ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ຜູ້​ໃດ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


13:16

ຜູ້​ໃດ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ

ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຍັງ​ຄົງ​ເລີ່ມ​ຕົ້ນ​ຈາກ​ຈຸດ​ພື້ນ​ຖານ​ທີ່​ສຸດ—ໃນ​ໃຈ​ຂອງ​ເຮົາ. ຈາກ​ນັ້ນ​ໃນ​ບ້ານ ແລະ ຄອບ​ຄົວ.

ຍິນ​ດີ​ຕ້ອນ​ຮັບ​ສູ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ. ພວກ​ເຮົາ​ຮູ້​ບຸນ​ຄຸນ​ທີ່​ໄດ້​ມາ​ເຕົ້າ​ໂຮມ​ກັນ.

ຂະ​ນະ​ທີ່​ເຮົາ​ລໍ​ຄອຍ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້, ເຮົາ​ໄດ້​ຮູ້​ເຖິງ​ສິ່ງ​ຮ້າຍ​ແຮງ​ທີ່​ເກີດ​ຂຶ້ນ​ຫລາຍ​ອາ​ທິດ​ມາ​ນີ້. ເຮົາ​ຮູ້​ວ່າ ຫົວ​ໃຈ​ຂອງ​ເຮົາ​ກຳ​ລັງ​ເສົ້າ​ໂສກ​ຈາກ​ການ​ສູນ​ເສຍ, ແລະ ບາງ​ຄົນ​ກໍ​ຮູ້​ສຶກ​ເຖິງ​ຄວາມ​ບໍ່​ແນ່​ນອນ ອັນ​ເກີດ​ມາ​ຈາກ​ຄວາມ​ຮຸນ​ແຮງ ຫລື ຄວາມ​ໂສກ​ເສົ້າ ໃນ​ທົ່ວ​ໂລກ. ແມ່ນ​ແຕ່​ຜູ້​ທີ່​ອຸ​ທິດ​ຕົນ​ທີ່​ໄດ້​ເຕົ້າ​ໂຮມ​ກັນ​ໃນ​ສະ​ຖານ​ທີ່​ສັກ​ສິດ—ລວມ​ທັງ​ອາ​ຄານ​ໂບດ​ທີ່​ສັກ​ສິດ​ໃນ​ລັດ​ມິ​ຊິ​ກັນ—ໄດ້​ເສຍ​ຊີ​ວິດ ຫລື ສູນ​ເສຍ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ​ໄປ. ຂ້າ​ພະ​ເຈົ້າ​ກ່າວ​ຈາກ​ໃຈ​ຈິງ, ໂດຍ​ຮູ້​ວ່າ​ຫົວ​ໃຈ​ຂອງ​ພວກ​ທ່ານ​ຫລາຍ​ຄົນ​ໜັກ​ໜ່ວງ​ຈາກ​ສິ່ງ​ທີ່​ທ່ານ, ຄອບ​ຄົວ​ຂອງ​ທ່ານ, ແລະ ໂລກ​ຂອງ​ເຮົາ​ໄດ້​ປະ​ເຊີນ​ມາ​ຕັ້ງ​ແຕ່​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ເທື່ອ​ແລ້ວ​ນີ້.

ກາ​ເປ​ນາ​ອູມ​ໃນ​ຄາ​ລີ​ເລ

ລອງ​ຈິນ​ຕະ​ນາ​ການ​ວ່າ ທ່ານ​ເປັນ​ໄວ​ລຸ້ນ​ໃນ​ເມືອງ​ກາ​ເປ​ນາ​ອູມ, ໃກ້​ທະ​ເລ​ສາບ​ຄາ​ລີ​ເລ, ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ຂ່າວ​ສານ​ຂອງ​ອາ​ຈານ​ຜູ້​ໜຶ່ງ—ຄູ​ສອນ—ໄດ້​ດຶງ​ດູດ​ຜູ້​ຄົນ​ຈຳ​ນວນ​ຫລາຍ. ເພື່ອນ​ບ້ານ​ວາງ​ແຜນ​ທີ່​ຈະ​ເດີນ​ທາງ​ໄປ​ຍັງ​ພູ​ເຂົາ​ທີ່​ຫລຽວ​ເຫັນ​ທະ​ເລ ເພື່ອ​ຟັງ​ພຣະ​ອົງ.

ທ່ານ​ຮ່ວມ​ເດີນ​ທາງ​ໄປ​ກັບ​ຄົນ​ອື່ນໆ ໃນ​ຖະ​ໜົນ​ທີ່​ມີ​ຝຸ່ນ​ໃນ​ແຂວງ​ຄາ​ລີ​ເລ. ເມື່ອ​ທ່ານ​ໄປ​ເຖິງ, ຝູງ​ຊົນ​ກໍ​ເຕົ້າ​ໂຮມ​ກັນ​ເພື່ອ​ຟັງ​ພຣະ​ເຢ​ຊູ​ຜູ້​ນີ້ ເຮັດ​ໃຫ້​ທ່ານ​ແປກ​ໃຈ. ບາງ​ຄົນ​ກະ​ຊິບ​ກັນ​ວ່າ, “ພຣະ​ເມ​ຊີ​ອາ.”

ທ່ານ​ຟັງ. ພຣະ​ຄຳ​ຂອງ​ພຣະ​ອົງ​ປະ​ທັບ​ໃຈ​ທ່ານ​ຫລາຍ. ລະ​ຫວ່າງ​ທາງ​ກັບ​ບ້ານ​ອັນ​ຍາວ​ໄກ, ທ່ານ​ເລືອກ​ທີ່​ຈະ​ງຽບ ຫລາຍ​ກວ່າ​ການ​ສົນ​ທະ​ນາ.

