ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
“ຫັນ​ກັບ​ມາ​ຫາ​ເຮົາ … ເພື່ອ​ເຮົາ​ຈະ​ໄດ້​ປິ່ນ​ປົວ​ພວກ​ເຈົ້າ”
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2025


11:2

“ຫັນ​ກັບ​ມາ​ຫາ​ເຮົາ … ເພື່ອ​ເຮົາ​ຈະ​ໄດ້​ປິ່ນ​ປົວ​ພວກ​ເຈົ້າ”

ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ສະ​ຫວັນ ເພາະ​ຜູ້​ທີ່​ກັບ​ຄືນ​ມາ. ມັນ​ບໍ່​ຊ້າ​ເກີນ​ໄປ​ສຳ​ລັບ​ທ່ານ​ທີ່​ຈະ​ກັບ​ຄືນ​ມາ.

ຄັ້ງ​ໜຶ່ງ ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ໃນ​ບ້ານ​ທີ່​ອ້ອມ​ຮອບ​ໄປ​ດ້ວຍ​ຕົ້ນ​ໄມ້​ທີ່​ສະ​ຫງ່າ​ງາມ. ຢູ່​ຂ້າງ​ທາງ​ເຂົ້າ ມີ​ຕົ້ນ​ຫລິວ​ທີ່​ງົດ​ງາມ​ຕົ້ນ​ໜຶ່ງ. ຄືນ​ທີ່​ໂສກ​ເສົ້າ​ຄືນ​ໜຶ່ງ ພະ​ຍຸ​ແຮງ​ໄດ້​ພັດ​ມາ, ແລະ ຕົ້ນ​ຫລິວ​ໄດ້​ລົ້ມ​ລົງ. ມັນ​ນອນ​ຢູ່​ເທິງ​ພື້ນ​ພ້ອມ​ກັບ​ຮາກ​ທີ່​ຖືກ​ຖອນ​ອອກ ແລະ ເປັນ​ພາບ​ທີ່​ເສົ້າໃຈ.

ຂ້າ​ພະ​ເຈົ້າ​ກຽມ​ພ້ອມ​ທີ່​ຈະ​ເລັ່ງ​ຈັກ​ເລື່ອຍ ແລະ ຕັດ​ຕົ້ນ​ໄມ້​ນັ້ນ​ເພື່ອ​ເຮັດ​ຟືນ ເມື່ອ​ເພື່ອນ​ບ້ານ​ຂອງ​ພວກ​ເຮົາ​ໄດ້​ແລ່ນ​ອອກ​ມາ​ຢຸດ​ຂ້າ​ພະ​ເຈົ້າ​ໄວ້. ລາວ​ໄດ້​ຮ້າຍ​ຂ້າ​ພະ​ເຈົ້າ​ທີ່​ຍອມ​ແພ້​ກັບ​ຕົ້ນ​ໄມ້​ນັ້ນ ແລະ ລາວ​ໄດ້​ຮ້ອງ​ຂໍ​ພວກ​ເຮົາ​ຢ່າງ​ໜັກ​ແໜ້ນ​ບໍ່​ໃຫ້​ຖິ້ມ​ມັນ. ແລ້ວ​ລາວ​ໄດ້​ຊີ້​ໄປ​ໃສ່​ຮາກ​ໜຶ່ງ​ທີ່​ຍັງ​ຢູ່​ໃນ​ດິນ ແລະ ເວົ້າ​ວ່າ ຖ້າ​ເຮົາ​ຄໍ້າ​ຕົ້ນ​ໄມ້​ໄວ້, ຕັດ​ກິ່ງ​ມັນ​ອອກ, ແລະ ບຳ​ລຸງ​ລ້ຽງ​ມັນ, ຮາກ​ຈະ​ຢັ່ງ​ລົງ​ອີກ​ຄັ້ງ.

ຕົ້ນ​ຫລິວ​ທີ່​ລົ້ມ.
ຮາກ​ໜຶ່ງ​ທີ່​ຍັງ​ເຫລືອ​ຢູ່​ໃນ​ດິນ.

ຂ້າ​ພະ​ເຈົ້າ​ລະ​ແວງ ແລະ ສົງ​ໄສ​ວ່າ ຕົ້ນ​ໄມ້​ຕົ້ນ​ໜຶ່ງ ທີ່​ລົ້ມ​ລົງ​ແລ້ວ ແລະ ຢູ່​ໃນ​ຄວາມ​ເດືອດ​ຮ້ອນ​ຢ່າງ​ເຫັນ​ໄດ້​ຊັດ, ຈະ​ສາ​ມາດ​ຢູ່​ລອດ ແລະ ກັບ​ມາ​ມີ​ຊີ​ວິດ​ອີກ​ໄດ້​ແນວ​ໃດ. ຂ້າ​ພະ​ເຈົ້າ​ໄດ້​ໃຫ້​ເຫດ​ຜົນ​ວ່າ ເຖິງ​ແມ່ນ​ວ່າ ມັນ​ຈະ​ເລີ່ມ​ເຕີບ​ໂຕ​ຂຶ້ນ​ອີກ​ຄັ້ງ​ກໍ​ຕາມ, ມັນ​ຈະ​ບໍ່​ລອດ​ພະ​ຍຸ​ຕໍ່​ໄປ​ຢ່າງ​ແນ່ນອນ. ແຕ່​ການ​ທີ່​ຮູ້​ວ່າ ເພື່ອນ​ບ້ານ​ຂອງ​ພວກ​ເຮົາ​ເຊື່ອ​ໃນ​ຕົ້ນ​ໄມ້​ທີ່​ຍັງ​ມີ​ອະ​ນາ​ຄົດ​ຢູ່, ພວກ​ເຮົາ​ໄດ້​ເຮັດ​ຕາມ​ແຜນ​ນັ້ນ.

ລຳ​ຕົ້ນ​ເປົ່າ.
ສັນ​ຍານ​ການ​ເຕີບ​ໂຕ​ຂອງ​ຕົ້ນ​ໄມ້.

