ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


14:55

ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ

ຂະ​ນະ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ, ເຮົາ​ຄວນ​ຈະ​ຮັກ, ບຳ​ລຸງ​ລ້ຽງ, ແລະ ຮັບ​ໃຊ້​ຜູ້​ທີ່​ຍອມ​ຮັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

ຊາລ໌ ດິກ​ເກັນສ໌ ໄດ້​ເລີ່ມ​ຕົ້ນ​ປຶ້ມ​ນິ​ຍາຍ​ຂອງ​ລາວ A Tale of Two Cities ຢ່າງ​ໂດ່ງ​ດັງ​ໂດຍ​ຢືນ​ຢັນ​ວ່າ “ມັນ​ແມ່ນ​ຊ່ວງ​ເວ​ລາ​ທີ່​ດີ​ທີ່​ສຸດ, ມັນ​ແມ່ນ​ຊ່ວງ​ເວ​ລາ​ທີ່​ໂຫດ​ຮ້າຍ​ທີ່​ສຸດ.” ໃນ​ອີກ​ແງ່​ໜຶ່ງ​ແລ້ວ, ນີ້​ແມ່ນ​ຄວາມ​ຈິງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ.

ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ຍຸກ​ທີ່​ວຸ້ນ​ວາຍ ເມື່ອ “ແຜ່ນ​ດິນ​ໂລກ [ແມ່ນ] ສັບ​ສົນ​ວຸ້ນ​ວາຍ.” ຄຳ​ຕັກ​ເຕືອນ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໃຫ້​ເປັນ​ຜູ້​ສ້າງ​ຄວາມ​ສະ​ຫງົບ​ສຸກ, ໃນ​ຖາ​ນະ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ໄດ້​ເນັ້ນ​ໜັກ​ຢ່າງ​ສວຍ​ງາມ​ໂດຍ ແອວ​ເດີ ແກ​ຣີ ອີ ສະ​ຕີບ​ເວັນ​ສັນ ໃນ​ເຊົ້າ​ມື້​ນີ້. ນີ້​ແມ່ນ​ພາກ​ສ່ວນ​ທີ່​ສຳ​ຄັນ​ຂອງ​ການ​ເສີມ​ສ້າງ​ຄວາມ​ສາ​ມັກ​ຄີ, ສັນ​ຕິ​ສຸກ, ແລະ ການ​ປິ່ນ​ປົວ ສຳ​ລັບ “ຊ່ວງ​ເວ​ລາ​ທີ່​ຮ້າຍ​ແຮງ​ທີ່​ສຸດ.”

ເຮົາ​ກໍ​ມີ​ຊີ​ວິດ​ໃນ “ຊ່ວງ​ເວ​ລາ​ທີ່​ດີ​ທີ່​ສຸດ,” ຊຶ່ງ​ຈະ​ເປັນ​ການ​ເນັ້ນ​ໜັກ​ຂອງ​ຂ້າ​ພະ​ເຈົ້າ. ພຣະ​ຜູ້​ເປັນ​ເຈົ້າ, ໃນ​ຄຳ​ນຳ​ຂອງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ພາກ​ທີ 1 ວ່າ, ໄດ້​ປະ​ກາດ​ເຖິງ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຈະ “ຖືກ​ປ່າວ​ປະ​ກາດ … ຈົນ​ເຖິງ​ທີ່​ສຸດ​ຂອງ​ໂລກ.” ພຣະ​ຜູ້​ເປັນ​ເຈົ້າ​ກຳ​ລັງ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ​ຢ່າງ​ແທ້​ຈິງ​ໃນ​ວັນ​ເວ​ລາ​ຂອງ​ເຮົາ. ເຮົາ​ຄວນ​ຮູ້​ສຶກ​ກະ​ຕັນ​ຍູ​ຢ່າງ​ສຸດ​ຊຶ້ງ​ສຳ​ລັບ​ການ​ເລັ່ງ​ວຽກ​ງານ​ນີ້, ຊຶ່ງ​ໄດ້​ເກີດ​ຂຶ້ນ ແລະ ກຳ​ລັງ​ເກີດ​ຂຶ້ນ​ເຖິງ​ແມ່ນ​ວ່າ​ຈະ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ທ້າ​ທາຍ​ນີ້​ກໍ​ຕາມ. ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ສະ​ໄໝ​ທີ່​ຜູ້​ຕິດ​ຕາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມີ​ສິດ​ທິ​ພິ​ເສດ​ທີ່​ຈະ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ແລະ ຕອບ​ຮັບ​ດ້ວຍ​ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເປີດ​ກວ້າງ. ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຜູ້​ທີ່​ມີ​ຄວາມ​ມຸ່ງ​ໝັ້ນ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ກຳ​ລັງ​ຊອກ​ຫາ​ຈຸດ​ປະ​ສົງ ແລະ ສັນ​ຕິ​ສຸກ​ສ່ວນ​ຕົວ​ທີ່​ເລິກ​ເຊິ່ງ.

ໃນ​ຫລາຍໆ​ຊ່ວງ​ເວ​ລາ​ໃນ​ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ, ໄດ້​ມີ​ຈຳ​ນວນ​ຜູ້​ທີ່​ເຂົ້າ​ສູ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ເພີ່ມ​ຂຶ້ນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ຊ່ວງ​ເວ​ລາ​ດັ່ງ​ກ່າວ​ເກີດ​ຂຶ້ນ​ລະ​ຫວ່າງ​ປີ 1837 ແລະ 1850. ອັກ​ຄະ​ສາ​ວົກ​ບາງ​ທ່ານ​ໃນ​ຍຸກ​ຕົ້ນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຖືກ​ຟື້ນ​ຟູ ໄດ້​ຮັບ​ໃຊ້​ເຜີຍ​ແຜ່​ໃນ​ປະ​ເທດ ສະ​ຫະ​ລາ​ຊາ​ອາ​ນາ​ຈັກ ອັງ​ກິດ. ວຽກ​ງານ​ເຜີຍ​ແຜ່​ເຫລົ່າ​ນີ້​ໄດ້​ສົ່ງ​ຜົນ​ໃຫ້​ຫລາຍ​ພັນ​ຄົນ ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ, ແລະ ພາຍ​ໃນ​ປີ 1850 ໄດ້​ມີ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ອາ​ໄສ​ຢູ່​ສະ​ຫະ​ລາ​ຊາ​ອາ​ນາ​ຈັກ​ອັງ​ກິດ​ຫລາຍ​ກວ່າ ຢູ່​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ. ໃນ​ເວ​ລາ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ໄພ່​ພົນ​ເຫລົ່າ​ນີ້​ໃຫ້​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ລັດ​ຢູ​ທາ. ໄດ້​ເກີດ​ມີ​ການ​ອົບ​ພະ​ຍົບ​ຄັ້ງ​ຍິ່ງ​ໃຫຍ່, ໂດຍ​ທີ່​ບາງ​ຄົນ​ໄດ້​ຮັບ​ເງິນ​ກູ້​ຜ່ານ​ທາງ​ກອງ​ທຶນ​ຖາ​ວອນ​ເພື່ອ​ການ​ອົບ​ພະ​ຍົບ.

