ຈິງຕໍ່ສັດທາທີ່ພໍ່ແມ່ຂອງເຮົາເຝົ້າຖະໜອມ
ກະລຸນາຮຽນຮູ້ ແລະ ຮັບເອົາຄວາມເຂັ້ມແຂງຈາກສັດທາ ແລະ ປະຈັກພະຍານຂອງຜູ້ທີ່ມາກ່ອນທ່ານ.
ຂະນະທີ່ຂ້າພະເຈົ້າກຳລັງຢ້ຽມຊົມພຣະວິຫານ ແນສະວຽວ ເທັນນິຊີ ເພື່ອສຳຫລວດຄືນພຣະວິຫານ, ຂ້າພະເຈົ້າໄດ້ຮັບສິດທິພິເສດທີ່ຈະຍ່າງຜ່ານເຂົ້າໄປຂ້າງໃນຊຶ່ງເປັນພາກສ່ວນໜຶ່ງຂອງການມອບໝາຍນີ້, ຄືການສຳຫລວດບ້ານອັນສວຍງາມຂອງພຣະຜູ້ເປັນເຈົ້າຫລັງນີ້. ຂ້າພະເຈົ້າຮູ້ສຶກປະທັບໃຈເປັນພິເສດກັບຮູບແຕ້ມຂອງ ແມຣີ ວານລັດສ໌ ທີ່ມີຊື່ວ່າ Carry On [ກ້າວຕໍ່ໄປ] ທີ່ແຂວນຢູ່ຝາຫ້ອງການຂອງພັນລະຍາປະທານພຣະວິຫານ.
ນີ້ຄືເລື່ອງລາວເບື້ອງຫລັງຂອງຮູບແຕ້ມນັ້ນ:
“ໃນລັດມີເຊີຣີ ໃນປີ 1862, ນາງແມຣີ ວານລັດສ໌ ອາຍຸ 14 ປີ ໄດ້ສັນຍາກັບແມ່ລ້ຽງ ທີ່ກຳລັງຈະເສຍຊີວິດຂອງນາງ ວ່ານາງຈະເຮັດໃຫ້ແນ່ໃຈວ່າ ພໍ່ທີ່ພິການ [ແລະ ນ້ອງນ້ອຍໆຂອງນາງທັງສີ່ຄົນຈະເດີນທາງ] ໄປເຖິງຮ່ອມພູຂອງເມືອງເຊົາເລັກໃຫ້ໄດ້ສຳເລັດ. ແມຣີໄດ້ຂັບກວຽນ ແລະ ຮີດນົມງົວທີ່ລາກກວຽນ, ຜູ້ຊຶ່ງພໍ່ຂອງນາງ [ກຳລັງນອນປ່ວຍຢູ່], ແລະ ນາງກໍໄດ້ເບິ່ງແຍງດູແລນ້ອງໆ … ຂອງນາງດ້ວຍ. ຫລັງຈາກການເດີນທາງໃນແຕ່ລະວັນ, ນາງໄດ້ລ້ຽງດູຄອບຄົວດ້ວຍການຫາພືດພັນ, ດອກໄມ້, ແລະ ໝາກແບຣີຕ່າງໆທີ່ກິນໄດ້. ເຂັມທິດພຽງຢ່າງດຽວຂອງນາງແມ່ນຄຳແນະນຳທີ່ນາງໄດ້ຮັບໃຫ້ສືບຕໍ່ເດີນທາງໄປຍັງທິດຕາເວັນຕົກ ‘ຈົນກວ່າກ້ອນເມກຈະກາຍເປັນພູເຂົາ.’
ເຂົາເຈົ້າໄດ້ມາຮອດຮ່ອມພູຢູທາໃນເດືອນກັນຍາ, ໂດຍທີ່ເດີນທາງມາຕະຫລອດໃນລະດູໃບໄມ້ປົ່ງ ແລະ ລະດູຮ້ອນ. ພໍ່ຂອງນາງໄດ້ເສຍຊີວິດໄປບໍ່ດົນຫລັງຈາກທີ່ຄອບຄົວໄດ້ຕັ້ງຖິ່ນຖານຢູ່ໃນເຂດຢູທາ, ບ່ອນທີ່ນາງແມຣີໄດ້ແຕ່ງງານ ແລະ ສ້າງຄອບຄົວຂອງນາງ [ເອງ] ຢູ່ທີ່ນັ້ນ.”