ທ່ານ​ໄຕ່​ຕອງ​ສິ່ງ​ມະ​ຫັດ​ສະ​ຈັນ—ສິ່ງ​ທີ່​ເໜືອ​ກວ່າ​ແມ່ນ​ແຕ່​ກົດ​ຂອງ​ໂມ​ເຊ. ພຣະ​ອົງ​ໄດ້​ກ່າວ​ເຖິງ​ການ​ຫັນ​ແກ້ມ​ອີກ​ຂ້າງ ແລະ ຮັກ​ສັດ​ຕູ​ຂອງ​ທ່ານ. ພຣະ​ອົງ​ໄດ້​ສັນ​ຍາ​ວ່າ, “ຜູ້​ໃດ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ: ເພາະ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ເປັນ​ບຸດ.”

ໃນ​ຄວາມ​ເປັນ​ຈິງ​ຂອງ​ທ່ານ, ຂະ​ນະ​ທີ່​ທ່ານ​ຮູ້​ສຶກ​ເຖິງ​ຄວາມ​ໜັກ​ໜ່ວງ​ຂອງ​ວັນ​ທີ່​ຍາກ​ລຳ​ບາກ—ຄວາມ​ບໍ່​ແນ່​ນອນ ແລະ ຄວາມ​ຢ້ານ​ກົວ—ສັນ​ຕິ​ສຸກ​ກັບ​ຮູ້​ສຶກ​ຢູ່​ຫ່າງ​ໄກ.

ທ່ານ​ຍ່າງ​ໄວ​ຂຶ້ນ; ທ່ານ​ໄປ​ເຖິງ​ບ້ານ​ຢ່າງ​ເມື່ອຍ​ລ້າ. ຄອບ​ຄົວ​ຂອງ​ທ່ານ​ມາ​ເຕົ້າ​ໂຮມ​ກັນ; ພໍ່​ຂອງ​ທ່ານ​ຖາມ​ວ່າ, “ເລົ່າ​ໃຫ້​ພວກ​ເຮົາ​ຟັງ​ແດ່​ວ່າ​ເຈົ້າ​ໄດ້​ຍິນ ແລະ ຮູ້​ສຶກ​ແນວ​ໃດ.”

ທ່ານ​ເລົ່າ​ວ່າ ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ໃຫ້​ທ່ານ​ສ່ອງ​ແຈ້ງ​ຕໍ່​ໜ້າ​ຄົນ​ທັງ​ປວງ, ເພື່ອ​ສະ​ແຫວງ​ຫາ​ຄວາມ​ຊອບ​ທຳ ແມ່ນ​ແຕ່​ໃນ​ຍາມ​ທີ່​ຖືກ​ຂົ່ມ​ເຫັງ. ສຽງ​ຂອງ​ທ່ານ​ສະ​ດຸດ ເມື່ອ​ທ່ານ​ກ່າວ​ຊ້ຳ​ວ່າ, “ຜູ້​ໃດ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ: ເພາະ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ເປັນ​ບຸດ.”

ທ່ານ​ຖາມ​ວ່າ, “ຂ້ອຍ​ຈະ​ສາ​ມາດ​ກາຍ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ໄດ້​ແທ້​ບໍ ໃນ​ເມື່ອ​ໂລກ​ກຳ​ລັງ​ວຸ້ນ​ວາຍ, ຫົວ​ໃຈ​ຂອງ​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ, ແລະ ສັນ​ຕິ​ສຸກ​ເບິ່ງ​ຄື​ວ່າ​ຢູ່​ຫ່າງ​ໄກ?”

ພໍ່​ຂອງ​ທ່ານ​ຫລຽວ​ເບິ່ງ​ແມ່​ຂອງ​ທ່ານ ແລະ ຕອບ​ຢ່າງ​ອ່ອນ​ໂຍນ​ວ່າ, “ເປັນ​ໄດ້. ພວກ​ເຮົາ​ເລີ່ມ​ຕົ້ນ​ຈາກ​ຈຸດ​ພື້ນ​ຖານ​ທີ່​ສຸດ—ໃນ​ໃຈ​ຂອງ​ພວກ​ເຮົາ. ຈາກ​ນັ້ນ​ໃນ​ບ້ານ ແລະ ຄອບ​ຄົວ​ຂອງ​ພວກ​ເຮົາ. ເມື່ອ​ພວກ​ເຮົາ​ຝຶກ​ຝົນ​ຢູ່​ທີ່​ນັ້ນ, ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ສາ​ມາດ​ແຜ່​ຂະ​ຫຍາຍ​ໄປ​ສູ່​ທ້ອງ​ຖະ​ໜົນ ແລະ ໝູ່​ບ້ານ​ຂອງ​ພວກ​ເຮົາ​ໄດ້.”

ເລື່ອນ​ໄປ​ຂ້າງ​ໜ້າ 2,000 ປີ

ເລື່ອນ​ໄປ​ຂ້າງ​ໜ້າ 2,000 ປີ. ບໍ່​ຕ້ອງ​ຈິນ​ຕະ​ນາ​ການ—ນີ້​ແມ່ນ​ຄວາມ​ເປັນ​ຈິງ​ຂອງ​ເຮົາ. ເຖິງ​ແມ່ນ​ຄວາມ​ກົດ​ດັນ​ທີ່​ຄົນ​ລຸ້ນ​ໃໝ່​ຮູ້​ສຶກ​ຢູ່​ໃນ​ທຸກ​ວັນ​ນີ້​ແຕກ​ຕ່າງ​ຈາກ​ຄົນ​ໜຸ່ມ​ໃນ​ຄາ​ລີ​ເລ—ການ​ແບ່ງ​ແຍກ, ການ​ເຮັດ​ໃຫ້​ເປັນ​ໄປ​ໃນ​ທາງ​ໂລກ, ການ​ແກ້​ແຄ້ນ, ການ​ໂກດ​ແຄ້ນ​ໃນ​ທ້ອງ​ຖະ​ໜົນ, ການ​ຂຸ່ນ​ເຄືອງ, ແລະ ການ​ຖືກ​ໂຈມ​ຕີ​ທາງ​ສື່​ສັງ​ຄົມ—ທັງ​ສອງ​ລຸ້ນ​ກໍ​ຕ້ອງ​ປະ​ເຊີນ​ກັບ​ວັດ​ທະ​ນະ​ທຳ​ແຫ່ງ​ຄວາມ​ຂັດ​ແຍ້ງ ແລະ ຕຶງ​ຄຽດ.

