ຄວາມຮັກຂອງຂ້າພະເຈົ້າທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດຄື “ເຫດຜົນ” ຂອງຂ້າພະເຈົ້າ
ຂ້າພະເຈົ້າຮັກພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ນີ້ຄືເຫດຜົນທີ່ແທ້ຈິງ ແລະ ມີພະລັງທີ່ສຸດວ່າ ເປັນຫຍັງຂ້າພະເຈົ້າຈຶ່ງເຮັດໃນສິ່ງທີ່ຂ້າພະເຈົ້າເຮັດ.
ທ່ານເຄີຍສັງເກດບໍວ່າ ສາດສະດາທີ່ຮັກແພງຂອງພວກເຮົາ, ປະທານຣະໂຊ ເອັມ ແນວສັນ, ໄດ້ສົ່ງຄຳເຊື້ອເຊີນເຖິງເຮົາຢູ່ສະເໝີ? ບໍ່ໜ້າແປກໃຈເລີຍ, ເພິ່ນໄດ້ເຊື້ອເຊີນເຮົາໃຫ້ສຶກສາ ແລະ ໄຕ່ຕອງຂ່າວສານທີ່ຖືກແບ່ງປັນໃນກອງປະຊຸມໃຫຍ່ສອງຄັ້ງຜ່ານມານີ້. ໃນເດືອນເມສາ ປີ 2024, ເພິ່ນໄດ້ກ່າວວ່າ, “ຂ້າພະເຈົ້າຫວັງວ່າ ທ່ານຈະສຶກສາຂ່າວສານຂອງກອງປະຊຸມຄັ້ງນີ້ຢ່າງຊໍ້າໆ ຕະຫລອດເດືອນຕໍ່ໆໄປ.” ແລ້ວ, ໃນເດືອນຕຸລາ ປີ 2024, ເພິ່ນໄດ້ກ່າວວ່າ: “ຂ້າພະເຈົ້າຊຸກຍູ້ທ່ານໃຫ້ສຶກສາຂ່າວສານ [ຂອງຜູ້ກ່າວປາໄສ]. ໃຫ້ໃຊ້ມັນເປັນເຄື່ອງຊີ້ວັດວ່າ ອັນໃດຈິງ ແລະ ອັນໃດບໍ່ຈິງ, ລະຫວ່າງຫົກເດືອນຂ້າງໜ້າ.”
ຄຳເຊື້ອເຊີນເຫລົ່ານີ້ສາມາດເພີ່ມໃສ່ໃນຄຳເຊື້ອເຊີນຂອງສາດສະດາ ທີ່ເຮົາໄດ້ຮັບຕະຫລອດຊີວິດຂອງເຮົາ, ລວມທັງ ແລະ ໂດຍສະເພາະແມ່ນຄຳທີ່ເຮົາໄດ້ຮັບໃນຊ່ວງບໍ່ເທົ່າໃດປີຜ່ານມານີ້. ເຮົາອາດຮູ້ສຶກ ຫລື ຄິດວ່າ ຄຳເຊື້ອເຊີນເຫລົ່ານີ້ເປັນອີກສິ່ງໜຶ່ງທີ່ເຮົາຕ້ອງເພີ່ມໃສ່ໃນລາຍການທີ່ຕ້ອງເຮັດ, ພຽງເພາະເຮົາໄດ້ຮັບຄຳເຊື້ອເຊີນ ຫລື ຖືກຂໍໃຫ້ເຮັດ. ແຕ່ຈະມີຫຍັງຫລາຍກວ່ານີ້ອີກຫລືບໍ່?
