“ຈົ່ງເຂົ້າມາໃກ້ເຮົາ”
ພຣະເຢຊູຄຣິດຮັກເຮົາແຕ່ລະຄົນ. ພຣະອົງສະເໜີມອບໂອກາດທີ່ຈະເຂົ້າໃກ້ພຣະອົງແກ່ເຮົາ.
ອ້າຍເອື້ອຍນ້ອງທີ່ຮັກແພງຂອງຂ້າພະເຈົ້າ, ມັນເປັນຄວາມຊື່ນຊົມສຳລັບຂ້າພະເຈົ້າທີ່ໄດ້ມາຮ່ວມກັບທ່ານໃນກອງປະຊຸມໃຫຍ່ສາມັນນີ້ ຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ. ນີ້ແມ່ນສາດສະໜາຈັກຂອງພຣະອົງ. ເຮົາກຳລັງເຕົ້າໂຮມກັນຢູ່ໃນອາຄານ ແລະ ບ້ານເຮືອນທົ່ວໂລກ ໃນພຣະນາມຂອງພຣະອົງ.
ເຮົາໄດ້ຮັບເອົາພຣະນາມຂອງພຣະອົງ ເມື່ອເຮົາເຂົ້າມາໃນອານາຈັກຂອງພຣະອົງໂດຍພັນທະສັນຍາ. ພຣະອົງເປັນພຣະບຸດທີ່ຟື້ນຄືນພຣະຊົນແລ້ວ ແລະ ສະຫງ່າລາສີຂອງພຣະເຈົ້າ. ເຮົາເປັນມະຕະ, ທີ່ເຮັດບາບ ແລະ ຕ້ອງຕາຍ. ແຕ່, ໃນຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາແຕ່ລະຄົນ, ພຣະຜູ້ຊ່ວຍໃຫ້ລອດຈຶ່ງໄດ້ເຊື້ອເຊີນເຮົາໃຫ້ເຂົ້າໃກ້ພຣະອົງຫລາຍຂຶ້ນ.
ນີ້ຄືຄຳເຊື້ອເຊີນຂອງພຣະອົງຕໍ່ເຮົາ: “ຈົ່ງເຂົ້າມາໃກ້ເຮົາ ແລະ ເຮົາຈະເຂົ້າໃກ້ພວກເຈົ້າ; ຈົ່ງສະແຫວງຫາເຮົາດ້ວຍຄວາມພາກພຽນ ແລະ ພວກເຈົ້າຈະພົບເຮົາ; ຈົ່ງໝັ່ນຂໍ ແລ້ວພວກເຈົ້າຈະໄດ້ຮັບ; ຈົ່ງໝັ່ນເຄາະ ແລ້ວຈະມີຜູ້ໄຂປະຕູໃຫ້ພວກເຈົ້າ.”
ມີບາງຄັ້ງທີ່ເຮົາຈະຮູ້ສຶກໃກ້ຊິດກັບພຣະຜູ້ຊ່ວຍໃຫ້ລອດ ພຣະເຢຊູຄຣິດ. ເຖິງຢ່າງໃດກໍຕາມ, ບາງຄັ້ງລະຫວ່າງທີ່ເຮົາຕ້ອງປະເຊີນກັບການທົດລອງໃນຊ່ວງມະຕະ, ເຮົາຈະຮູ້ສຶກຫ່າງເຫີນຈາກພຣະອົງ ແລະ ຢາກມີຄວາມໝັ້ນໃຈວ່າ ພຣະອົງຮູ້ສິ່ງທີ່ຢູ່ໃນໃຈເຮົາ ແລະ ຮັກເຮົາເປັນສ່ວນຕົວ.
ຄຳເຊື້ອເຊີນຂອງພຣະຜູ້ຊ່ວຍໃຫ້ລອດແມ່ນລວມທັງວິທີທີ່ຈະຮູ້ສຶກເຖິງຄວາມໝັ້ນໃຈນັ້ນ. ເຂົ້າໃກ້ພຣະອົງໂດຍການລະນຶກເຖິງພຣະອົງຕະຫລອດເວລາ. ສະແຫວງຫາພຣະອົງຢ່າງພາກພຽນ ຜ່ານທາງການສຶກສາພຣະຄຳພີ. ທູນຂໍຜ່ານທາງການອະທິຖານທີ່ຈິງໃຈຕໍ່ພຣະບິດາເທິງສະຫວັນ ເພື່ອໃຫ້ຮູ້ສຶກໃກ້ຊິດກັບພຣະບຸດທີ່ຮັກຂອງພຣະອົງຫລາຍຂຶ້ນ.
