“ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ”
ຄວາມຮັກທີ່ເຮົາມີຕໍ່ພຣະເຈົ້າ ແລະ ລູກໆຂອງພຣະອົງຄືປະຈັກພະຍານທີ່ມີພະລັງຕໍ່ໂລກວ່າ ນີ້ຄືສາດສະໜາຈັກທີ່ແທ້ຈິງຂອງພຣະຜູ້ຊ່ວຍໃຫ້ລອດ.
ເມື່ອຫລາຍປີກ່ອນ ຊິດສະເຕີ ອຸກດອບ ແລະ ຂ້າພະເຈົ້າໄດ້ເດີນທາງຜ່ານພາກໄຕ້ຂອງປະເທດເຢຍລະມັນ. ມັນແມ່ນມື້ກ່ອນວັນອີດສະເຕີ, ແລະ ພວກເຮົາຈຶ່ງເຊີນເພື່ອນສະໜິດຄົນໜຶ່ງ, ຜູ້ທີ່ບໍ່ແມ່ນສະມາຊິກຂອງສາດສະໜາຈັກ, ມາຮ່ວມນະມັດສະການກັບພວກເຮົາໃນວັນອາທິດ. ພວກເຮົາຮັກເພື່ອນຮັກຄົນນີ້ຫລາຍ, ສະນັ້ນຈຶ່ງເປັນເລື່ອງປົກກະຕິ ແລະ ເປັນທຳມະຊາດທີ່ພວກເຮົາຈະແບ່ງປັນກັບລາວວ່າພວກເຮົາຮູ້ສຶກແນວໃດກ່ຽວກັບພຣະຜູ້ຊ່ວຍໃຫ້ລອດ ແລະ ສາດສະໜາຈັກຂອງພຣະອົງ ແລະ ເພື່ອເຊື້ອເຊີນລາວໃຫ້ມາເບິ່ງ! ລາວໄດ້ຮັບຄຳເຊີນນັ້ນ ແລະ ໄດ້ມາຮ່ວມການປະຊຸມກັບພວກເຮົາຢູ່ສາຂາໃກ້ຄຽງ.
ຖ້າຫາກທ່ານເຄີຍພາເພື່ອນຄົນໜຶ່ງມາໂບດເປັນເທື່ອທຳອິດ, ທ່ານອາດຈະສາມາດເຂົ້າໃຈຄວາມຮູ້ສຶກຂອງຂ້າພະເຈົ້າໄດ້ ໃນວັນອາທິດຕອນເຊົ້າຂອງວັນນັ້ນ. ຂ້າພະເຈົ້າຕ້ອງການໃຫ້ທຸກສິ່ງທຸກຢ່າງດຳເນີນໄປຢ່າງສົມບູນແບບ. ເພື່ອນຂອງພວກເຮົາຄົນນີ້ເປັນຄົນມີການສຶກສາສູງ, ມີສິນລະທຳ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າການປະຊຸມໃນສາຂາແຫ່ງນີ້ຈະສ້າງຄວາມປະທັບໃຈທີ່ດີໃຫ້ກັບລາວ ແລະ ເປັນຕົວແທນໃຫ້ແກ່ສາດສະໜາຈັກໄດ້ເປັນຢ່າງດີ.
ສາຂາດັ່ງກ່າວໄດ້ປະຊຸມກັນໃນຫ້ອງເຊົ່າແຫ່ງໜຶ່ງຢູ່ຊັ້ນທີສອງຂອງຮ້ານຂາຍເຄື່ອງ. ເພື່ອຈະໄປເຖິງທີ່ນັ້ນ, ພວກເຮົາຕ້ອງຂຶ້ນຂັ້ນໃດຢູ່ດ້ານຫລັງຂອງຕຶກອາຄານ, ຊຶ່ງຕ້ອງຜ່ານກິ່ນຫອມເປັນຕາແຊບຈາກສິນຄ້າທີ່ເກັບໄວ້ຢູ່ທີ່ນັ້ນ.
