ການຮັບເອົາພຣະນາມຂອງພຣະເຢຊູຄຣິດ
ຍິ່ງເຮົາຮູ້ສຶກເຊື່ອມໂຍງກັບ ແລະ ລະນຶກເຖິງພຣະເຢຊູຄຣິດຫລາຍຂຶ້ນເທົ່າໃດ, ເຮົາກໍຈະຍິ່ງຢາກເປັນເໝືອນດັ່ງພຣະອົງຫລາຍຂຶ້ນເທົ່ານັ້ນ.
ໃນປີ 2018, ຢູ່ທີ່ມະຫາວິທະຍາໄລຢູທາ, ໄດ້ມີການຈັດຕັ້ງຕຳແໜ່ງສາດສະດາຈານພິເສດຂຶ້ນ ຊື່ວ່າ “ດຣ. ຣະໂຊ ເອັມ ແນວສັນ ແລະ ແດນແຊວ ດັບເບິນຢູ ແນວສັນ ປະທານຄະນະຜ່າຕັດຫົວໃຈ ແລະ ຊວງອົກ”—cardio, ແປວ່າ “ຫົວໃຈ,” ແລະ thoracic, ແປວ່າ “ຊວງອົກ.” ສິ່ງນີ້ໃຫ້ກຽດແກ່ວຽກງານສຳຄັນຂອງປະທານແນວສັນ ແລະ ໃນຖານະໝໍຜ່າຕັດຫົວໃຈ ແລະ ການສະໜັບສະໜູນທີ່ເພິ່ນໄດ້ຮັບຈາກ ແດນແຊວ ພັນລະຍາຂອງເພິ່ນທີ່ເສຍຊີວິດແລ້ວ. ຕຳແໜ່ງສາດສະດາຈານນີ້ໄດ້ຮັບເງິນທຶນທີ່ອອກແບບມາເພື່ອໃຫ້ຄົງຢູ່ຕໍ່ໄປໃນອະນາຄົດ. ບຸກຄົນທີ່ຖືກເລືອກສຳລັບຕຳແໜ່ງສາດສະດາຈານອັນຊົງກຽດປະເພດນີ້ຈະໄດ້ຮັບການຍົກຍ້ອງ, ເງິນເດືອນສະໜັບສະໜູນ, ແລະ ທຶນການວິໄຈ.
ໝໍຜ່າຕັດຄົນທຳອິດທີ່ຖືກເລືອກໃຫ້ດຳລົງຕຳແໜ່ງສາດສະດາຈານແມ່ນ ເຄຣກ ເອັຈ ແຊວສ໌ແມນ, ຊຶ່ງເປັນໝໍຜ່າຕັດຫົວໃຈທີ່ຊຳນານ ຜູ້ທີ່ບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພວກເຮົາ. ໃນພິທີມອບຕຳແໜ່ງສາດສະດາໃຫ້ ດຣ. ແຊວສ໌ແມນ, ມີແຂກຄົນສຳຄັນມາເຂົ້າຮ່ວມຢ່າງຫລວງຫລາຍ, ລວມທັງປະທານແນວສັນ ແລະ ພັນລະຍາຂອງເພິ່ນ, ຊິດສະເຕີ ເວັນດີ ດັບເບິນຢູ ແນວສັນ. ລະຫວ່າງການປະຊຸມນີ້, ປະທານແນວສັນໄດ້ກ່າວຢ່າງຖ່ອມຕົນເຖິງອາຊີບໝໍຜ່າຕັດບຸກເບີກຂອງເພິ່ນ.
