ການຊົດໃຊ້ຂອງພຣະເຢຊູຄຣິດເປັນການຊ່ວຍກູ້ຂັ້ນສູງສຸດ
ເມື່ອເຮົາຫັນໄປຫາພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ພຣະອົງຈະຊ່ວຍກູ້ເຮົາຈາກມໍລະສຸມຊີວິດ ຜ່ານທາງການຊົດໃຊ້ຂອງພຣະອົງ.
ການຊົດໃຊ້ຂອງພຣະເຢຊູຄຣິດເປັນການຊ່ວຍກູ້ຂັ້ນສູງສຸດຈາກການທົດລອງທີ່ເຮົາປະເຊີນໃນຊີວິດນີ້. ປະທານຣະໂຊ ເອັມ ແນວສັນ ໄດ້ມອບໝາຍໃຫ້ຂ້າພະເຈົ້າອຸທິດພຣະວິຫານແຄັດສະເປີ ໄວໂອມິງ ໃນທ້າຍປີຜ່ານມານີ້. ມັນເປັນປະສົບການທີ່ເລິກເຊິ່ງ, ມີຄວາມຮູ້ສຶກ, ເປັນທາງວິນຍານ. ມັນເຮັດໃຫ້ເຫັນໄດ້ຢ່າງແຈ່ມແຈ້ງເຖິງບົດບາດຂອງພຣະວິຫານ ໃນການຊ່ວຍກູ້ລູກໆຂອງພຣະເຈົ້າ ຜ່ານທາງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ສະເຕກໃນເຂດພຣະວິຫານແຄັດສະເປີ ໄວໂອມິງ ແມ່ນລວມທັງສ່ວນໜຶ່ງຂອງເສັ້ນທາງທີ່ຜູ້ບຸກເບີກໄພ່ພົນຍຸກສຸດທ້າຍໄດ້ໃຊ້ ລະຫວ່າງປີ 1847 ເຖິງ 1868. ໃນການກະກຽມສຳລັບການອຸທິດພຣະວິຫານ, ຂ້າພະເຈົ້າໄດ້ອ່ານປະຫວັດສາດບາງສ່ວນຂອງເສັ້ນທາງທີ່ຍາວຢຽດໄປຕາມແມ່ນ້ຳ ພະແລັດ ໃກ້ເມືອງແຄັດສະເປີ ແລະ ຕໍ່ເນື່ອງໄປຈົນເຖິງເມືອງເຊົາເລັກ. ເສັ້ນທາງດັ່ງກ່າວໄດ້ເປັນເສັ້ນທາງຜ່ານສຳລັບຜູ້ອົບພະຍົບໄປທາງພາກຕາເວັນຕົກຫລາຍແສນຄົນ. ຈຸດເນັ້ນຕົ້ນຕໍຂອງຂ້າພະເຈົ້າຄືຜູ້ບຸກເບີກໄພ່ພົນຍຸກສຸດທ້າຍ ຫລາຍກວ່າ 60,000 ຄົນ ທີ່ໄດ້ເດີນທາງໄປຕາມເສັ້ນທາງນີ້.
ຜູ້ບຸກເບີກສ່ວນໃຫຍ່ຂອງພວກເຮົາໄດ້ເດີນທາງມາໂດຍກວຽນ, ແຕ່ມີປະມານ 3,000 ຄົນ ທີ່ໄດ້ເດີນທາງຂ້າມມາດ້ວຍ 10 ຂະບວນລໍ້. ຂະບວນລໍ້ແປດກຸ່ມເຫລົ່ານີ້ ໄດ້ເດີນທາງໄກ ແລະ ປະສົບຄວາມສຳເລັດຢ່າງໜ້າອັດສະຈັນ ແລະ ມີຜູ້ເສຍຊີວິດຈຳນວນໜ້ອຍ. ຂະບວນລໍ້ຂອງວິວລີ ແລະ ມາຕິນ ໃນປີ 1856 ເປັນກຸ່ມທີ່ຖືກຍົກເວັ້ນ.
ຂ້າພະເຈົ້າໄດ້ທົບທວນເລື່ອງລາວຂອງຂະບວນລໍ້ຂອງວິວລີ ແລະ ມາຕິນຈາກເວລາທີ່ສະພາບອາກາດຮ້າຍແຮງໄດ້ເລີ່ມຕົ້ນ. ຂ້າພະເຈົ້າຮັບຮູ້ເຖິງຄວາມທ້າທາຍທີ່ເຂົາເຈົ້າໄດ້ປະເຊີນ ເມື່ອຂ້າມແມ່ນ້ຳສະວີດວໍເທີ, ມາຕິນໂຄບ, ຣ໊ອກກີ້ ຣີຈ, ແລະ ຣ໊ອກຄຣີກ ຮໍໂລ.
