ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ປັບ​ຫົວ​ໃຈ​ຂອງ​ທ່ານ​ຫາ​ພຣະ​ເຢ​ຊູ​ຄຣິດ: ຂອງ​ປະ​ທານ​ອັນ​ສັກ​ສິດ​ຂອງ​ດົນ​ຕີ​ປະ​ຖົມ​ໄວ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


10:37

ປັບ​ຫົວ​ໃຈ​ຂອງ​ທ່ານ​ຫາ​ພຣະ​ເຢ​ຊູ​ຄຣິດ: ຂອງ​ປະ​ທານ​ອັນ​ສັກ​ສິດ​ຂອງ​ດົນ​ຕີ​ປະ​ຖົມ​ໄວ

ເພງ​ປະ​ຖົມ​ໄວ​ເປັນ​ບົດ​ເທດ​ສະ​ໜາ​ສຳ​ລັບ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ປະ​ຈັກ​ພະ​ຍານ​ຕໍ່​ຄວາມ​ເປັນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ, ແລະ ເປັນ​ຄຳ​ອະ​ທິ​ຖານ​ທີ່​ແຕ່ງ​ເປັນ​ເພງ.

ໜຶ່ງ​ໃນ​ຫລາຍໆ​ພອນ​ຂອງ​ການ​ຮັບ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຊັ້ນ​ປະ​ຖົມ​ໄວ​ກໍ​ຄື ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ທີ່​ຈະ​ຮັກ​ໃນ​ພາ​ສາ​ຕ່າງໆ​ທີ່​ລີ້ນ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເວົ້າ​ໄດ້. ຂ້າ​ພະ​ເຈົ້າ​ໄດ້​ພົບ​ຄວາມ​ຊື່ນ​ຊົມ​ໃນ​ການ​ເຊື່ອມ​ໂຍງ​ກັບ​ເພື່ອນ​ໄພ່​ພົນ​ຜ່ານ​ທາງ​ພາ​ສາ​ຂອງ​ດົນ​ຕີ​ສັກ​ສິດ​ທີ່​ໃຊ້​ຮ່ວມ​ກັນ. ແລະ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ແມ່ນ​ຜ່ານ​ທາງ​ເພງ​ທີ່​ລຽບ​ງ່າຍ​ຂອງ​ຊັ້ນ​ປະ​ຖົມ​ໄວ, ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ຂ້າມ​ຜ່ານ​ທາງ​ອຸ​ປະ​ສັກ​ທາງ​ດ້ານ​ພາ​ສາ ແລະ ໄດ້​ເຕີມ​ເຕັມ​ຫົວ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ສຽງ​ກະ​ຊິບ​ຂອງ​ພຣະ​ອົງ. ໃນ​ສຽງ​ຂອງ​ເດັກ​ນ້ອຍ, ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ຖືກ​ປະ​ກາດ​ດ້ວຍ​ຄວາມ​ຈິງ​ທີ່​ຊັດ​ເຈນ ແລະ ສຽບ​ແທງ.

ເຖິງ​ແມ່ນ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຕີບ​ໂຕ​ໃນ​ຊັ້ນ​ປະ​ຖົມ​ໄວ, ພຣະ​ວິນ​ຍານ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ຢ່າງ​ໄວ​ວາ​ເຖິງ​ຄວາມ​ສັກ​ສິດ​ຂອງ​ບົດ​ເພງ​ຂອງ​ມັນ, ແລະ ມັນ​ໄດ້​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ນະ​ມັດ​ສະ​ການ​ສ່ວນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ. ເພງ​ປະ​ຖົມ​ໄວ​ໄດ້​ມີ​ອິດ​ທິ​ພົນ​ອັນ​ສັກ​ສິດ​ໃນ​ຊີ​ວິດ​ຂ້າ​ພະ​ເຈົ້າ ແລະ ໄດ້​ເຊີດ​ຊູ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ໄດ້​ສິດ​ສອນ​ຄວາມ​ຈິງ​ນິ​ລັນ​ດອນ​ແກ່​ຂ້າ​ພະ​ເຈົ້າ, ແລະ ໄດ້​ດຶງ​ຂ້າ​ພະ​ເຈົ້າ​ໃຫ້​ເຂົ້າ​ໃກ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຫລາຍ​ຍິ່ງ​ຂຶ້ນ.

ຄັ້ງ​ໜຶ່ງ ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ “ການ​ຮ້ອງ​ເພງ​ສວດ​ຄື​ໜຶ່ງ​ໃນ​ວິ​ທີ​ທີ່​ດີ​ທີ່​ສຸດ​ທີ່​ຈະ​ຮຽນ​ຮູ້​ຄຳ​ສອນ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ.” ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ເປັນ​ຄວາມ​ຈິງ​ສຳ​ລັບ​ເຮົາ​ທຸກ​ຄົນ ແຕ່​ສຳ​ລັບ​ເດັກ​ນ້ອຍ​ເປັນ​ພິ​ເສດ. ດົນ​ຕີ​ປະ​ຖົມ​ໄວ​ເປັນ​ໜຶ່ງ​ໃນ​ເຄື່ອງ​ມື​ທີ່​ອ່ອນ​ໂຍນ​ທີ່​ສຸດ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ການ​ປູກ​ເມັດ​ພືດ​ແຫ່ງ​ປະ​ຈັກ​ພະ​ຍານ​ໃນ​ຫົວ​ໃຈ​ຂອງ​ສາ​ນຸ​ສິດ​ທີ່​ອາ​ຍຸ​ນ້ອຍ​ທີ່​ສຸດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພໍ່​ແມ່, ຜູ້​ນຳ, ແລະ ຄູ​ສອນ​ໃຫ້​ການ​ບຳ​ລຸງ​ລ້ຽງ​ເມັດ​ພືດ​ນັ້ນ ຂະ​ນະ​ທີ່ ເຂົາ​ເຈົ້າ​ເປັນ​ພະ​ຍານ​ເຖິງ ແລະ ເຊື້ອ​ເຊີນ​ປະ​ຈັກ​ພະ​ຍານ​ຂອງ​ເດັກ​ນ້ອຍ ທຸກ​ຄົນ​ໃຫ້​ເຂົ້າ​ມາ​ຮູ້​ຈັກ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ; ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ; ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ໃນ​ຊ່ວງ​ຫລາຍ​ປີ​ຜ່ານ​ມາ​ຂອງ​ການ​ຮັບ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ໃຊ້​ເວ​ລາ​ຮ້ອງ​ເພງ ແລະ ຮຽນ​ຮູ້​ຈາກ​ດົນ​ຕີ​ປະ​ຖົມ​ໄວ ຂະ​ນະ​ທີ່​ຕຶກ​ຕອງ​ຄຳ​ຖາມ​ບາງ​ຂໍ້:

