ພຣະເຢຊູຄຣິດ ແລະ ການເລີ່ມຕົ້ນໃໝ່ຂອງທ່ານ
ເຮົາທຸກຄົນສາມາດມີການເລີ່ມຕົ້ນໃໝ່ຜ່ານທາງ, ແລະ ເພາະ, ພຣະເຢຊູຄຣິດ. ແມ່ນແຕ່ທ່ານ.
ຄຳທີ່ຟັງຄືໜ້ອຍກວ່າຄວາມເປັນຈິງໃນພຣະຄຳພີ: ພຣະອົງໄດ້ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ
ພຣະເຢຊູ “ໄດ້ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ.” ເຮົາອ່ານບັນທຶກທີ່ລຽບງ່າຍນັ້ນໃນພຣະທຳກິດຈະການ. ຊ່າງເປັນຄຳທີ່ໜ້ອຍກວ່າຄວາມເປັນຈິງແທ້ໆ! ພຣະເຢຊູໄດ້ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີຢ່າງແນ່ນອນ! ພຣະອົງເປັນແກ່ນແທ້—ແລະ ເປັນແຫລ່ງ—ຂອງພຣະກະລຸນາທິຄຸນ! ພຣະອົງໄດ້ອຸທິດຊີວິດມະຕະທັງຊີວິດຂອງພຣະອົງເພື່ອການກະທຳຄວາມດີ. ພຣະອົງ “ເຕັມໄປດ້ວຍຄວາມເມດຕາ ແລະ ເຕັມລົ້ນດ້ວຍພຣະຄຸນ ຜູ້ບໍ່ຮ້າຍງ່າຍ ແລະຜູ້ສຳແດງຄວາມຮັກອັນໝັ້ນຄົງ,” ພຣະກະລຸນາທິຄຸນທີ່ບໍ່ມີສິ້ນສຸດ ແລະ ຄວາມເມດຕາອັນເປັນນິດ.
ຄວາມພະຍາຍາມໃດໆໃນການບັນຍາຍ ຫລື ສະຫລຸບພຣະກະລຸນາທິຄຸນ ແລະ ຄວາມເມດຕາຂອງພຣະອົງ ຈະເປັນການເວົ້າທີ່ນ້ອຍເກີນໄປ! ແທ້ຈິງແລ້ວ, ດັ່ງທີ່ອັກຄະສາວົກໂຢຮັນໄດ້ພະຍາຍາມທີ່ຈະສະແດງອອກ, ຖ້າຫາກເຮົາພະຍາຍາມທີ່ຈະບັນທຶກທຸກໆການສະແດງໃຫ້ປະຈັກຂອງພຣະກະລຸນາທິຄຸນຂອງພຣະຜູ້ຊ່ວຍໃຫ້ລອດແລ້ວ, “ທົ່ວທັງໂລກນີ້ຈະບໍ່ມີບ່ອນພໍ ສຳລັບມ້ຽນໜັງສືຕ່າງໆທີ່ຂຽນນັ້ນ.”
ພຣະເຢຊູຄຣິດຊົງມອບການເລີ່ມຕົ້ນໃໝ່ໃຫ້ພວກເຮົາແຕ່ລະຄົນ
ຕົວຢ່າງສະເພາະທີ່ເປັນອະມະຕະໃນພຣະຄຳພີກ່ຽວກັບພຣະເຢຊູໄປທຸກຫົນທຸກແຫ່ງ “ເຮັດຄຸນງາມຄວາມດີ” ສ້າງຄວາມຢຳເກງ ແລະ ຄວາມປະຫລາດໃຈອັນເລິກເຊິ່ງ, ໂດຍສະເພາະເມື່ອເຮົາພິຈາລະນາແທ້ໆວ່າ ຈະເປັນແນວໃດຖ້າເຮົາຢູ່ທີ່ນັ້ນ, ເພື່ອເຫັນການອັດສະຈັນຂອງພຣະອົງ, ເພື່ອຮັບເອົາຄຳສອນຂອງພຣະອົງ, ແລະ ເພື່ອປະສົບກັບການປິ່ນປົວຂອງພຣະອົງ. ພຣະອົງໄດ້ສົນທະນາກັບຄົນນອກສັງຄົມ, ພຣະອົງໄດ້ຈັບບາຍຄົນເປັນພະຍາດ ແລະ ບໍ່ສະອາດ, ພຣະອົງໄດ້ນຳຄວາມປອບໂຍນມາສູ່ຜູ້ທີ່ອ່ອນແຮງ, ພຣະອົງໄດ້ສິດສອນຄວາມຈິງທີ່ປົດປ່ອຍ, ແລະ ພຣະອົງໄດ້ເອີ້ນຄົນບາບທັງຫລາຍໃຫ້ມາສູ່ການກັບໃຈ. ສຳລັບຄົນເປັນຂີ້ທູດ, ຄົນຕາບອດ, ແລະ ຍິງທີ່ຫລິ້ນຊູ້; ສຳລັບຄົນເປັນງ່ອຍ, ຄົນຫູໜວກ, ແລະ ຄົນປາກກືກ, ສຳລັບແມ່ທີ່ກຳລັງທຸກໂສກທຸກຄົນ, ພໍ່ທີ່ສິ້ນຫວັງ, ແລະ ແມ່ໝ້າຍທີ່ກຳລັງໄວ້ທຸກ; ສຳລັບຜູ້ທີ່ຖືກປະນາມ, ເຮັດໃຫ້ອັບອາຍ, ທົນທຸກທໍລະມານ; ສຳລັບຜູ້ທີ່ຕາຍໃນຮ່າງກາຍ ແລະ ຕາຍໃນວິນຍານ, ສິ່ງທີ່ພຣະອົງໄດ້ກະທຳກໍຄື ການມອບການເລີ່ມຕົ້ນໃໝ່. ແມ່ນແລ້ວ, ເປັນຄຳທີ່ໜ້ອຍກວ່າຄວາມເປັນຈິງອີກຄຳໜຶ່ງທີ່ໜ້າຕົກຕະລຶງ!
ທຸກສິ່ງທີ່ພຣະອົງໄດ້ກ່າວ ແລະ ໄດ້ກະທຳ ໄດ້ມອບການເລີ່ມຕົ້ນໃໝ່ສຳລັບແຕ່ລະຄົນທີ່ພຣະອົງໄດ້ປິ່ນປົວ, ອວຍພອນ, ສິດສອນ, ແລະ ປົດປ່ອຍຈາກບາບ. ພຣະອົງບໍ່ໄດ້ຖອນຕົວຈາກພວກເຂົາ, ແລະ ພຣະອົງຈະບໍ່ຖອນຕົວຈາກທ່ານຢ່າງແນ່ນອນ. ລອງຈິນຕະນາການເບິ່ງໃນຂະນະນີ້ ວ່າກຳລັງໄດ້ຍິນພຣະຄຳທີ່ໃຫ້ຊີວິດເຫລົ່ານີ້ຈາກພຣະອົງ:
“ລູກເອີຍ ຄວາມຜິດບາບຂອງເຈົ້າໄດ້ຮັບການອະໄພແລ້ວ.”
“ນາງນ້ອຍເອີຍ ຈົ່ງລຸກຂຶ້ນ.”
“ເຮົາກໍບໍ່ລົງໂທດເຈົ້າເໝືອນກັນ ຈົ່ງໄປສາ ຕໍ່ໄປຢ່າເຮັດບາບອີກ.”
“ລູກຍິງເອີຍ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ ຈົ່ງໄປເປັນສຸກເທີ້ນ.”
ພຣະຄຳຂອງພຣະຜູ້ຊ່ວຍໃຫ້ລອດແກ່ບຸກຄົນເຫລົ່ານີ້ແມ່ນສັ້ນໆ, ແຕ່ກັບພວກເຂົາ ພຣະອົງໄດ້ວາດພາບຂອບຟ້າໃໝ່ທີ່ກວ້າງຂວາງແຫ່ງການໃຫ້ອະໄພ, ການປິ່ນປົວ, ການຟື້ນຟູ, ສັນຕິສຸກ, ແລະ ຊີວິດນິລັນດອນ. ແລະ ຂ່າວທີ່ມີສະຫງ່າລາສີກໍຄື ພຣະອົງມອບການເລີ່ມຕົ້ນໃໝ່ໃຫ້ແກ່ທ່ານ ແລະ ຂ້າພະເຈົ້າ. ເຮົາທຸກຄົນສາມາດມີການເລີ່ມຕົ້ນໃໝ່ຜ່ານທາງ, ແລະ ເພາະ, ພຣະເຢຊູຄຣິດ. ແມ່ນແຕ່ທ່ານ. ການເລີ່ມຕົ້ນໃໝ່ ເປັນຫົວໃຈສຳຄັນຂອງແຜນຂອງພຣະບິດາເທິງສະຫວັນສຳລັບລູກໆຂອງພຣະອົງ. ນີ້ແມ່ນສາດສະໜາຈັກແຫ່ງການເລີ່ມຕົ້ນໃໝ່! ນີ້ແມ່ນສາດສະໜາຈັກແຫ່ງການເລີ່ມຕົ້ນທີ່ສົດໃສ!
