ຂອງປະທານອັນຍິ່ງໃຫຍ່ນິລັນດອນ: ການຊົດໃຊ້ຂອງພຣະເຢຊູຄຣິດ, ການຟື້ນຄືນພຣະຊົນ, ການຟື້ນຟູ
ເຮົາພົບສັນຕິສຸກ, ການກາຍເປັນ, ແລະ ການເປັນພາກສ່ວນໃນອີດສະເຕີຜ່ານທາງພຣະເຢຊູຄຣິດ—ຊຶ່ງເປັນສິ່ງທີ່ແທ້ຈິງ ແລະ ຊື່ນບານທີ່ຍືນຍົງ, ເປັນຄວາມສຸກ ແລະ ຕະຫລອດໄປ.
ຫລາຍປີກ່ອນ, ຫ້ອງຮຽນພຣະກິດຕິຄຸນໃນຕອນເຊົ້າຂອງພວກເຮົາໄດ້ທ່ອງຈຳຂໍ້ພຣະຄຣິສຕະທຳຄຳພີ. ໂດຍທຳມະຊາດແລ້ວ ຂ້າພະເຈົ້າຈະສົນໃຈຂໍ້ທີ່ສັ້ນໆ. ນີ້ລວມທັງ ໂຢຮັນ 11:35—ຊຶ່ງເປັນຂໍ້ທີ່ສັ້ນທີ່ສຸດໃນພຣະຄຳພີ, ມີພຽງສອງສາມຄຳຄື—“ພຣະເຢຊູກໍຮ້ອງໄຫ້.”
ສຳລັບຂ້າພະເຈົ້າໃນປະຈຸບັນ, ທີ່ພຣະເຢຊູໄດ້ຮ້ອງໄຫ້ໃນຄວາມໂສກເສົ້າ ແລະ ຄວາມຊື່ນຊົມ ເປັນພະຍານເຖິງຄວາມຈິງອັນໜ້າອັດສະຈັນ: ພຣະບຸດຂອງພຣະເຈົ້າໄດ້ສະເດັດມາສູ່ຮ່າງທີ່ເປັນມະຕະ ແລະ ຮຽນຮູ້ຕາມເນື້ອໜັງວ່າ ພຣະອົງຈະສະຖິດຢູ່ກັບເຮົາ ແລະ ອວຍພອນເຮົາສະເໝີແນວໃດ.
ເມື່ອເຮົາຮ້ອງໄຫ້ດ້ວຍຄວາມໂສກເສົ້າ ຫລື ຄວາມຊື່ນຊົມ, ພຣະເຢຊູຄຣິດເຂົ້າໃຈເປັນຢ່າງດີ. ພຣະອົງສາມາດປະທັບຢູ່ໃນຊ່ວງເວລາທີ່ເຮົາຕ້ອງການຂອງປະທານອັນຍິ່ງໃຫຍ່ນິລັນດອນຫລາຍທີ່ສຸດ: ການຊົດໃຊ້ຂອງພຣະເຢຊູຄຣິດ, ການຟື້ນຄືນພຣະຊົນ, ການຟື້ນຟູ.
ມາຣີ ແລະ ມາທາຮ້ອງໄຫ້ຫາ ລາຊະໂຣ ນ້ອງຊາຍຂອງພວກເຂົາ. ດ້ວຍຄວາມເມດຕາສົງສານ, ພຣະເຢຊູຮ້ອງໄຫ້. ພຣະອົງໂຜດໃຫ້ລາຊະໂຣຄືນມາມີຊີວິດອີກ.
ພຣະເຢຊູເຫັນນະຄອນເຢຣູຊາເລັມໃນວັນກ່ອນງານປັດສະຄາ. ພຣະອົງຮ້ອງໄຫ້, ບໍ່ສາມາດທີ່ຈະເຕົ້າໂຮມຜູ້ຄົນຂອງພຣະອົງໄດ້ ເໝືອນແມ່ໄກ່ຕູ້ມລູກນ້ອຍຂອງມັນ. ໃນທຸກວັນນີ້ ການຊົດໃຊ້ຂອງພຣະອົງເຮັດໃຫ້ເຮົາມີຄວາມຫວັງ ເມື່ອເຮົາໂສກເສົ້າກັບສິ່ງທີ່ອາດຈະເກີດຂຶ້ນ.