ແລະ ຜົນ​ອອກ​ມາ​ເດ? ຫລັງ​ຈາກ​ຊົ່ວ​ໄລ​ຍະ​ໜຶ່ງ, ພວກ​ເຮົາ​ໄດ້​ເຫັນ​ສັນ​ຍານ​ຂອງ​ຊີ​ວິດ ຂະ​ນະ​ທີ່​ຕົ້ນ​ໄມ້​ນັ້ນ​ໄດ້​ເລີ່ມ​ຢັ່ງ​ຮາກ. ບັດ​ນີ້, 12 ປີ​ຕໍ່​ມາ, ຕົ້ນ​ໄມ້​ນັ້ນ​ກໍ​ມີ​ຊີ​ວິດ​ຊີ​ວາ ແລະ ເຕັມ​ໄປ​ດ້ວຍ​ຊີ​ວິດ, ໂດຍ​ມີ​ຮາກ​ທີ່​ແຂງ​ແຮງ, ແລະ ປະ​ກອບ​ສ່ວນ​ໃນ​ຄວາມ​ງາມ​ຂອງ​ທິວ​ທັດ​ອີກ​ຄັ້ງ.

ຕົ້ນ​ໄມ້​ທີ່​ມີ​ຊີ​ວິດ​ຊີ​ວາ ແລະ ມີ​ສຸ​ຂະ​ພາບ​ດີ.

ຂະ​ນະ​ທີ່​ພົບ​ກັບ​ໄພ່​ພົນ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ນຶກ​ເຖິງ​ຕົ້ນ​ຫລິວ​ນີ້ ແລະ ວ່າ​ມີ​ຄວາມ​ຫວັງ​ແມ່ນ​ແຕ່​ໃນ​ຍາມ​ທີ່​ທຸກ​ສິ່ງ​ເບິ່ງ​ຄື​ວ່າ​ສູນ​ສິ້ນ​ໄປ​ແນວ​ໃດ. ບາງ​ຄົນ​ຄັ້ງ​ໜຶ່ງ​ເຄີຍ​ມີ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ກິດ​ຕິ​ຄຸນ​ທີ່​ເຂັ້ມ​ແຂງ ແລະ ມີ​ຊີ​ວິດ​ຊີ​ວາ​ເໝືອນ​ດັ່ງ​ຕົ້ນ​ຫລິວ. ແລ້ວ, ເນື່ອງ​ຈາກ​ເຫດ​ຜົນ​ສ່ວນ​ຕົວ​ທີ່​ເປັນ​ເອ​ກະ​ລັກ, ປະ​ຈັກ​ພະ​ຍານ​ເຫລົ່າ​ນັ້ນ​ໄດ້​ອ່ອນ​ແອ​ລົງ, ໂດຍ​ນຳ​ໄປ​ສູ່​ການ​ສູນ​ເສຍ​ສັດ​ທາ. ສ່ວນ​ຄົນ​ອື່ນໆ​ກໍ​ຍຶດ​ໜ່ຽວ​ກັບ​ຮາກ​ທີ່​ບາງ​ທີ່​ສຸດ​ທີ່​ແຕະ​ລົງ​ເທິງ​ດິນ​ແຫ່່ງ​ພຣະ​ກິດ​ຕິ​ຄຸນ.

ແຕ່​ເທື່ອ​ແລ້ວ​ເທື່ອ​ອີກ, ຂ້າ​ພະ​ເຈົ້າ​ໄດ້​ຖືກ​ດົນ​ໃຈ​ຈາກ​ເລື່ອງ​ລາວ​ຂອງ​ຫລາຍໆ​ຄົນ​ທີ່​ໄດ້​ເລືອກ​ທີ່ຈະ​ຕໍ່​ການ​ເປັນ​ສາ​ນຸ​ສິດ​ຂອງ​ພວກ​ເຂົາ ແລະ ກັບ​ຄືນ​ມາ​ບ້ານ​ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຂົາ. ແທນ​ທີ່​ຈະ​ຖິ້ມ​ສັດ​ທາ ແລະ ຄວາມ​ເຊື່ອ​ຖື​ຂອງ​ພວກ​ເຂົາ​ຄື​ດັ່ງ​ຟືນ​ທີ່​ບໍ່​ມີ​ຄຸນ​ຄ່າ, ພວກ​ເຂົາ​ໄດ້​ຕອບ​ຮັບ​ການ​ກະ​ຕຸ້ນ​ທາງ​ວິນ​ຍານ ແລະ ຄຳ​ເຊື້ອ​ເຊີນ​ທີ່​ມີ​ຄວາມ​ຮັກ​ໃຫ້​ກັບ​ຄືນ​ມາ.

ຂ້າ​ພະ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສະ​ເຕກ​ໃນ​ປະ​ເທດ​ເກົາ​ຫລີ ບ່ອນ​ທີ່​ສະ​ມາ​ຊິກ​ຄົນ​ໜຶ່ງ​ທີ່​ໄດ້​ກັບ​ຄືນ​ມາ ໄດ້​ແບ່ງ​ປັນ​ວ່າ: “ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ອ້າຍ​ນ້ອງ​ທີ່​ເຕັມ​ໃຈ​ທີ່​ຈະ​ຍອມ​ຮັບ​ຄວາມ​ຂາດ​ສັດ​ທາ ແລະ ຄວາມ​ອ່ອນ​ແອ​ຂອງ​ຂ້າ​ພະ​ເຈົ້າ, ທີ່​ເອື້ອມ​ມື​ມາ​ຫາ​ຂ້າ​ພະ​ເຈົ້າ, ແລະ ຂອບ​ໃຈ​ສະ​ມາ​ຊິກ​ຜູ້​ທີ່​ໃຈ​ດີ​ກັບ​ຂ້າ​ພະ​ເຈົ້າ​ມາ​ຕະ​ຫລອດ. ຂ້າ​ພະ​ເຈົ້າ​ຍັງ​ມີ​ໝູ່​ຫລາຍ​ຄົນ​ຢູ່​ອ້ອມ​ຂ້າງ​ຂ້າ​ພະ​ເຈົ້າ​ທີ່​ບໍ່​ຄ່ອຍ​ມາ​ໂບດ. ຊ່າງ​ໜ້າ​ຕະ​ຫລົກ, ແຕ່​ພວກ​ເຂົາ​ບອກ​ກັນ​ແລະ​ກັນ​ວ່າ ໃຫ້​ກັບ​ຄືນ​ໄປ​ສາດ​ສະ​ໜາ​ຈັກ​ເພື່ອ​ຈະ​ໄດ້​ສັດ​ທາ​ກັບ​ຄືນ​ມາ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ບາງ​ເທື່ອ​ພວກ​ເຂົາ​ທຸກ​ຄົນ ກຳ​ລັງ​ໂຫຍ​ຫາ​ສັດ​ທາ.”

