ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ—ພຣະ​ຄຳ​ຈາກ​ພຣະ​ເຈົ້າ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


13:58

ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ—ພຣະ​ຄຳ​ຈາກ​ພຣະ​ເຈົ້າ

ການ​ປະ​ກາດ​ນີ້​ມີ​ຕົ້ນ​ກຳ​ເນີດ​ຈາກ​ສະ​ຫວັນ, ສະ​ນັ້ນ ເຮົາ​ຕ້ອງ​ປະ​ຕິ​ບັດ​ຕໍ່​ການ​ປະ​ກາດ​ນີ້​ດ້ວຍ​ຄວາມ​ຄາ​ລະ​ວະ​ຢ່າງ​ທີ່​ຄວນ​ໃຫ້​ແກ່​ຄຳ​ທີ່​ມາ​ຈາກ​ພຣະ​ເຈົ້າ.

ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຂອງ​ເດືອນ​ຕຸ​ລາ ປີ 2025 ນີ້ ເປັນ​ວາ​ລະ​ຄົບ​ຮອບ 30 ປີ ຂອງ​ການ​ປະ​ກາດ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ.” ໂດຍ​ການ​ອອກ​ແບບ​ອັນ​ສູງ​ສົ່ງ, ການ​ປະ​ກາດ​ນີ້, ພ້ອມ​ດ້ວຍ​ຄຳ​ເປີດ​ເຜີຍ, ​ໄດ້​ຖືກ​ສ້າງ​ຂຶ້ນ​ເພື່ອ “ຈະ​ໄດ້​ເຮັດ​ໃຫ້​ຄອບ​ຄົວ​ຂອງ​ເຮົາ​ເຂັ້ມ​ແຂງ​ຂຶ້ນ ເປັນ​ໜ່ວຍ​ສຳ​ຄັນ​ຍິ່ງ​ຂອງ​ສັງ​ຄົມ.”

ທຸກ​ຄົນ​ລ້ວນ​ແຕ່​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບ​ຄົວ, ບໍ່​ວ່າ​ຈະ​ເປັນ​ແມ່, ພໍ່, ລູກ​ສາວ, ລູກ​ຊາຍ, ຫລານ, ປູ່​ຍ່າ​ຕາ​ຍາຍ, ປ້າ​ນ້າ​ອາ, ລຸງ​ນ້າ​ອາວ, ອ້າຍ​ນ້ອງ, ເອື້ອຍ​ນ້ອງ, ຫລື ພີ່​ນ້ອງ. ທີ່​ສຳ​ຄັນ​ທີ່​ສຸດ, ເຮົາ​ແຕ່​ລະ​ຄົນ, ດັ່ງ​ທີ່​ການ​ປະ​ກາດ​ກ່າວ, “ເປັນ​ບຸດ ຫລື ທິ​ດາ​ທີ່​ຮັກ​ຫອມ​ຂອງ​ພຣະ​ບິ​ດາ​ມານ​ດາ​ເທິງ​ສະ​ຫວັນ … [ດ້ວຍ] ທຳ​ມະ​ຊາດ​ແຫ່ງ​ສະ​ຫວັນ ແລະ ມີ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ.”

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ສູ່​ການ​ເປັນ​ອັກ​ຄະ​ສາ​ວົກ​ສັກ​ສິດ​ໃນ​ປີ 2015, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ແນະ​ນຳ​ວ່າ, “ບັດ​ນີ້​ການ​ປະ​ກາດ​ນີ້​ເປັນ​ຂອງ​ທ່ານ​ແລ້ວ. ຊື່​ຂອງ​ທ່ານ [ຊີ້​ໄປ​ທີ່​ຄຳ​ວ່າ ‘ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ’ ໃນ​ຫົວ​ຂໍ້] ແມ່ນ​ຢູ່​ທີ່​ນີ້. ຈົ່ງ​ສຳ​ຜັດ ແລະ ສິດ​ສອນ​ມັນ​ຄື​ກັບ​ວ່າ​ທ່ານ​ເປັນ​ເຈົ້າ​ຂອງ.”

ຂ້າ​ພະ​ເຈົ້າ​ຮັກ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ. ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ທົ່ວ​ໂລກ ຈາກ​ອາ​ຟຣິ​ກາ ເຖິງ ອົດ​ສະ​ຕາ​ລີ ແລະ ທຸກ​ແຫ່ງ​ລະ​ຫວ່າງ​ນັ້ນ ເຖິງ​ບົດ​ບາດ​ຂອງ​ຄອບ​ຄົວ​ໃນ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ. ການ​ປະ​ກາດ​ນີ້​ມີ​ຕົ້ນ​ກຳ​ເນີດ​ຈາກ​ສະ​ຫວັນ, ສະ​ນັ້ນ ເຮົາ​ຕ້ອງ​ປະ​ຕິ​ບັດ​ຕໍ່​ການ​ປະ​ກາດ​ນີ້​ດ້ວຍ​ຄວາມ​ຄາ​ລະ​ວະ​ຢ່າງ​ທີ່​ຄວນ​ໃຫ້​ແກ່​ຄຳ​ທີ່​ມາ​ຈາກ​ພຣະ​ເຈົ້າ.

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຈື່​ໄດ້​ບໍ, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ທີ່​ຜ່ານ​ມາ​ຈາກ​ແທ່ນ​ປາ​ໄສ​ນີ້​ວ່າ, “ຖ້ອຍ​ຄຳ​ແມ່ນ​ສຳ​ຄັນ.”

ຂ້າ​ພະ​ເຈົ້າ​ຂໍ​ເລົ່າ​ຄວາມ​ເປັນ​ມາ​ບາງ​ຢ່າງ​ກ່ຽວ​ກັບ​ການ​ປະ​ກາດ​ນີ້ ໃນ​ຖາ​ນະ​ຂ່າວ​ສານ​ຫລັກ​ຂອງ​ສິ່ງ​ທີ່​ເຮົາ​ເຊື່ອ.