ດ້ວຍ​ຄວາມ​ກະ​ຕັນ​ຍູ, ຊາຍ​ໜຸ່ມ ແລະ ຍິງ​ໜຸ່ມ​ຂອງ​ພວກ​ເຮົາ​ກໍ​ຮູ້​ສຶກ​ຖືກ​ດຶງ​ດູດ​ໃນ​ຊ່ວງ​ເວ​ລາ​ແຫ່ງ​ການ​ເທດ​ສະ​ໜາ​ທີ່​ໂນນ​ພູ​ເຊັ່ນ​ກັນ: ຫ້ອງ​ຮຽນ​ສາດ​ສະ​ໜາ, ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ແລະ ຈົ່ງ​ຕາມ​ເຮົາ​ມາ. ຢູ່​ທີ່​ນີ້​ພວກ​ເຂົາ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ອັນ​ຢັ້ງ​ຢືນ​ດຽວ​ກັນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: ຈົ່ງ​ໃຫ້​ແສງ​ສະ​ຫວ່າງ​ຂອງ​ພວກ​ເຂົາ​ສ່ອງ​ແຈ້ງ​ຕໍ່​ໜ້າ​ຄົນ​ທັງ​ປວງ, ເພື່ອ​ສະ​ແຫວງ​ຫາ​ຄວາມ​ຊອບ​ທຳ ແມ່ນ​ແຕ່​ເມື່ອ​ຖືກ​ຂົ່ມ​ເຫັງ, ແລະ ຮັກ​ສັດ​ຕູ​ຂອງ​ພວກ​ເຂົາ.

ພວກ​ເຂົາ​ໄດ້​ຮັບ​ຖ້ອຍ​ຄຳ​ໃຫ້​ກຳ​ລັງ​ໃຈ​ຈາກ​ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ແຫ່ງ​ການ​ຟື້ນ​ຟູ ທີ່​ວ່າ: “ຕ້ອງ​ການ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ.” ບໍ່​ເຫັນ​ດ້ວຍ​ໂດຍ​ບໍ່​ຂັດ​ແຍ້ງ. ແທນ​ຄວາມ​ຂັດ​ແຍ້ງ ແລະ ຄວາມ​ທະ​ນົງ​ຕົວ​ດ້ວຍ​ການ​ໃຫ້​ອະ​ໄພ ແລະ ຄວາມ​ຮັກ. ສ້າງ​ສະ​ພານ​ແຫ່ງ​ຄວາມ​ຮ່ວມ​ມື ແລະ ຄວາມ​ເຂົ້າ​ໃຈ, ບໍ່​ແມ່ນ​ກຳ​ແພງ​ແຫ່ງ​ຄວາມ​ອະ​ຄະ​ຕິ ຫລື ການ​ແບ່ງ​ແຍກ. ແລະ ຄຳ​ສັນ​ຍາ​ອັນ​ດຽວ​ກັນ​ນັ້ນ: “ຜູ້​ໃດ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ: ເພາະ​ວ່າ​ພຣະ​ເຈົ້າ​ຈະ​ຊົງ​ເອີ້ນ​ຜູ້​ນັ້ນ​ວ່າ​ເປັນ​ບຸດ.”

ຫົວ​ໃຈ​ຂອງ​ຄົນ​ລຸ້ນ​ໃໝ່​ໃນ​ທຸກ​ວັນ​ນີ້​ເຕັມ​ໄປ​ດ້ວຍ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຄວາມ​ຫວັງ​ສຳ​ລັບ​ອະ​ນາ​ຄົດ. ແຕ່​ພວກ​ເຂົາ​ກໍ​ຖາມ​ເຊັ່ນ​ກັນ​ວ່າ, “ຂ້ອຍ​ຈະ​ສາ​ມາດ​ກາຍ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ໄດ້​ແທ້​ບໍ ໃນ​ເມື່ອ​ໂລກ​ກຳ​ລັງ​ວຸ້ນ​ວາຍ, ຫົວ​ໃຈ​ຂອງ​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ, ແລະ ສັນ​ຕິ​ສຸກ​ເບິ່ງ​ຄື​ວ່າ​ຢູ່​ຫ່າງ​ໄກ?”

ຄຳ​ຕອບ​ດັງ​ກ້ອງ​ອີກ​ຄັ້ງ​ວ່າ ເປັນ​ໄດ້! ເຮົາ​ນ້ອມ​ຮັບ​ພຣະ​ຄຳ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ວ່າ: “ສັນ​ຕິ​ສຸກ​ທີ່​ເຮົາ​ມອບ​ໃຫ້​ພວກ​ເຈົ້າ, ສັນ​ຕິ​ສຸກ​ທີ່​ເຮົາ​ໃຫ້​ນັ້ນ. … ຢ່າ​ວຸ້ນ​ວາຍ​ເປັນ​ທຸກ​ໃຈ, ແລະ ຢ່າ​ສູ່​ຢ້ານ.”