ຈາກນັ້ນ ດຣ. ແຊວສ໌ແມນໄດ້ບອກເຖິງຄວາມໝາຍທີ່ເພິ່ນໄດ້ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງສາດສະດາຈານນີ້. ເພິ່ນໄດ້ເລົ່າວ່າ ສີ່ມື້ກ່ອນໜ້ານັ້ນ, ຫລັງຈາກມື້ທີ່ຍາວນານໃນຫ້ອງຜ່າຕັດ, ເພິ່ນພົບວ່າ ຄົນໄຂ້ຄົນໜຶ່ງຂອງເພິ່ນຕ້ອງກັບໄປຜ່າຕັດອີກຄັ້ງ. ເພິ່ນຮູ້ສຶກເມື່ອຍລ້າ ແລະ ຜິດຫວັງ, ເພາະຮູ້ວ່າຈະຕ້ອງຢູ່ທີ່ໂຮງໝໍຕໍ່ໄປອີກໜຶ່ງຄືນ.
ຕອນແລງມື້ນັ້ນ, ດຣ. ແຊວສ໌ແມນໄດ້ມີການສົນທະນາທີ່ປ່ຽນແປງຊີວິດກັບຕົນເອງ. ໃນເວລານັ້ນເອງ, ເພິ່ນຄິດວ່າ: “ໃນວັນສຸກ, ເຮົາຈະໄດ້ຖືກແຕ່ງຕັ້ງສູ່ຕຳແໜ່ງສາດສະດາຈານທີ່ຕັ້ງຊື່ຕາມ ດຣ. ແນວສັນ. ເພິ່ນເປັນທີ່ຮູ້ຈັກສະເໝີວ່າ ເປັນຄົນທີ່ຄວບຄຸມອາລົມໄດ້ດີ, ປະຕິບັດຕໍ່ທຸກຄົນດ້ວຍຄວາມເຄົາລົບ, ແລະ ບໍ່ເຄີຍສູນເສຍອາລົມ. ບັດນີ້ ຊື່ຂອງເຮົາຈະເຊື່ອມໂຍງເຂົ້າກັບເພິ່ນ, ເຮົາຕ້ອງພະຍາຍາມເປັນຄືກັບເພິ່ນໃຫ້ຫລາຍຂຶ້ນ.” ດຣ. ແຊວສ໌ແມນກໍເປັນໝໍຜ່າຕັດທີ່ເອົາໃຈໃສ່ດີຢູ່ແລ້ວ. ແຕ່ເພິ່ນຢາກເຮັດດີກວ່ານັ້ນ.
ໃນອະດີດ, ທີມຜ່າຕັດຂອງເພິ່ນອາດຈະຮູ້ເຖິງຄວາມເມື່ອຍລ້າ ແລະ ອຸກອັ່ງໃຈ ເພາະເພິ່ນອາດເຄີຍສະແດງອອກໃນກິລິຍາທ່າທາງ ແລະ ນ້ຳສຽງຂອງເພິ່ນ. ແຕ່ໃນຫ້ອງຜ່າຕັດໃນຄືນນັ້ນ, ດຣ. ແຊວສ໌ແມນໄດ້ພະຍາຍາມຢ່າງເຕັມທີ່ທີ່ຈະໃຫ້ການສະໜັບສະໜູນ ແລະ ຄວາມເຂົ້າໃຈແກ່ທີມງານຂອງເພິ່ນຢ່າງເປັນພິເສດ. ເພິ່ນຮູ້ສຶກວ່າມັນໄດ້ສ້າງຄວາມແຕກຕ່າງ ແລະ ໄດ້ຕັດສິນໃຈທີ່ຈະພະຍາຍາມສືບຕໍ່ເປັນຄືກັບ ດຣ. ແນວສັນ.
ຫ້າປີຕໍ່ມາ, ປະທານແນວສັນໄດ້ມອບເອກະສານອາຊີບຂອງເພິ່ນໃຫ້ແກ່ມະຫາວິທະຍາໄລຢູທາ. ຜູ້ມີກຽດຈາກມະຫາວິທະຍາໄລໄດ້ມາກ່າວຄຳຂອບໃຈແກ່ປະທານແນວສັນຢ່າງເປັນທາງການ. ໃນງານຄັ້ງນີ້, ດຣ. ແຊວສ໌ແມນກ່າວອີກຄັ້ງ. ໂດຍອ້າງເຖິງອັກສອນຫຍໍ້ຂອງປະທານແນວສັນ, RMN, ເພິ່ນໄດ້ກ່າວວ່າ, “ປະຈຸບັນນີ້ ມີຈັນຍາບັນຂອງ ‘RMN’ ທີ່ແຜ່ລາມໄປທົ່ວໃນພະແນກຜ່າຕັດຫົວໃຈ ແລະ ຊວງເອິກ ທີ່ມະຫາວິທະຍາໄລຢູທາ.”
