ການກັບໃຈຂອງທ່ານບໍ່ໄດ້ເຮັດໃຫ້ພຣະເຢຊູຄຣິດໜັກພຣະໄທ; ມັນເຮັດໃຫ້ພຣະອົງຊື່ນຊົມ
ຄຳເຊື້ອເຊີນໃຫ້ກັບໃຈເປັນການສະແດງອອກເຖິງຄວາມຮັກຂອງພຣະເຈົ້າ. ການກ່າວວ່າໂດຍຕໍ່ຄຳເຊື້ອເຊີນນັ້ນເປັນການສະແດງອອກເຖິງຄວາມຮັກຂອງເຮົາ.
ເມື່ອຫລາຍປີກ່ອນ ໃນການເດີນທາງໄປລັດຟລໍຣິດາ, ຂ້າພະເຈົ້າໄດ້ນັ່ງອ່ານປຶ້ມຢູ່ຂ້າງນອກ. ຊື່ຂອງປຶ້ມແນະນຳວ່າ ເຮົາສາມາດໄປສະຫວັນໄດ້, ເຖິງແມ່ນວ່າເຮົາຍັງບໍ່ດີພ້ອມໃນເວລານີ້. ຜູ້ຍິງຄົນໜຶ່ງທີ່ຍ່າງກາຍມາ ໄດ້ຖາມວ່າ, “ເຈົ້າຄິດວ່າມັນຈະເປັນໄປໄດ້ບໍ?”
ຂ້າພະເຈົ້າໄດ້ເງີຍໜ້າຂຶ້ນ, ສັບສົນ, ແລະ ແລ້ວໄດ້ຮັບຮູ້ວ່າລາວກຳລັງເວົ້າກ່ຽວກັບປຶ້ມທີ່ຂ້າພະເຈົ້າກຳລັງອ່ານຢູ່. ຂ້າພະເຈົ້າໄດ້ເວົ້າແບບຕະຫລົກວ່າ, “ເອີ, ຂ້ອຍຍັງອ່ານບໍ່ເຂົ້າເລື່ອງເທື່ອ, ແຕ່ຂ້ອຍຈະບອກເຈົ້າຊາບວ່າມັນຈົບລົງແນວໃດ.”
ໂອ້ຍ, ຂ້າພະເຈົ້າຢາກເດີນທາງກັບໄປຫາເວລານັ້ນໄດ້ເດ້! ແລ້ວຂ້າພະເຈົ້າຈະບອກລາວວ່າ, “ໄດ້, ມັນເປັນໄປໄດ້! ເພາະວ່າສະຫວັນບໍ່ແມ່ນສຳລັບຜູ້ຄົນທີ່ດີພ້ອມຢູ່ແລ້ວ; ມັນແມ່ນສຳລັບຜູ້ຄົນທີ່ໄດ້ຮັບການໃຫ້ອະໄພ, ຜູ້ທີ່ເລືອກພຣະຄຣິດເທື່ອແລ້ວເທື່ອອີກ.
ມື້ນີ້ຂ້າພະເຈົ້າຢາກກ່າວຕໍ່ພວກເຮົາ ຜູ້ທີ່ບາງເທື່ອຮູ້ສຶກວ່າ, “ການກັບໃຈ ແລະ ການໃຫ້ອະໄພເບິ່ງຄືວ່າໄດ້ຜົນສຳລັບທຸກຄົນ ແຕ່ບໍ່ແມ່ນສຳລັບເຮົາ.” ຜູ້ທີ່ສົງໄສຢູ່ເປັນການສ່ວນຕົວວ່າ, “ເພາະເຮົາເຮັດຄວາມຜິດພາດອັນດຽວກັນນັ້ນຊ້ຳແລ້ວຊ້ຳອີກ, ບາງທີນີ້ຄືສິ່ງທີ່ເຮົາເປັນ.” ຜູ້ທີ່, ຄືກັນກັບຂ້າພະເຈົ້າ, ມີຊ່ວງເວລາເມື່ອເສັ້ນທາງແຫ່ງພັນທະສັນຍາຮູ້ສຶກຄືວ່າສູງຊັນຫລາຍ, ມັນເກືອບເປັນເໝືອນການເດີນປ່າແຫ່ງພັນທະສັນຍາ!
ຜູ້ສອນສາດສະໜາທີ່ປະເສີດຄົນໜຶ່ງໃນປະເທດອົດສະຕາລີ, ແອວເດີການກາ ຈາກປະເທດຟີຈີ, ໄດ້ແບ່ງປັນຄວາມຮູ້ສຶກທີ່ຄ້າຍຄືກັນໃນການແບ່ງປັນປະຈັກພະຍານກ່ອນການຈາກໄປຂອງລາວວ່າ: “ຂ້ານ້ອຍຮູ້ວ່າພຣະເຈົ້າຮັກຂ້ານ້ອຍ, ແຕ່ບາງເທື່ອຂ້ານ້ອຍກໍສົງໄສວ່າ, ‘ພຣະເຈົ້າຮູ້ຢູ່ບໍວ່າຂ້ານ້ອຍຮັກພຣະອົງ?’ ເພາະຂ້ານ້ອຍບໍ່ດີພ້ອມ, ແລະ ຂ້ານ້ອຍຍັງເຮັດຜິດພາດຢູ່.”
