ພຣະຜູ້ເປັນເຈົ້າເບິ່ງພາຍໃນຈິດໃຈ
ສິ່ງດຽວທີ່ພຣະເຈົ້າຕ້ອງການເພື່ອໃຫ້ບັນລຸພຣະປະສົງຂອງພຣະອົງ ແລະ ຊ່ວຍເຮົາໃຫ້ກາຍເປັນຜູ້ທີ່ພຣະອົງປະສົງຄືເຮົາແຕ່ລະຄົນຕ້ອງຫັນໃຈຂອງເຮົາເຂົ້າຫາພຣະອົງຢ່າງເຕັມທີ່.
ເມື່ອຖືກບັນຊາໃຫ້ເລືອກກະສັດອົງໃໝ່ແຫ່ງອິດສະຣາເອນ ຈາກບັນດາລູກຊາຍຂອງເຢຊີ, ສາດສະດາ ຊາມູເອນ, ເບິ່ງໄປທີ່ລູກຊາຍກົກຂອງເຢຊີ, ເອລີອາບ, ແລ້ວກໍເວົ້າອອກມາດ້ວຍຄວາມຕື່ນເຕັ້ນວ່າ, “ຕ້ອງແມ່ນຜູ້ທີ່ [ພຣະຜູ້ເປັນເຈົ້າ] ເລືອກໄວ້ຢ່າງແນ່ນອນ.” ແຕ່ວ່າ ເອລີອາບບໍ່ໄດ້ແມ່ນຜູ້ຮັບໃຊ້ທີ່ພຣະຜູ້ເປັນເຈົ້າຊົງເລືອກ. ພຣະຜູ້ຊ່ວຍໃຫ້ລອດໄດ້ເຕືອນຊາມູເອນວ່າ: “ຢ່າໄດ້ສົນໃຈນຳຄວາມສູງ, ແລະ ຄວາມງາມຂອງລາວເລີຍ; ເຮົາບໍ່ຮັບເອົາລາວເພາະການເບິ່ງຂອງ [ພຣະຜູ້ເປັນເຈົ້າ] ບໍ່ຄືການເບິ່ງຂອງມະນຸດ; ມະນຸດເບິ່ງພາຍນອກ, ແຕ່ [ພຣະຜູ້ເປັນເຈົ້າ] ເບິ່ງພາຍໃນຈິດໃຈ.”
ເຖິງແມ່ນວ່າດາວິດອາດຈະບໍ່ແມ່ນຄົນທີ່ແຂງແຮງທີ່ສຸດ ຫລື ມີທັກສະຫລາຍທີ່ສຸດໃນບັນດາອ້າຍໆຂອງເພິ່ນ, ແຕ່ຈິດໃຈຂອງເພິ່ນນັ້ນເຂັ້ມແຂງໃນສາຍພຣະເນດຂອງພຣະເຈົ້າ. ເພິ່ນຮັກພຣະເຈົ້າດ້ວຍສຸດຈິດສຸດໃຈຂອງເພິ່ນ ແລະ ມີຄວາມປາດຖະໜາອັນເລິກເຊິ່ງທີ່ຈະເຊື່ອຟັງພຣະອົງ. ເພິ່ນມີສັດທາທີ່ໝັ້ນຄົງໃນຄວາມຮັກ, ອຳນາດ, ແລະ ພອນແຫ່ງຄຳສັນຍາຂອງພຣະເຈົ້າ, ດັ່ງທີ່ເພິ່ນໄດ້ສະແດງອອກໃນເວລາຕໍ່ມາທີ່ເພິ່ນຕໍ່ສູ້ຢ່າງເກັ່ງກ້າ ແລະ ເອົາຊະນະ ໂກລີອາດ ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ.