ເມື່ອກອງປະຊຸມສິນລະລຶກເລີ່ມຕົ້ນຂຶ້ນ, ຂ້າພະເຈົ້າຄິດກ່ຽວກັບເພື່ອນຂອງຂ້າພະເຈົ້າທີ່ກຳລັງປະສົບກັບສິ່ງນີ້ເປັນຄັ້ງທຳອິດ, ແລະ ຂ້າພະເຈົ້າກໍໄດ້ສັງເກດເຫັນຫລາຍສິ່ງທີ່ເຮັດໃຫ້ຂ້າພະເຈົ້າບໍ່ສະບາຍໃຈເລັກນ້ອຍ. ຕົວຢ່າງເຊັ່ນ, ການຮ້ອງເພງ, ກໍບໍ່ໄດ້ເປັນເໝືອນກັນກັບກຸ່ມນັກຮ້ອງແທັບເບິແນັກໂກ. ເດັກນ້ອຍວົນແຊວ, ສົ່ງສຽງດັງໃນລະຫວ່າງພິທີສິນລະລຶກ. ຜູ້ເວົ້າໄດ້ພະຍາຍາມສຸດຄວາມສາມາດຂອງເຂົາເຈົ້າ, ແຕ່ເຂົາເຈົ້າບໍ່ມີທັກສະໃນການເວົ້າໃນທີ່ສາທາລະນະ. ຂ້າພະເຈົ້ານັ່ງອຶດອັດຕະຫລອດກອງປະຊຸມນັ້ນ, ໂດຍຫວັງວ່າບາງທີຫ້ອງຮຽນວັນອາທິດອາດຈະດີຂຶ້ນກວ່ານີ້.
ແຕ່ກໍບໍ່ເປັນດັ່ງນັ້ນ.
ຕະຫລອດເຊົ້າຂ້າພະເຈົ້າເປັນກັງວົນວ່າເພື່ອນຂອງພວກເຮົາຈະຄິດແນວໃດກັບໂບດທີ່ພວກເຮົາພາລາວໄປ.
ຫລັງຈາກນັ້ນ, ຂະນະທີ່ພວກເຮົາຂັບລົດກັບບ້ານ, ຂ້າພະເຈົ້າໄດ້ຫັນໄປລົມກັບເພື່ອນຂອງພວກເຮົາ. ຂ້າພະເຈົ້າຕ້ອງການອະທິບາຍວ່ານີ້ເປັນພຽງແຕ່ສາຂານ້ອຍໆແຫ່ງໜຶ່ງ ແລະ ບໍ່ໄດ້ແມ່ນຕົວແທນຂອງສາດສະໜາຈັກທັງໝົດ. ແຕ່ກ່ອນທີ່ຂ້າພະເຈົ້າຈະໄດ້ກ່າວເຊັ່ນນັ້ນ, ລາວກໍເວົ້າຂຶ້ນມາ.
“ຈັ່ງແມ່ນສວຍງາມແທ້,” ລາວໄດ້ກ່າວ.
ຂ້າພະເຈົ້າກໍເວົ້າຫຍັງບໍ່ອອກ.
ລາວກ່າວຕໍ່ໄປອີກວ່າ, “ຂ້ອຍປະທັບໃຈຫລາຍກັບການທີ່ຜູ້ຄົນປະຕິບັດຕໍ່ກັນໃນສາດສະໜາຈັກຂອງເຈົ້າ. ເບິ່ງຄືວ່າເຂົາເຈົ້າທັງໝົດມາຈາກພື້ນຖານທີ່ແຕກຕ່າງກັນ, ແຕ່ກໍຊັດເຈນວ່າເຂົາເຈົ້າຮັກແພງກັນແທ້. ນີ້ຄືສິ່ງທີ່ຂ້ອຍວາດພາບໄວ້ວ່າພຣະຄຣິດປາດຖະໜາໃຫ້ສາດສະໜາຈັກຂອງພຣະອົງເປັນ.”
ດັ່ງນັ້ນ, ຂ້າພະເຈົ້າກໍຮີບກັບໃຈຈາກການຕັດສິນໂດຍທັດສະນະຄະຕິຂອງຕົວຂ້າພະເຈົ້າເອງ. ຂ້າພະເຈົ້າປາດຖະໜາກອງປະຊຸມທີ່ສົມບູນແບບ ເພື່ອສ້າງຄວາມປະທັບໃຈໃຫ້ກັບເພື່ອນຂອງຂ້າພະເຈົ້າ. ແຕ່ສິ່ງທີ່ສະມາຊິກຂອງສາຂານີ້ໄດ້ບັນລຸຄື ຫົວໃຈແຫ່ງຈິດວິນຍານທີ່ສົມບູນແບບໄປດ້ວຍຄວາມຮັກ, ຄວາມເມດຕາ, ຄວາມອົດທົນ, ແລະ ຄວາມເຫັນອົກເຫັນໃຈ.
