ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຈົ່ງ​ຄືນ​ດີ​ກັບ​ພຣະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


10:22

ຈົ່ງ​ຄືນ​ດີ​ກັບ​ພຣະ​ເຈົ້າ

ການ​ຄືນ​ດີ​ກັບ​ພຣະ​ເຈົ້າ, ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ຈະ​ນຳ​ພາ​ໄປ​ສູ່​ສັດ​ທາ​ທີ່​ບໍ່​ສະ​ທ້ານ​ຫວັ່ນ​ໄຫວ.

ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ສຶກ​ສາ​ພຣະ​ຄຳ​ພີ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຄຳ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ແທ້ໆ, ຫລັກໆ​ແລ້ວ​ຍ້ອນ​ວ່າ​ຄຳ​ເຫລົ່າ​ນັ້ນ​ມີ​ຄວາມ​ໝາຍ​ພິ​ເສດ​ອັນ​ເປັນ​ຜົນ​ມາ​ຈາກ​ປະ​ສົບ​ການ​ທີ່​ຂ້າ​ພະ​ເຈົ້າ​ມີ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ໃຊ້​ຊີ​ວິດ​ການ​ເຮັດ​ວຽກ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ນັກ​ບັນ​ຊີ​ນິ​ຕິ​ສາດ. ດ້ວຍ​ພື້ນ​ຖານ​ເຊັ່ນ​ນັ້ນ, ຄຳ​ວ່າ ຄືນ​ດີ ຈຶ່ງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ອ່ານ​ພຣະ​ຄຳ​ພີ. ວຽກ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ກວດ​ສອບ​ຈຳ​ນວນ​ເງິນ​ທີ່​ຖືກ​ລາຍ​ງານ​ມາ​ແລ້ວ​ກັບ​ບັນ​ທຶກ​ດ້ານ​ການ​ເງິນ ໂດຍ​ການ​ນຳ​ໃຊ້​ທັກ​ສະ​ທາງ​ດ້ານ​ການ​ບັນ​ຊີ, ການ​ກວດ​ສອບ​ບັນ​ຊີ, ແລະ ການ​ສືບ​ສວນ. ໃນ​ອີກ​ຄຳ​ໜຶ່ງ, ເປົ້າ​ໝາຍ​ຂອງ​ຂ້າ​ພະ​ເຈົ້າ​ຄື ຈັດ​ຮຽງ​ບັນ​ທຶກ​ດ້ານ​ການ​ເງິນ​ໃຫ້​ສອດ​ຄ່ອງ​ກັບ​ເອ​ກະ​ສານ​ດ້ານ​ການ​ເງິນ​ທີ່​ກ່ຽວ​ຂ້ອງ​ເພື່ອ​ຮັບ​ປະ​ກັນ​ຄວາມ​ຖືກ​ຕ້ອງ ແລະ ທ່ຽງ​ຕົງ. ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຢ່າງ​ພາກ​ພຽນ​ໃນ​ການ​ແກ້​ໄຂ​ຂໍ້​ຄາດ​ເຄື່ອນ, ແລະ ມັນ​ເປັນ​ເລື່ອງ​ປົກ​ກະ​ຕິ​ທີ່​ຕ້ອງ​ໃຊ້​ເວ​ລາ​ຢ່າງ​ຫລວງ​ຫລາຍ​ໃນ​ການ​ແກ້​ໄຂ​ຂໍ້​ຄາດ​ເຄື່ອນ​ແມ່ນ​ແຕ່​ພຽງ​ເລັກ​ນ້ອຍ.

ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ຮ້ອງ​ຂໍ​ຊາວ​ໂກ​ຣິນ​ໂທ​ໃຫ້ “ຄືນ​ດີ​ກັບ [ພຣະ​ເຈົ້າ].” ການ​ຄືນ​ດີ​ກັບ​ພຣະ​ເຈົ້າ​ໝາຍ​ເຖິງ​ການ​ຖືກ​ນຳ​ກັບ​ຄືນ​ມາ​ສູ່​ພຣະ​ເຈົ້າ​ດ້ວຍ​ຄວາມ​ປອງ​ດອງ​ອີກ​ຄັ້ງ ຫລື ການ​ຟື້ນ​ຟູ​ຄວາມ​ສຳ​ພັນ​ກັບ​ພຣະ​ເຈົ້າ​ທີ່​ເຄີຍ​ເຄັ່ງ​ຕຶງ ຫລື ແຕກ​ຫັກ​ຍ້ອນ​ຄວາມ​ຜິດ​ບາບ ຫລື ການ​ກະ​ທຳ​ຂອງ​ເຮົາ. ເວົ້າ​ງ່າຍໆ​ກໍ​ຄື, ການ​ຄືນ​ດີ​ກັບ​ພຣະ​ເຈົ້າ​ໝາຍ​ເຖິງ​ການ​ເຮັດ​ໃຫ້​ຄວາມ​ປະ​ສົງ ແລະ ການ​ກະ​ທຳ​ຂອງ​ເຮົາ​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ, ຫລື ດັ່ງ​ທີ່​ໄດ້​ສິດ​ສອນ​ໂດຍ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ, ໃຫ້​ພຣະ​ເຈົ້າ​ໄຊ​ຊະ​ນະ​ໃນ​ຊີ​ວິດ​ຂອງ​ເຮົາ.

