ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ຈົດ​ຈຳ​ແກະ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


12:14

ການ​ຈົດ​ຈຳ​ແກະ

ຫລັກ​ທຳ​ຂອງ​ການ​ນັບ ແລະ ການ​ຮັບ​ຜິດ​ຊອບ ໃຊ້​ງານ​ໄດ້​ແທ້. ມັນ​ເປັນ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ພຣະ​ຄຣິດ​ຄື​ຜູ້​ລ້ຽງ​ແກະ​ທີ່​ດີ. ແກະ​ແຕ່​ລະ​ໂຕ​ໃນ​ຝູງ​ແມ່ນ​ມີ​ຄ່າ​ສຳ​ລັບ​ພຣະ​ອົງ. ພຣະ​ອົງ​ເປັນ​ແບບ​ແຜນ​ໃນ​ການ​ລ້ຽງ​ແກະ ແລະ ໄດ້​ສິດ​ສອນ​ເຮົາ​ໂດຍ​ພຣະ​ຄຳ ແລະ ການ​ກະ​ທຳ ເຖິງ​ຄຸນ​ສົມ​ບັດ​ຂອງ​ຜູ້​ລ້ຽງ​ແກະ​ທີ່​ດີ, ລວມ​ທັງ​ຮູ້​ຈັກ​ແກະ​ຂອງ​ທ່ານ​ຕາມ​ຊື່, ຮັກ​ພວກ​ມັນ, ຊອກ​ຫາ​ໂຕ​ທີ່​ເສຍ​ໄປ, ໃຫ້​ອາ​ຫານ, ແລະ ທ້າຍ​ທີ່​ສຸຸດ, ນຳ​ພາ​ພວກ​ມັນ​ກັບ​ຄືນ​ບ້ານ​ອີກ​ຄັ້ງ. ພຣະ​ອົງ​ຄາດ​ຫວັງ​ໃຫ້​ເຮົາ​ເຮັດ​ຢ່າງ​ດຽວ​ກັນ ໃນ​ຖາ​ນະ​ຜູ້​ລ້ຽງ​ແກະ​ພາຍ​ໃຕ້​ພຣະ​ອົງ.

ເຮົາ​ສາ​ມາດ​ຮຽນ​ຮູ້​ຫລາຍ​ຢ່າງ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕາມ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈາກ​ສາດ​ສະ​ດາ​ສະ​ໄໝ​ບູ​ຮານ—ແລະ ຜູ້​ລ້ຽງ​ແກະ​ທີ່​ດີ​ເລີດ—ໂມ​ໂຣ​ໄນ. ພຣະ​ອົງ​ໄດ້​ໃຊ້​ຊີ​ວິດ​ລະ​ຫວ່າງ​ຊ່ວງ​ເວ​ລາ​ທີ່​ຍາກ​ລຳ​ບາກ, ໂດຍ​ບໍ່​ມີ​ຜົນ​ປະ​ໂຫຍດ​ຈາກ​ໂທ​ລະ​ສັບ​ມື​ຖື, ຄອມ​ພິວ​ເຕີ, ແລະ ອິນ​ເຕີ​ເນັດ. ແຕ່​ພຣະ​ອົງ​ຍັງ​ສາ​ມາດ​ເຝົ້າ​ຕາມ​ແກະ​ໄດ້. ແນວ​ໃດ​ຈຶ່ງ​ສາ​ມາດ​ເຮັດ​ໄດ້? ເຮົາ​ເຫັນ​ພາບ​ແວັບ​ໜຶ່ງ​ໃນ​ລະ​ບຽບ​ວິ​ທີ​ຂອງ​ພຣະ​ອົງ​ໃນ ໂມ​ໂຣ​ໄນ 6. ໃນ​ນັ້ນ ເຮົາ​ອ່ານ​ວ່າ ສະ​ມາ​ຊິກ “ໄດ້​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ; ແລະ ຊື່​ຂອງ​ເຂົາ​ໄດ້​ຖືກ​ຮັບ​ໄວ້, ເພື່ອ​ເຂົາ​ຈະ​ໄດ້​ຖືກ​ຈົດ​ຈຳ ແລະ ບຳ​ລຸງ​ລ້ຽງ​ດ້ວຍ​ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັກ​ສາ​ເຂົາ​ຢູ່​ໃນ​ທາງ​ທີ່​ຖືກ​ຕ້ອງ. … ສາດ​ສະ​ໜາ​ຈັກ​ໄດ້​ຊຸມ​ນຸມ​ກັນ​ຢູ່​ເລື້ອຍໆ, ເພື່ອ​ຖື​ສິນ​ອົດ​ເຂົ້າ ແລະ ເພື່ອ​ອະ​ທິ​ຖານ ແລະ ເພື່ອ​ສົນ​ທະ​ນາ​ກັນ​ກ່ຽວ​ກັບ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ” (ໂມ​ໂຣ​ໄນ 6:4–5; ເນັ້ນ​ຄຳ​ເນີ້ງ).

