ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈິດ​ວິນ​ຍານ​ທີ່​ຕ່ຳ​ຕ້ອຍ​ຄຸ​ເຂົ່າ​ທີ່​ແທ່ນ​ບູ​ຊາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


11:24

ຈິດ​ວິນ​ຍານ​ທີ່​ຕ່ຳ​ຕ້ອຍ​ຄຸ​ເຂົ່າ​ທີ່​ແທ່ນ​ບູ​ຊາ

ເມື່ອ​ເຮົາ​ເຮັດ ແລະ ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ເຮົາ​ຜູກ​ມັດ​ຕົວ​ເຮົາ​ໄວ້​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຂົ້າ​ເຖິງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ການ​ປົກ​ປ້ອງ, ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ, ການ​ປິ່ນ​ປົວ, ແລະ ການ​ພັກ​ຜ່ອນ.

ຂໍ​ຂອບ​ໃຈ​ກຸ່ມ​ນັກ​ຮ້ອງ, ສຳ​ລັບ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ທ່ານ​ຜ່ານ​ທາງ​ເພງ​ສວດ​ໃໝ່​ນັ້ນ.

ເພງ​ສວດ​ສິນ​ລະ​ລຶກ “Bread of Life, Living Water [ເຂົ້າ​ຈີ່​ແຫ່ງ​ຊີ​ວິດ, ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ]” ໄດ້​ເຕີມ​ເຕັມ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ. ເນື້ອ​ເພງ​ສວດ​ທ່ອນ​ໜຶ່ງ​ເວົ້າ​ວ່າ, “ບັດ​ນີ້ ຂ້າ​ພະ​ເຈົ້າ​ມາ​ຢູ່​ຕໍ່​ໜ້າ​ແທ່ນ​ບູ​ຊາ, ມອບ​ຫົວ​ໃຈ​ທີ່​ຊອກ​ຊ້ຳ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ກັບ​ພຣະ​ອົງ.”

ຄວາມ​ເຂົ້າ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ຄຳ​ເຫລົ່າ​ນັ້ນ​ກໍ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ​ບໍ່​ດົນ​ຫລັງ​ຈາກ​ທີ່​ຄອບ​ຄົວ​ຂອງ​ພວກ​ເຮົາ​ອອກ​ເດີນ​ທາງ​ຈາກ​ເມືອງ​ນິວ​ເບີ​ຣີ ພາກ, ລັດ​ຄາ​ລິ​ຟໍ​ເນຍ, ເພື່ອ​ຮັບ​ໃຊ້​ໃນ​ເຂດ​ເຜີຍ​ແຜ່​ຢູ​ທາ ອອກ​ເດັນ ໃນ​ປີ 2015. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ເຊີນ​ໃຫ້​ໄປ​ຢ້ຽມ​ຊົມ​ຖານ​ທັບ​ອາ​ກາດ ຮິວ ໃກ້​ເມືອງ​ເລ​ຕັນ, ລັດ​ຢູ​ທາ. ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຂົ້າ​ຮ່ວມ​ຖານ​ທັບ​ທະ​ຫານ, ທັງ​ບໍ່​ເຄີຍ​ພົບ​ກັບ​ຄຸນ​ພໍ່​ປະ​ຈຳ​ກອງ​ທັບ ຫລື ຍິງ ແລະ ຊາຍ ຜູ້​ທີ່​ເຮັດ​ວຽກ​ເພື່ອ​ຄວາມ​ປອດ​ໄພ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ບ້ານ​ເມືອງ​ຂອງ​ເຂົາ​ເຈົ້າ.

ຄຸນ​ພໍ່​ຮາບ, ເຊັ່ນ​ດຽວ​ກັນ​ກັບ​ຄຸນ​ພໍ່​ອາ​ສາ​ສະ​ໝັກ ແລະ ມື​ອາ​ຊີບ​ຫລາຍ​ພັນ​ຄົນ​ທີ່​ຮັບ​ໃຊ້​ໃນ​ຄຸກ, ໂຮງ​ໝໍ, ແລະ ກອງ​ທັບ​ທະ​ຫານ​ຂອງ​ພວກ​ເຮົາ ທີ່​ສ້າງ​ຕັ້ງ​ຢູ່​ທົ່ວ​ໂລກ, ໄດ້​ເປັນ​ແຮງ​ບັນ​ດານ​ໃຈ ແລະ ໄດ້​ຍົກ​ລະ​ດັບ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ບ່ອນ​ສຸດ​ທ້າຍ​ທີ່​ເຮົາ​ໄປ​ນັ້ນ​ກໍ​ຄື​ສະ​ຖານ​ທີ່​ນະ​ມັດ​ສະ​ການ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຄຸນ​ພໍ່​ຄົນ​ນັ້ນ​ວ່າ​ເພິ່ນ​ໄດ້​ເຮັດ​ພິ​ທີ​ກຳ​ໃຫ້​ກັບ​ທຸກ​ຄົນ​ຜູ້​ປາດ​ຖະ​ໜາ​ທີ່​ຈະ​ໄຕ່​ຕອງ, ອະທິ​ຖານ, ນັ່ງ​ສະ​ມາ​ທິ, ແລະ ນະ​ມັດ​ສະ​ການ​ບໍ. ເພິ່ນ​ໄດ້​ຍ່າງ​ໄປ​ທີ່​ຝາ​ດ້ານ​ໜ້າ​ຫ້ອງ​ນະ​ມັດ​ສະ​ການ ແລະ ເພິ່ນ​ໄດ້​ດຶງ​ເອົາ​ໄມ້​ກາງ​ແຂນ​ອອກ​ມາ​ຈາກ​ດ້ານ​ຫລັງ​ຜ້າ​ກັ້ງ. ເພິ່ນ​ໄດ້​ເວົ້າ​ວ່າ​ເພິ່ນ​ໃຊ້​ໄມ້​ກາງ​ແຂນ​ສຳ​ລັບ​ພິ​ທີ​ກຳ​ຂອງ​ນິ​ກາຍ​ໂປ​ເຕ​ສະ​ຕັງ ແລະ ກາ​ໂຕ​ລິກ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ​ເພິ່ນ​ໃຊ້​ສິ່ງ​ໃດ​ສຳ​ລັບ​ອ້າຍ​ເອື້ອຍ​ນ້ອງ​ຊາວ​ຢິວ​ຂອງ​ເຮົາ, ແລະ ເພິ່ນ​ໄດ້​ຍ່າງ​ໄປ​ອີກ​ດ້ານ​ໜຶ່ງ​ຂອງ​ຝາ​ດ້ານ​ໜ້າ, ແລະ ເພິ່ນ​ໄດ້​ດຶງ​ເອົາ​ດາວ​ແຫ່ງ​ດາ​ວິດ​ອອກ​ມາ.

ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ຖາມ​ອີກ​ວ່າ, “ແລ້ວ​ທ່ານ​ໃຊ້​ຫຍັງ​ສຳ​ລັບ​ພິ​ທີ​ກຳ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ?” ເພິ່ນ​ໄດ້​ຍູ້​ສັນ​ຍາ​ລັກ​ເຫລົ່າ​ນັ້ນ​ອອກ​ໄປ ແລະ ຊີ້​ໄປ​ທີ່​ໄມ້​ຂະ​ໜາດ​ໃຫຍ່​ທີ່​ຕັ້ງ​ຢູ່​ລະ​ຫວ່າງ​ກາງ​ຂອງ​ຫ້ອງ​ນະ​ມັດ​ສະ​ການ. ເພິ່ນ​ໄດ້​ເວົ້າ​ວ່າ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ກຽມ ແລະ ໃຫ້​ພອນ​ເຂົ້າ​ຈີ່ ແລະ ນ້ຳ​ຢູ່​ເທິງ​ແທ່ນ​ບູ​ຊາ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຖ້າ​ວ່າ​ແທ່ນ​ບູ​ຊາ​ຂະ​ໜາດ​ໃຫຍ່, ທີ່​ຖືກ​ຕິດ​ຕັ້ງ​ໄວ້​ຢ່າງ​ດີ​ນີ້ ຕ້ອງ​ຖືກ​ນຳ​ອອກ​ໄປ​ກ່ອນ​ພິ​ທີ​ກຳ​ຂອງ​ອ້າຍ​ເອື້ອຍ​ນ້ອງ​ຊາວ​ຢິວ, ມຸດ​ສະ​ລິມ, ກາ​ໂຕ​ລິກ ຫລື ໂປ​ເຕ​ສະ​ຕັງ​ຂອງ​ເຮົາ​ບໍ. ເພິ່ນ​ໄດ້​ເວົ້າ​ວ່າ​ແທ່ນ​ບູ​ຊາ​ຈະ​ຍັງ​ຢູ່​ບ່ອນ​ນັ້ນ, ເນື່ອງ​ຈາກ​ສາດ​ສະ​ໜາ​ໃນ​ຫລາຍ​ນິ​ກາຍ​ກໍ​ໃຊ້​ແທ່ນ​ບູ​ຊາ​ບໍ່​ທາງ​ໃດ​ກໍ​ທາງ​ໜຶ່ງ.

ອັບ​ຣາ​ຮາມ​ໄດ້​ສ້າງ​ແທ່ນ​ບູ​ຊາ, ຜູກ​ມັດ​ອີ​ຊາກ​ໄວ້, ແລະ ກຽມ​ພ້ອມ​ທີ່​ຈະ​ຖວາຍ​ລູກ​ຊາຍ​ຄົນ​ດຽວ​ຂອງ​ເພິ່ນ, ແຕ່​ມື​ຂອງ​ເພິ່ນ​ຖືກ​ຫ້າມ​ໄວ້, ແລະ ເພິ່ນ​ໄດ້​ປະ​ກາດ, ເໝືອນ​ດັ່ງ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ກາດ​ວ່າ “ໂດຍ​ຂ້າ​ນ້ອຍ​ຢູ່​ທີ່​ນີ້”! ຈັກ​ເທື່ອ​ແລ້ວ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຍິ່ງ​ໃຫຍ່ ຫລື ໜຶ່ງ​ໃນ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ໄດ້​ກ່າວ​ໂດຍ​ສະ​ໝັກ​ໃຈ​ວ່າ “ໂດຍ ຂ້າ​ນ້ອຍ​ຢູ່​ທີ່​ນີ້”?

ໃນ​ລະ​ຫວ່າງ​ການ​ເທດ​ສະ​ໜາ​ຢູ່​ເທິງ​ໂນນ​ພູ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຊື້ອ​ເຊີນ​ເຮົາ​ໃຫ້​ຄືນ​ດີ​ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຮົາ​ກ່ອນ​ທີ່​ເຮົາ​ຈະ​ເຂົ້າ​ໃກ້​ແທ່ນ​ບູ​ຊາ. ໂປ​ໂລ​ໄດ້​ສິດ​ສອນ​ວ່າ ເຮົາ​ໄດ້ “ຖືກ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ” ຢູ່​ເທິງ​ແທ່ນ​ບູ​ຊາ ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ.

ສາດ​ສະ​ດາ​ລີ​ໄຮ “ໄດ້​ປະ​ຖິ້ມ​ເຮືອນ​ຊານ … ຂອງ​ມີ​ຄ່າ​ຂອງ​ເພິ່ນ. … [ຈາກ​ນັ້ນ] ເພິ່ນ​ໄດ້​ສ້າງ​ແທ່ນ​ບູ​ຊາ …⁠ ແລະ ທຳ​ການ​ຖວາຍ​ເຄື່ອງ​ບູ​ຊາ … , ແລະ ຂອບ​ພຣະ​ຄຸນ​ແດ່​ພຣະ​ຜູ້​ເປັນ​ເຈົ້າ.”

ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ​ສິດ​ສອນ​ເຮົາ​ໃຫ້​ນະ​ມັດ​ສະ​ການ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ແທ່ນ​ບູ​ຊາ. ເປັນ​ຫຍັງ?

ບິ​ດາ​ມານ​ດາ​ຜູ້​ທຳ​ອິດ​ຂອງ​ເຮົາ​, ອາ​ດາມ ແລະ ເອ​ວາ, ໄດ້​ສ້າງ ແລະ ນະ​ມັດ​ສະ​ການ​ຢູ່​ທີ່​ແທ່ນ​ບູ​ຊາ. ຫລັງ​ຈາກ​ທີ່​ພວກ​ເພິ່ນ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສວນ​ເອ​ເດນ ແລະ ໄດ້​ນະ​ມັດ​ສະ​ການ​ຢູ່​ເປັນ​ເວ​ລາ​“ຫລາຍ​ມື້,” ທູດ​ອົງ​ໜຶ່ງ​ໄດ້​ມາ​ຢ້ຽມ​ຢາມ ແລະ ຖາມ​ຄຳ​ຖາມ​ທີ່​ສະ​ເທືອນ​ໃຈ ທີ່​ສາ​ມາດ​ຖາມ​ເຮົາ​ແຕ່​ລະ​ຄົນ​ໄດ້​ວ່າ: “ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຖວາຍ​ເຄື່ອງ​ບູ​ຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ?”

