ພຣະກິດຕິຄຸນຂອງພຣະເຢຊູຄຣິດທີ່ມີຄອບຄົວເປັນສູນກາງ
ຄຳສອນ ແລະ ຄວາມເຊື່ອຂອງເຮົາໃນຄອບຄົວນິລັນດອນເຮັດໃຫ້ເຮົາເຂັ້ມແຂງ ແລະ ຜູກມັດເຮົາເຂົ້າກັນ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ຂໍຂອບໃຈສຳລັບຄຳອະທິຖານຂອງທ່ານເພື່ອຂ້າພະເຈົ້າ. ຂ້າພະເຈົ້າເຄີຍຮູ້ສຶກ.
I.
ຄຳສອນຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໃຫ້ຄວາມສຳຄັນຕໍ່ຄອບຄົວ. ສິ່ງສຳຄັນຕໍ່ຄຳສອນຂອງເຮົາເລື່ອງຄອບຄົວແມ່ນພຣະວິຫານ. ພິທີການທີ່ໄດ້ຮັບຢູ່ທີ່ນັ້ນ ຊ່ວຍໃຫ້ເຮົາສາມາດກັບໄປຫາທີ່ປະທັບຂອງພຣະບິດາເທິງສະຫວັນ ໃນຖານະຄອບຄົວນິລັນດອນ.
ຢູ່ທີ່ກອງປະຊຸມໃຫຍ່ສາມັນ ເດືອນເມສາ 2025, ປະທານຣະໂຊ ເອັມ ແນວສັນ ໄດ້ປະກາດການກໍ່ສ້າງພຣະວິຫານໃໝ່ ລວມແລ້ວ 200 ແຫ່ງ. ເພິ່ນມັກທີ່ຈະປະກາດກ່ຽວກັບພຣະວິຫານໃໝ່ ຢູ່ໃນທ້າຍກອງປະຊຸມໃຫຍ່ສາມັນ, ແລະ ພວກເຮົາທຸກຄົນຕ່າງກໍປິຕິຍິນດີກັບເພິ່ນ. ເຖິງຢ່າງໃດກໍຕາມ, ເນື່ອງຈາກໃນຂະນະນີ້ມີພຣະວິຫານຈຳນວນຫລາຍຢູ່ໃນໄລຍະເລີ່ມຕົ້ນຂອງການວາງແຜນ ແລະ ການກໍ່ສ້າງ, ມັນຈຶ່ງສົມຄວນທີ່ພວກເຮົາຈະລໍການປະກາດກ່ຽວກັບພຣະວິຫານໄວ້ກ່ອນ. ສະນັ້ນ, ດ້ວຍຄວາມເຫັນຊອບຂອງກຸ່ມອັກຄະສາວົກສິບສອງ, ພວກເຮົາຈະບໍ່ປະກາດກ່ຽວກັບພຣະວິຫານໃໝ່ໃນກອງປະຊຸມໃຫຍ່ນີ້. ບັດນີ້ພວກເຮົາຈະດຳເນີນການຕໍ່ໄປໃນການຈັດຫາພິທີການພຣະວິຫານໃຫ້ແກ່ສະມາຊິກຂອງສາດສະໜາຈັກຕະຫລອດທົ່ວໂລກ, ລວມທັງເວລາ ແລະ ບ່ອນທີ່ຈະປະກາດການສ້າງພຣະວິຫານໃໝ່.
ສ່ວນໜຶ່ງຂອງຄຳປາໄສທີ່ຂ້າພະເຈົ້າຫາກໍໄດ້ກ່າວໄປນັ້ນ ໄດ້ຖືກຂຽນຫລັງຈາກທີ່ປະທານຣະໂຊ ເອັມ ແນວສັນ ໄດ້ເສຍຊີວິດແລ້ວ. ສ່ວນຕໍ່ໄປນີ້ໄດ້ຖືກຂຽນ ແລະ ໄດ້ຮັບອະນຸມັດຫລາຍອາທິດກ່ອນ, ແຕ່ມັນຍັງສະທ້ອນເຖິງຄຳສອນຂອງຂ້າພະເຈົ້າ, ຊຶ່ງໄດ້ຮັບການດົນໃຈຈາກພຣະຜູ້ເປັນເຈົ້າ.
II.
