ຄວາມລຽບງ່າຍໃນພຣະຄຣິດ
ການນຳໃຊ້ຄຳສອນຂອງພຣະຄຣິດໃນທາງທີ່ລຽບງ່າຍ ແລະ ສຸມໃສ່ ຈະຊ່ວຍໃຫ້ເຮົາພົບຄວາມສຸກໃນຊີວິດປະຈຳວັນຂອງເຮົາ.
1. ຄຳນຳ
ເມື່ອສາມສິບສາມປີກ່ອນ, ຂ້າພະເຈົ້າໄດ້ຮັບການເອີ້ນໃຫ້ຮັບໃຊ້ເປັນຜູ້ສອນສາດສະໜາຢູ່ໃນເຂດເຜີຍແຜ່ຢູທາ ອອກເດັນ. ແນ່ນ່ອນ, ໂດຍທີ່ຂ້າພະເຈົ້າໄດ້ມາຈາກເອີຣົບ, ປະເພນີຢູທາບາງຢ່າງໃນທ້ອງຖິ່ນເຊັ່ນ “ວຸ້ນສີຂຽວໃສ່ກາຣົດ” ແລະ “ມັນຝຣັ່ງສຳລັບງານສົບ” ແມ່ນແປກເລັກນ້ອຍຕໍ່ຂ້າພະເຈົ້າ!
ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າປະທັບໃຈຢ່າງເລິກເຊິ່ງກັບການອຸທິດຕົນ ແລະ ການເປັນສານຸສິດຂອງໄພ່ພົນຫລາຍຄົນ, ຈຳນວນຄົນທີ່ໄປຮ່ວມການປະຊຸມຂອງສາດສະໜາຈັກ, ແລະ ຂະໜາດຂອງໂຄງການຕ່າງໆຂອງສາດສະໜາຈັກທີ່ດຳເນີນໄປຢ່າງເຕັມຮູບແບບ. ເມື່ອການເຜີຍແຜ່ຂອງຂ້າພະເຈົ້າໄດ້ສິ້ນສຸດລົງ, ຂ້າພະເຈົ້າຢາກເຮັດໃຫ້ແນ່ໃຈວ່າ ຄວາມຊື່ນຊົມທີ່ຂ້າພະເຈົ້າຮູ້ສຶກ ແລະ ຄວາມເຂັ້ມແຂງທາງວິນຍານ ແລະ ວຸດທິພາວະທີ່ຂ້າພະເຈົ້າໄດ້ສັງເກດ ຈະມີໃຫ້ກັບຄອບຄົວໃນອະນາຄົດຂອງຂ້າພະເຈົ້າ. ຂ້າພະເຈົ້າໄດ້ຕັ້ງໃຈທີ່ຈະກັບຄືນໄປຢ່າງວ່ອງໄວ ເພື່ອໄປໃຊ້ຊີວິດຂອງຂ້າພະເຈົ້າໃນ “ຮົ່ມເງົາເຂົາຂຽວອັນສຸດສາຍຕາ.”
ເຖິງຢ່າງໃດກໍຕາມ, ພຣະຜູ້ເປັນເຈົ້າໄດ້ມີແຜນທີ່ແຕກຕ່າງ. ໃນວັນອາທິດທຳອິດຂອງຂ້າພະເຈົ້າຢູ່ບ້ານ, ອະທິການທີ່ສະຫລາດຂອງຂ້າພະເຈົ້າໄດ້ເອີ້ນຂ້າພະເຈົ້າໃຫ້ເປັນປະທານອົງການຊາຍໜຸ່ມຢູ່ໃນຫວອດຂອງພວກເຮົາ. ໃນການຮັບໃຊ້ກຸ່ມຊາຍໜຸ່ມທີ່ປະເສີດນີ້, ຂ້າພະເຈົ້າໄດ້ຮຽນຮູ້ຢ່າງວ່ອງໄວວ່າ ຄວາມຊື່ນຊົມທີ່ມາຈາກການເປັນສານຸສິດຂອງພຣະຄຣິດບໍ່ໄດ້ຂຶ້ນຢູ່ກັບຂະໜາດຂອງການປະຊຸມຂອງສາດສະໜາຈັກ ຫລື ຂອບເຂດຂອງໂຄງການ.
