ຮັບເອົາຂອງປະທານຂອງພຣະອົງ
ທ່ານເປັນທິດາທີ່ຮັກຂອງພຣະເຈົ້າ, ທ່ານເປັນບຸດທີ່ຖະໜຸຖະໜອມຂອງພຣະເຈົ້າ, ແລະ ພຣະອົງໄດ້ປະທານພຣະບຸດທີ່ດີພ້ອມ ແລະ ບໍລິສຸດຂອງພຣະອົງໃຫ້ແກ່ທ່ານ.
ການໃຫ້ຂອງຂວັນ
ການໃຫ້ຂອງຂວັນເປັນປະເພນີທາງສັງຄົມທີ່ກວມເອົາທຸກວັດທະນະທຳ, ອະລິຍະທຳ, ແລະ ຫລາຍພັນປີ. ຕະຫລອດເວລາທີ່ຜ່ານມາ, ຜູ້ຄົນໄດ້ມອບຂອງຂວັນໃຫ້ກັນແລະກັນ ເພື່ອເສີມສ້າງຄວາມສຳພັນ, ສະແດງຄວາມຮັກ ແລະ ຄວາມກະຕັນຍູ, ແລະ ໝາຍເຫດການສຳຄັນດັ່ງເຊັ່ນການແຕ່ງງານ, ວັນເກີດ, ແລະ ວັນພັກການ. ແລະ ມະນຸດບໍ່ໄດ້ເປັນຜົນການນິລະມິດສ້າງຂອງພຣະເຈົ້າເທົ່ານັ້ນທີ່ມອບຂອງຂວັນໃຫ້ກັນແລະກັນ. ໃນບັນດາຕົວຢ່າງອື່ນໆຢ່າງຫລວງຫລາຍ ທີ່ເຮົາສາມາດອ້າງເຖິງ, ນົກເພັນກວິນກໍເປັນທີ່ຮັບຮູ້ວ່າເອົາກ້ອນຫີນເຫລື້ອມໃຫ້ໂຕທີ່ຈະເປັນຄູ່ຂອງມັນ, ລີງໂບໂນໂບ (ສາຍພັນດຽວກັບລີງຊິມປານຊີ) ເອົາໝາກໄມ້ໃຫ້ກັນ ເພື່ອຈະຂະຫຍາຍວົງມິດຕະພາບຂອງມັນ.
ທ່ານໄດ້ໃຫ້ຂອງຂວັນຫຍັງແດ່? ໃຫ້ຄິດເຖິງເວລາຕອນທີ່ທ່ານໄດ້ພົບເຫັນ—ຫລື ໄດ້ເຮັດ—ຂອງຂວັນທີ່ດີເລີດໃຫ້ຄົນໃດຄົນໜຶ່ງທີ່ທ່ານຮັກ. ທ່ານໄດ້ຮູ້ວ່າຂອງຂວັນນັ້ນຄືສິ່ງທີ່ຄົນທີ່ທ່ານຮັກຄົນນີ້ຢາກໄດ້ແທ້ໆ ແລະ ເປັນສິ່ງທີ່ເຂົາເຈົ້າຈະຖະໜອມ. ແມ່ນຫຍັງຄືຂອງຂວັນຊິ້ນນັ້ນ? ມັນແມ່ນຂອງຂວັນສຳລັບແມ່ຂອງທ່ານບໍ? ສຳລັບເພື່ອນ? ສຳລັບລູກຂອງທ່ານ? ສຳລັບຄູສອນ? ສຳລັບພໍ່ຕູ້ຂອງທ່ານບໍ? ທ່ານໄດ້ຮູ້ສຶກແນວໃດຕອນທ່ານໄດ້ພົບເຫັນຂອງຂວັນນີ້? ທ່ານຮູ້ສຶກແນວໃດ ເມື່ອທ່ານໄດ້ຄິດກ່ຽວກັບຄົນທີ່ທ່ານຮັກເປີດຂອງຂວັນນັ້ນ? ໃນທຳນອງດຽວກັນ, ເມື່ອໃດແດ່ທີ່ຄົນໃດຄົນໜຶ່ງໄດ້ເອົາຂອງຂວັນທີ່ດີເລີດໃຫ້ແກ່ ທ່ານ ແລະ ການຮັບເອົາຂອງຂວັນນັ້ນເປັນແນວໃດ.
