ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ເຮັດ​ພາກ​ສ່ວນ​ຂອງ​ທ່ານ​ດ້ວຍ​ສຸດ​ໃຈ​ຂອງ​ທ່ານ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


15:22

ຈົ່ງ​ເຮັດ​ພາກ​ສ່ວນ​ຂອງ​ທ່ານ​ດ້ວຍ​ສຸດ​ໃຈ​ຂອງ​ທ່ານ

ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ມີ​ສ່ວນ​ຮ່ວມ, ຢ່າງ​ອົດ​ທົນ ແລະ ພາກ​ພຽນ, ໃນ​ການ​ເຮັດ​ພາກ​ສ່ວນ​ຂອງ​ທ່ານ​ດ້ວຍ​ສຸດ​ໃຈ​ຂອງ​ທ່ານ.

ປີ​ກາຍ​ນີ້ ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ເອີ​ຣົບ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ບ່ອນ​ເຮັດ​ວຽກ​ເກົ່າ​ຂອງ​ຂ້າ​ພະ​ເຈົ້າ, ບໍ​ລິ​ສັດ​ການ​ບິນ ລຸບ​ແທນ​ຊາ ເຢຍ​ລະ​ມັນ ທີ່​ສະ​ໜາມ​ບິນ ແຟຣງ​ເຝີດ.

ເພື່ອ​ຝຶກ​ອົບ​ຮົມ​ນັກ​ບິນ​ຂອງ​ເຂົາ, ເຂົາ​ເຈົ້າ​ມີ​ເຄື່ອງ​ຈຳ​ລອງ​ການ​ບິນ​ແບບ​ເຕັມ​ຮູບ​ແບບ​ທີ່​ທັນ​ສະ​ໄໝ​ຫລາຍ​ເຄື່ອງ ຊຶ່ງ​ສາ​ມາດ​ສ້າງ​ສະ​ຖາ​ນະ​ການ​ການ​ບິນ​ທີ່​ເປັນ​ແບບ​ປົກ​ກະ​ຕິ ແລະ ສຸກ​ເສີນ​ທຸກ​ປະ​ເພດ. ຕະ​ຫລອດ​ໄລ​ຍະ​ຫລາຍ​ປີ​ໃນ​ຖາ​ນະ​ກັບ​ຕັນ, ຂ້າ​ພະ​ເຈົ້າ​ຕ້ອງ​ຜ່ານ​ການ​ກວດ​ສອບ​ການ​ບິນ​ໃນ​ເຄື່ອງ​ຈຳ​ລອງ​ການ​ບິນ​ທຸກໆ​ຫົກ​ເດືອນ ເພື່ອ​ຮັກ​ສາ​ໃບ​ອະ​ນຸ​ຍາດ​ນັກ​ບິນ​ໃຫ້​ຢູ່​ໃນ​ປະ​ຈຸ​ບັນ. ຂ້າ​ພະ​ເຈົ້າ​ຍັງ​ຈື່​ຊ່ວງ​ເວ​ລາ​ທີ່​ເຂັ້ມ​ງວດ ແລະ ຄວາມ​ວິ​ຕົກ​ກັງ​ວົນ​ອັນ​ໜັກ​ໜ່ວງ​ນັ້ນ​ໄດ້​ດີ ແຕ່​ກໍ​ຈື່​ຄວາມ​ຮູ້​ສຶກ​ສຳ​ເລັດ​ຫລັງ​ຈາກ​ຜ່ານ​ການ​ກວດ​ສອບ​ໄດ້​ເປັນ​ຢ່າງ​ດີ​ເຊັ່ນ​ກັນ. ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ຍັງ​ໜຸ່ມ ແລະ ມັກ​ຄວາມ​ທ້າ​ທາຍ​ນີ້.

ລະ​ຫວ່າງ​ການ​ຢ້ຽມ​ຢາມ, ຜູ້​ບໍ​ລິ​ຫານ​ລຸບ​ແທນ​ຊາ​ທ່ານ​ໜຶ່ງ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ ຢາກ​ຈະ​ລອງ​ບິນ​ເຄື່ອງ​ຈຳ​ລອງ 747 ອີກ​ຄັ້ງ​ຫລື​ບໍ່.

ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ມີ​ເວ​ລາ​ຄິດ​ກ່ຽວ​ກັບ​ຄຳ​ຖາມ​ນີ້, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ—ຊຶ່ງ​ຟັງ​ຄ້າຍ​ຄື​ກັບ​ສຽງ​ຂອງ​ຂ້າ​ພະ​ເຈົ້າ​ເອງ—ເວົ້າ​ວ່າ, “ແມ່ນ​ແລ້ວ, ຂ້ອຍ​ຢາກ​ລອງ​ແທ້ໆ.”

ທັນ​ທີ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຄຳ​ນີ້​ອອກ​ໄປ, ຄວາມ​ຄິດ​ຢ່າງ​ຫລວງ​ຫລາຍ​ກໍ​ຫລັ່ງ​ໄຫລ​ເຂົ້າ​ມາ​ໃນ​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ. ມັນ​ນານ​ມາ​ແລ້ວ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ໄດ້​ບິນ 747. ຕອນ​ນັ້ນ​ຂ້າ​ພະ​ເຈົ້າ​ຍັງ​ເປັນ​ກັບ​ຕັນ​ໜຸ່ມ​ຄົນ​ໜຶ່ງ​ທີ່​ໝັ້ນ​ໃຈ. ຕອນ​ນີ້ ຂ້າ​ພະ​ເຈົ້າ​ມີ​ຊື່​ສຽງ​ທີ່​ຕ້ອງ​ຮັກ​ສາ​ໄວ້ໃນ​ຖາ​ນະ ອະ​ດີດ​ຫົວ​ໜ້າ​ນັກ​ບິນ. ຂ້າ​ພະ​ເຈົ້າ​ຈະ​ເຮັດ​ໃຫ້​ຕົວ​ເອງ​ຂາຍ​ໜ້າ​ຢູ່​ຕໍ່​ໜ້າ​ມື​ອາ​ຊີບ​ເຫລົ່າ​ນີ້​ບໍ?