ນີ້ແມ່ນເລື່ອງລາວທີ່ໜ້າອັດສະຈັນກ່ຽວກັບສັດທາ ແລະ ຄວາມເຂັ້ມແຂງຂອງຍິງສາວອາຍຸ 14 ປີທີ່ສາມາດຊ່ວຍເຫລືອເຮົາແຕ່ລະຄົນໃນວັນນີ້ “ໃຫ້ກ້າວຕໍ່ໄປ.”
“ໃຫ້ກ້າວຕໍ່ໄປ,”—ຫລື ແປເປັນພາສາໂຮນລັງທີ່ເປັນພາສາພື້ນເມືອງຂອງຂ້າພະເຈົ້າມີຄວາມໝາຍວ່າ, Gewoon doorgaan—ຊຶ່ງກໍຍັງເປັນຄຳຂວັນທີ່ມີມາຍາວນານໃນຊີວິດຂອງພໍ່ ແລະ ແມ່ຂອງຂ້າພະເຈົ້າ.
ພໍ່ແມ່ ແລະ ພໍ່ເຖົ້າແມ່ເຖົ້າຂອງຂ້າພະເຈົ້າຄືຜູ້ບຸກເບີກໃນຄອບຄົວຂອງພວກເຮົາ. ພວກເພິ່ນກໍຕ້ອງຂ້າມຜ່ານ “ທົ່ງພຽງ,” ຂອງພວກເພິ່ນເອງ ເຊັ່ນດຽວກັນກັບເຮົາທຸກຄົນຜູ້ທີ່ກຳລັງເຂົ້າມາສູ່ສາດສະໜາຈັກ, ມາຫາຝູງຂອງພຣະຜູ້ເປັນເຈົ້າ, ໃນທຸກໆວັນ. ເລື່ອງລາວຂອງພວກເພິ່ນບໍ່ມີຫຍັງກ່ຽວກັບງົວເຖິກ ແລະ ກວຽນເລີຍ ແຕ່ມີຜົນກະທົບຄືກັນຕໍ່ລຸ້ນຄົນໃນອະນາຄົດ.
ພວກເພິ່ນໄດ້ຮັບເອົາພຣະກິດຕິຄຸນ ແລະ ໄດ້ຮັບບັບຕິສະມາໃນໄວຜູ້ໃຫຍ່ໜຸ່ມຂອງພວກເພິ່ນ. ພໍ່ ແລະ ແມ່ທັງສອງຂອງຂ້າພະເຈົ້າມີຊີວິດໄວເດັກທີ່ຍາກລຳບາກ. ພໍ່ຂອງຂ້າພະເຈົ້າເຕີບໃຫຍ່ຢູ່ເທິງເກາະ ຈາວາ ໃນປະເທດອິນໂດເນເຊຍ. ໃນລະຫວ່າງສົງຄາມໂລກຄັ້ງທີສອງ, ເພິ່ນໄດ້ຖືກບັງຄັບຢ່າງຮຸນແຮງໃຫ້ພັດພາກຈາກຄອບຄົວຂອງເພິ່ນ ແລະ ໄດ້ຖືກກັກຂັງໃນສູນກັກກັນ, ບ່ອນທີ່ເພິ່ນຕ້ອງປະສົບກັບຄວາມທຸກຍາກລຳບາກທີ່ບໍ່ອາດຈະພັນລະນາໄດ້ຕັ້ງແຕ່ເພິ່ນອາຍຸຍັງນ້ອຍ.
ແມ່ຂອງຂ້າພະເຈົ້າໄດ້ເຕີບໃຫຍ່ມາໃນຄອບຄົວທີ່ແຕກແຍກ ແລະ ຍັງໄດ້ທົນທຸກກັບຄວາມຫິວໂຫຍ ແລະ ຄວາມທຸກຍາກລຳບາກຂອງສົງຄາມໂລກຄັ້ງທີສອງນຳອີກ. ບາງຄັ້ງເພິ່ນກໍຕ້ອງໄດ້ກິນດອກທິວລິບອີກຊ້ຳ. ເນື່ອງຈາກການກະທຳຂອງພໍ່ເພິ່ນ ແລະ ການຢ່າຮ້າງຈາກແມ່ຂອງເພິ່ນໃນເວລາຕໍ່ມາ, ບາງຄັ້ງມັນຈຶ່ງເປັນເລື່ອງຍາກສຳລັບເພິ່ນທີ່ຈະເຫັນພຣະບິດາເທິງສະຫວັນເປັນພຣະບິດາທີ່ຊົງຮັກ.