ຂອງຂວັນທີ່ພໍ່ໃຫ້ຂ້າພະເຈົ້າ
ຕອນຂ້າພະເຈົ້າອາຍຸປະມານເຈັດປີ, ຕອນອາໄສຢູ່ກັບພໍ່ແມ່ຂອງຂ້າພະເຈົ້າຢູ່ທີ່ອາຣາເບຍ, ມີໜັງສຳລັບເດັກນ້ອຍເລື່ອງໜຶ່ງຊື່ວ່າ Chitty Chitty Bang Bang ຖືກປ່ອຍອອກໃຫ້ຊົມ. ໜັງເລື່ອງນັ້ນແມ່ນກ່ຽວກັບລົດວິເສດທີ່ສາມາດຂັບຕົວມັນເອງ, ຟູຢູ່ເທິງນ້ຳ, ແລະ ແມ່ນແຕ່ບິນໄດ້! ຂ້າພະເຈົ້າໄດ້ຮູ້ວ່າ ຢູ່ບ້ານທີ່ປະເທດອັງກິດ ເຂົາເຈົ້າໄດ້ຜະລິດລົດຫລິ້ນຂະໜາດນ້ອຍ ທີ່ຄ້າຍຄືກັນກັບລົດ Chitty Chitty Bang Bang, ແລະ ໂອ້, ຂ້າພະເຈົ້າກໍຢາກໄດ້ມັນຫລາຍແທ້ໆ! ທ່ານສາມາດດຶງຄັນໂຍກ, ແລະ ປີກຂອງລົດຫລິ້ນນັ້ນກໍຈະໂຜ່ອອກມາ! ພໍ່ຂອງຂ້າພະເຈົ້າເດີນທາງໄປທຳທຸລະກິດທີ່ປະເທດອັງກິດ ແລະ ໄດ້ຖາມຖ້າຫາກວ່າຂ້າພະເຈົ້າຢາກໃຫ້ເພິ່ນເອົາຫຍັງກັບມາຕ້ອນຂ້າພະເຈົ້າ, ແລະ ຂ້າພະເຈົ້າໄດ້ບອກເພິ່ນວ່າຂ້າພະເຈົ້າຢາກໄດ້ລົດທີ່ຄ້າຍຄືກັນກັບລົດ Chitty Chitty Bang Bang ຫລາຍທີ່ສຸດ.
ເພິ່ນໄດ້ກັບມາຈາກການເດີນທາງຂອງເພິ່ນ, ແລະ ບໍ່ມີລົດຈັກຄັນໄດ້ປະກົດຕົວເລີຍ. ຂ້າພະເຈົ້າເສົ້າໃຈຫລາຍ ແລະ ໄດ້ຄິດວ່າເພິ່ນຕ້ອງລືມແນ່ນອນ. ແຕ່ປະມານ 10 ວັນຕໍ່ຈາກນັ້ນກໍແມ່ນວັນເກີດຂອງຂ້າພະເຈົ້າ, ແລະ ໄດ້ມີກ່ອງນ້ອຍໆ, ຫໍ່ຢ່າງສວຍງາມ, ລໍຖ້າຂ້າພະເຈົ້າຢູ່. ດ້ວຍຄວາມຕື່ນເຕັ້ນຫລາຍ, ແລະ ບໍ່ກ້າທີ່ຈະຫວັງຫຍັງຫລາຍ, ຂ້າພະເຈົ້າໄດ້ເປີດຂອງຂວັນ ແລະ ໄດ້ພົບເຫັນລົດຂອງຂ້າພະເຈົ້າ. ຂ້າພະເຈົ້າດີໃຈຫລາຍຈົນວ່າຂ້າພະເຈົ້າໄຫ້. ຂ້າພະເຈົ້າໄດ້ດຶງຄັນໂຍກ, ແລະ ປີກກໍຈະໂຜ່ອອກມາ, ຄືກັນກັບລົດຢູ່ໃນໜັງນັ້ນ! ຂ້າພະເຈົ້າໄດ້ຂອບໃຈພໍ່ຂອງຂ້າພະເຈົ້າສຳລັບຂອງຂວັນທີ່ລ້ຳຄ່າທີ່ສຸດນີ້. ຂ້າພະເຈົ້າໄດ້ຫລິ້ນກັບລົດຄັນນັ້ນເປັນເວລາຫລາຍປີ ແລະ ໄດ້ເກັບເອົາມັນໄວ້ອີກຫລາຍປີ. ຂ້າພະເຈົ້າຄິດວ່າພໍ່ຂອງຂ້າພະເຈົ້າກໍມັກເອົາລົດຄັນນັ້ນໃຫ້ຂ້າພະເຈົ້າຫລາຍ ວ່າຢ່າງໜ້ອຍເທົ່າກັບທີ່ຂ້າພະເຈົ້າມັກໄດ້ຮັບມັນຫລາຍ.
