ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ບໍ​ລິ​ບູນ​ທາງ​ວິນ​ຍານ​ໃນ​ພຣະ​ອົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2025


11:29

ບໍ​ລິ​ບູນ​ທາງ​ວິນ​ຍານ​ໃນ​ພຣະ​ອົງ

ຄວາມ​ບໍ​ລິ​ບູນ​ບໍ່​ໄດ້​ໝາຍ​ເຖິງ​ການ​ຟື້ນ​ຟູ​ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃຈ​ໃນ​ຊີ​ວິດ​ນີ້. ຄວາມ​ບໍ​ລິ​ບູນ​ໄດ້​ເກີດ​ຈາກ​ສັດ​ທາ​ໃນ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ເຢ​ຊູ​ຄຣິດ.

ຄົນ​ຂີ້​ທູດ​ສິບ​ຄົນ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ, “ໂຜດ​ເມດ​ຕາ​ພວກ​ຂ້າ​ນ້ອຍ​ແດ່​ທ້ອນ.” ແລະ ພຣະ​ເຢ​ຊູ​ກໍ​ໄດ້​ເຮັດ. ພຣະ​ອົງ​ໄດ້​ບອກ​ໃຫ້​ພວກ​ເຂົາ​ໄປ​ສະ​ແດງ​ຕົວ​ຕໍ່​ປະ​ໂລ​ຫິດ, ແລະ ເມື່ອ​ພວກ​ເຂົາ​ໄປ, ພວກ​ເຂົາ​ກໍ​ໄດ້​ສະ​ອາດ​ຈາກ​ພະ​ຍາດ.

ແລະ ຄົນ​ໜຶ່ງ​ໃນ​ພວກ​ເຂົາ, ເມື່ອ​ເຫັນ​ວ່າ​ຕົນ​ດີ​ສະ​ອາດ​ແລ້ວ, ກໍ​ໄດ້​ຮ້ອງ​ຂຶ້ນ​ສັນ​ລະ​ເສີນ​ພຣະ​ເຈົ້າ. ລາວ​ໄດ້​ກັບ​ໄປ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ກາບ​ລົງ​ທີ່​ພຣະ​ບາດ​ຂອງ​ພຣະ​ອົງ, ແລະ ສະ​ແດງ​ຄວາມ​ກະ​ຕັນ​ຍູ.

ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ກ່າວ​ກັບ​ລາວ​ຜູ້​ຂອບ​ຄຸນ​ວ່າ, “[ສັດ​ທາ] ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ດີ​ແລ້ວ.”

ພຣະ​ເຢ​ຊູ​ຄຣິດ​ໄດ້​ປິ່ນ​ປົວ​ຄົນ​ຂີ້​ທູດ​ສິບ​ຄົນ. ແຕ່​ຜູ້​ໜຶ່ງ, ທີ່​ໄດ້​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໄດ້​ຮັບ​ບາງ​ສິ່ງ​ເພີ່ມ​ເຕີມ. ລາວ​ຖືກ​ເຮັດ​ໃຫ້​ບໍ​ລິ​ບູນ.

ຄົນ​ຂີ້​ທູດ​ເກົ້າ​ຄົນ​ໄດ້​ຮັບ​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ.

ຄົນ​ໜຶ່ງ​ໄດ້​ຮັບ​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ແລະ ບໍ​ລິ​ບູນ​ທາງ​ວິນ​ຍານ.

ເມື່ອ​ພິ​ຈາ​ລະ​ນາ​ກ່ຽວ​ກັບ​ເລື່ອງ​ນີ້, ຂ້າ​ພະ​ເຈົ້າ​ສົງ​ໄສ​ວ່າ ສິ່ງ​ທີ່​ກົງ​ກັນ​ຂ້າມ​ເປັນ​ຄວາມ​ຈິງ​ຫລື​ບໍ່. ຖ້າ​ຫາກ​ການ​ປິ່ນ​ປົວ ແລະ ຄວາມ​ບໍ​ລິ​ບູນ​ບໍ່​ແມ່ນ​ສິ່ງ​ດຽວ​ກັນ, ບຸກ​ຄົນ​ສາ​ມາດ​ຖືກ​ເຮັດ​ໃຫ້​ບໍ​ລິ​ບູນ​ທາງ​ວິນ​ຍານ​ໂດຍ​ພຣະ​ອົງ ແຕ່​ຍັງ​ບໍ່​ສາ​ມາດ​ຮັບ​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃຈ​ໄດ້​ຫລື​ບໍ່?

ພຣະ​ອາ​ຈານ​ຜູ້​ປິ່ນ​ປົວ​ຈະ​ປິ່ນ​ປົວ​ຄວາມ​ທຸກ​ທັງ​ໝົດ​ຂອງ​ເຮົາ—ທັງ​ທາງ​ຮ່າງ​ກາຍ ແລະ ຈິດ​ໃຈ—ໃນ​ເວ​ລາ​ຂອງ​ພຣະ​ອົງ. ແຕ່​ໃນ​ຂະ​ນະ​ທີ່​ລໍ​ຖ້າ​ການ​ປິ່ນ​ປົວ, ບຸກ​ຄົນ​ສາ​ມາດ​ບໍ​ລິ​ບູນ​ໄດ້​ຫລື​ບໍ່?

ການ​ມີ​ຄວາມ​ບໍ​ລິ​ບູນ​ທາງ​ວິນ​ຍານ​ໝາຍ​ຄວາມ​ວ່າ​ແນວ​ໃດ?

ເຮົາ​ມີ​ຄວາມ​ບໍ​ລິ​ບູນ​ໃນ​ພຣະ​ເຢ​ຊູ​ຄຣິດ​ເມື່ອ​ເຮົາ​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ ທີ່​ຈະ​ຕິດ​ຕາມ​ພຣະ​ອົງ​ດ້ວຍ​ສັດ​ທາ, ຍອມ​ຈຳ​ນົນ​ໃຈ​ຂອງ​ເຮົາ​ຕໍ່​ພຣະ​ອົງ ເພື່ອ​ໃຫ້​ພຣະ​ອົງ​ສາ​ມາດ​ປ່ຽນ​ແປງ​ມັນ, ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ເຂົ້າ​ສູ່​ພັນ​ທະ​ສັນ​ຍາ​ກັບ​ພຣະ​ອົງ, ອົດ​ທົນ​ຢ່າງ​ອ່ອນ​ໂຍນ ແລະ ຮຽນ​ຮູ້​ຈາກ​ຄວາມ​ທ້າ​ທາຍ​ຂອງ​ສະ​ຖາ​ນະ​ທາງ​ໂລກ ຈົນ​ກວ່າ​ເຮົາ​ຈະ​ກັບ​ຄືນ​ສູ່​ທີ່​ປະ​ທັບ​ຂອງ​ພຣະ​ອົງ ແລະ ໄດ້​ຮັບ​ການ​ປິ່ນ​ປົວ​ໃນ​ທຸກ​ວິ​ທີ​ທາງ. ຂ້າ​ພະ​ເຈົ້າ​ສາ​ມາດ​ບໍ​ລິ​ບູນ ໃນ​ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ລໍ​ຖ້າ​ສຳ​ລັບ​ການ​ປິ່ນ​ປົວ ຖ້າ​ຫາກ​ວ່າ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສຳ​ພັນ​ກັບ​ພຣະ​ອົງ​ດ້ວຍ​ສຸດ​ໃຈ.