ຂ້າ​ພະ​ເຈົ້າ​ມັກ​ເລື່ອງ​ລາວ​ຂອງ​ການ​ມາ​ເຖິງ​ຮ່ອມ​ພູ​ເຊົາ​ເລັກ​ຂອງ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຈຳ​ນວນ​ຫລາຍ​ຈາກ​ປະ​ເທດ​ອັງ​ກິດ ແລະ ແວວ​ສ໌ ໃນ​ປີ 1852. ກຸ່ມ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຕ້ອນ​ຮັບ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ​ທີ່​ປາກ​ທາງ​ເຂົ້າ​ຫຸບ​ເຂົາ, ເອ​ເກຣ​ຊັນ​ແຄນ​ຢອນ, ພ້ອມ​ດ້ວຍ​ວົງ​ດົນ​ຕີ​ຂອງ​ກັບ​ຕັນ​ພິດ. ໜັງ​ສື​ພິມ Deseret News [ເດ​ເຊ​ເຣັດ​ນິວສ໌] ໄດ້​ບັນ​ຍາຍ​ວ່າ​ພວກ​ເຂົາ​ເປັນ “ນັກ​ສະ​ແຫວງ​ບຸນ [ລວມ​ມີ] ເອື້ອຍ​ນ້ອງ ແລະ ເດັກ​ນ້ອຍ, ກຳ​ລັງ​ຍ່າງ​ໄປ, ຖືກ​ແດດ​ເຜົາ, ແລະ ຜ່ານ​ຮ້ອນ ຜ່ານ​ໜາວ​ມາ, ແຕ່​ກໍ​ບໍ່​ທໍ້​ຖອຍ; ຫົວ​ໃຈ​ຂອງ​ພວກ​ເຂົາ​ເບົາ​ສະ​ບາຍ ແລະ ເບີກ​ບານ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ດ້ວຍ​ຄວາມ​ສຸກ ແລະ ສີ​ໜ້າ​ທີ່​ເບີກ​ບານ​ຂອງ​ພວກ​ເຂົາ.”

ຂະ​ນະ​ທີ່​ພວກ​ເຂົາ “ຍ່າງ​ຜ່ານ​ບໍ​ລິ​ເວນ​ພຣະ​ວິ​ຫານ, … ຜູ້​ຊາຍ, ແມ່​ຍິງ, ແລະ ເດັກ​ນ້ອຍ​ຫລາຍ​ພັນ​ຄົນ, ລວມ​ຕົວ​ກັນ ຈາກ​ສ່ວນ​ຕ່າງໆ​ຂອງ​ເມືອງ, ເພື່ອ​ຮ່ວມ​ກັນ​ຕ້ອນ​ຮັບ​ທີ່​ມີ​ສະ​ຫງ່າ​ລາ​ສີ ແລະ ຄວາມ​ຊື່ນ​ຊົມ​ຍິນ​ດີ.” ປະ​ທານ​ບຣິ​ກຳ ຢັງ ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: “ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຈົ້າ​ແຫ່ງ​ອິ​ສະ​ຣາ​ເອນ​ອວຍ​ພອນ​ພວກ​ທ່ານ. … ພວກ​ເຮົາ​ໄດ້​ອະ​ທິ​ຖານ​ເພື່ອ​ພວກ​ທ່ານ​ຢ່າງ​ຕໍ່​ເນື່ອງ; ຄຳ​ອະ​ທິ​ຖານ​ເປັນ​ພັນໆ​ໄດ້​ຖືກ​ຖວາຍ​ເພື່ອ​ພວກ​ທ່ານ, ໃນ​ແຕ່​ລະ​ມື້​ລະ​ວັນ, ຫາ​ພຣະ​ອົງ​ຜູ້​ທີ່​ໄດ້​ບັນ​ຊາ​ໃຫ້​ເຮົາ​ເຕົ້າ​ໂຮມ ອິດ​ສະ​ຣາ​ເອນ, ຊ່ວຍ​ກູ້​ເອົາ​ລູກ​ຫລານ​ມະ​ນຸດ​ໂດຍ​ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ, ແລະ ກຽມ​ພວກ​ເຂົາ​ໃຫ້​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ.”

ເນື່ອງ​ໃນ​ໂອ​ກາດ​ທີ່​ຊື່ນ​ຊົມ​ຍິນ​ດີ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຮັບ​ຮອງ​ກັບ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ທຸກ​ຄົນ ແລະ ຜູ້​ທີ່​ກຳ​ລັງ​ກັບ​ຄືນ​ມາ​ສູ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ: ພວກ​ເຮົາ​ຮັກ​ທ່ານ; ພວກ​ເຮົາ​ຕ້ອງ​ການ​ທ່ານ; ພຣະ​ຜູ້​ເປັນ​ເຈົ້າ​ຕ້ອງ​ການ​ທ່ານ. ພວກ​ເຮົາ​ອາດ​ບໍ່​ໄດ້​ຕ້ອນ​ຮັບ​ທ່ານ​ດ້ວຍ​ວົງ​ດົນ​ຕີ​ເດີນ​ຂະ​ບວນ, ແຕ່​ພວກ​ເຮົາ​ອະ​ທິ​ຖານ​ວ່າ​ພອນ​ແຫ່ງ​ສະ​ຫວັນ​ຈະ​ມາ​ຊ່ວຍ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ກ້າວ​ໜ້າ​ຂອງ​ທ່ານ​ໄປ​ຕາມ​ເສັ້ນ​ທາງ​ພັນ​ທະ​ສັນ​ຍາ ທີ່​ນຳ​ໄປ​ຫາ​ພຣະ​ເຈົ້າ ພຣະ​ບິ​ດາ ແລະ ພຣະ​ເຢ​ຊູ​ຄຣິດ ໃນ​ອາ​ນາ​ຈັກ​ຊັ້ນ​ສູງ.