ດັ່ງ​ທີ່​ມີ​ສອນ​ໄວ້​ໃນ​ພຣະ​ຄຳ​ພີ, ເຮົາ​ມີ​ສິດ​ທີ່​ຈະ​ເຮັດ​ເພື່ອ​ຕົນ​ເອງ, “ທີ່​ຈະ​ເລືອກ​ທາງ​ແຫ່ງ​ຄວາມ​ຕາຍ​ອັນ​ເປັນ​ນິດ ຫລື ທາງ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ.” ແຕ່​ຖ້າ​ວ່າ​ເຮົາ​ບໍ່​ພາກ​ພຽນ, ເສ​ລີ​ພາບ​ໃນ​ການ​ເຮັດ​ເພື່ອ​ຕົວ​ເຮົາ​ເອງ​ນີ້ ອາດ​ຈະ​ນຳ​ໄປ​ສູ່​ການ​ສູນ​ເສຍ​ຄວາມ​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ.

ສາດ​ສະ​ດາ​ຢາ​ໂຄບ​ໄດ້​ສິດ​ສອນ​ວ່າ ເມື່ອ​ເຮົາ​ພົບ​ຕົນ​ເອງ​ຢູ່​ໃນ​ຄວາມ​ບໍ່​ປອງ​ດອງ ຫລື ຄວາມ​ບໍ່​ລົງ​ຮອຍ​ກັບ​ພຣະ​ເຈົ້າ, ວິ​ທີ​ດຽວ​ທີ່​ເຮົາ​ຈະ​ສາ​ມາດ​ບັນ​ລຸ​ການ​ຄືນ​ດີ​ໄດ້​ນັ້ນ​ກໍ​ຄື “ຄືນ​ດີ​ກັບ [ພຣະ​ເຈົ້າ] ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ.” ເຮົາ​ຕ້ອງ​ຮັບ​ຮູ້​ວ່າ ການ​ຄືນ​ດີ​ນັ້ນ​ແມ່ນ​ຂຶ້ນ​ຢູ່​ກັບ​ຄວາມ​ເມດ​ຕາ, ຊຶ່ງ​ໝາຍ​ຄວາມ​ວ່າ ການ​ກະ​ທຳ​ທີ່​ມີ​ພຣະ​ຄຸນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ນັ້ນ ເຮັດ​ໃຫ້​ການ​ຄືນ​ດີ​ເປັນ​ໄປ​ໄດ້.

ຂະ​ນະ​ທີ່​ທ່ານ​ໄຕ່​ຕອງ​ຊີ​ວິດ​ຂອງ​ຕົນ​ເອງ, ໃຫ້​ຄິດ​ກ່ຽວ​ກັບ​ຕອນ​ທີ່​ທ່ານ​ຮູ້​ສຶກ​ຢູ່​ຫ່າງ​ໄກ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ເພາະ​ວ່າ​ທ່ານ​ໄດ້​ຫຍັບ​ອອກ​ໄປ​ຈາກ​ພຣະ​ອົງ. ຍົກ​ຕົວ​ຢ່າງ, ບາງ​ທີ​ທ່ານ​ອາດ​ຈະ​ມີ​ຄວາມ​ພາກ​ພຽນ​ໜ້ອຍ​ລົງ​ໃນ​ການ​ອະ​ທິ​ຖານ​ຫາ​ພຣະ​ອົງ ຫລື ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ດັ່ງ​ທີ່​ເຮົາ​ເລືອກ​ທີ່​ຈະ​ຕີ​ຕົວ​ອອກ​ຫ່າງ​ຈາກ​ພຣະ​ເຈົ້າ, ເຮົາ​ຕ້ອງ​ເລືອກ​ທີ່​ຈະ​ເລີ່ມ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຄືນ​ດີ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ໜັກ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ເຮົາ​ເມື່ອ​ພຣະ​ອົງ​ກ່າວ​ວ່າ: “ຈົ່ງ​ເຂົ້າ​ມາ​ໃກ້​ເຮົາ ແລະ ເຮົາ​ຈະ​ເຂົ້າ​ໃກ້​ພວກ​ເຈົ້າ; ຈົ່ງ​ສະ​ແຫວງ​ຫາ​ເຮົາ​ດ້ວຍ​ຄວາມ​ພາກ​ພຽນ ແລະ ພວກ​ເຈົ້າ​ຈະ​ພົບ​ເຮົາ; ຈົ່ງ​ໝັ່ນ​ຂໍ ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ເຄາະ ແລ້ວ​ຈະ​ມີ​ຜູ້​ໄຂ​ປະ​ຕູ​ໃຫ້​ພວກ​ເຈົ້າ.”

