ອຳນາດຂອງການປະຕິບັດສາດສະໜາກິດຕໍ່ຄົນໆໜຶ່ງ
ເມື່ອເຮົາປະຕິບັດສາດສະໜາກິດຕໍ່ຄົນໆໜຶ່ງ, ເຮົາເຊື້ອເຊີນຄົນໆນັ້ນໃຫ້ມາຫາພຣະຄຣິດ ແລະ ນະມັດສະການໃນບ້ານຂອງພຣະຜູ້ເປັນເຈົ້າ.
ອ້າຍເອື້ອຍນ້ອງທັງຫລາຍ, ຂໍຂອບໃຈສຳລັບການອຸທິດຕົນທີ່ຊື່ສັດຂອງທ່ານໃນການມາຫາພຣະເຢຊູຄຣິດໃນຊ່ວງເວລາທີ່ທ້າທາຍເຫລົ່ານີ້. ທ່ານດີແທ້ໆ; ທ່ານງົດງາມ; ທ່ານແຕ່ລະຄົນເປັນລູກຂອງພຣະເຈົ້າ. ຂ້າພະເຈົ້າອະທິຖານວ່າເຮົາຈະຮັບຮູ້ອິດທິພົນຂອງພຣະວິນຍານບໍລິສຸດ ຂະນະທີ່ເຮົາກາຍເປັນ, ແລະ ຊ່ວຍເຫລືອຊຶ່ງກັນແລະກັນໃຫ້ກາຍເປັນສານຸສິດທີ່ອຸທິດຕົນຢ່າງແທ້ຈິງຂອງພຣະເຢຊູຄຣິດ ແລະ ຮູ້ສຶກເຖິງຄວາມຊື່ນຊົມຂອງພຣະອົງ ຂະນະທີ່ເຮົານະມັດສະການໃນບ້ານຂອງພຣະຜູ້ເປັນເຈົ້າ.
ປະທານຣະໂຊ ເອັມ ແນວສັນ ໄດ້ປະກາດວ່າ: “ບັດນີ້ເປັນເວລາສຳລັບທ່ານ ແລະ ສຳລັບຂ້າພະເຈົ້າ ທີ່ຈະກຽມພ້ອມສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ບັດນີ້ເປັນເວລາທີ່ເຮົາຈະເຮັດໃຫ້ການເປັນສານຸສິດຂອງເຮົາມີຄວາມສຳຄັນອັນດັບສູງສຸດ. ໃນໂລກທີ່ເຕັມໄປດ້ວຍສິ່ງລົບກວນຢ່າງຫລວງຫລາຍ, ເຮົາຈະເຮັດສິ່ງນີ້ໄດ້ແນວໃດ?”
ເພິ່ນໄດ້ໃຫ້ຄຳຕອບວ່າ: “ການນະມັດສະການໃນພຣະວິຫານເປັນປະຈຳຈະຊ່ວຍເຮົາໄດ້. ໃນບ້ານຂອງພຣະຜູ້ເປັນເຈົ້າ, ເຮົາສຸມໃຈໃສ່ທີ່ພຣະເຢຊູຄຣິດ. … ເຮົາມາຮູ້ຈັກພຣະອົງ. … ຜູ້ສະແຫວງຫາພຣະເຢຊູຄຣິດຢ່າງຈິງໃຈ ຈະພົບພຣະອົງໃນພຣະວິຫານ.”
ສະນັ້ນ, ເຮົາຈະເຮົາກາຍເປັນ ແລະ ຊ່ວຍເຫລືອຊຶ່ງກັນແລະກັນໃຫ້ກາຍເປັນສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດໄດ້ແນວໃດ? ເຮົາປະຕິບັດສາດສະໜາກິດຕໍ່ຄົນໆໜຶ່ງ. ການປະຕິບັດສາດສະໜາກິດໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດກ່ຽວຂ້ອງກັບຄວາມເຫັນອົກເຫັນໃຈ, ຄວາມເມດຕາ, ຄວາມອົດທົນ, ແລະ ຄວາມຮັກທີ່ປາດສະຈາກການຕັດສິນ. ເມື່ອເຮົາປະຕິບັດສາດສະໜາກິດຕໍ່ຄົນໆໜຶ່ງ, ເຮົາ ເຊື້ອເຊີນ ຄົນໆນັ້ນໃຫ້ມາຫາພຣະຄຣິດ ແລະ ນະມັດສະການໃນບ້ານຂອງພຣະຜູ້ເປັນເຈົ້າ ເພື່ອຮັບເອົາອຳນາດແຫ່ງການໄຖ່ຂອງພຣະອົງ. ໃນອີກຄຳໜຶ່ງ, ເຮົາຊ່ວຍເຫລືອຊຶ່ງກັນແລະກັນໃຫ້ກາຍເປັນສານຸສິດທີ່ອຸທິດຕົນ ຂະນະທີ່ເຮົາປະຕິບັດສາດສະໜາກິດຕໍ່ຄົນໆໜຶ່ງໃນ ວິທີ ທີ່ຈະນຳພາໄປສູ່ບ້ານຂອງພຣະຜູ້ເປັນເຈົ້າ.
