ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ແລະ ດຽວ​ນີ້​ໄດ້​ເຫັນ​ຮຸ່ງ​ແລ້ວ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


17:24

ແລະ ດຽວ​ນີ້​ໄດ້​ເຫັນ​ຮຸ່ງ​ແລ້ວ

ຜົນ​ກະ​ທົບ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ ກໍ​ບໍ່​ຕ່າງ​ຫຍັງ​ກັບ​ການ​ມະ​ຫັດ​ສະ​ຈັນ​ຂອງ​ການ​ຖົ່ມ​ນ້ຳ​ລາຍ​ລົງ​ດິນ​ໃຫ້​ເປັນ​ຂີ້​ຕົມ ແລ້ວ​ທາ​ໃສ່​ຕາ​ຂອງ​ຊາຍ​ທີ່​ຕາ​ບອດ​ນັ້ນ.

ດ້ວຍ​ຄວາມ​ຮັກ​ທີ່​ຈິງ​ໃຈ, ພວກ​ເຮົາ​ທຸກ​ຄົນ​ຂໍ​ຮ່ວມ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ກັບ​ປະ​ທານ​ໂອກສ໌ ຕໍ່​ການ​ຈາກ​ໄປ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ແລະ ດ້ວຍ​ຄວາມ​ຮັກ ແລະ ການ​ໄວ້​ທຸກ​ອັນ​ເລິກ​ເຊິ່ງ​ທີ່​ເທົ່າ​ທຽມ​ກັນ, ພວກ​ເຮົາ​ທຸກ​ຄົນ​ຮັບ​ຮູ້​ໂສກ​ອະ​ນາດ​ຕະ​ກຳ​ໃນ​ລັດ​ມິ​ຊິ​ແກນ​ເມື່ອ​ບໍ່​ດົນ​ມາ​ນີ້ ແລະ ເກືອບ​ທຸກ​ມື້​ທົ່ວ​ໂລກ. ພວກ​ເຮົາ​ຮັບ​ຮູ້​ສິ່ງ​ເຫລົ່າ​ນີ້​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ໄວ້​ວາງ​ໃຈ​ໃນ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ບົດ​ທີ​ເກົ້າ​ຂອງ​ໂຢ​ຮັນ​ບັນ​ທຶກ​ປະ​ສົບ​ການ​ຂອງ​ພຣະ​ເຢ​ຊູ ແລະ ພວກ​ສາ​ວົກ​ຂອງ​ພຣະ​ອົງ​ກຳ​ລັງ​ຍ່າງ​ຜ່ານ​ໄປ​ໃກ້ໆ​ຊາຍ​ຂໍ​ທານ​ຄົນ​ໜຶ່ງ, ທີ່​ຕາ​ບອດ​ຕັ້ງ​ແຕ່​ເກີດ. ສິ່ງ​ນີ້​ເຮັດ​ໃຫ້​ພວກ​ສາ​ວົກ​ຖາມ​ພຣະ​ເຢ​ຊູ​ຫລາຍ​ຂໍ້​ກ່ຽວ​ກັບ​ສາດ​ສະ​ໜາ​ທີ່​ຊັບ​ຊ້ອນ ເຖິງ​ທີ່​ມາ ແລະ ການ​ຖ່າຍ​ທອດ​ຂໍ​ຈຳ​ກັດ​ຂອງ​ຊາຍ​ຕາ​ບອດ​ຜູ້​ນີ້. ພຣະ​ອາ​ຈານ​ໄດ້​ຕອບ​ໂດຍ​ການ​ເຮັດ​ບາງ​ສິ່ງ​ທີ່​ລຽບ​ງ່າຍ ແລະ ໜ້າ​ປະ​ຫລາດ​ໃຈ​ຫລາຍ. ພຣະ​ອົງ​ໄດ້​ຖົ່ມ​ນ້ຳ​ລາຍ​ລົງ​ດິນ ແລະ ຄົນ​ເຂົ້າ​ກັນ​ໜ້ອຍ​ໜຶ່ງ​ໃຫ້​ເປັນ​ຂີ້​ຕົມ. ແລ້ວ​ພຣະ​ອົງ​ໄດ້​ເອົາ​ຂີ້​ຕົມ​ນັ້ນ​ທາ​ໃສ່​ຕາ​ຂອງ​ຊາຍ​ຕາ​ບອດ, ແນະ​ນຳ​ລາວ​ໃຫ້​ໄປ​ລ້າງ​ທີ່​ສະ​ນ້ຳ​ສີ​ໂລ​ອາມ. ຊາຍ​ຕາ​ບອດ​ໄດ້​ເຮັດ​ຕາມ​ທັງ​ໝົດ ແລະ “ກັບ​ຄືນ​ມາ​ກໍ​ເຫັນ​ຮຸ່ງ,” ພຣະ​ຄຳ​ພີ​ກ່າວ. ຊ່າງ​ເປັນ​ຫລັກ​ຖານ​ທີ່​ສຳ​ຄັນ​ແທ້ໆ, ຊຶ່ງ​ກົງ​ກັນ​ຂ້າມ​ກັບ​ຄວາມ​ປາດ​ຖະ​ໜາ ຫລື ການ​ຜິດ​ຖຽງ​ກັນ ຫລື ແມ່ນ​ແຕ່​ຄວາມ​ອາ​ຄາດ​ທີ່​ຂັດ​ແຍ້ງ​ກັບ​ຄວາມ​ຈິງ.

