ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ສູດ​ຂ່າວ​ດີ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


10:39

ສູດ​ຂ່າວ​ດີ

ການ​ຕື່ມ​ພຣະ​ເຢ​ຊູ​ຄຣິດ​ເຂົ້າ​ໃນ​ຊີ​ວິດ​ຂອງ​ທ່ານ​ຈະ​ເປັນ​ແນວ​ໃດ?

ຫາກ​ທ່ານ​ເຄີຍ​ໄປ​ຢ້ຽມ​ຢາມ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ​ຢູ່​ລັດ​ລຸຍ​ຊີ​ອາ​ນາ, ທ່ານ​ໜ້າ​ຈະ​ຄຸ້ນ​ເຄີຍ​ກັບ​ອາ​ຫານ​ຈານ​ແຊບໆ​ຫລາຍ​ຢ່າງ—ກຳ​ໂບ, ຈຳ​ບາ​ລາ​ຢາ, ເອ​ທູ​ເຟ, ແລະ ລາຍ​ການ​ກໍ​ມີ​ຕໍ່ໆ​ໄປ​ອີກ.

ບາງ​ຄັ້ງ​ຄາວ, ຂ້າ​ພະ​ເຈົ້າ​ພົບ​ວ່າ ຕົນ​ເອງ​ຮູ້​ສຶກ​ກ້າ​ຫານ​ພໍ​ທີ່​ຈະ​ເຮັດ​ອາ​ຫານ​ສູດ​ແຊບໆ​ເຫລົ່າ​ນັ້ນ. ຂັ້ນ​ຕອນ​ສຸດ​ທ້າຍ​ທີ່​ບໍ່​ໄດ້​ມີ​ຂຽນ​ໄວ້​ຫລັງ​ຈາກ​ທີ່​ປະ​ສົມ​ສ່ວນ​ປະ​ກອບ​ທັງ​ໝົດ ແລະ ເຮັດ​ຕາມ​ຄຳ​ແນະ​ນຳ​ທີ່​ລະ​ອຽດ ກໍ​ຄື​ລອງ​ຊີມ​ລົດ​ຊາດ​ເປັນ​ຄັ້ງ​ສຸດ​ທ້າຍ ແລະ ເບິ່ງ​ວ່າ ຂາດ​ຫຍັງ​ບໍ່. ໃນ​ຈຸດ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຽງ​ຕຳ​ນານ​ການ​ເຮັດ​ອາ​ຫານ​ຄຣີ​ໂອລ໌​ກຳ​ລັງ​ສື່ມ​ໃສ່​ຫູ​ຂອງ​ຂ້າ​ພະ​ເຈົ້າ​ວ່າ, “ໃສ່ Tony’s ຕື່ມ.” Tony’s ແມ່ນ​ເຄື່ອງ​ປຸງ​ຄຣີ​ໂອລ໌​ທີ່​ຜະ​ລິດ​ໃນ​ເມືອງ​ໂອ​ເປ​ລູ​ຊາສ໌, ລຸຍ​ຊີ​ອາ​ນາ, ບ້ານ​ເກີດ​ຂອງ​ຂ້າ​ພະ​ເຈົ້າ. ມັນ​ມັກ​ຈະ​ຖືກ​ໃຊ້​ເປັນ “ສ່ວນ​ປະ​ສົມ​ລັບ” ເພື່ອ​ຊົດ​ເຊີຍ​ຄວາມ​ບໍ່​ສົມ​ບູນ​ແບບ​ທີ່​ເກີດ​ຂຶ້ນ​ຂະ​ນະ​ທີ່​ເຮັດ​ຕາມ​ສູດ.