ໃນສະຖານະການທີ່ໜ້າກຸ້ມໃຈ, ດຣ. ແຊວສ໌ແມນໄດ້ອະທິບາຍວ່າ: “ຂ້າພະເຈົ້າໄດ້ເຮັດສິ່ງທີ່ພວກເຮົາສິດສອນຜູ້ຝຶກຫັດໃນປະຈຸບັນໃຫ້ເຮັດ—ນັ້ນຄື ສຸມໃຈໃສ່, ກ້າວຂ້າມມັນໄປ, ແລະ ເຮັດໃຫ້ດີທີ່ສຸດເທົ່າທີ່ຈະສາມາດເຮັດໄດ້. ຈັນຍາບັນນີ້ຝັງແໜ້ນຢູ່ໃນຕົວພວກເຮົາທຸກວັນ. ພວກເຮົາໄດ້ມອບເຂັມຂັດຕິດເສື້ອໃຫ້ສະມາຊິກທຸກຄົນໃນພະແນກ ແລະ ຜູ້ຝຶກຫັດໃໝ່ທຸກຄົນ. ຢູ່ລຸ່ມສຸດຂອງເຂັມຂັດແມ່ນຕົວອັກສອນ ‘RMN.’ ຈັນຍາບັນ RMN ເປັນພື້ນຖານໃຫ້ແກ່ການຝຶກອົບຮົມຂອງພວກເຮົາ; ພວກເຮົາສິດສອນມັນໃຫ້ກັບທຸກຄົນ.” ດຣ. ແຊວສ໌ແມນໄດ້ຕັ້ງໃຈປັບປຸງທັດສະນະຄະຕິ ແລະ ຄວາມປາດຖະໜາເດີມຂອງເພິ່ນ ເພາະບັດນີ້ ຊື່ຂອງເພິ່ນໄດ້ຖືກເຊື່ອມໂຍງເຂົ້າກັບປະທານແນວສັນແລ້ວ.
ເຫດການຕ່າງໆທີ່ເກີດຂຶ້ນກັບ ດຣ. ແຊວສ໌ແມນ ໄດ້ເຮັດໃຫ້ຂ້າພະເຈົ້າຖາມຕົວເອງວ່າ: “ເຮົາໄດ້ປ່ຽນໄປແນວໃດ ນັບຕັ້ງແຕ່ເຮົາໄດ້ເຊື່ອມໂຍງຊື່ຂອງເຮົາເຂົ້າກັບພຣະນາມຂອງພຣະເຢຊູຄຣິດ? ເຮົາໄດ້ຮັບເອົາຈັນຍາບັນທີ່ຈະເປັນເໝືອນພຣະຄຣິດມາໃຊ້ຫລືບໍ່? ເຮົາພະຍາຍາມຢ່າງແທ້ຈິງທີ່ຈະເຮັດດີກວ່າເກົ່າ ແລະ ກາຍເປັນເໝືອນພຣະອົງຫລາຍຂຶ້ນຫລືບໍ່?”
ໃນປະສົບການຂອງ ດຣ. ແຊວສ໌ແມນ, ເຮົາສາມາດເຫັນຢ່າງໜ້ອຍຄວາມຂະໜານກັນຫ້າຢ່າງກັບຂະບວນການທີ່ເຮົາຮັບເອົາພຣະນາມຂອງພຣະເຢຊູຄຣິດ. ເຖິງແມ່ນວ່າ ຂະບວນການນັ້ນຈະເລີ່ມຕົ້ນດ້ວຍການບັບຕິສະມາ, ແຕ່ມັນຈະບໍ່ຄົບບໍລິບູນຈົນກວ່າເຮົາຈະບໍລິສຸດ ແລະ ສັກສິດຫລາຍຂຶ້ນ ແລະ ກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ.