ເອົາ​ລະ, ດ້ວຍ​ຄວາມ​ຢ້ານ​ກົວ​ວ່າ​ການ​ມະ​ຫັດ​ສະ​ຈັນ​ນີ້​ຂອງ​ພຣະ​ເຢ​ຊູ​ຈະ​ຍິ່ງ​ຊ້ຳ​ເຕີມ​ໄພ​ຄຸກ​ຄາມ​ຕໍ່​ສິດ​ອຳ​ນາດ​ຂອງ​ພວກ​ເຂົາ, ສັດ​ຕູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ໄດ້​ປະ​ເຊີນ​ໜ້າ​ກັບ​ຊາຍ​ທີ່​ຫາ​ກໍ​ເຫັນ​ຮຸ່ງ ແລະ ເວົ້າ​ຢ່າງ​ໃຈ​ຮ້າຍ​ວ່າ, “ພວກ​ເຮົາ​ຮູ້​ວ່າ [ພຣະ​ເຢ​ຊູ] ເປັນ​ຄົນ​ບາບ.” ຊາຍ​ຄົນ​ນັ້ນ​ໄດ້​ຟັງ​ບຶດ​ໜຶ່ງ, ແລ້ວ​ເວົ້າ​ວ່າ, “ເພິ່ນ​ເປັນ​ຄົນ​ບາບ​ຫລື​ບໍ່ … , ຂ້າ​ນ້ອຍ​ບໍ່​ຮູ້: [ແຕ່] ຂ້າ​ນ້ອຍ​ຮູ້​ພຽງ​ແຕ່​ວ່າ ເມື່ອ​ກ່ອນ​ນັ້ນ​ຂ້າ​ນ້ອຍ​ຕາ​ບອດ ແລະ ດຽວ​ນີ້ [ກໍ] ໄດ້​ເຫັນ​ຮຸ່ງ​ແລ້ວ.”