ການໃຫ້, ການຍອມຮັບ ແລະ ການເປີດ, ແລະ ການຮັບເອົາ
ເຮົາສາມາດຄິດເຖິງການໃຫ້ຂອງຂວັນວ່າມີສາມພາກສ່ວນໃນນັ້ນ.
-
ການໃຫ້ ຂອງຂວັນ, ທີ່ຜູ້ໃຫ້ເລືອກ, ເຮັດ, ຫລື ກຽມຂອງຂວັນ ແລະ ມອບມັນໃຫ້ແກ່ຜູ້ຄົນທີ່ເຮົາຮັກ. ສິ່ງນີ້ກ່ຽວຂ້ອງກັບເຈດຕະນາທີ່ຊ່າງຄິດໃນພາກສ່ວນຂອງຜູ້ໃຫ້ທີ່ຈະໃຫ້ບາງສິ່ງທີ່ມີຄວາມໝາຍ.
-
ການຍອມຮັບ ແລະ ການເປີດ ຂອງຂວັນ, ເມື່ອຜູ້ຮັບຍອມຮັບເອົາຂອງຂວັນຈາກຜູ້ໃຫ້—ສ່ວນຫລາຍດ້ວຍການສະແດງອອກເຖິງຄວາມປະຫລາດໃຈ, ຄວາມກະຕັນຍູ, ແລະ ຄວາມຕື່ນເຕັ້ນ—ກ່ອນເປີດມັນ, ບາງເທື່ອກໍແກ້ໂບ ແລະ ແກະຫໍ່ພັດສະດຸນັ້ນ ເພື່ອຄົ້ນພົບວ່າຂອງຂວັນນັ້ນຄືຫຍັງ.
-
ແລະ ແລ້ວບາງທີ ກໍມີພາກສ່ວນທີ່ສຳຄັນທີ່ສຸດ, ການຮັບເອົາ ຂອງຂວັນນັ້ນ. ການໄດ້ຮັບຂອງຂວັນທີ່ມອບໃຫ້ດ້ວຍຄວາມຈິງໃຈມີຄວາມໝາຍຫລາຍກວ່າການຍອມຮັບ ແລະ ການເປີດມັນ. ມັນມີຄວາມໝາຍຫລາຍກວ່າ, ແມ່ນແຕ່, ການຮັບຮູ້ມູນຄ່າຂອງຂອງຂວັນນັ້ນ ແລະ ການສະແດງຄວາມກະຕັນຍູຕໍ່ຜູ້ໃຫ້. ເພື່ອຈະໄດ້ຮັບຂອງຂວັນນັ້ນແທ້ໆ, ເຮົາມາເຫັນຄຸນຄ່າຂອງມັນດ້ວຍຕົວເຮົາເອງ, ນຳໃຊ້ມັນຢ່າງເຕັມທີ່ໃນຊີວິດຂອງເຮົາ, ແລະ ແລ້ວຈື່ຈຳຜູ້ໃຫ້ດ້ວຍຄວາມຂອບຄຸນ.
ການໄດ້ຮັບຂອງປະທານບໍ່ໄດ້ເປັນເລື່ອງທີ່ຢູ່ເສີຍໆ ແຕ່ເປັນຂະບວນການທີ່ມີເຈດຕະນາ ແລະ ຄວາມໝາຍ ທີ່ກວ້າງໄກເກີນກວ່າການພຽງແຕ່ເປີດຫໍ່ພັດສະດຸເທົ່ານັ້ນ. ການໄດ້ຮັບຄືການຮູ້ບຸນຄຸນ ແລະ ການເຊື່ອມຕໍ່ກັບທັງຂອງຂວັນ ແລະ ຫົວໃຈຂອງຜູ້ໃຫ້ ໃນວິທີທາງທີ່ເສີມພະລັງໃຫ້ແກ່ຄວາມຜູກພັນລະຫວ່າງຜູ້ໃຫ້ ແລະ ຜູ້ຮັບ. ເມື່ອຄິດເຖິງລົດຫລິ້ນຄັນນັ້ນມັນນຳຄວາມຊົງຈຳທີ່ລ້ຳຄ່າຢ່າງຫລວງຫລາຍມາໃຫ້, ຂະນະທີ່ຂ້າພະເຈົ້າຮູ້ສຶກເຖິງຄວາມຮັກ ແລະ ຄວາມຫ່ວງໃຍ ອັນເລິກເຊິ່ງຂອງພໍ່ທີ່ມີໃຫ້ຂ້າພະເຈົ້າອີກຄັ້ງ, ຊຶ່ງຂອງປະທານ ແລະ ການກະທຳທີ່ເພື່ອແຜ່ອື່ນໆ ທີ່ນັບບໍ່ຖ້ວນໄດ້ເປັນຕົວແທນ.