ນີ້ແມ່ນສາດສະໜາຈັກແຫ່ງການເລີ່ມຕົ້ນໃໝ່
ດ້ວຍການບັບຕິສະມາໂດຍນໍ້າ ແລະ ພຣະວິນຍານ, ເຮົາໄດ້ “ເກີດມາໃໝ່ອີກຄັ້ງ” ແລະ ເຮົາສາມາດ “ດຳເນີນຕາມຊີວິດໃໝ່.” ການເລີ່ມຕົ້ນໃໝ່ນຳຄວາມຫວັງຫລາຍສໍ່າໃດມາສູ່ຜູ້ທີ່ໄດ້ຍ່າງໄປຢ່າງເມື່ອຍລ້າພາຍໃຕ້ພາລະຂອງບາບ ຫລື ທົນທຸກຈາກຜົນກະທົບຂອງຊີວິດທີ່ເດືອດຮ້ອນ ແລະ ຄວາມສຳພັນທີ່ບໍ່ປົກກະຕິ? ພຣະເຢຊູບໍ່ໄດ້ຕ້ອງການການອະໄພບາບໂດຍພຣະອົງເອງ ຫລື ການເລີ່ມຕົ້ນໃໝ່ໃນຊີວິດ, ແຕ່ພຣະອົງໄດ້ຮັບບັບຕິສະມາ, ໂດຍສະແດງໃຫ້ເຮົາເຫັນໃນແບບຮູບປັ້ນນູນສູງ ເສັ້ນທາງສູ່ການເລີ່ມຕົ້ນໃໝ່ທີ່ພຣະອົງໄດ້ແກະສະຫລັກໄວ້ເພື່ອເຮົາແຕ່ລະຄົນ.
ແລະ ການເລີ່ມຕົ້ນໃໝ່ຂອງເຮົາບໍ່ເກີດຂຶ້ນພຽງແຕ່ຄັ້ງດຽວເທົ່ານັ້ນ. ເຮົາມັກຈະຄິດວ່າ ການບັບຕິສະມາຂອງເຮົາເປັນໂອກາດດຽວໃນການເລີ່ມຕົ້ນໃໝ່. ມັນບໍ່ແມ່ນ. ເຮົາບໍ່ມີພຽງແຕ່ໂອກາດດຽວເທົ່ານັ້ນ. ການເລີ່ມຕົ້ນໃໝ່ເຫລົ່ານີ້ ສາມາດເກີດຂຶ້ນໄດ້ທຸກມື້! ແລະ ແນ່ນອນ ໃນທຸກໆອາທິດ ຂະນະທີ່ເຮົາກິນເຂົ້າຈີ່ປ່ຽງນ້ອຍໆ ແລະ ດື່ມນ້ຳຈາກຈອກທີ່ນ້ອຍໆ ເພື່ອລະນຶກເຖິງຂອງປະທານຈາກພຣະຜູ້ຊ່ວຍໃຫ້ລອດທີ່ດີພ້ອມຂອງເຮົາ, ຜູ້ຊົງສິ້ນພຣະຊົນເພື່ອສະແດງອອກເຖິງຈຸດປະສົງຂອງການມອບການເລີ່ມຕົ້ນໃໝ່ຫລາຍເທົ່າທີ່ເຮົາຕ້ອງການ! ພຣະເຢຊູຊົງມອບການເລີ່ມຕົ້ນໃໝ່ຫລາຍເທົ່າທີ່ເຮົາຕ້ອງການ.