ພຣະ​ເຢ​ຊູ​ໄດ້​ໃຫ້​ຄວາມ​ໝາຍ​ທຳ​ອິດ​ແກ່​ການ​ແລກ​ປ່ຽນ​ນີ້, ໂດຍ​ກ່າວ​ກັບ​ພວກ​ສາ​ວົກ​ຂອງ​ພຣະ​ອົງ​ວ່າ ເຫດ​ການ​ທຸກ​ຢ່າງ​ນີ້​ຕ້ອງ​ເກີດ​ຂຶ້ນ “ເພື່ອ​ໃຫ້​ພາ​ລະ​ກິດ​ຂອງ​ພຣະ​ເຈົ້າ​ສຳ​ແດງ​ໃນ​ຕົວ​ລາວ.” ຈົ່ງ​ຈື່​ຈຳ​ໄວ້​ວ່າ​ໃນ​ເລື່ອງ​ເລົ່າ​ເລື່ອງ​ນີ້ ມີ​ການ​ກ່າວ​ເຖິງ​ການ​ກະ​ທຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສອງ​ຄັ້ງ ວ່າ​ໄດ້ “ເອົາ​ຂີ້​ຕົມ” ທາ​ໃສ່​ຕາ​ຂອງ​ຊາຍ​ຄົນ​ນີ້, ຊຶ່ງ​ເປັນ​ການ​ກະ​ທຳ​ທີ່​ຕ້ອງ​ເຮັດ​ໃຫ້​ສຳ​ເລັດ ໂດຍ​ການ​ຊຳ​ລະ​ລ້າງ. ຄຳ​ອະ​ທິ​ບາຍ​ນີ້​ທີ່​ວ່າ “ເພື່ອ​ໃຫ້​ພາ​ລະ​ກິດ​ຂອງ​ພຣະ​ເຈົ້າ [ກຳ​ລັງ] ສຳ​ແດງ​ໃນ​ຕົວ​ລາວ” ອາດ​ຈະ​ສາ​ມາດ​ຊີ້​ໃຫ້​ເຫັນ​ເຖິງ​ການ​ເປີດ​ເຜີຍ​ພິ​ທີ​ການ.

ຄວາມ​ຈິງ​ອີກ​ຢ່າງ​ໜຶ່ງ​ທີ່​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ໃນ​ເລື່ອງ​ນີ້​ກໍ​ຄື​ເຄື່ອງ​ມື​ທີ່​ພຣະ​ຜູ້​ສ້າງ​ແຫ່ງ​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ ແລະ ທຸກ​ຢ່າງ​ໃນ​ນັ້ນ​ໄດ້​ຖືກ​ໃຊ້​ເພື່ອ​ປະ​ທານ​ການ​ມະ​ຫັດ​ສະ​ຈັນ​ຄື: ການ​ຖົ່ມ​ນ້ຳ​ລາຍ​ໃສ່​ດິນ! ສ່ວນ​ປະ​ສົມ​ທີ່​ບໍ່​ໜ້າ​ຈະ​ເປັນ​ໄປ​ໄດ້​ເຫລົ່າ​ນີ້​ປະ​ກາດ​ວ່າ ພຣະ​ເຈົ້າ​ສາ​ມາດ​ອວຍ​ພອນ​ເຮົາ​ໄດ້ ບໍ່​ວ່າ​ພຣະ​ອົງ​ຈະ​ເລືອກ​ວິ​ທີ​ໃດ​ກໍ​ຕາມ. ເຊັ່ນ​ດຽວ​ກັບ​ນາ​ອາ​ມານ​ທີ່​ຕໍ່​ຕ້ານ​ແມ່​ນ້ຳ​ຈໍ​ແດນ ຫລື ລູກ​ຫລານ​ຂອງ​ອິດ​ສະ​ຣາ​ເອນ​ທີ່​ປະ​ຕິ​ເສດ​ບໍ່​ເບິ່ງ​ງູ​ທີ່​ຕອກ​ຕິດ​ໄວ້​ກັບ​ເສົາ, ເປັນ​ເລື່ອງ​ງ່າຍ​ພຽງ​ໃດ​ທີ່​ເຮົາ​ຈະ​ເບິ່ງ​ຂ້າມ​ແຫລ່ງ​ທີ່​ມາ​ຂອງ​ການ​ໄຖ່​ຂອງ​ເຮົາ ເພາະ​ເຄື່ອງ​ມື​ທີ່​ບົ່ງ​ຊີ້​ໄປ​ຫາ​ແຫລ່ງ​ທີ່​ມາ​ນັ້ນ​ເບິ່ງ​ຄື​ວ່າ​ລຽບ​ງ່າຍ​ຈົນ​ໜ້າ​ອາຍ​ເກີນ​ໄປ.

