ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຮູ້​ວ່າ​ທ່ານ​ເປັນ​ໃຜ​ແທ້ໆ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


10:46

ຮູ້​ວ່າ​ທ່ານ​ເປັນ​ໃຜ​ແທ້ໆ

ບໍ່​ວ່າ​ເຮົາ​ຈະ​ຢູ່​ຈຸດ​ໃດ​ໃນ​ເສັ້ນ​ທາງ​ການ​ເປັນ​ສາ​ນຸ​ສິດ, ໂດຍ​ທົ່ວ​ໄປ​ແລ້ວ ຊີ​ວິດ​ຂອງ​ເຮົາ​ຈະ​ປ່ຽນ​ໄປ ຖ້າ​ຫາກ​ເຮົາ​ເຂົ້າ​ໃຈ​ວ່າ​ເຮົາ​ເປັນ​ໃຜ​ແທ້ໆ.

ເມື່ອ​ຫລາຍ​ປີ​ກ່ອນ ລູກ​ສາວ​ຂອງ​ພວກ​ເຮົາ​ໄດ້​ມີ​ປະ​ສົບ​ການ​ອັນ​ເລິກ​ເຊິ່ງ ໃນ​ການ​ເຜີຍ​ແຜ່​ຂອງ​ນາງ. ດ້ວຍ​ຄວາມ​ເຫັນ​ດີ​ຈາກ​ນາງ, ຂ້າ​ພະ​ເຈົ້າ​​ຂໍ​ແບ່ງ​ປັນ​ຂໍ້​ຄວາມ​ບາງ​ສ່ວນ​ຈາກ​ສິ່ງ​ທີ່​ນາງ​ໄດ້​ຂຽນ​ເຖິງ​ພວກ​ເຮົາ​ໃນ​ອາ​ທິດ​ນັ້ນ:

“ມື້​ວານ​ນີ້ ສະ​ມາ​ຊິກ​ຄົນ​ໜຶ່ງ​ທີ່​ໄດ້​ກັບ​ຄືນ​ມາ​ໂບດ ໄດ້​ຂໍ​ໃຫ້​ພວກ​ເຮົາ​ໄປ​ຫາ​ໄວໆ​ທີ່​ສຸດ​ເທົ່າ​ທີ່​ຈະ​ເປັນ​ໄປ​ໄດ້. ເມື່ອ​ພວກ​ເຮົາ​ໄປ​ເຖິງ, ພວກ​ເຮົາ​ພົບ​ລາວ​ຢູ່​ເທິງ​ພື້ນ, ຮ້ອງ​ໄຫ້​ຢ່າງ​ບໍ່​ສາ​ມາດ​ຄວບ​ຄຸມ​ໄດ້. ຜ່ານ​ທາງ​ນ້ຳ​ຕາ, ພວກ​ເຮົາ​ພົບ​ວ່າ ລາວ​ໄດ້​ສູນ​ເສຍ​ວຽກ​ຂອງ​ລາວ, ຈະ​ຖືກ​ຂັບ​ໄລ່​ອອກ​ຈາກ​ຫ້ອງ​ແຖວ​ຂອງ​ລາວ, ແລະ ອີກ​ເທື່ອ​ໜຶ່ງ, ກາຍ​ເປັນ​ຄົນ​ທີ່​ບໍ່​ມີ​ທີ່​ຢູ່​ອາ​ໄສ.”

ລູກ​ສາວ​ຂອງ​ພວກ​ເຮົາ​ໄດ້​ເວົ້າ​ຕໍ່​ວ່າ: “ລູກ​ເລີ່ມ​ຕົ້ນ​ຄົ້ນ​ຫາ​ຂໍ້​ພຣະ​ຄຳ​ພີ​ຂອງ​ລູກ, ພະ​ຍາ​ຍາມ​ຊອກ​ຫາ​ບາງ​ສິ່ງ—ແມ່ນ​ຫຍັງ​ກໍ​ໄດ້—ທີ່​ຈະ​ຊ່ວຍ​ລາວ. ຂະ​ນະ​ທີ່​ລູກ​ກຳ​ລັງ​ຊອກ​ຫາ​ຂໍ້​ທີ່​ເໝາະ​ສົມ​ຢູ່​ນັ້ນ, ລູກ​ຄິດ​ວ່າ, ‘ເຮົາ​ກຳ​ລັງ​ເຮັດ​ຫຍັງ? ນີ້​ບໍ່​ແມ່ນ​ສິ່ງ​ທີ່​ພຣະ​ຄຣິດ​ຈະ​ເຮັດ. ນີ້​ບໍ່​ແມ່ນ​ບັນ​ຫາ​ທີ່​ເຮົາ​ສາ​ມາດ​ແກ້​ໄຂ​ໄດ້, ແຕ່​ນີ້​ແມ່ນ​ທິ​ດາ​ຂອງ​ພຣະ​ເຈົ້າ​ແທ້ໆ ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ເຮົາ.’ ສະ​ນັ້ນ ລູກ​ຈຶ່ງ​ໄດ້​ປິດ​ພຣະ​ຄຳ​ພີ, ຄຸ​ເຂົ່າ​ລົງ​ຂ້າງໆ​ລາວ, ແລະ ໂອບ​ກອດ​ລາວ​ຂະ​ນະ​ທີ່​ພວກ​ເຮົາ​ຮ້ອງ​ໄຫ້​ນຳ​ກັນ, ຈົນ​ກະ​ທັ້ງ​ລາວ​ພ້ອມ​ທີ່​ຈະ​ລຸກ​ຂຶ້ນ ແລະ ປະ​ເຊີນ​ໜ້າ​ກັບ​ການ​ທົດ​ລອງ​ນີ້.”

