ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ພອນ​ຊົດ​ເຊີຍ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2025


11:19

ພອນ​ຊົດ​ເຊີຍ

ຂະ​ນະ​ທີ່​ຫລາຍໆ​ສະ​ພາບ​ການ​ໃນ​ຊີ​ວິດ​ອາດ​ຢູ່​ເໜືອ​ການ​ຄວບ​ຄຸມ​ຂອງ​ເຮົາ, ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຢູ່​ເໜືອ​ການ​ເອື້ອມ​ເຖິງ​ພອນ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ໂດຍ​ຮັບ​ໃຊ້​ໃນ​ຝ່າຍ​ອະ​ທິ​ການ​ຄວບ​ຄຸມ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃນ​ການ​ພົບ​ປະ​ກັບ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທົ່ວ​ໂລກ ໃນ​ສະ​ຖານ​ທີ່ ແລະ ວັດ​ທະ​ນະ​ທຳ​ທີ່​ຫລາກ​ຫລາຍ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈ​ຢ່າງ​ຕໍ່​ເນື່ອງ​ໂດຍ​ສັດ​ທາ​ທີ່​ແນ່ວ​ແນ່ ແລະ ການ​ອຸ​ທິດ​ຕົນ​ຂອງ​ທ່ານ​ຕໍ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ. ແຕ່​ຂ້າ​ພະ​ເຈົ້າ​ກໍ​ຍັງ​ໄດ້​ປະ​ທັບ​ໃຈ​ກັບ​ສະ​ພາບ​ການ​ທີ່​ຫລາກ​ຫລາຍ ແລະ ມັກ​ຈະ​ຍາກ​ລຳ​ບາກ ທີ່​ພວກ​ທ່ານ​ຫລາຍ​ຄົນ​ປະ​ເຊີນ—ຄວາມ​ທ້າ​ທາຍ​ຕ່າງໆ​ດັ່ງ​ເຊັ່ນ ຄວາມ​ເຈັບ​ປ່ວຍ, ຄວາມ​ພິ​ການ, ຊັບ​ພະ​ຍາ​ກອນ​ທີ່​ມີ​ຈຳ​ກັດ, ໂອ​ກາດ​ທີ່​ໜ້ອຍ​ລົງ​ສຳ​ລັບ​ການ​ແຕ່ງ​ງານ ຫລື ການ​ສຶກ​ສາ, ການ​ທາ​ລຸນ​ນະ​ກຳ​ຈາກ​ຄົນ​ອື່ນ, ແລະ ຂໍ້​ຈຳ​ກັດ​ອື່ນໆ. ບາງ​ເທື່ອ, ການ​ທົດ​ລອງ​ເຫລົ່າ​ນີ້​ອາດ​ເບິ່ງ​ຄື​ວ່າ​ຂັດ​ຂວາງ​ຄວາມ​ກ້າວ​ໜ້າ​ຂອງ​ທ່ານ ແລະ ທ້າ​ທາຍ​ຄວາມ​ພະ​ຍາ​ຍາມ​ທີ່​ຈິງ​ໃຈ​ຂອງ​ທ່ານ​ທີ່​ຈະ​ໃຊ້​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຢ່າງ​ເຕັມ​ທີ່, ໂດຍ​ເຮັດ​ໃຫ້​ມັນ​ຍາກ​ຂຶ້ນ​ທີ່​ຈະ​ຮັບ​ໃຊ້, ນະ​ມັດ​ສະ​ການ, ແລະ ບັນ​ລຸ​ໜ້າ​ທີ່​ອັນ​ສັກ​ສິດ.

ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ​ເອີຍ, ຖ້າ​ຫາກ​ທ່ານ​ເຄີຍ​ຮູ້​ສຶກ​ຖືກ​ຈຳ​ກັດ ຫລື ເສຍ​ປຽບ​ໂດຍ​ສະ​ພາບ​ການ​ຊີ​ວິດ​ທ່ານ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ສິ່ງ​ນີ້: ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ທ່ານ​ເປັນ​ການ​ສ່ວນ​ຕົວ. ພຣະ​ອົງ​ຮູ້​ສະ​ພາບ​ການ​ຂອງ​ທ່ານ, ແລະ ປະ​ຕູ​ສູ່​ພອນ​ຂອງ​ພຣະ​ອົງ​ຍັງ​ເປີດ​ອອກ​ກວ້າງ​ເພື່ອ​ທ່ານ ບໍ່​ວ່າ​ທ່ານ​ຈະ​ປະ​ເຊີນ​ກັບ​ຄວາມ​ທ້າ​ທາຍ​ໃດ​ກໍ​ຕາມ.

ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ນີ້​ຜ່ານ​ປະ​ສົບ​ການ​ສ່ວນ​ຕົວ​ທີ່, ເຖິງ​ແມ່ນ​ຈະ​ເບິ່ງ​ຄື​ວ່າ​ບໍ່​ສຳ​ຄັນ​ກໍ​ຕາມ, ໄດ້​ຝາກ​ຄວາມ​ປະ​ທັບ​ໃຈ​ທີ່​ຍືນ​ຍົງ​ກັບ​ຂ້າ​ພະ​ເຈົ້າ. ຕອນ​ອາ​ຍຸ 22 ປີ, ຂະ​ນະ​ທີ່​ຮັບ​ໃຊ້​ໃນ​ກອງ​ທັບ​ອາ​ກາດ​ຝຣັ່ງ, ຂ້າ​ພະ​ເຈົ້າ​ຕື່ນ​ເຕັ້ນ​ທີ່​ໄດ້​ຮູ້​ວ່າ ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ, ອັກ​ຄະ​ສາ​ວົກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຈະ​ກ່າວ​ຄຳ​ປາ​ໄສ​ທີ່​ກອງ​ປະ​ຊຸມ​ຢູ່​ຊອງ-ເຊ​ລີ​ເຊ. ຢ່າງ​ໃດ​ກໍ​ຕາມ, ບຶດ​ດຽວ​ກ່ອນ​ງານ​ເລີ່ມ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ຂັບ​ລົດ​ພາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ໄປ​ສະ​ໜາມ​ບິນ ກົງ​ກັບ​ເວ​ລາ​ທີ່​ກອງ​ປະ​ຊຸມ​ໄດ້​ຖືກ​ກຳ​ນົດ​ໃຫ້​ເລີ່ມ.

ຂ້າ​ພະ​ເຈົ້າ​ຜິດ​ຫວັງ. ດ້ວຍ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຂົ້າ​ຮ່ວມ, ຂ້າ​ພະ​ເຈົ້າ​ໄປ​ສົ່ງ​ເຈົ້າ​ໜ້າ​ທີ່​ແລ້ວ ແລະ ກໍ​ຟ້າວ​ໄປ​ກອງ​ປະ​ຊຸມ. ຫລັງ​ຈາກ​ທີ່​ຊອກ​ບ່ອນ​ຈອດ​ລົດ​ໄດ້​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຟ້າວ​ແລ່ນ​ລົງ​ໄປ​ຖະ​ໜົນ​ຊອງ-ເຊ​ລີ​ເຊ ສູ່​ສະ​ຖານ​ທີ່​ປະ​ຊຸມ ແລະ ໄດ້​ໄປ​ຮອດ​ດ້ວຍ​ຄວາມ​ຫາຍ​ໃຈ​ຫອບ ໂດຍ​ເຫລືອ​ເວ​ລາ​ແຕ່​ຫ້າ​ນາ​ທີ​ກ່ອນ​ກອງ​ປະ​ຊຸມ​ຈະ​ສິ້ນ​ສຸດ​ລົງ. ທັນ​ທີ​ທີ່​ຂ້າ​ພະ​ເຈົ້າ​ເຂົ້າ​ໄປ, ຂ້າ​ພະ​ເຈົ້າ​ໄດ້​ຍິນ​ແອວ​ເດີ ແມ໊ກ​ສະ​ແວວ ກ່າວ​ວ່າ, “ບັດ​ນີ້ ຂ້າ​ພະ​ເຈົ້າ​ຈະ​ໃຫ້​ພອນ​ອັກ​ຄະ​ສາ​ວົກ​ແກ່​ທ່ານ.” ໃນ​ທັນ​ໃດ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ມີ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ງົດ​ງາມ ແລະ ບໍ່​ມີ​ວັນ​ລືມ​ໄດ້. ຂ້າ​ພະ​ເຈົ້າ​ໄດ້​ເຕັມ​ລົ້ນ​ໄປ​ດ້ວຍ​ພຣະ​ວິນ​ຍານ, ແລະ ຖ້ອຍ​ຄຳ​ຂອງ​ພອນ​ນັ້ນ ເບິ່ງ​ຄື​ວ່າ​ໄດ້​ທະ​ລຸ​ເຂົ້າ​ໄປ​ໃນ​ທຸກ​ເສັ້ນ​ໃຍ​ຂອງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ ຄື​ກັບ​ວ່າ ຖ້ອຍ​ຄຳ​ເຫລົ່າ​ນັ້ນ​ແມ່ນ​ຕັ້ງ​ໃຈ​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ໂດຍ​ສະ​ເພາະ.

ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ປະ​ສົບ​ໃນ​ມື້​ນັ້ນ ເປັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທີ່​ນ້ອຍ​ແຕ່​ມີ​ພະ​ລັງ ເຖິງ​ແງ່​ມຸມ​ທີ່​ປອບ​ໂຍນ​ຂອງ​ແຜນ​ຂອງ​ພຣະ​ເຈົ້າ​ທີ່​ມີ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ: ເມື່ອ​ສະ​ພາບ​ການ​ຕ່າງໆ​ທີ່​ຢູ່​ເໜືອ​ການ​ຄວບ​ຄຸມ​ຂອງ​ເຮົາ ຂັດ​ຂວາງ​ບໍ່​ໃຫ້​ເຮົາ​ບັນ​ລຸ​ຄວາມ​ປາດ​ຖະ​ໜາ​ອັນ​ຊອບ​ທຳ​ຂອງ​ໃຈ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊົດ​ເຊີຍ​ໃນ​ວິ​ທີ​ທີ່​ອະ​ນຸ​ຍາດ​ໃຫ້​ເຮົາ​ໄດ້​ຮັບ​ພອນ​ທີ່​ພຣະ​ອົງ​ໄດ້​ສັນ​ຍາ​ໄວ້.

ຄວາມ​ຈິງ​ທີ່​ໃຫ້​ຄວາມ​ໝັ້ນ​ໃຈ​ນີ້ ມີ​ພື້ນ​ຖານ​ຢູ່​ໃນ​ຫລັກ​ທຳ​ສາມ​ຂໍ້​ທີ່​ພົບ​ເຫັນ​ໃນ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ:

  1. ພຣະ​ເຈົ້າ​ຮັກ​ເຮົາ​ແຕ່​ລະ​ຄົນ​ຢ່າງ​ສົມ​ບູນ​ແບບ. “ພຣະ​ອົງ​ຈະ​ເຊື້ອ​ເຊີນ [ເຮົາ] ທັງ​ໝົດ​ໃຫ້​ເຂົ້າ​ມາ​ຫາ​ພຣະ​ອົງ; ແລະ ຮັບ​ສ່ວນ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ອົງ.” ແຜນ​ແຫ່ງ​ການ​ໄຖ່​ຂອງ​ພຣະ​ອົງ​ເຮັດ​ໃຫ້​ແນ່​ໃຈ​ວ່າ ທຸກ​ຄົນ, ໂດຍ​ບໍ່​ມີ​ຂໍ້​ຍົກ​ເວັ້ນ, ຈະ​ໄດ້​ຮັບ​ໂອ​ກາດ​ອັນ​ທ່ຽງ​ທຳ​ໃຫ້​ຮັບ​ພອນ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ໃນ​ມື້​ໜຶ່ງ.

  2. ເພາະ​ພຣະ​ເຈົ້າ​ຊົງ​ທ່ຽງ​ທຳ ແລະ ຊົງ​ເມດ​ຕາ ແລະ ແຜນ​ຂອງ​ພຣະ​ອົງ​ນັ້ນ ສົມ​ບູນ​ແບບ, ພຣະ​ອົງ​ຈະ​ບໍ່​ໃຫ້​ເຮົາ​ຮັບ​ຜິດ​ຊອບ​ສິ່ງ​ທີ່​ຢູ່​ເໜືອ​ການ​ຄວບ​ຄຸມ​ຂອງ​ເຮົາ. ແອວ​ເດີ ນຽວ ເອ ແມ໊ກ​ສະ​ແວວ ໄດ້​ອະ​ທິ​ບາຍ​ວ່າ “ພຣະ​ເຈົ້າ … ຄຳ​ນຶງ​ເຖິງ​ດ້ວຍ​ພຣະ​ເມດ​ຕາ ບໍ່​ແມ່ນ​ພຽງ​ແຕ່​ຄວາມ​ປາດ​ຖະ​ໜາ ແລະ ຜົນ​ງານ​ຂອງ​ເຮົາ​ເທົ່າ​ນັ້ນ, ແຕ່​ຄຳ​ນຶງ​ເຖິງ​ລະ​ດັບ​ຄວາມ​ຍາກ ຊຶ່ງ​ສະ​ພາບ​ການ​ອັນ​ຫລາກ​ຫລາຍ​ຂອງ​ເຮົາ​ບັງ​ຄັບ​ໃຫ້​ເຮົາ​ປະ​ເຊີນ.”