Between Storms [ລະຫວ່າງພະຍຸ], ໂດຍ ອາບິນ ເວແຊວກາ
ຂ້າພະເຈົ້າບໍ່ເຄີຍເຂົ້າໄປໃນພຣະວິຫານແຄັດສະເປີ ກ່ອນການອຸທິດ. ເມື່ອຂ້າພະເຈົ້າໄດ້ເຂົ້າໄປໃນຫ້ອງໂຖງ, ຄວາມສົນໃຈຂອງຂ້າພະເຈົ້າກໍຖືກດຶງດູດໄປທີ່ຮູບແຕ້ມຕົ້ນສະບັບຂອງຂະບວນລໍ້ ທີ່ມີຊື່ວ່າ Between Storms [ລະຫວ່າງພະຍຸ] ທັນທີ. ຮູບແຕ້ມດັ່ງກ່າວເຫັນໄດ້ຢ່າງແຈ່ມແຈ້ງວ່າ ບໍ່ໄດ້ມີຈຸດປະສົງເພື່ອພັນລະນາເຖິງຄວາມເສົ້າສະຫລົດທີ່ເກີດຂຶ້ນ. ຂະນະທີ່ຂ້າພະເຈົ້າຫລຽວເບິ່ງມັນ, ຂ້າພະເຈົ້າໄດ້ຄິດວ່າ, “ຮູບແຕ້ມນີ້ຖືກຕ້ອງ; ຜູ້ບຸກເບີກສ່ວນໃຫຍ່ຂອງຂະບວນລໍ້ບໍ່ໄດ້ປະສົບກັບຄວາມເສົ້າສະຫລົດ.” ຂ້າພະເຈົ້າອົດບໍ່ໄດ້ທີ່ຈະຮູ້ສຶກວ່າ ນີ້ເປັນເໝືອນຊີວິດໂດຍທົ່ວໄປ. ບາງຄັ້ງເຮົາຢູ່ລະຫວ່າງພະຍຸ ແລະ ບາງຄັ້ງກໍຢູ່ລະຫວ່າງກ້ອນເມກ ແລະ ແສງແດດ.
Heaven’s Portal [ປະຕູສະຫວັນ], ໂດຍ ຈິມ ວິວຄ໊ອກ
ເມື່ອຂ້າພະເຈົ້າຫັນໄປເບິ່ງຮູບແຕ້ມຕົ້ນສະບັບຢູ່ຝາອີກເບື້ອງໜຶ່ງ, ທີ່ມີຊື່ວ່າ Heaven’s Portal [ປະຕູສະຫວັນ], ຂ້າພະເຈົ້າກໍຮູ້ວ່າ ຮູບແຕ້ມລະດູຮ້ອນທີ່ສວຍງາມນີ້ ທີ່ເອີ້ນວ່າ “Devil’s Gate [ປະຕູມານ],” ມີແມ່ນ້ຳສະວີດວໍເທີທີ່ສະຫງົບ ແລະ ໃສໄຫລຜ່ານ, ສະແດງໃຫ້ເຫັນເຖິງຄວາມງາມຂອງການສ້າງຂອງພຣະຜູ້ເປັນເຈົ້າ, ບໍ່ແມ່ນແຕ່ຄວາມທ້າທາຍທີ່ຜູ້ບຸກເບີກຕ້ອງປະເຊີນ ໃນລະດູໜາວທີ່ຮ້າຍແຮງນັ້ນເທົ່ານັ້ນ.
ແລ້ວຂ້າພະເຈົ້າໄດ້ຫລຽວໄປຂ້າງໜ້າ, ຫລັງໂຕະກວດໃບຮັບຮອງ, ແລະ ໄດ້ເຫັນຮູບແຕ້ມທີ່ສວຍງາມຂອງພຣະຜູ້ຊ່ວຍໃຫ້ລອດ. ສິ່ງນີ້ກະຕຸ້ນຄວາມຮູ້ສຶກກະຕັນຍູຢ່າງລົ້ນເຫລືອໃນທັນທີ. ໃນໂລກທີ່ສວຍງາມນີ້, ຍັງມີຄວາມທ້າທາຍຢ່າງຫລວງຫລາຍນຳອີກ. ເມື່ອເຮົາຫັນໄປຫາພຣະເຢຊູຄຣິດ, ພຣະຜູ້ຊ່ວຍໃຫ້ລອດຂອງໂລກ, ພຣະອົງຈະຊ່ວຍກູ້ເຮົາຈາກມໍລະສຸມຊີວິດ ຜ່ານທາງການຊົດໃຊ້ຂອງພຣະອົງ ຕາມແຜນຂອງພຣະບິດາຂອງພຣະອົງ.