ສຳ​ລັບ​ໂມ​ໂຣ​ໄນ​ແລ້ວ, ທັງ​ໝົດ​ແມ່ນ​ກ່ຽວ​ກັບ​ຜູ້​ຄົນ—ຊື່! ເພິ່ນ​ໄດ້​ປະ​ຕິ​ບັດ​ຕາມ​ຫລັກ​ທຳ​ຂອງ​ການ​ນັບ ແລະ ການ​ຮັບ​ຜິດ​ຊອບ​ເພື່ອ​ວ່າ ທຸກ​ຄົນ ຈະ​ຖືກ​ຈົດ​ຈຳ. ຜູ້​ໃດ​ກໍ​ຕາມ​ທີ່​ດີ້ນ​ລົນ ຫລື ຊັດ​ເຊ​ພະ​ເນ​ຈອນ ໄດ້​ຮັບ​ການ​ສັງ​ເກດ​ເຫັນ, ໂດຍ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ໄພ່​ພົນ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຜາ​ສຸກ​ຂອງ​ພວກ​ເຂົາ​ໃນ​ສະ​ພາ. ເຊັ່ນ​ດຽວ​ກັບ​ຜູ້​ລ້ຽງ​ແກະ​ທີ່​ໄດ້​ປະ​ແກະ​ເກົ້າ​ສິບ​ເກົ້າ​ໂຕ (ທີ່​ປອດ​ໄພ ແລະ ໝັ້ນ​ຄົງ, ຂ້າ​ພະ​ເຈົ້າ​ແນ່​ໃຈ) ແລະ ອອກ​ຕາມ​ຫາ​ໂຕ​ທີ່​ເສຍ​ໄປ (ເບິ່ງ ລູ​ກາ 15:4–7), ເຮົາ​ຖືກ​ຂໍ​ໃຫ້​ຮູ້​ເຖິງ​ຝູງ​ຂອງ​ເຮົາ—ເພື່ອ​ສັງ​ເກດ​ເຫັນ ແລະ ຈົດ​ຈຳ ແລະ ໄປ ແລະ ເຮັດ​ຢ່າງ​ດຽວ​ກັນ.

ໃນ​ຖາ​ນະ​ຜູ້​ນຳ​ເຂດ​ເຜີຍ​ແຜ່​ໃນ​ປະ​ເທດ​ອິນ​ເດຍ, ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ​ເຄີຍ​ຖາມ​ປະ​ທານ​ສາ​ຂາ​ໜຸ່ມ​ຄົນ​ໜຶ່ງ​ກ່ຽວ​ກັບ​ເປົ້າ​ໝາຍ​ບາງ​ຢ່າງ​ຂອງ​ເພິ່ນ​ໃນ​ປີ​ທີ່​ຈະ​ມາ​ເຖິງ​ວ່າ: “ທ່ານ​ຈະ​ກຽມ​ຜູ້​ຊາຍ​ຈັກ​ຄົນ​ເພື່ອ​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ?” ຄຳ​ຕອບ​ທັນ​ທີ​ຂອງ​ເພິ່ນ​ແມ່ນ “ເຈັດ!”

ຂ້າ​ພະ​ເຈົ້າ​ໄດ້​ສົງ​ໄສ​ວ່າ ເພິ່ນ​ໄດ້​ເສກ​ເລກ​ທີ່​ສະ​ເພາະ​ເຈາະ​ຈົງ​ນັ້ນ​ມາ​ແຕ່​ໃສ! ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຕອບ, ເພິ່ນ​ໄດ້​ຈັບ​ເຈ້ຍ​ແຜ່ນ​ໜຶ່ງ​ອອກ​ມາ ຊຶ່ງ​ມີ​ຕົວ​ເລກ​ຕັ້ງ​ແຕ່​ໜຶ່ງ​ຮອດ​ເຈັດ​ຂຽນ​ໃສ່​ທາງ​ຂ້າງ. ຫ້າ​ແຖວ​ທຳ​ອິດ​ມີ​ຊື່​ຂຽນ​ໃສ່—ຄົນ​ແທ້​ທີ່​ເພິ່ນ ແລະ ກຸ່ມ​ແອວ​ເດີ​ຂອງ​ເພິ່ນ​ກຳ​ລັງ​ຈະ​ເຊື້ອ​ເຊີນ ແລະ ຊຸກ​ຍູ້​ໃຫ້​ຮັບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ. ແນ່​ນອນ, ຂ້າ​ພະ​ເຈົ້າ​ຕ້ອງ​ຖາມ​ກ່ຽວ​ກັບ​ແຖວ​ວ່າງ​ທີ​ຫົກ ແລະ ເຈັດ. “ໂອ, ປະ​ທານ,” ເພິ່ນ​ກ່າວ, ຂະ​ນະ​ທີ່​ແກວ່ງ​ຫົວ​ຢ່າງ​ໜ້າ​ເຫັນ​ໃຈ, “ແນ່​ນອນ​ວ່າ ເຮົາ​ຈະ​ບັບ​ຕິ​ສະ​ມາ​ຢ່າງ​ໜ້ອຍ​ຜູ້​ຊາຍ​ສອງ​ຄົນ​ໃນ​ວັນ​ທີ​ໜຶ່ງ​ຂອງ​ປີ ຜູ້​ທີ່​ຈະ​ສາ​ມາດ​ຮັບ​ຖາ​ນະ​ປະ​ໂລ​ຫິດ​ພາຍ​ໃນ​ທ້າຍ​ປີ.” ຜູ້​ນຳ​ທີ່​ດີ​ເລີດ​ຄົນ​ນີ້​ເຂົ້າ​ໃຈ​ຫລັກ​ທຳ​ຂອງ​ການ​ນັບ ແລະ ການ​ຮັບ​ຜິດ​ຊອບ.