ເມື່ອໄຕ່ຕອງກ່ຽວກັບຄຳເຊື້ອເຊີນນີ້ ແລະ ອື່ນໆທັງໝົດທີ່ເຮົາໄດ້ຮັບ, ຂ້າພະເຈົ້ານຶກອອກເຖິງສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ ແລະ ໄດ້ຕັດສິນໃຈໄວ້ດົນນານແລ້ວ. ຂ້າພະເຈົ້າພະຍາຍາມເຮັດສິ່ງເຫລົ່ານີ້ ຊຶ່ງເປັນສິ່ງສຳຄັນຕໍ່ຂ້າພະເຈົ້າ ເພາະຂ້າພະເຈົ້າຮັກພຣະອົງ; ຂ້າພະເຈົ້າຮັກພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ນີ້ຄືເຫດຜົນທີ່ແທ້ຈິງ ແລະ ມີພະລັງທີ່ສຸດວ່າ ເປັນຫຍັງຂ້າພະເຈົ້າຈຶ່ງເຮັດໃນສິ່ງທີ່ຂ້າພະເຈົ້າເຮັດ, ແລະ ແລ້ວເຊື່ອມໂຍງເຂົ້າກັບສິ່ງນີ້ ກໍຄືຄວາມຮັກທີ່ຂ້າພະເຈົ້າມີຕໍ່ທ່ານ, ອ້າຍເອື້ອຍນ້ອງຂອງຂ້າພະເຈົ້າ.
ໃນຖານະອ້າຍນ້ອງຂອງທ່ານ, ຂ້າພະເຈົ້າຫວັງວ່າ ທ່ານຈະຖືວ່າຄຳເວົ້າຂອງຂ້າພະເຈົ້າເປັນຄຳເຊື້ອເຊີນທີ່ຈິງໃຈໃຫ້ສະແຫວງຫາທີ່ຈະເຂົ້າໃຈໂອກາດໃນການເຊື່ອມໂຍງທຸກສິ່ງທີ່ເຮົາເຮັດເຂົ້າກັບຄວາມຮັກຂອງເຮົາທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ.
ການເຮັດສິ່ງນີ້ຈະຊ່ວຍໃຫ້ເຮົາເຂົ້າໃຈ “ເຫດຜົນ” ທີ່ແທ້ຈິງ ຢູ່ເບື້ອງຫລັງທຸກສິ່ງທີ່ເຮົາເຮັດ ໃນຖານະສານຸສິດຂອງພຣະຜູ້ຊ່ວຍໃຫ້ລອດ. ສິ່ງນີ້ຈະຊ່ວຍໃຫ້ເຮົາເພີ່ມຄວາມເຂັ້ມແຂງໃຫ້ກັບການເຊື່ອມໂຍງພັນທະສັນຍາຂອງເຮົາເຂົ້າກັບພຣະເຈົ້າ, ເຂົ້າໃຈຄວາມຈິງອັນສັກສິດ ແລະ ນິລັນດອນຂອງພຣະອົງ—ຄວາມຈິງນິລັນດອນ ແລະ ແນ່ນອນຂອງພຣະອົງ ທີ່ຈະບໍ່ມີວັນປ່ຽນແປງ. ຄວາມຈິງນິລັນດອນເຊັ່ນ “ເພາະວ່າ ພຣະເຈົ້າຊົງຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.”
ເປັນເລື່ອງໜ້າສົນໃຈ ທີ່ບາງຄັ້ງ ເນື່ອງຈາກເຮົາໄດ້ເຮັດສິ່ງຕ່າງໆຢ່າງສະໝໍ່າສະເໝີ ຈົນກາຍເປັນປະເພນີ, ເຮົາຈຶ່ງປ່ອຍໃຫ້ປະເພນີ ຫລື ກິດຈະກຳເຫລົ່ານີ້ກຳນົດຄວາມພະຍາຍາມຂອງເຮົາ ໃນການສ້າງສັດທາໃນພຣະເຢຊູຄຣິດ. ເບິ່ງຄືວ່າເຮົາເຮັດສິ່ງເຫລົ່ານີ້ ເພາະເຮົາໄດ້ເຮັດມັນມາເປັນເວລາຫລາຍປີ, ໂດຍບໍ່ໄດ້ພິຈາລະນາເຖິງຜົນກະທົບຂອງມັນ ຕໍ່ຄວາມເຊື່ອມໂຍງທາງພັນທະສັນຍາຂອງເຮົາກັບພຣະຜູ້ຊ່ວຍໃຫ້ລອດ.
