ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ເໝືອນ​ເດັກ​ນ້ອຍ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2025


15:10

ເໝືອນ​ເດັກ​ນ້ອຍ

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ແອ​ນ້ອຍ ແລະ ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ເປັນ​ພາບ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ເທິງ​ແຜ່ນ​ດິນ​ໂລກ ຈະ​ເລີນ​ເຕີບ​ໂຕ ທັງ​ໃນ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ງາມ​ຂອງ​ມັນ.

ພຣະ​ເຢ​ຊູ​ໄດ້​ເລີ່ມ​ປີ​ສຸດ​ທ້າຍ​ຂອງ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ໂດຍ​ການ​ເພີ່ມ​ທະ​ວີ​ການ​ອົບ​ຮົມ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ຫລາຍ​ຂຶ້ນ. ຖ້າ​ຂ່າວ​ສານ​ຂອງ​ພຣະ​ອົງ ແລະ ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຈະ​ຄົງ​ຢູ່​ຕໍ່​ໄປ​ໃນ​ໂລກ, ຄວາມ​ຮູ້ ແລະ ຫລັກ​ທຳ​ອີກ​ຢ່າງ​ຫລວງ​ຫລາຍ​ຈະ​ຕ້ອງ​ຖືກ​ປູກ​ຝັງ​ໄວ້​ໃນ​ໃຈ​ຂອງ​ຜູ້​ຊາຍ​ທຳ​ມະ​ດາ 12 ຄົນ ຜູ້​ທີ່​ໄດ້​ຮູ້​ຈັກ​ພຣະ​ອົງ​ພຽງ​ແຕ່ 24 ເດືອນ​ເທົ່າ​ນັ້ນ.

ມື້​ໜຶ່ງ​ພຣະ​ເຢ​ຊູ​ໄດ້​ເຫັນ​ອັກ​ຄະ​ສາ​ວົກ​ສິບ​ສອງ​ຖົກ​ຖຽງ​ກັນ ແລະ ຕໍ່​ມາ​ໄດ້​ຖາມ​ວ່າ, “ພວກ​ເຈົ້າ​ໄດ້​ຖົກ​ຖຽງ​ກັນ​ເຖິງ​ເລື່ອງ​ຫຍັງ?” ເບິ່ງ​ຄື​ຈະ​ອັບ​ອາຍ, ພວກ​ເພິ່ນ “ມິດ​ຢູ່,” ຕາມ​ທີ່​ບັນ​ທຶກ​ກ່າວ​ໄວ້. ແຕ່​ຄູ​ສອນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ໃນ​ບັນ​ດາ​ຄູ​ສອນ​ທັງ​ປວງ​ອົງ​ນີ້ ໄດ້​ຮູ້​ຄວາມ​ຄິດ​ໃນ​ໃຈ​ຂອງ​ພວກ​ເພິ່ນ ແລະ ໄດ້​ຮູ້​ສຶກ​ການ​ປະ​ກົດ​ຂອງ​ຄວາມ​ທະ​ນົງ​ໃຈ​ສ່ວນ​ຕົວ​ເປັນ​ເທື່ອ​ທຳ​ອິດ. ສະ​ນັ້ນ​ພຣະ​ອົງ​ຈຶ່ງ​ໄດ້ “ເອີ້ນ​ເອົາ​ເດັກ​ນ້ອຍ​ຄົນ​ໜຶ່ງ​ມາ​ຢືນ​ຢູ່​ທ່າມ​ກາງ​ພວກ​ເພິ່ນ, …

“ແລະ ກ່າວ​ວ່າ, ເຮົາ​ບອກ​ພວກ​ເຈົ້າ​ຕາມ​ຄວາມ​ຈິງ​ວ່າ, ຖ້າ​ພວກ​ເຈົ້າ​ບໍ່​ກັບ​ໃຈ, ແລະ ກາຍ​ເປັນ​ເໝືອນ​ເດັກ​ນ້ອຍ, ພວກ​ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ຣາຊ​ອາ​ນາ​ຈັກ​ສະ​ຫວັນ​ບໍ່​ໄດ້​ຈັກ​ເທື່ອ.

“ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ຣາຊ​ອາ​ນາ​ຈັກ​ສະ​ຫວັນ ແມ່ນ​ຜູ້​ທີ່​ຖ່ອມ​ຕົວ​ລົງ​ເໝືອນ​ດັ່ງ​ເດັກ​ນ້ອຍ​ຜູ້​ນີ້.”