ພຣະ​ຄຣິດ​ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໃນ​ວິ​ທີ​ທີ່​ຍາກ​ທີ່​ຈະ​ລືມ​ຈິດ​ວິນ​ຍານ​ໜຶ່ງ, ເພາະ​ແຕ່​ລະ​ຈິດ​ວິນ​ຍານ​ລ້ວນ​ແຕ່​ເປັນ​ທີ່​ຮັກ​ຕໍ່​ພຣະ​ອົງ. ທຸກ​ຄົນ​ໃນ​ຫວອດ, ບໍ່​ວ່າ​ຈະ​ອາ​ຍຸ​ເທົ່າ​ໃດ ຫລື ເພດ​ໃດ, ຕ່າງ​ກໍ​ມີ​ຜູ້​ພິ​ທັກ​ຮັກ​ສາ​ເປັນ​ຈຳ​ນວນ​ຫລວງ​ຫລາຍ—ຜູ້​ລ້ຽງ​ແກະ—ທີ່​ໄດ້​ຮັບ​ໜ້າ​ທີ່​ໃຫ້​ເບິ່ງ​ແຍງ​ພວກ​ເຂົາ, ດ້ວຍ​ການ​ຈົດ​ຈຳ. ຊາຍ​ໜຸ່ມ​ຄົນ​ໜຶ່ງ, ຍົກ​ຕົວ​ຢ່າງ, ໄດ້​ຖືກ​ມອບ​ໝາຍ​ໃຫ້​ຝ່າຍ​ອະ​ທິ​ການ, ອ້າຍ​ນ້ອງ​ຜູ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ທີ່​ປຶກ​ສາ​ຜູ້​ໃຫຍ່​ໜຸ່ມ, ຄູ​ສອນ​ຫ້ອງ​ຮຽນ​ສາດ​ສະ​ໜາ, ຝ່າຍ​ປະ​ທານ​ກຸ່ມ ເບິ່ງ​ແຍງ​ຄວາມ​ຜາ​ສຸກ​ຂອງ​ລາວ, ແລະ ຄົນ​ອື່ນໆ​ອີກ—ທຸກ​ຄົນ​ແມ່ນ​ຮັບ​ໃຊ້​ເປັນ​ຫລາຍໆ​ຕາ​ໜ່າງ​ນິ​ລະ​ໄພ, ທີ່​ຖືກ​ຄຶງ​ຂຶ້ນ​ຢ່າງ​ເຄັ່ງ​ແໜ້ນ​ຢູ່​ກ້ອງ​ຊາຍ​ໜຸ່ມ​ຄົນ​ນັ້ນ ເພື່ອ​ຮັບ​ເອົາ​ລາວ​ເມື່ອ​ລາວ​ຕົກ​ລົງ. ເຖິງ​ແມ່ນ​ວ່າ ຈະ​ມີ​ພຽງ​ແຕ່​ຕາ​ໜ່າງ​ດຽວ​ທີ່​ຖືກ​ວາງ​ໄວ້​ຢ່າງ​ເໝາະ​ສົມ​ກໍ​ຕາມ, ຊາຍ​ໜຸ່ມ​ຄົນ​ນັ້ນ​ຈະ​ປອດ​ໄພ, ຖືກ​ສັງ​ເກດ​ເຫັນ, ແລະ ຖືກ​ຈົດ​ຈຳ. ແຕ່​ເຖິງ​ຢ່າງ​ນັ້ນ​ກໍ​ດີ, ເຮົາ​ມັກ​ຈະ​ພົບ​ວ່າ ບໍ່​ມີ​ຕາ​ໜ່າງ​ໃດ​ເລີຍ​ທີ່​ຢູ່​ໃນ​ຕຳ​ແໜ່ງ. ຜູ້​ຄົນ​ຊັດ​ເຊ​ເຂົ້າ​ໄປ​ໃນ​ໝອກ​ຢ່າງ​ເປັນ​ປະ​ຈຳ—ແລະ ບໍ່​ມີ​ໃຜ​ສັງ​ເກດ​ເຫັນ​ເລີຍ. ເຮົາ​ຈະ​ສາ​ມາດ​ເປັນ​ຜູ້​ລ້ຽງ​ແກະ​ທີ່​ດີ​ກວ່າ​ເກົ່າ​ໄດ້​ແນວ​ໃດ? ເຮົາ​ສາ​ມາດ​ຮຽນ​ຮູ້​ທີ່​ຈະ​ນັບ ແລະ ຮັບ​ຜິດ​ຊອບ.

