ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ປະ​ດັບ​ດ້ວຍ​ຄຸນ​ນະ​ທຳ​ແຫ່ງ​ການ​ຢັບ​ຢັ້ງ​ຕົນ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


15:8

ປະ​ດັບ​ດ້ວຍ​ຄຸນ​ນະ​ທຳ​ແຫ່ງ​ການ​ຢັບ​ຢັ້ງ​ຕົນ

ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ຢ່າງ​ຈິງ​ໃຈ​ໃຫ້​ເຮົາ​ທຸກ​ຄົນ​ປະ​ດັບ​ຄວາມ​ຄິດ ແລະ ຈິດ​ໃຈ​ຂອງ​ເຮົາ​ດ້ວຍ​ຄຸນ​ນະ​ທຳ​ແຫ່ງ​ການ​ຢັບ​ຢັ້ງ​ຕົນ​ເໝືອນ​ດັ່ງ​ພຣະ​ຄຣິດ.

ໃນ​ເດືອນ​ພຶດ​ສະ​ພາ ປີ 2021, ໃນ​ຂະ​ນະ​ທີ່​ໄປ​ຢ້ຽມ​ຢາມ​ວຽກ​ງານ​ການ​ສ້ອມ​ແປງ​ພຣະ​ວິ​ຫານ​ເຊົາ​ເລັກ​ຄືນ​ໃໝ່, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ຮູ້​ສຶກ​ປະ​ຫລາດ​ໃຈ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ຜູ້​ບຸກ​ເບີກ, ດ້ວຍ​ຊັບ​ພະ​ຍາ​ກອນ​ທີ່​ຈຳ​ກັດ ແລະ ສັດ​ທາ​ອັນ​ໝັ້ນ​ຄົງ​ບໍ່​ຫວັ່ນ​ໄຫວ, ໄດ້​ສ້າງ​ອາ​ຄານ​ທີ່​ສັກ​ສິດ​ນັ້ນ​ຂຶ້ນ​ມາ, ຊຶ່ງ​ເປັນ​ຜົນ​ງານ​ອັນ​ຍອດ​ຍ້ຽມ​ທາງ​ດ້ານ​ຮ່າງ​ກາຍ ແລະ ວິນ​ຍານ​ທີ່​ສາ​ມາດ​ທົນ​ທານ​ກັບ​ການ​ທ້າ​ທາຍ​ຂອງ​ການ​ເວ​ລາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພິ່ນ​ກໍ​ຍັງ​ໄດ້​ສັງ​ເກດ​ເຫັນ​ຜົນ​ກະ​ທົບ​ຂອງ​ການ​ກັດ​ເຊາະ, ທີ່​ເກີດ​ຂຶ້ນ​ກັບ​ຊ່ອງ​ວ່າງ​ໃນ​ຮາກ​ຖານ​ດັ້ງ​ເດີມ​ທີ່​ເຮັດ​ດ້ວຍ​ຫີນ ແລະ ຄວາມ​ບໍ່​ໝັ້ນ​ຄົງ​ຂອງ​ການ​ກໍ່​ສ້າງ, ຊຶ່ງ​ເປັນ​ສັນ​ຍານ​ທີ່​ຊັດ​ເຈນ​ວ່າ​ມີ​ຄວາມ​ຈຳ​ເປັນ​ໃນ​ການ​ເສີມ​ໂຄງ​ສ້າງ​ຄືນ​ໃໝ່.

ປະ​ທານ​ແນວ​ສັນ​ຢູ່​ທາງ​ນອກ​ພຣະ​ວິ​ຫານ​ເຊົາ​ເລັກ

ສາດ​ສະ​ດາ​ທີ່​ຮັກ​ຂອງ​ເຮົາ​ໄດ້​ສິດ​ສອນ​ຕື່ມ​ອີກ​ວ່າ ດັ່ງ​ທີ່​ມີ​ຄວາມ​ຈຳ​ເປັນ​ໃນ​ການ​ປະ​ຕິ​ບັດ​ຕາມ​ມາດ​ຕະ​ການ​ສຳ​ຄັນ​ເພື່ອ​ເສີມ​ສ້າງ​ຮາກ​ຖານ​ຂອງ​ພຣະ​ວິ​ຫານ​ໃຫ້​ແຂງ​ແກ່ນ​ຕ້ານ​ທານ​ກັບ​ພະ​ລັງ​ທຳ​ມະ​ຊາດ​ໄດ້, ເຮົາ​ກໍ​ຈຳ​ເປັນ​ຕ້ອງ​ໃຊ້​ມາດ​ຕະ​ການ​ພິ​ເສດ—ບາງ​ທີ​ເປັນ​ມາດ​ຕະ​ການ​ທີ່​ເຮົາ​ບໍ່​ເຄີຍ​ໃຊ້​ມາ​ກ່ອນ—ເພື່ອ​ເສີມ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຮາກ​ຖານ​ທາງ​ວິນ​ຍານ​ສ່ວນ​ຕົວ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ. ໃນ​ຂ່າວ​ສານ​ອັນ​ໜ້າ​ຈົດ​ຈຳ​ຂອງ​ເພິ່ນ, ເພິ່ນ​ໄດ້​ຖາມ​ຄຳ​ຖາມ​ອັນ​ເລິກ​ເຊິ່ງ​ສອງ​ຄຳ​ຖາມ​ເພື່ອ​ໃຫ້​ເຮົາ​ສະ​ທ້ອນ​ຄິດ​ເປັນ​ການ​ສ່ວນ​ຕົວ​ວ່າ: ຮາກ​ຖານ ຂອງ​ທ່ານ ໝັ້ນ​ຄົງ​ຫລາຍ​ປານ​ໃດ? ແລະ ທ່ານ​ຕ້ອງ​ໃຊ້​ສິ່ງ​ໃດ​ແດ່​ເພື່ອ​ຊ່ວຍ​ເສີມ​ສ້າງ​ປະ​ຈັກ​ພະ​ຍານ ແລະ ຄວາມ​ເຂົ້າ​ໃຈ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ?”

ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ມອບ​ການ​ດົນ​ໃຈ​ຈາກ​ສະ​ຫວັນ ແລະ ວິ​ທີ​ການ​ທີ່​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ປ້ອງ​ກັນ​ການ​ກັດ​ເຊາະ​ທາງ​ວິນ​ຍານ​ໃນ​ຈິດ​ວິນ​ຍານ​ຂອງ​ເຮົາ, ເສີມ​ສ້າງ​ຮາກ​ຖານ​ຂອງ​ເຮົາ​ຢ່າງ​ມີ​ພະ​ລັງ ແລະ ຊ່ວຍ​ໃຫ້​ເຮົາ​ຫລີກ​ລ້ຽງ​ຊ່ອງ​ວ່າງ​ໃນ​ສັດ​ທາ ແລະ ຄວາມ​ບໍ່​ແນ່​ນອນ​ທັງ​ໃນ​ປະ​ຈັກ​ພະ​ຍານ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ກ່ຽວ​ກັບ​ຄວາມ​ຈິງ​ອັນ​ສັກ​ສິດ​ຂອງ​ພຣະ​ກິດ​ຕິ​ຄຸນ. ຫລັກ​ທຳ​ປະ​ການ​ໜຶ່ງ​ທີ່​ກ່ຽວ​ຂ້ອງ​ໂດຍ​ສະ​ເພາະ​ສຳ​ລັບ​ການ​ບັນ​ລຸ​ຈຸດ​ປະ​ສົງ​ນີ້​ສາ​ມາດ​ພົບ​ເຫັນ​ໄດ້​ໃນ ພາກ​ທີ 12 ຂອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ການ​ເປີດ​ເຜີຍ​ທີ່​ມອບ​ໃຫ້​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໃຫ້​ແກ່​ໂຈ​ເຊັບ ໄນ້, ຊາຍ​ຊອບ​ທຳ​ຄົນ​ໜຶ່ງ​ທີ່​ສະ​ແຫວງ​ຫາ​ຄວາມ​ເຂົ້າ​ໃຈ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ຈິງ​ໃຈ, ບໍ່​ແມ່ນ​ເປັນ​ພຽງ​ແຕ່​ເພື່ອ​ການ​ປ່ຽນ​ແປງ​ພາຍ​ນອກ​ເທົ່າ​ນັ້ນ ແຕ່​ເພື່ອ​ຢືນ​ຢັດ​ຢ່າງ​ໝັ້ນ​ຄົງ​ໃນ​ການ​ເປັນ​ສາ​ນຸ​ສິດ​ຂອງ​ເພິ່ນ—“ໝັ້ນ​ຄົງ​ດັ່ງ​ເສົາ​ຫລັກ​ແຫ່ງ​ສະ​ຫວັນ.” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ:

“ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ເຈົ້າ, ແລະ ກັບ​ທຸກ​ຄົນ​ຜູ້​ປາດ​ຖະ​ໜາ​ທີ່​ຈະ​ນຳ​ວຽກ​ງານ​ນີ້​ອອກ​ມາ ແລະ ສະ​ຖາ​ປະ​ນາ​ມັນ​ຂຶ້ນ;

“ແລະ ບໍ່​ມີ​ໃຜ​ຈະ​ສາ​ມາດ​ຊ່ວຍ​ໃນ​ວຽກ​ງານ​ນີ້ ຍົກ​ເວັ້ນ​ແຕ່​ເຂົາ​ຈະ​ຖ່ອມ​ຕົວ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, ໂດຍ​ມີ​ສັດ​ທາ, ຄວາມ​ຫວັງ, ແລະ ຄວາມ​ໃຈ​ບຸນ, ຢັບ​ຢັ້ງ​ຕົນ​ໃນ​ທຸກ​ສິ່ງ, ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ຈະ​ຝາກ​ຝັງ​ໄວ້​ໃນ​ການ​ດູ​ແລ​ຂອງ​ເຂົາ.”

ການ​ນຳ​ພາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ທີ່​ຖືກ​ບັນ​ທຶກ​ໄວ້​ໃນ​ການ​ເປີດ​ເຜີຍ​ອັນ​ສັກ​ສິດ​ນີ້, ເຕືອນ​ເຮົາ​ໃຫ້​ຮູ້​ວ່າ​ການ​ຢັບ​ຢັ້ງ​ຕົນ​ເປັນ​ການ​ເສີມ​ສ້າງ​ກຳ​ລັງ​ອັນ​ສຳ​ຄັນ​ສຳ​ລັບ​ຮາກ​ຖານ​ອັນ​ໝັ້ນ​ຄົງ​ໃນ​ພຣະ​ເຢ​ຊູ​ຄຣິດ. ນີ້​ແມ່ນ​ໜຶ່ງ​ໃນ​ຄຸນ​ນະ​ທຳ​ທີ່​ຂາດ​ບໍ່​ໄດ້, ບໍ່​ແມ່ນ​ພຽງ​ແຕ່​ສຳ​ລັບ​ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ທັງ​ທຸກ​ຄົນ​ຜູ້​ທີ່​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຍອມ​ຮັບ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ​ຢ່າງ​ຊື່​ສັດ​ອີກ​ດ້ວຍ. ການ​ຢັບ​ຢັ້ງ​ຕົນ​ສອດ​ຄ່ອງ ແລະ ເສີມ​ສ້າງ​ຄຸນ​ລັກ​ສະ​ນະ​ອື່ນໆ​ທີ່​ເປັນ​ເໝືອນ​ພຣະ​ຄຣິດ ທີ່​ກ່າວ​ໄວ້​ໃນ​ການ​ເປີດ​ເຜີຍ​ນີ້​ເຊັ່ນ: ຄວາມ​ຖ່ອມ​ຕົວ, ສັດ​ທາ, ຄວາມ​ຫວັງ, ຄວາມ​ໃຈ​ບຸນ, ແລະ ຄວາມ​ຮັກ​ອັນ​ບໍ​ລິ​ສຸດ​ທີ່​ຫລັ່ງ​ໄຫລ​ມາ​ຈາກ​ພຣະ​ອົງ. ຍິ່ງ​ໄປ​ກວ່າ​ນັ້ນ, ການ​ປູກ​ຝັງ​ການ​ຢັບ​ຢັ້ງ​ຕົນ​ຄື​ວິ​ທີ​ທີ່​ມີ​ຄວາມ​ໝາຍ​ໃນ​ການ​ປົກ​ປ້ອງ​ຈິດ​ວິນ​ຍານ​ຂອງ​ເຮົາ​ຈາກ​ການ​ກັດ​ເຊາະ ແບບ​ເບົາ​ບາງ​ແຕ່​ຕໍ່​ເນື່ອງ​ທີ່​ເກີດ​ຈາກ​ອິດ​ທິ​ພົນ​ທາງ​ໂລກ ຊຶ່ງ​ສາ​ມາດ​ເຮັດ​ໃຫ້​ຮາກ​ຖານ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ອ່ອນ​ແອ​ລົງ​ໄດ້.