ຄວນ​ສັງ​ເກດ​ເຫັນ​ໄດ້​ວ່າ ແມ່ນ​ແຕ່​ກ່ອນ​ການ​ກຳ​ເນີດ​ຂອງ​ພຣະ​ຄຣິດ, ການ​ເທດ​ສະ​ໜາ​ອຳ​ລາ​ຂອງ​ກະ​ສັດ​ເບັນ​ຢາ​ມິນ​ໄດ້​ລວມ​ທັງ​ຄວາມ​ຄິດ​ເຫັນ​ທີ່​ເລິກ​ເຊິ່ງ​ນີ້ ເຖິງ​ຄວາມ​ຖ່ອມ​ຕົວ​ຂອງ​ເດັກ​ນ້ອຍ. ມັນ​ອ່ານ​ວ່າ: “ມະ​ນຸດ​ທີ່​ມີ​ຈິດ​ໃຈ​ທຳ​ມະ​ດາ​ເປັນ​ສັດ​ຕູ​ກັບ​ພຣະ​ເຈົ້າ, … ແລະ ຈະ​ເປັນ​ໄປ​ຕະ​ຫລອດ​ການ ແລະ ຕະ​ຫລອດ​ໄປ, ເວັ້ນ​ເສຍ​ແຕ່​ພວກ​ເຂົາ, … ກາຍ​ມາ​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໂດຍ​ການ​ຊົດ​ໃຊ້​ຂອງ​ອົງ​ພຣະ​ຄຣິດ, ແລະ ກາຍ​ເປັນ​ຄື​ກັນ​ກັບ ເດັກ​ນ້ອຍ, ບອກ​ລອນ​ສອນ​ງ່າຍ, … ຖ່ອມ​ຕົວ, … ເຕັມ​ໄປ​ດ້ວຍ​ຄວາມ​ຮັກ, … ເໝືອນ​ດັ່ງ​ເດັກ​ນ້ອຍ [ຕອບ​ສະ​ໜອງ] ຕໍ່​ບິ​ດາ​ຂອງ​ຕົນ.”

ບັດ​ນີ້, ເຫັນ​ໄດ້​ຢ່າງ​ຊັດ​ເຈນ​ວ່າ ມີ​ແນວ​ໂນ້ມ​ບາງ​ຢ່າງ​ແບບ​ເດັກ​ທີ່​ເຮົາ ບໍ່ ສະ​ໜັບ​ສະ​ໜູນ. ເມື່ອ​ຊາວ​ຫ້າ​ປີ​ກ່ອນ, ຫລານ​ຊາຍ​ອາ​ຍຸ​ສາມ​ປີ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ກັດ​ແຂນ​ເອື້ອຍ​ຂອງ​ລາວ ທີ່​ອາ​ຍຸ​ຫ້າ​ປີ. ລູກ​ເຂີຍ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ຕ້ອງ​ດູ​ແລ​ລູກໆ​ໃນ​ຄືນ​ນັ້ນ, ໄດ້​ສິດ​ສອນ​ລູກ​ສາວ​ຂອງ​ລາວ​ຢ່າງ​ວຸ້ຍ​ວາຍ ໃນ​ບົດ​ຮຽນ​ທັງ​ໝົດ​ກ່ຽວ​ກັບ​ການ​ໃຫ້​ອະ​ໄພ​ທີ່​ລາວ​ຄິດ​ອອກ, ລວມ​ທັງ​ວ່າ ນ້ອງ​ຊາຍ​ຂອງ​ລາວ​ຄົງ​ບໍ່​ຮູ້​ຈັກ​ວ່າ ການ​ຖືກ​ກັດ​ນັ້ນ​ຮູ້​ສຶກ​ແນວ​ໃດ. ຄວາມ​ຄິດ​ເຫັນ​ຂອງ​ພໍ່​ທີ່​ຮູ້​ສຶກ​ບໍ່​ດີ​ນັ້ນ​ໃຊ້​ການ​ໄດ້​ປະ​ມານ​ໜຶ່ງ​ນາ​ທີ, ບາງ​ທີ​ໜຶ່ງ​ນາ​ທີ​ເຄິ່ງ, ຈົນ​ກວ່າ​ມີ​ສຽງ​ຮ້ອງ​ໄຫ້​ດັງ​ແຮງ​ທີ່​ເຮັດ​ໃຫ້​ປ່ອງ​ຢ້ຽມ​ສັ່ນ​ອອກ​ມາ​ຈາກ​ຫ້ອງ​ນອນ​ພວກ​ເດັກ​ນ້ອຍ ບ່ອນ​ທີ່​ຫລານ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮ້ອງ​ອອກ​ມາ​ຢ່າງ​ສະ​ຫງົບ​ວ່າ, “ບັດ​ນີ້​ລາວ​ຮູ້​ແລ້ວ.”