ສະນັ້ນ ເມື່ອຂ້າພະເຈົ້າໄດ້ແຕ່ງງານກັບພັນລະຍາຂອງຂ້າພະເຈົ້າ, ມາກະເຣັດ, ພວກເຮົາຈຶ່ງໄດ້ຕັດສິນໃຈທີ່ຈະອາໄສຢູ່ໃນເອີຣົບ ແລະ ລ້ຽງດູຄອບຄົວຂອງພວກເຮົາໃນປະເທດເຢຍລະມັນ ບ້ານເກີດຂອງພວກເຮົາຢ່າງຊື່ນຊົມ. ພວກເຮົາໄດ້ເຫັນນຳກັນເຖິງສິ່ງທີ່ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນເມື່ອຫລາຍປີກ່ອນວ່າ, “ຄວາມສຸກທີ່ເຮົາຮູ້ສຶກ ບໍ່ຂຶ້ນກັບສະຖານະການໃນຊີວິດຂອງເຮົາ ແຕ່ມັນຂຶ້ນກັບວ່າ ເຮົາເອົາໃຈໃສ່ຕໍ່ສິ່ງໃດ ໃນຊີວິດຂອງເຮົາ.” ເມື່ອຈຸດສຸມຂອງຊີວິດຂອງເຮົາຢູ່ທີ່ພຣະຄຣິດ ແລະ ຂ່າວສານພຣະກິດຕິຄຸນຂອງພຣະອົງ, ເຮົາຈະສາມາດປະສົບກັບພອນອັນເຕັມທີ່ຂອງການເປັນສານຸສິດ ບໍ່ວ່າເຮົາຈະອາໄສຢູ່ບ່ອນໃດກໍຕາມ.
2. ຄວາມລຽບງ່າຍທີ່ມີໃນພຣະຄຣິດ
ເຖິງຢ່າງໃດກໍຕາມ, ໃນໂລກທີ່ນັບມື້ນັບເປັນທາງໂລກ, ຊັບຊ້ອນ, ແລະ ສັບສົນ, ດ້ວຍຂ່າວສານ ແລະ ຂໍ້ຮຽກຮ້ອງທີ່ແຕກຕ່າງ ແລະ ມັກຈະຂັດກັນ, ເຮົາຈະຫລີກລ້ຽງບໍ່ໃຫ້ຕາຂອງເຮົາບອດ ແລະ ໃຈຂອງເຮົາແຂງກະດ້າງ ແລະ ຍຶດໝັ້ນຢູ່ກັບຄວາມ “ແຈ່ມແຈ້ງ ແລະ ມີຄ່າ” ຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ໄດ້ແນວໃດ? ໃນຊ່ວງເວລາທີ່ມີຄວາມສັບສົນ, ອັກຄະສາວົກໂປໂລໄດ້ໃຫ້ຄຳແນະນຳອັນຍິ່ງໃຫຍ່ແກ່ໄພ່ພົນຊາວໂກຣິນໂທ ໂດຍການເຕືອນເຂົາເຈົ້າໃຫ້ເອົາໃຈໃສ່ກັບ “ຄວາມລຽບງ່າຍທີ່ມີໃນພຣະຄຣິດ.”
ຄຳສອນຂອງພຣະຄຣິດ ແລະ ກົດຂອງພຣະກິດຕິຄຸນແມ່ນລຽບງ່າຍແທ້ໆຈົນວ່າເດັກນ້ອຍກໍສາມາດເຂົ້າໃຈໄດ້. ເຮົາສາມາດເຂົ້າເຖິງອຳນາດແຫ່ງການໄຖ່ຂອງພຣະເຢຊູຄຣິດ ແລະ ຮັບເອົາພອນທາງວິນຍານທັງໝົດທີ່ພຣະບິດາເທິງສະຫວັນໄດ້ກຽມໄວ້ສຳລັບເຮົາ ໂດຍການໃຊ້ສັດທາໃນພຣະເຢຊູຄຣິດ, ການກັບໃຈ, ການຮັບບັບຕິສະມາ, ການຊຳລະຜ່ານທາງຂອງປະທານແຫ່ງພຣະວິນຍານບໍລິສຸດ, ແລະ ການອົດທົນຈົນເຖິງທີ່ສຸດ. ປະທານແນວສັນໄດ້ບັນຍາຍການເດີນທາງນີ້ຢ່າງສວຍງາມວ່າເປັນ “ເສັ້ນທາງແຫ່ງພັນທະສັນຍາ” ແລະ ຂະບວນການຂອງການກາຍເປັນ “ສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດ.”