ໃນ​ບັນ​ດາ​ຄຸນ​ສົມ​ບັດ​ທີ່​ປະ​ດັບ​ສາ​ນຸ​ສິດ​ທີ່​ແທ້​ຈິງ​ຂອງ​ພຣະ​ຄຣິດ, ການ​ຢັບ​ຢັ້ງ​ຕົນ​ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ສະ​ທ້ອນ​ອັນ​ໂດດ​ເດັ່ນ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ພຣະ​ອົງ​ເອງ, ຄື​ໝາກ​ໄມ້​ປະ​ເສີດ​ແຫ່ງ​ພຣະ​ວິນ​ຍານ, ທີ່​ມີ​ໃຫ້​ກັບ​ທຸກ​ຄົນ​ທີ່​ເປີດ​ຮັບ​ເອົາ​ອິດ​ທິ​ພົນ​ແຫ່ງ​ສະ​ຫວັນ. ເປັນ​ຄຸນ​ນະ​ທຳ​ທີ່​ນຳ​ເອົາ​ຄວາມ​ສົມ​ດຸນ​ມາ​ສູ່​ຈິດ​ໃຈ, ຫລໍ່​ຫລອມ​ຄວາມ​ປາດ​ຖະ​ໜາ ແລະ ອາ​ລົມ​ດ້ວຍ​ສະ​ຕິ​ປັນ​ຍາ ແລະ ຄວາມ​ສະ​ຫງົບ. ໃນ​ພຣະ​ຄຳ​ພີ, ການ​ຢັບ​ຢັ້ງ​ຕົນ​ຖືກ​ນຳ​ສະ​ເໜີ​ໃຫ້​ເປັນ​ພາກ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ຂອງ​ຄວາມ​ກ້າວ​ໜ້າ​ໃນ​ການ​ເດີນ​ທາງ​ທາງ​ວິນ​ຍານ​ຂອງ​ເຮົາ, ທີ່​ນຳ​ເຮົາ​ໄປ​ສູ່​ຄວາມ​ອົດ​ທົນ, ຄວາມ​ເປັນ​ເໝືອນ​ພຣະ​ເຈົ້າ, ແລະ ຄວາມ​ເມດ​ຕາ ໃນ​ຂະ​ນະ​ທີ່​ຫລໍ່​ຫລອມ​ຄວາມ​ຮູ້​ສຶກ​ຂອງ​ເຮົາ, ຄຳ​ເວົ້າ​ຂອງ​ເຮົາ, ແລະ ການ​ກະ​ທຳ​ຂອງ​ເຮົາ.

ສາ​ນຸ​ສິດ​ຂອງ​ພຣະ​ຄຣິດ​ຜູ້​ທີ່​ພະ​ຍາ​ຍາມ​ປູກ​ຝັງ​ຄຸນ​ລັກ​ສະ​ນະ​ທີ່​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ​ນີ້​ຈະ​ກາຍ​ເປັນ​ຄົນ​ຖ່ອມ​ຕົນ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ຫລາຍ​ຂຶ້ນ. ຄວາມ​ເຂັ້ມ​ແຂງ​ອັນ​ສະ​ຫງົບ​ງຽບ​ເກີດ​ຂຶ້ນ​ໃນ​ຕົວ​ເຂົາ​ເຈົ້າ, ແລະ ເຂົາ​ເຈົ້າ​ກາຍ​ເປັນ​ຄົນ​ທີ່​ມີ​ຄວາມ​ສາ​ມາດ​ໃນ​ການ​ຄວບ​ຄຸມ​ອາ​ລົມ​ຮ້າຍ​ໄດ້​ດີ​ຂຶ້ນ, ບຳ​ລຸງ​ລ້ຽງ​ຄວາມ​ອົດ​ທົນ, ແລະ ປະ​ຕິ​ບັດ​ຕໍ່​ຄົນ​ອື່ນ​ດ້ວຍ​ຄວາມ​ອົດ​ກັ້ນ, ໃຫ້​ຄວາມ​ເຄົາ​ລົບ, ແລະ ໃຫ້​ກຽດ, ແມ່ນ​ແຕ່​ໃນ​ເວ​ລາ​ທີ່​ລົມ​ພະ​ຍຸ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ​ພັດ​ເຂົ້າ​ມາ​ຢ່າງ​ຮຸນ​ແຮງ​ກໍ​ຕາມ. ເຂົາ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ບໍ່​ກະ​ທຳ​ຢ່າງ​ຫຸນ​ຫັນ​ພັນ​ແລ່ນ ແຕ່​ເລືອກ​ທີ່​ຈະ​ກະ​ທຳ​ດ້ວຍ​ປັນ​ຍາ​ທາງ​ວິນ​ຍານ, ທີ່​ຖືກ​ນຳ​ພາ​ໂດຍ​ອິດ​ທິ​ພົນ​ທີ່​ອ່ອນ​ໂຍນ ແລະ ສຸ​ພາບ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ. ດ້ວຍ​ວິ​ທີ​ນີ້, ເຂົາ​ເຈົ້າ​ຈຶ່ງ​ກາຍ​ເປັນ​ຄົນ​ທີ່​ມີ​ຄວາມ​ສ່ຽງ​ໜ້ອຍ​ກວ່າ​ໃນ​ການ​ຖືກ​ກັດ​ເຊາະ​ທາງ​ວິນ​ຍານ ເພາະ​ວ່າ, ດັ່ງ​ທີ່​ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ສິດ​ສອນ, ເຂົາ​ເຈົ້າ​ຮູ້​ວ່າ ເຂົາ​ເຈົ້າ​ສາ​ມາດ​ເຮັດ​ທຸກ​ສິ່ງ​ໄດ້​ຜ່ານ​ທາງ​ພຣະ​ຄຣິດ​ຜູ້​ຊົງ​ຊູ​ກຳ​ລັງ​ເຂົາ​ເຈົ້າ ແມ່ນ​ແຕ່​ການ​ປະ​ເຊີນ​ໜ້າ​ກັບ​ການ​ທົດ​ລອງ​ທີ່​ສາ​ມາດ​ເຮັດ​ໃຫ້​ປະ​ຈັກ​ພະ​ຍານ​ຂອງ​ເຂົາ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ອົງ​ນັ້ນ​ຕ້ອງ​ສັ່ນ​ຄອນ​ກໍ​ຕາມ.