ຂອງປະທານຂອງພຣະບິດາເທິງສະຫວັນຂອງເຮົາ
ພຣະບິດາ ເທິງສະຫວັນ ຂອງເຮົາມີຂອງປະທານແຫ່ງຄວາມສະຫວ່າງ ແລະ ຄວາມຈິງນັບບໍ່ຖ້ວນ ພ້ອມຈະຖອກເທລົງມາໃຫ້ເຮົາແຕ່ລະຄົນ, ລູກໆທີ່ຮັກຂອງພຣະອົງ. ມັນໄຫລມາຈາກພຣະຜູ້ໃຫ້ທີ່ອຸດົມສົມບູນຂອງເຮົາ ດັ່ງນ້ຳພຸໃນຖິ່ນແຫ້ງແລ້ງກັນດານ ຈາກພຣະໄທທີ່ມີເມດຕາຂອງພຣະອົງ. “ຂອງປະທານອັນດີທຸກຢ່າງ ແລະ ຂອງຂວັນອັນດີເລີດທຸກຢ່າງ ຍ່ອມມາຈາກທາງເທິງ ແລະ ລົງມາຈາກພຣະບິດາເຈົ້າແຫ່ງບັນດາດວງສະຫວ່າງ.” ໃນຄວາມຜູກພັນແຫ່ງພັນທະສັນຍາຂອງເຮົາກັບພຣະບິດາ, ພຣະອົງຄືພຣະຜູ້ໃຫ້ ແລະ ເຮົາຄືຜູ້ຮັບທີ່ຖ່ອມຕົວ.
ຂອງປະທານທີ່ຍິ່ງໃຫຍ່ທີ່ສຸດໃນບັນດາຂອງປະທານທັງໝົດຂອງພຣະບິດາ, ຊຶ່ງຜ່ານທາງນັ້ນຂອງປະທານອື່ນໆທັງໝົດໄຫລເຂົ້າມາ
ແຕ່ເຮົາຈະບໍ່ໄດ້ຮັບຫຍັງເລີຍປາດສະຈາກຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະບິດາທັງໝົດ, ພຣະເມສານ້ອຍທີ່ຊົງຮັກຂອງພຣະອົງ, ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ຂອງປະທານທັງໝົດຂອງພຣະບິດາໄຫລມາຈາກ ແລະ ເຮັດໃຫ້ມີຊີວິດຊີວາໂດຍການຖວາຍທີ່ເຕັມພຣະໄທຂອງພຣະຜູ້ຊ່ວຍໃຫ້ລອດທີ່ເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນ, ແລະ ການຟື້ນຄືນພຣະຊົນອັນມີໄຊຂອງພຣະອົງ. ພຣະເຢຊູຄຣິດ, ພຣະຜູ້ໄຖ່ທີ່ມີເມດຕາຂອງເຮົາ, ຄືຂອງປະທານທີ່ສູງສຸດຈາກພຣະບິດາແຫ່ງບັນດາດວງສະຫວ່າງຂອງເຮົາ. “ດ້ວຍຂອງປະທານຂອງພຣະບຸດຂອງພຣະອົງ ພຣະເຈົ້າຈຶ່ງໄດ້ຕຽມເສັ້ນທາງອັນປະເສີດທີ່ສຸດ [ໃຫ້ແກ່ເຮົາ].”
ຂອງປະທານແຫ່ງຄວາມຈິງນິລັນດອນທີ່ຄົບຖ້ວນຢ່າງໜຶ່ງ
ຂ້າພະເຈົ້າຢາກຈະກ່າວກ່ຽວກັບຂອງປະທານແຫ່ງຄວາມຈິງນິລັນດອນທີ່ຄົບຖ້ວນຢ່າງໜຶ່ງ ທີ່ເຮັດໃຫ້ຄວາມສາມາດຂອງເຮົາທີ່ຈະໄດ້ຮັບທຸກສິ່ງທຸກຢ່າງ ທີ່ພຣະບິດາຂອງເຮົາປາດຖະໜາທີ່ຈະປະທານໃຫ້ເຮົາ—ຂອງປະທານແຫ່ງຄວາມຮູ້ທີ່ຈຳເປັນທີ່, ເມື່ອຂອງປະທານທີ່ເມື່ອຖືກຍອມຮັບຢ່າງເຕັມທີ່ ແລະ ຮັບເອົາໄວ້ເລິກໆໃນຈິດວິນຍານ, ປັບສະພາບຄວາມຊື່ນຊົມ ແລະ ຄວາມຍາກລຳບາກຂອງຊີວິດ ແລະ ຄຳຖາມທີ່ບໍ່ໄດ້ຮັບຄຳຕອບ: ນັ້ນກໍຄືວ່າ ເຮົາເປັນລູກໆຂອງພຣະເຈົ້າແທ້ໆ. ຄວາມຈິງນັ້ນໜ້າຕື່ນເຕັ້ນ! ໜ້າອັດສະຈັນ! ແລະ ຄວາມຈິງນັ້ນແມ່ນຈິງແທ້ແນ່ນອນ.