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ​ກໍ່​ໃຫ້​ເກີດ​ຄວາມ​ຫວັງ. ຂ້າ​ພະ​ເຈົ້າ​ສາ​ມາດ​ພົບ​ຄວາມ​ຫວັງ​ໃນ​ການ​ພະ​ຍາ​ຍາມ​ເປັນ​ຄົນ​ບໍ​ລິ​ບູນ—ຄວາມ​ບໍ​ລິ​ບູນ​ທີ່​ເກີດ​ຈາກ​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ. ສັດ​ທາ​ໃນ​ພຣະ​ອົງ​ເພີ່ມ​ຄວາມ​ຫວັງ​ໃຫ້​ຂ້າ​ພະ​ເຈົ້າ​ສຳ​ລັບ​ການ​ປິ່ນ​ປົວ, ແລະ ວ່າ​ຄວາມ​ຫວັງ​ນັ້ນ​ເສີມ​ສັດ​ທາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ພຣະ​ເຢ​ຊູ​ຄຣິດ. ມັນ​ເປັນ​ວົງ​ວຽນ​ທີ່​ມີ​ພະ​ລັງ.

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບອກ​ກັບ​ເອ​ໂນດ​ວ່າ ສັດ​ທາ​ຂອງ​ເພິ່ນ​ໄດ້​ເຮັດ​ໃຫ້​ເພິ່ນ “ບໍ​ລິ​ບູນ.” ຄວາມ​ບໍ​ລິ​ບູນ​ໄດ້​ເກີດ​ຂຶ້ນ​ເມື່ອ​ເອ​ໂນດ​ໄຕ່​ຕອງ​ຄຳ​ເວົ້າ​ຂອງ​ຢາ​ໂຄບ ບິ​ດາ​ຂອງ​ເພິ່ນ​ທີ່​ເປັນ​ສາດ​ສະ​ດາ, ຂະ​ນະ​ທີ່​ເພິ່ນ​ຫິວ​ໂຫຍ​ທີ່​ຈະ​ເຂົ້າ​ໃຈ​ໂອ​ກາດ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ, ຂະ​ນະ​ທີ່​ເພິ່ນ​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ອະ​ທິ​ຖານ​ທີ່​ມີ​ພະ​ລັງ. ແລະ ໃນ​ສະ​ພາ​ວະ​ແຫ່ງ​ຄວາມ​ປາດ​ຖະ​ໜາ ແລະ ຄວາມ​ຖ່ອມ​ຕົນ​ນັ້ນ, ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ເພິ່ນ, ປະ​ກາດ​ວ່າ​ບາບ​ຂອງ​ເພິ່ນ​ໄດ້​ຮັບ​ການ​ອະ​ໄພ​ແລ້ວ. ແລະ ເອ​ໂນດ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ, “ມັນ​ເປັນ​ໄປ​ໄດ້​ແນວ​ໃດ?” ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຕອບ​ວ່າ, “ເພາະ​ສັດ​ທາ​ຂອງ​ເຈົ້າ​ໃນ​ພຣະ​ຄຣິດ, … ສັດ​ທາ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ບໍ​ລິ​ບູນ​ແລ້ວ.”

ຜ່ານ​ທາງ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ສາ​ມາດ​ສະ​ແຫວງ​ຫາ​ຄວາມ​ບໍ​ລິ​ບູນ​ທາງ​ວິນ​ຍານ​ໃນ​ຂະ​ນະ​ທີ່​ເຮົາ​ລໍ​ຖ້າ ແລະ ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃຈ.

ດ້ວຍ​ຄຸນ​ນະ​ທຳ​ຂອງ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ແລະ ເມື່ອ​ເຮົາ​ກັບ​ໃຈ​ຢ່າງ​ຈິງ​ໃຈ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ປິ່ນ​ປົວ​ເຮົາ​ຈາກ​ບາບ, ເຊັ່ນ​ດຽວ​ກັບ​ທີ່​ພຣະ​ອົງ​ໄດ້​ກະ​ທຳ​ກັບ​ເອ​ໂນດ. ການ​ຊົດ​ໃຊ້​ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ ກໍ​ຍັງ​ເຂົ້າ​ເຖິງ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ເສຍ​ໃຈ​ຂອງ​ເຮົາ​ນຳ​ອີກ.

ແຕ່​ພຣະ​ອົງ​ອາດ​ບໍ່​ໃຫ້​ການ​ປິ່ນ​ປົວ​ຈາກ​ຄວາມ​ເຈັບ​ປ່ວຍ ແລະ ພະ​ຍາດ—ຄວາມ​ເຈັບ​ປວດ​ຊຳ​ເຮື້ອ, ຄວາມ​ຜິດ​ປົກ​ກະ​ຕິ​ຂອງ​ພູມ​ຕ້ານ​ທານ ເຊັ່ນ ໂຣກ​ປອກ​ປະ​ສາດ​ເສື່ອມ, ມະ​ເລັງ, ຄວາມ​ວິ​ຕົກ​ກັງ​ວົນ, ພາ​ວະ​ຊຶມ​ເສົ້າ, ແລະ ອື່ນໆ. ການ​ຮັກ​ສາ​ແບບ​ນັ້ນ​ຢູ່​ໃນ​ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລະ ໃນ​ລະ​ຫວ່າງ​ນີ້, ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ຮັບ​ການ​ປິ່ນ​ປົວ​ໃຫ້​ບໍ​ລິ​ບູນ ໂດຍ​ການ​ໃຊ້​ສັດ​ທາ​ໃນ​ພຣະ​ອົງ!

ການ​ເປັນ​ຄົນ​ບໍ​ລິ​ບູນ​ໝາຍ​ເຖິງ​ການ​ເປັນ​ຄົນ​ສົມ​ບູນ ແລະ ເຕັມ​ປ່ຽມ. ເໝືອນ​ດັ່ງ​ຍິງ​ສາວ​ບໍ​ລິ​ສຸດ​ຫ້າ​ຄົນ ທີ່​ມີ​ໂຄມ​ໄຟ​ເຕັມ​ດ້ວຍ​ນ້ຳ​ມັນ ເມື່ອ​ເຈົ້າ​ບ່າວ​ມາ, ເຮົາ​ກໍ​ສາ​ມາດ​ບໍ​ລິ​ບູນ​ໄດ້​ໃນ​ພຣະ​ເຢ​ຊູ​ຄຣິດ ເມື່ອ​ເຮົາ​ຕື່ມ​ນ້ຳ​ມັນ​ບຳ​ລຸງ​ໂຄມ​ໄຟ​ຂອງ​ເຮົາ ດ້ວຍ​ນ້ຳ​ມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ອົງ. ດ້ວຍ​ວິ​ທີ​ນັ້ນ, ເຮົາ​ໄດ້​ກຽມ​ພ້ອມ​ສຳ​ລັບ​ງານ​ລ້ຽງ​ສົມ​ຣົດ ຊຶ່ງ​ເປັນ​ສັນ​ຍາ​ລັກ​ຂອງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.