ມີ​ຫລັກ​ຖານ​ທີ່​ຊັດ​ເຈນ​ວ່າ ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ເພີ່ມ​ພູນ​ຂຶ້ນ​ໃນ​ວັນ​ເວ​ລາ​ຂອງ​ເຮົາ. ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄ​ຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ໄດ້​ມີ​ຈຳ​ນວນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ການ​ມີ​ສ່ວນ​ຮ່ວມ​ຂອງ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເພີ່ມ​ຂຶ້ນ​ຢ່າງ​ໂດດ​ເດັ່ນ. ໃນ​ຊ່ວງ 36 ເດືອນ​ທີ່​ຜ່ານ​ມາ, ມີ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເກືອບ 900,000 ຄົນ​ທີ່​​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ. ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຫລົ່າ​ນີ້​ປະ​ກອບ​ດ້ວຍ​ປະ​ມານ 5 ເປີ​ເຊັນ​ຂອງ​ຈຳ​ນວນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ. ເຮົາ​ຕ້ອນ​ຮັບ​ສະ​ມາ​ຊິກ​ໃໝ່​ດ້ວຍ​ອ້ອມ​ແຂນ​ທີ່​ເປີດ​ກວ້າງ ແລະ ຄວາມ​ຊາບ​ຊຶ້ງ​ໃຈ​ຢ່າງ​ສຸດ​ຊຶ້ງ​ສຳ​ລັບ​ເສັ້ນ​ທາງ​ທີ່​ທ່ານ​ເລືອກ.

ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ 900,000 ຄົນ​ເຫລົ່າ​ນີ້ ພາຍ​ໃນ 36 ເດືອນ​ທີ່​ຜ່ານ​ມາ ແມ່ນ​ເກີນ​ຈຳ​ນວນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ວັນ​ຄົບ​ຮອບ​ປີ​ທີ 110 ໃນ​ປີ 1940, ຊຶ່ງ​ມີ​ສະ​ມາ​ຊິກ​ພຽງ​ແຕ່ ຫລາຍ​ກວ່າ 860,000 ຄົນ. ນີ້​ແມ່ນ​ປີ​ທີ່ ແອວ​ເດີ ແຈັບ​ຟະ​ຣີ ອາ ຮໍ​ແລນ, ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ແລະ ຂ້າ​ພະ​ເຈົ້າ​ເກີດ.

ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ທີ່​ປະ​ເສີດ​ເຫລົ່າ​ນີ້​ໄດ້​ມາ​ຈາກ​ທົ່ວ​ທຸກ​ພາກ​ຂອງ​ໂລກ. ໃນ​ຊ່ວງ​ຫົກ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໄດ້​ເພີ່ມ​ຂຶ້ນ​ຫລາຍ​ກວ່າ 20 ເປີ​ເຊັນ ເມື່ອ​ທຽບ​ໃສ່​ປີ​ກາຍ​ນີ້ ໃນ​ເອີ​ຣົບ, ອາ​ຟຣິ​ກາ, ອາ​ຊີ, ປາ​ຊີ​ຟິກ, ແລະ ອາ​ເມ​ຣິ​ກາ​ລາ​ຕິນ. ຢູ່​ທີ່​ອາ​ເມ​ຣິ​ກາ​ເໜືອ ພວກ​ເຮົາ​ໄດ້​ເຫັນ​ການ​ເພີ່ມ​ຂຶ້ນ 17 ເປີ​ເຊັນ. ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສືບ​ຕໍ່​ເດີນ​ໜ້າ​ຕໍ່​ໄປ​ຢ່າງ​ມີ​ພະ​ລັງ. ຕົວ​ເລກ​ທີ່​ກຳ​ລັງ​ເພີ່ມ​ຂຶ້ນ​ເຫລົ່າ​ນີ້​ເປັນ​ພະ​ຍານ​ຢ່າງ​ຊັດ​ເຈນ​ວ່າ ພຣະ​ກິດ​ຕິ​ຄຸນ​ກຳ​ລັງ​ສຳ​ຜັດ​ຫົວ​ໃຈ ແລະ ປ່ຽນ​ແປງ​ຊີ​ວິດ​ຢູ່​ທົ່ວ​ທຸກ​ຫົນ​ແຫ່ງ.

ໃນ​ວັນ​ເວ​ລາ​ຂອງ​ເຮົາ, ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ມີ​ຄ່າ​ເຫລົ່າ​ນີ້​ບໍ່​ຈຳ​ເປັນ​ຕ້ອງ​ລວມ​ຕົວ​ກັນ​ຢູ່​ສະ​ຖານ​ທີ່​ສູນ​ກາງ​ອີກ​ຕໍ່​ໄປ. ຍ້ອນ​ສັດ​ທາ ແລະ ການ​ອຸ​ທິດ​ຖວາຍ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ຈຶ່ງ​ມີ​ແຫລ່ງ​ຊ່ວຍ​ເຫລືອ​ຕ່າງໆ​ເພື່ອ​ສະ​ໜັບ​ສະ​ໜູນ​ບ່ອນ​ຊຸມ​ນຸມ—ໂດຍ​ມີ​ການ​ກໍ່​ສ້າງ​ອາ​ຄານ​ໂບດ ແລະ ພຣະ​ວິ​ຫານ—ຕະ​ຫລອດ​ທົ່ວ​ໂລກ. ດ້ວຍ​ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ທີ່​ຈຳ​ເປັນ ແລະ ແຫລ່ງ​ຊ່ວຍ​ເຫລືອ​ຕ່າງໆ​ທີ່​ມີ​ໃຫ້, ບັດ​ນີ້ ພິ​ທີ​ການ​ແຫ່ງ​ຄວາມ​ລອດ​ຈຶ່ງ​ມີ​ພ້ອມ​ໃຫ້​ບໍ​ລິ​ການ​ໃນ​ສ່ວນ​ຫລາຍຂອງ​ໂລກ.

ບໍ່​ວ່າ​ເຮົາ​ຈະ​ຢູ່​ໃສ​ກໍ​ຕາມ, ສະ​ມາ​ຊິກ​ໃນ​ປະ​ຈຸ​ບັນ​ຕ້ອງ​ຕ້ອນ​ຮັບ​ສະ​ມາ​ຊິກ​ໃໝ່​ຫລາຍ​ພັນ​ຄົນ ດັ່ງ​ທີ່​ເຮົາ​ໄດ້​ຕ້ອນ​ຮັບ​ໄພ່​ພົນ​ຈາກ​ອັງ​ກິດ ແລະ ແວວສ໌ ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ບາຍ​ຈາກ​ປະ​ຫວັດ​ສາດ​ໃນ​ຍຸກ​ຕົ້ນ. ຂ້າ​ພະ​ເຈົ້າ​ມັກ​ຄຳ​ປາ​ໄສ​ຂອງ ແອວ​ເດີ ແກ​ຣິດ ດັບ​ເບິນ​ຢູ ກອງ ໃນ​ພາກ​ນີ້​ທີ່​ເພິ່ນ​ໄດ້​ສິດ​ສອນ​ເຮົາ​ວ່າ ບໍ່​ຄວນ​ມີ​ໃຜ​ນັ່ງ​ຢູ່​ຄົນ​ດຽວ ບໍ່​ວ່າ​ຈະ​ເປັນ​ທາງ​ອາ​ລົມ ຫລື ທາງ​ວິນ​ຍານ​ກໍ​ຕາມ.

