ຢ່າໄດ້ປະຖິ້ມຄວາມເມດຕາຂອງຕົນເອງ
ທ່ານສາມາດເຂົ້າເຖິງການຊ່ວຍເຫລືອ ແລະ ການປິ່ນປົວຈາກສະຫວັນໄດ້ໃນທັນທີ ເຖິງແມ່ນວ່າທ່ານຈະມີຂໍ້ບົກພ່ອງໃນຄວາມເປັນມະນຸດຂອງທ່ານກໍຕາມ.
ນາຍຄູຄົນໜຶ່ງເຄີຍສິດສອນວ່າ ປາວານ—ເຖິງແມ່ນວ່າຈະມີຂະໜາດໃຫຍ່—ກໍບໍ່ສາມາດກືນກິນມະນຸດໄດ້ ເພາະວ່າປາວານມີຮູຄຳນ້ອຍ. ເດັກຍິງຄົນໜຶ່ງໄດ້ຄັດຄ້ານວ່າ, “ແຕ່ໂຢນາໄດ້ຖືກປາວານກືນກິນໄປແລ້ວ.” ນາຍຄູຄົນນັ້ນກໍໄດ້ຕອບກັບໄປວ່າ, “ນັ້ນແມ່ນເປັນໄປບໍ່ໄດ້ເລີຍ.” ເພາະຍັງບໍ່ໝັ້ນໃຈ, ເດັກຍິງຄົນນັ້ນໄດ້ເວົ້າອອກມາ, “ຖ້າເປັນແນວນັ້ນ, ເມື່ອຂ້ານ້ອຍໄປຮອດສະຫວັນ, ຂ້ານ້ອຍກໍຈະຖາມເພິ່ນເອງ.” ນາຍຄູກໍເລີຍຖາມແບບເຢາະເຢີ້ຍວ່າ, “ຈະເຮັດແນວໃດຖ້າວ່າໂຢນາເປັນຄົນບາບ ແລະ ບໍ່ໄດ້ໄປສະຫວັນ?” ເດັກຍິງກໍເລີຍຕອບກັບໄປວ່າ, “ຖ້າເປັນດັ່ງນັ້ນນາຍຄູກໍສາມາດຖາມເພິ່ນເອງເລີຍ.”
ພວກເຮົາກໍພາກັນຫົວ, ແຕ່ເຮົາບໍ່ຄວນພາດອຳນາດທີ່ເລື່ອງລາວຂອງໂຢນາໄດ້ມອບໃຫ້ກັບ “ຜູ້ສະແຫວງຫາຄວາມສຸກດ້ວຍການຖ່ອມຕົວ,” ທຸກຄົນ ໂດຍສະເພາະຜູ້ທີ່ກຳລັງປະສົບກັບຄວາມຫຍຸ້ງຍາກ.
ພຣະເຈົ້າໄດ້ບັນຊາໃຫ້ໂຢນາ “ໄປທີ່ນີເນເວ” ເພື່ອປະກາດກ່ຽວກັບການກັບໃຈ. ແຕ່ນີເນເວ ເປັນເມືອງຂອງສັດຕູທີ່ໂຫດຮ້າຍຂອງອິດສະຣາເອນສະໄໝບູຮານ—ສະນັ້ນ ໂຢນາຈຶ່ງໄດ້ໄຫວຕົວມຸ່ງໜ້າໄປທິດທາງກົງກັນຂ້າມ, ໂດຍການຂີ່ເຮືອ, ໄປທີ່ຕາກຊິດ. ຂະນະທີ່ເພິ່ນກຳລັງລ່ອງເຮືອອອກໄປຈາກການເອີ້ນຂອງເພິ່ນ, ພະຍຸທຳລາຍເຮືອເລີ່ມພັດເຂົ້າມາ. ໂດຍທີ່ແນ່ໃຈແລ້ວວ່າເປັນຍ້ອນການບໍ່ເຊື່ອຟັງຂອງເພິ່ນ, ໂຢນາຈຶ່ງໄດ້ອາສາສະໝັກທີ່ຈະຖືກໂຍນລົງໄປໃນນ້ຳ. ການກະທຳນີ້ໄດ້ເຮັດໃຫ້ຄື້ນທະເລທີ່ຮ້າຍແຮງນັ້ນສະຫງົບລົງ, ຊຶ່ງໄດ້ຊ່ວຍຊີວິດເພື່ອນຮ່ວມເຮືອຂອງເພິ່ນໄວ້ໄດ້.