ມິ​ເຊວ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ ເປັນ​ກຽດ​ທີ່​ໄດ້​ຮັບ​ໃຊ້​ເປັນ​ຜູ້​ນຳ​ເຂດ​ເຜີຍ​ແຜ່​ໃນ​ລຸຍ​ຊີ​ອາ​ນາ. ພວກ​ເຮົາ​ມີ​ປະ​ເພ​ນີ​ໃນ​ການ​ສິດ​ສອນ​ຜູ້​ສອນ​ສາດ​ສະ​ໜາ​ວິ​ທີ​ເຮັດ​ຈຳ​ບາ​ລາ​ຢາ ສູດ​ພິ​ເສດ​ຂອງ​ນາງ ໃນ​ຄືນ​ສຸດ​ທ້າຍ​ຂອງ​ພວກ​ເຂົາ​ໃນ​ບ້ານ​ເຜີຍ​ແຜ່ ກ່ອນ​ທີ່​ພວກ​ເຂົາ​ຈະ​ກັບ​ຄືນ​ໄປ​ຫາ​ຄອບ​ຄົວ​ຂອງ​ພວກ​ເຂົາ. ນອກ​ເໜືອ​ຈາກ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ​ເຖິງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແລ້ວ, ຜູ້​ສອນ​ສາດ​ສະ​ໜາ​ຂອງ​ພວກ​ເຮົາ​ໄດ້​ອອກ​ຈາກ​ເຂດ​ເຜີຍ​ແຜ່​ໄປ​ພ້ອມ​ກັບ​ຄວາມ​ຊາບ​ຊຶ້ງ​ໃຈ​ສຳ​ລັບ​ສູດ​ອາ​ຫານ.

ສອງ​ສາມ​ເດືອນ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ເລື່ອນ​ຜ່ານ​ຫ້ອງ​ສະ​ໝຸດ​ສື່​ຂອງ​ສາດ​ສະ​ໜາ​ຈັກ ແລະ ໄດ້​ເຫັນ​ລິ້ງ​ສູ່​ຄໍ​ເລັກ​ຊັນ​ວິ​ດີ​ໂອ​ສັ້ນ​ທີ່​ມີ​ຊື່​ວ່າ ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ຟື້ນ​ຟູ​ກັບ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຊື່​ຂອງ​ໜຶ່ງ​ໃນ​ວິ​ດີ​ໂອ​ສັ້ນ​ໃນ​ລາຍ​ການ​ນັ້ນ ໄດ້​ສະ​ດຸດ​ຕາ​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຍິ້ມ. ມັນ​ເອີ້ນ​ວ່າ “ພຣະ​ຄຳ​ພີ​ເປັນ​ສູດ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ການ​ໃຊ້​ຊີ​ວິດ​ທີ່​ມີ​ຄວາມ​ສຸກ.” ຂ້າ​ພະ​ເຈົ້າ​ໄດ້​ກົດ​ວິ​ດີ​ໂອ​ສອງ​ນາ​ທີ​ນັ້ນ ແລະ ໄດ້​ເບິ່ງ​ປະ​ທານ​ແນວ​ສັນ​ສິດ​ສອນ​ກຸ່ມ​ເດັກ​ນ້ອຍ​ປະ​ຖົມ​ໄວ​ເຖິງ​ຂ່າວ​ສານ​ທີ່​ລຽບ​ງ່າຍ ແລະ ມີ​ພະ​ລັງ​ກ່ຽວ​ກັບ​ວິ​ທີ​ມີ​ຄວາມ​ສຸກ. ເພິ່ນ​ໄດ້​ສິດ​ສອນ​ວ່າ: “ຖ້າ​ທ່ານ​ກຳ​ລັງ​ເຮັດ​ເຄັກ, ທ່ານ​ເຮັດ​ຕາມ​ຄຳ​ແນະ​ນຳ, ບໍ່​ແມ່ນ​ບໍ? ແລະ ທ່ານ​ຈະ​ໄດ້​ຮັບ​ຜົນ​ທີ່​ດີ​ທຸກ​ຄັ້ງ, ບໍ່​ແມ່ນ​ບໍ?”

