ສົ່ງສຽງເຊຍໃຫ້ກັນແລະກັນ
ມີພຽງແຕ່ພຣະຜູ້ເປັນເຈົ້າເທົ່ານັ້ນທີ່ຮູ້ຈັກເປັນຢ່າງດີເຖິງຂີດຈຳກັດ ແລະ ຄວາມສາມາດສະເພາະຕົວ, ແລະ ດ້ວຍເຫດນັ້ນ, ພຣະອົງຈຶ່ງເປັນພຽງຜູ້ດຽວເທົ່ານັ້ນທີ່ມີຄຸນສົມບັດຄົບຖ້ວນ ທີ່ຈະຕັດສິນຜົນງານຂອງເຮົາ.
ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ອ່ານກ່ຽວກັບປະສົບການໜຶ່ງທີ່ຈັບໃຈຂ້າພະເຈົ້າຢ່າງເລິກເຊິ່ງ. ມັນເກີດຂຶ້ນທີ່ການແຂ່ງຂັນຊີງແຊ້ມມາດສະເຕີແລ່ນລານ ແລະ ແລ່ນສະໜາມລະດັບຊາດສະຫະລັດອາເມຣິກາ (USA Masters Track and Field National Championship)—ການແຂ່ງຂັນສຳລັບຜູ້ສູງອາຍຸ.
ໜຶ່ງໃນຜູ້ເຂົ້າຮ່ວມໃນງານ 1,500 ແມັດ ແມ່ນ ອໍວິວ ຣໍເຈີສ໌ ຜູ້ມີອາຍຸ 100 ປີ. ຜູ້ຂຽນໄດ້ຂຽນວ່າ:
“ເມື່ອສຽງປືນດັງຂຶ້ນສັນຍານການເລີ່ມຕົ້ນ, ນັກແລ່ນກໍໄດ້ອອກໄປ, ໂດຍມີອໍວິວຢູ່ທີສຸດທ້າຍໂດຍທັນທີ, ບ່ອນທີ່ລາວໄດ້ຢູ່ຜູ້ດຽວຕະຫລອດທັງການແຂ່ງຂັນ, ໂດຍທີ່ລາກຕີນຢ່າງຊ້າໆ. [ເມື່ອ] ນັກແລ່ນຜູ້ສຸດທ້າຍນອກຈາກອໍວິວແລ່ນຮອດແລ້ວ, ອໍວິວຍັງເຫລືອອີກສອງຮອບເຄິ່ງ. ຜູ້ຊົມເກືອບ 3,000 ຄົນໄດ້ນັ່ງຢູ່ຢ່າງງຽບໆ ໂດຍກຳລັງເບິ່ງລາວຄ່ອຍໆເຄື່ອນຕົວອ້ອມສະໜາມ—ຕົວຄົນດຽວແທ້ໆ, ຢ່າງງຽບໆ, ແລະ ຢ່າງອຶດອັດ.
“[ແຕ່] ເມື່ອລາວໄດ້ເລີ່ມຮອບສຸດທ້າຍຂອງລາວ, ຝູງຊົນໄດ້ຢືນຂຶ້ນ, ສົ່ງສຽງເຊຍ ແລະ ຕົບມື. ຕອນທີ່ລາວຮອດທາງຊື່ຫລັງຈາກໂຄ້ງສຸດທ້າຍ, ຝູງຊົນກໍໄດ້ສົ່ງສຽງດັງສະໜັ່ນ. ດ້ວຍສຽງເຊຍໃຫ້ກຳລັງໃຈຂອງຜູ້ຊົມເປັນພັນໆຄົນ, ອໍວິວໄດ້ໃຊ້ພະລັງງານທີ່ເຫລືອຢູ່ທັງໝົດ. ຝູງຊົນໄດ້ປະທຸຂຶ້ນດ້ວຍຄວາມດີໃຈ ຂະນະທີ່ລາວຂ້າມເສັ້ນໄຊ ແລະ ຖືກໂອບກອດໂດຍຜູ້ຮ່ວມແຂ່ງຂັນຂອງລາວ. ອໍວິວໄດ້ໂບກມືໃຫ້ຝູງຊົນຢ່າງຖ່ອມຕົວ ແລະ ຢ່າງກະຕັນຍູ ແລະ ໄດ້ຍ່າງອອກຈາກສະໜາມພ້ອມກັບໝູ່ໃໝ່ຂອງລາວ.”