ແຕ່​ມັນ​ກໍ​ສາຍ​ເກີນ​ໄປ​ທີ່​ຈະ​ຖອຍ, ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ນັ່ງ​ລົງ​ທີ່​ບ່ອນ​ນັ່ງ​ກັບ​ຕັນ, ວາງ​ມື​ໃສ່​ເທິງ​ແຜງ​ຄວບ​ຄຸມ​ທີ່​ຄຸ້ນ​ເຄີຍ ແລະ ຮັກ, ແລະ ສຳ​ຜັດ, ອີກ​ເທື່ອ​ໜຶ່ງ, ຄວາມ​ຕື່ນ​ເຕັ້ນ​ຂອງ​ການ​ບິນ​ເຄື່ອງ​ບິນ​ຂະ​ໜາດ​ໃຫຍ່ ຂະ​ນະ​ທີ່​ແລ່ນ​ໄປ​ຕາມ​ເສັ້ນ​ທາງ​ຂຶ້ນ​ສູ່​ທ້ອງ​ຟ້າ​ຈຳ​ລອງ.

ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ຈະ​ບອກ​ວ່າ ຖ້ຽວ​ບິນ​ນັ້ນ​ໄດ້​ປະ​ສົບ​ຄວາມ​ສຳ​ເລັດ, ເຄື່ອງ​ບິນ​ຍັງ​ຄົງ​ຢູ່​ໃນ​ສະ​ພາບ​ເດີມ, ແລະ ພາບ​ລັກ​ສະ​ນະ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເຊັ່ນ​ກັນ.

ເຖິງ​ປານ​ນັ້ນ, ປະ​ສົບ​ການ​ຄັ້ງ​ນີ້​ກໍ​ຍັງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຖ່ອມ​ຕົວ​ລົງ. ຕອນ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ໜຸ່ມ, ການ​ບິນ​ໄດ້​ກາຍ​ເປັນ​ເລື່ອງ​ທຳ​ມະ​ຊາດ. ຕອນ​ນີ້ ຂ້າ​ພະ​ເຈົ້າ​ຕ້ອງ​ໃຊ້​ສະ​ມາ​ທິ​ຢ່າງ​ເຕັມ​ທີ່ ເພື່ອ​ເຮັດ​ສິ່ງ​ທີ່​ເປັນ​ພື້ນ​ຖານ.

ການ​ເປັນ​ສາ​ນຸ​ສິດ​ຕ້ອງ​ອາ​ໄສ​ລະ​ບຽບ​ວິ​ໄນ

ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເຄື່ອງ​ຈຳ​ລອງ​ການ​ບິນ ແມ່ນ​ເປັນ​ສິ່ງ​ເຕືອນ​ໃຈ​ທີ່​ສຳ​ຄັນ​ວ່າ ການ​ທີ່​ຈະ​ເກັ່ງ​ໃນ​ທຸກ​ດ້ານ—ບໍ່​ວ່າ​ຈະ​ເປັນ​ການ​ບິນ, ການ​ພາຍ​ເຮືອ, ການ​ຫຍິບ​ແສ່ວ, ຫລື ການ​ຮູ້​ແຈ້ງ—ລ້ວນ​ແຕ່​ຕ້ອງ​ອາ​ໄສ​ການ​ມີ​ວິ​ໄນ​ກັບ​ຕົວ​ເອງ ແລະ ການ​ຝຶກ​ຝົນ​ຢ່າງ​ສະ​ໝ່ຳ​ສະ​ເໝີ.

ທ່ານ​ອາດ​ໃຊ້​ເວ​ລາ​ຫລາຍ​ປີ​ໃນ​ການ​ຝຶກ​ຝົນ​ທັກ​ສະ ຫລື ພັດ​ທະ​ນາ​ພອນ​ສະ​ຫວັນ. ທ່ານ​ອາດ​ເຮັດ​ວຽກ​ໜັກ​ຈົນ​ກາຍ​ເປັນ​ເລື່ອງ​ທຳ​ມະ​ຊາດ. ແຕ່​ຖ້າ​ທ່ານ​ຄິດ​ວ່າ​ນັ້ນ​ໝາຍ​ເຖິງ​ການ​ຢຸດ​ຝຶກ​ຝົນ ແລະ ຮຽນ​ຮູ້, ທ່ານ​ຈະ​ຄ່ອຍໆ​ສູນ​ເສຍ​ຄວາມ​ຮູ້ ແລະ ຄວາມ​ສາ​ມາດ​ທີ່​ທ່ານ​ເຄີຍ​ມີ​ຈົນ​ໝົດ​ສິ້ນ.

ສິ່ງ​ນີ້​ໃຊ້​ໄດ້​ກັບ​ທັກ​ສະ​ຕ່າງໆ​ເຊັ່ນ ການ​ຮຽນ​ພາ​ສາ, ການ​ຫລິ້ນ​ເຄື່ອງ​ດົນ​ຕີ, ແລະ ການ​ບິນ​ໃນ​ສາຍ​ການ​ບິນ. ມັນ​ຍັງ​ໃຊ້​ກັບ​ການ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ນຳ​ອີກ.

ເວົ້າ​ງ່າຍໆ​ກໍ​ຄື, ການ​ເປັນ​ສາ​ນຸ​ສິດ​ຕ້ອງ​ອາ​ໄສ​ການ​ມີ​ລະ​ບຽບ​ວິ​ໄນ​ກັບ​ຕົນ​ເອງ.

ມັນ​ບໍ່​ແມ່ນ​ຄວາມ​ພະ​ຍາ​ຍາມ​ແບບ​ທຳ​ມະ​ດາ, ແລະ ມັນ​ບໍ່​ໄດ້​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ.