ຄວາມຂະໜານຢ່າງທຳອິດຄືການລະບຸຕົວຕົນ. ການແຕ່ງຕັ້ງຂອງ ດຣ. ແຊວສ໌ແມນສູ່ຕຳແໜ່ງສາດສະດາຈານແນວສັນໄດ້ເຊື່ອມໂຍງຊື່ຂອງເພິ່ນເຂົ້າກັບຊື່ຂອງປະທານແນວສັນ, ແລະ ດຣ. ແຊວສ໌ແມນໄດ້ເລີ່ມຕົ້ນລະບຸກັບປະທານແນວສັນ. ເມື່ອເຮົາຮັບເອົາພຣະນາມຂອງພຣະເຢຊູຄຣິດ, ເຮົາເຊື່ອມໂຍງຊື່ຂອງເຮົາເຂົ້າກັບພຣະນາມຂອງພຣະອົງ. ເຮົາຮູ້ສຶກເຊື່ອມໂຍງກັບພຣະອົງ. ເຮົາຍິນດີທີ່ໄດ້ເປັນທີ່ຮູ້ຈັກວ່າຄຣິດສະຕຽນ. ເຮົາຍອມຮັບພຣະຜູ້ຊ່ວຍໃຫ້ລອດ ແລະ ຢືນຢັດຢ່າງບໍ່ຮູ້ສຶກຜິດທີ່ຈະຖືກນັບວ່າເປັນຂອງພຣະອົງ.
ອີກສິ່ງໜຶ່ງທີ່ກ່ຽວຂ້ອງຢ່າງໃກ້ຊິດກັບການລະບຸຕົວຕົນກໍຄື—ການລະນຶກເຖິງ. ເມື່ອ ດຣ. ແຊວສ໌ແມນເຂົ້າໄປໃນຫ້ອງເຮັດວຽກຂອງເພິ່ນ, ສາຍຕາຂອງເພິ່ນຈະຈັບຈ້ອງໄປທີ່ຫລຽນທີ່ເພິ່ນໄດ້ຮັບ ຕອນເພິ່ນຖືກແຕ່ງຕັ້ງສູ່ຕຳແໜ່ງສາດສະດາຈານແນວສັນ. ຫລຽນນີ້ເຕືອນເພິ່ນທຸກວັນເຖິງຈັນຍາບັນຂອງ RMN. ສຳລັບເຮົາແລ້ວ, ການຮັບສ່ວນສິນລະລຶກໃນແຕ່ລະອາທິດ ຊ່ວຍໃຫ້ເຮົາລະນຶກເຖິງພຣະເຢຊູຄຣິດຕະຫລອດອາທິດ. ເມື່ອເຮົາຮັບສ່ວນສິນລະລຶກ, ເຮົາເຮັດດ້ວຍຄວາມລະນຶກເຖິງລາຄາທີ່ພຣະອົງໄດ້ຈ່າຍເພື່ອໄຖ່ເຮົາ. ເຮົາເຮັດພັນທະສັນຍາໃໝ່ທີ່ຈະລະນຶກເຖິງພຣະອົງ, ຮູ້ຈັກຄວາມຍິ່ງໃຫຍ່ຂອງພຣະອົງ, ແລະ ຊາບຊຶ້ງໃນພຣະກະລຸນາທິຄຸນຂອງພຣະອົງ. ເຮົາຮັບຮູ້ຊ້ຳແລ້ວຊ້ຳອີກວ່າ ພຽງແຕ່ໂດຍ ແລະ ຜ່ານທາງພຣະຄຸນຂອງພຣະອົງເທົ່ານັ້ນ ທີ່ເຮົາຈະລອດພົ້ນຈາກຄວາມຕາຍທາງຮ່າງກາຍ ແລະ ວິນຍານໄດ້.