ໃນ​ປີ 1994, ໜຶ່ງ​ປີ​ກ່ອນ​ການ​ປະ​ກາດ​ໄດ້​ຖືກ​ສະ​ເໜີ, ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ປຶກ​ສາ​ຫາ​ລື​ກັນ​ວ່າ ສັງ​ຄົມ ແລະ ລັດ​ຖະ​ບານ​ກຳ​ລັງ​ຖອຍ​ຫ່າງ​ຈາກ​ກົດ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄອບ​ຄົວ, ການ​ແຕ່ງ​ງານ, ແລະ ເພດ. “ແຕ່​ສິ່ງ​ນັ້ນ​ບໍ່​ໄດ້​ເປັນ​ສິ່ງ​ສຸດ​ທ້າຍ​ທີ່​ພວກ​ເຮົາ​ເຫັນ,” ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ອະ​ທິ​ບາຍ. “ພວກ​ເຮົາ​ສາ​ມາດ​ເຫັນ​ຄວາມ​ພະ​ຍາ​ຍາມ​ຂອງ​ຊຸມ​ຊົນ​ຕ່າງໆ ທີ່​ຈະ​ກຳ​ຈັດ​ມາດ​ຕະ​ຖານ ແລະ ຂໍ້​ກຳ​ນົດ​ເລື່ອງ​ກິດ​ຈະ​ກຳ​ທາງ​ເພດ. ພວກ​ເຮົາ​ເຫັນ​ຄວາມ​ສັບ​ສົນ​ຂອງ​ເພດ. ພວກ​ເຮົາ​ເຫັນ​ວ່າ​ມັນ​ກຳ​ລັງ​ຈະ​ເກີດ​ຂຶ້ນ.”

ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ຕັດ​ສິນ​ໃຈ​ຕຽມ​ເອ​ກະ​ສານ, ຊຶ່ງ​ເປັນ​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ, ສະ​ຫລຸບ​ຈຸດ​ຢືນ​ຂອງ​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ​ຄອບ​ຄົວ. ລະ​ຫວ່າງ​ປີ​ນັ້ນ, ອັກ​ຄະ​ສາ​ວົກ ແລະ ຜູ້​ພະ​ຍາ​ກອນ​ເຫລົ່າ​ນີ້​ທີ່​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ, ໄດ້​ຕຽມ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ຈື່​ໄດ້​ວ່າ ພວກ​ເພິ່ນ​ໄດ້​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ການ​ອະ​ທິ​ຖານ​ສຳ​ລັບ “ສິ່ງ​ທີ່ [ພວກ​ເພິ່ນ] ຄວນ​ກ່າວ ແລະ ວິ​ທີ​ທີ່ [ພວກ​ເພິ່ນ] ຄວນ​ກ່າວ.” ພວກ​ເພິ່ນ​ໄດ້​ນຳ​ສະ​ເໜີ​ມັນ​ຕໍ່​ຝ່າຍ​ປະ​ທານ​ສູງ​ສຸດ: ປະ​ທານ​ຮາວ​ເວີດ ດັບ​ເບິນ​ຢູ ຮັນ​ເທີ, ກໍ​ດອນ ບີ ຮິງ​ລີ, ແລະ ທອມ​ມັສ ແອັສ ມອນ​ສັນ ເພື່ອ​ການ​ພິ​ຈາ​ລະ​ນາ​ຂອງ​ພວກ​ເພິ່ນ.

ບໍ່​ເທົ່າ​ໃດ​ເດືອນ​ຈາກ​ນັ້ນ, ໃນ​ເດືອນ​ມີ​ນາ ປີ 1995, ປະ​ທານ​ຮັນ​ເທີ​ໄດ້​ເສຍ​ຊີ​ວິດ, ແລະ ປະ​ທານ​ຮິງ​ລີ​ກາຍ​ເປັນ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຄົນ​ທີ 15. ແລ້ວ ການ​ປະ​ກາດໄດ້​ຢູ່​ໃນ​ມື​ຂອງ​ເພິ່ນ​. ເມື່ອ​ໃດ​ຈຶ່ງ​ຈະ​ເປັນ​ເວ​ລາ​ທີ່​ເໝາະ​ສົມ​ທີ່​ຈະ​ປະ​ກາດ​ຕໍ່​ສາດ​ສະ​ໜາ​ຈັກ? ເວ​ລາ​ນັ້ນ​ໄດ້​ມາ​ເຖິງ​ຫົກ​ເດືອນ​ຕໍ່​ມາ.

ບໍ່​ເທົ່າ​ໃດ​ມື້​ກ່ອນ​ກອງ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ ໃນ​ວັນ​ທີ 23 ເດືອນ​ກັນ​ຍາ ຊຶ່ງ​ໄດ້​ຈັດ​ຂຶ້ນ​ກ່ອນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ, ປະ​ທານ​ຮິງ​ລີ ແລະ ທີ່​ປຶກ​ສາ​ຂອງ​ເພິ່ນ​ໄດ້​ປຶກ​ສາ​ກັບ​ຝ່າຍ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ. ເອື້ອຍ​ນ້ອງ​ດັ່ງ​ກ່າວ, ເຊັ່ນ​ດຽວ​ກັບ​ອັກ​ຄະ​ສາ​ວົກ, ໄດ້​ມີ​ຄວາມ​ກັງ​ວົນ​ກ່ຽວ​ກັບ​ແມ່​ຍິງ ແລະ ຄອບ​ຄົວ. ພວກ​ເພິ່ນ​ໄດ້​ສຸມ​ໃສ່​ຄອບ​ຄົວ​ໃນ​ກອງ​ປະ​ຊຸມ​ທີ່​ຈະ​ມາ​ເຖິງ.