ໃນ​ຄຳ​ອຸ​ປະ​ມາ ຍິງ​ສາວ​ບໍ​ລິ​ສຸດ​ທັງ​ສິບ​ຄົນ​ໄດ້​ຢູ່​ໃນ​ບ່ອນ​ທີ່​ເໝາະ​ສົມ, ກຳ​ລັງ​ລໍ​ຖ້າ​ເຈົ້າ​ບ່າວ. ແຕ່​ລະ​ຄົນ​ໄດ້​ມາ​ກັບ​ໂຄມ​ໄຟ​ຂອງ​ຕົນ.

ແຕ່​ເມື່ອ​ພຣະ​ອົງ​ສະ​ເດັດ​ມາ, ໃນ​ເວ​ລາ​ທ່ຽງ​ຄືນ​ທີ່​ບໍ່​ຄາດ​ຄິດ, ຄົນ​ໂງ່​ຫ້າ​ຄົນ​ບໍ່​ມີ​ນ້ຳ​ມັນ​ພຽງ​ພໍ​ສຳ​ລັບ​ໂຄມ​ໄຟ​ຂອງ​ຕົນ. ພວກ​ເຂົາ​ບໍ່​ໄດ້​ຖືກ​ບັນ​ຍາຍ​ວ່າ​ເປັນ​ຄົນ​ຊົ່ວ​ຮ້າຍ ແຕ່​ກັບ​ເປັນ​ຄົນ​ໂງ່. ຄົນ​ໂງ່​ບໍ່​ໄດ້​ກະ​ກຽມ​ຢ່າງ​ພຽງ​ພໍ ເພື່ອ​ຮັກ​ສາ​ໂຄມ​ໄຟ​ຂອງ​ຕົນ​ດ້ວຍ​ນ້ຳ​ມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ.

ແລະ ສະ​ນັ້ນ, ໃນ​ຄຳ​ຕອບ​ຕໍ່​ການ​ຂໍ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ຮ່ວມ​ງານ​ລ້ຽງ​ສົມ​ຣົດ, ເຈົ້າ​ບ່າວ​ໄດ້​ຕອບ​ວ່າ, “ເຈົ້າ​ບໍ່​ຮູ້​ຈັກ​ເຮົາ.”

ດັ່ງ​ນັ້ນ, ຈຶ່ງ​ໝາຍ​ຄວາມ​ວ່າ ຍິງ​ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ຫ້າ​ຄົນ ໄດ້ ຮູ້​ຈັກ​ພຣະ​ອົງ. ພວກ​ເຂົາ​ຖືກ​ເຮັດ​ໃຫ້​ບໍ​ລິ​ບູນ​ໃນ​ພຣະ​ອົງ.

ໂຄມ​ໄຟ​ຂອງ​ພວກ​ເຂົາ​ເຕັມ​ດ້ວຍ​ນ້ຳ​ມັນ​ອັນ​ລ້ຳ​ຄ່າ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ຊຶ່ງ​ອະ​ນຸ​ຍາດ​ໃຫ້​ຍິງ​ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ເຂົ້າ​ໄປ​ໃນ​ງານ​ລ້ຽງ​ສົມ​ຣົດ ຢູ່​ເບື້ອງ​ຂວາ​ຂອງ​ເຈົ້າ​ບ່າວ.

ດັ່ງ​ທີ່​ກ່າວ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, “ຈົ່ງ​ຊື່​ສັດ, ຈົ່ງ​ອະ​ທິ​ຖານ​ສະ​ເໝີ, ຕັດ​ໄສ້​ຕະ​ກຽງ​ຂອງ​ເຈົ້າ ແລະ ໃຫ້​ມັນ​ລຸກ​ຢູ່, ແລະ ມີ​ນ້ຳ​ມັນ​ຢູ່​ນຳ​ເຈົ້າ, ເພື່ອ​ວ່າ​ເຈົ້າ​ຈະ​ຕຽມ​ພ້ອມ​ໃນ​ການ​ສະ​ເດັດ​ມາ​ຂອງ ເຈົ້າບ່າວ.”

ຍິງ​ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ຫ້າ​ຄົນ, ໂດຍ ເບັນ ແຮມ​ມອນ

Five Wise Virgins [ຍິງ​ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ຫ້າ​ຄົນ], ໂດຍ ເບັນ ແຮມ​ມອນ

ເມື່ອ​ບໍ່​ດົນ​ມາ​ນີ້ ຮູບ​ປັ້ນ​ທີ່​ສວຍ​ງາມ​ທີ່​ພັນ​ລະ​ນາ​ເຖິງ ຍິງ​ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ຫ້າ​ຄົນ ໄດ້​ຖືກວາງ​ໄວ້​ທີ່​ບໍ​ລິ​ເວນ​ພຣະ​ວິ​ຫານ ຢູ່​ນອກ​ປະ​ຕູ​ອາ​ຄານ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ໃນ​ຮົ່ມ​ເງົາ​ຂອງ​ພຣະ​ວິ​ຫານ​ເຊົາ​ເລັກ.

ມັນ​ເປັນ​ສະ​ຖານ​ທີ່​ທີ່​ເໝາະ​ສົມ​ທີ່​ຈະ​ໃຊ້​ຄຳ​ອຸ​ປະ​ມາ​ໄດ້. ເພາະ​ວ່າ​ເມື່ອ​ເຮົາ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ, ໂດຍ​ສະ​ເພາະ​ສິ່ງ​ທີ່​ມີ​ຢູ່​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ຈະ​ເຕີມ​ນ້ຳ​ມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ລົງ​ໃນ​ໂຄມ​ໄຟ​ຂອງ​ເຮົາ.

ຍິງ​ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ຫ້າ​ຄົນ​ກຳ​ລັງ​ແບ່ງ​ປັນ​ແສງ​ສະ​ຫວ່າງ​ຂອງ​ພວກ​ນາງ.
ຍິງ​ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ຫ້າ​ຄົນ​ກຳ​ລັງ​ສະ​ໜັບ​ສະ​ໜູນ​ກັນ​ແລະ​ກັນ.

ເຖິງ​ແມ່ນ​ຜູ້​ຍິງ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ຍິງ​ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ຫ້າ​ຄົນ ບໍ່​ໄດ້​ແບ່ງ​ປັນ​ນ້ຳ​ມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ຕົນ, ແຕ່​ພວກ​ເຂົາ​ໄດ້​ແບ່ງ​ປັນ​ຄວາມ​ສະ​ຫວ່າງ​ຂອງ​ພວກ​ເຂົາ ໃນ​ຂະ​ນະ​ທີ່​ພວກ​ເຂົາ​ຖື​ໂຄມ​ໄຟ, ຊຶ່ງ​ເຕັມ​ໄປ​ດ້ວຍ​ນ້ຳ​ມັນ ແລະ ສ່ອງ​ສະ​ຫວ່າງ​ຢ່າງ​ສົດ​ໃສ. ທີ່​ສຳ​ຄັນ ພວກ​ເຂົາ​ຖືກ​ພັນ​ລະ​ນາ​ເຖິງ​ການ​ສະ​ໜັບ​ສະ​ໜູນ​ກັນ​ແລະ​ກັນ—ຢືນ​ຄຽງ​ຂ້າງ​ກັນ, ໂອບ​ແຂນ​ກັນ, ສົບ​ຕາ​ກັນ ແລະ ກວັກ​ມື​ໃຫ້​ຄົນ​ອື່ນ​ມາ​ຫາ​ແສງ​ສະ​ຫວ່າງ.

