ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ ແລະ ຫົວ​ໃຈ​ທີ່​ກະ​ຕັນ​ຍູ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


10:53

ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ ແລະ ຫົວ​ໃຈ​ທີ່​ກະ​ຕັນ​ຍູ

ຄວາມ​ຍິ່ງ​ໃຫຍ່​ຂອງ​ໄພ່​ພົນ​ຂອງ​ພວກ​ເຮົາ​ໃນ​ອາ​ຟຣິ​ກາ ປະ​ກົດ​ຊັດ​ເຈນ​ຫລາຍ​ຂຶ້ນ​ເມື່ອ​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ໃນ​ຊີ​ວິດ ແລະ ຄວາມ​ຕ້ອງ​ການ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ກຳ​ລັງ​ເຕີບ​ໂຕ.

ເມື່ອ​ໜຶ່ງ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ປົດ​ຈາກ​ວຽກ​ງານ​ມອບ​ໝາຍ​ໃນ​ຝ່າຍ​ປະ​ທານ​ສາ​ວົກ​ເຈັດ​ສິບ, ຊຶ່ງ​ເປັນ​ການ​ປ່ຽນ​ແປງ​ທີ່​ປະ​ກາດ​ຢູ່​ທີ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ເນື່ອງ​ຈາກ​ວ່າ​ຊື່​ຂອງ​ຂ້າ​ພະ​ເຈົ້າ​ຖືກ​ອ່ານ​ໃກ້​ລາຍ​ຊື່​ຂອງ​ຜູ້​ທີ່​ຈະ​ກາຍ​ເປັນ​ອະ​ດີດ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ຫລາຍ​ຄົນ​ໄດ້​ຄິດ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ສິ້ນ​ສຸດ​ເວ​ລາ​ການ​ຮັບ​ໃຊ້​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ​ເຊັ່ນ​ກັນ. ຫລັງ​ຈາກ​ກອງ​ປະ​ຊຸມ​ໃຫຍ່, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂໍ້​ຄວາມ​ສະ​ແດງ​ຄວາມ​ຂອບ​ໃຈ ແລະ ປາດ​ຖະ​ໜາ​ດີ​ຢ່າງ​ຫລວງ​ຫລາຍ​ສຳ​ລັບ​ຊ່ວງ​ຕໍ່​ໄປ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ບາງ​ຄົນ​ເຖິງ​ກັບ​ສະ​ເໜີ​ຊື້​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເມືອງ​ນອດ​ເຊົາ​ເລັກ. ຂ້າ​ພະ​ເຈົ້າ​ດີ​ໃຈ​ທີ່​ເຫັນ​ວ່າ​ທຸກ​ຄົນ​ຈະ​ຄິດ​ຮອດ​ຂ້າ​ພະ​ເຈົ້າ ແລະ ຮູ້​ວ່າ​ພວກ​ເຮົາ​ຈະ​ບໍ່​ມີ​ບັນ​ຫາ​ໃນ​ການ​ຂາຍ​ບ້ານ​ຂອງ​ພວກ​ເຮົາ ເມື່ອ​ຂ້າ​ພະ​ເຈົ້າ​ສິ້ນ​ສຸດ​ການ​ຮັບ​ໃຊ້. ແຕ່​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ເຖິງ​ຈຸດ​ນັ້ນ​ເທື່ອ.

ໜ້າ​ທີ່​ມອບ​ໝາຍ​ໃໝ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ນຳ ໂມ​ນິ​ກາ ແລະ ຂ້າ​ພະ​ເຈົ້າ​ໄປ​ຍັງ​ອາ​ຟຣິ​ກາ​ທີ່​ສວຍ​ງາມ, ບ່ອນ​ທີ່​ສາດ​ສະ​ໜາ​ຈັກ​ກຳ​ລັງ​ຈະ​ເລີນ​ຮຸ່ງ​ເຮືອງ. ມັນ​ເປັນ​ພອນ​ທີ່​ໄດ້​ຮັບ​ໃຊ້​ໃນ​ທ່າມ​ກາງ​ໄພ່​ພົນ​ທີ່​ຊື່​ສັດ​ໃນ​ເຂດ​ອາ​ຟຣິ​ກາ​ໃຕ້ ແລະ ເປັນ​ພະ​ຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ຕໍ່​ເຂົາ​ເຈົ້າ. ມັນ​ເປັນ​ເລື່ອງ​ສ້າງ​ແຮງ​ບັນ​ດານ​ໃຈ​ທີ່​ໄດ້​ເຫັນ​ຄອບ​ຄົວ​ຈາກ​ລຸ້ນ​ສູ່​ລຸ້ນ​ໃນ​ທຸກ​ພື້ນ​ຖານ, ລວມ​ທັງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ປະ​ສົບ​ຜົນ​ສຳ​ເລັດ ແລະ ມີ​ການ​ສຶກ​ສາ​ດີ​ຫລາຍ​ຄົນ, ທີ່​ໄດ້​ອຸ​ທິດ​ເວ​ລາ ແລະ ພອນ​ສະ​ຫວັນ​ຂອງ​ເຂົາ​ເຈົ້າ ເພື່ອ​ຮັບ​ໃຊ້​ຄົນ​ອື່ນ.