ໃນ​ສານ​ຂອງ​ເພິ່ນ​ທີ່​ຂຽນ​ເຖິງ​ຕີ​ໂຕ, ໂປ​ໂລ​ໄດ້​ຖ່າຍ​ທອດ​ຄຳ​ແນະ​ນຳ​ອັນ​ສັກ​ສິດ​ກ່ຽວ​ກັບ​ຄຸນ​ສົມ​ບັດ​ຂອງ​ຜູ້​ທີ່​ປາດ​ຖະ​ໜາ​ຈະ​ເປັນ​ຕົວ​ແທນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ເຮັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ດ້ວຍ​ສັດ​ທາ ແລະ ການ​ອຸ​ທິດ​ຕົນ. ເພິ່ນ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ຄວນ​ເປັນ​ຄົນ​ເອື້ອ​ເຟື້ອ​ເພື່ອ​ແຜ່, ມີ​ສະ​ຕິ, ຍຸດ​ຕິ​ທຳ, ແລະ ບໍ​ລິ​ສຸດ—ຊຶ່ງ​ເປັນ​ຄຸນ​ສົມ​ບັດ​ທີ່​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ອິດ​ທິ​ພົນ​ຂອງ​ການ​ຢັບ​ຢັ້ງ​ຕົນ​ຢ່າງ​ຈະ​ແຈ້ງ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂປ​ໂລ​ໄດ້​ເຕືອນ​ວ່າ ເຂົາ​ເຈົ້າ​ບໍ່​ຄວນ​ເປັນ​ຄົນ “ຈອງ​ຫອງ, ບໍ່​ເປັນ​ຄົນ​ເລືອດ​ຮ້ອນ, … [ແລະ] ບໍ່​ເປັນ​ຄົນ​ອັນ​ທະ​ພານ.” ຄຸນ​ລັກ​ສະ​ນະ​ດັ່ງ​ກ່າວ​ແມ່ນ​ຂັດ​ກັບ​ພຣະ​ໄທ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ກີດ​ຂວາງ​ຕໍ່​ການ​ຈະ​ເລີນ​ເຕີບ​ໂຕ​ທາງ​ວິນ​ຍານ​ທີ່​ແທ້​ຈິງ. ໃນ​ບໍ​ລິ​ບົດ​ຂອງ​ພຣະ​ຄຳ​ພີ, “ບໍ່​ຈອງ​ຫອງ” ແມ່ນ​ຜູ້​ທີ່​ປະ​ຕິ​ເສດ​ທີ່​ຈະ​ກະ​ທຳ​ດ້ວຍ​ຄວາມ​ອວດ​ດີ ແລະ ທະ​ນົງ​ໃຈ; “ບໍ່​ເປັນ​ຄົນ​ເລືອດ​ຮ້ອນ” ແມ່ນ​ຜູ້​ທີ່​ຫລີກ​ລ້ຽງ​ແຮງ​ກະ​ຕຸ້ນ​ຕາມ​ທຳ​ມະ​ຊາດ​ທີ່​ເຮັດ​ໃຫ້​ກາຍ​ເປັນ​ຄົນ​ບໍ່​ມີ​ຄວາມ​ອົດ​ທົນ ແລະ ຫງຸດ​ຫງິດ​ງ່າຍ; ແລະ “ບໍ່​ເປັນ​ຄົນ​ອັນ​ທະ​ພານ” ໝາຍ​ເຖິງ​ຜູ້​ທີ່​ປະ​ຕິ​ເສດ​ການ​ໂຕ້​ຖຽງ, ຮຸກ​ຮານ, ແລະ ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ບໍ່​ວ່າ​ຈະ​ເປັນ​ທາງ​ວາ​ຈາ, ຮ່າງ​ກາຍ, ແລະ ອາ​ລົມ. ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ປ່ຽນ​ແປງ​ພຶດ​ຕິ​ກຳ​ຂອງ​ເຮົາ​ດ້ວຍ​ສັດ​ທາ ແລະ ຄວາມ​ຖ່ອມ​ຕົວ, ເຮົາ​ສາ​ມາດ​ຍຶດ​ໝັ້ນ​ຢ່າງ​ແໜ້ນ​ໜາ​ຢູ່​ໃນ​ສີ​ລາ​ແຫ່ງ​ພຣະ​ຄຸນ​ອັນ​ໝັ້ນ​ຄົງ​ຂອງ​ພຣະ​ອົງ ແລະ ກາຍ​ເປັນ​ເຄື່ອງ​ມື​ອັນ​ບໍ​ລິ​ສຸດ ແລະ ຖືກ​ຂັດ​ເງົາ​ໃນ​ພຣະ​ຫັດ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.