ໃຫ້ຈິນຕະນາການວ່າ ທ່ານກຳລັງໄດ້ຍິນສິ່ງນີ້ເປັນເທື່ອທຳອິດ. ທ່ານຄືທິດາທີ່ຖະໜຸຖະໜອມຂອງພຣະອົງແທ້ໆ. ທ່ານຄືບຸດທີ່ລ້ຳຄ່າຂອງພຣະອົງແທ້ໆ. ແລະ ເສັ້ນທາງທີ່ທ່ານເດີນໄປເປັນແຜນແຫ່ງຄວາມສຸກຂອງພຣະອົງ. ດ້ວຍຄວາມຮັກທີ່ຮອບຮູ້ຂອງພຣະອົງ, ພຣະອົງຮູ້ຢ່າງຄັກແນ່ວ່າທ່ານເປັນໃຜກ່ອນທ່ານຖືກສົ່ງລົງມາເທິງແຜ່ນດິນໂລກ, ແລະ ສິ່ງທີ່ທ່ານໄດ້ປະສົບມາຈົນເຖິງວັນນີ້ໃນຊີວິດມະຕະຂອງທ່ານ. ແລະ ພຣະອົງໄດ້ວາງແຜນຢ່າງມີເມດຕາ ສຳລັບທຸກໆລາຍລະອຽດຂອງອະນາຄົດຂອງທ່ານ. ແລະ ໂອ້, ພຣະອົງຫວັງຢາກໃຫ້ທ່ານກັບຄືນໄປຫາພຣະອົງຫລາຍຂະໜາດໃດ, ເພື່ອຮັບເອົາຈຸດປະສົງສູງສຸດ ໃນບັນດາຂອງປະທານທີ່ສວຍງາມທັງໝົດຂອງພຣະອົງ, ຊຶ່ງເປັນຊີວິດນິລັນດອນກັບພຣະອົງ.
ຄຳຖາມນັ້ນບໍ່ແມ່ນວ່າຂອງປະທານແຫ່ງຄວາມຈິງນີ້ແມ່ນຈິງແທ້ຫລືບໍ່, ແຕ່ວ່າເຮົາຈະຄົ້ນພົບ ແລະ ໄດ້ຮັບມັນຫລືບໍ່. ຂອງປະທານນີ້ຖືກປະທານໃຫ້ແກ່ເຮົາແລ້ວໂດຍພຣະບິດາ. ຄ່າສຳລັບຈຸດປະສົງທີ່ສູງສຸດຂອງຂອງປະທານນີ້ກໍຖືກຈ່າຍໄປແລ້ວໂດຍພຣະຜູ້ຊ່ວຍໃຫ້ລອດ. ແຕ່ຖ້າທ່ານໄດ້ຮັບການສິດສອນສິ່ງນີ້, ໄດ້ກ່າວສິ່ງນີ້, ແລະ ໄດ້ຮ້ອງເພງເຖິງສິ່ງນີ້ມາຫລາຍປີແລ້ວ, ບາງທີ ຄວາມມະຫັດສະຈັນ ຂອງສິ່ງນີ້ໄດ້ຈືດຈາງໄປດົນນານແລ້ວ ແລະ ທ່ານບໍ່ຮູ້ສຶກເຖິງອຳນາດ ແລະ ສັນຕິສຸກຂອງມັນໄດ້ອີກເລີຍ.
