັກສິດນີ້ເກີດຂຶ້ນເພາະວ່າເມື່ອສອງອາທິດກ່ອນມີຊິດສະເຕີຜູ້ສອນສາດສະໜາຄົນໜຶ່ງໄດ້ເຊື້ອເຊີນໃຫ້ຂ້າພະເຈົ້າອ່ານພຣະຄຳພີມໍມອນ. ຊິດສະເຕີ ອໍເດຣ ເຄຣັດສ໌ ກໍໄດ້ມາຮ່ວມກອງປະຊຸມໃຫຍ່ໃນມື້ນີ້ກັບຄອບຄົວຂອງເພິ່ນ, ແລະ ຂ້າພະເຈົ້າຮັກເພິ່ນຕະຫລອດໄປ.
ປະສົບການນັ້ນໄດ້ປ່ຽນແປງຂ້າພະເຈົ້າ.
ອ້າຍເອື້ອຍນ້ອງທັງຫລາຍ, ປະຈັກພະຍານບໍ່ໄດ້ຖືກມອບໃຫ້ເພື່ອນຳໃຊ້ຊົ່ວຄາວເທົ່ານັ້ນ. ຂອງປະທານຈາກພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົານີ້ ຖືກກຳນົດໃຫ້ເປັນນິລັນດອນເພາະວ່າຜູ້ທີ່ປະທານໃຫ້ນັ້ນເປັນນິລັນດອນ. ປະຈັກພະຍານບໍ່ຄວນຈະມີວັນໝົດອາຍຸ. ບໍ່ຄວນຈະອ່ອນແອ ຫລື ຫລຸດລົງໄປຍ້ອນມີບາງສິ່ງບາງຢ່າງໃນຊີວິດຂອງຂ້າພະເຈົ້າປ່ຽນໄປ ຫລື ບາງສິ່ງບາງຢ່າງໃນໂລກໃບນີ້ປ່ຽນໄປ. ມັນຄວນທີ່ຈະເຂັ້ມແຂງຂຶ້ນ, ເໝືອນກັນກັບຕະລັນຕົນຂອງຜູ້ຮັບໃຊ້ໃນຄຳອຸປະມາເລື່ອງຕະລັນຕົນ, ປະຈັກພະຍານສ່ວນຕົວຂອງຂ້າພະເຈົ້າເປັນຂອງປະທານທີ່ຖືກເພີ່ມພູນງອກເງີຍຂຶ້ນ—ບໍ່ແມ່ນເອົາໄປຝັງໄວ້ໃນດິນ.
ການເບິ່ງກັບຄືນໄປໃນວັນເວລາຂອງການທົດລອງ ແລະ ການຖືກຂົ່ມເຫັງ ທີ່ຂ້າພະເຈົ້າໄດ້ຜ່ານຜ່າໃນຕອນເປັນເດັກນ້ອຍນັ້ນໄດ້ຊ່ວຍຂ້າພະເຈົ້າມາເຖິງຈຸດທີ່ ບັດນີ້ຂ້າພະເຈົ້າໄດ້ຮູ້ຈັກດ້ວຍຕົວເອງແລ້ວ ຂ້າພະເຈົ້າບໍ່ພຽງແຕ່ເຊື່ອ, ຫວັງ, ຫລື ໄວ້ວາງໃຈ, ເຖິງແມ່ນວ່າສິ່ງເຫລົ່ານີ້ຄືການໃຊ້ສັດທາສ່ວນໜ້ອຍໜຶ່ງທີ່ສຳຄັນໃນເສັ້ນທາງທີ່ນຳໄປສູ່ ການເປັນພະຍານທີ່ແນ່ນອນ. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ທ່ານທີ່ສ້າງເສັ້ນທາງຂອງຕົນເອງ ໂດຍການຖາມຄຳຖາມ, ການສຶກສາ, ການອະທິຖານ, ການຖືສິນອົດເຂົ້າ ແລະ ການໄຕ່ຕອງ. ຈົ່ງຢ່າຢຸດເຮັດ. ຄວາມພະຍາຍາມທຸກປະການເພື່ອດຳເນີນຕໍ່ໄປຕາມເສັ້ນທາງນີ້ທີ່ໄປເຖິງປະຈັກພະຍານແມ່ນກຸ້ມຄ່າ. ທ່ານຈະຍອມໃຫ້ໃຜ ຫລື ສິ່ງໃດມາພາກສິ່ງນັ້ນໄປບໍ? “ເຈົ້າຈະມີພະຍານໃດຍິ່ງໃຫຍ່ໄປກວ່າພະຍານຈາກພຣະເຈົ້າ?”