ເພື່ອສັດທາຈະໄດ້ເພີ່ມທະວີຂຶ້ນໃນແຜ່ນດິນໂລກ
ອ້າຍເອື້ອຍນ້ອງ, ໝູ່ເພື່ອນທີ່ຮັກແພງຂອງຂ້າພະເຈົ້າ, ຂ້າພະເຈົ້າຮັກສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ນີ້ຄືສາດສະໜາຈັກທີ່ແທ້ຈິງ ແລະ ດຳລົງຢູ່ຂອງພຣະຜູ້ຊ່ວຍໃຫ້ລອດ, ແລະ ສິດສອນເຖິງຄວາມສົມບູນຂອງພຣະກິດຕິຄຸນທີ່ໄດ້ຮັບການຟື້ນຟູຂອງພຣະເຢຊູຄຣິດ. ອຳນາດ ແລະ ສິດອຳນາດຂອງຖານະປະໂລຫິດຂອງພຣະອົງມີຢູ່ທີ່ນີ້. ພຣະເຢຊູຄຣິດນຳພາສາດສະໜາຈັກນີ້ດ້ວຍພຣະອົງເອງ, ຜ່ານທາງຜູ້ຮັບໃຊ້ທີ່ພຣະອົງເອີ້ນ ແລະ ມອບສິດອຳນາດໃຫ້, ແລະ ໂດຍສາດສະດາທີ່ມີຊີວິດຢູ່, ແມ່ນແຕ່ປະທານຣະໂຊ ເອັມ ແນວສັນ. ພຣະຜູ້ຊ່ວຍໃຫ້ລອດໄດ້ມອບໝາຍພາລະກິດພິເສດໃຫ້ແກ່ໄພ່ພົນຍຸກສຸດທ້າຍ ເພື່ອເຕົ້າໂຮມລູກໆຂອງພຣະເຈົ້າ ແລະ ກຽມໂລກສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ. ຂ້າພະເຈົ້າເປັນພະຍານວ່າທຸກສິ່ງນີ້ເປັນຄວາມຈິງ.
ແຕ່ມັນສຳຄັນທີ່ຈະຈຳໄວ້ວ່າ ເມື່ອຄົນສ່ວນຫລາຍມາຮູ້ຈັກກັບສາດສະໜາຈັກຂອງພຣະເຢຊູຄຣິດເປັນຄັ້ງທຳອິດ, ເຂົາເຈົ້າບໍ່ໄດ້ຄິດກ່ຽວກັບສິດອຳນາດຖານະປະໂລຫິດ ຫລື ພິທີການຕ່າງໆ ຫລື ການເຕົ້າໂຮມອິດສະຣາເອນ. ສິ່ງທີ່ເຂົາເຈົ້າອາດຈະສັງເກດເຫັນ, ຫລາຍກວ່າສິ່ງອື່ນໃດ, ນັ້ນຄືຄວາມຮູ້ສຶກຂອງເຂົາເຈົ້າເມື່ອຢູ່ກັບເຮົາ ແລະ ວິທີທີ່ເຮົາປະຕິບັດຕໍ່ກັນ.
“ຈົ່ງຮັກຊຶ່ງກັນແລະກັນ,” ພຣະເຢຊູກ່າວ. “ທຸກຄົນກໍຈະຮູ້ວ່າພວກເຈົ້າເປັນສາວົກຂອງເຮົາ.” ຫລາຍຄັ້ງ, ປະຈັກພະຍານ ຄັ້ງທຳອິດຂອງຄົນຜູ້ໜຶ່ງເຖິງພຣະເຢຊູຄຣິດເກີດຂຶ້ນເມື່ອເຂົາຮູ້ສຶກ ເຖິງຄວາມຮັກໃນບັນດາ ສາວົກ ຂອງພຣະເຢຊູຄຣິດ.
ພຣະຜູ້ຊ່ວຍໃຫ້ລອດໄດ້ປະກາດວ່າ ພຣະອົງໄດ້ຟື້ນຟູສາດສະໜາຈັກຂອງພຣະອົງເພື່ອ “ສັດທາ … ຈະໄດ້ເພີ່ມທະວີຂຶ້ນໃນແຜ່ນດິນໂລກ.” ເພາະສະນັ້ນ, ເມື່ອຜູ້ຄົນມາຢ້ຽມຢາມກອງປະຊຸມໃນສາດສະໜາຈັກຂອງເຮົາ, ພຣະຜູ້ຊ່ວຍໃຫ້ລອດຕ້ອງການໃຫ້ເຂົາເຈົ້າອອກໄປພ້ອມກັບສັດທາອັນແຮງກ້າຫລາຍຂຶ້ນໃນພຣະອົງ! ຄວາມຮັກທີ່ໝູ່ເພື່ອນຂອງເຮົາຮູ້ສຶກໄດ້ໃນບັນດາພວກເຮົາຈະຊ່ວຍໃຫ້ພວກເຂົາເຂົ້າໃກ້ພຣະເຢຊູຄຣິດຫລາຍຂຶ້ນ! ນັ້ນແມ່ນເປົ້າໝາຍງ່າຍໆຂອງເຮົາ ທູກໆຄັ້ງທີ່ເຮົາເຕົ້າໂຮມກັນ.