ຖ້າຂອງປະທານແຫ່ງຄວາມເຂົ້າໃຈທີ່ລ້ຳຄ່ານີ້—ແລະ ຄຸນງາມຄວາມດີ, ສັນຕິສຸກ, ແລະ ຄວາມຫວັງທັງໝົດທີ່ໄຫລມາຈາກຄວາມເຂົ້າໃຈນັ້ນ—ບໍ່ຖືກຍອມຮັບ, ບໍ່ຖືກເປີດ, ແລະ ບໍ່ຖືກຮັບເອົາ, ກໍຊ່າງເປັນການສູນເສຍທີ່ຮ້າຍແຮງສຳລັບເຮົາ! ຊ່າງເປັນຄວາມໂສກເສົ້າຫລາຍສຳລັບພຣະຜູ້ໃຫ້! “ມັນຈະເປັນປະໂຫຍດຫຍັງແກ່ມະນຸດ ຖ້າຫາກຂອງປະທານນັ້ນຖືກມອບໃຫ້ເຂົາ, ແລະ ເຂົາບໍ່ຍອມຮັບເອົາຂອງປະທານນັ້ນ? ຈົ່ງເບິ່ງ, ເຂົາບໍ່ປິຕິຍິນດີກັບສິ່ງທີ່ຖືກມອບໃຫ້ແກ່ເຂົາ, ທັງບໍ່ປິຕິຍິນດີກັບພຣະອົງຜູ້ປະທານຂອງປະທານນັ້ນໃຫ້ເຂົາ.”
ຂ້າພະເຈົ້າຂໍເຊື້ອເຊີນທ່ານໃຫ້ຮັບເອົາມັນໄວ້, ເປັນເທື່ອທຳອິດ ຫລື ຮັບໄວ້ໃຫ້ຫລາຍກວ່າແຕ່ກ່ອນ, ຄວາມຮັບຮູ້ທີ່ສະຫງ່າງາມທີ່ວ່າ ທ່ານເປັນລູກທີ່ຮັກຂອງພຣະເຈົ້າແທ້ໆ. ທ່ານຕ້ອງແກ້ໂບອອກ, ຈີກເຈ້ຍຫໍ່ອອກ, ເປີດກ່ອງ, ແລະ ຮັບເອົາຢ່າງຈິງຈັງດ້ວຍຄວາມຖ່ອມຕົວທີ່ກະຕັນຍູ, ຄວາມເຂົ້າໃຈທີ່ຈິງແທ້ທີ່ບໍລິສຸດ ຂອງຄວາມຈິງຂັ້ນພື້ນຖານນີ້. ພຣະວິນຍານສັກສິດສາມາດເປັນພະຍານຕໍ່ຫົວໃຈຂອງທ່ານວ່າ ທ່ານເປັນລູກຂອງພຣະເຈົ້າສູງສຸດແທ້ໆ.
ເມື່ອທ່ານຍອມຮັບ ແລະ ເຂົ້າໃຈຄວາມຈິງທີ່ສະຫງ່າງາມນີ້ຢ່າງກະຕືລືລົ້ນ ແລະ ຮູ້ສຶກທັງການປອບໂຍນ ແລະ ຄວາມຕື່ນເຕັ້ນ, ທັດສະນະຄະຕິຂອງທ່ານກໍປ່ຽນໄປ. ທ່ານສາມາດຮູ້ສຶກເຖິງຄວາມຮັກຂອງພຣະອົງ, ໄດ້ຍິນສຸລະສຽງຂອງພຣະອົງ, ແລະ ຮັບຮູ້ພຣະຫັດຂອງພຣະອົງ, ບໍ່ວ່າອັນໃດຈະເກີດຂຶ້ນ, ຫລື ບໍ່ເກີດຂຶ້ນໃນຊີວິດຂອງທ່ານ. ທ່ານສາມາດກຳນົດວິທີທີ່ທ່ານເບິ່ງຕົວເອງ ແລະ ຄົນອື່ນໃໝ່ໄດ້. ຄວາມຜູກພັນແຫ່ງພັນທະສັນຍາຂອງທ່ານກັບພຣະຜູ້ຊ່ວຍໃຫ້ລອດຂອງທ່ານຈະແຂງແກ່ນຫລາຍຂຶ້ນ, ແລະ ຜ່ານທັດສະນະຂອງປະທານທີ່ຫວານຊື່ນນີ້, ຊີວິດຈະມີຄວາມສົດໃສ, ຄວາມສວຍງາມ, ແລະ ຄວາມຫວັງໃໝ່.
ກະລຸນາເຖີດ, ຂໍທ່ານຈົ່ງອະທິຖານເພື່ອໃຫ້ເຂົ້າໃຈວ່າ ທ່ານກຳລັງຮັບເອົາຄວາມຮູ້ທີ່ປ່ຽນແປງນີ້ ເລິກໆໃນຈິດວິນຍານຂອງທ່ານບໍ? ທ່ານຈະຍອມຮັບຂອງປະທານນີ້ບໍ? ທ່ານຈະເຮັດສິ່ງນີ້ໄດ້ຢ່າງເລິກເຊິ່ງຍິ່ງຂຶ້ນ, ເປັນອິດສະລະຫລາຍຂຶ້ນ, ອຸດົມສົມບູນຫລາຍກວ່າທີ່ທ່ານເຄີຍເຮັດມາກ່ອນໄດ້ບໍ—ແລະ ໃນການເຮັດເຊັ່ນນີ້ ຈະໄດ້ຮັບຂອງປະທານອື່ນໆຢ່າງຫລວງຫລາຍທີ່ມານຳກັນຫລືບໍ່?