ພຣະຜູ້ເປັນເຈົ້າຂອງສວນອະງຸ່ນຮ້ອງໄຫ້ ຂະນະທີ່ພຣະອົງຖາມຜູ້ຮັບໃຊ້ຂອງພຣະອົງ, ຊຶ່ງອາດລວມເຮົາໃນຖານະອ້າຍເອື້ອຍນ້ອງຜູ້ປະຕິບັດສາດສະໜາກິດວ່າ, “ເຮົາຈະເຮັດແນວໃດອີກກັບສວນອະງຸ່ນຂອງເຮົາ?”
ມາຣີຢືນໂສກເສົ້າຢູ່ທີ່ອຸບມຸງ. ພຣະເຢຊູຖາມຄ່ອຍໆວ່າ, “ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້?” ພຣະອົງຮູ້ວ່າ “ນ້ຳຕາອາດໄຫລຫລັ່ງໃນເວລາກາງຄືນ, ແຕ່ຄວາມຊົມຊື່ນຍິນດີກໍມີມາໃນຕອນເຊົ້າ.” ການຟື້ນຄືນພຣະຊົນນຳຮຸ່ງອະຣຸນມາໃຫ້ທຸກຄົນ.
ໃນແຜ່ນດິນພຣະຄຳພີມໍມອນ, ເມື່ອຝູງຊົນທີ່ຊື່ສັດລຸກຂຶ້ນມາຫາພຣະອົງ, ພຣະອົງກໍເຕັມປ່ຽມດ້ວຍຄວາມຊື່ນຊົມ. ພຣະອົງຮ້ອງໄຫ້.
“ແລະ ພຣະອົງໄດ້ເອົາເດັກນ້ອຍໆຂອງພວກເຂົາມາເທື່ອລະຄົນ, ແລະ ອວຍພອນພວກເຂົາ, ແລະ ອະທິຖານຫາພຣະບິດາເພື່ອພວກເຂົາ.
“ແລະ ເມື່ອພຣະອົງໄດ້ເຮັດສິ່ງນີ້ແລ້ວ, ພຣະອົງກໍກັນແສງອີກ.”
ນີ້ຄືອີດສະເຕີໃນພຣະເຢຊູຄຣິດ: ພຣະອົງຕອບຄວາມປາດຖະໜາຂອງໃຈເຮົາ ແລະ ຄຳຖາມຕ່າງໆຂອງຈິດວິນຍານຂອງເຮົາ. ພຣະອົງເຊັດນ້ຳຕາຂອງເຮົາ, ຍົກເວັ້ນນ້ຳຕາແຫ່ງຄວາມຊື່ນຊົມ.
ເມື່ອນ້ຳຕາຂອງເຮົາໄຫລ, ບາງຄັ້ງເຮົາຈະຂໍໂທດ, ດ້ວຍຄວາມອັບອາຍ. ແຕ່ການຮູ້ວ່າພຣະເຢຊູຄຣິດເຂົ້າໃຈຄວາມເຈັບປວດ ແລະ ຄວາມສຸກຂອງຊີວິດ ສາມາດເຮັດໃຫ້ເຮົາມີຄວາມເຂັ້ມແຂງເກີນກວ່າຕົວເຮົາເອງ ຂະນະທີ່ເຮົາຝ່າຟັນກັບຄວາມຂົມຂື່ນ ແລະ ຄວາມຫວານຊື່ນ.
ໃນອາເມຣິກາໃຕ້, ພໍ່ຄົນໜຶ່ງໄຫ້ສະອື້ນ. ປະກາຍໃນຊີວິດຂອງລາວ, ລູກສາວນ້ອຍຂອງລາວ, ໄດ້ເສຍຊີວິດແລ້ວ. “ຂ້ານ້ອຍຍອມເຮັດທຸກສິ່ງເພື່ອຈະໄດ້ພົບນາງອີກ,” ລາວຮ້ອງໄຫ້ໃນອ້ອມແຂນຂອງຂ້າພະເຈົ້າ. ຂ້າພະເຈົ້າກໍຮ້ອງໄຫ້ເຊັ່ນກັນ.