ສະ​ນັ້ນ ເຮົາ​ຄວນ​ເຫັນ​ສິ່ງ​ໃດ​ໃນ​ຄຸນ​ນະ​ທຳ​ຂອງ​ຊີ​ວິດ​ຂອງ​ເດັກ​ນ້ອຍ? ແມ່ນ​ຫຍັງ​ທີ່​ໄດ້​ເຮັດ​ໃຫ້​ພຣະ​ຄຣິດ​ເອງ​ກັນ​ແສງ​ໃນ​ເຫດ​ການ​ທີ່​ລະ​ອຽດ​ອ່ອນ​ທີ່​ສຸດ​ໃນ​ພຣະ​ຄຳ​ພີ​ມໍ​ມອນ​ທັງ​ໝົດ? ພຣະ​ເຢ​ຊູ​ກຳ​ລັງ​ສິດ​ສອນ​ຫຍັງ​ເມື່ອ​ພຣະ​ອົງ​ໄດ້​ເອີ້ນ​ໃຫ້​ໄຟ ແລະ ເຫລົ່າ​ທູດ​ທີ່​ປົກ​ປ້ອງ​ຈາກ​ສະ​ຫວັນ​ລົງ​ມາ​ອ້ອມ​ຮອບ​ເດັກ​ນ້ອຍ​ເຫລົ່າ​ນັ້ນ​ໄວ້, ບັນ​ຊາ​ຜູ້​ໃຫຍ່​ໃຫ້ “ເບິ່ງ​ລູກ​ນ້ອຍໆ​ຂອງ [ພວກ​ເຂົາ]”?

ເຮົາ​ບໍ່​ຮູ້​ວ່າ ແມ່ນ​ຫຍັງ​ທີ່​ເປັນ​ແຮງ​ກະ​ຕຸ້ນ​ໃຫ້​ເກີດ​ສິ່ງ​ທັງ​ໝົດ​ນັ້ນ, ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ມີ​ບາງ​ສິ່ງ​ກ່ຽວ​ກັບ​ຄວາມ​ບໍ​ລິ​ສຸດ ແລະ ຄວາມ​ໄຮ້​ດຽງ​ສາ​ຂອງ​ພວກ​ເຂົາ, ຄວາມ​ອ່ອນ​ນ້ອມ​ຖ່ອມ​ຕົນ​ແຕ່​ກຳ​ເນີດ​ຂອງ​ພວກ​ເຂົາ, ແລະ ສິ່ງ​ທີ່​ມັນ ສາ​ມາດ ນຳ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ​ໄດ້ ຖ້າ​ເຮົາ​ໄດ້​ຮັບ​ມັນ.

ເປັນ​ຫຍັງ​ວັນ​ແຫ່ງ​ຄວາມ​ສິ້ນ​ຫວັງ​ຈຶ່ງ​ຖືກ​ເອີ້ນ​ໂດຍ​ສາດ​ສະ​ດາ​ທ່ານ​ໜຶ່ງ​ວ່າ​ເປັນ “ອະ​ນິ​ຈັງ ອະ​ນິ​ຈັງ”? ເປັນ​ຫຍັງ “ຄວາມ​ຄິດ​ຝັນ​ອັນ​ບໍ່​ມີ​ປະ​ໂຫຍດ ແລະ ຄວາມ​ທະ​ນົງ​ໃຈ​ຂອງ​ລູກ​ຫລານ​ມະ​ນຸດ” ແມ່ນ​ຖ້ອຍ​ຄຳ​ທີ່​ເປັນ​ລັກ​ສະ​ນະ​ຂອງ​ອາ​ຄານ​ໃຫຍ່ ແລະ ກວ້າງ ທີ່​ເປັນ​ຄວາມ​ຕາຍ​ທາງ​ວິນ​ຍານ​ຢູ່​ໃນ​ພາບ​ນິ​ມິດ​ຂອງ​ລີ​ໄຮ? ແລະ ເປັນ​ແນວ​ໃດ​ກັບ​ຊາວ​ໂຊ​ຣຳ, ກຸ່ມ​ທີ່​ພາ​ກັນ​ອະ​ທິ​ຖານ​ຢ່າງ​ທະ​ນົງ​ຕົວ? ກ່ຽວ​ກັບ​ພວກ​ເຂົາ ແອວ​ມາ​ໄດ້​ກ່າວ​ວ່າ, “ໂອ້ ພຣະ​ອົງ​ເຈົ້າ, ພວກ​ເຂົາ [ອະ​ທິ​ຖານ] ຕໍ່​ພຣະ​ອົງ​ແຕ່​ປາກ ຂະ​ນະ​ທີ່​ພວກ​ເຂົາ​ອວດ​ອົ່ງ … ໃນ​ສິ່ງ​ທີ່​ບໍ່​ມີ​ປະ​ໂຫຍດ​ຂອງ​ໂລກ.”