ອາ​ດາມ​ໄດ້​ຕອບ​ໄປ​ວ່າ, “ຂ້າ​ນ້ອຍ​ບໍ່​ຮູ້.”

ການ​ຕອບ​ສະ​ໜອງ​ຂອງ​ທູດ​ຕໍ່​ການ​ຍອມ​ຮັບ​ຢ່າງ​ຖ່ອມ​ຕົວ​ຂອງ​ອາ​ດາມ​ນັ້ນ​ເປັນ​ທີ່​ໜ້າ​ປະ​ຫລາດ​ໃຈ​ວ່າ: “ສິ່ງ​ນີ້ … ເປັນ​ແບບ​ຂອງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​​ຈາກ​ພຣະ​ບິ​ດາ. … ດັ່ງ​ນັ້ນ, ເຈົ້າ​ຈົ່ງ​ກະ​ທຳ​ທັງ​ໝົດ​ທີ່​ເຈົ້າ​ກະ​ທຳ​ໃນ ພຣະ​ນາມ​ຂອງ​ພຣະ​ບຸດ, ແລະ ເຈົ້າ​ຈົ່ງ​ກັບ​ໃຈ ແລະ ຮ້ອງ​ຫາ​ພຣະ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຕະ​ຫລອດ​ໄປ.”

ໂຕະ​ສິນ​ລະ​ລຶກ ແລະ ແທ່ນ​ບູ​ຊາ​ໃນ​ພຣະ​ວິ​ຫານ ເປັນ​ສັນ​ຍາ​ລັກ​ຂອງ​ການ​ເສຍ​ສະ​ລະ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ.

ເມື່ອ​ເຮົາ​ເຮັດ ແລະ ໃຫ້​ກຽດ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ການ​ຮັບ​ເອົາ​ພິ​ທີ​ການ​ຕ່າງໆ​ຂອງ​ສິນ​ລະ​ລຶກ​ທີ່​ໂບດ ແລະ ຂອງ​ປະ​ທານ​ສັກ​ສິດ ແລະ ການ​ຜະ​ນຶກ​ທີ່​ພຣະ​ວິ​ຫານ, ເຮົາ​ຜູກ​ມັດ​ຕົວ​ເຮົາ​ໄວ້​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຂົ້າ​ເຖິງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ການ​ປົກ​ປ້ອງ, ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ, ການ​ປິ່ນ​ປົວ, ແລະ ການ​ພັກ​ຜ່ອນ.

ຄວາມ​ເມດ​ຕາ ແລະ ການ​ປົກ​ປ້ອງ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ

ຕອນ​ເປັນ​ຊາຍ​ໜຸ່ມ​ອາ​ຍຸ 15 ປີ, ຂ້າ​ພະ​ເຈົ້າ​ເຄີຍ​ຂໍ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ທີ່​ຈະ​ຂາດ​ກອງ​ປະ​ຊຸມ​ສິນ​ລະ​ລຶກ—ພຽງ​ແຕ່​ວັນ​ອາ​ທິດ​ດຽວ​ໃນ​ເດືອນ​ມັງ​ກອນ ເພື່ອ​ຮັບ​ຊົມ​ເກມ​ກິ​ລາ​ບານ​ເຕະ​ພິ​ເສດ​ຂອງ​ອາ​ເມ​ຣິ​ກາ. ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ​ຂ້າ​ພະ​ເຈົ້າ​ໃຫຍ່​ພໍ​ທີ່​ຈະ​ຕັດ​ສິນ​ໃຈ​ດ້ວຍ​ຕົວ​ເອງ ແລະ ຂໍ​ໃຫ້​ຂ້າ​ພະ​ເຈົ້າ​ພິ​ຈາ​ລະ​ນາ​ຄຳ​ແນະ​ນຳ​ໜຶ່ງ​ຂໍ້. ເພິ່ນ​ໄດ້​ເວົ້າ​ວ່າ, “ຖ້າ​ເຈົ້າ​ເລືອກ​ທີ່​ຈະ​ຂາດ​ສິນ​ລະ​ລຶກ​ຄັ້ງ​ໜຶ່ງ, ມັນ​ກໍ​ງ່າຍ​ຂຶ້ນ​ທີ່​ຈະ​ເລືອກ​ຂາດ​ອີກ​ຄັ້ງ.”

ຖ້າ​ຫາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ຜູ້​ເຊື່ອມ​ໂຍງ​ທີ່​ຍິ່ງ​ໃຫຍ່, ແລ້ວ​ຜູ້​ປໍ​ລະ​ປັກ​ກໍ​ເປັນ​ຜູ້​ແຍກ​ອອກ. ຊາ​ຕານ ມັນ​ລໍ້​ລວງ​ເຮົາ​ໃຫ້​ແຍກ​ຕົວ​ອອກ​ຈາກ​ສະ​ຖານ​ທີ່​ຖວາຍ​ບູ​ຊາ ແຫ່ງ​ການ​ນະ​ມັດ​ສະ​ການ ແລະ ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ພຣະ​ເຢ​ຊູ​ຄຣິດ. ເມື່ອ​ເຮົາ​ນະ​ມັດ​ສະ​ການ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ໄດ້​ຮັບ “ອຳ​ນາດ​ເພື່ອ​ຈະ​ດຳ​ເນີນ​ຕໍ່​ໄປ​ກົງ​ກັນ​ຂ້າມ​ກັບ​ກະ​ແສ​ຂອງ​ຊາວ​ໂລກ.” ເມື່ອ​ເຮົາ​ໃຊ້​ເວ​ລາ​ຮ່ວມ​ສົນ​ທະ​ນາ​ກັບ​ພຣະ​ອົງ, ເຮົາ​ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ​ຈະ “ຖືກ​ປົດ​ປ່ອຍ​ຈາກ​ຊາ​ຕານ.” “ແລ້ວ, ເມື່ອ​ເຮົາ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ພຣະ​ອົງ​ຈະ​ມອບ​ອຳ​ນາດ​ທີ່ … ໃຫ້​ຄວາມ​ເຂັ້ມ​ແຂງ ຂອງ​ພຣະ​ອົງ ແກ່​ເຮົາ.” ໂອ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ຊື່ນ​ຊົມ​ກັບ​ປະ​ສົບ​ການ​ຂອງ​ການ​ສື່​ສານ​ກັບ​ພຣະ​ຜູ້​ຊວ່ຍ​ໃຫ້​ລອດ​ຜ່ານ​ທາງ​ພັນ​ທະ​ສັນ​ຍາ​ທີ່​ເຮັດ​ໄວ້​ຢູ່​ເທິງ​ແທ່ນ​ບູ​ຊາ​ອັນ​ສັກ​ສິດ.