ໃນການອຸທິດພຣະວິຫານປວຍບລາ ແມັກຊິໂກ, ນ້ຳຕາແຫ່ງຄວາມສຸກອາບໜ້າຂອງເອື້ອຍນ້ອງທີ່ຮັກແພງຄົນໜຶ່ງ. ໃບໜ້າຂອງລາວເປັ່ງປະກາຍດ້ວຍສັດທາ ແລະ ການເສຍສະລະ. ນາງເວົ້າວ່າ, “Todos mis hijos están aquí en el templo hoy”—“ລູກໆທຸກຄົນຂອງຂ້ານ້ອຍຢູ່ທີ່ນີ້ ໃນພຣະວິຫານມື້ນີ້.” ຫລາຍລຸ້ນຄົນໄດ້ເຕົ້າໂຮມກັນໃນບ້ານຂອງພຣະຜູ້ເປັນເຈົ້າ ເຮັດໃຫ້ມີນ້ຳຕາແຫ່ງຄວາມຊື່ນຊົມ ແລະ ຄວາມກະຕັນຍູ.
ໃນສົງຄາມກາງເມືອງທີ່ໂຫດຮ້າຍ, ຄອບຄົວ ແລະ ເພື່ອນບ້ານຕ່າງກໍເຮັດສິ່ງທີ່ຊົ່ວຮ້າຍຕໍ່ກັນ. ນ້ຳຕາທີ່ຂົມຂື່ນຄ່ອຍໆປ່ຽນເປັນຄວາມຫວັງ. ສຽງຂອງນາງສັ່ນ, ຍິງຄົນໜຶ່ງໃນໝູ່ບ້ານນ້ອຍໆແຫ່ງໜຶ່ງເວົ້າວ່າ, “ເພື່ອນບ້ານເອີຍ, ກ່ອນທີ່ຂ້ອຍຈະໄປຫາຫລຸມສົບຂອງຂ້ອຍ, ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າ ຈະໄປຊອກຫາສະມາຊິກຄອບຄົວທີ່ຫາຍໄປຂອງພວກເຈົ້າໄດ້ຢູ່ໃສ.”
ເຈົ້າສາວທີ່ເປັ່ງປະກາຍ ແລະ ເຈົ້າບ່າວທີ່ເຈົ້າຊູ້ກຳລັງຖືກຜະນຶກເຂົ້າກັນໃນບ້ານຂອງພຣະຜູ້ເປັນເຈົ້າ. ນາງມີອາຍຸໄດ້ 70 ປີ, ຄືກັນກັບລາວ. ເຈົ້າສາວທີ່ງົດງາມ, ນາງໄດ້ລໍຖ້າຢ່າງມີຄ່າຄວນສຳລັບມື້ນີ້. ນາງປິ່ນຊຸດເຈົ້າສາວຢ່າງອາຍໆໄປທາງນີ້, ທາງນັ້ນ. ພວກເຮົາຫລັ່ງນ້ຳຕາແຫ່ງຄວາມຊື່ນຊົມ. ຄຳສັນຍາຂອງພຣະເຈົ້າໄດ້ສຳເລັດແລ້ວ. ພັນທະສັນຍາຂອງພຣະອົງນຳພອນມາໃຫ້.
ຂະນະທີ່ໄປສິດສອນປະຈຳບ້ານຂອງເອື້ອຍນ້ອງແມ່ໝ້າຍຄົນໜຶ່ງ, ບອຍ ເຄ ແພ໊ກເກີ ຕອນເປັນໜຸ່ມ ໄດ້ຮຽນຮູ້ບົດຮຽນທີ່ອ່ອນໂຍນ. ຫລັງຈາກທີ່ໄດ້ຜິດຖຽງກັບສາມີຂອງນາງ, ນາງໄດ້ເວົ້າຄຳທີ່ເຈັບປວດທີ່ສຸດ. ໃນມື້ນັ້ນ ອຸບັດຕິເຫດທີ່ບໍ່ຄາດຄິດໄດ້ເອົາຊີວິດສາມີຂອງນາງໄປ. “ເປັນເວລາຫ້າສິບປີ,” ແມ່ໝ້າຍໄຫ້ສະອື້ນ, “ຂ້ານ້ອຍໄດ້ໃຊ້ຊີວິດໃນນະລົກ ໂດຍຮູ້ວ່າຄຳເວົ້າສຸດທ້າຍທີ່ລາວໄດ້ຍິນຈາກປາກຂອງຂ້ານ້ອຍແມ່ນຄຳເວົ້າທີ່ຂົມຂື່ນ ແລະ ຄຽດແຄ້ນ.”