ໜ້າ​ທີ່​ອັນ​ສັກ​ສິດ​ຂອງ​ເຮົາ​ກໍ​ຄື​ຍອມ​ຮັບ ແລະ ຕ້ອນ​ຮັບ​ສະ​ມາ​ຊິກ​ໃໝ່ ແລະ ສະ​ມາ​ຊິກ​ທີ່​ກັບ​ຄືນ​ມາ. ຂະ​ນະ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເລັ່ງ​ວຽກ​ງານ​ຂອງ​ພຣະ​ອົງ, ເຮົາ​ຄວນ​ຈະ​ຮັກ, ບຳ​ລຸງ​ລ້ຽງ, ແລະ ຮັບ​ໃຊ້​ຜູ້​ທີ່​ຍອມ​ຮັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ. ເຮົາ​ສາ​ມາດ​ຊ່ວຍ​ສ້າງ​ຜູ້​ຄົນ​ຂອງ​ຊີ​ໂອນ, ບ່ອນ​ທີ່​ເຮົາ “ມີ​ໃຈ​ດຽວ ແລະ ມີ​ຄວາມ​ຄິດ​ດຽວ, ແລະ [ດຳ​ລົງ​ຢູ່] ໃນ​ຄວາມ​ຊອບ​ທຳ.” ເພື່ອ​ທີ່​ຈະ​ເປັນ​ໜຶ່ງ​ດຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ຈະ​ຕ້ອງ​ເປັນ​ໜຶ່ງ​ດຽວ​ຢູ່​ຕໍ່​ໜ້າ​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ສະ​ມາ​ຊິກ​ທຸກ​ຄົນ, ບໍ່​ວ່າ​ຈະ​ຮັບ​ບັບ​ຕິ​ສະ​ມາ​ວັນ​ທີ​ເທົ່າ​ໃດ​ກໍ​ຕາມ, ຕ່າງ​ກໍ​ມີ​ຄວາມ​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ໃນ​ການ​ຕ້ອນ​ຮັບ​ຄົນ​ອື່ນ.

ຄຳ​ແນະ​ນຳ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ກັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ກໍ​ຄື ໃຫ້​ໂອບ​ກອດ​ຜູ້​ຄົນ​ທີ່​ຖືກ​ເລືອກ​ອັນ​ມີ​ຄ່າ​ເຫລົ່າ​ນີ້, ຜູ້​ທີ່​ໄດ້​ຍອມ​ຮັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ປະ​ທານ​ກໍ​ດອນ ບີ ຮິງ​ລີ ໄດ້​ສິດ​ສອນ​ເຮົາ​ວ່າ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ຕ້ອງ​ການ, “ໝູ່​ເພື່ອນ, ໜ້າ​ທີ່​ຮັບ​ຜິດ​ຊອບ, ແລະ ການ​ບຳ​ລຸງ​ລ້ຽງ​ດ້ວຍ ‘ພຣະ​ຄຳ​ອັນ​ປະ​ເສີດ​ຂອງ​ພຣະ​ເຈົ້າ’ (ໂມ​ໂຣ​ໄນ 6:4).” ເຮົາ​ສາ​ມາດ​ຢູ່​ທ່າມ​ກາງ​ໝູ່​ເພື່ອນ​ຜູ້​ໃຫ້​ແນ່​ໃຈ​ວ່າ ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ເຫລົ່າ​ນີ້​ຈະ​ຮູ້​ສຶກ​ວ່າ ພວກ​ເຂົາ​ເປັນ​ພາກ​ສ່ວນ ແລະ ບໍ່​ແມ່ນ​ເປັນ​ພຽງ​ແຂກ​ເທົ່າ​ນັ້ນ. ເຮົາ​ສາ​ມາດ​ຊ່ວຍ​ພວກ​ເຂົາ​ໃຫ້​ເຂົ້າ​ໃຈ​ວ່າ​ພວກ​ເຂົາ​ຄື​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ ຜູ້​ທີ່​ສາ​ມາດ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ຄົນ​ອື່ນ ແລະ ຍອມ​ຮັບ​ການ​ເອີ້ນ​ຕ່າງໆ​ເພື່ອ​ຮັບ​ໃຊ້. ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໜຸ່ມ​ຄວນ​ພິ​ຈາ​ລະ​ນາ​ທີ່​ຈະ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ. ທຸກ​ຄົນ​ຄວນ​ຕັ້ງ​ໝັ້ນ​ທີ່​ຈະ​ພະ​ຍາ​ຍາມ​ດຳ​ລົງ​ຊີ​ວິດ​ທີ່​ເໝືອນ​ດັ່ງ​ພຣະ​ຄຣິດ.

ຫລາຍ​ຄົນ​ທີ່​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ດ້ວຍ​ການ​ເສຍ​ສະ​ລະ​ສ່ວນ​ຕົວ​ຄັ້ງ​ຍິ່ງ​ໃຫຍ່ ແລະ ຕ້ອງ​ການ​ຄວາມ​ຮັກ ແລະ ການ​ສະ​ໜັບ​ສະ​ໜູນ​ຈາກ​ໝູ່​ເພື່ອນ​ໄພ່​ພົນ​ຂອງ​ພວກ​ເຂົາ​ເປັນ​ຢ່າງ​ຍິ່ງ.

ສຳ​ລັບ​ພວກ​ທ່ານ​ທີ່​ເປັນ​ສະ​ມາ​ຊິກ​ໃໝ່ ຫລື ກັບ​ຄືນ​ມາ​ສູ່​ສັດ​ທາ​ອີກ​ຄັ້ງ, ຍັງ​ມີ​ຄວາມ​ທ້າ​ທາຍ​ຫລາຍ​ຢ່າງ​ທີ່​ທ່ານ​ອາດ​ຈະ​ຕ້ອງ​ປະ​ເຊີນ​ໜ້າ. ຈົ່ງ​ອົດ​ທົນ​ກັບ​ຕົວ​ເອງ. ຜູ້​ສອນ​ສາດ​ສະ​ໜາ​ໄດ້​ສິດ​ສອນ​ທ່ານ​ກ່ຽວ​ກັບ​ຄຳ​ສອນ​ທີ່​ສຳ​ຄັນ ແລະ ໄດ້​ອະ​ທິ​ບາຍ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ ແລະ ພິ​ທີ​ການ​ຕ່າງໆ​ຂອງ​ອາ​ນາ​ຈັກ​ຊຶ່ງ​ໄດ້​ຖືກ​ກຳ​ນົດ​ຢູ່​ໃນ​ພຣະ​ຄຳ​ພີ ແລະ ໃນ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ.