ດ້ວຍຄວາມມຸ່ງໝັ້ນ ແລະ ຄວາມປິຕິຍິນດີກັບຊີວິດໃໝ່ໃນພຣະຄຣິດ, ເຮົາສາມາດກາຍເປັນ “ຄົນທີ່ຖືກຊົງສ້າງຂຶ້ນໃໝ່,” ບ່ອນທີ່ສິ່ງເກົ່າໆຈະລ່ວງໄປ ແລະ ກາຍເປັນສິ່ງໃໝ່ທັງນັ້ນ. ການບັນເທົາໂທດໃດທີ່ຮຸ່ງອາລຸນໃໝ່ນໍາມາສູ່ຈິດວິນຍານທີ່ພະຍາຍາມຕໍ່ໄປ, ຜ່ານການສືບຕໍ່ທີ່ຈະເລືອກສັດທາໃນອຳນາດຂອງພຣະຜູ້ໄຖ່ໃນການປິ່ນປົວ ແລະ ຟື້ນຟູ, ເຖິງແມ່ນຈະມີການຖອຍຫລັງທີ່ໜ້າຜິດຫວັງຂອງຊີວິດໃນໂລກທີ່ຕົກຕໍ່າ? ພຣະຜູ້ຊ່ວຍໃຫ້ລອດບໍ່ມີວັນຍອມແພ້ຕໍ່ຄວາມຕັ້ງໝັ້ນຂອງພຣະອົງທີ່ຈະບັນລຸພຣະປະສົງຂອງພຣະບິດາ ແລະ ສຳເລັດພາລະກິດທີ່ຊົດໃຊ້ແຫ່ງສະຫວັນຂອງພຣະອົງ, ແມ່ນແຕ່ຜ່ານທາງຄວາມເຈັບປວດທີ່ເປັນເຫດໃຫ້ພຣະອົງຕົວສັ່ນ, ໃຫ້ໂລຫິດຫລັ່ງໄຫລຈາກທຸກຮູຂຸມຂົນ, ໃຫ້ພຣະກາຍ ແລະ ວິນຍານທໍລະມານ, ແລະ ໃຫ້ອະທິຖານຂໍໃຫ້ຈອກອັນຂົມຂື່ນນັ້ນຖືກເອົາອອກໄປ. ອີກຄັ້ງໜຶ່ງ, ພຣະອົງໄດ້ສະແດງໃຫ້ເຮົາເຫັນວ່າ ຄວາມອົດທົນທີ່ຊື່ສັດກັບພຣະເຈົ້ານັ້ນ ໜ້າຕາເປັນແນວໃດ.
ດ້ວຍທຸກໆພັນທະສັນຍາທີ່ເຮົາເຮັດ ແລະ ທຸກໆຄວາມພະຍາຍາມທີ່ເຮົາເຮັດເພື່ອທີ່ຈະຮັກສາມັນ, ເຮົາສາມາດຮັບ “ຄວາມຄິດໃໝ່” ແລະ “ຈິດໃຈໃໝ່” ໃນປະລິມານທີ່ເຕັມກວ່າເກົ່າ. ເທື່ອລະໜ້ອຍໆ, ຍິ່ງເຮົາເຊື້ອເຊີນພຣະກະລຸນາທິຄຸນຂອງພຣະອົງໃຫ້ເຂົ້າມາໃນໃຈຂອງເຮົາຫລາຍເທົ່າໃດ ແລະ ຂັບໄລ່ສຽງທີ່ທຳຮ້າຍຕົນເອງໃນຫົວຂອງເຮົາ, ເຮົາຈະກາຍເປັນຜູ້ຄົນຂອງພຣະອົງ ເພາະເຮົາຍອມໃຫ້ພຣະອົງເປັນພຣະເຈົ້າຂອງເຮົາຢ່າງແທ້ຈິງ. ພຣະເຢຊູຊົງປາດຖະໜາຢ່າງຍິ່ງທີ່ຈະເປັນກະສັດຂອງເຮົາ ແລະ ຜູ້ລ້ຽງແກະຂອງເຮົາ ແລະ ອົງສັນຕິລາດຂອງເຮົາ, ແລະ ເຮົາສາມາດເລືອກທີ່ຈະໃຫ້ພຣະອົງເປັນເຊັ່ນນັ້ນໃນຫົວໃຈ ແລະ ຈິດໃຈຂອງເຮົາເອງ.
ການເລີ່ມຕົ້ນໃໝ່ໃນມຸມມອງຂອງເຮົາກ່ຽວກັບການກັບໃຈ
ການກັບໃຈເປີດປະຕູສູ່ການເລີ່ມຕົ້ນໃໝ່, ການເລີ່ມຕົ້ນທີ່ສົດໃສ, ແລະ ໂອກາດຄັ້ງທີສອງ. ຄຳສອນຂອງປະທານຣະໂຊ ເອັມ ແນວສັນ ທີ່ຮັກແພງຂອງເຮົາ ໄດ້ຊີ້ແຈງຄວາມເຂົ້າໃຈຜິດກ່ຽວກັບຂອງປະທານແຫ່ງສະຫວັນແຫ່ງການກັບໃຈ, ແລະ ຂ້າພະເຈົ້າຄິດວ່າ ໃນທີ່ສຸດ ເຮົາເລີ່ມທີ່ຈະເຂົ້າໃຈມັນແລ້ວ.