ເຮົາຮຽນຮູ້ຈາກອົງພຣະເຢຊູຄຣິດ ເຖິງອຳນາດຂອງການປະຕິບັດສາດສະໜາກິດກັບຄົນໆໜຶ່ງ ດ້ວຍຄວາມຮັກໂດຍບໍ່ຕັດສິນ. ທ່ານຄົງຈື່ຍິງຊາວຊາມາເຣຍຢູ່ທີ່ນ້ຳສ້າງໄດ້. ຍິງຄົນນີ້ອາດຈະຮູ້ສຶກວ່າບໍ່ສຳຄັນ, ໂດດດ່ຽວ, ທໍ້ແທ້ໃຈ, ແລະ ບໍ່ມີໃຜເຫັນ. ນາງອາດເຄີຍຮູ້ສຶກວ່າຕົວເອງບໍ່ເຂົ້າພວກ. ຕະຫລອດຊີວິດຂອງນາງ ນາງໄດ້ມີສາມີທັງໝົດຫ້າຄົນ, ແລະ ຜູ້ຊາຍທີ່ນາງຢູ່ກິນນຳນັ້ນກໍບໍ່ແມ່ນສາມີຂອງນາງ. ຄົນອື່ນອາດຕັດສິນນາງຢ່າງບໍ່ຍຸດຕິທຳໂດຍທີ່ບໍ່ຮູ້ຈັກເຖິງສະພາບການໃນຊີວິດຂອງນາງ. ນີ້ອາດຈະເປັນເຫດຜົນໜຶ່ງທີ່ນາງໄດ້ໄປທີ່ນ້ຳສ້າງຄົນດຽວໃນຊ່ວງເວລາທີ່ຮ້ອນທີ່ສຸດຂອງມື້. ແຕ່ແລ້ວ, ນາງກໍໄດ້ເປັນໜຶ່ງໃນກຸ່ມຄົນທຳອິດຜູ້ທີ່ພຣະເຢຊູຄຣິດໄດ້ປະກາດວ່າພຣະອົງຄືພຣະເມຊີອາ. ສຳລັບພຣະອົງແລ້ວ, ຍິງຄົນນີ້ກໍຄືທິດາຂອງພຣະເຈົ້າ.
ພຣະເຢຊູຄຣິດໄດ້ສິດສອນຍິງຄົນນັ້ນວ່າ ຜ່ານທາງພຣະອົງ ຄົນໆໜຶ່ງສາມາດໄດ້ຮັບຊີວິດນິລັນດອນໄດ້ໂດຍການດື່ມນ້ຳທີ່ປະກອບດ້ວຍ ຊີວິດ. ພຣະອົງໄດ້ປະກາດວ່າ, “ແຕ່ຜູ້ໃດທີ່ດື່ມນ້ຳ ຊຶ່ງເຮົາຈະໃຫ້ນັ້ນ … ຈະບໍ່ຢາກອີກຈັກເທື່ອ; ນ້ຳທີ່ເຮົາຈະໃຫ້ … ຈະກາຍເປັນນ້ຳພຸ … ແລະ ຈະພຸ່ງຂຶ້ນເຖິງຊີວິດນິລັນດອນ.”