ເຖິງ​ທຸກ​ຄົນ​ທີ່​ກຳ​ລັງ​ໂຫຍ​ຫາ​ສັດ​ທາ, ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ກັບ​ຄືນ​ມາ. ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ ສັດ​ທາ​ຂອງ​ທ່ານ​ຈະ​ເຂັ້ມ​ແຂງ​ຂຶ້ນ ເມື່ອ​ທ່ານ​ນະ​ມັດ​ສະ​ການ​ກັບ​ໄພ່​ພົນ​ອີກ​ຄັ້ງ.

ອະ​ດີດ​ຜູ້​ສອນ​ສາດ​ສະ​ໜາ​ຈາກ​ອາ​ຟຣິ​ກາ ໄດ້​ຂຽນ​ຈົດ​ໝາຍ​ຫາ​ຜູ້​ນຳ​ຂອງ​ສາດ​ສະ​ໜາ​ຈັກ​ອາ​ວຸ​ໂສ​ທ່ານ​ໜຶ່ງ, ເພື່ອ​ຂໍ​ໂທດ ແລະ ຂໍ​ອະ​ໄພ​ທີ່​ຮູ້​ສຶກ​ຂຸ່ນ​ເຄືອງ​ໃຈ​ກັບ​ຄຳ​ສອນ​ຂອງ​ເພິ່ນ​ກ່ຽວ​ກັບ​ປະ​ເພ​ນີ​ວັດ​ທະ​ນະ​ທຳ​ບາງ​ຢ່າງ, ຊຶ່ງ​ຈາກ​ນັ້ນ​ເປັນ​ເຫດ​ໃຫ້​ລາວ​ອອກ​ຈາກ​ສາດ​ສະ​ໜາ​ຈັກ. ລາວ​ໄດ້​ສະ​ແດງ​ອອກ​ຢ່າງ​ຖ່ອມ​ຕົວ​ວ່າ: “ໜ້າ​ເສົ້າ​ໃຈ​ຫລາຍ, ທີ່​ຄວາມ​ຈິງ​ທີ່​ວ່າ ຂ້າ​ນ້ອຍ​ໄດ້​ຂຸ່ນ​ເຄືອງ​ໃຈ​ເມື່ອ 15 ປີ​ກ່ອນ ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ຈ່າຍ​ລາ​ຄາ​ທີ່​ແພງ​ຫລາຍ. ຂ້າ​ນ້ອຍ​ໄດ້​ສູນ​ເສຍ​ຢ່າງ​ຫລວງ​ຫລາຍ—ຫລາຍ​ກວ່າ​ທີ່​ຂ້າ​ນ້ອຍ​ເຄີຍ​ຈິນ​ຕະ​ນາ​ການ​ໄວ້. ຂ້າ​ນ້ອຍ​ຮູ້​ສຶກ​ລະ​ອາຍ​ໃຈ​ເປັນ​ຢ່າງ​ຍິ່ງ​ກັບ​ຄວາມ​ເສຍ​ຫາຍ​ທີ່​ຂ້າ​ນ້ອຍ​ອາດ​ໄດ້​ກໍ່​ຂຶ້ນ​ໃນ​ລະ​ຫວ່າງ​ທາງ, ແຕ່​ເໜືອ​ສິ່ງ​ອື່ນ​ໃດ ຂ້າ​ນ້ອຍ​ຮູ້​ສຶກ​ຍິນ​ດີ​ທີ່​ຂ້າ​ນ້ອຍ​ໄດ້​ພົບ​ທາງ​ກັບ​ຄືນ​ມາ.”

ເຖິງ​ທຸກ​ຄົນ​ທີ່​ຮັບ​ຮູ້​ວ່າ ຕົນ​ເອງ​ໄດ້​ຫລົງ​ທາງ​ໄປ​ແລ້ວ, ພວກ​ເຮົາ​ຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ກັບ​ຄືນ​ມາ ເພື່ອ​ວ່າ​ທ່ານ​ຈະ​ສາ​ມາດ​ຊີມ​ລົດ​ຊາດ​ຂອງ​ໝາກ​ຜົນ​ອັນ​ຊື່ນ​ຊົມ​ຍິນ​ດີ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ອີກ​ຄັ້ງ​ໜຶ່ງ.

ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ໃນ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ໄດ້​ອອກ​ຈາກ​ສາດ​ສະ​ໜາ​ຈັກ​ໄປ​ເປັນ​ເວ​ລາ​ຫລາຍ​ປີ. ເລື່ອງ​ລາວ​ຂອງ​ການ​ກັບ​ມາ​ຂອງ​ນາງ​ໄດ້​ລວມ​ບົດ​ຮຽນ​ອັນ​ຊົງ​ພະ​ລັງ​ສຳ​ລັບ​ພໍ່​ແມ່ ແລະ ສະ​ມາ​ຊິກ​ທີ່​ເຈັບ​ປວດ​ຍ້ອນ​ຄົນ​ທີ່​ຮັກ​ທີ່​ກ້າວ​ອອກ​ໄປ. ນາງ​ໄດ້​ຂຽນ​ວ່າ:

“ຂ້າ​ນ້ອຍ​ສາ​ມາດ​ລະ​ບຸ​ເຫດ​ຜົນ​ນັບ​ບໍ່​ຖ້ວນ​ວ່າ​ເປັນ​ຫຍັງ​ຂ້າ​ນ້ອຍ​ຈຶ່ງ​ຍ່າງ​ອອກ​ໄປ​ຈາກ​ສາດ​ສະ​ໜາ​ຈັກ, ພຣະ​ກິດ​ຕິ​ຄຸນ, ແລະ ໃນ​ທາງ​ໃດ​ທາງ​ໜຶ່ງ, ຄອບ​ຄົວ​ຂອງ​ຂ້າ​ນ້ອຍ. ແຕ່​ທີ່​ຈິງ​ແລ້ວ ມັນ​ບໍ່​ສຳ​ຄັນ​ເລີຍ. ຂ້າ​ນ້ອຍ​ບໍ່​ໄດ້​ເຮັດ​ການ​ຕັດ​ສິນ​ໃຈ​ໃຫຍ່​ອັນ​ດຽວ​ເພື່ອ​ອອກ​ຈາກ​ສາດ​ສະ​ໜາ​ຈັກ—ຂ້າ​ນ້ອຍ​ອາດ​ໄດ້​ຕັດ​ສິນ​ໃຈ​ເປັນ​ພັນໆ​ທາງ​ເລືອກ. ແຕ່​ສິ່ງ​ໜຶ່ງ​ທີ່​ຂ້າ​ນ້ອຍ​ຮູ້​ມາ​ຕະ​ຫລອດ​ກໍ​ຄື ພໍ່​ແມ່​ຂອງ​ຂ້າ​ນ້ອຍ​ໄດ້​ເຮັດ​ການ​ຕັດ​ສິນ​ໃຈ​ໃຫຍ່​ອັນ​ດຽວ, ແລະ ໄດ້​ຍຶດ​ໝັ້ນ​ກັບ​ສິ່ງ​ນັ້ນ. ພວກ​ເພິ່ນ​ຕັດ​ສິນ​ໃຈ​ທີ່​ຈະ​ຮັກ​ຂ້າ​ນ້ອຍ.

“ຂ້າ​ນ້ອຍ​ບໍ່​ສາ​ມາດ​ຮູ້​ໄດ້​ເລີຍ​ວ່າ ຈັກ​ຢົດ​ນໍ້າ​ຕາ​ທີ່​ໄດ້​ຫລັ່ງ​ໄຫລ, ຈັກ​ຄືນ​ທີ່​ນອນ​ບໍ່​ຫລັບ, ທັງ​ຈັກ​ຄຳ​ອ້ອນ​ວອນ​ອະ​ທິ​ຖານ​ທີ່​ຈິງ​ໃຈ​ໄດ້​ຖືກ​ກ່າວ​ແທນ​ຂ້າ​ນ້ອຍ. ພວກ​ເພິ່ນ​ບໍ່​ໄດ້​ບົ່ງ​ເອີ້ນ​ບາບ​ຂອງ​ຂ້າ​ນ້ອຍ; ແທນ​ທີ່, ພວກ​ເພິ່ນ​ໄດ້​ເອີ້ນ​ຫາ​ຂ້າ​ນ້ອຍ​ໃນ​ຄວາມ​ບາບ​ຂອງ​ຂ້າ​ນ້ອຍ. ພວກ​ເພິ່ນ​ບໍ່​ໄດ້​ເຮັດ​ໃຫ້​ຂ້າ​ນ້ອຍ​ຮູ້​ສຶກ​ບໍ່​ເປັນ​ທີ່​ຕ້ອນ​ຮັບ​ໃນ​ບ້ານ​ຂອງ​ພວກ​ເພິ່ນ ແລະ ໃນ​ການ​ເຕົ້າ​ໂຮມ​ຄອບ​ຄົວ​ເລີຍ; ຄວາມ​ຮູ້​ສຶກ​ເຫລົ່າ​ນັ້ນ​ລ້ວນ​ແຕ່​ມາ​ຈາກ​ການ​ກະ​ທຳ​ຂອງ​ຂ້າ​ນ້ອຍ​ເອງ. ແທນ​ທີ່, ພວກ​ເພິ່ນ​ໄດ້​ສືບ​ຕໍ່​ຕ້ອນ​ຮັບ​ຂ້າ​ນ້ອຍ. ພວກ​ເພິ່ນ​ຄົງ​ຈະ​ເຫັນ​ຄວາມ​ສະ​ຫວ່າງ​ຂອງ​ຂ້າ​ນ້ອຍ​ກຳ​ລັງ​ສະ​ຫລົວ​ລົງ​ຕາມ​ເວ​ລາ. ແຕ່​ພວກ​ເພິ່ນ​ຮູ້​ວ່າ ຄົນ​ທີ່​ຂ້າ​ນ້ອຍ​ເປັນ​ໃນ​ຕອນ​ນັ້ນ ເປັນ​ພຽງ​ແຕ່​ເງົາ​ຂອງ​ຄົນ​ທີ່​ຂ້າ​ນ້ອຍ​ຍັງ​ບໍ່​ທັນ​ກາຍ​ເປັນ.

“ເສັ້ນ​ທາງ​ອອກ​ຈາກ​ສາດ​ສະ​ໜາ​ຈັກ​ຂອງ​ຂ້າ​ນ້ອຍ​ນັ້ນ​ຊັບ​ຊ້ອນ, ທາງ​ກັບ​ຄືນ​ມາ​ຂອງ​ຂ້າ​ນ້ອຍ​ກໍ​ຊັບ​ຊ້ອນ​ເຊັ່ນ​ກັນ. ແຕ່​ສິ່ງ​ໜຶ່ງ​ທີ່​ບໍ່​ຍາກ​ກ່ຽວ​ກັບ​ການ​ກັບ​ຄືນ​ມາ​ນັ້ນ ແມ່ນ​ຄວາມ​ຮູ້​ສຶກ​ຂອງ​ການ​ໄດ້​ກັບ​ບ້ານ ບ່ອນ​ທີ່​ຂ້າ​ນ້ອຍ​ຄວນ​ຢູ່.”