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຊ່ວຍ​ເຮົາ​ໃຫ້​ຟື້ນ​ຟູ ແລະ ຄືນ​ດີ​ກັບ​ຄວາມ​ສຳ​ພັນ​ທີ່​ສຳ​ຄັນ​ນີ້​ໄດ້​ແນວ​ໃດ? ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ມີ​ຄວາມ​ກ້າວ​ໜ້າ​ຢ່າງ​ຫລວງ​ຫລາຍ​ໃນ​ການ​ເດີນ​ທາງ​ຂອງ​ຂ້າ​ພະ​ເຈົ້າ​ເພື່ອ​ຄືນ​ດີ​ກັບ​ພຣະ​ເຈົ້າ ເມື່ອ​ຂ້າ​ພະ​ເຈົ້າ​ເຮັດ​ຕາມ​ຄຳ​ແນະ​ນຳ​ຂອງ​ປະ​ທານ​ແນວ​ສັນ ແລະ ກັບ​ໃຈ​ທຸກໆ​ມື້. ເຫດ​ຜົນ​ນັ້ນ​ກໍ​ຄື ການ​ຄືນ​ດີ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ຟື້ນ​ຟູ​ຄວາມ​ສຳ​ພັນ​ທີ່​ແຕກ​ຫັກ, ໂດຍ​ສະ​ເພາະ​ລະ​ຫວ່າງ​ພຣະ​ເຈົ້າ ແລະ ມະ​ນຸດ​ຊາດ, ໂດຍ​ການ​ນຳ​ເອົາ​ອຸ​ປະ​ສັກ​ແຫ່ງ​ບາບ​ນັ້ນ​ອອກ​ໄປ.

ການ​ຄືນ​ດີ​ຄັ້ງ​ຍິ່ງ​ໃຫຍ່​ປະ​ການ​ໜຶ່ງ​ທີ່​ເຮົາ​ໄດ້​ອ່ານ​ໃນ​ພຣະ​ຄຳ​ພີ​ນັ້ນ​ກໍ​ຄື​ເລື່ອງ​ຂອງ​ເອ​ໂນດ. ມີ​ບາງ​ຢ່າງ​ໃນ​ຊີ​ວິດ​ຂອງ​ເພິ່ນ​ທີ່​ບໍ່​ສອດ​ຄ່ອງ​ກັບ​ພຣະ​ເຈົ້າ. ເພິ່ນ​ໄດ້​ເປັນ​ຕົວ​ຢ່າງ​ໃນ​ການ​ເພິ່ງ​ພາ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ໃນ​ການ​ຄືນ​ດີ​ກັບ​ພຣະ​ເຈົ້າ. ເພິ່ນ​ໄດ້​ອະ​ທິ​ບາຍ​ເຖິງ​ຄວາມ​ປາດ​ຖະ​ໜາ​ຂອງ​ເພິ່ນ​ທີ່​ຈະ​ກັບ​ໃຈ, ຄວາມ​ຖ່ອມ​ຕົວ​ຂອງ​ເພິ່ນ, ຈຸດ​ສຸມ​ຂອງ​ເພິ່ນ, ແລະ ຄວາມ​ຕັ້ງ​ໃຈ​ຂອງ​ເພິ່ນ. ການ​ຄືນ​ດີ​ຂອງ​ເພິ່ນ​ກັບ​ພຣະ​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ​ເມື່ອ​ສຸ​ລະ​ສຽງ​ໜຶ່ງ​ໄດ້​ມາ​ເຖິງ​ເພິ່ນ, ໂດຍ​ກ່າວ​ວ່າ, “ເອ​ໂນດ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ການ​ອະ​ໄພ​ໃຫ້​ແລ້ວ, ແລະ ເຈົ້າ​ຈະ​ໄດ້​ຮັບ​ພອນ.” ເອ​ໂນດ​ໄດ້​ຮັບ​ຮູ້​ເຖິງ​ຜົນ​ກະ​ທົບ​ທີ່​ການ​ກັບ​ໃຈ ແລະ ການ​ຄືນ​ດີ​ນັ້ນ​ໄດ້​ມີ​ຕໍ່​ເພິ່ນ ເມື່ອ​ເພິ່ນ​ໄດ້​ກ່າວ​ວ່າ, “ແລະ ຂ້າ​ພະ​ເຈົ້າ​ເອ​ໂນດ​ຮູ້​ວ່າ​ພຣະ​ເຈົ້າ​ຈະ​ບໍ່​ເວົ້າ​ຕົວະ; ດັ່ງ​ນັ້ນ, ຄວາມ​ຜິດ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ຖືກ​ກວາດ​ລ້າງ​ໄປ.”