ພໍ່ ແລະ ແມ່ຂອງຂ້າພະເຈົ້າໄດ້ພົບກັນໃນກິດຈະກຳຂອງສາດສະໜາຈັກ ແລະ ບໍ່ດົນຫລັງຈາກນັ້ນ ກໍໄດ້ຕັດສິນໃຈແຕ່ງງານກັນ ແລະ ໄດ້ຜະນຶກໃນພຣະວິຫານ ເບີນ ສະວິດເຊີແລນ. ຂະນະທີ່ກຳລັງລໍຖ້າຢູ່ທີ່ສະຖານີລົດໄຟ, ໂດຍທີ່ໄດ້ໃຊ້ຈ່າຍເງິນເກັບກ້ອນສຸດທ້າຍທີ່ມີຢູ່ໜ້ອຍດຽວຂອງພວກເພິ່ນເພື່ອການເດີນທາງໄປພຣະວິຫານ, ພວກເພິ່ນກໍສົງໄສວ່າ ພວກເພິ່ນຈະຫາລ້ຽງຊີບຕໍ່ໄປໄດ້ແນວໃດ ແຕ່ກໍຍັງໝັ້ນໃຈວ່າທຸກຢ່າງຈະອອກມາດີ. ແລະ ກໍເປັນດັ່ງນັ້ນ!
ພວກເພິ່ນເລີ່ມສ້າງຄອບຄົວຂອງພວກເພິ່ນຈາກອາພາດເມັນຫ້ອງໃຕ້ຫລັງຄາດຽວທີ່ຕໍ່າຕ້ອຍ ຢູ່ໃນໃຈກາງເມືອງອາມສະເຕີດາມ. ຫລັງຈາກຊັກເສື້ອຜ້າຂອງພວກເພິ່ນດ້ວຍມືເປັນເວລາຫລາຍປີ, ໃນທີ່ສຸດພວກເພິ່ນກໍເກັບເງິນທ້ອນພຽງພໍທີ່ຈະຊື້ຈັກຊັກຜ້າ. ແຕ່ກ່ອນທີ່ພວກເພິ່ນຈະໄປຊື້ນັ້ນ, ອະທິການກໍໄດ້ມາຢ້ຽມຢາມພວກເພິ່ນ, ເພື່ອຂໍການບໍລິຈາກເງິນເພື່ອສ້າງອາຄານປະຊຸມໃນອາມສະເຕີດາມ. ພວກເພິ່ນກໍໄດ້ຕັດສິນໃຈມອບເງິນທັງໝົດທີ່ພວກເພິ່ນໄດ້ທ້ອນໄວ້ເພື່ອຊື້ຈັກຊັກຜ້າ ແລະ ໄດ້ຊັກເສື້ອຜ້າດ້ວຍມືຕໍ່ໄປ.
ໃນຖານະຄອບຄົວ ພວກເຮົາກໍໄດ້ຜ່ານຜ່າຄວາມຍາກລຳບາກ, ເຊັ່ນດຽວກັນກັບຄອບຄົວອື່ນໆ. ສິ່ງເຫລົ່ານີ້ມີແຕ່ເຮັດໃຫ້ເຮົາເຂັ້ມແຂງຂຶ້ນ ແລະ ເຮັດໃຫ້ສັດທາຂອງເຮົາໃນພຣະເຢຊູຄຣິດເລິກເຊິ່ງຫລາຍຍິ່ງຂຶ້ນ, ຄືກັນກັບຕອນທີ່ແອວມາໄດ້ແບ່ງປັນເລື່ອງລາວຂອງເພິ່ນກັບລູກຊາຍຂອງເພິ່ນ ຮີລາມັນ, ຊຶ່ງເພິ່ນໄດ້ບອກກັບລາວວ່າ ເພິ່ນໄດ້ຮັບການອູ້ມຊູຊ່ວຍເຫລືອໃນຍາມແຫ່ງການທົດລອງ ແລະ ຄວາມຍາກລຳບາກທຸກປະການ ເພາະພວກເພິ່ນໄວ້ວາງໃຈໃນອົງພຣະເຢຊູຄຣິດເຈົ້າ.