ການ​ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ຊົດ​ໃຊ້​ນິ​ລັນ​ດອນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ, ຈະ​ຊ່ວຍ​ເສີມ​ສ້າງ​ພູມ​ຄຸ້ມ​ກັນ​ທາງ​ວິນ​ຍານ​ເພື່ອ​ຕໍ່​ຕ້ານ​ກົນ​ອຸ​ບາຍ​ຂອງ​ຜູ້​ປໍ​ລະ​ປັກ. ແອວ​ເດີ​ໜຸ່ມ ຢາກ​ກີ ໃນ​ປະ​ເທດ​ແມັກ​ຊິ​ໂກ, ຊາ​ສະ​ເຕີ ຢາກ​ກີ ໃນ​ປະ​ເທດ​ແບນ​ຊິກ, ແລະ ຜູ້​ສອນ​ສາດ​ສະ​ໜາ​ຄົນ​ອື່ນໆ​ໃນ​ທົ່ວ​ໂລກ ມີ​ແນວ​ໂນ້ມ​ທີ່​ຈະ​ເຫັນ​ໝູ່​ເພື່ອນ​ຂອງ​ເຂົາ​ເຈົ້າ​ທວງ​ເອົາ​ພອນ​ແຫ່ງ​ການ​ບັບ​ຕິ​ສະ​ມາ ແລະ ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຖ້າ​ວ່າ​ເພື່ອນ​ຂອງ​ເຂົາ​ເຈົ້າ​ມາ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ພາຍ​ໃນ​ອາ​ທິດ​ທຳ​ອິດ​ຂອງ​ການ​ຕິດ​ຕໍ່.

ຜູ້​ໃຫຍ່​ໜຸ່ມ​ໃນ​ປະ​ເທດ​ຕົງ​ກາ ຫລື ປະ​ເທດ​ຊາ​ມົວ ກໍ​ມີ​ແນວ​ໂນ້ມ​ທີ່​ຈະ​ໄດ້​ຮັບ​ການ​ຜະ​ນຶກ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຖ້າ​ວ່າ​ເຂົາ​ເຈົ້າ​ກຽມ​ພ້ອມ ແລະ ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ​ຂອງ​ເຂົາ​ເຈົ້າ​ບໍ່​ດົນ​ຫລັງ​ຈາກ​ການ​ຮຽນ​ຈົບ​ຊັ້ນ​ມັດ​ທະ​ຍົມ​ປາຍ. ໃນ​ການ​ຮັບ​ເອົາ​ຂອງ​ປະ​ທານ​ສັກ​ສິດ, ສະ​ມາ​ຊິກ​ຖືກ​ເຊື້ອ​ເຊີນ​ໃຫ້​ດຳ​ລົງ​ຊີ​ວິດ, ເຊື່ອ​ຟັງ, ແລະ ຮັກ​ສາ​ກົດ​ຫ້າ​ຂໍ້​ທີ່​ຈະ​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເຕັມ​ໄປ​ດ້ວຍ​ອຳ​ນາດ ແລະ ການ​ປົກ​ປັກ​ຮັກ​ສາ. ເມື່ອ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ຄວາມ​ສຳ​ພັນ​ແບບ​ຕອບ​ແທນ​ກໍ​ຖືກ​ສ້າງ​ຂຶ້ນ. ເຮົາ​ສະ​ແດງ​ຄວາມ​ຈົງ​ຮັກ​ພັກ​ດີ ແລະ ຄວາມ​ຮັກ​ຕໍ່​ພຣະ​ອົງ. ຄວາມ​ເຂັ້ມ​ແຂງ ແລະ ອຳ​ນາດ​ຂອງ​ເຮົາ ເຕີບ​ໃຫຍ່​ຂຶ້ນ​ກັບ​ແຕ່​ລະ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ ແລະ ຮັກ​ສາ​ໄວ້.

ການ​ໄຕ່​ຕອງ ແລະ ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ

ເມື່ອ​ເຮົາ​ຄຸ​ເຂົ່າ​ລົງ​ທີ່​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ສັນ​ຍາ​ລັກ ແລະ ຄວາມ​ຖ່ອມ​ຕົວ, ນັ້ນ​ຄື​ໂອ​ກາດ​ສຳ​ລັບ​ການ​ໄຕ່​ຕອງ, “ຍົກ​ເລີກ​ຄວາມ​ທະ​ນົງ​ໃຈ [ຂອງ​ເຮົາ], … [ຖ່ອມ​ຕົວ​ເຮົາ​ເອງ] ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.” ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອອກ​ໄປ​ທ່ຽວ​ກັບ​ໝູ່​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຕອນ​ເປັນ​ໄວ້​ລຸ້ນ, ແມ່​ຂອງ​ຂ້າ​ພະ​ເຈົ້າ​ມັກ​ຈະ​ເວົ້າ​ວ່າ, “ຈົ່ງ​ຈື່​ໄວ້​ວ່າ​ເຈົ້າ​ເປັນ​ໃຜ, ແລະ ແຈ້ງ​ໃຫ້​ຮູ້​ວ່າ​ເຈົ້າ​ກັບ​ມາ​ຮອດ​ເຮືອນ​ແລ້ວ.” ບາງ​ຄືນ ຂ້າ​ພະ​ເຈົ້າ​ໄດ້​ລືມ​ການ​ແຈ້ງ​ບອກ ເພາະ​ວ່າ​ຂ້າ​ພະ​ເຈົ້າ​ກັບ​ມາ​ຮອດ​ເຮືອນ​ຊ້າ. ຂ້າ​ພະ​ເຈົ້າ​ເສຍ​ດາຍ​ທີ່​ພາດ​ໂອ​ກາດ​ສຳ​ຄັນ​ທີ່​ຈະ​ຢ້ຽມ​ຢາມ​ກັບ​ແມ່.