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ເປັນ​ຂອງ​ປະ​ທານ, ແຕ່​ການ​ໄດ້​ຮັບ​ມັນ​ເປັນ​ການ​ເລືອກ​ທີ່​ມີ​ສະ​ຕິ ທີ່​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ຕັ້ງ​ໃຈ​ດ້ວຍ​ສຸດ “ພະ​ລັງ, ຄວາມ​ນຶກ​ຄິດ, ແລະ ກຳ​ລັງ” ຂອງ​ເຮົາ. ມັນ​ເປັນ​ການ​ປະ​ຕິ​ບັດ​ທີ່​ຕ້ອງ​ເຮັດ​ທຸກ​ມື້. ທຸກ​ຊົ່ວ​ໂມງ. ຕ້ອງ​ອາ​ໄສ​ການ​ຮຽນ​ຮູ້​ຢ່າງ​ຕໍ່​ເນື່ອງ ແລະ ຄວາມ​ມຸ່ງ​ໝັ້ນ​ຢ່າງ​ແນ່ວ​ແນ່. ສັດ​ທາ​ຂອງ​ເຮົາ, ຊຶ່ງ​ແມ່ນ​ຄວາມ​ຈົງ​ຮັກ​ພັກ​ດີ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຈະ​ເຂັ້ມ​ແຂງ​ຂຶ້ນ ເມື່ອ​ມັນ​ຖືກ​ທົດ​ສອບ​ກັບ​ອຸ​ປະ​ສັກ​ທີ່​ເຮົາ​ປະ​ເຊີນ​ຢູ່​ທີ່​ນີ້​ໃນ​ຊ່ວງ​ມະ​ຕະ. ມັນ​ຈະ​ຍືນ​ຍົງ​ເພາະ​ເຮົາ​ບຳ​ລຸງ​ລ້ຽງ​ມັນ, ເຮົາ​ໝັ່ນ​ນຳ​ໃຊ້​ມັນ, ແລະ ເຮົາ​ບໍ່​ເຄີຍ​ຍອມ​ແພ້.

ໃນ​ທາງ​ກົງ​ກັນ​ຂ້າມ, ຖ້າ​ເຮົາ​ລົ້ມ​ເຫລວ​ໃນ​ການ​ໃຊ້​ສັດ​ທາ ແລະ ອຳ​ນາດ​ແຫ່ງ​ການ​ຍອມ​ຮັບ ໂດຍ​ການ​ເຮັດ​ຕາມ​ນັ້ນ, ເຮົາ​ເລີ່ມ​ໝັ້ນ​ໃຈ​ໜ້ອຍ​ລົງ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ຖື​ວ່າ​ສັກ​ສິດ—ໝັ້ນ​ໃຈ​ໜ້ອຍ​ລົງ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ຮູ້​ວ່າ​ເປັນ​ຄວາມ​ຈິງ.

ສິ່ງ​ລໍ້​ລວງ​ທີ່​ບໍ່​ເຄີຍ​ຈະ​ເອີ້ນ​ຫາ​ເຮົາ ເລີ່ມ​ເບິ່ງ​ບໍ່​ເປັນ​ຕາ​ຢ້ານ ແລະ ດຶງ​ດູດ​ໃຈ​ຫລາຍ​ຂຶ້ນ.

ໄຟ​ແຫ່ງ​ປະ​ຈັກ​ພະ​ຍານ​ໃນ​ມື້​ວານ​ນີ້ ສາ​ມາດ​ໃຫ້​ຄວາມ​ອົບ​ອຸ່ນ​ແກ່​ເຮົາ​ໄດ້​ພຽງ​ຊົ່ວ​ໄລ​ຍະ​ໜຶ່ງ​ເທົ່າ​ນັ້ນ. ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ບຳ​ລຸງ​ລ້ຽງ​ຢ່າງ​ຕໍ່​ເນື່ອງ ເພື່ອ​ໃຫ້​ລຸກ​ຢູ່​ຢ່າງ​ສົດ​ໃສ.

ໃນ​ພຣະ​ຄຳ​ພີ​ໃໝ່, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສິດ​ສອນ​ຄຳ​ອຸ​ປະ​ມາ​ເລື່ອງ​ເຈົ້າ​ນາຍ​ຜູ້​ມອບ​ຄວາມ​ໄວ້​ວາງ​ໃຈ​ອັນ​ສັກ​ສິດ​ໃຫ້​ແກ່​ຄົນ​ຮັບ​ໃຊ້​ແຕ່​ລະ​ຄົນ​ຂອງ​ເພິ່ນ—ຈຳ​ນວນ​ເງິນ​ທີ່​ເອີ້ນ​ວ່າ ຕະ​ລັນ​ຕົນ. ຄົນ​ຮັບ​ໃຊ້​ທີ່​ໃຊ້​ຕະ​ລັນ​ຕົນ​ຢ່າງ​ພາກ​ພຽນ ໄດ້​ເພີ່ມ​ພູນ​ຕະ​ລັນ​ຕົນ​ນັ້ນ. ຄົນ​ຮັບ​ໃຊ້​ທີ່​ຝັງ​ຕະ​ລັນ​ຕົນ​ໄວ້ ໃນ​ທີ່​ສຸດ​ກໍ​ສູນ​ເສຍ​ມັນ​ໄປ.

ບົດ​ຮຽນ​ຄື​ຫຍັງ? ພຣະ​ເຈົ້າ​ໄດ້​ປະ​ທານ​ຂອງ​ປະ​ທານ​ໃຫ້​ເຮົາ—ເຊັ່ນ ຄວາມ​ຮູ້, ຄວາມ​ສາ​ມາດ, ໂອ​ກາດ—ແລະ ພຣະ​ອົງ​ປະ​ສົງ​ໃຫ້​ເຮົາ​ໃຊ້ ແລະ ເສີມ​ຂະ​ຫຍາຍ​ມັນ ເພື່ອ​ວ່າ​ມັນ​ຈະ​ສາ​ມາດ​ເປັນ​ພອນ​ໃຫ້​ແກ່​ເຮົາ ແລະ ເປັນ​ພອນ​ໃຫ້​ແກ່​ລູກໆ​ຄົນ​ອື່ນໆ​ຂອງ​ພຣະ​ອົງ. ສິ່ງ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ຖ້າ​ຫາກ​ເຮົາ​ວາງ​ຂອງ​ປະ​ທານ​ເຫລົ່າ​ນີ້​ໄວ້​ເທິງ​ຊັ້ນ​ວາງ​ສິ່ງ​ຂອງ ຄື​ກັບ​ລາງວັນ​ທີ່​ເຮົາ​ຊົມ​ເຊີຍ​ເປັນ​ບາງ​ຄັ້ງ​ບາງ​ຄາວ. ຂອງ​ປະ​ທານ​ຂອງ​ເຮົາ​ຈະ​ເສີມ​ຂະ​ຫຍາຍ​ພຽງ​ແຕ່​ເມື່ອ​ເຮົາ​ນຳ​ມັນ​ໄປ​ໃຊ້.