ຜູ້ໃດກໍຕາມທີ່ກຳລັງສະແຫວງຫາສັດທາທີ່ຍິ່ງໃຫຍ່ໃນພຣະຄຣິດ ຫລື ການເຊື່ອມຕໍ່ໃກ້ຊິດກັບພຣະບິດາເທິງສະຫວັນຫລາຍຂຶ້ນ ກໍຈະຮູ້ສຶກສະບາຍໃຈໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ການເຊື້ອເຊີນເຂົາເຈົ້າໃຫ້ມາຮ່ວມກອງປະຊຸມຕ່າງໆກໍເປັນເລື່ອງປົກກະຕິ ແລະ ເປັນທຳມະຊາດຄືກັນກັບການເຊື້ອເຊີນເຂົາເຈົ້າໃຫ້ເຂົ້າມາໃນບ້ານຂອງເຮົາ.
ອຸດົມການ ແລະ ຄວາມເປັນຈິງ
ບັດນີ້, ຂ້າພະເຈົ້າຮູ້ແລ້ວວ່າຂ້າພະເຈົ້າກຳລັງບັນຍາຍເຖິງອຸດົມການ. ແລະ ໃນຊີວິດມະຕະນີ້, ເຮົາເກືອບຈະບໍ່ມີໂອກາດໄດ້ປະສົບກັບອຸດົມການເລີຍ. ແລະ “ຈົນເຖິງວັນທີ່ສົມບູນ,” ຈະຕ້ອງມີຊ່ອງວ່າງລະຫວ່າງອຸດົມການ ແລະ ຄວາມເປັນຈິງຢູ່ສະເໝີ. ສະນັ້ນ, ເຮົາຄວນເຮັດແນວໃດເມື່ອສາດສະໜາຈັກຍັງຮູ້ສຶກຄືວ່າ ບໍ່ ແມ່ນວັນທີ່ສົມບູນແບບເທື່ອ? ເມື່ອໃດ, ຫລື ດ້ວຍເຫດຜົນໃດກໍຕາມທີ່, ຫວອດຂອງເຮົາຍັງ ບໍ່ ສາມາດສ້າງສັດທາ ຫລື ຄວາມຮັກທີ່ສົມບູນແບບເທື່ອ? ຫລື ເມື່ອເຮົາຮູ້ສຶກວ່າເຂົ້າກັບໃຜບໍ່ໄດ້ເລີຍ?
ສິ່ງໜຶ່ງທີ່ເຮົາ ບໍ່ ຄວນເຮັດຄືປະຖິ້ມອຸດົມການ!
ໃນ ໜ້າວິເຄາະສະບັບຂອງພຣະຄຳພີມໍມອນ ແມ່ນລວມດ້ວຍຄຳເຕືອນທີ່ສຳຄັນນີ້ວ່າ: “ຖ້າຫາກຈະມີສິ່ງທີ່ຂາດຕົກບົກພ່ອງ,” ຍັງກ່າວຕື່ມວ່າ, “ກໍເປັນຄວາມຜິດຂອງມະນຸດ; ດັ່ງນັ້ນ ຈົ່ງຢ່າກ່າວໂທດເລື່ອງຂອງພຣະເຈົ້າ.”
ແລ້ວໜັງສືເຫລັ້ມໜຶ່ງ—ຫລື ໂບດແຫ່ງໜຶ່ງ ຫລື ຄົນຜູ້ໜຶ່ງ—ທີ່ “ຂາດຕົກບົກພ່ອງ” ແລະ “ຜິດພາດໄປ” ແລະ ຍັງຄົງເປັນວຽກງານຂອງພຣະເຈົ້າໄດ້ຫລືບໍ່?
ຂ້າພະເຈົ້າຂໍຕອບດັງໆວ່າ, ແມ່ນແທ້!