ມີວິທີລຽບງ່າຍທີ່ຈະຄິດກ່ຽວກັບມັນ. ມັນຄືສິ່ງທີ່ທ່ານຈະເຮັດ ຖ້າທ່ານຕ້ອງແຍກຈາກເພື່ອນຮັກໄປຊົ່ວໄລຍະໜຶ່ງ. ທ່ານຈະຫາວິທີສື່ສານກັບເຂົາ, ທ່ານຈະທະນຸຖະໜອມຂໍ້ຄວາມໃດໆທີ່ທ່ານໄດ້ຮັບຈາກເຂົາ, ແລະ ທ່ານຈະເຮັດທຸກສິ່ງທີ່ທ່ານສາມາດເຮັດໄດ້ເພື່ອຊ່ວຍເຂົາ.
ຍິ່ງເກີດຂຶ້ນເລື້ອຍເທົ່າໃດ, ດົນເທົ່າໃດ, ຄວາມຜູກພັນແຫ່ງຄວາມຮັກຍິ່ງຈະແໜ້ນແຟ້ນຫລາຍເທົ່າໃດ, ແລ້ວທ່ານຍິ່ງຈະຮູ້ສຶກວ່າຕົວທ່ານເອງໃກ້ຊິດຫລາຍຂຶ້ນເທົ່ານັ້ນ. ຖ້າເວລາຜ່ານໄປໂດຍບໍ່ມີການສື່ສານທີ່ທະນຸຖະໜອມ ແລະ ໂອກາດທີ່ຈະຊ່ວຍເຫລືອກັນ, ແລ້ວຄວາມຜູກພັນກໍຈະອ່ອນແອລົງ.
ພຣະເຢຊູຄຣິດຮັກເຮົາແຕ່ລະຄົນ. ພຣະອົງສະເໜີມອບໂອກາດນັ້ນທີ່ຈະເຂົ້າໃກ້ພຣະອົງແກ່ເຮົາ. ເຊັ່ນດຽວກັບເພື່ອນຮັກ, ທ່ານຈະເຮັດເຊັ່ນດຽວກັນ, ໂດຍການສື່ສານຜ່ານທາງການອະທິຖານຫາພຣະບິດາເທິງສະຫວັນໃນພຣະນາມຂອງພຣະເຢຊູຄຣິດ, ການຟັງສຳລັບການຊີ້ນຳທີ່ທະນຸຖະໜອມຈາກພຣະວິນຍານບໍລິສຸດ, ແລະ ແລ້ວການຮັບໃຊ້ຄົນອື່ນເພື່ອພຣະຜູ້ຊ່ວຍໃຫ້ລອດຢ່າງມ່ວນຊື່ນ. ບໍ່ດົນທ່ານຈະຮູ້ສຶກເຖິງພອນຂອງການເຂົ້າໃກ້ພຣະອົງນັ້ນ.
ຕອນເປັນໜຸ່ມ, ຂ້າພະເຈົ້າໄດ້ປະສົບກັບຄວາມຊື່ນຊົມ ເມື່ອໄດ້ເຂົ້າໃກ້ພຣະຜູ້ຊ່ວຍໃຫ້ລອດ—ແລະ ພຣະອົງໄດ້ເຂົ້າໃກ້ຂ້າພະເຈົ້າ—ຜ່ານທາງການກະທຳທີ່ລຽບງ່າຍຂອງການເຊື່ອຟັງພຣະບັນຍັດ. ຕອນຂ້າພະເຈົ້າຍັງນ້ອຍ, ສິນລະລຶກຈະຖືກປະຕິບັດໃນລະຫວ່າງການປະຊຸມພາກຄ່ຳ. ຂ້າພະເຈົ້າຍັງຈື່ຄືນໜຶ່ງ, ຫລາຍກວ່າ 75 ປີຜ່ານມາແລ້ວ, ຊຶ່ງມືດ ແລະ ໜາວເຢັນຢູ່ຂ້າງນອກ. ຂ້າພະເຈົ້າຈື່ຄວາມຮູ້ສຶກທີ່ມີຄວາມສະຫວ່າງ ແລະ ຄວາມອົບອຸ່ນ ເມື່ອຂ້າພະເຈົ້າຮູ້ວ່າຂ້າພະເຈົ້າໄດ້ຮັກສາພຣະບັນຍັດ ທີ່ຈະມາເຕົ້າໂຮມກັບໄພ່ພົນ ເພື່ອຮັບສ່ວນສິນລະລຶກ, ເຮັດພັນທະສັນຍາກັບພຣະບິດາເທິງສະຫວັນຂອງເຮົາ ທີ່ຈະລະນຶກເຖິງພຣະບຸດຂອງພຣະອົງຕະຫລອດເວລາ ແລະ ຮັກສາພຣະບັນຍັດຂອງພຣະອົງ.