ຖ້າຂ່າວສານນີ້ລຽບງ່າຍແທ້ໆ, ເປັນຫຍັງມັນຈຶ່ງຮູ້ສຶກທ້າທາຍຫລາຍທີ່ຈະປະຕິບັດຕາມກົດຂອງພຣະຄຣິດ ແລະ ເຮັດຕາມຕົວຢ່າງຂອງພຣະອົງ? ມັນອາດຈະເປັນວ່າເຮົາຕີຄວາມໝາຍຜິດ ເປັນສິ່ງທີ່ງ່າຍທີ່ບັນລຸໄດ້ ໂດຍບໍ່ມີການພະຍາຍາມ ຫລື ຄວາມພາກພຽນ. ການຕິດຕາມພຣະຄຣິດຮຽກຮ້ອງໃຫ້ມີຄວາມພະຍາຍາມ ແລະ ການປ່ຽນແປງຢ່າງຕໍ່ເນື່ອງ. ເຮົາຕ້ອງ “[ປະຖິ້ມ] ມະນຸດທີ່ມີຈິດໃຈທຳມະດາ ແລະ … [ກາຍເປັນເໝືອນ] ເດັກນ້ອຍ.” ນີ້ລວມທັງການ “ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ” ແລະ ການປ່ອຍຄວາມຊັບຊ້ອນໄປ, ຄືກັນກັບເດັກນ້ອຍເຮັດ. ການນຳໃຊ້ຄຳສອນຂອງພຣະຄຣິດໃນທາງທີ່ລຽບງ່າຍ ແລະ ສຸມໃສ່ ຈະຊ່ວຍໃຫ້ເຮົາພົບຄວາມສຸກໃນຊີວິດປະຈຳວັນຂອງເຮົາ, ໃຫ້ການຊີ້ນຳໃນການເອີ້ນຂອງເຮົາ, ຕອບບາງຄຳຖາມທີ່ຊັບຊ້ອນທີ່ສຸດ, ແລະ ໃຫ້ຄວາມເຂັ້ມແຂງທີ່ຈະປະເຊີນກັບຄວາມທ້າທ້າຍທີ່ຍິ່ງໃຫຍ່ທີ່ສຸດຂອງເຮົາ.
ແຕ່ເຮົາຈະນຳເອົາຄວາມລຽບງ່າຍນີ້ມານຳໃຊ້ແບບຕົວຈິງກັບຊີວິດຂອງເຮົາໃນຖານະສານຸສິດຂອງພຣະຄຣິດໄດ້ແນວໃດ? ປະທານແນວສັນໄດ້ເຕືອນເຮົາໃຫ້ສຸມໃສ່ “ຄວາມຈິງທີ່ບໍລິສຸດ, ຄຳສອນທີ່ບໍລິສຸດ, ແລະ ການເປີດເຜີຍທີ່ບໍລິສຸດ” ຂະນະທີ່ເຮົາສະແຫວງຫາທີ່ຈະຕິດຕາມພຣະຜູ້ຊ່ວຍໃຫ້ລອດ. ການຖາມເປັນປະຈຳວ່າ, “ອົງພຣະເຢຊູຄຣິດເຈົ້າຕ້ອງການໃຫ້ເຮົາເຮັດຫຍັງ?” ເປີດເຜີຍໃຫ້ເຫັນແນວທາງອັນເລິກເຊິ່ງ. ການເຮັດຕາມຕົວຢ່າງຂອງພຣະອົງ ເຮັດໃຫ້ເຮົາມີທາງທີ່ປອດໄພໃນການຜ່ານຜ່າຄວາມບໍ່ແນ່ນອນ ແລະ ມີພຣະຫັດທີ່ຊົງຮັກ ແລະ ຊົງນຳຈູງເຮົາໄປແຕ່ລະວັນ. ພຣະອົງເປັນອົງສັນຕິລາດ ແລະ ເປັນຜູ້ລ້ຽງແກະທີ່ດີ. ພຣະອົງຄືພຣະຜູ້ປອບໂຍນ ແລະ ພຣະຜູ້ປົດປ່ອຍ. ພຣະອົງຄືຫີນສີລາ ແລະ ບ່ອນປ້ອງກັນໃຫ້ປອດໄພຂອງເຮົາ. ພຣະອົງຄືເພື່ອນ—ເພື່ອນຂອງທ່ານ ແລະ ຂອງຂ້າພະເຈົ້າ! ພຣະອົງເຊື້ອເຊີນເຮົາທຸກຄົນໃຫ້ຮັກພຣະເຈົ້າ, ຮັກສາພຣະບັນຍັດຂອງພຣະອົງ, ແລະ ຮັກເພື່ອນບ້ານຂອງເຮົາ.