ໃນ​ເວ​ລາ​ດຽວ​ກັນ, ດ້ວຍ​ລັກ​ສະ​ນະ​ປະ​ຊາ​ກອນ​ຂອງ​ພູ​ມີ​ພາກ​ນີ້, ຜູ້​ມີ​ຖາ​ນະ​ຍາກ​ຈົນ​ຈຳ​ນວນ​ຫລາຍ​ກຳ​ລັງ​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ ແລະ ປ່ຽນ​ແປງ​ຊີ​ວິດ​ຂອງ​ເຂົາ​ເຈົ້າ ຜ່ານ​ທາງ​ພອນ​ແຫ່ງ​ການ​ຈ່າຍ​ສ່ວນ​ສິບ​ຢ່າງ​ຊື່​ສັດ ແລະ ໂອ​ກາດ​ທາງ​ການ​ສຶກ​ສາ ທີ່​ສາດ​ສະ​ໜາ​ຈັກ​ໄດ້​ສະ​ເໜີ​ມອບ​ໃຫ້. ໂຄງ​ການ​ຕ່າງໆ​ເຊັ່ນ Succeed in School [ຄວາມ​ສຳ​ເລັດ​ໃນ​ໂຮງ​ຮຽນ], EnglishConnect [ເຊື່ອມ​ຕໍ່​ທາງ​ພາ​ສາ​ອັງ​ກິດ], BYU–Pathway Worldwide [ການ​ສຶກ​ສາ​ຜ່ານ​ທາງ BYU ທົ່ວ​ໂລກ], ແລະ Perpetual Education Fund [ທຶນ​ການ​ສຶກ​ສາ​ຕໍ່​ເນື່ອງ] ໄດ້​ເປັນ​ພອນ​ໃຫ້​ແກ່​ຫລາຍ​ຄົນ, ໂດຍ​ສະ​ເພາະ​ຄົນ​ລຸ້ນ​ໃໝ່.

ປະ​ທານ​ເຈມສ໌ ອີ ຟາວ ເຄີຍ​ກ່າວ​ໄວ້​ວ່າ, “ມີ​ຄົນ​ເວົ້າ​ວ່າ ສາດ​ສະ​ໜາ​ຈັກ​ນີ້​ບໍ່​ຈຳ​ເປັນ​ຕ້ອງ​ດຶງ​ດູດ​ຄົນ​ທີ່​ຍິ່ງ​ໃຫຍ່ ແຕ່​ມັກ​ເຮັດ​ໃຫ້​ຄົນ​ທຳ​ມະ​ດາ​ກາຍ​ເປັນ​ຄົນ​ເກັ່ງ.”

ຄວາມ​ຍິ່ງ​ໃຫຍ່​ຂອງ​ໄພ່​ພົນ​ຂອງ​ພວກ​ເຮົາ​ໃນ​ອາ​ຟຣິ​ກາ ປະ​ກົດ​ຊັດ​ເຈນ​ຫລາຍ​ຂຶ້ນ​ເມື່ອ​ເຂົາ​ເຈົ້າ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ໃນ​ຊີ​ວິດ ແລະ ຄວາມ​ຕ້ອງ​ການ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ກຳ​ລັງ​ເຕີບ​ໂຕ. ເຂົາ​ເຈົ້າ​ມັກ​ຈະ​ເບິ່ງ​ເລື່ອງ​ນີ້​ດ້ວຍ​ທັດ​ສະ​ນະ​ຄະ​ຕິ​ໃນ​ທາງ​ບວກ. ເຂົາ​ເຈົ້າ​ຮວບ​ຮວມ​ຄຳ​ສອນ​ທີ່​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ໄວ້​ເປັນ​ຢ່າງ​ດີ ຈາກ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ວ່າ:

“ຄວາມ​ສຸກ​ທີ່​ເຮົາ​ຮູ້​ສຶກ​ບໍ່​ຂຶ້ນ​ກັບ​ສະ​ຖາ​ນະ​ການ​ໃນ​ຊີ​ວິດ​ຂອງ​ເຮົາ ແຕ່​ມັນ​ຂຶ້ນ​ກັບ​ວ່າ ເຮົາ​ເອົາ​ໃຈ​ໃສ່​ຕໍ່​ສິ່ງ​ໃດ​ໃນ​ຊີ​ວິດ​ຂອງ​ເຮົາ.