ການ​ຄືນ​ດີ​ບໍ່​ພຽງ​ແຕ່​ນຳ​ຄວາມ​ຮູ້​ສຶກ​ໂລ່ງ​ໃຈ​ຈາກ​ຄວາມ​ຮູ້​ສຶກ​ຜິດ​ມາ​ໃຫ້ ແຕ່​ຍັງ​ນຳ​ມາ​ສັນ​ຕິ​ສຸກ​ພາຍ​ໃນ​ຕົວ​ເຮົາ ແລະ ກັບ​ຄົນ​ອື່ນ​ມາ​ໃຫ້​ອີກ​ດ້ວຍ. ມັນ​ປິ່ນ​ປົວ​ຄວາມ​ສຳ​ພັນ, ເຮັດ​ໃຫ້​ໃຈ​ອ່ອນ​ໂຍນ​ລົງ, ແລະ ເສີມ​ສ້າງ​ຄວາມ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ, ນຳ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ມາ​ໃຫ້​ນຳ​ອີກ. ສິ່ງ​ທີ່​ນຳ​ເອົາ​ຄວາມ​ຫວັງ ແລະ ຄວາມ​ໝັ້ນ​ໃຈ​ອັນ​ຍິ່ງ​ໃຫຍ່​ມາ​ສູ່​ຂ້າ​ພະ​ເຈົ້າ​ກໍ​ຄື​ໝາກ​ຜົນ​ຂອງ​ການ​ຄືນ​ດີ​ທີ່​ໄດ້​ຖືກ​ອະ​ທິ​ບາຍ​ໄວ້​ໂດຍ ເອ​ໂນດ ເມື່ອ​ເພິ່ນ​ໄດ້​ກ່າວ​ວ່າ, “ແລະ ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ເອ​ໂນດ​ໄດ້​ຍິນ​ຄຳ​ເຫລົ່າ​ນີ້​ແລ້ວ, ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຫວັ່ນ​ໄຫວ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.”

ຕອນ​ທີ່​ຂ້າ​ພະ​ເຈົ້າ​ຍັງ​ເປັນ​ເດັກ​ນ້ອຍ, ພໍ່​ຕູ້​ຂອງ​ຂ້າ​ພະ​ເຈົ້າ​ມີ​ສວນ​ໝາກ​ເຊີ​ຣີ​ທີ່​ກວ້າງ​ໃຫຍ່. ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ເຮັດ​ວຽກ​ຢູ່​ທີ່​ສວນ​ໝາກ​ໄມ້​ນັ້ນ, ສ່ວນ​ຫລາຍ​ແມ່ນ​ໃນ​ຊ່ວງ​ລະ​ດູ​ຮ້ອນ​ຊຶ່ງ​ເປັນ​ລະ​ດູ​ຂອງ​ການ​ເກັບ​ກ່ຽວ​ໝາກ​ເຊີ​ຣີ. ໂດຍ​ທີ່​ຍັງ​ເປັນ​ເດັກ​ນ້ອຍ, ຂອບ​ເຂດ​ການ​ມີ​ສ່ວນ​ຮ່ວມ​ໃນ​ໜ້າ​ວຽກ​ນັ້ນ​ກໍ​ຄື​ການ​ຮັບ​ເອົາ​ຄຸ​ໃສ່​ໝາກ​ໄມ້ ແລະ ຈາກ​ນັ້ນ​ກໍ​ສົ່ງ​ຕໍ່​ຂຶ້ນ​ໄປ​ເທິງ​ຕົ້ນ​ໄມ້​ເພື່ອ​ເກັບ​ໝາກ​ເຊີ​ຣີ.