ຄົນສອງຄົນທີ່ໄດ້ປະສົບກັບການທົດລອງຢ່າງຫລວງຫລາຍໃນຊ່ວງໄວໜຸ່ມຂອງພວກເພິ່ນ ໄດ້ກາຍມາເປັນພໍ່ແມ່ທີ່ດີທີ່ສຸດເທົ່າທີ່ຂ້າພະເຈົ້າປາດຖະໜາໄດ້ແນວໃດ? ຄຳຕອບນັ້ນລຽບງ່າຍ: ພວກເພິ່ນໄດ້ນ້ອມຮັບເອົາພຣະກິດຕິຄຸນຢ່າງເຕັມທີ່ ແລະ ດຳລົງຊີວິດຕາມພັນທະສັນຍາຂອງຕົນມາຈົນເຖິງທຸກມື້ນີ້!
ຫລັງຈາກທີ່ໄດ້ແຕ່ງງານກັນມາເປັນເວລາຫລາຍກວ່າ 65 ປີ, ແມ່ຂອງຂ້າພະເຈົ້າ, ຜູ້ທີ່ປ່ວຍເປັນໂຣກປະສາດເສື່ອມ, ໄດ້ເສຍຊີວິດໄປໃນເດືອນກຸມພາ. ພໍ່ຂອງຂ້າພະເຈົ້າ, ທີ່ມີອາຍຸໄດ້ 92 ປີ ແລະ ຍັງອາໃສຢູ່ທີ່ບ້ານ, ໄດ້ໄປຢ້ຽມຢາມລາວຢູ່ເລື້ອຍໆເທົ່າທີ່ເພິ່ນຈະເຮັດໄດ້ຈົນຮອດວັນທີ່ລາວໄດ້ເສຍຊີວິດໄປ. ກ່ອນໜ້ານີ້ ເພິ່ນໄດ້ເລົ່າໃຫ້ນ້ອງໆຂອງຂ້າພະເຈົ້າຟັງວ່າ ປະສົບການອັນໜ້າຢ້ານກົວທີ່ຄ້າຍໃນອິນໂດເນເຊຍໃນຊ່ວງສົງຄາມໂລກຄັ້ງທີສອງໄດ້ກຽມເພິ່ນໃຫ້ພ້ອມທີ່ຈະດູແລພັນລະຍາຂອງເພິ່ນດ້ວຍຄວາມອົດທົນເປັນເວລາຫລາຍປີ ໃນຂະນະທີ່ພັນລະຍາຂອງເພິ່ນເຈັບປ່ວຍ ແລະ ຊຸດໂຊມລົງເລື້ອຍໆຈາກໂຣກທີ່ຮ້າຍແຮງນີ້ ແລະ ໃນວັນແຫ່ງຊະຕາກຳນັ້ນ ເພິ່ນຕ້ອງໄດ້ຝາກການເບິ່ງແຍງຮັກສາພັນລະຍາຂອງເພິ່ນໄວ້ກັບຄົນອື່ນເປັນຫລັກ ແລະ ບໍ່ສາມາດທີ່ຈະຢູ່ຄຽງຂ້າງພັນລະຍາຂອງເພິ່ນໄດ້ອີກຕໍ່ໄປ. ຄະຕິປະຈຳໃຈຂອງພວກເພິ່ນກໍຄື ແລະ ຍັງຄົງເປັນ “ໃຫ້ກ້າວຕໍ່ໄປ,” ໂດຍທີ່ມີຄວາມຫວັງອັນບໍລິບູນໃນພຣະຄຣິດ ເພື່ອຈະຖືກຍົກຂຶ້ນໃນວັນສຸດທ້າຍ ແລະ ຈະໄດ້ຢູ່ກັບພຣະອົງໃນລັດສະໝີພາບຕະຫລອດໄປ.
ສັດທາ ແລະ ປະຈັກພະຍານຂອງພວກເພິ່ນເປັນແຮງຜັກດັນໃຫ້ແກ່ຄົນລຸ້ນຫລັງຕໍ່ໆມາ.