ຂ່່າວ​ສານ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ມື້​ນີ້ ແມ່ນ​ສຳ​ລັບ​ທຸກ​ຄົນ​ໂດຍ​ສະ​ເພາະ ທີ່​ຄັ້ງ​ໜຶ່ງ​ເຄີຍ​ຮູ້​ສຶກ​ເຖິງ​ພຣະ​ວິນ​ຍານ ແຕ່​ຍັງ​ຖາມ​ວ່າ ຈະ​ມີ​ທາງ​ກັບ​ຄືນ​ມາ​ຫລື​ບໍ່ ຫລື ມີ​ບ່ອນ​ສຳ​ລັບ​ທ່ານ​ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ບໍ່. ຂ່່າວ​ສານ​ນີ້​ແມ່ນ​ສຳ​ລັບ​ໃຜ​ກໍ​ຕາມ​ທີ່​ເກືອບ​ຈະ​ບໍ່​ຍຶດ​ໝັ້ນ ຫລື ຜູ້​ທີ່​ຮູ້​ສຶກ​ຢາກ​ກ້າວ​ອອກ​ໄປ.

ຂ່າວ​ສານ​ນີ້​ບໍ່​ແມ່ນ​ການ​ທ້າ​ທາຍ, ແລະ ມັນ​ບໍ່​ແມ່ນ​ການ​ກ່າວ​ໂທດ. ມັນ​ແມ່ນ​ຄຳ​ເຊື້ອ​ເຊີນ, ໂດຍ​ຖືກ​ສົ່ງ​ຕໍ່​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ປາດ​ຖະ​ໜາ​ອັນ​ຈິງ​ໃຈ​ທີ່​ຈະ​ຕ້ອນ​ຮັບ​ທ່ານ​ກັບ​ມາ​ສູ່​ບ້ານ​ທາງ​ວິນ​ຍານ​ຂອງ​ທ່ານ.

ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ເພື່ອ​ວ່າ​ທ່ານ​ຈະ​ຮູ້​ສຶກ​ເຖິງ​ຄຳ​ພະ​ຍານ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຂະ​ນະ​ທີ່​ທ່ານ​ໄດ້​ຍິນ​ຄຳ​ເຊື້ອ​ເຊີນ​ທີ່​ມີ​ຄວາມ​ຮັກ​ນີ້​ໃນ​ຕອນ​ນີ້ ແລະ ຄຳ​ສັນ​ຍາ​ອັນ​ດີ​ເລີດ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ເຢ​ຊູ​ຄຣິດ:

“ພວກ​ເຈົ້າ​ຍັງ​ຈະ​ບໍ່​ຫັນ​ກັບ​ມາ​ຫາ​ເຮົາ​ບໍ, ແລະ ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຈົ້າ, ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ, ເພື່ອ​ເຮົາ​ຈະ​ໄດ້​ປິ່ນ​ປົວ​ພວກ​ເຈົ້າ?”

ທຸກໆ​ອາ​ທິດ ຫລາຍ​ຄົນ​ກຳ​ລັງ​ຕອບ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໂດຍ​ການ​ກັບ​ຄືນ​ມາ​ສູ່​ການ​ເປັນ​ສາ​ນຸ​ສິດ ແລະ ກິດ​ຈະ​ກຳ​ສາດ​ສະ​ໜາ​ຈັກ, ສະ​ແຫວງ​ຫາ​ການ​ປິ່ນ​ປົວ​ທີ່​ພຣະ​ເຢ​ຊູ​ສັນ​ຍາ​ໄວ້​ຢ່າງ​ງຽບໆ ແລະ ຢ່າງ​ຖ່ອມ​ຕົວ. ແລະ ກົງ​ກັນ​ຂ້າມ​ກັບ​ການ​ເລົ່າ​ເລື່ອງ​ຊຶ່ງ​ແຜ່​ຫລາຍ​ເປັນ​ບາງ​ຄັ້ງ, ບັນ​ທຶກ​ຈຳ​ນວນ​ຄົນ​ໜຸ່ມ​ຂອງ​ເຮົາ​ເລືອກ​ທີ່​ຈະ​ຄົງ​ຢູ່​ຢ່າງ​ເຂັ້ມ​ແຂງ ແລະ ທີ່​ຈະ​ເຮັດ​ໃຫ້​ສັດ​ທາ​ຂອງ​ພວກ​ຕົນ​ເຕີບ​ໂຕ​ໃນ​ພຣະ​ເຢ​ຊູ​ຄຣິດ.

ເມື່ອ​ຜູ້​ຕິດ​ຕາມ​ຂອງ​ພຣະ​ເຢ​ຊູ​ບາງ​ຄົນ​ໃນ​ກາ​ເປ​ນາ​ອູມ​ພົບ​ວ່າ​ຄຳ​ສອນ​ຂອງ​ພຣະ​ອົງ​ນັ້ນ​ຍາກ ແລະ ໄດ້​ເລືອກ​ທີ່​ຈະ​ຈາກ​ໄປ, ພຣະ​ອົງ​ໄດ້​ຫັນ​ໄປ​ຫາ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ ແລະ ຖາມ​ວ່າ, “ພວກ​ເຈົ້າ​ເດ ກໍ​ຢາກ​ໜີ​ໄປ​ຄື​ກັນ​ບໍ?”