ການປະກາດກ່ຽວກັບຄອບຄົວ, ທີ່ໄດ້ຖືກປະກາດເມື່ອ 30 ປີກ່ອນ, ປະກາດວ່າ “ຄອບຄົວແມ່ນຖືກແຕ່ງຕັ້ງຂຶ້ນໂດຍພຣະເຈົ້າ” ແລະ “ວ່າຄອບຄົວເປັນຈຸດໃຫຍ່ໃຈກາງຕໍ່ແຜນຂອງພຣະຜູ້ສ້າງ ສຳລັບຈຸດໝາຍປາຍທາງນິລັນດອນຂອງລູກໆຂອງພຣະອົງ.” ມັນຍັງປະກາດອີກວ່າ “ພຣະບັນຍັດຂອງພຣະເຈົ້າຕໍ່ລູກໆຂອງພຣະອົງວ່າ ຈົ່ງມີລູກເຕົ້າໃຫ້ແຜ່ຜາຍຂະຫຍາຍທະວີຄູນຈົນເຕັມແຜ່ນດິນໂລກ ຍັງເປັນພຣະບັນຍັດທີ່ໃຊ້ໄດ້ຢູ່.” ແລະ “ພວກເຮົາຂໍປະກາດຕື່ມອີກວ່າ ພຣະເຈົ້າໄດ້ບັນຊາວ່າ ອຳນາດທີ່ສັກສິດຂອງການໃຫ້ກຳເນີດແມ່ນຕ້ອງເກີດຂຶ້ນລະຫວ່າງຊາຍ ແລະ ຍິງ, ຜູ້ແຕ່ງງານກັນຢ່າງຖືກຕ້ອງຕາມກົດໝາຍໃນຖານະສາມີ ແລະ ພັນລະຍາເທົ່ານັ້ນ.” ດັ່ງທີ່ແອວເດີ ຣະໂຊ ເອັມ ແນວສັນ ໃນຕອນນັ້ນ ໄດ້ສິດສອນຜູ້ຟັງທີ່ ມະຫາວິທະຍາໄລ ບຣິກຳ ຢັງ ວ່າ ຄອບຄົວເປັນ “ສິ່ງສຳຄັນຫລາຍຕໍ່ແຜນຂອງພຣະເຈົ້າ. … ແທ້ຈິງແລ້ວ, ຈຸດປະສົງຢ່າງໜຶ່ງຂອງແຜນນັ້ນຄືການເຮັດໃຫ້ຄອບຄົວສູງສົ່ງ.”
ສາດສະໜາຈັກຂອງພຣະເຢຊູຄຣິດ ບາງຄັ້ງກໍເປັນທີ່ຮູ້ຈັກວ່າເປັນສາດສະໜາຈັກທີ່ມີຄອບຄົວເປັນສູນກາງ. ແມ່ນແລ້ວ! ຄວາມສຳພັນຂອງເຮົາກັບພຣະເຈົ້າ ແລະ ຈຸດປະສົງຂອງຊີວິດມະຕະຂອງເຮົາໄດ້ຖືກອະທິບາຍໄວ້ໃນແງ່ຂອງຄອບຄົວ. ພຣະກິດຕິຄຸນຂອງພຣະເຢຊູຄຣິດຄືແຜນຂອງພຣະບິດາເທິງສະຫວັນຂອງເຮົາ ເພື່ອຜົນປະໂຫຍດຂອງລູກໆທາງວິນຍານຂອງພຣະອົງ. ເຮົາສາມາດເວົ້າໄດ້ຢ່າງແທ້ຈິງວ່າ ແຜນພຣະກິດຕິຄຸນໄດ້ຖືກສອນໃຫ້ແກ່ເຮົາເປັນຄັ້ງທຳອິດໃນສະພາຂອງຄອບຄົວນິລັນດອນ, ມັນໄດ້ຖືກນຳໄປປະຕິບັດຜ່ານທາງຄອບຄົວມະຕະຂອງເຮົາ, ແລະ ຈຸດໝາຍປາຍທາງທີ່ຕັ້ງໃຈໄວ້ກໍຄືການໃຫ້ຄວາມສູງສົ່ງແກ່ລູກໆຂອງພຣະເຈົ້າ ໃນຄອບຄົວນິລັນດອນ.
III.