ນີ້ແມ່ນການແຂ່ງຂັນຄັ້ງທີ ຫ້າ ຂອງອໍວິວ, ແລະ ໃນແຕ່ລະງານອື່ນໆ, ລາວກໍໄດ້ທີສຸດທ້າຍ ເຊັ່ນກັນ. ບາງຄົນອາດຖືກລໍ້ລວງໃຫ້ຕັດສິນອໍວິວ, ໂດຍຄິດວ່າ ລາວບໍ່ຄວນແມ່ນແຕ່ຈະເຂົ້າແຂ່ງຂັນໃນໄວຂອງລາວຊໍ້າ—ວ່າລາວບໍ່ຄວນຢູ່ໃນສະໜາມ ເພາະລາວຢືດເວລາງານ ຂອງລາວ ສຳລັບຄົນອື່ນໆທຸກຄົນ.
ແຕ່ເຖິງແມ່ນວ່າລາວຈະຮອດເປັນຜູ້ສຸດທ້າຍກໍຕາມ, ອໍວິວໄດ້ທຳລາຍຫ້າສະຖິຕິໂລກໃນມື້ນັ້ນ. ບໍ່ມີໃຜທີ່ເບິ່ງລາວຈະເຊື່ອວ່າມັນຈະເປັນໄປໄດ້, ແຕ່ທັງຜູ້ຊົມທັງຜູ້ຮ່ວມແຂ່ງຂັນຂອງລາວບໍ່ແມ່ນຜູ້ຕັດສິນ. ອໍວິວບໍ່ໄດ້ເຮັດຜິດກົດໃດໆເລີຍ, ແລະ ບັນດາກຳມະການກໍບໍ່ໄດ້ຫລຸດມາດຕະຖານໃດໆລົງ. ລາວໄດ້ແລ່ນການແຂ່ງຂັນດຽວກັນ ແລະ ໄດ້ບັນລຸຄຸນສົມບັດດຽວກັນກັບຜູ້ເຂົ້າແຂ່ງຂັນຄົນອື່ນໆ. ແຕ່ລະດັບຄວາມຍາກຂອງລາວ—ໃນກໍລະນີນີ້, ອາຍຸ ແລະ ສະມັດທະພາບທາງຮ່າງກາຍທີ່ຈຳກັດຂອງລາວ—ໄດ້ຖືກນຳມາພິຈາລະນາ ໂດຍການຈັດໃຫ້ລາວຢູ່ໃນໝວດຄົນອາຍຸ 100 ປີຂຶ້ນໄປ. ແລະ ໃນໝວດ ນັ້ນ, ລາວໄດ້ທຳລາຍຫ້າສະຖິຕິໂລກ.
ເຊັ່ນດຽວກັບທີ່ອໍວິວໄດ້ໃຊ້ຄວາມກ້າຫານອັນໃຫຍ່ຫລວງເພື່ອທີ່ຈະກ້າວອອກໄປໃນສະໜາມແຕ່ລະເທື່ອ, ເອື້ອຍອ້າຍນ້ອງບາງຄົນຂອງເຮົາກໍໃຊ້ຄວາມກ້າຫານອັນໃຫຍ່ຫລວງເຊັ່ນກັນທີ່ຈະກ້າວເຂົ້າໄປໃນສະໜາມຂອງຊີວິດທຸກໆມື້, ໂດຍທີ່ຮູ້ວ່າ ພວກເຂົາອາດຖືກຕັດສິນຢ່າງບໍ່ຍຸດຕິທຳ ເຖິງແມ່ນວ່າ ພວກເຂົາກຳລັງເຮັດດີທີ່ສຸດເທົ່າທີ່ສາມາດເຮັດໄດ້ຕໍ່ອຸປະສັກທີ່ເປັນຕາຢ້ານ ເພື່ອຕິດຕາມພຣະຜູ້ຊ່ວຍໃຫ້ລອດ ແລະ ເຄົາລົບພັນທະສັນຍາຂອງພວກເຂົາກັບພຣະອົງ.
ບໍ່ວ່າເຮົາຈະຢູ່ໃສໃນໂລກ, ບໍ່ວ່າອາຍຸເຮົາຈະເທົ່າໃດກໍຕາມ, ຄວາມຕ້ອງການພື້ນຖານຂອງມະນຸດສຳລັບເຮົາ ທຸກຄົນ ກໍຄືການທີ່ຮູ້ສຶກເຖິງການເປັນພາກສ່ວນ, ການທີ່ຮູ້ສຶກວ່າເຮົາເປັນທີ່ຕ້ອງການ ແລະ ເປັນທີ່ຈຳເປັນ ແລະ ວ່າຊີວິດຂອງເຮົາມີຈຸດປະສົງ ແລະ ມີຄວາມໝາຍ, ບໍ່ວ່າສະພາບການ ຫລື ຂີດຈຳກັດຂອງເຮົາຈະເປັນແນວໃດກໍຕາມ.
