ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພຣະ​ຄຳ​ພີ​ມໍ​ມອນ—ຊັບ​ສົມ​ບັດ​ທີ່​ບໍ່​ສາ​ມາດ​ວັດ​ແທກ​ໄດ້​ໃນ​ການ​ເດີນ​ທາງ​ຂອງ​ເຮົາ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2025


9:47

ພຣະ​ຄຳ​ພີ​ມໍ​ມອນ—ຊັບ​ສົມ​ບັດ​ທີ່​ບໍ່​ສາ​ມາດ​ວັດ​ແທກ​ໄດ້​ໃນ​ການ​ເດີນ​ທາງ​ຂອງ​ເຮົາ

ເມື່ອ​ເຮົາ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ພຣະ​ວິນ​ຍານ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ນິ​ລັນ​ດອນ.

ທ່ານ​ຈື່​ຕອນ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ມອບ​ຂອງ​ຂວັນ​ທີ່​ປ່ຽນ​ຊີ​ວິດ​ຂອງ​ທ່ານ​ໄດ້​ບໍ? ເດືອນ​ຕຸ​ລາ​ນີ້​ແມ່ນ​ຄົບ​ຮອບ 40 ປີ​ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຂອງ​ຂວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ. ຕອນ​ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມ​ປາຍ, ຂ້າ​ພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ວ່າ ເພື່ອນ​ຮ່ວມ​ຮຽນ​ຄົນ​ໜຶ່ງ​ໄດ້​ມີ​ຄວາມ​ສະ​ຫວ່າງ​ທີ່​ແຕກ​ຕ່າງ​ຈາກ​ຄົນ​ໜຸ່ມ​ຄົນ​ອື່ນໆ​ຫລາຍ​ຄົນ. ຂ້າ​ພະ​ເຈົ້າ​ມັກ​ຢູ່​ກັບ​ລາວ. ມື້​ໜຶ່ງ ລາວ​ໄດ້​ບອກ​ຂ້າ​ພະ​ເຈົ້າ​ວ່າ ລາວ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ແລ້ວ​ລາວ​ໄດ້​ສະ​ເໜີ​ມອບ​ຂອງ​ຂວັນ​ໃຫ້​ຂ້າ​ພະ​ເຈົ້າ: ປຶ້ມ​ພຣະ​ຄຳ​ພີ​ມໍ​ມອນ. ລາວ​ໄດ້​ເຊື້ອ​ເຊີນ​ໃຫ້​ຂ້າ​ພະ​ເຈົ້າ​ອ່ານ​ສອງ​ສາມ​ໜ້າ ແລະ ພົບ​ກັບ​ເພື່ອນ​ສອງ​ຄົນ ຜູ້​ທີ່​ສາ​ມາດ​ຕອບ​ຄຳ​ຖາມ​ຂອງ​ຂ້າ​ພະ​ເຈົ້າ. ເພື່ອນ​ເຫລົ່າ​ນັ້ນ​ກໍ​ແມ່ນ​ຜູ້​ສອນ​ສາດ​ສະ​ໜາ​ນັ້ນ​ເອງ.

ເມື່ອ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ, ເຂົາ​ເຈົ້າ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ເຖິງ​ຄຳ​ສອນ​ຂອງ​ພຣະ​ຄຣິດ ແລະ ໄດ້​ເຊື້ອ​ເຊີນ​ຂ້າ​ພະ​ເຈົ້າ​ໃຫ້​ເຮັດ​ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ສາດ​ສະ​ດາ​ໂມ​ໂຣ​ໄນ ທີ່​ວ່າ: “ແລະ ເມື່ອ​ທ່ານ​ໄດ້​ຮັບ​ເລື່ອງ​ເຫລົ່າ​ນີ້​ແລ້ວ, ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ທ່ານ​ໃຫ້​ທູນ​ຖາມ​ພຣະ​ເຈົ້າ, ພຣະ​ບິ​ດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ, ຖ້າ​ຫາກ​ເລື່ອງ​ເຫລົ່າ​ນີ້​ບໍ່​ຈິງ; ແລະ ຖ້າ​ຫາກ​ທ່ານ​ທູນ​ຖາມ​ດ້ວຍ​ໃຈ​ຈິງ, ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ມີ​ສັດ​ທາ​ໃນ​ພຣະ​ຄຣິດ, ພຣະ​ອົງ​ຈະ​ສະ​ແດງ​ຄວາມ​ຈິງ​ຂອງ​ເລື່ອງ​ນີ້​ໃຫ້​ປະ​ຈັກ​ແກ່​ທ່ານ, ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ” (ໂມ​ໂຣ​ໄນ 10:4).

ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຫລາຍ​ໜ້າ​ໃນ ພຣະ​ຄຳ​ພີ​ມໍ​ມອນ ແລະ ໄດ້​ອະ​ທິ​ຖານ. ເຖິງ​ແມ່ນ​ວ່າ​ຂ້າ​ພະ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ທີ່​ເລິກ​ເຊິ່ງ​ເຖິງ​ທຸກ​ສິ່ງ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ກຳ​ລັງ​ສິດ​ສອນ​ຂ້າ​ພະ​ເຈົ້າ​ຢູ່, ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຮູ້​ສຶກ​ໃນ​ໃຈ​ວ່າ ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ອ່ານ​ຢູ່​ນັ້ນ​ດີ ແລະ ມາ​ຈາກ​ພຣະ​ເຈົ້າ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ຢືນ​ຢັນ​ເຖິງ​ຄຳ​ສັນ​ຍາ​ຂອງ​ໂມ​ໂຣ​ໄນ ທີ່​ວ່າ: “ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ທ່ານ​ຈະ​ຮູ້​ຈັກ​ຄວາມ​ຈິງ​ຂອງ​ທຸກ​ເລື່ອງ” (ໂມ​ໂຣ​ໄນ 10:5).

ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ແລ້ວ, ໝູ່​ເພື່ອນ​ບາງ​ຄົນ​ໄດ້​ພະ​ຍາ​ຍາມ​ຊັກ​ຊວນ​ຂ້າ​ພະ​ເຈົ້າ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ຜິດ. ແຕ່​ທຸກ​ເທື່ອ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ປະ​ເຊີນ​ໜ້າ​ກັບ​ຄວາມ​ສົງ​ໄສ ຫລື ການ​ຕໍ່​ຕ້ານ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮັບ​ການ​ຢືນ​ຢັນ​ໃໝ່​ຜ່ານ​ທາງ​ການ​ສຶກ​ສາ​ພຣະ​ຄຳ​ພີ ແລະ ການ​ອະ​ທິ​ຖານ​ເພື່ອ​ໃຫ້​ຍຶດ​ໝັ້ນ​ຕໍ່​ພັນ​ທະ​ສັນ​ຍາ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ກັບ​ພຣະ​ເຈົ້າ. ນັບ​ຕັ້ງ​ແຕ່​ເວ​ລາ​ນັ້ນ​ມາ, ພຣະ​ຄຳ​ພີ​ມໍ​ມອນ ກໍ​ໄດ້​ເປັນ​ເພື່ອນ​ຂອງ​ຂ້າ​ພະ​ເຈົ້າ ແລະ ໄດ້​ກາຍ​ມາ​ເປັນ​ຊັບ​ສົມ​ບັດ​ທີ່​ບໍ່​ສາ​ມາດ​ວັດ​ແທກ​ໄດ້​ໃນ​ການ​ເດີນ​ທາງ​ໃນ​ຊ່ວງ​ມະ​ຕະ​ຂອງ​ຂ້າ​ພະ​ເຈົ້າ.

ພຣະ​ຄຳ​ພີ​ມໍ​ມອນ​ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ພຽງ​ແຕ່​ເປັນ​ປຶ້ມ​ເຫລັ້ມ​ໜຶ່ງ​ເທົ່າ​ນັ້ນ. ມັນ​ເປັນ​ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຖືກ​ຂຽນ​ໄວ້​ໂດຍ​ສາດ​ສະ​ດາ​ຫລາຍໆ​ທ່ານ​ໃນ​ສະ​ໄໝ​ບູ​ຮານ ຜ່ານ​ທາງ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ການ​ເປີດ​ເຜີຍ.

ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ​ທີ່​ບັນ​ທຶກ​ໄວ້​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ນັ້ນ ເປັນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ສ່ວນ​ຕົວ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຕໍ່​ບັນ​ດາ​ຊາວ​ນີ​ໄຟ ບໍ່​ດົນ​ຫລັງ​ຈາກ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ພຣະ​ຄຳ​ພີ​ມໍ​ມອນ “ເວົ້າ​ເຖິງ​ຄຳ​ສອນ​ພຣະ​ກິດ​ຕິ​ຄຸນ ແລະ ແຜນ​ແຫ່ງ​ຄວາມ​ລອດ, ແລະ ບອກ​ມະ​ນຸດ​ທຸກ​ຄົນ​ເຖິງ​ສິ່ງ​ທີ່​ພວກ​ເຂົາ​ຕ້ອງ​ເຮັດ​ເພື່ອ​ຈະ​ໄດ້​ຮັບ​ສັນ​ຕິ​ສຸກ​ໃນ​ຊີ​ວິດ​ນີ້ ແລະ ຄວາມ​ລອດ​ນິ​ລັນ​ດອນ​ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ” (ຄຳ​ແນະ​ນຳ​ຕໍ່​ພຣະ​ຄຳ​ພີ​ມໍ​ມອນ).

ສະ​ບັບ​ທຳ​ອິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ: ປະ​ຈັກ​ພະ​ຍານ​ອີກ​ຢ່າງ​ໜຶ່ງ​ເຖິງ​ພຣະ​ເຢ​ຊູ​ຄຣິດ ຖືກ​ຈັດ​ພິມ​ຢູ່​ໃນ​ເມືອງ​ນ້ອຍ​ແຫ່ງ​ໜຶ່ງ​ໃນ​ລັດ​ນິວ​ຢອກ ໃນ​ເດືອນ​ມີ​ນາ 1830. ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ມີ​ອາ​ຍຸ​ພຽງ​ແຕ່ 23 ປີ​ຕອນ​ເພິ່ນ​ໄດ້​ສຳ​ເລັດ​ການ​ແປ​ປຶ້ມ​ນັ້ນ​ໃນ​ປີ 1829. ເພິ່ນ​ໄດ້​ແປ​ປຶ້ມ​ເກືອບ​ໝົດ​ທັງ​ເຫລັ້ມ​ໃນ​ເວ​ລາ​ທີ່​ໜ້ອຍ​ກວ່າ 75 ວັນ, ແລະ ຂັ້ນ​ຕອນ​ການ​ພິມ​ໄດ້​ໃຊ້​ເວ​ລາ​ເຈັດ​ເດືອນ.

ທຸກ​ວັນ​ນີ້, ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ປະ​ມານ 80,000 ຄົນ​ຢູ່​ໃນ​ຫລາຍ​ກວ່າ 150 ປະ​ເທດ​ກຳ​ລັງ​ຮັບ​ໃຊ້​ເປັນ​ອາ​ສາ​ສະ​ໝັກ, ອຸ​ທິດ​ຊີ​ວິດ​ຂອງ​ເຂົາ​ເຈົ້າ​ເພື່ອ​ເປັນ​ພະ​ຍານ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ນັ້ນ​ຈິງ ແລະ ວ່າ​ມັນ​ເປັນ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ.

ໃນ​ການ​ສຳ​ມະ​ນາ​ເທື່ອ​ລ່າ​ສຸດ​ສຳ​ລັບ​ຜູ້​ນຳ​ເຜີຍ​ແຜ່​ຄົນ​ໃໝ່​ໃນ​ເດືອນ​ມິ​ຖຸ​ນາ​ຂອງ​ປີ​ນີ້, ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ​ຂອງ​ເພິ່ນ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ​ວ່າ: “ພຣະ​ຄຳ​ພີ​ມໍ​ມອນ​ເປັນ … ພຣະ​ຄຳ​ຂອງ​ພຣະ​ເຈົ້າ. ມັນ​ສິດ​ສອນ​ຄຳ​ສອນ​ຂອງ​ພຣະ​ຄຣິດ ແລະ ອະ​ທິ​ບາຍ​ກ່ຽວ​ກັບ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຫລາຍ​ກວ່າ​ໜັງ​ສື​ເຫລັ້ມ​ອື່ນໆ.”