ຊ່າງອັດສະຈັນແທ້ໆ, ທີ່ໂຢນາລອດພົ້ນຈາກຄວາມຕາຍເມື່ອ ພຣະຜູ້ເປັນເຈົ້າ “ໄດ້ສັ່ງ” “ປາໃຫຍ່ໂຕໜຶ່ງ” ໃຫ້ມາກືນກິນເພິ່ນ. ແຕ່ເພິ່ນໄດ້ທົນທຸກທໍລະມານຢູ່ໃນສະຖານທີ່ອັນມືດມົນ ແລະ ເປື້ອນເປິທີ່ເກີນບັນຍາຍເປັນເວລາສາມວັນ, ຈົນໃນທີ່ສຸດເພິ່ນກໍໄດ້ຖືກຄາຍອອກມາໄວ້ເທິງດິນແຫ້ງ. ແລ້ວຈາກນັ້ນເພິ່ນກໍຍອມຮັບເອົາການເອີ້ນຂອງເພິ່ນໃຫ້ໄປທີ່ເມືອງນີເນເວ. ແຕ່, ເມື່ອເມືອງນີ້ກັບໃຈ ແລະ ລອດພົ້ນຈາກຄວາມພິນາດ, ໂຢນາຈຶ່ງບໍ່ພໍໃຈກັບຄວາມເມດຕາທີ່ສັດຕູຂອງເພິ່ນໄດ້ຮັບ. ພຣະເຈົ້າໄດ້ສິດສອນໂຢນາຢ່າງອົດທົນວ່າພຣະອົງຮັກ ແລະ ສະແຫວງຫາທີ່ຈະຊ່ວຍລູກໆຂອງພຣະອົງໝົດທຸກຄົນ.
ໂດຍທີ່ສະດຸດຫລາຍຄັ້ງໃນໜ້າທີ່ຂອງເພິ່ນ, ແຕ່ໂຢນາໄດ້ເປັນປະຈັກພະຍານຢ່າງແຈ່ມແຈ້ງໃນຊີວິດມະຕະວ່າ, “ຄົນທັງປວງຕົກ.” ເຮົາບໍ່ຄ່ອຍເວົ້າເຖິງປະຈັກພະຍານຂອງການຕົກ. ແຕ່ການມີຄວາມເຂົ້າໃຈດ້ານຫລັກຄຳສອນ ແລະ ການເປັນພະຍານທາງວິນຍານ ວ່າຍ້ອນຫຍັງເຮົາທຸກຄົນຈຶ່ງດີ້ນລົນກັບຄວາມທ້າທາຍດ້ານສິນທຳ, ຮ່າງກາຍ, ແລະ ສະຖານະການຂອງເຮົາແຕ່ລະຄັ້ງນັ້ນຄືພອນອັນຍິ່ງໃຫຍ່. ໃນໂລກໃບນີ້, ເຕັມໄປດ້ວຍຂວກໜາມ, ແມ່ນແຕ່ກະດູກທີ່ແຂງແຮງກໍແຕກຫັກໄດ້, ແລະ ທຸກຄົນ “ຂາດຈາກ [ລັດສະໝີ] ຂອງພຣະເຈົ້າ.” ແຕ່ສະພາບຂອງຄວາມເປັນມະຕະນີ້—ຄືຜົນຈາກການເລືອກຂອງອາດາມ ແລະ ເອວາ—ຊຶ່ງມີຄວາມຈຳເປັນແທ້ໆຕໍ່ເຫດຜົນທີ່ເຮົາເປັນຢູ່: “ເພື່ອ [ເຮົາ] ຈະໄດ້ມີຄວາມສຸກ”! ດັ່ງທີ່ບິດາມານດາຜູ້ທຳອິດຂອງເຮົາໄດ້ຮຽນຮູ້, ໂດຍການໄດ້ຊີມລົດຊາດຂອງຄວາມຂົມຂື່ນ ແລະ ຄວາມຮູ້ສຶກເຈັບປວດຂອງໂລກແຫ່ງການຕົກເທົ່ານັ້ນທີ່ເຮົາຈະສາມາດເຂົ້າໃຈໄດ້ເຖິງ, ຄວາມເພີດເພີນຢ່າງຍິ່ງ, ກັບຄວາມສຸກທີ່ແທ້ຈິງ.