ອີດສະເຕີໃນພຣະເຢຊູຄຣິດຊ່ວຍໃຫ້ເຮົາແກ້ໄຂ, ປອງດອງ, ແລະ ເຮັດໃຫ້ຄວາມສຳພັນຂອງເຮົາຖືກຕ້ອງ, ຢູ່ທັງສອງຟາກມ່ານ. ພຣະເຢຊູສາມາດປິ່ນປົວຄວາມໂສກເສົ້າ; ພຣະອົງສາມາດເຮັດໃຫ້ເກີດການໃຫ້ອະໄພໄດ້. ພຣະອົງສາມາດປົດປ່ອຍເຮົາ ແລະ ຄົນອື່ນໆຈາກສິ່ງທີ່ເຮົາ ຫລື ພວກເຂົາໄດ້ເວົ້າ ຫລື ໄດ້ເຮັດ ຊຶ່ງຜູກມັດເຮົາໄວ້ເປັນຊະເລີຍ.
ອີດສະເຕີໃນພຣະເຢຊູຄຣິດເຮັດໃຫ້ເຮົາຮູ້ສຶກເຖິງການເຫັນພ້ອມຂອງພຣະເຈົ້າ. ໂລກນີ້ບອກເຮົາວ່າເຮົາສູງເກີນໄປ, ເຕ້ຍເກີນໄປ, ກວ້າງເກີນໄປ, ແຄບເກີນໄປ—ບໍ່ສະຫລາດ, ບໍ່ງາມ, ຫລື ບໍ່ດີພໍທາງວິນຍານ. ຜ່ານທາງການປ່ຽນແປງທາງວິນຍານໃນພຣະເຢຊູຄຣິດ, ເຮົາສາມາດໜີຈາກສົມບູນແບບນິຍົມທີ່ເຮັດໃຫ້ອ່ອນແອໄດ້.
ດ້ວຍຄວາມຊື່ນຊົມໃນອີດສະເຕີ, ເຮົາຮ້ອງວ່າ, “ຊະນະຄວາມຕາຍ; ແລະ ໄຖ່ເຮົາ. ອົງພຣະຄຣິດເຈົ້າຊົງມີໄຊ.” ການຟື້ນຄືນພຣະຊົນຂອງພຣະຄຣິດປົດປ່ອຍເຮົາຈາກຄວາມຕາຍ, ຈາກຄວາມອ່ອນແອຂອງການເວລາ ແລະ ຄວາມບໍ່ສົມບູນແບບຂອງຮ່າງກາຍ. ການຊົດໃຊ້ຂອງພຣະເຢຊູຄຣິດກໍຍັງຟື້ນຟູເຮົາທາງວິນຍານນຳອີກ. ພຣະອົງໄດ້ຫລັ່ງໂລຫິດຈາກທຸກຂຸມຂົນ, ໄດ້ຮ້ອງໄຫ້ເປັນໂລຫິດ, ເພື່ອຊ່ວຍໃຫ້ເຮົາໜີຈາກບາບ ແລະ ການແຍກຈາກກັນ. ພຣະອົງໄດ້ນຳພວກເຮົາກັບມາຮວມກັນອີກຄັ້ງ, ສົມບູນແບບ ແລະ ສັກສິດ, ນຳກັນແລະກັນ ແລະ ນຳພຣະເຈົ້າ. ໃນທຸກສິ່ງທີ່ດີ, ພຣະເຢຊູຄຣິດຟື້ນຟູຢ່າງອຸດົມສົມບູນ—ບໍ່ພຽງແຕ່ສິ່ງທີ່ເຄີຍເປັນເທົ່ານັ້ນ ແຕ່ສິ່ງທີ່ສາມາດເປັນນຳອີກ.