ປະ​ຈຸ​ບັນ​ນີ້ ຂ້າ​ພະ​ເຈົ້າ​ຄອງ​ຄອຍ​ວັນ​ເວ​ລາ​ທີ່​ຈະ​ຕິດ​ຕໍ່​ພົວ​ພັນ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ໃນ​ແບບ​ແຜນ​ການ​ນະ​ມັດ​ສະ​ການ​ສ່ວນ​ຕົວ​ປະ​ຈຳ​ວັນ​ຂອງ​ຂ້າ​ພະ​ເຈົ້າ, ເມື່ອ​ຂ້າ​ພະ​ເຈົ້າ​ຄຸ​ເຂົ່າ​ອະ​ທິ​ຖານ, ຢູ່​ຂ້າງ​ຕຽງ​ຂອງ​ຂ້າ​ພະ​ເຈົ້າ ຫລື ການ​ລວມ​ຕົວ​ກັນ​ເປັນ​ຄອບ​ຄົວ, ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ພາບ​ຕົວ​ເອງ​ທີ່​ກຳ​ລັງ​ຄຸ​ເຂົ່າ​ຢູ່​ທີ່​ແທ່ນ​ບູ​ຊາ, ກຳ​ລັງ​ໄຕ່​ຕອງ ແລະ ສຳ​ຫລວດ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ຄິດ​ກ່ຽວ​ກັບ​ສິນ​ລະ​ລຶກ, ແມ່ນ​ແຕ່​ເຂົ້າ​ຈີ່​ປ່ຽງ​ໜຶ່ງ, ທີ່​ຖືກ​ຫັກ ແລະ ຈີກ​ເປັນ​ຕ່ອນໆ​ເພື່ອ​ເຮົາ, ແຕ່​ລະ​ຕ່ອນ​ແມ່ນ​ເປັນ​ສັນ​ຍາ​ລັກ​ເຖິງ​ພຣະ​ກາຍ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຖືກ​ແຕກ​ຫັກ. ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ຄຳ​ສອນ​ຂອງ​ປະ​ທານ​ດາ​ລິນ ເອັຈ ໂອກສ໌ ທີ່​ວ່າ “ແຕ່​ລະ​ຕ່ອນ​ຈຶ່ງ​ໂດດ​ເດັ່ນ, ເຊັ່ນ​ດຽວ​ກັບ​ທຸກ​ຄົນ​ຜູ້​ຮັບ​ສ່ວນ​ກໍ​ໂດດ​ເດັ່ນ.” ເມື່ອ​ຂ້າ​ພະ​ເຈົ້າ​ຄຸ​ເຂົ່າ​ອະ​ທິ​ຖານ, ຂ້າ​ພະ​ເຈົ້າ​ຄິດ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ມອບ​ຄວາມ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ກັບ​ພຣະ​ເຈົ້າ​ໄດ້​ແນວ​ໃດ.

ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ “ພິ​ທີ​ສິນ​ລະ​ລຶກ​ເປັນ​ການ​ເຊື້ອ​ເຊີນ​ທີ່​ສັກ​ສິດ ແລະ ຊ້ຳ​ເກົ່າ ເພື່ອ​ໃຫ້​ກັບ​ໃຈ​ຢ່າງ​ຈິງ​ໃຈ ແລະ ເກີດ​ໃໝ່​ທາງ​ວິນ​ຍານ. ພຽງ​ແຕ່​ການ​ຮັບ​ສ່ວນ​ສິນ​ລະ​ລຶກ​ເທົ່າ​ນັ້ນ, ຈະ​ບໍ່​ປົດ​ບາບ. ແຕ່​ຂະ​ນະ​ທີ່​ເຮົາ​ກະ​ກຽມ ແລະ ມີ​ສ່ວນ​ຮ່ວມ​ໃນ​ພິ​ທີ​ການ​ທີ່​ສັກ​ສິດ​ນີ້ ດ້ວຍ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ, ແລ້ວ​ເຮົາ​ຈະ​ໄດ້​ຮັບ​ຕາມ​ທີ່​ຖືກ​ສັນ​ຍາ​ໄວ້​ວ່າ ເຮົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ນຳ ຕະ​ຫລອດ​ເວ​ລາ. ແລະ ໂດຍ​ອຳ​ນາດ​ທີ່​ເຮັດ​ໃຫ້​ສັກ​ສິດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃນ​ຖາ​ນະ​ທີ່​ເປັນ​ເພື່ອນ​ຂອງ​ເຮົາ​ຕະ​ຫລອດ​ເວ​ລາ, ເຮົາ​ຈະ​ສາ​ມາດ ຮັກ​ສາ​ການ​ປົດ​ບາບ​ຂອງ​ເຮົາ​ໄວ້ ຢູ່​ສະ​ເໝີ.”

ເມື່ອ​ເອ​ມີ ແລະ ຂ້າ​ພະ​ເຈົ້າ​ພິ​ຈາ​ລະ​ນາ​ປະ​ສົບ​ການ​ຊີ​ວິດ​ຂອງ​ພວກ​ເຮົາ​ຢ່າງ​ໃກ້​ຊິດ, ພວກ​ເຮົາ​ໄດ້​ສະ​ຫລອງ​ຂອງ​ປະ​ທານ​ແຫ່ງ​ຄວາມ​ຮັກ ແລະ ການ​ເສຍ​ສະ​ລະ​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ເຢ​ຊູ​ຄຣິດ. ພວກ​ເຮົາ​ຍັງ​ໄດ້​ເຫັນ​ວ່າ​ຄວາມ​ຄຽດ​ແຄ້ນ​ແຫ່ງ​ນະ​ລົກ​ໄດ້​ຖືກ​ປົດ​ປ່ອຍ​ອອກ​ໄປ​ແນວ​ໃດ. ເຮົາ​ຈະ​ສາ​ມາດ​ເອົາ​ຊະ​ນະ​ສາຍ​ຕາ​ທີ່​ຕັດ​ສິນ, ຄວາມ​ກັງ​ວົນ, ອາ​ການ​ຊຶມ​ເສົ້າ, ໂຣກ​ມະ​ເລັງ, ໂຣກ​ເບົາ​ຫວານ, ການ​ດູ​ຖູກ​ຂົ່ມ​ເຫັງ​ທາງ​ອອນ​ລາຍ, ການ​ລັກ​ເອົາ​ຕົວ​ຕົນ, ການ​ແທ້ງ​ລູກ, ການ​ສູນ​ເສຍ​ລູກ, ອ້າຍ​ນ້ອງ, ແລະ ພໍ່ ໄປ​ໄດ້​ແນວ​ໃດ? ຍ້ອນ​ພຣະ​ເຢ​ຊູ​ໄດ້​ດື່ມ​ຈາກ​ຈອກ​ແຫ່ງ​ຄວາມ​ສັ່ນ​ສະ​ທ້ານ​ອັນ​ຂົມ​ຂື່ນ, ຈອກ​ແຫ່ງ​ການ​ລົງ​ໂທດ​ທັນ—ເພື່ອ​ຂ້າ​ພະ​ເຈົ້າ, ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ, ແລະ ເພື່ອ​ເຮົາ​ທຸກ​ຄົນ!