ປະ​ຈຸ​ບັນ​ນີ້, ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຍັງ​ຄົງ​ເລີ່ມ​ຕົ້ນ​ຈາກ​ຈຸດ​ພື້ນ​ຖານ​ທີ່​ສຸດ—ໃນ​ໃຈ​ຂອງ​ເຮົາ. ຈາກ​ນັ້ນ​ໃນ​ບ້ານ ແລະ ຄອບ​ຄົວ. ເມື່ອ​ເຮົາ​ຝຶກ​ຝົນ​ຢູ່​ທີ່​ນັ້ນ, ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ສາ​ມາດ​ແຜ່​ຂະ​ຫຍາຍ​ໄປ​ສູ່​ເພື່ອນ​ບ້ານ ແລະ ຊຸມ​ຊົນ​ຂອງ​ເຮົາ.

ລອງ​ພິ​ຈາ​ລະ​ນາ​ເພີ່ມ​ເຕີມ​ສາມ​ສະ​ຖານ​ທີ່​ເຫລົ່າ​ນີ້ ທີ່​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ປະ​ຈຸ​ບັນ ສ້າງ​ຄວາມ​ສະ​ຫງົບ​ສຸກ.

ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ໃນ​ໃຈ​ຂອງ​ເຮົາ

ທຳ​ອິດ​ແມ່ນ​ໃນ​ໃຈ​ຂອງ​ເຮົາ. ອົງ​ປະ​ກອບ​ທີ່​ຫລຽວ​ເຫັນ​ໄດ້​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄຣິດ ສະ​ແດງ​ໃຫ້​ເຫັນ​ວ່າ ເດັກ​ນ້ອຍ​ຖືກ​ດຶງ​ດູດ​ເຂົ້າ​ຫາ​ພຣະ​ອົງ. ນັ້ນ​ຄື​ຂໍ້​ຄິດ. ການ​ຫລຽວ​ເຂົ້າ​ໄປ​ໃນ​ໃຈ​ທີ່​ບໍ​ລິ​ສຸດ ແລະ ໄຮ້​ດຽງ​ສາ​ຂອງ​ເດັກ​ນ້ອຍ ສາ​ມາດ​ສ້າງ​ການ​ດົນ​ໃຈ​ໃຫ້​ກັບ​ໃຈ​ຂອງ​ເຮົາ​ໄດ້. ນີ້​ຄື​ຄຳ​ຕອບ​ຂອງ​ເດັກ​ນ້ອຍ​ປະ​ຖົມ​ໄວ​ຫລາຍ​ຄົນ ທີ່​ວ່າ “ການ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ເປັນ​ແນວ​ໃດ?”

ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຄຳ​ຕອບ​ຈາກ​ໃຈ​ຈິງ​ຂອງ​ພວກ​ເຂົາ! ທ້າວ​ລຸກ​ເວົ້າ​ວ່າ, “ຊ່ວຍ​ເຫລືອ​ຄົນ​ອື່ນ​ສະ​ເໝີ.” ນາງ​ເກຣດ​ໄດ້​ແບ່ງ​ປັນ​ວ່າ ການ​ໃຫ້​ອະ​ໄພ​ຄົນ​ອື່ນ​ນັ້ນ​ສຳ​ຄັນ​ພຽງ​ໃດ, ເຖິງ​ແມ່ນ​ຈະ​ຮູ້​ສຶກ​ບໍ່​ຍຸດ​ຕິ​ທຳ​ກໍ​ຕາມ. ນາງ​ແອນ​ນາ​ເວົ້າ​ວ່າ, “ຂ້າ​ນ້ອຍ​ເຫັນ​ຄົນ​ໜຶ່ງ​ທີ່​ບໍ່​ມີ​ໃຜ​ຫລິ້ນ​ນຳ​ເລີຍ, ສະ​ນັ້ນ ຂ້າ​ນ້ອຍ​ຈຶ່ງ​ໄປ​ຫລິ້ນ​ນຳ​ລາວ.” ນາງ​ລິນ​ດີ​ໄດ້​ເລົ່າ​ວ່າ ການ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ແມ່ນ​ການ​ຊ່ວຍ​ເຫລືອ​ຄົນ​ອື່ນ. “ຈາກ​ນັ້ນ ເຈົ້າ​ສົ່ງ​ຕໍ່​ມັນ​ໄປ. ມັນ​ຈະ​ດຳ​ເນີນ​ໄປ​ເລື້ອຍໆ.” ທ້າວ​ລ່ຽມ​ໄດ້​ເວົ້າ​ວ່າ, “ຢ່າ​ໃຈ​ຮ້າຍ​ກັບ​ຄົນ​ອື່ນ, ເຖິງ​ແມ່ນ​ພວກ​ເຂົາ​ຈະ​ໃຈ​ຮ້າຍ​ກັບ​ເຈົ້າ​ກໍ​ຕາມ.” ທ້າວ​ລິນ​ດອນ​ໄດ້​ປະ​ກາດ​ວ່າ, “ຖ້າ​ມີ​ໃຜ​ເວົ້າ​ຢອກ​ລໍ້ ຫລື ໃຈ​ຮ້າຍ​ກັບ​ເຈົ້າ, ໃຫ້​ເຈົ້າ​ເວົ້າ​ວ່າ, ‘ກະ​ລຸ​ນາ​ຢຸດ.’” ທ້າວ​ເທຣ​ເວີ ໄດ້​ສັງ​ເກດ​ວ່າ, “​ຖ້າ​ມີ​ໂດ​ນັດ​ກ້ອນ​ດຽວ​ເຫລືອ​ຢູ່ ແລະ ທຸກ​ຄົນ​ຢາກ​ກິນ, ໃຫ້​ແບ່ງ​ກັນ.”

