ບັນດາສາດສະດາຂອງພຣະເຈົ້າ
ການຟັງ ແລະ ເຊື່ອຟັງສຽງຂອງສາດສະດາ ແມ່ນສຳຄັນສຳລັບການຍຶດຖືທຸກສິ່ງທີ່ດີໄວ້ ຈົນເຖິງການສະເດັດມາຄັ້ງທີສອງ.
ຊາວໜຸ່ມເອີຍ, ເຮົາຊ່າງມີພາກກອງປະຊຸມທີ່ງົດງາມແທ້ໆ! ເຮົາໄດ້ຟັງອັກຄະສາວົກທີ່ມີຊີວິດຂອງພຣະເຢຊູຄຣິດສາມທ່ານແລ້ວ. ຊ່າງເປັນພອນທີ່ແສນວິເສດແທ້ໆ! ແລະ ເຮົາຈະຍັງໄດ້ຟັງອີກທ່ານໜຶ່ງ, ແອວເດີ ເຮັນຣີ ບີ ໄອຣິງ. ງານລ້ຽງທາງວິນຍານຍັງຄົງດຳເນີນຕໍ່ໄປ!
ເມື່ອຂ້າພະເຈົ້າໄດ້ກ່າວປາໄສປີກາຍນີ້, ເຮົາໄດ້ຮຽນຮູ້ວິທີທີ່ຈະປະເຊີນກັບໂລກນີ້ຜ່ານປະສົບການຂອງດາວິດກັບໂກລີອາດ. ຈື່ກ້ອນຫີນຫ້າກ້ອນໄດ້ບໍ່? ມື້ນີ້ ຂ້າພະເຈົ້າຈະແບ່ງປັນເລື່ອງລາວພຣະຄຳພີເດີມທີ່ຂ້າພະເຈົ້າໄດ້ອ່ານຕອນທີ່ອາຍຸເທົ່າກັບພວກເຈົ້າ ຊຶ່ງເຮັດໃຫ້ຂ້າພະເຈົ້າຢາກເປັນຄືກັບຕົວເອກຂອງເລື່ອງນີ້. ພຣະຄຳພີບໍ່ບອກເຮົາກ່ຽວກັບຊື່ຂອງນາງ, ສະນັ້ນ ເຮົາຈະເອີ້ນນາງວ່າ ຍິງຊາວຊູເນມ ເພາະນີ້ແມ່ນຊື່ເມືອງຂອງນາງ.
ມື້ໜຶ່ງ ສາດສະດາ ເອລີຊາ ກຳລັງຜ່ານເມືອງຊູເນມ, ແລະ ເຮົາໄດ້ອ່ານວ່າ ທີ່ນັ້ນມີ “ຍິງຊາວຊູເນມຜູ້ຮັ່ງມີຄົນໜຶ່ງອາໄສຢູ່. ນາງໄດ້ເຊີນ ເອລີຊາໄປຮັບປະທານອາຫານນຳ. ແລະ ຕັ້ງແຕ່ນັ້ນມາ ເອລີຊາກໍຮັບປະທານອາຫານທີ່ເຮືອນນາງທຸກເທື່ອ ທີ່ເພິ່ນໄປ … .” ຂ້າພະເຈົ້າຈິນຕະນາການວ່າສາດສະດາເອລີຊາດີໃຈຫລາຍທີ່ໄດ້ຮັບເຊີນໄປກິນເຂົ້າຢູ່ເຮືອນຂອງນາງ! ເພິ່ນເຄີຍໄປຫລາຍເທື່ອແລ້ວ, ເມື່ອມື້ໜຶ່ງ ຍິງຄົນນັ້ນໄດ້ກ່າວກັບສາມີຂອງນາງວ່າ, “ຂ້ອຍເຊື່ອວ່າຊາຍຜູ້ທີ່ມານີ້ເລື້ອຍໆ ເປັນຜູ້ບໍລິສຸດຄົນໜຶ່ງຂອງພຣະເຈົ້າ.”