ເມື່ອເຮົາເລືອກທີ່ຈະປະຕິບັດຕາມແບບຢ່າງຂອງພຣະອົງ ແລະ ກ້າວຕໍ່ໄປດ້ວຍສັດທາໃນພຣະຄຣິດ, ຍອມຮັບເອົາອຳນາດແຫ່ງການຊົດໃຊ້ຂອງພຣະອົງ, ແລະ ຈື່ຈຳພັນທະສັນຍາຂອງເຮົາແລ້ວ, ຄວາມຮັກຈະເຕີມເຕັມຫົວໃຈຂອງເຮົາ, ຄວາມຫວັງ ແລະ ການປິ່ນປົວຈະຍົກລະດັບຈິດໃຈຂອງເຮົາ, ແລະ ຄວາມຂົມຂື່ນ ແລະ ຄວາມໂສກເສົ້າຈະຖືກແທນທີ່ດ້ວຍຄວາມກະຕັນຍູ ແລະ ຄວາມອົດທົນທີ່ຈະລໍຄອຍພອນທີ່ສັນຍາໄວ້. ບາງຄັ້ງ, ເຮົາອາດຕ້ອງຖອຍຫ່າງຈາກສະຖານະການທີ່ບໍ່ດີຕໍ່ສຸຂະພາບ ຫລື ສະແຫວງຫາຄວາມຊ່ວຍເຫລືອຈາກຜູ້ຊ່ຽວຊານ. ແຕ່ໃນທຸກກໍລະນີ, ການນຳໃຊ້ຫລັກທຳພຣະກິດຕິຄຸນທີ່ລຽບງ່າຍ ຈະຊ່ວຍໃຫ້ເຮົາຜ່ານພົ້ນຄວາມທ້າທາຍໃນຊີວິດໄປໃນວິທີຂອງພຣະຜູ້ເປັນເຈົ້າ.
ບາງຄັ້ງເຮົາປະເມີນຄວາມເຂັ້ມແຂງທີ່ເຮົາໄດ້ຮັບຈາກການກະທຳທີ່ລຽບງ່າຍນ້ອຍເກີນໄປ ເຊັ່ນ ການອະທິຖານ, ການຖືສິນອົດເຂົ້າ, ການສຶກສາພຣະຄຳພີ, ການກັບໃຈທຸກວັນ, ການຮັບສ່ວນສິນລະລຶກທຸກອາທິດ, ແລະ ການໄປບ້ານຂອງພຣະຜູ້ເປັນເຈົ້າເປັນປະຈຳ. ແຕ່ເມື່ອເຮົາຮັບຮູ້ວ່າເຮົາບໍ່ຈຳເປັນຕ້ອງ “ເຮັດສິ່ງທີ່ຍິ່ງໃຫຍ່ບາງຢ່າງ” ແລະ ເຮົາເອົາໃຈໃສ່ກັບການນຳໃຊ້ຄຳສອນທີ່ບໍລິສຸດ ແລະ ລຽບງ່າຍ, ແລ້ວເຮົາຈະເລີ່ມເຫັນວ່າ ພຣະກິດຕິຄຸນ “ທຳງານຢ່າງອັດສະຈັນ” ສຳລັບເຮົາ, ເຖິງແມ່ນຈະຢູ່ໃນສະພາບທີ່ທ້າທາຍຫລາຍທີ່ສຸດກໍຕາມ. ເຮົາພົບຄວາມເຂັ້ມແຂງ ແລະ “ຄວາມໝັ້ນໃຈຕໍ່ພຣະພັກຂອງພຣະເຈົ້າ,” ແມ່ນແຕ່ເມື່ອເຮົາປະສົບກັບຄວາມເຈັບປວດໃຈ. ແອວເດີ ເອັມ ຣະໂຊ ບາເລີດ ໄດ້ເຕືອນເຮົາຫລາຍເທື່ອວ່າ, “ໃນຄວາມລຽບງ່າຍນັ້ນ [ເຮົາ] ຈະພົບ … ຄວາມສະຫງົບ, ຄວາມຊື່ນຊົມ, ແລະ ຄວາມສຸກ.”