ສາດ​ສະ​ໜາ​ຈັກ​ຈັດ​ຫາ​ລາຍ​ງານ ແລະ ເຄື່ອງ​ມື​ໄວ້​ໃຫ້​ເຮົາ​ເພື່ອ​ເຮັດ​ເຊັ່ນ​ນັ້ນ—ໃຫ້​ຈົດ​ຈຳ. ລາຍ​ງານ​ປະ​ຈຳ​ໄຕ​ມາດ​ຖື​ເປັນ​ຕົວ​ຢ່າງ​ທີ່​ດີ. ມັນ​ໃຫ້​ເຮົາ​ນັບ ແລະ ຮັບ​ຜິດ​ຊອບ​ສະ​ມາ​ຊິກ​ແຕ່​ລະ​ຄົນ​ຫລາຍ​ເທື່ອ ແລະ ໃຫ້​ສັງ​ເກດ​ເຫັນ​ຜູ້​ທີ່​ຫາຍ​ໄປ ຫລື ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ແລະ ຄວາມ​ຮັກ​ຈາກ​ເຮົາ. ລາຍ​ຊື່​ການ​ດຳ​ເນີນ​ການ ແລະ ການ​ສຳ​ພາດ ລະ​ບຸ​ຜູ້​ທີ່​ຕ້ອງ​ການ​ຄວາມ​ສົນ​ໃຈ​ຈາກ​ເຮົາ​ໃນ​ຕອນ​ນີ້, ເຊັ່ນ​ດຽວ​ກັບ​ລາຍ​ງານ​ສະ​ຖາ​ນະ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ ແລະ ອື່ນໆ. ເຄື່ອງ​ມື​ການ​ນັບ ແລະ ການ​ຮັບ​ຜິດ​ຊອບ​ເຫລົ່າ​ນີ້ ຊ່ວຍ​ໃຫ້​ເຮົາ​ສຸມ​ໃຈ​ໃສ່​ຜູ້​ຄົນ. ແມ່ນ​ໃຜ​ຕ້ອງ​ການ​ການ​ເອີ້ນ, ຄວາມ​ກ້າວ​ໜ້າ​ດ້ານ​ຖາ​ນະ​ປະ​ໂລ​ຫິດ, ຫລື ຄວາມ​ຊ່ວຍ​ເຫລືອ​ໃນ​ການ​ເອົາ​ຊື່​ຄອບ​ຄົວ​ໄປ​ພຣະ​ວິ​ຫານ? ແມ່ນ​ໃຜ​ທີ່​ເຮົາ​ສາ​ມາດ​ຊ່ວຍ​ເຫລືອ​ໄດ້​ໃນ​ການ​ກະ​ກຽມ​ສຳ​ລັບ​ການ​ເຜີຍ​ແຜ່​ເຕັມ​ເວ​ລາ? ແມ່ນ​ໃຜ​ຫາຍ​ໄປ​ເດືອນ​ນີ້? ເຄື່ອງ​ມື​ເຫລົ່າ​ນີ້​ຊ່ວຍ​ໃຫ້​ເຮົາ​ຈົດ​ຈຳ​ຜູ້​ຄົນ​ໄດ້.

ຂ້າ​ພະ​ເຈົ້າ​ຮູ້​ຈັກ​ຄອບ​ຄົວ​ໜຶ່ງ​ຈາກ​ສະ​ຫະ​ລັດ​ທີ່​ໄດ້​ຮັບ​ວຽກ​ງານ​ມອບ​ໝາຍ​ໃນ​ອາ​ຟຣິ​ກາ. ໃນ​ວັນ​ອາ​ທິດ​ທຳ​ອິດ​ຂອງ​ພວກ​ເຂົາ, ພວກ​ເຂົາ​ໄດ້​ຍ່າງ​ເຂົ້າ​ໄປ​ໃນ​ໜ່ວຍ​ສາດ​ສະ​ໜາ​ຈັກ​ພຽງ​ແຕ່​ແຫ່ງ​ດຽວ​ໃນ​ປະ​ເທດ, ບ່ອນ​ທີ່​ພວກ​ເຂົາ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຢ່າງ​ກະ​ຕື​ລື​ລົ້ນ. ເມື່ອ​ເຖິງ​ທ້າຍ​ຕອນ​ເຊົ້າ, ພັນ​ລະ​ຍາ​ຂອງ​ຊາຍ​ຄົນ​ນັ້ນ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ໃຫ້​ລາວ​ເປັນ​ຜູ້​ນຳ​ຊາຍ​ໜຸ່ມ! ລາວ​ໄດ້​ຖາມ​ປະ​ທານ​ສາ​ຂາ​ທີ່​ເບິ່ງ​ຄື​ເມື່ອຍ​ວ່າ ມີ​ຊາຍ​ໜຸ່ມ​ຈັກ​ຄົນ. ຜູ້​ນຳ​ລຸ້ນ​ທຳ​ອິດ​ທີ່​ຊື່​ສັດ​ນີ້ ໄດ້​ຊີ້​ໄປ​ທາງ​ຫລັງ​ຂອງ​ຫໍ​ສິນ​ລະ​ລຶກ ແລະ ກ່າວ​ວ່າ, “ສອງ​ຄົນ​ນັ້ນ​ຢູ່​ຫັ້ນ.” ຊາຍ​ຄົນ​ນັ້ນ​ໄດ້​ລະ​ແວງ​ສົງ​ໄສ​ພໍ​ສົມ​ຄວນ, ລາວ​ຈຶ່ງ​ເອົາ​ບັນ​ຊີ​ລາຍ​ຊື່​ຫວອດ​ເມືອ, ໂດຍ​ສັງ​ເກດ​ເຫັນ​ຢ່າງ​ໄວ​ວາ​ວ່າ ທີ່​ຈິງ​ແລ້ວ ມີ​ຊາຍ​ໜຸ່ມ 20 ຄົນ​ຢູ່​ໃນ​ລາຍ​ຊື່. ລາວ​ໄດ້​ກັບ​ໄປ​ຫາ​ປະ​ທານ​ສາ​ຂາ ແລະ ຂໍ​ໃຫ້​ຜູ້​ໃຫຍ່​ໜຸ່ມ​ທີ່​ຫ້າວ​ຫັນ ແລະ ເວົ້າ​ໄດ້​ສອງ​ພາ​ສາ​ສອງ​ຄົນ​ໃຫ້​ຮັບ​ໃຊ້​ເປັນ​ທີ່​ປຶກ​ສາ​ຂອງ​ລາວ ແລະ ນັ່ງ​ລົງ​ກັບ​ພວກ​ເຂົາ ແລະ ຊາຍ​ໜຸ່ມ​ສອງ​ຄົນ​ເພື່ອ​ກວດ​ເບິ່ງ​ລາຍ​ຊື່.