ເຖິງແມ່ນວ່າຈະມີບໍລິບົດຂອງຄຳສອນນັ້ນກໍຕາມ, ແຕ່ກໍຍັງມີສິ່ງກົງກັນຂ້າມ. ໃນສະຫະລັດອາເມຣິກາ ເຮົາກຳລັງປະສົບກັບບັນຫາຈາກການເສື່ອມໂຊມໃນການແຕ່ງງານ ແລະ ການມີລູກ. ເປັນເວລາເກືອບຮ້ອຍປີແລ້ວທີ່ສັດສ່ວນຂອງຄົວເຮືອນທີ່ມີຄູ່ແຕ່ງງານເປັນຫົວໜ້າຄອບຄົວໄດ້ ຫລຸດລົງ, ແລະ ອັດຕາການເກີດກໍເຊັ່ນກັນ. ອັດຕາການແຕ່ງງານ ແລະ ການເກີດຂອງສະມາຊິກສາດສະໜາຈັກຂອງເຮົາແມ່ນມີແນວໂນ້ມໃນທາງບວກຫລາຍຂຶ້ນ, ແຕ່ກໍຫລຸດລົງຢ່າງຫລວງຫລາຍເຊັ່ນກັນ. ມັນສຳຄັນຫລາຍທີ່ໄພ່ພົນຍຸກສຸດທ້າຍຈະບໍ່ສູນເສຍຄວາມເຂົ້າໃຈຂອງຕົນກ່ຽວກັບຈຸດປະສົງຂອງການແຕ່ງງານ ແລະ ຄຸນຄ່າຂອງລູກໆ. ນັ້ນຄືອະນາຄົດທີ່ເຮົາພະຍາຍາມໄປເຖິງ. “ຄວາມລອດເປັນວຽກງານຂອງຄອບຄົວ,” ປະທານແນວສັນໄດ້ສິດສອນເຮົາ. “ໂດຍຜ່ານພິທີການແຫ່ງຄວາມລອດຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດເທົ່ານັ້ນ ຄອບຄົວຈຶ່ງຈະສາມາດຮັບຄວາມສູງສົ່ງໄດ້.”
ການຫລຸດລົງຂອງການແຕ່ງງານ ແລະ ການມີລູກໃນລະດັບຊາດນັ້ນເປັນທີ່ເຂົ້າໃຈໄດ້ສຳລັບເຫດຜົນທາງປະຫວັດສາດ, ແຕ່ວ່າຄຸນຄ່າ ແລະ ແນວທາງປະຕິບັດຂອງໄພ່ພົນຍຸກສຸດທ້າຍຄວນໄດ້ຮັບການປັບປຸງ—ບໍ່ແມ່ນເຮັດຕາມ—ແນວທາງເຫລົ່ານັ້ນ.
ໃນໄວເດັກຂອງຂ້າພະເຈົ້າເມື່ອ 80 ປີກ່ອນ, ຂ້າພະເຈົ້າໄດ້ອາໄສຢູ່ທີ່ສວນຂອງພໍ່ຕູ້ແມ່ຕູ້ຂອງຂ້າພະເຈົ້າ ໃນສະພາບແວດລ້ອມທີ່ເກືອບທຸກສິ່ງທຸກຢ່າງທີ່ເກີດຂຶ້ນໃນລະຫວ່າງຕອນກາງເວັນແມ່ນຢູ່ພາຍໃຕ້ການຊີ້ນຳຂອງຄອບຄົວ. ບໍ່ມີໂທລະທັດ ຫລື ເຄື່ອງໃຊ້ເອເລັກໂທນິກຕ່າງໆທີ່ຈະມາລົບກວນກິດຈະກຳຂອງຄອບຄົວ. ໃນທາງກົງກັນຂ້າມ, ສັງຄົມໃນເມືອງປະຈຸບັນ, ແມ່ນມີສະມາຊິກພຽງບໍ່ເທົ່າໃດຄົນເທົ່ານັ້ນທີ່ໄດ້ເຮັດກິດຈະກຳທີ່ມີຄອບຄົວເປັນສູນກາງຢ່າງສະໝໍ່າສະເໝີ. ການໃຊ້ຊີວິດໃນເມືອງ ແລະ ການເດີນທາງທີ່ທັນສະໄໝ, ຄວາມບັນເທີງທີ່ເປັນລະບຽບ, ແລະ ການສື່ສານຄວາມໄວສູງ ເຮັດໃຫ້ມັນງ່າຍສຳລັບຊາວໜຸ່ມທີ່ຈະປະຕິບັດກັບບ້ານຂອງຕົນເປັນເໝືອນກັບຫໍພັກ, ທີ່ເຂົາເຈົ້າມາເພື່ອນອນ ແລະ ກິນອາຫານເປັນບາງຄັ້ງຄາວ ແຕ່ເປັນບ່ອນທີ່ບໍ່ຄ່ອຍໄດ້ຮັບການຊີ້ນຳຈາກພໍ່ແມ່ໃນກິດຈະກຳຕ່າງໆຂອງເຂົາເຈົ້າພໍປານໃດ.