ສຳລັບຂ້າພະເຈົ້າແລ້ວ, ຫ້ອງໂຖງເປັນການກຽມຫ້ອງພິທີການພຣະວິຫານຢ່າງສົມບູນແບບ ຊຶ່ງຊ່ວຍໃຫ້ເຮົາໄດ້ຮັບພິທີການແຫ່ງຄວາມສູງສົ່ງ, ເພື່ອເຮັດພັນທະສັນຍາສັກສິດ, ແລະ ຮັບເອົາ ແລະ ປະສົບກັບພອນແຫ່ງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດຢ່າງເຕັມທີ່. ແຜນແຫ່ງຄວາມສຸກຂອງພຣະບິດາແມ່ນຂຶ້ນຢູ່ກັບການກູ້ໄພຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ປະສົບການຂອງຜູ້ບຸກເບີກເຮັດໃຫ້ໄພ່ພົນຍຸກສຸດທ້າຍມີປະເພນີທາງປະຫວັດສາດທີ່ເປັນເອກະລັກ ແລະ ມີມໍລະດົກທາງວິນຍານທີ່ມີພະລັງໂດຍລວມ. ສຳລັບບາງຄົນ, ການອົບພະຍົບຕ້ອງໃຊ້ເວລາຫລາຍປີ ຫລັງຈາກຖືກຂັບໄລ່ອອກຈາກລັດມີເຊີຣີ ແລະ ເມືອງນາວູ. ສຳລັບຄົນອື່ນໆ, ມັນເລີ່ມຕົ້ນຂຶ້ນຫລັງຈາກທີ່ປະທານບຣິກຳ ຢັງ ໄດ້ປະກາດແຜນການຂະບວນລໍ້, ຊຶ່ງມຸ່ງໝາຍທີ່ຈະເຮັດໃຫ້ການອົບພະຍົບມີຄ່າໃຊ້ຈ່າຍໜ້ອຍລົງ. ລໍ້ມີລາຄາຖືກກວ່າກວຽນ ແລະ ຄູ່ງົວເຖິກ.
ຜູ້ສອນສາດສະໜາໃນປະເທດອັງກິດ, ມິນເລັນ ແອດວູດ, ໄດ້ກ່າວວ່າເມື່ອແຜນການຂະບວນລໍ້ຖືກປະກາດ, “ມັນລຸກລາມເໝືອນໄຟໃນກອງເຟືອງແຫ້ງ ແລະ ໃຈຂອງໄພ່ພົນທີ່ຍາກຈົນກໍເຕັມໄປດ້ວຍຄວາມຊື່ນຊົມ ແລະ ຄວາມຍິນດີ.” ຫລາຍຄົນ “ໄດ້ອະທິຖານ ແລະ ຖືສິນອົດເຂົ້າ ມື້ແລ້ວມື້ເລົ່າ, ແລະ ຄືນແລ້ວຄືນເລົ່າ, ເພື່ອວ່າເຂົາເຈົ້າຈະໄດ້ມີສິດທິພິເສດໃນການໄປຮ່ວມກັບອ້າຍເອື້ອຍນ້ອງຂອງເຂົາເຈົ້າຢູ່ໃນພູເຂົາ.”
ໄພ່ພົນຂະບວນລໍ້ສ່ວນໃຫຍ່ໄດ້ປະສົບກັບຄວາມຍາກລຳບາກ ແຕ່ກໍຫລີກລ້ຽງເຫດການທາງລົບທີ່ຮ້າຍແຮງ. ແຕ່ຂະບວນລໍ້ສອງກຸ່ມ, ຂະບວນລໍ້ຂອງວິວລີ ແລະ ມາຕິນ, ໄດ້ປະສົບກັບຄວາມອຶດຢາກ, ປະເຊີນກັບສະພາບອາກາດໜາວເຢັນ, ແລະ ການເສຍຊີວິດຈຳນວນຫລາຍ.