ເພິ່ນ​ໄດ້​ກ່າວ​ຕໍ່, ໂດຍ​ເວົ້າ​ເຖິງ​ການ​ທີ່​ອາ​ຍຸ​ຈະ​ຄົບ 95 ປີ ໃນ​ອີກ​ບໍ່​ດົນ: “ຄົນ​ທັງ​ຫລາຍ​ເວົ້າ​ວ່າ, ‘ທ່ານ​ກິນ​ຫຍັງ? ເຄັດ​ລັບ​ຂອງ​ທ່ານ​ແມ່ນ​ຫຍັງ?’” ເພິ່ນ​ໄດ້​ຕອບ​ວ່າ, “ເຄັດ​ລັບ​ນັ້ນ​ເອີ້ນ​ວ່າ ພຣະ​ຄຳ​ພີ. ທ່ານ​ອາດ​ອ່ານ​ມັນ ແລະ ລອງ​ສຶກ​ສາ​ມັນ.”

ເອົາ​ລະ, ນັ້ນ​ແຫລະ​ຄື​ຄຳ​ຕອບ. ເຄັດ​ລັບ​ທີ່​ລຽບ​ງ່າຍ​ສຳ​ລັບ​ການ​ໃຊ້​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ ກໍ​ຄື​ພຽງ​ແຕ່​ເຮັດ​ຕາມ​ສູດ​ຂອງ​ພຣະ​ເຈົ້າ​ຕາມ​ລາຍ​ລະ​ອຽດ​ໃນ​ພຣະ​ຄຳ​ພີ. ຂ້າ​ພະ​ເຈົ້າ​ເອີ້ນ​ມັນ​ວ່າ “ສູດ​ຂ່າວ​ດີ.”

ທ່ານ​ຈະ​ເຮັດ​ແນວ​ໃດ ຖ້າ​ເກີດ​ຂໍ້​ຜິດ​ພາດ​ຂຶ້ນ​ເມື່ອ​ກຳ​ລັງ​ເຮັດ​ຕາມ​ສູດ? ເອົາ​ລະ, ທີ່​ຝັງ​ຢູ່​ໃນ​ສູດ​ຂ່າວ​ດີ​ນັ້ນ​ກໍ​ຄື “ສ່ວນ​ປະ​ສົມ​ລັບ” ທີ່​ເຮັດ​ໃຫ້​ທ່ານ​ແນ່​ໃຈ​ວ່າ ທ່ານ​ຈະ​ເຮັດ​ໃຫ້​ມັນ​ອອກ​ມາ​ຖືກ​ຕ້ອງ​ໃນ​ຕອນ​ທ້າຍ. ຄຳ​ຕອບ​ກໍ​ຄື​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ.

ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຮົາ​ທຸກ​ຄົນ​ລ້ວນ​ແຕ່​ມີ​ຊ່ວງ​ເວ​ລາ​ທີ່​ເຮົາ​ຮູ້​ສຶກ​ວ່າ ສ່ວນ​ປະ​ສົມ​ຂອງ​ເຮົາ​ບໍ່​ດີ​ພໍ, ຫລື ເຮົາ​ດີ້ນ​ລົນ​ທີ່​ຈະ​ເຮັດ​ຕາມ​ຄຳ​ແນະ​ນຳ, ຫລື ບາງ​ທີ ເຮົາ​ເຮັດ​ບາງ​ຢ່າງ​ຜິດ​ລຳ​ດັບ, ຫລື ມີ​ບາງ​ຢ່າງ​ເກີດ​ຂຶ້ນ​ທີ່​ຢູ່​ເໜືອ​ການ​ຄວບ​ຄຸມ​ຂອງ​ເຮົາ, ແລະ ອື່ນໆ.

ຈະ​ແກ້​ໄຂ​ດ້ວຍ​ວິ​ທີ​ໃດ? ກໍ​ພຽງ​ແຕ່​ຕື່ມ​ສິ່ງ​ທີ່​ເຊື້ອ​ເຊີນ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ເຂົ້າ​ມາ​ໃນ​ຊີ​ວິດ​ທ່ານ.

ສະ​ນັ້ນ, ການ​ຕື່ມ​ພຣະ​ເຢ​ຊູ​ຄຣິດ​ໃນ​ຊີ​ວິດ​ຂອງ​ທ່ານ​ໜ້າ​ຕາ​ເປັນ​ແນວ​ໃດ?