ອິດທິພົນຂອງພໍ່ແມ່ໄດ້ຈືດຈາງລົງໄປ ເນື່ອງຈາກວິທີການຫາລ້ຽງຊີບຂອງສະມາຊິກສ່ວນຫລາຍຂອງສາດສະໜາຈັກໃນປະຈຸບັນ. ໃນອະດີດ, ອິດທິພົນອັນຍິ່ງໃຫຍ່ປະການໜຶ່ງທີ່ເຮັດໃຫ້ຄອບຄົວສາມັກຄີກັນກໍຄື ປະສົບການຂອງການດີ້ນລົນນຳກັນເພື່ອບັນລຸເປົ້າໝາຍຮ່ວມກັນ—ດັ່ງເຊັ່ນ ການຖາງປ່າ ຫລື ການຫາລ້ຽງຊີບ. ຄອບຄົວເຄີຍເປັນ ຫົວໜ່ວຍການຜະລິດເສດຖະກິດ ທີ່ເປັນລະບຽບ ແລະ ໄດ້ຮັບການບໍລິຫານ. ປະຈຸບັນນີ້, ຄອບຄົວສ່ວນໃຫຍ່ແມ່ນ ຫົວໜ່ວຍການບໍລິໂພກເສດຖະກິດ, ຊຶ່ງບໍ່ຈຳເປັນຕ້ອງມີການຈັດຕັ້ງ ແລະ ຮ່ວມມືລະດັບສູງພາຍໃນຄອບຄົວ.
IV.
ຂະນະທີ່ອິດທິພົນຂອງພໍ່ແມ່ເລີ່ມລົດໜ້ອຍຖອຍລົງ, ໄພ່ພົນຍຸກສຸດທ້າຍຍັງຄົງມີໜ້າທີ່ຮັບຜິດຊອບທີ່ໄດ້ຖືກມອບໝາຍຈາກພຣະເຈົ້າໃຫ້ສິດສອນລູກໆຂອງພວກເຂົາ ເພື່ອກຽມຕົວສຳລັບຈຸດໝາຍປາຍທາງຂອງຄອບຄົວຂອງເຮົາໃນນິລັນດອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 68:25). ຫລາຍຄົນໃນພວກເຮົາຈຳຕ້ອງເຮັດສິ່ງນີ້ເມື່ອບໍ່ແມ່ນຄອບຄົວຂອງເຮົາທັງໝົດເປັນຄອບຄົວແບບດັ້ງເດີມ. ການຢ່າຮ້າງ, ການເສຍຊີວິດ, ແລະ ການແຍກທາງກັນຄືຄວາມເປັນຈິງ. ຂ້າພະເຈົ້າໄດ້ສຳຜັດກັບປະສົບການນັ້ນໃນຄອບຄົວທີ່ຂ້າພະເຈົ້າຖືກລ້ຽງດູມາ.
ພໍ່ຂອງຂ້າພະເຈົ້າໄດ້ເສຍຊີວິດໃນຕອນທີ່ຂ້າພະເຈົ້າອາຍຸເຈັດປີ, ສະນັ້ນຂ້າພະເຈົ້າ, ນ້ອງຊາຍ ແລະ ນ້ອງສາວຂອງຂ້າພະເຈົ້າຈຶ່ງໄດ້ຖືກລ້ຽງດູມາໂດຍແມ່ທີ່ເປັນໝ້າຍ. ໃນສະຖານະການທີ່ຍາກລຳບາກທີ່ສຸດ, ເພິ່ນກໍຍັງດຳເນີນຕໍ່ໄປ. ເພິ່ນໂດດດ່ຽວ ແລະ ພັງທະລາຍ, ແຕ່ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ, ການສິດສອນອັນມີພະລັງຂອງເພິ່ນກ່ຽວກັບຄຳສອນຂອງສາດສະໜາຈັກທີ່ຖືກຟື້ນຟູໄດ້ນຳພາພວກເຮົາ. ເພິ່ນໄດ້ຂໍພອນຈາກສະຫວັນເພື່ອຊ່ວຍລ້ຽງດູລູກໆຂອງເພິ່ນ, ແລະ ເພິ່ນກໍໄດ້ຮັບພອນນັ້ນ! ພວກເຮົາໄດ້ຖືກລ້ຽງດູມາໃນບ້ານທີ່ມີຄວາມສຸກ ຊຶ່ງມີພໍ່ທີ່ໄດ້ລ່ວງລັບໄປຂອງພວກເຮົາຢູ່ຄຽງຂ້າງສະເໝີ. ເພິ່ນໄດ້ສອນພວກເຮົາວ່າ ພວກເຮົາມີພໍ່ ແລະ ເພິ່ນກໍເຄີຍມີສາມີ ແລະ ພວກເຮົາຈະເປັນຄອບຄົວຕະຫລອດໄປຍ້ອນການແຕ່ງງານໃນພຣະວິຫານຂອງພວກເພິ່ນ. ພໍ່ຂອງພວກເຮົາໄດ້ຈາກໄປພຽງຊົ່ວຄາວເທົ່ານັ້ນເພາະວ່າພຣະຜູ້ເປັນເຈົ້າໄດ້ເອີ້ນໃຫ້ເພິ່ນໄປເຮັດວຽກງານອື່ນ.