ຜູ້ເດີນທາງສ່ວນໃຫຍ່ເຫລົ່ານີ້ ໄດ້ຂຶ້ນກຳປັ່ນສອງລຳຈາກເມືອງລີເວີພູນ, ປະເທດອັງກິດ, ໃນເດືອນພຶດສະພາ ຂອງປີ 1856. ເຂົາເຈົ້າໄດ້ມາເຖິງສະຖານທີ່ຈັດກຽມລໍ້ໃນເມືອງໄອໂອວາ ໃນເດືອນມິຖຸນາ ແລະ ເດືອນກໍລະກົດ. ເຖິງແມ່ນໄດ້ຖືກເຕືອນ, ແຕ່ຂະບວນລໍ້ສອງກຸ່ມນີ້ຍັງອອກເດີນທາງໄປຍັງຫ່ອມພູເຊົາເລັກ ຊ້າ ເກີນໄປໃນລະດູການ.
ປະທານບຣິກຳ ຢັງ ໄດ້ຮູ້ຈັກເຖິງສະຖານະການອັນຮ້າຍແຮງຂອງຂະບວນລໍ້ເຫລົ່ານີ້ເປັນຄັ້ງທຳອິດ ເມື່ອວັນທີ 4 ເດືອນຕຸລາ, 1856. ມື້ຕໍ່ມາ ເພິ່ນໄດ້ຢືນຢູ່ຕໍ່ໜ້າໄພ່ພົນໃນເມືອງເຊົາເລັກ ແລະ ກ່າວວ່າ, “ອ້າຍເອື້ອຍນ້ອງຂອງພວກເຮົາຫລາຍຄົນຢູ່ໃນທົ່ງພຽງພ້ອມກັບລໍ້, … ແລະ ເຂົາເຈົ້າຕ້ອງຖືກນຳມາທີ່ນີ້; ພວກເຮົາຕ້ອງສົ່ງຄວາມຊ່ວຍເຫລືອໄປໃຫ້ເຂົາເຈົ້າ … ກ່ອນທີ່ລະດູໜາວຈະມາເຖິງ.”
ເພິ່ນໄດ້ຂໍໃຫ້ອະທິການຈັດຫາຝູງລໍ 60 ໂຕ, ກວຽນ 12 ລຳ ຫລື ຫລາຍກວ່ານັ້ນ, ແລະ ແປ້ງເຂົ້າຈີ່ 12 ໂຕນ (10,886 ກກ) ແລະ ໄດ້ປະກາດວ່າ, “ຈົ່ງໄປນຳຄົນເຫລົ່ານັ້ນທີ່ຢູ່ທົ່ງພຽງມາທີ່ນີ້.”
ຈຳນວນຜູ້ບຸກເບີກໃນຂະບວນລໍ້ຂອງວິວລີ ແລະ ມາຕິນ ມີປະມານ 1,100 ຄົນ. ໄພ່ພົນທີ່ລ້ຳຄ່າຈຳນວນ 200 ຄົນໄດ້ເສຍຊີວິດລະຫວ່າງທາງ. ຖ້າບໍ່ໄດ້ຮັບຄວາມຊ່ວຍເຫລືອໃຫ້ທັນເວລາ, ອີກຫລາຍຄົນກໍຄົງຈະເສຍຊີວິດ.
ພະຍຸລະດູໜາວໄດ້ເລີ່ມຕົ້ນເກືອບສອງອາທິດຫລັງຈາກທີມກູ້ໄພຊຸດທຳອິດອອກຈາກເມືອງເຊົາເລັກ. ບັນທຶກສະມາຊິກໃນຂະບວນລໍ້ຂອງວິວລີ ແລະ ມາຕິນ ບັນຍາຍເຖິງຄວາມທ້າທາຍອັນຮ້າຍແຮງຫລັງຈາກພະຍຸໄດ້ເລີ່ມຕົ້ນ. ເລື່ອງລາວເຫລົ່ານີ້ຍັງພັນລະນາເຖິງຄວາມຊື່ນຊົມອັນຍິ່ງໃຫຍ່ ໃນເວລາທີ່ຜູ້ກູ້ໄພໄດ້ໄປເຖິງ.