ແນ່​ນອນ, “[ເຮົາ] ເປັນ​ແສງ​ສະ​ຫວ່າງ​ສຳ​ລັບ​ໂລກ​ນີ້.” ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປະ​ກາດ​ວ່າ:

“ເຮົາ​ບັນ​ຊາ​ໃຫ້​ເຈົ້າ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ແກ່​ຜູ້​ຄົນ​ພວກ​ນີ້. ເມືອງ​ຊຶ່ງ​ຕັ້ງ​ຢູ່​ເທິງ​ໂນນ​ພູ​ກໍ​ເປັນ​ທີ່​ບັງ​ໄວ້​ບໍ່​ໄດ້.

“… [ເຮົາ] ໄຕ້​ທຽນ​ແລ້ວ​ຈະ​ເອົາ​ກະ​ບຸງ​ມາ​ກວມ​ໄວ້​ບໍ? ບໍ່​ເລີຍ, ມີ​ແຕ່​ຈະ​ຕັ້ງ​ມັນ​ໄວ້​ເທິງ​ບ່ອນ​ຕັ້ງ​ທຽນ ແລະ ມັນ​ຈະ​ສ່ອງ​ແຈ້ງ​ໄປ​ທົ່ວ​ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ​ນັ້ນ;

“ສະ​ນັ້ນ​ຈົ່ງ​ໃຫ້​ຄວາມ​ສະ​ຫວ່າງ​ຂອງ​ເຈົ້າ​ສ່ອງ​ເຊັ່ນ​ນັ້ນ​ຕໍ່​ໜ້າ​ຜູ້​ຄົນ​ພວກ​ນີ້, ເພື່ອ​ວ່າ​ພວກ​ເຂົາ​ຈະ​ເຫັນ​ການ​ດີ​ຂອງ​ເຈົ້າ ແລະ ຖວາຍ​ບາ​ລະ​ມີ​ແດ່​ພຣະ​ບິ​ດາ​ຂອງ​ເຈົ້າ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ.”

ເຮົາ​ຖືກ​ບັນ​ຊາ​ໃຫ້​ແບ່ງ​ປັນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ. ສະ​ນັ້ນ ຈົ່ງ​ຮັກ​ສາ​ໂຄມ​ໄຟ​ຂອງ​ທ່ານ​ເຕັມ​ດ້ວຍ​ນ້ຳ​ມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ກຽມ​ໂຄມ​ໄຟ​ຂອງ​ທ່ານ​ໃຫ້​ພ້ອມ ແລະ ສ່ອງ​ສະ​ຫວ່າງ​ຢູ່​ສະ​ເໝີ. ແລ້ວ​ໃຫ້​ແສງ​ສະ​ຫວ່າງ​ສ່ອງ​ແສງ. ເມື່ອ​ເຮົາ​ແບ່ງ​ປັນ​ແສງ​ສະ​ຫວ່າງ​ຂອງ​ເຮົາ, ເຮົາ​ຈະ​ນຳ​ຄວາມ​ບັນ​ເທົາ​ທຸກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ມາ​ໃຫ້​ຄົນ​ອື່ນ, ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ເຮົາ​ຕໍ່​ພຣະ​ອົງ​ຈະ​ເລິກ​ເຊິ່ງ​ຫລາຍ​ຍິ່ງ​ຂຶ້ນ, ແລະ ເຮົາ​ຈະ​ສາ​ມາດ​ບໍ​ລິ​ບູນ ແມ່ນ​ແຕ່​ໃນ​ຂະ​ນະ​ທີ່​ເຮົາ​ລໍ​ຖ້າ​ການ​ປິ່ນ​ປົວ. ແລະ ເມື່ອ​ເຮົາ​ປ່ອຍ​ໃຫ້​ແສງ​ສະ​ຫວ່າງ​ຂອງ​ເຮົາ​ສ່ອງ​ແສງ, ເຮົາ​ຈະ​ສາ​ມາດ​ຊື່ນ​ຊົມ​ສະ​ເໝີ​ໃນ​ຂະ​ນະ​ທີ່​ເຮົາ​ລໍ​ຖ້າ.

ຕົວ​ຢ່າງ​ໜຶ່ງ​ຈາກ​ພຣະ​ຄຳ​ພີ​ເປັນ​ປະ​ໂຫຍດ​ໃນ​ການ​ເສີມ​ສ້າງ​ຫລັກ​ທຳ​ທີ່​ເຮົາ​ສາ​ມາດ​ບໍ​ລິ​ບູນ ໃນ​ຂະ​ນະ​ທີ່​ເຮົາ​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ດຶງ​ດູດ​ຄວາມ​ເຂັ້ມ​ແຂງ​ຈາກ​ພຣະ​ອົງ, ແມ່ນ​ແຕ່​ໃນ​ຂະ​ນະ​ທີ່​ເຮົາ​ລໍ​ຖ້າ​ການ​ປິ່ນ​ປົວ.

ອັກ​ຄະ​ສາ​ວົກ​ໂປ​ໂລ​ໄດ້​ມີ​ຄວາມ​ທຸກ​ທໍ​ລະ​ມານ​ບາງ​ຢ່າງ—ສິ່ງ​ທີ່​ເພິ່ນ​ບັນ​ຍາຍ​ວ່າ​ເປັນ “ສ້ຽນ​ໜາມ​ໃນ​ເນື້ອ​ກາຍ,” ຊຶ່ງ​ເພິ່ນ​ໄດ້​ທູນ​ສາມ​ຄັ້ງ ເພື່ອ​ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ກຳ​ຈັດ​ມັນ​ອອກ​ໄປ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໂປ​ໂລ​ວ່າ, “ພຣະ​ຄຸນ​ຂອງ​ເຮົາ​ກໍ​ມີ​ພໍ​ແລ້ວ​ສຳ​ລັບ​ເຈົ້າ: ດ້ວຍ​ວ່າ ເມື່ອ​ໃດ​ທີ່​ເຈົ້າ​ອ່ອນ​ແຮງ ເມື່ອ​ນັ້ນ​ລິດ​ອຳ​ນາດ​ຂອງ​ເຮົາ​ກໍ​ສະ​ແດງ​ອອກ​ຢ່າງ​ລົ້ນ​ເຫລືອ.” ຕໍ່​ສິ່ງ​ນັ້ນ​ໂປ​ໂລ​ໄດ້​ປະ​ກາດ​ວ່າ:

“ດັ່ງ​ນັ້ນ ເຮົາ​ຈຶ່ງ … ພາກ​ພູມ​ໃຈ​ໃນ​ບັນ​ດາ​ຄວາມ​ອ່ອນ​ແຮງ​ຂອງ​ເຮົາ​ກໍ​ດີ​ກວ່າ ເພື່ອ​ວ່າ​ລິດ​ອຳ​ນາດ​ຂອງ​ພຣະ​ຄຣິດ​ຈະ​ຄຸ້ມ​ຄອງ​ປ້ອງ​ກັນ​ເຮົາ​ໄວ້.

“ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງ​ຊື່ນ​ໃຈ​ໃນ​ຄວາມ​ອ່ອນ​ແຮງ, … ໃນ​ຄວາມ​ຍາກ​ລຳ​ບາກ, ໃນ​ການ​ຖືກ​ຂົ່ມ​ເຫັງ, ແລະ ໃນ​ຄວາມ​ຍາກ​ຈົນ​ເພື່ອ​ເຫັນ​ແກ່​ພຣະ​ຄຣິດ: ດ້ວຍ​ວ່າ​ເຮົາ​ອ່ອນ​ແຮງ​ເມື່ອ​ໃດ, ເຮົາ​ກໍ​ເຂັ້ມ​ແຂງ​ຂຶ້ນ​ເມື່ອ​ນັ້ນ.”

​ຕົວ​ຢ່າງ​ຂອງ​ໂ​ປ​ໂລ​ແນະ​ນຳ​ວ່າ ແມ່ນ​ແຕ່​ໃນ​ຄວາມ​ອ່ອນ​ແອ​ຂອງ​ເຮົາ, ຄວາມ​ເຂັ້ມ​ແຂງ​ຂອງ​ເຮົາ​ໃນ​ພຣະ​ເຢ​ຊູ​ຄຣິດ​ກໍ​ສາ​ມາດ​ດີ​ພ້ອມ​ໄດ້—ນັ້ນ​ຄື, ສົມ​ບູນ ແລະ ບໍ​ລິ​ບູນ. ຜູ້​ທີ່​ຕໍ່​ສູ້​ກັບ​ການ​ດີ້ນ​ລົນ​ໃນ​ຊີ​ວິດ ແລະ ຫັນ​ມາ​ຫາ​ພຣະ​ເຈົ້າ​ໃນ​ສັດ​ທາ​ຄື​ກັບ​ໂປ​ໂລ, ສາ​ມາດ​ໄດ້​ຮັບ​ພອນ​ຂອງ​ການ​ໄດ້​ຮູ້​ຈັກ​ກັບ​ພຣະ​ເຈົ້າ.

ໂປ​ໂລ​ບໍ່​ໄດ້​ຮັບ​ການ​ປິ່ນ​ປົວ​ຈາກ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເພິ່ນ, ແຕ່​ເພິ່ນ​ໄດ້​ບໍ​ລິ​ບູນ​ທາງ​ວິນ​ຍານ​ໃນ​ພຣະ​ເຢ​ຊູ​ຄຣິດ. ແລະ ແມ່ນ​ແຕ່​ໃນ​ຄວາມ​ຍາກ​ລຳ​ບາກ​ຂອງ​ເພິ່ນ, ຄວາມ​ສະ​ຫວ່າງ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່ ແລະ ຄວາມ​ເຂັ້ມ​ແຂງ​ຂອງ​ເພິ່ນ​ຈາກ​ພຣະ​ເຢ​ຊູ​ຄຣິດ​ກໍ​ສ່ອງ​ແສງ, ແລະ ເພິ່ນ​ກໍ​ມີ​ຄວາມ​ສຸກ. ໃນ​ສານ​ຂອງ​ເພິ່ນ​ເຖິງ​ຊາວ​ຟີ​ລິບ​ປອຍ, ເພິ່ນ​ໄດ້​ປະ​ກາດ​ວ່າ, “ຈົ່ງ​ຊົມ​ຊື່ນ​ຍິນ​ດີ​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ທຸກ​ເວ​ລາ: ເຮົາ​ຂໍ​ຢ້ຳ​ອີກ​ວ່າ ຈົ່ງ​ຊົມ​ຊື່ນ​ຍິນ​ດີ.”

ອ້າຍ​ເອື້ອຍ​ນ້ອງ​ທັງ​ຫລາຍ, ຄຳ​ຕອບ​ຄື ແມ່ນ​ແລ້ວ, ເຮົາ​ສາ​ມາດ​ບໍ​ລິ​ບູນ​ທາງ​ວິນ​ຍານ​ໄດ້, ແມ່ນ​ແຕ່​ໃນ​ຂະ​ນະ​ທີ່​ເຮົາ​ລໍ​ຖ້າ​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃຈ. ຄວາມ​ບໍ​ລິ​ບູນ​ບໍ່​ໄດ້​ໝາຍ​ເຖິງ​ການ​ຟື້ນ​ຟູ​ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃຈ​ໃນ​ຊີ​ວິດ​ນີ້. ຄວາມ​ບໍ​ລິ​ບູນ​ໄດ້​ເກີດ​ຈາກ​ສັດ​ທາ​ໃນ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ການ​ປ່ອຍ​ໃຫ້​ແສງ​ສະ​ຫວ່າງ​ຂອງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ນັ້ນ​ສ່ອງ​ແສງ.

“ຫລາຍ​ຄົນ​ໄດ້​ຖືກ​ເອີ້ນ, ແຕ່​ມີ​ໜ້ອຍ​ຄົນ [ທີ່​ເລືອກ​ທີ່​ຈະ] ຖືກ​ເລືອກ.”

ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ​ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃຈ ໃນ​ການ​ຟື້ນ​ຄືນ​ພຣະ​ຊົນ. ແຕ່​ທ່ານ​ຈະ​ເລືອກ​ທີ່​ຈະ​ບໍ​ລິ​ບູນ​ໃນ​ພຣະ​ອົງ ຕອນ​ນີ້ ຫລື​ບໍ່?

ຂ້າ​ພະ​ເຈົ້າ​ປະ​ກາດ​ດ້ວຍ​ຄວາມ​ຊື່ນ​ຊົມ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຕໍ່​ອົງ​ພຣະ​ເຢ​ຊູຄຣິດ​ເຈົ້າ. ຂ້າ​ພະ​ເຈົ້າ​ກຳ​ລັງ​ພະ​ຍາ​ຍາມ​ໃຫ້​ບໍ​ລິ​ບູນ​ໃນ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ແນ່​ໃຈ​ວ່າ ທຸກ​ສິ່ງ​ຈະ​ຖືກ​ຟື້ນ​ຟູ ແລະ ການ​ປິ່ນ​ປົວ​ຈະ​ມາ​ເຖິງ, ໃນ​ເວ​ລາ​ຂອງ​ພຣະ​ອົງ, ເພາະ​ພຣະ​ອົງ​ຊົງ​ພຣະ​ຊົນ​ຢູ່.

ນາງ​ມາ​ຣີ​ໄທ​ມັກ​ດາ​ລາ​ເປັນ​ຜູ້​ຍິງ​ທີ່​ໄດ້​ຮັບ​ການ​ປິ່ນ​ປົວ​ຈາກ​ພຣະ​ເຢ​ຊູ​ຄຣິດ. ແລະ ນາງ​ກໍ​ເປັນ​ຄົນ​ທີ່​ບໍ​ລິ​ບູນ​ໃນ​ພຣະ​ເຢ​ຊູ​ຄຣິດ. ໃນ​ຖາ​ນະ​ສາ​ນຸ​ສິດ​ຂອງ​ພຣະ​ອົງ, ນາງ​ໄດ້​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ໃນ​ຄາ​ລີ​ເລ ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ພຣະ​ອົງ.