ປະຈັກພະຍານກ່ຽວກັບການຕົກ ບໍ່ ໄດ້ແມ່ນຂໍ້ແກ້ຕົວສຳລັບຄວາມບາບ ຫລື ການປ່ອຍປະລະເລີຍໃນການປະຕິບັດໜ້າທີ່ຂອງຊີວິດຊຶ່ງຮຽກຮ້ອງໃຫ້ມີຄວາມພາກພຽນ, ຄຸນນະທຳ, ແລະ ຮູ້ຈັກຮັບຜິດຊອບ ຢູ່ສະເໝີ. ແຕ່ມັນຈະຊ່ວຍບັນເທົາຄວາມອຸກອັ່ງໃຈຂອງເຮົາເມື່ອມີເລື່ອງຜິດພາດເກີດຂຶ້ນຢ່າງບໍ່ມີເຫດຜົນ ຫລື ເຮົາເຫັນຄວາມລົ້ມເຫລວທາງສິນທຳຂອງສະມາຊິກໃນຄອບຄົວ, ໝູ່ເພື່ອນ, ຫລື ຜູ້ນຳ. ສ່ວນຫລາຍສິ່ງຕ່າງໆເຊັ່ນນີ້ເຮັດໃຫ້ເຮົາຈົມຢູ່ກັບການວິພາກວິຈານ ຫລື ຂຸ່ນເຄືອງ ທີ່ທຳລາຍສັດທາຂອງເຮົາ. ແຕ່ປະຈັກພະຍານອັນໝັ້ນຄົງເຖິງການຕົກນັ້ນ ສາມາດຊ່ວຍເຮົາໃຫ້ກາຍເປັນເໝືອນດັ່ງພຣະເຈົ້າຫລາຍຂຶ້ນ ດັ່ງທີ່ໄດ້ອະທິບາຍໂດຍໂຢນາ, ນັ້ນວ່າ, “ມີຄວາມເມດຕາ, ອົດທົນສະເໝີ, ແລະ ໃຈດີສະເໝີ” ໃຫ້ກັບທຸກຄົນ—ລວມທັງຕົວເຮົາເອງ—ໃນສະພາບຂອງຄວາມບໍ່ສົມບູນແບບທີ່ຫລີກລ້ຽງບໍ່ໄດ້.