ການນຳໃຊ້ຄວາມລຽບງ່າຍທີ່ມີຢູ່ໃນພຣະຄຣິດ ເຮັດໃຫ້ເຮົາໃຫ້ຄວາມສຳຄັນກັບຜູ້ຄົນຫລາຍກວ່າຂະບວນການ ແລະ ຄວາມສຳພັນນິລັນດອນ ຫລາຍກວ່າພຶດຕິກຳໄລຍະສັ້ນ. ເຮົາສຸມໃຈໃສ່ “ສິ່ງທີ່ສຳຄັນທີ່ສຸດ” ໃນວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະເຈົ້າ ແທນທີ່ຈະຍຶດໝັ້ນໃນການຄວບຄຸມການປະຕິບັດສາດສະໜາກິດຂອງເຮົາ. ເຮົາເຮັດໃຫ້ຕົວເອງເປັນອິດສະລະທີ່ຈະຈັດລຳດັບຄວາມສຳຄັນໃນສິ່ງທີ່ເຮົາ ສາມາດ ເຮັດໄດ້ ແທນທີ່ຈະຖືກຖ່ວງດຶງດ້ວຍສິ່ງທີ່ເຮົາ ບໍ່ສາມາດ ເຮັດ. ພຣະຜູ້ເປັນເຈົ້າໄດ້ເຕືອນເຮົາວ່າ: “ດັ່ງນັ້ນ, ຢ່າເມື່ອຍລ້າໃນການເຮັດວຽກງານດີ, ເພາະພວກເຈົ້າພວມວາງຮາກຖານຂອງວຽກງານອັນຍິ່ງໃຫຍ່. ແລະ ຈາກສິ່ງເລັກນ້ອຍ ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ.” ຊ່າງເປັນກຳລັງໃຈທີ່ມີພະລັງອັນຍິ່ງໃຫຍ່ແທ້ໆ ທີ່ໃຫ້ເຮົາກະທຳດ້ວຍຄວາມລຽບງ່າຍ ແລະ ຖ່ອມຕົນ, ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດກໍຕາມ.
3. ໂອມາ ຊີເອສ໌ລາ
ແມ່ຕູ້ຍ່າຂອງຂ້າພະເຈົ້າ ມາທາ ຊີເອສ໌ລາ ໄດ້ເປັນຕົວຢ່າງອັນດີເລີດຂອງການເຮັດ “ເລື່ອງເລັກນ້ອຍ ແລະ ງ່າຍໆ” ຈະນຳເລື່ອງໃຫຍ່ມາ. ພວກເຮົາເອີ້ນເພິ່ນດ້ວຍຄວາມຮັກວ່າ ໂອມາ ຊີເອສ໌ລາ. ໂອມາໄດ້ຮັບເອົາພຣະກິດຕິຄຸນໃນບ້ານນ້ອຍຂອງເມືອງແຊວບອງເກນ ໃນເຂດຕາເວັນອອກ ປຣູເຊຍ ພ້ອມກັບແມ່ຕູ້ທວດຂອງຂ້າພະເຈົ້າ ໃນວັນທີ 30 ເດືອນພຶດສະພາ, 1926.
ມາທາ ຊີເອສ໌ລາ (ຂວາ) ໃນມື້ຮັບບັບຕິສະມາຂອງເພິ່ນ.
ເພິ່ນຮັກພຣະຜູ້ເປັນເຈົ້າ ແລະ ພຣະກິດຕິຄຸນຂອງພຣະອົງ ແລະ ໄດ້ຕັ້ງໃຈທີ່ຈະຮັກສາພັນທະສັນຍາທີ່ເພິ່ນໄດ້ເຮັດ. ໃນປີ 1930 ເພິ່ນໄດ້ແຕ່ງງານກັບພໍ່ຕູ້ປູ່ຂອງຂ້າພະເຈົ້າ, ຜູ້ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກ. ໃນຈຸດນີ້ ມັນເປັນໄປບໍ່ໄດ້ທີ່ໂອມາຈະເຂົ້າຮ່ວມການປະຊຸມຂອງສາດສະໜາຈັກ ເພາະວ່າຟາມຂອງພໍ່ຕູ້ປູ່ຂອງຂ້າພະເຈົ້າຢູ່ຫ່າງໄກຈາກໂບດທີ່ໃກ້ທີ່ສຸດ. ແຕ່ເພິ່ນໄດ້ສຸມໃຈໃສ່ກັບສິ່ງທີ່ເພິ່ນສາມາດເຮັດໄດ້. ໂອມາຍັງຄົງອະທິຖານ, ອ່ານພຣະຄຳພີ, ແລະ ຮ້ອງເພງຂອງຊີໂອນຕໍ່ໄປ.