ບຸດ ຫລື ທິດາທຸກຄົນຂອງພຣະເຈົ້າສາມາດໄດ້ຮັບຄວາມຮູ້ທີ່ເລິກເຊິ່ງ, ໝັ້ນຄົງ, ແລະ ແນ່ນອນຍິ່ງຂຶ້ນສຳລັບຕົວເຂົາເອງ. ເຊັ່ນດຽວກັບໂຈເຊັບ ສະມິດ, ຜູ້ຢືນຢັນໃນປະຈັກພະຍານຂອງເພິ່ນ ເຖິງແມ່ນວ່າຈະຖືກຄັດຄ້ານ, ເຮົາກໍຍັງສາມາດເວົ້າໄດ້ຢ່າງກ້າຫານວ່າ, “ຂ້າພະເຈົ້າຈຶ່ງຮູ້ ແລະ ຂ້າພະເຈົ້າຮູ້ວ່າ ພຣະເຈົ້າຮູ້ຄືກັນ ແລະ ຂ້າພະເຈົ້າປະຕິເສດມັນບໍ່ໄດ້, ທັງຂ້າພະເຈົ້າບໍ່ກ້າປະຕິເສດ.”
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຈົ່ງໃຫ້ເມັດພືດນ້ອຍໆແຫ່ງສັດທາ ທຳງານກັບຕົວທ່ານຈົນກວ່າມັນຈະງອກງາມໄປສູ່ ຄວາມຮູ້ອັນແນ່ນອນທີ່ຮຸ່ງເຮືອງເຫລືອງເຫລື້ອມ.
ຖ້າວ່າທ່ານໄດ້ຮັບບັບຕິສະມາ ແລະ ຢືນຢັນເຂົ້າເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍແລ້ວ ແຕ່ຍັງຄົງດີ້ນລົນກັບຄຳເວົ້າທີ່ວ່າ “ຂ້ອຍບໍ່ແນ່ໃຈວ່າຂ້ອຍຮູ້ຈັກ,” ຈົ່ງຈື່ຈຳຄຳສັນຍາໃນຄຳອະທິຖານສິນລະລຶກວ່າ: “ເຂົາຈະມີພຣະວິນຍານຂອງພຣະອົງຢູ່ດ້ວຍຕະຫລອດເວລາ.” ຍ້ອນຄຳສັນຍານີ້, ເຮົາແຕ່ລະຄົນກໍຈະສາມາດກ້າວໄປສູ່ເສັ້ນທາງທີ່ຈະໄປເຖິງປະຈັກພະຍານ ແລະ ຄວາມຮູ້ອັນແນ່ນອນ.
ຈົ່ງຮັບຜິດຊອບປະຈັກພະຍານຂອງທ່ານ
ນີ້ແມ່ນຄວາມຈິງອັນຍິ່ງໃຫຍ່: ບໍ່ວ່າປະຈັກພະຍານນັ້ນຈະຖືກມອບໃຫ້ໃນທາງໃດກໍຕາມ—ບໍ່ວ່າຈະຖືກກັ່ນຕອງອອກມາເໝືອນດັ່ງດວງຕາເວັນຂຶ້ນ ຫລື ມີມາໃນພາບນິມິດອັນຮຸ່ງໂລດ—ກໍຍັງຄົງຮຽກຮ້ອງໃຫ້ ເລືອກ ທີ່ຈະຮັບເອົາຂອງປະທານອັນມີຄ່ານີ້.
ການທີ່ເວົ້າວ່າ “ຂ້ອຍເລືອກທີ່ຈະເຊື່ອ” ເຮັດໃຫ້ງ່າຍຂຶ້ນທີ່ຈະໄດ້ຮັບພະຍານຈາກພຣະເຈົ້າ. ຖ້າຫາກເຮົາພົບເຫັນປະຈັກພະຍານຂອງເຮົາກຳລັງອ່ອນແອລົງ, ຈົ່ງຈື່ຈຳໄວ້ວ່າ ນັ້ນແມ່ນການເລືອກຂອງເຮົາ ທີ່ເຮັດໃຫ້ພະລັງຂອງປະຈັກພະຍານລົດນ້ອຍລົງໄປ. ແຕ່ວ່າປະຈັກພະຍານນັ້ນຈະບໍ່ຈາກໄປໃສ. ເຮົາພຽງແຕ່ຕ້ອງເລືອກທີ່ຈະເຊື່ອມຕໍ່ກັບມັນຄືນອີກ.
ການເລືອກທີ່ຈະເຊື່ອເປັນວິທີທີ່ສະຫລາດ ແລະ ມີພະລັງໃນການນຳໃຊ້ອຳເພີໃຈຂອງເຮົາ.
ຂ້າພະເຈົ້າບໍ່ເຫັນວິທີໃດທີ່ດີກວ່າໃນການນຳໃຊ້ອຳເພີໃຈນອກຈາກການປ້ອງກັນປະຈັກພະຍານຂອງຂ້າພະເຈົ້າ.