  3. ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ເຮົາ​ສາ​ມາດ​ພົບ​ກຳ​ລັງ​ເພື່ອ​ທີ່​ຈະ​ອົດ​ທົນ ແລະ ທ້າຍ​ທີ່​ສຸດ ເອົາ​ຊະ​ນະ​ຄວາມ​ທ້າ​ທາຍ​ທັງ​ໝົດ​ຂອງ​ຊີ​ວິດ​ໄດ້. ດັ່ງ​ທີ່​ແອວ​ມາ​ໄດ້​ສິດ​ສອນ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ໄດ້​ຮັບ​ເອົາ​ພຽງ​ແຕ່​ບາບ​ຂອງ​ຄົນ​ກັບ​ໃຈ​ເທົ່າ​ນັ້ນ​ມາ​ໄວ້​ກັບ​ພຣະ​ອົງ ແຕ່​ຍັງ​ຮັບ​ເອົາ “ຄວາມ​ເຈັບ​ປວດ ແລະ ຄວາມ​ປ່ວຍ​ໄຂ້​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ” ແລະ “ພຣະ​ອົງ​ຈະ​ຮັບ​ເອົາ​ຄວາມ​ບົກ​ພ່ອງ​ຂອງ​ພວກ​ເຂົາ” ນຳ​ອີກ. ດັ່ງ​ນັ້ນ, ນອກ​ເໜືອ​ຈາກ​ການ​ໄຖ່​ເຮົາ​ຈາກ​ຄວາມ​ຜິດ​ພາດ​ຂອງ​ເຮົາ​ແລ້ວ, ພຣະ​ເມດ​ຕາ ແລະ ພຣະ​ຄຸນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄໍ້າ​ຈູນ​ເຮົາ​ຜ່ານ​ຜ່າ​ຄວາມ​ບໍ່​ຍຸດ​ຕິ​ທຳ, ຄວາມ​ຂາດ​ຕົກ​ບົກ​ພ່ອງ, ແລະ ຂໍ້​ຈຳ​ກັດ​ຕ່າງໆ​ທີ່​ບັງ​ຄັບ​ເຮົາ​ໃນ​ປະ​ສົບ​ການ​ມະ​ຕະ​ຂອງ​ເຮົາ.

ການ​ຮັບ​ພອນ​ຊົດ​ເຊີຍ​ເຫລົ່າ​ນີ້ ມາ​ພ້ອມ​ກັບ​ເງື່ອນ​ໄຂ​ໃດ​ໜຶ່ງ. ພຣະ​ຜູ້​ເປັນ​ເຈົ້າ​ຂໍ​ໃຫ້​ເຮົາ​ເຮັດ “ທຸກ​ຢ່າງ​ໄດ້​ແລ້ວ” ແລະ ໃຫ້ “ຖວາຍ​ທັງ​ຈິດ​ວິນ​ຍານ​ຂອງ [ພວກ​ເຮົາ] ເປັນ​ເຄື່ອງ​ບູ​ຊາ​ແດ່​ພຣະ​ອົງ.” ສິ່ງ​ນີ້​ຮຽກ​ຮ້ອງ​ຄວາມ​ປາດ​ຖະ​ໜາ​ອັນ​ເລິກ​ເຊິ່ງ, ຫົວ​ໃຈ​ທີ່​ຈິງ​ໃຈ ແລະ ຊື່​ສັດ, ແລະ ຄວາມ​ພາກ​ພຽນ​ສູງ​ສຸດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແລະ ເຮັດ​ໃຫ້​ຄວາມ​ປະ​ສົງ​ຂອງ​ເຮົາ​ສອດ​ຄ່ອງ​ກັບ​ພຣະ​ປະ​ສົງ​ຂອງ​ພຣະ​ອົງ.

ເມື່ອ​ຄວາມ​ພະ​ຍາ​ຍາມ​ທີ່​ເອົາ​ຈິງ​ເອົາ​ຈັງ​ຂອງ​ເຮົາ​ບໍ່​ສຳ​ເລັດ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ ເນື່ອງ​ຈາກ​ສະ​ພາບ​ການ​ທີ່​ຢູ່​ເໜືອ​ການ​ຄວບ​ຄຸມ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ຄົງ​ຍອມ​ຮັບ​ຄວາມ​ປາດ​ຖະ​ໜາ​ຂອງ​ຫົວ​ໃຈ​ເຮົາ​ວ່າ​ເປັນ​ເຄື່ອງ​ບູ​ຊາ​ທີ່​ມີ​ຄ່າ​ຄວນ. ປະ​ທານ ດາ​ລິນ ເອັຈ ໂອກສ໌ ໄດ້​ສິດ​ສອນ​ວ່າ, “ເຮົາ​ຈະ​ໄດ້​ຮັບ​ພອນ​ສຳ​ລັບ​ຄວາມ​ປາດ​ຖະ​ໜາ​ຂອງ​ຫົວ​ໃຈ​ເຮົາ ເຖິງ​ແມ່ນ​ວ່າ​ສະ​ພາບ​ການ​ພາຍ​ນອກ​ຈະ​ເຮັດ​ໃຫ້​ມັນ​ເປັນ​ໄປ​ບໍ່​ໄດ້​ສຳ​ລັບ​ເຮົາ​ທີ່​ຈະ​ລົງ​ມື​ປະ​ຕິ​ບັດ​ຕາມ​ຄວາມ​ປາດ​ຖະ​ໜາ​ເຫລົ່າ​ນັ້ນ.”