ໃນທ້າຍກອງປະຊຸມໃນຄືນນັ້ນ ພວກເຮົາໄດ້ຮ້ອງເພງສວດຊື່ວ່າ “Abide with Me; ’Tis Eventide,” ດ້ວຍຖ້ອຍຄຳທີ່ໜ້າຊົງຈຳ “ໂອ້ ພຣະຜູ້ຊ່ວຍໃຫ້ລອດ, ຈົ່ງຢູ່ກັບຂ້ານ້ອຍໃນຄືນນີ້.”
ຖ້ອຍຄຳເຫລົ່ານີ້ໄດ້ນຳຄວາມຮູ້ສຶກອັນລົ້ນເຫລືອເຖິງພຣະວິນຍານມາສູ່ຂ້າພະເຈົ້າ, ເຖິງແມ່ນຈະຍັງນ້ອຍກໍຕາມ. ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມຮັກ ແລະ ຄວາມໃກ້ຊິດຂອງພຣະຜູ້ຊ່ວຍໃຫ້ລອດໃນຄ່ຳຄືນນັ້ນ ຜ່ານທາງການປອບໂຍນຂອງພຣະວິນຍານບໍລິສຸດ.
ຫລາຍປີຕໍ່ມາ ຂ້າພະເຈົ້າຢາກຟື້ນຟູຄວາມຮູ້ສຶກເຖິງຄວາມຮັກ ແລະ ຄວາມໃກ້ຊິດຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຂ້າພະເຈົ້າເຄີຍຮູ້ສຶກຕໍ່ພຣະຜູ້ເປັນເຈົ້າລະຫວ່າງກອງປະຊຸມສິນລະລຶກ ໃນໄວໜຸ່ມຂອງຂ້າພະເຈົ້າ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງໄດ້ຮັກສາພຣະບັນຍັດທີ່ລຽບງ່າຍອີກຂໍ້ໜຶ່ງ ທີ່ຂ້າພະເຈົ້າໄດ້ຄົ້ນຫາໃນພຣະຄຳພີ.
ໃນພຣະທຳລູກາ, ຂ້າພະເຈົ້າໄດ້ອ່ານກ່ຽວກັບວັນຖ້ວນສາມ ຫລັງຈາກການຄຶງ ແລະ ການຝັງຂອງພຣະອົງ, ເມື່ອຜູ້ຮັບໃຊ້ທີ່ຊື່ສັດໄດ້ມາ, ດ້ວຍຄວາມຮັກຕໍ່ພຣະຜູ້ຊ່ວຍໃຫ້ລອດ, ເພື່ອເຈີມພຣະສົບຂອງພຣະອົງ. ເມື່ອພວກເຂົາມາເຖິງ, ພວກເຂົາໄດ້ພົບວ່າ ກ້ອນຫີນໄດ້ຖືກຍ້າຍອອກຈາກປາກອຸບມຸງ ແລະ ເຫັນວ່າພຣະສົບຂອງພຣະອົງບໍ່ໄດ້ຢູ່ທີ່ນັ້ນ.
ທູດສອງອົງໄດ້ຢືນຢູ່ໃກ້ທີ່ນັ້ນ ແລະ ຖາມວ່າ ເປັນຫຍັງພວກເຂົາຈຶ່ງຢ້ານ:
“ເປັນຫຍັງພວກເຈົ້າຈຶ່ງຊອກຫາຄົນເປັນຢູ່ໃນໝູ່ຄົນຕາຍ?
