ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຫວັງ​ເພິ່ງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


14:14

ຫວັງ​ເພິ່ງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ

ມີ​ພຽງ​ການ​ຫັນ​ມາ​ຫາ​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ບຸກ​ຄົນ, ຄອບ​ຄົວ, ແລະ ແມ່ນ​ແຕ່​ປະ​ຊາ​ຊາດ​ຈະ​ຈະ​ເລີນ​ໄດ້.

ໃນ​ເດືອນ​ມິ​ຖຸ​ນາ​ທີ່​ຜ່ານ​ມາ, ໄດ້​ເກີດ​ອຸ​ບັດ​ຕິ​ເຫດ​ທີ່​ຮ້າຍ​ແຮງ​ຂຶ້ນ​ໃນ​ປະ​ເທດ​ເລ​ໂຊ​ໂຕ ທາງ​ຕອນ​ໃຕ້​ຂອງ​ອາ​ຟຣິ​ກາ. ລົດ​ເມ​ນ້ອຍ​ຄັນ​ໜຶ່ງ​ໄດ້​ບັນ​ທຸກ​ຍິງ​ໜຸ່ມ 20 ຄົນ​ຂອງ​ສາ​ຂາ ມາ​ປຸດ​ໂຊ ແລະ ຜູ້​ນຳ​ເຈັດ​ຄົນ​ຂອງ​ເຂົາ​ເຈົ້າ ກຳ​ລັງ​ມຸ້ງ​ໜ້າ​ໄປ​ເມືອງ​ຫລວງ, ມາ​ເຊ​ຣູ, ເພື່ອ​ເຂົ້າ​ຮ່ວມ​ການ​ຊຸມ​ນຸມ​ຂອງ​ຍິງ​ໜຸ່ມ​ຈາກ​ທ້ອງ​ຖິ່ນ​ຂອງ​ເຂົາ​ເຈົ້າ. ຂະ​ນະ​ທີ່​ເຂົາ​ເຈົ້າ​ກຳ​ລັງ​ເດີນ​ທາງ​ຢູ່​ໃນ​ທາງ​ຫລວງ​ໃນ​ຕອນ​ເຊົ້າ, ມີ​ລົດ​ຍົນ​ຄັນ​ໜຶ່ງ​ກຳ​ລັງ​ແລ່ນ​ສວນ​ທາງ​ມາ, ພະ​ຍາ​ຍາມ​ແຊງ​ລົດ​ຄັນ​ອື່ນ, ເຂົ້າ​ມາ​ໃນ​ເລນ​ທີ່​ມີ​ລົດ​ເມ. ບໍ່​ມີ​ພື້ນ​ທີ່ ຫລື ເວ​ລາ​ທີ່​ຈະ​ຫລີກ​ລ້ຽງ​ການ​ຊົນ​ດວນ​ກັນ, ແລະ ພາຍ​ໃນ​ສອງ​ສາມ​ວິ​ນາ​ທີ ລົດ​ກໍ​ພຸ່ງ​ຊົນ, ກິ້ງ​ອອກ​ນອກ​ຖະ​ໜົນ, ແລະ ລຸກ​ເປັນ​ໄຟ.

ໃນ​ຈຳ​ນວນ​ທັງ​ໝົດ, 15 ຄົນ​ໄດ້​ເສຍ​ຊີ​ວິດ​ໃນ​ອຸ​ບັດ​ຕິ​ເຫດ, ລວມ​ທັງ​ຍິງ​ໜຸ່ມ​ຫົກ​ຄົນ, ຜູ້​ນຳ​ຍິງ​ໜຸ່ມ​ສອງ​ຄົນ, ແລະ ປະ​ທານ​ສາ​ຂາ ແລະ ພັນ​ລະ​ຍາ​ຂອງ​ເພິ່ນ. ຜູ້​ລອດ​ຊີ​ວິດ, ສະ​ມາ​ຊິກ​ຄອບ​ຄົວ, ແລະ ໝູ່​ເພື່ອນ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ທີ່​ຫລາກ​ຫລາຍ, ລວມ​ທັງ​ໃຈ​ຮ້າຍ, ​ຄວາມ​ຫົດ​ຫູ່, ແລະ ແມ່ນ​ແຕ່​ຮູ້​ສຶກ​ຜິດ. ເຖິງ​ແມ່ນ​ຈະ​ມີ​ຄວາມ​ຮູ້​ສຶກ ແລະ ຄຳ​ຖາມ​ທີ່​​ບໍ່​ໄດ້​ຮັບ​ຄຳ​ຕອບ, ແຕ່​ເຂົາ​ເຈົ້າ​ກໍ​ຍັງ​ປອບ​ໂຍນ​ກັນ​ແລະ​ກັນ ແລະ ຫັນ​ໄປ​ຫາ​ພຣະ​ເຈົ້າ​ຜ່ານ​ທາງ​ເພງ​ສັກ​ສິດ, ພຣະ​ຄຳ​ພີ, ແລະ ການ​ອະ​ທິ​ຖານ, ຊຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ພົບ​ການ​ປອບ​ໂຍນ. ຜູ້​ລອດ​ຊີ​ວິດ ໄວ​ສິບ​ເຈັດ​ປີ ຊື່​ນາງ ເຊັດ​ໂຊ​ອາ​ນາ ເຊ​ເລ​ເບ​ລີ ໄດ້​ເປັນ​ພະ​ຍານ​ວ່າ, “ພຣະ​ເຢ​ຊູ​ຄຣິດ​ຮັກ​ພວກ​ເຮົາ ແລະ ສະ​ຖິດ​ຢູ່​ກັບ​ພວກ​ເຮົາ, ເຖິງ​ແມ່ນ​ຫົວ​ໃຈ​ຂອງ​ພວກ​ເຮົາ​ຈະ​ເຈັບ​ປວດ.”

ສະ​ມາ​ຊິກ​ໃນ​ເລ​ໂຊ​ໂທ

ຍິງ​ໜຸ່ມ​ຄົນ​ໜຶ່ງ ແລະ ຜູ້​ນຳ​ທີ່​ເຂົ້າ​ຮັກ​ສາ​ແຜ​ໄຟ​ໄໝ້​ໃນ​ໂຮງ​ໝໍ​ໄດ້​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ນຳ​ກັນ. ຄົນ​ໜຶ່ງ​ເວົ້າ​ວ່າ, “ເມື່ອ​ບໍ່​ດົນ​ມາ​ນີ້ ພວກ​ເຮົາ​ໄດ້​ອ່ານ​ໃນ​ໂມ​ໂຣ​ໄນ, ແລະ ໂມ​ໂຣ​ໄນ​ເວົ້າ​ກົງ​ກັບ​ສິ່ງ​ທີ່​ຂ້າ​ນ້ອຍ​ຮູ້​ສຶກ. … ເມື່ອ​ເພິ່ນ​ກ່າວ, ມັນ​ເໝືອນ​ກັບ​ເພິ່ນ​ກ່າວ​ວ່າ, ‘ເຈົ້າ​ຕ້ອງ​ຮຽນ​ຮູ້​ຖ້ອຍ​ຄຳ​ເຫລົ່າ​ນີ້ ເພາະ​ມັນ​ຖືກ​ຂຽນ​ໄວ້​ເພື່ອ​ຊ່ວຍ​ໃຫ້​ເຈົ້າ​ຜ່ານ​ສິ່ງ​ນີ້​ໄປ.’”