ຄຳ​ຕອບ​ຂອງ​ເດັກ​ນ້ອຍ​ເຫລົ່າ​ນີ້​ເປັນ​ຫລັກ​ຖານ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ ເຮົາ​ທຸກ​ຄົນ​ໄດ້​ເກີດ​ມາ​ພ້ອມ​ກັບ​ຄວາມ​ໂນ້ມ​ອຽງ​ອັນ​ສູງ​ສົ່ງ​ຕໍ່​ຄວາມ​ເມດ​ຕາ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບຳ​ລຸງ​ລ້ຽງ ແລະ ຖັກ​ທໍ​ຄຸນ​ລັກ​ສະ​ນະ​ອັນ​ສູງ​ສົ່ງ​ເຫລົ່າ​ນີ້, ລວມ​ທັງ​ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ, ໄວ້​ໃນ​ໃຈ​ຂອງ​ເຮົາ, ເປັນ​ພອນ​ໃຫ້​ແກ່​ເຮົາ​ທັງ​ໃນ​ຊີ​ວິດ​ນີ້ ແລະ ຊີ​ວິດ​ໜ້າ.

ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຢູ່​ທີ່​ບ້ານ

ທີ​ສອງ, ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຢູ່​ໃນ​ບ້ານ​ຂອງ​ເຮົາ ໂດຍ​ການ​ໃຊ້​ແບບ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ເປັນ​ອິດ​ທິ​ພົນ​ຕໍ່​ຄວາມ​ສຳ​ພັນ​ຂອງ​ເຮົາ​ນຳ​ກັນ​ແລະ​ກັນ: ການ​ຊັກ​ຊວນ, ຄວາມ​ອົດ​ກັ້ນ, ຄວາມ​ອ່ອນ​ໂຍນ, ຄວາມ​ເມດ​ຕາ, ຄວາມ​ອ່ອນ​ນ້ອມ, ແລະ ຄວາມ​ຮັກ​ອັນ​ບໍ່​ແກ້ງ​ເຮັດ.

ນີ້​ແມ່ນ​ເລື່ອງ​ລາວ​ທີ່​ດົນ​ໃຈ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ຄອບ​ຄົວ​ໜຶ່ງ​ເຮັດ​ໃຫ້​ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ເປັນ​ເລື່ອງ​ຂອງ​ຄອບ​ຄົວ​ແນວ​ໃດ, ໂດຍ​ນຳ​ຫລັກ​ທຳ​ເຫລົ່າ​ນີ້​ໄປ​ປະ​ຕິ​ບັດ.

ລູກໆ​ໃນ​ຄອບ​ຄົວ​ນີ້​ກຳ​ລັງ​ດີ້ນ​ລົນ​ໃນ​ຄວາມ​ສຳ​ພັນ​ກັບ​ຜູ້​ໃຫຍ່ ທີ່​ມັກ​ຈະ​ສະ​ແດງ​ກິ​ລິ​ຍາ​ຫງຸດ​ຫງິດ, ດູ​ຖູກ, ແລະ ຫຍາບ​ຄາຍ. ລູກໆ, ໂດຍ​ທີ່​ເຈັບ​ປວດ ແລະ ຫງຸດ​ຫງິດ, ເລີ່ມ​ສົງ​ໄສ​ວ່າ​ຫົນ​ທາງ​ດຽວ​ທີ່​ຈະ​ກ້າວ​ໄປ​ຂ້າງ​ໜ້າ​ຄື ການ​ເຮັດ​ຕາມ​ພຶດ​ຕິ​ກຳ​ທີ່​ຫຍາຍ​ຄາຍ​ແບບ​ດຽວ​ກັນ​ນີ້​ບໍ.

ແລງ​ຄືນ​ໜຶ່ງ ຄອບ​ຄົວ​ໄດ້​ເວົ້າ​ລົມ​ກັນ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ຄວາມ​ຕຶງ​ຄຽດ ແລະ ຜົນ​ກະ​ທົບ​ທີ່​ເກີດ​ຂຶ້ນ. ແລະ ແລ້ວ​ກໍ​ເກີດ​ມີ​ຄວາມ​ຄິດ​ໜຶ່ງ—ບໍ່​ແມ່ນ​ພຽງ​ວິ​ທີ​ແກ້​ໄຂ ແຕ່​ເປັນ​ການ​ທົດ​ລອງ.

ແທນ​ທີ່​ຈະ​ຕອບ​ດ້ວຍ​ຄວາມ​ງຽບ ຫລື ການ​ຕອບ​ໂຕ້, ລູກໆ​ຈະ​ເຮັດ​ບາງ​ສິ່ງ​ທີ່​ບໍ່​ຄາດ​ຄິດ: ພວກ​ເຂົາ​ຈະ​ຕອບ​ດ້ວຍ​ຄວາມ​ເມດ​ຕາ. ບໍ່​ແມ່ນ​ພຽງ​ແຕ່​ການ​ຢັບ​ຢັ້ງ ແຕ່​ເປັນ​ການ​ຖອກ​ເທ​ຄຳ​ເວົ້າ​ທີ່​ດີ​ດ້ວຍ​ຄວາມ​ຈິງ​ໃຈ ແລະ ການ​ກະ​ທຳ​ທີ່​ຮູ້​ຈັກ​ຄິດ, ບໍ່​ວ່າ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ຕໍ່​ແນວ​ໃດ​ກໍ​ຕາມ. ທຸກ​ຄົນ​ໄດ້​ຕົກ​ລົງ​ທີ່​ຈະ​ລອງ​ເຮັດ​ຕາມ​ຊົ່ວ​ໄລ​ຍະ​ໜຶ່ງ​ທີ່​ກຳ​ນົດ​ໄວ້, ຫລັງ​ຈາກ​ນັ້ນ​ພວກ​ເຂົາ​ຈະ​ມາ​ລວມ​ຕົວ​ກັນ ແລະ ໄຕ່​ຕອງ.