ເລື່ອງນີ້ສິດສອນໃຫ້ເຮົາຮູ້ວ່າສິ່ງດຽວທີ່ພຣະເຈົ້າຕ້ອງການເພື່ອໃຫ້ບັນລຸພຣະປະສົງຂອງພຣະອົງ ແລະ ຊ່ວຍເຮົາໃຫ້ກາຍເປັນຜູ້ທີ່ພຣະອົງປະສົງໃຫ້ເຮົາເປັນ ກໍຄືເຮົາແຕ່ລະຄົນຕ້ອງຫັນໃຈຂອງເຮົາເຂົ້າຫາພຣະອົງຢ່າງເຕັມທີ່. ຕໍ່ຜູ້ເປັນທະນາຍຄວາມ, ພຣະອົງໄດ້ບັນຊາໃຫ້, “ເຮົາຮັກພຣະຜູ້ເປັນເຈົ້າ ອົງເປັນພຣະເຈົ້າຂອງເຮົາດ້ວຍສຸດໃຈຂອງເຮົາ.” ຕໍ່ສາດສະດາ ໂຈເຊັບ ສະມິດ, ພຣະອົງໄດ້ກ່າວວ່າ, “ຈົ່ງເບິ່ງ, ພຣະຜູ້ເປັນເຈົ້າຮຽກຮ້ອງຫົວໃຈ ແລະ ຈິດໃຈທີ່ເຕັມໃຈ.” ແລະ ຕໍ່ຊາວນີໄຟ, ພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນໄດ້ສະເໜີຄຳເຊື້ອເຊີນວ່າ: “ໃຫ້ພວກເຈົ້າຖວາຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດຂອງພວກເຈົ້າ ແກ່ເຮົາເປັນເຄື່ອງບູຊາ.”
ເປັນຫຍັງຈຶ່ງເປັນແນວນັ້ນ? ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນວ່າຖ້າຫາກຫົວໃຈຂອງເຮົາຫັນໄປຫາພຣະອົງຢ່າງເຕັມທີ່, ເປັນເພາະການເສຍສະລະຊົດໃຊ້ຂອງພຣະອົງ ເຮົາຈຶ່ງສາມາດໄດ້ຮັບພອນດ້ວຍຄວາມເຂັ້ມແຂງ ແລະ ຂອງປະທານທາງວິນຍານທີ່ເຮົາຕ້ອງການເພື່ອເອົາຊະນະຄວາມທ້າທາຍໃນຊີວິດມະຕະຂອງເຮົາ, ຕ້ານທານກັບການລໍ້ລວງ, ໄດ້ຮັບການຊີ້ນຳທາງ ແລະ ຄວາມເຂົ້າໃຈ, ແລະ ຮູ້ສຶກເຖິງຄວາມສຸກ ແລະ ສັນຕິສຸກໃນຊີວິດຂອງເຮົາ. “ຈາກສິ່ງເລັກນ້ອຍ ສິ່ງຍິ່ງໃຫຍ່ຈະເກີດຂຶ້ນ.” ພຣະອົງໄດ້ກ່າວວ່າ ພຣະອົງສາມາດ “ເຮັດໃຫ້ສິ່ງທີ່ອ່ອນແອນັ້ນກັບມາເຂັ້ມແຂງ” ແລະ ໃຫ້ພອນແກ່ເຮົາດ້ວຍທຸກສິ່ງທີ່ເຮົາຕ້ອງການເພື່ອຈະປະສົບຄວາມສຳເລັດໃນຊີວິດມະຕະນີ້ ແລະ ຮັບຊີວິດນິລັນດອນ. “ຜູ້ໃດທີ່ມີໃຈບໍລິສຸດ ກໍເປັນສຸກ,” ພຣະອົງໄດ້ກ່າວ, “ເພາະວ່າຜູ້ນັ້ນຈະໄດ້ເຫັນພຣະເຈົ້າ.”
ຂ້າພະເຈົ້າເຊື່ອວ່ານີ້ຄືເຫດຜົນ, ຢ່າງນ້ອຍກໍມີສ່ວນທີ່, ພຣະເຢຊູຄຣິດມັກຈະຕຳນິບັນດາທຳມະຈານ ແລະ ຟາຣີຊາຍໃນລະຫວ່າງການປະຕິບັດສາດສະໜາກິດໃນຊີວິດມະຕະຂອງພຣະອົງ. ເຖິງແມ່ນວ່າຈະຂະຫຍັນໝັ່ນພຽນໃນການຮັກສາກົດຂອງພຣະອົງ, ແຕ່ພວກເຂົາກໍເຮັດເຊັ່ນນັ້ນດ້ວຍເຫດຜົນທີ່ຜິດ. ພຣະອົງໄດ້ວິຈານພວກເຂົາ, ໂດຍກ່າວວ່າ, “ຄົນເຫລົ່ານີ້ໃຫ້ກຽດເຮົາແຕ່ປາກ; ສ່ວນຈິດໃຈຫ່າງໄກຈາກເຮົາ.”