ງານ​ສົບ​ໃນ​ເລ​ໂຊ​ໂທ

ໃນ​ພິ​ທີ​ສົບ​ຮ່ວມ​ກັນ​ສຳ​ລັບ​ຜູ້​ເສຍ​ຊີ​ວິດ, ສາ​ວົກ​ເຈັດ​ສິບ​ປະ​ຈຳ​ເຂດ ແອວ​ເດີ ຊິ​ຢາ​ບອງ​ກາ ມະ​ໄຄ​ເຊ ໄດ້​ແນະ​ນຳ​ວ່າ, “ເຮົາ​ທຸກ​ຄົນ​ຄວນ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ເວ​ລາ​ນີ້ ແລະ ທູນ​ຂໍ​ໃຫ້​ພຣະ​ອົງ​ປອບ​ໂຍນ​ໃຈ​ຂອງ​ພວກ​ເຮົາ ແລະ … ບັນ​ເທົາ​ຄວາມ​ເຈັບ​ປວດ​ທີ່​ພວກ​ເຮົາ​ຮູ້​ສຶກ.” ແມມ​ໂຟ ມາ​ຄູ​ຣາ ປະ​ທານ​ອົງ​ການ​ຍິງ​ໜຸ່ມ​ຈາກ​ສາ​ຂາ ເລ​ຣິ​ເບ ທີ່​ຢູ່​ໃກ້​ຄຽງ, ໄດ້​ຊຸກ​ຍູ້​ວ່າ: “ຈົ່ງ​ຫັນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພົບ​ຄວາມ​ເຂັ້ມ​ແຂງ ເພື່ອ​ຍອມ​ຮັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ. ພຣະ​ເຢ​ຊູ​ຄຣິດ​ເປັນ ‘ຜູ້​ບຸກ​ເບີກ [ສັດ​ທາ] ແລະ ຜູ້​ຊົງ​ເຮັດ​ໃຫ້ [ສັດ​ທາ] ຂອງ​ພວກ​ເຮົາ​ເຖິງ​ທີ່​ສຳ​ເລັດ’ [ເຮັບ​ເຣີ 12:2]. ຢ່າ​ຫັນ​ໜີ, ແຕ່​ໃຫ້​ຫວັງ​ເພິ່ງ​ພຣະ​ອົງ.”

ຫວັງ​ເພິ່ງ​ພຣະ​ອົງ. ຖ້ອຍ​ຄຳ​ຂອງ​ນາງ​ສະ​ທ້ອນ​ຄຳ​ແນະ​ນຳ​ຂອງ​ແອວ​ມາ​ຕໍ່​ຮີ​ລາ​ມັນ ລູກ​ຊາຍ​ຂອງ​ເພິ່ນ: “ຈົ່ງ​ເບິ່ງ​ວ່າ​ລູກ​ຫວັງ​ເພິ່ງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ.” ແອວ​ມາ​ໄດ້​ບອກ​ເຖິງ​ປະ​ສົບ​ການ​ຂອງ​ລີ​ໄຮ ແລະ ຜູ້​ຄົນ​ຂອງ​ເພິ່ນ​ກັບ​ເລຍ​ໂຮ​ນາ ວ່າ​ເປັນ​ແບບ: “ເພາະ​ຈົ່ງ​ເບິ່ງ, ມັນ​ງ່າຍ​ທີ່​ຈະ​ເອົາ​ໃຈ​ໃສ່​ຕໍ່​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ຊຶ່ງ​ຈະ​ຊີ້​ທາງ​ຊື່​ໃຫ້​ລູກ​ໄປ​ຫາ​ຄວາມ​ສຸກ, ດັ່ງ​ທີ່​ເປັນ​ມາ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ທີ່​ໄດ້​ເອົາ​ໃຈ​ໃສ່​ກັບ​ເຂັມ​ຊີ້​ທິດ​ນີ້, ຊຶ່ງ​ຈະ​ຊີ້​ທາງ​ຊື່​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.” ແອວ​ມາ​ໄດ້​ກ່າວ​ວ່າ: “ຖ້າ​ວ່າ ເຂົາ​ເຈົ້າ ຫລຽວ​ເຫັນ ເຂົາ​ເຈົ້າ ກໍ​ຈະ​ມີ​ຊີ​ວິດ. … ແລະ ຖ້າ​ຫາກ ພວກ​ເຮົາ … ຫລຽວ​ເບິ່ງ ພວກ​ເຮົາ ຈະ​ມີ​ຊີ​ວິດ​ຕະ​ຫລອດ​ການ.”

ໃນ​ອີກ​ໂອ​ກາດ​ໜຶ່ງ, ແອວ​ມາ​ໄດ້​ອ້າງ​ເຖິງ​ຕົວ​ຢ່າງ​ຂອງ​ງູ​ທອງ​ສຳ​ຣິດ​ທີ່​ໂມ​ເຊ​ໄດ້​ຍົກ​ຂຶ້ນ ເມື່ອ​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໄໝ​ບູ​ຮານ​ຖືກ​ງູ​ພິດ​ຕອດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ໂມ​ເຊ​ໃຫ້​ສ້າງ​ຮູບ​ງູ ແລະ ຍົກ​ມັນ​ຂຶ້ນ​ກັບ​ເສົາ ພ້ອມ​ກັບ​ຄຳ​ສັນ​ຍາ​ວ່າ “ຜູ້​ໃດ​ຜູ້​ໜຶ່ງ​ທີ່​ຖືກ​ງູ​ຕອດ, ເມື່ອ​ແນມ​ເບິ່ງ​ງູ​ທອງ​ສຳ​ຣິດ​ນັ້ນ​ແລ້ວ​ກໍ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ​ໃຫ້​ຫາຍ​ດີ.” ແອວ​ມາ​ໄດ້​ອະ​ທິ​ບາຍ​ວ່າ ງູ​ທອງ​ສຳ​ຣິດ​ນັ້ນ​ເປັນ​ແບບ ຫລື ສັນ​ຍາ​ລັກ​ຂອງ​ພຣະ​ຄຣິດ ຜູ້​ຈະ​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ. ຫລາຍ​ຄົນ​ໄດ້​ຫລຽວ​ເບິ່ງ ແລະ ມີ​ຊີ​ວິດ, ແຕ່​ບາງ​ຄົນ, ຕາມ​ຖ້ອຍ​ຄຳ​ຂອງ​ແອວ​ມາ, “ໃຈ​ແຂງ​ກະ​ດ້າງ” ຈົນ​ວ່າ​ພວກ​ເຂົາ​ບໍ່​ຍອມ​ເບິ່ງ ແລະ ໄດ້​ຕາຍ​ໄປ.