“ພຣະອົງບໍ່ໄດ້ຢູ່ທີ່ນີ້, ພຣະອົງເປັນຄືນມາສູ່ຊີວິດແລ້ວ, ຈົ່ງຈະລຶກເຖິງຖ້ອຍຄຳທີ່ພຣະອົງກ່າວແກ່ພວກເຈົ້າ ເມື່ອພຣະອົງຢູ່ໃນແຂວງຄາລີເລ,
“ໂດຍກ່າວວ່າ, ບຸດມະນຸດຕ້ອງຖືກມອບໄວ້ໃນມືຂອງບັນດາຄົນບາບ ແລະ ຖືກຄຶງໄວ້ທີ່ໄມ້ກາງແຂນ ແລ້ວໃນວັນຖ້ວນສາມກໍຈະເປັນຄືນມາສູ່ຊີວິດ.”
ໃນຕອນຄ່ຳມື້ນັ້ນ, ສານຸສິດສອງຄົນໄດ້ຍ່າງອອກຈາກນະຄອນເຢຣູຊາເລັມ ໄປທາງເມືອງເອມາອຸດ, ແລະ ພຣະຜູ້ເປັນເຈົ້າທີ່ໄດ້ຟື້ນຄືນພຣະຊົນແລ້ວໄດ້ມາປະກົດຕົວຕໍ່ພວກເພິ່ນ ແລະ ໄດ້ເດີນທາງໄປກັບພວກເພິ່ນ.
ພຣະທຳລູກາໃຫ້ເຮົາຍ່າງໄປກັບພວກເພິ່ນໃນຕອນຄ່ຳມື້ນັ້ນ:
“ໃນຂະນະທີ່ພວກເພິ່ນສົນທະນາ ແລະ ໂຕ້ຖຽງກັນໄປນັ້ນ, ພຣະເຢຊູກໍສະເດັດມາໃກ້, ແລະ ຮ່ວມເດີນທາງໄປກັບພວກເພິ່ນ.
“ແຕ່ມີສິ່ງປິດບັງບໍ່ໃຫ້ພວກເພິ່ນຈື່ພຣະອົງໄດ້.
“[ພຣະອົງ] ໄດ້ຖາມພວກເພິ່ນວ່າ, ຂະນະທີ່ຍ່າງມາຕາມທາງ ພວກເຈົ້າໂຕ້ຖຽງກັນເຖິງເລື່ອງຫຍັງ?
“ແລ້ວຄົນໜຶ່ງຊື່ກະໂລປາໄດ້ຖາມພຣະອົງວ່າ, ໃນບັນດາແຂກເມືອງທີ່ມາອາໄສຢູ່ໃນນະຄອນເຢຣູຊາເລັມ, ມີແຕ່ທ່ານຜູ້ດຽວບໍ ທີ່ບໍ່ຮູ້ເຫດການ ຊຶ່ງເກີດຂຶ້ນທີ່ນັ້ນລະຫວ່າງວັນເຫລົ່ານີ້?”
ພວກເພິ່ນໄດ້ບອກພຣະອົງເຖິງຄວາມໂສກເສົ້າທີ່ພຣະເຢຊູໄດ້ສິ້ນພຣະຊົນ ເມື່ອພວກເພິ່ນໝັ້ນໃຈວ່າ ພຣະອົງຈະເປັນພຣະຜູ້ໄຖ່ຂອງອິດສະຣາເອນ.
ສຸລະສຽງຂອງພຣະຜູ້ເປັນເຈົ້າທີ່ໄດ້ຟື້ນຄືນພຣະຊົນແລ້ວ ຄົງເປັນສຸລະສຽງດ້ວຍຄວາມຮັກ ຕອນພຣະອົງກ່າວກັບສານຸສິດສອງຄົນທີ່ໂສກເສົ້າ ແລະ ໄວ້ທຸກ.
ຂະນະທີ່ຂ້າພະເຈົ້າອ່ານຕໍ່ໄປ, ກໍມີຖ້ອຍຄຳເຫລົ່ານີ້ທີ່ເຮັດໃຫ້ຫົວໃຈຂອງຂ້າພະເຈົ້າອົບອຸ່ນ, ດັ່ງທີ່ຂ້າພະເຈົ້າໄດ້ຮູ້ສຶກຕອນຂ້າພະເຈົ້າຍັງນ້ອຍ:
“ພໍມາໃກ້ບ້ານທີ່ພວກເພິ່ນກຳລັງຈະໄປນັ້ນ, ພຣະເຢຊູເຮັດຄືຈະສະເດັດຜ່ານ.