ການ​ຮັບ​ເອົາ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ ແລະ ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ເປັນ​ສິ່ງ​ທີ່​ສຳ​ຄັນ. ຈົ່ງ​ສຸມ​ໃຈ​ໃສ່​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ຈຳ​ເປັນ​ສຳ​ລັບ​ຄວາມ​ສູງ​ສົ່ງ. ພຣະ​ກິດ​ຕິ​ຄຸນ​ເຮັດ​ໃຫ້​ຄວາມ​ສູງ​ສົ່ງ​ສາ​ມາດ​ເປັນ​ໄປ​ໄດ້, ຊຶ່ງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ກັບ​ພຣະ​ເຈົ້າ. ຍົກ​ເວັ້ນ​ການ​ບັບ​ຕິ​ສະ​ມາ ແລະ ການ​ຢືນ​ຢັນ, ແລະ ການ​ມອບ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ​ສຳ​ລັບ​ຜູ້​ຊາຍ​ແລ້ວ, ພັນ​ທະ​ສັນ​ຍາ​ອື່ນໆ​ທີ່​ເຮົາ​ເຂົ້າ​ຮ່ວມ​ແມ່ນ​ຈະ​ມີ​ການ​ປະ​ກອບ​ພິ​ທີ​ຢູ່​ໃນ​ພຣະ​ວິ​ຫານ. ສຳ​ລັບ​ຜູ້​ທີ່​ເສຍ​ຊີ​ວິດ​ໄປ​ແລ້ວ, ພິ​ທີ​ການ​ແຫ່ງ​ຄວາມ​ລອດ​ແຕ່​ລະ​ຂໍ້​ແມ່ນ​ຈະ​ມີ​ການ​ປະ​ກອບ​ພິ​ທີ​ການ​ທີ່​ປະ​ຕິ​ບັດ​ຢູ່​ໃນ​ພຣະ​ວິ​ຫານ​ເທົ່າ​ນັ້ນ. ອີງ​ຕາມ​ນັ້ນ, ການ​ກຽມ​ຕົວ​ຂອງ​ທ່ານ​ສຳ​ລັບ​ພຣະ​ວິ​ຫານ​ຄວນ​ເປັນ​ເປົ້າ​ໝາຍ​ທີ່​ເລັ່ງ​ດ່ວນ.

ທ່ານ​ອາດ​ຈະ​ຮູ້​ສຶກ​ບໍ່​ພຽບ​ພ້ອມ​ກ່ຽວ​ກັບ​ສິ່ງ​ທີ່​ທ່ານ​ຮູ້. ຄວາມ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ເປັນ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ໄດ້​ຮັບ​ເພີ່ມ​ຂຶ້ນ​ເປັນ​ແຕ່​ລະ​ໄລ​ຍະ​ຕາມ​ການ​ເວ​ລາ, ແຕ່​ມັນ​ບໍ່​ແມ່ນ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ. ພຣະ​ກິດ​ຕິ​ຄຸນ​ບໍ່​ແມ່ນ​ບົດ​ທົດ​ສອບ​ຄວາມ​ຮູ້. ເຖິງ​ຢ່າງ​ໃດ​ກໍ​ຕາມ, ດັ່ງ​ທີ່​ປະ​ທານ​ແນວ​ສັນ​ໄດ້​ສັນ​ຍາ​ໄວ້​ວ່າ: “ເມື່ອ​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ດ້ວຍ​ການ​ອະ​ທິ​ຖານ ທຸກ​ວັນ, ທ່ານ​ຈະ​ສາ​ມາດ​ຕັດ​ສິນ​ໃຈ​ໄດ້​ດີ​ກວ່າ​ເກົ່າ​ໃນ—ທຸກ​ວັນ. … ເມື່ອ​ທ່ານ​ໄຕ່​ຕອງ​ສິ່ງ​ທີ່​ທ່ານ​ສຶກ​ສາ, ປະ​ຕູ​ສະ​ຫວັນ​ຈະ​ເປີດ​ອອກ, ແລະ ທ່ານ​ຈະ​ໄດ້​ຮັບ​ຄຳ​ຕອບ​ໃຫ້​ແກ່​ຄຳ​ຖາມ​ຂອງ​ທ່ານ ແລະ ໄດ້​ຮັບ​ການ​ຊີ້​ນຳ​ສຳ​ລັບ​ຊີ​ວິດ​ຂອງ​ທ່ານ​ເອງ.”

ນອກ​ຈາກ​ນັ້ນ, ໃນ​ແຕ່​ລະ​ປີ​ຈະ​ມີ​ການ​ໝຸນ​ວຽນ​ຫລັກ​ສູດ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ການ​ປະ​ຊຸມ​ຕ່າງໆ​ໃນ​ວັນ​ອາ​ທິດ​ທີ່​ກວມ​ລວມ​ພຣະ​ຄຳ​ພີ​ເດີມ, ພັນ​ທະ​ສັນ​ຍາ​ໃໝ່, ພຣະ​ຄຳ​ພີ​ມໍ​ມອນ, ແລະ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ. ເມື່ອ​ເວ​ລາ​ຜ່ານ​ໄປ ທ່ານ​ຈະ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ເມື່ອ​ຄວາມ​ຮູ້​ທາງ​ດ້ານ​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ​ເຕີບ​ໂຕ​​ຂຶ້ນ. ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ປະ​ຈຳ​ຈະ​ເປັນ​ພອນ ແລະ ເສີມ​ສ້າງ​ຊີ​ວິດ​ຂອງ​ທ່ານ​ໂດຍ​ການ​ເຮັດ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ທ່ານ​ຕໍ່​ພຣະ​ກິດ​ຄິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ.