ຂ້າພະເຈົ້າຮູ້ວ່າ ຍັງມີຄອບຄົວອື່ນໆອີກຫລາຍຄອບຄົວທີ່ບໍ່ມີຄວາມສຸກປານໃດ, ແຕ່ວ່າແມ່ລ້ຽງດ່ຽວທຸກຄົນສາມາດສິດສອນເຖິງຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ພອນທີ່ຈະໄດ້ຮັບຈາກການແຕ່ງງານໃນພຣະວິຫານ. ທ່ານກໍສາມາດເຮັດໄດ້ເຊັ່ນກັນ! ແຜນຂອງພຣະບິດາເທິງສະຫວັນຮັບຮອງຄວາມເປັນໄປໄດ້ນີ້ໃຫ້ກັບທຸກຄົນ. ເຮົາທຸກຄົນຮູ້ສຶກກະຕັນຍູສຳລັບການແຕ່ງງານໃນພຣະວິຫານ ແລະ ພອນທີ່ຄາດຫວັງໄວ້ກ່ຽວກັບການຜະນຶກເຂົ້າກັນເປັນຄອບຄົວນິລັນດອນ. ເຊັ່ນດຽວກັບແມ່ຂອງຂ້າພະເຈົ້າ, ເຮົາມັກທີ່ຈະອ້າງເຖິງຄຳສັນຍາຂອງລີໄຮທີ່ໃຫ້ໄວ້ກັບຢາໂຄບລູກຊາຍຂອງເພິ່ນວ່າ ພຣະເຈົ້າ “ໄດ້ຕັ້ງຄວາມທຸກຂອງລູກໄວ້ເພື່ອຜົນປະໂຫຍດຂອງລູກ” (2 ນີໄຟ 2:2). ນັ້ນໃຊ້ໄດ້ກັບທຸກຄອບຄົວໄພ່ພົນຍຸກສຸດທ້າຍ, ບໍ່ວ່າຈະສົມບູນ ຫລື ຍັງບໍ່ໄດ້ສົມບູນໃນປະຈຸບັນກໍຕາມ. ພວກເຮົາແມ່ນຄອບຄົວສາດສະໜາຈັກ.
ຄຳສອນ ແລະ ຄວາມເຊື່ອຂອງເຮົາໃນຄອບຄົວນິລັນດອນເຮັດໃຫ້ເຮົາເຂັ້ມແຂງ ແລະ ຜູກມັດເຮົາເຂົ້າກັນ. ຂ້າພະເຈົ້າຈະບໍ່ມີວັນລືມຄຳສັນຍາຂອງພໍ່ຕູ້ຂອງຂ້າພະເຈົ້າ ແຮຣິສ, ໃນຕອນທີ່ພວກເຮົາເປັນເດັກນ້ອຍທີ່ອາໄສຢູ່ສວນຂອງເພິ່ນໃກ້ກັບເມືອງເພຊັນ, ລັດຢູທາ. ເພິ່ນໄດ້ແຈ້ງຂ່າວຮ້າຍວ່າ ພໍ່ຂອງຂ້າພະເຈົ້າໄດ້ເສຍຊີວິດແລ້ວຢູ່ທີ່ເມືອງເດັນເວີ, ລັດໂຄໂລຣາໂດທີ່ຫ່າງໄກ. ຂ້າພະເຈົ້າໄດ້ແລ່ນເຂົ້າໄປໃນຫ້ອງນອນ ແລະ ຄຸເຂົ່າລົງຂ້າງຕຽງ, ໂດຍທີ່ຮ້ອງໄຫ້ອອກມາຈົນໝົດຫົວໃຈຂອງຂ້າພະເຈົ້າ. ພໍ່ຕູ້ໄດ້ຕາມຂ້າພະເຈົ້າເຂົ້າໄປ ແລະ ຄຸເຂົ່າລົງທາງຂ້າງຂອງຂ້າພະເຈົ້າ ແລະ ເວົ້າວ່າ, “ພໍ່ຕູ້ຈະເປັນພໍ່ຂອງເຈົ້າ.” ຄຳສັນຍາທີ່ອ່ອນໂຍນນັ້ນ ຄືຕົວຢ່າງທີ່ມີພະລັງເຖິງສິ່ງທີ່ພໍ່ຕູ້ແມ່ຕູ້ສາມາດເຮັດໄດ້ເພື່ອເຕີມເຕັມຊ່ອງວ່າງເມື່ອຄອບຄົວສູນເສຍ ຫລື ຂາດສະມາຊິກໄປ.