ນີ້ແມ່ນການເຕືອນໃຈແທ້ໆໃຫ້ກັບສາວົກທຸກຄົນຂອງພຣະອົງວ່າ ບໍ່ແມ່ນພຽງແຕ່ເລື່ອງທີ່ເຮົາເຮັດ—ຄຳເວົ້າ ແລະ ການກະທຳຂອງເຮົາເທົ່ານັ້ນ—ແຕ່ຍັງລວມທັງເຫດຜົນທີ່ເຮົາເຮັດສິ່ງທີ່ພຣະເຢຊູຄຣິດໄດ້ຂໍໃຫ້ເຮົາເຮັດ—ຄວາມປາດຖະໜາ ແລະ ແຮງຈູງໃຈຂອງເຮົານຳອີກ. ພຣະອົງໄດ້ກ່າວວ່າ, “ເພາະເຮົາ, ພຣະຜູ້ເປັນເຈົ້າ, ຈະພິພາກສາມະນຸດທັງປວງຕາມວຽກງານຂອງພວກເຂົາ, ຕາມຄວາມປາດຖະໜາຂອງໃຈຂອງພວກເຂົາ.” ພຣະບິດາເທິງສະຫວັນຂອງເຮົາປະສົງຫລາຍກວ່າການກະທຳແບບບໍ່ມີຄວາມຮູ້ສຶກໃນການເຊື່ອຟັງ ແລະ ຮັບໃຊ້ຈາກລູກໆຂອງພຣະອົງ. ພຣະອົງຢາກໃຫ້ເຮົາເຮັດສິ່ງເຫລົ່ານັ້ນຈາກໃຈຈິງ ເພາະວ່າເຮົາຮັກພຣະອົງດ້ວຍສຸດຈິດສຸດໃຈຂອງເຮົາ. ພຣະອົງຢາກໃຫ້ເຮົາປາດຖະໜາທີ່ຈະກາຍເປັນເໝືອນດັ່ງພຣະອົງ.
ບັດນີ້, ຖ້າຫາກສຸຂະພາບທາງວິນຍານຂອງຫົວໃຈຂອງເຮົາເປັນຂໍ້ກັງວົນຫລັກຂອງພຣະຜູ້ຊ່ວຍໃຫ້ລອດ—ຄືສິ່ງທີ່ພຣະອົງຊອກຫາໃນສາວົກທີ່ແທ້ຈິງ—ແລ້ວເຮົາຈະສາມາດກວດສອບຫົວໃຈຂອງເຮົາ ແລະ ຮູ້ຈັກໄດ້ແນວໃດວ່າຫົວໃຈຂອງເຮົາຖືກຕ້ອງໃນສາຍພຣະເນດຂອງພຣະເຈົ້າ?
ໃນເມື່ອບໍ່ດົນມານີ້, ເມື່ອຂ້າພະເຈົ້າ ແລະ ພັນລະຍາໄດ້ກັບຄືນມາຈາກການເຜີຍແຜ່ຂອງພວກເຮົາໃນປະເທດປອກຕຸຍການ, ພວກເຮົາໄດ້ມີການກວດສຸຂະພາບທົ່ວໄປເພື່ອປະເມີນສະພາບຮ່າງກາຍຂອງພວກເຮົາ. ການກວດເຫລົ່ານັ້ນໄດ້ເນັ້ນໃສ່ສຸຂະພາບຫົວໃຈຂອງພວກເຮົາ—ເຊັ່ນການກວດເລືອດ, ການວັດແທກລະດັບຄື້ນໃນຫົວໃຈ, ແລະ ການວັດແທກຄວາມກົດດັນ. ຂ້າພະເຈົ້າເຊື່ອວ່າພຣະຜູ້ຊ່ວຍໃຫ້ລອດຍັງຈັດກຽມຊຸດທົດສອບກວດກາທາງວິນຍານໄວ້ ເພື່ອເຮົາຈະສາມາດນຳໃຊ້ປະເມີນສຸຂະພາບຫົວໃຈທາງວິນຍານຂອງເຮົາ. ຂ້າພະເຈົ້າຂໍແບ່ງປັນບາງສ່ວນກັບທ່ານ.