ຍິງຄົນນັ້ນກ່າວວ່າ, “ບັດນີ້, ຂ້ອຍເຊື່ອວ່າ.” ເບິ່ງຄືວ່າ ນາງໄດ້ເຊີນເອລີຊາມາເຮືອນຂອງນາງໂດຍທີ່ບໍ່ຮູ້ວ່າເພິ່ນເປັນສາດສະດາ; ນາງໄດ້ຮັບປະຈັກພະຍານຂອງນາງຜ່ານທາງພຣະວິນຍານບໍລິສຸດ ໂດຍການຕັ້ງໃຈຟັງສິ່ງທີ່ເອລີຊາໄດ້ກ່າວ ແລະ ໄດ້ສິດສອນ. (ໃຫ້ຈື່ໄວ້ວ່າ, ສະໄໝນັ້ນບໍ່ມີຮູບ! ສະນັ້ນ ຈຶ່ງເປັນເລື່ອງຍາກທີ່ຈະຮູ້ຈັກສາດສະດາຈາກໃບໜ້າຂອງເພິ່ນເທົ່ານັ້ນ.)
ແຕ່ເລື່ອງລາວບໍ່ໄດ້ຈົບລົງພຽງເທົ່ານີ້. ມື້ໜຶ່ງ ຍິງຄົນນັ້ນໄດ້ກ່າວຕໍ່ສາມີຂອງຕົນວ່າ, “ໃຫ້ພວກເຮົາເຮັດຫ້ອງນ້ອຍຢູ່ເທິງຫລັງຄາພຽງ, … ຫາເອົາຕຽງ, ໂຕະ, ຕັ່ງ ແລະ ຕະກຽງໄປໄວ້ທີ່ນັ້ນ ແລະ ເມື່ອໃດເພິ່ນມາຢ້ຽມຢາມພວກເຮົາ ກໍໃຫ້ເພິ່ນພັກຢູ່ທີ່ນັ້ນ.”
ຍິງທີ່ຊື່ສັດຄົນນີ້ເຕັມໃຈທີ່ຈະສ້າງຫ້ອງໃນເຮືອນຂອງນາງ ເພື່ອວ່າສາດສະດາ, ຜູ້ທີ່ຜ່ານເມືອງ, ຈະມີບ່ອນພັກ!
ມື້ນີ້ ເຮົາສາມາດຮຽນຮູ້ບົດຮຽນທີ່ຊົງພະລັງຈາກປະສົບການ.
ພຣະຜູ້ເປັນເຈົ້າໄດ້ເປັນພະຍານຕໍ່ຍິງຊາວຊູເນມວ່າ ເອລີຊາເປັນສາດສະດາຂອງພຣະເຈົ້າ, ແລະ ນາງກໍໄດ້ລົງມືເຮັດໂດຍການເປີດບ້ານຂອງນາງເພື່ອຕ້ອນຮັບເພິ່ນ.
ເຮົາກໍສາມາດຮັບ ປະຈັກພະຍານສ່ວນຕົວເຖິງສາດສະດາຂອງພຣະເຈົ້າໃນສະໄໝນີ້ ເຊັ່ນກັນ ແລະ ເປີດໃຈ ແລະ ຈິດໃຈ—ບ້ານຂອງເຮົາ—ຮັບເອົາຂ່າວສານທີ່ພຣະບິດາເທິງສະຫວັນມີໃຫ້ກັບເຮົາໃນຍຸກສຸດທ້າຍນີ້.
ຊາວໜຸ່ມທີ່ຮັກແພງເອີຍ, ຂ້າພະເຈົ້າຂໍເຊື້ອເຊີນພວກເຈົ້າໃຫ້ຖາມຄຳຖາມນີ້ກັບໂຕເອງວ່າ: “ເຮົາມີປະຈັກພະຍານສ່ວນຕົວເຖິງສາດສະດາທີ່ມີຊີວິດຢູ່ຂອງພຣະເຈົ້າບໍ່?”
ຂໍໃຫ້ເຮົາມາເລີ່ມຕັ້ງແຕ່ຕົ້ນ.
ສາດສະດາແມ່ນຫຍັງ? ສາດສະດາຄື ບຸກຄົນທີ່ຖືກເອີ້ນໂດຍພຣະເຈົ້າເພື່ອກ່າວແທນພຣະເຈົ້າ. ມີສາດສະດາຢູ່ເທິງແຜ່ນດິນໂລກໃນສະໄໝນີ້, ເຊັ່ນດຽວກັບໃນສະໄໝບູຮານ.