ພໍ່ແມ່, ບໍ່ວ່າຈະໂສດ ຫລື ແຕ່ງງານ—ແລະ ຄົນອື່ນໆ, ເຊັ່ນພໍ່ຕູ້ແມ່ຕູ້, ຜູ້ທີ່ເຮັດໜ້າທີ່ນັ້ນແທນໃຫ້ກັບເດັກນ້ອຍ—ຄືຄູສອນທີ່ຊຳນານ. ການສິດສອນທີ່ມີປະສິດທິພາບທີ່ສຸດຂອງພວກເພິ່ນກໍຄືການເປັນແບບຢ່າງ. ວົງກຸ່ມຄອບຄົວເປັນບ່ອນທີ່ເໝາະສົມທີ່ສຸດໃນການສະແດງໃຫ້ເຫັນ ແລະ ຮຽນຮູ້ກ່ຽວກັບຄຸນຄ່ານິລັນດອນ, ເຊັ່ນຄວາມສຳຄັນຂອງການແຕ່ງງານ ແລະ ລູກໆ, ຈຸດປະສົງຂອງຊີວິດ, ແລະ ແຫລ່ງແຫ່ງຄວາມສຸກທີ່ແທ້ຈິງ. ນອກຈາກນີ້ ມັນຍັງເປັນສະຖານທີ່ ທີ່ດີທີ່ສຸດໃນການຮຽນຮູ້ບົດຮຽນອື່ນໆທີ່ສຳຄັນຂອງຊີວິດ, ເຊັ່ນຄວາມເມດຕາ, ການໃຫ້ອະໄພ, ການຄວບຄຸມຕົນເອງ, ແລະ ຄຸນຄ່າຂອງການສຶກສາ ແລະ ການເຮັດວຽກທີ່ສຸດຈະຫລິດ.
ແນ່ນອນວ່າ, ສະມາຊິກໃນສາດສະໜາຈັກຫລາຍຄົນກໍມີຄົນທີ່ຮັກໃນຄອບຄົວ ຜູ້ທີ່ບໍ່ຍອມຮັບຄຸນຄ່າ ແລະ ຄວາມຄາດຫວັງຂອງພຣະກິດຕິຄຸນ. ສະມາຊິກເຊັ່ນນັ້ນຕ້ອງການຄວາມຮັກ ແລະ ຄວາມອົດທົນຈາກເຮົາ. ໃນການກ່ຽວພັນກັນ, ເຮົາຄວນທີ່ຈະຈື່ຈຳໄວ້ວ່າ ຄວາມສົມບູນແບບທີ່ເຮົາສະແຫວງຫາ ບໍ່ໄດ້ຖືກຈຳກັດຢູ່ທີ່ສະພາບການທີ່ເຄັ່ງຕຶງຂອງຊີວິດມະຕະນີ້. ຄຳສອນທີ່ຍິ່ງໃຫຍ່ໃນ ຄຳສອນ ແລະ ພັນທະສັນຍາ 138:57–59 ໃຫ້ຄວາມໝັ້ນໃຈແກ່ເຮົາວ່າ ການກັບໃຈ ແລະ ການເຕີບໂຕທາງວິນຍານ ສາມາດດຳເນີນຕໍ່ໄປໄດ້ໃນໂລກວິນຍານທີ່ຕາມມາຫລັງຈາກຊີວິດມະຕະ. ທີ່ສຳຄັນກວ່ານັ້ນ, ເມື່ອຄອບຄົວລວມຕົວກັນເພື່ອເພີ່ມຄວາມເຂັ້ມແຂງໃຫ້ກັນແລະກັນ, ເຮົາທຸກຄົນຄວນຈື່ຈຳໄວ້ວ່າ ບາບ ແລະ ຂໍ້ບົກພ່ອງທີ່ບໍ່ສາມາດຫລີກລ້ຽງໄດ້ ທີ່ເຮົາທຸກຄົນປະສົບໃນຊີວິດມະຕະ ສາມາດໄດ້ຮັບການໃຫ້ອະໄພ ຜ່ານທາງການກັບໃຈ ຍ້ອນການຊົດໃຊ້ທີ່ສະຫງ່າລາສີ ແລະ ຊ່ວຍໃຫ້ລອດຂອງພຣະເຢຊູຄຣິດ.