ນາງ​ໄດ້​ຢູ່​ທີ່​ຕີນ​ໄມ້​ກາງ​ແຂນ, ເປັນ​ພະ​ຍານ​ເຖິງ​ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ.

ນາງ​ໄດ້​ໄປ​ທີ່​ອຸບ​ມຸງ​ຂອງ​ພຣະ​ອົງ ເພື່ອ​ກຽມ​ການ​ຝັງ​ພຣະ​ສົບ​ໃຫ້​ສຳ​ເລັດ ແລະ ພົບ​ວ່າ​ກ້ອນ​ຫີນ​ທີ່​ປິດ​ປາກ​ອຸບ​ມຸງ​ໄດ້​ຖືກ​ເອົາ​ອອກ​ໄປ​ແລ້ວ, ແລະ ພຣະ​ສົບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຫາຍ​ໄປ. ນາງ​ມາ​ຣີ​ໄດ້​ຢູ່​ທີ່​ອຸບ​ມຸງ​ຮ້ອງ​ໄຫ້ ເມື່ອ​ນາງ​ຖືກ​ຖາມ​ໂດຍ​ທູດ​ສະ​ຫວັນ​ກ່ອນ ແລະ ຈາກ​ນັ້ນ​ໂດຍ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ, “ນາງ​ເອີຍ, ເປັນ​ຫຍັງ​ເຈົ້າ​ຈຶ່ງ​ຮ້ອງ​ໄຫ້? ເຈົ້າ​ຊອກ​ຫາ​ຜູ້​ໃດ?”

ນາງ​ມາ​ຣີ​ໄດ້​ຮ້ອງ​ວ່າ, “ພວກ​ເຂົາ​ໄດ້​ເອົາ​ພຣະ​ສົບ​ຂອງ​ພຣະ​ອົງ​ຂອງ​ຂ້າ​ນ້ອຍ​ໄປ​ແລ້ວ ແລະ ຂ້າ​ນ້ອຍບໍ່​ຮູ້​ວ່າ​ພວກ​ເຂົາ​ເອົາ​ໄປ​ໄວ້​ໃສ.”

ແລະ ພຣະ​ເຢ​ຊູ​ໄດ້​ເອີ້ນ​ຊື່​ນາງ​ຢ່າງ​ອ່ອນ​ໂຍນ​ວ່າ, “ມາ​ຣີ.” ແລະ ນາງ​ຈື່​ພຣະ​ອົງ​ໄດ້ ແລະ ໄດ້​ຕອບ​ດ້ວຍ​ຄວາມ​ຄາ​ລະ​ວະ​ວ່າ, “ຣັບ​ໂບ​ນີ; … ພຣະ​ອາ​ຈານ.”

ໃນ​ການ​ທຳ​ນາຍ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເອ​ຊາ​ຢາ​ໄດ້​ກ່າວ​ວ່າ, “ພຣະ​ອົງ​ຈະ​ທຳ​ລາຍ​ຄວາມ​ຕາຍ​ຕະ​ຫລອດ​ໄປ; [ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ] ຈະ​ເຊັດ​ນ້ຳ​ຕາ​ໃຫ້​ໝົດ​ທຸກ​ຄົນ.”

ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ນ້ຳ​ຕາ​ຂອງ​ນາງ​ມາ​ຣີ​ຖືກ​ເຊັດ​ອອກ. ແນ່​ນອນ ພຣະ​ອົງ​ຈະ​ເຊັດ​ນ້ຳ​ຕາ​ຂອງ​ທ່ານ​ເຊັ່ນ​ກັນ.

ນາງ​ມາ​ຣີ​ໄດ້​ເປັນ​ພະ​ຍານ​ຄົນ​ທຳ​ອິດ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ຟື້ນ​ຄືນ​ພຣະ​ຊົນ. ແລະ ນາງ​ໄດ້​ເປັນ​ຄົນ​ທຳ​ອິດ​ທີ່​ເປັນ​ພະ​ຍານ​ກັບ​ຄົນ​ອື່ນ​ໃນ​ສິ່ງ​ທີ່​ນາງ​ໄດ້​ເຫັນ.

ຂ້າ​ພະ​ເຈົ້າ​ຂໍ​ເພີ່ມ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ໃສ່​ກັບ​ຂອງ​ນາງ​ມາ​ຣີ​ດ້ວຍ​ຄວາມ​ຖ່ອມ​ຕົວ. ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ. ພຣະ​ເຢ​ຊູ​ຄຣິດ​ຊົງ​ພຣະ​ຊົນ​ຢູ່. ໃນ​ທີ່​ສຸດ ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ປິ່ນ​ປົວ, ທາງ​ຮ່າງ​ກາຍ ແລະ ທາງ​ຈິດ​ໃຈ, ໃນ​ພຣະ​ອົງ. ແລະ ໃນ​ຂະ​ນະ​ທີ່​ລໍ​ຖ້າ​ການ​ປິ່ນ​ປົວ​ນັ້ນ, ສັດ​ທາ​ໃນ​ພຣະ​ອາ​ຈານ​ຜູ້​ປິ່ນ​ປົວ​ຈະ​ເຮັດ​ໃຫ້​ເຮົາ​ບໍ​ລິ​ບູນ​ທາງ​ວິນ​ຍານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ລູ​ກາ 17:11–19. ຄຳ​ວ່າ “ເຮັດ​ໃຫ້​ບໍ​ລິ​ບູນ” ໄດ້​ຖືກ​ແປ​ຈາກ​ຄຳ​ໜຶ່ງ​ໃນ​ພາ​ສາ​ກຣີກ ທີ່​ໝາຍ​ຄວາມ​ວ່າ ການ​ຊ່ວຍ​ໃຫ້​ລອດ, ການ​ຊ່ວຍ​ກູ້, ການ​ປົດ​ປ່ອຍ, ຫລື ການ​ປິ່ນ​ປົວ. ນັ້ນ​ເບິ່ງ​ຄື​ວ່າ ເນັ້ນ​ເຖິງ​ຄວາມ​ຈິງ​ທີ່​ສຳ​ຄັນ​ທີ່​ວ່າ ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປິ່ນ​ປົວ​ເຮົາ​ທາງ​ຮ່າງ​ກາຍ ແລະ ພຣະ​ອົງ​ກໍ​ສາ​ມາດ​​ປົດ​ປ່ອຍ, ຊ່ວຍ​ກູ້, ຊ່ວຍ​ໃຫ້​ລອດ, ແລະ ປິ່ນ​ປົວ​ເຮົາ​ໃນ​ວິ​ທີ​ອື່ນໆ​ນຳ​ອີກ.