ໂດຍທີ່ຍິ່ງໃຫຍ່ກວ່າການສະແດງໃຫ້ເຫັນເຖິງຜົນຂອງການຕົກ, ເລື່ອງລາວຂອງໂຢນາຍັງນຳພາເຮົາໄປຫາພຣະອົງຜູ້ທີ່ສາມາດປົດປ່ອຍເຮົາອອກຈາກຜົນກະທົບເຫລົ່ານັ້ນຢ່າງມີພະລັງ. ການເສຍສະລະຕົນເອງຂອງໂຢນາ ເພື່ອຊ່ວຍຊີວິດເພື່ອນຮ່ວມເຮືອຂອງເພິ່ນນັ້ນເປັນເໝືອນດັ່ງພຣະຄຣິດໂດຍແທ້. ແລະ ເປັນເວລາສາມຄັ້ງທີ່ພຣະເຢຊູໄດ້ຖືກຂໍໃຫ້ສະແດງເຄື່ອງໝາຍການອັດສະຈັນແຫ່ງຄວາມສູງສົ່ງຂອງພຣະອົງ, ພຣະອົງໄດ້ກ່າວພຽງແຕ່ວ່າ “ບໍ່ມີເຄື່ອງໝາຍໃຫ້ໄວ້ … ຍົກເວັ້ນແຕ່ເຄື່ອງໝາຍຂອງໂຢນາ,” ໂດຍປະກາດວ່າ ດັ່ງທີ່ໂຢນາໄດ້ຢູ່ “ໃນທ້ອງປາໃຫຍ່ສາມວັນສາມຄືນຢ່າງໃດ; ບຸດມະນຸດກໍຈະຢູ່ໃນພື້ນຂອງແຜ່ນດິນໂລກສາມວັນສາມຄືນຢ່າງນັ້ນ.” ເນື່ອງຈາກສັນຍາລັກຂອງການເສຍສະລະສິ້ນພຣະຊົນ ແລະ ການຟື້ນຄືນພຣະຊົນທີ່ຮຸ່ງໂລດຂອງພຣະຜູ້ຊ່ວຍໃຫ້ລອດ, ໂຢນາອາດຈະມີຂໍ້ບົກພ່ອງ. ແຕ່ສິ່ງນີ້ກໍຍັງເປັນສິ່ງທີ່ເຮັດໃຫ້ການເປັນພະຍານ ແລະ ຄຳໝັ້ນສັນຍາສ່ວນຕົວຂອງເພິ່ນທີ່ມີຕໍ່ພຣະເຢຊູຄຣິດ, ຖວາຍໃນທ້ອງປາວານນັ້ນ, ເລິກເຊິ່ງ ແລະ ສ້າງແຮງບັນດານໃຈຫລາຍ.
ການວິງວອນຂອງໂຢນາເປັນສຽງຂອງຄົນດີທີ່ຢູ່ໃນຊ່ວງເວລາແຫ່ງວິກິດ, ທີ່ສ່ວນໃຫຍ່ແມ່ນເກີດຈາກການກະທຳຂອງເພິ່ນເອງ. ສຳລັບໄພ່ພົນຄົນໜຶ່ງ, ເມື່ອເກີດໄພພິບັດຈາກຜົນໄດ້ຮັບຂອງນິໄສ, ຄວາມຄິດເຫັນ, ຫລື ການຕັດສິນໃຈທີ່ໜ້າເສຍດາຍ, ເຖິງແມ່ນວ່າຈະມີເຈດຕະນາດີ ແລະ ຄວາມພະຍາຍາມຢ່າງຈິງໃຈຂອງຄວາມຊອບທຳຫລາຍຢ່າງກໍຕາມ, ມັນກໍສາມາດສ້າງຄວາມທຳລາຍໂດຍສະເພາະ ແລະ ເຮັດໃຫ້ຮູ້ສຶກວ່າຖືກປະຖິ້ມ. ແຕ່ບໍ່ວ່າເຮົາຈະປະເຊີນໜ້າກັບສາເຫດ ຫລື ໄພພິບັດລະດັບໃດກໍຕາມ, ກໍຍັງມີພື້ນດິນແຫ້ງແຫ່ງຄວາມຫວັງ, ການປິ່ນປົວ, ແລະ ຄວາມສຸກໄວ້ໃຫ້ເຮົາຢູ່ ສະເໝີ. ຮັບຟັງໂຢນາ:
“ໃນຄວາມທຸກໃຈຢ່າງນີ້ ຂ້ານ້ອຍຈຶ່ງຮ້ອງຫາພຣະຜູ້ເປັນເຈົ້າ … ; ແຕ່ບ່ອນເລິກຂອງນະລົກຂ້ານ້ອຍຮ້ອງຂໍ. …
“ພຣະອົງໄດ້ໂຍນຂ້ານ້ອຍລົງໄປໃນບ່ອນເລິກ, ສູ່ພື້ນທ້ອງຂອງທະເລເລິກນັ້ນເອງ; …
“[ແລະ] ຂ້ານ້ອຍຄິດວ່າ, ຖືກກຳຈັດຈາກພຣະອົງໄປ; ແລະ ຄົງບໍ່ໄດ້ເຫັນພຣະວິຫານອັນສັກສິດຕໍ່ໄປແລ້ວ.