ຂະ​ນະ​ທີ່​ກຳ​ລັງ​ຮັບ​ໃຊ້​ເປັນ​ປະ​ທານ​ເຜີຍ​ແຜ່, ຂ້າ​ພະ​ເຈົ້າ​ມີ​ຄວາມ​ຍິນ​ດີ​ທີ່​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຂອງ​ພວກ​ເຮົາ​ແຕ່​ລະ​ຄົນ​ເປັນ​ການ​ສ່ວນ​ຕົວ​ທຸກໆ​ຫົກ​ອາ​ທິດ. ລະ​ຫວ່າງ​ການ​ພົບ​ກັນ​ແບບ​ຕົວ​ຕໍ່​ຕົວ, ເປັນ​ເລື່ອງ​ທຳ​ມະ​ດາ​ສຳ​ລັບ​ບັນ​ດາ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຈະ​ສະ​ແຫວງ​ຫາ​ການ​ຊີ້​ນຳ​ເຖິງ​ວິ​ທີ​ປັບ​ປຸງ​ຄວາມ​ມີ​ປະ​ສິດ​ທິ​ພາບ​ຂອງ​ຄວາມ​ເປັນ​ຄູ່​ຂອງ​ພວກ​ເຂົາ.

ໃນ​ໂອ​ກາດ​ໜຶ່ງ, ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ໄດ້​ເຂົ້າ​ມາ​ໃນ​ການ​ສຳ​ພາດ​ສ່ວນ​ຕົວ​ຂອງ​ລາວ ແລະ ໄດ້​ນັ່ງ​ລົງ. ຂ້າ​ພະ​ເຈົ້າ​ສາ​ມາດ​ບອກ​ໄດ້​ຈາກ​ພາ​ສາ​ກາຍ​ຂອງ​ລາວ​ວ່າ ມີ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ລາວ​ໜັກ​ໃຈ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ, “ແອວ​ເດີ, ເຈົ້າ​ຢາກ​ເວົ້າ​ກ່ຽວ​ກັບ​ຫຍັງ​ມື້​ນີ້?” ລາວ​ໄດ້​ອະ​ທິ​ບາຍ​ເຖິງ​ຄວາມ​ທ້າ​ທາຍ​ບາງ​ຢ່າງ​ທີ່​ລາວ​ມີ​ກັບ​ຄູ່​ຂອງ​ລາວ ແລະ ວິ​ທີ​ທີ່​ມັນ​ກະ​ທົບ​ຄວາມ​ສາ​ມາດ​ຂອງ​ພວກ​ເຂົາ​ໃນ​ການ​ເຮັດ​ວຽກ​ງານ​ເຜີຍ​ແຜ່. ດ້ວຍ​ນໍ້າ​ຕາ​ໃນ​ຕາ​ຂອງ​ລາວ, ລາວ​ໄດ້​ເບິ່ງ​ມາ​ທີ່​ຂ້າ​ພະ​ເຈົ້າ ແລະ ຖາມ​ວ່າ, “ປະ​ທານ, ຂ້າ​ນ້ອຍ​ຄວນ​ເຮັດ​ແນວ​ໃດ?”

ໃນ​ຕອນ​ນັ້ນ, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ແທ້ໆ​ວ່າ​ຈະ​ຕອບ​ແນວ​ໃດ. ຫລັງ​ຈາກ​ຊ່ວງ​ເວ​ລາ​ສັ້ນໆ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ລາວ​ວ່າ ຈະ​ເປັນ​ຫຍັງ​ບໍ ຖ້າ​ພວກ​ເຮົາ​ຄຸ​ເຂົ່າ​ລົງ​ອະ​ທິ​ຖານ​ນຳ​ກັນ ເພື່ອ​ຂໍ​ການ​ຊີ້​ນຳ​ຈາກ​ພຣະ​ວິນ​ຍານ. ລາວ​ຕົກ​ລົງ, ແລະ ພວກ​ເຮົາ​ໄດ້​ຄຸ​ເຂົ່າ​ລົງ​ນຳ​ກັນ ແລະ ອະ​ທິ​ຖານ​ຂໍ​ການ​ດົນ​ໃຈ.