ການປະເມີນຫົວໃຈຂອງທ່ານດ້ວຍການວັດແທກທາງວິນຍານ
ສິ່ງທຳອິດ, ຄວາມຕັ້ງໃຈ, ລະດັບຄວາມສຳຄັນ, ແລະ ແຮງຈູງໃຈຂອງເຮົາ
“ເພາະວ່າຊັບສົມບັດຂອງເຈົ້າຢູ່ບ່ອນໃດ, ໃຈຂອງເຈົ້າກໍຢູ່ບ່ອນນັ້ນຄືກັນ,” ພຣະເຢຊູໄດ້ສິດສອນໄວ້. ຊັບສົມບັດແມ່ນສິ່ງທີ່ມີຄ່າສຳລັບເຮົາ, ເປັນສິ່ງທີ່ເຮົາທຸ້ມເທຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່. ສິ່ງທີ່ເຮົາເລືອກທີ່ຈະໃຊ້ເວລາຂອງເຮົາ ແລະ ມຸ່ງເນັ້ນຄວາມສົນໃຈຂອງເຮົາ, ລວມທັງສິ່ງທີ່ຜັກດັນເຮົາໃຫ້ເຮັດສິ່ງທີ່ເຮົາເຮັດ, ລ້ວນແລ້ວແຕ່ບົ່ງບອກກ່ຽວກັບຫົວໃຈຂອງເຮົາ. ພຣະຜູ້ຊ່ວຍໃຫ້ລອດເຕືອນວ່າ ໃນຂະນະທີ່ຫລາຍຄົນໄດ້ຮັບການເອີ້ນຈາກພຣະອົງ, ມີພຽງແຕ່ສ່ວນໜ້ອຍທີ່ໄດ້ຖືກເລືອກ “ເພາະໃຈຂອງພວກເຂົາໝົກໝຸ້ນຢູ່ກັບສິ່ງທີ່ເປັນຂອງໂລກນີ້ຫລາຍ, ແລະ [ພວກເຂົາ] ສະແຫວງຫາກຽດຕິຍົດຈາກມະນຸດ.” ເຮົາໄດ້ເຮັດໃຫ້ພຣະຜູ້ຊ່ວຍໃຫ້ລອດມີຄວາມສຳຄັນໃນຊີວິດຂອງເຮົາແລ້ວບໍ? ເຮົາເຫັນແກ່ລັດສະໝີພາບຂອງພຣະອົງແຕ່ຢ່າງດຽວໃນທຸກສິ່ງທີ່ເຮົາເຮັດແລ້ວບໍ?
ປະການທີສອງ, ຄວາມເຕັມໃຈຂອງເຮົາທີ່ຈະເຊື່ອຟັງພຣະບັນຍັດຂອງພຣະເຈົ້າ
ຕະຫລອດທົ່ວພຣະຄຳພີ, ພຣະຜູ້ເປັນເຈົ້າ ແລະ ສາດສະດາຂອງພຣະອົງຫລາຍທ່ານ ໄດ້ປຽບທຽບຄວາມທະນົງຕົວ ແລະ ການບໍ່ເຊື່ອຟັງໃສ່ກັບໃຈແຂງກະດ້າງ. ນີໄຟໄດ້ຕັກເຕືອນພວກອ້າຍຂອງເພິ່ນ, ໂດຍກ່າວວ່າ: “ເປັນຫຍັງພວກເຈົ້າຈຶ່ງບໍ່ຮັກສາພຣະບັນຍັດຂອງພຣະເຈົ້າ? ເປັນຫຍັງພວກເຈົ້າຈຶ່ງຍອມຕາຍ, ເພາະຄວາມແຂງກະດ້າງຂອງໃຈ ຂອງພວກເຈົ້າ?” ພຣະຜູ້ເປັນເຈົ້າໄດ້ເຕືອນໄພ່ພົນໃນລັດມີເຊີຣີວ່າ, “ແຕ່ຄົນໃດທີ່ບໍ່ເຮັດຫຍັງເລີຍຈົນກວ່າເຂົາຖືກບັນຊາໃຫ້ເຮັດ, ແລະ ຮັບເອົາຄຳບັນຊາດ້ວຍໃຈທີ່ສົງໄສ, ແລະ ຮັກສາມັນດ້ວຍຄວາມກຽດຄ້ານ, ຄົນໆນັ້ນຍ່ອມອັບປະໂຫຍດ.” ໃນຂະນະທີ່ພຣະຜູ້ຊ່ວຍໃຫ້ລອດບໍ່ໄດ້ຄາດຫວັງຄວາມສົມບູນແບບໃນການຮັກສາພຣະບັນຍັດຂອງພຣະອົງ, ແຕ່ພຣະອົງຂໍໃຫ້ເຮົາປາດຖະໜາ ແລະ ພະຍາຍາມທີ່ຈະຮັກສາໄວ້ດ້ວຍສຸດຈິດສຸດໃຈຂອງເຮົາ.