“ນ້ຳໄດ້ຖ້ວມຂ້ານ້ອຍ, ເຕັມ ທົນຈິດວິນຍານ: ຈົນນ້ຳທະເລໄດ້ຫຸ້ມຫໍ່ຕົວຂ້ານ້ອຍໄວ້ຢ່າງໝົດສິ້ນ, ແລະ ເທົາທັງຫລາຍໃນທ້ອງທະເລອັນກວ້າງໃຫຍ່ ກໍພັນອ້ອມຫົວຂ້ານ້ອຍໄວ້ໝົດ.
“ຂ້ານ້ອຍລົງໄປສູ່ຮາກຖານຕີນພູທັງຫລາຍ; … ແຕ່ ພຣະອົງທີ່ໃຫ້ຄືນມີຊີວິດ. …
“ເມື່ອຈິດວິນຍານຂອງຂ້ານ້ອຍກຳລັງເລື່ອນລອຍ … ຂ້ານ້ອຍກໍຄິດຫາພຣະຜູ້ເປັນເຈົ້າ: ແລະ ຂ້ານ້ອຍກໍໄດ້ອະທິຖານຫາພຣະອົງ … ໃນພຣະວິຫານອັນສັກສິດກໍຊົງໄດ້ຍິນຂ້ານ້ອຍ.
“ພວກທີ່ຂາບໄຫວ້ຮູບເຄົາລົບອັນບໍ່ມີປະໂຫຍດຫຍັງ ກໍໄດ້ປະຖິ້ມຄວາມເມດຕາຕໍ່ພຣະອົງສາແລ້ວ.
“ແຕ່ຂ້ານ້ອຍຈະເສຍສະລະຮ້ອງໂມທະນາຂອບພຣະຄຸນ; ແລະ ເຮັດຕາມ ສິ່ງທີ່ຂ້ານ້ອຍໄດ້ສັນຍາ. ຄວາມລອດມາໂດຍທາງພຣະຜູ້ເປັນເຈົ້າ.”
ເຖິງແມ່ນວ່າມັນຈະເປັນເວລາຜ່ານມາຫລາຍປີແລ້ວກໍຕາມ, ຂ້າພະເຈົ້າຍັງສາມາດບອກໄດ້ຢ່າງຊັດເຈນວ່າຂ້າພະເຈົ້າໄດ້ນັ່ງຢູ່ບ່ອນໃດ ແລະ ຂ້າພະເຈົ້າໄດ້ກຳລັງຮູ້ສຶກແນວໃດແທ້ໆ, ໃນຕອນໃດ, ທີ່ບ່ອນເລິກຂອງນະລົກສ່ວນຕົວ, ຂ້າພະເຈົ້າໄດ້ຄົ້ນພົບພຣະຄຳພີຂໍ້ນີ້. ສຳລັບຜູ້ໃດກໍຕາມໃນວັນນີ້ທີ່ຮູ້ສຶກເໝືອນກັນກັບຂ້າພະເຈົ້າໃນຕອນນັ້ນ—ວ່າທ່ານຖືກປະຖິ້ມ, ໃຫ້ຈົມຢູ່ໃນນ້ຳທີ່ເລິກທີ່ສຸດ, ໂດຍມີເທົາສາຫລ່າຍອ້ອມຮອບພັນຫົວຂອງທ່ານເອົາໄວ້ ແລະ ພູເຂົາມະຫາສະໝຸດລົ້ມລົງອ້ອມຮອບຕົວທ່ານ—ຄຳວິງວອນຂອງຂ້າພະເຈົ້າ, ທີ່ໄດ້ຮັບການດົນໃຈຈາກໂຢນາ, ນັ້ນຄື