ນີ້​ແມ່ນ​ຄຳ​ຖາມ​ທີ່​ພວກ​ເຮົາ​ແຕ່​ລະ​ຄົນ​ຕ້ອງ​ຕອບ ເມື່ອ​ເຮົາ​ປະ​ເຊີນ​ກັບ​ຊ່ວງ​ເວ​ລາ​ແຫ່ງ​ການ​ທົດ​ລອງ​ສ່ວນ​ຕົວ​ຂອງ​ເຮົາ. ຄຳ​ຕອບ​ຂອງ​ເປ​ໂຕ​ຕໍ່​ພຣະ​ເຢ​ຊູ​ນັ້ນ ຢູ່​ເໜືອ​ການ​ເວ​ລາ ແລະ ດັງ​ກ້ອງ​ກັງ​ວານ: “ພຣະ​ອົງ​ເຈົ້າ​ເອີຍ ພວກ​ຂ້າ​ນ້ອຍ​ຈະ​ໜີ​ໄປ​ຫາ​ຜູ້​ໃດ? ພຣະ​ອົງ​ເປັນ​ຜູ້​ມີ​ຖ້ອຍ​ຄຳ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ.”

ສະ​ນັ້ນ ຂະ​ນະ​ທີ່​ທ່ານ​ພິ​ຈາ​ລະ​ນາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃຫ້​ກັບ​ຄືນ​ມາ​ຫາ​ພຣະ​ອົງ, ທ່ານ​ອາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ເລື່ອງ​ລາວ​ຂອງ​ຕົ້ນ​ຫລິວ​ນັ້ນ?

  1. ການ​ເດີນ​ທາງ​ກັບ​ຄືນ​ມາ​ມັກ​ຈະ​ບໍ່​ງ່າຍ ຫລື ສະ​ບາຍ, ແຕ່​ມັນ​ກໍ​ກຸ້ມ​ຄ່າ. ເມື່ອ​ຕົ້ນ​ຫລິວ​ຂອງ​ພວກ​ເຮົາ​ຖືກ​ເອົາ​ກັບ​ມາ​ຢືນ​ອີກ​ຄັ້ງ, ກິ່ງ​ຂອງ​ມັນ​ທັງ​ໝົດ​ໄດ້​ຖືກ​ຕັດ​ອອກ. ມັນ​ບໍ່​ງາມ​ເລີຍ. ເຮົາ​ກໍ​ອາດ​ຮູ້​ສຶກ​ເປາະ​ບາງ ເມື່ອ​ເຮົາ​ປະ​ຖິ້ມ​ວິ​ຖີ​ທາງ​ເກົ່າໆ ແລະ ຖອດ​ຄວາມ​ທະ​ນົງ​ຕົວ​ອອກ​ເຊັ່ນກັນ. ການ​ສຸມ​ສັດ​ທາ​ຂອງ​ທ່ານ​ໃສ່​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ—ລໍາ​ຕົ້ນ ແລະ ຮາກ—ຈະ​ມອບ​ຄວາມ​ຫວັງ ແລະ ຄວາມ​ກ້າ​ຫານ​ໃຫ້​ກັບ​ທ່ານ ເພື່ອ​ກ້າວ​ບາດ​ກ້າວ​ທຳ​ອິດ​ໃນ​ການ​ກັບ​ຄືນ​ມາ.

  2. ມັນ​ໄດ້​ໃຊ້​ເວ​ລາ​ຫລາຍ​ປີ​ເພື່ອ​ຕົ້ນ​ຫລິວ​ຂອງ​ເຮົາ​ຈະ​ກັບ​ມາ​ມີ​ຄວາມ​ແຂງ​ແຮງ ແລະ ຄວາມ​ງາມ​ດັ່ງ​ເກົ່າ​ອີກ​ຄັ້ງ. ດຽວ​ນີ້ ມັນ​ແຂງ​ແຮງ​ກວ່າ ແລະ ງາມ​ກວ່າ​ແຕ່​ກ່ອນ​ຫລາຍ. ຈົ່ງ​ອົດ​ທົນ ຂະ​ນະ​ທີ່​ສັດ​ທາ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຕີບ​ໂຕ​ເຊັ່ນ​ກັນ. ນີ້​ລວມ​ໄປ​ເຖິງ​ການ​ບໍ່​ເກັບ​ຄຳ​ເຫັນ​ທີ່​ບໍ່​ມີ​ຄວາມ​ຄິດ​ມາ​ຂຸ່ນ​ເຄືອງ​ໃຈ ເຊັ່ນ “ຫລາຍ​ປີ​ມາ​ນີ້ ເຈົ້າ​ໄປ​ຢູ່​ໃສ​ມາ?”

  3. ຕົ້ນ​ຫລິວ​ຈະ​ບໍ່​ມີ​ວັນ​ລອດ​ມາ​ໄດ້ ໂດຍ​ປາດ​ສະ​ຈາກ​ການ​ດູ​ແລ ແລະ ການ​ບຳ​ລຸງ​ລ້ຽງ. ທ່ານ​ຈະ​ບຳ​ລຸງ​ລ້ຽງ​ສັດ​ທາ​ຂອງ​ທ່ານ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ ເມື່ອ​ທ່ານ​ກິນ​ລ້ຽງ​ທີ່​ໂຕະ​ສິນ​ລະ​ລຶກ​ແຕ່​ລະ​ອາ​ທິດ ແລະ ຂະ​ນະ​ທີ່​ທ່ານ​ນະ​ມັດ​ສະ​ການ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

  4. ດັ່ງ​ທີ່​ຕົ້ນ​ຫລິວ​ຕ້ອງ​ການ​ແສງ​ອາ​ທິດ ເພື່ອ​ວ່າ​ກິ່ງ​ງ່າ ແລະ ໃບ​ຂອງ​ມັນ​ຈະ​ເຕີບ​ໂຕ​ອີກ​ຄັ້ງ, ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກໍ​ຈະ​ເຕີບ​ໂຕ ເມື່ອ​ທ່ານ​ຍັງ​ຄົງ​ໄວ​ຕໍ່​ຄວາມ​ຮູ້​ສຶກ ແລະ ຄຳ​ພະ​ຍານ​ຂອງ​ພຣະ​ວິນ​ຍານ. ຈົ່ງ​ຮຽນ​ຮູ້​ຈາກ​ແອມ​ມິວ​ເລັກ, ຜູ້​ທີ່​ໄດ້​ພັນ​ລະ​ນາ​ວັນ​ເວ​ລາ​ຂອງ​ເພິ່ນ​ໃນ​ຖາ​ນະ​ສະ​ມາ​ຊິກ​ທີ່​ບໍ່​ຄ່ອຍ​ມາ​ໂບດ ໂດຍ​ກ່າວ​ວ່າ, “ເພາະ​ວ່າ​ຂ້າ​ພະ​ເຈົ້າ​ຖືກ​ຮຽກ​ຮ້ອງ​ຫລາຍ​ເທື່ອ​ແລ້ວ ແລະ ຂ້າ​ພະ​ເຈົ້າ​ບໍ່​ຍອມ​ຟັງ.”