ຂ້າ​ພະ​ເຈົ້າ​ຢາກ​ຂໍ​ສະ​ເໜີ​ໃຫ້​ຄຳ​ແນະ​ນຳ​ສາມ​ຂໍ້​ທີ່​ສາ​ມາດ​ຊ່ວຍ​ໃຫ້​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ຕໍ່​ພຣະ​ເຢ​ຊູ​ຄຣິດ​ເລິກ​ເຊິ່ງ​ຂຶ້ນ ຜ່ານ​ທາງ​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ.

1. ໃຫ້​ພາກ​ພຽນ ແລະ ສະ​ໝ່ຳ​ສະ​ເໝີ​ໃນ​ການ​ສຶກ​ສາ​ປະ​ຈຳ​ວັນ​ຂອງ​ທ່ານ.

ເຊັ່ນ​ດຽວ​ກັບ​ແອວ​ມາ ແລະ ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ, ເຮົາ​ກໍ​ຕ້ອງ “[ຄົ້ນ​ຄວ້າ] ພຣະ​ຄຳ​ພີ​ຢ່າງ​ພາກ​ພຽນ, ເພື່ອ [ເຮົາ] ຈະ​ໄດ້​ຮູ້​ຈັກ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ” ແລະ ໄດ້​ຮັບ​ຄວາມ​ເຂັ້ມ​ແຂງ​ໃນ​ຄວາມ​ຈິງ (ແອວ​ມາ 17:2).

ຂະ​ນະ​ທີ່​ຮັບ​ໃຊ້​ເປັນ​ຜູ້​ນຳ​ເຜີຍ​ແຜ່​ໃນ​ເຂດ​ເຜີຍ​ແຜ່​ຈໍ​ເຈຍ ແອັດ​ແລນ​ຕາ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໄດ້​ຊຸກ​ຍູ້​ຜູ້​ສອນ​ສາດ​ສະ​ໜາ​ທຸກ​ຄົນ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ຢ່າງ​ໜ້ອຍ 30 ນາ​ທີ​ທຸກ​ມື້. ຄວາມ​ມຸ່ງ​ໝັ້ນ​ນັ້ນ​ໄດ້​ເພີ່ມ​ສັດ​ທາ​ຂອງ​ເຮົາ ແລະ ຊ່ວຍ​ເຮົາ​ໃຫ້​ສະ​ແຫວງ​ຫາ ແລະ ຄາດ​ຫວັງ​ການ​ອັດ​ສະ​ຈັນ.

ມັນ​ເປັນ​ໄປ​ໄດ້​ທີ່​ຫລັງ​ຈາກ​ການ​ເຜີຍ​ແຜ່ ພວກ​ເຮົາ​ອາດ​ບໍ່​ມີ​ເວ​ລາ​ຫລາຍ​ແບບ​ດຽວ​ກັນ​ນັ້ນ​ສຳ​ລັບ​ການ​ສຶກ​ສາ​ພຣະ​ຄຳ​ພີ​ທຸກໆ​ມື້, ແຕ່​ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ຖ້າ​ຫາກ​ທ່ານ​ຈັດ​ໃຫ້​ການ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ລຳ​ດັບ​ຄວາມ​ສຳ​ຄັນ​ແຕ່​ລະ​ມື້​ດ້ວຍ​ການ​ອະ​ທິ​ຖານ, ທ່ານ​ຈະ​ພົບ​ເຫັນ​ພະ​ລັງ​ທາງ​ວິນ​ຍານ ແລະ ຄວາມ​ໝັ້ນ​ໃຈ​ໃນ​ພຣະ​ຜູ້​ເປັນ​ເຈົ້າ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ.

2. ເຮັດ​ໃຫ້​ການ​ສຶກ​ສາ​ຂອງ​ທ່ານ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ​ໂດຍ​ການ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ.

ນີ​ໄຟ​ໄດ້​ສິດ​ສອນ​ວ່າ, “ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ; ເພາະ​ຈົ່ງ​ເບິ່ງ, ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ” (2 ນີ​ໄຟ 32:3).