ໃນຮອບສຸດທ້າຍຂອງການແຂ່ງຂັນ, ຝູງຊົນໄດ້ສົ່ງສຽງເຊຍອໍວິວຢ່າງເຕັມລົ້ນ, ໂດຍໃຫ້ລາວມີກຳລັງທີ່ຈະກ້າວຕໍ່ໄປ. ມັນບໍ່ສຳຄັນວ່າລາວຈະຮອດເປັນຜູ້ສຸດທ້າຍ. ສຳລັບຜູ້ເຂົ້າຮ່ວມ ແລະ ຝູງຊົນແລ້ວ, ນີ້ເປັນຫລາຍກວ່າການແຂ່ງຂັນ. ໃນຫລາຍໆດ້ານ, ມັນເປັນຕົວຢ່າງທີ່ງົດງາມເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດໃນການກະທຳ. ເມື່ອອໍວິວໄປເຖິງເສັ້ນໄຊ, ທຸກຄົນຕ່າງກໍປິຕິຍິນດີນຳກັນ.
ເຊັ່ນດຽວກັບການແຂ່ງຂັນຊີງແຊ້ມມາດສະເຕີ, ຊຸມນຸມຊົນ ແລະ ຄອບຄົວຂອງເຮົາ ສາມາດເປັນສະຖານທີ່ເຕົ້າໂຮມບ່ອນທີ່ເຮົາສົ່ງສຽງເຊຍໃຫ້ກັນແລະກັນ—ຊຸມຊົນພັນທະສັນຍາທີ່ຖືກຂັບເຄື່ອນໂດຍຄວາມຮັກຂອງພຣະຄຣິດທີ່ມີຕໍ່ກັນ—ຊ່ວຍເຫລືອກັນເອົາຊະນະຄວາມທ້າທາຍໃດກໍຕາມທີ່ເຮົາປະເຊີນ, ມອບກຳລັງ ແລະ ກຳລັງໃຈໃຫ້ກັນ ໂດຍທີ່ບໍ່ຕັດສິນກັນ. ພວກເຮົາ ຕ້ອງການ ກັນແລະກັນ. ກຳລັງແຫ່ງສະຫວັນມາຈາກຄວາມສາມັກຄີ, ແລະ ນັ້ນຄືເຫດຜົນທີ່ຊາຕານຕັ້ງໃຈທີ່ຈະແບ່ງແຍກເຮົາ.
ໜ້າເສຍດາຍທີ່, ສຳລັບບາງຄົນໃນພວກເຮົາແລ້ວ, ການໄປໂບດສາມາດເປັນເລື່ອງຍາກໃນບາງເວລາ ສຳລັບເຫດຜົນຫລາຍຢ່າງທີ່ແຕກຕ່າງກັນ. ອາດເປັນບາງຄົນທີ່ກຳລັງດີ້ນລົນກັບຄຳຖາມກ່ຽວກັບສັດທາ ຫລື ບາງຄົນທີ່ເປັນໂຣກວິຕົກກັງວົນທາງສັງຄົມ ຫລື ເປັນໂຣກຊຶມເສົ້າ. ມັນອາດເປັນບາງຄົນຈາກປະເທດ ຫລື ເຊື້ອຊາດທີ່ແຕກຕ່າງກັນ ຫລື ບາງຄົນທີ່ມີປະສົບການຊີວິດ ຫລື ວິທີເບິ່ງສິ່ງຕ່າງໆທີ່ແຕກຕ່າງກັນ ຜູ້ທີ່ຮູ້ສຶກວ່າ ຕົນເອງບໍ່ລົງຮອຍ. ອາດເປັນແມ່ນແຕ່ພໍ່ແມ່ຂອງເດັກທາລົກ ແລະ ລູກນ້ອຍທີ່ພັກຜ່ອນບໍ່ພຽງພໍ ຫລື ບາງຄົນທີ່ຍັງໂສດຢູ່ໃນບ່ອນຊຸມນຸມທີ່ເຕັມໄປດ້ວຍຄູ່ສາມີພັນລະຍາ ແລະ ຄອບຄົວ. ອາດຈະເປັນບາງຄົນທີ່ກຳລັງຮວບຮວມຄວາມກ້າຫານທີ່ຈະກັບຄືນມາ ຫລັງຈາກທີ່ຫ່າງຫາຍໄປຫລາຍປີ ຫລື ບາງຄົນທີ່ມີຄວາມຮູ້ສຶກລົບກວນວ່າ ພວກເຂົາບໍ່ດີພໍ ແລະ ຈະບໍ່ມີວັນເປັນພາກສ່ວນເຊັ່ນກັນ.
ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ: “ຖ້າຫາກຄູ່ສາມີພັນລະຍາໃນຫວອດຂອງທ່ານໄດ້ຢ່າຮ້າງ, ຫລື ຜູ້ສອນສາດສະໜາໜຸ່ມກັບບ້ານໄວກ່ອນກຳນົດ, ຫລື ຊາວໜຸ່ມຄົນໃດຄົນໜຶ່ງສົງໄສປະຈັກພະຍານຂອງຕົນ, ເຂົາເຈົ້າບໍ່ຕ້ອງການການຕັດສິນຈາກທ່ານ. ເຂົາເຈົ້າຈຳເປັນຕ້ອງປະສົບກັບຄວາມຮັກອັນບໍລິສຸດຂອງພຣະເຢຊູຄຣິດ ທີ່ສະທ້ອນຢູ່ໃນຄຳເວົ້າ ແລະ ການກະທຳຂອງທ່ານ.”
ປະສົບການຂອງເຮົາຢູ່ໃນສາດສະໜາຈັກແມ່ນມີຈຸດມຸ້ງໝາຍໃນການໃຫ້ຄວາມສຳພັນທີ່ສຳຄັນກັບພຣະຜູ້ເປັນເຈົ້າ ແລະ ຕໍ່ກັນແລະກັນ ທີ່ຈຳເປັນຢ່າງຍິ່ງສຳລັບຄວາມເປັນຢູ່ທີ່ດີທາງວິນຍານ ແລະ ທາງອາລົມ. ການຢູ່ໃນພັນທະສັນຍາທີ່ເຮົາເຮັດກັບພຣະເຈົ້າ, ໂດຍເລີ່ມຈາກການບັບຕິສະມາ, ແມ່ນຄວາມຮັບຜິດຊອບຂອງເຮົາທີ່ຈະຮັກ ແລະ ດູແລກັນ ໃນຖານະສະມາຊິກຄອບຄົວຂອງພຣະເຈົ້າ, ອະໄວຍະວະຂອງຮ່າງກາຍຂອງພຣະຄຣິດ, ແລະ ບໍ່ແມ່ນພຽງແຕ່ໝາຍຕິກໃນລາຍການຂອງສິ່ງທີ່ເຮົາຄາດວ່າຈະເຮັດ.
ຄວາມຮັກ ແລະ ຄວາມຫ່ວງໃຍເໝືອນດັ່ງພຣະຄຣິດນັ້ນ ສູງກວ່າ ແລະ ສັກສິດກວ່າ. ຄວາມຮັກອັນບໍລິສຸດຂອງພຣະຄຣິດຄື ຄວາມໃຈບຸນ. ດັ່ງທີ່ປະທານແນວສັນໄດ້ສິດສອນວ່າ, “ຄວາມໃຈບຸນຜັກດັນໃຫ້ເຮົາ ‘ແບກຫາບພາລະຂອງກັນແລະກັນ’ [ໂມໄຊຢາ 18:8] ແທນທີ່ ຈະເປັນ ກອງ ພາລະ ໃຫ້ກັນ ແລະກັນ.”
ພຣະຜູ້ຊ່ວຍໃຫ້ລອດໄດ້ກ່າວວ່າ, “ຖ້າພວກເຈົ້າ ຮັກຊຶ່ງກັນແລະກັນ ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ.” ແລະ ປະທານແນວສັນໄດ້ກ່າວຕື່ມອີກວ່າ: “ຄວາມໃຈບຸນແມ່ນບຸກຄະລິກລັກສະນະຕົ້ນຕໍຂອງຜູ້ຕິດຕາມທີ່ແທ້ຈິງຂອງພຣະເຢຊູຄຣິດ.” “ຂ່າວສານຂອງພຣະຜູ້ຊ່ວຍໃຫ້ລອດແມ່ນແຈ່ມແຈ້ງ: ສານຸສິດທີ່ ແທ້ຈິງ ຂອງພຣະອົງຈະເສີມສ້າງ, ຍົກລະດັບ, ໃຫ້ກຳລັງໃຈ, ຊັກຊວນ, ແລະ ດົນໃຈ. … ວິທີທີ່ເຮົາເວົ້າກັບຄົນອື່ນ … ມີຄວາມສຳຄັນແທ້ໆ.”