ຫລັງ​ຈາກ​ທີ່​ຜູ້​ຍິງ​ຄົນ​ນີ້​ໄດ້​ຮັບ​ການ​ປອບ​ໂຍນ​ແລ້ວ, ລູກ​ສາວ​ຂອງ​ພວກ​ເຮົາ​ໄດ້​ໃຊ້​ພຣະ​ຄຳ​ພີ​ເພື່ອ​ພະ​ຍາ​ຍາມຊ່ວຍ​ໃຫ້​ລາວ​ເຂົ້າ​ໃຈ​ເຖິງ​ຄວາມ​ເປັນ​ຈິງ​ໃນ​ຄຸນ​ຄ່າ​ອັນ​ສູງ​ສົ່ງ​ຂອງ​ລາວ ແລະ ເພື່ອ​ສິດ​ສອນ​ລາວ​ເຖິງ​ຄວາມ​ຈິງ​ອັນ​ພື້ນ​ຖານ​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ການ​ດຳ​ລົງ​ຢູ່​ຂອງ​ເຮົາ—ວ່າ​ເຮົາ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ, ພຣະ​ເຈົ້າ​ຜູ້​ຮູ້​ສຶກ​ເມດ​ຕາ​ຢ່າງ​ສົມ​ບູນ​ແບບ ເມື່ອ​ເຮົາ​ທຸກ​ທໍ​ລະ​ມານ ແລະ ພ້ອມ​ທີ່​ຈະ​ຊ່ວຍ​ເຫລືອ​ເຮົາ ເມື່ອ​ເຮົາ​ລຸກ​ຂຶ້ນ​ຢືນ​ອີກ​ຄັ້ງ.

ມັນ​ເປັນ​ຄວາມ​ຮູ້​ແຈ້ງ​ທີ່​ວ່າ ຈຸດ​ທຳ​ອິດ​ຂອງ​ຄຳ​ສອນ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ສິດ​ສອນ​ແມ່ນ​ວ່າ ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ​ຂອງ​ເຮົາ. ທຸກໆ​ຄວາມ​ຈິງ​ທີ່​ຕາມ​ມາ ລ້ວນ​ແຕ່​ສ້າງ​ຂຶ້ນ​ຈາກ​ພື້ນ​ຖານ​ຄວາມ​ເຂົ້າ​ໃຈ​ທີ່​ວ່າ ເຮົາ​ເປັນ​ໃຜ​ແທ້ໆ.

ຊູ​ແຊນ ເອັຈ ຜອດ​ເທີ, ປະ​ທານ​ອົງ​ການ​ປະ​ຖົມ​ໄວ​ສາ​ມັນ, ໄດ້​ສິດ​ສອນ​ວ່າ: “ເມື່ອ​ທ່ານ​ຮູ້​ຈັກ ແລະ ເຂົ້າ​ໃຈ​ວ່າ ທ່ານ​ເປັນ​ທີ່​ຮັກ​ຢ່າງ​ໝົດ​ໃຈ​ໃນ​ຖາ​ນະ​ລູກ​ຂອງ​ພຣະ​ເຈົ້າ​ຫລາຍ​ສ່ຳ​ໃດ​ແລ້ວ, ທຸກ​ຢ່າງ​ຈະ​ປ່ຽນ​ໄປ. ມັນ​ປ່ຽນ​ວິ​ທີ​ທີ່​ທ່ານ​ຮູ້​ສຶກ​ກ່ຽວ​ກັບ​ຕົວ​ທ່ານ​ເອງ ເມື່ອ​ທ່ານ​ເຮັດ​ຜິດ​ພາດ. ມັນ​ປ່ຽນ​ວິ​ທີ​ທີ່​ທ່ານ​ຮູ້​ສຶກ ເມື່ອ​ສິ່ງ​ທີ່​ຍາກ​ລຳ​ບາກ​ເກີດ​ຂຶ້ນ. ມັນ​ປ່ຽນ​ມຸມ​ມອງ​ຂອງ​ທ່ານ​ກ່ຽວ​ກັບ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ມັນ​ປ່ຽນ​ມຸມ​ມອງ​ຂອງ​ທ່ານ​ກ່ຽວ​ກັບ​ຄົນ​ອື່ນ ແລະ ກ່ຽວ​ກັບ​ຄວາມ​ສາ​ມາດ​ຂອງ​ທ່ານ​ທີ່​ມີ​ຜົນ​ກະ​ທົບ.”