ການຮັບເອົາຂອງປະທານແຫ່ງຄວາມຈິງນິລັນດອນນີ້
ທ່ານອາດສົງໄສຢູ່ວ່າ, “ເຮົາຈຳເປັນຕ້ອງ ເຮັດ ຫຍັງເພື່ອຈະໄດ້ຮັບຂອງປະທານນີ້ຈາກພຣະເຈົ້າ?” ຈິງໆແລ້ວ, ບໍ່ຕ້ອງເຮັດຫຍັງເລີຍ. ມັນເປັນຂອງຂວັນຈາກພຣະຜູ້ໃຫ້. ມັນເປັນພຽງຂໍ້ເທັດຈິງ. ຍອມຮັບ ແລະ ເຂົ້າໃຈມັນ. ທ່ານ ເປັນ ລູກຂອງພຣະອົງ. ພຣະອົງຮັກທ່ານ. ຢ່າເຮັດໃຫ້ມັນສັບຊ້ອນ. ຢ່າປິດກັ້ນການຮັບເອົາຂອງປະທານນີ້ດ້ວຍຄວາມຄິດທີ່ວ່າທ່ານບໍ່ສົມຄວນຈະໄດ້ຮັບ. ຄວາມຈິງກໍຄື ບໍ່ມີຄົນໃດໃນພວກເຮົາທີ່ “ສົມຄວນ”—ຂອງປະທານທັງໝົດຂອງພຣະບິດາແມ່ນໄດ້ຮັບພຽງແຕ່ຜ່ານທາງພຣະຄຸນຄວາມດີ, ພຣະເມດຕາ, ແລະ ພຣະຄຸນຂອງພຣະເມຊີອາຜູ້ບໍລິສຸດເທົ່ານັ້ນ, ແຕ່ພຣະໄທທີ່ເພື່ອແຜ່ຂອງພຣະອົງປາດຖະໜາໃຫ້ລູກໆຂອງພຣະອົງແຕ່ລະຄົນໄດ້ຮັບມັນແທ້ໆ. ແລ້ວ, ເມື່ອຄວາມເຂົ້າໃຈໃໝ່ ຫລື ເຂົ້າໃຈອີກຄັ້ງຂອງທ່ານເລີ່ມສະຫວ່າງຂຶ້ນຕໍ່ທ່ານ, ຈົ່ງປິຕິຍິນດີໃນການຂອບພຣະຄຸນພຣະຜູ້ໃຫ້ຂອງປະທານນີ້.
ນັບຕັ້ງແຕ່ຂ້າພະເຈົ້າໄດ້ພົບສັດທາຂອງຂ້າພະເຈົ້າໃນຊ່ວງອາຍຸ 20 ປາຍປີ, ຂ້າພະເຈົ້າໄດ້ມາເຂົ້າໃຈວ່າ ຂ້າພະເຈົ້າເປັນບຸດຂອງພຣະເຈົ້າແທ້ໆ. ເມື່ອຂ້າພະເຈົ້າເຂົ້າໃຈຂອງປະທານນີ້ຫລາຍເທົ່າໃດ, ຂ້າພະເຈົ້າກໍຮູ້ຫລາຍເທົ່ານັ້ນວ່າຂ້າພະເຈົ້າເປັນໃຜ ແລະ ວ່າຂ້າພະເຈົ້າເປັນທີ່ຮັກຢ່າງສົມບູນຄົບຖ້ວນຫລາຍຂະໜາດໃດ. ບາງສິ່ງທີ່ໄດ້ຊ່ວຍຂ້າພະເຈົ້າໃຫ້ເຕີບໂຕໃນຄວາມເຂົ້າໃຈຄື ພຣະຄຳຂອງພຣະຄຳພີ, ປິຕຸພອນຂອງຂ້າພະເຈົ້າ, ການນະມັດສະການໃນພຣະວິຫານ, ການຮັບໃຊ້ຄົນອື່ນ, ການສະແດງຄວາມກະຕັນຍູ, ແລະ ຄຳອະທິຖານສັກສິດກັບພຣະບິດາຂອງຂ້າພະເຈົ້າ. ຂ້າພະເຈົ້າອັດສະຈັນໃຈວ່າຄວາມເສຍໃຈ, ຄວາມເຈັບປວດ, ແລະ ຄວາມໂສກເສົ້າໃນຊີວິດຂອງຂ້າພະເຈົ້າກ່ອນໜ້ານີ້ຈະຖືກປັບປ່ຽນ, ໄດ້ຮັບການບັນເທົາ, ແລະ ສ່ວນຫລາຍຈະໄດ້ເອົາຊະນະ ຖ້າຫາກຂ້າພະເຈົ້າໄດ້ຮູ້ຄວາມຈິງທີ່ສວຍງາມນີ້.