ກົງ​ກັນ​ຂ້າມ, ມີ​ຫຍັງ​ບໍ​ທີ່​ຫວານ​ຊື່ນ, ບໍ​ລິ​ສຸດ, ຫລື ຖ່ອມ​ຕົວ​ກວ່າ​ເດັກ​ນ້ອຍ​ທີ່​ອະ​ທິ​ຖານ? ມັນ​ຄື​ກັບ​ວ່າ​ສະ​ຫວັນ​ຢູ່​ໃນ​ຫ້ອງ. ພຣະ​ເຈົ້າ ແລະ ພຣະ​ຄຣິດ​ແມ່ນ​ມີ​ຈິງ, ແຕ່​ສຳ​ລັບ​ຜູ້​ອື່ນ​ໃນ​ພາຍ​ຫລັງ, ປະ​ສົບ​ການ​ດັ່ງ​ກ່າວ​ສາ​ມາດ​ກາຍ​ເປັນ​ພຽງ​ຜິວ​ເຜີນ​ເທົ່າ​ນັ້ນ.

ຕາມ​ທີ່​ແອວ​ເດີ ຣິ​ເຈີດ ແອວ ອີ​ແວນສ໌ ໄດ້​ອ້າງ​ອີງ​ປະ​ມານ 60 ປີ​ຜ່ານ​ມາ​ແລ້ວ​ວ່າ: “ພວກ​ເຮົາ​ຫລາຍ​ຄົນ​ອ້າງ​ວ່າ​ເປັນ​ຄຣິດ​ສະ​ຕຽນ, ແຕ່​ພວກ​ເຮົາ … ບໍ່​ໄດ້​ຮັບ​ເອົາ​ພຣະ​ອົງ​ຢ່າງ​ຈິງ​ໃຈ. … ພວກ​ເຮົາ​ນັບ​ຖື​ພຣະ​ອົງ, ແຕ່​ພວກ​ເຮົາ​ບໍ່​ໄດ້​ຕິດ​ຕາມ​ພຣະ​ອົງ. … ພວກ​ເຮົາ​ອ້າງ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ອົງ, ແຕ່​ພວກ​ເຮົາ​ບໍ່​ໄດ້​ດຳ​ລົງ​ຊີ​ວິດ​ຕາມ​ນັ້ນ.” “ພວກ​ເຮົາ​ຊົມ​ເຊີຍ​ພຣະ​ອົງ, ແຕ່​ພວກ​ເຮົາ​ບໍ່​ໄດ້​ນະ​ມັດ​ສະ​ການ​ພຣະ​ອົງ.”

ຊີ​ວິດ​ຈະ​ແຕກ​ຕ່າງ​ຫລາຍ​ພຽງ​ໃດ ຖ້າ​ຫາກ​ໂລກ​ຍົກ​ຍ້ອງ​ພຣະ​ເຢ​ຊູ​ເໜືອ​ກວ່າ​ລະ​ດັບ​ຂອງ​ການ​ສາ​ບານ​ທີ່​ຫຍາບ​ຄາຍ​ເປັນ​ບາງ​ຄັ້ງ.

ແຕ່​ເດັກ​ນ້ອຍ​ຮັກ​ພຣະ​ອົງ​ແທ້ໆ, ແລະ ຄວາມ​ຮັກ​ນັ້ນ​ສາ​ມາດ​ນຳ​ໄປ​ສູ່​ຄວາມ​ສຳ​ພັນ​ອື່ນໆ​ຂອງ​ພວກ​ເຂົາ ໃນ​ສະ​ໜາມ​ຫລິ້ນ​ແຫ່ງ​ຊີ​ວິດ​ໄດ້. ຕາມ​ກົດ​ລະ​ບຽບ, ແມ່ນ​ແຕ່​ໃນ​ຊ່ວງ​ໄວ​ເຍົາ​ນ້ອຍ​ທີ່​ສຸດ​ຂອງ​ພວກ​ເຂົາ, ເດັກ​ນ້ອຍ​ກໍ​ສາ​ມາດ​ສະ​ແດງ​ຄວາມ​ຮັກ​ໄດ້​ງ່າຍ, ພວກ​ເຂົາ​ໃຫ້​ອະ​ໄພ​ໄດ້​ງ່າຍ, ພວກ​ເຂົາ​ຫົວ​ຢ່າງ​ສະ​ໜຸກ​ສະ​ໜານ ແມ່ນ​ແຕ່​ຫົວ​ໃຈ​ທີ່​ເຍືອກ​ເຢັນ​ທີ່​ສຸດ, ແຂງ​ທີ່​ສຸດ ກໍ​ຍັງ​ລະ​ລາຍ​ໄດ້.

ເອີ, ລັກ​ສະ​ນະ​ບວກ​ເຫລົ່າ​ນັ້ນ​ກໍ​ຍັງ​ມີ​ອີກ​ຫລາຍ. ຄວາມ​ບໍ​ລິ​ສຸດ​ເດ? ຄວາມ​ໄວ້​ວາງ​ໃຈ? ຄວາມ​ກ້າ​ຫານ? ຄວາມ​ຊື່​ສັດ ແລະ ກຽດ​ສັກ​ສີ?

ໃຫ້​ມາ​ເບິ່ງ​ຄວາມ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ ຊຶ່ງ​ສະ​ແດງ​ໂດຍ​ເພື່ອນ​ໜຸ່ມ​ຄົນ​ໜຶ່ງ​ຜູ້​ເປັນ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ.