ປະ​ທານ​ຮິງ​ລີ​ໄດ້​ຖືກ​ກຳ​ນົດ​ເວ​ລາ​ໃຫ້​ກ່າວ​ກັບ​ສະ​ຕີ​ໃນ​ທີ່​ປະ​ຊຸມ. ເພິ່ນ​ໄດ້​ໄຕ່​ຕອງ​ທິດ​ທາງ​ຂອງ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ເພິ່ນ. ຂະ​ນະ​ທີ່​ການ​ສົນ​ທະ​ນາ​ດຳ​ເນີນ​ຕໍ່​ໄປ, ເພິ່ນ​ໄດ້​ເອີ່ຍ​ຊື່ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ທີ່​ຫາ​ກໍ​ສ້າງ​ຂຶ້ນ​ໃໝ່ ແຕ່​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ຕໍ່​ສາ​ທາ​ລະ​ນະ​ເທື່ອ. ກອງ​ປະ​ຊຸມ​ສະ​ຕີ​ຄັ້ງ​ນີ້​ເປັນ​ໂອ​ກາດ​ທີ່​ເໝາະ​ສົມ​ຫລື​ບໍ່ ທີ່​ຈະ​ປະ​ກາດ​ເລື່ອງ​ຄອບ​ຄົວ​ຢ່າງ​ເດັດ​ຂາດ?

ຕໍ່​ມາ ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ສາ​ມັນ ອີ​ເລນ ແຈ໊ກ ໄດ້​ອະ​ທິ​ບາຍ​ວ່າ: “ພວກ​ເຮົາ​ບໍ່​ຮູ້​ວ່າ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ແມ່ນ​ຫຍັງ​ໃນ​ເວ​ລາ​ນັ້ນ. … [ພວກ​ເຮົາ] ສາ​ມາດ​ບອກ​ໄດ້​ຈາກ​ຊື່, ແຕ່​ພວກ​ເຮົາ​ຮູ້​ສຶກ​ວ່າ ແມ່ນ​ຫຍັງ​ກໍ​ຕາມ​ທີ່​ຢູ່​ໃນ​ນັ້ນ​ກ່ຽວ​ກັບ​ຄອບ​ຄົວ … ຈະ​ເປັນ​ເລື່ອງ​ທາງ​ບວກ. … ຂ້າ​ພະ​ເຈົ້າ​ຮູ້​ສຶກ​ໃນ​ແງ່​ດີ​ທີ່​ເຮົາ​ມີ​ສະ​ມາ​ຊິກ​ໃນ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ທີ່​ໄດ້​ຮັບ​ການ​ເປີດ​ເຜີຍ.”

ກອງ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ໃນ​ວັນ​ເສົາ​ນັ້ນ​ແມ່ນ​ເປັນ​ປະ​ຫວັດ​ສາດ. ປະ​ທານ​ຮິງ​ລີ​ໄດ້​ແນະ​ນຳ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ດ້ວຍ​ຂໍ້​ຄວາມ​ທີ່​ສຳ​ຄັນ​ເຫລົ່າ​ນີ້: “ດ້ວຍ​ເຫດ​ຜົນ​ຜິດໆ​ທີ່​ຖື​ວ່າ​ເປັນ​ຄວາມ​ຈິງ, ດ້ວຍ​ຄວາມ​ຫລອກ​ລວງ​ຢ່າງ​ຫລວງ​ຫລາຍ​ກ່ຽວ​ກັບ​ມາດ​ຕະ​ຖານ ແລະ ຄຸນ​ຄ່າ, ດ້ວຍ​ແຮງ​ດຶງ​ດູດ ແລະ ການ​ລໍ້​ລວງ​ຢ່າງ​ຫລວງ​ຫລາຍ​ທີ່​ຈະ​ຮັບ​ເອົາ​ຄວາມ​ມົວ​ໝອງ​ຂອງ​ໂລກ​ທີ່​ຄ່ອຍໆ​ເສື່ອມ, ພວກ​ເຮົາ​ຮູ້​ສຶກ​ຢາກ​ເຕືອນ ແລະ ເຕືອນ​ລ່ວງ​ໜ້າ … ກ່ຽວ​ກັບ​ມາດ​ຕະ​ຖານ, ຄຳ​ສອນ, ແລະ ການ​ປະ​ຕິ​ບັດ ທີ່​ກ່ຽວ​ຂ້ອງ​ກັບ​ຄອບ​ຄົວ ຊຶ່ງ​ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ຂອງ​ສາດ​ສະ​ໜາ​ຈັກ​ນີ້ ໄດ້​ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຕະ​ຫລອດ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ.”

ແລ້ວ​ເພິ່ນ​ໄດ້​ອ່ານ​ການ​ປະ​ກາດ​ທັງ​ໝົດ. ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ບໍ່​ວ່າ​ຈະ​ເປັນ​ໂດຍ​ສຽງ​ຂອງ​ເຮົາ​ເອງ ຫລື ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ມັນ​ກໍ​ເໝືອນ​ກັນ.”

ການ​ປະ​ກາດ​ໄດ້​ກ່າວ​ວ່າ, “ຄອບ​ຄົວ​ແມ່ນ​ຖືກ​ແຕ່ງ​ຕັ້ງ​ໂດຍ​ພຣະ​ເຈົ້າ.” ຂ້າ​ພະ​ເຈົ້າ​ມັກ​ຄວາມ​ຊັດ​ເຊນ​ຂອງ​ຂໍ້​ຄວາມ​ນັ້ນ. ການ​ປະ​ກາດ​ນີ້​ເປັນ​ການ​ຮຽກ​ຮ້ອງ​ໃຫ້​ເຮົາ​ດຳ​ລົງ​ຊີ​ວິດ​ໃນ​ຊ່ວງ​ມະ​ຕະ ໂດຍ​ຄຳ​ນຶງ​ເຖິງ​ຄວາມ​ສູງ​ສົ່ງ​ໃນ​ຕົວ​ເຮົາ ແລະ ອະ​ນາ​ຄົດ​ນິ​ລັນ​ດອນ​ທີ່​ຢູ່​ເບື້ອງ​ໜ້າ​ເຮົາ. ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ: “ທ່ານ​ເປັນ​ລູກ​ທາງ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ແທ້ໆ. … ທ່ານ​ສາ​ມາດ​ແນ່​ໃຈ​ໄດ້​ວ່າ: ສັກ​ກະ​ຍະ​ພາບ​ຂອງ​ທ່ານ​ນັ້ນ​ສູງ​ສົ່ງ. ດ້ວຍ​ການ​ສະ​ແຫວງ​ຫາ​ຢ່າງ​ພາກ​ພຽນ​ຂອງ​ທ່ານ, ພຣະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ທ່ານ​ເຫັນ​ວ່າ​ທ່ານ​ຈະ​ກາຍ​ເປັນ​ໃຜ.”

