ຊື່ທີ່ເຈົ້າຈະຖືກເອີ້ນ
ການຖືກເອີ້ນຕາມພຣະນາມຂອງພຣະຄຣິດໝາຍຄວາມວ່າແນວໃດ?
ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນວ່າ ຖ້າພຣະຜູ້ເປັນເຈົ້າກ່າວກັບທ່ານໂດຍກົງ, ສິ່ງທຳອິດທີ່ພຣະອົງຈະເຮັດໃຫ້ທ່ານເຂົ້າໃຈ ຄືເອກະລັກທີ່ແທ້ຈິງຂອງທ່ານ: ນັ້ນຄື ເຮົາເປັນລູກຂອງພຣະເຈົ້າ, ລູກແຫ່ງພັນທະສັນຍາ, ແລະ ເປັນສານຸສິດຂອງພຣະເຢຊູຄຣິດ. ການເອີ້ນຊື່ຢ່າງອື່ນຍ່ອມເຮັດໃຫ້ເຮົາຜິດຫວັງໃນທີ່ສຸດ.
ຂ້າພະເຈົ້າໄດ້ຮຽນຮູ້ດ້ວຍຕົວເອງ ເມື່ອລູກຊາຍກົກຂອງຂ້າພະເຈົ້າໄດ້ຮັບໂທລະສັບມືຖືເຄື່ອງທຳອິດຂອງລາວ. ດ້ວຍຄວາມຕື່ນເຕັ້ນຢ່າງຫລວງຫລາຍ, ລາວເລີ່ມໃສ່ຊື່ຄອບຄົວ ແລະ ໝູ່ເພື່ອນລົງໃນລາຍຊື່ຜູ້ຕິດຕໍ່. ມື້ໜຶ່ງ ຂ້າພະເຈົ້າໄດ້ສັງເກດເຫັນວ່າ ແມ່ຂອງລາວໂທມາ. ຢູ່ເທິງໜ້າຈໍປະກົດຊື່ “ມານດາ.” ນັ້ນເປັນການເລືອກທີ່ສົມເຫດສົມຜົນ ແລະ ມີກຽດ—ແລະ, ຂ້າພະເຈົ້າຍອມຮັບວ່າ, ເປັນການສະແດງຄວາມເຄົາລົບຕໍ່ຜູ້ປົກຄອງທີ່ດີກວ່າ ໃນບ້ານຂອງພວກເຮົາ. ຕາມທຳມະດາແລ້ວ, ຂ້າພະເຈົ້າມັກຢາກຮູ້ຢາກເຫັນ. ລາວຕັ້ງຊື່ໃຫ້ຂ້າພະເຈົ້າວ່າແນວໃດ?
ຂ້າພະເຈົ້າໄດ້ເລື່ອນລາຍຊື່ຜູ້ຕິດຕໍ່ຂອງລາວ, ໂດຍຄິດວ່າ ຖ້າເວັນດີເປັນ “ມານດາ,” ຂ້າພະເຈົ້າກໍຄົງເປັນ “ບິດາ.” ບໍ່ມີ. ຂ້າພະເຈົ້າຄົ້ນຫາຄຳວ່າ “ພໍ່.” ຍັງບໍ່ມີ. ຄວາມຢາກຮູ້ຢາກເຫັນຂອງຂ້າພະເຈົ້າກາຍເປັນຄວາມກັງວົນເລັກນ້ອຍ. “ລາວເອີ້ນເຮົາວ່າ ‘ຄໍຣີ’ ບໍ?” ບໍ່ເລີຍ. ໃນຄວາມພະຍາຍາມຄັ້ງສຸດທ້າຍ, ຂ້າພະເຈົ້າຄິດວ່າ, “ພວກເຮົາຫລິ້ນເຕະບານນຳກັນ—ບາງທີລາວຈະເອີ້ນຂ້າພະເຈົ້າວ່າ ‘ເປເລ.’” ຄິດໄປເອງ. ໃນທີ່ສຸດ, ຂ້າພະເຈົ້າໄດ້ໂທເບີຂອງລາວດ້ວຍຕົວເອງ, ແລະ ຄຳນີ້ໄດ້ປະກົດຂຶ້ນເທິງໜ້າຈໍ: “ບໍ່ແມ່ນມານດາ”!