ຫລັງ​ຈາກ​ທີ່​ອະ​ທິ​ຖານ​ແລ້ວ, ພວກ​ເຮົາ​ໄດ້​ສືບ​ຕໍ່​ຄຸ​ເຂົ່າ​ເປັນ​ເວ​ລາ​ສັ້ນໆ ແລະ ແລ້ວ​ກໍ​ນັ່ງ​ຕັ່ງ​ຂອງ​ພວກ​ເຮົາ​ຫັນ​ໜ້າ​ເຂົ້າ​ຫາ​ກັນ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ ພວກ​ເຮົາ​ອ່ານ​ພຣະ​ຄຳ​ພີ​ນຳ​ກັນ​ໄດ້​ບໍ່. ຂະ​ນະ​ທີ່​ພວກ​ເຮົາ​ເປີດ​ພຣະ​ຄຳ​ພີ​ຂອງ​ພວກ​ເຮົາ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຢຸດ ແລະ ບອກ​ລາວ​ວ່າ, “ແອວ​ເດີ, ຂະ​ນະ​ທີ່​ພວກ​ເຮົາ​ອ່ານ​ພຣະ​ຄຳ​ພີ​ນີ້, ຂໍ​ໃຫ້​ເຈົ້າ​ຖາມ​ຕົວ​ເອງ​ຄຳ​ຖາມ​ຕໍ່​ໄປ​ນີ້: ຖ້າ​ເຮົາ​ໃຊ້​ຊີ​ວິດ​ຕາມ​ຄຸນ​ລັກ​ສະ​ນະ​ເຫລົ່າ​ນີ້, ມັນ​ຈະ​ປັບ​ປຸງ​ຄວາມ​ເປັນ​ຄູ່​ຂອງ​ເຮົາ ແລະ ວຽກ​ງານ​ເຜີຍ​ແຜ່​ຂອງ​ພວກ​ເຮົາ​ບໍ່?”

ແລ້ວ​ພວກ​ເຮົາ​ກໍ​ໄດ້​ເປີດ ໂມ​ໂຣ​ໄນ 7:45 ແລະ ອ່ານ​ອອກ​ສຽງ​ວ່າ: “ແລະ ຄວາມ​ໃຈ​ບຸນ​ອົດ​ທົນ​ໄດ້​ດົນ​ນານ, ແລະ ມີ​ຄວາມ​ເມດ​ຕາ, ແລະ ບໍ່​ອິດ​ສາ​ບັງ​ບຽດ, ແລະ ບໍ່​ອວດ​ອົ່ງ, ແລະ ບໍ່​ສະ​ແຫວງ​ຫາ​ເພື່ອ​ຕົນ​ເອງ, ບໍ່​ຄຽດ​ງ່າຍ, ບໍ່​ຄິດ​ຊົ່ວ, ແລະ ບໍ່​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຊົ່ວ​ຮ້າຍ ແຕ່​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ຈິງ, ທົນ​ແບກ​ຫາບ​ທຸກ​ສິ່ງ, ເຊື່ອ​ທຸກ​ສິ່ງ, ຫວັງ​ທຸກ​ສິ່ງ, ອົດ​ທົນ​ທຸກ​ສິ່ງ.”

ແລ້ວ​ແອວ​ເດີ​ຜູ້​ນີ້​ກໍ​ໄດ້​ເບິ່ງ​ຂ້າ​ພະ​ເຈົ້າ​ດ້ວຍ​ນໍ້າ​ຕາ​ໃນ​ຕາ​ຂອງ​ລາວ ແລະ ເວົ້າ​ວ່າ, “ແມ່ນ​ແລ້ວ, ປະ​ທານ, ແຕ່​ມັນ​ຍາກ​ທີ່​ຈະ​ເຮັດ.” ຂ້າ​ພະ​ເຈົ້າ​ເຫັນ​ດີ ແລະ ໄດ້​ຢໍ້າ​ເຕືອນ​ລາວ​ວ່າ ລາວ​ເປັນ​ບຸດ​ຂອງ​ພຣະ​ເຈົ້າ ທີ່​ມີ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ທີ່​ຈະ​ເຮັດ​ສິ່ງ​ນີ້​ນຳ​ກັນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ.

