ຄຳນຳ
ບັດນີ້ ພວກເຮົາຈະດຳເນີນໄປໜ້າກັບກອງປະຊຸມໃຫຍ່ສາມັນ ປະຈຳເຄິ່ງປີ, ຊຶ່ງດຳເນີນໄປຕາມທີ່ໄດ້ວາງແຜນໄວ້ ແລະ ດ້ວຍຜູ້ກ່າວປາໄສ ແລະ ດົນຕີທີ່ຖືກມອບໝາຍໂດຍປະທານແນວສັນ ຫລັງຈາກການກະກຽມເປັນເວລາຫລາຍເດືອນ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ພວກເຮົາໄດ້ມາຮ່ວມໄວ້ອາໄລຕໍ່ການສິ້ນຊີວິດຂອງປະທານຣະໂຊ ເອັມ ແນວສັນ ອັນເປັນທີ່ຮັກຂອງພວກເຮົາ. ຂ້າພະເຈົ້າກ່າວກັບທ່ານໃນຖານະປະທານກຸ່ມອັກຄະສາວົກສິບສອງ, ຊຶ່ງເປັນຕຳແໜ່ງທີ່ຂ້າພະເຈົ້າໄດ້ຮັບການສະໜັບສະໜູນແລ້ວໃນແຕ່ລະຫວອດ, ສະເຕກ, ແລະ ກອງປະຊຸມໃຫຍ່ສາມັນຂອງພວກເຮົາ ເປັນເວລາເຈັດປີເຄິ່ງທີ່ຜ່ານມາ.
ພວກເຮົາຈະດຳເນີນໄປໜ້າກັບກອງປະຊຸມໃຫຍ່ສາມັນ ປະຈຳເຄິ່ງປີ, ຊຶ່ງດຳເນີນໄປຕາມທີ່ໄດ້ວາງແຜນໄວ້ ແລະ ດ້ວຍຜູ້ກ່າວປາໄສ ແລະ ດົນຕີທີ່ຖືກມອບໝາຍໂດຍປະທານແນວສັນ ຫລັງຈາກການກະກຽມເປັນເວລາຫລາຍເດືອນ. ສິ່ງທີ່ເພີ່ມເຕີມມີພຽງແຕ່, ຄຳອະທິບາຍເບື້ອງຕົ້ນຂອງຂ້າພະເຈົ້າ, ແລະ ຄຳປາໄສຂອງຂ້າພະເຈົ້າແທນປະທານແນວສັນ ໃນພາກປິດທ້າຍວັນອາທິດຕອນບ່າຍ.
ນີ້ເປັນຄັ້ງທຳອິດໃນຮອບປະມານ 75 ປີ ທີ່ປະທານຂອງສາດສະໜາຈັກໄດ້ເສຍຊີວິດ ບໍ່ເທົ່າໃດມື້ກ່ອນກອງປະຊຸມໃຫຍ່ສາມັນ. ນັ້ນເຮັດໃຫ້ພວກເຮົາຈຳເປັນຕ້ອງວາງແຜນວ່າ ຈະຈັດການກັບກອງປະຊຸມຜູ້ນຳທີ່ສຳຄັນ ທີ່ກ່ຽວຂ້ອງກັບກອງປະຊຸມໃຫຍ່ສາມັນ ແລະ ພາກຕ່າງໆຂອງກອງປະຊຸມໃຫຍ່ສາມັນແນວໃດ, ໃນເວລາດຽວກັນ ຕ້ອງກຳນົດເວລາຈັດງານສົບຂອງເພິ່ນໃຫ້ໄວເທົ່າທີ່ຈະເປັນໄປໄດ້. ປະທານແນວສັນເຂົ້າໃຈເຖິງຄຸນຄ່າຂອງກອງປະຊຸມໃຫຍ່ສາມັນ ໃນການຊີ້ນຳໄພ່ພົນໃນຫລາຍເດືອນຂ້າງໜ້າ. ພວກເຮົາໃຫ້ກຽດເພິ່ນ ໂດຍການເຮັດຕາມແຜນຕາຕະລາງກອງປະຊຸມໃຫຍ່ທີ່ເພິ່ນໄດ້ອະນຸມັດໄວ້ແລ້ວ.
ໃນຊ່ວງເວລາແຫ່ງຄວາມໂສກເສົ້ານີ້, ພວກເຮົາໄດ້ປະຊຸມກັນເພື່ອສະແດງຄວາມເຄົາລົບຕໍ່ປະທານຣະໂຊ ເອັມ ແນວສັນ ກ່ອນກອງປະຊຸມໃຫຍ່ສາມັນ ແລະ ໄດ້ກຳນົດງານສົບຂອງເພິ່ນໃຫ້ໄວເທົ່າທີ່ຈະເປັນໄປໄດ້ ຫລັງຈາກກອງປະຊຸມໃຫຍ່. ທັງໝົດນີ້ດຳເນີນການໂດຍໄດ້ຮັບຄວາມເຫັນຊອບຈາກຄອບຄົວຂອງປະທານແນວສັນ ແລະ ກຸ່ມອັກຄະສາວົກສິບສອງ.
ເນື່ອງຈາກພວກເຮົາທຸກຄົນທີ່ໄດ້ຖືກມອບໝາຍໃຫ້ກ່າວໃນກອງປະຊຸມໃຫຍ່ສາມັນຢາກອຸທິດເວລາທີ່ຖືກມອບໝາຍຂອງພວກເຮົາເພື່ອສະແດງຄວາມເຄົາລົບຕໍ່ປະທານແນວສັນ, ດັ່ງນັ້ນ ພວກເຮົາຈຶ່ງຂໍໃຫ້ຜູ້ກ່າວປາໄສໃນກອງປະຊຸມໃຫຍ່ທຸກຄົນສະແດງຄວາມເຄົາລົບໃຫ້ໜ້ອຍທີ່ສຸດ, ແລະ ເລື່ອນການສະແດງຄວາມເຄົາລົບຢ່າງລະອຽດຄົບຖ້ວນໄວ້ສຳລັບງານສົບ, ຊຶ່ງພວກເຮົາໄດ້ເລີ່ມວາງແຜນໄວ້ແລ້ວ.
ຄຳເຄົາລົບສັ້ນໆຂອງຂ້າພະເຈົ້າເອງ—ຊຶ່ງເໝາະສົມກັບກອງປະຊຸມໃຫຍ່ຄັ້ງນີ້ ແລະ ຄຳເຄົາລົບທີ່ພວກເຮົາໄດ້ສະແດງໄປແລ້ວ—ນັ້ນຄື: ຂ້າພະເຈົ້າຮັກ ຣະໂຊ ເອັມ ແນວສັນ ແລະ ໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບພຣະກິດຕິຄຸນ ແລະ ການເປັນຜູ້ນຳດ້ານພຣະກິດຕິຄຸນຈາກມິດຕະພາບ ແລະ ຄວາມສຳພັນອັນຍາວນານກັບເພິ່ນ ຫລາຍກວ່າຜູ້ນຳຄົນອື່ນໆທີ່ຂ້າພະເຈົ້າຮູ້ຈັກເປັນສ່ວນຕົວ. ເພິ່ນເປັນແບບຢ່າງໃຫ້ພວກເຮົາ ໃນຖານະຜູ້ຮັບໃຊ້ ແລະ ຜູ້ຕິດຕາມອົງພຣະເຢຊູຄຣິດເຈົ້າ. ຂ້າພະເຈົ້າເປັນພະຍານເຖິງສິ່ງເຫລົ່ານີ້ ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.