ອ້າຍເອື້ອຍນ້ອງທັງຫລາຍ, ທ່ານຖືກເອີ້ນວ່າແນວໃດ?
ພຣະເຢຊູໄດ້ເອີ້ນຜູ້ຕິດຕາມຂອງພຣະອົງຕາມຫລາຍໆຊື່: ສານຸສິດ. ບຸດ ແລະ ທິດາ. ລູກໆຂອງສາດສະດາ. ແກະ. ເພື່ອນ. ແສງສະຫວ່າງຂອງໂລກ. ໄພ່ພົນ. ແຕ່ລະຊື່ລ້ວນແຕ່ມີຄວາມສຳຄັນນິລັນດອນ ແລະ ເນັ້ນໜັກເຖິງຄວາມສຳພັນສ່ວນຕົວກັບພຣະຜູ້ຊ່ວຍໃຫ້ລອດ.
ແຕ່ໃນບັນດາຊື່ເຫລົ່ານີ້, ມີຊື່ໜຶ່ງທີ່ສູງກວ່າໝູ່—ພຣະນາມຂອງພຣະຄຣິດ. ໃນພຣະຄຳພີມໍມອນ, ກະສັດເບັນຢາມິນໄດ້ສິດສອນຢ່າງມີພະລັງວ່າ:
“ບໍ່ມີນາມອື່ນໃດໃຫ້ໄວ້ ຊຶ່ງໂດຍນາມນັ້ນຄວາມລອດຈະມາເຖິງໄດ້; ສະນັ້ນ, ຂ້າພະເຈົ້າຈຶ່ງຢາກໃຫ້ພວກທ່ານຮັບເອົາພຣະນາມຂອງພຣະຄຣິດ. …
“ແລະ ເຫດການຈະບັງເກີດຂຶ້ນຄື ຜູ້ໃດກໍຕາມທີ່ກະທຳເຊັ່ນນີ້ຈະໄດ້ຢູ່ທາງເບື້ອງຂວາພຣະຫັດຂອງພຣະເຈົ້າ, ເພາະເຂົາຈະຮູ້ຈັກຊື່ຊຶ່ງຈະເອີ້ນເຂົາຕາມຊື່ນັ້ນ; ເພາະເຂົາຈະຖືກເອີ້ນຕາມພຣະນາມຂອງພຣະຄຣິດ.”
ຜູ້ທີ່ຮັບພຣະນາມຂອງພຣະຄຣິດຈະກາຍເປັນສານຸສິດ ແລະ ພະຍານຂອງພຣະອົງ. ໃນພຣະທຳກິດຈະການ, ເຮົາອ່ານວ່າ ຫລັງຈາກການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ, ພະຍານທີ່ໄດ້ຮັບການເລືອກ ໄດ້ຖືກບັນຊາໃຫ້ເປັນພະຍານວ່າ ຜູ້ໃດທີ່ເຊື່ອໃນພຣະເຢຊູ, ຮັບບັບຕິສະມາ, ແລະ ຮັບພຣະວິນຍານບໍລິສຸດ ຈະໄດ້ຮັບການປົດບາບ. ຜູ້ທີ່ໄດ້ຮັບພິທີການສັກສິດເຫລົ່ານີ້ ໄດ້ຊຸມນຸມກັບສາດສະໜາຈັກ, ໄດ້ກາຍເປັນສານຸສິດ, ແລະ ຖືກເອີ້ນວ່າ ຄຣິດສະຕຽນ. ພຣະຄຳພີມໍມອນກໍໄດ້ບັນຍາຍກ່ຽວກັບຜູ້ທີ່ເຊື່ອໃນພຣະຄຣິດ ເປັນຄຣິດສະຕຽນ ແລະ ເປັນຜູ້ຄົນແຫ່ງພັນທະສັນຍາ ໃນຖານະ “ລູກຂອງພຣະຄຣິດ, ບຸດຂອງພຣະອົງ, ແລະ ທິດາຂອງພຣະອົງ.”