ການ​ຮຽນ​ຮູ້​ຄຳ​ສອນ​ອັນ​ບໍ​ລິ​ສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ ເປັນ​ການ​ສະ​ແຫວງ​ຫາ​ຕະ​ຫລອດ​ຊີ​ວິດ, ທັງ​ຄວາມ​ເຂົ້າ​ໃຈ​ເຖິງ​ຄຳ​ສອນ ແລະ ການ​ດຳ​ລົງ​ຊີ​ວິດ​ເໝືອນ​ດັ່ງ​ພຣະ​ຄຣິດ. ພັນ​ທະ​ສັນ​ຍາ​ທີ່​ສຳ​ຄັນ​ໃຫ້​ເຄົ້າ​ໂຄງ​ຊຶ່ງ​ເຮົາ​ອະ​ທິ​ບາຍ​ວ່າ​ເປັນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ. ຫລັກ​ການ​ເຫລົ່າ​ນີ້​ໄດ້​ຖືກ​ສິດ​ສອນ​ຢ່າງ​ມີ​ພະ​ລັງ​ໂດຍ​ປະ​ທານ​ແນວ​ສັນ. ສະ​ມາ​ຊິກ​ທຸກ​ຄົນ, ໂດຍ​ສະ​ເພາະ​ສະ​ມາ​ຊິກ​ໃໝ່ ແລະ ຜູ້​ທີ່​ກັບ​ຄືນ​ມາ, ຈະ​ໄດ້​ຮັບ​ພອນ​ໂດຍ​ການ​ສຶກ​ສາ ແລະ ການ​ປະ​ຍຸກ​ໃຊ້​ຂ່າວ​ສານ​ແຫ່ງ​ສາດ​ສະ​ດາ​ຂອງ​ເພິ່ນ​ກ່ຽວ​ກັບ​ພັນ​ທະ​ສັນ​ຍາ ແລະ ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ.

ຖ້າ​ທ່ານ​ຕັ້ງ​ເປົ້າ​ໝາຍ​ໃນ​ການ​ຮັບ​ເອົາ​ພັນ​ທະ​ສັນ​ຍາ​ແຕ່​ລະ​ຂໍ້​ຢ່າງ​ມີ​ຄ່າ​ຄວນ ທີ່​ຈຳ​ເປັນ​ຕໍ່​ຄວາມ​ສູງ​ສົ່ງ, ທ່ານ​ຈະ​ຢູ່​ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ອາ​ນາ​ຈັກ​ຊັ້ນ​ສູງ. ພຣະ​ວິ​ຫານ ແລະ ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ຄວນ​ເປັນ​ຈຸດ​ສຸມ​ຂອງ​ເຮົາ. ພັນ​ທະ​ສັນ​ຍາ​ສ່ວນ​ໃຫຍ່​ແມ່ນ​ມີ​ໄວ້​ໃຫ້​ແຕ່​ລະ​ບຸກ​ຄົນ. ພັນ​ທະ​ສັນ​ຍາ​ຂໍ້​ໜຶ່ງ, ຄື​ການ​ແຕ່ງ​ງານ​ນິ​ລັນ​ດອນ, ແມ່ນ​ກ່ຽວ​ຂ້ອງ​ກັບ​ການ​ລວມ​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ​ກັບ​ຄູ່​ຊີ​ວິດ​ຂອງ​ທ່ານ. ເປົ້າ​ໝາຍ​ຂອງ​ເຮົາ​ຄວນ​ແມ່ນ​ການ​ຊອກ​ຫາ​ຄູ່​ນິ​ລັນ​ດອນ​ຄົນ​ນັ້ນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈົ່ງ​ຢ່າ​ໄດ້​ທໍ້​ຖອຍ​ໃຈ ຖ້າ​ວ່າ​ການ​ແຕ່ງ​ງານ​ນິ​ລັນ​ດອນ​ຂອງ​ທ່ານ​ຍັງ​ເປັນ​ໄປ​ບໍ່​ທັນ​ໄດ້​ໃນ​ເວ​ລາ​ນີ້. ສາດ​ສະ​ດາ​ຫລາຍ​ທ່ານ​ໄດ້​ສິດ​ສອນ​ວ່າ ບໍ່​ມີ​ພອນ​ໃດ​ທີ່​ຈະ​ຖືກ​ກັກ​ໄວ້​ຈາກ​ສະ​ມາ​ຊິກ​ທີ່​ຊື່​ສັດ ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ. ສາດ​ສະ​ດາ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ຄົນ​ໜຶ່ງ, ກະ​ສັດ​ເບັນ​ຢາ​ມິນ, ໄດ້​ກ່າວ​ໄວ້​ຢ່າງ​ສວຍ​ງາມ​ວ່າ: “ຄົນ​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ … ໄດ້​ຮັບ​ພອນ​ທຸກ​ຢ່າງ, … ແລະ ຖ້າ​ຫາກ​ເຂົາ [ເປັນ​ຄົນ] ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ​ແລ້ວ … ເຂົາ​ຈະ​ໄດ້​ຢູ່​ກັບ​ພຣະ​ເຈົ້າ​ໃນ​ສະ​ພາບ​ແຫ່ງ​ຄວາມ​ສຸກ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ.”

ທ່ານ​ຈະ​ພົບ​ວ່າ, ຖ້າ​ທ່ານ​ຍັງ​ບໍ່​ໄດ້​ພົບ​ເທື່ອ, ສະ​ມາ​ຊິກ​ບໍ່​ໄດ້​ແມ່ນ​ຄົນ​ດີ​ພ້ອມ. ຄຳ​ສອນ​ທີ່​ຖືກ​ເປີດ​ເຜີຍ​ເຮັດ​ໃຫ້​ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ ໃນ​ລະ​ຫວ່າງ​ການ​ຢູ່​ຊົ່ວ​ຄາວ​ຂອງ​ເຮົາ​ເທິງ​ແຜ່ນ​ດິນ​ໂລກ​ນີ້, ເຮົາ​ຈະ​ເຮັດ​ຜິດ​ພາດ. ເຮົາ​ມີ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ບໍ່​ສົມ​ບູນ​ແບບ ແລະ ຕົກ​ຕໍ່າ, ບໍ່​ແມ່ນ​ໂລກ​ແຫ່ງ​ອາ​ນາ​ຈັກ​ຊັ້ນ​ສູງ. ຊີ​ວິດ​ນີ້​ຄື​ເວ​ລາ​ແຫ່ງ​ການ​ທົດ​ລອງ, ຊຶ່ງ​ມີ​ໂອ​ກາດ​ໃຫ້​ກັບ​ໃຈ ແລະ ພິ​ສູດ​ຕົວ​ເອງ​ຢູ່​ສະ​ເໝີ.