ໃນໝູ່ບ້ານທີ່ພັນລະຍາຂອງຂ້າພະເຈົ້າເຕີບໃຫຍ່ຂຶ້ນມາ, ພໍ່ແມ່ຂອງນາງ, ຜູ້ຮັກໃນການໄປໂບດ, ໄດ້ຮັບເອົາພຣະກິດຕິຄຸນ ໃນຖານະທີ່ເປັນຄູ່ສາມີພັນລະຍາໜຸ່ມ ພ້ອມກັບພັນລະຍາຂອງຂ້າພະເຈົ້າທີ່ເປັນລູກສາວພຽງຄົນດຽວໃນເວລານັ້ນທີ່ມີອາຍຸຫາກໍໄດ້ສອງປີຂອງພວກເພິ່ນ. ການຕັດສິນໃຈຂອງພວກເພິ່ນທີ່ຈະມາເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໄດ້ສົ່ງຜົນກະທົບອັນໃຫຍ່ຫລວງຕໍ່ຊີວິດຂອງພວກເພິ່ນ ເພາະພວກເພິ່ນໄດ້ຖືກຊາວບ້ານ ແລະ ຄອບຄົວຂອງພວກເພິ່ນລັງກຽດ. ມັນໄດ້ໃຊ້ເວລາຫລາຍປີ, ຫລາຍຂໍ້ຄວາມທີ່ເຕັມໄປດ້ວຍຄວາມຮັກໃຫ້ກັບສະມາຊິກໃນຄອບຄົວ, ແລະ ການຮັບໃຊ້ຊຸມຊົນກ່ອນທີ່ພວກເພິ່ນຈະຖືກຍອມຮັບໃນທີ່ສຸດ.
ໃນຄັ້ງໜຶ່ງ ຕອນທີ່ພໍ່ຂອງພັນລະຍາຂ້າພະເຈົ້າກຳລັງຮັບໃຊ້ເປັນອະທິການ, ເພິ່ນໄດ້ຖືກກ່າວໂທດຢ່າງບໍ່ແມ່ນຄວາມຈິງ ແລະ ໄດ້ຖືກປົດອອກຈາກການເອີ້ນໃນທັນທີ. ແມ່ຂອງພັນລະຍາຂ້າພະເຈົ້າຮູ້ສຶກເຈັບປວດໃຈຫລາຍ ເພິ່ນຈຶ່ງຖາມສາມີຂອງເພິ່ນວ່າ ພວກເພິ່ນຄວນຈະໄປໂບດຕໍ່ໄປຫລືບໍ່. ເພິ່ນໄດ້ຕອບວ່າ ແນ່ນອນພວກເພິ່ນຈະສືບຕໍ່ໄປໂບດ ເພາະນີ້ບໍ່ແມ່ນໂບດຂອງມະນຸດ, ແຕ່ແມ່ນສາດສະໜາຈັກຂອງພຣະເຢຊູຄຣິດ.
ມັນໄດ້ໃຊ້ເວລາຊ່ວງໜຶ່ງ ກ່ອນທີ່ຄວາມຈິງຈະປະກົດ ແລະ ໄດ້ມີການກ່າວຄຳຂໍໂທດ. ສິ່ງທີ່ຄວນຈະເປັນຈຸດແຕກຫັກຂອງພວກເພິ່ນ ກັບກາຍເປັນສິ່ງທີ່ເພີ່ມຄວາມເຂັ້ມແຂງ ແລະ ຄວາມເຊື່ອໝັ້ນໃຫ້ກັບພວກເພິ່ນ.
ເປັນຫຍັງພວກເຮົາບາງຄົນຈຶ່ງບໍ່ໃສ່ໃຈເລື່ອງສັດທາ ແລະ ປະຈັກພະຍານຂອງພໍ່ແມ່ຂອງເຮົາ ຜູ້ທີ່ໄດ້ຜ່ານຜ່າຄວາມຍາກລຳບາກທຸກຢ່າງ ແລະ ຍັງໝັ້ນຄົງໃນສັດທາຂອງພວກເພິ່ນ? ເຮົາຄິດວ່າ ພວກເພິ່ນບໍ່ມີຄວາມເຂົ້າໃຈໃນສິ່ງຕ່າງໆຢ່າງແຈ່ມແຈ້ງບໍ? ພວກເພິ່ນບໍ່ເຄີຍຖືກຫລອກ ແລະ ບໍ່ໄດ້ຖືກຫລອກ! ພຽງແຕ່ພວກເພິ່ນໄດ້ມີປະສົບການກັບພຣະວິນຍານຫລາຍເກີນໄປ ແລະ ສາມາດເວົ້າພ້ອມກັບສາດສະດາໂຈເຊັບວ່າ, “ຂ້າພະເຈົ້າຈຶ່ງຮູ້, … ແລະ ຂ້າພະເຈົ້າປະຕິເສດມັນບໍ່ໄດ້.”