ແລ້ວ​ຄົນ​ໜຸ່ມ​ທີ່​ພາກ​ພຽນ​ເຫລົ່າ​ນີ້​ໄດ້​ລົງ​ມື​ເຮັດ​ວຽກ. ໃນ​ຊ່ວງ​ສອງ​ສາມ​ເດືອນ​ຕໍ່​ມາ, ພວກ​ເຂົາ​ໄດ້​ພົບ​ຊາຍ​ໜຸ່ມ​ທຸກ​ຄົນ​ທີ່​ຢູ່​ໃນ​ລາຍ​ຊື່. ແຕ່​ລະ​ຊື່ ແຕ່​ລະ​ຊື່, ແກະ​ທີ່​ເສຍ​ໄປ​ເຫລົ່າ​ນັ້ນ​ໄດ້​ຮັບ​ການ​ຕ້ອນ​ຮັບ​ກັບ​ຄືນ​ໂດຍ​ໝູ່​ເພື່ອນ ແລະ ໄດ້​ຮັບ​ການ​ລ້ຽງ​ດູ​ທາງ​ວິນ​ຍານ ແລະ ທາງ​ຮ່າງ​ກາຍ! ພາຍ​ໃນ​ໜຶ່ງ​ປີ, ໃນ​ແຕ່​ລະ​ວັນ​ອາ​ທິດ, ມີ​ຊາຍ​ໜຸ່ມ 21 ຄົນ​ເຂົ້າ​ຮ່ວມ​ໂດຍ​ສະ​ເລ່ຍ. ຕ້ອງ​ຂອບ​ໃຈ​ບັນ​ດາ​ຊາຍ​ໜຸ່ມ​ທີ່​ໄດ້​ນັບ ແລະ ຮັບ​ຜິດ​ຊອບ.

ໝູ່​ທີ່​ຮັກ​ແພງ​ຄົນ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ, ຕອນ​ທີ່​ເປັນ​ນັກ​ຮຽນ​ປະ​ລິນ​ຍາ​ໂທ​ໜຸ່ມ, ໄດ້​ຍ້າຍ​ໄປ​ເມືອງ​ອາ​ເມ​ຣິ​ກາ​ໃຫຍ່​ແຫ່ງ​ໜຶ່ງ​ກັບ​ຄອບ​ຄົວ​ຂອງ​ລາວ ເພື່ອ​ສຶກ​ສາ​ຕໍ່. ລາວ​ໄດ້​ຖືກ​ເອີ້ນ​ໂດຍ​ທັນ​ທີ​ໃຫ້​ເປັນ​ປະ​ທານ​ກຸ່ມ​ແອວ​ເດີ. ໂດຍ​ທີ່​ຕື່ນ​ເຕັ້ນ​ກ່ຽວ​ກັບ​ການ​ສຳ​ພາດ​ທຳ​ອິດ​ກັບ​ປະ​ທານ​ສະ​ເຕກ, ລາວ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ໄປ​ຢ່າງ​ກຽມ​ພ້ອມ. ລາວ​ໄດ້​ບອກ​ປະ​ທານ​ສະ​ເຕກ​ວ່າ ລາວ​ມີ​ເປົ້າ​ໝາຍ​ສາມ​ຢ່າງ​ສຳ​ລັບ​ປີ​ທີ່​ຈະ​ມາ​ເຖິງ​ນີ້: (1) 90 ເປີ​ເຊັນ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, (2) ບົດ​ຮຽນ​ພຣະ​ກິດ​ຕິ​ຄຸນ​ທີ່​ມີ​ແກ່ນ​ສານ​ແຕ່​ລະ​ອາ​ທິດ, ແລະ (3) ກິດ​ຈະ​ກຳ​ກຸ່ມ​ທີ່​ວາງ​ແຜນ​ເປັນ​ຢ່າງ​ດີ​ທຸກໆ​ເດືອນ.