ປະການທີສາມ, ຄວາມພາກພຽນຂອງເຮົາໃນການສຶກສາພຣະຄຳພີ ແລະ ການສະແຫວງຫາການເປີດເຜີຍ
ພຣະເຈົ້າໄດ້ເຕືອນ ອໍລິເວີ ຄາວເດີຣີ ໃຫ້ “ສະສົມຄຳເຫລົ່ານີ້ໄວ້ໃນໃຈຂອງເຈົ້າ.” ເຮົາຖືກເຊື້ອເຊີນໃຫ້ຄົ້ນຄວ້າພຣະຄຳພີຢ່າງພາກພຽນ ແລະ, ຜ່ານທາງພະລັງຂອງພຣະວິນຍານບໍລິສຸດ, ສະແຫວງຫາຄວາມເຂົ້າໃຈ ແລະ ເປັນພະຍານເຖິງຄວາມຈິງຂອງພຣະກິດຕິຄຸນໃນໃຈຂອງເຮົາ.
ສາດສະດາອະບີນາໄດ ໄດ້ຕຳນິພວກປະໂລຫິດຂອງກະສັດໂນອາຜູ້ຊົ່ວຮ້າຍທີ່ບໍ່ກະທຳເຊັ່ນນັ້ນ, ໂດຍການກ່າວວ່າ, “ພວກທ່ານບໍ່ໄດ້ຕັ້ງໃຈເພື່ອໃຫ້ເຂົ້າໃຈເລີຍ; ສະນັ້ນ, ພວກທ່ານຈຶ່ງບໍ່ສະຫລາດ.” ເຮົາກຳລັງພະຍາຍາມຢ່າງຈິງໃຈທີ່ຈະສຶກສາພຣະຄຳພີທຸກມື້ ແລະ ເອົາໃສ່ໃຈ ເພື່ອຈະໄດ້ເຂົ້າໃຈມັນຜ່ານທາງການອະທິຖານແລ້ວບໍ?
ປະການທີສີ່, ຄວາມຄິດ ແລະ ຄຳເວົ້າຂອງເຮົາ
ພຣະຜູ້ຊ່ວຍໃຫ້ລອດສິດສອນວ່າ “ເພາະຄວາມຄິດຊົ່ວ” ແລະຍ້ອນແນວນັ້ນ “ໃຈເຕັມລົ້ນດ້ວຍສິ່ງໃດ ປາກກໍເວົ້າສິ່ງນັ້ນອອກມາ.” ຄຸນນະພາບຂອງຄວາມຄິດ ແລະ ຄຳເວົ້າຂອງເຮົາເປັນຕົວຊີ້ວັດທີ່ດີເຖິງຄວາມບໍລິສຸດຂອງໃຈຂອງເຮົາ. ເຮົາກຳລັງປູກຝັງຄວາມຄິດໃນດ້ານລົບ ກ່ຽວກັບການກະທຳ ຫລື ແຮງຈູງໃຈຂອງຄົນອື່ນ, ຫລື ແມ່ນແຕ່ຂອງຕົວເຮົາເອງຫລາຍເກີນໄປບໍ? ເຮົາຕັດສິນ ຫລື ກ່າວໂທດຄົນອື່ນໄວເກີນໄປບໍ? ເຮົາຊອກຫາເຫດຜົນ ຫລື ຂໍ້ແກ້ຕົວໃນຄວາມຜິດພາດຂອງເຮົາຢູ່ບໍ? ແລະຄຳເວົ້າຂອງເຮົາເດເປັນແນວໃດ? ມັນຊ່ວຍຍົກລະດັບ ແລະ ສ້າງແຮງບັນດານໃຈໃຫ້ກັບຜູ້ທີ່ຢູ່ອ້ອມຮອບຕົວເຮົາບໍ? ຫລື ມັນກຳລັງສ້າງຄວາມຂັດແຍ້ງ ແລະ ຄວາມຄຽດແຄ້ນຢູ່?