ການລະນຶກເຖິງໝາຍຄວາມວ່າ ເຮົາປະຕິບັດຕາມຄຳແນະນຳຂອງສາດສະດາແອວມາ ໃນພຣະຄຳພີມໍມອນ. ເຮົາ “ໃຫ້ການກະທຳທັງໝົດ [ຂອງເຮົາ] ຢູ່ກັບພຣະຜູ້ເປັນເຈົ້າ, ແລະ ບໍ່ວ່າ [ເຮົາຈະໄປບ່ອນໃດກໍຕາມ, ກໍໃຫ້ວຽກງານຂອງເຮົາ] ນັ້ນຢູ່ກັບພຣະຜູ້ເປັນເຈົ້າ; … [ເຮົາ] ໃຫ້ຄວາມຄິດ [ຂອງເຮົາ] ລະນຶກຫາພຣະຜູ້ເປັນເຈົ້າ; … [ແລະ ເຮົາ] ໃຫ້ຄວາມຮັກໃນ [ໃຈຂອງເຮົາ] ໄວ້ຢູ່ກັບພຣະຜູ້ເປັນເຈົ້າຕະຫລອດໄປ.” ເຖິງແມ່ນເມື່ອເຮົາຫຍຸ້ງຢູ່ກັບເລື່ອງອື່ນ, ເຮົາຍັງຄົງລະນຶກເຖິງພຣະອົງ, ເຊັ່ນດຽວກັບທີ່ເຮົາຈື່ຊື່ຂອງຕົວເອງ, ບໍ່ວ່າເຮົາຈະສຸມໃຈໃສ່ກັບສິ່ງໃດກໍຕາມ.
ການເຕີບໂຕຈາກການຈື່ຈຳສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດເພື່ອເຮົາ ແມ່ນຄວາມຂະໜານຢ່າງທີສາມ—ການຮຽນແບບ. ດຣ. ແຊວສ໌ແມນໄດ້ເລີ່ມຕົ້ນຮຽນແບບປະທານແນວສັນ ແລະ ຈັນຍາບັນ RMN. ຂ້າພະເຈົ້າເຊື່ອວ່າ ຈັນຍາບັນຂອງປະທານແນວສັນເປັນພຽງການສະແດງໃຫ້ປະຈັກເຖິງການເປັນສານຸສິດຂອງພຣະເຢຊູຄຣິດຕະຫລອດຊີວິດ. ສຳລັບເຮົາແລ້ວ, ຍິ່ງເຮົາຮູ້ສຶກເຊື່ອມໂຍງກັບ ແລະ ລະນຶກເຖິງພຣະເຢຊູຄຣິດຫລາຍຂຶ້ນເທົ່າໃດ, ເຮົາຍິ່ງຈະຢາກເປັນເໝືອນດັ່ງພຣະອົງຫລາຍຂຶ້ນເທົ່ານັ້ນ. ໃນຖານະສານຸສິດຂອງພຣະອົງ, ເຮົາປ່ຽນແປງໃຫ້ດີຂຶ້ນ ເມື່ອເຮົາສຸມໃຈໃສ່ທີ່ພຣະອົງ, ຫລາຍກວ່າເວລາທີ່ເຮົາສຸມໃຈໃສ່ຕົວເອງ. ເຮົາພະຍາຍາມກາຍເປັນເໝືອນພຣະອົງ ແລະ ສະແຫວງຫາພອນກັບຄຸນລັກສະນະຂອງພຣະອົງ. ເຮົາອະທິຖານຢ່າງແຮງກ້າ ເພື່ອຈະເຕັມປ່ຽມດ້ວຍຄວາມໃຈບຸນ, ຄວາມຮັກອັນບໍລິສຸດຂອງພຣະຄຣິດ.