ພຣະຊົນຊີບ ແລະ ຄວາມສະຫວ່າງຂອງພຣະເຢຊູເປັນພະຍານເຖິງຄວາມຮັກຂອງພຣະເຈົ້າທີ່ມີຕໍ່ລູກໆທຸກຄົນຂອງພຣະອົງ. ເພາະພຣະເຈົ້າພຣະບິດາຂອງເຮົາຮັກລູກໆທຸກຄົນຂອງພຣະອົງໃນທຸກຍຸກທຸກສະໄໝ ແລະ ໃນທຸກແຜ່ນດິນ, ເຮົາຈຶ່ງພົບຄຳເຊື້ອເຊີນທີ່ຮັກແພງຂອງພຣະອົງໃຫ້ມາພົບສັນຕິສຸກ ແລະ ຄວາມຊື່ນຊົມໃນພຣະອົງ ໃນຫລາຍປະເພນີ ແລະ ວັດທະນະທຳ. ບໍ່ວ່າຈະຢູ່ໃສ, ເມື່ອໃດ, ແລະ ບໍ່ວ່າເຮົາຈະເປັນໃຜກໍຕາມ, ເຮົາມີເອກະລັກແຫ່ງສະຫວັນໃນຖານະລູກໆຂອງພຣະຜູ້ສ້າງອົງດຽວກັນ. ໃນຄວາມຮູ້ສຶກທີ່ຄ້າຍຄືກັນ, ຜູ້ຕິດຕາມສາດສະໜາອິດສະລາມ, ຢິວ, ແລະ ຄຣິດສະຕຽນ ຕ່າງກໍມີມໍລະດົກໃນບິດາອັບຣາຮາມ ແລະ ພັນທະສັນຍາທີ່ເຊື່ອມໂຍງເຮົາເຂົ້າກັນ ຜ່ານທາງເຫດການໃນເອຢິບບູຮານ.
ບິດາອັບຣາຮາມໄດ້ມາຈາກເອຢິບ ແລະ ໄດ້ຮັບພອນ.
ໂຢເຊັບ, ໄດ້ຖືກຂາຍໄປເປັນທາດໃນປະເທດເອຢິບ, ຮູ້ວ່າຄວາມຝັນຂອງຟາໂຣໄດ້ໝາຍເຖິງຄວາມອຸດົມສົມບູນເຈັດປີ ທີ່ຕາມມາດ້ວຍຄວາມອຶດຢາກເຈັດປີ. ໂຢເຊັບໄດ້ຊ່ວຍຄອບຄົວ ແລະ ຜູ້ຄົນຂອງເພິ່ນ. ໂຢເຊັບໄດ້ຮ້ອງໄຫ້ເມື່ອເພິ່ນເຫັນແຜນອັນຍິ່ງໃຫຍ່ກວ່າຂອງພຣະເຈົ້າ, ຊຶ່ງທຸກສິ່ງທຸກຢ່າງເຮັດວຽກຮ່ວມກັນ ເພື່ອຜົນປະໂຫຍດຂອງຜູ້ທີ່ຮັກສາພັນທະສັນຍາຂອງຕົນ.
ໂມເຊ, ຖືກລ້ຽງດູໃນຄົວເຮືອນຂອງຟາໂຣ ໃນປະເທດເອຢິບ, ໄດ້ຮັບ ແລະ ຕໍ່ມາ ໄດ້ຟື້ນຟູຂໍກະແຈສຳລັບການເຕົ້າໂຮມລູກໆຂອງພຣະເຈົ້າ.
ເພື່ອໃຫ້ຄຳທຳນາຍເປັນຈິງ, ໂຢເຊັບ, ມາຣີ, ແລະ ກຸມມານນ້ອຍພຣະຄຣິດ ຈຶ່ງໄດ້ໄປຫລົບໄພຢູ່ໃນປະເທດເອຢິບ. ໃນເມືອງໄຄໂຣ, ຜູ້ເຊື່ອໃນສາດສະໜາມຸດສະລິມຄົນໜຶ່ງ ໄດ້ເວົ້າດ້ວຍຄວາມຄາລະວະວ່າ: “ພຣະຄຳພີຄູຣານໄດ້ສິດສອນວ່າ ໂຢເຊັບ, ມາຣີ, ແລະ ກຸມມານນ້ອຍເຢຊູ ໄດ້ພົບຄວາມປອດໄພ ແລະ ບ່ອນລີ້ໄພຢູ່ໃນປະເທດຂອງຂ້ອຍ. ໃນປະເທດຂອງຂ້ອຍ, ພຣະເຢຊູ ຄາວຍັງເປັນເດັກນ້ອຍ ໄດ້ກິນອາຫານຂອງພວກເຮົາ, ໄດ້ເລີ່ມຍ່າງກ້າວທຳອິດ, ແລະ ເວົ້າຄຳທຳອິດ. ຢູ່ທີ່ນີ້ ໃນປະເທດຂອງຂ້ອຍ, ພວກເຮົາເຊື່ອວ່າ ຕົ້ນໝາກໄມ້ກ່ອງງ່າລົງມາ ເພື່ອໃຫ້ພຣະອົງ ແລະ ຄອບຄົວຂອງພຣະອົງໄດ້ປິດກິນ. ການທີ່ພຣະອົງໄດ້ອາໄສຢູ່ໃນປະເທດຂອງພວກເຮົາ ໄດ້ເປັນພອນໃຫ້ແກ່ຜູ້ຄົນ ແລະ ແຜ່ນດິນຂອງພວກເຮົາ.”