ຄຳສອນຂອງພຣະຜູ້ຊ່ວຍໃຫ້ລອດກ່ຽວກັບເລື່ອງນີ້ແມ່ນລຽບງ່າຍຫລາຍ. ມັນໄດ້ຖືກສະຫລຸບໃນກົດທອງຄຳນີ້: ຈົ່ງປະຕິບັດຕໍ່ຜູ້ອື່ນເຊັ່ນດຽວກັບທີ່ທ່ານຢາກໃຫ້ຜູ້ອື່ນປະຕິບັດຕໍ່ທ່ານ. ລອງນຶກເຖິງຕົວເອງຢູ່ໃນສະຖານະການດຽວກັນກັບຄົນໆນັ້ນ ແລະ ປະຕິບັດຕໍ່ເຂົາໃນວິທີດຽວກັນກັບທີ່ ທ່ານ ຢາກຖືກປະຕິບັດຕໍ່ ຖ້າຫາກທ່ານຢູ່ໃນສະຖານະການດຽວກັນກັບ ເຂົາ.
ການປະຕິບັດຕໍ່ຜູ້ອື່ນເໝືອນດັ່ງພຣະຄຣິດນັ້ນ ໄປ ໄກ ກວ່າຄອບຄົວ ແລະ ບ່ອນຊຸມນຸມ. ມັນລວມເອື້ອຍອ້າຍນ້ອງຂອງເຮົາທີ່ນັບຖືສາດສະໜາອື່ນ ຫລື ບໍ່ນັບຖືສາດສະໜາໃດເລີຍ. ມັນລວມອ້າຍເອື້ອຍນ້ອງຂອງເຮົາຈາກປະເທດອື່ນ ແລະ ວັດທະນະທຳອື່ນເຊັ່ນກັນ, ລວມທັງຜູ້ທີ່ມີແນວຄິດທາງການເມືອງທີ່ແຕກຕ່າງກັນ. ເຮົາ ທຸກຄົນ ເປັນສ່ວນໜຶ່ງຂອງຄອບຄົວຂອງພຣະເຈົ້າ, ແລະ ພຣະອົງຮັກລູກໆຂອງພຣະອົງ ທຸກຄົນ. ພຣະອົງປາດຖະໜາໃຫ້ລູກໆຂອງພຣະອົງຮັກ ພຣະອົງ ແລະ ຮັກກັນແລະກັນ ນຳອີກ.
ພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດເປັນຕົວຢ່າງຂອງການຮັກ, ການເຕົ້າໂຮມ, ແລະ ການເຊີດຊູໃຈ ແມ່ນແຕ່ຜູ້ທີ່ສັງຄົມໄດ້ຕັດສິນວ່າເປັນຄົນນອກສັງຄົມ ແລະ ບໍ່ສະອາດ. ນີ້ເປັນຕົວຢ່າງທີ່ເຮົາໄດ້ຖືກບັນຊາໃຫ້ເຮັດຕາມ. ເຮົາມາຢູ່ທີ່ນີ້ກໍເພື່ອພັດທະນາຄຸນລັກສະນະທີ່ເໝືອນດັ່ງພຣະຄຣິດ ແລະ ທ້າຍທີ່ສຸດ ເພື່ອກາຍເປັນເໝືອນດັ່ງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ນີ້ບໍ່ແມ່ນພຣະກິດຕິຄຸນແຫ່ງການໝາຍຕິກ; ແຕ່ແມ່ນພຣະກິດຕິຄຸນແຫ່ງການກາຍເປັນ—ກາຍເປັນເໝືອນດັ່ງທີ່ ພຣະອົງ ເປັນ ແລະ ຮັກເໝືອນດັ່ງທີ່ ພຣະອົງ ຮັກ. ພຣະອົງຕ້ອງການໃຫ້ເຮົາກາຍເປັນຜູ້ຄົນແຫ່ງຊີໂອນ.
