ຄວາມຮັກແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ
ການປິ່ນປົວ ແລະ ການໃຫ້ອະໄພລ້ວນແຕ່ຖືກພົບເຫັນໃນຄວາມສົມບູນຂອງມັນໃນຄວາມຮັກແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ.
ຂ້າພະເຈົ້າສະແດງຄວາມຮັກທີ່ມີຕໍ່ປະທານຣະໂຊ ເອັມ ແນວສັນ ແລະ ຄວາມກະຕັນຍູຂອງຂ້າພະເຈົ້າສຳລັບອິດທິພົນທີ່ໂດດເດັ່ນທີ່ເພິ່ນໄດ້ມີຕໍ່ເຮົາແຕ່ລະຄົນ. ແລະ ສຳລັບເຮົາທຸກຄົນ, ຂ້າພະເຈົ້າຂອບພຣະໄທພຣະເຈົ້າ ທີ່ຮັກສາ ແລະ ຂະຫຍາຍຊີວິດອັນສູງສົ່ງຂອງປະທານດາລິນ ເອັຈ ໂອກສ໌.
ໃນແຕ່ລະປີທີ່ຜ່ານມາ, ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກອັນຍິ່ງໃຫຍ່ຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ, ແລະ ສຳລັບການຊົດໃຊ້ທີ່ເມດຕາຂອງພຣະອົງ. ການເສຍສະລະອັນສູງສຸດຂອງພຣະອົງ, ການຮັບປະກັນໄຊຊະນະເໜືອຄວາມຕາຍ ແລະ ບາບ ແມ່ນການປະກອບສ່ວນອັນເປັນຜົນມາຈາກປະຫວັດສາດຂອງມະນຸດທັງປວງ. ການເຂົ້າໃຈຂອງປະທານຈາກສະຫວັນຂອງພຣະອົງສຳລັບຂ້າພະເຈົ້າ ປຽບສະເໝືອນບົດຮຽນຈາກສະຫວັນທີ່ເປີດກວ້າງ ແລະ ຕໍ່ເນື່ອງຫລັງຈາກຊີວິດນີ້.
ຄວາມເມດຕາອັນມີພະລັງຂອງພຣະຜູ້ຊ່ວຍໃຫ້ລອດໃນການໃຫ້ອະໄພບາບ ແລະ ການປິ່ນປົວບາດແຜທີ່ເກີດຈາກບາບຂອງຄົນອື່ນ ຄືການສະແດງໃຫ້ປະຈັກທີ່ອັດສະຈັນທີ່ສຸດເຖິງຄວາມຮັກຂອງພຣະເຈົ້າ.
ຄວາມປາດຖະໜາຂອງຂ້າພະເຈົ້າຄື ການມອບຄວາມຫວັງໃຫ້ແກ່ຜູ້ທີ່ສະແຫວງຫາການປິ່ນປົວຈາກແຜອັນເຈັບປວດ ທີ່ເກີດຈາກບາບຂອງຄົນອື່ນ.
ການປິ່ນປົວ ແລະ ການໃຫ້ອະໄພລ້ວນແຕ່ຖືກພົບເຫັນໃນຄວາມສົມບູນຂອງມັນໃນຄວາມຮັກແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດ.
ສັດທາໃນພຣະເຢຊູຄຣິດ
ຖ້າຫາກທ່ານໄດ້ເຮັດບາບທີ່ຮ້າຍແຮງ ແລະ ກຳລັງຢູ່ໃນຂະບວນການ ຫລື ມີຄວາມປາດຖະໜາທີ່ຈະກັບໃຈຢ່າງສົມບູນ ແລະ ຮູ້ສຶກເຖິງຄວາມຊື່ນຊົມທີ່ບໍ່ສາມາດພັນລະນາໄດ້ຂອງການໃຫ້ອະໄພ, ກະລຸນາຈົ່ງຮູ້ວ່າ ການອັດສະຈັນນີ້ກຳລັງລໍຖ້າທ່ານຢູ່. ພຣະຜູ້ຊ່ວຍໃຫ້ລອດໄດ້ເອີ້ນຢ່າງຕໍ່ເນື່ອງວ່າ, “ຈົ່ງມາຫາເຮົາ.”
ການເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງທ່ານໃນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຈະເຕີມພະລັງໃຫ້ຄວາມໂຫຍຫາຂອງຈິດວິນຍານຂອງທ່ານ ທີ່ຈະຮູ້ຈັກພຣະອົງ, ເຊື່ອໃນພຣະອົງ, ແລະ ມອບຫົວໃຈຂອງທ່ານໃຫ້ກັບພຣະອົງ. ເອໂນດໄດ້ຖາມກ່ຽວກັບການໃຫ້ອະໄພຂອງຕົນວ່າ, “ຂ້າແດ່ພຣະອົງເຈົ້າ, ມັນເປັນໄປໄດ້ແນວໃດ?” ພຣະຜູ້ເປັນເຈົ້າໄດ້ຕອບວ່າ, “ເພາະສັດທາຂອງເຈົ້າໃນພຣະຄຣິດ, ຜູ້ທີ່ເຈົ້າບໍ່ເຄີຍໄດ້ຍິນ ຫລື ໄດ້ເຫັນມາກ່ອນ.
ແລະ ໂມໂຣໄນໄດ້ກ່າວຕື່ມວ່າ, “ຖ້າຫາກທ່ານປະຕິເສດຕົນຈາກຄວາມບໍ່ເປັນເໝືອນດັ່ງພຣະເຈົ້າທຸກຢ່າງ, ແລະ ຮັກພຣະເຈົ້າດ້ວຍສຸດພະລັງ, ຄວາມນຶກຄິດ, ແລະ ກຳລັງຂອງທ່ານ, ເມື່ອນັ້ນພຣະຄຸນຂອງພຣະອົງຈຶ່ງພຽງພໍສຳລັບທ່ານ.”
ການຫັນໜີຈາກບາບ, ການຫັນໄປຫາພຣະເຈົ້າ, ແລະ ການເພີ່ມຄວາມເຂັ້ມແຂງໃຫ້ແກ່ສັດທາຂອງທ່ານໃນພຣະເຢຊູຄຣິດ ເປັນການເລີ່ມຕົ້ນທີ່ສວຍງາມ. ການຍອມຕໍ່ພຣະປະສົງຂອງພຣະເຈົ້າດ້ວຍຄວາມຖ່ອມຕົວ ແມ່ນລວມທັງການຍອມຮັບບາບທີ່ຮ້າຍແຮງຕໍ່ອະທິການ ຫລື ປະທານສາຂາຂອງທ່ານ, ແຕ່ການໃຫ້ອະໄພຢ່າງສົມບູນຂອງທ່ານມາຈາກພຣະຜູ້ຊ່ວຍໃຫ້ລອດ. ການໃຫ້ອະໄພເປັນຂອງປະທານຈາກພຣະເຈົ້າທີ່ປະທານໃຫ້ ຜ່ານທາງພຣະຄຸນຂອງພຣະເຢຊູຄຣິດ.
ຄວາມສຸດຈະຫລິດ
ຄວາມປາດຖະໜາທີ່ຈະກັບຄືນໄປຫາພຣະເຈົ້າຢ່າງແທ້ຈິງ ແມ່ນມາພ້ອມກັບຄວາມຕັ້ງໃຈທີ່ຈະຊື່ສັດຢ່າງແທ້ຈິງກັບພຣະບິດາເທິງສະຫວັນຂອງທ່ານ, ກັບຕົວທ່ານເອງ, ແລະ ກັບຜູ້ທີ່ຖືກທຳຮ້າຍ, ແລະ ກັບຜູ້ນຳຖານະປະໂລຫິດຂອງທ່ານ. ພຣະບິດາເທິງສະຫວັນຂອງທ່ານປິຕິຍິນດີໃນຄວາມຕັ້ງໃຈຂອງທ່ານທີ່ຈະມາຫາພຣະອົງ ດ້ວຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດ. ການມີວິນຍານທີ່ສຳນຶກຜິດຄືການມອບຕົວທ່ານເອງໄວ້ໃນພຣະຫັດຂອງພຣະເຈົ້າຢ່າງຖ່ອມຕົນ; ການມີໃຈທີ່ຊອກຊ້ຳຈະນຳສິ່ງທີ່ໂປໂລໄດ້ບັນຍາຍມາໃຫ້ ທີ່ວ່າເປັນ “ຄວາມທຸກໃຈທີ່ຊອບພຣະໄທພຣະເຈົ້າ,” ຄວາມປາດຖະໜາອັນເລິກເຊິ່ງຂອງຈິດວິນຍານທີ່ຈະກັບຄືນມາຫາພຣະອົງ ບໍ່ວ່າຈະຕ້ອງແລກດ້ວຍອັນໃດກໍຕາມ.
ການຟື້ນຟູສິ່ງທີ່ແຕກຫັກ
ຄວາມໂຫຍຫາຂອງທ່ານ ນຳພາໃຫ້ທ່ານຢາກຈະສ້ອມແປງສິ່ງທີ່ທ່ານໄດ້ເຮັດແຕກຫັກ ແຕ່, ເຖິງແມ່ນຮູ້ວ່າບາງສິ່ງກໍບໍ່ສາມາດສ້ອມແປງໄດ້, ແຕ່ທ່ານກໍຍັງອະທິຖານຢ່າງຕັ້ງໃຈວ່າພຣະຜູ້ເປັນເຈົ້າ, ຜ່ານທາງພຣະຄຸນຂອງພຣະອົງ, ຈະຊ່ວຍປິ່ນປົວຄົນທີ່ທ່ານໄດ້ເຮັດໃຫ້ເຈັບປວດ ອັນເປັນຜົນຈາກການກະທຳຂອງທ່ານ.