ທ່ານບໍ່ມັກເພງກ່ຽວກັບກອງທັບຂອງຮີລາມັນ, ທີ່ພົບເຫັນໄດ້ໃນ Children’s Songbook ບໍ?
ເຖິງແມ່ນວ່າ ອາດຈະບໍ່ແມ່ນໃນກໍລະນີນີ້, ດັ່ງທີ່ແມ່ຂອງຂ້າພະເຈົ້າໄດ້ປະສົບເມື່ອຕອນຍັງເປັນເດັກນ້ອຍກໍຕາມ, ທ່ານກໍຍັງສາມາດກາຍເປັນໜຶ່ງໃນບັນດາ “ພໍ່ແມ່ແສນດີຜູ້ຮັກພຣະຜູ້ເປັນເຈົ້າ” ແລະ ເປັນຕົວຢ່າງອັນຊອບທຳໃຫ້ກັບຄົນອື່ນໆໄດ້.
ເຮົາຮູ້ສຶກໄດ້ບໍວ່າ ນີ້ແມ່ນຄວາມຈິງແທ້ໆ ເມື່ອເຮົາຮ້ອງເພງນີ້? ທ່ານຮູ້ສຶກໄດ້ບໍວ່າ ທ່ານ “ຄືກອງທັບຂອງຮີລາມັນ” ແລະ ວ່າທ່ານ “ຈະເປັນຜູ້ສອນສາດສະໜາຂອງພຣະຜູ້ເປັນເຈົ້າເພື່ອນຳຄວາມຈິງມາສູ່ໂລກາ”? ຂ້າພະເຈົ້າຮູ້ສຶກມັນຫລາຍຄັ້ງຂະນະທີ່ຮ້ອງເພງນີ້ໃນກອງປະຊຸມສຳລັບຄວາມເຂັ້ມແຂງຂອງຊາວໜຸ່ມ ແລະ ໃນການຊຸມນຸມອື່ນໆຂອງຊາວໜຸ່ມ.
ຫລືວ່າເຮົາຮູ້ສຶກແນວໃດ ເມື່ອເຮົາຮ້ອງເພງສວດ “ຈິງຕໍ່ສັດທາ”?
ເຖິງຄົນລຸ້ນໃໝ່ ບໍ່ວ່າທ່ານຈະຢູ່ໃສ ແລະ ຕົກຢູ່ໃນສະຖານະການໃດກໍຕາມ, ຈົ່ງຮຽນຮູ້ ແລະ ຮັບເອົາຄວາມເຂັ້ມແຂງຈາກສັດທາ ແລະ ປະຈັກພະຍານຂອງຜູ້ທີ່ມາກ່ອນທ່ານ. ມັນຈະຊ່ວຍໃຫ້ທ່ານເຂົ້າໃຈວ່າ ເພື່ອທີ່ຈະໄດ້ຮັບ ແລະ ເຕີບໂຕໃນປະຈັກພະຍານ, ຈຳເປັນຕ້ອງມີການເສຍສະລະ ແລະ ວ່າ “ການເສຍສະລະນຳມາຊຶ່ງພອນຈາກສະຫວັນ.”
ເມື່ອຄິດເຖິງການເສຍສະລະທີ່ຈະນຳພອນທີ່ແທ້ຈິງມາສູ່ຊີວິດຂອງທ່ານ, ຈົ່ງພິຈາລະນາ ແລະ ອະທິຖານກ່ຽວກັບການເຊື້ອເຊີນຂອງສາດສະດາຜູ້ເປັນທີ່ຮັກຂອງເຮົາ, ປະທານຣະໂຊ ເອັມ ແນວສັນ, ເມື່ອເພິ່ນໄດ້ຂໍໃຫ້ “ຊາຍໜຸ່ມທີ່ມີຄ່າຄວນ ແລະ ສາມາດ ທຸກຄົນ ກຽມພ້ອມ ແລະ ຮັບໃຊ້ເຜີຍແຜ່. ສຳລັບຊາຍໜຸ່ມໄພ່ພົນຍຸກສຸດທ້າຍ, ການຮັບໃຊ້ເຜີຍແຜ່ເປັນໜ້າທີ່ຮັບຜິດຊອບຂອງຖານະປະໂລຫິດ. …
“ສຳລັບ… ເອື້ອຍນ້ອງຄົນໜຸ່ມ ແລະ ສາມາດ, ການເຜີຍແຜ່ກໍເປັນໂອກາດທີ່ມີພະລັງຄືກັນ, ແຕ່ ເລືອກເຮັດໄດ້.”