ໂດຍບັນຍາຍເຖິງພາບຂອງການມາເຖິງ, ແມຣີ ເຮີເຣັນ ໄດ້ເວົ້າວ່າ: “ນ້ຳຕາໄຫລອາບແກ້ມຂອງພວກຜູ້ຊາຍ, ແລະ ເດັກນ້ອຍເຕັ້ນລຳດ້ວຍຄວາມຊື່ນຊົມ. ທັນທີທີ່ຜູ້ຄົນສາມາດຄວບຄຸມຄວາມຮູ້ສຶກຂອງຕົນເອງໄດ້, ເຂົາເຈົ້າທຸກຄົນກໍໄດ້ຄຸເຂົ່າລົງໃນຫິມະ ແລະ ຂອບຄຸນພຣະເຈົ້າ.”
ສອງມື້ຕໍ່ມາ, ຂະບວນລໍ້ຂອງວິວລີ ໄດ້ເດີນທາງຜ່ານສ່ວນທີ່ຍາກທີ່ສຸດຂອງເສັ້ນທາງ, ໂດຍຕ້ອງຜ່ານ ຣ໊ອກກີ້ ຣີຈ, ໃນພະຍຸທີ່ໜາວເຢັນ. ຄົນສຸດທ້າຍຂອງເຂົາເຈົ້າບໍ່ໄດ້ມາເຖິງຄ້າຍຈົນກວ່າ 5:00 ໂມງຕອນເຊົ້າ ຂອງມື້ຕໍ່ມາ. ສິບສາມຄົນໄດ້ເສຍຊີວິດ ແລະ ຖືກຝັງໃນຫລຸມສົບດຽວກັນ.
ວັນທີ 7 ເດືອນພະຈິກ, ຂະບວນລໍ້ຂອງວິວລີ ກຳລັງເຂົ້າໃກ້ຫ່ອມພູເຊົາເລັກ, ແຕ່ເຊົ້າມື້ນັ້ນ, ກໍຍັງມີຜູ້ເສຍຊີວິດອີກສາມຄົນ. ສອງມື້ຕໍ່ມາ, ໃນທີ່ສຸດ ຂະບວນລໍ້ຂອງວິວລີກໍໄດ້ໄປເຖິງເຊົາເລັກ, ບ່ອນທີ່ເຂົາເຈົ້າໄດ້ຖືກທັກທາຍຢ່າງອັດສະຈັນ ແລະ ໄດ້ຮັບການຕ້ອນຮັບເຂົ້າໄປໃນບ້ານຂອງໄພ່ພົນ.
ໃນມື້ດຽວກັນນັ້ນ, ຂະບວນລໍ້ຂອງມາຕິນຍັງຢູ່ໃນໄລຍະ 325 ໄມ (523 ກລມ) ໃນເສັ້ນທາງ, ໂດຍຍັງຄົງທົນທຸກທໍລະມານຈາກຄວາມໜາວເຢັນ ແລະ ອາຫານບໍ່ພຽງພໍ. ສອງສາມມື້ກ່ອນໜ້ານັ້ນ, ເຂົາເຈົ້າໄດ້ຂ້າມແມ່ນ້ຳ ສະວີດວໍເທີ ເພື່ອໄປຫາບໍລິເວນທີ່ປະຈຸບັນເອີ້ນວ່າ ມາຕິນໂຄບ, ບ່ອນທີ່ເຂົາເຈົ້າຫວັງວ່າ ຈະຫາບ່ອນຫລົບໄພໄດ້ ຈາກສະພາບອາກາດ. ຜູ້ບຸກເບີກຄົນໜຶ່ງໄດ້ເວົ້າວ່າ, “ມັນເປັນການຂ້າມແມ່ນ້ຳທີ່ຮ້າຍແຮງທີ່ສຸດຂອງການເດີນທາງ.” ຜູ້ກູ້ໄພບາງຄົນ—ເຊັ່ນພໍ່ຕູ້ທວດຂອງຂ້າພະເຈົ້າ ເດວິດ ແພດເທັນ ຄິມໂບ, ຊຶ່ງອາຍຸພຽງແຕ່ 17 ປີ, ພ້ອມດ້ວຍໝູ່ເພື່ອນໜຸ່ມຂອງເພິ່ນ “ຈອດ ດັບເບິນຢູ ແກຣ້ນ, ອາເລັນ ຮັນຕິງຕັນ, ສະຕີບເວັນ ເທເລີ, ແລະ ໄອຣາ ເນເບເກີ—ໄດ້ໃຊ້ເວລາຫລາຍຊົ່ວໂມງໃນນ້ຳທີ່ເຍືອກເຢັນ,” ຊ່ວຍເຫລືອຂະບວນລໍ້ຂ້າມແມ່ນ້ຳ ສະວີດວໍເທີ ຢ່າງກ້າຫານ.