  • ເພງ​ປະ​ຖົມ​ໄວ​ທີ່​ໄດ້​ຮຽນ​ໃນ​ຕອນ​ຍັງ​ເປັນ​ເດັກ​ນ້ອຍ​ຈະ​ສາ​ມາດ​ກາຍ​ເປັນ​ພາ​ສາ​ທາງ​ວິນ​ຍານ​ທີ່​ເດັກ​ນ້ອຍ​ໃຊ້​ເພື່ອ ເປັນ​ພະ​ຍານ ຕະ​ຫລອດ​ຊີ​ວິດ​ຂອງ​ພວກ​ເຂົາ​ໄດ້​ແນວ​ໃດ?

  • ການ​ຮ້ອງ​ເພງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຈະ​ສາ​ມາດ​ຊ່ວຍ​ໃຫ້​ເດັກ​ນ້ອຍ ຈື່​ຈຳ ພຣະ​ຜູ້​ເປັນ​ເຈົ້າ​ວ່າ​ເປັນ​ສ່ວນ​ໜຶ່ງ​ຂອງ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ ແລະ ກຽມ​ພວກ​ເຂົາ​ສຳ​ລັບ​ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ?

  • ແລະ ເພງ​ປະ​ຖົມ​ໄວ​ຈະ​ສາ​ມາດ​ຊ່ວຍ ຂຽນ ກົດ​ຂອງ​ພຣະ​ເຈົ້າ​ເທິງ​ຫົວ​ໃຈ​ຂອງ​ສາ​ນຸ​ສິດ​ທີ່​ອາ​ຍຸ​ນ້ອຍ​ທີ່​ສຸດ​ເຫລົ່າ​ນີ້​ໄດ້​ແນວ​ໃດ?

ເມື່ອ​ຊັ້ນ​ປະ​ຖົມ​ໄວ​ໄດ້​ເລີ່ມ​ຕົ້ນ​ໃນ​ປີ 1878, ປະ​ທານ​ຜູ້​ທຳ​ອິດ, ອາວ​ເຣ​ເລຍ ສະ​ເປັນ​ເຊີ ຣໍ​ເຈີສ໌, ໄດ້​ສັງ​ເກດ​ວ່າ “ການ​ຮ້ອງ​ເພງ​ເປັນ​ສິ່ງ​ຈຳ​ເປັນ.” ດົນ​ຕີ​ໄດ້​ເປັນ​ຫົວ​ໃຈ​ສຳ​ຄັນ​ຂອງ​ການ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ແກ່​ເດັກ​ນ້ອຍ​ສະ​ເໝີ​ມາ. ເພງ​ປະ​ຖົມ​ໄວ​ສາ​ມາດ​ກາຍ​ເປັນ​ພາ​ສາ​ທາງ​ວິນ​ຍານ​ທຳ​ອິດ​ຂອງ​ເດັກ​ນ້ອຍ ຍ້ອນ​ທຳ​ນອງ​ທີ່​ລຽບ​ງ່າຍ ແລະ ໜ້າ​ຈົດ​ຈຳ​ຂອງ​ມັນ​ເປັນ​ສຽງ​ໃຫ້​ກັບ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ. ເພງ​ເຫລົ່າ​ນີ້​ຖື​ອຳ​ນາດ​ທີ່​ຈະ​ຢູ່​ກັບ​ເດັກ​ນ້ອຍ​ຕະ​ຫລອດ​ຊີ​ວິດ, ໂດຍ​ກາຍ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພວກ​ເຂົາ ແລະ ເປັນ​ວິ​ທີ​ທຳ​ມະ​ຊາດ ແລະ ທຳ​ມະ​ດາ​ທົ່ວ​ໄປ ສຳ​ລັບ​ພວກ​ເຂົາ​ທີ່​ຈະ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ເພງ

ເພງ​ປະ​ຖົມ​ໄວ​ສາ​ມາດ​ເປັນ​ເຄື່ອງ​ມື​ສິດ​ສອນ​ຄຳ​ສອນ​ທີ່​ມີ​ພະ​ລັງ. ເພງ​ບາງ​ເພງ​ເລົ່າ​ເລື່ອງ​ລາວ​ຊີ​ວິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ເພງ​ອື່ນໆ​ສິດ​ສອນ​ຄຸນ​ລັກ​ສະ​ນະ​ຂອງ​ພຣະ​ອົງ, ເຊັ່ນ ສັດ​ທາ​ຂອງ​ພຣະ​ອົງ, ຄວາມ​ຫວັງ​ຂອງ​ພຣະ​ອົງ, ແລະ ຄວາມ​ໃຈ​ບຸນ​ຂອງ​ພຣະ​ອົງ. ແລະ ເພງ​ທີ່​ສັກ​ສິດ​ທີ່​ສຸດ ເປັນ​ພະ​ຍານ​ເຖິງ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ ແລະ ຄວາມ​ຮັກ​ທີ່​ຫລັ່ງ​ໄຫລ​ຈາກ​ການ​ກະ​ທຳ​ແຫ່ງ​ຄວາມ​ລອດ​ນັ້ນ.

ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໄດ້​ສິດ​ສອນ​ວ່າ: “[ດົນ​ຕີ] ສາ​ມາດ​ສົ່ງ​ອິດ​ທິ​ພົນ​ດີ​ຢ່າງ​ຕໍ່​ເນື່ອງ​ເໜືອ​ການ​ເວ​ລາ ຕອນ​ທີ່​ເດັກ​ນ້ອຍ​ຍັງ​ນ້ອຍໆ. … [ມັນ] ມີ​ອຳ​ນາດ​ທີ່​ຈະ​ໃຫ້​ການ​ບຳ​ລຸງ​ລ້ຽງ​ທາງ​ວິນ​ຍານ. ມັນ​ມີ​ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ. ມັນ​ມີ​ອຳ​ນາດ [ນັ້ນ] ທີ່​ຈະ​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ນະ​ມັດ​ສະ​ການ; ມັນ​ຊ່ວຍ​ໃຫ້​ເຮົາ​ຕຶກ​ຕອງ​ການ​ຊົດ​ໃຊ້ [ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ] ແລະ ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ພ້ອມ​ດ້ວຍ​ຫລັກ​ທຳ​ແຫ່ງ​ຄວາມ​ລອດ ແລະ ພິ​ທີ​ການ​ແຫ່ງ​ຄວາມ​ສູງ​ສົ່ງ. ດົນ​ຕີ​ໃຫ້​ພະ​ລັງ​ແກ່​ເຮົາ​ເພື່ອ​ທີ່​ຈະ​ສະ​ແດງ​ອອກ​ເຖິງ​ຄວາມ​ຄິດ​ແຫ່ງ​ການ​ອະ​ທິ​ຖານ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ອັນ​ສັກ​ສິດ.”

ໃນ​ຖາ​ນະ​ພໍ່​ແມ່, ຜູ້​ນຳ, ແລະ ຄູ​ສອນ, ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ແມ່ນ​ລວມ​ທັງ​ການ​ຊ່ວຍ​ໃຫ້​ເດັກ​ນ້ອຍ​ເຂົ້າ​ເຖິງ​ພອນ​ທີ່​ໄດ້​ສັນ​ຍາ​ໄວ້ ໂດຍ​ການ​ສິດ​ສອນ​ດ້ວຍ​ຄວາມ​ຕັ້ງ​ໃຈ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ພົບ​ໃນ​ດົນ​ຕີ. ປະ​ທານ​ແນວ​ສັນ​ຍັງ​ໄດ້​ສິດ​ສອນ​ນຳ​ອີກ​ວ່າ “ເດັກ​ນ້ອຍ​ສາ​ມາດ​ຮຽນ​ຮູ້​ຄຳ​ສອນ​ເມື່ອ​ພວກ​ເຂົາ​ກຳ​ລັງ​ຮຽນ​ຮ້ອງ​ເພງ ສໍ່າໆ​ກັນ​ກັບ​ທີ່​ພວກ​ເຂົາ​ສາ​ມາດ​ຮຽນ​ຮູ້​ຄຳ​ສອນ​ໃນ​ຫ້ອງ​ຮຽນ.” ເພງ​ເຫລົ່າ​ນີ້​ສາ​ມາດ​ໃຫ້​ບ່ອນ​ເກັບ​ບົດ​ເທດ​ສະ​ໜາ​ທີ່​ເຕັມ​ໄປ​ດ້ວຍ​ສັດ​ທາ​ທີ່​ຊີ້​ໃຫ້​ເດັກ​ນ້ອຍ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ພັດ​ທະ​ນາ​ຄວາມ​ອຸ​ທິດ​ຕົນ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ພຣະ​ຄຳ​ພີ​ສິດ​ສອນ​ວ່າ ເພງ​ຂອງ​ຄົນ​ຊອບ​ທຳ​ທີ່​ມາ​ຈາກ​ຫົວ​ໃຈ ກໍ​ເປັນ​ຄວາມ​ເບີກ​ບານ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂ້າ​ພະ​ເຈົ້າ​ເຮັດ​ໄດ້​ພຽງ​ແຕ່​ຕົກ​ຕະ​ລຶງ​ກັບ​ຄວາມ​ເບີກ​ບານ​ທີ່​ສຽງ​ຂອງ​ສາ​ນຸ​ສິດ​ທີ່​ອາ​ຍຸ​ນ້ອຍ​ທີ່​ສຸດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນຳ​ມາ​ໃຫ້. ຂ້າ​ພະ​ເຈົ້າ​ຮູ້​ວ່າ ເພງ​ແຫ່ງ​ການ​ອະ​ທິ​ຖານ​ຂອງ​ພວກ​ເຂົາ​ໄປ​ຮອດ​ສະ​ຫວັນ​ໃນ​ຖາ​ນະ​ການ​ສະ​ແດງ​ອອກ​ເຖິງ​ສັດ​ທາ​ທີ່​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ສັກ​ສິດ​ໃຫ້​ຢືນ​ຢັນ​ຄວາມ​ຈິງ​ນິ​ລັນ​ດອນ ແລະ ເຊື້ອ​ເຊີນ​ຄົນ​ອື່ນ​ຢ່າງ​ອ່ອນ​ໂຍນ ແລະ ອ່ອນ​ຫວານ​ໃຫ້​ຮັບ​ເອົາ​ການ​ເອີ້ນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ຕິດ​ຕາມ​ພຣະ​ອົງ ແລະ ກັບ​ຄືນ​ບ້ານ. ດັ່ງ​ທີ່​ແອວ​ເດີ ເຮັນ​ຣີ ບີ ໄອ​ຣິງ ໄດ້​ຢໍ້າ​ເຕືອນ​ເຮົາ, ແມ່ນ​ໃນ​ຊ່ວງ​ເວ​ລາ​ແຫ່ງ​ການ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ ທີ່​ເຮົາ​ມີ​ຫລັກ​ຖານ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ກຳ​ລັງ​ເກີດ​ຜົນ​ໃນ​ຊີ​ວິດ​ຂອງ​ເຮົາ.