ແຕ່​ເຮົາ​ຈົ່ງ​ຈື່​ຈຳ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ໄວ້​ວ່າ ບາງ​ສິ່ງ​ບາງ​ຢ່າງ​ທັງ​ແຈ່ມ​ແຈ້ງ ແລະ ມີ​ຄ່າ ກ່ອນ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ, ໄດ້​ມີ​ຄຳ​ທຳ​ນາຍ​ໄວ້​ວ່າ “ເພິ່ນ [ຈະ] ບໍ່​ມີ​ຮູບ​ລັກ​ສະ​ນະ ແລະ ຄວາມ​ງາມ​ໃດໆ; ແລະ ເມື່ອ​ພວກ​ເຮົາ [ໄດ້] ເຫັນ​ເພິ່ນ​ວ່າ ບໍ່​ມີ​ຄວາມ​ງາມ​ເລີຍ ພວກ​ເຮົາ​ກໍ​ບໍ່​ປາດ​ຖະ​ໜາ​ເພິ່ນ.” ເລື້ອຍ​ຊ່ຳ​ໃດ​ທີ່​ພຣະ​ເຈົ້າ​ໄດ້​ສົ່ງ​ຂ່າວ​ສານ​ອັນ​ຊົງ​ກຽດ​ຂອງ​ພຣະ​ອົງ​ມາ​ຜ່ານ​ທາງ​ປະ​ທານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ​ທີ່​ມີ​ຄວາມ​ກັງ​ວົນ​ກັບ​ການ​ທີ່​ຫາ​ກໍ​ໄດ້​ຮັບ​ການ​ເອີ້ນ ຫລື ເດັກ​ທີ່​ຂາດ​ການ​ສຶກ​ສາ​ທີ່​ມາ​ຈາກ​ໄຮ່​ສວນ​ໃນ​ລັດ​ນິວ​ຢອກ ຫລື ຜູ້​ສອນ​ສາດ​ສະ​ໜາ​ໃໝ່ ຫລື ທາ​ລົກ​ໃນ​ຮາງ​ຫຍ້າ.

ດັ່ງ​ນັ້ນ​ຈະ​ເຮັດ​ແນວ​ໃດ​ຖ້າ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ມາ​ເຖິງ​ເປັນ​ແບບ​ລຽບ​ງ່າຍ ຫລື ໃນ​ທາງ​ສັບ​ສົນ? ເຮົາ​ເຕັມ​ໃຈ​ທີ່​ຈະ​ມາ​ນະ​ບາກ​ບັ່ນ, ທີ່​ຈະ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ບໍ ບໍ່​ວ່າ​ຈະ​ຕ້ອງ​ແລກ​ດ້ວຍ​ນ້ຳ​ລາຍ ແລະ ຂີ້​ຕົມ​ຫລາຍ​ເທົ່າ​ໃດ​ກໍ​ຕາມ? ມັນ​ອາດ​ຈະ​ບໍ່​ຊັດ​ເຈນ​ຕໍ່​ເຮົາ​ຕະ​ຫລອດ​ໄປ​ວ່າ ແມ່ນ​ຫຍັງ​ກຳ​ລັງ​ເກີດ​ຂຶ້ນ ຫລື ດ້ວຍ​ເຫດ​ໃດ, ແລະ ບາງ​ຄັ້ງ, ເຮົາ​ທຸກ​ຄົນ​ຈະ​ຮູ້​ສຶກ​ເໝືອນ​ດັ່ງ​ເອື້ອຍ​ນ້ອງ​ຜູ້​ອາ​ວຸ​ໂສ​ທີ່​ເວົ້າ​ວ່າ, “ພຣະ​ຜູ້​ເປັນ​ເຈົ້າ​ເອີຍ, ແລ້ວ​ພອນ​ທີ່​ບໍ່​ຖືກ​ເຊື່ອງ​ຊ້ອນ​ເດ?”