ໃນຄຳຖາມທີ່ລະອຽດອ່ອນ, ທີ່ໜ້າໂສກເສົ້ານັ້ນ, ແອວເດີ ການກາ ໄດ້ສະຫລຸບຢ່າງຕົງເປະກັບສິ່ງທີ່ຂ້າພະເຈົ້າມັກກັງວົນ. ບາງທີທ່ານກໍສົງໄສຄືກັນ, ໂດຍຄິດວ່າ, “ເຮົາກຳລັງພະຍາຍາມຢ່າງໜັກ, ແຕ່ພຣະເຈົ້າຮູ້ຢູ່ບໍວ່າເຮົາກຳລັງພະຍາຍາມແທ້ໆ? ເມື່ອເຮົາລົ້ມເຫລວຢູ່ເລື້ອຍໆ, ພຣະເຈົ້າຮູ້ຢູ່ບໍວ່າເຮົາຍັງຮັກພຣະອົງຢູ່?”
ມັນເຮັດໃຫ້ຂ້າພະເຈົ້າເສົ້າໃຈທີ່ຈະສາລະພາບສິ່ງນີ້, ແຕ່ຂ້າພະເຈົ້າກໍເຄີຍວັດແທກຄວາມສຳພັນຂອງຂ້າພະເຈົ້າກັບພຣະຜູ້ຊ່ວຍໃຫ້ລອດໂດຍວ່າຂ້າພະເຈົ້າດຳລົງຊີວິດຢ່າງດີພ້ອມຂະໜາດໃດ. ຂ້າພະເຈົ້າໄດ້ຄິດວ່າ ຊີວິດທີ່ເຊື່ອຟັງໝາຍຄວາມວ່າ ຂ້າພະເຈົ້າບໍ່ຈຳເປັນຈະຕ້ອງໄດ້ກັບໃຈ. ແລະ ເມື່ອຂ້າພະເຈົ້າເຮັດຜິດພາດ, ຊຶ່ງແມ່ນທຸກໆວັນ, ຂ້າພະເຈົ້າຈະຢູ່ຫ່າງໄກຈາກພຣະເຈົ້າ, ໂດຍຄິດວ່າ, “ພຣະອົງຄົງຕ້ອງຜິດຫວັງໃນຕົວເຮົາຫລາຍ.”
ນັ້ນບໍ່ແມ່ນຄວາມຈິງ.
ຂ້າພະເຈົ້າໄດ້ຮຽນຮູ້ວ່າຖ້າທ່ານລໍຖ້າຈົນກວ່າທ່ານສະອາດພໍ ຫລື ດີພ້ອມພໍທີ່ຈະໄປຫາພຣະຜູ້ຊ່ວຍໃຫ້ລອດ, ທ່ານໄດ້ເຂົ້າໃຈຈຸດສຸມຕົ້ນຕໍຜິດໄປແລ້ວ!
ຈະເປັນແນວໃດຖ້າເຮົາໄດ້ຄິດກ່ຽວກັບພຣະບັນຍັດ ແລະ ການເຊື່ອຟັງໃນທາງທີ່ແຕກຕ່າງ?
ຂ້າພະເຈົ້າເປັນພະຍານວ່າ ເຖິງແມ່ນພຣະເຈົ້າຈະເປັນຫ່ວງກ່ຽວກັບຄວາມຜິດພາດຂອງເຮົາ, ພຣະອົງຍັງເປັນຫ່ວງກ່ຽວກັບສິ່ງທີ່ເກີດຂຶ້ນ ຫລັງຈາກ ເຮົາເຮັດຄວາມຜິດພາດຫລາຍກວ່າ. ເຮົາຈະຫັນໄປຫາພຣະອົງເທື່ອແລ້ວເທື່ອອີກຢູ່ບໍ? ເຮົາຈະຄົງໃນຄວາມສຳພັນແຫ່ງພັນທະສັນຍານີ້ຢູ່ບໍ?
ບາງທີທ່ານໄດ້ຍິນພຣະຄຳຂອງພຣະຜູ້ເປັນເຈົ້າວ່າ “ຖ້າ [ພວກເຈົ້າ] ຮັກເຮົາ ພວກເຈົ້າກໍຈະເຊື່ອຟັງກົດບັນຍັດຂອງເຮົາ” ແລະ ຮູ້ສຶກທໍ້ຖອຍໃຈເພາະວ່າທ່ານບໍ່ໄດ້ຮັກສາພຣະບັນຍັດທຸກຂໍ້ເທື່ອ. ຂ້າພະເຈົ້າຂໍເຕືອນໃຈທ່ານວ່າ ມັນກໍເປັນພຣະບັນຍັດຂໍ້ໜຶ່ງຄືກັນທີ່ຈະກັບໃຈ. ຕາມຈິງແລ້ວ, ມັນອາດເປັນຂໍ້ພຣະບັນຍັດທີ່ຖືກກ່າວຊ້ຳຫລາຍທີ່ສຸດໃນພຣະຄຳພີ.