  5. ເພື່ອນ​ບ້ານ​ຂອງ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ຕົ້ນ​ຫລິວ​ນັ້ນ​ຈະ​ສາ​ມາດ​ກາຍ​ເປັນ​ສິ່ງ​ໃດ​ໄດ້​ອີກ​ຄັ້ງ. ເຫດ​ສະ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ກໍ​ຮູ້​ເຖິງ​ສັກ​ກະ​ຍະ​ພາບ​ແຫ່ງ​ສະ​ຫວັນ​ຂອງ​ທ່ານ ແລະ ສິ່ງ​ທີ່​ສັດ​ທາ​ຂອງ​ທ່ານ ແລະ ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ສາ​ມາດ​ກາຍ​ເປັນ​ເຊັ່ນ​ກັນ. ພຣະ​ອົງ​ຈະ​ບໍ່​ມີ​ວັນ​ຍອມ​ແພ້​ກັບ​ທ່ານ. ຜ່ານ​ທາງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ, ທຸກ​ສິ່ງ​ທີ່​ແຕກ​ຫັກ​ສາ​ມາດ​ຮັບ​ການ​ຮັກ​ສາ​ໄດ້.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ສະ​ຫວັນ ເພາະ​ຜູ້​ທີ່​ກັບ​ຄືນ​ມາ. ທ່ານ​ເປັນ​ທີ່​ຕ້ອງ​ການ, ແລະ ເປັນ​ທີ່​ຮັກ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ວ່າ​ພຣະ​ອົງ​ອວຍ​ພອນ​ເຮົາ​ທຸກ​ຄົນ ຜູ້​ທີ່​ກັບ​ມາ​ຫາ​ພຣະ​ອົງ ດ້ວຍ​ສັນ​ຕິ​ສຸກ​ທີ່​ຍິ່ງ​ໃຫຍ່​ກວ່າ ແລະ ຄວາມ​ຊື່ນ​ຊົມ​ອັນ​ຍິ່ງ​ໃຫຍ່. ພຣະ​ພາ​ຫາ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ບໍ່​ໄດ້​ພັບ​ໄວ້ ແຕ່​ເປີດ​ອອກ ແລະ ຍື່ນ​ໄປ​ຫາ​ທ່ານ. ມັນ​ບໍ່​ຊ້າ​ເກີນ​ໄປ​ສຳ​ລັບ​ທ່ານ​ທີ່​ຈະ​ກັບ​ຄືນ​ມາ. ດ້ວຍ​ຄວາມ​ຮັກ​ທັງ​ໝົດ​ໃນ​ຫົວ​ໃຈ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ກັບ​ບ້ານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ນີ້​ເຄີຍ​ເປັນ ແລະ ຍັງ​ຄົງ​ເປັນ​ບ້ານ​ເຜີຍ​ແຜ່​ສຳ​ລັບ​ເຂດ​ເຜີຍ​ແຜ່​ວໍ​ຊິງ​ຕັນ ສະ​ໂປ​ເຄນ. ຮູບ​ຖ່າຍ​ຂອງ​ຕົ້ນ​ຫລິວ​ແມ່ນ​ຖ່າຍ​ໂດຍ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ຈັກ​ກີ.

  2. 3 ນີ​ໄຟ 9:13. ໃຫ້​ສັງ​ເກດ​ວ່າ ຄຳ​ເຊື້ອ​ເຊີນ​ໃຫ້​ກັບ​ໃຈ​ນັ້ນ ແມ່ນ​ໃຊ້​ກັບ​ພວກ​ເຮົາ​ທຸກ​ຄົນ. ເບິ່ງ 1 ໂຢ​ຮັນ 1:8 (“ຖ້າ​ພວກ​ເຮົາ​ເວົ້າ​ວ່າ ພວກ​ເຮົາ​ບໍ່​ມີ​ບາບ ພວກ​ເຮົາ​ກໍ​ຫລອກ​ລວງ​ຕົນ​ເອງ,”) ແລະ ຄຳ​ເຊື້ອ​ເຊີນ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໃຫ້​ກັບ​ໃຈ​ທຸກ​ມື້: “The Power of Spiritual Momentum,” Liahona, May 2022, 98–99.

  3. ເບິ່ງ Quentin L. Cook, “Facing Life and Faith Challenges” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທົ່ວ​ໂລກ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ, ວັນ​ທີ 14 ເດືອນ​ພະ​ຈິກ, 2023), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ: “ກະ​ລຸ​ນາ​ຊາບ​ວ່າ, ຄົນ​ໜຸ່ມ ແລະ ຜູ້​ໃຫຍ່​ໜຸ່ມ​ບໍ່​ແມ່ນ​ຜູ້​ບໍ່​ຄ່ອຍ​ມາ​ໂບດ ຫລື ບໍ່​ໄດ້​ກຳ​ລັງ​ອອກ​ຈາກ​ສາດ​ສະ​ໜາ​ຈັກ​ເປັນ​ຈຳ​ນວນ​ສູງ​ກວ່າ​ແຕ່​ກ່ອນ ດັ່ງ​ທີ່​ຂ່າວ​ໄດ້​ແຜ່​ຫລາຍ​ອອກ​ໄປ​ຢ່າງ​ກວ້າງ​ຂວາງ. ຈຳ​ນວນ​ຜູ້​ສອນ​ສາດ​ສະ​ໜາ​ທີ່​ໄດ້​ຖືກ​ເອີ້ນ​ໃຫ້​ຮັບ​ໃຊ້ ແມ່ນ​ໄດ້​ເພີ່ມ​ຂຶ້ນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ເປີ​ເຊັນ​ຂອງ​ຜູ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ຄົນ​ລຸ້ນ​ໃໝ່ ສະ​ແດງ​ເຖິງ​ແນວ​ໂນ້ມ​ທີ່​ສູງ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຍິ່ງ​ໄປ​ກວ່າ​ນັ້ນ, ຈຳ​ນວນ​ຄົນ​ໜຸ່ມ​ໂສດ​ທີ່​ກຳ​ລັງ​ເຂົ້າ​ຮ່ວມ​ສະ​ຖາ​ບັນ​ກໍ​ກຳ​ລັງ​ເພີ່ມ​ຂຶ້ນ​ເຊັ່ນ​ກັນ.”