ເມື່ອ​ນຳ​ສະ​ເໜີ, ການ​ປະ​ກາດ​ບໍ່​ສອດ​ຄ່ອງ​ກັບ​ທັດ​ສະ​ນະ​ຂອງ​ຫລາຍ​ຄົນ​ໃນ​ໂລກ. ບໍ່​ແມ່ນ​ຕອນ​ນັ້ນ. ບໍ່​ແມ່ນ​ຕອນ​ນີ້. ມີ​ບາງ​ຄົນ​ທີ່​ບໍ່​ເຫັນ​ດ້ວຍ​ກັບ​ການ​ປະ​ກາດ​ເລື່ອງ​ຄອບ​ຄົວ, ການ​ແຕ່ງ​ງານ, ແລະ ເພດ. ບາງ​ຄົນ​ແນະ​ນຳ​ໃຫ້​ສາດ​ສະ​ໜາ​ຈັກ​ຖອນ​ມັນ​ຄືນ, ປັບ​ປຸງ, ຫລື ແມ່ນ​ແຕ່​ຍົກ​ເລີກ​ການ​ປະ​ກາດ​ນັ້ນ.

ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ນີ້, ດັ່ງ​ທີ່​ປະ​ທານ​ຮິງ​ລີ​ໄດ້​ກ່າວ, ເປັນ​ຄຳ​ສອນ, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ. ຫລັກ​ທຳ​ບໍ່​ໄດ້​ຢູ່​ນອກ​ຂັ້ນ​ຕອນ ແຕ່​ສອດ​ຄ່ອງ​ກັບ​ວິ​ທີ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ. ຄຳ​ສອນ​ຂອງ​ການ​ປະ​ກາດ​ໄດ້​ຖືກ​ເປີດ​ເຜີຍ​ໂດຍ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ແກ່​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ໃນ​ຕອນ​ນັ້ນ ແລະ ໃນ​ຕອນ​ນີ້. ນີ້​ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ; ພຣະ​ອົງ​ໄດ້​ສະ​ຖາ​ປະ​ນາ​ຄວາມ​ຈິງ ຊຶ່ງ​ເຮົາ​ດຳ​ລົງ​ຊີ​ວິດ​ຕາມ.

ບາງ​ຄົນ​ໃນ​ພວກ​ທ່ານ​ອາດ​ສະ​ທ້ອນ​ຄິດ​ເຖິງ​ການ​ປະ​ກາດ​ນັ້ນ ແລະ ເວົ້າ​ວ່າ, “ສິ່ງ​ນີ້​ບໍ່​ໄດ້​ຜົນ​ສຳ​ລັບ​ຂ້ອຍ.” “ເບິ່ງ​ຄື​ວ່າ ບໍ່​ໃສ່​ໃຈ​ກັບ​ຄວາມ​ຮູ້​ສຶກ.” “ຄອບ​ຄົວ​ຂອງ​ຂ້ອຍ​ບໍ່​ເໝືອນ​ແບບ​ນັ້ນ​ເລີຍ.” “ຂ້ອຍ​ບໍ່​ເຂົ້າ​ພວກ.”

ສຳ​ລັບ​ຜູ້​ທີ່​ມີ​ຄວາມ​ກັງ​ວົນ, ຂໍ​ໃຫ້​ຮູ້​ວ່າ ທ່ານ​ເປັນ​ລູກ​ຂອງ​ພຣະ​ບິ​ດາ​ມານ​ດາ​ແຫ່ງ​ສະ​ຫວັນ, ສ່ວນ​ໜຶ່ງ​ຂອງ​ຄອບ​ຄົວ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ. ບໍ່​ມີ​ໃຜ​ຮູ້​ຈັກ​ທ່ານ​ດີ​ກວ່າ ຫລື ສົນ​ໃຈ​ທ່ານ​ຫລາຍ​ກວ່າ​ພຣະ​ອົງ. ຈົ່ງ​ຫັນ​ມາ​ຫາ​ພຣະ​ອົງ; ທຸ້ມ​ເທ​ໃຈ​ຂອງ​ທ່ານ​ໃຫ້​ກັບ​ພຣະ​ອົງ; ໄວ້​ວາງ​ໃຈ​ພຣະ​ອົງ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ. ທ່ານ​ມີ​ຄອບ​ຄົວ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ, ພຣະ​ເຢ​ຊູ​ຄຣິດ, ຜູ້​ຮັກ​ທ່ານ. ພຣະ​ອົງ​ໄດ້​ມາ​ສູ່​ໂລກ​ນີ້​ເພື່ອ​ຊົດ​ໃຊ້​ບາບ​ຂອງ​ເຮົາ ແລະ ແບກ​ຮັບ​ພາ​ລະ​ຈາກ​ຄວາມ​ຜິດ​ພາດ​ຂອງ​ເຮົາ ແລະ ມື້​ທີ່​ບໍ່​ດີ​ຂອງ​ເຮົາ. ພຣະ​ອົງ​ເຂົ້າ​ໃຈ​ສິ່ງ​ທີ່​ທ່ານ​ກຳ​ລັງ​ປະ​ເຊີນ ແລະ ຮູ້​ສຶກ. ຈົ່ງ​ຫັນ​ມາ​ຫາ​ພຣະ​ອົງ; ໄວ້​ວາງ​ໃຈ​ວ່າ​ພຣະ​ອົງ​ຈະ​ສົ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ມາ​ສະ​ຖິດ​ຢູ່​ກັບ​ທ່ານ, ຍົກ​ທ່ານ​ຂຶ້ນ, ແລະ ນຳ​ພາ​ທ່ານ. ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພວກ​ພຣະ​ອົງ​ທີ່ “ແຜ່​ຂະ​ຫຍາຍ​ໄປ​ຢ່າງ​ກວ້າງ​ໄກ ໃນ​ໃຈ​ຂອງ​ລູກ​ຫລານ​ມະ​ນຸດ, … ເປັນ​ສິ່ງ​ທີ່​ໜ້າ​ເພິ່ງ​ປາດ​ຖະ​ໜາ​ເກີນ​ກວ່າ​ທຸກ​ສິ່ງ​ທັງ​ປວງ … ແລະ ເປັນ​ສິ່ງ​ທີ່​ໜ້າ​ຊື່ນ​ຊົມ​ທີ່​ສຸດ​ຕໍ່​ຈິດ​ວິນ​ຍານ.”