ໂດຍ​ທີ່​ຍິ້ມ​ໃສ່​ໝູ່​ຂອງ​ຂ້າ​ພະ​ເຈົ້າ, ປະ​ທານ​ສະ​ເຕກ​ທີ່​ມີ​ສະ​ຕິ​ປັນ​ຍາ​ຜູ້​ນີ້​ໄດ້​ຖາມ​ວ່າ, “ເຈົ້າ​ສາ​ມາດ​ບອກ​ຊື່​ຂອງ​ສະ​ມາ​ຊິກ​ກຸ່ມ​ທີ່​ບໍ່​ຄ່ອຍ​ມາ​ໂບດ​ຄົນ​ໜຶ່ງ ທີ່​ເຈົ້າ​ຈະ​ສາ​ມາດ​ຊ່ວຍ​ພາ​ໄປ​ພຣະ​ວິ​ຫານ​ກັບ​ຄອບ​ຄົວ​ຂອງ​ລາວ​ປີ​ນີ້​ໄດ້​ບໍ່?” ນັ້ນ​ໄດ້​ເຮັດ​ໃຫ້​ໝູ່​ຂອງ​ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ. ລາວ​ໄດ້​ຄິດ​ຢ່າງ​ລະ​ມັດ​ລະ​ວັງ ແລະ ໄດ້​ຄິດ​ຊື່​ໜຶ່ງ​ອອກ​ມາ. “ຈົດ​ໄວ້,” ປະ​ທານ​ສະ​ເຕກ​ໄດ້​ຊີ້​ນຳ. ແລ້ວ​ຜູ້​ນຳ​ທີ່​ມີ​ປະ​ສົບ​ການ​ຜູູູ້​ນີ້​ໄດ້​ຖາມ​ຄຳ​ຖາມ​ດຽວ​ກັນ​ອີກ​ສາມ​ເທື່ອ—ແລະ ການ​ສຳ​ພາດ​ກໍ​ໄດ້​ຈົບ​ລົງ. ຊາຍ​ໜຸ່ມ​ຄົນ​ນີ້​ໄດ້​ຍ່າງ​ອອກ​ມາ​ຈາກ​ການ​ສຳ​ພາດ​ນັ້ນ ໂດຍ​ທີ່​ໄດ້​ຮຽນ​ຮູ້​ບົດ​ຮຽນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ສຳ​ລັບ​ລາວ​ກ່ຽວ​ກັບ​ຄວາມ​ເປັນ​ຜູ້​ນຳ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ລາວ​ໄດ້​ເຂົ້າ​ໄປ​ໃນ​ການ​ສຳ​ພາດ​ພ້ອມ​ກັບ​ໂປຣ​ແກຣມ, ບົດ​ຮຽນ, ແລະ ກິດ​ຈະ​ກຳ. ລາວ​ໄດ້​ຍ່າງ​ອອກ​ມາ​ພ້ອມ​ກັບ​ຊື່! ຕໍ່​ມາ ຊື່​ທັງ​ສີ່​ນັ້ນ​ໄດ້​ກາຍ​ເປັນ​ຈຸດ​ສຸມ​ຫລັກ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ລາວ ແລະ ຂອງ​ກຸ່ມ​ຂອງ​ລາວ.

ໃນ​ຖາ​ນະ​ຜູ້​ນຳ​ເຂດ​ເຜີຍ​ແຜ່, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ໜຶ່ງ​ໃນ​ສາ​ຂາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເຊົ້າ​ວັນ​ອາ​ທິດ​ໜຶ່ງ. ຂ້າ​ພະ​ເຈົ້າ​ສັງ​ເກດ​ເຫັນ​ວ່າ ປະ​ທານ​ສາ​ຂາ​ມີ​ແຕ່​ຈັບ​ເອົາ​ບັດ​ອອກ​ມາ​ຈາກ​ຖົງ​ຂອງ​ເພິ່ນ ແລະ ຂຽນ​ໃສ່. ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ຖາມ​ເພິ່ນ​ກ່ຽວ​ກັບ​ເລື່ອງ​ນັ້ນ​ຫລັງ​ຈາກ​ການ​ອະ​ທິ​ຖານ​ປິດ. ເມື່ອ​ກອງ​ປະ​ຊຸມ​ໄດ້​ຈົບ​ລົງ ແລະ ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ຖາມ​ກ່ຽວ​ກັບ​ບັດ​ນັ້ນ, ຜູ້​ນຳ​ເຜີຍ​ແຜ່​ຂອງ​ສາ​ຂາ​ໄດ້​ຟ້າວ​ໄປ​ຍັງ​ແທ່ນ​ປາ​ໄສ, ບ່ອນ​ທີ່​ລາວ​ໄດ້​ຮັບ​ເຈ້ຍ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ຕິດ​ຕາມ​ຜູ້​ນຳ​ທີ່​ກະ​ຕື​ລື​ລົ້ນ​ຜູ້​ນີ້​ໄປ​ບ່ອນ​ປະ​ຊຸມ​ປະ​ສານ​ງານ​ຜູ້​ສອນ​ສາດ​ສະ​ໜາ​ຂອງ​ສາ​ຂາ​ປະ​ຈຳ​ອາ​ທິດ​ທັນ​ທີ. ກ່ອນ​ທີ່​ເຂົາ​ເຈົ້າ​ຈະ​ເລີ່ມ, ລາວ​ໄດ້​ຈັບ​ເອົາ​ເຈ້ຍ​ອອກ​ມາ​ຈາກ​ຖົງ​ຂອງ​ລາວ. ມັນ​ໄດ້​ເຕັມ​ໄປ​ດ້ວຍ​ຊື່​ຂອງ​ສະ​ມາ​ຊິກ​ຜູ້​ທີ່​ບໍ່​ໄດ້​ມາ​ກອງ​ປະ​ຊຸມ​ສິນ​ລະ​ລຶກ. ພາຍ​ໃນ​ບໍ່​ເທົ່າ​ໃດ​ນາ​ທີ, ສະ​ມາ​ຊິກ​ແຕ່​ລະ​ຄົນ​ໃນ​ສະ​ພາ ໄດ້​ເລືອກ​ຊື່​ໜຶ່ງ ຫລືື ສອງ​ຊື່, ໂດຍ​ທີ່​ມຸ່ງ​ໝັ້ນ​ທີ່​ຈະ​ໄປ​ຢ້ຽມ​ຢາມ​ພວກ​ເຂົາ​ໃນ​ມື້​ດຽວ​ກັນ​ນັ້ນ ເພື່ອ​ແນ່​ໃຈ​ວ່າ ພວກ​ເຂົາ​ບໍ່​ເປັນ​ຫຍັງ ແລະ ໃຫ້​ພວກ​ເຂົາ​ຮູ້​ວ່າ ພວກ​ເຂົາ​ຖືກ​ຄິດ​ຮອດ. ບັດ​ນີ້ ນັ້ນ​ແຫລະ ຄື​ການ​ນັບ ແລະ ການ​ຮັບ​ຜິດ​ຊອບ.