ການ​ປ່ຽນ​ແປງ​ນີ້​​ສະ​ແດງ​ໃຫ້​ເຫັນ​ໄດ້ ເມື່ອ​ເຮົາ​ອ່ານ​ກ່ຽວ​ກັບ​ປະ​ສົບ​ການ​ທີ່​ໂມ​ໄຊ​ໄດ້​ເວົ້າ​ລົມ​ກັບ​ພຣະ​ເຈົ້າ​ໜ້າ​ຕໍ່​ໜ້າ. ລະ​ຫວ່າງ​ການ​ສົນ​ທະ​ນາ​ນັ້ນ, ພຣະ​ເຈົ້າ​ໄດ້​ສິດ​ສອນ​ໂມ​ເຊ​ຊ້ຳ​ແລ້ວ​ຊ້ຳ​ອີກ ເຖິງ​ມໍ​ລະ​ດົກ​ອັນ​ສູງ​ສົ່ງ​ຂອງ​ເພິ່ນ, ໂດຍ​ກ່າວ​ວ່າ, “ໂມ​ເຊ, … ເຈົ້າ​ແມ່ນ​ບຸດ​ຂອງ​ເຮົາ.” ພຣະ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ ໂມ​ເຊ​ມີ​ລັກ​ສະ​ນະ​ດຽວ​ກັນ​ກັບ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ອົງ. ໂມ​ເຊ​ໄດ້​ເຂົ້າ​ໃຈ​ຢ່າງ​ແຈ່ມ​ແຈ້ງວ່າ ເພິ່ນ​ເປັນ​ໃຜ, ວ່າ​ເພິ່ນ​ມີ​ວຽກ​ງານ​ທີ່​ຈະ​ເຮັດ, ແລະ ວ່າ​ເພິ່ນ​ມີ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ.

ຫລັງ​ຈາກ​ປະ​ສົບ​ການ​ນີ້, ຜູ້​ປໍ​ລະ​ປັກ​ໄດ້​ມາ​ລໍ້​ລວງ​ເພິ່ນ ແລະ ກ່າວ​ກັບ​ເພິ່ນ​ໃນ​ທັນ​ທີ​ວ່າ, “ໂມ​ເຊ, ບຸດ​ມະ​ນຸດ.” ນີ້​ເປັນ​ເຄື່ອງ​ມື​ທີ່​ພົບ​ເຫັນ​ໄດ້​ທົ່ວ​ໄປ ແລະ ອັນ​ຕະ​ລາຍ​ໃນ​ຍຸດ​ທະ​ວິ​ທີ​ຂອງ​ຜູ້​ປໍ​ລະ​ປັກ. ເຖິງ​ແມ່ນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ໄດ້​ເຕືອນ​ເຮົາ​ຢູ່​ສະ​ເໝີ ແລະ ດ້ວຍ​ຄວາມ​ຮັກ ວ່າ​ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ, ແຕ່​ຜູ້​ປໍ​ລະ​ປັກ​ຈະ​ພະ​ຍາ​ຍາມ​ໃສ່​ຮ້າຍ​ປ້າຍ​ສີ​ເຮົາ​ຢູ່​ສະ​ເໝີ ດ້ວຍ​ຈຸດ​ອ່ອນ​ຂອງ​ເຮົາ. ແຕ່​ໂມ​ເຊ​ໄດ້​ຮຽນ​ຮູ້​ແລ້ວ​ວ່າ ເພິ່ນ​ເປັນ​ຫລາຍ​ກວ່າ “ບຸດ​ມະ​ນຸດ.” ເພິ່ນ​ໄດ້​ປະ​ກາດ​ກັບ​ຊາ​ຕານ​ວ່າ: “ທ່ານ​ເປັນ​ໃຜ? ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ.” ໃນ​ທຳ​ນອງ​ດຽວ​ກັນ, ເມື່ອ​ເຮົາ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ຂອງ​ຊີ​ວິດ​ມະ​ຕະ ຫລື ເມື່ອ​ເຮົາ​ຮູ້​ສຶກ​ວ່າ ມີ​ຄົນ​ພະ​ຍາ​ຍາມ​ໃສ່​ຮ້າຍ​ປ້າຍ​ສີ​ເຮົາ ດ້ວຍ​ຈຸດ​ອ່ອນ​ຂອງ​ເຮົາ, ເຮົາ​ຕ້ອງ​ຢືນ​ຢັດ​ຢ່າງ​ໝັ້ນ​ຄົງ ໃນ​ຄວາມ​ຮູ້​ທີ່​ວ່າ​ເຮົາ​ເປັນ​ໃຜ​ແທ້ໆ. ເຮົາ​ຕ້ອງ​ສະ​ແຫວງ​ຫາ​ການ​ຢືນ​ຢັນ​ຈາກ​ພຣະ​ເຈົ້າ, ບໍ່​ແມ່ນ​ຈາກ​ມະ​ນຸດ. ແລະ ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ເຮົາ​ກໍ​ສາ​ມາດ​ປະ​ກາດ​ຢ່າງ​ກ້າ​ຫານ​ວ່າ, “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.”