ການຖືກເອີ້ນຕາມພຣະນາມຂອງພຣະຄຣິດໝາຍຄວາມວ່າແນວໃດ? ມັນໝາຍເຖິງການເຮັດ ແລະ ການຮັກສາພັນທະສັນຍາ, ລະນຶກເຖິງພຣະອົງຕະຫລອດເວລາ, ຮັກສາພຣະບັນຍັດຂອງພຣະອົງ, ແລະ “ເຕັມໃຈ … ທີ່ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ.” ມັນໝາຍເຖິງການຢືນກັບສາດສະດາ ແລະ ອັກຄະສາວົກ ຂະນະທີ່ພວກເພິ່ນນຳຂ່າວສານ—ພ້ອມກັບຄຳສອນ, ພັນທະສັນຍາ, ແລະ ພິທີການໃນນັ້ນ—ທົ່ວໂລກ. ມັນໝາຍເຖິງການຮັບໃຊ້ຄົນອື່ນ ເພື່ອບັນເທົາຄວາມທຸກທໍລະມານ ເພື່ອເປັນແສງສະຫວ່າງ, ແລະ ນຳຄວາມຫວັງໃນພຣະຄຣິດມາໃຫ້ທຸກຄົນນຳອີກ. ແນ່ນອນ, ນີ້ເປັນຂະບວນການສະແຫວງຫາຕະຫລອດຊີວິດ. ສາດສະດາໂຈເຊັບ ສະມິດ ໄດ້ສິດສອນວ່າ “ນີ້ຄືສະຖານີທີ່ບໍ່ມີໃຜໄປເຖິງໄດ້ໃນຊົ່ວພິບຕາ.”
ເນື່ອງຈາກວ່າການເດີນທາງສູ່ການເປັນສານຸສິດຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມ “ເປັນບັນທັດ, ເປັນຂໍ້ເລັກໆໜ້ອຍໆ,” ຈຶ່ງເປັນເລື່ອງງ່າຍທີ່ຈະຕິດຢູ່ກັບຊື່ໃນໂລກ. ຊື່ເຫລົ່ານີ້ໃຫ້ຄຸນຄ່າພຽງຊົ່ວຄາວເທົ່ານັ້ນ ແລະ ຈະບໍ່ເຄີຍພຽງພໍຖ້າຫາກໃຊ້ພຽງລຳພັງ. ການໄຖ່ ແລະ ສິ່ງທີ່ເປັນນິລັນດອນ ພຽງ “ມາເຖິງຜ່ານທາງພຣະເມຊີອາຜູ້ບໍລິສຸດ” ເທົ່ານັ້ນ. ສະນັ້ນ, ການເຮັດຕາມຄຳແນະນຳຂອງສາດສະດາໃນການເຮັດໃຫ້ການເປັນສານຸສິດເປັນສິ່ງສຳຄັນ ຈຶ່ງເປັນສິ່ງທີ່ທັນເວລາ ແລະ ສະຫລາດ, ໂດຍສະເພາະໃນສະໄໝທີ່ມີສຽງ ແລະ ອິດທິພົນຢ່າງຫລວງຫລາຍທີ່ແຂ່ງຂັນກັນ. ນີ້ແມ່ນປະເດັນສຳຄັນຂອງຄຳແນະນຳຂອງກະສັດເບັນຢາມິນ ເມື່ອເພິ່ນກ່າວວ່າ, “ຂ້າພະເຈົ້າຢາກໃຫ້ພວກທ່ານຈື່ຈຳທີ່ຈະຈາລຶກພຣະນາມໄວ້ໃນໃຈພວກທ່ານສະເໝີໄປ, … ເພື່ອພວກທ່ານຈະໄດ້ຍິນ ແລະ ຮູ້ຈັກສຽງຊຶ່ງໂດຍສຽງນັ້ນທີ່ທ່ານຈະຖືກເອີ້ນ, ແລະ ຈົ່ງຈື່ຈຳພຣະນາມໄວ້ສະເໝີ ເພາະພຣະອົງຈະເອີ້ນພວກທ່ານໂດຍພຣະນາມນັ້ນ.”