ສະນັ້ນ, ໃນຂະນະທີ່ເຮົາຍຶດໝັ້ນດ້ວຍຕົວເຮົາເອງໃນມາດຕະຖານອັນສູງສົ່ງຂອງພຣະຜູ້ເປັນເຈົ້າ, ຂໍໃຫ້ເຮົາອົດທົນຕໍ່ກັນແລະກັນນຳອີກ. ເຮົາແຕ່ລະຄົນກໍຍັງຮຽນຮູ້ ແລະ ເຕີບໂຕຕໍ່ໄປ, ແລະ ເຮົາທຸກຄົນກໍເພິ່ງພາພຣະຜູ້ຊ່ວຍໃຫ້ລອດສຳລັບຄວາມກ້າວໜ້າຂອງເຮົາ. ນັ້ນເປັນຄວາມຈິງສຳລັບເຮົາໃນສ່ວນບຸກຄົນ, ແລະ ກໍເປັນຄວາມຈິງສຳລັບອານາຈັກຂອງພຣະເຈົ້າຢູ່ເທິງແຜ່ນດິນໂລກ.
ພຣະຜູ້ເປັນເຈົ້າເຊື້ອເຊີນເຮົາບໍ່ພຽງແຕ່ໃຫ້ ເຂົ້າຮ່ວມ ອານາຈັກຂອງພຣະອົງ ແຕ່ຍັງໃຫ້ເຮົາມີສ່ວນຮ່ວມໃນ ການສ້າງ ອານາຈັກຢ່າງຫ້າວຫັນນຳອີກ. ພຣະເຈົ້າຊົງວາດພາບເຫັນຜູ້ຄົນທີ່ “ມີໃຈດຽວ ແລະ ມີຄວາມຄິດດຽວ.” ເພື່ອຈະມີໃຈ ດຽວ ກັນ, ເຮົາຕ້ອງສະແຫວງຫາໃຈທີ່ ບໍລິສຸດ, ແລະ ນັ້ນກໍຮຽກຮ້ອງ ການປ່ຽນແປງອັນຍິ່ງໃຫຍ່ນີ້ໃນໃຈ.
ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າຈະຕ້ອງປ່ຽນແປງຈິດໃຈຂອງຂ້າພະເຈົ້າໃຫ້ສອດຄ່ອງກັບໃຈຂອງທ່ານ. ກໍບໍ່ໄດ້ໝາຍຄວາມວ່າຈະຕ້ອງປ່ຽນແປງຈິດໃຈຂອງທ່ານໃຫ້ສອດຄ່ອງກັບໃຈຂອງຂ້າພະເຈົ້າ. ມັນໝາຍຄວາມວ່າເຮົາທຸກຄົນຈະຕ້ອງປ່ຽນແປງຈິດໃຈຂອງເຮົາໃຫ້ສອດຄ່ອງກັບພຣະຜູ້ຊ່ວຍໃຫ້ລອດ.
ຖ້າວ່າເຮົາຍັງໄປບໍ່ເຖິງຈຸດນັ້ນເທື່ອ, ຈົ່ງຈື່ຈຳໄວ້ວ່າ: ດ້ວຍການຊ່ວຍເຫລືອຈາກພຣະຜູ້ເປັນເຈົ້າ, ບໍ່ມີສິ່ງໃດທີ່ພຣະເຈົ້າເຮັດບໍ່ໄດ້.
ເຂົ້າກັບສະຖານະການ ແລະ ຄວາມເປັນພາກສ່ວນ
ແລະ ຖ້າທ່ານເຄີຍຮູ້ສຶກວ່າຕົວເອງບໍ່ຄ່ອຍເຂົ້າກັບຄົນອື່ນ, ຈົ່ງຮູ້ໄວ້ວ່າ ທ່ານບໍ່ແມ່ນຄົນດຽວ. ເຮົາທຸກຄົນກໍເຄີຍຢູ່ໃນສະຖານະການໃນຊີວິດທີ່ຮູ້ສຶກເໝືອນກັບວ່າເປັນຄົນແປກໜ້າຢູ່ໃນຫ້ອງແມ່ນບໍ? ຂ້າພະເຈົ້າກໍມີປະສົບການເຊັ່ນນັ້ນຫລາຍກວ່າໜຶ່ງເທື່ອ. ຕອນຂ້າພະເຈົ້າມີອາຍຸໄດ້ 11 ປີ, ຄອບຄົວຂອງຂ້າພະເຈົ້າໄດ້ຖືກບັງຄັບໃຫ້ໜີຈາກບ້ານເຮືອນຂອງພວກເຮົາ ແລະ ຍ້າຍໄປຢູ່ເຂດອື່ນທີ່ບໍ່ຄຸ້ນເຄີຍ. ທຸກສິ່ງທຸກຢ່າງແຕກຕ່າງໄປຈາກທີ່ຂ້າພະເຈົ້າເຄີຍຊິນ. ແລະ ສຳນຽງຂອງຂ້າພະເຈົ້າໄດ້ເຮັດໃຫ້ເດັກນ້ອຍຄົນອື່ນໆຮູ້ໄດ້ຢ່າງຊັດເຈນວ່າ ຂ້າພະເຈົ້າ ແຕກຕ່າງໄປຈາກທີ່ ພວກເຂົາ ເຄີຍໄດ້ຍິນ. ໃນຊ່ວງເວລານັ້ນທີ່ຂ້າພະເຈົ້າຕ້ອງການມິດຕະພາບ ແລະ ການເປັນພາກສ່ວນຫລາຍທີ່ສຸດ, ຂ້າພະເຈົ້າຮູ້ສຶກໂດດດ່ຽວ ແລະ ບໍ່ມີທີ່ເພິ່ງ.