ຫລັງຈາກທີ່ຂ້າພະເຈົ້າສຳເລັດການກວດທາງດ້ານຮ່າງກາຍແລ້ວ, ທ່ານໝໍຂອງຂ້າພະເຈົ້າໄດ້ບອກກັບຂ້າພະເຈົ້າວ່າ, ໂດຍລວມ, ຫົວໃຈຂອງຂ້າພະເຈົ້າແມ່ນແຂງແຮງດີ—ແຕ່ວ່າຍັງມີຂໍ້ກັງວົນຢູ່ສອງສາມຢ່າງທີ່ຕ້ອງແກ້ໄຂໃນຕອນນີ້, ກ່ອນທີ່ມັນຈະກາຍເປັນເລື່ອງຮ້າຍແຮງ. ຈາກນັ້ນເພິ່ນໄດ້ສັ່ງໃຫ້ຂ້າພະເຈົ້າປ່ຽນແປງວິທີການດຳລົງຊີວິດບາງຢ່າງ. ໃນທຳນອງດຽວກັນ, ຂະນະທີ່ທ່ານເຮັດການປະເມີນທາງວິນຍານນີ້ໃຫ້ກັບຫົວໃຈຂອງທ່ານ ແລະ ສັງເກດເຫັນອາການໃນດ້ານລົບ ທີ່ກຳລັງເລີ່ມຄຸກຄານ, ຈົ່ງຢ່າງຕື່ນຕົກໃຈ! ພຣະຜູ້ຊ່ວຍໃຫ້ລອດໄດ້ຈັດຕຽມການປິ່ນປົວ ແລະ ການຮັກສາທາງວິນຍານທີ່ດີເລີດໄວ້ເພື່ອຊ່ວຍເຫລືອທ່ານ. ພຣະອົງຍັງສັນຍາວ່າຈະປະທານຫົວໃຈດວງໃໝ່ໃຫ້ແກ່ທ່ານ! ຕໍ່ໄປນີ້ແມ່ນການກະທຳບາງຢ່າງທີ່ຈະສາມາດຊ່ວຍປັບປຸງຄວາມເຂັ້ມແຂງທາງວິນຍານໃຫ້ກັບຫົວໃຈຂອງທ່ານ.
ການປັບປຸງສຸຂະພາບຫົວໃຈທາງວິນຍານຂອງທ່ານ
ຢ່າງທຳອິດ, ສ້າງຄວາມເຂັ້ມແຂງໃຫ້ກັບຄວາມສຳພັນຂອງທ່ານກັບພຣະຄຣິດ
ເມື່ອເຮົາອຸທິດເວລາໃນແຕ່ລະມື້ທີ່ຈະຫຍັບເຂົ້າໃກ້ພຣະຄຣິດຫລາຍຂຶ້ນ, ຫົວໃຈຂອງເຮົາຈະປ່ຽນແປງ. ການສຶກສາພຣະຄຳພີທຸກມື້, ພ້ອມກັບການອະທິຖານ ແລະ ຖືສິນອົດເຂົ້າຢ່າງຈິງໃຈເປັນປະຈຳ, ຈະເພີ່ມພູນຄວາມຮັກຂອງທ່ານທີ່ມີໃຫ້ກັບພຣະຜູ້ຊ່ວຍໃຫ້ລອດ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ກັບສັດທາ ແລະ ຄວາມປາດຖະໜາທີ່ຈະກັບໃຈ ແລະ ມອບຫົວໃຈຂອງທ່ານໃຫ້ກັບພຣະເຈົ້າດ້ວຍຄວາມຖ່ອມ. ລອງພິຈາລະນາຕົວຢ່າງນີ້ຈາກນີໄຟ: “ດັ່ງນັ້ນ, ຂ້າພະເຈົ້າໄດ້ຮ້ອງທູນຕໍ່ພຣະຜູ້ເປັນເຈົ້າ; ແລະ ຈົ່ງເບິ່ງ ພຣະອົງໄດ້ສະເດັດມາຫາຂ້າພະເຈົ້າ, ແລະ ເຮັດໃຫ້ໃຈຂອງຂ້າພະເຈົ້າອ່ອນລົງຈົນວ່າຂ້າພະເຈົ້າເຊື່ອຄຳເວົ້າທີ່ບິດາຂອງຂ້າພະເຈົ້າເວົ້າມາທັງໝົດ.”