ອີ​ສະ​ຕັນ ແດ​ຣິນ ຈໍ​ລີ

ໃນ​ວັນ​ທີ 5 ເດືອນ​ມັງ​ກອນ, 2025—ເມື່ອ 91 ວັນ​ທີ່​ຜ່ານ​ມາ—ທ້າວ​ອີ​ສະ​ຕັນ ແດ​ຣິນ ຈໍ​ລີ ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ຖືກ​ແຕ່ງ​ຕັ້ງ​ເປັນ​ມັກ​ຄະ​ນາ​ຍົກ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ທ້າວ​ອີ​ສະ​ຕັນ​ປາດ​ຖະ​ໜາ​ຈະ​ຢາຍ​ສິນ​ລະ​ລຶກ​ຂອງ​ເຂົ້າ​ແລງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕັ້ງ​ແຕ່​ລາວ​ຈຳ​ຄວາມ​ໄດ້. ແຕ່​ໂອ​ກາດ​ສັກ​ສິດ​ນີ້​ກໍ​ມາ​ພ້ອມ​ຄວາມ​ຢ້ານ​ກົວ​ທີ່​ຮ້າຍ​ແຮງ​ວ່າ​ລາວ​ຈະ​ລົ້ມ​ເຫລວ, ວ່າ​ລາວ​ຈະ​ບໍ່​ປະ​ສົບ​ຜົນ​ສຳ​ເລັດ, ວ່າ​ລາວ​ຈະ​ຖືກ​ເຍາະ​ເຍີ້ຍ ຫລື ເຮັດ​ໃຫ້​ຕົວ​ລາວ​ເອງ ແລະ ຄອບ​ຄົວ​ຂອງ​ລາວ​ອັບ​ອາຍ.

ທ້າວ​ອີ​ສະ​ຕັນ​ມີ​ຄວາມ​ເຈັບ​ປ່ວຍ​ທີ່​ຮ້າຍ​ແຮງ ແລະ ໜ້ອຍ​ຄົນ​ມີ.

ທ້າວ​ອີ​ສະ​ຕັນ​ມີ​ຄວາມ​ເຈັບ​ປ່ວຍ​ທີ່​ຮ້າຍ​ແຮງ ແລະ ໜ້ອຍ​ຄົນ​ມີ, ຄື​ໂຣກ​ກ້າມ​ເນື້ອ​ເສື່ອມ​ແຕ່​ກຳ​ເນີດ​ຂອງ​ອູນ​ຣິກ. ມັນ​ໄດ້​ເຮັດ​ໃຫ້​ຊີ​ວິດ​ຂອງ​ລາວ​ເຕັມ​ໄປ​ດ້ວຍ​ຄວາມ​ທ້າ​ທາຍ​ທີ່​ເປັນ​ຕາ​ຢ້ານ ໃນ​ຂະ​ນະ​ທີ່​ມັນ​ທຳ​ລາຍ​ຄວາມ​ຫວັງ ແລະ ຄວາມ​ຝັນ​ຂອງ​ລາວ​ສຳ​ລັບ​ອະ​ນາ​ຄົດ. ອີກ​ບໍ່​ດົນ​ລາວ​ກໍ​ຕ້ອງ​ຢູ່​ໃນ​ລົດ​ເຂັນ​ຢ່າງ​ຖາ​ວອນ. ຄອບ​ຄົວ​ຂອງ​ລາວ​ບໍ່​ເວົ້າ​ຫຍັງ​ກ່ຽວ​ກັບ​ສິ່ງ​ທີ່​ລໍ​ຖ້າ​ລາວ​ຢູ່​ຫລັງ​ຈາກ​ນັ້ນ.