ແລ້ວ​ພວກ​ເຮົາ​ກໍ​ໄດ້​ສົນ​ທະ​ນາ​ກັນ​ສັ້ນໆ​ກ່ຽວ​ກັບ​ຄຳ​ອຸ​ປະ​ມາ​ເລື່ອງ​ຄວາມ​ລາດ​ຊັນ​ທີ່​ສິດ​ສອນ​ໂດຍ​ແອວ​ເດີ ຄະ​ລາກ ຈີ ກຽວ​ເບີດ ແຫ່ງ​ສາ​ວົກ​ເຈັດ​ສິບ, ຊຶ່ງ​ໄດ້​ຢໍ້າ​ເຕືອນ​ເຮົາ​ວ່າ ເຮົາ​ຕ້ອງ​ເລີ່ມ​ຈາກ​ບ່ອນ​ທີ່​ເຮົາ​ຢູ່ ແລະ, ນຳ​ກັນ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ກ້າວ​ໄປ​ທາງ​ໜ້າ ແລະ ກ້າວ​ຂຶ້ນ​ໄປ​ທາງ​ເທິງ​ໃນ​ທິດ​ທາງ​ທີ່​ດີ. ຂ້າ​ພະ​ເຈົ້າ​ສາ​ມາດ​ບອກ​ໄດ້​ວ່າ ລາວ​ຍັງ​ຮູ້​ສຶກ​ຖ້ວມ​ທົ້ນ​ຢູ່​ໜ້ອຍ​ໜຶ່ງ​ກັບ​ຂັ້ນ​ຕອນ​ຕໍ່​ໄປ, ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຂໍ​ໃຫ້​ລາວ​ອະ​ທິ​ບາຍ​ຄວາມ​ເຂົ້າ​ໃຈ​ຂອງ​ລາວ​ກ່ຽວ​ກັບ​ຂໍ້​ພຣະ​ຄຳ​ພີ​ທີ່​ວ່າ “ໂດຍ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ຈະ​ນຳ​ເລື່ອງ​ໃຫຍ່​ມາ.” ລາວ​ໄດ້​ສືບ​ຕໍ່​ອະ​ທິ​ບາຍ​ແນວ​ຄິດ​ນັ້ນ​ວ່າ ໂດຍ​ການ​ເຮັດ​ສິ່ງ​ເລັກ​ນ້ອຍ ແລະ ລຽບ​ງ່າຍ, ສິ່ງ​ໃຫຍ່ໆ​ສາ​ມາດ​ເກີດ​ຂຶ້ນ​ໄດ້. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຂໍ​ໃຫ້​ລາວ​ໃຊ້​ເວ​ລາ​ຈັກ​ນາ​ທີ​ໜຶ່ງ ເພື່ອ​ລະ​ບຸ​ສິ່ງ​ເລັກ​ນ້ອຍ ແລະ ລຽບ​ງ່າຍ​ສອງ​ຢ່າງ​ທີ່​ລາວ​ສາ​ມາດ​ເຮັດ​ໄດ້ ເພື່ອ​ສະ​ແດງ​ຄວາມ​ມີ​ນໍ້າ​ໃຈ​ຕໍ່​ຄູ່​ຂອງ​ລາວ.