ໃນໂລກຂອງເຮົາ, ເຮົາມັກຈະສຸມໃຈໃສ່ສິ່ງທີ່ເຮົາເຮັດ ແລະ ການບັນລຸວຽກງານ ແລະ ເປົ້າໝາຍຢ່າງສະໝໍ່າສະເໝີ. ໃນຂອບເຂດທາງວິນຍານ, ເຮົາມີໂອກາດທີ່ຈະກ້າວໄປໃຫ້ໄກກວ່າພຽງແຕ່ການເຮັດສິ່ງຕ່າງໆ ຫລື ການບັນລຸເປົ້າໝາຍ ໂດຍການເຂົ້າໃຈວ່າ ເປັນຫຍັງເຮົາຈຶ່ງເຮັດມັນ. ຖ້າເຮົາສາມາດເຂົ້າໃຈ ແລະ ເຊື່ອມໂຍງໄດ້ວ່າ ເຫດຜົນທີ່ຢູ່ເບື້ອງຫລັງການກະທຳຂອງເຮົາກ່ຽວພັນກັບຄວາມຮັກຂອງເຮົາທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະບິດາເທິງສະຫວັນ, ໂດຍການໃຊ້ປະໂຫຍດຈາກໂອກາດເຫລົ່ານີ້ ເຮົາຈະເຂົ້າໃຈວ່າ ເຖິງແມ່ນການເຮັດສິ່ງທີ່ຖືກຕ້ອງ ເຊັ່ນການມີກິດຈະກຳ ຫລື ປະເພນີຂອງສາດສະໜາຈັກ ແລະ ການເຮັດມັນຢ່າງເໝາະສົມນັ້ນເປັນສິ່ງທີ່ດີ, ເມື່ອເຮົາເຊື່ອມໂຍງມັນເຂົ້າກັບ “ເຫດຜົນ,” ເຮົາຈະໄດ້ຮັບພອນໃນການເຂົ້າໃຈເຫດຜົນນັ້ນ. ມັນບໍ່ແມ່ນພຽງແຕ່ການເຮັດສິ່ງທີ່ດີ ຫລື ເຮັດສິ່ງໃຫ້ພວກມັນຖືກຕ້ອງເທົ່ານັ້ນ; ເຮົາຍັງຈະເຂົ້າໃຈພວກມັນຢ່າງຖືກຕ້ອງນຳອີກ.
ຍົກຕົວຢ່າງ, ເມື່ອທ່ານຕັ້ງເປົ້າໝາຍທີ່ຈະອ່ານພຣະຄຳພີ, ກ່າວອະທິຖານຢ່າງຈິງໃຈ, ຫລື ກຽມກິດຈະກຳສຳລັບຄອບຄົວ ຫລື ຫວອດຂອງທ່ານ, ເປົ້າໝາຍທີ່ແທ້ຈິງກໍຄືການບັນລຸວຽກງານເຫລົ່ານີ້ເທົ່ານັ້ນບໍ? ຫລື ການກະທຳເຫລົ່ານີ້ຈະເປັນວິທີການ, ເປັນເຄື່ອງມືທີ່ມີໄວ້ໃຫ້ທ່ານໃຊ້, ເພື່ອບັນລຸເປົ້າໝາຍທີ່ແທ້ຈິງ? ຈຸດປະສົງແມ່ນພຽງແຕ່ຈັດກິດຈະກຳເພາະເຮົາໄດ້ເຮັດມັນມາຫລາຍປີ ແລະ ແລ້ວໝາຍຂີດແຈ້ງວ່າເຮົາໄດ້ເຮັດສຳເລັດແລ້ວເທົ່ານັ້ນບໍ? ຫລື, ອີກເທື່ອໜຶ່ງ, ສິ່ງເຫລົ່ານີ້ເປັນວິທີການທີ່ເຮົາໃຊ້ເພື່ອຮຽນຮູ້, ເພື່ອຮູ້ສຶກ, ແລະ ເພື່ອເຊື່ອມໂຍງເຂົ້າກັບພຣະຜູ້ຊ່ວຍໃຫ້ລອດ ແມ່ນບໍ?
ກະລຸນາຢ່າເຂົ້າໃຈຈຸດຂອງຂ້າພະເຈົ້າຜິດກ່ຽວກັບການມີກິດຈະກຳ ແລະ ປະເພນີ ຫລື ການຕັ້ງເປົ້າໝາຍ ແລະ ການເຮັດວຽກໜັກເພື່ອບັນລຸມັນ; ບໍ່ມີຫຍັງຜິດກ່ຽວກັບເລື່ອງນີ້. ເຖິງຢ່າງໃດກໍຕາມ, ຂ້າພະເຈົ້າຂໍເຊື້ອເຊີນໃຫ້ທ່ານເປີດໃຈ ແລະ ຈິດໃຈຂອງທ່ານຕໍ່ໂອກາດ ແລະ ພອນຂອງຄວາມເຂົ້າໃຈວ່າ ເປັນຫຍັງເຮົາຈຶ່ງເຮັດສິ່ງເຫລົ່ານີ້ ແລະ ເຮົາປະຕິບັດສາດສະໜາຂອງເຮົາຢ່າງໃດ.