ດັ່ງ​ທີ່​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ກັງ​ວົນ​ກ່ຽວ​ກັບ​ແອລ໌​ວິນ ອ້າຍ​ຂອງ​ເພິ່ນ, ຜູ້​ທີ່​ໄດ້​ຕາຍ​ໄປ​ໂດຍ​ບໍ່​ໄດ້​ຮັບ​ພິ​ທີ​ການ​ພຣະ​ກິດ​ຕິ​ຄຸນ​ທີ່​ສຳ​ຄັນ, ເພິ່ນ​ໄດ້​ຮັບ​ການ​ເປີດ​ເຜີຍ​ທີ່​ປອບ​ໂຍນ​ນີ້: “ຜູ້​ຄົນ​ທັງ​ປວງ​ທີ່​ຈະ​ຕາຍ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ປາດ​ສະ​ຈາກ​ຄວາມ​ຮູ້​ເຖິງ [ພຣະ​ກິດ​ຕິ​ຄຸນ] ກໍ​ຄື​ກັນ, ຜູ້​ທີ່​ຈະ​ຮັບ​ມັນ​ໄວ້​ດ້ວຍ​ສຸດ​ໃຈ​ຂອງ​ພວກ​ເຂົາ, ຈະ​ເປັນ​ທາ​ຍາດ​ຂອງ [ອາ​ນາ​ຈັກ​ຊັ້ນ​ສູງ​ຂອງ​ພຣະ​ເຈົ້າ].” ແລ້ວ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຕື່ມ​ອີກ​ວ່າ, “ເພາະ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຈະ​ພິ​ພາກ​ສາ​ມະ​ນຸດ​ທັງ​ປວງ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ຂອງ​ພວກ​ເຂົາ.”

ສິ່ງ​ທີ່​ສຳ​ຄັນ​ສຳ​ລັບ​ພຣະ​ຜູ້​ເປັນ​ເຈົ້າ ບໍ່​ແມ່ນ​ພຽງ​ແຕ່​ວ່າ ເຮົາ ສາ​ມາດ ເຮັດ​ໄດ້​ຫລື​ບໍ່, ແຕ່​ແມ່ນ​ວ່າ​ເຮົາ ເຕັມ​ໃຈ ທີ່​ຈະ​ເຮັດ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ​ໄດ້​ເພື່ອ​ຕິດ​ຕາມ​ພຣະ​ອົງ​ໃນ​ຖາ​ນະ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ.

ຄັ້ງ​ໜຶ່ງ ໝູ່​ຄົນ​ໜຶ່ງ​ໄດ້​ປອບ​ໂຍນ​ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຄົນ​ໜຶ່ງ​ທີ່​ໂສກ​ເສົ້າ​ຍ້ອນ​ການ​ປົດ​ກ່ອນ​ກຳ​ນົດ ເນື່ອງ​ຈາກ​ເຫດ​ຜົນ​ທາງ​ສຸ​ຂະ​ພາບ, ເຖິງ​ແມ່ນ​ວ່າ​ລາວ​ຈະ​ອະ​ທິ​ຖານ​ຢ່າງ​ຈິງ​ໃຈ ແລະ ມີ​ຄວາມ​ປາດ​ຖະ​ໜາ​ທີ່​ຮ້ອນ​ຮົນ​ທີ່​ສຸດ​ທີ່​ຈະ​ຮັບ​ໃຊ້. ເພື່ອນ​ຄົນ​ນີ້​ໄດ້​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ກາດ​ວ່າ ເມື່ອ​ລູກໆ​ຂອງ​ພຣະ​ອົງ “ເຮັດ​ດ້ວຍ​ສຸດ​ກຳ​ລັງ​ຂອງ​ພວກ​ເຂົາ” ແລະ “ບໍ່​ລົດ​ລະ​ຄວາມ​ພາກ​ພຽນ” ເພື່ອ​ເຮັດ​ໃຫ້​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ສຳ​ເລັດ​ຄົບ​ຖ້ວນ, “ແລະ ສັດ​ຕູ​ຂອງ​ພວກ​ເຂົາ [ຊຶ່ງ​ອາດ​ລວມ​ທັງ​ສະ​ພາບ​ການ​ທີ່​ບໍ່​ພຶງ​ປະ​ສົງ​ໃນ​ຊີ​ວິດ​ເຮົາ] ຂັດ​ຂວາງ​ພວກ​ເຂົາ​ຈາກ​ການ​ເຮັດ​ວຽກ​ງານ​ນັ້ນ, ຈົ່ງ​ເບິ່ງ, ເຮົາ​ເຫັນ​ສົມ​ຄວນ​ທີ່​ຈະ​ບໍ່​ຮຽກ​ຮ້ອງ​ວຽກ​ງານ​ນັ້ນ​ອີກ​ຕໍ່​ໄປ​ຈາກ​ມື​ຂອງ [ຜູ້​ຄົນ] ເຫລົ່າ​ນັ້ນ​ຂອງ​ມະ​ນຸດ, ແຕ່​ຈະ ຍອມ​ຮັບ​ເຄື່ອງ​ຖວາຍ​ຂອງ​ພວກ​ເຂົາ.”