ບາງຄົນອາດຄິດວ່າເພິ່ນບໍ່ກະຕືລືລົ້ນໃນສັດທາຂອງເພິ່ນອີກຕໍ່ໄປ, ແຕ່ນັ້ນຫ່າງໄກຈາກຄວາມຈິງຫລາຍ. ເມື່ອປ້າ ແລະ ພໍ່ຂອງຂ້າພະເຈົ້າໄດ້ເກີດມາ, ໂດຍບໍ່ມີຖານະປະໂລຫິດຢູ່ໃນບ້ານ ແລະ ບໍ່ມີການປະຊຸມຂອງສາດສະໜາຈັກ ຫລື ເຂົ້າເຖິງພິທີການທີ່ຢູ່ໃກ້, ເພິ່ນຈຶ່ງໄດ້ເຮັດທຸກວິທີທາງທີ່ເພິ່ນສາມາດເຮັດໄດ້ ແລະ ສຸມໃຈໃສ່ກັບການສິດສອນລູກໆຂອງເພິ່ນ “ໃຫ້ອະທິຖານ, ແລະ ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ.” ເພິ່ນໄດ້ອ່ານພຣະຄຳພີໃຫ້ເຂົາເຈົ້າຟັງ, ຮ້ອງເພງຂອງຊີໂອນກັບເຂົາເຈົ້າ, ແລະ ແນ່ນອນ ໄດ້ອະທິຖານກັບເຂົາເຈົ້າ—ທຸກໆວັນ. ປະສົບການຂອງສາດສະໜາຈັກທີ່ຕັ້ງບ້ານໃຫ້ເປັນສູນກາງ 100 ເປີເຊັນ.
ໃນປີ 1945 ພໍ່ຕູ້ປູ່ຂອງຂ້າພະເຈົ້າໄດ້ຮັບໃຊ້ໃນສົງຄາມຢູ່ຫ່າງໄກ. ເມື່ອສັດຕູໄດ້ເຂົ້າມາໃກ້ຟາມຂອງພວກເພິ່ນ, ໂອມາໄດ້ພາລູກນ້ອຍສອງຄົນຂອງເພິ່ນ ແລະ ຖິ້ມຟາມອັນເປັນທີ່ຮັກຂອງພວກເພິ່ນໄວ້ຂ້າງຫລັງ ເພື່ອໄປຫາບ່ອນຫລົບໄພໃນທີ່ປອດໄພ. ຫລັງຈາກການເດີນທາງທີ່ຍາກລຳບາກ ແລະ ອັນຕະລາຍ, ໃນທີ່ສຸດພວກເພິ່ນກໍໄດ້ພົບບ່ອນຫລົບໄພໃນເດືອນພຶດສະພາ ຂອງປີ 1945 ໃນພາກເໜືອຂອງປະເທດເຢຍລະມັນ. ພວກເພິ່ນບໍ່ເຫລືອຫຍັງນອກຈາກເສື້ອຜ້າຄາຄີງ. ແຕ່ໂອມາຍັງຄົງເຮັດສິ່ງທີ່ເພິ່ນສາມາດເຮັດໄດ້: ເພິ່ນອະທິຖານກັບລູກໆຂອງເພິ່ນ—ທຸກໆມື້. ເພິ່ນໄດ້ຮ້ອງເພງຂອງຊີໂອນກັບເຂົາເຈົ້າ ທີ່ເພິ່ນທ່ອງຂຶ້ນໃຈ—ທຸກໆມື້.
ຊີວິດແມ່ນຍາກທີ່ສຸດ ແລະ ເປັນເວລາຫລາຍປີທີ່ເພິ່ນສຸມໃຈໃສ່ພຽງແຕ່ໃຫ້ແນ່ໃຈວ່າ ມີອາຫານຢູ່ເທິງໂຕະ. ແຕ່ໃນປີ 1955 ພໍ່ຂອງຂ້າພະເຈົ້າ, ຕອນນັ້ນ 15 ປີ, ໄດ້ເຂົ້າໂຮງຮຽນການຊ່າງ ຢູ່ໃນເມືອງເຣນສະເບີກ. ເພິ່ນໄດ້ຍ່າງຜ່ານອາຄານຫລັງໜຶ່ງ ແລະ ເຫັນປ້າຍນ້ອຍໆຢູ່ຂ້າງນອກຂຽນວ່າ “Kirche Jesu Christi der Heiligen der Letzten Tage”—“ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.” ເພິ່ນຄິດວ່າ, “ໜ້າສົນໃຈ; ນີ້ແມ່ນໂບດຂອງແມ່.” ສະນັ້ນ ເມື່ອເພິ່ນກັບບ້ານ, ເພິ່ນໄດ້ບອກໂອມາວ່າ ເພິ່ນພົບໂບດຂອງແມ່ແລ້ວ.