ສາດສະດາຄືຜູ້ພະຍາກອນ ແລະ ຜູ້ເປີດເຜີຍ ນັ້ນໝາຍຄວາມວ່າ ພວກເພິ່ນສາມາດເຫັນສິ່ງທີ່ຄົນອື່ນບໍ່ສາມາດເຫັນໄດ້, ແລະ ພວກເພິ່ນສາມາດທຳນາຍເຫດການໃນອະນາຄົດໄດ້. ພວກເພິ່ນຍັງສາມາດກຽມເຮົາໃຫ້ຮັບມືກັບໄພພິບັດໄດ້. ສາດສະດາຮັບພຣະບັນຍັດ ແລະ ການເປີດເຜີຍຈາກພຣະຜູ້ເປັນເຈົ້າ. ຫລັກແຫ່ງຄວາມເຊື່ອຂໍ້ທີເກົ້າ ກ່າວເຖິງການເປີດເຜີຍຢ່າງຕໍ່ເນື່ອງໃນຍຸກສຸດທ້າຍນີ້. ມັນມີກ່າວວ່າ, “ພວກເຮົາເຊື່ອທັງໝົດທີ່ພຣະເຈົ້າໄດ້ເປີດເຜີຍມາ, ທັງໝົດທີ່ພຣະອົງເປີດເຜີຍຢູ່ໃນຂະນະນີ້ ແລະ ພວກເຮົາເຊື່ອວ່າ ພຣະອົງຈະເປີດເຜີຍເລື່ອງສຳຄັນ ແລະ ຍິ່ງໃຫຍ່ອີກຫລາຍເລື່ອງກ່ຽວກັບອານາຈັກຂອງພຣະເຈົ້າ.”
ແອວເດີ ແກຣີ ອີ ສະຕີບເວັນສັນ ໄດ້ກ່າວໄວ້ວ່າ, “ພຣະຜູ້ເປັນເຈົ້າສືບຕໍ່ເປີດເຜີຍພຣະບັນຍັດ ແລະ ພຣະປະສົງຂອງພຣະອົງໃຫ້ແກ່ສາດສະດາຂອງພຣະອົງ ເພາະພຣະອົງປາດຖະໜາທີ່ຈະນຳພາເຮົາໄປສູ່ຄວາມສຸກໃນຊີວິດນີ້ ແລະ ສູ່ລັດສະໝີພາບຊັ້ນສູງໃນຊີວິດໜ້າ.”
ສາດສະດາຍັງປະກາດພຣະກິດຕິຄຸນ ແລະ ເປັນຄູສອນ ແລະ ຜູ້ສົ່ງຂ່າວທີ່ໄດ້ຮັບການດົນໃຈຈາກພຣະເຈົ້າແກ່ທຸກໆຄົນເທິງແຜ່ນດິນໂລກ.
ສະມາຊິກແຕ່ລະທ່ານໃນຝ່າຍປະທານສູງສຸດ ແລະ ກຸ່ມອັກຄະສາວົກສິບສອງເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ. ໂດຍຮັບໃຊ້ເປັນສະພາພາຍໃຕ້ການຊີ້ນຳຂອງພຣະຜູ້ເປັນເຈົ້າ, ພວກເພິ່ນມີສິດອຳນາດທີ່ຈະປະກາດ ແລະ ຕີຄວາມໝາຍຫລັກຄຳສອນ ແລະ ສ້າງຕັ້ງນະໂຍບາຍສຳລັບສາດສະໜາຈັກຂອງພຣະອົງ. ພວກເພິ່ນອະທິຖານ ແລະ ຕຶກຕອງຢ່າງລະມັດລະວັງ, ເພາະການຕັດສິນໃຈຂອງກຸ່ມເຫລົ່ານີ້ຕ້ອງເປັນເອກະສັນ. ດ້ວຍວິທີນີ້, ພຣະຜູ້ເປັນເຈົ້າຈຶ່ງຮັບປະກັນກັບເຮົາວ່າ ຈະເປັນໄປຕາມພຣະປະສົງຂອງພຣະອົງ.
ສາດສະດາເປັນພະຍານເຖິງພຣະຄຣິດ—ການດຳລົງຢູ່ຂອງພຣະອົງ, ການປະຕິບັດສາດສະໜາກິດຂອງພຣະອົງ, ແລະ ຄວາມເປັນພຣະເຈົ້າຂອງພຣະອົງ.
ຂໍໃຫ້ເຮົາມາອ່ານປະຈັກພະຍານຈາກບັນດາສາດສະດາຈາກພຣະຄຳພີມໍມອນ.