  2. ເບິ່ງ ແອວ​ມາ 40:23: “ຈິດ​ວິນ​ຍານ​ຈະ​ກັບ​ຄືນ​ເຂົ້າ​ຫາ​ຮ່າງ​ກາຍ, ແລະ ຮ່າງ​ກາຍ​ເຂົ້າ​ຫາ​ຈິດ​ວິນ​ຍານ; ແທ້​ຈິງ​ແລ້ວ, ທຸກ​ແຂນ​ຂາ ແລະ ຂໍ້​ຕໍ່​ຈະ​ກັບ​ຄືນ​ເຂົ້າ​ຫາ​ຮ່າງ​ກາຍ​ຂອງ​ມັນ; ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ຜົມ​ເສັ້ນ​ໜຶ່ງ​ໃນ​ຫົວ​ກໍ​ຈະ​ບໍ່​ເສຍ​ໄປ; ແຕ່​ທຸກ​ຢ່າງ​ຈະ​ຖືກ​ນຳ​ກັບ​ຄືນ​ຫາ​ໂຄງ​ຮ່າງ​ອັນ​ຖືກ​ຕ້ອງ ແລະ ບໍ​ລິ​ບູນ​ຂອງ​ມັນ.” ເບິ່ງ Russell M. Nelson, “Jesus Christ—the Master Healer,” Liahona, Nov. 2005, 87: “The gift of resurrection is the Lord’s consummate act of healing” ນຳ​ອີກ.

  3. ເບິ່ງ ໂມ​ໂຣ​ໄນ 7:40–42.

  4. ເອ​ໂນດ 1:8.

  5. ເອ​ໂນດ 1:7.

  6. ເອ​ໂນດ 1:8.

  7. ເບິ່ງ ມັດ​ທາຍ 25:1–13.

  8. ໂງ່ ເພາະ​ພວກ​ເຂົາ​ບໍ່​ໄດ້​ຄິດ​ວ່າ ການ​ມີ​ນ້ຳ​ມັນ​ເພີ່ມ​ນັ້ນ ສຳ​ຄັນ ຫລື ຈຳ​ເປັນ.

  9. ການ​ແປ​ຂອງ​ໂຈ​ເຊັບ ສະ​ມິດ, ມັດ​ທາຍ 25:12 (ໃນ ມັດ​ທາຍ 25:12, ໝາຍ​ເຫດ​ຢູ່​ທາງ​ລຸ່ມ​ໜ້າ​ປຶ້ມ ).

  10. ໃນ​ເລື່ອງ​ຄຳ​ອຸ​ປະ​ມາ​ກ່ຽວ​ກັບ​ຍິງ​ສາວ​ບໍ​ລິ​ສຸດ​ສິບ​ຄົນ, ແອວ​ເດີ ​ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ວ່າ:

    “ກະ​ລຸ​ນາ​ຄິດ​ເຖິງ​ໂຄມ​ໄຟ​ທີ່​ຍິງ​ສາວ​ບໍ​ລິ​ສຸດ​ໃຊ້ ​ວ່າ​ເປັນ​ໂຄມ​ໄຟ​ແຫ່ງ​ປະ​ຈັກ​ພະ​ຍານ. ຍິງ​ສາວ​ບໍ​ລິ​ສຸດ​ທີ່​ໂງ່​ໄດ້​ເອົາ​ໂຄມ​ໄຟ​ແຫ່ງ​ປະ​ຈັກ​ພະ​ຍານ​ຂອງ​ຕົນ​ໄປ​ນຳ ແຕ່​ບໍ່​ໄດ້​ເອົາ​ນ້ຳ​ມັນ​ໄປ​ເພື່ອ. ໃຫ້​ພິ​ຈາ​ລະ​ນາ​ນ້ຳ​ມັນ​ວ່າ​ເປັນ​ນ້ຳ​ມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ. …

    “ຍິງ​ສາວ​ບໍ​ລິ​ສຸດ​ຫ້າ​ຄົນ​ທີ່​ສະ​ຫລາດ​ເປັນ​ຄົນ​ເຫັນ​ແກ່​ຕົວ​ບໍ, ຫລື ພວກ​ເຂົາ​ຊີ້​ບອກ​ຢ່າງ​ຖືກ​ຕ້ອງ​ວ່າ ນ້ຳ​ມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ບໍ່​ສາ​ມາດ​ຢືມ​ໄດ້? ຄວາມ​ເຂັ້ມ​ແຂງ​ທາງ​ວິນ​ຍານ​ທີ່​ເປັນ​ຜົນ​ມາ​ຈາກ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຢ່າງ​ສະ​ໝ່ຳ​ສະ​ເໝີ ສາ​ມາດ​ຖືກ​ມອບ​ໃຫ້​ຄົນ​ອື່ນ​ໄດ້​ບໍ? ຄວາມ​ຮູ້​ທີ່​ໄດ້​ຮັບ​ຜ່ານ​ທາງ​ການ​ສຶກ​ສາ​ຢ່າງ​ພາກ​ພຽນ ແລະ ການ​ໄຕ່​ຕອງ​ພຣະ​ຄຳ​ພີ ສາ​ມາດ​ຖືກ​ສົ່ງ​ໄປ​ໃຫ້​ຜູ້​ທີ່​ຂັດ​ສົນ​ໄດ້​ບໍ? ຄວາມ​ສະ​ຫງົບ​ທີ່​ພຣະ​ກິດ​ຕິ​ຄຸນ​ນຳ​ມາ​ໃຫ້​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ທີ່​ຊື່​ສັດ ສາ​ມາດ​ຖືກ​ສົ່ງ​ໄປ​ໃຫ້​ຄົນ​ທີ່​ປະ​ສົບ​ກັບ​ຄວາມ​ຍາກ​ລຳ​ບາກ ຫລື ມີ​ຄວາມ​ທ້າ​ທາຍ​ອັນ​ໃຫຍ່​ຫລວງ​ໄດ້​ບໍ? ຄຳ​ຕອບ​ທີ່​ແຈ່ມ​ແຈ້ງ​ຕໍ່​ແຕ່​ລະ​ຄຳ​ຖາມ​ເຫລົ່າ​ນີ້​ແມ່ນ ບໍ່​ໄດ້.”

    ເພິ່ນ​ໄດ້​ອະ​ທິ​ບາຍ​ຕໍ່​ໄປ​ວ່າ ເຮົາ​ມີ “ໜ້າ​ທີ່​ຮັບ​ຜິດ​ຊອບ​ສ່ວນ​ຕົວ​ທີ່​ຈະ​ຮັກ​ສາ​ໂຄມ​ໄຟ​ແຫ່ງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ໃຫ້​ລຸກ​ຢູ່ ແລະ ມີ​ນ້ຳ​ມັນ​ແຫ່ງ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຢ່າງ​ພຽງ​ພໍ. ນ້ຳ​ມັນ​ອັນ​ລ້ຳ​ຄ່າ​ນີ້​ຈະ​ໄດ້​ມາ​ເທື່ອ​ລະ​ໜ້ອຍ—‘ເທື່ອ​ລະ​ບັນ​ທັດ [ແລະ] ເປັນ​ຂໍ້​ເລັກ​ໜ້ອຍ’ (2 ນີ​ໄຟ 28:30), ດ້ວຍ​ຄວາມ​ອົດ​ທົນ ແລະ ບໍ່​ລົດ​ລະ. ບໍ່​ມີ​ທາງ​ລັດ, ບໍ່​ມີ​ການ​ກຽມ​ຢ່າງ​ຮີບ​ຮ້ອນ​ໃນ​ນາ​ທີ​ສຸດ​ທ້າຍ” (“Converted unto the Lord,” Liahona, Nov. 2012, 109).