ການ​ເກັບ​ກ່ຽວ​ໝາກ​ເຊີ​ຣີ​ໄດ້​ປ່ຽນ​ໄປ​ຫລາຍ ເມື່ອ​ພໍ່​ຕູ້​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຊື້​ເຄື່ອງ​ຈັກ​ທີ່​ເອີ້ນ​ວ່າ ເຄື່ອງ​ສັ່ນ​ໝາກ​ເຊີ​ຣີ. ເຄື່ອງ​ຈັກ​ນີ້​ຈັບ​ເອົາ​ລຳ​ຕົ້ນ​ຂອງ​ຕົ້ນ​ໄມ້ ແລະ ສັ່ນ​ມັນ, ໂດຍ​ເຮັດ​ໃຫ້​ໝາກ​ເຊີ​ຣີ​ຫລົ່ນ​ລົງ​ມາ​ຈາກ​ຕົ້ນ ຕົກ​ໃສ່​ຕາ​ໜ່າງ​ທີ່​ຖືກ​ກາງ​ໄວ້​ເພື່ອ​ເກັບ​ໝາກ​ເຊີ​ຣີ. ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ເມື່ອ​ເຄື່ອງ​ສັ່ນ​ເລີ່ມ​ສັ່ນ​ຕົ້ນ​ໄມ້​ນັ້ນ, ໝາກ​ເຊີ​ຣີ​ເກືອບ​ທັງ​ໝົດ​ໄດ້​ຕົກ​ລົງ​ມາ​ພາຍ​ໃນ​ບໍ່​ຮອດ​ເທົ່າ​ໃດ​ນາ​ທີ. ຂ້າ​ພະ​ເຈົ້າ​ຍັງ​ສັງ​ເກດ​ເຫັນ​ອີກ​ວ່າ ມັນ​ບໍ່​ສຳ​ຄັນ​ວ່າ​ຕົ້ນ​ໄມ້​ນັ້ນ​ຈະ​ຖືກ​ສັ່ນ​ເປັນ​ເວ​ລາ 10 ວິ​ນາ​ທີ ຫລື ສັ່ນ​ເປັນ​ເວ​ລາ​ໜຶ່ງ​ນາ​ທີ​ເຕັມ, ໝາກ​ເຊີ​ຣີ​ບາງ​ຈຳ​ນວນ​ນັ້ນ​ກໍ​ຍັງ​ບໍ່​ຕົກ​ລົງ​ມາ. ພວກ​ມັນ​ບໍ່​ສະ​ທ້ານ​ຫວັ່ນ​ໄຫວ​ແທ້ໆ.

ການ​ສັ່ນ​ໝາກ​ເຊີ​ຣີ​ອອກ​ຈາກ​ຕົ້ນ​ນັ້ນ​ເປັນ​ໄປ​ໄດ້​ຍ້ອນ​ການ​ປົດ​ປ່ອຍ​ຂອງ​ສານ ເອ​ທີ​ລິນ. ຮໍ​ໂມນ​ຊະ​ນິດ​ນີ້​ໄດ້​ເຮັດ​ໃຫ້​ຊັ້ນ​ຂອງ​ຈຸ​ລັງ​ລະ​ຫວ່າງ​ກ້ານ​ຂອງ​ໝາກ​ເຊີ​ຣີ​ທີ່​ຕິດ​ກັບ​ຕົ້ນ​ນັ້ນ​ອ່ອນ​ແອ​ລົງ. ດັ່ງ​ນັ້ນ, ກ້ານ​ຂອງ​ໝາກ​ເຊີ​ຣີ​ທີ່​ສຸກ​ແລ້ວ​ຈຶ່ງ​ຫລຸດ​ອອກ​ຈາກ​ຕົ້ນ​ໄດ້​ຢ່າງ​ງ່າຍ​ດາຍ ເນື່ອງ​ຈາກ​ການ​ເຊື່ອມ​ຕໍ່​ທີ່​ອ່ອນ​ແອ​ລົງ.