ຍິງຊາວຊາມາເຣຍຄົນນັ້ນໄດ້ຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ໄດ້ຮັບການເປັນພະຍານ ຜ່ານທາງພຣະວິນຍານວ່າພຣະອົງຄືພຣະເມຊີອາ. ຫລັງຈາກການເປັນພະຍານນີ້, ນາງກໍໄດ້ກັບຄືນເຂົ້າໄປໃນເມືອງ ແລະ ໄດ້ເຊື້ອເຊີນຄົນອື່ນໆໃຫ້ມາເບິ່ງ, ແລະ ຫລາຍຄົນໄດ້ເຊື່ອວ່າພຣະເຢຊູ “ແມ່ນທ່ານຜູ້ນີ້ແທ້ ທີ່ເປັນພຣະຜູ້ໂຜດຊ່ວຍມະນຸດສະໂລກໃຫ້ພົ້ນ.” ພຣະຄຣິດໄດ້ປະຕິບັດສາດສະໜາກິດຕໍ່ຄົນໆໜຶ່ງດ້ວຍຄວາມຮັກ; ດ້ວຍເຫດນັ້ນ, ຄົນອື່ນໆຈຶ່ງກາຍເປັນສານຸສິດທີ່ອຸທິດຕົນຂອງພຣະອົງ.
ເຮົາຮຽນຮູ້ເຖິງອຳນາດຂອງການປະຕິບັດສາດສະໜາກິດຕໍ່ຄົນໆໜຶ່ງດ້ວຍຄວາມເມດຕາ ຈາກອັກຄະສາວົກຂອງພຣະຄຣິດ ເປໂຕ ແລະ ໂຢຮັນ. ທ່ານຄົງຈື່ຊາຍຄົນໜຶ່ງ, ຜູ້ທີ່ເປັນຄົນເປ້ຍມາແຕ່ເກີດ, ນອນຢູ່ໜ້າປະຕູທາງເຂົ້າພຣະວິຫານເພື່ອຂໍທານ. ຊາຍຄົນນີ້ອາດຈະຮູ້ສຶກວ່າບໍ່ສຳຄັນ, ໂດດດ່ຽວ, ທໍ້ແທ້ໃຈ, ແລະ ບໍ່ມີໃຜເຫັນ. ລາວອາດເຄີຍຮູ້ສຶກວ່າຕົວເອງບໍ່ເຂົ້າພວກ.
“ຝ່າຍເປໂຕກໍກ່າວແກ່ລາວວ່າ, ເງິນ ແລະ ຄຳເຮົາບໍ່ມີ, ແຕ່ສິ່ງທີ່ເຮົາມີຢູ່ນັ້ນ [ເຮົາ] ຈະໃຫ້ [ແກ່] ເຈົ້າຄື: ໃນພຣະນາມຂອງພຣະເຢຊູຄຣິດ ໄທນາຊາເຣັດຈົ່ງຍ່າງໄປ.”
ເປໂຕກໍຈັບມືຂວາຂອງລາວ ແລະ ດຶງລາວຂຶ້ນ, ແລະ ຊາຍຄົນນັ້ນກໍຫາຍດີເປັນປົກກະຕິ. ທັນທີຫລັງຈາກການອັດສະຈັນນັ້ນ, ຊາຍຄົນນັ້ນກໍໄດ້ຍ່າງເຂົ້າໄປໃນພຣະວິຫານ ພ້ອມກັບ ເປໂຕ ແລະ ໂຢຮັນ “ທັງຍ່າງ, ທັງເຕັ້ນ, ແລະທັງສັນເສີນພຣະເຈົ້າ.” ເປໂຕ ແລະ ໂຢຮັນ ໄດ້ປະຕິບັດສາດສະໜາກິດກັບຄົນໆໜຶ່ງໃນວິທີຕ່າງໆທີ່ນຳໄປສູ່ບ້ານຂອງພຣະຜູ້ເປັນເຈົ້າ, ແລະ ຊາຍຄົນນີ້ໄດ້ກາຍເປັນສານຸສິດທີ່ອຸທິດຕົນຂອງພຣະຄຣິດ.