ຜົນກະທົບຂອງບາບທີ່ຮ້າຍແຮງຕໍ່ຄົນອື່ນສ່ວນຫລາຍແມ່ນຍາກທີ່ຈະເອົາຊະນະໄດ້. ທ່ານເຮັດຕາມຕົວຢ່າງຂອງພວກລູກຊາຍຂອງໂມໄຊຢາຫລືບໍ່, ຜູ້ທີ່ “ໄດ້ເດີນທາງຢ່າງຕັ້ງໃຈເພື່ອຈະແກ້ຄວາມເສຍຫາຍທັງໝົດ ຊຶ່ງພວກເຂົາໄດ້ເຮັດໄວ້”? ເວົ້າກັບຄົນທີ່ທ່ານເຄົາລົບກ່ຽວກັບສິ່ງທີ່ທ່ານອາດບໍ່ເຫັນ.
ໃນຂະນະທີ່ຂ້າພະເຈົ້າກຳລັງກະກຽມບົດປາໄສນີ້, ຂ້າພະເຈົ້າໄດ້ຮັບອີເມວທີ່ບໍ່ຄາດຄິດຈາກຄົນໆໜຶ່ງ ຊຶ່ງກຳລັງຢູ່ໃນຂະບວນການກັບໃຈ ແລະ ປາດຖະໜາທີ່ຈະກັບຄືນສູ່ສາດສະໜາຈັກ. ເມຍເກົ່າຂອງລາວຍັງເປັນທຸກກັບການສູນເສຍ “ການແຕ່ງງານນິລັນດອນ [ຂອງເຂົາເຈົ້າ], [ຄວາມຫຍຸ້ງຍາກກັບລູກໆ], ການສູນເສຍຄວາມໝັ້ນຄົງທາງການເງິນ, … ບໍ່ [ສາມາດ] ຈ່າຍຄ່າໃຊ້ຈ່າຍໄດ້, [ແລະ] ຄວາມຮູ້ສຶກອັດອັ້ນທີ່ສຸດຈາກການຖືກທໍລະຍົດ.”
ລາວໄດ້ເລົ່າໃຫ້ຂ້າພະເຈົ້າຟັງວ່າ ຜູ້ນຳຖານະປະໂລຫິດຂອງລາວ “ຮູ້ສຶກປະທັບໃຈທີ່ຈະ [ຂໍໃຫ້ລາວ] ພິຈາລະນາດ້ວຍການອະທິຖານ ເຖິງສິ່ງທີ່ [ລາວສາມາດເຮັດໄດ້ອີກ ເພື່ອເມຍເກົ່າ ແລະ ລູກໆ].” ໂດຍໄດ້ຮັບອະນຸຍາດ, ຂ້າພະເຈົ້າຂໍແບ່ງປັນສ່ວນໜຶ່ງຂອງອີເມວຂອງລາວ:
“[ກ່ອນອື່ນ] ຂ້ານ້ອຍຄິດວ່າ [ເງິນ] ທີ່ຂ້ານ້ອຍໄດ້ສະລະໄປຕາມຄຳສັ່ງຂອງສານໃນການຢ່າຮ້າງນັ້ນແມ່ນເອື້ອເຟື້ອແລ້ວ, ແຕ່ປະທານສາຂາຂອງຂ້ານ້ອຍໄດ້ຊຸກຍູ້ຂ້ານ້ອຍໃຫ້ຖືສິນອົດເຂົ້າ ແລະ ອະທິຖານກ່ຽວກັບມັນ. …
“ໃນເບື້ອງຕົ້ນ, ຂ້ານ້ອຍໄດ້ຕໍ່ສູ້ກັບແນວຄິດຂອງການຊົດເຊີຍເພີ່ມເຕີມ. ເນື່ອງຈາກວ່າບາບຂອງຂ້ານ້ອຍບໍ່ແມ່ນທາງດ້ານການເງິນ, ຂ້ານ້ອຍຈຶ່ງສົງໄສວ່າ ‘ການຊົດເຊີຍຢ່າງເອື້ອເຟື້ອ’ ໝາຍຄວາມວ່າແນວໃດແທ້ໆ … [ແຕ່] ບໍ່ດົນ ຂ້ານ້ອຍໄດ້ຮູ້ວ່າ ມັນບໍ່ກ່ຽວຂ້ອງພຽງແຕ່ກັບເລື່ອງເງິນເທົ່ານັ້ນ.