ທ່ານ​ມີ​ພອນ​ສະ​ຫວັນ

“ແຕ່​ແອວ​ເດີ ອຸກ​ດອບ,” ທ່ານ​ອາດ​ເວົ້າ, “ຂ້າ​ນ້ອຍ​ບໍ່​ມີ​ຂອງ​ປະ​ທານ ຫລື ພອນ​ສະ​ຫວັນ—ຢ່າງ​ໜ້ອຍ, ກໍ​ບໍ່​ແມ່ນ​ສິ່ງ​ໃດ​ທີ່​ມີ​ຄ່າ​ຂະ​ໜາດ​ນັ້ນ.” ບາງ​ທີ​ທ່ານ​ອາດ​ເບິ່ງ​ຄົນ​ອື່ນ​ທີ່​ມີ​ພອນ​ສະ​ຫວັນ​ທີ່​ຊັດ​ເຈນ ແລະ ໜ້າ​ປະ​ທັບ​ໃຈ ແລະ ທ່ານ​ຮູ້​ສຶກ​ວ່າ​ຕົວ​ເອງ​ຂ້ອນ​ຂ້າງ​ທຳ​ມະ​ດາ​ເມື່ອ​ປຽບ​ທຽບ​ກັນ. ທ່ານ​ອາດ​ຄິດ​ວ່າ​ໃນ​ຊີ​ວິດ​ກ່ອນ​ເກີດ, ໃນ​ວັນ​ທີ່​ຂອງ​ຂວັນ ແລະ ພອນ​ສະ​ຫວັນ​ອັນ​ຍິ່ງ​ໃຫຍ່​ຖືກ​ມອບ​ໃຫ້, ຖາດ​ຂອງ​ທ່ານ​ເບິ່ງ​ຄື​ມີ​ໜ້ອຍ​ດຽວ—ໂດຍ​ສະ​ເພາະ​ເມື່ອ​ປຽບ​ທຽບ​ກັບ​ຖາດ​ຂອງ​ຄົນ​ອື່ນ​ທີ່​ມີ​ກ່າຍ​ກອງ ແລະ ລົ້ນ​ເຫລືອ.

ໂອ, ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢ່າງ​ຍິ່ງ​ທີ່​ຈະ​ໂອບ​ກອດ​ທ່ານ ແລະ ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ຄວາມ​ຈິງ​ອັນ​ຍິ່ງ​ໃຫຍ່​ທີ່​ວ່າ: ທ່ານ​ໄດ້​ຮັບ​ພອນ​ທີ່​ເປັນ​ແສງ​ສະ​ຫວ່າງ, ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ທີ່​ບໍ່​ມີ​ຂອບ​ເຂດ! ແລະ ທ່ານ​ມີ​ສັກ​ກະ​ຍະ​ພາບ​ໃນ​ຕົວ​ທ່ານ​ເອງ ເກີນ​ກວ່າ​ທີ່​ຈະ​ຈິນ​ຕະ​ນາ​ການ​ໄດ້.

ດັ່ງ​ທີ່​ນັກ​ກະ​ວີ​ໄດ້​ກ່າວ​ໄວ້, ທ່ານ​ມາ​ສູ່​ໂລກ “ຕາມ​ເມກ​ແຫ່ງ​ລັດ​ສະ​ໝີ​ພາບ​ທີ່​ທອດ​ຍາວ”!

ຕົ້ນ​ກຳ​ເນີດ​ຂອງ​ທ່ານ​ແມ່ນ​ສັກ​ສິດ, ແລະ ຈຸດ​ໝາຍ​ປາຍ​ທາງ​ຂອງ​ທ່ານ​ກໍ​ເຊັ່ນ​ກັນ. ທ່ານ​ໄດ້​ຈາກ​ສະ​ຫວັນ​ມາ​ທີ່​ນີ້, ແຕ່​ສະ​ຫວັນ​ບໍ່​ເຄີຍ​ປະ​ຖິ້ມ​ທ່ານ​ເລີຍ!

ທ່ານ​ບໍ່​ແມ່ນ​ຄົນ​ທຳ​ມະ​ດາ.

ທ່ານ​ມີ​ພອນ​ສະ​ຫວັນ!

ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພຣະ​ເຈົ້າ​ໄດ້​ປະ​ກາດ​ວ່າ:

“ມີ​ຂອງ​ປະ​ທານ​ຫລາຍ​ຢ່າງ, ແລະ ແກ່​ທຸກ [ຄົນ] ຂອງ​ປະ​ທານ​ຖືກ​ມອບ​ໃຫ້​ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ.

“ແກ່​ບາງ​ຄົນ​ມັນ​ຖືກ​ມອບ​ໃຫ້​ຢ່າງ​ໜຶ່ງ, ແລະ ອີກ​ບາງ​ຄົນ​ມັນ​ຖືກ​ມອບ​ໃຫ້​ອີກ​ຢ່າງ​ໜຶ່ງ, [ແລະ] ວ່າ​ທຸກ​ຄົນ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ວຍ​ການ​ນັ້ນ.”

ຂອງ​ປະ​ທານ​ບາງ​ຢ່າງ​ຂອງ​ເຮົາ​ຖືກ​ລະ​ບຸ​ໄວ້​ຢູ່​ໃນ​ພຣະ​ຄຳ​ພີ. ຫລາຍ​ຢ່າງ​ກໍ​ບໍ່​ໄດ້​ຖືກ​ລະ​ບຸ​ໄວ້.