ທ່ານຄົງຈິນຕະນາການໄດ້ວ່າ ເພິ່ນຄົງຮູ້ສຶກແນວໃດ ຫລັງຈາກເກືອບ 25 ປີ ທີ່ບໍ່ໄດ້ຕິດຕໍ່ກັບສາດສະໜາຈັກ. ເພິ່ນຕັ້ງໃຈທີ່ຈະເຂົ້າຮ່ວມໃນວັນອາທິດຕໍ່ໄປ ແລະ ໄດ້ຊັກຊວນໃຫ້ພໍ່ຂອງຂ້າພະເຈົ້າໄປກັບເພິ່ນ. ເມືອງເຣນສະເບີກຢູ່ຫ່າງໄກຫລາຍກວ່າ 20 ໄມ (32 ກິໂມແມັດ) ຈາກບ້ານນ້ອຍໆທີ່ພວກເພິ່ນອາໄສຢູ່. ແຕ່ກໍບໍ່ສາມາດກີດກັນໂອມາຈາກການໄປໂບດ. ວັນອາທິດຕໍ່ມາ, ເພິ່ນໄດ້ຂີ່ລົດຖີບໄປໂບດກັບພໍ່ຂອງຂ້າພະເຈົ້າ.
ເມື່ອກອງປະຊຸມສິນລະລຶກເລີ່ມຕົ້ນ, ພໍ່ຂອງຂ້າພະເຈົ້າໄດ້ນັ່ງຢູ່ແຖວສຸດທ້າຍ, ຫວັງວ່າມັນຈະສິ້ນສຸດລົງໃນໄວໆນັ້ນ. ນີ້ແມ່ນໂບດຂອງໂອມາ ແລະ ບໍ່ແມ່ນຂອງເພິ່ນ. ສິ່ງທີ່ເພິ່ນເຫັນນັ້ນບໍ່ໄດ້ໃຫ້ກຳລັງໃຈເລີຍ: ມີພຽງຜູ້ຍິງສູງອາຍຸບໍ່ເທົ່າໃດຄົນ ທີ່ເຂົ້າຮ່ວມ ແລະ ມີຜູ້ສອນສາດສະໜາໜຸ່ມສອງຄົນທີ່ຈັດການທຸກຢ່າງໃນກອງປະຊຸມນັ້ນ. ແຕ່ແລ້ວເຂົາເຈົ້າກໍເລີ່ມຮ້ອງເພງ, ແລະ ເຂົາເຈົ້າໄດ້ຮ້ອງເພງຂອງຊີໂອນທີ່ພໍ່ຂອງຂ້າພະເຈົ້າເຄີຍໄດ້ຍິນຕັ້ງແຕ່ຍັງນ້ອຍ: “ສິດທິຊົນມາ,” “ໂອ້ພຣະບິດາ,” “ສັນເສີນບຸລຸດ.” ການໄດ້ຍິນຝູງແກະນ້ອຍນີ້ຮ້ອງເພງຂອງຊີໂອນທີ່ເພິ່ນຮູ້ມາແຕ່ໄວເດັກ ໄດ້ແທງໃຈຂອງເພິ່ນ, ແລະ ເພິ່ນຮູ້ທັນທີ ແລະ ບໍ່ຕ້ອງສົງໄສວ່າ ສາດສະໜາຈັກເປັນຄວາມຈິງ.
ກອງປະຊຸມສິນລະລຶກຄັ້ງທຳອິດທີ່ແມ່ຕູ້ຍ່າຂອງຂ້າພະເຈົ້າໄດ້ເຂົ້າຮ່ວມຫລັງຈາກ 25 ປີ ແມ່ນກອງປະຊຸມທີ່ພໍ່ຂອງຂ້າພະເຈົ້າໄດ້ຮັບການຢືນຢັນສ່ວນຕົວກ່ຽວກັບຄວາມຈິງຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ. ເພິ່ນໄດ້ຮັບບັບຕິສະມາສາມອາທິດຈາກນັ້ນ, ໃນວັນທີ 25 ເດືອນກັນຍາ, 1955, ພ້ອມກັບພໍ່ຕູ້ປູ່ຂອງຂ້າພະເຈົ້າ ແລະ ປ້າຂອງຂ້າພະເຈົ້າ.