ເຮົາ​ທຸກ​ຄົນ​ຮູ້​ສຶກ​ບໍ່​ພຽບ​ພ້ອມ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ເຢ​ຊູ​ຄຣິດ. ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ຊ່ວຍ​ໃຫ້​ເຮົາ​ໄດ້​ກັບ​ໃຈ​ໃນ​ແຕ່​ລະ​ວັນ ເມື່ອ​ເຮົາ​ເຮັດ​ຜິດ​ພາດ. ດັ່ງ​ທີ່​ນີ​ໄຟ, ສາດ​ສະ​ດາ​ອີກ​ທ່ານ​ໜຶ່ງ​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ໄດ້​ກ່າວ​ວ່າ: “[ເຮົາ] ຕ້ອງ​ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ​ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະ​ນຸດ​ທັງ​ປວງ. ດັ່ງ​ນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ​ມຸ້ງ​ໜ້າ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ຈົ່ງ​ເບິ່ງ, ພຣະ​ບິ​ດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: ເຈົ້າ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.”

ຂະ​ນະ​ທີ່​ເຮົາ​ຕຶກ​ຕອງ​ເຖິງ​ຄວາມ​ທ້າ​ທາຍ​ໃນ​ວັນ​ເວ​ລາ​ຂອງ​ເຮົາ, ເຮົາ​ຕ້ອງ​ຈື່​ຈຳ​ໄວ້​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ເທິງ​ແຜ່ນ​ດິນ​ໂລກ, ກໍ​ໄດ້​ອາ​ໄສ​ຢູ່​ໃນ​ເວ​ລາ​ທີ່​ວຸ້ນ​ວາຍ ແລະ ຮຸນ​ແຮງ​ເຊັ່ນ​ກັນ. ຈຸດ​ສຸມ​ຂອງ​ພຣະ​ອົງ​ບໍ່​ໄດ້​ແມ່ນ​ຄວາມ​ທ້າ​ທາຍ​ທາງ​ດ້ານ​ການ​ເມືອງ​ຂອງ​ສະ​ໄໝ​ນັ້ນ; ແຕ່​ແມ່ນ​ຄວາມ​ສົມ​ບູນ​ແບບ​ຂອງ​ໄພ່​ພົນ.

ການ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄຳ​ສອນ ແລະ ການ​ສິດ​ສອນ​ຂອງ​ພຣະ​ອົງ ບໍ່​ເຄີຍ​ເປັນ​ເລື່ອງ​ທີ່​ງ່າຍ​ເລີຍ​ໃນ​ໂລກ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສັບ​ສົນ​ວຸ້ນ​ວາຍ​ຕະ​ຫລອດ​ເວ​ລາ. ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ໂລກ​ທີ່​ຜັນ​ຜວນ ລະ​ຫວ່າງ​ການ​ຢູ່​ຊົ່ວ​ຄາວ​ທາງ​ມະ​ຕະ​ຂອງ​ພຣະ​ອົງ, ມັນ​ບໍ່​ເປັນ​ເລື່ອງ​ງ່າຍ​ສຳ​ລັບ​ຜູ້​ນຳ ແລະ ສະ​ມາ​ຊິກ​ສະ​ໄໝ​ເລີ່ມ​ຕົ້ນ, ແລະ ມັນ​ກໍ​ບໍ່​ແມ່ນ​ເລື່ອງ​ງ່າຍ​ສຳ​ລັບ​ເຮົາ. ໂຊກ​ດີ​ທີ່, ສາດ​ສະ​ດາ​ທີ່​ມີ​ຊີ​ວິດ​ຢູ່​ໄດ້​ໃຫ້​ການ​ຊີ້​ນຳ​ທີ່​ເຮົາ​ຕ້ອງ​ການ​ໂດຍ​ສະ​ເພາະ​ໃນ​ວັນ​ເວ​ລາ​ຂອງ​ເຮົາ. ປະ​ທານ​ດາ​ລິນ ເອັຈ ໂອກສ໌ ຈະ​ສືບ​ຕໍ່​ມໍ​ລະ​ດົກ​ອັນ​ມີ​ພະ​ລັງ​ທາງ​ວິນ​ຍານ​ນັ້ນ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຄຳ​ສອນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ແມ່ນ​ເປັນ​ນິ​ລັນ​ດອນ ແລະ ເປັນ​ຄວາມ​ຈິງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ຢ່າງ​ແນ່​ນອນ ແລະ ແນ່​ໃຈ​ວ່າ ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ ແລະ ຍ້ອນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ຈຶ່ງ​ສາ​ມາດ​ເປັນ​ໜຶ່ງ​ດຽວ​ກັບ​ພຣະ​ອົງ​ໄດ້. ໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Charles Dickens, A Tale of Two Cities (1859), 1.

  2. ຫົວ​ຂໍ້​ໜຶ່ງ​ຂອງ​ທ່ານ​ດິກ​ເກັນສ໌​ກໍ​ຄື​ແນວ​ຄິດ​ຂອງ​ການ​ປ່ຽນ​ສະ​ພາບ​ສ່ວນ​ບຸກ​ຄົນ​ໃນ​ເວ​ລາ​ແຫ່ງ​ຄວາມ​ບໍ່​ສະ​ຫງົບ​ທາງ​ສັງ​ຄົມ.

  3. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 45:26.

  4. ເບິ່ງ Gary E. Stevenson, “Blessed Are the Peacemakers,” Liahona, Nov. 2025, 6–9.

  5. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:23.

  6. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:73.

  7. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23; ເບິ່ງ ຢາ​ໂຄບ 4:27 ນຳ​ອີກ.

  8. ເບິ່ງ ກິດ​ຈະ​ການ 2:41.

  9. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 112. ການ​ເປີດ​ເຜີຍ​ນີ້​ໄດ້​ຮັບ​ເມື່ອ​ວັນ​ທີ 23 ເດືອນ​ກໍ​ລະ​ກົດ, 1837, ເປັນ​ວັນ​ທຳ​ອິດ​ທີ່​ພຣະ​ກິດ​ຕິ​ຄຸນ​ໄດ້​ຖືກ​ສັ່ງ​ສອນ​ໃນ​ປະ​ເທດ​ອັງ​ກິດ​ໃນ​ຍຸກ​ສະ​ໄໝ​ນີ້. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ​ເຜີຍ​ແຜ່​ເຫລົ່າ​ນີ້, ເບິ່ງ James B. Allen, Ronald K. Esplin, ແລະ David J. Whittaker, Men With a Mission: The Quorum of the Twelve Apostles in the British Isles, 1837–1841 (1992).