ປະທານແນວສັນໄດ້ສິດສອນວ່າ: “ຂ້າພະເຈົ້າຂໍອ້ອນວອນໃຫ້ທ່ານຮັບຜິດຊອບປະຈັກພະຍານຂອງທ່ານ. ທຳງານເພື່ອມັນ. ເປັນເຈົ້າຂອງມັນ. ດູແລມັນ. ບຳລຸງລ້ຽງໃຫ້ມັນເຕີບໂຕ. ລ້ຽງດູມັນດ້ວຍຄວາມຈິງ.”
ສຳລັບຂ້າພະເຈົ້າແລ້ວ, ຄຳວ່າ ຮັບຜິດຊອບ, ທຳງານ, ດູແລ, ເປັນເຈົ້າຂອງ, ບຳລຸງລ້ຽງ, ແລະ ລ້ຽງດູ ຟັງແລ້ວເປັນເໝືອນ ຕົວແທນ ທີ່ໃຫ້ພິທັກຮັກສາບາງສິ່ງບາງຢ່າງທີ່ມີຄຸນຄ່າ ແລະ ສຳຄັນ.
ໃນຍຸກສະໃໝເລີ່ມຕົ້ນຂອງສາດສະໜາຈັກ, ພາລີ ພີ ພະແຣັດ ຮູ້ສຶກບໍ່ພໍໃຈກັບສາດສະດາໂຈເຊັບ ສະມິດ ແລະ ໄດ້ເລືອກ ທີ່ຈະວິພາກວິຈານເພິ່ນ ແລະ ສາດສະໜາຈັກ. “ເມື່ອຈອນ ເທເລີ ຜູ້ທີ່ພາລີໄດ້ສິດສອນພຣະກິດຕິຄຸນໃຫ້ ມາຮອດໃນເມືອງ, ພາລີໄດ້ພາເພິ່ນອອກໄປ ແລະ ເຕືອນເພິ່ນບໍ່ໃຫ້ຕິດຕາມໂຈເຊັບ. ຈອນ ເທເລີ ໄດ້ກ່າວກັບພາລີວ່າ:
“ກ່ອນທີ່ເຈົ້າຈະຈາກການາດາມາ, ເຈົ້າໄດ້ສະແດງປະຈັກພະຍານຢ່າງໜັກແໜ້ນວ່າໂຈເຊັບ ສະມິດ ເປັນສາດສະດາຂອງພຣະເຈົ້າ, … ແລະ ເຈົ້າໄດ້ເວົ້າວ່າເຈົ້າໄດ້ຮູ້ສິ່ງເຫລົ່ານີ້ໂດຍການເປີດເຜີຍ ແລະ ຂອງປະທານແຫ່ງພຣະວິນຍານບໍລິສຸດ.
ຕອນນີ້ຂ້ອຍມີປະຈັກພະຍານດຽວກັນທີ່ເຈົ້າເຄີຍມີໃນຕອນນັ້ນ. ຖ້າຫາກວຽກງານນີ້ເປັນຄວາມຈິງເມື່ອຫົກເດືອນແລ້ວນີ້, ມັນກໍເປັນຄວາມຈິງໃນມື້ນີ້. ຖ້າໂຈເຊັບ ສະມິດ ໄດ້ເປັນສາດສະດາໃນຕອນນັ້ນ, ເພິ່ນກໍເປັນສາດສະດາໃນຕອນນີ້.”
ຂ້າພະເຈົ້າເປັນພະຍານວ່າ ໂຈເຊັບ ສະມິດ ໄດ້ເປັນສາດສະດາຂອງພຣະເຈົ້າ ແລະ ການເປັນສາດສະດາທີ່ເພິ່ນໄດ້ຮັບຍັງດຳເນີນຕໍ່ໄປໃນປະຈຸບັນນີ້. ພຣະເຢຊູຄຣິດນຳພາວຽກງານນີ້.
ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ຄິດກ່ຽວກັບເສັ້ນທາງໄປສູ່ ພະຍານອັນແນ່ນອນ ຂອງທ່ານ ເຖິງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ຮັບຜິດຊອບປະຈັກພະຍານຂອງທ່ານ; ນຳໃຊ້ອຳເພີໃຈຂອງທ່ານຢ່າງສະຫລາດ ແລະ ຍອມຮັບພຣະອົງຜູ້ທີ່ມອບໃຫ້ ແລະ ຄຸນລັກສະນະອັນຮຸ່ງໂລດຂອງພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ອຳນາດແມ່ນມີພາຍໃນຕົວທ່ານ. ບໍ່ມີໃຜສາມາດເລືອກໃຫ້ກັບທ່ານ. ບໍ່ມີໃຜສາມາດເອົາຂອງປະທານນີ້ໄປໄດ້. ທ່ານສາມາດ ເລືອກທີ່ຈະເຊື່ອ.