ຢ່າໄດ້ປະຖິ້ມຄວາມເມດຕາຂອງຕົນເອງ. ທ່ານສາມາດເຂົ້າເຖິງການຊ່ວຍເຫລືອ ແລະ ການປິ່ນປົວຈາກສະຫວັນໄດ້ໃນທັນທີ ເຖິງແມ່ນວ່າທ່ານຈະມີຂໍ້ບົກພ່ອງໃນຄວາມເປັນມະນຸດຂອງທ່ານກໍຕາມ. ຄວາມເມດຕາທີ່ໄດ້ຮັບການດົນໃຈອັນໜ້າອັດສະຈັນນີ້ມາຈາກ ແລະ ໂດຍຜ່ານພຣະເຢຊູຄຣິດ. ເພາະວ່າພຣະອົງຮູ້ຈັກ ແລະ ຮັກທ່ານຢ່າງສົມບູນແບບ, ພຣະອົງຈຶ່ງມອບຄວາມເມດຕານີ້ໃຫ້ແກ່ທ່ານໃນຖານະເປັນ “ຂອງທ່ານເອງ,” ຊຶ່ງໝາຍຄວາມວ່າມັນເໝາະສົມກັບທ່ານໂດຍສົມບູນແບບ, ອອກແບບມາເພື່ອບັນເທົາຄວາມທຸກທໍລະມານສ່ວນບຸກຄົນ ຂອງທ່ານ ແລະ ປິ່ນປົວຄວາມເຈັບປວດສະເພາະ ຂອງທ່ານ. ສະນັ້ນ, ເພື່ອປະໂຫຍດຂອງສະຫວັນ ແລະ ຂອງທ່ານເອງ, ຈົ່ງຢ່າຫັນຫລັງປະຕິເສດໃຫ້ກັບຄວາມເມດຕານັ້ນ. ຈົ່ງຍອມຮັບເອົາ. ເລີ່ມຕົ້ນຈາກການປະຕິເສດທີ່ຈະຮັບຟັງ “ຮູບເຄົາລົບອັນບໍ່ມີປະໂຫຍດຫຍັງ” ຂອງຜູ້ປໍລະປັກ ຜູ້ທີ່ພະຍາຍາມລໍ້ລວງທ່ານໃຫ້ຄິດວ່າການບັນເທົາທຸກນັ້ນສາມາດພົບເຫັນໄດ້ໃນເວລາທ່ານຂີ່ເຮືອອອກໄປຈາກຄວາມຮັບຜິດຊອບທາງວິນຍານຂອງທ່ານ. ແທນທີ່, ຈະເຮັດຕາມການນຳພາຂອງໂຢນາທີ່ຈະກັບໃຈ. ຮ້ອງຫາພຣະເຈົ້າດ້ວຍຄວາມຈິງໃຈ. ເພິ່ງພາພຣະວິຫານ. ຮັກສາພັນທະສັນຍາຂອງທ່ານ. ຮັບໃຊ້ພຣະຜູ້ເປັນເຈົ້າ, ສາດສະໜາຈັກຂອງພຣະອົງ, ແລະ ຄົນອື່ນໆດ້ວຍການເສຍສະລະ ແລະ ການຂອບພຣະຄຸນ.