ຕົວຢ່າງອັນສຳຄັນຂອງປະເພນີທີ່ໃຫ້ພຣະຄຣິດເປັນສູນກາງ ແມ່ນການທ້າທາຍຂອງປະທານດາລິນ ເອັຈ ໂອກສ໌ ທີ່ສົ່ງເຖິງເຮົາທຸກຄົນ ໃນນາມຂອງຝ່າຍປະທານສູງສຸດ. ປະທານໂອກສ໌ໄດ້ກ່າວວ່າ: “ເມື່ອເຮົາເຂົ້າສູ່ປີໃໝ່ນີ້, ຂໍໃຫ້ເຮົາກຽມພ້ອມສຳລັບການສະເຫລີມສະຫລອງອີດສະເຕີຂອງການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ. … ບໍ່ວ່າຄົນອື່ນຈະເຊື່ອ ຫລື ເຮັດຫຍັງກໍຕາມ, ເຮົາຄວນສະເຫລີມສະຫລອງການຟື້ນຄືນພຣະຊົນຂອງພຣະຜູ້ຊ່ວຍໃຫ້ລອດທີ່ຊົງພຣະຊົນຂອງເຮົາ ໂດຍການສຶກສາຄຳສອນຂອງພຣະອົງ ແລະ ຊ່ວຍສະຖາປະນາປະເພນີອີດສະເຕີ ໃນສັງຄົມຂອງເຮົາໂດຍລວມ, ໂດຍສະເພາະພາຍໃນຄອບຄົວຂອງເຮົາເອງ.” ດັ່ງທີ່ທ່ານສາມາດເຫັນໄດ້, ມັນບໍ່ແມ່ນພຽງແຕ່ຄຳເຊື້ອເຊີນໃຫ້ມີປະເພນີເທົ່ານັ້ນ. ແທນທີ່ແລ້ວ, ເຮົາໃຊ້ປະເພນີເຫລົ່ານີ້ໃຫ້ເປັນວິທີການຮຽນຮູ້ເພີ່ມເຕີມກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ລະນຶກເຖິງການຟື້ນຄືນພຣະຊົນຂອງພຣະອົງ.
ຍິ່ງເຮົາເຊື່ອມໂຍງເຫດຜົນເຂົ້າກັບຄວາມຮັກຂອງເຮົາທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນເທົ່າໃດ, ເຮົາຍິ່ງຈະສາມາດໄດ້ຮັບສິ່ງທີ່ເຮົາຕ້ອງການ ຫລື ກຳລັງສະແຫວງຫາຫລາຍຂຶ້ນເທົ່ານັ້ນ. ປະທານແນວສັນໄດ້ກ່າວວ່າ, “ບໍ່ວ່າທ່ານຈະມີຄຳຖາມ ຫລື ບັນຫາໃດກໍຕາມ, ທ່ານຈະພົບຄຳຕອບຢູ່ໃນພຣະຊົນຊີບ ແລະ ຄຳສອນຂອງພຣະເຢຊູຄຣິດສະເໝີ.” ແລະ ແລ້ວເພິ່ນກໍໄດ້ສົ່ງຄຳເຊື້ອເຊີນນີ້ວ່າ: “ຈົ່ງຮຽນຮູ້ກ່ຽວກັບການຊົດໃຊ້ຂອງພຣະອົງ, ຄວາມຮັກຂອງພຣະອົງ, ຄວາມເມດຕາຂອງພຣະອົງ, ຄຳສອນຂອງພຣະອົງ, ແລະ ພຣະກິດຕິຄຸນແຫ່ງການປິ່ນປົວ ແລະ ຄວາມກ້າວໜ້າ ທີ່ຖືກຟື້ນຟູຂອງພຣະອົງ. ຈົ່ງຫັນມາຫາພຣະອົງ! ຈົ່ງຕິດຕາມພຣະອົງ!”