ໃນການກ່າວຄົນດຽວຂອງແອວມາທີ່ວ່າ, “ໂອ້ ຖ້າຫາກຂ້າພະເຈົ້າເປັນທູດ, ແລະ ສາມາດປາດຖະໜາໄດ້ຕາມໃຈຊອບຂອງ [ຂ້າພະເຈົ້າ] … ແລະ ຮ້ອງປ່າວການກັບໃຈ,” ເພິ່ນບໍ່ໄດ້ພະຍາຍາມຈະເຮັດໃຫ້ເຮົາອັບອາຍໂດຍການຊີ້ໃຫ້ເຫັນຄວາມຜິດພາດຂອງເຮົາ. ເພິ່ນຢາກປ່າວການກັບໃຈເພື່ອວ່າທ່ານ ແລະ ຂ້າພະເຈົ້າຈະສາມາດຫລີກລ້ຽງການທຸກທໍລະມານໃນໂລກ. ເຫດຜົນໜຶ່ງທີ່ແອວມາລັງກຽດບາບກໍເພາະວ່າມັນກໍ່ໃຫ້ເກີດຄວາມເຈັບປວດ.
ບາງເທື່ອຂ້າພະເຈົ້າຕ້ອງຈຳໄວ້ວ່າ, ຄືກັນກັບເຈ້ຍຕິດນ້ອຍໆຢູ່ເທິງໜ້າຜາກຂອງຂ້າພະເຈົ້າ, ວ່າພຣະບັນຍັດເປັນເສັ້ນທາງທີ່ນຳໄປຈາກຄວາມເຈັບປວດ. ແລະ ການກັບໃຈກໍຄືກັນ. ສາດສະດາຂອງເຮົາໄດ້ກ່າວວ່າ, “ພຣະຜູ້ຊ່ວຍໃຫ້ລອດຮັກເຮົາສະເໝີ ແຕ່ ໂດຍສະເພາະ ເມື່ອເຮົາກັບໃຈ.”
ສະນັ້ນເມື່ອພຣະຜູ້ເປັນເຈົ້າກ່າວວ່າ, “ໂອ້ ພວກທ່ານຈົ່ງກັບໃຈ, ພວກທ່ານຈົ່ງກັບໃຈເຖີດ,” ຈະເປັນແນວໃດຖ້າຫາກທ່ານຈິນຕະນາການວ່າພຣະອົງກຳລັງກ່າວວ່າ, “ເຮົາຮັກເຈົ້າ. ເຮົາຮັກເຈົ້າ.” ໃຫ້ນຶກເຫັນພາບທີ່ພຣະອົງກຳລັງອ້ອນວອນທ່ານ ໃຫ້ປ່ອຍປະພຶດຕິກຳທີ່ເຮັດໃຫ້ທ່ານເຈັບປວດ, ເຊື້ອເຊີນທ່ານໃຫ້ກ້າວອອກຈາກຄວາມມືດ ແລະ ຫັນໄປຫາຄວາມສະຫວ່າງຂອງພຣະອົງ.
ໃນຫວອດຂອງລູກສາວຂອງຂ້າພະເຈົ້າ ນາງຄໍລີ, ປະໂລຫິດຄົນໃໝ່ໄດ້ຄຸເຂົ່າລົງອວຍພອນສິນລະລຶກ, ແລະ ແທນທີ່ຈະກ່າວວ່າ, “ເພື່ອເຂົາຈະເຮັດດ້ວຍຄວາມລະນຶກເຖິງໂລຫິດຂອງພຣະບຸດຂອງພຣະອົງ,” ໂດຍບໍ່ໄດ້ຕັ້ງໃຈ ລາວໄດ້ກ່າວວ່າ, “ເພື່ອເຂົາຈະເຮັດດ້ວຍຄວາມລະນຶກເຖິງ ຄວາມຮັກ ຂອງພຣະບຸດຂອງພຣະອົງ.” ນ້ຳຕາໄດ້ຫລັ່ງເຕັມຕາຂອງນາງຄໍລີ ເມື່ອນາງຮັບຮູ້ ແລະ ເຂົ້າໃຈຄວາມຈິງຂອງຖ້ອຍຄຳເຫລົ່ານັ້ນ.
ພຣະຜູ້ຊ່ວຍໃຫ້ລອດຂອງເຮົາເຕັມພຣະໄທທີ່ຈະທົນທຸກຄວາມເຈັບປວດຂອງການຊົດໃຊ້ຂອງພຣະອົງເພາະວ່າພຣະອົງຮັກທ່ານ. ຕາມຄວາມຈິງແລ້ວ, ທ່ານເປັນ “ຄວາມຍິນດີທີ່ຕັ້ງໄວ້ຕໍ່ໜ້າພຣະອົງ” ຂະນະທີ່ພຣະອົງໄດ້ທົນທຸກທໍລະມານ.
ຄຳເຊື້ອເຊີນໃຫ້ກັບໃຈເປັນການສະແດງອອກເຖິງຄວາມຮັກຂອງພຣະເຈົ້າ.