ແອວ​ມາ​ໄດ້​ຖາມ​ວ່າ:

“ຖ້າ​ຫາກ​ພວກ​ທ່ານ​ຈະ​ຖືກ​ປິ່ນ​ປົວ​ໄດ້ ໂດຍ​ພຽງ​ແຕ່​ຫລຽວ​ເບິ່ງ ພວກ​ທ່ານ​ກໍ​ຖືກ​ປິ່ນ​ປົວ​ແລ້ວ, ພວກ​ທ່ານ​ຈະ​ບໍ່​ຫລຽວ​ເບິ່ງ​ໂລດ​ບໍ, ຫລື ວ່າ​ພວກ​ທ່ານ​ຈະ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື, ແລະ ເມີນ​ເສີຍ​ບໍ່​ຍອມ​ຫລຽວ​ໄປ​ເບິ່ງ​ເລີຍ, ຈົນ​ວ່າ​ພວກ​ທ່ານ​ຕາຍ​ໄປ?

“… ເລີ່ມ​ເຊື່ອ​ຖື​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ວ່າ​ພຣະ​ອົງ​ຈະ​ສະ​ເດັດ​ມາ​ໄຖ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ວ່າ​ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ເຈັບ​ປວດ ແລະ ສິ້ນ​ພຣະ​ຊົນ​ເພື່ອ​ຊົດ​ໃຊ້​ແທນ​ບາບ​ຂອງ​ພວກ​ເຂົາ, ແລະ ວ່າ​ພຣະ​ອົງ​ຈະ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ອີກ, ຊຶ່ງ​ຈະ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີ​ວິດ, ເພື່ອ​ຄົນ​ທັງ​ປວງ​ຈະ​ໄດ້​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ, ເພື່ອ​ຮັບ​ການ​ພິ​ພາກ​ສາ​ໃນ​ມື້​ສຸດ​ທ້າຍ ແລະ ເປັນ​ມື້​ພິ​ພາກ​ສາ, ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.”

ແນ່​ນອນ, ຄຳ​ແນະ​ນຳ​ທີ່​ວ່າ “ຫວັງ​ເພິ່ງ​ພຣະ​ເຈົ້າ ແລະ ມີ​ຊີ​ວິດ” ມີ​ຄວາມ​ໝາຍ​ສຳ​ລັບ​ເຮົາ​ບໍ່​ພຽງ​ແຕ່​ໃນ​ນິ​ລັນ​ດອນ​ເທົ່າ​ນັ້ນ, ແຕ່​ຍັງ​ສ້າງ​ຄວາມ​ແຕກ​ຕ່າງ​ທັງ​ໝົດ​ໃນ​ລັກ​ສະ​ນະ ແລະ ຄຸນ​ນະ​ພາບ​ຊີ​ວິດ​ໃນ​ຊ່ວງ​ມະ​ຕະ​ຂອງ​ເຮົາ​ນຳ​ອີກ. ຈົ່ງ​ຈື່​ຈຳ​ຄຳ​ເວົ້າ​ຂອງ​ຍິງ​ໜຸ່ມ ເຊ​ເລ​ເບ​ລີ ໃນ​ປະ​ເທດ​ເລ​ໂຊ​ໂຕ ທີ່​ກ່າວ​ເຖິງ​ຜ່ານ​ມາ​ນັ້ນ—“ພຣະ​ເຢ​ຊູ​ຄຣິດ​ຮັກ​ພວກ​ເຮົາ ແລະ ສະ​ຖິດ​ຢູ່​ກັບ​ພວກ​ເຮົາ, ເຖິງ​ແມ່ນ​ຫົວ​ໃຈ​ຂອງ​ພວກ​ເຮົາ​ຈະ​ເຈັບ​ປວດ.”

ໂດຍ​ທຳ​ມະ​ຊາດ​ຂອງ​ໂລກ​ທີ່​ຕົກ​ຕ່ຳ—ຊຶ່ງ​ມານ​ຮ້າຍ​ເດືອດ​ດານ ແລະ ທຸກ​ຄົນ​ບໍ່​ສົມ​ບູນ​ແບບ—ຈະ​ມີ​ຄວາມ​ຜິດ​ຫວັງ ແລະ ຄວາມ​ຂຸ່ນ​ເຄືອງ, ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ໂສກ​ເສົ້າ, ຄວາມ​ລົ້ມ​ເຫລວ ແລະ ຄວາມ​ສູນ​ເສຍ, ການ​ຂົ່ມ​ເຫັງ ແລະ ຄວາມ​ບໍ່​ຍຸດ​ຕິ​ທຳ. ມີ​ພຽງ​ການ​ຫັນ​ມາ​ຫາ​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ບຸກ​ຄົນ, ຄອບ​ຄົວ, ແລະ ແມ່ນ​ແຕ່​ປະ​ຊາ​ຊາດ​ຈະ​ຈະ​ເລີນ​ໄດ້. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, “ເພາະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຜ່ານ​ທາງ​ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ, ໄດ້​ໄຖ່​ເຮົາ​ແຕ່​ລະ​ຄົນ​ຈາກ​ຄວາມ​ອ່ອນ​ແອ, ຄວາມ​ຜິດ​ພາດ, ແລະ ບາບ, ແລະ ເພາະ​ພຣະ​ອົງ​ໄດ້​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ, ຄວາມ​ກັງ​ວົນ, ແລະ ຄວາມ​ໜັກ​ໜ່ວງ​ທຸກ​ຢ່າງ ທີ່​ທ່ານ​ເຄີຍ​ມີ [ເບິ່ງ ແອວ​ມາ 7:11–13], ແລ້ວ​ເມື່ອ​ທ່ານ​ກັບ​ໃຈ​ຢ່າງ​ແທ້​ຈິງ ແລະ ສະ​ແຫວງ​ຫາ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ອົງ, ທ່ານ​ຈະ​ສາ​ມາດ​ຢູ່​ເໜືອ​ໂລກ​ທີ່​ບໍ່​ແນ່​ນອນ​ໃນ​ປະ​ຈຸ​ບັນ​ນີ້​ໄດ້.”