ຕອນທີ່ຂ້າພະເຈົ້າມີອາຍຸໄດ້ 20 ປາຍປີ, ຂ້າພະເຈົ້າໄດ້ຜ່ານຜ່າໄລຍະທີ່ຂ້າພະເຈົ້າຊຶມເສົ້າໜັກ, ແລະ ໃນຊ່ວງເວລານັ້ນ, ຄືກັບວ່າ ຄວາມເປັນຈິງທີ່ວ່າພຣະເຈົ້າມີຈິງນັ້ນ ໄດ້ຫາຍໄປໂດຍທັນທີ. ຂ້າພະເຈົ້າບໍ່ສາມາດອະທິບາຍຄວາມຮູ້ສຶກນັ້ນໄດ້ໝົດ ນອກຈາກຈະກ່າວວ່າ ຂ້າພະເຈົ້າຮູ້ສຶກຫລົງທາງຢ່າງສິ້ນເຊີງ. ຈາກຕອນທີ່ຂ້າພະເຈົ້າເປັນເດັກນ້ອຍ, ຂ້າພະເຈົ້າໄດ້ຮູ້ສະເໝີວ່າ ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງຂ້າພະເຈົ້າຢູ່ທີ່ນັ້ນ ແລະ ວ່າຂ້າພະເຈົ້າສາມາດລົມກັບພຣະອົງໄດ້. ແຕ່ໃນຊ່ວງເວລານັ້ນ, ຂ້າພະເຈົ້າບໍ່ຮູ້ອີກຕໍ່ໄປວ່າ ມີ ພຣະເຈົ້າຫລືບໍ່. ຂ້າພະເຈົ້າບໍ່ເຄີຍປະສົບກັບສິ່ງໃດແບບນີ້ມາກ່ອນໃນຊີວິດ, ແລະ ມັນຮູ້ສຶກຄືວ່າ ຮາກຖານທັງໝົດຂອງຂ້າພະເຈົ້າກຳລັງພັງທະລາຍລົງ.
ຜົນທີ່ຕາມມາກໍຄື, ມັນຍາກສຳລັບຂ້າພະເຈົ້າທີ່ຈະໄປໂບດ. ຂ້າພະເຈົ້າໄປໂບດ, ແຕ່ສ່ວນໜຶ່ງແມ່ນຍ້ອນວ່າ ຂ້າພະເຈົ້າຢ້ານທີ່ຈະຖືກໃສ່ຮ້າຍປ້າຍສີວ່າ “ບໍ່ເຂັ້ມແຂງ” ຫລື “ບໍ່ຄ່ອຍມີສັດທາ,” ແລະ ຂ້າພະເຈົ້າຢ້ານວ່າຈະກາຍເປັນໂຄງການທີ່ຖືກມອບໝາຍໃຫ້ໃຜບາງຄົນ. ສິ່ງທີ່ຂ້າພະເຈົ້າ ຕ້ອງການ ແທ້ໆໃນຕອນນັ້ນກໍຄື ຢາກຮູ້ສຶກເຖິງຄວາມຮັກທີ່ຈິງໃຈ, ຄວາມເຂົ້າໃຈ, ແລະ ການສະໜັບສະໜູນຈາກຄົນທີ່ຢູ່ອ້ອມຂ້າງຂ້າພະເຈົ້າ, ບໍ່ແມ່ນການຕັດສິນ.
ບາງຄົນສົມມຸດຕິຖານວ່າ ຂ້າພະເຈົ້າຢ້ານວ່າຄົນອື່ນຈະຄິດແນວໃດກ່ຽວກັບ ຂ້າພະເຈົ້າ, ຂ້າພະເຈົ້າ ເອງ ກໍເຄີຍຄິດກ່ຽວກັບຄົນອື່ນ ຕອນທີ່ ພວກເຂົາ ບໍ່ມາໂບດເປັນປະຈຳ. ປະສົບການສ່ວນຕົວອັນແສນເຈັບປວດນັ້ນໄດ້ສິດສອນຂ້າພະເຈົ້າເຖິງບົດຮຽນອັນລໍ້າຄ່າບາງຢ່າງກ່ຽວກັບວ່າ ເປັນຫຍັງ ເຮົາຈຶ່ງໄດ້ຖືກບັນຊາ ບໍ່ໃຫ້ ຕັດສິນກັນຢ່າງບໍ່ຊອບທຳ.
ມີຜູ້ໃດບໍ່ທີ່ຢູ່ທ່າມກາງພວກເຮົາທີ່ທົນທຸກໃນຄວາມງຽບ, ຢ້ານວ່າຄົນອື່ນຈະຮູ້ຈັກການດີ້ນລົນທີ່ຖືກເຊື່ອງໄວ້ ເພາະພວກເຂົາບໍ່ຮູ້ວ່າ ປະຕິກິລິຍາຈະເປັນແນວໃດ?