ໃຫ້ໄຕ່ຕອງສິ່ງນີ້ຢູ່ໃນໃຈ ແລະ ຈິດໃຈຂອງທ່ານ: ທ່ານເຊື່ອວ່າຄຳເຊື້ອເຊີນຂອງປະທານແນວສັນມີເຈດຕະນາທີ່ຈະຊ່ວຍເຮົາໃນການກຽມລາຍການກວດກາ ທີ່ເຮົາຈະສະສົມຄວາມຮູ້ເພີ່ມເຕີມ ແລະ ເຮັດວຽກງານໃຫ້ສຳເລັດຫລືບໍ່ ເພື່ອວ່າເຮົາຈະສາມາດຂີດໝາຍຄຳເຊື້ອເຊີນຂອງເພິ່ນຈາກລາຍການຂອງເຮົາໄດ້? ຫລື ເພິ່ນໄດ້ເຊື້ອເຊີນເຮົາໃຫ້ພິຈາລະນາລັກສະນະຂອງຄວາມຈິງນິລັນດອນ ແລະ ຫລັກທຳເຫລົ່ານີ້ວ່າເປັນໂອກາດທີ່ຈະເຂົ້າໃຈ “ເຫດຜົນ” ແລະ ເຊື່ອມໂຍງຄວາມຮັກແຫ່ງພັນທະສັນຍາຂອງພຣະຜູ້ຊ່ວຍໃຫ້ລອດທີ່ມີຕໍ່ເຮົາ ເຂົ້າກັບການເດີນທາງຂອງການເປັນສານຸສິດຕະຫລອດຊີວິດຂອງເຮົາບໍ?
ຂ້າພະເຈົ້າຂໍອະທິບາຍຫລັກທຳທີ່ຂ້າພະເຈົ້າກຳລັງພະຍາຍາມສື່ສານ. ທາງເລືອກໜຶ່ງ, ຊຶ່ງອາດຈະສຸດຂີດ, ອາດເປັນການອ່ານຂ່າວສານທັງໝົດຈາກກອງປະຊຸມໃຫຍ່ສາມັນບາດດຽວ; ຈາກນັ້ນ, ເມື່ອຂ້າພະເຈົ້າອ່ານຈົບແລ້ວ, ຂ້າພະເຈົ້າຈະໝາຍຂີດຄຳເຊື້ອເຊີນນີ້ຈາກລາຍການທີ່ຕ້ອງເຮັດຂອງຂ້າພະເຈົ້າ ໂດຍທີ່ບໍ່ເຮັດຫຍັງອີກກັບສິ່ງທີ່ຂ້າພະເຈົ້າໄດ້ອ່ານ. ຂ້າພະເຈົ້າເຂົ້າໃຈວ່າ ນີ້ເປັນກໍລະນີທີ່ສຸດຂີດ, ແຕ່ມັນບໍ່ແມ່ນເລື່ອງທີ່ເປັນໄປບໍ່ໄດ້. ບາງທີ, ຫລາຍຄົນອາດຈະຢູ່ໃນຈຸດດຽວກັນລະຫວ່າງຈຸດນີ້ ແລະ ອຸດົມຄະຕິ.
ຄຳເຊື້ອເຊີນແມ່ນໃຫ້ສຶກສາ ແລະ ໄຕ່ຕອງຂ່າວສານຈາກກອງປະຊຸມໃຫຍ່ສາມັນ ແລະ ໃຊ້ມັນເພື່ອກຳນົດ ແລະ ເຂົ້າໃຈສິ່ງທີ່ເຮົາແຕ່ລະຄົນສາມາດເຮັດເພື່ອປັບປຸງ.
ເມື່ອເຮົາຮັບເອົາຄຳເຊື້ອເຊີນ, ເຂົ້າໃຈ “ເຫດຜົນ” ທີ່ຢູ່ເບື້ອງຫລັງແລ້ວ, ເຮົາຈະມີໂອກາດຫລາຍຂຶ້ນທີ່ຈະເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດຫລາຍຍິ່ງຂຶ້ນ. ເຮົາຈະເລີ່ມເຂົ້າໃຈວ່າ ເພາະເຮົາຮັກພຣະຜູ້ຊ່ວຍໃຫ້ລອດ, ເຮົາຈຶ່ງຢາກຮຽນຮູ້ເພີ່ມເຕີມກ່ຽວກັບພຣະອົງ ໂດຍການສຶກສາຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່. ແລະ ເພາະເຮົາຮັກເພື່ອນມະນຸດຂອງເຮົາ, ເຮົາຈຶ່ງຈະແບ່ງປັນຄຳສອນຂອງສາດສະດາ, ຜູ້ພະຍາກອນ, ແລະ ຜູ້ເປີດເຜີຍກັບຄົນອື່ນ, ໂດຍເລີ່ມຈາກຄົນທີ່ເຮົາຮັກ.