ເຖິງແມ່ນເຫດການນີ້ຈະໄດ້ຮັບຄວາມສົນໃຈຫລາຍ, ແຕ່ເມື່ອຂ້າພະເຈົ້າໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບຜູ້ກູ້ໄພ, ຂ້າພະເຈົ້າຮູ້ວ່າ ເຂົາເຈົ້າທັງໝົດໄດ້ເຮັດຕາມສາດສະດາ ແລະ ມີບົດບາດສຳຄັນໃນການຊ່ວຍຊີວິດໄພ່ພົນທີ່ຕົກຄ້າງຢູ່. ຜູ້ກູ້ໄພທັງໝົດລ້ວນແລ້ວແຕ່ມີຄວາມກ້າຫານ, ຄືກັນກັບຜູ້ອົບພະຍົບ.
ເມື່ອສຶກສາເລື່ອງຂອງເຂົາເຈົ້າ, ຂ້າພະເຈົ້າຮູ້ສຶກຊາບຊຶ້ງໃນຄວາມສຳພັນອັນລ້ຳຄ່າ ແລະ ວິໄສທັດອັນນິລັນດອນໃນໄລຍະຍາວ ໃນບັນດາຜູ້ອົບພະຍົບ. ຈອນ ແລະ ມາເຣຍ ລິນຟອດ ແລະ ລູກຊາຍຂອງເຂົາເຈົ້າສາມຄົນໄດ້ຢູ່ໃນຂະບວນລໍ້ຂອງວິວລີ. ຈອນໄດ້ເສຍຊີວິດບໍ່ເທົ່າໃດຊົ່ວໂມງ ກ່ອນຜູ້ກູ້ໄພຊຸດທຳອິດຈະມາຮອດ. ລາວໄດ້ບອກກັບນາງມາເຣຍວ່າ ລາວດີໃຈທີ່ເຂົາເຈົ້າໄດ້ເດີນທາງມາ. “ອ້າຍບໍ່ສາມາດໄປເຖິງເມືອງເຊົາເລັກ,” ລາວໄດ້ເວົ້າ, “ແຕ່ນ້ອງກັບລູກໆຈະໄປເຖິງ, ແລະ ອ້າຍຈະບໍ່ກິນແໜງເລີຍ ກັບທຸກສິ່ງທີ່ພວກເຮົາໄດ້ປະເຊີນ ຖ້າຫາກລູກໆຂອງພວກເຮົາເຕີບໂຕຂຶ້ນ ແລະ ມີຄອບຄົວຂອງພວກເຂົາເອງຢູ່ໃນຊີໂອນ.”
ປະທານເຈມສ໌ ອີ ຟາວ ໄດ້ກ່າວສະຫລຸບຢ່າງໜ້າອັດສະຈັນວ່າ: “ໃນຄວາມພະຍາຍາມອັນກ້າຫານຂອງຜູ້ບຸກເບີກ, ເຮົາໄດ້ຮຽນຮູ້ຄວາມຈິງອັນຍິ່ງໃຫຍ່. ທຸກຄົນຕ້ອງໄດ້ຜ່ານໄຟຂອງຜູ້ຫລໍ່ຫລອມ, ແລະ ສິ່ງທີ່ບໍ່ໂດດເດັ່ນ ແລະ ບໍ່ສຳຄັນໃນຊີວິດຂອງເຮົາສາມາດລະລາຍໄປ ຄືກັນກັບເສດໂລຫະ ແລະ ເຮັດໃຫ້ສັດທາຂອງເຮົາສົດໃສ, ຄົງຕົວ, ແລະ ເຂັ້ມແຂງ. ສິ່ງເຫລົ່ານີ້ເບິ່ງຄືວ່າເຕັມໄປດ້ວຍຄວາມເຈັບປວດ, ຄວາມໂສກເສົ້າ, ແລະ ຄວາມເຈັບໃຈເລື້ອຍໆສຳລັບທຸກຄົນ, ລວມທັງຜູ້ທີ່ສະແຫວງຫາສິ່ງທີ່ຖືກຕ້ອງ ແລະ ຊື່ສັດຢ່າງຈິງຈັງ. ແຕ່ນີ້ເປັນສ່ວນໜຶ່ງຂອງການຊຳລະລ້າງ ເພື່ອທີ່ຈະຮູ້ຈັກກັບພຣະເຈົ້າ.”
ໃນການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດໄດ້ “ເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກ” ສຳລັບທຸກຄົນ. ສຳລັບຜູ້ທີ່ໄດ້ກັບໃຈຈາກບາບ, ພຣະອົງໄດ້ “ຮັບເອົາຄວາມຊົ່ວຮ້າຍ ແລະ ການລ່ວງລະເມີດຂອງພວກເຂົາມາໄວ້ນຳພຣະອົງເອງ, ແລະ ໄຖ່ພວກເຂົາ, ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຄວາມຍຸດຕິທຳ.”
ປາດສະຈາກການຊົດໃຊ້, ເຮົາຄົງບໍ່ສາມາດຊ່ວຍຕົວເອງໃຫ້ລອດຈາກບາບ ແລະ ຄວາມຕາຍໄດ້. ເຖິງແມ່ນບາບຈະມີບົດບາດສຳຄັນໃນການທົດລອງຂອງເຮົາ, ແຕ່ຄວາມຍາກລຳບາກໃນຊີວິດກໍລວມເຂົ້າກັນໂດຍຄວາມຜິດພາດ, ການຕັດສິນໃຈທີ່ບໍ່ດີ, ການກະທຳທີ່ຊົ່ວຮ້າຍຂອງຄົນອື່ນ, ແລະ ຫລາຍສິ່ງທີ່ຢູ່ນອກການຄວບຄຸມຂອງເຮົາ.
ປຶ້ມຈົ່ງສັ່ງສອນພຣະກິດຕິຄຸນຂອງເຮົາ ສິດສອນວ່າ: “ເມື່ອເຮົາເພິ່ງອາໄສພຣະເຢຊູຄຣິດ ແລະ ການຊົດໃຊ້ຂອງພຣະອົງ, ພຣະອົງສາມາດຊ່ວຍເຮົາໃຫ້ອົດທົນກັບການທົດລອງ, ຄວາມເຈັບປ່ວຍ, ແລະ ຄວາມເຈັບປວດ. ເຮົາສາມາດເຕັມໄປດ້ວຍຄວາມສຸກ, ຄວາມສະຫງົບ, ແລະ ການປອບໂຍນ. ທຸກສິ່ງທຸກຢ່າງທີ່ບໍ່ຍຸດຕິທຳໃນຊີວິດສາມາດຖືກແກ້ໄຂໃຫ້ຖືກຕ້ອງໄດ້ ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.”
ໃນຊ່ວງເທດສະການອີດສະເຕີນີ້, ຈຸດສຸມຂອງເຮົາແມ່ນກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ. ການຊົດໃຊ້ໃຫ້ຄວາມຫວັງ ແລະ ຄວາມສະຫວ່າງໃນເວລາທີ່ສຳລັບຫລາຍຄົນເບິ່ງຄືວ່າ ມືດມົວ ແລະ ເປັນຕາຢ້ານ. ປະທານກໍດອນ ບີ ຮິງລີ ໄດ້ປະກາດວ່າ, “ເມື່ອພິຈາລະນາປະຫວັດສາດທັງໝົດແລ້ວ, … ບໍ່ມີສິ່ງໃດທີ່ໜ້າອັດສະຈັນ, ສະຫງ່າງາມ, ແລະ ຍິ່ງໃຫຍ່ເທົ່າກັບການກະທຳແຫ່ງພຣະຄຸນນີ້.”
ຂ້າພະເຈົ້າຂໍແນະນຳສາມຢ່າງ ຊຶ່ງຂ້າພະເຈົ້າຄິດວ່າ ມີຄວາມກ່ຽວຂ້ອງໂດຍສະເພາະກັບວັນເວລາຂອງເຮົາ.
ທຳອິດ, ຢ່າປະເມີນຄວາມສຳຄັນຂອງທ່ານນ້ອຍເກີນໄປ ໃນການເຮັດສິ່ງທີ່ເຮົາສາມາດເຮັດ ເພື່ອຊ່ວຍກູ້ຄົນອື່ນຈາກຄວາມທ້າທາຍທາງຮ່າງກາຍ ແລະ ໂດຍສະເພາະທາງວິນຍານ.