ໃຫ້​ພິ​ຈາ​ລະ​ນາ​ຫລັກ​ຖານ​ຂອງ​ຄວາມ​ຈິງ​ອີກ​ປະ​ການ​ໜຶ່ງ, ເລື່ອງ​ນີ້​ກ່ຽວ​ຂ້ອງ​ກັບ​ຖາ​ນະ​ປະ​ໂລ​ຫິດ​ທີ່​ສັກ​ສິດ. ໃນ​ບັນ​ທຶກ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ໃນ​ເວ​ລາ​ອັນ​ຮຸ່ງ​ໂລດ, ແຖວ​ທຳ​ອິດ​ຂອງ​ລູ​ກາ​ອ່ານ​ວ່າ, “ເມື່ອ [ພຣະ​ອົງ] ເອີ້ນ​ສາ​ວົກ​ສິບ​ສອງ​ຄົນ​ມາ​ແລ້ວ, ພຣະ​ອົງ​ກໍ​ໃຫ້​ລິດ​ເດດ ແລະ ສິດ​ອຳ​ນາດ​ແກ່​ພວກ​ເພິ່ນ,” ຂອງ​ປະ​ທານ​ເຫລົ່າ​ນີ້​ບໍ່​ໄດ້​ມອບ​ໃຫ້​ໂດຍ​ອາ​ໄສ​ຫລັກ​ຖານ​ອັນ​ໜ້າ​ປະ​ທັບ​ໃຈ ຫລື ຖືກ​ກຳ​ນົດ​ໂດຍ​ປະ​ເພ​ນີ ຫລື ສິດ​ກຳ​ເນີດ. ມັນ​ບໍ່​ໄດ້​ຖືກ​ມອບ​ໃຫ້​ໂດຍ​ໂຮງ​ຮຽນ​ແຫ່ງ​ສະ​ຫວັນ ຫລື ຫ້ອງ​ຮຽນ​ສາດ​ສະ​ໜາ. ສິ່ງ​ເຫລົ່າ​ນີ້​ໄດ້​ຖືກ​ມອບ​ໃຫ້​ພຽງ​ແຕ່​ໂດຍ​ການ​ວາງ​ມື​ໂດຍ​ຜູ້​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ວາງ​ມື​ໃສ່​ເຂົາ ໃນ​ສາຍ​ລຳ​ດັບ​ອັນ​ຕໍ່​ເນື່ອງ ທີ່​ກັບ​ສູ່​ແຫລ່ງ​ກຳ​ເນີດ​ຂອງ​ສິດ​ອຳ​ນາດ​ຈາກ​ສະ​ຫວັນ, ນັ້ນ​ຄື ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ແລະ ໃນ​ສາດ​ສະ​ໜາ​ຈັກ​ທີ່​ເຂົ້າ​ໃຈ​ຂອງ​ປະ​ທານ​ແຫ່ງ​ຄວາມ​ເມດ​ຕາ, ຈະ​ເປັນ​ຫລັກ​ຖານ​ທີ່​ໜ້າ​ອັດ​ສະ​ຈັນ​ແຫ່ງ​ຄວາມ​ສັດ​ຈິງ​ຂອງ​ສາດ​ສະ​ໜາ​ຈັກ​ອີກ​ຢ່າງ​ໜຶ່ງ​ບໍ່​ແມ່ນ​ບໍ ທີ່​ຈະ​ເຫັນ​ພອນ ແລະ ພັນ​ທະ​ສັນ​ຍາ​ເຫລົ່າ​ນີ້​ໄປ​ຮອດ​ໄປ​ເຖິງ​ຍາດ​ພີ່​ນ້ອງ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຮົາ, ຄົນ​ໃນ​ຄອບ​ຄົວ​ຂອງ​ເຮົາ​ທີ່​ລ່ວງ​ລັບ​ໄປ​ແລ້ວ? ເຂົາ​ເຈົ້າ​ຄວນ​ຖືກ​ລົງ​ໂທດ​ບໍ ເພາະ​ເຂົາ​ເຈົ້າ​ບໍ່​ໄດ້​ເຂົ້າ​ເຖິງ​ພຣະ​ກິດ​ຕິ​ຄຸນ ຫລື ເພາະ​ວ່າ​ເຂົາ​ເຈົ້າ​ເກີດ​ໃນ​ເວ​ລາ ຫລື ຢູ່​ໃນ​ບ່ອນ​ທີ່​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ແຫ່ງ​ສະ​ຫວັນ​ບໍ່​ມີ​ໃຫ້​ເຂົາ​ເຈົ້າ? ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ມີ​ບ້ານ​ສັກ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ທີ່​ຮັບ​ຄວາມ​ເມດ​ຕາ, ຊຶ່ງ​ໃນ​ນັ້ນ​ວຽກ​ງານ​ແຫ່ງ​ການ​ອຸ​ທິດ​ກຳ​ລັງ​ຖືກ​ກະ​ທຳ​ແທນ​ຕະ​ຫລອດ​ວັນ ແລະ ຄືນ​ໃຫ້​ກັບ​ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ, ພ້ອມ​ທັງ​ໂອ​ກາດ​ນະ​ມັດ​ສະ​ການ ແລະ ພິ​ທີ​ການ​ສຳ​ລັບ​ຄົນ​ເປັນ. ເທົ່າ​ທີ່​ຂ້າ​ພະ​ເຈົ້າ​ຮູ້, ຫລັກ​ຖານ​ສະ​ເພາະ​ເຈາະ​ຈົງ​ແຫ່ງ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ, ຄວາມ​ຮັກ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ຜູ້​ທຸກ​ຄົນ​ທີ່​ມີ​ຊີ​ວິດ​ຢູ່ ແລະ ຜູ້​ທີ່​ລ່ວງ​ລັບ​ໄປ​ແລ້ວ​ນັ້ນ, ບໍ່​ມີ​ປະ​ກົດ​ເຫັນ​ໃນ​ບ່ອນ​ອື່ນ​ໃດ​ໃນ​ໂລກ—ຍົກ​ເວັ້ນ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໃນ​ເລື່ອງ​ນີ້​ໂດຍ​ສະ​ເພາະ: ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ການ​ປະ​ເຊີນ​ຄັ້ງ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ຫລັກ​ຖານ​ທີ່​ແທ້​ຈິງ​ຂອງ​ຄວາມ​ຈິງ ທີ່​ໄດ້​ມອບ​ການ​ຫລຽວ​ເຫັນ ແລະ ການ​ໃຫ້​ຊີ​ວິດ ບໍ່​ໄດ້​ເກີດ​ຂຶ້ນ​ໂດຍ​ການ​ທາ​ດ້ວຍ​ຂີ້​ຕົມ ຫລື ໃນ​ການ​ອັດ​ສະ​ຈັນ​ທີ່​ສະ​ນ້ຳ​ສີ​ໂລ​ອາມ. ບໍ່​ມີ, ເຄື່ອງ​ມື​ແຫ່ງ​ຄວາມ​ຈິງ​ທີ່​ນຳ​ການ​ປິ່ນ​ປົວ​ຂອງ​ຂ້າ​ພະ​ເຈົ້າ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ໜ້າ​ໜັງ​ສື​ໃດ​ເລີຍ​ບໍ, ແມ່ນ​ແລ້ວ​ມີ, ໃນ​ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ຂອງ​ພຣະ​ເຢ​ຊູ​ຄຣິດ! ການ​ກ່າວ​ອ້າງ​ກ່ຽວ​ກັບ​ໜັງ​ສື​ເຫລັ້ມ​ນີ້​ໄດ້​ຖືກ​ໂຈມ​ຕີ ແລະ ປະ​ຕິ​ເສດ​ໂດຍ​ຜູ້​ທີ່​ບໍ່​ເຊື່ອ, ຄວາມ​ໂກດ​ແຄ້ນ​ມັກ​ຈະ​ມາ​ພ້ອມ​ກັບ​ຄວາມ​ຮຸນ​ແຮງ​ເທົ່າ​ກັບ​ຄຳ​ຮຸນ​ແຮງ​ຂອງ​ຜູ້​ທີ່​ບອກ​ຊາຍ​ຜູ້​ຫາຍ​ດີ​ວ່າ ເຂົາ ບໍ່​ໜ້າ​ຈະ ປະ​ສົບ​ກັບ​ສິ່ງ​ທີ່​ເຂົາ​ຮູ້​ວ່າ ເຂົາ ເຄີຍ ປະ​ສົບ.