ນາງ​ຮັນ​ນາ ແລະ ຊາ​ມູ​ເອນ

ໃນ​ການ​ສະ​ທ້ອນ​ຄິດ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ປູກ​ຝັງ​ຄຸນ​ນະ​ທຳ​ແຫ່ງ​ການ​ຢັບ​ຢັ້ງ​ຕົນ, ຂ້າ​ພະ​ເຈົ້າ​ຄິດ​ເຖິງ​ຄຳ​ເວົ້າ​ຂອງ​ນາງ​ຮັນ​ນາ, ມານ​ດາ​ຂອງ​ສາດ​ສະ​ດາ​ຊາ​ມູ​ເອນ—ຜູ້​ຍິງ​ທີ່​ມີ​ສັດ​ທາ​ຢ່າງ​ໜ້າ​ອັດ​ສະ​ຈັນ​ທີ່, ແມ່ນ​ແຕ່​ຫລັງ​ຈາກ​ໄດ້​ພົບ​ກັບ​ການ​ທົດ​ລອງ​ທີ່​ໜັກ​ໜາ​ສາ​ຫັດ, ແຕ່​ກໍ​ຍັງ​ຮ້ອງ​ເພງ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ນາງ​ໄດ້​ເວົ້າ​ວ່າ, “ເຈົ້າ​ຈົ່ງ​ເຊົາ​ເວົ້າ​ຄຳ​ໂອ້​ອວດ​ນັ້ນ​ສາ; ຈົ່ງ​ໃຫ້​ຄຳ​ເວົ້າ​ຈອງ​ຫອງ​ຂອງ​ເຈົ້າ​ມິດ​ງຽບ: ເພາະ [ພຣະ​ຜູ້​ເປັນ​ເຈົ້າ] ເປັນ​ພຣະ​ເຈົ້າ​ຜູ້​ຮູ້​ເຫັນ, ແລະ ພຣະ​ອົງ​ຕັດ​ສິນ​ທຸກ​ການ​ກະ​ທຳ​ຂອງ​ມະ​ນຸດ.” ບົດ​ເພງ​ຂອງ​ນາງ​ເປັນ​ຫລາຍ​ກວ່າ​ຄຳ​ອະ​ທິ​ຖານ—ເປັນ​ການ​ເຊື້ອ​ເຊີນ​ຕົວ​ເອງ​ໃຫ້​ກະ​ທຳ​ດ້ວຍ​ຄວາມ​ຖ່ອມ, ການ​ຄວບ​ຄຸມ​ຕົວ​ເອງ, ແລະ ຄວາມ​ພໍ​ດີ​ພໍ​ຄວນ. ນາງ​ຮັນ​ນາ​ເຕືອນ​ເຮົາ​ວ່າ ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ທີ່​ແທ້​ຈິງ​ບໍ່​ໄດ້​ສະ​ແດງ​ອອກ​ມາ​ແບບ​ຫຸນ​ຫັນ​ພັນ​ແລ່ນ ຫລື ຄຳ​ເວົ້າ​ທີ່​ຈອງ​ຫອງ ແຕ່​ດ້ວຍ​ຄວາມ​ຮູ້​ຈັກ​ຫ້າມ​ຕົວ​ເອງ, ມີ​ທັດ​ສະ​ນະ​ຄະ​ຕິ​ທີ່​ຮອບ​ຄອບ​ສອດ​ຄ່ອງ​ກັບ​ປັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຫລາຍ​ຄັ້ງ​ທີ່, ຝ່າຍ​ໂລກ​ແມ່ນ​ຍ້ອງ​ຍໍ​ການ​ປະ​ພຶດ​ທີ່​ເກີດ​ຈາກ​ຄວາມ​ຮຸນ​ແຮງ, ຈອງ​ຫອງ, ບໍ່​ມີ​ຄວາມ​ອົດ​ທົນ, ແລະ ຄວາມ​ຫລາຍ​ເກີນ​ໄປ, ມັກ​ຈະ​ເປັນ​ຂໍ້​ອ້າງ​ສຳ​ລັບ​ທັດ​ສະ​ນະ​ຄະ​ຕິ​ເຊັ່ນ​ນີ້​ໂດຍ​ການ​ກົດ​ດັນ​ຈາກ​ຊີ​ວິດ​ປະ​ຈຳ​ວັນ ແລະ ແນວ​ໂນ້ມ​ເພື່ອ​ທີ່​ຈະ​ໄດ້​ເປັນ​ທີ່​ຍອມ​ຮັບ ແລະ ເປັນ​ທີ່​ນິ​ຍົມ. ເມື່ອ​ເຮົາ​ຫັນ​ໜ້າ​ໄປ​ຈາກ​ຄຸນ​ນະ​ທຳ​ແຫ່ງ​ການ​ຢັບ​ຢັ້ງ​ຕົນ ແລະ ບໍ່​ສົນ​ໃຈ​ຕໍ່​ອິດ​ທິ​ພົນ​ອັນ​ອ່ອນ​ໂຍນ ແລະ ພໍ​ປະ​ມານ​ຂອງ​ພຣະ​ວິນ​ຍານ​ສັກ​ສິດ ໃນ​ວິ​ທີ​ຂອງ​ການ​ກະ​ທຳ ແລະ ການ​ເວົ້າ​ຈາ​ແລ້ວ, ເຮົາ​ຈະ​ຕົກ​ຫລຸມ​ພາງ​ຂອງ​ສັດ​ຕູ, ຊຶ່ງ​ນຳ​ເຮົາ​ໄປ​ສູ່​ການ​ເວົ້າ​ຈາ ແລະ ຍອມ​ຮັບ​ທັດ​ສະ​ນະ​ຄະ​ຕິ​ທີ່​ເຮົາ​ຈະ​ຮູ້​ສຶກ​ເສຍ​ໃຈ​ຢ່າງ​ທີ່​ສຸດ, ບໍ່​ວ່າ​ຈະ​ເປັນ​ຄວາມ​ສຳ​ພັນ​ໃນ​ສັງ​ຄົມ, ຄອບ​ຄົວ, ຫລື ແມ່ນ​ແຕ່​ໃນ​ທາງ​ຝ່າຍ​ສາດ​ສະ​ໜາ​ຂອງ​ເຮົາ. ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ນຳ​ໃຊ້​ຄຸນ​ນະ​ທຳ​ນີ້ ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນ​ເວ​ລາ​ຂອງ​ການ​ທ້າ​ທາຍ, ດ້ວຍ​ວ່າ​ໃນ​ໂອ​ກາດ​ເຫລົ່າ​ນີ້ ລັກ​ສະ​ນະ​ທີ່​ແທ້​ຈິງ​ຂອງ​ຄົນໆ​ໜຶ່ງ​ຈະ​ຖືກ​ເປີດ​ເຜີຍ​ອອກ​ມາ. ດັ່ງ​ທີ່ ມາ​ຕິນ ລູ​ເຕີ ຄິງ ຜູ້​ລູກ ໄດ້​ກ່າວ​ໄວ້​ວ່າ, “ການ​ວັດ​ອັນ​ສູງ​ສຸດ​ຂອງ​ຄົນ​ຜູ້​ໜຶ່ງ​ບໍ່​ໄດ້​ແມ່ນ​ວ່າ​ລາວ​ຈະ​ຢືນ​ຢູ່​ຈຸດ​ໃດ​ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ສະ​ດວກ​ສະ​ບາຍ, ແຕ່​ຢູ່​ທີ່​ວ່າ​ລາວ​ຈະ​ເລືອກ​ຢືນ​ຢູ່​ຈຸດ​ໃດ​ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ທ້າ​ທາຍ ແລະ ຄວາມ​ຂັດ​ແຍ້ງ.”