ມີພຽງແຕ່ພຣະຜູ້ເປັນເຈົ້າເທົ່ານັ້ນທີ່ຮູ້ຈັກຢ່າງຄົບຖ້ວນເຖິງລະດັບຄວາມຍາກທີ່ແທ້ຈິງທີ່ເຮົາແຕ່ລະຄົນກຳລັງແລ່ນໃນການແຂ່ງຂັນໃນຊີວິດຂອງເຮົາ—ພາລະ, ຄວາມທ້າທາຍ, ແລະ ອຸປະສັກຕ່າງໆທີ່ເຮົາປະເຊີນ ທີ່ມັກຈະບໍ່ສາມາດເບິ່ງເຫັນໄດ້ໂດຍຄົນອື່ນ. ມີພຽງແຕ່ ພຣະອົງ ເທົ່ານັ້ນທີ່ເຂົ້າໃຈຢ່າງຄົບຖ້ວນເຖິງບາດແຜທີ່ປ່ຽນຊີວິດ ແລະ ບາດແຜທາງໃຈທີ່ບາງຄົນໃນພວກເຮົາອາດເຄີຍປະສົບມາກ່ອນໃນອະດີດ ທີ່ຍັງສົ່ງຜົນຕໍ່ເຮົາຢູ່ໃນປະຈຸບັນ.
ຫລາຍຄັ້ງ, ເຮົາຕັດສິນແມ່່ນແຕ່ ຕົວເຮົາເອງ ຢ່າງຮຸນແຮງ, ໂດຍຄິດວ່າ ເຮົາຄວນທີ່ຈະຢູ່ທາງໜ້າໄກກວ່ານີ້ໃນສະໜາມ. ມີພຽງແຕ່ພຣະຜູ້ເປັນເຈົ້າເທົ່ານັ້ນທີ່ຮູ້ຈັກເປັນຢ່າງດີເຖິງຂີດຈຳກັດ ແລະ ຄວາມສາມາດສະເພາະຕົວ, ແລະ ດ້ວຍເຫດນັ້ນ, ພຣະອົງຈຶ່ງເປັນພຽງຜູ້ດຽວເທົ່ານັ້ນທີ່ມີຄຸນສົມບັດ ຄົບຖ້ວນ ທີ່ຈະຕັດສິນຜົນງານຂອງເຮົາ.
ເອື້ອຍອ້າຍນ້ອງທັງຫລາຍ, ຂໍໃຫ້ເຮົາເປັນເໝືອນດັ່ງຜູ້ຊົມໃນເລື່ອງລາວນີ້ ແລະ ສົ່ງສຽງເຊຍໃຫ້ກັນແລະກັນ ໃນການເດີນທາງແຫ່ງການເປັນສານຸສິດຂອງເຮົາ ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດກໍຕາມ! ນັ້ນບໍ່ໄດ້ຮຽກຮ້ອງໃຫ້ເຮົາເຮັດຜິດກົດ ຫລື ຫລຸດມາດຕະຖານລົງ. ທີ່ຈິງແລ້ວ ມັນແມ່ນພຣະບັນຍັດຂໍ້ໃຫຍ່ຂໍ້ທີສອງ—ໃຫ້ຮັກເພື່ອນບ້ານຂອງທ່ານເໝືອນຮັກຕົນເອງ. ແລະ ດັ່ງທີ່ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ກ່າວໄວ້ວ່າ, “ເມື່ອພວກເຈົ້າໄດ້ເຮັດສິ່ງເຫລົ່ານີ້ແກ່ຜູ້ທີ່ຕໍ່າຕ້ອຍທີ່ສຸດຄົນໜຶ່ງ … , ພວກເຈົ້າກໍໄດ້ເຮັດແກ່ເຮົາເໝືອນກັນ,” ບໍ່ວ່າຈະດີ ຫລື ຮ້າຍກໍຕາມ. ພຣະອົງຍັງໄດ້ບອກກັບເຮົາອີກວ່າ, “ຖ້າຫາກພວກເຈົ້າບໍ່ເປັນອັນໜຶ່ງອັນດຽວກັນພວກເຈົ້າກໍບໍ່ແມ່ນຂອງເຮົາ.”
ເວລານັ້ນຈະມາເຖິງໃນຊີວິດເຮົາແຕ່ລະຄົນ ເມື່ອເຮົາຈະເປັນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອ ແລະ ກຳລັງໃຈ. ຂໍໃຫ້ເຮົາຕັ້ງໝັ້ນໃນຕອນນີ້ ວ່າຈະເຮັດສິ່ງນັ້ນເພື່ອກັນແລະກັນ ສະເໝີ. ເມື່ອເຮົາເຮັດເຊັ່ນນັ້ນ, ເຮົາກໍຈະພັດທະນາຄວາມສະມັກຄີໄດ້ດີຂຶ້ນກວ່າເກົ່າ ແລະ ສ້າງພື້ນທີ່ໃຫ້ພຣະຜູ້ຊ່ວຍໃຫ້ລອດເຮັດວຽກງານອັນສັກສິດຂອງພຣະອົງແຫ່ງການປິ່ນປົວ ແລະ ປ່ຽນສະພາບເຮົາແຕ່ລະຄົນ.