ຂ້າພະເຈົ້າເຄີຍເຫັນສິ່ງນີ້ໃນຄອບຄົວຂອງຂ້າພະເຈົ້າເອງ. ພໍ່ຕູ້ທວດຂອງຂ້າພະເຈົ້າ ມາຕິນ ກັສເນີ ໄດ້ປ່ຽນໄປຕະຫລອດການ ເພາະປະທານສາຂາທີ່ຖ່ອມຕົວໄດ້ຕອບຮັບການເອີ້ນຂອງພຣະຜູ້ຊ່ວຍໃຫ້ລອດ. ໃນປະເທດເຢຍລະມັນ ໃນປີ 1909, ສະຖານະການແມ່ນຍາກລຳບາກ ແລະ ເງິນກໍຫາໄດ້ຍາກ. ມາຕິນໄດ້ເຮັດວຽກເປັນຊ່າງຈອດໃນໂຮງງານຜະລິດທໍ່. ຕາມການສະລະພາບໂດຍເພິ່ນເອງ, ເງິນທີ່ຫາມາໄດ້ສ່ວນຫລາຍຈະຖືກໃຊ້ກັບການດື່ມເຫລົ້າ, ສູບຢາ, ແລະ ຊື້ເຄື່ອງດື່ມຢູ່ທີ່ບາ. ໃນທີ່ສຸດພັນລະຍາຂອງເພິ່ນກໍໄດ້ເຕືອນເພິ່ນວ່າ ຖ້າເພິ່ນບໍ່ປ່ຽນແປງ, ລາວຊິໜີ.
ມື້ໜຶ່ງ, ເພື່ອນຮ່ວມງານຂອງມາຕິນໄດ້ພົບເພິ່ນຢູ່ລະຫວ່າງທາງໄປບາ ພ້ອມກັບປຶ້ມນ້ອຍຫຍໍ່ໆກ່ຽວກັບສາດສະໜາຢູ່ໃນມືຂອງລາວ. ລາວໄດ້ພົບເຫັນມັນຢູ່ຕາມຖະໜົນ ແລະ ໄດ້ບອກມາຕິນວ່າ ລາວຮູ້ສຶກມີບາງສິ່ງແຕກຕ່າງ ຫລັງຈາກໄດ້ອ່ານປຶ້ມນ້ອຍນັ້ນ ທີ່ມີຊື່ວ່າ Was wissen Sie von den Mormonen?, ຫລື ທ່ານຮູ້ຫຍັງແດ່ກ່ຽວກັບຊາວມໍມອນ? ຂ້າພະເຈົ້າແນ່ໃຈວ່າ ຊື່ນັ້ນໄດ້ປ່ຽນໄປແລ້ວ.
ມີທີ່ຢູ່ຕິດຢູ່ດ້ານຫລັງທີ່ອ່ານງ່າຍພໍໃຫ້ຮູ້ວ່າໂບດຕັ້ງຢູ່ບ່ອນໃດ. ມັນຢູ່ໄກຫລາຍພໍສົມຄວນ, ແຕ່ພວກເພິ່ນຮູ້ສຶກປະທັບໃຈກັບສິ່ງທີ່ພວກເພິ່ນໄດ້ອ່ານ ແລະ ໄດ້ຕັດສິນໃຈຂີ່ລົດໄຟໃນວັນອາທິດນັ້ນ ເພື່ອໄປສຳຫລວດເບິ່ງ. ເມື່ອພວກເພິ່ນໄປເຖິງ, ພວກເພິ່ນພົບວ່າ ທີ່ຢູ່ບໍ່ແມ່ນໂບດທີ່ພວກເພິ່ນຄາດຫວັງໄວ້ ແຕ່ເປັນສະຖານທີ່ຈັດງານສົບ. ມາຕິນລັງເລໃຈ—ເພາະ, ແທ້ໆແລ້ວ, ໂບດຢູ່ໃນສະຖານທີ່ຈັດງານສົບ ຟັງແລ້ວຄືກັບວ່າ ເປັນບ່ອນລວມທຸກຢ່າງໄວ້ນຳກັນຫລາຍເກີນໄປ.