“ເມື່ອ​ເຮົາ​ເຮັດ​ໃຫ້​ຊີ​ວິດ​ຂອງ​ເຮົາ​ສຸມ​ໃສ່​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ … ແລະ ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ຮູ້​ສຶກ​ເຖິງ​ຄວາມ​ສຸກ​ໄດ້ ບໍ່​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ—ຫລື ບໍ່​ເກີດ​ຂຶ້ນ​ກໍ​ຕາມ—ໃນ​ຊີ​ວິດ​ຂອງ​ເຮົາ.”

ເຂົາ​ເຈົ້າ​ພົບ​ຄວາມ​ຊື່ນ​ຊົມ​ເຖິງ​ແມ່ນ​ຈະ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ຕ່າງໆ​ກໍ​ຕາມ. ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຊ່ວຍ​ໃຫ້​ເຮົາ​ສາ​ມາດ​ຮັບ​ມື​ກັບ​ຄວາມ​ຍາກ​ລຳ​ບາກ ດ້ວຍ​ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ ແລະ ຫົວ​ໃຈ​ທີ່​ກະ​ຕັນ​ຍູ​ໄດ້.

ໄພ່​ພົນ​ໃນ​ອາ​ຟຣິ​ກາ

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ປະ​ສົບ​ການ​ບາງ​ຢ່າງ​ກັບ​ໄພ່​ພົນ​ທີ່​ຊື່​ສັດ​ເຫລົ່າ​ນີ້ ຜູ້​ໄດ້​ສະ​ແດງ​ຫລັກ​ທຳ​ນີ້, ໂດຍ​ເລີ່ມ​ຕົ້ນ​ຈາກ​ປະ​ເທດ​ໂມ​ຊຳ​ບິກ.

ໂມ​ຊຳ​ບິກ

ສອງ​ສາມ​ເດືອນ​ຜ່ານ​ມາ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ສະ​ເຕກ ຂອງ​ສະ​ເຕກ​ທີ່​ກໍ່​ຕັ້ງ​ໄດ້​ໜຶ່ງ​ປີ ແຕ່​ມີ 10 ໜ່ວຍ​ແລ້ວ. ຜູ້​ຄົນ​ຫລາຍ​ກວ່າ 2,000 ຄົນ​ເຕັມ​ຢູ່​ໃນ​ຕຶກ​ໂບດ​ນ້ອຍ ແລະ ຜ້າ​ເຕັນ​ສາມ​ຫລັງ ທີ່​ໄດ້​ຕັ້ງ​ໄວ້​ຢູ່​ຂ້າງ​ນອກ. ປະ​ທານ​ສະ​ເຕກ ມີ​ອາ​ຍຸ 31 ປີ, ພັນ​ລະ​ຍາ​ຂອງ​ເພິ່ນ 26 ປີ, ແລະ ພວກ​ເພິ່ນ​ມີ​ລູກ​ນ້ອຍ​ສອງ​ຄົນ. ເພິ່ນ​ນຳ​ພາ​ສະ​ເຕກ​ທີ່​ກຳ​ລັງ​ເຕີບ​ໂຕ ແລະ ທ້າ​ທາຍ​ນີ້ ໂດຍ​ບໍ່​ເວົ້າ​ຈົ່ມ—ພຽງ​ແຕ່​ດ້ວຍ​ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ ແລະ ຫົວ​ໃຈ​ທີ່​ກະ​ຕັນ​ຍູ.

ໃນ​ການ​ສຳ​ພາດ​ກັບ​ປິ​ຕຸ, ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ພັນ​ລະ​ຍາ​ຂອງ​ເພິ່ນ​ກຳ​ລັງ​ປ່ວຍ​ໂຊ, ແລະ ເພິ່ນ​ຕ້ອງ​ດີ້ນ​ລົນ​ເພື່ອ​ດູ​ແລ​ນາງ. ຫລັງ​ຈາກ​ໄດ້​ເວົ້າ​ລົມ​ເລື່ອງ​ນີ້​ກັບ​ປະ​ທານ​ສະ​ເຕກ​ແລ້ວ, ພວກ​ເຮົາ​ໄດ້​ມອບ​ພອນ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ນາງ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ປິ​ຕຸ​ວ່າ ເພິ່ນ​ໄດ້​ມອບ​ປິ​ຕຸ​ພອນ​ຫລາຍ​ປານ​ໃດ​ໂດຍ​ສະ​ເລ່ຍ.