ຂ້າພະເຈົ້າສັນຍາວ່າເມື່ອທ່ານເຮັດເຊັ່ນນີ້, ປະຈັກພະຍານຂອງທ່ານຈະເປັນ “ນ້ຳທີ່ປະກອບດ້ວຍຊີວິດ, ຊຶ່ງພຸ່ງສູງຂຶ້ນໄປສູ່ຊີວິດອັນເປັນນິດ.” ມັນຈະເປັນ ຄວາມໝັ້ນຄົງ ແລະ ເປັນແຮງກະຕຸ້ນ, ແລະ ມັນຈະ ສະໜັບສະໜູນ ທ່ານໃຫ້ຂ້າມຜ່ານເວລາທີ່ຫຍຸ້ງຍາກ. ມັນຈະເຮັດໃຫ້ທ່ານ ສາມາດ ພັດທະນາຂອງປະທານທາງວິນຍານ. ມັນຈະ ຊ່ວຍ ທ່ານໃນການປະຕິບັດສາດສະໜາກິດ ແລະ ການຮັບໃຊ້ສ່ວນຕົວຂອງທ່ານ. ມັນຈະເປັນ ອາວຸດ ປ້ອງກັນຊາຕານ ແລະ ຜູ້ປໍລະປັກຂອງທ່ານ. ປະຈັກພະຍານຂອງທ່ານຈະເປັນ ຄວາມຊື່ນຊົມ ເມື່ອທ່ານເຫັນວ່າມັນເກີດຂຶ້ນກັບລູກໆ, ຫລານໆ, ແລະ ເຫລນໆຂອງທ່ານ ແລະ ໃນຜູ້ຄົນທີ່ທ່ານຮັກ ແລະ ຮັບໃຊ້. ມັນຈະມີ ພະລັງ ເມື່ອທ່ານແບ່ງປັນ ແລະ ນຳໃຊ້ມັນເພື່ອເປັນພະຍານ.
ຖ້າທ່ານຮູ້, ທ່ານກໍຮູ້ແທ້ໆ. ຂ້າພະເຈົ້າຮູ້ວ່າຂ້າພະເຈົ້າຮູ້. ເຮົາຕ້ອງການ ການເປັນພະຍານທີ່ແນ່ນອນ ເຖິງພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ. ໄປໃຫ້ເຖິງທີ່ນັ້ນ! ຈົ່ງສະແຫວງຫາມັນ! ມັນເປັນເລື່ອງເລັ່ງດ່ວນ! ນີ້ແມ່ນຍຸກສຸດທ້າຍ—ຍຸກສະໄໝຂອງຄວາມສົມບູນແຫ່ງເວລາ.
ພຣະເຢຊູຄຣິດໄດ້ປະກາດຄວາມຈິງນີ້ວ່າ: “ຟ້າສະຫວັນ ແລະ ແຜ່ນດິນໂລກຈະສູນສິ້ນໄປ, ແຕ່ຄຳຂອງເຮົາຈະບໍ່ສູນສິ້ນໄປ.”
ອ້າຍເອື້ອຍນ້ອງທັງຫລາຍ, ປະຈັກພະຍານຂອງພຣະເຢຊູຄຣິດບໍ່ໄດ້ມີເຈດຕະນາເພື່ອເປັນຂອງປະທານຊົ່ວຄາວ. ບໍ່ມີຫຍັງກ່ຽວກັບມັນທີ່ເປັນພຽງຊົ່ວຄາວ—ບໍ່ແມ່ນຜູ້ປະທານໃຫ້, ບໍ່ແມ່ນຂອງປະທານໃນຕົວມັນເອງ, ບໍ່ແມ່ນຜູ້ທີ່ສົ່ງຕໍ່ຂອງປະທານນັ້ນ, ບໍ່ແມ່ນຜູ້ທີ່ກ່ຽວຂ້ອງກັບຂອງປະທານນັ້ນ. ຂໍໃຫ້ປະຈັກພະຍານຂອງທ່ານຖືກອະທິບາຍໃນວິທີດຽວກັນ. ເຖິງແມ່ນວ່າ “ຟ້າສະຫວັນ ແລະ ແຜ່ນດິນໂລກຈະສູນສິ້ນໄປ,” ປະຈັກພະຍານ ແລະ ການເປັນພະຍານຂອງທ່ານເຖິງພຣະເຢຊູຄຣິດຈະ ບໍ່ ສິ້ນສຸດໄປ. ບັດນີ້ ເຖິງເວລາແລ້ວທີ່ຈະຍຶດຖືຂອງປະທານອັນລ້ຳຄ່ານີ້ໄວ້ໃຫ້ດີ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.