ອັກ​ຄະ​ສາ​ວົກ​ທັງ​ໝົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ທ່ານ​ຫລາຍ. ພວກ​ເຮົາ​ອະ​ທິ​ຖານ​ເພື່ອ​ທ່ານ ແລະ ສະ​ແຫວງ​ຫາ​ການ​ຊົງ​ນຳ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ທ່ານ. ຢູ່​ກັບ​ພວກ​ເຮົາ. ທ່ານ​ມີ​ຊີ​ວິດ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ທ້າ​ທາຍ ເມື່ອ​ຜູ້​ປໍ​ລະ​ປັກ​ສະ​ແຫວງ​ຫາ​ທີ່​ຈະ​ເຮັດ​ໃຫ້​ທ່ານ​ເປັນ​ຂອງ​ມັນ. ຢ່າ​ຖືກ​ດຶງ​ອອກ​ໄປ. ແລະ ຖ້າ​ຫາກ​ທ່ານ​ຖືກ​ດຶງ​ອອກ​ໄປ, ຈົ່ງ​ກັບ​ຄືນ​ມາ. ແຂນ​ຂອງ​ພວກ​ເຮົາ​ຍັງ​ເອື້ອມ​ອອກ​ໄປ​ຫາ​ທ່ານ, ເຊັ່ນ​ດຽວ​ກັບ​ຜູ້​ອື່ນ​ທີ່​ຮັກ​ທ່ານ.

ການ​ປະ​ກາດ​ກ່າວ​ວ່າ, “ພໍ່​ແມ່​ມີ​ໜ້າ​ທີ່​ອັນ​ສັກ​ສິດ​ທີ່​ຈະ​ລ້ຽງ​ດູ​ລູກໆ​ຂອງ​ຕົນ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ຊອບ​ທຳ.” ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ພະ​ຍານ​ທີ​ສອງ​ເຖິງ​ຄວາມ​ຈິງ​ນີ້. ໃນ​ຂໍ້​ທຳ​ອິດ​ຂອງ​ບົດ​ທຳ​ອິດ, ເຮົາ​ອ່ານ​ວ່າ, “ຂ້າ​ພະ​ເຈົ້າ​ນີ​ໄຟ​ທີ່​ໄດ້​ເກີດ​ຈາກ​ບິ​ດາ​ມານ​ດາ​ຜູ້​ປະ​ເສີດ.” ມີ​ຈັກ​ຄົນ​ໃນ​ພວກ​ເຮົາ​ໄດ້​ເລີ່ມ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ—ແລະ ໄດ້​ເລີ່ມ​ອ່ານ​ຊ້ຳ​ແລ້ວ​ຊ້ຳ​ອີກ—ແລະ ໃນ​ລະ​ຫວ່າງ​ນັ້ນ​ກໍ​ໄດ້​ຈົດ​ຈຳ​ຄຳ​ເຫລົ່າ​ນັ້ນ? ຈົ່ງ​ຈົດ​ຈຳ​ໄວ້​ໃນ​ໃຈ.

ຂໍ້​ຄວາມ​ທີ່​ຂ້າ​ພະ​ເຈົ້າ​ໂປດ​ປານ​ໃນ​ການ​ປະ​ກາດ​ນີ້​ແມ່ນ: “ຄອບ​ຄົວ​ຈະ​ມີ​ຄວາມ​ສຸກ​ກໍ​ຕໍ່​ເມື່ອ​ເຂົາ​ເຈົ້າ​ດຳ​ເນີນ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ … ພຣະ​ເຢ​ຊູ​ຄຣິດ.”

ແມ່ນ​ໃຜ​ບໍ່​ຕ້ອງ​ການ​ທີ່​ຈະ​ມີ​ຄວາມ​ສຸກ?

ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ຫຍັງ? ອີກ​ເທື່ອ​ໜຶ່ງ, ໃນ​ການ​ປະ​ກາດ: “ສັດ​ທາ, ການ​ອະ​ທິ​ຖານ, ການ​ກັບ​ໃຈ, ການ​ໃຫ້​ອະ​ໄພ, ການ​ນັບ​ຖື, ຄວາມ​ຮັກ, ຄວາມ​ເມດ​ຕາ, ວຽກ​ງານ, ແລະ ກິດ​ຈະ​ກຳ​ທີ່​ໃຫ້​ການ​ພັກ​ຜ່ອນ​ຢ່ອນ​ອາ​ລົມ​ທີ່​ເປັນ​ປະ​ໂຫຍດ​ຕ່າງໆ.”