ແຕ່ຢູ່ຊັ້ນເທິງ, ໃນຫ້ອງໂຖງທີ່ເຊົ່າ, ພວກເພິ່ນພົບເຫັນກຸ່ມໄພ່ພົນຈຳນວນນ້ອຍໜຶ່ງ. ຊາຍຄົນໜຶ່ງໄດ້ເຊື້ອເຊີນພວກເພິ່ນໃຫ້ເຂົ້າຮ່ວມກອງປະຊຸມສະແດງປະຈັກພະຍານ. ມາຕິນໄດ້ຮັບການສຳຜັດຈາກພຣະວິນຍານ ແລະ ປະທັບໃຈກັບປະຈັກພະຍານທີ່ລຽບງ່າຍ ແລະ ແຮງກ້າ ຈົນວ່າເພິ່ນໄດ້ສະແດງປະຈັກພະຍານຂອງເພິ່ນ. ແລະ ຢູ່ບ່ອນນັ້ນເອງ, ໃນສະຖານທີ່ທີ່ອາດເປັນໄປບໍ່ໄດ້, ເພິ່ນໄດ້ເວົ້າວ່າ ເພິ່ນຮູ້ວ່າມັນເປັນຄວາມຈິງ.
ຫລັງຈາກນັ້ນ ຊາຍຄົນນັ້ນໄດ້ແນະນຳຕົວເອງວ່າເປັນປະທານສາຂາ ແລະ ໄດ້ຖາມພວກເພິ່ນວ່າ ພວກເພິ່ນຈະກັບຄືນມາອີກບໍ. ມາຕິນໄດ້ອະທິບາຍວ່າ ເພິ່ນຢູ່ໄກເກີນໄປ ແລະ ບໍ່ສາມາດເດີນທາງມາທຸກອາທິດໄດ້. ປະທານສາຂາພຽງແຕ່ເວົ້າວ່າ, “ຕາມຂ້ອຍມາ.”
ພວກເພິ່ນໄດ້ຍ່າງຜ່ານສອງສາມຊອຍ ໄປຫາໂຮງງານຢູ່ໃກ້ໆນັ້ນ ບ່ອນທີ່ໝູ່ຂອງປະທານສາຂາທຳງານ. ຫລັງຈາກໄດ້ລົມກັນບຶດໜຶ່ງ, ມາຕິນ ແລະ ໝູ່ຂອງເພິ່ນກໍໄດ້ຮັບການສະເໜີງານໃຫ້ທັງຄູ່. ຈາກນັ້ນ, ປະທານສາຂາໄດ້ພາພວກເພິ່ນໄປຫາຫ້ອງແຖວ ແລະ ຫາບ່ອນຢູ່ອາໄສໃຫ້ຄອບຄົວຂອງພວກເພິ່ນ.
ທັງໝົດນີ້ໄດ້ເກີດຂຶ້ນພາຍໃນສອງຊົ່ວໂມງ. ຄອບຄົວຂອງມາຕິນໄດ້ຍ້າຍໄປໃນອາທິດຕໍ່ມາ. ຫົກເດືອນຈາກນັ້ນ ພວກເພິ່ນກໍໄດ້ຮັບບັບຕິສະມາ. ຊາຍຜູ້ຊຶ່ງຄັ້ງໜຶ່ງເຄີຍຮູ້ຈັກກັນວ່າເປັນຄົນຂີ້ເຫລົ້າ ໄດ້ກາຍເປັນຜູ້ທີ່ກະຕືລືລົ້ນໃນສາດສະໜາໃໝ່ຂອງເພິ່ນ ຈົນວ່າຜູ້ຄົນໃນເມືອງຫລາຍຄົນເລີ່ມເອີ້ນເພິ່ນວ່າ, “ບາດຫລວງ” ຊຶ່ງອາດຈະບໍ່ໜ້າຮັກປານໃດ.