“ຜູ້ນຳຖານະປະໂລຫິດຂອງຂ້ານ້ອຍໄດ້ພົບກັບ [ເມຍເກົ່າຂອງຂ້ານ້ອຍ] ແລະ ລູກໆຂອງຂ້ານ້ອຍ ແລະ ຮູ້ວ່າເຂົາເຈົ້າຍັງຄົງດີ້ນລົນຢູ່ ແລະ ບໍ່ໄດ້ຮັບການປິ່ນປົວເທື່ອ. …
“ເປົ້າໝາຍໃໝ່ຂອງຂ້ານ້ອຍແມ່ນການກ້າວໄປທາງໜ້າດ້ວຍສັດທາ. … ຂ້ານ້ອຍພຽງແຕ່ສະແດງຄວາມປາດຖະໜາຂອງຂ້ານ້ອຍທີ່ຈະຊ່ວຍເຫລືອ ໂດຍບໍ່ມີເງື່ອນໄຂຜູກມັດໃດໆ. … ຂ້ານ້ອຍໄດ້ຕັດສິນໃຈ [ສົ່ງເງິນຈຳນວນໜຶ່ງໄປໃຫ້ເມຍເກົ່າຂອງຂ້ານ້ອຍ] ເມື່ອໄດ້ຮັບເງິນເດືອນແຕ່ລະຄັ້ງ, ຊຶ່ງເປັນຈຳນວນຫລາຍຂອງເງິນຫລັງຈາກຕັດພາສີ. ກ່ອນຈະຈ່າຍເງິນງວດທຳອິດ, ພຣະຜູ້ເປັນເຈົ້າ [ໄດ້ດົນໃຈຂ້ານ້ອຍວ່າ ຂ້ານ້ອຍຕ້ອງ] ຈ່າຍ [ສອງເທົ່າຂອງຈຳນວນນັ້ນ].
“ຂ້ານ້ອຍຮຽນຮູ້ວ່າ ການຊົດເຊີຍບໍ່ແມ່ນພຽງແຕ່ກ່ຽວກັບເງິນເທົ່ານັ້ນ. ມັນກ່ຽວກັບການອຸທິດຊີວິດຂອງຂ້ານ້ອຍຢ່າງຖ່ອມຕົວຕໍ່ພຣະຜູ້ເປັນເຈົ້າ. … ເງິນແມ່ນເພື່ອຊ່ວຍທົດແທນສິ່ງທີ່ຂ້ານ້ອຍເອົາມາຈາກຄອບຄົວຂອງຂ້ານ້ອຍ ຍ້ອນການເລືອກທີ່ບໍ່ດີຂອງຂ້ານ້ອຍ. ມັນກ່ຽວກັບການເຮັດ ແລະ ການຮັກສາຄຳສັນຍາ ໂດຍບໍ່ຫວັງສິ່ງໃດຕອບແທນ ແລະ ການຊ່ວຍນາງບໍ່ໃຫ້ເປັນຫ່ວງກ່ຽວກັບຄ່າໃຊ້ຈ່າຍ ເພື່ອວ່ານາງຈະສາມາດສະແຫວງຫາພຣະວິນຍານ.”
ຄວາມພະຍາຍາມຂອງທ່ານທີ່ຈະຟື້ນຟູສິ່ງທີ່ທ່ານໄດ້ເຮັດແຕກຫັກ ອາດບໍ່ມີຫຍັງກ່ຽວຂ້ອງກັບການເງິນ, ແຕ່ເມື່ອທ່ານປຶກສາກັບພຣະຜູ້ເປັນເຈົ້າຢ່າງຖ່ອມຕົວ, ທ່ານອາດຈະເຫັນວ່າ ທ່ານສາມາດເຮັດໄດ້ຫລາຍກວ່າເກົ່າ.
ການເຫັນຊອບຈາກສະຫວັນໂດຍລະດັບ
ເມື່ອທ່ານສະແຫວງຫາການໃຫ້ອະໄພຈາກພຣະຜູ້ເປັນເຈົ້າ, ຈົ່ງອົດທົນໃນຂະນະທີ່ທ່ານລໍຖ້າການເຫັນຊອບຢ່າງເຕັມທີ່ຂອງພຣະອົງ. ໃຫ້ພິຈາລະນາພຣະຄຳພີຂໍ້ນີ້:
“ພວກເຂົາ … ໄດ້ຖ່ອມຕົວລົງຈົນເຖິງສ່ວນເລິກແຫ່ງຄວາມຖ່ອມຕົວ; ແລະ … ໄດ້ຮ້ອງທຸກຕໍ່ພຣະເຈົ້າ; ແທ້ຈິງແລ້ວ, ຕະຫລອດທັງວັນ. … [ແຕ່] ພຣະຜູ້ເປັນເຈົ້າໄດ້ລ້າຊ້າທີ່ຈະໄດ້ຍິນສຽງຮ້ອງທຸກຂອງພວກເຂົາ ຍ້ອນວ່າຄວາມຊົ່ວຮ້າຍຂອງພວກເຂົາ.”