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ເຄັດ​ເຊ​ມາ​ເນ

Gethsemane, ໂດຍ ອາ​ດາມ ອັບ​ຣາມ, ໄດ້​ຮັບ​ອະ​ນຸ​ຍາດ​ຈາກ altusfineart.com © 2025

“ຈອກ​ອັນ​ຂົມ​ຂື່ນ” ທີ່​ພຣະ​ອົງ​ໄດ້​ດື່ມ​ໃນ​ສວນ​ເຄັດ​ເຊ​ມາ​ເນ ແລະ ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ພຣະ​ອົງ “ທີ່​ເພີ່ມ​ທະ​ວີ​ຂຶ້ນ” ຢູ່​ເທິງ​ໄມ້​ກາງ​ແຂນ​ທີ່​ພູ​ກະ​ໂຫລກ​ຫົວ ນັ້ນ​ເຮັດ​ໃຫ້​ເຮົາ​ສາ​ມາດ​ວາງ​ຄວາມ​ແຂງ​ກະ​ດ້າງ, ຄວາມ​ດູ​ໝິ່ນ, ຄວາມ​ຮຸນ​ແຮງ, ຄວາມ​ຄຽດ​ແຄ້ນ, ແລະ ສັ່ນ​ສະ​ເທືອນ​ໄວ້​ທີ່​ແທ່ນ​ບູ​ຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຖືກ “ຊຳ​ລະ​ໃຫ້​ບໍ​ລິ​ສຸດ ໂດຍ​ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ,” ຕະ​ຫລອດ​ເວ​ລາ.

ຊິດ​ສະ​ເຕີ ພາ​ທຣິ​ເຊຍ ຮໍ​ແລນ ໄດ້​ກ່າວ​ວ່າ, “ຄຳ​ອະ​ທິ​ຖານ​ທີ່​ເລິກ​ເຊິ່ງ​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ລັບ​ທ່ານ ແລະ ຕົວ​ຂ້າ​ພະ​ເຈົ້າ​ເອງ​ໃນ​ມື້​ນີ້​ກໍ​ຄື, ໃຫ້​ເຮົາ​ວາງ​ຕົວ​ເຮົາ​ໄວ້​ທີ່​ແທ່ນ​ບູ​ຊາ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພຣະ​ເຈົ້າ ແລະ ຂໍ​ໃຫ້​ມີ​ແຕ່​ສັນ​ຕິ​ສຸກ​ບໍ່​ວ່າ​ເຮົາ​ຈະ​ຢູ່​ແຫ່ງ​ຫົນ​ໃດ​ກໍ​ຕາມ ແລະ ບໍ່​ວ່າ​ເຮົາ​ໄດ້​ເຮັດ​ສິ່ງ​ໃດ​ກໍ​ຕາມ.”

ສະ​ຖານ​ທີ່​ແຫ່ງ​ການ​ປິ່ນ​ປົວ ແລະ ພັກ​ຜ່ອນ

ເມື່ອ​ເຮົາ​ມາ​ທີ່​ແທ່ນ​ບູ​ຊາ, ເຮົາ​ບໍ່​ໄດ້​ກຳ​ລັງ​ຮັບ​ເອົາ​ລາງ​ວັນ; ເຮົາ​ກຳ​ລັງ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ປະ​ທານ​ຂອງ​ປະ​ທານ​ນັ້ນ. ໃນ​ການ​ຮຽນ​ຮູ້ ແລະ ພັນ​ທະ​ສັນ​ຍາ​ທີ່​ຜູກ​ພັນ​ນັ້ນ ການ​ປິ່ນ​ປົວ​ຈະ​ມີ​ມາ. ນີ​ໄຟ​ໄດ້​ກ່າວ​ວ່າ, “ພຣະ​ອົງ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຂອງ​ພຣະ​ອົງ, ຈົນ​ວ່າ​ເນື້ອ​ໜັງ​ຂອງ​ຂ້າ​ພະ​ເຈົ້າ​ຮ້ອນ​ຮົນ.” ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ເຮົາ​ໄດ້​ເຊື້ອ​ເຊີນ​ວ່າ, “ບັດ​ນີ້​ພວກ​ເຈົ້າ​ຍັງ​ຈະ​ບໍ່​ຫັນ​ກັບ​ມາ​ຫາ​ເຮົາ​ບໍ, ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຈົ້າ ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ, ເພື່ອ​ເຮົາ​ຈະ​ໄດ້​ປິ່ນ​ປົວ​ພວກ​ເຈົ້າ?”