ໝູ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເປັນ​ພະ​ຍານ​ຕໍ່​ຊາຍ​ໜຸ່ມ​ຄົນ​ນີ້​ວ່າ ພຣະ​ເຈົ້າ​ຮູ້​ວ່າ ລາວ​ໄດ້​ເຮັດ​ດີ​ທີ່​ສຸດ​ແລ້ວ ໃນ​ການ​ຕອບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້. ລາວ​ໄດ້​ຮັບ​ຮອງ​ກັບ​ລາວ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຍອມ​ຮັບ​ເຄື່ອງ​ບູ​ຊາ​ຂອງ​ລາວ ແລະ ວ່າ​ພອນ​ຕ່າງໆ​ທີ່​ໄດ້​ສັນ​ຍາ​ໄວ້​ກັບ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ຊື່​ສັດ​ທຸກ​ຄົນ​ຈະ​ບໍ່​ຖືກ​ກັກ​ໄວ້.

ພອນ​ຊົດ​ເຊີຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ມັກ​ຈະ​ມາ​ເຖິງ​ຜ່ານ​ທາງ​ຄວາມ​ເມດ​ຕາ ແລະ ການ​ຮັບ​ໃຊ້​ຂອງ​ຄົນ​ອື່ນ ຜູ້​ທີ່​ຊ່ວຍ​ເຮົາ​ບັນ​ລຸ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ຂອງ​ເຮົາ​ເອງ. ຂ້າ​ພະ​ເຈົ້າ​ຈື່​ເວ​ລາ​ໜຶ່ງ​ໄດ້ ຕອນ​ທີ່​ອາ​ໄສ​ຢູ່​ໄກ​ຈາກ​ລູກ​ສາວ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ​ໃນ​ປະ​ເທດ​ຝຣັ່ງ, ພວກ​ເຮົາ​ໄດ້​ຮູ້​ສຶກ​ໝົດ​ຫົນ​ທາງ​ທີ່​ຈະ​ຊ່ວຍ​ເຫລືອ​ນາງ ຫລັງ​ຈາກ​ການ​ເກີດ​ລູກ​ທີ່​ຍາກ​ລຳ​ບາກ. ໃນ​ອາ​ທິດ​ດຽວ​ກັນ​ນັ້ນ ຫວອດ​ຂອງ​ພວກ​ເຮົາ​ໃນ​ຢູ​ທາ​ໄດ້​ຊອກ​ຫາ​ຄວາມ​ຊ່ວຍ​ເຫລືອ​ສຳ​ລັບ​ແມ່​ຜູ້​ທີ່​ຫາ​ກໍ​ເກີດ​ລູກ​ແຝດ. ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ວາ​ເລ​ຣີ, ໄດ້​ອາ​ສາ​ສະ​ໝັກ​ທີ່​ຈະ​ນຳ​ອາ​ຫານ​ໄປ​ໃຫ້​ນາງ, ພ້ອມ​ດ້ວຍ​ຄຳ​ອະ​ທິ​ຖານ​ໃນ​ໃຈ​ຂອງ​ນາງ​ເພື່ອ​ທັງ​ແມ່​ມື​ໃໝ່​ຄົນ​ນີ້ ແລະ ລູກ​ສາວ​ຂອງ​ພວກ​ເຮົາ​ທີ່​ຂັດ​ສົນ. ບໍ່​ດົນ​ຫລັງ​ຈາກ​ນັ້ນ, ພວກ​ເຮົາ​ໄດ້​ຮູ້​ວ່າ ເອື້ອຍ​ນ້ອງ​ທັງ​ຫລາຍ​ທີ່​ຢູ່​ໃນ​ຫວອດ​ຂອງ​ລູກ​ສາວ​ຂອງ​ເຮົາ​ໃນ​ປະ​ເທດ​ຝຣັ່ງ ໄດ້​ຈັດ​ກຽມ​ອາ​ຫານ​ສຳ​ລັບ​ຄອບ​ຄົວ​ຂອງ​ນາງ. ສຳ​ລັບ​ພວກ​ເຮົາ​ແລ້ວ, ພຣະ​ເຈົ້າ​ໄດ້​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຮົາ, ໂດຍ​ສົ່ງ​ທູດ​ສະ​ຫວັນ​ຂອງ​ພຣະ​ອົງ​ມາ ເພື່ອ​ນຳ​ເອົາ​ການ​ປອບ​ໂຍນ​ມາ​ໃຫ້ ເມື່ອ​ເຮົາ​ບໍ່​ສາ​ມາດ​ເຮັດ​ໄດ້.

ເມື່ອ​ເຮົາ​ປະ​ເຊີນ​ກັບ​ຂໍ້​ຈຳ​ກັດ ແລະ ຄວາມ​ທ້າ​ທາຍ​ຕ່າງໆ, ເຮົາ​ອາດ​ຮັບ​ຮູ້​ພອນ​ຂອງ ເຮົາ​ເອງ —ພອນ​ສະ​ຫວັນ, ຊັບ​ພະ​ຍາ​ກອນ, ແລະ ເວ​ລາ​ຂອງ​ເຮົາ—ແລະ ໃຊ້​ມັນ​ເພື່ອ​ຮັບ​ໃຊ້​ຄົນ​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ. ໃນ​ການ​ເຮັດ​ເຊັ່ນ​ນັ້ນ, ເຮົາ​ຈະ​ບໍ່​ພຽງ​ແຕ່​ເປັນ​ພອນ​ໃຫ້​ຄົນ​ອື່ນ​ເທົ່າ​ນັ້ນ ແຕ່​ຈະ​ເຊື້ອ​ເຊີນ​ການ​ປິ່ນ​ປົວ ແລະ ການ​ຊົດ​ເຊີຍ​ເຂົ້າ​ມາ​ໃນ​ຊີ​ວິດ​ເຮົາ.