“ເຖິງຢ່າງໃດກໍຕາມ ພຣະຜູ້ເປັນເຈົ້າຍັງໄດ້ຍິນສຽງຮ້ອງທຸກຂອງພວກເຂົາ, ແລະ ໄດ້ເລີ່ມ … ຫລຸດຜ່ອນພາລະແບກຫາບຂອງພວກເຂົາ; … ແລະ … ພວກເຂົາເລີ່ມຈະເລີນຮຸ່ງເຮືອງຂຶ້ນເປັນລະດັບ.”
ຈົ່ງອົດທົນ ຂະນະທີ່ພຣະຜູ້ເປັນເຈົ້າປະທານພອນໃຫ້ແກ່ທ່ານ ແລະ ອະນຸມັດຕາມລະດັບ.
ໃນເວລາຂອງພຣະຜູ້ເປັນເຈົ້າ ທ່ານ, ຈະຮູ້ສຶກເຖິງສຸລະສຽງຂອງພຣະອົງກຳລັງບອກທ່ານ, “ພໍ່ບໍ່ຢາກໃຫ້ສິ່ງເຫລົ່ານີ້ເປັນທີ່ກັງວົນໃຈຕໍ່ລູກອີກຕໍ່ໄປ.” ມື້ໜຶ່ງ, ເມື່ອທ່ານສືບຕໍ່ຫັນມາຫາພຣະຜູ້ຊ່ວຍໃຫ້ລອດ, ພຣະບິດາເທິງສະຫວັນຂອງທ່ານຈະ “ເອົາຄວາມຮູ້ສຶກຜິດອອກຈາກ [ໃຈຂອງທ່ານ], ໂດຍທາງພຣະຄຸນຂອງພຣະບຸດຂອງພຣະອົງ.”
ໄດ້ຮັບບາດເຈັບ ແລະ ຄວາມທຸກທໍລະມານ
ສຳລັບທ່ານຜູ້ໄດ້ຮັບບາດເຈັບຢ່າງບໍ່ເປັນທຳຈາກບາບອັນຮ້າຍແຮງຂອງຄົນອື່ນ, ຂ້າພະເຈົ້າປາດຖະໜາທີ່ຈະແບ່ງປັນຄວາມຮັກ ແລະ ຄວາມເຫັນອົກເຫັນໃຈຂອງພຣະຜູ້ຊ່ວຍໃຫ້ລອດ, ການປອບໂຍນ ແລະ ສັນຕິສຸກຂອງພຣະອົງ.
ຄວາມໂສກເສົ້າທີ່ທ່ານເຄີຍຮູ້ສຶກ, ຄວາມອົກຫັກ, ການສູນເສຍ, ຄວາມຮູ້ສຶກອັດອັ້ນ ຫລື ຖືກທໍລະຍົດ, ຊີວິດທີ່ພິກຜັນຈາກທີ່ທ່ານໄດ້ຈິນຕະນາການໄວ້—ຂ້າພະເຈົ້າຂໍຮັບຮອງຢ່າງແນ່ນອນວ່າ, ພຣະຜູ້ຊ່ວຍໃຫ້ລອດຮູ້ຈັກທ່ານ ແລະ ຮັກທ່ານ. ຈົ່ງເອື້ອມອອກໄປຫາພຣະອົງ. ພຣະອົງເປັນຄວາມປອບໂຍນ ແລະ ກຳລັງຂອງທ່ານ; ພຣະອົງຈະສົ່ງທູດສະຫວັນມາປະຄອງທ່ານໄວ້. ເມື່ອໃດທີ່ຄວາມເຈັບປວດຂອງທ່ານໝົດສິ້ນໄປ, ຄວາມໂສກເສົ້າຂອງທ່ານຈະຫລຸດລົງ, ຄວາມຊົງຈຳທີ່ບໍ່ຕ້ອງການຈະຖືກລືມ? ຂ້າພະເຈົ້າບໍ່ຮູ້. ແຕ່ສິ່ງນີ້ຂ້າພະເຈົ້າຮູ້: ພຣະອົງມີອຳນາດທີ່ຈະນຳຄວາມຊົມຊື່ນຍິນດີແທນທີ່ຈະໂສກເສົ້າມາໃຫ້.