“ແປດ ເຖິງ ສິບ,” ເພິ່ນ​ເວົ້າ.

ຂ້າ​ພະ​ເຈົ້າ​ໄດ້​ຖາມ​ວ່າ, “ຕໍ່​ເດືອນ​ບໍ?”

ເພິ່ນ​ຕອບ, “ຕໍ່​ອາ​ທິດ!” ຂ້າ​ພະ​ເຈົ້າ​ໄດ້​ແນະ​ນຳ​ເພິ່ນ​ວ່າ ການ​ເຮັດ​ຫລາຍ​ແບບ​ນັ້ນ​ຕໍ່​ອາ​ທິດ​ບໍ່​ໄດ້​ເປັນ​ການ​ສະ​ຫລາດ.

“ແອວ​ເດີ ກາ​ໂດຍ,” ເພິ່ນ​ເວົ້າ, “ພວກ​ເຂົາ​ມາ​ທຸກ​ອາ​ທິດ, ລວມ​ທັງ​ສະ​ມາ​ຊິກ​ໃໝ່ ແລະ ຊາວ​ໜຸ່ມ​ຈຳ​ນວນ​ຫລາຍ.” ອີກ​ຄັ້ງ, ບໍ່​ມີ​ການ​ເວົ້າ​ຈົ່ມ—ມີ​ພຽງ​ແຕ່​ໃບ​ໜ້າ​ຍິ້ມ​ແຍ້ມ ແລະ ຫົວ​ໃຈ​ທີ່​ກະ​ຕັນ​ຍູ.

ຫລັງ​ຈາກ​ພາກ​ວັນ​ເສົາ​ຕອນ​ແລງ​ຂອງ​ກອງ​ປະ​ຊຸມ​ສະ​ເຕກ, ຂະ​ນະ​ທີ່​ເດີນ​ທາງ​ໄປ​ໂຮງ​ແຮມ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ຜູ້​ຄົນ​ກຳ​ລັງ​ຊື້​ອາ​ຫານ​ຢູ່​ແຄມ​ຖະ​ໜົນ​ໃນ​ຍາມ​ເດິກ. ຂ້າ​ພະ​ເຈົ້າ​ໄດ້​ຖາມ​ຄົນ​ຂັບ​ລົດ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ຊື້​ຕອນ​ກາງ​ຄືນ ແທນ​ທີ່​ຈະ​ຊື້​ໃນ​ຕອນ​ກາງ​ເວັນ. ລາວ​ໄດ້​ຕອບ​ວ່າ ພວກ​ເຂົາ​ເຮັດ​ວຽກ​ໃນ​ຕອນ​ກາງ​ເວັນ ເພື່ອ​ຈະ​ໄດ້​ເງິນ​ມາ​ຊື້​ໃນ​ຕອນ​ແລງ.

“ໂອ, ພວກ​ເຂົາ​ເຮັດ​ວຽກ​ມື້​ນີ້ ເພື່ອ​ກິນ​ມື້​ອື່ນ​ນໍ,” ຂ້າ​ພະ​ເຈົ້າ​ເວົ້າ.

ແຕ່​ລາວ​ໄດ້​ເວົ້າ​ແກ້​ຂ້າ​ພະ​ເຈົ້າ​ວ່າ: “ບໍ່​ແມ່ນ, ພວກ​ເຂົາ​ເຮັດ​ວຽກ​ໃນ​ຕອນ​ກາງ​ເວັນ ເພື່ອ​ຈະ​ໄດ້​ກິນ​ໃນ​ຄືນ​ນີ້.” ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ສະ​ມາ​ຊິກ​ຂອງ​ພວກ​ເຮົາ​ຈະ​ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ດີ​ກວ່າ​ນີ້, ແຕ່​ລາວ​ໄດ້​ຢືນ​ຢັນ​ວ່າ ຫລາຍ​ຄົນ​ກໍ​ປະ​ເຊີນ​ຄວາມ​ທ້າ​ທາຍ​ທີ່​ຄ້າຍ​ຄື​ກັນ​ນີ້ ໃນ​ພາກ​ສ່ວນ​ນັ້ນ​ຂອງ​ປະ​ເທດ. ເຊົ້າ​ຕໍ່​ມາ, ລະ​ຫວ່າງ​ພາກ​ວັນ​ອາ​ທິດ​ຂອງ​ພວກ​ເຮົາ ແລະ ໂດຍ​ທີ່​ຮູ້​ເຖິງ​ສະ​ພາບ​ຂອງ​ເຂົາ​ເຈົ້າ, ຂ້າ​ພະ​ເຈົ້າ​ຍິ່ງ​ປະ​ທັບ​ໃຈ​ຫລາຍ​ດ້ວຍ​ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ ແລະ ຫົວ​ໃຈ​ທີ່​ກະ​ຕັນ​ຍູ​ຂອງ​ເຂົາ​ເຈົ້າ.