ການກ່າວວ່າໂດຍຕໍ່ຄຳເຊື້ອເຊີນນັ້ນເປັນການສະແດງອອກເຖິງຄວາມຮັກຂອງເຮົາ.
ໃຫ້ນຶກເຫັນຮູບພາບພຣະຄຣິດທີ່ໂປດຂອງທ່ານ. ບັດນີ້ໃຫ້ຈິນຕະນາການເຫັນພຣະອົງຍິ້ມແຍ້ມດ້ວຍຄວາມຊື່ນຊົມແຕ່ລະເທື່ອທີ່ທ່ານນຳໃຊ້ຂອງປະທານຂອງພຣະອົງ ເພາະວ່າພຣະອົງຄື “ຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ.”
ແມ່ນແລ້ວ, ການກັບໃຈຂອງທ່ານບໍ່ໄດ້ເຮັດໃຫ້ພຣະເຢຊູຄຣິດ ໜັກ ພຣະໄທ; ມັນ ເຮັດໃຫ້ ພຣະອົງຊື່ນຊົມ!
ໃຫ້ເຮົາສິດສອນສິ່ງນັ້ນ!
ເພາະການກັບໃຈຄືຂ່າວທີ່ດີເລີດຂອງເຮົາ.
ເຮົາບໍ່ໄດ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາໂດຍບໍ່ເຄີຍເຮັດຄວາມຜິດພາດ. ເຮົາຄົງຢູ່ໃນເສັ້ນທາງແຫ່ງພັນທະສັນຍາໂດຍການກັບໃຈທຸກໆວັນ.
ແລະ ເມື່ອເຮົາກັບໃຈ, ພຣະເຈົ້າໃຫ້ອະໄພໂດຍບໍ່ເຮັດໃຫ້ເຮົາອັບອາຍ, ປຽບທຽບເຮົາກັບຄົນອື່ນ, ຫລື ກ່າວຕຳນິເຮົາເພາະວ່ານີ້ເປັນສິ່ງດຽວກັນທີ່ເຮົາໄດ້ກັບໃຈໃນອາທິດຜ່ານມາ.
ພຣະອົງຕື່ນເຕັ້ນທຸກໆເທື່ອທີ່ພຣະອົງເຫັນເຮົາຄຸເຂົ່າລົງ. ພຣະອົງປິຕິຍິນດີທີ່ຈະໃຫ້ອະໄພເຮົາເພາະວ່າເຮົາເປັນທີ່ປິຕິຍິນດີ!
ທ່ານຮູ້ສຶກວ່ານັ້ນເປັນຄວາມຈິງບໍ່?
ແລ້ວເປັນຫຍັງມັນຈຶ່ງເປັນເລື່ອງຍາກທີ່ເຮົາຈະເຊື່ອລະ?!
ຊາຕານ, ຜູ້ທີ່ກ່າວຫາ ແລະ ຜູ້ຫລອກລວງທີ່ຍິ່ງໃຫຍ່, ໃຊ້ຄວາມອັບອາຍເພື່ອກີດກັນເຮົາຈາກພຣະເຈົ້າ. ຄວາມອັບອາຍຮູ້ສຶກຄືພາລະໜັກ ຫລາຍ ທີ່ວ່າຖ້າທ່ານເອົາມັນອອກໄປຈາກຮ່າງກາຍຂອງທ່ານ, ມັນຈະມີນ້ຳໜັກ ຫລື ພະລັງຂອງມັນເອງແທ້ໆ.
ຄວາມອັບອາຍຄືສຽງທີ່ໂຂກສັບ ທີ່ເຮັດໃຫ້ທ່ານເສົ້າໃຈ, ໂດຍກ່າວວ່າ, “ເຈົ້າໄດ້ຄິດແນວໃດຢູ່?” “ເຈົ້າເຄີຍເຮັດຫຍັງໃຫ້ຖືກຕ້ອງຢູ່ບໍ?”
ຄວາມອັບອາຍຈະບໍ່ບອກເຮົາວ່າເຮົາ ໄດ້ເຮັດ ຄວາມຜິດພາດ; ມັນບອກເຮົາວ່າເຮົາ ຄື ຄວາມຜິດພາດນັ້ນ. ທ່ານອາດແມ່ນແຕ່ໄດ້ຍິນວ່າ, “ຫລົບລີ້ຊ່ອນ.” ຜູ້ປໍລະປັກເຮັດທຸກສິ່ງຢ່າງພາຍໃນອຳນາດຂອງມັນເພື່ອໃຫ້ເກັບຄວາມໜັກໜ່ວງນັ້ນໄວ້ໃນໃຈ, ບອກເຮົາວ່າຄ່າຂອງການກັບໃຈນັ້ນສູງໂພດ, ວ່າມັນຈະງ່າຍກວ່າຖ້າບໍ່ມີໃຜຮູ້ກ່ຽວກັບບາບນີ້, ບໍ່ໃຫ້ມີຄວາມຫວັງຫຍັງເລີຍ.
ຊາຕານຄືຂະໂມຍຂອງຄວາມຫວັງ.
