ການສະໜັບສະໜູນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ສາວົກເຈັດສິບປະຈຳເຂດ, ແລະ ເຈົ້າໜ້າທີ່ສາມັນ
ອ້າຍເອື້ອຍນ້ອງທັງຫລາຍ, ບັດນີ້ ຂ້າພະເຈົ້າຂໍສະເໜີເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ສາວົກເຈັດສິບປະຈຳເຂດ, ແລະ ເຈົ້າໜ້າທີ່ສາມັນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເພື່ອການສະໜັບສະໜູນຂອງທ່ານ.
ກະລຸນາສະແດງການສະໜັບສະໜູນຂອງທ່ານໃນວິທີທາງທີ່ເຄີຍເຮັດມາ. ຖ້າມີຜູ້ໃດຄັດຄ້ານຕໍ່ການສະເໜີໃດໆ, ຂໍໃຫ້ຕິດຕໍ່ຫາປະທານສະເຕກຂອງຕົນ.
ຂໍສະເໜີໃຫ້ສະໜັບສະໜູນ ດາລິນ ແຮຣິສ ໂອກສ໌ ເປັນປະທານກຸ່ມອັກຄະສາວົກສິບສອງ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.
ຜູ້ທີ່ຄັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.
ຂໍສະເໜີໃຫ້ສະໜັບສະໜູນບຸກຄົນຕໍ່ໄປນີ້ ໃຫ້ເປັນສະມາຊິກຂອງກຸ່ມອັກຄະສາວົກສິບສອງ: ດາລິນ ເອັຈ ໂອກສ໌, ແຈັບຟະຣີ ອາ ຮໍແລນ, ເຮັນຣີ ບີ ໄອຣິງ, ດີເດີ ແອັຟ ອຸກດອບ, ເດວິດ ເອ ແບ໊ດນາ, ຄວິນຕິນ ແອວ ຄຸກ, ດີ ທອດ ຄຣິສໂຕເຟີສັນ, ນຽວ ແອວ ແອນເດີເຊັນ, ຣອນໂນ ເອ ແຣັສ໌ແບນ, ແກຣີ ອີ ສະຕີບເວັນສັນ, ແດວ ຈີ ເຣັນລັນ, ແກຣິດ ດັບເບິນຢູ ກອງ, ຢູລິດຊິສ໌ ໂຊອາເຣສ໌, ແລະ ແພທຣິກ ເຄຍຣັນ.
ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.
ຜູ້ທີ່ຄັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.
ຂໍສະເໜີໃຫ້ສະໜັບສະໜູນ ສະມາຊິກກຸ່ມອັກຄະສາວົກສິບສອງເປັນສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍ.
ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.
ຜູ້ທີ່ຄັດຄ້ານ, ຖ້າມີ, ກໍຂໍໃຫ້ຍົກມືຂຶ້ນ.
ພວກເຮົາສັງເກດເຫັນວ່າ ສາວົກເຈັດສິບປະຈຳເຂດຄົນໃໝ່ສອງທ່ານໄດ້ຖືກສະໜັບສະໜູນລະຫວ່າງກອງປະຊຸມຜູ້ນຳສາມັນ ແລະ ໄດ້ຖືກປະກາດຢູ່ທີ່ເວັບໄຊຂອງສາດສະໜາຈັກແລ້ວ. ພວກເຮົາເຊື້ອເຊີນທ່ານໃຫ້ສະໜັບສະໜູນອ້າຍນ້ອງເຫລົ່ານີ້ ໃນວຽກງານມອບໝາຍໃໝ່ຂອງພວກເພິ່ນ.
ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.
ຜູ້ທີ່ຄັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.
ຂໍສະເໜີໃຫ້ສະໜັບສະໜູນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ຄົນອື່ນໆ, ສາວົກເຈັດສິບ, ແລະ ເຈົ້າໜ້າທີ່ສາມັນ ຊຶ່ງຖືກແຕ່ງຕັ້ງໄວ້ແລ້ວຕອນນີ້.
ຜູ້ທີ່ເຫັນດ້ວຍ, ຂໍໃຫ້ຍົກມືຂຶ້ນ.
ຜູ້ທີ່ຄັດຄ້ານ, ກໍຂໍໃຫ້ຍົກມືຂຶ້ນ.
ຂໍຂອບໃຈ, ອ້າຍເອື້ອຍນ້ອງທັງຫລາຍ, ສຳລັບການສະໜັບສະໜູນຂອງທ່ານ ເພື່ອຜູ້ນຳຂອງສາດສະໜາຈັກ.
ການປ່ຽນແປງຕໍ່ສາວົກເຈັດສິບປະຈຳເຂດ
ສາວົກເຈັດສິບປະຈຳເຂດດັ່ງຕໍ່ໄປນີ້ໄດ້ຖືກສະໜັບສະໜູນລະຫວ່າງກອງປະຊຸມຜູ້ນຳ ທີ່ຈັດຂຶ້ນເປັນພາກສ່ວນໜຶ່ງຂອງກອງປະຊຸມໃຫຍ່ສາມັນ:
ບານູ ເຄ ຮີຣານານດານີ ແລະ ເຟີນານໂດ ວີວາສ໌.