ຢູ່ໃນໂລກແຫ່ງນີ້, ຄວາມແຕກຕ່າງສ່ວນຫລາຍທີ່ເຮົາສັງເກດເຫັນ—ຄວາມແຕກຕ່າງທີ່ເຮົາບາງຄົນໃຊ້ເພື່ອຈຳແນກຊຶ່ງກັນແລະກັນ—ແມ່ນສິ່ງທີ່ກ່ຽວຂ້ອງກັບການທີ່ເປັນທາງໂລກເຊັ່ນ: ຮູບຮ່າງລັກສະນະພາຍນອກ, ເຊື້ອຊາດ, ພາສາ, ການນຸ່ງຫົ່ມ, ປະເພນີ, ແລະ ອື່ນໆ. ແຕ່ວ່າ “ພຣະເຈົ້າບໍ່ໄດ້ເຫັນສິ່ງຕ່າງໆໃນແບບດຽວກັນກັບມະນຸດ. ມະນຸດເບິ່ງຕາມສິ່ງທີ່ປະກົດພາຍນອກ, ແຕ່ພຣະຜູ້ເປັນເຈົ້າເບິ່ງເຂົ້າໄປທາງໃນຂອງໃຈ.”
ຈາກມຸມມອງຂອງພຣະອົງ, ມີມຸມມອງປະເພດໜຶ່ງທີ່ມາກ່ອນປະເພດອື່ນໆທັງໝົດຄື: ລູກຂອງພຣະເຈົ້າ. ແລະ ເຮົາທຸກຄົນກໍເຂົ້າກັບມັນໄດ້ເປັນຢ່າງດີ.
ມັນເປັນເລື່ອງທຳມະດາທີ່ເຮົາຕ້ອງການຈະຢູ່ອ້ອມຮອບກັບຜູ້ຄົນທີ່ເບິ່ງ, ເວົ້າຈາ, ກະທຳ, ແລະ ຄິດເໝືອນກັນກັບເຮົາ. ມັນມີພື້ນທີ່ສຳລັບສິ່ງນັ້ນຢູ່ແລ້ວ.
ແຕ່ວ່າໃນສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາເຕົ້າໂຮມລູກໆຂອງພຣະເຈົ້າໝົດທຸກຄົນ ຜູ້ທີ່ເຕັມໃຈທີ່ຈະມາເຕົ້າໂຮມ ແລະ ຜູ້ທີ່ສະແຫວງຫາຄວາມຈິງ. ມັນບໍ່ແມ່ນກ່ຽວກັບຮູບຮ່າງລັກສະນະພາຍນອກ, ທັດສະນະຄະຕິທາງການເມືອງຂອງເຮົາ, ວັດທະນະທຳຂອງເຮົາ, ຫລື ເຜົ່າພັນຂອງເຮົາ ທີ່ນຳເຮົາມາຢູ່ດ້ວຍກັນ. ບໍ່ແມ່ນພື້ນຖານຂອງເຮົາທີ່ຄືກັນຈຶ່ງເຮັດໃຫ້ເຮົາລວມກັນໄດ້. ມັນຄືຈຸດປະສົງອັນດຽວກັນຂອງເຮົາ, ຄວາມຮັກທີ່ມີໃຫ້ແດ່ພຣະເຈົ້າ ແລະ ຄວາມຮັກທີ່ມີໃຫ້ແກ່ເພື່ອນບ້ານຂອງເຮົາ, ຄວາມມຸ່ງໝັ້ນຂອງເຮົາທີ່ມີຕໍ່ພຣະເຢຊູຄຣິດ ແລະ ພຣະກິດຕິຄຸນທີ່ຖືກຟື້ນຟູຂອງພຣະອົງ. ເຮົາເປັນ “ໜຶ່ງດຽວໃນພຣະຄຣິດ.”