ເພື່ອນຂອງຂ້າພະເຈົ້າເອີຍ, ໃນຊີວິດຂອງຂ້າພະເຈົ້າກໍເຄີຍມີຊ່ວງເວລາໜຶ່ງທີ່ຂ້າພະເຈົ້າຮູ້ສຶກວ່າບໍ່ສຳຄັນ, ໂດດດ່ຽວ, ທໍ້ແທ້ໃຈ, ແລະ ບໍ່ມີໃຜເຫັນເຊັ່ນກັນ. ຂ້າພະເຈົ້າຮູ້ສຶກວ່າຕົວເອງບໍ່ເຂົ້າພວກ. ຂ້າພະເຈົ້າໄດ້ຮັບບັບຕິສະມາ ແລະ ຮັບການຢືນຢັນເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍຕອນທີ່ຂ້າພະເຈົ້າອາຍຸ 19 ປີ. ໜຶ່ງປີຕໍ່ມາ, ຂ້າພະເຈົ້າຕອບຮັບການເອີ້ນໃຫ້ຮັບໃຊ້ເປັນຜູ້ສອນສາດສະໜາເຕັມເວລາ, ແຕ່ວ່າຍັງມີອີກຫລາຍສິ່ງຫລາຍຢ່າງທີ່ຂ້າພະເຈົ້າຍັງບໍ່ທັນໄດ້ຮຽນຮູ້ກ່ຽວກັບປະຫວັດສາດຂອງສາດສະໜາຈັກ.
ໃນໄລຍະທຳອິດຂອງການຮັບໃຊ້ວຽກງານເຜີຍແຜ່ຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ຮຽນຮູ້ວ່າ ມີຊ່ວງເວລາໜຶ່ງທີ່ຄົນເຊື້ອສາຍອາຟຣິກາຜິວດຳບໍ່ໄດ້ຮັບອະນຸຍາດໃຫ້ຊື່ນຊົມກັບພອນ ທຸກ ປະການຂອງການນະມັດສະການທີ່ບ້ານຂອງພຣະຜູ້ເປັນເຈົ້າ. ການຮຽນຮູ້ສິ່ງນີ້ເປັນເທື່ອທຳອິດໄດ້ນຳຄວາມຮູ້ສຶກໃຈຮ້າຍ, ສັບສົນ, ສົງໄສ, ແລະ ຢ້ານກົວມາໃຫ້. ຄວາມຮູ້ສຶກເຫລົ່ານີ້ຮຸນແຮງຫລາຍຂຶ້ນຈົນເຮັດໃຫ້ຄວາມສາມາດໃນການຮັບຮູ້ຂອງຂ້າພະເຈົ້າເຖິງພຣະວິນຍານບໍລິສຸດໄດ້ຫາຍໄປໃນຊ່ວຍໄລຍະໜຶ່ງ.
ໂຊກດີທີ່, ຂ້າພະເຈົ້າໄດ້ມີຄູ່ຜູ້ສອນສາດສະໜາທີ່ດີຫລາຍ, ເຄວິນ ວິກ, ຜູ້ປະຕິບັດສາດສະໜາກິດຕໍ່ຂ້າພະເຈົ້າດ້ວຍຄວາມຮັກ, ຄວາມອົດທົນ, ແລະ ຄວາມເມດຕາ. ໃນແຕ່ລະຄືນຂະນະທີ່ລາວເຫັນຄວາມຮູ້ສຶກສົງໄສ ແລະ ບໍ່ໝັ້ນໃຈຂອງຂ້າພະເຈົ້າ, ລາວກໍຈະເວົ້າກັບແອວເດີ ຈອນສັນຕອນຍັງໜຸ່ມພຽງແຕ່ວ່າ, “ຂ້ອຍຮັກເຈົ້າ.” ຫລັງຈາກປະມານສອງອາທິດ, ຂ້າພະເຈົ້າໄດ້ໃຫ້ຕົວເອງຮູ້ສຶກເຖິງຄວາມຮັກຂອງເຄວິນ. ຂ້າພະເຈົ້າໄດ້ກ້າຫານຂຶ້ນທີ່ຈະອະທິຖານຫາພຣະບິດາເທິງສະຫວັນໃນພຣະນາມຂອງພຣະເຢຊູຄຣິດ. ຂະນະທີ່ຂ້າພະເຈົ້າໄດ້ອະທິຖານ, ຂ້າພະເຈົ້າໄດ້ຖືກດຶງດູດໄປທີ່ ພາກທີ 6 ຂອງຄຳສອນ ແລະ ພັນທະສັນຍາ, ຂໍ້ທີ 21–23, ຊຶ່ງກ່າວວ່າ:
“ຈົ່ງເບິ່ງ, ເຮົາຄືພຣະເຢຊູຄຣິດ ພຣະບຸດຂອງພຣະເຈົ້າ. … “ເຮົາຄື ຄວາມສະຫວ່າງຊຶ່ງສ່ອງແສງຢູ່ໃນຄວາມມືດ. …
“… ໃຫ້ເຈົ້ານຶກເຖິງຄືນທີ່ເຈົ້າໄດ້ເອີ້ນຫາເຮົາຢູ່ໃນໃຈຂອງເຈົ້າ, ເພື່ອວ່າເຈົ້າຈະຮູ້ກ່ຽວກັບຄວາມຈິງຂອງສິ່ງເຫລົ່ານີ້.