ໃນ​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ຮັກ​ຂອງ​ເຮົາ ໄດ້​ສິດ​ສອນ​ວ່າ: “ສະ​ນັ້ນ ທ່ານ​ເປັນ​ໃຜ? ກ່ອນ​ອື່ນ​ໝົດ, ທ່ານ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ລູກ​ແຫ່ງ​ພັນ​ທະ​ສັນ​ຍາ, ແລະ ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ທ່ານ​ນ້ອມ​ຮັບ​ຄວາມ​ຈິງ​ເຫລົ່າ​ນີ້, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ກໍ​ຈະ​ຊ່ວຍ​ທ່ານ​ໃຫ້​ໄປ​ຮອດ​ເປົ້າ​ໝາຍ​ສູງ​ສຸດ​ຂອງ​ທ່ານ​ທີ່​ຈະ​ດຳ​ເນີນ​ຊີ​ວິດ​ຢ່າງ​ນິ​ລັນ​ດອນ​ໃນ​ພຣະ​ພັກ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ອົງ.”

ມັນ​ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ພຣະ​ຄຳ​ພີ​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ວ່າ, ພຣະ​ເຈົ້າ​ເຕືອນ​ເຮົາ​ເຖິງ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ອົງ. ໃນ​ບັນ​ດາ​ພຣະ​ນາມ​ທັງ​ໝົດ​ທີ່​ພຣະ​ອົງ​ສາ​ມາດ​ລະ​ບຸ​ໄດ້​ໃນ​ຄຳ​ອະ​ທິ​ຖານ​ສິນ​ລະ​ລຶກ, ພຣະ​ອົງ​ໄດ້​ຂໍ​ໃຫ້​ເອີ້ນ​ວ່າ “ພຣະ​ອົງ​ເຈົ້າ, ພຣະ​ບິ​ດາ​ນິ​ລັນ​ດອນ.”

ເມື່ອ​ເຮົາ​ຮູ້​ຈັກ​ວ່າ​ເຮົາ​ເປັນ​ໃຜ​ແທ້ໆ, ເຮົາ​ຈະ​ເຊື່ອ​ໝັ້ນ​ຫລາຍ​ຂຶ້ນ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ຕຽມ​ແຜນ​ໄວ້​ສຳ​ລັບ​ເຮົາ ທີ່​ຈະ​ກັບ​ໄປ​ຢູ່​ກັບ​ພຣະ​ອົງ​ອີກ​ຄັ້ງ. ແອວ​ເດີ ແພ​ທຣິກ ເຄຍ​ຣັນ ໄດ້​ສິດ​ສອນ​ວ່າ: “ແຜນ​ທີ່​ສວຍ​ງາມ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ, ແມ່ນ​ແຕ່​ແຜນ​ທີ່ ‘ຍອດ​ຍ້ຽມ’, ຖືກ​ອອກ​ແບບ​ມາ​ເພື່ອ​ນຳ​ທ່ານ​ກັບ​ບ້ານ, ບໍ່​ແມ່ນ ປິດ​ກັ້ນ​ທ່ານ​ໃຫ້​ອອກ​ໄປ. … ພຣະ​ເຈົ້າ​ສະ​ແຫວງ​ຫາ​ທ່ານ​ຢ່າງ​ບໍ່​ຢຸດ​ຢັ້ງ.” ໃຫ້​ຄິດ​ເບິ່ງ​ຈັກ​ບຶດ​ໜຶ່ງ—ພຣະ​ບິ​ດາ​ຜູ້​ຊົງ​ລິດ​ທາ​ນຸ​ພາບ ແລະ ເຕັມ​ປ່ຽມ​ດ້ວຍ​ຄວາມ​ຮັກ​ຂອງ​ເຮົາ​ໄດ້ “ຕິດ​ຕາມ​ທ່ານ​ຢ່າງ​ບໍ່​ລົດ​ລະ.”