ສ່ວນປະທານສາຂາ, ຂ້າພະເຈົ້າບອກຊື່ເພິ່ນບໍ່ໄດ້—ເພາະເອກະລັກຂອງເພິ່ນສູນຫາຍໄປຕາມການເວລາ. ແຕ່ຂ້າພະເຈົ້າເອີ້ນເພິ່ນວ່າ ສານຸສິດ, ອັກຄະທູດ, ຄຣິດສະຕຽນ, ໄທຊາມາເຣຍຜູ້ໃຈດີ, ແລະ ເພື່ອນ. ອິດທິພົນຂອງເພິ່ນຍັງຮູ້ສຶກໄດ້ ເຖິງແມ່ນເວລາຈະຜ່ານໄປ 116 ປີແລ້ວ, ແລະ ຂ້າພະເຈົ້າກໍເປັນຜູ້ໜຶ່ງທີ່ໄດ້ຮັບຜົນປະໂຫຍດຈາກການເປັນສານຸສິດຂອງເພິ່ນ.
“ມີຄຳກ່າວໄວ້ວ່າ ທ່ານສາມາດນັບແກ່ນຈາກໝາກໄດ້, ແຕ່ບໍ່ສາມາດນັບໝາກຈາກແກ່ນໄດ້.” ແກ່ນທີ່ຖືກເພາະປູກໂດຍປະທານສາຂາ ໄດ້ເກີດຜົນຢ່າງຫລວງຫລາຍ. ເພິ່ນຄົງບໍ່ຮູ້ເລີຍວ່າ 48 ປີຕໍ່ມາ, ຄອບຄົວຂອງມາຕິນຫລາຍລຸ້ນຄົນ ທັງສອງຟາກມ່ານ ຈະຖືກຜະນຶກເຂົ້າກັນໃນພຣະວິຫານ ເບີນ ສະວິດເຊີແລນ.
ບາງທີຄຳເທດສະໜາທີ່ຍິ່ງໃຫຍ່ທີ່ສຸດ ອາດເປັນຄຳເທດສະໜາທີ່ເຮົາບໍ່ເຄີຍໄດ້ຍິນ ແຕ່ເປັນສິ່ງທີ່ເຮົາເຫັນໄດ້ຈາກການປະຕິບັດ ແລະ ການກະທຳທີ່ງຽບໆ ແລະ ລຽບງ່າຍໃນຊີວິດຂອງຄົນທຳມະດາທົ່ວໄປ, ທີ່ພະຍາຍາມເປັນເໝືອນພຣະເຢຊູ, ໄປທຸກຫົນທຸກແຫ່ງເຮັດຄຸນງາມຄວາມດີ. ສິ່ງທີ່ປະທານສາຂາຜູ້ມີພະຄຸນທ່ານນີ້ໄດ້ເຮັດນັ້ນ ບໍ່ໄດ້ຢູ່ໃນລາຍການ. ເພິ່ນພຽງແຕ່ດຳລົງຊີວິດຕາມພຣະກິດຕິຄຸນດັ່ງທີ່ອະທິບາຍໄວ້ໃນໜັງສືຂອງແອວມາ ທີ່ວ່າ: “ພວກເຂົາບໍ່ໄດ້ປະໃຫ້ … ຜູ້ໃດຫິວໂຫຍ, ຫລື ກະຫາຍນ້ຳ, ຫລື ເຈັບປວດ, … ພວກເຂົາຈຶ່ງແຈກຢາຍໃຫ້ແກ່ທຸກຄົນທັງຜູ້ເຖົ້າ ແລະ ຜູ້ໜຸ່ມ, … ທັງຊາຍ ແລະ ຍິງ.” ແລະ, ປະເດັນທີ່ເຮົາບໍ່ຄວນເບິ່ງຂ້າມຄື ພວກເຂົາບໍ່ໄດ້ສົ່ງໃຜໜີ “ບໍ່ວ່າຈະຢູ່ນອກສາດສະໜາຈັກ ຫລື ຢູ່ໃນສາດສະໜາຈັກກໍຕາມ.”
ຜູ້ທີ່ຮັບເອົາພຣະນາມຂອງພຣະຄຣິດຈະຮັບຮູ້ ດັ່ງທີ່ໂຈເຊັບ ສະມິດ ໄດ້ກ່າວວ່າ, “ຄົນທີ່ເຕັມປ່ຽມໄປດ້ວຍຄວາມຮັກຂອງພຣະເຈົ້າ, ຈະບໍ່ພໍໃຈພຽງແຕ່ເປັນພອນໃຫ້ແກ່ຄອບຄົວຂອງຕົນເທົ່ານັ້ນ, ແຕ່ຈະຂະຫຍາຍຂອບເຂດໄປທົ່ວໂລກ, ເພາະເຂົາປາດຖະໜາຈະເປັນພອນໃຫ້ແກ່ມວນມະນຸດທັງປວງ.”