“ເຮົາບໍ່ໄດ້ກ່າວໃຫ້ຄວາມສະຫງົບແກ່ຈິດໃຈຂອງເຈົ້າບໍກ່ຽວກັບເລື່ອງນີ້? ເຈົ້າຈະມີພະຍານໃດຍິ່ງໃຫຍ່ໄປກວ່າພະຍານຈາກພຣະເຈົ້າ?”
ຂະນະທີ່ຂ້າພະເຈົ້າອ່ານ, ຂ້າພະເຈົ້າກໍຈື່ໄດ້. ຂ້າພະເຈົ້າຈື່ຈຳວັນທີ່ຂ້າພະເຈົ້າໄດ້ຖືສິນອົດເຂົ້າ ແລະ ອະທິຖານເພື່ອທີ່ຈະຮູ້ວ່າພຣະຄຳພີມໍມອນ ເປັນພຣະຄຳຂອງພຣະເຈົ້າ ແລະ ວ່າໂຈເຊັບ ສະມິດ ເປັນສາດສະດາແຫ່ງການຟື້ນຟູ. ຂ້າພະເຈົ້າຈື່ຈຳພັນທະສັນຍາທີ່ໄດ້ເຮັດໃນບ້ານຂອງພຣະຜູ້ເປັນເຈົ້າທີ່ເຊື່ອມໂຍງຂ້າພະເຈົ້າເຂົ້າກັບພຣະເຢຊູຄຣິດໃນແບບສ່ວນຕົວ ແລະ ໃກ້ຊິດເຊັ່ນນີ້. ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ, ຄວາມເມດຕາຂອງພຣະອົງ, ແລະ ການຮັບຮອງຂອງພຣະອົງ ວ່າສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍຄືອານາຈັກຂອງພຣະອົງທີ່ມີຢູ່ເທິງໂລກນີ້ ແລະ ມີຄວາມຈຳເປັນໃນການກຽມເຮົາສຳລັບການສະເດັດມາຄັ້ງທີສອງຂອງພຣະອົງ. ຍ້ອນຂ້າພະເຈົ້າຈື່ຈຳໄດ້, ຂ້າພະເຈົ້າຈຶ່ງສາມາດຮັບຮູ້ພຣະວິນຍານບໍລິສຸດ ໄດ້ອີກຄັ້ງ ແລະ ເຂົ້າໃຈຢ່າງເຕັມທີ່ຫລາຍຂຶ້ນ ວ່າພຣະເຢຊູຄືພຣະຄຣິດ ແລະ ຂ້າພະເຈົ້າຄືສານຸສິດຂອງພຣະອົງ.
ບາງຄັ້ງເຮົາກໍຈະມີຄຳຖາມທີ່ຍັງບໍ່ທັນໄດ້ຮັບຄຳຕອບ ແລະ ຄວາມຮູ້ສຶກວ່າຕົວເອງບໍ່ສຳຄັນ, ທໍ້ແທ້ໃຈ, ໂດດດ່ຽວ, ແລະ ບໍ່ມີໃຜເຫັນ. ເຖິງຢ່າງໃດກໍຕາມ, ໝູ່ເພື່ອນເອີຍ, ເຮົາຕ້ອງກ້າວໄປຂ້າງໜ້າດ້ວຍສັດທາໃນພຣະເຢຊູຄຣິດ ແລະ ຈື່ຈຳພຣະຄຳຂອງພຣະອົງທີ່ວ່າ:
“ໃນໂລກນີ້ພວກເຈົ້າຈະມີຄວາມທຸກລຳບາກ: ແຕ່ຈົ່ງຊື່ນໃຈເທາະ ເພາະຝ່າຍເຮົາໄດ້ຊະນະໂລກແລ້ວ.”
ຂ້າພະເຈົ້າເປັນພະຍານເຖິງຄວາມຈິງນີ້ ແລະ ພອນແຫ່ງຄຳສັນຍາຂອງພຣະຜູ້ຊ່ວຍໃຫ້ລອດ.