ເປັນເລື່ອງໜ້າຕື່ນເຕັ້ນທີ່ໄດ້ຍິນຊາວໜຸ່ມອະທິບາຍວ່າ ການກັບໃຈໝາຍຄວາມວ່າແນວໃດສຳລັບເຂົາເຈົ້າ. ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ຍິນຍິງໜຸ່ມຄົນໜຶ່ງກ່າວ, ດ້ວຍຮອຍຍິ້ມເທິງໃບໜ້າຂອງນາງວ່າ, “ເມື່ອຂ້ານ້ອຍຄິດເຖິງການກັບໃຈ, ການກັບໃຈທຸກມື້, ຂ້ານ້ອຍຮູ້ສຶກເຖິງຄວາມຊື່ນຊົມ ແລະ ຄວາມຫວັງອັນເຫລືອເຊື່ອ. ຂ້ານ້ອຍຮູ້ສຶກເຖິງຄວາມຮັກ ແລະ ຄວາມສຸກຂອງພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ຂ້ານ້ອຍບໍ່ຢ້ານທີ່ຈະມາຫາພຣະບິດາເທິງສະຫວັນໃນການອະທິຖານ ແລະ ຂໍຄວາມຊ່ວຍເຫລືອຈາກພຣະອົງໃນສິ່ງໃດກໍຕາມທີ່ຂ້ານ້ອຍກຳລັງດີ້ນລົນຢູ່. ຂ້ານ້ອຍຮູ້ວ່າ ພວກພຣະອົງບໍ່ກຳລັງພະຍາຍາມທີ່ຈະຈັບຂ້ານ້ອຍວ່າເຮັດຜິດບາງຢ່າງ. ແຂນຂອງພວກພຣະອົງເປີດອອກກວ້າງ. ນີ້ເປັນການກັບໃຈສຳລັບຂ້ານ້ອຍ,” ນາງໄດ້ເວົ້າ. ຍິງໜຸ່ມຄົນນີ້ເຂົ້າໃຈວ່າ ຍ້ອນພຣະເຢຊູຄຣິດ, ນາງຈຶ່ງສາມາດມີການເລີ່ມຕົ້ນໃໝ່ໄດ້!
ການເລີ່ມຕົ້ນໃໝ່ສຳລັບທຸກຄົນ, ທຸກເວລາ
ທ່ານຕ້ອງການການເລີ່ມຕົ້ນໃໝ່ບໍ່? ທ່ານສາມາດສ້າງການເລີ່ມຕົ້ນທີ່ສົດໃສໄດ້ບໍ່, ແມ່ນແຕ່ທ່ານເອງ? ໃຫ້ຄິດກ່ຽວກັບຜູ້ຄົນທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ປະຕິບັດສາດສະໜາກິດຕໍ່—ຜູ້ຄົນທີ່ພຣະອົງໄດ້ສິດສອນ, ປິ່ນປົວ, ລ້ຽງດູ, ໃຫ້ອະໄພ, ແລະ ຟື້ນຟູ. ພຣະອົງຊົງຄັດເລືອກພວກເຂົາຈາກຊົນຊັ້ນທາງເສດຖະກິດ ຫລື ພູມຫລັງທີ່ສະເພາະເຈາະຈົງບໍ? ພຣະອົງຈຳແນກລະຫວ່າງຄົນຊອບທຳ ແລະ ຄົນບາບບໍ? ພຣະອົງເລືອກແຍກຄົນອອກ ເພາະພວກເຂົາສົມຄວນກວ່າ ຫລື ເປັນທີ່ຮັກຫລາຍກວ່າບໍ? ບໍ່ເລີຍ.
ບາງຄົນມາຫາພຣະອົງດ້ວຍສັດທາອັນຍິ່ງໃຫຍ່, ເຊື່ອໃນອຳນາດຂອງພຣະອົງເພື່ອປິ່ນປົວ—ເຊັ່ນ ຍິງທີ່ມີບັນຫາເລືອດຕົກ, ຂ້ອຍໃຊ້ຂອງນາຍທະຫານຊາວໂຣມທີ່ກຳລັງຈະຕາຍ, ຊາຍທີ່ເປັນພະຍາດຂີ້ທູດ, ຢາອີໂຣ, ແລະ ບາຣະຕີມາຍທີ່ຕາບອດ. ພວກເຂົາແຕ່ລະຄົນໄດ້ເອົາສັດທາຂອງຕົນມາສ່ຽງ, ໂດຍຫວັງວ່າ ພຣະກະລຸນາທິຄຸນ ແລະ ອຳນາດຂອງອາຈານຊາວຢິວຈາກນາຊາເຣັດ ຈະປ່ຽນແປງຊີວິດຂອງພວກເຂົາ ແລະ ທ່າອ່ຽງໃນອະນາຄົດຂອງພວກເຂົາ. ແລະ ພຣະອົງກໍໄດ້ກະທຳເຊັ່ນນັ້ນ. ພຣະອົງໄດ້ປ່ອຍໃຫ້ການປິ່ນປົວຂອງພຣະອົງຫລັ່ງໄຫລໄປ.