ແຜນຂອງພຣະເຈົ້າກ່ຽວກັບສິນທຳ ແລະ ອຳເພີໃຈຂອງມະນຸດຊ່ວຍໃຫ້ເຮົາຮຽນຮູ້ຈາກປະສົບການຂອງເຮົາເອງ. ບົດຮຽນຊີວິດທີ່ຍິ່ງໃຫຍ່ທີ່ສຸດບາງຢ່າງແມ່ນມາຈາກສິ່ງທີ່ເຮົາບໍ່ເຄີຍເລືອກ. ດ້ວຍຄວາມຮັກ, ພຣະເຢຊູຄຣິດໄດ້ສະເດັດລົງຕ່ຳກວ່າ ແລະ ສູງກວ່າທຸກສິ່ງ. ພຣະອົງປິຕິຍິນດີໃນຄວາມສາມາດຈາກສະຫວັນຂອງເຮົາ ໃນການສ້າງສັນ ແລະ ຄວາມປິຕິ, ຄວາມເມດຕາໂດຍບໍ່ຫວັງລາງວັນ, ສັດທາເພື່ອການກັບໃຈ ແລະ ການໃຫ້ອະໄພ. ແລະ ພຣະອົງໄດ້ຮ້ອງໄຫ້ດ້ວຍຄວາມໂສກເສົ້າເພາະຄວາມທຸກທໍລະມານຂອງມະນຸດ, ຄວາມໂຫດຮ້າຍ, ແລະ ຄວາມບໍ່ຍຸດຕິທຳ—ທີ່ມັກຈະເກີດຈາກການເລືອກຂອງມະນຸດ—ເຊັ່ນດຽວກັບຟ້າສະຫວັນ ແລະ ພຣະເຈົ້າແຫ່ງສະຫວັນກັບພວກເຂົາ.
ໃນລະດູໃບໄມ້ປົ່ງແຕ່ລະຄັ້ງ ອີດສະເຕີເປັນພະຍານວ່າ ລຳດັບທາງວິນຍານ ແລະ ການມາບັນຈົບກັນ ຕ່າງກໍເປັນສ່ວນໜຶ່ງຂອງແບບແຜນການຊົດໃຊ້ແຫ່ງສະຫວັນ, ການຟື້ນຄືນພຣະຊົນ, ແລະ ການຟື້ນຟູຜ່ານທາງພຣະເຢຊູຄຣິດ. ການມາບັນຈົບກັນທີ່ສັກສິດ ແລະ ແບບປຽບທຽບນີ້ ບໍ່ໄດ້ເກີດຂຶ້ນໂດຍອຸບັດຕິເຫດ ຫລື ໂດຍບັງເອີນ. ວັນອາທິດໃບຕານ, ອາທິດສັກສິດ, ແລະ ອີດສະເຕີສະເຫລີມສະຫລອງການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະຄຣິດ. ໃນມື້ນີ້, ທຸກວັນທີ 6 ເດືອນເມສາ ເຮົາລະນຶກເຖິງການສະຖາປະນາ ແລະ ການສ້າງຕັ້ງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ການຟື້ນຟູນີ້ຄືເຫດຜົນທີ່ເຮົາມາເຕົ້າໂຮມກັນໃນວັນອາທິດທຳອິດຂອງເດືອນເມສາທຸກຄັ້ງ ໃນກອງປະຊຸມໃຫຍ່ສາມັນ.