ສະນັ້ນ, ເຮົາຈະເຮັດສິ່ງໃດ ເພື່ອໃຫ້ແນ່ໃຈວ່າ ການປະຕິບັດສາດສະໜາກິດຂອງເຮົາຕໍ່ຄົນໆນັ້ນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ ຈະມີປະສິດທິພາບທີ່ສຸດ? ການດຳລົງຊີວິດ ຕາມຄຳສອນຂອງພຣະຄຣິດຈະຊ່ວຍເຮົາ. “ການດຳລົງຊີວິດ ຕາມຄຳສອນຂອງພຣະຄຣິດ,” ດັ່ງທີ່ປະທານແນວສັນໄດ້ອະທິບາຍໄວ້, “ສາມາດເຮັດໃຫ້ເກີດແບບແຜນທີ່ມີພະລັງ ແລະ ຄຸນນະທຳ, ທີ່ກໍ່ໃຫ້ເກີດແຮງຜັກດັນທາງວິນຍານໃນຊີວິດຂອງເຮົາ.
“ຂະນະທີ່ເຮົາພະຍາຍາມທີ່ຈະດຳລົງຊີວິດຕາມກົດອັນສູງກວ່າຂອງພຣະເຢຊູຄຣິດ, … ພຣະຜູ້ຊ່ວຍໃຫ້ລອດ ຍົກ ເຮົາຂຶ້ນເໜືອແຮງດຶງດູດຂອງໂລກທີ່ຕົກນີ້ ໂດຍການໃຫ້ພອນເຮົາດ້ວຍຄວາມໃຈບຸນ, ຄວາມຖ່ອມຕົວ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມເມດຕາ, ການບັງຄັບຕົນ, ຄວາມສະຫງົບ, ແລະ ຄວາມເຊົາເມື່ອຍ ຫລາຍຂຶ້ນ.”
“ແຮງຜັກດັນ [ທາງວິນຍານນີ້] ທີ່ໄດ້ເກີດຂຶ້ນຈາກ ການດຳລົງຊີວິດ ຕາມຄຳສອນຂອງພຣະຄຣິດ,” ແອວເດີ ແດວ ຈີ ເຣັນລັນ ອະທິບາຍວ່າ, “ບໍ່ພຽງແຕ່ໃຫ້ອຳນາດການຫັນປ່ຽນທຳມະຊາດແຫ່ງສະຫວັນຂອງເຮົາໄປສູ່ຈຸດໝາຍປາຍທາງນິລັນດອນຂອງເຮົາເທົ່ານັ້ນ ແຕ່ຍັງກະຕຸ້ນໃຫ້ເຮົາຊ່ວຍ [ປະຕິບັດສາດສະໜາກິດຕໍ່] ຄົນອື່ນດ້ວຍວິທີທີ່ເໝາະສົມນຳອີກ.” ແອວເດີ ເຣັນລັນ ຍັງເຕືອນໃຈເຮົາວ່າ “ວຽກງານຂອງພຣະຜູ້ຊ່ວຍໃຫ້ລອດແມ່ນປິ່ນປົວ [ເຮົາໃຫ້ຫາຍດີ]. ວຽກງານຂອງເຮົາຄືຮັກ—ຮັກ ແລະ ປະຕິບັດສາດສະໜາກິດໃນລັກສະນະທີ່ຄົນອື່ນຖືກດຶງດູດເຂົ້າຫາພຣະເຢຊູຄຣິດ.”