ຊື່ນ​ຊົມ ມີ​ຄວາມ​ໝາຍ​ຫລາຍ​ກວ່າ​ພຽງ​ແຕ່​ອ່ານ—ມັນ​ໝາຍ​ເຖິງ​ການ​ອີ່ມ​ເອີບ, ການ​ໄຕ່​ຕອງ, ແລະ ການ​ນຳ​ໃຊ້. ຂະ​ນະ​ທີ່​ທ່ານ​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ, ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ຈະ​ເຮັດ​ໃຫ້​ການ​ສຶກ​ສາ​ພຣະ​ຄຳ​ພີ​ຂອງ​ທ່ານ​ມີ​ຄວາມ​ໝາຍ​ຫລາຍ​ຂຶ້ນ. ຍົກ​ຕົວ​ຢ່າງ:

  • ໃຊ້​ສິ່ງ​ຊ່ວຍ​ການ​ສຶກ​ສາ​ທີ່​ມີ​ໃຫ້​ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  • ລະ​ບຸ​ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ແຜນ​ຂອງ​ພຣະ​ເຈົ້າ ແລະ ນຳ​ພາ​ເຮົາ​ໃຫ້​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

  • ໝາຍ​ສີ​ວະ​ລີ​ທີ່​ສຳ​ຄັນ ແລະ ບັນ​ທຶກ​ຄວາມ​ປະ​ທັບ​ໃຈ​ຂອງ​ທ່ານ​ເພື່ອ​ຮັກ​ສາ​ສິ່ງ​ທີ່​ທ່ານ​ໄດ້​ຮຽນ​ຮູ້​ລະ​ຫວ່າງ​ການ​ສຶກ​ສາ​ຂອງ​ທ່ານ​ເອົາ​ໄວ້.

ພຣະ​ຄຳ​ພີ​ມໍ​ມອນ​ມີ​ອຳ​ນາດ​ທີ່​ຈະ​ຕອບ​ຄຳ​ຖາມ​ຂອງ​ຈິດ​ວິນ​ຍານ​ຂອງ​ເຮົາ. ດັ່ງ​ທີ່​ນີ​ໄຟ​ໄດ້​ກ່າວ​ວ່າ, ເຮົາ​ຄວນ “ປຽບ​ທຽບ​ພຣະ​ຄຳ​ພີ​ທັງ​ໝົດ​ກັບ​ຕົວ​ຂອງ​ພວກ​ເຮົາ, ເພື່ອ​ມັນ​ຈະ​ໄດ້​ເປັນ​ຜົນ​ປະ​ໂຫຍດ ແລະ ເປັນ​ການ​ຮຽນ​ຮູ້​ຂອງ​ພວກ​ເຮົາ” (1 ນີ​ໄຟ 19:23).

ຂະ​ນະ​ທີ່​ເຮົາ​ຊື່ນ​ຊົມ​ກັບ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ມັນ​ຈະ​ເປີດ​ປະ​ຕູ​ສູ່​ການ​ເປີດ​ເຜີຍ ແລະ ສະ​ແດງ​ໃຫ້​ເຮົາ​ເຫັນ​ສິ່ງ​ທີ່​ເຮົາ​ຈຳ​ເປັນ​ຕ້ອງ​ເຮັດ​ໃນ​ສະ​ຖາ​ນະ​ການ​ຕ່າງໆ​ໃນ​ຊີ​ວິດ​ຂອງ​ເຮົາ ເພື່ອ​ຈະ​ເຂົ້າ​ໃກ້​ພຣະ​ອົງ​ຫລາຍ​ຂຶ້ນ.

3. ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ຄວາມ​ຈິງ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ

ດັ່ງ​ທີ່​ລີ​ໄຮ​ໄດ້​ປາດ​ຖະ​ໜາ​ຈະ​ແບ່ງ​ປັນ​ໝາກ​ໄມ້​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ກັບ​ຄອບ​ຄົວ​ຂອງ​ເພິ່ນ (ເບິ່ງ 1 ນີ​ໄຟ 8:12), ເມື່ອ​ເຮົາ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ, ເຮົາ​ກໍ​ພັດ​ທະ​ນາ​ຄວາມ​ປາດ​ຖະ​ໜາ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຊື່ນ​ຊົມ​ທີ່​ມາ​ຈາກ​ການ​ຮູ້​ຈັກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຊິດ​ສະ​ເຕີ ເບັນ​ສັນ ກັບ​ພຣະ​ຄຳ​ພີ​ມໍ​ມອນ

ຜູ້​ສອນ​ສາດ​ສະ​ໜາ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ, ຊິດ​ສະ​ເຕີ ເບັນ​ສັນ, ຜູ້​ມາ​ຮ່ວມ​ກັບ​ພວກ​ເຮົາ​ໃນ​ພາກ​ນີ້, ໄດ້​ແບ່ງ​ປັນ​ຄວາມ​ປາດ​ຖະ​ໜາ​ຂອງ​ລາວ​ກັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ຊ່ວຍ​ນ້ອງ​ຊາຍ​ຂອງ​ລາວ. ໃນ​ເວ​ລາ​ນັ້ນ, ລາວ​ກຳ​ລັງ​ກຽມ​ທີ່​ຈະ​ໄປ​ຮຽນ​ຢູ່​ວິ​ທະ​ຍາ​ໄລ, ແລະ ບໍ່​ແນ່​ໃຈ​ກ່ຽວ​ກັບ​ການ​ຮັບ​ໃຊ້​ເຜີຍ​ແຜ່. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄວາມ​ປະ​ທັບ​ໃຈ​ໃຫ້​ເຊື້ອ​ເຊີນ ຊິດ​ສະ​ເຕີ ເບັນ​ສັນ ໃຫ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ລະ​ຫວ່າງ​ສີ່​ເດືອນ​ທຳ​ອິດ​ຂອງ​ການ​ເຜີຍ​ແຜ່​ຂອງ​ລາວ, ຂີດ​ໝາຍ​ຂໍ້​ພຣະ​ຄຳ​ພີ​ທີ່​ໂປດ​ປານ​ຂອງ​ລາວ, ແລະ ແລ້ວ​ໃຫ້​ສົ່ງ​ເຫລັ້ມ​ນັ້ນ​ໄປ​ໃຫ້​ນ້ອງ​ຊາຍ​ຂອງ​ລາວ.

ຊິດ​ສະ​ເຕີ ເບັນ​ສັນ ໄດ້​ສົ່ງ​ພຣະ​ຄຳ​ພີ​ມໍ​ມອນ​ເຫລັ້ມ​ທີ່​ຖືກ​ຂີດ​ໝາຍ ແລະ ໄດ້​ເຊື້ອ​ເຊີນ​ນ້ອງ​ຊາຍ​ຂອງ​ລາວ​ໃຫ້​ອ່ານ​ຈາກ​ເຫລັ້ມ​ນີ້​ແຕ່​ລະ​ຄືນ. ຕໍ່​ມາ​ລາວ​ໄດ້​ແບ່ງ​ປັນ​ກັບ​ຂ້າ​ພະ​ເຈົ້າ​ວ່າ: “ກ່ອນ​ການ​ເຜີຍ​ແຜ່​ຂອງ​ຂ້າ​ນ້ອຍ, ນ້ອງ​ຊາຍ​ຂອງ​ຂ້າ​ນ້ອຍ​ບໍ່​ແນ່​ໃຈ​ວ່າ​ລາວ​ຢາກ​ໄປ​ຮັບ​ໃຊ້​ເຕັມ​ເວ​ລາ. ຢ່າງ​ຊ້າໆ, ເມື່ອ​ເວ​ລາ​ຜ່ານ​ໄປ, ຂະ​ນະ​ທີ່​ລາວ​ໄດ້​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ, ລາວ​ໄດ້​ພົບ​ເຫັນ​ຄວາມ​ຊື່ນ​ຊົມ​ທີ່​ເພີ່ມ​ທະ​ວີ​ຂຶ້ນ​ໃນ​ຊີ​ວິດ​ຂອງ​ລາວ ແລະ ໄດ້​ເລີ່ມ​ພິ​ຈາ​ລະ​ນາ​ທີ່​ຈະ​ຮັບ​ໃຊ້​ເຜີຍ​ແຜ່.”