ໃນ​ຖາ​ນະ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ, ເຮົາ​ຖືກ​ເອີ້ນ​ໃຫ້​ດຳ​ລົງ​ຊີ​ວິດ​ດ້ວຍ​ຫົວ​ໃຈ​ທີ່​ຝັງ​ຮາກ​ເລິກ​ລົງ​ໄປ​ໃນ​ຄຳ​ສັນ​ຍາ​ອັນ​ສັກ​ສິດ ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ປະ​ຕິ​ບັດ​ຕາມ​ແບບ​ຢ່າງ​ທີ່​ພຣະ​ອົງ​ສ້າງ​ໄວ້ ຜ່ານ​ທາງ​ການ​ເປັນ​ຕົວ​ຢ່າງ​ທີ່​ດີ​ພ້ອມ​ຂອງ​ພຣະ​ອົງ​ຢ່າງ​ລະ​ມັດ​ລະ​ວັງ. ໃນ​ການ​ຕອບ​ແທນ, ພຣະ​ອົງ​ໄດ້​ສັນ​ຍາ​ວ່າ, “ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ວ່າ​ນີ້​ຄື​ຄຳ​ສອນ​ຂອງ​ເຮົາ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ສ້າງ​ຢູ່​ໃນ​ຄຳ​ສອນ​ນີ້ ຍ່ອມ​ສ້າງ​ຢູ່​ເທິງ​ດານ​ຫີນ​ຂອງ​ເຮົາ ແລະ ປະ​ຕູ​ນະ​ລົກ​ຈະ​ເອົາ​ຊະ​ນະ​ເຂົາ​ບໍ່​ໄດ້.”

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

Let Not Your Heart Be Troubled [ຢ່າ​ໃຫ້​ໃຈ​ຂອງ​ເຈົ້າ​ທັງ​ຫລາຍ​ວຸ້ນ​ວາຍ​ໄປ], ໂດຍ ຮາວ​ເວີດ ລີ​ອອນ, ໄດ້​ຮັບ​ອະ​ນຸ​ຍາດ​ຈາກ Havenlight

ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ເທິງ​ໂລກ​ນີ້ ແມ່ນ​ໂດດ​ເດັ່ນ​ດ້ວຍ​ຄຸນ​ນະ​ທຳ​ແຫ່ງ​ການ​ຢັບ​ຢັ້ງ​ຕົນ​ໃນ​ທຸກ​ແງ່​ທຸກ​ມຸມ​ໃນ​ລັກ​ສະ​ນະ​ຂອງ​ພຣະ​ອົງ. ຜ່ານ​ທາງ​ຕົວ​ຢ່າງ​ທີ່​ດີ​ພ້ອມ​ຂອງ​ພຣະ​ອົງ, ພຣະ​ອົງ​ໄດ້​ສິດ​ສອນ​ເຮົາ​ໃຫ້ “ອົດ​ທົນ​ໃນ​ຄວາມ​ທຸກ​ທໍ​ລະ​ມານ, ຢ່າ​ໝິ່ນ​ປະ​ໝາດ​ຄົນ​ທີ່​ໝິ່ນ​ປະ​ໝາດ.” ດັ່ງ​ທີ່​ພຣະ​ອົງ​ສິດ​ສອນ​ໄວ້​ວ່າ ເຮົາ​ບໍ່​ຄວນ​ປ່ອຍ​ໃຫ້​ຄວາມ​ໂມ​ໂຫ​ຄອບ​ງຳ ຍ້ອນ​ຄວາມ​ຂັດ​ແຍ້ງ ແລະ ໂຕ້​ຖຽງ, ພຣະ​ອົງ​ໄດ້​ປະ​ກາດ​ວ່າ, “ພວກ​ເຈົ້າ​ຕ້ອງ​ກັບ​ໃຈ, ແລະ ກາຍ​ເປັນ​ເໝືອນ​ດັ່ງ​ເດັກ​ນ້ອຍ​ເສຍ​ກ່ອນ.” ພຣະ​ອົງ​ຍັງ​ໄດ້​ສິດ​ສອນ​ອີກ​ວ່າ ຜູ້​ທີ່​ປາດ​ຖະ​ໜາ​ທີ່​ຈະ​ມາ​ຫາ​ພຣະ​ອົງ​ດ້ວຍ​ຈຸດ​ປະ​ສົງ​ເຕັມ​ທີ່​ແຫ່ງ​ໃຈ ຈະ​ຕ້ອງ​ຄືນ​ດີ​ກັບ​ຜູ້​ທີ່​ເຮັດ​ໃຫ້​ຕົນ​ເອງ​ຂັດ​ໃຈ ຫລື ຜູ້​ທີ່​ເຮັດ​ໃຫ້​ຄຽດ​ແຄ້ນ. ດ້ວຍ​ທັດ​ສະ​ນະ​ຄະ​ຕິ​ທີ່​ສະ​ຫງົບ ແລະ ຫົວ​ໃຈ​ທີ່​ມີ​ຄວາມ​ເມດ​ຕາ, ພຣະ​ອົງ​ໄດ້​ຮັບ​ຮອງ​ກັບ​ເຮົາ​ວ່າ ເມື່ອ​ເຮົາ​ຖືກ​ປະ​ຕິ​ບັດ​ຕໍ່​ດ້ວຍ​ຄວາມ​ຮຸນ​ແຮງ, ບໍ່​ມີ​ຄວາມ​ເມດ​ຕາ, ບໍ່​ມີ​ຄວາມ​ເຄົາ​ລົບ, ຫລື ບໍ່​ໄດ້​ຮັບ​ການ​ໃສ່​ໃຈ, ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ຈະ​ບໍ່​ຖືກ​ພາກ​ໄປ​ຈາກ​ເຮົາ, ແລະ ພັນ​ທະ​ສັນ​ຍາ​ແຫ່ງ​ສັນ​ຕິ​ສຸກ​ຂອງ​ພຣະ​ອົງ​ຈະ​ບໍ່​ຖືກ​ລຶບ​ອອກ​ໄປ​ຈາກ​ຊີ​ວິດ​ຂອງ​ເຮົາ.