ມັນ​ໄດ້​ຖືກ​ຖິ້ມ​ໂທດ​ມາ​ທີ່​ຂ້າ​ພະ​ເຈົ້າ​ດ້ວຍ​ວ່າ ວິ​ທີ​ການ​ທີ່​ໜັງ​ສື​ເຫລັ້ມ​ນີ້​ອອກ​ມາ​ແມ່ນ​ໃຊ້​ບໍ່​ໄດ້​ຜົນ, ບໍ່​ໜ້າ​ເຊື່ອ, ໜ້າ​ອັບ​ອາຍ, ຫລື ແມ່ນ​ແຕ່​ບໍ່​ສັກ​ສິດ. ບັດ​ນີ້, ນັ້ນ​ແມ່ນ​ຄຳ​ເວົ້າ​ໃນ​ພາ​ສາ​ທີ່​ປະ​ນາມ​ດູ​ໝິ່ນ​ມາ​ຈາກ​ຜູ້​ທີ່​ຖື​ເອົາ​ວ່າ​ຕົວ​ເອງ​ຮູ້​ຈັກ​ວິ​ທີ​ການ​ຄວາມ​ເປັນ​ມາ​ຂອງ​ໜັງ​ສື​ເຫລັ້ມ​ນີ້, ກໍ​ມີ​ພຽງ​ແຕ່​ຄຳ​ອະ​ທິ​ບາຍ​ດຽວ​ທີ່​ມີ​ໄວ້​ໃຫ້​ນັ້ນ​ກໍ​ຄື​ມັນ​ໄດ້​ຮັບ​ການ​ແປ “ໂດຍ​ຂອງ​ປະ​ທານ ແລະ ອຳ​ນາດ​ຂອງ​ພຣະ​ເຈົ້າ.” ເທົ່າ​ນັ້ນ​ແຫລະ. ມີ​ແຕ່​ເທົ່າ​ນັ້ນ ໃນ​ກໍ​ລະ​ນີ​ໃດ​ກໍ​ຕາມ, ຜົນ​ກະ​ທົບ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ ກໍ​ບໍ່​ຕ່າງ​ຫຍັງ​ກັບ​ການ​ມະ​ຫັດ​ສະ​ຈັນ​ຂອງ​ການ​ຖົ່ມ​ນ້ຳ​ລາຍ​ລົງ​ດິນ​ໃຫ້​ເປັນ​ຂີ້​ຕົມ ແລ້ວ​ທາ​ໃສ່​ຕາ​ຂອງ​ຊາຍ​ທີ່​ຕາ​ບອດ​ນັ້ນ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ມັນ​ໄດ້​ເປັນ​ເໝືອນ​ດັ່ງ​ຮາວ​ເຫລັກ​ແຫ່ງ​ຄວາມ​ປອດ​ໄພ​ສຳ​ລັບ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ເປັນ​ແສງ​ສະ​ຫວ່າງ​ທີ່ສ່ອງ​ທາງ​ໃຫ້​ກັບ​ເສັ້ນ​ທາງ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ເດີນ​ໄປ ເມື່ອ​ເມກ​ໝອກ​ແຫ່ງ​ຄວາມ​ມືດ​ມາ​ເຖິງ. ແລະ ມັນ​ໄດ້​ເປັນ​ເຊັ່ນ​ນັ້ນ​ຢ່າງ​ແນ່​ນອນ, ແລະ ຈະ​ເປັນ​ເຊັ່ນ​ນັ້ນ​ຢ່າງ​ແນ່​ນອນ.