ບໍ່​ມີ​ຄຳ​ສັນ​ຍາ​ໃດ​ທີ່​ກ່າວ​ຊ້ຳ​ເລື້ອຍໆ​ໃນ​ພຣະ​ຄຳ​ພີ​ສັກ​ສິດ​ຫລາຍ​ກວ່າ​ຄຳ​ນີ້: “ຕາບ​ໃດ​ທີ່​ເຈົ້າ​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ເຈົ້າ​ຈະ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ; ແຕ່​ຕາບ​ໃດ​ທີ່​ເຈົ້າ​ຈະ​ບໍ່​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ເຈົ້າ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ເຮົາ.” ປະ​ສົບ​ການ​ຊີ​ວິດ​ຂອງ​ຜູ້​ຄົນ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຕະ​ຫລອດ​ຫລາຍ​ສັດ​ຕະ​ວັດ ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ຂອງ​ຖ້ອຍ​ຄຳ​ເຫລົ່າ​ນີ້. “ຮຸ່ງ​ເຮືອງ” ໝາຍ​ເຖິງ​ການ​ໄດ້​ຮັບ​ການ​ຊົງ​ນຳ ແລະ ພອນ​ຈາກ​ສະ​ຫວັນ​ໃນ​ຊີ​ວິດ​ຂອງ​ພວກ​ເຂົາ. “ຮຸ່ງ​ເຮືອງ” ໝາຍ​ເຖິງ​ການ​ບັນ​ລຸ​ເຖິງ​ລະ​ດັບ​ຄວາມ​ຜາ​ສຸກ​ທາງ​ເສດ​ຖະ​ກິດ–ທີ່​ໃຫ້​ພວກ​ເຂົາ​ສາ​ມາດ​ແຕ່ງ​ງານ, ລ້ຽງ​ດູ​ຄອບ​ຄົວ ແລະ ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຄົນ​ອື່ນ. “ການ​ຮຸ່ງ​ເຮືອງ” ແມ່ນ​ລວມ​ທັງ​ຄວາມ​ສາ​ມາດ​ທີ່​ກ້າວ​ຂ້າມ​ຄວາມ​ຍາກ​ລຳ​ບາກ ແລະ ການ​ທົດ​ລອງ. ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ຄຣິດ, “ທຸກ​ສິ່ງ​ທັງ​ປວງ [ໄດ້] ທຳ​ງານ​ນຳ​ກັນ​ເພື່ອ​ຄວາມ​ດີ​ຂອງ [ພວກ​ເຂົາ],” ຂັດ​ເກົາ​ພວກ​ເຂົາ, ແລະ ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ພວກ​ເຂົາ​ກັບ​ພຣະ​ອົງ​ເລິກ​ເຊິ່ງ​ຫລາຍ​ຂຶ້ນ.

ແອວ​ມາ​ໄດ້​ອະ​ທິ​ບາຍ​ວ່າ ການ​ຫວັງ​ເພິ່ງ​ພຣະ​ເຈົ້າ ຄື​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ການ​ຮ້ອງ​ຂໍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພຣະ​ອົງ​ຢູ່​ສະ​ເໝີ, ການ​ປຶກ​ສາ​ກັບ​ພຣະ​ອົງ​ໃນ​ການ​ກະ​ທຳ​ທຸກ​ສິ່ງ​ທັງ​ປວງ​ຂອງ​ທ່ານ, ແລະ ການ​ໃຫ້​ຫົວ​ໃຈ​ຂອງ​ທ່ານ​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ຂອບ​ພຣະ​ຄຸນ​ພຣະ​ອົງ ທັງ​ກາງ​ເວັນ ແລະ ກາງ​ຄືນ. ພຣະ​ບັນ​ຍັດ ແລະ ຄຳ​ແນະ​ນຳ​ຂອງ​ພຣະ​ອົງ​ມີ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ໃນ​ຖ້ອຍ​ຄຳ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ. ຫລັກ​ທຳ ແລະ ອຸ​ດົມ​ຄະ​ຕິ​ທີ່​ກ່າວ​ໄວ້​ໃນ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ມີ​ຕົວ​ຢ່າງ​ທີ່​ສຳ​ຄັນ. ອີກ​ຢ່າງ​ໜຶ່ງ​ແມ່ນ​ການ​ຊົງ​ນຳ​ທີ່​ພົບ​ເຫັນ​ຢູ່​ໃນ​ປຶ້ມ​ນ້ອຍ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ. ຄຳ​ຂວັນ​ຂອງ​ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ສຳ​ລັບ​ປີ​ນີ້​ແມ່ນ “ເບິ່ງ​ທີ່​ພຣະ​ຄຣິດ,” ຊຶ່ງ​ມາ​ຈາກ​ການ​ຊີ້​ນຳ​ທີ່​ປອບ​ໂຍນ​ຂອງ​ພຣະ​ເຈົ້າ​ທີ່ມອບ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ທີ່​ວ່າ: “ຈົ່ງ​ເບິ່ງ​ທີ່​ເຮົາ​ໃນ​ຄວາມ​ນຶກ​ຄິດ​ທຸກ​ຢ່າງ, ຢ່າ​ສົງ​ໄສ, ຢ່າ​ສູ່​ຢ້ານ.” ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ກ່າວ​ເຖິງ​ພຣະ​ບັນ​ຍັດ ແລະ ມາດ​ຕະ​ຖານ​ທີ່​ເລັ່ງ​ດ່ວນ​ຫລາຍ​ທີ່​ສຸດ​ຫລາຍ​ຢ່າງ​ຂອງ​ພຣະ​ເຈົ້າ ແລະ ສິດ​ສອນ​ວິ​ທີ​ເບິ່ງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ຕັດ​ສິນ​ໃຈ​ທີ່​ດີ. ມັນ​ເປັນ​ແນວ​ທາງ​ບໍ່​ພຽງ​ແຕ່​ສຳ​ລັບ​ຊາວ​ໜຸ່ມ​ເທົ່າ​ນັ້ນ ແຕ່​ສຳ​ລັບ​ເຮົາ​ທຸກ​ຄົນ​ນຳ​ອີກ.

ໃນ​ຖາ​ນະ​ເປັນ​ຕົວ​ຢ່າງ​ໜຶ່ງ​ທີ່​ສຳ​ຄັນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ມີ​ຄຳ​ແນະ​ນຳ​ສຳ​ຄັນ​ໃນ​ບົດ​ທີ່​ຊື່​ວ່າ “ຮ່າງ​ກາຍ​ຂອງ​ເຈົ້າ​ສັກ​ສິດ.” ມັນ​ແນະ​ນຳ​ໃຫ້: “ປະ​ຕິ​ບັດ​ຕໍ່​ຮ່າງ​ກາຍ​ຂອງ​ເຈົ້າ—ແລະ ຮ່າງ​ກາຍ​ຂອງ​ຄົນ​ອື່ນ—ດ້ວຍ​ຄວາມ​ເຄົາ​ລົບ. ຂະ​ນະ​ທີ່​ທ່ານ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ເສື້ອ​ຜ້າ, ຊົງ​ຜົມ, ແລະ ຮູບ​ລັກ​ສະ​ນະ​ພາຍນອກ​ຂອງ​ທ່ານ, ໃຫ້​ຖາມ​ຕົວ​ເອງ​ວ່າ, ‘ເຮົາ​ໃຫ້​ກຽດ​ແກ່​ຮ່າງ​ກາຍ​ຂອງ​ເຮົາ ໃນ​ຖາ​ນະ​ຂອງ​ຂວັນ​ອັນ​ສັກ​ສິດ​ຈາກ​ພຣະ​ເຈົ້າ​ຫລື​ບໍ່?’”

ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ ກ່າວ​ຕໍ່​ອີກ​ວ່າ: “ຈົ່ງ​ຮັກ​ສາ​ເພດ ແລະ ຄວາມ​ຮູ້​ສຶກ​ທາງ​ເພດ​ໃຫ້​ສັກ​ສິດ. ມັນ​ບໍ່​ຄວນ​ເປັນ​ເລື່ອງ​ຕະ​ຫລົກ ຫລື ຄວາມ​ບັນ​ເທີງ. ນອກ​ເໜືອ​ການ​ແຕ່ງ​ງານ​ລະ​ຫວ່າງ​ຊາຍ ແລະ ຍິງ​ແລ້ວ, ເປັນ​ສິ່ງ​ທີ່​ຜິດ ທີ່​ຈະ​ສຳ​ຜັດ​ສ່ວນ​ລັບ, ສ່ວນ​ສັກ​ສິດ​ຂອງ​ຮ່າງ​ກາຍ​ຂອງ​ຄົນ​ອື່ນ ເຖິງ​ແມ່ນ​ຈະ​ໃສ່​ເສື້ອ​ຜ້າ​ກໍ​ຕາມ. ໃນ​ການ​ເລືອກ​ຂອງ​ເຈົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຈົ້າ​ຈະ​ເຮັດ, ຫລຽວ​ເບິ່ງ, ອ່ານ, ຟັງ, ຄິດ​ກ່ຽວ​ກັບ, ໂພສ໌, ຫລື ສົ່ງ​ຂໍ້​ຄວາມ, ຈົ່ງ​ຫລີກ​ລ້ຽງ​ສິ່ງ​ໃດ​ກໍ​ຕາມ​ທີ່​ຈົງ​ໃຈ​ປຸກ​ອາ​ລົມ​ຕັນ​ຫາ​ໃນ​ຕົວ​ຄົນ​ອື່ນ ຫລື ຕົວ​ເຈົ້າ​ເອງ.”

ສິ່ງ​ນີ້​ເຮັດ​ໃຫ້​ນຶກ​ເຖິງ​ຄຳ​ຕັກ​ເຕືອນ​ຂອງ​ປະ​ທານ​ແນວ​ສັນ ເມື່ອ​ບໍ່​ດົນ​ມາ​ນີ້:

“ມີ​ສອງ​ສາມ​ຢ່າງ​ທີ່​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ທ່ານ​ຫຍຸ້ງ​ຍາກ​ໄວ​ຂຶ້ນ​ໃນ​ການ​ລະ​ເມີດ​ກົດ​ອັນ​ສັກ​ສິດ​ນີ້ [ກົດ​ພົມ​ມະ​ຈັນ]. ສຳ​ລັບ​ຜູ້​ທີ່​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ການ​ເຮັດ​ຜິດ​ສິນ​ທຳ​ເປັນ​ວິ​ທີ​ໜຶ່ງ​ທີ່​ຈະ​ສູນ​ເສຍ​ປະ​ຈັກ​ພະ​ຍານ​ໄດ້​ໄວ​ທີ່​ສຸດ.

“… ພະ​ລັງ​ໃນ​ການ​ສ້າງ​ຊີ​ວິດ​ເປັນ ສິດ​ທິ​ພິ​ເສດ​ຢ່າງ​ດຽວ ຂອງ​ຄວາມ​ເປັນ​ພຣະ​ເຈົ້າ ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ອະ​ນຸ​ຍາດ​ໃຫ້​ລູກໆ​ມະ​ຕະ​ຂອງ​ພຣະ​ອົງ​ນຳ​ໃຊ້. ດັ່ງ​ນັ້ນ, ພຣະ​ເຈົ້າ​ຈຶ່ງ​ໄດ້​ກຳ​ນົດ​ແນວ​ທາງ​ຊີ້​ນຳ​ທີ່​ແຈ້ງ​ຊັດ​ສຳ​ລັບ​ການ​ໃຊ້​ອຳ​ນາດ​ທີ່​ດຳ​ລົງ​ຢູ່ ແລະ ສັກ​ສິດ​ນີ້. ຄວາມ​ໃກ້​ຊິດ​ທາງ​ກາຍ​ມີ​ໄວ້ ພຽງ​ແຕ່ ສຳ​ລັບ​ຊາຍ ແລະ ຍິງ​ທີ່​ແຕ່ງ​ງານ​ກັນ​ເທົ່າ​ນັ້ນ.

“ໂລກ​ສ່ວນ​ໃຫຍ່​ບໍ່​ເຊື່ອ​ເລື່ອງ​ນີ້, ແຕ່​ຄວາມ​ຄິດ​ເຫັນ​ຂອງ​ສາ​ທາ​ລະ​ນະ​ບໍ່​ແມ່ນ​ຕົວ​ຊີ້​ຂາດ​ກ່ຽວ​ກັບ​ຄວາມ​ຈິງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ ບຸກ​ຄົນ​ທີ່​ບໍ່​ບໍ​ລິ​ສຸດ ຈະ​ບໍ່​ສາ​ມາດ​ຮັບ​ອາ​ນາ​ຈັກ​ຊັ້ນ​ສູງ​ໄດ້. … ຖ້າ​ຫາກ​ທ່ານ​ບໍ່​ບໍ​ລິ​ສຸດ, ຂ້າ​ພະ​ເຈົ້າ​ຂໍ​ອ້ອນ​ວອນ​ໃຫ້​ທ່ານ​ກັບ​ໃຈ. ມາ​ຫາ​ພຣະ​ຄຣິດ ແລະ ຮັບ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ເລື່ອງ​ການ​ໃຫ້​ອະ​ໄພ​ໂດຍ ສົມ​ບູນ ເມື່ອ​ທ່ານ​ກັບ​ໃຈ​ຈາກ​ບາບ​ຢ່າງ​ເຕັມ​ທີ່ [ເບິ່ງ ເອ​ຊາ​ຢາ 1:18–18; ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42–43].”