ການຟື້ນຟູກໍຍັງເກີດຂຶ້ນເມື່ອພຣະເຢຊູຄຣິດ, ໂມເຊ, ອີລາຍ, ແລະ ເອລີຢາໄດ້ນຳຂໍກະແຈ ແລະ ສິດອຳນາດຂອງຖານະປະໂລຫິດກັບຄືນມາທີ່ພຣະວິຫານເຄີດແລນ ໃນວັນອາທິດອີດສະເຕີ, ປີ 1836 ນຳອີກ. ໃນສະຖານທີ່ນັ້ນ ໃນມື້ນັ້ນ ພຣະເຈົ້າໄດ້ມອບສິດອຳນາດ ແລະ ພອນຂອງການເຕົ້າໂຮມລູກໆຂອງພຣະອົງໃຫ້ແກ່ສາດສະໜາຈັກຂອງພຣະເຢຊູຄຣິດ, ກຽມລູກໆຂອງພຣະອົງໃຫ້ກັບຄືນໄປຫາພຣະອົງ, ແລະ ເຕົ້າໂຮມຄອບຄົວເຂົ້າກັນຊົ່ວນິລັນດອນ. ການຟື້ນຟູໃນມື້ນັ້ນໄດ້ເຮັດໃຫ້ຄຳທຳນາຍສຳເລັດ ຊຶ່ງເກີດຂຶ້ນທັງໃນວັນອີດສະເຕີ ແລະ ງານປັດສະຄາ.
ລວມທັງພຣະວິຫານເຄີດແລນ, ເມື່ອບໍ່ດົນມານີ້ ຂ້າພະເຈົ້າໄດ້ໄປຢ້ຽມຢາມສະຖານທີ່ສັກສິດໃນລັດໂອໄຮໂອ ບ່ອນທີ່ສາດສະດາໂຈເຊັບ ແລະ ຄົນອື່ນໆໄດ້ເຫັນພຣະເຈົ້າພຣະບິດາຂອງເຮົາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຢູ່ໃນພາບນິມິດ. ສາດສະດາໂຈເຊັບໄດ້ເຫັນວ່າສະຫວັນເປັນແບບໃດ. ໃນສະຫວັນ, ພຣະບິດາເທິງສະຫວັນ, ຜ່ານທາງພຣະເຢຊູຄຣິດ, “ຊ່ວຍໃຫ້ວຽກງານທຸກຢ່າງໃນພຣະຫັດຂອງພຣະອົງລອດ” ໃນອານາຈັກແຫ່ງລັດສະໝີພາບຂອງພຣະອົງ. ຍົກເວັ້ນພຽງຢ່າງດຽວຄື ຜູ້ທີ່ຈົງໃຈ “ປະຕິເສດພຣະບຸດ ຫລັງຈາກທີ່ພຣະບິດາໄດ້ເປີດເຜີຍພຣະອົງ.”
ເມື່ອການປະຕິບັດສາດສະໜາກິດໃນຊ່ວງມະຕະຂອງພຣະອົງເລີ່ມຕົ້ນຂຶ້ນ, ພຣະເຢຊູໄດ້ປະກາດພາລະກິດຂອງພຣະອົງເພື່ອເປັນພອນໃຫ້ແກ່ເຮົາແຕ່ລະຄົນ ດ້ວຍທຸກສິ່ງທີ່ເຮົາເຕັມໃຈທີ່ຈະຮັບ—ໃນທຸກເວລາ, ທຸກແຜ່ນດິນ, ແລະ ທຸກສະພາບການ. ຫລັງຈາກໄດ້ຖືສິນອົດເຂົ້າເປັນເວລາ 40 ມື້, ພຣະເຢຊູໄດ້ເຂົ້າໄປໃນທຳມະສາລາ ແລະ ອ່ານວ່າ, “ພຣະວິນຍານຂອງພຣະຜູ້ເປັນເຈົ້າຊົງສະຖິດຢູ່ເທິງຂ້ານ້ອຍ, ເພາະພຣະອົງໄດ້ຫົດສົງແຕ່ງຕັ້ງຂ້ານ້ອຍໄວ້ໃຫ້ປະກາດຂ່າວປະເສີດແກ່ຄົນຍາກຈົນ; ພຣະອົງໃຊ້ຂ້ານ້ອຍໄປປິ່ນປົວຫົວໃຈທີ່ຊອກຊ້ຳ, ປະກາດອິດສະລະພາບແກ່ຄົນທັງຫລາຍທີ່ຖືກຈຳຈອງ, ແລະ ຄົນຕາບອດຈະເຫັນຮຸ່ງອີກ, ປົດປ່ອຍຜູ້ຖືກກົດຂີ່ໃຫ້ເປັນອິດສະລະ.”