ສອງ​ສາມ​ປີ​ກ່ອນ, ຂ້າ​ພະ​ເຈົ້າ ແລະ ພັນ​ລະ​ຍາ​ໄດ້​ມີ​ສິດ​ທິ​ພິ​ເສດ​ອັນ​ສັກ​ສິດ​ໃນ​ການ​ພົບ​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຜູ້​ຊື່​ສັດ​ຈຳ​ນວນ​ໜຶ່ງ​ໃນ​ເມືອງ​ແມັກ​ຊິ​ໂກ. ຫລາຍ​ຄົນ​ໃນ​ພວກ​ເຂົາ, ບໍ່​ວ່າ​ຈະ​ໂດຍ​ສ່ວນ​ຕົວ ຫລື ຜ່ານ​ທາງ​ຄົນ​ທີ່​ພວກ​ເຂົາ​ຮັກ, ລ້ວນ​ແລ້ວ​ແຕ່​ໄດ້​ພົບ​ກັບ​ການ​ທົດ​ລອງ​ທີ່​ເກີນ​ບັນ​ຍາຍ, ລວມ​ທັງ​ການ​ລັກ​ພາ​ຕົວ, ການ​ຖືກ​ຄາດ​ຕະ​ກຳ, ແລະ ເລື່ອງ​ໂສກ​ເສົ້າ​ທີ່​ໜ້າ​ສະ​ຫລົດ​ໃຈ​ອື່ນໆ.

ເມື່ອ​ພວກ​ເຮົາ​ແນມ​ເບິ່ງ​ໃບ​ໜ້າ​ຂອງ​ໄພ່​ພົນ​ເຫລົ່າ​ນີ້, ພວກ​ເຮົາ​ບໍ່​ໄດ້​ເຫັນ​ຄວາມ​ໃຈ​ຮ້າຍ, ຄວາມ​ຄຽດ​ແຄ້ນ, ຫລື ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ແກ້​ແຄ້ນ​ໃດໆ​ເລີຍ. ກົງ​ກັນ​ຂ້າມ, ພວກ​ເຮົາ​ໄດ້​ເຫັນ​ຄວາມ​ຖ່ອມ​ໃຈ​ອັນ​ງຽບ​ສະ​ຫງົບ. ສີ​ໜ້າ​ຂອງ​ພວກ​ເຂົາ, ເບິ່ງ​ໂສກ​ເສົ້າ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປາດ​ຖະ​ໜາ​ຢ່າງ​ຈິງ​ໃຈ​ທີ່​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ ແລະ ປອບ​ໂຍນ. ເຖິງ​ແມ່ນ​ວ່າ​ຫົວ​ໃຈ​ຂອງ​ພວກ​ເຂົາ​ຈະ​ແຕກ​ສະ​ຫລາຍ​ຍ້ອນ​ຄວາມ​ທຸກ​ທໍ​ລະ​ມານ, ແຕ່​ໄພ່​ພົນ​ເຫລົ່າ​ນີ້​ກໍ​ຍັງ​ຄົງ​ເດີນ​ໜ້າ​ຕໍ່​ໄປ​ດ້ວຍ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ, ໂດຍ​ການ​ເລືອກ​ທີ່​ຈະ​ບໍ່​ປ່ອຍ​ໃຫ້​ຄວາມ​ທຸກ​ທໍ​ລະ​ມານ​ກາຍ​ມາ​ເປັນ​ຊ່ອງ​ວ່າງ​ໃນ​ສັດ​ທາ​ຂອງ​ພວກ​ເຂົາ ຫລື ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ໝັ້ນ​ຄົງ​ໃນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ.

ໃນ​ການ​ປິດ​ການ​ເຕົ້າ​ໂຮມ​ອັນ​ສັກ​ສິດ​ນັ້ນ, ພວກ​ເຮົາ​ໄດ້​ທັກ​ທາຍ​ພວກ​ເຂົາ​ແຕ່​ລະ​ຄົນ. ທຸກໆ​ການ​ຈັບ​ມື, ທຸກໆ​ການ​ໂອບ​ກອດ ໄດ້​ກາຍ​ເປັນ​ປະ​ຈັກ​ພະ​ຍານ​ອັນ​ມິດ​ງຽບ​ທີ່​ວ່າ ດ້ວຍ​ການ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ຕອບ​ໂຕ້​ດ້ວຍ​ການ​ຢັບ​ຢັ້ງ​ຕົນ ຕ້ານ​ຄວາມ​ຫງຸດ​ຫງິດ ແລະ ຄວາມ​ທ້າ​ທາຍ​ຕ່າງໆ​ຂອງ​ຊີ​ວິດ. ຕົວ​ຢ່າງ​ອັນ​ງຽບ​ສະ​ຫງົບ ແລະ ບໍ່​ໂອ້​ອວດ​ຂອງ​ພວກ​ເຂົາ​ໄດ້​ເຮັດ​ໜ້າ​ທີ່​ເປັນ​ຕົວ​ຢ່າງ​ໃນ​ການ​ເຊື້ອ​ເຊີນ​ອັນ​ອ່ອນ​ໂຍນ​ໃຫ້​ຍ່າງ​ຕາມ​ທາງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ດ້ວຍ​ການ​ຢັບ​ຢັ້ງ​ຕົນ​ໃນ​ທຸກ​ສິ່ງ. ພວກ​ເຮົາ​ຮູ້​ສຶກ​ເໝືອນ​ກັບ​ວ່າ​ໄດ້​ຢູ່​ຕໍ່​ໜ້າ​ທູດ​ສະ​ຫວັນ.