ນີ້ຄືວິທີທີ່ພຣະເຢຊູດຳເນີນຊີວິດ. ຕາມຈິງແລ້ວ, ພຣະອົງໄດ້ເຮັດຢ່າງຫລວງຫລາຍ ຈົນສາວົກຂອງພຣະອົງບໍ່ສາມາດບັນທຶກທຸກຢ່າງໄວ້ໄດ້. ອັກຄະສາວົກໂຢຮັນໄດ້ບັນທຶກວ່າ, “ພຣະເຢຊູຍັງໄດ້ກະທຳສິ່ງອື່ນໆອີກຫລາຍຢ່າງ, ຖ້າຈະຂຽນໄວ້ຕາມລຳດັບທຸກປະການ, ຂ້າພະເຈົ້າຄິດວ່າ ທົ່ວທັງໂລກນີ້ຈະບໍ່ມີບ່ອນພໍສຳລັບມ້ຽນໜັງສືຕ່າງໆທີ່ຂຽນໄວ້.”
ຂໍໃຫ້ເຮົາພະຍາຍາມເຮັດຕາມຕົວຢ່າງຂອງພຣະຄຣິດ, ເຮັດຄວາມດີ ແລະ ໃຫ້ຄວາມສຳຄັນກັບການເປັນສານຸສິດຕະຫລອດຊີວິດ ເພື່ອວ່າທຸກຄັ້ງທີ່ເຮົາປະຕິສຳພັນກັບຄົນອື່ນ, ພວກເຂົາຈະຮູ້ສຶກເຖິງຄວາມຮັກຂອງພຣະເຈົ້າ ແລະ ອຳນາດທີ່ຢືນຢັນຂອງພຣະວິນຍານບໍລິສຸດ. ຈາກນັ້ນ ເຮົາຈະສາມາດຮ່ວມກັບພໍ່ຕູ້ທວດຂອງຂ້າພະເຈົ້າ ແລະ ຄົນອື່ນໆຫລາຍລ້ານຄົນ ທີ່ໄດ້ປະກາດ, ເຊັ່ນດຽວກັບອັກຄະສາວົກອັນເດອາ ທີ່ວ່າ, “ເຮົາໄດ້ພົບພຣະເມຊີອາແລ້ວ.”
ທ້າຍທີ່ສຸດ, ເອກະລັກຂອງເຮົາບໍ່ໄດ້ຖືກກຳນົດໂດຍໂລກ. ແຕ່ການເປັນສານຸສິດຂອງເຮົາຖືກກຳນົດໂດຍພິທີການທີ່ເຮົາໄດ້ຮັບ, ພັນທະສັນຍາທີ່ເຮົາຮັກສາ, ແລະ ຄວາມຮັກທີ່ເຮົາສະແດງຕໍ່ພຣະເຈົ້າ ແລະ ເພື່ອນບ້ານ ໂດຍການເຮັດຄວາມດີ. ດັ່ງທີ່ປະທານແນວສັນໄດ້ສິດສອນ, ເຮົາເປັນລູກຂອງພຣະເຈົ້າແທ້ໆ, ລູກແຫ່ງພັນທະສັນຍາ, ເປັນສານຸສິດຂອງພຣະເຢຊູຄຣິດ.
ຂ້າພະເຈົ້າເປັນພະຍານວ່າ ພຣະເຢຊູຄຣິດຊົງພຣະຊົນຢູ່ ແລະ ໄດ້ໄຖ່ເຮົາແລ້ວ. ພຣະອົງຄືຜູ້ທີ່ກ່າວວ່າ, “ພວກເຈົ້າເປັນຂອງເຮົາ ຈຶ່ງເອີ້ນພວກເຈົ້າຕາມຊື່.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.