ດັ່ງທີ່ປະທານແນວສັນໄດ້ສິດສອນໃນເດືອນເມສາວ່າ: “ເມື່ອຄວາມໃຈບຸນກາຍເປັນສ່ວນໜຶ່ງຂອງທຳມະຊາດຂອງເຮົາ, ເຮົາຈະສູນເສຍແຮງກະຕຸ້ນທີ່ຈະດູຖູກຄົນອື່ນ. ເຮົາຈະຢຸດຕັດສິນຄົນອື່ນ. ເຮົາຈະມີຄວາມໃຈບຸນຕໍ່ຜູ້ຄົນຈາກທຸກຊັ້ນວັນນະ. ຄວາມໃຈບຸນຕໍ່ … ທັງປວງເປັນສິ່ງສຳຄັນຕໍ່ຄວາມກ້າວໜ້າຂອງເຮົາ. ຄວາມໃຈບຸນເປັນພື້ນຖານຂອງລັກສະນະນິໄສຂອງພຣະເຈົ້າ.” ຄຽງຄູ່ໄປກັບຄວາມໃຈບຸນ, ເຮົາສະແຫວງຫາ, “ປູກຝັງ, … ແລະ ຂະຫຍາຍ” ຂອງປະທານທາງວິນຍານອື່ນໆຈາກພຣະຜູ້ຊ່ວຍໃຫ້ລອດ, ລວມທັງຄວາມຊື່ສັດ, ຄວາມອົດທົນ, ແລະ ຄວາມພາກພຽນ.
ການຮຽນແບບພຣະເຢຊູຄຣິດນຳເຮົາໄປສູ່ຄວາມຂະໜານຢ່າງທີສີ່—ການປັບຕົວໃຫ້ສອດຄ່ອງກັບຈຸດປະສົງຂອງພຣະອົງ. ເຮົາເຂົ້າຮ່ວມກັບພຣະອົງໃນວຽກງານຂອງພຣະອົງ. ໃນຖານະໝໍຜ່າຕັດ, ດຣ. ແນວສັນໄດ້ເປັນທີ່ຮູ້ຈັກວ່າເປັນຄູສອນ, ຜູ້ປິ່ນປົວ, ແລະ ນັກວິໄຈ. ເຂັມຂັດທີ່ໃຊ້ໃນພະແນກຂອງ ດຣ. ແຊວສ໌ແມນເນັ້ນໜັກເຖິງຄວາມພະຍາຍາມເຫລົ່ານີ້, ປະກອບດ້ວຍຄຳວ່າ ສິດສອນ, ປິ່ນປົວ, ແລະ ຄົ້ນຄວ້າ. ສຳລັບເຮົາແລ້ວ, ສ່ວນໜຶ່ງຂອງການຮັບເອົາພຣະນາມຂອງພຣະເຢຊູຄຣິດກ່ຽວຂ້ອງກັບການປັບເປົ້າໝາຍຂອງເຮົາໃຫ້ສອດຄ່ອງກັບຂອງພຣະອົງດ້ວຍຄວາມເຕັມໃຈ, ດ້ວຍເຈດຕະນາ, ແລະ ດ້ວຍຄວາມກະຕືລືລົ້ນ. ເຮົາເຂົ້າຮ່ວມກັບພຣະອົງໃນວຽກງານຂອງພຣະອົງ ເມື່ອເຮົາ “ຮັກ, ແບ່ງປັນ, ແລະ ເຊື້ອເຊີນ.” ເຮົາເຂົ້າຮ່ວມກັບພຣະອົງໃນວຽກງານຂອງພຣະອົງ ເມື່ອເຮົາປະຕິບັດສາດສະໜາກິດຕໍ່ຄົນອື່ນ, ໂດຍສະເພາະຜູ້ທີ່ເປາະບາງ ແລະ ຜູ້ທີ່ໄດ້ຮັບບາດເຈັບ, ແຕກສະຫລາຍ, ຫລື ຖືກຢຽບຍ່ຳຈາກປະສົບການທາງໂລກຂອງພວກເຂົາ.