ຊີ​ວິດ​ຂອງ​ໃຜ​ແດ່​ທີ່​ວ່າ​ຈະ​ບໍ່​ດີ​ຂຶ້ນ ຖ້າ​ຫາກ​ນຳ​ຫລັກ​ທຳ​ສຳ​ຄັນ​ເຫລົ່າ​ນີ້​ໄປ​ນຳ​ໃຊ້? ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຈະ​ເຮັດ​ໄດ້​ຢ່າງ​ສົມ​ບູນ​ແບບ; ແຕ່​ເຮົາ​ສາ​ມາດ​ເຮັດ​ຕາມ​ຖ້ອຍ​ຄຳ​ຂອງ​ປະ​ທານ​ຮິງ​ລີ ທີ່​ວ່າ: “ຈົ່ງ​ເຮັດ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ທ່ານ​ສາ​ມາດ​ເຮັດ​ໄດ້.”

ເຮົາ​ອ່ານ​ໃນ​ການ​ປະ​ກາດ​ວ່າ, “ພໍ່​ຈະ​ເປັນ​ຜູ້​ນຳ​ພາ​ຄອບ​ຄົວ … ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ຊອບ​ທຳ,” ແລະ “ແມ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ທີ່​ຈະ​ລ້ຽງ​ດູ​ລູກ​ເຕົ້າ​ຂອງ​ຕົນ.” ນຳ​ພາ ບໍ່​ໄດ້​ໝາຍ​ເຖິງ​ການ​ຄອບ​ຄອງ, ແລະ ລ້ຽງ​ດູ ບໍ່​ໄດ້​ໝາຍ​ເຖິງ​ບົດ​ບາດ​ສຳ​ຮອງ. ພຣະ​ເຈົ້າ​ໄດ້​ມອບ​ບົດ​ບາດ​ທີ່​ແຕກ​ຕ່າງ​ກັນ ແຕ່​ເທົ່າ​ທຽມ​ກັນ ແລະ ສຳ​ຄັນ​ຫລາຍ​ແກ່​ຊາຍ ແລະ ຍິງ ຊຶ່ງ​ສົ່ງ​ເສີມ​ຊຶ່ງ​ກັນ​ແລະ​ກັນ.

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ເລື່ອງ​ລາວ​ສ່ວນ​ຕົວ.

ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ທີ່​ຈະ​ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ ຫລັງ​ຈາກ​ມື້​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຕັດ​ສິນ​ໃຈ​ເຮັດ​ບາງ​ສິ່ງ​ທີ່​ສຳ​ຄັນ​ໂດຍ​ບໍ່​ໄດ້​ປຶກ​ສາ​ກັບ​ນາງ​ກ່ອນ. ການ​ກະ​ທຳ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃຫ້​ນາງ​ປະ​ຫລາດ​ໃຈ, ເຮັດ​ໃຫ້​ນາງ​ຕັ້ງ​ຕົວ​ບໍ່​ທັນ, ແລະ ເຮັດ​ໃຫ້​ນາງ​ຕົກ​ຢູ່​ໃນ​ສະ​ຖາ​ນະ​ການ​ທີ່​ຍາກ​ລຳ​ບາກ. ຫລັງ​ຈາກ​ນັ້ນ, ນາງ​ໄດ້​ວາງ​ມື​ໃສ່​ເທິງ​ບ່າ​ໄຫລ່​ຂອງ​ຂ້າ​ພະ​ເຈົ້າ ແລະ ເວົ້າ​ຢ່າງ​ໜັກ​ແໜ້ນ​ວ່າ, “ອ້າຍ​ຣອນ, ກະ​ລຸ​ນາ​ຢ່າ​ເຮັດ​ແບບ​ນັ້ນ​ກັບ​ນ້ອງ​ອີກ.” ນັບ​ແຕ່​ນັ້ນ​ມາ, ພວກ​ເຮົາ​ຕ່າງ​ກໍ​ມີ​ຄວາມ​ຄິດ​ເຫັນ​ທີ່​ຕົງ​ກັນ.

ເຮົາ​ພົບ​ເຫັນ​ຢູ່​ໃນ​ການ​ປະ​ກາດ​ວ່າ: “ພໍ່​ແມ່​ຕ້ອງ​ໄດ້​ຊ່ວຍ​ກັນ​ແລະ​ກັນ ແລະ ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ.”

ເທົ່າ​ທຽມ​ກັນ ແມ່ນ​ຄຳ​ທີ່​ສຳ​ຄັນ. ຕະ​ຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ ຂະ​ນະ​ທີ່​ຊິດ​ສະ​ເຕີ ແຣັສ໌​ແບນ ແລະ ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ນຳ​ກັນ​ໃນ​ສິ່ງ​ທີ່​ການ​ປະ​ກາດ​ໄດ້​ບັນ​ຍາຍ​ວ່າ “ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ສັກ​ສິດ” ຂອງ​ເຮົາ, ພວກ​ເຮົາ​ໄດ້​ຮ່ວມ​ກັນ​ສ້າງ​ຊີ​ວິດ​ສົມ​ຣົດ​ຂອງ​ພວກ​ເຂົາ​ທີ່​ເທົ່າ​ທຽມ​ກັນ. ເມື່ອ​ລູກໆ​ແຕ່​ລະ​ຄົນ​ຂອງ​ພວກ​ເຮົາ​ໄດ້​ແຕ່ງ​ງານ​ຕອນ​ນີ້, ຊິດ​ສະ​ເຕີ ແຣັສ໌​ແບນ ແລະ ຂ້າ​ພະ​ເຈົ້າ​ໄດ້​ສືບ​ຕໍ່​ແນະ​ນຳ​ເຂົາ​ເຈົ້າ ແລະ ຄູ່​ຄອງ​ຂອງ​ເຂົາ​ເຈົ້າ​ເຖິງ​ການ​ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ.