ແລະ ທ່ານຈຳເປັນຕ້ອງໄດ້ຍິນສິ່ງນີ້, ສະນັ້ນຂ້າພະເຈົ້າຈະກ່າວຄຳເຫລົ່ານີ້ອອກສຽງວ່າ: ທ່ານບໍ່ໄດ້ເປັນສຽງທີ່ຢູ່ໃນຫົວທ່ານ ຫລື ວ່າຄວາມຜິດພາດຂອງທ່ານບໍ່ໄດ້ກຳນົດຕົວທ່ານ. ທ່ານອາດຕ້ອງກ່າວຄຳນັ້ນອອກສຽງດ້ວຍ. ໃຫ້ບອກຊາຕານໄປສາວ່າ, “ບໍ່ເລີຍ.” ໃຫ້ມັນຖອຍໜີໄປໄກຈາກທ່ານ.
ໃຫ້ຮູ້ສຶກເຖິງຄວາມດຶງດູດນັ້ນ, ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ ທີ່ຫັນທ່ານ ໄປຫາ ພຣະຜູ້ຊ່ວຍໃຫ້ລອດຂອງທ່ານ, ແລະ ໃຫ້ເບິ່ງພຣະຄຸນຂອງພຣະອົງເຂົ້າມາໃນຊີວິດຂອງທ່ານ ແລະ ຊີວິດຂອງຜູ້ຄົນທີ່ທ່ານຮັກ. ຂ້າພະເຈົ້າສັນຍາວ່າ ທັນທີທີ່ເຮົານຳຫົວໃຈທີ່ຊອກຊ້ຳມາຫາພຣະອົງດ້ວຍຄວາມກ້າຫານ, ພຣະອົງກໍປະທັບຢູ່ທີ່ນັ້ນທັນທີ.
ຖ້າທ່ານເຫັນຄົນກຳລັງຈົມນ້ຳຢູ່, ທ່ານຈະບໍ່ຍື່ນມືຂອງທ່ານອອກໄປ ແລະ ຊ່ວຍຊີວິດເຂົາບໍ? ທ່ານສາມາດຈິນຕະນາການເຫັນພຣະຜູ້ຊ່ວຍໃຫ້ລອດປະຕິເສດມືທີ່ທ່ານຍື່ນອອກໄປບໍ? ຂ້າພະເຈົ້າຈິນຕະນາການເຫັນພຣະອົງໂຕນລົງໄປໃນນ້ຳ, ສະເດັດລົງຕ່ຳກວ່າທຸກສິ່ງ ເພື່ອຍົກເຮົາຂຶ້ນ ເພື່ອວ່າເຮົາຈະສາມາດຫາຍໃຈໄດ້ອີກຄັ້ງ! ບໍ່ມີໃຜສາມາດຈົມລົງເລິກ ກວ່າຄວາມສະຫວ່າງຂອງພຣະຄຣິດຈະສ່ອງແສງໄປເຖິງໄດ້.
ພຣະຜູ້ຊ່ວຍໃຫ້ລອດຈະສະຫວ່າງກວ່າຄວາມມືດຂອງຄວາມອັບອາຍສະເໝີ. ພຣະອົງຈະບໍ່ມີວັນເຮັດໃຫ້ທ່ານຮູ້ສຶກວ່າບໍ່ມີຄຸນຄ່າເລີຍ. ສະນັ້ນ ໃຫ້ເບິ່ງໃກ້ໆ.
-
ໃຫ້ຈິນຕະນາການວ່າມືນີ້ເປັນຕົວແທນໃຫ້ແກ່ຄຸນຄ່າ.
-
ມືນີ້ເປັນຕົວແທນໃຫ້ແກ່ການເຊື່ອຟັງ. ບາງທີ່ທ່ານໄດ້ຕື່ນຂຶ້ນມາມື້ເຊົ້ານີ້, ໄດ້ກ່າວຄຳອະທິຖານທີ່ມີຄວາມໝາຍ, ແລະ ໄດ້ສຶກສາພຣະຄຳເພື່ອຈະໄດ້ຍິນສຸລະສຽງຂອງພຣະເຈົ້າ. ທ່ານໄດ້ຕັດສິນໃຈທີ່ດີ ແລະ ໄດ້ປະຕິບັດຕໍ່ຜູ້ຄົນທີ່ຢູ່ອ້ອມຂ້າງທ່ານເໝືອນດັ່ງພຣະຄຣິດ. ທ່ານກຳລັງຮັບຟັງກອງປະຊຸມໃຫຍ່ສາມັນຢູ່! ການເຊື່ອຟັງຂອງທ່ານຢູ່ທີ່ນີ້!
-
ຫລື ບາງທີບາງສິ່ງບໍ່ໄດ້ດຳເນີນໄປດ້ວຍດີປານໃດ. ເມື່ອບໍ່ດົນມານີ້ທ່ານໄດ້ດີ້ນລົນທີ່ຈະເຮັດສິ່ງເຫລົ່ານີ້, ສິ່ງທີ່ລຽບງ່າຍເພື່ອຈະເຊື່ອມຕໍ່ກັບສະຫວັນ. ທ່ານໄດ້ຕັດສິນໃຈບາງຢ່າງທີ່ທ່ານບໍ່ພູມໃຈ.