ສະນັ້ນ ເຮົາຮັບເອົາພຣະນາມຂອງພຣະເຢຊູຄຣິດຢ່າງເຕັມທີ່ ຜ່ານທາງການລະບຸຕົວຕົນ, ການລະນຶກເຖິງ, ການຮຽນແບບ, ແລະ ການປັບຕົວໃຫ້ສອດຄ່ອງ. ການເຮັດສີ່ຢ່າງນີ້ນຳເຮົາໄປສູ່ຄວາມຂະໜານຢ່າງທີ່ຫ້າ—ການເສີມພະລັງ. ເຮົາເຂົ້າເຖິງອຳນາດ ແລະ ພອນຂອງພຣະເຈົ້າໃນຊີວິດຂອງເຮົາ. ຕຳແໜ່ງສາດສະດາຈານແນວສັນໄດ້ມອບການຍົກຍ້ອງ ແລະ ທຶນສະໜັບສະໜູນໃຫ້ແກ່ ດຣ. ແຊວສ໌ແມນ ທີ່ເພິ່ນກຳລັງໃຊ້ເພື່ອປ່ຽນແປງວັດທະນະທຳໃນພະແນກຂອງເພິ່ນ. ເພິ່ນໄດ້ນຳໃຊ້ “ຂອງປະທານແຫ່ງອຳນາດ” ນີ້ເພື່ອຊ່ວຍເຫລືອຄົນອື່ນ. ໃນວິທີທີ່ຄ້າຍຄືກັນ, ເມື່ອເຮົາຮັບເອົາພຣະນາມຂອງພຣະຜູ້ຊ່ວຍໃຫ້ລອດ, ພຣະບິດາເທິງສະຫວັນຂອງເຮົາຈະອວຍພອນເຮົາດ້ວຍອຳນາດຂອງພຣະອົງ ເພື່ອຊ່ວຍເຮົາເຮັດພາລະກິດຂອງເຮົາໃຫ້ສຳເລັດໃນຊ່ວງມະຕະ.
ເມື່ອເຮົາເຮັດພັນທະສັນຍາເພີ່ມເຕີມກັບພຣະເຈົ້າ, ເຮົາໄດ້ຮັບເອົາພຣະນາມຂອງພຣະເຢຊູຄຣິດຢ່າງເຕັມທີ່ຫລາຍຂຶ້ນ. ດັ່ງນັ້ນ, ພຣະເຈົ້າຈຶ່ງອວຍພອນເຮົາດ້ວຍອຳນາດຂອງພຣະອົງຫລາຍຂຶ້ນ. ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ “ທຸກຄົນທີ່ເຮັດພັນທະສັນຍາຢູ່ທີ່ອ່າງບັບຕິສະມາ ແລະ ໃນພຣະວິຫານ—ແລະ ຮັກສາມັນ—ສາມາດເຂົ້າເຖິງອຳນາດຂອງພຣະເຢຊູຄຣິດ ຫລາຍຂຶ້ນ. … “ລາງວັນສຳລັບການຮັກສາພັນທະສັນຍາກັບພຣະເຈົ້າ ຄືພະລັງຈາກສະຫວັນ … ພະລັງທີ່ເສີມກຳລັງໃຫ້ເຮົາ ເພື່ອຕ້ານທານກັບການທົດລອງ, ການລໍ້ລວງ, ແລະ ຄວາມເຈັບປວດໃຈ ໄດ້ດີຂຶ້ນ.”