ໜຶ່ງ​ໃນ​ວິ​ທີ​ທີ່​ຊົງ​ພະ​ລັງ​ທີ່​ສຸດ​ທີ່​ເຮົາ​ຈະ​ສາ​ມາດ​ປະ​ກອບ​ສ່ວນ​ໃນ​ພອນ​ຊົດ​ເຊີຍ​ຂອງ​ພຣະ​ເຈົ້າ ແມ່ນ​ຜ່ານ​ທາງ​ວຽກ​ງານ​ທີ່​ເຮົາ​ເຮັດ​ແທນ​ເພື່ອ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເມື່ອ​ເຮົາ​ປະ​ກອບ​ພິ​ທີ​ການ​ແທນ​ພວກ​ເພິ່ນ, ເຮົາ​ກໍ​ເຂົ້າ​ຮ່ວມ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ໂດຍ​ໃຊ້​ພອນ​ສະ​ຫວັນ ແລະ ຄວາມ​ສາ​ມາດ​ຂອງ​ເຮົາ​ເພື່ອ​ເປັນ​ພອນ​ໃຫ້​ກັບ​ຜູ້​ທີ່​ບໍ່​ໄດ້​ມີ​ໂອ​ກາດ​ທີ່​ຈະ​ຮັບ​ມັນ​ໃນ​ຊ່ວງ​ຊີ​ວິດ​ມະ​ຕະ​ຂອງ​ພວກ​ເພິ່ນ.

ການ​ຮັບ​ໃຊ້​ທີ່​ມີ​ຄວາມ​ຮັກ​ທີ່​ເຮົາ​ຖວາຍ​ໃນ​ພຣະ​ວິ​ຫານ​ອັນ​ສັກ​ສິດ ຢໍ້າ​ເຕືອນ​ເຮົາ​ວ່າ ພຣະ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂະ​ຫຍາຍ​ອອກ​ໄປ​ເໜືອ​ຊີ​ວິດ​ນີ້. ໃນ​ຊີ​ວິດ​ທີ່​ຈະ​ມາ​ເຖິງ, ເຮົາ​ອາດ​ໄດ້​ຮັບ​ໂອ​ກາດ​ໃໝ່ໆ​ທີ່​ຈະ​ບັນ​ລຸ​ສິ່ງ​ທີ່​ເຮົາ​ບໍ່​ສາ​ມາດ​ເຮັດ​ໄດ້​ໃນ​ຊີ​ວິດ​ມະ​ຕະ​ນີ້. ເມື່ອ​ກ່າວ​ກັບ​ເອື້ອຍ​ນ້ອງ​ຜູ້​ທີ່​ບໍ່​ທັນ​ໄດ້​ພົບ​ກັບ​ຄູ່​ຊີ​ວິດ​ນິ​ລັນ​ດອນ, ປະ​ທານ​ໂລ​ເຣັນ​ໂຊ ສະ​ໂນ ໄດ້​ກ່າວ​ດ້ວຍ​ຄວາມ​ຮັກ​ວ່າ: “ບໍ່​ມີ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຄົນ​ໃດ​ທີ່​ຕາຍ​ໄປ​ຫລັງ​ຈາກ​ທີ່​ໄດ້​ໃຊ້​ຊີ​ວິດ​ຢ່າງ​ຊື່​ສັດ​ຈະ​ສູນ​ເສຍ​ສິ່ງ​ໃດ ເພາະ​ບໍ່​ມີ​ໂອ​ກາດ​ໄດ້​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ ເມື່ອ​ໂອ​ກາດ​ບໍ່​ໄດ້​ເອື້ອ​ອຳ​ນວຍ​ສຳ​ລັບ​ພວກ​ເຂົາ. … ພວກ​ເຂົາ​ຈະ​ໄດ້​ຮັບ​ພອນ​ທັງ​ໝົດ, ຄວາມ​ສູງ​ສົ່ງ ແລະ ລັດ​ສະ​ໝີ​ພາບ​ທີ່​ຊາຍ ຫລື ຍິງ​ຄົນ​ໃດໆ​ທີ່​ໄດ້​ຮັບ​ໂອ​ກາດ​ນີ້​ຈະ​ໄດ້​ຮັບ.”