ຈົ່ງ​ຈື່​ຈຳ​ວ່າ ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ຄຳ​ພີ​ສັກ​ສິດ, ສິ່ງ​ກົງ​ກັນ​ຂ້າມ​ກັບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ບໍ່​ແມ່ນ​ຄວາມ​ຍາກ​ຈົນ—ແຕ່​ມັນ​ຄື​ການ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ທີ່​ປະ​ທັບ​ຂອງ​ພຣະ​ອົງ​ໝາຍ​ເຖິງ​ອິດ​ທິ​ພົນ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ບຸກ​ຄົນ. ທຸກ​ຄົນ​ລ້ວນ​ແຕ່​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ ເມື່ອ​ເຂົາ​ມາ​ສູ່​ໂລກ. ນອກ​ຈາກ​ນີ້, ບາງ​ຄົນ​ຕັດ​ສິນ​ໃຈ​ຮັບ​ບັບ​ຕິ​ສະ​ມາ ແລະ ຮັບ​ຂອງ​ປະ​ທານ ແລະ ແສງ​ສະ​ຫວ່າງ​ທີ່​ເພີ່ມ​ເຂົ້າ​ມາ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ອົງ​ນຳ​ແຮງ​ບັນ​ດານ​ໃຈ ແລະ ການ​ຊົງ​ນຳ​ມາ​ໃຫ້, ເສີມ​ສ້າງ ແລະ ຂັດ​ເກົາ​ຂອງ​ປະ​ທານ ແລະ ຄວາມ​ສາ​ມາດ​ໂດຍ​ກຳ​ເນີດ​ຂອງ​ຕົນ, ແລະ ຊ່ວຍ​ຫລີກ​ລ້ຽງ​ອິດ​ທິ​ພົນ​ທີ່​ຊົ່ວ​ຮ້າຍ, ການ​ຕັດ​ສິນ​ໃຈ​ທີ່​ບໍ່​ດີ, ແລະ ທາງ​ຕັນ.

ເຊັ່ນ​ດຽວ​ກັບ​ທ່ານ, ຂ້າ​ພະ​ເຈົ້າ​ຮູ້​ຈັກ​ບາງ​ຄົນ​ທີ່​ເຄີຍ​ໄດ້​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແຕ່​ເນື່ອງ​ຈາກ​ຄວາມ​ລົ້ມ​ເຫລວ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ເຂົາ​ຈຶ່ງ​ສູນ​ເສຍ​ພອນ​ນັ້ນ​ໄປ. ​ນຶກ​ເຖິງ​ຄົນ​ໜຶ່ງ​ໂດຍ​ສະ​ເພາະ ທີ່​ສະ​ມາ​ຊິກ​ກະ​ພາບ​ຂອງ​ລາວ​ໃນ​ສາດ​ສະ​ໜາ​ຈັກ​ຖືກ​ຖອນ ເພາະ​ການ​ລ່ວງ​ລະ​ເມີດ. ລາວ​ເວົ້າ​ວ່າ​ປະ​ຕິ​ກິ​ລິ​ຍາ​ທຳ​ອິດ​ຂອງ​ລາວ​ແມ່ນ ຮູ້​ສຶກ​ຂຸ່ນ​ເຄືອງ. ລາວ​ຮູ້​ສຶກ​ຖືກ​ຕັດ​ສິນ​ໂດຍ​ຜູ້​ນຳ​ທີ່​ບໍ່​ສົມ​ບູນ​ແບບ. ລາວ​ຮູ້​ວ່າ​ການ​ປະ​ພຶດ​ຂອງ​ລາວ​ນັ້ນ​ຜິດ, ແຕ່​ລາວ​ກໍ​ຫາ​ເຫດ​ຜົນ​ເຂົ້າ​ຂ້າງ​ຕົນ​ເອງ ໂດຍ​ການ​ຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ບົກ​ພ່ອງ ແລະ ຄວາມ​ລົ້ມ​ເຫລວ​ຂອງ​ຄົນ​ອື່ນ. ຫລັງ​ຈາກ​ນັ້ນ​ບໍ່​ດົນ, ລາວ​ໄດ້​ເລີ່ມ​ຕົ້ນ​ຮູ້​ສຶກ​ສະ​ບາຍ​ໃຈ​ກັບ​ວິ​ຖີ​ຊີ​ວິດ​ຂອງ​ລາວ​ຢູ່​ນອກ​ສາດ​ສະ​ໜາ​ຈັກ ປາດ​ສະ​ຈາກ​ພາ​ລະ​ໜ້າ​ທີ່​ຂອງ​ການ​ເອີ້ນ ແລະ ຄວາມ​ຄາດ​ຫວັງ​ໃຫ້​ໄປ​ຮ່ວມ​ນະ​ມັດ​ສະ​ການ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ.

ສິ່ງ​ນີ້​ດຳ​ເນີນ​ໄປ​ຊົ່ວ​ໄລ​ຍະ​ໜຶ່ງ, ແຕ່​ລາວ​ໄດ້​ເລີ່ມ​ຮູ້​ສຶກ​ເຖິງ​ການ​ຂາດ​ຫາຍ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ—ການ​ປະ​ທັບ​ຢູ່​ຂອງ​ພຣະ​ເຈົ້າ—ໃນ​ຊີ​ວິດ​ຂອງ​ລາວ. ຈາກ​ປະ​ສົບ​ການ, ລາວ​ຮູ້​ວ່າ ການ​ໄດ້​ຮັບ​ການ​ປອບ​ໂຍນ, ການ​ຊົງ​ນຳ, ແລະ ຄວາມ​ໝັ້ນ​ໃຈ​ທີ່​ເກີດ​ຈາກ​ພຣະ​ວິນ​ຍານ​ໃນ​ແຕ່​ລະ​ວັນ​ນັ້ນ​ເປັນ​ແນວ​ໃດ, ແລະ ລາວ​ຄິດ​ຮອດ​ມັນ. ໃນ​ທີ່​ສຸດ, ລາວ​ໄດ້​ເຮັດ​ສິ່ງ​ທີ່​ຈຳ​ເປັນ​ເພື່ອ​ຈະ​ກັບ​ໃຈ ແລະ ມີ​ຄຸນ​ສົມ​ບັດ​ອີກ​ຄັ້ງ​ສຳ​ລັບ​ການ​ຮັບ​ບັບ​ຕິ​ສະ​ມາ​ໂດຍ​ນ້ຳ ແລະ ໂດຍ​ພຣະ​ວິນ​ຍານ.