ປະ​ທັບ​ຄວາມ​ຈິງ​ໃສ່​ຫົວ​ໃຈ

ດົນ​ຕີ​ປະ​ຖົມ​ໄວ​ສາ​ມາດ​ເປັນ​ສິ່ງ​ອັດ​ສະ​ຈັນ​ທີ່​ເອົາ​ໄປ​ນຳ​ຕາມ​ເສັ້ນ​ໂຄ້ງ​ແຫ່ງ​ການ​ເປັນ​ສາ​ນຸ​ສິດ​ທີ່​ລູກໆ​ຂອງ​ເຮົາ​ຈະ​ເດີນ​ທາງ​ໄປ​ຕະ​ຫລອດ​ຊີ​ວິດ. ເພງ​ທີ່​ໄດ້​ຮຽນ​ຕອນ​ອາ​ຍຸ​ຫົກ​ປີ​ມີ​ອຳ​ນາດ​ທີ່​ຈະ​ຢູ່​ກັບ​ເຮົາ—ແລະ ສາ​ມາດ​ກັບ​ຄືນ​ມາ​ອີກ​ຄັ້ງ​ໃນ​ຫລາຍ​ທົດ​ສະ​ວັດ​ຕໍ່​ມາ ໃນ​ຊ່ວງ​ເວ​ລາ​ແຫ່ງ​ການ​ຕັດ​ສິນ​ໃຈ, ການ​ລໍ້​ລວງ, ຄວາມ​ທຸກ​ໂສກ, ຫລື ຄວາມ​ຊື່ນ​ຊົມ. ບາງ​ທີ​ໃນ​ຊ່ວງ​ບັ້ນ​ປາຍ​ຊີ​ວິດ​ຂອງ​ເຮົາ, ເນື້ອ​ເພງ​ຂອງ​ເພງ “I Will Follow God’s Plan [ເຮົາ​ຈະ​ເຮັດ​ຕາມ​ແຜນ​ຂອງ​ພຣະ​ເຈົ້າ]” ອາດ​ໃຊ້​ເປັນ​ສະ​ໝໍ​ທາງ​ວິນ​ຍານ​ທີ່​ເຮັດ​ໃຫ້​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ​ໂປ​ໂລ​ເຖິງ​ຄວາມ​ແນ່​ນອນ​ຂອງ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ທີ່​ມີ​ຕໍ່​ເຮົາ​ດັງ​ກ້ອງ. ຫລື ເນື້ອ​ເພງ​ອາດ​ຢໍ້າ​ເຕືອນ​ເຮົາ​ວ່າ ເພາະ​ພຣະ​ເຈົ້າ​ຮັກ​ສາ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ, ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ຈະ​ມອບ​ການ​ປອບ​ໃຈ​ທີ່​ເຂັ້ມ​ແຂງ ແລະ ບ່ອນ​ຫລົບ​ໄພ ແລະ ເຊື້ອ​ເຊີນ​ເຮົາ​ໃຫ້​ຝາກ​ຄວາມ​ຫວັງ ແລະ ຄວາມ​ໝັ້ນ​ໃຈ​ຂອງ​ເຮົາ​ຢ່າງ​ແນ່ວ​ແນ່​ໄວ້​ກັບ​ພຣະ​ເຢ​ຊູ​ຄຣິດ ແລະ ອຳ​ນາດ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ສະ​ມາ​ຊິກ​ຜູ້​ໃຫຍ່​ທົ່ວ​ທັງ​ໂລກ, ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ຍາກ​ລຳ​ບາກ, ມັກ​ຈະ​ຈື່ ແລະ ຫັນ​ໄປ​ຫາ​ເພງ​ປະ​ຖົມ​ໄວ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຕອນ​ເປັນ​ເດັກ​ນ້ອຍ. ສຳ​ລັບ​ຫລາຍ​ຄົນ​ແລ້ວ, ເພງ​ເຫລົ່າ​ນີ້​ໄດ້​ຄໍ້າ​ຊູ​ສະ​ຖາ​ປັດ​ຍະ​ກຳ​ຕອນ​ຕົ້ນ​ຂອງ​ສັດ​ທາ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ມັກ​ຈະ​ເປັນ​ບ່ອນ​ທຳ​ອິດ​ທີ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ໄດ້​ເລີ່ມ​ຕົ້ນ​ຂຶ້ນ. ພໍ່​ແມ່, ຜູ້​ນຳ, ແລະ ຄູ​ສອນ​ໄດ້​ບຳ​ລຸງ​ລ້ຽງ​ສັດ​ທາ​ນັ້ນ​ເປັນ​ເວ​ລາ​ຫລາຍ​ປີ ໂດຍ​ການ​ສິດ​ສອນ, ຮ້ອງ​ເພງ, ແລະ ເປັນ​ພະ​ຍານ​ແກ່​ເດັກ​ນ້ອຍ​ທັງ​ຫລາຍ​ດ້ວຍ​ຄວາມ​ຫ່ວງ​ໃຍ.

ຊິດ​ສະ​ເຕີ​ຄົນ​ໜຶ່ງ​ໄດ້​ແບ່ງ​ປັນ​ກັບ​ຂ້າ​ພະ​ເຈົ້າ​ວ່າ ລາວ​ທະ​ນຸ​ຖະ​ໜອມ​ດົນ​ຕີ​ປະ​ຖົມ​ໄວ​ຫລາຍ, ແລະ ຫລັງ​ຈາກ 20 ປີ​ຕໍ່​ມາ ລາວ​ໄດ້​ຍົກ​ຍ້ອງ​ມັນ​ທີ່​ເລັ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ອັນ​ຕໍ່​ເນື່ອງ​ຂອງ​ລາວ​ຫາ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສະ​ມາ​ຊິກ​ອີກ​ຄົນ​ໜຶ່ງ​ໄດ້​ເປັນ​ພະ​ຍານ​ວ່າ ຊັ້ນ​ປະ​ຖົມ​ໄວ​ໄດ້​ປູກ​ຝັງ​ເມັດ​ພືດ​ແຫ່ງ​ສັດ​ທາ ເມື່ອ​ຕອນ​ທີ່​ລາວ​ຍັງ​ນ້ອຍ ແລະ ເປັນ​ເຫດ​ຜົນ​ທີ່​ລາວ​ສາ​ມາດ​ກັບ​ຄືນ​ມາ​ສູ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕອນ​ທີ່​ລາວ​ອາ​ຍຸ 30 ປາຍ​ປີ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສັນ​ຍາ​ວ່າ, “[ພຣະ​ຜູ້​ປອບ​ໂຍນ] … ຈະ [ສິດ​ສອນ] ພວກ​ເຈົ້າ​ທຸກ​ສິ່ງ, ແລະ ຈະ​ເຕືອນ​ໃຫ້​ພວກ​ເຈົ້າ​ລະ​ນຶກ​ເຖິງ​ທຸກ​ສິ່ງ.” ດົນ​ຕີ​ປະ​ຖົມ​ໄວ​ສາ​ມາດ​ເປັນ​ວິ​ທີ​ໜຶ່ງ​ທີ່​ບັນ​ລຸ​ຄຳ​ສັນ​ຍາ​ນັ້ນ.