ວັນ​ອາ​ທິດ​ຫລັງ​ຈາກ​ການ​ແຕ່ງ​ຕັ້ງ​ຂອງ​ລາວ, ທ້າວ​ອີ​ສະ​ຕັນ​ຈະ​ໄດ້​ຢາຍ​ສິນ​ລະ​ລຶກ​ເປັນ​ເທື່ອ​ທຳ​ອິດ. ແຮງ​ບັນ​ດານ​ໃຈ​ສ່ວນ​ຕົວ​ຂອງ​ລາວ​ແມ່ນ​ວ່າ ລາວ​ຈະ​ສາ​ມາດ​ນຳ​ສະ​ເໜີ​ຕົວ​ເອງ ແລະ ສັນ​ຍາ​ລັກ​ສັກ​ສິດ​ເຫລົ່າ​ນີ້​ໃຫ້​ແກ່​ພໍ່​ຂອງ​ລາວ, ຜູ້​ທີ່​ເປັນ​ອະ​ທິ​ການ​ຂອງ​ຫວອດ. ໃນ​ການ​ກຽມ​ຮັບ​ວຽກ​ງານ​ນັ້ນ, ລາວ​ໄດ້​ອ້ອນ​ວອນ ແລະ ຮ້ອງ​ຂໍ ແລະ ຮ້ອງ​ໄຫ້ ແລະ ອ້ອນ​ວອນ, ໃຫ້​ທຸກ​ຄົນ​ຮັບ​ປະ​ກັນ​ວ່າ​ບໍ່​ໃຫ້​ໃຜ, ບໍ່​ໃຫ້​ໃຜ​ເລີຍ, ທີ່​ຈະ​ພະ​ຍາ​ຍາມ​ຊ່ວຍ​ລາວ. ດ້ວຍ​ເຫດ​ຜົນ​ຫລາຍ​ຢ່າງ, ຊຶ່ງ​ເປັນ​ສ່ວນ​ຕົວ​ຕໍ່​ລາວ​ເອງ, ລາວ​ຕ້ອງ​ການ​ຈະ​ເຮັດ​ສິ່ງ​ນີ້​ຄົນ​ດຽວ ແລະ ບໍ່​ມີ​ການ​ຊ່ວຍ​ເຫລືອ.

ຫລັງ​ຈາກ​ປະ​ໂລ​ຫິດ​ໄດ້​ຫັກ​ເຂົ້າ​ຈີ່ ແລະ ອວຍ​ພອນ​ມັນ​ແລ້ວ—ສັນ​ຍາ​ລັກ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ກາຍ​ຂອງ​ພຣະ​ຄຣິດ​ທີ່​ແຕກ​ຫັກ—ທ້າວ​ອີ​ສະ​ຕັນ, ດ້ວຍ​ຮ່າງ​ກາຍ​ທີ່​ແຕກ​ຫັກ​ຂອງ​ລາວ, ໄດ້​ຍ່າງ​ກະ​ເດິກ​ໄປ​ຮັບ​ເອົາ​ຖາດ​ຂອງ​ລາວ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ຂັ້ນ​ໃດ​ສາມ​ຂັ້ນ​ທີ່​ໃຫຍ່​ພໍ​ຈາກ​ພື້ນ​ຂຶ້ນ​ໄປ​ສູ່​ບ່ອນ​ນັ່ງ​ຢູ່​ເທິງ​ເວ​ທີ. ສະ​ນັ້ນ, ຫລັງ​ຈາກ​ໄດ້​ຮັບ​ຖາດ​ຂອງ​ລາວ​ແລ້ວ, ລາວ​ໄດ້​ຢຽດ​ຂຶ້ນ​ໄປ​ໃຫ້​ສູງ​ເທົ່າ​ທີ່​ລາວ​ຈະ​ເຮັດ​ໄດ້ ແລະ ໄດ້​ວາງ​ຖາດ​ຂອງ​ລາວ​ໄວ້​ຢູ່​ພື້ນ​ທີ່​ເທິງ​ຮາວ​ຈັບ. ແລ້ວ, ລາວ​ໄດ້​ນັ່ງ​ລົງ​ເທິງ​ຂັ້ນ​ທີ່​ສູງ​ກວ່າ, ດ້ວຍ​ມື​ທັງ​ສອງ​ເບື້ອງ​ລາວ​ໄດ້​ດຶງ​ຂາ​ຂວາ​ຂອງ​ລາວ​ຂຶ້ນ​ໄປ​ຂັ້ນ​ທີ​ໜຶ່ງ. ແລ້ວ​ລາວ​ໄດ້​ດຶງ​ເອົາ​ຂາ​ຊ້າຍ​ຂຶ້ນ​ໄປ​ຂັ້ນ​ດຽວ​ກັນ, ແລະ ຕໍ່ໆ​ໄປ​ຈົນ​ກວ່າ, ດ້ວຍ​ຄວາມ​ຍາກ​ລຳ​ບາກ, ລາວ​ໄດ້​ຂຶ້ນ​ໄປ​ເຖິງ​ຍອດ​ຂອງ​ສາມ​ຂັ້ນ​ພູ​ເຂົາ​ແອ​ເວີ​ແຣສ໌​ສ່ວນ​ຕົວ​ຂອງ​ລາວ.