V.
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ຄືແບບຢ່າງທີ່ສຸດຍອດຂອງເຮົາ. ເຮົາຈະໄດ້ຮັບພອນຖ້າເຮົາດຳລົງຊີວິດຕາມແບບຢ່າງຄຳສອນແລະ ການເສຍສະລະຕົນເອງຂອງພຣະອົງ. ການຕິດຕາມພຣະຄຣິດ ແລະ ການອຸທິດຕົນໃນການຮັບໃຊ້ຊຶ່ງກັນແລະກັນ ເປັນຢາຮັກສາທີ່ດີທີ່ສຸດສຳລັບຄວາມເຫັນແກ່ຕົວ ແລະ ການຄິດເຫັນແຕ່ຕົນເອງ ທີ່ປະຈຸບັນເບິ່ງຄືວ່າເປັນເລື່ອງທຳມະດາ.
ພໍ່ແມ່ຍັງມີໜ້າທີ່ສິດສອນລູກໆຂອງຕົນກ່ຽວກັບຄວາມຮູ້ໃນດ້ານປະຕິບັດຕົວຈິງ ນອກເໜືອຈາກຫລັກທຳພຣະກິດຕິຄຸນ. ຄອບຄົວສາມັກຄີກັນເມື່ອພວກເຂົາເຮັດສິ່ງທີ່ມີຄວາມໝາຍນຳກັນ. ການເຮັດສວນໃນຄອບຄົວສ້າງຄວາມສຳພັນໃນຄອບຄົວ. ປະສົບການຂອງຄອບຄົວທີ່ມີຄວາມສຸກຊ່ວຍເສີມສ້າງຄວາມສຳພັນໃນຄອບຄົວ. ການໄປນອນປ່າ, ກິດຈະກຳກິລາ, ແລະ ກິດຈະກຳພັກຜ່ອນອື່ນໆແມ່ນມີຄຸນຄ່າເປັນພິເສດໃນການສ້າງຄວາມຜູກພັນໃນຄອບຄົວ. ຄອບຄົວຄວນຈັດງານລວມຍາດພີ່ນ້ອງເພື່ອລະນຶກເຖິງບັນພະບຸລຸດ, ຊຶ່ງນຳໄປສູ່ພຣະວິຫານ.
ພໍ່ແມ່ຄວນໃຫ້ຄວາມຮູ້ກັບລູກໆກ່ຽວກັບຄວາມຮູ້ພື້ນຖານຂອງການດຳລົງຊີວິດ, ລວມທັງການເຮັດວຽກຢູ່ສວນ ແລະ ຢູ່ພາຍໃນເຮືອນ. ການຮຽນຮູ້ພາສາຕ່າງໆກໍເປັນປະໂຫຍດຕໍ່ການກຽມພ້ອມສຳລັບການຮັບໃຊ້ເຜີຍແຜ່ ແລະ ຊີວິດສະໄໝໃໝ່. ຄູສອນຂອງວິຊາເຫລົ່ານີ້ສາມາດເປັນພໍ່ແມ່ ຫລື ປູ່ຍ່າຕາຍາຍ ຫລື ສະມາຊິກຄົນອື່ນໆໃນຄອບຄົວກໍໄດ້. ຄອບຄົວຈະຈະເລີນເມື່ອພວກເຂົາຮຽນຮູ້ນຳກັນເປັນກຸ່ມ ແລະ ປຶກສາກັນກ່ຽວກັບບັນຫາເລື່ອງຕ່າງໆທີ່ກ່ຽວຂ້ອງກັບຄອບຄົວ ແລະ ສະມາຊິກໃນຄອບຄົວ.