ເຖິງ​ແມ່ນ​ບາງ​ຄົນ​ຈະ​ລັງ​ເລ​ໃນ​ຕອນ​ຕົ້ນ, ແຕ່​ພວກ​ເຂົາ​ກໍ​ມຸ່ງ​ໝັ້ນ​ກັບ​ແຜນ​ນີ້​ດ້ວຍ​ຄວາມ​ຈິງ​ໃຈ.

ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ຕໍ່​ຈາກ​ນັ້ນ​ແມ່ນ​ໜ້າ​ປະ​ຫລາດ​ໃຈ​ຫລາຍ.

ການ​ປະ​ພຶດ​ທີ່​ເຢັນ​ຊາ​ເລີ່ມ​ອົບ​ອຸ່ນ​ຂຶ້ນ. ຮອຍ​ຍິ້ມ​ແທນ​ທີ່​ໜ້າ​ບູດ​ບຶ້ງ. ຜູ້​ໃຫຍ່, ຄັ້ງ​ໜຶ່ງ​ເຄີຍ​ຫ່າງ​ເຫີນ ແລະ ແຂງ​ກ້າວ, ເລີ່ມ​ປ່ຽນ​ແປງ. ລູກໆ, ທີ່​ໄດ້​ຮັບ​ພະ​ລັງ​ຈາກ​ການ​ເລືອກ​ທີ່​ຈະ​ນຳ​ພາ​ດ້ວຍ​ຄວາມ​ຮັກ, ໄດ້​ພົບ​ກັບ​ຄວາມ​ຊື່ນ​ຊົມ​ໃນ​ການ​ປ່ຽນ​ແປງ. ການ​ປ່ຽນ​ແປງ​ນັ້ນ​ເລິກ​ເຊິ່ງ​ຫລາຍ ຈົນ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ການ​ປະ​ຊຸມ​ຕິດ​ຕາມ​ຜົນ​ທີ່​ໄດ້​ວາງ​ແຜນ​ໄວ້​ເລີຍ. ຄວາມ​ເມດ​ຕາ​ໄດ້​ເຮັດ​ວຽກ​ຢ່າງ​ງຽບໆ​ຂອງ​ມັນ.

ເມື່ອ​ເວ​ລາ​ຜ່ານ​ໄປ, ສາຍ​ສຳ​ພັນ​ແຫ່ງ​ມິດ​ຕະ​ພາບ​ທີ່​ແທ້​ຈິງ​ໄດ້​ກໍ່​ຕົວ​ຂຶ້ນ, ຍົກ​ລະ​ດັບ​ທຸກ​ຄົນ. ໃນ​ການ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ, ເຮົາ​ໃຫ້​ອະ​ໄພ​ຄົນ​ອື່ນ ແລະ ຈົງ​ໃຈ​ຍົກ​ຄົນ​ອື່ນ​ຂຶ້ນ ແທນ​ທີ່​ຈະ​ທຳ​ລາຍ​ພວກ​ເຂົາ.

ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ໃນ​ຊຸມ​ຊົນ​ຂອງ​ເຮົາ

ທີ​ສາມ, ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ໃນ​ຊຸມ​ຊົນ​ຂອງ​ເຮົາ. ໃນ​ຊ່ວງ​ຊຸມ​ປີ​ຮ້າຍ​ແຮງ​ຂອງ​ສົງ​ຄາມ​ໂລກ ຄັ້ງ​ທີ​ສອງ, ແອວ​ເດີ ຈອນ ​ເອ ວິດ​ໂຊ ໄດ້​ສິດ​ສອນ​ວ່າ: “ມີ​ວິ​ທີ​ດຽວ​ເທົ່າ​ນັ້ນ ທີ່​ຈະ​ມີ​ຄວາມ​ສະ​ຫງົບ​ສຸກ​ຢູ່​ໃນ​ຊຸມ​ຊົນ​ໄດ້ ຄື​ການ​ສ້າງ​ຊາຍ ແລະ ຍິງ ຜູ້​ທີ່​ຮັກ​ຄວາມ​ສະ​ຫງົບ ແລະ ສ້າງ​ຄວາມ​ສະ​ຫງົບ. ແຕ່​ລະ​ຄົນ, ໂດຍ​ຄຳ​ສອນ​ຂອງ​ພຣະ​ຄຣິດ … ຖື​ສັນ​ຕິ​ສຸກ​ຂອງ​ໂລກ [ທັງ​ໃບ] ໄວ້​ໃນ​ມື​ຂອງ​ຕົນ.”

ເລື່ອງ​ຕໍ່​ໄປ​ນີ້​ສະ​ແດງ​ໃຫ້​ເຫັນ​ຄຳ​ສອນ​ນັ້ນ​ໄດ້​ຢ່າງ​ງົດ​ງາມ.