ຕອນ​ທີ່​ລູກ​ສາວ​ໃຫຍ່​ສອງ​ຄົນ​ຂອງ​ພວກ​ເຮົາ, ແມັກ​ເຄັນ​ຊີ ແລະ ເອມ​ມາ, ຍັງ​ນ້ອຍ, ເລື່ອງ​ເລົ່າ​ທີ່​ພວກ​ເຂົາ​ມັກ​ເລື່ອງ​ໜຶ່ງ​ແມ່ນ The Chronicles of Narnia: The Lion, the Witch and the Wardrobe [ຕຳ​ນານ​ແຫ່ງ​ນາ​ເນຍ: ລາ​ສະ​ສີ, ແມ່​ມົດ ແລະ ຕູ້​ເສື້ອ​ຜ້າ]. ພວກ​ເຮົາ​ທຸກ​ຄົນ​ຕ່າງ​ກໍ​ໄດ້​ຕົກ​ຫລຸມ​ຮັກ​ກັບ​ລາ​ສະ​ສີ, ອາ​ສະ​ລານ. ໜຶ່ງ​ໃນ​ຄືນ​ທີ່​ໜ້າ​ຈົດ​ຈຳ​ຂອງ​ການ​ອ່ານ​ປຶ້ມ​ຫົວ​ນັ້ນ​ກໍ​ຄື​ຕອນ​ທີ່​ລາ​ສະ​ສີ​ຜູ້​ຍິ່ງ​ໃຫຍ່​ໄດ້​ມອບ​ຊີ​ວິດ​ຂອງ​ມັນ​ເພື່ອ​ເອດ​ມັນ. ເປັນ​ທີ່​ໜ້າ​ຈົດ​ຈຳ​ເພາະ​ວ່າ​ພໍ່​ແມ່ ແລະ ລູກ​ສາວ​ພາ​ກັນ​ເຊັດ​ນ້ຳ​ຕາ​ໃນ​ຕອນ​ທີ່​ຊີ​ວິດ​ຂອງ​ລາ​ສະ​ສີ​ໄດ້​ຖືກ​ເອົາ​ໄປ​ຢູ່​ເທິງ​ໂຕະ​ຫີນ​ໂດຍ​ແມ່​ມົດ. ເປັນ​ທີ່​ໜ້າ​ຈົດ​ຈຳ​ເພາະ​ຄວາມ​ຫວັງ​ຄົງ​ມີ​ຢູ່, ແມ່ນ​ວ່າ​ຈະ​ເກີດ​ຄວາມ​ໂສກ​ເສົ້າ, ຈົນ​ກວ່າ​ສິ່ງ​ທີ່​ໜ້າ​ຕື່ນ​ຕາ​ຕື່ນ​ໃຈ​ໄດ້​ເກີດ​ຂຶ້ນ. ສຽງ​ຮ້ອງ​ແຫ່ງ​ຄວາມ​ຊື່ນ​ຊົມ​ໄດ້​ດັງ​ຂຶ້ນ​ໄປ​ທົ່ວ​ຫ້ອງ​ນອນ​ນ້ອຍໆ ເມື່ອ​ອາ​ສະ​ລານ​ໄດ້​ຟື້ນ​ຄືນ​ຊີ​ວິດ ແລະ ເວົ້າ​ວ່າ, “ຖ້າ​ແມ່​ມົດ​ຮູ້​ຄວາມ​ໝາຍ​ທີ່​ແທ້​ຈິງ​ຂອງ​ການ​ເສຍ​ສະ​ລະ, … ລາວ​ກໍ​ຈະ​ຮູ້​ວ່າ​ເຫຍື່ອ​ທີ່​ເຕັມ​ໃຈ ຜູ້​ທີ່​ບໍ່​ໄດ້​ທໍ​ລະ​ຍົດ​ຕໍ່​ສິ່ງ​ໃດ ໄດ້​ຕາຍ​ແທນ​ຜູ້​ທໍ​ລະ​ຍົດ, ໂຕະ​ກ້ອນ​ຫີນ​ນັ້ນ​ຈະ​ແຕກ​ອອກ, ແລະ ຄວາມ​ຕາຍ​ເອງ​ກໍ​ຈະ​ເລີ່ມ​ຈືດ​ຈາງ​ອອກ​ໄປ.”

ພຣະ​ເຢ​ຊູ​ຄຣິດ​ປິ່ນ​ປົວ​ທຸກ​ບາດ​ແຜ. ພຣະ​ເຢ​ຊູ​ຄຣິດ​ຊົງ​ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ມີ​ຊີ​ວິດ​ອີກ​ຄັ້ງ.

ໃນ​ການ​ກ່າວ​ປາ​ໄສ​ຂອງ​ເພິ່ນ​ທີ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2022, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ບັນ​ຍາຍ​ກ່ຽວ​ກັບ​ກຸ່ມ​ຄະ​ນະ​ທ່ອງ​ທ່ຽວ​ກຸ່ມ​ໜຶ່ງ​ທີ່​ໄດ້​ເດີນ​ທາງ​ມາ​ຢ້ຽມ​ຊົມ​ການ​ເປີດ​ຊົມ​ພຣະ​ວິ​ຫານ. ມີ​ທ້າວ​ນ້ອຍ​ຄົນ​ໜຶ່ງ​ຢູ່​ທີ່​ນັ້ນ. ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ:

“ເມື່ອ​ກຸ່ມ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ຫ້ອງ​ຮັບ​ຂອງ​ປະ​ທານ​ສັກ​ສິດ, ທ້າວ​ນ້ອຍ​ໄດ້​ຊີ້​ໃສ່​ແທ່ນ​ບູ​ຊາ, ບ່ອນ​ທີ່​ຜູ້​ຄົນ​ໃຊ້​ຄຸ​ເຂົ່າ​ເມື່ອ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ແລະ ທ້າວ​ນ້ອຍ​ເວົ້າ​ວ່າ, ‘ໂອ, ບ່ອນ​ຫັ້ນ​ງາມ. ບ່ອນ​ນີ້​ເປັນ​ບ່ອນ​ໃຫ້​ຜູ້​ຄົນ ເຊົາ​ເມື່ອຍ ຈາກ​ການ​ເດີນ​ທາງ​ໃນ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ.’

“… ລາວ​ຄົງ​ບໍ່​ຮູ້​ຈັກ​ກ່ຽວ​ກັບ​ຄວາມ​ເຊື່ອມ​ໂຍງ​ໂດຍ​ກົງ​ລະ​ຫວ່າງ​ການ​ເຮັດ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ​ໃນ​ພຣະ​ວິ​ຫານ ກັບ​ຄຳ​ສັນ​ຍາ​ອັນ​ໜ້າ​ງຶດ​ງໍ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ:

“‘ບັນ​ດາ​ຜູ້​ທີ່​ເຮັດ​ການ​ໜັກ​ໜ່ວງ ແລະ ແບກ​ພາ​ລະ​ໜັກ, ຈົ່ງ​ມາ​ຫາ​ເຮົາ, ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ ຄວາມ​ເຊົາ​ເມື່ອຍ.

“‘ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້, ແລ້ວ​ຮຽນ​ຮູ້​ຈາກ​ເຮົາ; … ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ພົບ ຄວາມ​ເຊົາ​ເມື່ອຍ.

“‘ດ້ວຍ​ວ່າ​ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ, ແລະ ພາ​ລະ​ຂອງ​ເຮົາ​ກໍ​ເບົາ’ [ມັດ​ທາຍ 11:28–30]; ເນັ້ນ​ຄຳ​ເນີ້ງ].”