ເພງ​ປະ​ຖົມ​ໄວ​ອັນ​ເປັນ​ທີ່​ຮັກ​ອີກ​ເພງ​ໜຶ່ງ​ຖ່າຍ​ທອດ​ພະ​ລັງ​ແຫ່ງ​ສັດ​ທາ​ທີ່​ລຽບ​ງ່າຍ ແລະ ປະ​ຈັກ​ພະ​ຍານ​ທີ່​ຢັ້ງ​ຢືນ:

ຂະ​ນະ​ທີ່​ເຮົາ​ຍ່າງ​ໄປ​ກັບ​ພຣະ​ເຢ​ຊູ​ສູ່​ບ້ານ​ຂອງ​ເຮົາ​ຢູ່​ເບື້ອງ​ບົນ,

ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ​ດ້ວຍ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ແລະ ເຕີມ​ເຕັມ​ເຮົາ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ,

ປ່ຽນ​ແປງ​ຫົວ​ໃຈ​ຂອງ​ເຮົາ​ຕະ​ຫລອດ​ໄປ ແລະ ຊ່ວຍ​ໃຫ້​ເຮົາ​ເຫັນ​ຢ່າງ​ຊັດ​ເຈນ.

ເຮົາ​ຈະ​ຍ່າງ​ໄປ​ກັບ​ພຣະ​ເຢ​ຊູ, ແລະ ພຣະ​ອົງ​ຈະ​ຍ່າງ​ໄປ​ກັບ​ເຮົາ.

ຂະ​ນະ​ທີ່​ເດັກ​ນ້ອຍ​ຮ້ອງ​ເພງ, ພວກ​ເຂົາ​ກຳ​ລັງ​ສະ​ແດງ​ອອກ​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ສາ​ນຸ​ສິດ​ຄົນ​ໜຶ່ງ ແລະ ກຳ​ລັງ​ຮຽນ​ຮູ້​ແບບ​ແຜນ​ຂອງ​ການ​ໃຊ້​ຊີ​ວິດ​ຕາມ​ພັນ​ທະ​ສັນ​ຍາ. ພຣະ​ວິນ​ຍານ​ສາ​ມາດ​ໃຊ້​ດົນ​ຕີ​ເພື່ອ​ຈາ​ລຶກ​ຄວາມ​ຈິງ​ນິ​ລັນ​ດອນ​ໃສ່​ຫົວ​ໃຈ​ອັນ​ອ່ອນ​ໂຍນ​ຂອງ​ພວກ​ເຂົາ. ແລະ ເມື່ອ​ເວ​ລາ​ມາ​ເຖິງ, ເດັກ​ນ້ອຍ​ຈະ​ສາ​ມາດ​ເລືອກ​ທີ່​ຈະ​ປັບ ແລະ ຫັນ ຫົວ​ໃຈ ແລະ ຊີ​ວິດ​ຂອງ​ພວກ​ເຂົາ ຫາ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ກັບ​ພຣະ​ອົງ.

ການ​ຈື່​ຈຳ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ ແລະ ກຽມ​ພ້ອມ​ສຳ​ລັບ​ພິ​ທີ​ການ​ຕ່າງໆ

ດົນ​ຕີ​ສັກ​ສິດ​ສາ​ມາດ​ຊ່ວຍ​ຂຽນ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ໃສ່​ຈິດ​ວິນ​ຍານ ແລະ ກຽມ​ເຮົາ​ໃຫ້​ພ້ອມ​ທີ່​ຈະ​ຮັບ​ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ອົງ. ມັນ​ເຊື່ອມ​ຕໍ່​ຄຳ​ສອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃສ່​ກັບ​ຄວາມ​ຊົງ​ຈຳ​ຂອງ​ເຮົາ ແລະ ຄວາມ​ຊົງ​ຈຳ​ນັ້ນ​ໃສ່​ກັບ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ​ໃນ​ພຣະ​ອົງ.

ໃນ​ຖາ​ນະ​ຜູ້​ນຳ​ຊັ້ນ​ປະ​ຖົມ​ໄວ, ພວກ​ເຮົາ​ມີ​ໂອ​ກາດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ​ອັນ​ສັກ​ສິດ​ເພື່ອ​ໃຫ້​ແນ່​ໃຈ​ວ່າ ດົນ​ຕີ​ໃນ​ຊັ້ນ​ປະ​ຖົມ​ໄວ​ຈະ​ຖືກ​ສິດ​ສອນ​ດ້ວຍ​ຄວາມ​ຊື່ນ​ຊົມ, ດ້ວຍ​ຄວາມ​ເຂົ້າ​ໃຈ​ໃນ​ຄຳ​ສອນ, ແລະ ດ້ວຍ​ພຣະ​ວິນ​ຍານ. ນີ້​ລວມ​ໄປ​ເຖິງ​ການ​ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ສັງ​ເກດ​ເຫັນ​ສິ່ງ​ທີ່​ພວກ​ເຂົາ​ຮູ້​ສຶກ​ຂະ​ນະ​ທີ່​ພວກ​ເຂົາ​ຮ້ອງ​ເພງ ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ຈັກ​ວ່າ ຄວາມ​ຮູ້​ສຶກ​ເຫລົ່າ​ນັ້ນ​ມາ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນີ້​ຊ່ວຍ​ກຽມ​ລູກໆ​ຂອງ​ເຮົາ​ໃຫ້​ພ້ອມ​ສຳ​ລັບ​ພິ​ທີ​ການ​ອັນ​ສັກ​ສິດ, ເຊັ່ນ ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ພ້ອມ​ທັງ​ດົນ​ໃຈ​ຄວາມ​ຊົງ​ຈຳ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ ຂະ​ນະ​ທີ່​ພວກ​ເຂົາ​ຕໍ່​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ​ກັບ​ພຣະ​ເຈົ້າ​ຢ່າງ​ເປັນ​ປະ​ຈຳ.