ແຕ່ພຣະເຢຊູຍັງໄດ້ອວຍພອນຜູ້ທີ່ຫວັ່ນໄຫວໃນສັດທາ, ດັ່ງພໍ່ຂອງເດັກນ້ອຍທີ່ປ່ວຍ ຜູ້ທີ່ໄດ້ຮ້ອງໄຫ້ອອກມາ, ບາງທີກໍເໝືອນດັ່ງທີ່ທ່ານເຄີຍວ່າ, “ໂຜດຊ່ວຍຂ້ານ້ອຍໃຫ້ມີຄວາມເຊື່ອຫລາຍກວ່ານີ້ແດ່ທ້ອນ.” ແລະ ພຣະອົງຍັງໄດ້ຖອກເທຄວາມເມດຕາສົງສານໃຫ້ແກ່ຜູ້ທີ່ບໍ່ເຄີຍສະແຫວງຫາພຣະອົງເລີຍ, ເຊັ່ນ ຍິງທີ່ຖືກຈັບໃນຖານຫລິ້ນຊູ້, ແມ່ໝ້າຍຊາວນາອິນ, ຊາຍພິການທີ່ສະນໍ້າເບັດຊະທາ, ແລະ ຊາຍທີ່ເກີດມາຕາບອດ. ທ່ານເຄີຍຮູ້ສຶກບໍ່ວ່າ ພຣະອົງກຳລັງໄປທຸກຫົນທຸກແຫ່ງເພື່ອເຮັດຄຸນງາມຄວາມດີໃນຊີວິດຂອງທ່ານ ແມ່ນແຕ່ໃນຕອນທີ່ທ່ານບໍ່ໄດ້ສະແຫວງຫາພຣະອົງ ຫລື ຕິດຕາມພຣະອົງ?
ສຳລັບບຸກຄົນໃນພຣະຄຳພີແຕ່ລະຄົນເຫລົ່ານີ້, ແລະ ສຳລັບທຸກຄົນທີ່ຈະຟັງ ແລະ ຕອບ, ພຣະອົງໄດ້ມອບການເລີ່ມຕົ້ນໃໝ່, ບໍ່ວ່າຈະເປັນຊີວິດໃໝ່ທີ່ໄດ້ຮັບອະໄພບາບແລ້ວ ຫລື ຊີວິດໃໝ່ທີ່ໄດ້ຮັບການປິ່ນປົວຈາກພະຍາດໂຣຄາ ຫລື ຊີວິດໃໝ່ທີ່ຖືກຍົກຂຶ້ນຈາກຄວາມຕາຍ.
ນີ້ແມ່ນໝາຍຄວາມວ່າຫຍັງສຳລັບທ່ານ ແລະ ສຳລັບຂ້າພະເຈົ້າ? ພຣະກະລຸນາທິຄຸນ ແລະ ຄວາມເມດຕາ ແລະ ຄວາມໃຈດີທີ່ມີຄວາມຮັກຂອງພຣະອົງນັ້ນບໍ່ມີຂອບເຂດ. ການເລີ່ມຕົ້ນໃໝ່ເປັນຫົວໃຈສຳຄັນຂອງແຜນຂອງພຣະບິດາ! ການເລີ່ມຕົ້ນໃໝ່ທີ່ສົດໃສ ຄືພາລະກິດຂອງພຣະບຸດ! ເຊົ້າວັນໃໝ່, ບົດໃໝ່, ແລະ ໂອກາດໃໝ່ ເປັນແກນທີ່ລຽບງ່າຍຂອງຂ່າວປະເສີດຂອງພຣະກິດຕິຄຸນ!
ສະນັ້ນ, ທ່ານໄດ້ຫ່າງຫາຍຈາກພັນທະສັນຍາຂອງທ່ານດົນເກີນກວ່າທີ່ຈະໄດ້ຮັບການເລີ່ມຕົ້ນໃໝ່ບໍ? ບໍ່ເລີຍ. ທ່ານໄດ້ເຮັດສິ່ງນີ້ ຫລື ສິ່ງນັ້ນຫລາຍເທື່ອເກີນກວ່າທີ່ຈະໄດ້ຮັບໂອກາດອີກຄັ້ງໜຶ່ງບໍ? ບໍ່ເລີຍ. ທ່ານໄປໄກຈາກພຣະຄຣິດເກີນໄປສຳລັບພຣະອົງທີ່ຈະຊ່ວຍທ່ານຂຽນເລື່ອງລາວໃໝ່ຕັ້ງແຕ່ນີ້ໄປບໍ? ບໍ່ເລີຍ. ຜູ້ປໍລະປັກເປັນພຽງແຕ່ຜູ້ດຽວທີ່ໄດ້ຮັບຜົນປະໂຫຍດຈາກແນວຄິດທີ່ວ່າ ທ່ານໄດ້ຈົມລົງໄປແລ້ວ. ທ່ານຈະບໍ່ເປັນແນວນັ້ນ.