ສຳລັບທ່ານແຕ່ລະຄົນຜູ້ທີ່ອາດຮູ້ສຶກວ່າລ່າຊ້າຫລາຍຢູ່ທາງຫລັງໃນການແຂ່ງຂັນຂອງຊີວິດນີ້, ການເດີນທາງແຫ່ງຄວາມເປັນມະຕະນີ້, ຂໍໃຫ້ເດີນໜ້າຕໍ່ໄປ. ມີພຽງແຕ່ພຣະຜູ້ຊ່ວຍໃຫ້ລອດເທົ່ານັ້ນທີ່ສາມາດຕັດສິນໄດ້ຢ່າງຄົບຖ້ວນວ່າ ທ່ານຄວນຢູ່ໃສໃນຈຸດນີ້, ແລະ ພຣະອົງມີຄວາມເຫັນອົກເຫັນໃຈ ແລະ ທ່ຽງທຳ. ພຣະອົງ ເປັນຜູ້ພິພາກສາທີ່ຍິ່ງໃຫຍ່ແຫ່ງການແຂ່ງຂັນຂອງຊີວິດ, ແລະ ມີ ພຽງແຕ່ ພຣະອົງເທົ່ານັ້ນທີ່ເຂົ້າໃຈຢ່າງ ຄົບຖ້ວນ ເຖິງລະດັບຄວາມຍາກ ຊຶ່ງທ່ານກຳລັງແລ່ນ ຫລື ຍ່າງ ຫລື ລາກຕີນຢູ່. ພຣະອົງຈະຄຳນຶງເຖິງຂີດຈຳກັດຂອງທ່ານ, ຄວາມສາມາດຂອງທ່ານ, ປະສົບການຊີວິດຂອງທ່ານ, ແລະ ພາລະທີ່ຖືກເຊື່ອງໄວ້ທີ່ທ່ານແບກ, ພ້ອມທັງຄວາມປາດຖະໜາຂອງໃຈທ່ານ. ທ່ານ ອາດກຳລັງທຳລາຍສະຖິຕິໂລກແບບສັນຍາລັກເຊັ່ນກັນ. ຂໍຢ່າໄດ້ສູນເສຍຄວາມຫວັງ. ຈົ່ງກ້າວຕໍ່ໄປ! ຈົ່ງຢູ່ຕໍ່ໄປ! ທ່ານ ເປັນ ພາກສ່ວນ! ພຣະຜູ້ເປັນເຈົ້າຕ້ອງການທ່ານ, ແລະ ພວກເຮົາ ຕ້ອງການທ່ານ!
ບໍ່ວ່າທ່ານຈະຢູ່ໃສໃນໂລກ, ບໍ່ວ່າມັນຈະຢູ່ຫ່າງໄກຫລາຍສໍ່າໃດກໍຕາມ, ຂໍໃຫ້ຈື່ໄວ້ສະເໝີວ່າ ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງທ່ານ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງທ່ານຮູ້ຈັກທ່ານຢ່າງຄົບຖ້ວນ ແລະ ຮັກທ່ານຢ່າງສົມບູນແບບ. ທ່ານ ບໍ່ມີວັນ ຖືກລືມສຳລັບພວກພຣະອົງ. ພວກພຣະອົງຕ້ອງການຢາກນຳທ່ານກັບບ້ານ.
ຂໍໃຫ້ຕາຂອງທ່ານຈັບຈ້ອງໄປທີ່ພຣະຜູ້ຊ່ວຍໃຫ້ລອດ. ພຣະອົງ ເປັນຮາວເຫລັກຂອງທ່ານ. ຢ່າປ່ອຍມືຈາກພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ພຣະອົງຊົງພຣະຊົນຢູ່ ແລະ ທ່ານ ສາມາດ ໄວ້ວາງໃຈພຣະອົງໄດ້. ຂ້າພະເຈົ້າຍັງເປັນພະຍານອີກວ່າ ພຣະອົງກຳລັງສົ່ງສຽງເຊຍທ່ານຢູ່.
ຂໍໃຫ້ເຮົາທຸກຄົນເຮັດຕາມຕົວຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ສົ່ງສຽງເຊຍໃຫ້ ກັນແລະກັນ ແມ່ນຄຳອະທິຖານຂອງຂ້າພະເຈົ້າ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.