ບໍ່​ວ່າ​ເຮົາ​ຈະ​ຢູ່​ຈຸດ​ໃດ​ໃນ​ເສັ້ນ​ທາງ​ການ​ເປັນ​ສາ​ນຸ​ສິດ, ໂດຍ​ທົ່ວ​ໄປ​ແລ້ວ ຊີ​ວິດ​ຂອງ​ເຮົາ​ຈະ​ປ່ຽນ​ໄປ ຖ້າ​ຫາກ​ເຮົາ​ເຂົ້າ​ໃຈ​ວ່າ​ເຮົາ​ເປັນ​ໃຜ​ແທ້ໆ. ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ສອງວິ​ທີ​ທີ່​ເຮົາ​ສາ​ມາດ​ເຮັດ​ໃຫ້​ຄວາມ​ເຂົ້າ​ໃຈ​ນີ້​ເລິກ​ເຊິ່ງ​ຫລາຍ​ຂຶ້ນ.

ທຳ​ອິດ, ການ​ອະ​ທິ​ຖານ

ຂະ​ນະ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເລີ່ມ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ຖືກ​ນຳ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພື່ອ​ໄປ “ຢູ່​ກັບ​ພຣະ​ເຈົ້າ.” ບາງ​ທີ​ເຮົາ​ຄວນ​ປ່ຽນ​ຄວາມ​ຄິດ​ຂອງ​ເຮົາ​ຈາກ​ການ​ເວົ້າ​ຄຳ​ອະ​ທິ​ຖານ​ເທົ່າ​ນັ້ນ ແຕ່​ໃຫ້​ໃຊ້​ເວ​ລາ​ພຽງ​ພໍ ເພື່ອ​ສົນ​ທະ​ນາ ແລະ “ຢູ່​ກັບ​ພຣະ​ເຈົ້າ” ແຕ່​ລະ​ມື້.

ຂ້າ​ພະ​ເຈົ້າ​ພົບ​ເຫັນ​ວ່າ ຄຸນ​ນະ​ພາບ​ຂອງ​ການ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ດີ​ຂຶ້ນ ເມື່ອ​ຂ້າ​ພະ​ເຈົ້າ​ໃຊ້​ເວ​ລາ​ເພີ່ມ​ອີກ​ສອງ​ສາມ​ນາ​ທີ ເພື່ອ​ຕຽມ​ພ້ອມ​ທີ່​ຈະ​ເວົ້າ​ລົມ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ຂ້າ​ພະ​ເຈົ້າ. ພຣະ​ຄຳ​ພີ​ສະ​ແດງ​ໃຫ້​ເຮົາ​ເຫັນ​ວ່າ ນີ້​ຄື​ແບບ​ແຜນ​ທີ່​ໃຊ້​ໄດ້. ບໍ່​ວ່າ​ຈະ​ເປັນ​ໂຈ​ເຊັບ ສະ​ມິດ; ນີ​ໄຟ, ລູກ​ຊາຍ​ຂອງ​ຮີ​ລາ​ມັນ; ຫລື ເອ​ໂນດ, ທຸກ​ຄົນ​ຕ່າງ​ກໍ​ມີ​ຮູບ​ແບບ​ຂອງ​ການ​ໄຕ່​ຕອງ ແລະ ສະ​ທ້ອນ​ຄິດ ກ່ອນ​ການ​ສື່​ສານ​ກັບ​ພຣະ​ເຈົ້າ​ທີ່​ບັນ​ທຶກ​ໄວ້. ເອ​ໂນດ​ໄດ້​ກ່າວ​ວ່າ ຈິດ​ວິນ​ຍານ​ຂອງ​ເພິ່ນ​ຫິວ​ໂຫຍ ເມື່ອ​ຖ້ອຍ​ຄຳ​ຂອງ​ບິ​ດາ​ຂອງ​ເພິ່ນ​ຝັງ​ເລິກ​ຢູ່​ໃນ​ໃຈ​ຂອງ​ເພິ່ນ. ແຕ່​ລະ​ຕົວ​ຢ່າງ​ເຫລົ່າ​ນີ້​ສິດ​ສອນ​ເຮົາ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ຕຽມ​ພ້ອມ​ທາງ​ວິນ​ຍານ ສຳ​ລັບ​ເວ​ລາ​ຂອງ​ເຮົາ​ໃນ​ແຕ່​ລະ​ວັນ ທີ່​ຈະ “ຢູ່​ກັບ​ພຣະ​ເຈົ້າ.”

ຕໍ່​ຊາວ​ນີ​ໄຟ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ແນະ​ນຳ​ວ່າ, “ເວ​ລາ​ເຈົ້າ​ອະ​ທິ​ຖານ, ຈົ່ງ​ເຂົ້າ​ໄປ​ໃນ​ຫ້ອງ ແລະ ເມື່ອ​ເຈົ້າ​ປິດ​ປະ​ຕູ​ແລ້ວ, ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ຂອງ​ເຈົ້າ.”