ທ່ານອາດຈະໄດ້ຮັບການເອີ້ນໃຫ້ຮັບໃຊ້ເປັນຜູ້ສອນສາດສະໜາທີ່ໃຫ້ບໍລິການ ຫລື ຜູ້ສອນສາດສະໜາທີ່ສິດສອນ. ຜູ້ສອນສາດສະໜາທັງສອງປະເພດ ກໍປະກອບສ່ວນເຂົ້າໃນເປົ້າໝາຍອັນດຽວກັນໃນການນຳເອົາຈິດວິນຍານມາສູ່ພຣະຄຣິດ, ໂດຍແຕ່ລະຄົນກໍມີວິທີການທີ່ມີພະລັງ ແລະ ເປັນເອກະລັກສະເພາະຂອງຕົນເອງ.
ໃນການຮັບໃຊ້ທັງສອງປະເພດ, ທ່ານຈະໄດ້ສະແດງໃຫ້ພຣະຜູ້ເປັນເຈົ້າເຫັນວ່າ ທ່ານຮັກພຣະອົງ ແລະ ປາດຖະໜາທີ່ຈະຮູ້ຈັກພຣະອົງດີຂຶ້ນ. ໃຫ້ຈື່ໄວ້ວ່າ, “ເພາະແມ່ນໃຜຈະຮູ້ຈັກນາຍຜູ້ເຂົາບໍ່ເຄີຍຮັບໃຊ້ ແລະ ຊຶ່ງເປັນຄົນແປກໜ້າສຳລັບເຂົາ, ແລະ ຢູ່ໄກຈາກຄວາມນຶກຄິດ ແລະ ເຈດຕະນາຂອງໃຈເຂົາ?”
ພວກເຮົາທຸກຄົນ, ບໍ່ວ່າເຮົາຈະເປັນຄົນລຸ້ນທຳອິດ ຫລື ລຸ້ນທີຫ້າໃນພຣະກິດຕິຄຸນກໍຕາມ, ຄວນທີ່ຈະຖາມຕົວເຮົາເອງວ່າ, ເຮົາຈະຖ່າຍທອດເລື່ອງລາວຕ່າງໆກ່ຽວກັບສັດທາ, ຄວາມເຂັ້ມແຂງ, ແລະ ຄວາມໝັ້ນຄົງໃນສະຫວັນໃຫ້ກັບລູກຫລານລຸ້ນຄົນຕໍ່ໄປຂອງເຮົາໄດ້ແນວໃດ?
ຂໍໃຫ້ເຮົາທຸກຄົນພະຍາຍາມຕໍ່ໄປເພື່ອທີ່ຈະຮູ້ຈັກພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດໃຫ້ດີຂຶ້ນ ແລະ ເຮັດໃຫ້ພຣະອົງຢູ່ທີ່ໃຈກາງຂອງຊີວິດຂອງເຮົາ. ພຣະອົງຄືຫີນສີລາທີ່ເຮົາຕ້ອງສ້າງຂຶ້ນເທິງນັ້ນ ເພື່ອວ່າເມື່ອເຖິງເວລາທີ່ຍາກລຳບາກ, ເຮົາຈະສາມາດຢືນຢັດໝັ້ນຄົງໄດ້.
ຂໍໃຫ້ເຮົາຈົ່ງ “ຈິງຕໍ່ສັດທາທີ່ພໍ່ແມ່ຂອງເຮົາເຝົ້າຖະໜອມ, ຈິງຕໍ່ຄວາມຈິງທີ່ຜູ້ເສຍສະລະມ້ວຍມະລາຍ, ຍອມເຮັດຕາມພຣະບັນຊາ, ດ້ວຍຈິດວິນຍານ, ຫົວໃຈ, ແລະ ດ້ວຍມື, ເຮົາຈະຢືນຢັດຊື່ສັດຕໍ່ໄປບໍ່ປ່ຽນແປງ.” ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.