ຊຳ​ບີ

ຂະ​ນະ​ທີ່​ເດີນ​ທາງ​ໄປ​ຮ່ວມ​ກອງ​ປະ​ຊຸມ​ໃນ​ວັນ​ອາ​ທິດ, ປະ​ທານ​ສະ​ເຕກ ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຜົວ​ເມຍ​ຄູ່​ໜຶ່ງ​ກຳ​ລັງ​ຍ່າງ​ຢູ່​ຂ້າງ​ທາງ ພ້ອມ​ດ້ວຍ​ແອ​ນ້ອຍ ແລະ ລູກ​ນ້ອຍ​ສອງ​ຄົນ. ພວກ​ເຮົາ​ໄດ້​ຢຸດ​ລົດ ແລະ ເຊີນ​ເຂົາ​ເຈົ້າ​ຂຶ້ນ​ລົດ​ໄປ​ນຳ. ເຂົາ​ເຈົ້າ​ປະ​ຫລາດ​ໃຈ ແລະ ດີ​ໃຈ​ຫລາຍ. ເມື່ອ​ຂ້າ​ພະ​ເຈົ້າ​ຖາມ​ວ່າ ຕ້ອງ​ໃຊ້​ເວ​ລາ​ດົນ​ປານ​ໃດ​ເພື່ອ​ຍ່າງ​ໄປ​ໂບດ, ຜູ້​ເປັນ​ພໍ່​ໄດ້​ຕອບ​ວ່າ ປະ​ມານ 45 ນາ​ທີ ເຖິງ ໜຶ່ງ​ຊົ່ວ​ໂມງ, ຂຶ້ນ​ຢູ່​ກັບ​ການ​ຍ່າງ​ຂອງ​ລູກໆ. ເຂົາ​ເຈົ້າ​ໄດ້​ເດີນ​ໄປ​ກັບ​ແບບ​ນີ້, ທຸກ​ວັນ​ອາ​ທິດ, ບໍ່​ມີ​ການ​ເວົ້າ​ຈົ່ມ—ມີ​ພຽງ​ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ ແລະ ຫົວ​ໃຈ​ທີ່​ກະ​ຕັນ​ຍູ.

ມາ​ລາ​ວີ

ໃນ​ວັນ​ອາ​ທິດ​ໜຶ່ງ ກ່ອນ​ກອງ​ປະ​ຊຸມ​ສະ​ເຕກ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ສອງ​ສາ​ຂາ ທີ່​ໃຊ້​ໂຮງ​ຮຽນ​ຫລວງ​ເປັນ​ສະ​ຖານ​ທີ່​ປະ​ຊຸມ. ຂ້າ​ພະ​ເຈົ້າ​ຕົກ​ໃຈ​ກັບ​ສະ​ພາບ​ອາ​ຄານ​ທີ່​ຕ່ຳ​ຕ້ອຍ ແລະ ລຽບ​ງ່າຍ, ຊຶ່ງ​ຂາດ​ແມ່ນ​ແຕ່​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຂັ້ນ​ພື້ນ​ຖານ​ບາງ​ຢ່າງ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ພົບ​ກັບ​ສະ​ມາ​ຊິກ​ບໍ່​ເທົ່າ​ໃດ​ຄົນ​ຢູ່​ທີ່​ນັ້ນ, ຂ້າ​ພະ​ເຈົ້າ​ພ້ອມ​ທີ່​ຈະ​ຂໍ​ໂທດ​ສຳ​ລັບ​ສະ​ພາບ​ຂອງ​ອາ​ຄານ​ປະ​ຊຸມ​ຂອງ​ເຂົາ​ເຈົ້າ ທີ່​ບໍ່​ພຽບ​ພ້ອມ, ແຕ່​ເຂົາ​ເຈົ້າ​ດີ​ໃຈ​ທີ່​ມີ​ສະ​ຖານ​ທີ່​ເຕົ້າ​ໂຮມ​ຢູ່​ໃກ້ໆ, ຫລີກ​ເວັ້ນ​ຈາກ​ການ​ຍ່າງ​ໄກ​ຕາມ​ປົກ​ກະ​ຕິ. ອີກ​ເທື່ອ​ໜຶ່ງ, ບໍ່​ມີ​ການ​ເວົ້າ​ຈົ່ມ—ມີ​ພຽງ​ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ ແລະ ຫົວ​ໃຈ​ທີ່​ກະ​ຕັນ​ຍູ.