ດັ່ງ​ທີ່​ສາດ​ສະ​ດາ​ໂມ​ໂຣ​ໄນ​ໄດ້​ກ່າວ​ໄວ້​ວ່າ, “ບໍ່​ໃຫ້​ປະ​ຕິ​ເສດ​ຂອງ​ປະ​ທານ​ຂອງ​ພຣະ​ເຈົ້າ, ເພາະ​ມັນ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ; ແລະ ມັນ​ມາ​ຈາກ​ພຣະ​ເຈົ້າ​ອົງ​ດຽວ​ກັນ.” ມັນ​ອາດ​ສະ​ແດງ​ໃຫ້​ປະ​ຈັກ​ຕາມ “ວິ​ທີ​ຕ່າງໆ … ; ແຕ່​ເປັນ​ພຣະ​ເຈົ້າ​ອົງ​ດຽວ​ກັນ​ທີ່​ທຳ​ງານ​ທັງ​ໝົດ​ທຸກ​ຢ່າງ.”

ມັນ​ອາດ​ຈະ​ເປັນ​ຄວາມ​ຈິງ​ທີ່​ຂອງ​ປະ​ທານ​ທາງ​ວິນ​ຍານ​ຂອງ​ເຮົາ​ບໍ່​ໄດ້​ເບິ່ງ​ໂດດ​ເດັ່ນ​ສະ​ເໝີ​ໄປ, ແຕ່​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ຂອງ​ປະ​ທານ​ເຫລົ່າ​ນັ້ນ​ມີ​ຄວາມ​ສຳ​ຄັນ​ໜ້ອຍ​ກວ່າ. ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຂອງ​ປະ​ທານ​ທາງ​ວິນ​ຍານ​ບາງ​ຢ່າງ ທີ່​ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ໃນ​ສະ​ມາ​ຊິກ​ຫລາຍ​ຄົນ​ໃນ​ທົ່ວ​ໂລກ ຊິ​ໄດ້​ບໍ? ລອງ​ພິ​ຈາ​ລະ​ນາ​ເບິ່ງ​ວ່າ ທ່ານ​ໄດ້​ຮັບ​ພອນ​ດ້ວຍ​ຂອງ​ປະ​ທານ​ຢ່າງ​ໜຶ່ງ ຫລື ຫລາຍ​ຢ່າງ​ເຊັ່ນ:

  • ການ​ສະ​ແດງ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.

  • ການ​ສັງ​ເກດ​ເຫັນ​ຄົນ​ທີ່​ຖືກ​ມອງ​ຂ້າມ.

  • ການ​ຊອກ​ຫາ​ເຫດ​ຜົນ​ທີ່​ຈະ​ມີ​ຄວາມ​ສຸກ.

  • ການ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.

  • ການ​ສັງ​ເກດ​ເຫັນ​ສິ່ງ​ມະ​ຫັດ​ສະ​ຈັນ​ເລັກໆ​ນ້ອຍໆ.

  • ການ​ຍ້ອງ​ຍໍ​ຢ່າງ​ຈິງ​ໃຈ.

  • ການ​ໃຫ້​ອະ​ໄພ.

  • ການ​ກັບ​ໃຈ.

  • ການ​ອົດ​ທົນ.

  • ການ​ອະ​ທິ​ບາຍ​ສິ່ງ​ຕ່າງໆ​ຢ່າງ​ລຽບ​ງ່າຍ.

  • ການ​ເຊື່ອມ​ຕໍ່​ກັບ​ເດັກ​ນ້ອຍ.

  • ການ​ສະ​ໜັບ​ສະ​ໜູນ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ.

  • ການ​ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ເປັນ​ພາກ​ສ່ວນ.

ທ່ານ​ອາດ​ຈະ​ບໍ່​ເຫັນ​ຂອງ​ປະ​ທານ​ເຫລົ່າ​ນີ້​ສະ​ແດງ​ອອກ​ຢູ່​ໃນ​ງານ​ສະ​ແດງ​ພອນ​ສະ​ຫວັນ​ຂອງ​ຫວອດ. ແຕ່​ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທ່ານ​ຈະ​ເຫັນ​ວ່າ​ມັນ​ມີ​ຄ່າ​ຫລາຍ​ຊ່ຳ​ໃດ​ຕໍ່​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ທ່ານ​ອາດ​ໄດ້​ສຳ​ຜັດ, ອວຍ​ພອນ, ຫລື ແມ່ນ​ແຕ່​ໄດ້​ຊ່ວຍ​ລູກໆ​ຂອງ​ພຣະ​ເຈົ້າ​ໃຫ້​ລອດ ໂດຍ​ຂອງ​ປະ​ທານ​ຂອງ​ທ່ານ. ຈົ່ງ​ຈື່​ຈຳ​ວ່າ: “ໂດຍ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ຈະ​ນຳ​ເລື່ອງ​ໃຫຍ່​ມາ.”

ສະ​ນັ້ນ ຂໍ​ໃຫ້​ເຮົາ​ແຕ່​ລະ​ຄົນ​ເຮັດ​ພາກ​ສ່ວນ​ນ້ອຍໆ​ຂອງ​ເຮົາ.

ຈົ່ງ​ເຮັດ​ສ່ວນ​ເລັກ​ນ້ອຍ​ຂອງ​ທ່ານ

ອ້າຍ​ເອື້ອຍ​ນ້ອງ, ໝູ່​ເພື່ອນ, ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ວິນ​ຍານ​ຊ່ວຍ​ເຫລືອ​ທ່ານ​ໃຫ້​ຮັບ​ຮູ້​ຂອງ​ປະ​ທານ ແລະ ພອນ​ສະ​ຫວັນ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ທ່ານ. ຈາກ​ນັ້ນ, ໃຫ້​ເຮົາ, ເຊັ່ນ​ດຽວ​ກັບ​ຄົນ​ຮັບ​ໃຊ້​ທີ່​ຊື່​ສັດ​ຂອງ​ເຈົ້າ​ນາຍ​ໃນ​ຄຳ​ອຸ​ປະ​ມາ, ເພີ່ມ​ພູນ ແລະ ຂະ​ຫຍາຍ​ຕະ​ລັນ​ຕົນ​ຂອງ​ພວກ​ເຂົາ.