ເຮົາເປີດຮັບທາງວິນຍານ ຫລາຍຂຶ້ນ. ເຮົາມີຄວາມກ້າຫານ ຫລາຍຂຶ້ນ ທີ່ຈະປະເຊີນໜ້າກັບສະພາບການທີ່ເບິ່ງຄືວ່າເປັນໄປບໍ່ໄດ້. ເຮົາໄດ້ຮັບຄວາມເຂັ້ມແຂງ ຫລາຍຂຶ້ນ ໃນຄວາມຕັ້ງໃຈຂອງເຮົາທີ່ຈະຕິດຕາມພຣະເຢຊູຄຣິດ. ເຮົາກັບໃຈຢ່າງວ່ອງໄວ ແລະ ຫັນໄປຫາພຣະອົງ ຫລາຍຂຶ້ນ ເມື່ອເຮົາລ່ວງລະເມີດ. ເຮົາແບ່ງປັນພຣະກິດຕິຄຸນຂອງພຣະອົງດ້ວຍອຳນາດ ແລະ ສິດອຳນາດຂອງພຣະອົງ ໄດ້ດີຂຶ້ນ. ເຮົາຊ່ວຍຄົນຂັດສົນຂະນະທີ່ຕັດສິນໜ້ອຍລົງ, ໜ້ອຍລົງກວ່າເກົ່າ. ເຮົາຮັກສາການປົດບາບຂອງເຮົາ. ເຮົາມີສັນຕິສຸກຫລາຍຂຶ້ນ, ແລະ ເຮົາເບີກບານຫລາຍຂຶ້ນ ຍ້ອນເຮົາສາມາດປິຕິຍິນດີໄດ້ສະເໝີ. ລັດສະໝີພາບຂອງພຣະອົງຈະອ້ອມຮອບເຮົາ, ແລະ ເຫລົ່າທູດຂອງພຣະອົງຮັບຜິດຊອບດູແລເຮົາ.
ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນເຮົາວ່າ, “ຈົ່ງມາຫາພຣະບິດາໃນນາມຂອງເຮົາ, ແລະ ຮັບເອົາຄວາມສົມບູນຂອງພຣະອົງໃນເວລາອັນເໝາະສົມ.” ຂ້າພະເຈົ້າຮຽກຮ້ອງທ່ານໃຫ້ເຮັດສິ່ງນີ້. ຈົ່ງມາຫາພຣະບິດາເທິງສະຫວັນຂອງເຮົາ. ຮັບເອົາພຣະນາມຂອງພຣະເຢຊູຄຣິດ. ຮູ້ສຶກເຊື່ອມໂຍງກັບພຣະອົງ. ລະນຶກເຖິງພຣະອົງຕະຫລອດເວລາ. ພະຍາຍາມເປັນເໝືອນພຣະອົງ. ເຂົ້າຮ່ວມໃນວຽກງານຂອງພຣະອົງ. ຮັບເອົາອຳນາດ ແລະ ພອນຂອງພຣະອົງໃນຊີວິດຂອງທ່ານ. ຈາລຶກພຣະນາມຂອງພຣະອົງໄວ້ໃນຫົວໃຈທ່ານ, ດ້ວຍຄວາມເຕັມໃຈ ແລະ ດ້ວຍເຈດຕະນາ. ສິ່ງນີ້ຈະເຮັດໃຫ້ທ່ານ “ຢືນຢັດ” ຢູ່ຕໍ່ພຣະພັກຂອງພຣະເຈົ້າ ແລະ ເໝາະສົມສຳລັບການວິງວອນຂອງພຣະຜູ້ຊ່ວຍໃຫ້ລອດແທນທ່ານ. ທ່ານຈະກາຍເປັນທາຍາດຜູ້ສູງສົ່ງໃນອານາຈັກຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ, ເປັນຜູ້ຮັບມໍລະດົກຮ່ວມກັບພຣະບຸດຫົວປີຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ທີ່ຊົງຮັກຂອງເຮົາ.
ພຣະອົງຊົງພຣະຊົນຢູ່. ຂ້າພະເຈົ້າຮູ້ແທ້ໆ. ພຣະອົງຮັກທ່ານ. ພຣະອົງໄດ້ສະລະພຣະຊົນຊີບເພື່ອທ່ານ. ພຣະອົງໄດ້ອ້ອນວອນໃຫ້ທ່ານມາຫາພຣະບິດາຜ່ານທາງພຣະອົງ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.