ຊິມ​ບຳ​ເວ

ຫລັງ​ຈາກ​ການ​ຝຶກ​ອົບ​ຮົມ​ຜູ້​ນຳ​ໃນ​ວັນ​ເສົາ, ປະ​ທານ​ສະ​ເຕກ​ໄດ້​ພາ​ຂ້າ​ພະ​ເຈົ້າ​ໄປ​ຮ່ວມ​ກອງ​ປະ​ຊຸມ​ໃນ​ວັນ​ອາ​ທິດ ທີ່​ຖືກ​ຈັດ​ຂຶ້ນ​ໃນ​ເຮືອນ​ເຊົ່າ​ຫລັງ​ໜຶ່ງ. ມີ​ຜູ້​ຄົນ 240 ຄົນ​ເຂົ້າ​ຮ່ວມ. ຈາກ​ນັ້ນ​ອະ​ທິ​ການ​ໄດ້​ແນະ​ນຳ​ສະ​ມາ​ຊິກ​ໃໝ່ 10 ຄົນ ທີ່​ຫາ​ກໍ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ໃນ​ອາ​ທິດ​ນັ້ນ. ຜູ້​ເຂົ້າ​ຮ່ວມ​ປະ​ຊຸມ​ກະ​ຈັດ​ກະ​ຈາຍ​ກັນ​ຢູ່​ໃນ​ຫ້ອງ​ນ້ອຍ​ສອງ​ຫ້ອງ, ບາງ​ຄົນ​ກໍ​ນັ່ງ​ຢູ່​ນອກ​ອາ​ຄານ, ເບິ່ງ​ກອງ​ປະ​ຊຸມ​ຜ່ານ​ປ່ອງ​ຢ້ຽມ ແລະ ປະ​ຕູ. ອີກ​ເທື່ອ​ໜຶ່ງ, ບໍ່​ມີ​ການ​ເວົ້າ​ຈົ່ມ—ມີ​ພຽງ​ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ ແລະ ຫົວ​ໃຈ​ທີ່​ກະ​ຕັນ​ຍູ.

ເລ​ໂຊ​ໂຕ

ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ນ້ອຍ​ທີ່​ສວຍ​ງາມ​ແຫ່ງ​ໜຶ່ງ, ຊຶ່ງ​ຮູ້​ຈັກ​ກັນ​ອີກ​ວ່າ “ອາ​ນາ​ຈັກ​ພູ​ເຂົາ,” ເພື່ອ​ຊົມ​ທ້ອງ​ຖິ່ນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ກາຍ​ເປັນ​ສະ​ເຕກ. ຫລັງ​ຈາກ​ການ​ປະ​ຊຸມ​ໃນ​ວັນ​ເສົາ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ກອງ​ປະ​ຊຸມ​ໃນ​ວັນ​ອາ​ທິດ ໃນ​ສາ​ຂາ​ໜຶ່ງ​ຂອງ​ເຂົາ​ເຈົ້າ ຢູ່​ໃນ​ເຮືອນ​ທີ່​ເຊົ່າ. ຫ້ອງ​ສິນ​ລະ​ລຶກ​ແມ່ນ​ເຕັມ​ໄປ​ດ້ວຍ​ຜູ້​ຄົນ, ບາງ​ຄົນ​ຢືນ​ຢູ່​ນອກ​ປະ​ຕູ​ເພື່ອ​ເຂົ້າ​ຮ່ວມ. ຂ້າ​ພະ​ເຈົ້າ​ໄດ້​ບອກ​ປະ​ທານ​ສາ​ຂາ​ວ່າ ເພິ່ນ​ຕ້ອງ​ມີ​ເຮືອນ​ຫລັງ​ໃຫຍ່​ກວ່າ​ນັ້ນ. ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ຫລາດ​ໃຈ, ເມື່ອ​ເພິ່ນ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ນັ້ນ​ແມ່ນ​ພຽງ​ແຕ່​ສະ​ມາ​ຊິກ​ຈຳ​ນວນ​ເຄິ່ງ​ໜຶ່ງ​ຂອງ​ເພິ່ນ​ເທົ່າ​ນັ້ນ. ສ່ວນ​ອີກ​ເຄິ່ງ​ໜຶ່ງ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ໃນ​ຊົ່ວ​ໂມງ​ທີ​ສອງ. ອີກ​ເທື່ອ​ໜຶ່ງ, ບໍ່​ມີ​ການ​ເວົ້າ​ຈົ່ມ—ມີ​ພຽງ​ໃບ​ໜ້າ​ທີ່​ຍິ້ມ​ແຍ້ມ ແລະ ຫົວ​ໃຈ​ທີ່​ກະ​ຕັນ​ຍູ.