ຄວາມສາມັກຄີທີ່ເຮົາສະແຫວງຫາບໍ່ແມ່ນທຸກຄົນຈະຢືນຢູ່ບ່ອນດຽວກັນ; ແຕ່ຄືການທີ່ທຸກຄົນຫັນໜ້າໄປທິດທາງດຽວກັນ—ຄືມຸ່ງໜ້າໄປທີ່ພຣະເຢຊູຄຣິດ. ເຮົາເປັນໜຶ່ງດຽວ ບໍ່ແມ່ນຍ້ອນເຮົາເຄີຍໄປທີ່ນັ້ນແຕ່ແມ່ນບ່ອນທີ່ເຮົາກຳລັງພະຍາຍາມຈະໄປໃຫ້ຮອດ, ບໍ່ແມ່ນຍ້ອນເຫດຜົນວ່າເຮົາແມ່ນໃຜ ແຕ່ແມ່ນຜູ້ໃດທີ່ເຮົາສະແຫວງຫາທີ່ຈະກາຍເປັນ.
ນັ້ນຄື ຈຸດປະສົງຂອງສາດສະໜາຈັກທີ່ແທ້ຈິງຂອງພຣະຄຣິດ.
ກາຍດຽວ
ຖ້າທ່ານຮັກພຣະເຈົ້າ, ຖ້າທ່ານຕ້ອງການຈະຮູ້ຈັກພຣະອົງດີຂຶ້ນໂດຍການເຮັດຕາມພຣະບຸດຂອງພຣະອົງ, ທ່ານຄືພາກສ່ວນຂອງທີ່ນີ້. ຖ້າວ່າທ່ານກຳລັງສະແຫວງຫາທີ່ຈະຮັກສາພຣະບັນຍັດຂອງພຣະຜູ້ຊ່ວຍໃຫ້ລອດຢ່າງຈິງຈັງ—ເຖິງແມ່ນວ່າທ່ານຈະຍັງບໍ່ທັນເຮັດໄດ້ຢ່າງສົມບູນແບບກໍຕາມ—ທ່ານກໍເໝາະສົມກັບສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍເປັນຢ່າງດີ.
ແລະ ຖ້າວ່າທ່ານແຕກຕ່າງຈາກທຸກຄົນທີ່ຢູ່ອ້ອມຮອບຕົວທ່ານເດ? ນັ້ນບໍ່ໄດ້ເຮັດໃຫ້ທ່ານບໍ່ເໝາະສົມ—ແຕ່ມັນເຮັດໃຫ້ທ່ານເປັນສ່ວນທີ່ຈຳເປັນໃນພຣະກາຍຂອງພຣະຄຣິດ. ທຸກຄົນລ້ວນແລ້ວແຕ່ຈຳເປັນໃນພຣະກາຍຂອງພຣະຄຣິດ. ຫູສາມາດຮັບຮູ້ທຸກສິ່ງທີ່ຕາເຮັດບໍ່ໄດ້. ຕີນເຮັດສິ່ງທີ່ມືບໍ່ຖະໜັດທີ່ຈະເຮັດ.
ນັ້ນບໍ່ໄດ້ໝາຍຄວາມວ່າໜ້າທີ່ຂອງທ່ານຄືປ່ຽນແປງທຸກຄົນໃຫ້ເປັນຄືກັບຕົວຂອງທ່ານເອງ. ແຕ່ໝາຍຄວາມວ່າແຕ່ລະຄົນກໍມີບາງສິ່ງທີ່ສຳຄັນ ທີ່ຈະປະກອບສ່ວນ—ແລະ ທ່ານກໍມີສິ່ງສຳຄັນບາງຢ່າງໃຫ້ຮຽນຮູ້!