ບໍ່​ວ່າ​ຈະ​ຢູ່​ໃນ​ຫ້ອງ​ໃດ ຫລື ໃນ​ຫ້ອງ​ນອນ, ຫລັກ​ທຳ​ແມ່ນ​ການ​ຊອກ​ຫາ​ສະ​ຖານ​ທີ່​ທີ່​ທ່ານ​ສາ​ມາດ​ຢູ່​ຄົນ​ດຽວ​ເພື່ອ​ອະ​ທິ​ຖານ, ປ່ອຍ​ໃຫ້​ຈິດ​ວິນ​ຍານ​ຂອງ​ທ່ານ​ສະ​ຫງົບ​ນິ້ງ, ແລະ ຮູ້​ສຶກ​ເຖິງ​ການ​ກະ​ຕຸ້ນ​ຂອງ “ສຽງ​ແຜ່ວ​ເບົາ.” ເຮົາ​ສາ​ມາດ​ຕຽມ​ຕົວ​ໄດ້​ໂດຍ​ການ​ໄຕ່​ຕອງ​ເຖິງ​ສິ່ງ​ທີ່​ເຮົາ​ກະ​ຕັນ​ຍູ​ຕໍ່ ແລະ ຄຳ​ຖາມ ຫລື ຂໍ້​ກັງ​ວົນ​ທີ່​ເຮົາ​ຈະ​ນຳ​ມັນ​ມາ​ຫາ​ພຣະ​ບິ​ດາ​ຂອງ​ເຮົາ. ເຮົາ​ຄວນ​ພະ​ຍາ​ຍາມ​ບໍ່​ໃຫ້​ມີ​ການ​ອະ​ທິ​ຖານ​ແບບ​ຊ້ຳ​ຄຳ​ເກົ່າ ແຕ່​ໃຫ້ ເວົ້າ​ລົມ ກັບ​ພຣະ​ບິ​ດາ​ຂອງ​ເຮົາ, ອອກ​ສຽງ​ຖ້າ​ເປັນ​ໄປ​ໄດ້.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ທ່າມ​ກາງ​ຄວາມ​ວຸ້ນ​ວາຍ​ຂອງ​ຊີ​ວິດ​ເຮົາ, ເມື່ອ​ເຮົາ​ຕ້ອງ​ຮັບ​ມື​ກັບ​ລູກ​ນ້ອຍ ຫລື ແລ່ນ​ໄປ​ຫັ້ນ​ມາ​ນີ້​ລະ​ຫວ່າງ​ການ​ປະ​ຊຸມ, ເຮົາ​ອາດ​ບໍ່​ມີ​ເວ​ລາ​ທີ່​ຈະ​ເຂົ້າ​ໄປ​ໃນ​ຫ້ອງ​ທີ່​ງຽບໆ ແລະ ຕຽມ​ຕົວ​ຢ່າງ​ຮອບ​ຄອບ—ແຕ່​ການ​ອະ​ທິ​ຖານ​ໃນ​ໃຈ, ຢ່າງ​ໄວ, ແລະ ເລັ່ງ​ດ່ວນ​ນັ້ນ ສາ​ມາດ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ເມື່ອ​ເຮົາ​ພະ​ຍາ​ຍາມ “ຢູ່​ກັບ​ພຣະ​ເຈົ້າ” ກ່ອນ​ໜ້າ​ນັ້ນ​ໃນ​ມື້​ເຊົ້າ.

ອາດ​ມີ​ບາງ​ຄົນ​ທີ່​ບໍ່​ໄດ້​ອະ​ທິ​ຖານ​ເປັນ​ເວ​ລາ​ດົນ​ນານ​ແລ້ວ ຫລື ບາງ​ຄົນ​ອາດ​ຍັງ​ບໍ່​ຮູ້​ສຶກ​ວ່າ​ຄຳ​ອະ​ທິ​ຖານ​ຂອງ​ເຂົາ​ຖືກ​ຮັບ​ຟັງ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ຮູ້​ຈັກ​ທ່ານ, ຮັກ​ທ່ານ, ແລະ ຢາກ​ໄດ້​ຍິນ​ຈາກ​ທ່ານ. ພຣະ​ອົງ​ຢາກ​ສື່​ສານ​ກັບ​ທ່ານ. ພຣະ​ອົງ​ຢາກ​ໃຫ້​ທ່ານ​ຈື່​ຈຳ​ວ່າ​ທ່ານ​ເປັນ​ໃຜ.

ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ ໄດ້​ສິດ​ສອນ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: “ບໍ່​ວ່າ​ທ່ານ​ຈະ​ອະ​ທິ​ຖານ​ຫລາຍ​ພຽງ​ໃດ, ຈົ່ງ​ອະ​ທິ​ຖານ​ໃຫ້​ຫລາຍ​ຂຶ້ນ. ບໍ່​ວ່າ​ທ່ານ​ຈະ​ອະ​ທິ​ຖານ​ໜັກ​ປານ​ໃດ, ຈົ່ງ​ອະ​ທິ​ຖານ​ໜັກ​ກວ່າ​ເກົ່າ.”

ນອກ​ເໜືອ​ໄປ​ຈາກ​ການ​ອະ​ທິ​ຖານ​ເລື້ອຍ​ກວ່າ​ເກົ່າ ແລະ ຢ່າງ​ແຮງ​ກ້າ​ແລ້ວ, ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ທຸກວັນ ແລະ ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ ຈະ​ຊ່ວຍ​ຕຽມ​ຈິດ​ໃຈ​ຂອງ​ເຮົາ​ສຳ​ລັບ​ການ​ເປີດ​ເຜີຍ​ນຳ​ອີກ. ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ປັບ​ປຸງ​ການ​ສື່​ສານ​ຂອງ​ເຮົາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ອົງ​ຈະ​ອວຍ​ພອນ​ເຮົາ​ໃຫ້​ຮູ້​ສຶກ​ຢ່າງ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ ວ່າ​ເຮົາ​ເປັນ​ລູກໆ​ຂອງ​ພຣະ​ອົງ.

ທີ​ສອງ, ຮູ້​ວ່າ​ພຣະ​ເຢ​ຊູ​ຄື​ພຣະ​ຄຣິດ

ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ມີ​ຕໍ່​ເຮົາ ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ອົງ ແມ່ນ​ຄວາມ​ເປັນ​ຈິງ​ທີ່​ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສ່ວນ​ຕົວ​ຂອງ​ເຮົາ​ມາ, ເພື່ອ​ຊ່ວຍ​ເຮົາ​ກັບ​ບ້ານ. ດັ່ງ​ນັ້ນ, ເຮົາ​ຕ້ອງ​ຮູ້​ຈັກ​ພຣະ​ອົງ.

ເມື່ອ​ຫລາຍ​ປີ​ກ່ອນ, ຂະ​ນະ​ທີ່​ຮັບ​ໃຊ້​ເປັນ​ປະ​ທານ​ສະ​ເຕກ, ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ໃບ​ແນະ​ນຳ​ອ້າຍ​ນ້ອງ​ຄົນ​ໜຶ່ງ ເພື່ອ​ຮັບ​ໃຊ້​ເປັນ​ພະ​ນັກ​ງານ​ພິ​ທີ​ການ​ໃນ​ພຣະ​ວິ​ຫານ. ຫລັງ​ຈາກ​ໄດ້​ອະ​ທິ​ບາຍ​ວ່າ ລາວ​ຈະ​ເປັນ​ພະ​ນັກ​ງານ​ພິ​ທີ​ການ​ທີ່​ຍອດ​ຍ້ຽມ​ພຽງ​ໃດ, ຂ້າ​ພະ​ເຈົ້າ​ໄດ້​ຫລົງ​ໄປ​ກົດ​ຄຳ​ວ່າ “ບໍ່​ຮັບ​ຮອງ” ​ຊຶ່ງ​ເປັນ​ຄຳ​ແນະ​ນຳ​ທີ່​ສົ່ງ​ໄປ. ຫລັງ​ຈາກ​ທີ່​ໄດ້​ພະ​ຍາ​ຍາມ​ກູ້​ເອ​ກະ​ສານ​ນັ້ນ​ຄືນ​ແຕ່​ກໍ​ບໍ່​ສຳ​ເລັດ, ຂ້າ​ພະ​ເຈົ້າ​ໄດ້​ໂທ​ໄປ​ຫາ​ປະ​ທານ​ພຣະ​ວິ​ຫານ ແລະ ເວົ້າ​ວ່າ, “ຂ້ອຍ​ໄດ້​ເຮັດ​ຜິດ​ພາດ​ຢ່າງ​ຮ້າຍ​ແຮງ.” ໂດຍ​ທີ່​ບໍ່​ລັງ​ເລ, ປະ​ທານ​ພຣະ​ວິ​ຫານ​ທີ່​ດີ​ຄົນ​ນີ້​ໄດ້​ກ່າວ​ວ່າ, “ປະ​ທານ​ໄອ​ຣີ, ບໍ່​ມີ​ສິ່ງ​ໃດ​ທີ່​ທ່ານ​ເຮັດ​ລົງ​ໄປ ທີ່​ບໍ່​ສາ​ມາດ​ອະ​ໄພ​ໃຫ້ ແລະ ຈະ​ແກ້​ໄຂ​ໄດ້​ໃນ​ທີ່​ສຸດ.” ​ຊ່າງ​ເປັນ​ຄວາມ​ຈິງ​ທີ່​ຍິ່ງ​ໃຫຍ່​ແທ້ໆ. ແນ່​ນອນ, ພຣະ​ເຢ​ຊູ​ຄຣິດ​ຊົງ “ອະ​ນຸ​ພາບ​ເພື່ອ​ຊ່ວຍ​ໃຫ້​ລອດ.”