ບາງຄົນອາດຈະເວົ້າວ່າ, “ແຕ່ເຮົາບໍ່ມີເວລາສຳລັບສິ່ງເຫລົ່ານັ້ນເລີຍ.” ເພື່ອຫາເວລາທີ່ຈະເຮັດສິ່ງທີ່ກຸ້ມຄ່າແທ້ໆ, ພໍ່ແມ່ຫລາຍຄົນຈະພົບວ່າເຂົາເຈົ້າສາມາດ ເປີດ ໃຈໃຫ້ກັບຄອບຄົວ ຖ້າເຂົາເຈົ້າ ປິດ ເທັກໂນໂລຈີຂອງເຂົາເຈົ້າໄວ້. ແລະ ພໍ່ແມ່ເອີຍ, ຈົ່ງຈື່ຈຳໄວ້ວ່າ, ສິ່ງທີ່ລູກໆຕ້ອງການແທ້ໆສຳລັບອາຫານແລງນັ້ນກໍຄືເວລາທີ່ຈະໄດ້ຢູ່ກັບພວກທ່ານ.
ພອນທີ່ຍິ່ງໃຫຍ່ຈະມາສູ່ຄອບຄົວຖ້າພວກເຂົາອະທິຖານນຳກັນ, ໂດຍຄຸເຂົ່າໃນຕອນກາງຄືນ ແລະ ຕອນເຊົ້າເພື່ອຂອບພຣະໄທສຳລັບພອນຕ່າງໆ ແລະ ອະທິຖານເພື່ອໃຫ້ຂ້າມຜ່ານຄວາມກັງວົນທົ່ວໄປ. ຄອບຄົວຍັງໄດ້ຮັບພອນຂະນະທີ່ພວກເຂົານະມັດສະການນຳກັນໃນໂບດ ແລະ ສະຖານທີ່ນະມັດສະການອື່ນໆ. ຄວາມຜູກພັນໃນຄອບຄົວຍັງໄດ້ຮັບຄວາມເຂັ້ມແຂງຂຶ້ນໂດຍເລື່ອງເລົ່າຂອງຄອບຄົວ, ການສ້າງປະເພນີໃນຄອບຄົວ, ແລະ ການແປ່ງປັນປະສົບການອັນສັກສິດ. ປະທານສະເປັນເຊີ ດັບເບິນຢູ ຄິມໂບ ໄດ້ຢໍ້າເຕືອນເຮົາວ່າ “ເລື່ອງລາວທີ່ສ້າງແຮງບັນດານໃຈຈາກຊີວິດຂອງເຮົາເອງ ແລະ ຂອງບັນພະບຸລຸດຂອງເຮົາ … ເປັນເຄື່ອງມືໃນການສິດສອນທີ່ມີພະລັງ.” ພວກມັນມັກຈະເປັນແຫລ່ງທີ່ດີທີ່ສຸດຂອງແຮງບັນດານໃຈສຳລັບເຮົາ ແລະ ລູກຫລານຂອງເຮົາ.
ຂ້າພະເຈົ້າເປັນພະຍານເຖິງອົງພຣະເຢຊູຄຣິດເຈົ້າ, ຜູ້ຊົງເປັນພຣະບຸດອົງດຽວທີ່ຖືກຳເນີດຂອງພຣະເຈົ້າ, ພຣະບິດານິລັນດອນຂອງເຮົາ. ພຣະອົງເຊື້ອເຊີນເຮົາໃຫ້ເດີນຕາມເສັ້ນທາງແຫ່ງພັນທະສັນຍາ ທີ່ນຳໄປສູ່ການລວມຕົວກັນຂອງຄອບຄົວໃນສະຫວັນ. ອຳນາດແຫ່ງການຜະນຶກຂອງຖານະປະໂລຫິດ, ຊຶ່ງນຳພາໂດຍຂໍກະແຈທີ່ໄດ້ຮັບການຟື້ນຟູທີ່ພຣະວິຫານ ເຄີດແລນ, ຈະນຳຄອບຄົວມາລວມເຂົ້າກັນຊົ່ວນິລັນດອນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 110:13–16). ໃນຕອນນີ້ແມ່ນກຳລັງມີການປະຕິບັດຢູ່ໂດຍການເພີ່ມຈຳນວນພຣະວິຫານຂອງພຣະຜູ້ເປັນເຈົ້າໃນທົ່ວໂລກ. ນີ້ເປັນເລື່ອງຈິງ. ຂໍໃຫ້ເຮົາຈົ່ງເປັນສ່ວນໜຶ່ງຂອງວຽກງານນີ້, ຂ້າພະເຈົ້າອະທິຖານ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.