ວັນ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ເຮົາ​ຈະ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ທີ່​ຊົງ​ເມດ​ຕາ ເພື່ອ​ລາຍ​ງານ​ກ່ຽວ​ກັບ​ການ​ພິ​ທັກ​ຮັກ​ສາ​ຂອງ​ເຮົາ. ພຣະ​ອົງ​ຈະ​ຢາກ​ຮູ້​ວ່າ ເຮົາ​ໄດ້​ເຮັດ​ຫຍັງ​ແດ່​ກັບ​ຂອງ​ປະ​ທານ​ທີ່​ພຣະ​ອົງ​ໄດ້​ປະ​ທານ​ໃຫ້​ເຮົາ—ໂດຍ​ສະ​ເພາະ, ເຮົາ​ໄດ້​ໃຊ້​ຂອງ​ປະ​ທານ​ເຫລົ່າ​ນັ້ນ​ເພື່ອ​ອວຍ​ພອນ​ລູກໆ​ຂອງ​ພຣະ​ອົງ​ແນວ​ໃດ. ພຣະ​ເຈົ້າ​ຮູ້​ວ່າ​ເຮົາ​ແມ່ນ​ໃຜ​ແທ້ໆ, ຖືກ​ອອກ​ແບບ​ໃຫ້​ກາຍ​ເປັນ​ແບບ​ໃດ, ແລະ ສະ​ນັ້ນ ພຣະ​ອົງ​ຈຶ່ງ​ຄາດ​ຫວັງ​ໄວ້​ສູງ.

ແຕ່​ພຣະ​ອົງ​ບໍ່​ຄາດ​ຫວັງ​ໃຫ້​ເຮົາ​ກ້າວ​ກະ​ໂດດ​ທີ່​ຍິ່ງ​ໃຫຍ່ ແລະ ກ້າ​ຫານ, ຫລື ເໜືອ​ມະ​ນຸດ ເພື່ອ​ໄປ​ໃຫ້​ເຖິງ​ຈຸດ​ໝາຍ. ໃນ​ໂລກ​ທີ່​ພຣະ​ອົງ​ໄດ້​ສ້າງ​ຂຶ້ນ​ມາ, ຄວາມ​ເຕີບ​ໂຕ​ຈະ​ຄ່ອຍ​ເປັນ​ຄ່ອຍ​ໄປ—ແຕ່​ກໍ​ເກີດ​ຂຶ້ນ​ຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ບໍ່​ຢຸດ​ຢັ້ງ.

ຈົ່ງ​ຈື່​ຈຳ​ໄວ້​ວ່າ, ແມ່ນ​ພຣະ​ເຢ​ຊູ​ຄຣິດ​ທີ່​ໄດ້​ເຮັດ​ພາກ​ສ່ວນ​ເໜືອ​ມະ​ນຸດ​ໄປ​ແລ້ວ ເມື່ອ​ພຣະ​ອົງ​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ ແລະ ບາບ.

ພາກ​ສ່ວນ​ຂອງ​ເຮົາ​ແມ່ນ​ທີ່​ຈະ​ຕິດ​ຕາມ​ພຣະ​ຄຣິດ. ມັນ​ເປັນ​ພາກ​ສ່ວນ​ຂອງ​ເຮົາ​ທີ່​ຈະ​ຫັນ​ໜີ​ຈາກ​ບາບ, ຫັນ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ແລະ ເດີນ​ໄປ​ໃນ​ທາງ​ຂອງ​ພຣະ​ອົງ, ເທື່ອ​ລະ​ບາດ​ກ້າວ. ເມື່ອ​ເຮົາ​ເຮັດ​ເຊັ່ນ​ນີ້, ດ້ວຍ​ຄວາມ​ພາກ​ພຽນ ແລະ ຊື່​ສັດ, ໃນ​ທີ່​ສຸດ​ເຮົາ​ກໍ​ຈະ​ສາ​ມາດ​ປົດ​ເປື້ອງ​ຄວາມ​ບໍ່​ສົມ​ບູນ​ແບບ ແລະ ຄວາມ​ຜິດ ແລະ ຄ່ອຍໆ​ຂັດ​ເກົາ​ຕົນ​ເອງ, ຈົນ​ກະ​ທັ້ງ​ເຖິງ​ວັນ​ອັນ​ສົມ​ບູນ​ແບບ ເມື່ອ​ເຮົາ​ຈະ​ສົມ​ບູນ​ແບບ​ໃນ​ພຣະ​ຄຣິດ.

ພອນ​ຢູ່​ໃກ້​ພຽງ​ແຄ່​ເອື້ອມ. ຄຳ​ສັນ​ຍາ​ມີ​ຢູ່​ແລ້ວ. ປະ​ຕູ​ເປີດ​ກວ້າງ. ມັນ​ເປັນ​ການ​ເລືອກ​ຂອງ​ເຮົາ​ທີ່​ຈະ​ເຂົ້າ​ໄປ ແລະ ເລີ່ມ​ຕົ້ນ.

ການ​ເລີ່ມ​ຕົ້ນ​ອາດ​ຈະ​ເລັກ​ນ້ອຍ. ນັ້ນ​ກໍ​ບໍ່​ເປັນ​ຫຍັງ.

ເມື່ອ​ສັດ​ທາ​ອ່ອນ​ແອ, ຈົ່ງ​ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ຫວັງ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ອຳ​ນາດ​ຂອງ​ພຣະ​ອົງ​ໃນ​ການ​ຊຳ​ລະ ແລະ ເຮັດ​ໃຫ້​ບໍ​ລິ​ສຸດ.