ເມື່ອ​ຫລາຍ​ປີ​ກ່ອນ, ຊາຍ​ສອງ​ຄົນ—ຫົວ​ໜ້າ​ສາດ​ສະ​ໜາ​ມຸດ​ສະ​ລິມ ແລະ ບາດ​ຫລວງ​ຄຣິດ​ສະ​ຕຽນ​ຈາກ​ປະ​ເທດ​ນີ​ເຊ​ເຣຍ—ໄດ້​ຢືນ​ຢູ່​ຄົນ​ລະ​ຝັ່ງ​ຂອງ​ຄວາມ​ແຕກ​ແຍກ​ທາງ​ສາດ​ສະ​ໜາ​ຢ່າງ​ເຈັບ​ປວດ. ຕ່າງ​ຝ່າຍ​ໄດ້​ທຸກ​ທໍ​ລະ​ມານ​ຢ່າງ​ແສນ​ສາ​ຫັດ. ແຕ່, ຜ່ານ​ທາງ​ພະ​ລັງ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ການ​ໃຫ້​ອະ​ໄພ, ທັງ​ສອງ​ໄດ້​ເລືອກ​ເດີນ​ໄປ​ດ້ວຍ​ກັນ.

ບາດ​ຫລວງ ເຈມສ໌ ວູ​ຢີ ແລະ ຫົວ​ໜ້າ​ມູ​ຫາ​ມັດ ອາ​ຊາ​ຟາ

ຫົວ​ໜ້າ​ມູ​ຫາ​ມັດ ອາ​ຊາ​ຟາ ແລະ ບາດ​ຫລວງ ເຈມສ໌ ວູ​ຢີ ໄດ້​ກາຍ​ເປັນ​ເພື່ອນ ແລະ ຄູ່​ສັນ​ຕິ​ສຸກ​ທີ່​ບໍ່​ໜ້າ​ຈະ​ເປັນ​ໄປ​ໄດ້. ໂດຍ​ພ້ອມ​ພຽງ​ກັນ ພວກ​ເພິ່ນ​ໄດ້​ກໍ່​ຕັ້ງ​ສູນ​ໄກ່​ເກ່ຍ​ລະ​ຫວ່າງ​ສາດ​ສະ​ໜາ. ບັດ​ນີ້ ພວກ​ເພິ່ນ​ສິດ​ສອນ​ຄົນ​ອື່ນ​ໃຫ້​ແທນ​ຄວາມ​ກຽດ​ຊັງ​ດ້ວຍ​ຄວາມ​ຫວັງ. ໃນ​ຖາ​ນະ​ຜູ້​ໄດ້​ຮັບ​ການ​ສະ​ເໜີ​ຊື່​ເຂົ້າ​ຊີງ​ລາງ​ວັນ​ໂນ​ແບວ​ສັນ​ຕິ​ພາບ​ສອງ​ຄັ້ງ, ເມື່ອ​ບໍ່​ດົນ​ມາ​ນີ້ ພວກ​ເພິ່ນ​ໄດ້​ຮັບ​ລາງ​ວັນ ຄອມມອນ​ແວ້ວ ສັນ​ຕິ​ພາບ.

ອະ​ດີດ​ສັດ​ຕູ​ເຫລົ່າ​ນີ້ ປະ​ຈຸ​ບັນ​ໄດ້​ຮ່ວມ​ເດີນ​ທາງ​ຄຽງ​ບ່າ​ຄຽງ​ໄຫລ່​ກັນ ຟື້ນ​ຟູ​ສິ່ງ​ທີ່​ແຕກ​ຫັກ, ດຳ​ລົງ​ຊີ​ວິດ​ເປັນ​ພະ​ຍານ​ວ່າ ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ໃຫ້​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ ບໍ່​ພຽງ​ແຕ່​ເປັນ​ໄປ​ໄດ້—ແຕ່​ມັນ​ມີ​ພະ​ລັງ​ນຳ​ອີກ.

ເມື່ອ​ເຮົາ​ມາ​ຮູ້​ຈັກ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ, ແລ້ວ​ເຮົາ “ຈະ​ບໍ່​ມີ​ຈິດ​ໃຈ​ທີ່​ຈະ​ເຮັດ​ສິ່ງ​ອັນ​ຕະ​ລາຍ​ໃຫ້​ຊຶ່ງ​ກັນ​ແລະ​ກັນ, ແຕ່​ຈະ​ຢູ່​ນຳ​ກັນ​ຢ່າງ​ສັນ​ຕິ.” ໃນ​ໂບດ ແລະ ໃນ​ຊຸມ​ຊົນ​ຂອງ​ເຮົາ, ຂໍ​ໃຫ້​ເຮົາ​ຈົ່ງ​ເລືອກ​ທີ່​ຈະ​ເຫັນ​ກັນ​ແລະ​ກັນ​ວ່າ​ເປັນ​ລູກ​ຂອງ​ພຣະ​ເຈົ້າ.

ແຜນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ໜຶ່ງ​ອາ​ທິດ

ໂດຍ​ສະ​ຫລຸບ, ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຄຳ​ເຊື້ອ​ເຊີນ. ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຮຽກ​ຮ້ອງ​ການ​ປະ​ຕິ​ບັດ—ສຳ​ລັບ​ເຮົາ​ແຕ່​ລະ​ຄົນ, ອາດ​ເປັນ​ແນວ​ໃດ​ຖ້າ​ຈະ​ເລີ່ມ​ຕົ້ນ​ໃນ​ມື້​ອື່ນ? ທ່ານ​ຈະ​ພິ​ຈາ​ລະ​ນາ​ແຜນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ໃນ​ໜຶ່ງ​ອາ​ທິດ ດ້ວຍ​ສາມ​ຂັ້ນ​ຕອນ​ນີ້​ບໍ?

  1. ບ້ານ​ທີ່​ປາດ​ສະ​ຈາກ​ຄວາມ​ຂັດ​ແຍ້ງ: ເມື່ອ​ຄວາມ​ຂັດ​ແຍ້ງ​ເກີດ​ຂຶ້ນ, ໃຫ້​ຢຸດ ແລະ ເລີ່ມ​ຕົ້ນ​ດ້ວຍ​ຄຳ​ເວົ້າ ແລະ ການ​ກະ​ທຳ​ທີ່​ດີ.