    ເບິ່ງ D. Todd Christofferson and Clark G. Gilbert, “Video: Elder Christofferson Challenges Narrative, Says Spirit Working in Youth,” Church News, Dec. 13, 2024, newsroom.ChurchofJesusChrist.org ນຳ​ອີກ.

  4. ໂຢ​ຮັນ 6:67.

  5. ໂຢ​ຮັນ 6:68.

  6. ເບິ່ງ ແອວ​ມາ 5:28.

  7. ເບິ່ງ Dieter F. Uchtdorf, “Nourish the Roots, and the Branches Will Grow,” Liahona, Nov. 2024, 102: “ພຣະ​ເຢ​ຊູ​ຄຣິດ ແລະ ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ ເປັນ​ຮາກ​ຂອງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ. ທຸກ​ສິ່ງ​ທັງ​ໝົດ​ເປັນ​ກິ່ງ​ງ່າ. … ເມື່ອ​ກ່ຽວ​ກັບ​ການ​ບຳ​ລຸງ​ລ້ຽງ​ປະ​ຈັກ​ພະ​ຍານ​ຂອງ​ເຮົາ​ເຖິງ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ​ສົງ​ໄສ​ຖ້າ​ຫາກ​ວ່າ​ບາງ​ເທື່ອ​ເຮົາ​ກໍ​ຫລົງ​ວ່າ​ກິ່ງ​ງ່າ​ເປັນ​ຮາກ. … ຈົ່ງ​ບຳ​ລຸງ​ລ້ຽງ​ຮາກ, ແລະ ກິ່ງ​ງ່າ​ຈະ​ເຕີບ​ໂຕ.”

  8. ເບິ່ງ ແອວ​ມາ 32:41.

  9. ເບິ່ງ Russell M. Nelson, “Think Celestial,” Liahona, Nov. 2023, 119: “ການ​ໃຊ້​ເວ​ລາ​ໃນ​ພຣະ​ວິ​ຫານ​ຫລາຍ​ຂຶ້ນ ຈະ​ສ້າງ​ສັດ​ທາ. ແລະ ​ການ​ຮັບ​ໃຊ້ ແລະ ການ​ນະ​ມັດ​ສະ​ການ​ຂອງ​ທ່ານ​ໃນ​ພຣະ​ວິ​ຫານ ຈະ​ຊ່ວຍ​ໃຫ້​ທ່ານ​ຄິດ​ກ່ຽວ​ກັບ​ຊັ້ນ​ສູງ.”

    ເບິ່ງ Russell M. Nelson, “Rejoice in the Gift of Priesthood Keys,” Liahona, May 2024, 122 ນຳ​ອີກ: “ນີ້​ຄື​ຄຳ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ. ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ ຫລາຍ​ໄປ​ກວ່າ ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ. … ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ຄໍ້າ​ຊູ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ເຖິງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ຫລື ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ແຜນ​ອັນ​ດີ​ເລີດ​ຂອງ​ພຣະ​ເຈົ້າ ຫລາຍ​ໄປ​ກວ່າ ນີ້.”

  10. ເບິ່ງ ແອວ​ມາ 32:28.

  11. ແອວ​ມາ 10:6.

  12. ເບິ່ງ Patrick Kearon, “God’s Intent Is to Bring You Home,” Liahona, May 2024, 87: “ພຣະ​ເຈົ້າ​ສະ​ແຫວງ​ຫາ​ທ່ານ​ຢ່າງ​ບໍ່​ຢຸດ​ຢັ້ງ.”

  13. ເບິ່ງ Jeffrey R. Holland, “Broken Things to Mend,” Liahona, May 2006, 69–71.

  14. ເບິ່ງ ລູ​ກາ 15:11–32; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:13.

  15. ເບິ່ງ ໂຢ​ຮັນ 15:9.

  16. ເບິ່ງ ແອວ​ມາ 5:33.

  17. ເບິ່ງ Russell M. Nelson, “The Lord Jesus Christ Will Come Again,” Liahona, Nov. 2024, 122: “ມັນ​ບໍ່​ໄວ​ເກີນ​ໄປ ຫລື ສາຍ​ເກີນ​ໄປ​ທີ່​ທ່ານ​ຈະ​ເປັນ​ສາ​ວົກ​ຜູ້​ອຸ​ທິດ​ຕົນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແລ້ວ​ທ່ານ​ຈະ​ປະ​ສົບ​ກັບ​ພອນ​ຢ່າງ​ເຕັມ​ປ່ຽມ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ.”

    ເບິ່ງ Russell M. Nelson, “The Power of Spiritual Momentum,” 99 ນຳ​ອີກ: “ຖ້າ​ຫາກ​ທ່ານ​ຮູ້​ສຶກ​ວ່າ​ທ່ານ​ໄດ້​ອອກ​ຈາກ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ໄກ​ເກີນ​ໄປ ຫລື ດົນ​ນານ​ເກີນ​ໄປ ແລະ ບໍ່​ມີ​ທາງ​ຈະ​ຫວນ​ກັບ, ນັ້ນ​ບໍ່​ເປັນ​ຄວາມ​ຈິງ.”