ຄວາມສາມາດຂອງເຮົາໃນການ ດຳລົງຊີວິດ ຕາມຄຳສອນຂອງພຣະຄຣິດ ຈະໄດ້ຮັບການເສີມສ້າງໂດຍການສຶກສາພຣະຄຳພີມໍມອນທຸກວັນ ແລະ ການຮັບສ່ວນສິນລະລຶກທຸກອາທິດ. ປະທານແນວສັນໄດ້ປະກາດວ່າ ພຣະຄຳພີມໍມອນ “ສິດສອນກ່ຽວກັບຄຳສອນຂອງພຣະຄຣິດ … [ແລະ] ໃຫ້ຄວາມເຂົ້າໃຈທີ່ສົມບູນ ແລະ [ຊັດເຈນ] ທີ່ສຸດ ເຖິງການຊົດໃຊ້ຂອງພຣະເຢຊູຄຣິດ ຫລາຍກວ່າໃນໜັງສືເຫລັ້ມອື່ນໆ.” ຂ້າພະເຈົ້າຮັກປຶ້ມເຫລັ້ມນີ້. ແລະ ການຮັບສ່ວນສິນລະລຶກດ້ວຍການອະທິຖານໃນແຕ່ລະອາທິດຈະຊ່ວຍເພີ່ມພູນຄວາມເຂົ້າໃຈຂອງເຮົາກ່ຽວກັບການຊົດໃຊ້ຂອງພຣະເຢຊູຄຣິດ ແລະ ມອບການຕໍ່ອາຍຸທາງວິນຍານ, ການປອບໂຍນ, ແລະ ອຳນາດແຫ່ງຄວາມເປັນພຣະເຈົ້າເຂົ້າມາສູ່ຊີວິດຂອງເຮົາ. ຈົ່ງຈື່ຈຳໄວ້ວ່າ, “ໃນພິທີການ [ຂອງຖານະປະໂລຫິດ], ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ,” ແລະ ອຳນາດນີ້, ຊຶ່ງມາຈາກພຣະເຢຊູຄຣິດ, ເພີ່ມຄວາມເຂັ້ມແຂງໃຫ້ກັບຄວາມປາດຖະໜາຂອງເຮົາ ແລະ ຄວາມສາມາດຂອງເຮົາໃນການປະຕິບັດສາດສະໜາກິດຕໍ່ຄົນໆໜຶ່ງ.
ການສຶກສາພຣະຄຳພີມໍມອນ ແລະ ການຮັບສ່ວນສິນລະລຶກຂອງຂ້າພະເຈົ້າ ຊ່ວຍຫລຸດຜ່ອນຄວາມຮູ້ສຶກທໍ້ແທ້ໃຈ, ເພີ່ມຄວາມຕັ້ງໃຈຂອງຂ້າພະເຈົ້າທີ່ຈະປະຕິບັດສາດສະໜາກິດຕໍ່ຄົນໆນັ້ນໃນວິທີຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ຊ່ວຍເຮັດໃຫ້ການເປັນສານຸສິດເປັນອັນດັບສຳຄັນທີ່ສຸດຂອງຂ້າພະເຈົ້າ.
ໝູ່ເພື່ອນເອີຍ, ຂ້າພະເຈົ້າສັນຍາວ່າເມື່ອເຮົາ ດຳລົງຊີວິດ ຕາມຄຳສອນຂອງພຣະຄຣິດ ແລະ ປະຕິບັດສາດສະໜາກິດຕໍ່ຄົນໆໜຶ່ງ ໃນວິທີທີ່ນຳໄປສູ່ບ້ານຂອງພຣະຜູ້ເປັນເຈົ້າ, ເຮົາຈະເດີນໜ້າຕໍ່ໄປດ້ວຍສັດທາໃນພຣະເຢຊູຄຣິດ ເຖິງແມ່ນວ່າຈະຕ້ອງພົບກັບຄຳຖາມທີ່ຍັງບໍ່ໄດ້ຮັບຄຳຕອບ ແລະ ຄວາມຮູ້ສຶກວ່າບໍ່ມີຄວາມສຳຄັນ, ໂດດດ່ຽວ, ທໍ້ແທ້ໃຈ, ແລະ ບໍ່ມີໃຜເຫັນກໍຕາມ. ເຮົາຈະເຊື້ອເຊີນຄົນໆນັ້ນໃຫ້ມາຫາພຣະເຢຊູຄຣິດ ແລະ ນະມັດສະການໃນບ້ານຂອງພຣະຜູ້ເປັນເຈົ້າ ເພື່ອຮັບເອົາອຳນາດແຫ່ງການໄຖ່ ແລະ ຄວາມຮັກຂອງພຣະອົງ. ໃນບ້ານຂອງພຣະຜູ້ເປັນເຈົ້າ, ເຮົາຈະ “ຮູ້ສຶກເຖິງຄວາມເມດຕາ [ຂອງພຣະຜູ້ຊ່ວຍໃຫ້ລອດ]. [ເຮົາ] ຈະພົບຄຳຕອບຕໍ່ຄຳຖາມທີ່ໜ້າກັງວົນທີ່ສຸດ [ຂອງເຮົາ]. [ແລະເຮົາ] ຈະເຂົ້າໃຈຄວາມຊື່ນຊົມໃນພຣະກິດຕິຄຸນຂອງພຣະອົງໄດ້ດີຂຶ້ນ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.