ຂ້າ​ພະ​ເຈົ້າ​ໄດ້​ກັບ​ໄປ​ປະ​ເທດ​ເລ​ໂຊ​ໂຕ ໃນ​ພາຍ​ຫລັງ ເນື່ອງ​ຈາກ​ອຸ​ບັດ​ຕິ​ເຫດ​ຮ້າຍ​ແຮງ​ທາງ​ລົດ ທີ່​ກ່ຽວ​ຂ້ອງ​ກັບ​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ຫລາຍ​ຄົນ, ຊຶ່ງ​ຖືກ​ກ່າວ​ເຖິງ​ໂດຍ​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ ກ່ອນ​ໜ້າ​ນີ້. ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ໄປ​ຢ້ຽມ​ຢາມ​ຄອບ​ຄົວ ແລະ ຜູ້​ນຳ, ຂ້າ​ພະ​ເຈົ້າ​ຄາດ​ວ່າ​ບັນ​ຍາ​ກາດ​ຈະ​ເສົ້າ​ໝອງ. ແທນ​ທີ່, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ໄພ່​ພົນ​ທີ່​ເຂັ້ມ​ແຂງ ແລະ ຢືດ​ຢຸ່ນ ຜູ້​ທີ່​ຮັບ​ມື​ກັບ​ສະ​ຖາ​ນະ​ການ​ດ້ວຍ​ວິ​ທີ​ທີ່​ເຊີດ​ຊູ​ໃຈ ແລະ ສ້າງ​ແຮງ​ບັນ​ດານ​ໃຈ.

ມະ​ໂຟ ອາ​ນິ​ເຊຍ ນະ​ກູ

ມະ​ໂຟ ອາ​ນິ​ເຊຍ ນະ​ກູ, 14 ປີ, ຜູ້​ລອດ​ຊີ​ວິດ​ຈາກ​ອຸ​ບັດ​ຕິ​ເຫດ​ໃນ​ຮູບ​ນີ້, ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ດີ​ໃນ​ຄຳ​ຂອງ​ນາງ​ເອງ ທີ່​ວ່າ: “ຈົ່ງ​ໄວ້​ວາງ​ໃຈ​ໃນ​ພຣະ​ເຢ​ຊູ ແລະ ຫວັງ​ເພິ່ງ​ພຣະ​ອົງ​ສະ​ເໝີ, ເພາະ​ຜ່ານ​ທາງ​ພຣະ​ອົງ ທ່ານ​ຈະ​ພົບ​ສັນ​ຕິ​ສຸກ, ແລະ ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ທ່ານ​ໃນ​ຂະ​ບວນ​ການ​ປິ່ນ​ປົວ.”

ນີ້​ເປັນ​ພຽງ​ບາງ​ຕົວ​ຢ່າງ​ທີ່​ພວກ​ເຮົາ​ເຫັນ​ທັດ​ສະ​ນະ​ຄະ​ຕິ​ຂອງ​ເຂົາ​ເຈົ້າ ເພາະ​ເຂົາ​ເຈົ້າ​ເຮັດ​ໃຫ້​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ​ໃນ​ຊີ​ວິດ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຮູ້​ວ່າ​ຈະ​ຊອກ​ຫາ​ຄວາມ​ຊ່ວຍ​ເຫລືອ ແລະ ຄວາມ​ຫວັງ​ໄດ້​ຢູ່​ໃສ.