ໃນ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ, ຫລັງ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສ້າງ​ຕັ້ງ​ສິນ​ລະ​ລຶກ​ນັ້ນ, ມັດ​ທາຍ​ໄດ້​ບັນ​ທຶກ​ວ່າ “ເມື່ອ​ພວກ​ເພິ່ນ​ຮ້ອງ​ເພງ​ສັນ​ລະ​ເສີນ​ພຣະ​ເຈົ້າ​ບົດ​ໜຶ່ງ​ແລ້ວ ກໍ​ພາ​ກັນ​ອອກ​ໄປ​ທີ່​ພູ​ເຂົາ​ໝາກ​ກອກ​ເທດ.” ແຕ່​ລະ​ອາ​ທິດ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ລວມ​ທັງ​ເດັກ​ນ້ອຍ​ທີ່​ໄດ້​ຮັບ​ບັບ​ຕິ​ສະ​ມາ​ຊຶ່ງ​ມີ​ອາ​ຍຸ​ພຽງ​ແປດ​ປີ, ກຽມ​ຕົວ​ເພື່ອ​ທີ່​ຈະ​ຮັບ​ສິນ​ລະ​ລຶກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຜ່ານ​ທາງ​ການ​ຮ້ອງ​ເພງ​ສັກ​ສິດ, ບ່ອນ​ຊຸມ​ນຸມ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ​ແມ່ນ​ໄດ້​ຮັບ​ໂອ​ກາດ​ທີ່​ຈະ​ກຽມ​ໃຈ​ຂອງ​ພວກ​ເຂົາ​ສຳ​ລັບ​ພິ​ທີ​ການ​ສັກ​ສິດ ເພື່ອ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ອົງ​ໄວ້​ກັບ​ເຂົາ​ເຈົ້າ, ເພື່ອ​ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ, ແລະ ເພື່ອ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

ປະ​ຈັກ​ພະ​ຍານ​ປິດ​ທ້າຍ

ໝູ່​ເພື່ອນ​ທີ່​ຮັກ​ແພງ​ເອີຍ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເພງ​ປະ​ຖົມ​ໄວ​ສິດ​ສອນ​ຄວາມ​ຈິງ​ນິ​ລັນ​ດອນ ແລະ ຄຳ​ສອນ​ທີ່​ນຳ​ພາ​ເຮົາ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ພິ​ຈາ​ລະ​ນາ​ວ່າ ຄວາມ​ຈິງ​ທີ່​ເປັນ​ພື້ນ​ຖານ​ອັນ​ໃດ​ທີ່​ຖືກ​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ທ່ານ​ຜ່ານ​ທາງ​ຄຳ​ສອນ​ທີ່​ລຽບ​ງ່າຍ​ຂອງ​ເພງ​ເຫລົ່າ​ນີ້ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຈິງ​ເຫລົ່າ​ນັ້ນ​ແກ່​ສາ​ນຸ​ສິດ​ທີ່​ອາ​ຍຸ​ນ້ອຍ​ທີ່​ສຸດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຂະ​ນະ​ທີ່​ທ່ານ​ສິດ​ສອນ​ພວກ​ເຂົາ​ເຖິງ​ຂ່າວ​ປະ​ເສີດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຜ່ານ​ທາງ​ເພງ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຈົ້າ​ພຣະ​ບິ​ດາ​ຂອງ​ເຮົາ, ໃນ​ຄວາມ​ຮັກ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ, ໄດ້​ສົ່ງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ມາ​ຍັງ​ແຜ່ນ​ດິນ​ໂລກ​ເພື່ອ​ສິດ​ສອນ​ເຮົາ, ເພື່ອ​ຊີ້​ທາງ​ໃຫ້​ເຮົາ, ແລະ ເພື່ອ​ໄຖ່​ເຮົາ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ຊີ​ວິດ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນັ້ນ​ເປັນ​ເລື່ອງ​ແທ້ ແລະ ເປັນ​ສ່ວນ​ຕົວ. ພຣະ​ຄຳ​ພີ​ເຕັມ​ໄປ​ດ້ວຍ​ເລື່ອງ​ລາວ​ຂອງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ, ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ແລະ ການ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຍິນ ແລະ ຕອບ​ຄຳ​ອະ​ທິ​ຖານ​ທີ່​ຈິງ​ໃຈ​ຂອງ​ລູກໆ​ຂອງ​ພຣະ​ອົງ, ບໍ່​ວ່າ​ຈະ​ອາ​ຍຸ​ເທົ່າ​ໃດ, ສະ​ພາບ​ການ​ເປັນ​ແນວ​ໃດ, ຫລື ພາ​ສາ​ໃດ​ກໍ​ຕາມ. ພຣະ​ອົງ​ຟັງ​ຄຳ​ວິງ​ວອນ​ອັນ​ງຽບໆ​ໃນ​ໃຈ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໃນ​ເຄັດ​ເຊ​ມາ​ເນ, ພຣະ​ເຢ​ຊູ​ຄຣິດ​ໄດ້​ແບກ​ເອົາ​ນໍ້າ​ໜັກ​ຂອງ​ບາບ, ຄວາມ​ໂສກ​ເສົ້າ, ແລະ ຄວາມ​ເຈັບ​ປວດ​ຂອງ​ເຮົາ. ພຣະ​ອົງ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຢ່າງ​ເຕັມ​ພຣະ​ໄທ ຍ້ອນ​ຄວາມ​ຮັກ​ທີ່​ພຣະ​ອົງ​ມີ​ຕໍ່​ເຮົາ ແລະ ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ໄດ້​ຮັບ​ອະ​ໄພ ແລະ ກັບ​ຄືນ​ບ້ານ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ລູກ​ແທ້ໆ​ຂອງ​ພຣະ​ເຈົ້າ, ທີ່​ໄດ້​ຖືກ​ສ້າງ​ຕາມ​ຮູບ​ລັກ​ສະ​ນະ​ຂອງ​ພຣະ​ອົງ, ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ, ແລະ ໄດ້​ຮັບ​ເຊີນ​ໃຫ້​ກັບ​ຄືນ​ໄປ​ຢູ່​ກັບ​ພຣະ​ອົງ ຖ້າ​ເຮົາ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ​ຂອງ​ເຮົາ, ແລະ ເມື່ອ​ເຮົາ​ຕິດ​ຕາມ​ພຣະ​ອົງ​ໂດຍ​ການ​ຮັບ​ໃຊ້, ໃຫ້​ອະ​ໄພ, ແລະ ຮັກ​ຄົນ​ອື່ນ, ເຮົາ​ກໍ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຍິ່ງ​ຂຶ້ນ​ທຸກໆ​ມື້.

ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ວິ​ຫານ​ອັນ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເປັນ​ບ້ານ​ຂອງ​ພຣະ​ອົງ​ຢູ່​ເທິງ​ໂລກ​ນີ້. ໃນ​ພຣະ​ວິ​ຫານ, ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ, ຮັບ​ພອນ​ນິ​ລັນ​ດອນ, ແລະ ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ອົງ​ຫລາຍ​ຍິ່ງ​ຂຶ້ນ ແລະ ຮູ້​ສຶກ​ເຖິງ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ຫລາຍ​ຍິ່ງ​ຂຶ້ນ. ພຣະ​ວິ​ຫານ​ເປັນ​ສະ​ຖານ​ທີ່​ແຫ່ງ​ການ​ຮຽນ​ຮູ້, ສັນ​ຕິ​ສຸກ, ແລະ ການ​ກຽມ​ພ້ອມ​ສຳ​ລັບ​ຊີ​ວິດ​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ໃນ​ການ​ສິດ​ສອນ ແລະ ຮ້ອງ​ເພງ​ປະ​ຖົມ​ໄວ​ເຫລົ່າ​ນີ້​ແກ່​ລູກໆ​ຂອງ​ເຮົາ ບໍ່​ແມ່ນ​ພຽງ​ແຕ່​ສ່ວນ​ທີ່​ດີ​ຂອງ​ປະ​ເພ​ນີ​ທາງ​ສາດ​ສະ​ໜາ​ຂອງ​ເຮົາ. ມັນ​ເປັນ​ບົດ​ເທດ​ສະ​ໜາ​ສຳ​ລັບ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ປະ​ຈັກ​ພະ​ຍານ​ຕໍ່​ຄວາມ​ເປັນ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ, ແລະ ເປັນ​ຄຳ​ອະ​ທິ​ຖານ​ທີ່​ແຕ່ງ​ເປັນ​ເພງ. ດົນ​ຕີ​ສັກ​ສິດ​ສາ​ມາດ​ສ່ອງ​ແສງ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ແກ່​ຜູ້​ທີ່​ຟັງ ແລະ ສາ​ມາດ​ຖອກ​ເທ​ມັນ​ໃສ່​ຫົວ​ໃຈ​ຂອງ​ຜູ້​ທີ່​ຮ້ອງ. ໝູ່​ເພື່ອນ​ທີ່​ຮັກ​ແພງ​ທັງ​ຫລາຍ​ເອີຍ, ພຣະ​ເຢ​ຊູ​ຍັງ​ຢາກ​ໃຫ້​ເຮົາ​ເປັນ​ລຳ​ແສງ. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Dallin H. Oaks, “Worship Through Music,” Ensign, Nov. 1994, 10.

  2. “ເພງ​ຂອງ​ຄົນ​ຊອບ​ທຳ​ເປັນ​ຄຳ​ອະ​ທິ​ຖານ​ຫາ​ເຮົາ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:12).

  3. “ເພງ​ສັກ​ສິດ​ເປັນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຫລາຍ​ຂອງ​ກອງ​ປະ​ຊຸມ​ສິນ​ລະ​ລຶກ ແລະ ການ​ປະ​ຊຸມ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ. … ສະ​ມາ​ຊິກ​ເຕົ້າ​ໂຮມ​ກັນ​ໃນ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ຮັບ​ສ່ວນ​ສິນ​ລະ​ລຶກ. ພວກ​ເຂົາ​ເຕົ້າ​ໂຮມ​ກັນ​ເພື່ອ​ສ້າງ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ ແລະ ເພື່ອ​ນະ​ມັດ​ສະ​ການ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ. ເພງ​ຄວນ​ໄດ້​ຮັບ​ການ​ເລືອກ​ເພື່ອ​ຊ່ວຍ​ບັນ​ລຸ​ຈຸດ​ປະ​ສົງ​ເຫລົ່າ​ນີ້. … ເພງ​ສວດ​ສິນ​ລະ​ລຶກ​ຄວນ​ອ້າງ​ອີງ​ເຖິງ​ສິນ​ລະ​ລຶກ​ເອງ ຫລື ເຖິງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ” (ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 19.3, 19.3.2, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

  4. “ເຮົາ​ຈະ​ຕັ້ງ​ກົດ​ບັນ​ຍັດ​ຂອງ​ເຮົາ​ໄວ້​ພາຍ​ໃນ​ພວກ​ເຂົາ ແລະ ຂຽນ​ກົດ​ບັນ​ຍັດ​ນັ້ນ​ໄວ້​ທີ່​ຫົວ​ໃຈ​ຂອງ​ພວກ​ເຂົາ” (ເຢ​ເຣ​ມີ​ຢາ 31:33).

  5. Aurelia Spencer Rogers, in “A History of the Primary Organization,” history.ChurchofJesusChrist.org.

  6. Russell M. Nelson, “Power and Protection Provided by Worthy Music” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 4 ເດືອນ​ພຶດ​ສະ​ພາ, 2008), 4, 5, speeches.byu.edu.

  7. Russell M. Nelson, ໃນ “Keep Singing Songs That Teach Doctrine, Says President Nelson” (ວິ​ດີ​ໂອ), ChurchofJesusChrist.org.