ການເຮັດສິ່ງເຫລົ່ານີ້ຈະນຳວິໄສທັດທີ່ແຈ່ມແຈ້ງເຖິງພັນທະສັນຍາແຫ່ງຄວາມຮັກຂອງພຣະເຈົ້າທີ່ມີໃຫ້ກັບທ່ານ—ຊຶ່ງພຣະຄຣິດຕະທຳຄຳພີເປັນພາສາເຮັບເຣີເອີ້ນວ່າ hesed [ເຮເຊດ]. ທ່ານຈະເຫັນ ແລະ ຮູ້ສຶກເຖິງອຳນາດແຫ່ງຄວາມເມດຕາກະລຸນາຂອງພຣະເຈົ້າ, ທີ່ບໍ່ມີທາງອິດເມື່ອຍ, ບໍ່ຮູ້ຈັກໝົດສິ້ນໄປ, ແລະ “ຄວາມເມດຕາອັນລະອຽດອ່ອນ” ນັ້ນສາມາດເຮັດໃຫ້ທ່ານ “ເຂັ້ມແຂງ … ຈົນເຖິງ … ການປົດປ່ອຍ” ຈາກຄວາມບາບໃດໆ ຫລື ອຸປະສັກໃດໆ. ຄວາມທຸກທໍລະມານທີ່ຮຸນແຮງໃນເບື້ອງຕົ້ນ ອາດຈະບົດບັງວິໄສທັດນັ້ນໃນຊ່ວງທຳອິດ. ແຕ່ຂະນະທີ່ທ່ານດຳເນີນຕໍ່ໄປໃນການ “ເຮັດຕາມຄຳສາບານທີ່ [ທ່ານ] ວ່າຈະເຮັດ,” ວິໄສທັດດັ່ງກ່າວຈະສ່ອງສະຫວ່າງສົດໃສຂຶ້ນ ແລະ ສົດໃສຂຶ້ນເລື້ອຍໆໃນຈິດວິນຍານຂອງທ່ານ. ແລະ ດ້ວຍວິໄສທັດນັ້ນທ່ານຈະບໍ່ພຽງແຕ່ພົບກັບຄວາມຫວັງ ແລະ ການປິ່ນປົວເທົ່ານັ້ນ ແຕ່, ທ່ານຈະພົບກັບຄວາມສຸກໄດ້, ຢ່າງໜ້າອັດສະຈັນ, ແມ່ນແຕ່ໃນຊ່ວງທີ່ທ່ານກຳລັງປະເຊີນກັບຄວາມຍາກລຳບາກກໍຕາມ. ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນເຮົາເປັນຢ່າງດີວ່າ: “ເມື່ອເຮົາເຮັດໃຫ້ຊີວິດຂອງເຮົາສຸມໃສ່ແຜນແຫ່ງຄວາມລອດຂອງພຣະເຈົ້າ … ແລະ ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ, ເຮົາສາມາດຮູ້ສຶກເຖິງຄວາມສຸກໄດ້ ບໍ່ວ່າແມ່ນຫຍັງຈະເກີດຂຶ້ນ—ຫລື ບໍ່ເກີດຂຶ້ນກໍຕາມ—ໃນຊີວິດຂອງເຮົາ. ຄວາມສຸກມາຈາກພຣະອົງ ແລະ ເພາະພຣະອົງ.”
ບໍ່ວ່າເຮົາຈະກຳລັງປະເຊີນໜ້າກັບໄພພິບັດອັນຮ້າຍແຮງ, ເໝືອນກັນກັບໂຢນາ ຫລື ຄວາມທ້າທາຍໃນແຕ່ລະວັນຂອງໂລກທີ່ບໍ່ສົມບູນແບບ, ການເຊື້ອເຊີນກໍຍັງເປັນເໝືອນເດີມວ່າ: ຢ່າໄດ້ປະຖິ້ມຄວາມເມດຕາຂອງຕົນເອງ. ຈົ່ງເບິ່ງໄປທີ່ສັນຍາລັກຂອງໂຢນາ, ພຣະຄຣິດທີ່ຊົງພຣະຊົນ, ພຣະອົງຜູ້ທີ່ຟື້ນຈາກຫລຸມຝັງສົບສາມວັນຫລັງຈາກທີ່ໄດ້ເອົາຊະນະ ທຸກສິ່ງ—ເພື່ອທ່ານ. ຈົ່ງຫັນມາຫາພຣະອົງ. ຈົ່ງເຊື່ອໃນພຣະອົງ. ຈົ່ງຮັບໃຊ້ພຣະອົງ. ຈົ່ງຍິ້ມອອກມາ. ເພາະໃນພຣະອົງ, ແລະ ມີພຽງແຕ່ພຣະອົງເທົ່ານັ້ນ, ທີ່ຈະພົບເຫັນການປິ່ນປົວ ແລະ ມີຄວາມສຸກເຕັມທີ່ຈາກການຕົກ, ການປິ່ນປົວທີ່ເຮົາທຸກຄົນຕ້ອງການຢ່າງຮີບດ່ວນ ແລະ ຄົ້ນຫາຢ່າງຖ່ອມໃຈ. ຂ້າພະເຈົ້າເປັນພະຍານວ່ານີ້ເປັນຄວາມຈິງ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.