-
ຄຸນຄ່າຂອງທ່ານຢູ່ໃສ? ມືເບື້ອງນີ້ໄດ້ຍ້າຍທີ່ບໍ?
ຄຸນຄ່າຂອງທ່ານບໍ່ໄດ້ຂຶ້ນຢູ່ກັບການເຊື່ອຟັງ. ຄຸນຄ່າຂອງທ່ານແມ່ນສະໝ່ຳສະເໝີ; ມັນບໍ່ມີວັນປ່ຽນແປງ. ພຣະເຈົ້າໄດ້ມອບມັນໃຫ້ທ່ານ, ແລະ ບໍ່ມີສິ່ງໃດທີ່ທ່ານ ຫລື ຄົນອື່ນສາມາດເຮັດໄດ້ເພື່ອຈະປ່ຽນແປງມັນ. ການເຊື່ອຟັງນຳພອນມາໃຫ້; ນັ້ນເປັນຄວາມຈິງ. ແຕ່ຄຸນຄ່າບໍ່ໄດ້ເປັນໜຶ່ງໃນນັ້ນ. ຄຸນຄ່າຂອງທ່ານແມ່ນ “ຍິ່ງໃຫຍ່ໃນສາຍພຣະເນດຂອງພຣະເຈົ້າ” ສະເໝີ, ບໍ່ວ່າການຕັດສິນໃຈຂອງທ່ານໄດ້ນຳທ່ານໄປບ່ອນໃດກໍຕາມ.
ເຖິງແມ່ນວ່າຂ້າພະເຈົ້າເຮັດຜິດພາດ, ຂ້າພະເຈົ້າຍັງຢາກ ຢູ່ ໃນເສັ້ນທາງແຫ່ງພັນທະສັນຍາກັບພຣະຄຣິດ, ແລະ ຂ້າພະເຈົ້າຈະບອກທ່ານວ່າເປັນຫຍັງ.
ຕອນຂ້າພະເຈົ້າເຕີບໂຕ ຂ້າພະເຈົ້າໄດ້ຮຽນການໂຕນນ້ຳ ແລະ ໄດ້ຮຽນຮູ້ວ່າ ເມື່ອຜູ້ຕັດສິນໃຫ້ຄະແນນການໂຕນນ້ຳ, ເຂົາເຈົ້າຈະເບິ່ງການປະຕິບັດ. ຮ່າງກາຍຕົງດີບໍຕອນໂຕນລົງນ້ຳ, ນິ້ວຕີນຊື່ຕົງບໍ ແລະ ນ້ຳຟົ້ງໜ້ອຍບໍ? ແລ້ວເຂົາເຈົ້າຈະເຮັດສິ່ງທີ່ໜ້າອັດສະຈັນ. ເຂົາເຈົ້າຈະຄຳນວນລະດັບຄວາມຍາກໃສ່ເຂົ້າໄປ.
ທຸກຄົນ ກຳລັງໂຕນນ້ຳດ້ວຍລະດັບຄວາມຍາກຂອງຕົນເອງ. ແລະ ພຣະຜູ້ຊ່ວຍໃຫ້ລອດຂອງທ່ານເປັນພຽງຜູ້ດຽວທີ່ຮູ້ຈັກຄວາມຍາກຂອງການໂຕນນ້ຳຂອງທ່ານແທ້ໆ. ຂ້າພະເຈົ້າຢາກມີຄວາມສຳພັນກັບຜູ້ດຽວທີ່ເຂົ້າໃຈຂ້າພະເຈົ້າ, ທີ່ຮູ້ໃຈຂ້າພະເຈົ້າ ແລະ ວ່າຂ້າພະເຈົ້າກຳລັງພະຍາຍາມຫລາຍເທົ່າໃດ!
ພຣະອົງຮູ້ວ່າໝອກແຫ່ງຄວາມມືດກຳລົງມາປົກຄຸມເຮົາທຸກຄົນທີ່ເດີນທາງຢູ່ ແລະ ວ່າການເດີນທາງຂອງເຮົາຈະຜ່ານໄປໃກ້ແມ່ນ້ຳສົກກະປົກ—ສະນັ້ນແມ່ນແຕ່ເມື່ອເຮົາຈັບຮາວເຫລັກຢູ່, ນ້ຳກໍຍັງຈະຟົ້ງໃສ່ເຮົາຢູ່ດີ.
ການມາຫາພຣະຄຣິດເປັນການກ່າວວ່າ, “ພຣະອົງຊ່ວຍຂ້ານ້ອຍໄດ້ບໍ?” ດ້ວຍຄວາມຫວັງ, ການຮັບຮອງທີ່ເປີດເຜີຍວ່າແຂນຂອງພຣະອົງແມ່ນເດ່ອອກໄປຫາທ່ານຢູ່ສະເໝີ. ຂ້າພະເຈົ້າເຊື່ອວ່າມຸມມອງໃໝ່ຂອງການກັບໃຈນີ້ໝາຍຄວາມວ່າເຖິງແມ່ນວ່າເຮົາບໍ່ໄດ້ມີການເຊື່ອຟັງທີ່ດີພ້ອມໃນເວລານີ້ ເທື່ອ, ແຕ່ເຮົາພະຍາຍາມເຊື່ອຟັງໃນ ເວລານີ້, ເພາະຄວາມຮັກ, ເລືອກທີ່ຈະຄົງຢູ່, ເທື່ອແລ້ວເທື່ອອີກ, ເພາະວ່າເຮົາຮັກພຣະອົງ.