ຂ້າ​ພະ​ເຈົ້າ​ຈື່​ທ້ອງ​ຖິ່ນ​ໜຶ່ງ, ຫລາຍ​ຊົ່ວ​ໂມງ​ທາງ​ຍົນ​ຫ່າງ​ຈາກ​ພຣະ​ວິ​ຫານ​ທີ່​ໃກ້​ທີ່​ສຸດ, ບ່ອນ​ທີ່​ການ​ຮັກ​ສາ​ໃບ​ຮັບ​ຮອງ​ປະ​ຈຸ​ບັນ ເປັນ​ເລື່ອງ​ສຳ​ຄັນ​ສູງ​ສຸດ, ເຖິງ​ແມ່ນ​ວ່າ​ຈະ​ມີ​ແນວ​ໂນ້ມ​ທີ່​ມັນ​ຈະ​ບໍ່​ເຄີຍ​ຖືກ​ໃຊ້​ເລີຍ​ກໍ​ຕາມ. ວັນ​ອາ​ທິດ​ທຳ​ອິດ​ຂອງ​ແຕ່​ລະ​ເດືອນ, ຜູ້​ນຳ​ໄດ້​ໃຊ້​ເຄື່ອງ​ມື​ນັບ​ຂອງ​ເຂົາ​ເຈົ້າ​ເພື່ອ​ຮັບ​ຜິດ​ຊອບ​ຕໍ່​ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ. ຖ້າ​ເຂົາ​ເຈົ້າ​ພົບ​ວ່າ ໃບ​ຮັບ​ຮອງ​ໃກ້​ຈະ​ໝົດ​ອາ​ຍຸ, ເລ​ຂາ​ທິ​ການ​ສູງ​ສຸດ​ຈະ​ນັດ​ໝາຍ​ການ​ສຳ​ພາດ​ເພື່ອ​ຕໍ່​ໃໝ່. ຜູ້​ທີ່​ມີ​ໃບ​ຮັບ​ຮອງ​ໝົດ​ອາ​ຍຸ​ຈະ​ໄດ້​ຮັບ​ການ​ແນະ​ນຳ, ຈາກ​ນັ້ນ​ຊອກ​ຫາ​ວິ​ທີ​ທີ່​ຈະ​ຊ່ວຍ​ພວກ​ເຂົາ​ກັບ​ຄືນ​ສູ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ຂ້າ​ພະ​ເຈົ້າ​ຖາມ​ວ່າ ສະ​ມາ​ຊິກ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ຈັກ​ຄົນ​ມີ​ໃບ​ຮັບ​ຮອງ​ປະ​ຈຸ​ບັນ. ຄຳ​ຕອບ​ແມ່ນ 98.6 ເປີ​ເຊັນ ຊຶ່ງ​ໜ້າ​ຕະ​ລຶງ​ຫລາຍ. ເມື່ອ​ຖືກ​ຖາມ​ກ່ຽວ​ກັບ​ຫົກ​ຄົນ​ທີ່​ໃບ​ຮັບ​ຮອງ​ໄດ້​ໝົດ​ອາ​ຍຸ, ຜູ້​ນຳ​ກໍ​ສາ​ມາດ​ລະ​ບຸ​ພວກ​ເຂົາ​ຕາມ​ຊື່ ແລະ ໄດ້​ອະ​ທິ​ບາຍ​ແກ່​ຂ້າ​ພະ​ເຈົ້າ​ເຖິງ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ນຳ​ພວກ​ເຂົາ​ກັບ​ຄືນ​ມາ!

ເມື່ອ​ບໍ່​ເທົ່າ​ໃດ​ປີ​ກ່ອນ, ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍ້າຍ​ກັບ​ຄືນ​ມາ​ສະ​ຫະ​ລັດ. ພວກ​ເຮົາ​ຕື່ນ​ເຕັ້ນ​ທີ່​ຈະ​ໄປ​ໂບດ​ຢູ່​ພີ້ ຫລັງ​ຈາກ 26 ປີ​ທີ່​ໜ້າ​ອັດ​ສະ​ຈັນ​ໃນ​ໜ່ວຍ​ທີ່​ນ້ອຍ​ກວ່າ ແລະ ຫ່າງ​ໄກ​ກວ່າ. ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຫວອດ. ພວກ​ເຮົາ​ໄດ້​ມີ​ຜູ້​ນຳ​ເຜີຍ​ແຜ່​ຫວອດ​ທີ່​ດີ ແລະ ໄດ້​ເຮັດ​ສິ່ງ​ທີ່​ໜ້າ​ຕື່ນ​ເຕັ້ນ ແລະ ສິດ​ສອນ​ຜູ້​ຄົນ​ທີ່​ແສນ​ວິ​ເສດ. ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຂໍ​ໃຫ້​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຫວອດ ເພື່ອ​ສັງ​ເກດ​ການ ແລະ ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ໝູ່​ເພື່ອນ​ທີ່​ພວກ​ເຮົາ​ກຳ​ລັງ​ເຮັດ​ວຽກ​ນຳ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ຫລາດ​ໃຈ​ເມື່ອ​ທັງ​ໝົດ​ທີ່​ໄດ້​ສົນ​ທະ​ນາ​ກັນ​ແມ່ນ​ກ່ຽວ​ກັບ​ກິດ​ຈະ​ກຳ​ຫວອດ​ທີ່​ກຳ​ລັງ​ຈະ​ມາ​ເຖິງ. ຫລັງ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ໄປ​ຫາ​ຜູ້​ນຳ​ເຜີຍ​ແຜ່​ຫວອດ ແລະ ໄດ້​ໃຫ້​ຄຳ​ເຫັນ​ວ່າ ລາວ​ບໍ່​ໄດ້​ມີ​ໂອ​ກາດ​ທີ່​ຈະ​ກັບ​ມາ​ລາຍ​ງານ​ກ່ຽວ​ກັບ​ຜູ້​ຄົນ​ຂອງ​ພວກ​ເຮົາ. ຄຳ​ຕອບ​ຂອງ​ລາວ​ກໍ​ຄື? “ໂອ, ຂ້ອຍ​ບໍ່​ເຄີຍ​ລາຍ​ງານ.”