“ແຕ່ພວກເພິ່ນທັງສອງໄດ້ຊັກຊວນໃຫ້ພຣະອົງຢູ່ ໂດຍເວົ້າວ່າ, ເຊີນພັກຄ້າງຄືນຢູ່ກັບພວກເຮົາສາ; ເພາະໃກ້ຈະຄ່ຳມືດແລ້ວ. ດັ່ງນັ້ນ ພຣະອົງຈຶ່ງເຂົ້າໄປພັກຢູ່ກັບພວກເພິ່ນ.”
ພຣະຜູ້ຊ່ວຍໃຫ້ລອດໄດ້ຮັບເອົາການເຊື້ອເຊີນທີ່ຈະເຂົ້າໄປໃນເຮືອນຂອງສານຸສິດ. ພຣະອົງໄດ້ນັ່ງລົງຮັບປະທານອາຫານກັບພວກເພິ່ນ. ພຣະອົງໄດ້ຈັບເອົາເຂົ້າຈີ່, ໃຫ້ພອນ, ຫັກເຂົ້າຈີ່, ແລະ ຍື່ນໃຫ້ພວກເພິ່ນ. ແລ້ວຕາຂອງພວກເພິ່ນຖືກເປີດໃຫ້ສະຫວ່າງຂຶ້ນ, ແລະ ຈື່ພຣະອົງໄດ້. ແລ້ວພຣະອົງໄດ້ຫາຍໄປຈາກພວກເພິ່ນ.
ລູກາໄດ້ບັນທຶກຄວາມຮູ້ສຶກຂອງສານຸສິດທີ່ໄດ້ຮັບພອນເຫລົ່ານັ້ນໄວ້ໃຫ້ເຮົາດັ່ງນີ້: “ພວກເພິ່ນຈຶ່ງເວົ້າກັນວ່າ, ເມື່ອພຣະອົງກຳລັງເວົ້ານຳພວກເຮົາຕາມທາງ ແລະ ໄດ້ອະທິບາຍພຣະຄຳພີໃຫ້ພວກເຮົາຟັງນັ້ນ, ໃຈຂອງພວກເຮົາກໍຮ້ອນຮົນເໝືອນໄຟພາຍໃນພວກເຮົາບໍ່ແມ່ນບໍ?”
ສານຸສິດທັງສອງໄດ້ຟ້າວກັບຄືນໄປນະຄອນເຢຣູຊາເລັມ ແຈ້ງບອກອັກຄະສາວົກສິບເອັດຄົນ ເຖິງສິ່ງທີ່ໄດ້ເກີດຂຶ້ນ. ຂະນະທີ່ພວກເພິ່ນກຳລັງແບ່ງປັນປະສົບການຂອງພວກເພິ່ນຢູ່ນັ້ນ, ພຣະຜູ້ຊ່ວຍໃຫ້ລອດໄດ້ມາປະກົດອີກຄັ້ງ.
ພຣະອົງໄດ້ຢືນຢູ່ທ່າມກາງພວກເພິ່ນ ແລະ “ກ່າວແກ່ພວກເພິ່ນວ່າ, ສັນຕິສຸກຈົ່ງມີແກ່ເຈົ້າທັງຫລາຍ.” ແລ້ວ ພຣະອົງໄດ້ທົບທວນພາລະກິດຂອງພຣະອົງທີ່ມີທຳນາຍໄວ້ ເຖິງການຊົດໃຊ້ແທນບາບຂອງລູກໆຂອງພຣະບິດາຂອງພຣະອົງ ແລະ ການເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກ.
“ແລະ ໄດ້ກ່າວແກ່ພວກເພິ່ນວ່າ, ນີ້ແຫລະ ແມ່ນສິ່ງທີ່ຂຽນໄວ້, ພຣະຄຣິດຕ້ອງທົນທຸກທໍລະມານ, ແລະ ຕ້ອງເປັນຄືນມາຈາກຕາຍໃນວັນຖ້ວນສາມ:
“ຈົ່ງປະກາດນາມຊື່ຂອງພຣະອົງ ແກ່ຄົນທຸກຊົນຊາດ, ໂດຍເລີ່ມຈາກນະຄອນເຢຣູຊາເລັມໄປ ໃຫ້ເຂົາຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບເອົາການອະໄພບາບ.
“ພວກເຈົ້າກໍເປັນພະຍານໃນເລື່ອງເຫລົ່ານີ້.”
ເໝືອນດັ່ງສານຸສິດທີ່ຮັກຂອງພຣະອົງ, ລູກທຸກຄົນຂອງພຣະບິດາເທິງສະຫວັນທີ່ໄດ້ເລືອກເຂົ້າທາງປະຕູບັບຕິສະມາ ໄດ້ຢູ່ພາຍໃຕ້ພັນທະສັນຍາ ທີ່ຈະເປັນພະຍານຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ດູແລຄົນຂັດສົນ ຕະຫລອດຊີວິດມະຕະຂອງເຮົາ. ຄຳໝັ້ນສັນຍານີ້ໄດ້ຖືກເຮັດໃຫ້ຊັດເຈນສຳລັບເຮົາ ໂດຍສາດສະດາແອວມາຂອງພຣະຄຳພີມໍມອນທີ່ຍິ່ງໃຫຍ່ ຫລາຍສັດຕະວັດກ່ອນໜ້ານີ້ຢູ່ທີ່ນ້ຳມໍມອນ:
“ຍ້ອນວ່າພວກທ່ານປາດຖະໜາຈະເຂົ້າມາຫາຝູງຊົນຂອງພຣະເຈົ້າ ແລະ ມີຊື່ວ່າຜູ້ຄົນຂອງພຣະອົງ, ແລະ ເຕັມໃຈຈະແບກຫາບພາລະຂອງກັນແລະກັນ, ເພື່ອຈະໄດ້ແບ່ງເບົາ;
“ແທ້ຈິງແລ້ວ, ແລະ ເຕັມໃຈທີ່ຈະເປັນທຸກກັບຄົນທີ່ເປັນທຸກ; ແທ້ຈິງແລ້ວ, ຈະປອບໃຈຄົນທີ່ຕ້ອງການຄວາມປອບໃຈ, ແລະ ຈະຢືນເປັນພະຍານຂອງພຣະເຈົ້າໃນທຸກເວລາ ແລະ ໃນທຸກສິ່ງ, ແລະ ໃນທຸກບ່ອນທີ່ພວກທ່ານຢູ່ … , ຈົນເຖິງຄວາມຕາຍ, ເພື່ອພວກທ່ານຈະຖືກໄຖ່ໂດຍພຣະເຈົ້າ, … ເພື່ອພວກທ່ານຈະມີຊີວິດນິລັນດອນ.”
ເມື່ອທ່ານຊື່ສັດຕໍ່ຄຳສັນຍາເຫລົ່ານີ້, ທ່ານຈະພົບວ່າພຣະຜູ້ເປັນເຈົ້າຮັກສາຄຳສັນຍາຂອງພຣະອົງ ທີ່ຈະເປັນອັນໜຶ່ງດຽວກັນກັບທ່ານ ໃນການຮັບໃຊ້ຂອງທ່ານ, ເຮັດໃຫ້ພາລະຂອງທ່ານເບົາບາງລົງ. ທ່ານຈະມາຮູ້ຈັກພຣະຜູ້ຊ່ວຍໃຫ້ລອດ, ແລະ ໃນເວລາຕໍ່ໄປ ທ່ານຈະກາຍເປັນເໝືອນດັ່ງພຣະອົງ ແລະ “ດີພ້ອມໃນພຣະອົງ.” ໂດຍການຊ່ວຍເຫລືອຄົນອື່ນເພື່ອພຣະຜູ້ຊ່ວຍໃຫ້ລອດ, ທ່ານຈະພົບວ່າ ທ່ານກຳລັງເຂົ້າໃກ້ພຣະອົງຫລາຍຂຶ້ນ.
ພວກທ່ານຫລາຍຄົນກໍມີບາງຄົນທີ່ທ່ານຮັກ ຜູ້ກຳລັງອອກໄປຈາກເສັ້ນທາງສູ່ຊີວິດນິລັນດອນ. ທ່ານສົງໄສວ່າ ທ່ານຈະເຮັດຫຍັງໄດ້ອີກ ເພື່ອນຳພວກເຂົາກັບມາ. ທ່ານສາມາດເພິ່ງອາໄສພຣະຜູ້ເປັນເຈົ້າ ໃຫ້ເຂົ້າໃກ້ພວກເຂົາຫລາຍຂຶ້ນ ຂະນະທີ່ທ່ານຮັບໃຊ້ພຣະອົງດ້ວຍສັດທາ.