ອ້າຍເອື້ອຍນ້ອງທີ່ຮັກຂອງພວກເຮົາໃນເມືອງແກຣນແບລງ, ລັດມິຊິແກນ, ພ້ອມດ້ວຍສັດທາອັນບໍ່ຫວັ່ນໄຫວໃນພຣະເຢຊູຄຣິດ, ພ້ອມດ້ວຍຄວາມກ້າຫານ ແລະ ຄວາມບໍ່ເຫັນແກ່ຕົວຂອງເຂົາເຈົ້າ, ໄດ້ຮັບ ແລະ ຈະໄດ້ຮັບ, ຄວາມຮັກ ແລະ ພຣະຄຸນອັນຫາທີ່ປຽບບໍ່ໄດ້ຂອງພຣະຜູ້ຊ່ວຍໃຫ້ລອດຢ່າງລົ້ນເຫລືອ ໃນຫລາຍອາທິດ ແລະ ຫລາຍເດືອນຂ້າງໜ້າ.
ໃນຂະນະທີ່ທ່ານສືບຕໍ່ໄວ້ວາງໃຈໃນພຣະອົງ, ເມກແຫ່ງຄວາມມືດຂອງທ່ານ ແລະ ຄວາມເຈັບປວດທີ່ໂສກເສົ້າໃນຕອນກາງຄືນຈະປ່ຽນເປັນນ້ຳຕາແຫ່ງຄວາມຊື່ນຊົມ ແລະ ສັນຕິສຸກໃນຍາມເຊົ້າ. ຄວາມໂສກເສົ້າຂອງທ່ານຈະກາຍເປັນຄວາມຊື່ນຊົມ. … ແລະ ຄວາມຊື່ນຊົມຂອງທ່ານ ທີ່ບໍ່ມີ [ໃຜ] ເອົາໄປຈາກທ່ານໄດ້.” ຊ່ວງເວລານັ້ນຈະມາເຖິງ. ຂ້າພະເຈົ້າເປັນພະຍານວ່າມັນຈະມາເຖິງ.
ຄວາມຮັກແຫ່ງການຊົດໃຊ້ຂອງພຣະເຢຊູຄຣິດສາມາດພົບໄດ້ໃນສະຖານະການທີ່ຍາກລຳບາກທີ່ສຸດ, ແຕ່ເຮົາທຸກຄົນຕ້ອງການພຣະຄຸນແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ປະທານດາລິນ ເອັຈ ໂອກສ໌ ໄດ້ສິດສອນວ່າ: “ເພາະປະສົບການແຫ່ງການຊົດໃຊ້ຂອງພຣະອົງໃນຄວາມເປັນມະຕະ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຈຶ່ງສາມາດປອບໂຍນ, ປິ່ນປົວ, ແລະ ເພີ່ມຄວາມເຂັ້ມແຂງໃຫ້ແກ່ຊາຍ ແລະ ຍິງທຸກຄົນ ໃນທຸກແຫ່ງຫົນ, ແຕ່ຂ້າພະເຈົ້າເຊື່ອວ່າ ພຣະອົງຈະເຮັດຕໍ່ຜູ້ທີ່ສະແຫວງຫາພຣະອົງເທົ່ານັ້ນ ແລະ ທູນຂໍໃຫ້ພຣະອົງຊ່ວຍເຫລືອ. ອັກຄະສາວົກຢາໂກໂບໄດ້ສິດສອນວ່າ, ‘ຈົ່ງຖ່ອມຕົວລົງຊ້ອງພຣະພັກຂອງພຣະຜູ້ເປັນເຈົ້າ, ແລະ ພຣະອົງຈະຍົກພວກເຈົ້າຂຶ້ນ’ (ຢາໂກໂບ 4:10). ເຮົາມີຄ່າຄວນສຳລັບພອນນັ້ນ ເມື່ອເຮົາເຊື່ອໃນພຣະອົງ ແລະ ອະທິຖານຂໍໃຫ້ພຣະອົງຊ່ວຍເຫລືອ.”
ແອວເດີ ຣໍເບີດ ອີ ແວວສ໌
ຂ້າພະເຈົ້າໄດ້ຮັບອະນຸຍາດຈາກເພື່ອນຮັກຂອງຂ້າພະເຈົ້າ ແລະ ອະດີດເຈົ້າໜ້າທີ່ຊັ້ນຜູ້ໃຫຍ່, ແອວເດີ ຣໍເບີດ ອີ ແວວສ໌, ຕອນນີ້ມີອາຍຸ 97 ປີ, ເພື່ອແບ່ງປັນປະສົບການຂອງເພິ່ນຫລາຍກວ່າ 60 ປີກ່ອນ.