ຈົ່ງມາຫາພຣະຄຣິດ ແລະ ຮັບເອົາ
ໂມໂຣໄນແນະນຳເຮົາວ່າ “ບໍ່ໃຫ້ປະຕິເສດຂອງປະທານຂອງພຣະເຈົ້າ,” ແຕ່ໃຫ້ “ມາຫາພຣະຄຣິດ, ແລະ ຍຶດຖືຂອງປະທານທີ່ດີໄວ້ທຸກຢ່າງ.” ທ່ານສາມາດມາຫາພຣະຄຣິດດ້ວຍຄວາມໝັ້ນໃຈໃນຄວາມຮັກທີ່ມີເມດຕາຂອງພຣະອົງ ແລະ ຮັບເອົາຂອງປະທານແຫ່ງຄວາມຊື່ນຊົມ, ສັນຕິສຸກ, ຄວາມຫວັງ, ຄວາມສະຫວ່າງ, ຄວາມຈິງ, ການເປີດເຜີຍ, ຄວາມຮູ້, ແລະ ສະຕິປັນຍາທັງໝົດຂອງພຣະອົງ—ດ້ວຍຄວາມໝັ້ນໃຈ, ແຂນຂອງທ່ານຍື່ນອອກໄປ, ແລະ ມືຂອງທ່ານເປີດອອກ ພ້ອມທີ່ຈະຮັບເອົາ. ແລະ ທ່ານສາມາດໄດ້ຮັບຂອງປະທານເຫລົ່ານີ້ເພາະວ່າທ່ານໝັ້ງຄົງ ແລະ ຍຶດໝັ້ນຢູ່ໃນຄວາມຮູ້ທີ່ວ່າ ທ່ານເປັນທິດາທີ່ຮັກຂອງພຣະເຈົ້າ, ທ່ານເປັນບຸດທີ່ທະນຸຖະໜອມຂອງພຣະເຈົ້າ, ແລະ ພຣະອົງໄດ້ປະທານພຣະບຸດທີ່ດີພ້ອມ ແລະ ບໍລິສຸດຂອງພຣະອົງໃຫ້ແກ່ທ່ານ ເພື່ອໄຖ່ທ່ານ, ຮັບຮອງທ່ານ, ແລະ ຊຳລະທ່ານໃຫ້ບໍລິສຸດ.
ທ່ານ ເປັນ ລູກຂອງພຣະເຈົ້າ. ນີ້ບໍ່ໄດ້ເປັນພຽງແຕ່ເພງມ່ວນໆທີ່ເຮົາຮ້ອງ. ໂປດຂໍທ່ານຈະຍອມຮັບ, ເປີດ, ແລະ ຮັບເອົາຂອງປະທານແຫ່ງຄວາມຮູ້ ແລະ ຄວາມເຂົ້າໃຈນີ້ຈາກພຣະອົງໄດ້ບໍ? ຂໍທ່ານຈະຈັບເອົາມັນໄວ້ໃຫ້ແໜ້ນວ່າເປັນສົມບັດອັນລ້ຳຄ່າທີ່ມັນເປັນໄດ້ບໍ? ຂໍໃຫ້ຮັບເອົາຂອງປະທານນີ້ອີກຄັ້ງ, ຫລື ບາງທີຮັບເອົາມັນໄວ້ແທ້ໆເປັນເທື່ອທຳອິດ, ແລະ ປ່ອຍໃຫ້ມັນປ່ຽນແປງຊີວິດຂອງທ່ານໃນທຸກໆດ້ານ. ນີ້ຄືວິທີທາງທີ່ປະເສີດຫລາຍກວ່າ ທີ່ພຣະເຈົ້າໄດ້ກຽມໄວ້ສຳລັບທ່ານ ຜ່ານທາງຂອງປະທານຊຶ່ງເປັນພຣະບຸດຂອງພຣະອົງ. ທ່ານເປັນຢູ່ກໍເພື່ອທ່ານຈະໄດ້ມີຄວາມສຸກຢ່າງແທ້ຈິງ! ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.