ເບິ່ງ​ຄື​ກັບ​ວ່າ ແຫລ່ງ​ຕ່າງໆ​ທີ່​ຜູ້​ຄົນ​ສະ​ແຫວງ​ຫາ​ຄວາມ​ໝາຍ, ຄວາມ​ສຸກ, ແລະ ຄວາມ​ຊ່ວຍ​ເຫລືອນັ້ນ ບໍ່​ມີ​ທີ່​ສິ້ນ​ສຸດ. ສ່ວນ​ຫລາຍ​ແມ່ນ “ເບິ່ງ​ຂ້າມ​ເຄື່ອງ​ໝາຍ.” ແຕ່​ເຮົາ​ບໍ່​ຕ້ອງ​ເປັນ “ເດັກ​ນ້ອຍ​ອີກ​ຕໍ່​ໄປ, ຖືກ​ພັດ​ໄປ​ພັດ​ມາ, ແລະ ຫັນ​ເຫ​ໄປ​ມາ​ດ້ວຍ​ລົມ​ປາກ​ແຫ່ງ​ຄຳ​ສັ່ງ​ສອນ​ທຸກ​ຢ່າງ​ຂອງ​ຄົນ​ທີ່​ຫລອກ​ລວງ [ຫລື ແຟ​ຊັ່ນ].” ໃນ​ການ​ຫວັງ​ເພິ່ງ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ພົບ​ສັນ​ຕິ​ສຸກ ແລະ ສັດ​ທາ​ຂອງ​ເຮົາ​ສາ​ມາດ​ເຕີບ​ໂຕ​ຕໍ່​ໄປ ແມ່ນ​ແຕ່​ໃນ​ຍາມ​ທີ່​ມີ​ຄວາມ​ສົງ​ໄສ ແລະ ຄວາມ​ທ້າ​ທາຍ​ທາງ​ວິນ​ຍານ​ກໍ​ຕາມ. ເຮົາ​ສາ​ມາດ​ຮັບ​ຄວາມ​ເຂັ້ມ​ແຂງ​ເມື່ອ​ປະ​ເຊີນ​ໜ້າ​ກັບ​ການ​ຕໍ່​ຕ້ານ ແລະ ຄວາມ​ໂດດ​ດ່ຽວ. ເຮົາ​ສາ​ມາດ​ປະ​ສານ​ອຸ​ດົມ​ຄະ​ຕິ​ກັບ​ຄວາມ​ເປັນ​ຈິງ​ໃນ​ປະ​ຈຸ​ບັນ​ໄດ້. ແທ້​ຈິງ​ແລ້ວ, ມັນ​ບໍ່​ມີ​ຫົນ​ທາງ​ອື່ນ​ໃດ​ນອກ​ຈາກ​ສິ່ງ​ທີ່​ພຣະ​ເຈົ້າ​ເອງ​ໄດ້​ບັນ​ຊາ​ໄວ້​ວ່າ: “ຊາວ​ໂລກ​ທັງ​ໂລກ ຈົ່ງ​ກັບ​ມາ​ຫາ​ເຮົາ: ເຮົາ​ເທົ່າ​ນັ້ນ​ຄື​ພຣະ​ເຈົ້າ, ແລະ ຊ່ວຍ​ໃຫ້​ພົ້ນ​ໄດ້.”

ການ​ຫວັງ​ເພິ່ງ​ພຣະ​ເຈົ້າ​ໝາຍ​ຄວາມ​ວ່າ ພຣະ​ອົງ​ບໍ່​ພຽງ​ແຕ່​ເປັນ​ໜຶ່ງ​ໃນ​ສິ່ງ​ທີ່​ເຮົາ​ໃຫ້​ຄວາມ​ສຳ​ຄັນ​ເປັນ​ອັນ​ດັບ​ໜຶ່ງ​ເທົ່າ​ນັ້ນ, ແຕ່​ໝາຍ​ຄວາມ​ວ່າ ພຣະ​ອົງ​ຄື​ສິ່ງ​ທີ່​ເຮົາ​ໃຫ້​ຄວາມ​ສຳ​ຄັນ​ສູງ​ສຸດ. ຂ້າ​ພະ​ເຈົ້າ​ນຶກ​ເຖິງ​ອຸ​ບັດ​ຕິ​ເຫດ​ຮ້າຍ​ແຮງ​ທີ່​ປະ​ເທດ​ເລ​ໂຊ​ໂຕ ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ​ນີ້. ຈາກ​ຕຽງ​ນອນ​ໃນ​ໂຮງ​ໝໍ, ຜູ້​ນຳ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ທີ່​ລອດ​ຊີ​ວິດ, ຜູ້​ທີ່​ບໍ່​ເຊື່ອ​ໃນ​ພຣະ​ເຈົ້າ​ກ່ອນ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ໄດ້​ເວົ້າ​ວ່າ ຈຸດ​ປະ​ສົງ​ຂອງ​ນາງ​ໃນ​ຕອນ​ນີ້ ຄື​ການ​ຄົ້ນ​ຫາ​ວ່າ ເປັນ​ຫຍັງ​ຊີ​ວິດ​ນາງ​ຈຶ່ງ​ຖືກ​ຮັກ​ສາ​ໄວ້. “ການ​ຮັບ​ໃຊ້​ພຣະ​ເຈົ້າ​ຢ່າງ​ຕໍ່​ເນື່ອງ​ຄື​ຫົນ​ທາງ​ດຽວ​ທີ່​ຂ້າ​ນ້ອຍ​ຈະ​ພົບ​ຄຳ​ຕອບ, ຖ້າ​ຫາກ​ຂ້າ​ນ້ອຍ​ພົບ​ຄຳ​ຕອບ,” ນາງ​ເວົ້າ. “ຂ້າ​ນ້ອຍ​ເຄີຍ​ຄິດ​ວ່າ ຂ້າ​ນ້ອຍ​ຮັກ​ພຣະ​ເຈົ້າ, ແຕ່​ຕອນ​ນີ້ ຂ້າ​ນ້ອຍ​ຮັກ​ພຣະ​ອົງ​ແທ້ໆ, ແທ້ໆ, ແທ້ໆ, ແທ້ໆ, ຫລາຍ​ແທ້ໆ. ຕອນ​ນີ້​ພຣະ​ອົງ​ເປັນ [ອັນ​ດັບ​ໜຶ່ງ] ໃນ​ຊີ​ວິດ​ຂອງ​ຂ້າ​ນ້ອຍ.”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ບິ​ດາ, ພຣະ​ບຸດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຊຶ່ງ​ເປັນ​ໜຶ່ງ​ໃນ​ພຣະ​ຄຳ, ຄວາມ​ຄິດ, ຈຸດ​ປະ​ສົງ, ແລະ ການ​ກະ​ທຳ ເປັນ​ພຣະ​ເຈົ້າ​ອົງ​ດຽວ, ທີ່​ເຮົາ​ຈະ​ສະ​ແຫວງ​ຫາ​ສິ່ງ​ດີໆ​ທັງ​ໝົດ​ໄດ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຊຶ່ງ​ອຳ​ນາດ​ມີ​ມາ​ເພື່ອ​ສຳ​ເລັດ​ຄຳ​ສັນ​ຍາ​ທີ່​ດີ​ເລີດ​ທີ່​ວ່າ: “ຈົ່ງ​ເບິ່ງ​ທີ່​ເຮົາ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ແລະ ເຈົ້າ​ຈະ​ມີ​ຊີ​ວິດ; ຍ້ອນ​ເຮົາ​ຈະ​ໃຫ້​ຊີ​ວິດ​ນິ​ລັນ​ດອນ​ແກ່​ຄົນ​ທີ່​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ.” ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Ryan Jensen, “Survivors of Deadly Bus Crash in Lesotho Share Grief—and Faith—in Wake of Tragedy,” Church News, July 18, 2025, thechurchnews.com; Ryan Jensen, “‘God Is Still God’—Remembering the Lives Lost in Lesotho Bus Accident,” Church News, July 19, 2025, thechurchnews.com.