ອະບີນາໄດໄດ້ປະກາດວ່າ:
“ຂ້າພະເຈົ້າຢາກໃຫ້ພວກທ່ານເຂົ້າໃຈວ່າ ພຣະເຈົ້າພຣະອົງເອງຈະສະເດັດມາຫາບັນດາລູກຫລານມະນຸດ ແລະ ຈະໄຖ່ຜູ້ຄົນຂອງພຣະອົງ.
“ແລະ ຍ້ອນວ່າພຣະອົງຈະໄດ້ຢູ່ໃນເນື້ອໜັງ ພຣະອົງຈະຖືກເອີ້ນວ່າ ພຣະບຸດຂອງພຣະເຈົ້າ.”
ຊາມູເອນຊາວເລມັນກໍໄດ້ເປັນພະຍານເຊັ່ນກັນເຖິງພຣະເຢຊູຄຣິດວ່າເປັນ “ພຣະບຸດຂອງພຣະເຈົ້າ, ຜູ້ເປັນພຣະບິດາຂອງສະຫວັນ ແລະ ຂອງແຜ່ນດິນໂລກ, ຜູ້ເປັນພຣະຜູ້ສ້າງສາລະພັດສິ່ງຕັ້ງແຕ່ຕົ້ນ.”
ແລະ ສາດສະດາໂມໂຣໄນໄດ້ກ່າວວ່າ, “ຂ້າພະເຈົ້າໄດ້ເຫັນພຣະເຢຊູ, ແລະ … ພຣະອົງໄດ້ກ່າວກັບຂ້າພະເຈົ້າໜ້າຕໍ່ໜ້າ.”
ເມື່ອພຣະຄຣິດໄດ້ມາຢ້ຽມຢາມຊາວນີໄຟນັ້ນ, ໜຶ່ງໃນສິ່ງທຳອິດທີ່ພຣະອົງໄດ້ເຮັດກໍຄື ເອີ້ນອັກຄະສາວົກສິບສອງຄົນ. ແລະ ພຣະອົງໄດ້ກ່າວແກ່ຜູ້ຄົນວ່າ, “ເຈົ້າຍ່ອມ ເປັນສຸກ ຖ້າຫາກເຈົ້າຈະ ເອົາໃຈໃສ່ ຕໍ່ຖ້ອຍຄຳຂອງສິບສອງຄົນນີ້ ຊຶ່ງເຮົາໄດ້ເລືອກເອົາມາຈາກບັນດາພວກເຈົ້າ.”
ບັດນີ້, ຂ້າພະເຈົ້າຂໍແບ່ງປັນຈັກສອງສາມຖ້ອຍຄຳສຳລັບພໍ່ແມ່ ຫລື ສະມາຊິກຄອບຄົວຄົນອື່ນໆທີ່ກຳລັງລ້ຽງດູລູກໆ. ພຣະຜູ້ເປັນເຈົ້າໄດ້ສິດສອນອາດາມ ແລະ ເອວາດ້ວຍຕົວພຣະອົງເອງກ່ຽວກັບຄວາມຈິງຂອງແຜນແຫ່ງຄວາມລອດ. ແລະ ແລ້ວພຣະອົງກໍໄດ້ກ່າວຕໍ່ພວກເພິ່ນວ່າ, “ເຮົາຈຶ່ງມອບບັນຍັດຂໍ້ໜຶ່ງໃຫ້ແກ່ເຈົ້າ, ເພື່ອສິດສອນສິ່ງເຫລົ່ານີ້ຢ່າງເປັນອິດສະລະ ກັບລູກໆຂອງເຈົ້າ.”
ການສິດສອນຢ່າງເປັນອິດສະລະໝາຍຄວາມວ່າຫຍັງ? ມັນຄືການຮຽນຮູ້ຄວາມຈິງຂອງພຣະກິດຕິຄຸນ, ການມີປະຈັກພະຍານສ່ວນຕົວເຖິງຄວາມຈິງນັ້ນ, ແລະ ການແບ່ງປັນຄວາມຮູ້ນັ້ນກັບລູກໆຂອງເຮົາ. ມັນຄືການສົ່ງເສີມຊ່ວງເວລາການສິດສອນທີ່ທັງເປັນທາງການ ແລະ ບໍ່ເປັນທາງການ. ມັນຄືການໃຊ້ຊີວິດຕາມຄວາມຮູ້ ແລະ ປະຈັກພະຍານນັ້ນ.