ພຣະ​ບິ​ດາ​ຂອງ​ເຮົາ​ຂໍ​ໃຫ້​ເຮົາ​ຮັບ​ມື​ກັບ​ຄວາມ​ທ້າ​ທາຍ​ແຫ່ງ​ສັດ​ທາ ແລະ ການ​ເປັນ​ສາ​ນຸ​ສິດ​ນີ້ ບໍ່​ແມ່ນ​ໃນ​ຖາ​ນະ​ນັກ​ທ່ອງ​ທ່ຽວ​ທົ່ວ​ໄປ ແຕ່​ໃນ​ຖາ​ນະ​ຜູ້​ເຊື່ອ​ທີ່​ເຕັມ​ປ່ຽມ ຜູ້​ປະ​ຖິ້ມ​ບາ​ບີ​ໂລນ​ໄວ້​ຂ້າງ​ຫລັງ ແລະ ຕັ້ງ​ໃຈ, ຄວາມ​ນຶກ​ຄິດ, ແລະ ບາດ​ກ້າວ​ມຸ້ງ​ໄປ​ທີ່​ຊີ​ໂອນ.

ເຮົາ​ຮູ້​ວ່າ​ຄວາມ​ພະ​ຍາ​ຍາມ​ຂອງ​ເຮົາ​ພຽງ​ຢ່າງ​ດຽວ​ບໍ່​ສາ​ມາດ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ຊັ້ນ​ສູງ​ໄດ້. ແຕ່​ມັນ​ສາ​ມາດ​ເຮັດ​ໃຫ້​ເຮົາ​ຈົງ​ຮັກ​ພັກ​ດີ ແລະ ມຸ່ງ​ໝັ້ນ​ຕໍ່​ພຣະ​ເຢ​ຊູ ຜູ້​ຊົງ​ເປັນ​ພຣະ​ຄຣິດ, ແລະ ພຣະ​ອົງ ສາ​ມາດ​ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ຊັ້ນ​ສູງ​ໄດ້.

ເພາະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຊົງ​ຮັກ​ຂອງ​ເຮົາ, ບໍ່​ມີ​ເລື່ອງ​ໃດ​ທີ່​ຈະ​ເອົາ​ຊະ​ນະ​ບໍ່​ໄດ້. ຖ້າ​ຫາກ​ເຮົາ​ຝາກ​ຄວາມ​ຫວັງ ແລະ ສັດ​ທາ​ໄວ້​ນຳ​ພຣະ​ອົງ, ໄຊ​ຊະ​ນະ​ຂອງ​ເຮົາ​ກໍ​ຈະ​ແນ່​ນອນ. ພຣະ​ອົງ​ສັນ​ຍາ​ກັບ​ເຮົາ​ວ່າ ເຮົາ​ສາ​ມາດ​ເຂົ້າ​ເຖິງ​ພະ​ລັງ​ຂອງ​ພຣະ​ອົງ, ອຳ​ນາດ​ຂອງ​ພຣະ​ອົງ, ແລະ ພຣະ​ຄຸນ​ຢ່າງ​ລົ້ນ​ເຫລືອ​ຂອງ​ພຣະ​ອົງ​ໄດ້. ເທື່ອ​ລະ​ກ້າວ, ເທື່ອ​ລະ​ເລັກ​ລະ​ໜ້ອຍ, ເຮົາ​ຈະ​ຍິ່ງ​ໃກ້​ຊິດ​ກັບ​ວັນ​ອັນ​ຍິ່ງ​ໃຫຍ່ ແລະ ສົມ​ບູນ​ແບບ​ນັ້ນ​ຫລາຍ​ຂຶ້ນ​ເລື້ອຍໆ ເມື່ອ​ເຮົາ​ຈະ​ໄດ້​ຢູ່​ກັບ​ພຣະ​ອົງ ແລະ ຄົນ​ທີ່​ເຮົາ​ຮັກ​ໃນ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ.

ເພື່ອ​ໄປ​ໃຫ້​ເຖິງ​ຈຸດ​ນັ້ນ, ເຮົາ​ຕ້ອງ​ເຮັດ​ພາກ​ສ່ວນ​ຂອງ​ເຮົາ​ໃນ​ມື້​ນີ້ ແລະ ທຸກໆ​ມື້. ເຮົາ​ຂອບ​ຄຸນ​ສຳ​ລັບ​ບາດ​ກ້າວ​ທີ່​ເຮົາ​ໄດ້​ເລີ່ມ​ຕົ້ນ​ໃນ​ມື້​ວານ​ນີ້, ແຕ່​ເຮົາ​ຈະ​ບໍ່​ຢຸດ​ຢູ່​ທີ່​ນັ້ນ. ເຮົາ​ຮູ້​ວ່າ ເຮົາ​ຍັງ​ມີ​ເສັ້ນ​ທາງ​ໄກ​ທີ່​ຈະ​ເດີນ​ໄປ, ແຕ່ ເຮົາ​ຈະ​ບໍ່​ໃຫ້​ສິ່ງ​ນັ້ນ​ມາ​ທໍ້​ແທ້​ໃຈ​ເຮົາ.

ນັ້ນ​ຄື​ແກ່ນ​ແທ້​ຂອງ​ເຮົາ—ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ຄຣິດ.

ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້ ແລະ ອວຍ​ພອນ​ສະ​ມາ​ຊິກ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ, ແລະ ທຸກ​ຄົນ​ຜູ້​ທີ່​ປາດ​ຖະ​ໜາ​ທີ່​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ເດີນ​ທາງ​ນີ້, ໃຫ້​ໄວ້​ວາງ​ໃຈ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຂົ້າ​ຮ່ວມ, ດ້ວຍ​ຄວາມ​ອົດ​ທົນ ແລະ ພາກ​ພຽນ, ໃນ​ການ​ເຮັດ​ພາກ​ສ່ວນ​ຂອງ​ທ່ານ​ດ້ວຍ​ສຸດ​ໃຈ​ຂອງ​ທ່ານ—ເພື່ອ​ວ່າ​ຄວາມ​ຊື່ນ​ຊົມ​ຂອງ​ທ່ານ​ຈະ​ເຕັມ​ປ່ຽມ ແລະ ວ່າ, ໃນ​ມື້​ໜຶ່ງ, ທ່ານ​ຈະ​ໄດ້​ຮັບ​ທັງ​ໝົດ​ທີ່​ພຣະ​ບິ​ດາ​ມີ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ກັບ​ຕັນ​ສາຍ​ການ​ບິນ​ຖືກ​ຮຽກ​ຮ້ອງ​ໃຫ້​ຮັບ​ການ​ກວດ​ສອບ​ທຸກໆ​ຫົກ​ເດືອນ ເພື່ອ​ຮັກ​ສາ​ທັກ​ສະ ແລະ ຕໍ່​ອາ​ຍຸ​ໃບ​ອະ​ນຸ​ຍາດ​ຂອງ​ຕົນ. ການ​ຝຶກ​ອົບ​ຮົມ​ທີ່​ເຂັ້ມ​ງວດ​ນີ້ ເປັນ​ຂໍ້​ຮຽກ​ຮ້ອງ​ທີ່​ກຳ​ນົດ​ໂດຍ​ໜ່ວຍ​ງານ​ການ​ບິນ​ເຊັ່ນ FAA.