ທີສອງ, ຍອມຮັບການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ເຮົາທຸກຄົນຄວນພະຍາຍາມສະແດງຄວາມຊື່ນຊົມ ແລະ ຄວາມສຸກ ເຖິງແມ່ນໃນຂະນະທີ່ປະເຊີນກັບຄວາມທ້າທາຍໃນຊີວິດກໍຕາມ. ເປົ້າໝາຍຂອງເຮົາຄວນດຳລົງຊີວິດທີ່ເບິ່ງໂລກໃນແງ່ດີ ແລະ ມີຄວາມຫວັງໃນທຸກສະຖານະການ. ຂ້າພະເຈົ້າໄດ້ສັງເກດເຫັນພັນລະຍາຂອງຂ້າພະເຈົ້າ, ແມຣີ, ເຮັດສິ່ງນີ້ຕະຫລອດຊີວິດຂອງນາງ. ຂ້າພະເຈົ້າຊື່ນຊົມກັບແນວທາງທີ່ສົດໃສ ແລະ ເຊີດຊູຂອງນາງ ເຖິງແມ່ນວ່າພວກເຮົາໄດ້ປະສົບກັບບັນຫາມາຕະຫລອດຫລາຍປີກໍຕາມ.
ຄຳແນະນຳຢ່າງທີສາມຂອງຂ້າພະເຈົ້າແມ່ນທີ່ຈະຈັດເວລາຢ່າງສະໝ່ຳສະເໝີ ເພື່ອໄຕ່ຕອງເຖິງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ. ມີຫລາຍວິທີທາງທີ່ຈະເຮັດສິ່ງນີ້ ໃນການປະຕິບັດພິທີທາງສາດສະໜາສ່ວນຕົວຂອງເຮົາ. ເຖິງຢ່າງໃດກໍຕາມ, ການໄປຮ່ວມກອງປະຊຸມສິນລະລຶກ ແລະ ຮັບສ່ວນສິນລະລຶກ ແມ່ນມີຄວາມສຳຄັນເປັນພິເສດ.
ສິ່ງສຳຄັນເທົ່າໆກັນ ແມ່ນການໄປພຣະວິຫານເປັນປະຈຳ ຖ້າເປັນໄປໄດ້. ພຣະວິຫານຊ່ວຍໃຫ້ສືບຕໍ່ລະນຶກເຖິງການຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ສິ່ງທີ່ມັນເອົາຊະນະ. ແລະ, ສຳຄັນກວ່ານັ້ນ, ການໄປພຣະວິຫານສາມາດຊ່ວຍກູ້ທາງວິນຍານໃຫ້ແກ່ຄົນທີ່ເຮົາຮັກ ແລະ ບັນພະບຸລຸດທີ່ຢູ່ຫ່າງໄກ.
ປະທານຣະໂຊ ເອັມ ແນວສັນ, ໃນກອງປະຊຸມໃຫຍ່ເທື່ອແລ້ວນີ້ຂອງເຮົາ, ໄດ້ເນັ້ນເຖິງຫລັກທຳນີ້ ແລະ ກ່າວຕື່ມວ່າ, “[ພຣະວິຫານ] … ພອນເຫລົ່ານີ້ກໍຊ່ວຍກຽມຜູ້ຄົນທີ່ຈະຊ່ວຍກຽມໂລກສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ!”
ເຮົາບໍ່ຄວນລືມການເສຍສະລະ ແລະ ຕົວຢ່າງຂອງຄົນລຸ້ນກ່ອນ, ແຕ່ການຍ້ອງຍໍ, ການຊື່ນຊົມ, ແລະ ການນະມັດສະການຂອງເຮົາ ຄວນມີຈຸດສູນກາງຢູ່ທີ່ພຣະຜູ້ຊ່ວຍໃຫ້ລອດຂອງໂລກ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ. ຂ້າພະເຈົ້າເປັນພະຍານວ່າ ຂໍກະແຈສຳຄັນຂອງແຜນແຫ່ງຄວາມສຸກຂອງພຣະບິດາແມ່ນການຊົດໃຊ້ທີ່ກະທຳໂດຍພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ. ພຣະອົງຊົງພຣະຊົນຢູ່ ແລະ ນຳພາສາດສະໜາຈັກຂອງພຣະອົງ. ການຊົດໃຊ້ຂອງພຣະເຢຊູຄຣິດເປັນການຊ່ວຍກູ້ຂັ້ນສູງສຸດຈາກການທົດລອງທີ່ເຮົາປະເຊີນໃນຊີວິດນີ້. ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.