ແອວ​ເດີ ເບັນ​ສັນ

ສອງ​ອາ​ທິດ ກ່ອນ​ຊິດ​ສະ​ເຕີ ເບັນ​ສັນ ໄດ້​ສຳ​ເລັດ​ການ​ເຜີຍ​ແຜ່​ຂອງ​ລາວ, ນ້ອງ​ຊາຍ​ຂອງ​ລາວ​ໄດ້​ຮັບ​ການ​ເອີ້ນ​ຂອງ​ລາວ. ໃນ​ເວ​ລາ​ນີ້​ລາວ​ກຳ​ລັງ​ຮັບ​ໃຊ້​ຢູ່​ເຂດ​ເຜີຍ​ແຜ່ ແມັກ​ຊິ​ໂກ ທຸກ​ສະ​ລາ ກູ​ຕີ​ແອ​ເຣສ໌. ຜ່ານ​ທາງ​ພຣະ​ຄຳ​ພີ​ມໍ​ມອນ, ແອວ​ເດີ ເບັນ​ສັນ ໄດ້​ເຫັນ​ຊີ​ວິດ​ຂອງ​ລາວ​ດ້ວຍ​ຄວາມ​ຊັດ​ເຈນ​ທາງ​ວິນ​ຍານ, ຊຶ່ງ​ໄດ້​ນຳ​ພາ​ລາວ​ໄປ​ສູ່​ການ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄວ້​ວາງ​ໃຈ​ວ່າ​ທຸກ​ສິ່ງ​ຈະ​ເປັນ​ໄປ​ດ້ວຍ​ດີ. ການ​ຕັດ​ສິນ​ໃຈ​ນັ້ນ​ເປັນ​ການ​ອັດ​ສະ​ຈັນ—ທີ່​ໄດ້​ຮັບ​ອິດ​ທິ​ພົນ​ໂດຍ​ອຳ​ນາດ​ຂອງ​ພຣະ​ຄຳ​ຂອງ​ພຣະ​ຄຣິດ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຊຸກ​ຍູ້​ທ່ານ​ແຕ່​ລະ​ຄົນ​ໃຫ້​ສຶກ​ສາ​ພຣະ​ຄຳ​ພີ​ມໍ​ມອນ​ຢ່າງ​ເລິກ​ເຊິ່ງ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ເມື່ອ​ເຮົາ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ທີ່​ພົບ​ເຫັນ​ຢູ່​ໃນ​ພຣະ​ຄຳ​ພີ​ມໍ​ມອນ, ພຣະ​ວິນ​ຍານ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃຈ​ຄວາມ​ຈິງ​ນິ​ລັນ​ດອນ ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ດ້ວຍ​ຄວາມ​ໝັ້ນ​ໃຈ​ກັບ​ຜູ້​ຄົນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ກຽມ​ໄວ້ ເພື່ອ​ຈະ​ໄດ້​ຍິນ​ຂ່າວ​ສານ​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ຜູ້​ທີ່​ຖືກ​ເລືອກ​ໄວ້​ຂອງ​ເຮົາ ໄດ້​ຍິນ​ສຽງ​ຂອງ​ເຮົາ ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 29:7). ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຜູ້​ຄົນ​ທີ່​ທູນ​ຖາມ​ພຣະ​ເຈົ້າ​ດ້ວຍ​ສັດ​ທາ​ຈະ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ເຖິງ​ຄວາມ​ຈິງ ແລະ ຄວາມ​ສັກ​ສິດ​ຂອງ​ພຣະ​ຄຳ​ພີ​ມໍ​ມອນ ໂດຍ​ອຳ​ນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ສິ່ງ​ນີ້ ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Sacrament Meeting” (ຄຳ​ປາ​ໄສ​ທີ່​ກ່າວ​ຢູ່​ໃນ​ການ​ປະ​ຊຸມ​ສຳ​ມະ​ນາ​ສຳ​ລັບ​ຜູ້​ນຳ​ເຜີຍ​ແຜ່​ຊຸດ​ໃໝ່, ວັນ​ທີ 23 ເດືອນ​ມິ​ຖຸ​ນາ, 2025).