  11. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 33:17. ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ແນະ​ນຳ​ວ່າ, “ບັດ​ນີ້​ເປັນ​ເວ​ລາ​ສຳ​ລັບ​ທ່ານ ແລະ ສຳ​ລັບ​ຂ້າ​ພະ​ເຈົ້າ ທີ່​ຈະ​ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ. ບັດ​ນີ້​ເປັນ​ເວ​ລາ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ການ​ເປັນ​ສາ​ນຸ​ສິດ​ຂອງ​ເຮົາ​ມີ​ຄວາມ​ສຳ​ຄັນ​ອັນ​ດັບ​ສູງ​ສຸດ” (“The Lord Jesus Christ Will Come Again,” Liahona, Nov. 2024, 121).

  12. ຊ່າງ​ແກະ​ສະ​ຫລັກ​ຮູບ Five Wise Virgins [ຍິງ​ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ຫ້າ​ຄົນ] ຄື​ສິ​ລະ​ປິນ​ຊື່ ເບັນ ແຮມ​ມັນ, ຊຶ່ງ​ໄດ້​ພັນ​ລະ​ນາ​ຍິງ​ສາວ​ບໍ​ລິ​ສຸດ​ທີ່​ສະ​ຫລາດ​ຫ້າ​ຄົນ ວ່າ​ເປັນ​ຜູ້​ຍິງ​ໃນ​ທຸກ​ໄວ ແລະ ທຸກ​ເຊື້ອ​ຊາດ​ທີ່​ແຕກ​ຕ່າງ, ຊຶ່ງ​ເປັນ​ຕົວ​ແທນ​ຂອງ​ຄວາມ​ຫລາກ​ຫລາຍ​ຂອງ​ຜູ້​ຍິງ ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  13. ເມື່ອ​ເຮົາ​ຮັບ​ສ່ວນ​ສິນ​ລະ​ລຶກ, ເຮົາ​ຕໍ່​ພັນ​ທະ​ສັນ​ຍາ​ທັງ​ໝົດ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຮັດ​ພັນ​ທະ​ສັນ​ຍາ​ໃໝ່ ເມື່ອ​ເຮົາ​ເຕັມ​ໃຈ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ ແລະ ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ການ​ມີ​ສ່ວນ​ຮ່ວມ​ທີ່​ມີ​ຄ່າ​ຄວນ​ໃນ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ ແລະ ການ​ເຮັດ ແລະ ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ເຮັດ​ໃຫ້​ເຮົາ​ບໍ​ລິ​ບູນ. ຫລັກ​ທຳ​ຂໍ້​ນີ້​ສະ​ແດງ​ອອກ​ຢ່າງ​ສວຍ​ງາມ​ໃນ​ເພງ​ສວດ​ສິນ​ລະ​ລຶກ ຊື່​ວ່າ “Bread of Life, Living Water”:

    ເຂົ້າ​ຈີ່​ຊີ​ວິດ, ນ້ຳ​ແຫ່ງ​ຊີ​ວິດ,

    ລ້ຽງ​ດວງ​ຈິດ, ເຕີມ​ຫົວ​ໃຈ.

    ຂໍ​ພຣະ​ອົງ​ໃຫ້​ຊີ​ວິດ​ໃໝ່

    ເຮັດ​ໃຫ້​ຂ້າ ເຕັມ—ສົມ​ບູນ​ບໍ​ລິ​ສຸດ—

    ຜູກ​ພັນ​ພຣະ​ອົງ​ຊົ່ວ​ນິ​ລັນ.

    (Hymns—For Home and Church, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ເນັ້ນ​ຄຳ​ເນີ້ງ).

  14. ມັດ​ທາຍ 5:14.

  15. 3 ນີ​ໄຟ 12:14–16.

  16. ໃນ​ເນື້ອ​ເພງ​ສວດ:

    ແສງ​ນ້ອຍໆ​ຂອງ​ຂ້ອຍ, ຂ້ອຍ​ຈະ​ໃຫ້​ມັນ​ສ່ອງ​ແສງ. …

    ໃນ​ບ່ອນ​ທີ່​ຂ້ອຍ​ໄປ, ຂ້ອຍ​ຈະ​ໃຫ້​ມັນ​ສ່ອງ​ແສງ. …

    ພຣະ​ເຢ​ຊູ​ມອບ​ມັນ​ໃຫ້​ຂ້ອຍ; ຂ້ອຍ​ຈະ​ໃຫ້​ມັນ​ສ່ອງ​ແສງ.

    ໃຫ້​ມັນ​ສ່ອງ​ແສງ, ໃຫ້​ມັນ​ສ່ອງ​ແສງ, ໃຫ້​ມັນ​ສ່ອງ​ແສງ.

    (“This Little Light of Mine,” Hymns—For Home and Church, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.)

  17. 2 ໂກ​ຣິນ​ໂທ 12:7.

  18. ເບິ່ງ 2 ໂກ​ຣິນ​ໂທ 12:8.

  19. 2 ໂກ​ຣິນ​ໂທ 12:9.

  20. 2 ໂກ​ຣິນ​ໂທ 12:9–10.

  21. ຟີ​ລິບ​ປອຍ 4:4; ເບິ່ງ 2 ໂກ​ຣິນ​ໂທ 1:3–4 ນຳ​ອີກ: “ຈົ່ງ​ໃຫ້​ເຮົາ​ຍ້ອງ​ຍໍ​ສັນ​ລະ​ເສີນ​ພຣະ​ເຈົ້າ, ພຣະ​ບິ​ດາ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ພວກ​ເຮົາ, ພຣະ​ບິ​ດາ​ອົງ​ຊົງ​ເມດ​ຕາ ຄື​ພຣະ​ເຈົ້າ​ອົງ​ທີ່​ໃຫ້​ຄວາມ​ເລົ້າ​ໂລມ​ໃຈ​ທຸກ​ຢ່າງ, ຊຶ່ງ​ພວກ​ເຮົາ​ໄດ້​ຮັບ​ນັ້ນ​ກໍ​ເພື່ອ​ວ່າ ພວກ​ເຮົາ​ຈະ​ສາ​ມາດ​ເລົ້າ​ໂລມ​ໃຈ​ຄົນ​ອື່ນ​ທີ່​ໄດ້​ຮັບ​ຄວາມ​ທຸກ​ລຳ​ບາກ​ທຸກ​ຢ່າງ​ໄດ້, ໂດຍ​ຄວາມ​ເລົ້າ​ໂລມ​ໃຈ​ຢ່າງ​ດຽວ​ກັນ ຊຶ່ງ​ພວກ​ເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະ​ເຈົ້າ.”

  22. ເບິ່ງ David A. Bednar, “Put On Thy Strength, O Zion,” Liahona, Nov. 2022, 94.

  23. ມັດ​ທາຍ 22:14; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:34–35 ນຳ​ອີກ.

  24. ເບິ່ງ ລູ​ກາ 8:2–3.

  25. ເບິ່ງ ໂຢ​ຮັນ 19:25.

  26. ໂຢ​ຮັນ 20:15; ເບິ່ງ ຂໍ້​ທີ 13 ນຳ​ອີກ.

  27. ໂຢ​ຮັນ 20:13.

  28. ໂຢ​ຮັນ 20:16.

  29. ເອ​ຊາ​ຢາ 25:8.