  2. ການ​ສ້າງ​ສະ​ພານ​ດິ​ຈິ​ຕ້ອນ: ກ່ອນ​ໂພສ໌, ຕອບ, ຫລື ສະ​ແດງ​ຄວາມ​ຄິດ​ເຫັນ​ໃນ​ອອນ​ລາຍ, ໃຫ້​ຖາມ​ວ່າ, “ສິ່ງ​ນີ້​ຈະ​ສ້າງ​ສະ​ພານ​ຫລື​ບໍ່?” ຖ້າ​ບໍ່, ໃຫ້​ຢຸດ. ຢ່າ​ສົ່ງ. ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ດີ​ແທນ. ເຜີຍ​ແຜ່​ສັນ​ຕິ​ສຸກ​ແທນ​ຄວາມ​ກຽດ​ຊັງ.

  3. ສ້ອມ​ແປງ ແລະ ຄືນ​ດີ: ສະ​ມາ​ຊິກ​ຄອບ​ຄົວ​ແຕ່​ລະ​ຄົນ​ສາ​ມາດ​ສະ​ແຫວງ​ຫາ​ຄວາມ​ສຳ​ພັນ​ທີ່​ຕຶງ​ຄຽດ​ເພື່ອ​ຂໍ​ອະ​ໄພ, ປະ​ຕິ​ບັດ, ສ້ອມ​ແປງ, ແລະ ຄືນ​ດີ.

ສະ​ຫລຸບ

ເປັນ​ເວ​ລາ​ສອງ​ສາມ​ເດືອນ​ແລ້ວ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປະ​ທັບ​ໃຈ​ທີ່​ບໍ່​ສາ​ມາດ​ປະ​ຕິ​ເສດ ຊຶ່ງ​ນຳ​ໄປ​ສູ່​ຂ່າວ​ສານ​ນີ້: “ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ກໍ​ເປັນ​ສຸກ.” ໃນ​ສຸດ​ທ້າຍ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ແບ່ງ​ປັນ​ຄວາມ​ປະ​ທັບ​ໃຈ​ທີ່​ກົດ​ດັນ​ໃນ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ມາ​ເປັນ​ໄລ​ຍະ​ໜຶ່ງ.

ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ແມ່ນ​ຄຸນ​ລັກ​ສະ​ນະ​ຂອງ​ການ​ເປັນ​ເໝືອນ​ພຣະ​ຄຣິດ. ບາງ​ຄັ້ງ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຖືກ​ໃສ່​ຮ້າຍ​ປ້າຍ​ສີ​ວ່າ​ເປັນ​ຄົນ​ໂງ່ ຫລື ອ່ອນ​ແອ—ຈາກ​ທຸກ​ຝ່າຍ. ແຕ່, ການ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ອ່ອນ​ແອ ແຕ່​ເຂັ້ມ​ແຂງ​ໃນ​ແບບ​ທີ່​ໂລກ​ອາດ​ບໍ່​ເຂົ້າ​ໃຈ. ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຮຽກ​ຮ້ອງ​ຄວາມ​ກ້າ​ຫານ ແລະ ຄວາມ​ປະ​ນີ​ປະ​ນອມ ແຕ່​ບໍ່​ຮຽກ​ຮ້ອງ​ການ​ເສຍ​ສະ​ລະ​ຫລັກ​ທຳ. ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ຄື​ການ​ນຳ​ພາ​ດ້ວຍ​ໃຈ​ທີ່​ເປີດ​ກວ້າງ, ບໍ່​ແມ່ນ​ຈິດ​ໃຈ​ທີ່​ປິດ​ກັ້ນ. ມັນ​ຄື​ການ​ເຂົ້າ​ຫາ​ກັນ​ແລະ​ກັນ​ດ້ວຍ​ມື​ທີ່​ເດ່​ອອກ​ໄປ, ບໍ່​ແມ່ນ​ດ້ວຍ​ການ​ກຳ​ກຳ​ປັ້ນ. ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ບໍ່​ແມ່ນ​ເລື່ອງ​ໃໝ່, ທີ່​ຫາ​ກໍ​ພິມ​ອອກ​ມາ. ມັນ​ຖືກ​ສິດ​ສອນ​ໂດຍ​ພຣະ​ເຢ​ຊູ​ຄຣິດ​ເອງ, ທັງ​ສຳ​ລັບ​ຜູ້​ຢູ່​ໃນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ ແລະ ພຣະ​ຄຳ​ພີ​ມໍ​ມອນ. ການ​ສ້າງ​ຄວາມ​ສະ​ຫງົບ​ສຸກ​ໄດ້​ຖືກ​ສິດ​ສອນ​ໂດຍ​ສາດ​ສະ​ດາ​ຍຸກ​ປະ​ຈຸ​ບັນ​ຕັ້ງ​ແຕ່​ສະ​ໄໝ​ເລີ່ມ​ຕົ້ນ​ຂອງ​ການ​ຟື້ນ​ຟູ ຈົນ​ເຖິງ​ທຸກ​ວັນ​ນີ້ .

ເຮົາ​ບັນ​ລຸ​ບົດ​ບາດ​ອັນ​ສູງ​ສົ່ງ​ຂອງ​ເຮົາ​ໃນ​ຖາ​ນະ​ລູກໆ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຊົງ​ຮັກ ເມື່ອ​ເຮົາ​ພະ​ຍາ​ຍາມ​ກາຍ​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຜູ້​ຊົງ​ເປັນ​ອົງ​ສັນ​ຕິ​ລາດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທີ່​ຊົງ​ພຣະ​ຊົນ, ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.