ມັນເປັນເວລາຫລາຍກວ່າ 70 ປີແລ້ວ ນັບຕັ້ງແຕ່ກອງປະຊຸມສິນລະລຶກນ້ອຍໆນັ້ນຢູ່ໃນເມືອງເຣນສະເບີກ. ຂ້າພະເຈົ້າມັກຈະຄິດເຖິງໂອມາ, ເພິ່ນຮູ້ສຶກແນວໃດໃນຄືນທີ່ໂດດດ່ຽວນັ້ນ, ໄດ້ເຮັດສິ່ງເລັກນ້ອຍ ແລະ ງ່າຍໆ ທີ່ເພິ່ນສາມາດເຮັດໄດ້, ເຊັ່ນການອະທິຖານ, ການອ່ານ, ແລະ ການຮ້ອງເພງ. ຂະນະທີ່ຂ້າພະເຈົ້າຢືນຢູ່ທີ່ນີ້ ໃນກອງປະຊຸມໃຫຍ່ສາມັນ ແລະ ເວົ້າກ່ຽວກັບໂອມາ, ຄວາມຕັ້ງໃຈຂອງເພິ່ນທີ່ຈະຮັກສາພັນທະສັນຍາຂອງເພິ່ນ ແລະ ໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ເຖິງແມ່ນຈະຕ້ອງປະເຊີນກັບຄວາມຍາກລຳບາກ ໄດ້ເຮັດໃຫ້ໃຈຂອງຂ້າພະເຈົ້າເຕັມໄປດ້ວຍຄວາມອ່ອນນ້ອມ ແລະ ກະຕັນຍູ—ບໍ່ພຽງແຕ່ສຳລັບເພິ່ນເທົ່ານັ້ນ ແຕ່ສຳລັບໄພ່ພົນທີ່ປະເສີດຂອງພວກເຮົາຫລາຍຄົນໃນທົ່ວໂລກນຳອີກ ທີ່ສຸມໃຈໃສ່ຄວາມລຽບງ່າຍໃນພຣະຄຣິດ ໃນສະພາບການທີ່ທ້າທາຍຂອງເຂົາເຈົ້າ, ບາງທີອາດເຫັນການປ່ຽນແປງພຽງເລັກນ້ອຍໃນຕອນນີ້ ແຕ່ເຊື່ອໝັ້ນວ່າສິ່ງທີ່ຍິ່ງໃຫຍ່ຈະເກີດຂຶ້ນໃນມື້ໜຶ່ງໃນອະນາຄົດ.
4. ເລື່ອງເລັກນ້ອຍ ແລະ ງ່າຍໆ
ຂ້າພະເຈົ້າໄດ້ຮຽນຮູ້ຜ່ານທາງປະສົບການຂອງຕົວເອງວ່າ ເລື່ອງເລັກນ້ອຍ ແລະ ງ່າຍໆຂອງພຣະກິດຕິຄຸນ ແລະ ການສຸມໃຈໃສ່ທີ່ພຣະຄຣິດຢ່າງຊື່ສັດ ຈະນຳພາເຮົາໄປສູ່ຄວາມຊື່ນຊົມທີ່ແທ້ຈິງ, ນຳການມະຫັດສະຈັນອັນຍິ່ງໃຫຍ່ມາໃຫ້, ແລະ ປະທານຄວາມເຊື່ອໝັ້ນໃຫ້ແກ່ເຮົາ ວ່າພອນທີ່ສັນຍາໄວ້ຈະເກີດເປັນຈິງ. ນີ້ເປັນຄວາມຈິງສຳລັບທ່ານ ເຊັ່ນດຽວກັບທີ່ເປັນຄວາມຈິງສຳລັບຂ້າພະເຈົ້າ. ໃນຖ້ອຍຄຳຂອງແອວເດີແຈັບຟະຣີ ອາ ຮໍແລນ, “ເຮົາຈະໄດ້ຮັບພອນບາງຢ່າງໄວ, ບາງຢ່າງຊ້າ, ແລະ ພອນບາງຢ່າງກໍຈະບໍ່ໄດ້ຮັບຈົນກວ່າຮອດສະຫວັນ; ແຕ່ສຳລັບຜູ້ຍຶດໝັ້ນໃນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ແມ່ນຈະໄດ້ຮັບ ພອນແທ້ໆ.” ຂ້າພະເຈົ້າຂໍເປັນພະຍານເຖິງສິ່ງນີ້ເຊັ່ນກັນ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.