ບໍ່​ດົນ​ຫລັງ​ຈາກ​ນັ້ນ, ລາວ​ໄດ້​ແບ່ງ​ປັນ​ຄວາມ​ຄິດ​ຂອງ​ລາວ. ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຂໍ​ໃຫ້​ລາວ​ໃຊ້​ເວ​ລາ​ຈັກ​ນາ​ທີ​ໜຶ່ງ ເພື່ອ​ລະ​ບຸ​ສິ່ງ​ເລັກ​ນ້ອຍ ແລະ ລຽບ​ງ່າຍ​ສອງ​ຢ່າງ​ທີ່​ລາວ​ສາ​ມາດ​ເຮັດ​ໄດ້ ເພື່ອ​ອົດ​ທົນ​ກັບ​ຄູ່​ຂອງ​ລາວ. ລາວ​ໄດ້​ແບ່ງ​ປັນ​ຄວາມ​ຄິດ​ສອງ​ຢ່າງ​ຂອງ​ລາວ​ເກືອບ​ທັນ​ທີ. ມັນ​ຊັດ​ເຈນ​ວ່າ ລາວ​ໄດ້​ໄຕ່​ຕອງ​ເລື່ອງ​ນີ້​ກ່ອນ​ການ​ພົບ​ກັນ​ຂອງ​ພວກ​ເຮົາ. ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ລາວ​ໃຫ້​ນຳ​ເອົາ​ສອງ​ສາມ​ຂໍ້​ນີ້​ໄປ​ຫາ​ພຣະ​ເຈົ້າ​ໃນ​ການ​ອະ​ທິ​ຖານ ແລະ ໃຫ້​ຂໍ​ການ​ຢືນ​ຢັນ, ການ​ຊີ້​ນຳ, ແລະ ການ​ດົນ​ໃຈ​ເຖິງ​ວິ​ທີ​ດຳ​ເນີນ​ແຜນ​ການ​ຂອງ​ລາວ​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ. ລາວ​ກໍ​ຕົກ​ລົງ. ເມື່ອ​ພວກ​ເຮົາ​ຈົບ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຂໍ​ໃຫ້​ລາວ​ໃຫ້​ການ​ອັບ​ເດດ​ແບບ​ຫຍໍ້ໆ​ໃນ​ຈົດ​ໝາຍ​ປະ​ຈຳ​ອາ​ທິດ​ຂອງ​ລາວ.

ເມື່ອ​ຫລາຍ​ອາ​ທິດ​ຜ່ານ​ໄປ, ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ໄດ້​ໃນ​ຈົດ​ໝາຍ​ປະ​ຈຳ​ອາ​ທິດ​ຂອງ​ລາວ​ວ່າ ສິ່ງ​ຕ່າງໆ​ກຳ​ລັງ​ດີ​ຂຶ້ນ. ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ພຽງ​ແຕ່​ການ​ປັບ​ປຸງ​ໃນ​ຈົດ​ໝາຍ​ປະ​ຈຳ​ອາ​ທິດ ຂອງ​ລາວ ເທົ່າ​ນັ້ນ, ແຕ່​ຂ້າ​ພະ​ເຈົ້າ​ຍັງ​ສາ​ມາດ​ເຫັນ​ມັນ​ໃນ​ຈົດ​ໝາຍ​ປະ​ຈຳ​ອາ​ທິດ​ຂອງ​ຄູ່​ຂອງ​ລາວ​ເຊັ່ນ​ກັນ. ລະ​ຫວ່າງ​ການ​ສຳ​ພາດ​ແບບ​ຕົວ​ຕໍ່​ຕົວ​ຄັ້ງ​ຕໍ່​ໄປ​ຂອງ​ພວກ​ເຮົາ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ແຕກ​ຕ່າງ​ປານ​ແຈ້ງ​ກັບ​ມືດ​ໃນ​ສີ​ໜ້າ ແລະ ວິນ​ຍານ​ຂອງ​ລາວ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ລາວ​ວ່າ, “ສະ​ນັ້ນ, ແອວ​ເດີ, ແມ່ນ​ແທ້​ບໍ​ທີ່​ວ່າ ‘ຄວາມ​ໃຈ​ບຸນ​ດຳ​ລົງ​ຢູ່​ຕະ​ຫລອດ​ໄປ?’” ລາວ​ໄດ້​ຕອບ​ພ້ອມ​ດ້ວຍ​ຮອຍ​ຍິ້ມ​ກວ້າງ​ວ່າ, “ແມ່ນ​ແລ້ວ, ແລະ ໂດຍ​ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ​ຈະ​ນຳ​ເລື່ອງ​ໃຫຍ່​ມາ.”