ເມື່ອ​ເຮົາ​ດຳ​ລົງ​ຊີ​ວິດ​ທີ່​ເຫັນ​ແກ່​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຕ່​ຢ່າງ​ດຽວ, ເຮົາ​ຈະ​ເຄົາ​ລົບ​ກັນ​ແລະ​ກັນ ແລະ ສະ​ໜັບ​ສະ​ໜູນ​ກັນ​ແລະ​ກັນ. ແບບ​ແຜນ​ແຫ່ງ​ຄວາມ​ຊອບ​ທຳ​ອັນ​ສູງ​ສົ່ງ​ເຫລົ່າ​ນັ້ນ​ຈະ​ນຳ​ໄປ​ສູ່​ຄວາມ​ໝັ້ນ​ຄົງ​ໃນ​ຊີ​ວິດ​ສ່ວນ​ຕົວ, ຄອບ​ຄົວ​ຂອງ​ເຮົາ, ແລະ ສັງ​ຄົມ​ຂອງ​ເຮົາ.

ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ໄດ້​ຈັດ​ໃຫ້​ມີ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ເພື່ອ​ຊ່ວຍ​ນຳ​ພາ​ເຮົາ​ກັບ​ບ້ານ​ໄປ​ຫາ​ພຣະ​ອົງ, ເພື່ອ​ຊ່ວຍ​ເຮົາ​ໃຫ້​ຮຽນ​ຮູ້ ແລະ ເຕັມ​ດ້ວຍ​ຄວາມ​ຮັກ, ຄວາມ​ເຂັ້ມ​ແຂງ, ຈຸດ​ປະ​ສົງ, ແລະ ຄວາມ​ເຂົ້າ​ໃຈ​ນິ​ລັນ​ດອນ. ດ້ວຍ​ຈິດ​ວິນ​ຍານ​ທັງ​ໝົດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ອ້ອນ​ວອນ​ທ່ານ​ໃຫ້​ດຳ​ລົງ​ຊີ​ວິດ​ຢ່າງ​ໃກ້​ຊິດ​ກັບ​ພຣະ​ອົງ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ພຣະ​ວິນ​ຍານ​ຈະ​ດົນ​ໃຈ ແລະ ນຳ​ພາ​ທ່ານ ແລະ ຊ່ວຍ​ທ່ານ​ໃຫ້​ຮູ້​ສຶກ​ໃນ​ໃຈ​ຂອງ​ທ່ານ ເຖິງ​ສັນ​ຕິ​ສຸກ​ທີ່​ພວກ​ພຣະ​ອົງ​ສັນ​ຍາ​ໄວ້ ທີ່​ວ່າ “ຊຶ່ງ​ເກີນ​ຄວາມ​ເຂົ້າ​ໃຈ.” ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  2. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  3. ເບິ່ງ Ronald A. Rasband, “Words Matter,” Liahona, May 2024, 70, 75–76.

  4. ເບິ່ງ Sheri Dew, Insights from a Prophet’s Life: Russell M. Nelson (2019), 208.

  5. ນີ້​ບໍ່​ແມ່ນ​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ. ກ່ອນ​ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ໃນປີ 1995 ໄດ້​ມີ​ການ​ປະ​ກາດ​ໃນ​ສາດ​ສະ​ໜາ​ຈັກ​ໃນ​ປີ 1841, 1845, 1865, ແລະ 1980. ການ​ປະ​ກາດ​ສະ​ບັບ​ລ່າ​ສຸດ​ໄດ້​ຖືກ​ມອບ​ໃຫ້​ໃນ​ປີ 2020: “ການ​ຟື້ນ​ຟູ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ: ການ​ປະ​ກາດ​ຕໍ່​ໂລກ​ເນື່ອງ​ໃນ​ວາ​ລະ​ຄົບ​ຮອບ​ສອງ​ຮ້ອຍ​ປີ.” (ເບິ່ງ Emma Benson, “What We Learn from the Proclamations of the Restoration” [ບົດ​ຄວາມ​ແບບ​ດິ​ຈິ​ຕ້ອນ​ເທົ່າ​ນັ້ນ], Liahona, Dec. 2021, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.)

  6. Dallin H. Oaks, “The Plan and the Proclamation,” Liahona, Nov. 2017, 30.

  7. ເບິ່ງ Dew, Insights from a Prophet’s Life, 209–10.

  8. ເບິ່ງ Barbara Morgan Gardner and Olivia Osguthorpe, “Delivering the Family Proclamation: Insights from Former Relief Society General President Elaine L. Jack,” Religious Educator, vol. 24, no. 2 (2023), 164.

  9. ເບິ່ງ Gardner and Osguthorpe, “Delivering the Family Proclamation,” 162–65; ເບິ່ງ Elaine L. Jack, “Relief Society: A Balm in Gilead,” Ensign, Nov. 1995, 92 ນຳ​ອີກ. ໃນ​ຄຳ​ປາ​ໄສ​ຂອງ​ເພິ່ນ, ປະ​ທານ​ແຈ໊ກ​ໄດ້​ສິດ​ສອນ​ວ່າ: “ຄອບ​ຄົວ​ນຳ​ຄວາມ​ຊື່ນ​ຊົມ​ທີ່​ສຸດ ແລະ ບາງ​ຄັ້ງ​ນຳ​ຄວາມ​ເຈັບ​ປວດ​ໃຈ​ທີ່​ສຸດ​ມາ​ໃຫ້​ເຮົາ. ຄອບ​ຄົວ​ໃຫ້​ສະ​ພາບ​ແວດ​ລ້ອມ​ໃນ​ການ​ຮຽນ​ຮູ້, ຫ້ອງ​ຮຽນ​ທີ່​ເຮົາ​ບໍ່​ເຄີຍ​ຮຽນ​ຈົບ ແຕ່​ສາ​ມາດ​ຮຽນ​ໄດ້​ສະ​ເໝີ. ໃນ​ຄອບ​ຄົວ​ຂອງ​ເຮົາ ເຮົາ​ຮຽນ​ຮູ້​ທີ່​ຈະ​ຊາບ​ຊຶ້ງ​ໃນ​ສັນ​ຕິ​ສຸກ​ທາງ​ວິນ​ຍານ ທີ່​ມາ​ຈາກ​ການ​ນຳ​ໃຊ້​ຫລັກ​ທຳ​ແຫ່ງ​ຄວາມ​ໃຈ​ບຸນ, ຄວາມ​ອົດ​ທົນ, ການ​ແບ່ງ​ປັນ, ຄວາມ​ຊື່​ສັດ, ຄວາມ​ເມດ​ຕາ, ຄວາມ​ເພື່ອ​ແຜ່, ການ​ຄວບ​ຄຸມ​ຕົນ​ເອງ, ແລະ ການ​ຮັບ​ໃຊ້. ສິ່ງ​ເຫລົ່າ​ນີ້​ເປັນ​ຫລາຍ​ກວ່າ​ຄຸນ​ຄ່າ​ຂອງ​ຄອບ​ຄົວ, ເອື້ອຍ​ນ້ອງ​ທັງ​ຫລາຍ; ນີ້​ແມ່ນ​ວິ​ຖີ​ຊີ​ວິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”