ເມື່ອເຮົາສືບຕໍ່ບຳລຸງລ້ຽງເມັດພືດແຫ່ງສັດທາ ດ້ວຍຄວາມປາດຖະໜາ ແລະ ການກະທຳອັນຊອບທຳຂອງເຮົາ, ເຮົາຈະປະສົບກັບການຊຳລະຫົວໃຈຂອງເຮົາໃຫ້ບໍລິສຸດເໝືອນດັ່ງຊາວນີໄຟທີ່: “ພວກເຂົາຍັງໄດ້ຖືສິນອົດເຂົ້າ ແລະ ອະທິຖານຢູ່ເລື້ອຍໆ ແລະ ໄດ້ເຂັ້ມແຂງຂຶ້ນໄປເລື້ອຍໆໃນຄວາມຖ່ອມຕົວຂອງພວກເຂົາ, ແລະ ໝັ້ນຄົງຂຶ້ນໄປເລື້ອຍໆນຳສັດທາໃນພຣະຄຣິດ, ຈົນເຮັດໃຫ້ຈິດວິນຍານຂອງພວກເຂົາເຕັມໄປດ້ວຍຄວາມສຸກ ແລະ ຄວາມປອບໃຈ, ແທ້ຈິງແລ້ວ, ຈົນຊຳລະໃຈຂອງພວກເຂົາໃຫ້ບໍລິສຸດ ແລະ ສັກສິດ ຊຶ່ງການຊຳລະໃຫ້ບໍລິສຸດນັ້ນມີມາຍ້ອນການຍອມຖວາຍໃຈຂອງພວກເຂົາແດ່ພຣະເຈົ້າ.”
ຢ່າງທີສອງ, ປັບຄວາມປະສົງຂອງເຮົາໃຫ້ສອດຄ່ອງກັບຂອງພຣະອົງ
ພຣະຜູ້ຊ່ວຍໃຫ້ລອດສິດສອນວ່າ, “ຖ້າພວກເຈົ້າຮັກເຮົາ, ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ.” ພຣະອົງເຊື້ອເຊີນເຮົາໃຫ້ສະແດງຄວາມຮັກຂອງເຮົາໂດຍການເຮັດ ແລະ ຮັກສາພັນທະສັນຍາກັບພຣະອົງ. ຂະນະທີ່ເຮົາພະຍາຍາມທຸກມື້ໃນການຮັກສາພຣະບັນຍັດຂອງພຣະອົງ, ກັບໃຈຈາກບາບຂອງເຮົາຢ່າງຈິງໃຈ, ແລະ ຢືນຢັດໃນການຮັບເອົາພຣະນາມຂອງພຣະອົງ ແລະ ປັບຄວາມປະສົງຂອງເຮົາໃຫ້ສອດຄ່ອງກັບຂອງພຣະອົງ, ເຮົາຈະໄດ້ຮັບພອນໂດຍການມີພຣະວິນຍານບໍລິສຸດເປັນເພື່ອນສະເໝີ.
ນີໄຟໄດ້ເປັນພະຍານວ່າ, “ຂ້າພະເຈົ້າຮູ້ວ່າ ຖ້າຫາກພວກທ່ານຈະໄປຕາມພຣະບຸດດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ ໂດຍບໍ່ເປັນຄົນໜ້າຊື່ໃຈຄົດ ແລະ ບໍ່ມີການຫລອກລວງຕໍ່ພຣະພັກຂອງພຣະເຈົ້າ, ແຕ່ດ້ວຍເຈດຕະນາອັນແທ້ຈິງ, ໂດຍການກັບໃຈຈາກບາບຂອງພວກທ່ານ, ໂດຍການເປັນພະຍານຕໍ່ພຣະບິດາວ່າ ພວກທ່ານເຕັມໃຈຮັບເອົາພຣະນາມຂອງພຣະຄຣິດໂດຍການບັບຕິສະມາ … , ທ່ານຈະໄດ້ຮັບພຣະວິນຍານບໍລິສຸດ.” ພຣະວິນຍານບໍລິສຸດຈະນຳພາທ່ານ ແລະ ຊ່ວຍເຫລືອທ່ານໃຫ້ຮູ້ຈັກພຣະປະສົງຂອງພຣະຜູ້ເປັນເຈົ້າ ແລະ ຕັດສິນໃຈເລືອກສິ່ງທີ່ດີ.