ໃນ​ພຣະ​ຄຳ​ພີ, ເຮົາ​ຮຽນ​ຮູ້​ວ່າ ເຊື້ອ​ວົງ​ຂອງ​ເຢ​ຊີ​ເປັນ​ຄຳ​ອຸ​ປະ​ມາ​ເຖິງ​ພຣະ​ເມ​ຊີ​ອາ, ພຣະ​ເຢ​ຊູ​ຄຣິດ, ຜູ້​ທີ່​ຖືກ​ທຳ​ນາຍ​ໄວ້​ວ່າ​ຈະ​ມາ​ຈາກ​ເຊື້ອ​ສາຍ​ຂອງ​ເຢ​ຊີ, ບິ​ດາ​ຂອງ​ກະ​ສັດ​ດາ​ວິດ. ໃນ​ທຳ​ນອງ​ດຽວ​ກັນ​ກັບ​ທີ່​ສານ​ເອ​ທີ​ລິນ​ທີ່​ເຮັດ​ໃຫ້​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ກ້ານ​ຂອງ​ໝາກ​ເຊີ​ຣີ​ທີ່​ສຸກ​ແລ້ວ​ນັ້ນ​ອ່ອນ​ແອ​ລົງ, ການບໍ່​ເຊື່ອ​ຟັງ, ຄວາມ​ສົງ​ໄສ, ແລະ ຄວາມ​ຢ້ານ​ກົວ ສາ​ມາດ​ເຮັດ​ໃຫ້​ການ​ເຊື່ອມ​ຕໍ່​ຂອງ​ເຮົາກັບ​ກ້ານ​ຂອງ​ເຢ​ຊີ, ຫລື ພຣະ​ເຢ​ຊູ​ຄຣິດ​ນັ້ນ​ອ່ອນ​ແອ​ລົງ, ເຮັດ​ໃຫ້​ເຮົາ​ຫວັ່ນ​ໄຫວ​ໄດ້​ງ່າຍ ແລະ ຖືກ​ແຍກ​ຕົວ​ອອກ​ຈາກ​ພຣະ​ອົງ. ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ຊື່​ສັດ​ຫລາຍ​ພຽງ​ໃດ​ກໍ​ຕາມ, ເຮົາ​ຕ້ອງ​ລະ​ວັງ​ບໍ່​ໃຫ້​ຄວາມ​ສຳ​ພັນ​ລະ​ຫວ່າງ​ເຮົາ​ກັບ​ພຣະ​ເຢ​ຊູ​ຄຣິດ​ນັ້ນ​ອ່ອນ​ແອ​ລົງ.

ໃນ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ແມ່ນ​ແຕ່​ຜູ້​ທີ່​ຊື່​ສັດ​ກໍ​ຍັງ​ໄດ້​ຮັບ​ການ​ເຕືອນ​ວ່າ: “ແຕ່​ກໍ​ເປັນ​ໄປ​ໄດ້​ທີ່​ມະ​ນຸດ​ຈະ​ຕົກ​ໄປ​ຈາກ​ພຣະ​ຄຸນ ແລະ ໜີ​ໄປ​ຈາກ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ​ຢູ່.” ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ກ່າວ​ຕໍ່​ໄປ​ວ່າ, “ແທ້​ຈິງ​ແລ້ວ, … ແມ່ນ​ແຕ່​ຄົນ​ທີ່​ໄດ້​ຮັບ​ການ​ຊຳ​ລະ​ໃຫ້​ບໍ​ລິ​ສຸດ​ແລ້ວ​ກໍ​ໃຫ້​ລະ​ວັງ​ຄື​ກັນ.” ເພື່ອ​ຫລີກ​ເວັ້ນ​ຈາກ​ການ​ຕົກ, ພຣະ​ຜູ້​ເປັນ​ເຈົ້າ​ແນະ​ນຳ​ວ່າ, “ສະ​ນັ້ນ ຂໍ​ໃຫ້​ສາດ​ສະ​ໜາ​ຈັກ​ຈົ່ງ​ລະ​ວັງ ແລະ ອະ​ທິ​ຖານ​ສະ​ເໝີ, ຖ້າ​ບໍ່​ດັ່ງ​ນັ້ນ​ເຂົາ​ຈະ​ຕົກ​ໄປ​ສູ່​ການ​ລໍ້​ລວງ.”