ໃນທັງສອງຕົວຢ່າງ, ທ່ານກຳລັງເຮັດສິ່ງທີ່ຖືກຕ້ອງ. ໃນຕົວຢ່າງໜຶ່ງ, ເປົ້າໝາຍເບິ່ງຄືວ່າຈະເປັນການໃຊ້ວິທີການທີ່ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດໄດ້ປະທານໃຫ້ແກ່ເຮົາ, ຊຶ່ງເປັນຂ່າວສານທີ່ໄດ້ແບ່ງປັນລະຫວ່າງກອງປະຊຸມໃຫຍ່ສາມັນ. ຕົວຢ່າງທີສອງ ນ້ອມຮັບເອົາພອນອັນເລິກເຊິ່ງຂອງການໄດ້ຮັບຄວາມຮູ້ແຈ້ງ ໃນເຫດຜົນພື້ນຖານ, ນຳສະເໜີເສັ້ນທາງເພື່ອເຂົ້າໃຈຄວາມຈິງນິລັນດອນ ແລະ ພອນທີ່ສັນຍາໄວ້ກັບທຸກຄົນທີ່ເຮັດໃຫ້ຄຳສອນ ແລະ ພຣະຊົນຊີບຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ, ເປັນຈຸດສຸມໃນຊີວິດຂອງເຂົາເຈົ້າ.
ອ້າຍເອື້ອຍນ້ອງທີ່ຮັກແພງທັງຫລາຍ, ຂ້າພະເຈົ້າຫວັງວ່າ ທ່ານຈະສາມາດຮູ້ສຶກ ແລະ ເຫັນຄວາມສຳຄັນຂອງການເຊື່ອມໂຍງການກະທຳຂອງເຮົາເຂົ້າກັບຄວາມຮັກຂອງເຮົາທີ່ມີຕໍ່ພຣະຜູ້ຊ່ວຍໃຫ້ລອດ. ໃນໂລກຍຸກໂລກາພິວັດນີ້, ຫລາຍສຽງຈະພະຍາຍາມຊັກຈູງທ່ານ ແລະ, ຖ້າເປັນໄປໄດ້, ນຳພາທ່ານໃຫ້ເຊື່ອວ່າ ຄວາມຈິງພື້ນຖານບາງຢ່າງຂອງພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະເຢຊູຄຣິດນັ້ນບໍ່ຈຳເປັນ. ສຽງເຫລົ່ານີ້ຈະເລີ່ມຈາກຄວາມຈິງທີ່ສຳຄັນຂອງຄວາມຈຳເປັນໃນການຟື້ນຟູໃນຍຸກສຸດທ້າຍນີ້, ລວມທັງຄວາມຈຳເປັນໃນການມີອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ, ຊຶ່ງເປັນຕົວແທນໂດຍສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ທ່ານອາດໄດ້ຍິນສຽງທີ່ຢືນຢັນວ່າ ການມີຄວາມສຳພັນສ່ວນຕົວ ຫລື ການມີຄວາມເຂົ້າໃຈກັບພຣະຜູ້ຊ່ວຍໃຫ້ລອດເທົ່ານັ້ນກໍພຽງພໍແລ້ວ ແລະ ວ່າສາດສະໜາ ຫລື ສາດສະໜາຈັກທີ່ຖືກຟື້ນຟູນັ້ນບໍ່ຈຳເປັນ ຫລື ບໍ່ສຳຄັນເລີຍ. ຂ້າພະເຈົ້າເຊື້ອເຊີນທ່ານໃຫ້ພິຈາລະນາຢ່າງຊ້າໆ ຫລື ແມ່ນແຕ່ບໍ່ຮັບເອົາອິດທິພົນຈາກແນວຄິດທີ່ເຂົ້າໃຈຜິດເຫລົ່ານີ້ ແລະ ຈື່ຈຳສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດບອກ ແລະ ສິດສອນເຮົາມາຕັ້ງແຕ່ສະໄໝບູຮານໃຫ້ໄວຂຶ້ນ—ເລີ່ມຕົ້ນດ້ວຍຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດທີ່ມີຕໍ່ເຮົາ ແລະ ເຊື່ອມໂຍງຄວາມຮັກຂອງເຮົາທີ່ມີຕໍ່ພວກພຣະອົງ ເປັນເຫດຜົນໃນການຕິດຕາມພວກພຣະອົງ.
ພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງໄດ້ສະເດັດມາ ແລະ ກ່າວກັບໂຈເຊັບ ສະມິດ ເພື່ອຟື້ນຟູສາດສະໜາຈັກຂອງພຣະເຢຊູຄຣິດ ແລະ ໄດ້ລິເລີ່ມຍຸກສະໄໝຂອງຄວາມສົມບູນແຫ່ງເວລາ, ອານາຈັກຂອງພຣະອົງຢູ່ເທິງແຜ່ນດິນໂລກ. ສະນັ້ນ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍຈຶ່ງເປັນວິທີການທີ່ພຣະບິດາເທິງສະຫວັນໄດ້ສະຖາປະນາ ເພື່ອຈະໄດ້ເຂົ້າເຖິງພັນທະສັນຍາທີ່ຊ່ວຍໃຫ້ເຮົາກັບຄືນບ້ານໄດ້. ດັ່ງນັ້ນ, ເຮົາຈຶ່ງຕ້ອງການຫລາຍກວ່າພຽງແຕ່ຄວາມສຳພັນສ່ວນຕົວກັບພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງເທົ່ານັ້ນ; ເຮົາຕ້ອງການພິທີການຂອງຖານະປະໂລຫິດທີ່ຈຳເປັນ ຊຶ່ງຜ່ານທາງພິທີການເຫລົ່ານັ້ນ ເຮົາໄດ້ເຮັດພັນທະສັນຍາກັບພວກພຣະອົງ. ສິ່ງນີ້ເຮັດໃຫ້ເກີດຄວາມເຊື່ອມໂຍງທາງພັນທະສັນຍາເຂົ້າກັບພວກພຣະອົງ ແລະ ອະນຸຍາດໃຫ້ເຮົາເຂົ້າເຖິງຄວາມຮັກແຫ່ງພັນທະສັນຍາຂອງພວກພຣະອົງ, ເຮັດໃຫ້ມັນເປັນໄປໄດ້ທີ່ຈະບັນລຸເຖິງອານາຈັກສູງສຸດຂອງລັດສະໝີພາບ ທີ່ຖືກຈັດຕຽມໄວ້ສຳລັບທຸກຄົນທີ່ຈິງໃຈ ແລະ ຊື່ສັດຕໍ່ພັນທະສັນຍາຂອງຕົນ.
ດ້ວຍພະລັງທັງໝົດຂອງຈິດວິນຍານຂອງຂ້າພະເຈົ້າ, ຂ້າພະເຈົ້າເປັນພະຍານເຖິງຄວາມຈິງ ແລະ ຄວາມເປັນພຣະເຈົ້າຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ພຣະອົງຮັກທ່ານ. ພຣະອົງຮູ້ເຖິງສິ່ງທີ່ກຳລັງເກີດຂຶ້ນໃນຊີວິດຂອງທ່ານ. ອ້ອມແຂນຂອງພຣະອົງເປີດກວ້າງ, ສົ່ງຄຳເຊື້ອເຊີນວ່າ, “ຈົ່ງມາຫາເຮົາ, … ແລະ ເຮົາຈະໃຫ້ພວກເຈົ້າໄດ້ຮັບຄວາມເຊົາເມື່ອຍ.”
ຂ້າພະເຈົ້າຮັກພຣະຜູ້ຊ່ວຍໃຫ້ລອດ, ແລະ ຄວາມຮັກຂອງຂ້າພະເຈົ້າທີ່ມີຕໍ່ພຣະອົງຄື “ເຫດຜົນ” ຂອງຂ້າພະເຈົ້າ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.