    ແອວ​ເດີ ດາ​ລິນ ເອັຈ ໂອກສ໌, ປະ​ທານ​ສະ​ພາ​ສູງ​ສຸດ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ໃນ​ເວ​ລາ​ນັ້ນ, ກໍ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ເຊັ່ນ​ກັນ (ເບິ່ງ Gardner and Osguthorpe, “Delivering the Family Proclamation,” 167).

  10. ເບິ່ງ Gardner and Osguthorpe, “Delivering the Family Proclamation,” 165.

  11. “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ຄົງ​ເປັນ​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ສະ​ບັບ​ທຳ​ອິດ​ຂອງ​ສາດ​ສະ​ໜາ​ຈັກ ຕັ້ງ​ແຕ່​ວັນ​ທີ 6 ເດືອນ​ເມ​ສາ, 1980. ຈົນ​ເຖິງ​ເວ​ລາ​ນັ້ນ, ສາດ​ສະ​ໜາ​ຈັກ​ໄດ້​ອອກ​ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ພຽງ​ສີ່​ສະ​ບັບ, ຊຶ່ງ​ກ່າວ​ເຖິງ​ຄຳ​ສອນ, ສັດ​ທາ, ປະ​ຫວັດ​ສາດ, ຄຳ​ເຕືອນ, ຄຳ​ເຊື້ອ​ເຊີນ, ແລະ ຄຳ​ຖະ​ແຫລງ​ກ່ຽວ​ກັບ​ການ​ເຕີບ​ໂຕ ແລະ ຄວາມ​ກ້າວ​ໜ້າ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ Encyclopedia of Mormonism [1992], “Proclamations of the First Presidency and the Quorum of the Twelve Apostles,” 3:1151–57).

  12. Elaine L. Jack, ໃນ Gardner and Osguthorpe, “Delivering the Family Proclamation,” 166.

  13. Gordon B. Hinckley, “Stand Strong Against the Wiles of the World,” Ensign, Nov. 1995, 100. ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 1976, ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ອ້າງ​ອີງ​ຖ້ອຍ​ຄຳ​ຂອງ​ນັກ​ຂຽນ​ຊາວ​ອາ​ເມ​ຣິ​ກາ​ຄົນ​ໜຶ່ງ, ຜູ້​ໄດ້​ສັງ​ເກດ​ວ່າ, “ຕະ​ຫລອດ​ທົ່ວ​ປະ​ຫວັດ​ສາດ, ປະ​ຊາ​ຊາດ​ຕ່າງໆ​ສາ​ມາດ​ຢູ່​ລອດ​ຈາກ​ພະ​ຍາດ​ໂລ​ຄາ, ການ​ຮຸກ​ຮານ, ຄວາມ​ອຶດ​ຢາກ, ແຜ່ນ​ດິນ​ໄຫວ, ໂຣກ​ລະ​ບາດ, ເສດ​ຖະ​ກິດ​ຕົກ​ຕ່ຳ, ແຕ່​ພວກ​ເຂົາ​ບໍ່​ສາ​ມາດ​ຢູ່​ລອດ​ໄດ້​ກັບ​ການ​ແຕກ​ສະ​ຫລາຍ​ຂອງ​ຄອບ​ຄົວ” (ໃນ “A Report and a Challenge,” Ensign, Nov. 1976, 7–8).

  14. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:38.

  15. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  16. Russell M. Nelson, “Choices for Eternity” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ​ຕະ​ຫລອດ​ທົ່ວ​ໂລກ, ວັນ​ທີ 15 ເດືອນ​ພຶດ​ສະ​ພາ, 2022), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  17. ເບິ່ງ Gordon B. Hinckley, “Stand Strong Against the Wiles of the World,” 100.

  18. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  19. 1 ນີ​ໄຟ 11:22–23.

  20. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  21. 1 ນີ​ໄຟ 1:1.

  22. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  23. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  24. Gordon B. Hinckley, “Women of the Church,” Ensign, Nov. 1996, 69.

  25. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ. “ເມື່ອ​ບໍ່​ມີ​ສາ​ມີ ຫລື ພໍ່​ຢູ່​ໃນ​ບ້ານ, ແມ່​ຈະ​ປົກ​ຄອງ​ດູ​ແລ​ຄອບ​ຄົວ” (ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 2.1.3).

  26. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  27. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  28. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  29. ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 1991, ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ສິດ​ສອນ​ວ່າ ອາ​ດາມ ແລະ ເອ​ວາ, “ໄດ້​ຢືນ​ຄຽງ​ຂ້າງ​ກັນ​ຢູ່​ໃນ​ສວນ​ເອ​ເດນ. ເຂົາ​ເຈົ້າ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສວນ​ພ້ອມ​ກັນ, ແລະ ເຂົາ​ເຈົ້າ​ໄດ້​ເຮັດ​ວຽກ​ນຳ​ກັນ​ໃນ​ການ​ຫາ​ລ້ຽງ​ຊີບ​ຈົນ​ເຫື່ອ​ໄຫລ​ໄຄ​ຍ້ອຍ” (“Our Solemn Responsibilities,” Ensign, Nov. 1991, 51).

  30. ຟີ​ລິບ​ປອຍ 4:7.