ແລ້ວ​ລາວ​ໄດ້​ເຄື່ອນ​ຕົວ​ຂອງ​ລາວ​ໄປ​ຫາ​ເສົາ​ບ່ອນ​ທີ່​ລາວ​ປີນ​ຂຶ້ນ​ໄປ​ຢືນ​ໄດ້. ລາວ​ໄດ້​ກັບ​ໄປ​ຫາ​ຖາດ. ອີກ​ສອງ​ສາມ​ບາດ​ກ້າວ ແລະ ລາວ​ກໍ​ໄດ້​ຢືນ​ຢູ່​ຕໍ່​ໜ້າ​ອະ​ທິ​ການ, ພໍ່​ຂອງ​ລາວ, ຜູ້​ທີ່, ດ້ວຍ​ນ້ຳ​ຕາ​ເຕັມ​ເບົ້າ ແລະ ໄຫລ​ລົງ​ອາບ​ໜ້າ​ຂອງ​ເພິ່ນ, ໄດ້​ຫັກ​ຫ້າມ​ຕົນ​ເອງ​ຈາກ​ການ​ໂອບ​ກອດ​ລູກ​ຊາຍ​ຜູ້​ກ້າ​ຫານ ແລະ ຊື່​ສັດ​ຢ່າງ​ສົມ​ບູນ​ແບບ​ຄົນ​ນີ້. ແລະ ທ້າວ​ອີ​ສະ​ຕັນ, ດ້ວຍ​ຄວາມ​ໂລ່ງ​ໃຈ ແລະ ດ້ວຍ​ຮອຍ​ຍິ້ມ​ອອກ​ມາ​ກວ້າງໆ, ອາດ​ກ່າວ​ອອກ​ມາ​ວ່າ “ຂ້າ​ນ້ອຍ​ໄດ້​ສະ​ແດງ​ໃຫ້​ໂລກ​ເຫັນ​ສະ​ຫງ່າ​ລາ​ສີ [ຂອງ​ພໍ່​ຂ້າ​ນ້ອຍ ແລະ] ໄດ້​ເຮັດ​ພາ​ລະ​ກິດ​ທີ່ [​ເພິ່ນ​ໄດ້​ມອບ​ໝາຍ] ໃຫ້​ຂ້າ​ນ້ອຍ​ເຮັດ​ນັ້ນ​ສຳ​ເລັດ​ແລ້ວ.”

ສັດ​ທາ, ຄວາມ​ຈົ່ງ​ຮັກ​ພັກ​ດີ, ຄວາມ​ບໍ​ລິ​ສຸດ, ຄວາມ​ໄວ້​ວາງ​ໃຈ, ກຽດ​ສັກ​ສີ, ແລະ, ໃນ​ທີ່​ສຸດ, ຄວາມ​ຮັກ​ທີ່​ມີ​ໃຫ້​ພໍ່​ຜູ້​ທີ່​ລາວ​ຢາກ​ເຮັດ​ໃຫ້​ເພິ່ງ​ພໍ​ໃຈ. ຄຸນ​ສົມ​ບັດ​ເຫລົ່າ​ນີ້ ແລະ ອີກ​ຫລາຍໆ​ຢ່າງ​ເຮັດ​ໃຫ້ ເຮົາ ກ່າວ​ນຳ​ອີກ​ວ່າ, “ຜູ້​ເປັນ​ໃຫຍ່​ທີ່​ສຸດ​ໃນ​ຣາຊ​ອາ​ນາ​ຈັກ​ສະ​ຫວັນ … ແມ່ນ​ຜູ້​ທີ່​ຖ່ອມ​ຕົວ​ລົງ​ເໝືອນ​ດັ່ງ​ເດັກ​ນ້ອຍ​ຜູ້​ນີ້.”

ອ້າຍ​ເອື້ອຍ​ນ້ອງ ແລະ ໝູ່​ເພື່ອນ​ທັງ​ຫລາຍ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຢູ່​ໃນ​ອັນ​ດັບ​ສູງ​ສຸດ​ໃນ​ລາຍ​ການ​ຂອງ​ພາບ​ທີ່​ສວຍ​ງາມ​ທີ່​ສຸດ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ແມ່ນ ແອ​ນ້ອຍ ແລະ ເດັກ​ນ້ອຍ ແລະ ຊາວ​ໜຸ່ມ​ດ້ວຍ​ຈິດ​ສຳ​ນຶກ ແລະ ຄວາມ​ລ້ຳ​ຄ່າ​ເທົ່າ​ຜູ້​ທີ່​ເຮົາ​ໄດ້​ອ້າງ​ເຖິງ​ໃນ​ມື້​ນີ້. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ນີ້​ເປັນ​ພາບ​ຂອງ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ທີ່​ຈະ​ເລີນ​ເຕີບ​ໂຕ​ເທິງ​ແຜ່ນ​ດິນ​ໂລກ ໃນ​ຄວາມ​ເຂັ້ມ​ແຂງ ແລະ ຄວາມ​ງາມ​ຂອງ​ມັນ.