“ບຸດ​ມະ​ນຸດ​ບໍ່​ມີ​ບ່ອນ​ຈະ​ວາງ​ຫົວ​ນອນ,” ແຕ່​ພຣະ​ອົງ​ຍັງ​ໄດ້​ເຊື້ອ​ເຊີນ​ໃຫ້​ສາ​ວົກ​ຂອງ​ພຣະ​ອົງ, ທ່ານ ແລະ ຂ້າ​ພະ​ເຈົ້າ, ໃຫ້​ມາ​ທີ່​ໂຕະ​ສິນ​ລະ​ລຶກ ແລະ ພັກ​ຜ່ອນ​ກັບ​ພຣະ​ອົງ​ຢູ່​ທີ່​ນັ້ນ. ເມື່ອ “ຈິດ​ວິນ​ຍານ​ທີ່​ຕ່ຳ​ຕ້ອຍ​ຄຸ​ເຂົ່າ​ທີ່​ແທ່ນ​ບູ​ຊາ,” ສັນ​ຕິ​ສຸກ​ກໍ​ຈະ​ມີ​ຢູ່​ທີ່​ນັ້ນ. ພຣະ​ຫັດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ​ໄດ້​ຍື່ນ​ອອກ​ໄປ; ໂຕະ​ຂອງ​ພຣະ​ອົງ​ກໍ​ໄດ້​ຖືກ​ຂະ​ຫຍາຍ​ອອກ. ຈົ່ງ​ມາ​ນະ​ມັດ​ສະ​ການ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຢູ່​ທີ່​ແທ່ນ​ບູ​ຊາ​ອັນ​ສັກ​ສິດ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ 3 ນີ​ໄຟ 18:4–9.

  2. Bread of Life, Living Water,” Hymns—For Home and Church, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  3. ເບິ່ງ ໂມ​ໂຣ​ໄນ 45.

  4. ປະ​ຖົມ​ມະ​ການ 22:11.

  5. ເບິ່ງ ປະ​ຖົມ​ມະ​ການ 31:11; 46:2; ອົບ​ພະ​ຍົບ 3:4; 1 ຊາ​ມູ​ເອນ 3:4–10; ເອ​ຊາ​ຢາ 6:8; ອັບ​ຣາ​ຮາມ 3:27.

  6. ເບິ່ງ ມັດ​ທາຍ 5:23–24.

  7. ເບິ່ງ ເຮັບ​ເຮີ 10:10–14.

  8. 1 ນີ​ໄຟ 2:4, 7.

  9. ເບິ່ງ ໂມ​ເຊ 5:5; Topical Guide, “Jesus Christ, Types of, in Anticipation.”

  10. ໂມ​ເຊ 5:5–8.

  11. ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 27.2, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  12. ເບິ່ງ 1 ຕີ​ໂມ​ທຽວ 5:15; 3 ນີ​ໄຟ 6:16; 11:29–30.

  13. ເບິ່ງ “Take My Heart and Let It Be Consecrated,” Hymns—For Home and Church.

  14. Dale G. Renlund, “Accessing God’s Power Through Covenants,” Liahona, May 2023, 37.

  15. ແອວ​ມາ 15:17.

  16. Russell M. Nelson, “The Temple and Your Spiritual Foundation,” Liahona, Nov. 2021, 94.

  17. ເບິ່ງ ເອ​ຊາ​ຢາ 28:10, 13.

  18. ເບິ່ງ Quentin L. Cook, “Missionary Purpose and Lessons Learned” (ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ໃນ​ການ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ຜູ້​ນຳ​ເຜີຍ​ແຜ່​ຊຸດ​ໃໝ່, ວັນ​ທີ 19 ເດືອນ​ມິ​ຖຸ​ນາ, 2025).

  19. ເບິ່ງ ຄູ່​ມື​ທົ່ວ​ໄປ, 27.2.

  20. ເບິ່ງ D. Todd Christofferson, “One in Christ,” Liahona, May 2023, 77–80.

  21. ເບິ່ງ Neil L. Andersen, “Temples, Houses of the Lord Dotting the Earth,” Liahona, May 2024, 111–14.

  22. ແອວ​ມາ 15:17.

  23. ເບິ່ງ 1 ໂກ​ຣິນ​ໂທ 11:28.

  24. Dallin H. Oaks, “Introductory Message” (ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ໃນ​ການ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ຜູ້​ນຳ​ເຜີຍ​ແຜ່​ຊຸດ​ໃໝ່, ວັນ​ທີ 25 ເດືອນ​ມິ​ຖຸ​ນາ, 2017).

  25. David A. Bednar, “Always Retain a Remission of Your Sins,” Liahona, May 2016, 61–62.

  26. ເບິ່ງ ເອ​ຊາ​ຢາ 51:17, 22; 3 ນີ​ໄຟ 11:11.

  27. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 19:18.

  28. Russell M. Nelson, “The Correct Name of the Church,” Liahona, Nov. 2018, 88.

  29. 3 ນີ​ໄຟ 27:20.

  30. An Eye Single: Thoughts and Teachings from Patricia T. Holland, comp. Mary Alice Holland McCann (2025), 135.

  31. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:33.

  32. 2 ນີ​ໄຟ 4:21.

  33. 3 ນີ​ໄຟ 9:13.

  34. The Lion, the Witch and the Wardrobe (New York: HarperCollins, 1994), 178–79.

  35. Russell M. Nelson, “Overcome the World and Find Rest,” Liahona, Nov. 2022, 95–96.

  36. ມັດ​ທາຍ 8:20.

  37. ເບິ່ງ ລູ​ກາ 22:14. Recline ມາ​ຈາກ​ພາ​ສາ​ກຣີກ anapipto, ໝາຍ​ເຖິງ​ອິດ​ສະ​ລະ​ພາບ ແລະ ການ​ພັກ​ຜ່ອນ. ການ​ກະ​ທຳ​ຂອງ​ການ​ເອນ​ຕົວ​ລົງ​ເປັນ​ເຄື່ອງ​ເຕືອນ​ໃຈ​ກ່ຽວ​ກັບ​ການ​ປົດ​ປ່ອຍ​ການ​ເປັນ​ຂ້າ​ທາດ​ຈາກ​ຊາວ​ເອ​ຢິບ.

  38. Welcome Home,” Hymns—For Home and Church.