ໃນຂະນະທີ່ອາໄສຢູ່ປະເທດປາຣາກວາຍ ໃນປີ 1960 ແລະ ເຮັດວຽກຢູ່ທະນາຄານລະຫວ່າງປະເທດ, ຣໍເບີດ ແວວສ໌, ຕອນນັ້ນອາຍຸ 32 ປີ, ໄດ້ສູນເສຍພັນລະຍາຂອງເພິ່ນ, ເມີຣິນ, ຕ່າງກໍເປັນນັກບິນໃນເຮືອບິນສອງລຳທີ່ແຕກຕ່າງກັນ, ກຳລັງຂັບກັບບ້ານຈາກປະເທດອູຣູກວາຍ ໄປຫາປະເທດປາຣາກວາຍ. ເມື່ອປະເຊີນກັບເມກຕຶບໜາ, ຣໍເບີດ ແລະ ເມີຣິນບໍ່ສາມາດຫລຽວເຫັນ ແລະ ຕິດຕໍ່ຫາກັນ. ຣໍເບີດໄດ້ລົງຈອດຢ່າງໄວ, ຊຶ່ງເພິ່ນໄດ້ຊາບວ່າ ເຮືອບິນຂອງພັນລະຍາຂອງເພິ່ນຕົກ. ທັງພັນລະຍາຂອງເພິ່ນ ແລະ ໝູ່ເພື່ອນອີກສອງຄົນທີ່ບິນມາກັບນາງ ຕ່າງກໍບໍ່ລອດຊີວິດ. ລູກໆຂອງເພິ່ນ, ຢູ່ບ້ານທີ່ໃນເມືອງອາຊຸນຊີອ່ອນ, ມີອາຍຸເຈັດ, ຫ້າ, ແລະ ສອງປີ.
ແອວເດີ ແວວສ໌ ໄດ້ກ່າວເຖິງຄວາມໂສກເສົ້າຂອງເພິ່ນວ່າ:
“ບໍ່ມີຄຳເວົ້າໃດຈະພຽງພໍໃນການສະແດງຄວາມເຈັບປວດພອງບວມຢູ່ພາຍຕົວຂ້ອຍ, ທີ່ຄອບງຳອາລົມ ແລະ ເຮັດໃຫ້ຄວາມຮູ້ສຶກຊາໄປໝົດສິ້ນ. ນ້ຳຕາແຫ່ງຄວາມໂສກເສົ້າໄຫລລິນບໍ່ເຫືອດຫາຍ. ຮ້າຍແຮງໄປກວ່ານັ້ນ, ໃນຂະນະທີ່ຈິດໃຈຂອງຂ້ອຍພະຍາຍາມຮັບມືກັບຄວາມສູນເສຍອັນໜ້າເສົ້າຈາກການຈາກໄປຂອງພັນລະຍາຂອງຂ້ອຍ, ຂ້ອຍກັບຮູ້ສຶກຜິດຢ່າງໃຫຍ່ຫລວງເພາະຮູ້ສຶກວ່າຂ້ອຍຕ້ອງຮັບຜິດຊອບຕໍ່ອຸບັດຕິເຫດຄັ້ງນັ້ນ.”
ຣໍເບີດໄດ້ຖິ້ມໂທດໃສ່ຕົນເອງ ທີ່ບໍ່ໄດ້ກວດກາຍົນຢ່າງລະອຽດ ແລະ ບໍ່ໄດ້ໃຫ້ຄຳແນະນຳເລື່ອງການບິນທີ່ດີກວ່ານັ້ນກັບພັນລະຍາຂອງເພິ່ນ. ເພິ່ນຮູ້ສຶກວ່າ ເພິ່ນມີຄວາມຜິດຖານລະເລີຍ.
ຣໍເບີດໄດ້ເວົ້າວ່າ:
“ຈິດໃຈຂອງຂ້ອຍມືດງົງໄປໝົດ. … ຂ້ອຍພຽງຢູ່ໄປຊື່ໆ—[ເພື່ອລູກ,] ບ່ອນແມ່ນເຫດຜົນອື່ນ.”
“ຂ້ອຍ … ໝົດຄວາມປາດຖະໜາທີ່ຈະດຳເນີນຕໍ່ໄປ.”