ແລະ ການເລີ່ມຕົ້ນໃໝ່ເປັນຫລາຍກວ່າພຽງແຕ່ບາບ ແລະ ຄວາມຜິດພາດຂອງເຮົາເທົ່ານັ້ນ. ຜ່ານທາງພຣະກະລຸນາທິຄຸນ ແລະ ພຣະຄຸນຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາສາມາດມີການເລີ່ມຕົ້ນໃໝ່ທີ່ສົດໃສທີ່ຜັກດັນການປ່ຽນແປງໃນຄວາມຄິດເກົ່າໆ, ນິໄສທີ່ບໍ່ດີ, ອຸປະນິໄສທີ່ຫງຸດຫງິດ, ທັດສະນະຄະຕິໃນທາງລົບ, ຄວາມຮູ້ສຶກໄຮ້ພະລັງ, ແລະ ແນວໂນ້ມທີ່ຈະໂທດຄົນອື່ນ ແລະ ຫລີກລ້ຽງຄວາມຮັບຜິດຊອບສ່ວນຕົວ. ທ່ານຈະສາມາດປ່ຽນແປງສິ່ງຕ່າງໆກ່ຽວກັບຕົວເອງທີ່ເຮັດໃຫ້ທ່ານອ່ອນແຮງລົງມາເປັນເວລາຫລາຍປີໄດ້ແທ້ໆ. ທ່ານສາມາດເລີ່ມຕົ້ນອີກຄັ້ງຜ່ານທາງພະລັງຂອງພຣະອາຈານແຫ່ງການເລີ່ມຕົ້ນໃໝ່. ພຣະອົງບໍ່ເຄີຍເມື່ອຍທີ່ຈະມອບການເລີ່ມຕົ້ນໃໝ່ໃຫ້ແກ່ເຮົາ.
ສຳລັບຜູ້ທີ່ກຳລັງດີ້ນລົນກັບບາບເດີມໆ ຫລື ການຖອຍຫລັງເດີມໆຊໍ້າແລ້ວຊໍ້າອີກ, ທ່ານຈົ່ງເດີນໜ້າຕໍ່ໄປ. ພຣະອົງບໍ່ໄດ້ວາງສິ່ງກີດຂວາງໄວ້ທາງໜ້າທ່່ານ. ພຣະອົງບໍ່ໄດ້ຕັ້ງຂີດຈຳກັດໃສ່ໂອກາດຄັ້ງທີສອງຂອງທ່ານ. ທ່ານຈົ່ງກ້າວຕໍ່ໄປ. ທ່ານຈົ່ງພະຍາຍາມຕໍ່ໄປ. ທ່ານຈົ່ງສະແຫວງຫາຄວາມຊ່ວຍເຫລືອຈາກຄົນທີ່ຢູ່ອ້ອມຕົວທ່ານ. ແລະ ທ່ານຈົ່ງໄວ້ວາງໃຈໃນການເລີ່ມຕົ້ນໃໝ່ທີ່ຢູ່ທີ່ນັ້ນເພື່ອທ່ານທຸກຄັ້ງທີ່ທ່ານຫັນມາຫາພຣະບິດາຂອງທ່ານດ້ວຍໃຈຈິງ. ໃຫ້ປະຖິ້ມການເຮັດບາບໂດຍເຈດຕະນາ, ການເຮັດຊໍ້າໆຢ່າງຖືເບົາ, ແລະ ການກະບົດທີ່ຈອງຫອງໄວ້ທາງຫລັງຂອງທ່ານ ບ່ອນທີ່ມັນຄວນຢູ່. ທ່ານບໍ່ຈຳເປັນຕ້ອງເປັນຄົນທີ່ທ່ານເຄີຍເປັນມາກ່ອນ. ຈົ່ງນ້ອມຮັບການເລີ່ມຕົ້ນໃໝ່ທີ່ສົດໃສ, ໂອກາດ—ຄັ້ງທີສອງ ຫລື ສາມ ຫລື ສີ່—ຫລື ຄັ້ງທີຮ້ອຍ, ທີ່ໄດ້ຖືກມອບໃຫ້ກັບທ່ານຜ່ານທາງໂລຫິດທີ່ຊົດໃຊ້ຂອງພຣະເຢຊູຄຣິດ.