ອຳ​ນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ເປັນ​ຫຍັງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ສາ​ມາດ​ຊ່ວຍ​ເຫລືອ​ເຂົາ​ເຈົ້າ ແລະ ເຮົາ​ໃນ​ສະ​ຖາ​ນະ​ການ​ຂອງ​ຊີ​ວິດ​ເຮົາ? ຄຳ​ຕອບ​ມີ​ຢູ່​ໃນ​ພຣະ​ຄຳ​ພີ ທີ່​ວ່າ:

“ແລະ ພຣະ​ອົງ​ຈະ​ສະ​ເດັດ​ອອກ​ໄປ, ທົນ​ຕໍ່​ຄວາມ​ເຈັບ​ປວດ ແລະ ຄວາມ​ທຸກ ແລະ ການ​ລໍ້​ລວງ​ທຸກ​ຢ່າງ. …

“… ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ອ່ອນ​ແອ​ຂອງ​ພວກ​ເຂົາ​ໄວ້, ເພື່ອ​ວ່າ [ພຣະ​ອົງ] ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ, … ເພື່ອ​ວ່າ​ພຣະ​ອົງ … ຈະ​ຊ່ວຍ​ຜູ້​ຄົນ​ຂອງ​ພຣະ​ອົງ ຕາມ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ.”

ດັ່ງ​ທີ່​ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ, ບໍ່​ມີ​ຄວາມ​ເຈັບ​ປວດ, ຄວາມ​ທຸກ​ທໍ​ລະ​ມານ, ຫລື ຄວາມ​ອ່ອນ​ແອ​ທາງ​ຮ່າງ​ກາຍ​ໃດ​ທີ່​ເຮົາ​ສາ​ມາດ​ປະ​ສົບ ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ຮູ້​ຈັກ. “ທ່ານ ແລະ ຂ້າ​ພະ​ເຈົ້າ​ໃນ​ຍາມ​ອ່ອນ​ແອ​ອາດ​ຮ້ອງ​ວ່າ, ‘ບໍ່​ມີ​ໃຜ​ເຂົ້າ​ໃຈ [ສິ່ງ​ທີ່​ເຮົາ​ກຳ​ລັງ​ປະ​ເຊີນ]. …’ ບາງ​ທີ, ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຮູ້. ແຕ່​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຮູ້​ຈັກ ແລະ ເຂົ້າ​ໃຈ​ເປັນ​ຢ່າງ​ດີ.” ແລະ ເປັນ​ຫຍັງ? ເພາະ “ພຣະ​ອົງ​ຮູ້​ສຶກ ແລະ ໄດ້​ແບກ​ຫາບ​ພາ​ລະ​ຂອງ​ເຮົາ ກ່ອນ​ເຮົາ​ເສຍ​ອີກ.”

ຂ້າ​ພະ​ເຈົ້າ​ຂໍ​ຈົບ​ດ້ວຍ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ທີ່​ພົບ​ເຫັນ​ໃນ ມັດ​ທາຍ 11:

“ບັນ​ດາ​ຜູ້​ທີ່​ເຮັດ​ການ​ໜັກ​ໜ່ວງ ແລະ ແບກ​ພາ​ລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ເຊົາ​ເມື່ອຍ.

“ຈົ່ງ​ເອົາ​ແອກ​ຂອງ​ເຮົາ​ແບກ​ໄວ້​ແລ້ວ​ຮຽນ​ຮູ້​ຈາກ​ເຮົາ ເພາະ​ວ່າ​ເຮົາ​ເປັນ​ຜູ້​ໃຈ​ອ່ອນ​ສຸ​ພາບ ແລະ ຖ່ອມ​ລົງ ແລ້ວ​ຈິດ​ໃຈ​ຂອງ​ພວກ​ເຈົ້າ​ຈະ​ໄດ້​ພົບ​ຄວາມ​ເຊົາ​ເມື່ອຍ.

“ດ້ວຍ​ວ່າ ແອກ​ຂອງ​ເຮົາ​ກໍ​ພໍ​ເໝາະ ແລະ ພາ​ລະ​ຂອງ​ເຮົາ​ກໍ​ເບົາ.”

ເຊັ່ນ​ດຽວ​ກັບ​ໄພ່​ພົນ​ເຫລົ່າ​ນັ້ນ​ໃນ​ອາ​ຟຣິ​ກາ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຄຳ​ສັນ​ຍາ​ນີ້​ເປັນ​ຄວາມ​ຈິງ. ມັນ​ເປັນ​ຄວາມ​ຈິງ​ຢູ່​ທີ່​ນັ້ນ, ແລະ ມັນ​ເປັນ​ຄວາມ​ຈິງ​ໃນ​ທຸກ​ບ່ອນ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. James E. Faust, “Five Loaves and Two Fishes,” Ensign, May 1994, 5.

  2. Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 82.

  3. ແອວ​ມາ 7:11–12.

  4. David A. Bednar, “The Atonement and the Journey of Mortality,” Liahona, Apr. 2012, 19.

  5. ມັດ​ທາຍ 11:28–30.