ພຣະຄຳພີມໍມອນໄດ້ບັນຍາຍກ່ຽວກັບນັກຮົບຊາຍໜຸ່ມ 2,060 ຄົນ ວ່າເປັນ “ຄົນຊື່ສັດ ແລະ ມີສະຕິປັນຍາຫລາຍ, ເພາະວ່າ ພວກເຂົາໄດ້ຮັບການສິດສອນ ໃຫ້ຮັກສາພຣະບັນຍັດຂອງພຣະເຈົ້າ ແລະ ໃຫ້ເດີນໄປຢ່າງພາກພູມໃຈຕໍ່ພຣະພັກຂອງພຣະອົງ.” ຊາຍໜຸ່ມເຫລົ່ານີ້ໄດ້ເຊື່ອຟັງຮີລາມັນຢ່າງຊື່ສັດ, ຜູ້ທີ່ເປັນຜູ້ນຳທາງທະຫານຂອງພວກເຂົາໃນຕອນນັ້ນ, ທັງເປັນສາດສະດາຂອງພວກເຂົານຳອີກ, ແລະ ພວກເຂົາໄດ້ຮັບຮູ້ວ່າ ພວກແມ່ຂອງພວກເຂົາໄດ້ເຕີມເຕັມຫົວໃຈຂອງພວກເຂົາດ້ວຍຄວາມຈິງ ແລະ ສັດທາ.
ພໍ່ແມ່ເອີຍ, ໃນໂລກນີ້ບ່ອນທີ່ມີສຽງຫລາຍໆສຽງ ແລະ ບາງເທື່ອກໍມີຄວາມມືດຫລາຍ, ພຣະເຈົ້າໄດ້ບັນຊາເຮົາດ້ວຍຕົວພຣະອົງເອງໃຫ້ເຮົາລ້ຽງດູລູກໆຂອງເຮົາໃນ ຄວາມສະຫວ່າງ ແລະ ຄວາມຈິງ. ພຣະອົງໄດ້ມອບໝາຍໜ້າທີ່ຮັບຜິດຊອບແກ່ເຮົາໃຫ້ສິດສອນລູກໆຂອງເຮົາເຖິງຄວາມຈິງທີ່ຊ່ວຍໃຫ້ລອດຂອງພຣະກິດຕິຄຸນ. ຖ້າເຮົາບໍ່ສາມາດເຮັດໄດ້, ໂລກນີ້ກໍຈະບໍ່ສິດສອນເຂົາ.
ເພື່ອນໜຸ່ມທີ່ຮັກແພງເອີຍ, ຂ້າພະເຈົ້າມີຄຳເຊີນສຳລັບພວກເຈົ້າ: ໃນອີກບໍ່ດົນຂ້າງໜ້າ, ຂ້າພະເຈົ້າເຊື້ອເຊີນພວກເຈົ້າໃຫ້ຄຸເຂົ່າ, ເປີດໃຈຂອງພວກເຈົ້າ, ແລະ ອະທິຖານດ້ວຍສັດທາຫາພຣະບິດາເທິງສະຫວັນ ໂດຍຂໍໃຫ້ພຣະອົງຢືນຢັນກັບພວກເຈົ້າວ່າ ສາດສະດາ ແລະ ອັກຄະສາວົກທີ່ຖືກເລືອກຂອງພຣະອົງ ເປັນສຸລະສຽງຂອງພຣະອົງຢູ່ເທິງແຜ່ນດິນໂລກໃນສະໄໝນີ້.
ຍິງຊາວຊູເນມໄດ້ສິດສອນເຮົາວ່າ ເຮົາສາມາດມີປະຈັກພະຍານນັ້ນຜ່ານທາງພຣະວິນຍານບໍລິສຸດ. ຂ້າພະເຈົ້າສັນຍາກັບພວກເຈົ້າວ່າ ເມື່ອເຮົາ ຮູ້ ວ່າພວກເພິ່ນເປັນຜູ້ທີ່ຖືກເຈີມໄວ້ຂອງພຣະເຈົ້າ, ຊີວິດຂອງເຮົາຈະງ່າຍຂຶ້ນ ເຖິງແມ່ນຈະປະເຊີນກັບຄວາມທ້າທາຍທີ່ກຳລັງເກີດຂຶ້ນຢ່າງຕໍ່ເນື່ອງກໍຕາມ, ເພາະເຮົາຈະເຊື່ອຟັງສຽງຂອງພວກເພິ່ນດ້ວຍຄວາມໄວ້ວາງໃຈ, ສັດທາ, ແລະ ຄວາມຫວັງ. ການ ຟັງ ແລະ ເຊື່ອຟັງ ສຽງຂອງສາດສະດາ ແມ່ນສຳຄັນສຳລັບການ ຍຶດຖືທຸກສິ່ງທີ່ດີໄວ້ ຈົນເຖິງການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ.