ຢ່າງສຸດທ້າຍ, ຮັບໃຊ້ພຣະເຈົ້າ ແລະ ຄົນອື່ນດ້ວຍສຸດໃຈຂອງທ່ານ
ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນທຸກຄົນໃຫ້ “ຮັບໃຊ້ພຣະອົງດ້ວຍສຸດໃຈຂອງເຮົາ.” ເມື່ອເຮົາເລືອກທີ່ຈະກະທຳແຕ່ລະຢ່າງທີ່ພຣະຜູ້ເປັນເຈົ້າໄດ້ຂໍໃຫ້ເຮົາເຮັດ—ເຊັ່ນ ການຮັກສາພຣະບັນຍັດ, ການຮັບສ່ວນສິນລະລຶກ, ການນະມັດສະການໃນພຣະວິຫານ, ແລະ ການຮັບໃຊ້ຄົນອື່ນ—ດ້ວຍຄວາມຈິງໃຈ ແລະ ດ້ວຍເຈດຕະນາອັນແທ້ຈິງ, ການກະທຳທີ່ຮັບໃຊ້ ແລະ ນະມັດສະການແຕ່ລະຄັ້ງກໍຈະກາຍມາເປັນປະສົບການທາງວິນຍານທີ່ມີພະລັງຊ່ວຍເສີມສ້າງຄວາມເຂັ້ມແຂງໃຫ້ກັບສັດທາ ແລະ ປະຈັກພະຍານຂອງເຮົາ ແລະ ເຕີມເຕັມຫົວໃຈຂອງເຮົາດ້ວຍຄວາມສຸກ ແລະ ຄວາມຮັກຕໍ່ພຣະເຈົ້າ ແລະ ເພື່ອນມະນຸດຂອງເຮົາ.
ຄຳຖາມຂອງສາດສະດາແອວມານັ້ນຍັງຄົງດັງກ້ອງຢູ່ຈົນເຖິງທຸກມື້ນີ້ວ່າ: “ພວກທ່ານໄດ້ເກີດຈາກພຣະເຈົ້າທາງວິນຍານແລ້ວບໍ? ທ່ານໄດ້ຮັບເງົາຂອງພຣະອົງໄວ້ໃນໃບໜ້າຂອງພວກທ່ານແລ້ວບໍ? ພວກທ່ານເຄີຍປະສົບການປ່ຽນແປງອັນຍິ່ງໃຫຍ່ນີ້ໃນໃຈຂອງພວກທ່ານແລ້ວບໍ?”
ອ້າຍເອື້ອຍນ້ອງທັງຫລາຍ, ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ມອບຫົວໃຈທັງໝົດຂອງທ່ານໃຫ້ກັບພຣະຜູ້ຊ່ວຍໃຫ້ລອດໃນມື້ນີ້. ໃຫ້ການກະທຳແຫ່ງການນະມັດສະການ ແລະ ການຮັບໃຊ້ແຕ່ລະຄັ້ງເກີດຈາກຄວາມຈິງໃຈ ແລະ ຄວາມຕັ້ງໃຈ. ປະຖິ້ມສິ່ງລົບກວນທາງໂລກ ແລະ ພະຍາຍາມມີເວລາທີ່ມີຄວາມໝາຍໃຫ້ກັບພຣະຜູ້ເປັນເຈົ້າທຸກມື້ໃນຊີວິດຂອງທ່ານ. ຈົ່ງກັບໃຈ ແລະ ກັບຄືນມາຫາພຣະອົງດ້ວຍຫົວໃຈທັງໝົດຂອງທ່ານ, ແລະ ພຣະອົງຈະໃຫ້ອະໄພທ່ານ ແລະ ລ້ອມທ່ານໄວ້ໃນພຣະພາຫາແຫ່ງຄວາມຮັກຂອງພຣະອົງ. ຢ່າສະແຫວງຫາສິ່ງທີ່ເປັນຂອງໂລກ, ແຕ່ຈົ່ງເລືອກທີ່ຈະເຫັນແກ່ລັດສະໝີພາບຂອງພຣະເຈົ້າແຕ່ຢ່າງດຽວ ແລະ ສະແຫວງຫາສິ່ງທີ່ດີກວ່າ. ພຣະອົງຮູ້ຈັກຄວາມຄິດ ແລະ ຄວາມປາດຖະໜາຂອງໃຈທ່ານ, ແລະ ເມື່ອທ່ານມາຫາພຣະອົງ, ພຣະອົງຈະໃຫ້ພອນແກ່ທ່ານດ້ວຍຄວາມເຂັ້ມແຂງ, ຄວາມໝັ້ນໃຈ, ສັນຕິສຸກ, ແລະ ຄວາມສຸກໃນຊີວິດນີ້ ແລະ ມີສະຖານທີ່ໃນອະນາຈັກຊັ້ນສູງຂອງພຣະອົງຊົ່ວນິລັນດອນ.
ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄຣິດຊົງພຣະຊົນຢູ່. ພຣະອົງເປັນພຣະຜູ້ໄຖ່ຂອງເຮົາ. ແລະ ພຣະອົງຮັກທ່ານ ແລະ ຂ້າພະເຈົ້າດ້ວຍສຸດພຣະໄທຂອງພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.