ທ່ານຈຳຜູ້ຄົນຂອງກະສັດເບັນຢາມິນໄດ້ບໍ, ຜູ້ທີ່ບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ, ແຕ່ປາດຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ? ທ່ານຄິດວ່າເຂົາເຈົ້າໄດ້ເກັບຜ້າເຕັນຂອງເຂົາເຈົ້າ, ກັບບ້ານ, ແລະ ບໍ່ໄດ້ເຮັດຜິດພາດອີກເລີຍບໍ? ບໍ່ເລີຍ! ຄວາມແຕກຕ່າງກໍຄື ເຂົາເຈົ້າບໍ່ ຢາກ ເຮັດບາບອີກຕໍ່ໄປ. ເຂົາເຈົ້າໄດ້ມີການເຊື່ອຟັງເພາະຄວາມຮັກ! ຫົວໃຈຂອງເຂົາເຈົ້າໄດ້ຫັນໄປຫາ ແລະ ສຸມໃຈໃສ່ທີ່ພຣະເຈົ້າ ຂະນະ ທີ່ເຂົາເຈົ້າໄດ້ດີ້ນລົນ.
ຄັ້ງໜຶ່ງ, ຢູ່ທີ່ຫາດຊາຍ, ຂ້າພະເຈົ້າໄດ້ເຫັນນົກໂຕໜຶ່ງບິນເຂົ້າສູ່ກະແສລົມ, ກະພິບປີກຂອງມັນຢ່າງໜັກ, ໄວໆ, ແຕ່ຍັງຄົງຢູ່ໃນບ່ອນເດີມ. ແລ້ວຂ້າພະເຈົ້າໄດ້ເຫັນນົກອີກໂຕໜຶ່ງ, ຢູ່ສູງກວ່າ. ມັນໄດ້ເຂົ້າຢູ່ໃນກະແສລົມທີ່ຍົກຂຶ້ນ ແລະ ລ່ອງລອຍຢູ່ຢ່າງງ່າຍດາຍ, ສະບາຍໆຢູ່ໃນສາຍລົມ. ນັ້ນຄືຄວາມແຕກຕ່າງລະຫວ່າງການພະຍາຍາມເຮັດສິ່ງນີ້ດ້ວຍຕົວເຮົາເອງ ແລະ ການຫັນໄປຫາພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ປ່ອຍໃຫ້ພຣະອົງຍົກເຮົາຂຶ້ນດ້ວຍ “ການປິ່ນປົວ.”
ໃນຖານະຜູ້ນຳການເຜີຍແຜ່ໃນອົດສະຕາລີ, ລະຫວ່າງການຢ້ຽມຢາມເທື່ອສຸດທ້າຍຂອງພວກເຮົາກັບຜູ້ສອນສາດສະໜາແຕ່ລະຄົນ, ພວກເຮົາໄດ້ເວົ້າລົມກ່ຽວກັບ 3 ນີໄຟ 17, ບ່ອນທີ່ຜູ້ຄົນຢູ່ໃກ້ພຣະຜູ້ຊ່ວຍໃຫ້ລອດ ແລະ ສາມາດໄດ້ຍິນພຣະອົງອະທິຖານເພື່ອເຂົາເຈົ້າ. ພວກເຮົາໄດ້ຖາມວ່າ, “ຖ້າເຈົ້າສາມາດໄດ້ຍິນພຣະຜູ້ເປັນເຈົ້າອະທິຖານເພື່ອ ເຈົ້າ, ເຈົ້າຄິດວ່າພຣະອົງຈະເວົ້າຫຍັງແດ່?”
ການໄດ້ຍິນຄຳຕອບຂອງເຂົາເຈົ້າໄດ້ເປັນປະສົບການທີ່ເຕັມໄປດ້ວຍພຣະວິນຍານຫລາຍທີ່ສຸດໃນຊີວິດຂອງຂ້າພະເຈົ້າ. ຜູ້ສອນສາດສະໜາທຸກຄົນຈະຢຸດບຶດໜຶ່ງ, ແລະ ຕາຂອງເຂົາເຈົ້າກໍເຕັມໄປດ້ວຍນ້ຳຕາເມື່ອພວກເຮົາໄດ້ເຕືອນໃຈເຂົາເຈົ້າວ່າ, “ພຣະຜູ້ຊ່ວຍໃຫ້ລອດຂອງພວກເຈົ້າຮູ້ລະດັບຄວາມຍາກລຳບາກທີ່ພວກເຈົ້າກຳລັງປະສົບຢູ່. ພຣະອົງໄດ້ຮູ້ສຶກມັນແລ້ວ!”