ຂ້າ​ພະ​ເຈົ້າ​ໄດ້​ປຽບ​ທຽບ​ກັບ​ການ​ປະ​ຊຸມ​ສະ​ພາ​ຫວອດ​ໃນ​ເມືອງ​ລາ​ຮໍ, ປະ​ເທດ​ປາ​ກິດ​ສະ​ຖານ, ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ເມື່ອ​ຫລາຍ​ອາ​ທິດ​ກ່ອນ. ກຸ່ມ​ນ້ອຍໆ​ນີ້​ໄດ້​ນັ່ງ​ອ້ອມ​ໂຕະ​ນ້ອຍ​ນຳ​ກັນ, ແລະ ເລື່ອງ​ດຽວ​ທີ່​ເຂົາ​ເຈົ້າ​ເວົ້າ​ເຖິງ​ແມ່ນ​ກ່ຽວ​ກັບ​ຜູ້​ຄົນ. ຊື່. ຜູ້​ນຳ​ແຕ່​ລະ​ຄົນ​ໄດ້​ລາຍ​ງານ​ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ຕົນ ແລະ ບຸກ​ຄົນ ແລະ ຄອບ​ຄົວ​ທີ່​ເຂົາ​ເຈົ້າ​ກັງ​ວົນ. ທຸກ​ຄົນ​ມີ​ໂອ​ກາດ​ທີ່​ຈະ​ເສີມ​ຄວາມ​ຄິດ​ຂອງ​ຕົນ​ກ່ຽວ​ກັບ​ວິ​ທີ​ທີ່​ດີ​ທີ່​ສຸດ​ທີ່​ເຂົາ​ເຈົ້າ​ຈະ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ຜູ້​ທີ່​ກຳ​ລັງ​ເວົ້າ​ເຖິງ​ນັ້ນ. ໄດ້​ມີ​ການ​ວາງ​ແຜນ ແລະ ໄດ້​ມີ​ການ​ມອບ​ໝາຍ​ວຽກ​ງານ. ຊ່າງ​ເປັນ​ບົດ​ຮຽນ​ອັນ​ດີ​ເລີດ​ໃນ​ການ​ນັບ ແລະ ການ​ຮັບ​ຜິດ​ຊອບ​ຕາມ​ຊື່​ຈາກ​ອ້າຍ​ເອື້ອຍ​ນ້ອງ​ລຸ້ນ​ທຳ​ອິດ​ຂອງ​ພວກ​ເຮົາ.

ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ພວກ​ເຮົາ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ສາດ​ສະ​ດາ​ໃນ​ອະ​ດີດ ແລະ ສາດ​ສະ​ດາ​ໃນ​ປະ​ຈຸ​ບັນ—ແລະ ຕາມ​ແບບ​ແຜນ​ທີ່​ຕັ້ງ​ຂຶ້ນ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ—ວິ​ທີ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ. ເຮົາ​ຈົດ​ຊື່, ເຮົາ​ຈົດ​ຈຳ, ແລະ ເຮົາ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ. ຜູ້​ນຳ​ທີ່​ເຮັດ​ສິ່ງ​ນີ້ ຈະ​ບໍ່​ມີ​ວັນ​ໝົດ​ວາ​ລະ​ໃນ​ການ​ປະ​ຊຸມ​ສະ​ພາ​ຂອງ​ຕົນ! ຫລັກ​ທຳ​ຂອງ​ການ​ນັບ ແລະ ການ​ຮັບ​ຜິດ​ຊອບ ໃຊ້​ງານ​ໄດ້​ແທ້. ມັນ​ເປັນ​ວິ​ທີ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ສາ​ມາດ​ເຮັດ​ໄດ້​ດີ​ກວ່າ​ເກົ່າ. ສຳ​ລັບ​ພຣະ​ເຈົ້າ, ຜູ້​ທີ່​ໄດ້​ສ້າງ​ຈັກ​ກະ​ວານ ແລະ ກົດ​ທີ່​ປົກ​ຄອງ​ທຸກ​ສິ່ງ, ວຽກ​ງານ​ນີ້—ວຽກ​ງານ ແລະ ລັດ​ສະ​ໝີ​ພາບ ຂອງ​ພຣະ​ອົງ—ແມ່ນ​ເປັນ​ເລື່ອງ​ສ່ວນ​ຕົວ​ຫລາຍ. ແລະ ເຫດ​ສະ​ນັ້ນ ມັນ​ຄວນ​ເປັນ​ເຊັ່ນ​ນັ້ນ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ, ໃນ​ຖາ​ນະ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ອັນ​ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ອົງ. ອັດ​ສະ​ຈັນ​ໃນ​ຊີ​ວິດ​ຂອງ​ຜູ້​ຄົນ​ແທ້ໆ​ຈະ​ເກີດ​ຂຶ້ນ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.