ຂ່າວ​ສານ​ແຫ່ງ​ຄວາມ​ຫວັງ ແລະ ການ​ປອບ​ໂຍນ​ນີ້ ແມ່ນ​ສຳ​ລັບ​ເຮົາ​ທຸກ​ຄົນ, ລູກໆ​ຂອງ​ພຣະ​ເຈົ້າ. ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ທີ່​ຈະ​ສາ​ມາດ​ໜີ​ພົ້ນ​ຄວາມ​ທ້າ​ທາຍ ແລະ ຂໍ້​ຈຳ​ກັດ​ແຫ່ງ​ຄວາມ​ເປັນ​ມະ​ຕະ​ໄດ້. ເຖິງ​ຢ່າງ​ໃດ, ເຮົາ​ທຸກ​ຄົນ​ຕ່າງ​ກໍ​ເກີດ​ມາ​ພ້ອມ​ກັບ​ຄວາມ​ບໍ່​ສາ​ມາດ​ຊ່ວຍ​ຕົວ​ເອງ​ໃຫ້​ລອດ​ໄດ້​ໂດຍ​ກຳ​ເນີດ. ແຕ່​ເຮົາ​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ມີ​ຄວາມ​ຮັກ, ແລະ “ພວກ​ເຮົາ​ຮູ້​ວ່າ ຫລັງ​ຈາກ​ພວກ​ເຮົາ​ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ ໂດຍ​ພຣະ​ຄຸນ [ຂອງ​ພຣະ​ອົງ] ພວກ​ເຮົາ​ຈຶ່ງ​ລອດ.”

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຂະ​ນະ​ທີ່​ຫລາຍໆ​ສະ​ພາບ​ການ​ໃນ​ຊີ​ວິດ​ອາດ​ຢູ່​ເໜືອ​ການ​ຄວບ​ຄຸມ​ຂອງ​ເຮົາ, ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຢູ່​ເໜືອ​ການ​ເອື້ອມ​ເຖິງ​ພອນ​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຜ່ານ​ທາງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ຊົດ​ເຊີຍ​ທຸກໆ​ຄວາມ​ບໍ່​ສາ​ມາດ ແລະ ຄວາມ​ບໍ່​ຍຸດ​ຕິ​ທຳ ຖ້າ​ເຮົາ​ຖວາຍ​ທັງ​ຈິດ​ວິນ​ຍານ​ຂອງ​ເຮົາ​ໃຫ້​ແກ່​ພຣະ​ອົງ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ແອວ​ມາ 29:4.

  2. 2 ນີ​ໄຟ 26:33.

  3. Neal A. Maxwell, “According to the Desires of [Our] Hearts,” Ensign, Nov. 1996, 21.

  4. ແອວ​ມາ 7:11, 12.

  5. 2 ນີ​ໄຟ 25:23.

  6. ອອມ​ໄນ 1:26.

  7. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:34.

  8. Dallin H. Oaks, “The Desires of Our Hearts” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 8 ເດືອນ​ຕຸ​ລາ, 1985), speeches.byu.edu.

  9. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:8.

  10. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 137:9. “ການ​ພິ​ພາກ​ສາ​ນັ້ນ​ຈະ​ບໍ່​ພິ​ຈາ​ລະ​ນາ​ພຽງ​ແຕ່​ການ​ກະ​ທຳ​ຂອງ​ທ່ານ​ເທົ່າ​ນັ້ນ, ແຕ່​ພິ​ຈາ​ລະ​ນາ​ຄວາມ​ຕັ້ງ​ໃຈ​ພາຍ​ໃນ​ທີ່​ເລິກ​ທີ່​ສຸດ ແລະ ຄວາມ​ປາດ​ຖະ​ໜາ​ທີ່​ຈິງ​ໃຈ​ຂອງ​ທ່ານ​ອີກ​ດ້ວຍ. … ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ຈັກ​ຄວາມ​ປາດ​ຖະ​ໜາ​ຂອງ​ຫົວ​ໃຈ​ເຮົາ. ໃນ​ເວ​ລາ​ແຫ່ງ​ການ​ພິ​ພາກ​ສາ, ການ​ໂຫຍ​ຫາ​ທີ່​ພິ​ເສດ​ຂອງ​ເອື້ອຍ​ນ້ອງ​ຄົນ​ໂສດ ແລະ ຄູ່​ສົມ​ຣົດ​ທີ່​ບໍ່​ມີ​ລູກ, ຍົກ​ຕົວ​ຢ່າງ, ຈະ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ທີ່​ເຫັນ​ອົກ​ເຫັນ​ໃຈ​ຈາກ​ພຣະ​ອົງ​ຢ່າງ​ແນ່​ນອນ” (Russell M. Nelson, “Choices,” Ensign, Nov. 1990, 75).

  11. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 124:49; ເນັ້ນ​ຄຳ​ເນີ້ງ.

  12. Teachings of Presidents of the Church: Lorenzo Snow (2012), 130.

  13. 2 ນີ​ໄຟ 25:23.