  2. ເບິ່ງ 1 ໂກ​ຣິນ​ໂທ 12:9.

  3. ໂມ​ໂຣ​ໄນ 10:32.

  4. “ເຊັ່ນ​ດຽວ​ກັບ​ທີ່​ກ້າມ​ເນື້ອ​ທາງ​ຮ່າງ​ກາຍ​ຂອງ​ເຮົາ​ບໍ່​ສາ​ມາດ​ພັດ​ທະ​ນາ ຫລື ຮັກ​ສາ​ໄວ້​ໄດ້ ຖ້າ​ຫາກ​ບໍ່​ຕໍ່​ສູ້​ກັບ​ກົດ​ແຮງ​ໂນ້ມ​ຖ່ວງ, ສະ​ນັ້ນ​ການ​ເຕີບ​ໂຕ​ຂອງ​ມະ​ນຸດ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ມະ​ນຸດ​ຕໍ່​ສູ້​ກັບ​ການ​ຕໍ່​ຕ້ານ​ຂອງ​ຊາ​ຕານ ແລະ ການ​ຕໍ່​ຕ້ານ​ອື່ນໆ​ໃນ​ຊ່ວງ​ມະ​ຕະ” (Dallin H. Oaks, “Divine Helps for Mortality,” Liahona, May 2025, 104).

  5. ເບິ່ງ ແອວ​ມາ 32:37–43.

  6. ເບິ່ງ ມັດ​ທາຍ 25:14–30. ໃນ​ສະ​ໄໝ​ເລີ່ມ​ຕົ້ນ​ຂອງ​ການ​ຟື້ນ​ຟູ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອ້າງ​ເຖິງ​ຄຳ​ອຸ​ປະ​ມາ​ນີ້ ຂະ​ນະ​ທີ່​ພຣະ​ອົງ​ຕຳ​ໜິ​ຜູ້​ທີ່​ເຊື່ອງ​ຕະ​ລັນ​ຕົນ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ພວກ​ເຂົາ. ພຣະ​ອົງ​ຍັງ​ໄດ້​ເຕືອນ​ພວກ​ເຂົາ​ອີກ​ວ່າ ຖ້າ​ຫາກ​ພວກ​ເຂົາ​ຍັງ​ຄົງ​ຝັງ​ຕະ​ລັນ​ຕົນ​ຂອງ​ພວກ​ເຂົາ​ໄວ້ “ມັນ [ຈະ] ຖືກ​ເອົາ​ໄປ​ຈາກ​ພວກ​ເຂົາ, ແມ່ນ​ແຕ່​ສິ່ງ​ຊຶ່ງ​ພວກ​ເຂົາ​ມີ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:2–3).

  7. ບາງ​ຄັ້ງ​ເຮົາ​ຈະ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ຂອງ​ປະ​ທານ ແລະ ພອນ​ສະ​ຫວັນ​ຫລາຍ​ເກີນ​ໄປ ຈົນ​ລະ​ເລີຍ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ. ນັກ​ຂຽນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ຄົນ​ໜຶ່ງ​ໃນ​ສະ​ໄໝ​ຂອງ​ເຮົາ​ໄດ້​ຂຽນ​ວ່າ: “ແນ່​ນອນ​ວ່າ​ພອນ​ສະ​ຫວັນ​ຕ້ອງ​ມີ​ສ່ວນ​ກ່ຽວ​ຂ້ອງ, ແຕ່​ພອນ​ສະ​ຫວັນ​ເປັນ​ສິນ​ຄ້າ​ລາ​ຄາ​ຖືກ​ຢ່າງ​ໜ້າ​ຕົກ​ໃຈ, ຖືກ​ກວ່າ​ເກືອ​ສາ​ອີກ. ສິ່ງ​ທີ່​ແຍກ​ຄົນ​ເກັ່ງ​ອອກ​ຈາກ​ຄົນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ ຄື​ການ​ເຮັດ​ວຽກ​ໜັກ ແລະ ສຶກ​ສາ​ຢ່າງ​ໜັກ; ຊຶ່ງ​ເປັນ​ຂະ​ບວນ​ການ​ຝຶກ​ຝົນ​ຢ່າງ​ຕໍ່​ເນື່ອງ” (Stephen King, Danse Macabre [2011], 88).

  8. “Ode: Intimations of Immortality from Recollections of Early Childhood,” The Poetical Works of William Wordsworth (1835), 249.

  9. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 46:11–12.

  10. ໂມ​ໂຣ​ໄນ 10:8.

  11. ເມື່ອ​ຫລາຍ​ປີ​ກ່ອນ, ແອວ​ເດີ ມາ​ວິນ ເຈ ແອສ໌​ຕັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ໃຫ້​ຂ່າວ​ສານ​ສຳ​ຄັນ​ກ່ຽວ​ກັບ​ຂອງ​ປະ​ທານ​ບາງ​ຢ່າງ​ທີ່​ບໍ່​ຄ່ອຍ​ຊັດ​ເຈນ (ເບິ່ງ “There Are Many Gifts,” Ensign, Nov. 1987, 20–23).

  12. ແອວ​ມາ 37:6.

  13. ເບິ່ງ ໂກ​ໂລ​ຊາຍ 3:23; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:34.

  14. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:24.

  15. ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ອຳ​ເພີ​ໃຈ.”

  16. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:38.