ຂ້າພະເຈົ້າກະຕັນຍູເກີນກວ່າຈະບັນຍາຍໄດ້ສຳລັບການເລີ່ມຕົ້ນໃໝ່ທີ່ຂ້າພະເຈົ້າໄດ້ຮັບ ແລະ ສຳລັບສິ່ງທີ່ຂ້າພະເຈົ້າຈະໄດ້ຮັບຕໍ່ໄປ.
ສະຫລຸບ
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ກ່າວຄຳທີ່ໜ້ອຍກວ່າຄວາມເປັນຈິງເປັນຄັ້ງສຸດທ້າຍ, ຊຶ່ງປາດສະຈາກຄຳນີ້ ກໍຄົງຈະບໍ່ມີເຫດໃຫ້ມີຄວາມຫວັງ ຫລື ຄວາມປິຕິຍິນດີໃນມື້ນີ້. ຫລັງຈາກຄວາມທົນທຸກທໍລະມານທີ່ເຄັດເຊມາເນ ແລະ ເມື່ອສິ້ນສຸດການຄຶງທີ່ໄມ້ກາງແຂນອັນແສນທໍລະມານ, ພຣະອົງພຽງແຕ່ກ່າວວ່າ, “ສຳເລັດແລ້ວ.” ຄຳທຳນາຍແຫ່ງພຣະເມຊີອາໄດ້ສຳເລັດແລ້ວ, ແລະ ການຈ່າຍໜີ້ຄົບເພື່ອບາບຂອງມະນຸດຊາດ ແລະ ຄວາມທໍລະມານໄດ້ຖືກຊຳລະໝົດແລ້ວ. ພຣະອົງໄດ້ປະກາດ “ສຳເລັດ” ການເສຍສະລະອັນບໍ່ມີຂອບເຂດ ແລະ ນິລັນດອນຂອງພຣະອົງ. ແຕ່ການຊົດໃຊ້ຂອງພຣະອົງຈະບໍ່ສຳເລັດຈົນກວ່າພຣະອົງເອງຈະໄດ້ປະສົບກັບຊີວິດໃໝ່ໃນມື້ທີສາມ, ການເລີ່ມຕົ້ນໃໝ່ໃນຖານະຜູ້ທີ່ມີລັດສະໝີພາບ ແລະ ຟື້ນຄືນພຣະຊົນຜ່ານທາງລິດອຳນາດຂອງພຣະບິດາ.
ເພາະພຣະອົງໄດ້ກະທຳສິ່ງເຫລົ່ານັ້ນຊຶ່ງເປັນທີ່ພໍພຣະໄທຕໍ່ພຣະບິດາຂອງພຣະອົງສະເໝີ, ແລະ ເພາະພຣະອົງ “ໄດ້ຍອມປະຕິບັດຕາມ ພຣະປະສົງຂອງພຣະບິດາໃນທຸກສິ່ງທຸກຢ່າງ,” ທ່ານ ແລະ ຂ້າພະເຈົ້າຈຶ່ງສາມາດມີການເລີ່ມຕົ້ນໃໝ່ໄດ້. ຂໍຈົ່ງຮັບເອົາການເລີ່ມຕົ້ນໃໝ່ຂອງທ່ານ, ແມ່ນແຕ່ໃນມື້ນີ້, ດຽວນີ້. ພຣະເຢຊູຄຣິດເປັນຜູ້ບຸກເບີກ ແລະ ຜູ້ສຳເລັດສັດທາຂອງເຮົາ, ໂດຍຂຽນບົດໃໝ່ໆຈົນນັບບໍ່ຖ້ວນກັບເຮົາ. ພຣະອົງເປັນຜູ້ຕົ້ນ ແລະ ຜູ້ປາຍ—ຈຸດຈົບຂອງຄວາມອັບອາຍ ແລະ ຄວາມທໍລະມານຂອງເຮົາ ແລະ ຈຸດເລີ່ມຕົ້ນຂອງຊີວິດໃໝ່ໃນພຣະອົງ, ໂດຍໃຫ້ເຮົາຮັບເອົາພຣະຄຸນຂອງພຣະອົງ, ປະຖິ້ມອະດີດໄວ້ທາງຫລັງ, ແລະ ເລີ່ມຕົ້ນໃໝ່ອີກຄັ້ງດ້ວຍເຊົ້າວັນໃໝ່, ຫລາຍຄັ້ງເທົ່າທີ່ເຮົາຕ້ອງການ. ແທ້ແນ່ນອນ “[ພຣະກະລຸນາທິຄຸນ] ແລະ ຄວາມຮັກອັນໝັ້ນຄົງຂອງພຣະອົງຈະຕິດຕາມ [ເຮົາ] ໄປຕະຫລອດວັນຄືນແຫ່ງ [ຊີວິດຂອງເຮົາ].” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.