ເປັນສຽງດຽວກັນ
ໃນທຸກພາກຂອງກອງປະຊຸມໃຫຍ່ສາມັນ, ເຮົາໄດ້ຮັບພອນຈາກສຽງເພງທີ່ດົນໃຈຈາກກຸ່ມນັກຮ້ອງປະສານສຽງທີ່ມີພອນສະຫວັນ. ຂະນະທີ່ທ່ານຟັງຢູ່, ທ່ານອາດຈະສັງເກດເຫັນໄດ້ວ່ານັກຮ້ອງທຸກຄົນບໍ່ໄດ້ຮ້ອງໂນດດຽວກັນໃນເພງ. ບາງຄັ້ງພາກສ່ວນໜຶ່ງຂອງເພງກໍມີເມໂລດີ, ບາງຄັ້ງກໍມີຢ່າງອື່ນ. ແຕ່ທັງໝົດທັງປວງລ້ວນແລ້ວແຕ່ປະກອບສ່ວນເຮັດໃຫ້ສຽງອອກມາຢ່າງມ່ວນອອນຊອນ, ແລະ ເປັນໜຶ່ງດຽວກັນຢ່າງສົມບູນ. ສະມາຊິກແຕ່ລະຄົນໃນກຸ່ມນັກຮ້ອງປະສານສຽງມີເປົ້າໝາຍຫລັກອັນດຽວກັນ: ຄືສັນລະເສີນພຣະເຈົ້າ ແລະ ຍົກລະດັບຈິດໃຈຂອງເຮົາໃຫ້ໄປຫາພຣະອົງ. ແຕ່ລະຄົນຕ້ອງມີຄວາມຄິດ ແລະ ຈິດໃຈທີ່ມຸ່ງໝັ້ນໄປທີ່ຈຸດປະສົງອັນສັກສິດອັນດຽວກັນ. ແລະ ເມື່ອສິ່ງນັ້ນເກີດຂຶ້ນ, ເຂົາເຈົ້າກໍປະສານເປັນສຽງດຽວກັນຢ່າງແທ້ຈິງ.
ຖ້າທ່ານຍັງບໍ່ທັນໄດ້ເປັນສະມາຊິກຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ພວກເຮົາຂໍເຊື້ອເຊີນທ່ານໃຫ້ມາຮ່ວມກັບພວກເຮົາໃນຂະນະທີ່ພວກເຮົາຊື່ນຊົມຍິນດີໃນບົດເພງ “ຄວາມຮັກທີ່ໄຖ່ນັ້ນ” ຂອງພຣະຜູ້ຊ່ວຍໃຫ້ລອດ. ພວກເຮົາຕ້ອງການທ່ານ. ພວກເຮົາຮັກທ່ານ. ສາດສະໜາຈັກຈະດີຂຶ້ນຍ້ອນຄວາມພະຍາຍາມຂອງທ່ານທີ່ຈະຮັບໃຊ້ພຣະຜູ້ເປັນເຈົ້າ ແລະ ລູກໆຂອງພຣະອົງ.
ຖ້າທ່ານໄດ້ສະແດງໃຫ້ເຫັນແລ້ວ, ຜ່ານທາງການບັບຕິສະມາ, ຜ່ານທາງການເຮັດພັນທະສັນຍາກັບພຣະເຈົ້າ, ຄວາມປາດຖະໜາຂອງທ່ານທີ່ “ຈະເຂົ້າມາຫາຝູງຊົນຂອງພຣະເຈົ້າ, ແລະ ມີຊື່ວ່າຜູ້ຄົນຂອງພຣະອົງ,” ຂອບໃຈທີ່ເປັນສ່ວນໜຶ່ງຂອງວຽກງານອັນຍິ່ງໃຫຍ່ ແລະ ສັກສິດນີ້ ແລະ ສຳລັບການຊ່ວຍເຮັດໃຫ້ສາດສະໜາຈັກຂອງພຣະເຢຊູຄຣິດເປັນສິ່ງທີ່ພຣະຜູ້ຊ່ວຍໃຫ້ລອດຕ້ອງການໃຫ້ເປັນ.
ດັ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ຈາກເພື່ອນຂອງຂ້າພະເຈົ້າໃນປະເທດເຢຍລະມັນ, ຄວາມຮັກທີ່ເຮົາມີຕໍ່ພຣະເຈົ້າ ແລະ ລູກໆຂອງພຣະອົງຄືປະຈັກພະຍານທີ່ມີພະລັງຕໍ່ໂລກວ່າ ນີ້ຄືສາດສະໜາຈັກທີ່ແທ້ຈິງຂອງພຣະຜູ້ຊ່ວຍໃຫ້ລອດ.
ຂໍໃຫ້ພຣະເຈົ້າອວຍພອນເຮົາໃຫ້ສະແຫວງຫາທີ່ຈະດຳລົງຊີວິດຕາມອຸດົມການທີ່ພຣະຜູ້ຊ່ວຍໃຫ້ລອດ, ພຣະຜູ້ໄຖ່, ແລະ ພຣະອາຈານໄດ້ກຳນົດໄວ້ໃຫ້ກັບເຮົາດ້ວຍຄວາມອົດທົນ ແຕ່ພາກພຽນ— ເພື່ອທຸກຄົນຈະຮູ້ວ່າ ເຮົາເປັນສາວົກຂອງພຣະອົງ. ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.