ໃນ​ປີ 2019 ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເລິກ​ເຊິ່ງ​ໃນ​ຄຳ​ຖາມ​ສຳ​ລັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. ກ່ອນ​ໜ້າ​ນັ້ນ, ຄຳ​ຖາມ​ໜຶ່ງ​ໄດ້​ຖາມ​ວ່າ ເຈົ້າ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ບົດ​ບາດ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ບໍ່. ຕອນ​ນີ້ ມັນ​ຖາມ​ວ່າ ເຈົ້າ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ບົດ​ບາດ​ຂອງ​ພຣະອົງ​ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່ ຂອງ​ເຈົ້າ ບໍ່. ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ່​ພຽງ​ແຕ່​ໃຊ້​ໄດ້​ກັບ​ຄົນ​ອື່ນ​ເທົ່າ​ນັ້ນ; ມັນ​ໃຊ້​ໄດ້​ກັບ​ທ່ານ ແລະ ຂ້າ​ພະ​ເຈົ້າ​ເຊັ່ນ​ກັນ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ. ພຣະ​ອົງ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ. ເປັນ​ສ່ວນ​ບຸກ​ຄົນ. ພຽງ​ແຕ່​ຜ່ານ​ທາງ​ພຣະ​ອົງ​ເທົ່າ​ນັ້ນ​ທີ່​ທ່ານ ແລະ ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ກັບ​ໄປ​ຢູ່​ກັບ​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້.

ສະ​ນັ້ນ, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂໍ​ໃຫ້​ເຮົາ​ຈົ່ງ​ສະ​ແຫວງ​ຫາ​ພຣະ​ອົງ. ຂໍ​ໃຫ້​ເຮົາ​ຈົ່ງ​ສຶກ​ສາ​ຄວາມ​ສຳ​ພັນ​ອັນ​ສູງ​ສົ່ງ​ຂອງ​ພຣະ​ອົງ​ກັບ​ພຣະ​ບິ​ດາ ແລະ ກັບ​ກັນ​ແລະ​ກັນ. ຂໍ​ໃຫ້​ເຮົາ​ຈົ່ງ​ປະ​ສົບ​ກັບ​ເພງ​ແຫ່ງ​ຄວາມ​ຮັກ​ທີ່​ໄຖ່ ທີ່​ມາ​ສູ່​​ເຮົາ​ແຕ່​ລະ​ຄົນ​ເປັນ​ສ່ວນ​ຕົວ ຜ່ານ​ທາງ​ພຣະ​ຜູ້​ໄຖ່​ຂອງ​ເຮົາ ເມື່ອ​ເຮົາ​ກັບ​ໃຈ. ເມື່ອ​ເຮົາ​ຮູ້​ວ່າ “ພຣະ​ອົງ​ຜູ້​ຊົງ​ອະ​ນຸ​ພາບ​ເພື່ອ​ຊ່ວຍ​ໃຫ້​ລອດ,” ເຮົາ​ຈະ​ເຂົ້າ​ໃຈ​ວ່າ ເຮົາ, ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ເຈົ້າ, ເປັນ​ຄວາມ​ຊື່ນ​ຊົມ​ຂອງ​ພຣະ​ອົງ—ເປັນ​ຈຸດ​ສຸມ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພຣະ​ອົງ—ແລະ ເຮົາ​ກຸ້ມ​ຄ່າ​ທີ່​ຈະ​ຊ່ວຍ​ໃຫ້​ລອດ​ຢ່າງ​ແນ່​ນອນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ເຮົາ​ມີ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ. ເມື່ອ​ເຮົາ​ຮູ້​ຄວາມ​ຈິງ​ນິ​ລັນ​ດອນ​ນີ້​ຜ່ານ​ທາງ​ການ​ອະ​ທິ​ຖານ​ຢ່າງ​ມີ​ພະ​ລັງ, ການ​ເປີດ​ເຜີຍ​ສ່ວນ​ຕົວ, ແລະ ການ​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ຈະ​ສາ​ມາດ​ປະ​ກາດ​ຢ່າງ​ກ້າ​ຫານ​ໃນ​ຕອນ​ນີ້ ແລະ ຕະ​ຫລອດ​ໄປ​ວ່າ, “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.” ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.