ພຣະ​ເຢ​ຊູ​ຄຣິດ, ຜູ້​ຍິ່ງ​ໃຫຍ່​ທີ່​ສຸດ, ໄດ້​ທົນ​ທຸກ​ທໍ​ລະ​ມານ​ຈົນ​ວ່າ​ໂລ​ຫິດ​ຂອງ​ພຣະ​ອົງ​ໄດ້​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ, ແຕ່​ພຣະ​ອົງ​ກໍ​ຍັງ​ບໍ່​ເຄີຍ​ຍອມ​ໃຫ້​ຄວາມ​ໃຈ​ຮ້າຍ​ເຂົ້າ​ມາ​ຄອບ​ງຳ​ພຣະ​ໄທ​ຂອງ​ພຣະ​ອົງ, ທັງ​ບໍ່​ມີ​ຄຳ​ເວົ້າ​ທີ່​ຮຸນ​ແຮງ, ຫຍາບ​ຄາຍ, ຫລື ບໍ່​ດີ​ໃດໆ​ຫລຸດ​ອອກ​ຈາກ​ພຣະ​ໂອດ​ຂອງ​ພຣະ​ອົງ, ແມ່ນ​ແຕ່​ທ່າມ​ກາງ​ຄວາມ​ທຸກ​ທໍ​ລະ​ມານ​ເຊັ່ນ​ນັ້ນ. ດ້ວຍ​ການ​ຢັບ​ຢັ້ງ​ຕົນ​ທີ່​ດີ​ເລີດ ແລະ ຄວາມ​ອ່ອນ​ໂຍນ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້, ພຣະ​ອົງ​ບໍ່​ໄດ້​ຄິດ​ເຖິງ​ພຣະ​ອົງ​ເອງ ແຕ່​ຄິດ​ເຖິງ​ລູກໆ​ຂອງ​ພຣະ​ເຈົ້າ​ແຕ່​ລະ​ຄົນ—ທັງ​ໃນ​ອະ​ດີດ, ປະ​ຈຸ​ບັນ, ແລະ ອະ​ນາ​ຄົດ. ອັກ​ຄະ​ສາ​ວົກ​ເປ​ໂຕ​ໄດ້​ເປັນ​ພະ​ຍານ​ເຖິງ​ທັດ​ສະ​ນະ​ຄະ​ຕິ​ອັນ​ສູງ​ສົ່ງ​ຂອງ​ພຣະ​ຄຣິດ​ເມື່ອ​ເພິ່ນ​ໄດ້​ປະ​ກາດ​ວ່າ, “ເມື່ອ​ເຂົາ​ກ່າວ​ຄຳ​ໝິ່ນ​ປະ​ໝາດ​ພຣະ​ອົງ, ພຣະ​ອົງ​ກໍ​ບໍ່​ໄດ້​ຕອບ​ຄືນ; ເມື່ອ​ພຣະ​ອົງ​ທົນ​ທຸກ​ທໍ​ລະ​ມານ, ພຣະ​ອົງ​ກໍ​ບໍ່​ໄດ້​ຂູ່​ອາ​ຄາດ; ແຕ່​ພຣະ​ອົງ​ໄດ້​ມອບ​ຄວາມ​ຫວັງ​ໄວ້​ກັບ​ພຣະ​ເຈົ້າ​ຜູ້​ຕັດ​ສິນ​ຢ່າງ​ຍຸດ​ຕິ​ທຳ.” ແມ່ນ​ແຕ່​ໃນ​ທ່າມ​ກາງ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ແສນ​ສາ​ຫັດ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຢັບ​ຢັ້ງ​ຕົນ​ຢ່າງ​ສົມ​ບູນ​ແບບ ແລະ ສູງ​ສົ່ງ. ພຣະ​ອົງ​ໄດ້​ປະ​ກາດ​ວ່າ, “ເຖິງ​ຢ່າງ​ໃດ​ກໍ​ຕາມ, ລັດ​ສະ​ໝີ​ພາບ​ຈົ່ງ​ມີ​ແດ່​ພຣະ​ບິ​ດາ, ແລະ ເຮົາ​ໄດ້​ຮັບ​ເອົາ ແລະ ໄດ້​ສຳ​ເລັດ​ການ​ຕຽມ​ຂອງ​ເຮົາ​ເພື່ອ​ລູກ​ຫລານ​ມະ​ນຸດ.”

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ເຊື້ອ​ເຊີນ​ຢ່າງ​ຈິງ​ໃຈ​ໃຫ້​ເຮົາ​ທຸກ​ຄົນ​ປະ​ດັບ​ຄວາມ​ຄິດ ແລະ ຈິດ​ໃຈ​ຂອງ​ເຮົາ​ດ້ວຍ​ຄຸນ​ນະ​ທຳ​ແຫ່ງ​ການ​ຢັບ​ຢັ້ງ​ຕົນ​ເໝືອນ​ດັ່ງ​ພຣະ​ຄຣິດ ເປັນ​ການ​ຕອບ​ສະ​ໜອງ​ອັນ​ສັກ​ສິດ​ຕໍ່​ການ​ເອີ້ນ​ຂອງ​ສາດ​ສະ​ດາ​ທີ່​ຮັກ​ຂອງ​ເຮົາ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ. ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ດ້ວຍ​ສັດ​ທາ ແລະ ຄວາມ​ພາກ​ພຽນ​ໃນ​ການ​ຖັກ​ທໍ​ຄວາມ​ຢັບ​ຢັ້ງ​ຕົນ ເຂົ້າ​ໃນ​ການ​ກະ​ທຳ ແລະ ຄຳ​ເວົ້າ​ຂອງ​ເຮົາ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ​ເຮົາ​ຈະ​ເຂັ້ມ​ແຂງ ແລະ ຍຶດ​ໝັ້ນ​ຊີ​ວິດ​ຂອງ​ເຮົາ​ໄວ້​ຢ່າງ​ແໜ້ນ​ໜາ​ຫລາຍ​ຂຶ້ນ​ເທິງ​ຮາກ​ຖານ​ອັນ​ໝັ້ນ​ຄົງ​ໃນ​ພຣະ​ຜູ້​ໄຖ່​ຂອງ​ເຮົາ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ໜັກ​ແໜ້ນ​ວ່າ ການ​ສະ​ແຫວງ​ຫາ​ການ​ຢັບ​ຢັ້ງ​ຕົນ​ຢູ່​ສະ​ເໝີ​ຈະ​ຊຳ​ລະ​ຈິດ​ວິນ​ຍານ​ຂອງ​ເຮົາ ແລະ ເຮັດ​ໃຫ້​ຫົວ​ໃຈ​ຂອງ​ເຮົາ​ບໍ​ລິ​ສຸດ​ຕໍ່​ໜ້າ​ພຣະ​ພັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ​ຄ່ອຍໆ​ດຶງ​ເຮົາ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ ແລະ ກຽມ​ເຮົາ​ໃຫ້​ພ້ອມ, ດ້ວຍ​ຄວາມ​ຫວັງ ແລະ ສັນ​ຕິ​ສຸກ, ສຳ​ລັບ​ວັນ​ອັນ​ຮຸ່ງ​ເຫລື້ອມ ເມື່ອ​ເຮົາ​ຈະ​ພົບ​ກັບ​ພຣະ​ອົງ​ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ແບ່ງ​ປັນ​ຄຳ​ເວົ້າ​ອັນ​ສັກ​ສິດ​ເຫລົ່າ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.