ດ້ວຍ​ວິນ​ຍານ​ຂອງ​ປະ​ຈັກ​ພະ​ຍານ​ອັນ​ດຽວ​ກັນ​ນັ້ນ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ໃນ​ໄວ​ໜຸ່ມ​ຂອງ​ເພິ່ນ, ໂຈ​ເຊັບ ສະ​ມິດ ໄດ້​ເຫັນ​ສິ່ງ​ທີ່​ເພິ່ນ​ເວົ້າ​ວ່າ​ເພິ່ນ​ໄດ້​ເຫັນ ແລະ ໄດ້​ສົນ​ທະ​ນາ​ກັບ​ຜູ້​ທີ່​ເພິ່ນ​ເວົ້າ​ວ່າ​ເພິ່ນ​ໄດ້​ເວົ້າ​ເຖິງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຣະ​ໂຊ ເອັມ ແນວ​ສັນ ທີ່​ຖ່ອມ​ຕົວ ແລະ ບໍ​ລິ​ສຸດ ເປັນ​ສາດ​ສະ​ດາ ແລະ ຜູ້​ພະ​ຍາ​ກອນ​ທີ່​ຖືກ​ແຕ່ງ​ຕັ້ງ ແລະ ໄດ້​ຮັບ​ພອນ​ສະ​ຫວັນ​ຂອງ​ພຣະ​ເຈົ້າ. ຈາກ​ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ຕະ​ຫລອດ​ຊີ​ວິດ, ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ຄຳ​ພີ​ມໍ​ມອນ​ເປັນ​ໜັງ​ສື​ທີ່​ໃຫ້​ຄຸນ​ຄ່າ​ຫລາຍ​ທີ່​ສຸດ ທີ່​ຂ້າ​ພະ​ເຈົ້າ​ເຄີຍ​ອ່ານ​ມາ ແລະ ເປັນ​ເສົາ​ເອກ​ໃນ​ການ​ຢູ່​ອາ​ໄສ​ເລັກໆ​ນ້ອຍໆ​ຂອງ​ຂ້າ​ພະ​ເຈົ້າ ໃນ​ອາ​ນາ​ຈັກ​ແຫ່ງ​ປາ​ສາດ​ຢ່າງ​ຫລວງ​ຫລາຍ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຖາ​ນະ​ປະ​ໂລ​ຫິດ ແລະ ການ​ອະ​ທິ​ຖານ​ກຳ​ລັງ​ຟື້ນ​ຟູ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ—ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ຄຣິດ ແລະ ຄຳ​ອະ​ທິ​ຖານ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ຮູ້​ວ່າ​ທັງ​ໝົດ​ນີ້​ເປັນ​ຄວາມ​ຈິງ ແລະ ຂໍ​ເປັນ​ພະ​ຍານ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ຜູ້​ຊື່​ສັດ ແລະ ຖ່ອມ​ຕົວ​ທີ່​ສຸດ—ອາ​ລະ​ຟາ ແລະ ໂອ​ເມ​ຄາ, ຜູ້​ຍິ່ງ​ໃຫຍ່, ຜູ້​ທີ່​ຖືກ​ຄຶງ, ພະ​ຍານ​ທີ່​ສັດ​ຊື່—ແມ່ນ​ແຕ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ມາ​ຣະ​ໂກ 9:33.

  2. ມາ​ຣະ​ໂກ 9:34.

  3. ເບິ່ງ ລູ​ກາ 9:47.

  4. ມັດ​ທາຍ 18:2–4.

  5. ໂມ​ໄຊ​ຢາ 3:19.

  6. 3 ນີ​ໄຟ 17:23; ເບິ່ງ ຂໍ້​ທີ 11–24 ນຳ​ອີກ.

  7. ປັນ​ຍາ​ຈານ 1:2.

  8. 1 ນີ​ໄຟ 12:18.

  9. ແອວ​ມາ 31:27.

  10. James W. Clarke, ອ້າງ​ອີງ​ໃນ Richard L. Evans, ໃນ Conference Report, Apr. 1965, 136. ແອວ​ເດີ ອີ​ແວນສ໌ ໄດ້​ສັງ​ເກດ​ວ່າ ຂໍ້​ອ້າງ​ອີງ​ນີ້​ມາ​ຈາກ​ຄຳ​ເທດ​ສະ​ໜາ​ທາງ​ວິ​ທະ​ຍຸ ຂອງ ດຣ ເຈມສ໌ ​ດັບ​ເບິນ​ຢູ ຄລາກ, ຊຶ່ງ​ອ້າງ​ອີງ​ໂດຍ ວິວ​ລຽມ ເອັຈ ແດນ​ຝອດ.

  11. Clarke, ໃນ Richard L. Evans, ໃນ Conference Report, Apr. 1965, 136.

  12. ໂຢ​ຮັນ 17:4. ເລື່ອງ​ລາວ​ສ່ວນ​ຕົວ​ທີ່​ແບ່ງ​ປັນ​ໂດຍ ບຣາຍ​ແອນ ແລະ ຄາ​ຣິ​ສາ ຈໍ​ລີ ກັບ ແຈັບ​ຟະ​ຣີ ອາ ຮໍ​ແລນ, ເດືອນ​ມັງ​ກອນ 2025.

  13. ມັດ​ທາຍ 18:4.

  14. ເບິ່ງ ພຣະ​ນິ​ມິດ 1:5.