ຄວາມຊົ່ວຮ້າຍຂອງໂລກກຳລັງເຕີບໂຕຂຶ້ນ, ແຕ່ສາດສະໜາຈັກຂອງພຣະເຢຊູຄຣິດ ແລະ ອານາຈັກຂອງພຣະອົງກໍເຂັ້ມແຂງຂຶ້ນກວ່າທີ່ເຄີຍມີມາ. ຊີໂອນກຳລັງສວມອາພອນອັນງົດງາມຂອງມັນ, ແລະ ບັນລັງຂອງພຣະຄຣິດຈະບໍ່ລົ້ມລົງ. ພຣະຜູ້ເປັນເຈົ້າຄາດຫວັງໃຫ້ເຮົາເຂັ້ມແຂງໃນປະຈັກພະຍານຂອງເຮົາ, ໃຫ້ເຕັມໄປດ້ວຍສັດທາ, ແລະ ໃຫ້ກັບໃຈທຸກມື້. ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຫວັງເພິ່ງເຮົາແຕ່ລະຄົນໃຫ້ດຳເນີນວຽກງານຂອງພຣະອົງ.
ຄັ້ງໜຶ່ງ, ສາດສະດາໂຈເຊັບ ສະມິດ ໄດ້ກ່າວໄວ້ວ່າ, “ອ້າຍເອື້ອຍນ້ອງທັງຫລາຍ, ພວກເຮົາຈະບໍ່ກ້າວຕໍ່ໄປໃນອຸດົມການອັນຍິ່ງໃຫຍ່ເຊັ່ນນີ້ບໍ?” ເຖິງຢ່າງໃດກໍຕາມ, ເມື່ອຂ່າວສານຂອງຂ້າພະເຈົ້າແມ່ນສຳລັບພວກເຈົ້າຊາວໜຸ່ມເປັນຫລັກ, ຂ້າພະເຈົ້າຢາກໃຊ້ຄຳວ່າ ຊາວໜຸ່ມ ແທນຄຳວ່າ ອ້າຍເອື້ອຍນ້ອງ. ພ້ອມແລ້ວບໍ?
“[ຊາວໜຸ່ມທັງຫລາຍ], ພວກເຮົາຈະບໍ່ ກ້າວຕໍ່ໄປ ໃນອຸດົມການອັນຍິ່ງໃຫຍ່ເຊັ່ນນີ້ບໍ? ກ້າວໄປໜ້າ ແລະ ບໍ່ຖອຍກັບ. ຈົ່ງກ້າຫານ, [ຊາວໜຸ່ມທັງຫລາຍ]; ແລະ ກ້າວຕໍ່ໄປ, ຕໍ່ໄປເຖິງໄຊຊະນະ! ໃຫ້ໃຈຂອງພວກເຈົ້າປິຕິຍິນດີເຖີດ, ແລະ ດີໃຈຢ່າງຍິ່ງ.”
ຂ້າພະເຈົ້າກະຕັນຍູສຳລັບການຊີ້ນຳ ແລະ ຄວາມພະຍາຍາມທີ່ອຸທິດຕົນຂອງບັນດາສາດສະດາທີ່ມີຊີວິດຢູ່. ຂ້າພະເຈົ້າເປັນພະຍານຢ່າງໜັກແໜ້ນວ່າ ພວກເພິ່ນໄດ້ຖືກເອີ້ນໂດຍພຣະເຈົ້າໃຫ້ດຳເນີນໄປໜ້າ, ສະຖາປະນາ, ແລະ ນຳພາອານາຈັກຂອງພຣະອົງເທິງແຜ່ນດິນໂລກໃນສະໄໝນີ້. ແລະ ມັນຈະເປັນເຊັ່ນນັ້ນສະເໝີ. ຈະເປັນພຣະຜູ້ເປັນເຈົ້າສະເໝີທີ່ເລືອກຜູ້ຮັບໃຊ້ຂອງພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.