ເມື່ອ​ທ່ານ​ເຮັດ​ຕາມ​ສູດ​ຂ່າວ​ດີ​ສຳ​ລັບ​ການ​ໃຊ້​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ, ໃຫ້​ຈື່​ຄຳ​ສອນ​ຂອງ​ປະ​ທານ​ແນວ​ສັນ ທີ່ວ່າ: “ບໍ່​ວ່າ​ທ່ານ​ຈະ​ມີ​ຄຳ​ຖາມ ຫລື ບັນ​ຫາ​ໃດ​ກໍ​ຕາມ, ທ່ານ​ຈະ​ພົບ​ຄຳ​ຕອບ​ຢູ່​ໃນ​ພຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ. ຈົ່ງ​ຮຽນ​ຮູ້​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ຄວາມ​ຮັກ​ຂອງ​ພຣະ​ອົງ, ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ, ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ປິ່ນ​ປົວ ແລະ ຄວາມ​ກ້າວ​ໜ້າ ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ. ຈົ່ງ​ຫັນ​ມາ​ຫາ​ພຣະ​ອົງ! ຈົ່ງ​ຕິດ​ຕາມ​ພຣະ​ອົງ!”

ເມື່ອ​ທ່ານ​ຕ້ອງ​ການ​ທີ່​ຈະ “ຟັງ​ພຣະ​ອົງ” ແລະ ຮູ້​ຈັກ​ວິ​ທີ​ເຊື້ອ​ເຊີນ​ພຣະ​ເຢ​ຊູ​ຄຣິດ​ໃຫ້​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ທ່ານ, ໃຫ້​ພິ​ຈາ​ລະ​ນາ​ຂັ້ນ​ຕອນ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ເຮົາ​ກ່ຽວ​ກັບ​ການ​ເປີດ​ເຜີຍ​ສ່ວນ​ຕົວ:

“ໃຫ້​ຊອກ​ຫາ​ບ່ອນ​ທີ່​ງຽບໆ ທີ່​ທ່ານ​ສາ​ມາດ​ໄປ​ຫາ​ໄດ້​ເປັນ​ປະ​ຈຳ. ໃຫ້​ຖ່ອມ​ຕົວ​ລົງ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ. ໃຫ້​ເປີດ​ໃຈ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ. ​ໃຫ້​ຫັນ​ໄປ​ຫາ​ພຣະ​ອົງ ເພື່ອ​ຄຳ​ຕອບ ແລະ ການ​ປອບ​ໂຍນ.

“ຈົ່ງ​ອະ​ທິ​ຖານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ກ່ຽວ​ກັບ​ບັນ​ຫາ​, ຄວາມ​ຢ້ານ​ກົວ, ແລະ ຄວາມ​ອ່ອນ​ແອ​ຂອງ​ທ່ານ—ແມ່ນ​ແລ້ວ, ກ່ຽວ​ກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ທ່ານ. ແລ້ວ​ໃຫ້​ຮັບ​ຟັງ! ໃຫ້​ຂຽນ​ແນວ​ຄິດ​ທີ່​ມາ​ສູ່​ຈິດ​ໃຈ​ຂອງ​ທ່ານ​ໄວ້. ບັນ​ທຶກ​ຄວາມ​ຮູ້​ສຶກ​ຂອງ​ທ່ານ ແລະ ເຮັດ​ຕາມ​ການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ. ເມື່ອ​ທ່ານ​ເຮັດ​ຕາມ​ຂັ້ນ​ຕອນ​ນີ້​ທຸກ​ມື້, ທຸກ​ເດືອນ, ທຸກ​ປີ, ແລ້ວ​ທ່ານ​ຈະ ‘ເຕີບ​ໂຕ​ຢູ່​ໃນ​ຫລັກ​ທຳ​ແຫ່ງ​ການ​ເປີດ​ເຜີຍ.’”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຮົາ. ພຣະ​ອົງ “ໄດ້​ບັນ​ລຸ​ທຸກ​ສິ່ງ​ທີ່​ເຮົາ​ຕ້ອງ​ການ​ເພື່ອ​ທີ່​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.” ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.