ແລະ ດ້ວຍ​ການ​ເບິ່ງ​ເຫັນ​ທີ່​ພຣະ​ຄຳ​ພີ​ໄດ້​ມອບ​ໃຫ້​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ຄວາມ​ຮັກ ແລະ ພຣະ​ຄຸນ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ພໍ່​ແມ່​ຂອງ​ຊາຍ​ທີ່​ຫາ​ກໍ​ໄດ້​ຮັບ​ພອນ ໄດ້​ກ່າວ​ວ່າ ລູກ​ຊາຍ​ຂອງ​ເຂົາ​ເຈົ້າ​ຄວນ​ໄດ້​ຮັບ​ການ​ຮັບ​ຟັງ ເພາະ​ລາວ “ພົ້ນ​ກະ​ສຽນ​ອາ​ຍຸ​ແລ້ວ.” ຂ້າ​ພະ​ເຈົ້າ​ກໍ​ເຊັ່ນ​ກັນ. ລາວ​ອາ​ຍຸ​ຫລາຍ​ພໍ​ທີ່​ຈະ​ຮັບ​ການ​ພິ​ຈາ​ລະ​ນາ​ຢ່າງ​ຈິງ​ຈັງ​ແລ້ວ, ພວກ​ເຂົາ​ໄດ້​ບອກ​ເປັນ​ໄນ. ຂ້າ​ພະ​ເຈົ້າ​ກໍ​ເຊັ່ນ​ກັນ. ສອງ​ເດືອນ​ໜ້າ​ນີ້ ຂ້າ​ພະ​ເຈົ້າ​ກໍ​ຈະ​ຄົບ 85 ປີ​ແລ້ວ. ຂ້າ​ພະ​ເຈົ້າ​ເຄີຍ​ຢູ່​ທີ່​ຂອບ​ເຫວ​ແຫ່ງ​ຄວາມ​ຕາຍ ແລະ ໄດ້​ກັບ​ມາ. ຂ້າ​ພະ​ເຈົ້າ​ເຄີຍ​ຍ່າງ​ຄຽງ​ຂ້າງ​ກັບ​ກະ​ສັດ ແລະ ສາດ​ສະ​ດາ, ກັບ​ປະ​ທານ​ປະ​ເທດ ແລະ ອັກ​ຄະ​ສາ​ວົກ. ແຕ່​ທັງ​ໝົດ​ທັງ​ປວງ​ທີ່​ດີ​ທີ່​ສຸດ​ນັ້ນ, ຄື​ໃນ​ຫລາຍ​ຄັ້ງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຕັມ​ປ່ຽມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຂອງ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ຄຳ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ວ່າ​ຄວນ​ຈະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ຢ່າງ​ນ້ອຍ​ສ່ວນ​ໜຶ່ງ​ໃນ​ທີ່​ນີ້.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເຊື່ອ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄື​ການ​ຟື້ນ​ຟູ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຳ​ພີ​ໃໝ່—ແລະ ອື່ນໆ​ອີກ ຢ່າງ​ແທ້​ຈິງ—ເພາະ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ປະ​ຕິ​ເສດ​ຫລັກ​ຖານ​ທີ່​ບົ່ງ​ບອກ​ເຖິງ​ການ​ຟື້ນ​ຟູ​ນັ້ນ. ນັບ​ຕັ້ງ​ແຕ່​ປະ​ສົບ​ການ​ຄັ້ງ​ທຳ​ອິດ​ເຫລົ່າ​ນັ້ນ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຂ້າ​ພະ​ເຈົ້າ​ມີ​ຫລັກ​ຖານ​ອີກ​ເປັນ​ພັນໆ—ສິບ​ພັນ?—ຫລັກ​ຖານ ອື່ນໆ ທີ່​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໃນ​ມື້​ນີ້​ເປັນ​ຄວາມ​ຈິງ. ສະ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຍິນ​ດີ​ທີ່​ໄດ້​ຮ່ວມ​ເດີນ​ທາງ​ກັບ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ດ້ວຍ​ກັນໃ​ນ​ຖະ​ໜົນ​ຂອງ​ເຢ​ຣູ​ຊາ​ເລັມ, ເມື່ອ​ຂ້າ​ພະ​ເຈົ້າ​ຮ້ອງ​ເພງ​ດ້ວຍ​ສຽງ​ທີ່​ອ່ອນ​ແຮງ​ຂອງ​ຂ້າ​ພະ​ເຈົ້າ​ວ່າ:

ພຣະ​ຄຸນ​ອັນ​ໜ້າ​ອັດ​ສະ​ຈັນ—ສຽງ​ຊ່າງ​ແສນ​ຫວານ—

ທີ່​ໄດ້​ຊ່ວຍ​ຊີ​ວິດ​ຄົນ​ທີ່​ໂຊກ​ຮ້າຍ​ເຊັ່ນ​ຂ້າ!

ຂ້າ​ເຄີຍ​ໄດ້​ເສຍ​ໄປ, ແຕ່​ບັດ​ນີ້​ຖືກ​ພົບ​ເຫັນ,

ເຄີຍ​ຕາ​ບອດ, ແຕ່​ດຽວ​ນີ້​ໄດ້​ເຫັນ​ຮຸ່ງ​ແລ້ວ.

ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.