ຄົນຍາກຈົນ, ຫົວໃຈທີ່ຊອກຊ້ຳ, ຄົນທີ່ຖືກຈຳຈອງ, ຄົນຕາບອດ, ຄົນທີ່ຖືກກົດຂີ່—ນັ້ນຄືເຮົາແຕ່ລະຄົນ.
ພຣະທຳເອຊາຢາສືບຕໍ່ໃຫ້ຄຳສັນຍາແຫ່ງຄວາມຫວັງ, ການປົດປ່ອຍ, ຄວາມໝັ້ນໃຈຂອງພຣະເມຊີອາວ່າ: “ເພື່ອໃຫ້ພວກທີ່ໄວ້ທຸກທີ່ເທິງພູເຂົາຊີໂອນ, ໄດ້ຊື່ນຊົມຍິນດີແທນທີ່ຈະໂສກເສົ້າ, [ນ້ຳມັນແຫ່ງຄວາມຍິນດີແທນການໄວ້ທຸກ, ເສື້ອຄຸມແຫ່ງການສັນລະເສີນແທນຈິດໃຈທີ່ທໍ້ແທ້].”
ດັ່ງນັ້ນ, ເຮົາຈຶ່ງຮ້ອງອອກມາວ່າ, “ຂ້ານ້ອຍຈະຊົມຊື່ນຍິນດີໃນພຣະຜູ້ເປັນເຈົ້າ, ຈິດໃຈຂອງຂ້ານ້ອຍຈະຊື່ນບານໃນພຣະເຈົ້າຂອງຂ້ານ້ອຍ; ເພາະພຣະອົງໄດ້ເອົາເສື້ອຜ້າແຫ່ງຄວາມລອດມາໃຫ້ນຸ່ງ, ພຣະອົງໄດ້ເອົາເສື້ອແຫ່ງຄວາມຊອບທຳໃຫ້ຂ້ານ້ອຍຫົ່ມໄວ້.”
ໃນເທດສະການອີດສະເຕີແຕ່ລະຄັ້ງ, ເຮົາສະເຫລີມສະຫລອງ, ເປັນສັນຍາລັກໂດຍລວມ, ຂອງປະທານອັນຍິ່ງໃຫຍ່ນິລັນດອນ ຜ່ານທາງພຣະເຢຊູຄຣິດ: ການຊົດໃຊ້ຂອງພຣະອົງ; (ແລະ ຄຳສັນຍາຂອງເຮົາ) ການຟື້ນຄືນພຣະຊົນອັນແທ້ຈິງຂອງພຣະອົງ; ການຟື້ນຟູສາດສະໜາຈັກໃນຍຸກສຸດທ້າຍຂອງພຣະອົງ ພ້ອມດ້ວຍຂໍກະແຈ ແລະ ສິດອຳນາດຂອງຖານະປະໂລຫິດ ເພື່ອເປັນພອນໃຫ້ແກ່ລູກໆຂອງພຣະເຈົ້າ. ເຮົາປິຕິຍິນດີໃນອາພອນແຫ່ງຄວາມລອດ ແລະ ເສື້ອຄຸມແຫ່ງຄວາມຊອບທຳ. ເຮົາຮ້ອງ, “ໂຮຊັນນາແດ່ພຣະເຈົ້າ ແລະ ພຣະເມສານ້ອຍ!”
“ເພາະວ່າ ພຣະເຈົ້າຮັກໂລກຫລາຍທີ່ສຸດ ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ ແຕ່ມີຊີວິດອັນຕະຫລອດໄປເປັນນິດ.”
ຂໍໃຫ້ເຮົາແຕ່ລະຄົນໄດ້ພົບການຊົດໃຊ້, ການຟື້ນຄືນພຣະຊົນ, ແລະ ການຟື້ນຟູ—ສັນຕິສຸກ, ການກາຍເປັນ, ແລະ ການເປັນພາກສ່ວນໃນພຣະເຢຊູຄຣິດ—ຊຶ່ງເປັນສິ່ງທີ່ແທ້ຈິງ ແລະ ຊື່ນບານທີ່ຍືນຍົງ, ເປັນຄວາມສຸກ ແລະ ຕະຫລອດໄປ, ຂ້າພະເຈົ້າອະທິຖານໃນພຣະນາມອັນສັກສິດຂອງພຣະອົງ, ພຣະເຢຊູຄຣິດ, ອາແມນ.