ນີ້ຄືສິ່ງທີ່ຜູ້ສອນສາດສະໜາເຫລົ່ານັ້ນໄດ້ແບ່ງປັນງຽບໆ ແລະ ຢ່າງອ່ອນໂຍນວ່າ: “ພຣະເຢຊູຈະບອກພຣະບິດາວ່າ, ‘ລາວກຳລັງເຮັດໃຫ້ດີທີ່ສຸດ. ລູກຮູ້ວ່າລາວພະຍາຍາມຫລາຍຂະໜາດໃດ.’” ແອວເດີຄົນໜຶ່ງວ່າ, “ດ້ວຍທຸກສິ່ງທີ່ໄດ້ເກີດຂຶ້ນໃນຊີວິດຂອງລາວ, ລູກພູມໃຈໃນຕົວລາວຫລາຍ.”
ໃຫ້ເຮົາລອງເຮັດສິ່ງນີ້. ຄືນນີ້, ກ່ອນທ່ານອະທິຖານ, ໃຫ້ຈິນຕະນາການພຣະເຢຊູຄຣິດສະຖິດຢູ່ໃກ້ໆ. ພຣະອົງຄື ຜູ້ວິງວອນແທນທ່ານນຳພຣະບິດາ. ໃຫ້ຖາມຕົວເອງວ່າ, “ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຈະກ່າວຫຍັງແດ່ກັບພຣະບິດາກ່ຽວກັບເຮົາ?”
ແລະ ແລ້ວໃຫ້ຢູ່ງຽບໆ.
ໃຫ້ຮັບຟັງສຽງນັ້ນ ສຸລະສຽງທີ່ກ່າວສິ່ງ ດີໆ ກ່ຽວກັບທ່ານ—ສຸລະສຽງຂອງພຣະຜູ້ຊ່ວຍໃຫ້ລອດ, ເພື່ອນທີ່ດີເລີດຂອງທ່ານ, ແລະ ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງທ່ານ, ພຣະອົງທີ່ສະຖິດຢູ່ທີ່ນັ້ນແທ້ໆ. ຂໍໃຫ້ຈຳໄວ້ວ່າ, ຄວາມຮັກ ຂອງພວກພຣະອົງ ແລະ ຄຸນຄ່າ ຂອງທ່ານ ແມ່ນຍິ່ງໃຫຍ່ສະເໝີ, ບໍ່ວ່າຈະເປັນແນວໃດກໍຕາມ!
ຂ້າພະເຈົ້າຢືນຢູ່ທີ່ນີ້ເພື່ອເປັນພະຍານວ່າ ພຣະເຢຊູຄຣິດປະທານຄວາມສະຫວ່າງໃຫ້ແກ່ຜູ້ທີ່ນັ່ງຢູ່ໃນຄວາມມືດ. ສະນັ້ນ, ໃນວັນເວລາເມື່ອທ່ານຮູ້ສຶກສຽງນັ້ນບອກໃຫ້ທ່ານຫລົບລີ້ຊ່ອນຕົວ, ວ່າທ່ານ ຄວນ ລີ້ຊ່ອນຢູ່ໃນຫ້ອງທີ່ມືດດ້ວຍຕົວເອງ, ຂ້າພະເຈົ້າຂໍເຊື້ອເຊີນໃຫ້ທ່ານກ້າຫານ ແລະ ເຊື່ອພຣະຄຣິດ! ໃຫ້ຍ່າງໄປ ແລະ ຫັນໄປຫາຄວາມສະຫວ່າງນັ້ນ—ຄວາມສະຫວ່າງຢ່າງບໍລິບູນຂອງຄວາມຫວັງ.
ດ້ວຍຄວາມອົບອຸ່ນຂອງຄວາມສະຫວ່າງຂອງພຣະອົງ, ທ່ານຈະເຫັນຜູ້ຄົນທີ່ຢູ່ອ້ອມຂ້າງທ່ານ ຜູ້ທີ່ໄດ້ຮູ້ສຶກໂດດດ່ຽວເຊັ່ນກັນ, ແຕ່ບັດນີ້, ດ້ວຍທັດສະນະໃໝ່, ທ່ານ ແລະ ເຂົາເຈົ້າ ຈະຖາມວ່າ, “ເປັນຫຍັງເຮົາຈຶ່ງຢ້ານກົວຫລາຍແທ້ຢູ່ໃນຄວາມມືດນັ້ນ? ແລະ ເປັນຫຍັງ ເຮົາຈຶ່ງຢູ່ໃນທີ່ນັ້ນດົນຂະໜາດນັ້ນ?”
“ຂໍໃຫ້ພຣະຜູ້ເປັນເຈົ້າແຫ່ງຄວາມສະຫວ່າງຈົ່ງໂອບກອດທ່ານຢູ່ໃນອ້ອມແຂນຂອງພຣະອົງ ແລະ ປອບໂຍນທ່ານ ແລະ ຮັກທ່ານຕະຫລອດໄປ.” ຂໍໃຫ້ເຮົາຮັກ ພຣະອົງ ຢ່າງຕໍ່ເນື່ອງ ແລະ ເລືອກພຣະອົງເທື່ອແລ້ວເທື່ອອີກ. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.