  2. ແອວ​ມາ 37:47.

  3. ແອວ​ມາ 37:44.

  4. ແອວ​ມາ 37:46; ເນັ້ນ​ຄຳ​ເນີ້ງ.

  5. ເບິ່ງ ຈົດ​ບັນ​ຊີ 21:5–6.

  6. ຈົດ​ບັນ​ຊີ 21:8.

  7. ເບິ່ງ ແອວ​ມາ 33:19.

  8. ແອວ​ມາ 33:20.

  9. ແອວ​ມາ 33:21–22. ນີ​ໄຟ ຫລານ​ຊາຍ​ຂອງ​ແອວ​ມາ ໄດ້​ກ່າວ​ເປັນ​ພະ​ຍານ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ, “ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ຜູ້​ທີ່​ຫລຽວ​ເບິ່ງ​ງູ​ນັ້ນ​ຈະ​ມີ​ຊີ​ວິດ​ສັນ​ໃດ, ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຫລຽວ​ເບິ່ງ​ພຣະ​ບຸດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສັດ​ທາ, ໂດຍ​ມີ​ວິນ​ຍານ​ທີ່​ສຳ​ນຶກ​ຜິດ​ຈະ​ມີ​ຊີ​ວິດ​ສັນ​ນັ້ນ, ເຖິງ​ແມ່ນ​ຈົນ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ” (ຮີ​ລາ​ມັນ 8:15).

  10. Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 96.

  11. 2 ນີ​ໄຟ 1:20.

  12. ໂຣມ 8:28.

  13. ເຮົາ​ສາ​ມາດ​ເຫັນ​ຜົນ​ຢູ່​ອ້ອມ​ຮອບ​ເຮົາ​ເຖິງ​ການ​ຫວັງ​ເພິ່ງ​ພຣະ​ເຈົ້າ ແລະ ການ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ສະ​ຖິດ​ຢູ່​ກັບ​ເຮົາ. ຍົກ​ຕົວ​ຢ່າງ, ການ​ຄົ້ນ​ຄວ້າ​ໄດ້​ພົບ​ເຫັນ​ວ່າ “ການ​ພັດ​ທະ​ນາ​ທາງ​ວິນ​ຍານ​ແມ່ນ​ກ່ຽວ​ຂ້ອງ​ກັບ​ການ​ປົກ​ປ້ອງ​ຕົນ​ເອງ​ຈາກ​ພາ​ວະ​ຊຶມ​ເສົ້າ ແລະ ການ​ໃຊ້​ສານ​ເສບ​ຕິດ ແລະ ຊ່ວຍ​ກຽມ​ຄວາມ​ພ້ອມ​ໃຫ້​ຜູ້​ໃຫຍ່​ໜຸ່ມ​ມີ​ຄວາມ​ສຳ​ພັນ​ດີ​ຂຶ້ນ, ເຮັດ​ວຽກ​ທີ່​ມີ​ຈຸດ​ໝາຍ​ຫລາຍ​ຂຶ້ນ, ແລະ ມີ​ຄວາມ​ຢືດ​ຢຸ່ນ​ທາງ​ອາ​ລົມ​ຫລາຍ​ຂຶ້ນ” (Cornelia Powers, “The New Spiritual Leader on Campus,” Atlantic, May 18, 2025, theatlantic.com).

    ລະ​ດັບ​ຄວາມ​ເຫງົາ​ຊຳ​ເຮື້ອ, ຄວາມ​ໂດດ​ດ່ຽວ​ທາງ​ອາ​ລົມ, ແລະ ຄວາມ​ວິ​ຕົກ​ກັງ​ວົນ​ໃນ​ປະ​ຊາ​ກອນ​ທົ່ວ​ໄປ ແຕກ​ຕ່າງ​ກັບ​ວິ​ຖີ​ຊີ​ວິດ​ທີ່​ມີ​ສຸ​ຂະ​ພາບ​ດີ​ຂຶ້ນ​ໂດຍ​ລວມ, ຄວາມ​ມີ​ຊີ​ວິດ​ຊີ​ວາ​ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃຈ, ລະ​ດັບ​ການ​ສຶກ​ສາ​ທີ່​ສູງ​ຂຶ້ນ, ແລະ ທັດ​ສະ​ນະ​ຄະ​ຕິ​ໃນ​ທາງ​ບວກ ທີ່​ອີງ​ໃສ່​ສັດ​ທາ​ໃນ​ບັນ​ດາ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ບໍ່​ແມ່ນ​ວ່າ​ເຮົາ, ໃນ​ຖາ​ນະ​ປະ​ຊາ​ຊົນ, ບໍ່​ເຄີຍ​ປະ​ສົບ​ກັບ​ຄວາມ​ທ້າ​ທາຍ​ທີ່​ມັກ​ເກີດ​ຂຶ້ນ​ທົ່ວ​ໄປ​ໃນ​ໂລກ​ນີ້. ແຕ່, ເປັນ​ເພາະ​ການ​ຫວັງ​ເພິ່ງ​ພຣະ​ເຢ​ຊູ​ຄຣິດ, ທີ່​ເຮົາ​ສາ​ມາດ​ເອົາ​ຊະ​ນະ​ໄດ້.

  14. ເບິ່ງ ແອວ​ມາ 37:35–37.

  15. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:4.

  16. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:36.

  17. ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (2022), 24, 25.

  18. Russell M. Nelson, “Think Celestial!,” Liahona, Nov. 2023, 118; ເນັ້ນ​ໃນ​ຕົ້ນ​ສະ​ບັບ.

  19. ເບິ່ງ ໂຢ​ຮັນ 1:9; ໂມ​ໂຣ​ໄນ 7:16; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:45–46; 93:2.

  20. ຢາ​ໂຄບ 4:14.

  21. ​ເອ​ເຟ​ໂຊ 4:14.

  22. ເອ​ຊາ​ຢາ 45:22.

  23. Mapule Joyce Takane, ໃນ Jensen, “Survivors of Deadly Bus Crash in Lesotho Share Grief—and Faith—in Wake of Tragedy,” thechurchnews.com.

  24. ເບິ່ງ 1 ໂຢ​ຮັນ 5:7; 3 ນີ​ໄຟ 11:36; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:28; ຄູ່​ມື​ພຣະ​ຄຳ​ພີ, “ພຣະ​ເຈົ້າ, ຝ່າຍ​ພຣະ​ເຈົ້າ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  25. 3 ນີ​ໄຟ 15:9.