ໃນເວລາຕໍ່ມາ, ຣໍເບີດໄດ້ຮັບພອນດ້ວຍປະສົບການທາງວິນຍານອັນເລິກເຊິ່ງ. ເພິ່ນໄດ້ເວົ້າວ່າ:
“ຕອນແລງມື້ໜຶ່ງ, ປະມານໜຶ່ງປີຕໍ່ມາ, ໃນຂະນະທີ່ຂ້ອຍຄຸເຂົ່າອະທິຖານ, ການອັດສະຈັນໄດ້ເກີດຂຶ້ນ. ຂະນະທີ່ອະທິຖານ ແລະ ອ້ອນວອນຕໍ່ພຣະບິດາເທິງສະຫວັນຢູ່ນັ້ນ, ຂ້ອຍຮູ້ສຶກວ່າພຣະຜູ້ຊ່ວຍໃຫ້ລອດໄດ້ມາຢູ່ຂ້າງຂ້ອຍ ແລະ ຂ້ອຍໄດ້ຍິນສຽງທີ່ໄດ້ກ່າວແກ່ຈິດວິນຍານຂອງຂ້ອຍ ແລະ ໃສ່ຫູຂອງຂ້ອຍວ່າ: ‘ຣໍເບີດ, ການເສຍສະລະຊົດໃຊ້ຂອງເຮົາໄດ້ຊົດໃຊ້ບາບ ແລະ ຄວາມຜິດພາດຂອງເຈົ້າແລ້ວ. ພັນລະຍາຂອງເຈົ້າໃຫ້ອະໄພເຈົ້າແລ້ວ. ໝູ່ເພື່ອນຂອງເຈົ້າໃຫ້ອະໄພເຈົ້າແລ້ວ. ເຮົາຈະຍົກພາລະອັນໜັກໜ່ວງຂອງເຈົ້າອອກ. …’
“ຕັ້ງແຕ່ເວລານັ້ນມາ, ພາລະໜັກໜ່ວງຂອງຄວາມຮູ້ສຶກຜິດ [ແລະ ຄວາມສິ້ນຫວັງ] ໄດ້ຖືກຍົກອອກຈາກຂ້ອຍຢ່າງອັດສະຈັນ. ຂ້ອຍໄດ້ຮັບການຊ່ວຍກູ້ແລ້ວ! ຂ້ອຍໄດ້ເຂົ້າໃຈໂດຍທັນທີເຖິງອຳນາດອັນຄອບຄຸມຂອງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ແລະ … ວ່າມັນໃຊ້ໄດ້ໂດຍກົງກັບຂ້ອຍ. … ຂ້ອຍ … ໄດ້ປະສົບກັບຄວາມສະຫວ່າງ ແລະ ຄວາມຊື່ນຊົມ ທີ່ຂ້ອຍບໍ່ເຄີຍຮູ້ຈັກມາກ່ອນ. … ຂ້ອຍໄດ້ຮັບຂອງປະທານທີ່ບໍ່ໄດ້ອອກແຮງ—ຂອງປະທານແຫ່ງພຣະຄຸນຂອງພຣະຜູ້ເປັນເຈົ້າ. … ຂ້ອຍບໍ່ສົມຄວນໄດ້ຮັບສິ່ງນີ້—ຂ້ອຍບໍ່ໄດ້ເຮັດຫຍັງທີ່ສົມຄວນໄດ້ຮັບມັນເລີຍ, ແຕ່ພຣະອົງໄດ້ປະທານສິ່ງນີ້ໃຫ້ແກ່ຂ້ອຍ.”
ອ້າຍເອື້ອຍນ້ອງທັງຫລາຍ, ຂໍໃຫ້ເຮົາແຕ່ລະຄົນຈົ່ງ “ໄດ້ຮັບການຊຳລະໃຫ້ບໍລິສຸດໃນພຣະຄຣິດ ໂດຍພຣະຄຸນຂອງພຣະເຈົ້າ, ໂດຍທາງການຫລັ່ງໂລຫິດຂອງພຣະຄຣິດ, … [ກາຍມາເປັນ] ຜູ້ບໍລິສຸດ, ປາດສະຈາກມົນທິນ.”
ຂ້າພະເຈົ້າເປັນພະຍານເຖິງຄວາມຮັກ, ຄວາມເມດຕາ, ແລະ ພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ. ພຣະອົງຊົງພຣະຊົນຢູ່. ເຮົາເປັນຂອງພຣະອົງ, ເຮົາເປັນລູກແຫ່ງພັນທະສັນຍາ. ເມື່ອເຮົາເຊື່ອໃນພຣະອົງ, ຕິດຕາມພຣະອົງ, ແລະ ໄວ້ວາງໃຈພຣະອົງ, ພຣະອົງຈະຍົກເຮົາຂຶ້ນຈາກຄວາມໂສກເສົ້າຂອງເຮົາ ແລະ ບາບຂອງເຮົາ. ຈາກນັ້ນ, ຫລັງຈາກຊີວິດມະຕະນີ້, ໃນບ້ານຂອງພຣະບິດາຂອງເຮົາ, ເຮົາຈະໄດ້ຢູ່ກັບພຣະອົງຕະຫລອດໄປ ແລະ ຕະຫລອດການ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.