ເຮົາ​ອາດ​ປຽບ​ທຽບ​ກັບ​ສະ​ພາບ​ຂອງ​ການ​ຖືກ​ສັ່ນ​ຄອນ​ໄດ້​ງ່າຍ​ເໝືອນ​ດັ່ງ​ທີ່​ພຣະ​ຄຳ​ພີ​ໄດ້​ອະ​ທິ​ບາຍ​ວ່າ​ກຳ​ລັງ​ສຸກ​ເພື່ອ​ຄວາມ​ພິ​ນາດ​ໄປ​ພ້ອມ​ກັບ​ຜົນ​ທີ່​ກຳ​ລັງ​ຕາມ​ມາ​ຂອງ​ການ​ກະ​ທຳ. ວະ​ລີ​ນີ້​ຍັງ​ສາ​ມາດ​ໃຊ້​ໄດ້​ໃນ​ຄວາມ​ໝາຍ​ທີ່​ກວ້າງ​ກວ່າ​ນັ້ນ ເພື່ອ​ບົ່ງ​ບອກ​ເຖິງ​ສະ​ພາບ​ທີ່​ເສື່ອມ​ໂຊມ, ​ເນົ່າ​ເປື່ອຍ, ຫລື ລົດ​ຖອຍ​ລົງ​ທີ່​ເຮັດ​ໃຫ້​ບາງ​ສິ່ງ​ບາງ​ຢ່າງ​ມີ​ແນວ​ໂນ້ມ​ທີ່​ຈະ​ພັງ​ທະ​ລາຍ ຫລື ເປ່​ເພ​ໄດ້.

ການ​ສຸກ​ງອມ​ນີ້​ໝາຍ​ເຖິງ​ຫຍັງ? ມັນ​ໝາຍ​ຄວາມ​ວ່າ ເຮົາ​ແຕ່​ຄົນ​ສາ​ມາດ​ໄປ​ເຖິງ​ຈຸດ​ທີ່​ເຮົາ​ບໍ່​ສາ​ມາດ​ປ່ຽນ​ແປງ​ໄດ້​ເລີຍ​ບໍ? ບໍ່​ແມ່ນ, ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ​ໝາຍ​ຄວາມ​ວ່າ ເຮົາ​ແຕ່​ລະ​ຄົນ​ສາ​ມາດ​ໄປ​ເຖິງ​ຈຸດ​ໜຶ່ງ​ຂອງ​ເວ​ລາ​ທີ່​ເຮົາ​ບໍ່​ຕ້ອງ​ການ​ທີ່​ຈະ​ປ່ຽນ​ແປງ. ວິ​ທີ​ແກ້​ການ​ສຸກ​ເພື່ອ​ຄວາມ​ພິ​ນາດ​ນັ້ນ​ກໍ​ຄື​ການ​ເຮັດ​ສິ່ງ​ຕ່າງໆ​ເຫລົ່າ​ນັ້ນ​ທີ່​ຈະ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ເຢ​ຊູ​ຄຣິດ. ດັ່ງ​ທີ່​ໄດ້​ກ່າວ​ໄປ​ແລ້ວ, ການ​ກັບ​ໃຈ​ນຳ​ພາ​ເອ​ໂນດ​ໄປ​ເຖິງ​ຈຸດ​ທີ່​ສັດ​ທາ​ບໍ່​ສາ​ມາດ​ຖືກ​ສັ່ນ​ຄອນ​ໄດ້. ມີ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ກັບ​ໃຈ​—ການ​ກັບ​ໃຈ​ຢ່າງ​ເປັນ​ປະ​ຈຳ, ວ່ອງ​ໄວ, ແລະ ເລື້ອຍໆ. ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ເຮົາ​ວ່າ, “ບໍ່​ມີ​ສິ່ງ​ໃດ​ທີ່​ເປັນ​ອິດ​ສະ​ລະ, ຍົກ​ລະ​ດັບ​ຈິດ​ໃຈ, ຫລື ສຳ​ຄັນ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ຂອງ​ເຮົາ​ຫລາຍ​ໄປ​ກວ່າ​ການ​ເອົາ​ໃຈ​ໃສ່​ທຸກ​ວັນ ຕໍ່​ການ​ກັບ​ໃຈ​ເປັນ​ປະ​ຈຳ​ຂອງ​ເຮົາ.”