  10. ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ເຫລົ່າ​ນີ້​ສ່ວນ​ຫລາຍ​ແມ່ນ​ມາ​ຈາກ​ຊົນ​ຊັ້ນ​ກຳ​ມະ​ກອນ. ຊາລ໌ ດິກ​ເກັນສ໌ ໄດ້​ສັງ​ເກດ​ເຫັນ​ບາງ​ຄົນ​ໃນ​ພວກ​ເຂົາ ຂະ​ນະ​ທີ່​ພວກ​ເຂົາ​ກຳ​ລັງ​ກຽມ​ຕົວ​ສຳ​ລັບ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ​ໄປ​ທີ່​ປະ​ເທດ​ສະ​ຫະ​ລັດ, ໂດຍ​ເຮືອ ອາ​ເມ​ຊອນ. ເພິ່ນ​ພໍ​ໃຈ​ກັບ​ການ​ປະ​ເມີນ​ຂອງ​ເພິ່ນ. ເພິ່ນ​ໄດ້​ພັນ​ລະ​ນາ​ພວກ​ເຂົາ​ວ່າ, “ໃນ​ລະ​ດັບ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຄື​ທີ່​ສຸດ​ຍອດ​ອັນ​ດັບ​ໜຶ່ງ​ຂອງ​ອັງ​ກິດ” (“The Uncommercial Traveller,” All the Year Round, July 4, 1863, 446). ເບິ່ງ 1 ໂກ​ຣິນ​ໂທ 1:26–28 ນຳ​ອີກ.

  11. ເບິ່ງ “Arrival from England, by the ‘Perpetual Emigrating Fund,’” Deseret News, Sept. 18, 1852, 90.

  12. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:62, 70; ເບິ່ງ 1 ໂກ​ຣິນ​ໂທ 15:40–42 ນຳ​ອີກ.

  13. ຂໍ້​ມູນ​ຈາກ​ໜ່ວຍ​ງານ ບັນ​ທຶກ​ຈຳ​ນວນ​ສະ​ມາ​ຊິກ ແລະ ສະ​ຖິ​ຕິ ແລະ ພະ​ແນກ​ເຜີຍ​ແຜ່.

  14. ຂໍ້​ມູນ​ຈາກ​ໜ່ວຍ​ງານ ບັນ​ທຶກ​ຈຳ​ນວນ​ສະ​ມາ​ຊິກ ແລະ ສະ​ຖິ​ຕິ ແລະ ພະ​ແນກ​ເຜີຍ​ແຜ່.

  15. ຂໍ້​ມູນ​ຈາກ​ໜ່ວຍ​ງານ ບັນ​ທຶກ​ຈຳ​ນວນ​ສະ​ມາ​ຊິກ ແລະ ສະ​ຖິ​ຕິ.

  16. ຂໍ້​ມູນ​ຈາກ​ໜ່ວຍ​ງານ ບັນ​ທຶກ​ຈຳ​ນວນ​ສະ​ມາ​ຊິກ ແລະ ສະ​ຖິ​ຕິ ແລະ ພະ​ແນກ​ເຜີຍ​ແຜ່.

  17. ມາ​ຮອດ​ຊຸມ​ປີ 1890, ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເລີ່ມ​ສະ​ໜັບ​ສະ​ໜູນ​ໃຫ້​ສະ​ມາ​ຊິກ​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ​ແທນ​ທີ່​ຈະ​ເດີນ​ທາງ​ໄປ​ລວມ​ຕົວ​ກັນ​ຢູ່​ລັດ​ຢູ​ທາ. ສະ​ເຕກ​ທຳ​ອິດ​ທີ່​ຢູ່​ນອກ​ເຂດ​ພູ​ສູງ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ໃນ​ຊຸມ​ປີ 1920, ແລະ ສະ​ເຕກ​ທຳ​ອິດ​ທີ່​ຢູ່​ນອກ​ສະ​ຫະ​ລັດ ແລະ ກາ​ນາ​ດາ ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ທີ່​ປະ​ເທດ ນູ​ແວນ​ເຊ​ລັງ (ເບິ່ງ Brandon S. Plewe, ed., Mapping Mormonism: An Atlas of Latter-day Saint History [2014], 184–85).

  18. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:11–16.

  19. ເບິ່ງ Gerrit W. Gong, “No One Sits Alone,” Liahona, Nov. 2025, 40–43.

  20. ໂມ​ເຊ 7:18.

  21. ເບິ່ງ ໂຢ​ຮັນ 17:20–21; 1 ໂກ​ຣິນ​ໂທ 12:11–31.

  22. Gordon B. Hinckley, “Converts and Young Men,” Ensign, May 1997, 47.

  23. ເບິ່ງ ຢາ​ໂກ​ໂບ 2:5; ເບິ່ງ ມັດ​ທາຍ 19:29; ໂຣມ 2:11; ເອ​ເຟ​ໂຊ 2:19; ໂມ​ໄຊ​ຢາ 18:8–9 ນຳ​ອີກ.

  24. ເບິ່ງ ຈົ່ງ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ (2023), 17.

  25. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7.

  26. Russell M. Nelson, “The Book of Mormon: What Would Your Life Be Like Without It?,” Liahona, Nov. 2017, 62–63; ເບິ່ງ Spencer W. Kimball: “ເມື່ອ​ເບິ່ງ​ຄື​ວ່າ​ບໍ່​ມີ​ຫູ​ແຫ່ງ​ສະ​ຫວັນ​ຮັບ​ຟັງ, ແລະ ສຽງ​ແຫ່ງ​ສະ​ຫວັນ​ບໍ່​ເວົ້າ​ຈາ, … ຖ້າ [ເຮົາ] ດື່ມ​ດໍ່າ [ຕົວ​ເຮົາ​ເອງ] ໃນ​ພຣະ​ຄຳ​ພີ, ຄວາມ​ຫ່າງ​ນັ້ນ​ກໍ​ຈະ​ແຄບ​ລົງ ແລະ ສະ​ພາບ​ທາງ​ວິນ​ຍານ​ກໍ​ກັບ​ຄືນ​ມາ” (Teachings of Presidents of the Church: Spencer W. Kimball [2006], 67) ນຳ​ອີກ.

  27. ເບິ່ງ ໂຢ​ຮັນ 5:39.

  28. ເບິ່ງ, ຍົກ​ຕົວ​ຢ່າງ, Russell M. Nelson, “Let God Prevail,” Liahona, Nov. 2020, 92–95; “The Power of Spiritual Momentum,” Liahona, May 2022, 97–100; “Overcome the World and Find Rest,” Liahona, Nov. 2022, 95–98.

  29. ໂມ​ໄຊ​ຢາ 2:41.

  30. ເບິ່ງ ແອວ​ມາ 34:32.

  31. 2 ນີໄຟ 31:20.

  32. ເບິ່ງ ເອ​ເຟ​ໂຊ 4:11–15.

  33. ເບິ່ງ ໂຢ​ຮັນ 17:20–22.