ທ່ານອາດຈື່ຄຳສັນຍາຂອງພຣະຜູ້ເປັນເຈົ້າກັບໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ຕອນພວກເພິ່ນໄດ້ຢູ່ຫ່າງໄກຈາກຄອບຄົວຂອງພວກເພິ່ນ ເພື່ອໄປເຮັດວຽກໃຫ້ພຣະອົງ ທີ່ວ່າ: “ເພື່ອນຂອງເຮົາ ຊິດນີ ແລະ ໂຈເຊັບ, ຄອບຄົວຂອງພວກເຈົ້າສະບາຍດີ; ພວກເຂົາຢູ່ໃນມືຂອງເຮົາ, ແລະ ເຮົາຈະຈັດການກັບພວກເຂົາດັ່ງທີ່ເຮົາເຫັນວ່າດີ; ເພາະເຮົາມີອຳນາດໃນທຸກສິ່ງທັງປວງ.”
ເມື່ອທ່ານມັດບາດແຜຂອງຄົນທີ່ຂັດສົນ, ອຳນາດຂອງພຣະຜູ້ເປັນເຈົ້າຈະຄ້ຳຊູທ່ານ. ພຣະພາຫາຂອງພຣະອົງຈະຍື່ນອອກມາ ພ້ອມກັບທ່ານເພື່ອຊ່ວຍເຫລືອ ແລະ ອວຍພອນລູກໆຂອງພຣະບິດາເທິງສະຫວັນຂອງເຮົາ.
ຜູ້ຮັບໃຊ້ແຫ່ງພັນທະສັນຍາຂອງພຣະເຢຊູຄຣິດທຸກຄົນຈະໄດ້ຮັບການຊີ້ນຳຂອງພຣະອົງຈາກພຣະວິນຍານ ເມື່ອພວກເຂົາອວຍພອນ ແລະ ຮັບໃຊ້ຄົນອື່ນເພື່ອພຣະອົງ. ແລ້ວພວກເຂົາຈະຮູ້ສຶກເຖິງຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພົບຄວາມຊື່ນຊົມໃນການໄດ້ເຂົ້າໃກ້ພຣະອົງຫລາຍຂຶ້ນ.
ຂ້າພະເຈົ້າເປັນພະຍານເຖິງການຟື້ນຄືນພຣະຊົນຂອງພຣະຜູ້ເປັນເຈົ້າຢ່າງແນ່ນອນ ຄືກັບວ່າຂ້າພະເຈົ້າຢູ່ທີ່ນັ້ນກັບສານຸສິດສອງຄົນ ໃນເຮືອນຢູ່ຖະໜົນເອມາອຸດ. ຂ້າພະເຈົ້າຮູ້ວ່າ ພຣະອົງຊົງພຣະຊົນຢູ່.
ນີ້ແມ່ນສາດສະໜາຈັກທີ່ແທ້ຈິງຂອງພຣະອົງ—ສາດສະໜາຈັກຂອງພຣະເຢຊູຄຣິດ. ໃນວັນພິພາກສາ, ເຮົາຈະໄດ້ຢູ່ຕໍ່ພຣະພັກຂອງພຣະຜູ້ຊ່ວຍໃຫ້ລອດ, ໜ້າຕໍ່ໜ້າ. ມັນຈະເປັນຊ່ວງເວລາທີ່ມີຄວາມຊື່ນຊົມອັນຍິ່ງໃຫຍ່ສຳລັບຜູ້ທີ່, ໃນຊີວິດນີ້, ໄດ້ເຂົ້າໃກ້ພຣະອົງໃນການຮັບໃຊ້ ແລະ ລໍຄອຍດ້ວຍໃຈຈົດຈໍ່ທີ່ຈະໄດ້ຍິນພຣະຄຳຂອງພຣະອົງ: “ດີແລ້ວ, ຄົນຮັບໃຊ້ທີ່ດີ ແລະ ສັດຊື່ເອີຍ.”
ຂ້າພະເຈົ້າເປັນພະຍານໃນຖານະພະຍານຄົນໜຶ່ງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ທີ່ຟື້ນຄືນພຣະຊົນແລ້ວ, ໃນພຣະນາມຂອງພຣະເຢຊູຄຣິດ, ອາແມນ.