ນອກ​ເໜືອ​ຈາກ​ການ​ກັບ​ໃຈ​ແລ້ວ, ສາດ​ສະ​ດາ​ຢາ​ໂຄບ​ໄດ້​ສິດ​ສອນ​ວ່າ ການ​ຮູ້​ເຖິງ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ, ການ​ສະ​ແຫວງ​ຫາ ແລະ ການ​ຮັບ​ການ​ເປີດ​ເຜີຍ, ແລະ ການ​ຟັງ​ພຣະ​ເຈົ້າ​ເມື່ອ​ພຣະ​ອົງ​ກ່າວ ທັງ​ໝົດ​ນີ້​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຫວັ່ນ​ໄຫວ. ຢາ​ໂຄບ​ຍັງ​ໄດ້​ສິດ​ສອນ​ອີກ​ວ່າ, “ດັ່ງ​ນັ້ນ, ພວກ​ເຮົາ​ຄົ້ນ​ຫາ​ການ​ຂຽນ​ຂອງ​ສາດ​ສະ​ດາ, ແລະ ພວກ​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ​ຫລາຍ​ເລື່ອງ ແລະ ວິນ​ຍານ​ແຫ່ງ​ການ​ທຳ​ນາຍ; ແລະ ມີ​ພະ​ຍານ​ທັງ​ໝົດ​ນີ້ ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ຄວາມ​ຫວັງ, ແລະ ມີ​ສັດ​ທາ​ຢ່າງ​ບໍ່​ສະ​ທ້ານ​ຫວັ່ນ​ໄຫວ.” ການ​ຟັງ ແລະ ການ​ເຮັດ​ຕາມ​ຖ້ອຍ​ຄຳ ແລະ ການ​ເຊື້ອ​ເຊີນ​ຂອງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ ສາ​ມາດ​ເຕີມ​ເຕັມ​ເຮົາ​ດ້ວຍ​ຄວາມ​ຫວັງ, ຄວາມ​ໝັ້ນ​ໃຈ, ແລະ ຄວາມ​ເຂັ້ມ​ແຂງ​ໄດ້, ເປັນ​ຜົນ​ເຮັດ​ໃຫ້​ສັດ​ທາ​ຂອງ​ເຮົາ​ບໍ່​ສະ​ທ້ານ​ຫວັ່ນ​ໄຫວ.

ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຄືນ​ດີ​ກັບ​ພຣະ​ເຈົ້າ​ນັ້ນ ຈະ​ຕ້ອງ​ມາ​ພ້ອມ​ກັບ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ກັບ​ໃຈ. ການ​ກັບ​ໃຈ ແລະ ການ​ປະ​ສົບ​ກັບ​ພອນ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ນຳ​ໄປ​ສູ່​ສັດ​ທາ​ທີ່​ບໍ່​ສະ​ທ້ານ​ຫວັ່ນ​ໄຫວ. ສັດ​ທາ​ທີ່​ບໍ່​ສະ​ທ້ານ​ຫວັ່ນ​ໄຫວ​ຈະ​ນຳ​ໄປ​ສູ່​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ຄືນ​ດີ​ກັບ​ພຣະ​ເຈົ້າ​ຢູ່​ສະ​ເໝີ. ນີ້​ຄື​ແບບ​ແຜນ​ເປັນ​ວົງ​ມົນ, ຫລື ແບບ​ວົນ​ຊ້ຳໆ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຄືນ​ດີ​ກັບ​ພຣະ​ເຈົ້າ​ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຈະ​ເຮັດ​ໃຫ້​ຄວາມ​ສຳ​ພັນ​ຂອງ​ເຮົາ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ນັ້ນ​ເຂັ້ມ​ແຂງ​ຂຶ້ນ, ເພື່ອ​ເປັນ​ການ​ຫລີກ​ເວັ້ນ​ຈາກ​ການ​ສຸກ​ເພື່ອ​ຄວາມ​ພິ​ນາດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ການ​ຄືນ​ດີ​ກັບ​ພຣະ​ເຈົ້າ, ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ນີ້, ຈະ​ນຳ​ພາ​ໄປ​ສູ່​ສັດ​ທາ​ທີ່​ບໍ່​ສະ​ທ້ານ​ຫວັ່ນ​ໄຫວ.

ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ບິດາ​ເທິງ​ສະ​ຫວັນ​ຮັກ​ທ່ານ ແລະ ຂ້າ​ພະ​ເຈົ້າ, ແລະ ພຣະ​ອົງ​ໄດ້​ສົ່ງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ, ພຣະ​ເຢຊູ​ຄຣິດ, ມາ​ເພື່ອ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ຜູ້​ໄຖ່ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ຄືນ​ດີ​ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ເຮັດ​ເຊັ່ນ​ນັ້ນ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.