  8. “ພວກ​ເຮົາ​ຫວັງ​ວ່າ​ຜູ້​ນຳ, ຄູ​ສອນ, ແລະ ສະ​ມາ​ຊິກ​ທີ່​ຖືກ​ເອີ້ນ​ໃຫ້​ຂຶ້ນ​ກ່າວ ຈະ​ຫັນ​ມາ​ຫາ​ປຶ້ມ​ເພງ​ສວດ​ຢູ່​ເລື້ອຍໆ ເພື່ອ​ຊອກ​ຫາ​ບົດ​ເທດ​ສະ​ໜາ​ທີ່​ໄດ້​ຖືກ​ນຳ​ສະ​ເໜີ​ຢ່າງ​ມີ​ພະ​ລັງ ແລະ ຢ່າງ​ງົດ​ງາມ​ໃນ​ຮູບ​ແບບ​ຄຳ​ກອນ. …

    “ດົນ​ຕີ​ມີ​ອຳ​ນາດ​ທີ່​ບໍ່​ມີ​ຂອບ​ເຂດ​ໃນ​ການ​ຂັບ​ເຄື່ອນ​ຄອບ​ຄົວ​ໄປ​ສູ່​ຄວາມ​ເປັນ​ທາງ​ວິນ​ຍານ​ທີ່​ຍິ່ງ​ໃຫຍ່​ກວ່າ ແລະ ຄວາມ​ອຸ​ທິດ​ຕົນ​ຕໍ່​ພຣະ​ກິດ​ຕິ​ຄຸນ. ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄວນ​ເຕີມ​ເຕັມ​ບ້ານ​ຂອງ​ຕົນ​ດ້ວຍ​ສຽງ​ຂອງ​ດົນ​ຕີ​ທີ່​ມີ​ຄ່າ​ຄວນ. …

    “ສິດ​ສອນ​ລູກໆ​ຂອງ​ທ່ານ​ໃຫ້​ຮັກ​ເພງ​ສວດ. ຮ້ອງ​ເພງ​ກັບ​ພວກ​ເຂົາ​ໃນ​ວັນ​ຊະ​ບາ​ໂຕ, ໃນ​ການ​ສັງ​ສັນ​ໃນ​ຕອນ​ແລງ, ລະ​ຫວ່າງ​ການ​ສຶກ​ສາ​ພຣະ​ຄຳ​ພີ, ໃນ​ເວ​ລາ​ອະ​ທິ​ຖານ. ຮ້ອງ​ເພງ​ຂະ​ນະ​ທີ່​ທ່ານ​ເຮັດ​ວຽກ, ຂະ​ນະ​ທີ່​ທ່ານ​ຫລິ້ນ, ແລະ ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ນຳ​ກັນ. ຮ້ອງ​ເພງ​ສວດ​ເປັນ​ເພງ​ກ່ອມ​ນອນ ເພື່ອ​ສ້າງ​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ໃນ​ລູກ​ນ້ອຍ​ຂອງ​ທ່ານ” (“First Presidency Preface,” Hymns, ix, x).

  9. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 25:12.

  10. “ຖ້າ​ຫາກ​ທ່ານ​ຮູ້​ສຶກ​ເຖິງ​ອິດ​ທິ​ພົນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ … , ທ່ານ​ອາດ​ຖື​ມັນ​ເປັນ​ຫລັກ​ຖານ​ວ່າ ການ​ຊົດ​ໃຊ້​ກຳ​ລັງ​ເກີດ​ຜົນ​ຢູ່​ໃນ​ຊີ​ວິດ​ຂອງ​ທ່ານ” (Henry B. Eyring, “Gifts of the Spirit for Hard Times” [ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 10 ເດືອນ​ກັນ​ຍາ, 2006], 5, speeches.byu.edu).

  11. ເບິ່ງ ເຮັບ​ເຮີ 6:17–19.

  12. ເບິ່ງ ໂມໂຣໄນ 7:41.

  13. ໂຢ​ຮັນ 14:26.

  14. “I Will Walk with Jesus,” Hymns—For Home and Church, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  15. ມັດ​ທາຍ 26:30.

  16. “ເຖິງ​ແມ່ນ​ວ່າ​ພິ​ທີ​ການ​ສິນ​ລະ​ລຶກ​ແມ່ນ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ແຕ່​ກໍ​ບໍ່​ຄວນ​ເຮັດ​ສິ່ງ​ໃດ​ເພື່ອ​ກີດ​ກັນ​ຄົນ​ອື່ນ​ຈາກ​ການ​ຮັບ​ສ່ວນ” (ຄູ່​ມື​ທົ່ວ​ໄປ, 18.9.3). ໂດຍ​ສະ​ເພາະ, ເປັນ​ຄວາມ​ເໝາະ​ສົມ​ສຳ​ລັບ​ເດັກ​ນ້ອຍ​ທີ່​ຈະ​ຮັບ​ສ່ວນ​ສິນ​ລະ​ລຶກ​ກ່ອນ​ທີ່​ພວກ​ເຂົາ​ຈະ​ເຖິງ​ອາ​ຍຸ​ທີ່​ຮູ້​ຈັກ​ຮັບ​ຜິດ​ຊອບ ເພື່ອ​ພວກ​ເຂົາ​ຈະ​ສາ​ມາດ​ພັດ​ທະ​ນາ​ຄວາມ​ຮູ້​ບຸນ​ຄຸນ​ຫລາຍ​ຂື້ນ​ຕໍ່​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ກຽມ​ພ້ອມ​ທີ່​ຈະ​ເຂົ້າ​ໄປ​ສູ່​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ກັບ​ພຣະ​ເຈົ້າ​ໃນ​ອະ​ນາ​ຄົດ.

  17. ເບິ່ງ “He Sent His Son,” Children’s Songbook, 34–35.

  18. ເບິ່ງ “Tell Me the Stories of Jesus,” Children’s Songbook, 57.

  19. ເບິ່ງ “A Child’s Prayer,” Children’s Songbook, 12–13.

  20. ເບິ່ງ “Gethsemane,” Hymns—For Home and Church.

  21. ເບິ່ງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 64.

  22. ເບິ່ງ “I’m Trying to Be like Jesus,” Children’s Songbook, 78–79.

  23. ເບິ່ງ “I Love to See the Temple,” Children’s Songbook, 95.

  24. ເບິ່ງ “Jesus Wants Me for a Sunbeam,” Children’s Songbook, 60.