ຮ່ວມກຽມພ້ອມສຳລັບການສະເດັດກັບມາຂອງພຣະຄຣິດ
ການເອີ້ນ ແລະ ວິທີອື່ນໆທີ່ເຮົາເລີ່ມໃນວຽກງານຂອງພຣະເຈົ້າ ຈະກຽມເຮົາເພື່ອພົບກັບພຣະຜູ້ຊ່ວຍໃຫ້ລອດ.
ສອງສາມເດືອນຜ່ານມານີ້, ຂ້າພະເຈົ້າໄດ້ຢືນຢູ່ໃນຫ້ອງໂຖງບ່ອນທີ່ແອວເດີ ນຽວ ແອວ ແອນເດີເຊັນ ຍ່າງຜ່ານມາ. ຂ້າພະເຈົ້າຫາກໍໄດ້ຮັບການເອີ້ນໃຫ້ເປັນເຈົ້າໜ້າທີ່ຊັ້ນຜູ້ໃຫຍ່. ເບິ່ງຄືວ່າຂ້າພະເຈົ້າຍັງບໍ່ພຽບພ້ອມ, ເພິ່ນໄດ້ຍິ້ມ ແລະ ເວົ້າວ່າ, “ເອີ, ເບິ່ງຄືວ່າມີຄົນບໍ່ຮູ້ວ່າຕົວເອງກຳລັງເຮັດຫຍັງຢູ່.”
ແລະ ຂ້າພະເຈົ້າໄດ້ຄິດວ່າ, “ມີສາດສະດາ ແລະ ຜູ້ພະຍາກອນທີ່ແທ້ຈິງ.”
ແອວເດີ ແອນເດີເຊັນ ໄດ້ກະຊິບວ່າ, “ບໍ່ຕ້ອງເປັນຫ່ວງ, ແອວເດີ ຊຳເວ. ມັນຈະດີຂຶ້ນ—ໃນຫ້າ ຫລື ຫົກປີ.”
ທ່ານເຄີຍສົງໄສຫລືບໍ່ວ່າ ເປັນຫຍັງເຮົາຈຶ່ງຖືກຂໍໃຫ້ເຮັດສິ່ງຕ່າງໆໃນອານາຈັກຂອງພຣະເຈົ້າ ທີ່ຮູ້ສຶກວ່າເກີນຄວາມສາມາດຂອງເຮົາ? ດ້ວຍຄວາມຕ້ອງການໃນຊີວິດ, ທ່ານເຄີຍຖາມຫລືບໍ່ວ່າ ເປັນຫຍັງເຮົາຈຶ່ງຕ້ອງການການເອີ້ນໃນສາດສະໜາຈັກ? ເອີ, ຂ້າພະເຈົ້າເຄີຍ.
ແລະ ຂ້າພະເຈົ້າໄດ້ຮັບຄຳຕອບໃນກອງປະຊຸມໃຫຍ່ສາມັນ ເມື່ອປະທານຣະໂຊ ເອັມ ແນວສັນ ໄດ້ກ່າວວ່າ, “ບັດນີ້ເປັນເວລາສຳລັບທ່ານ ແລະ ສຳລັບຂ້າພະເຈົ້າ ທີ່ຈະຕຽມສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ.” ເມື່ອປະທານແນວສັນໄດ້ກ່າວສິ່ງນີ້, ພຣະວິນຍານໄດ້ສິດສອນຂ້າພະເຈົ້າວ່າ ເມື່ອເຮົາເຂົ້າຮ່ວມໃນວຽກງານຂອງພຣະເຈົ້າ, ເຮົາຕຽມຕົນເອງ ແລະ ຄົນອື່ນໆສຳລັບການສະເດັດມາຂອງພຣະຄຣິດ. ຄຳສັນຍາຂອງພຣະຜູ້ເປັນເຈົ້າກໍໜ້າສົນໃຈທີ່ການເອີ້ນນັ້ນ, ການປະຕິບັດສາດສະໜາກິດ, ການນະມັດສະການໃນພຣະວິຫານ, ການເຮັດຕາມການກະຕຸ້ນ, ແລະ ວິທີອື່ນໆ ທີ່ເຮົາເລີ່ມໃນວຽກງານຂອງພຣະເຈົ້າ ເປັນການກຽມເຮົາຢ່າງພິເສດ ເພື່ອພົບກັບພຣະຜູ້ຊ່ວຍໃຫ້ລອດ.
ພຣະເຈົ້າພໍພຣະໄທເມື່ອເຮົາເຂົ້າຮ່ວມໃນວຽກງານຂອງພຣະອົງ
ໃນ “ຄວາມສະຫງ່າງາມຂອງຊ່ວງເວລານີ້,” ເມື່ອອານາຈັກຂອງພຣະເຈົ້າຂະຫຍາຍອອກໄປ ແລະ ພຣະວິຫານກະຈາຍຢູ່ທົ່ວແຜ່ນດິນໂລກ, ມີຄວາມຕ້ອງການຈິດວິນຍານທີ່ເຕັມໃຈເຂົ້າຮ່ວມໃນວຽກງານຂອງພຣະເຈົ້າເພີ່ມຫລາຍຂຶ້ນ. ການຮັບໃຊ້ທີ່ບໍ່ເຫັນແກ່ຕົວເປັນແກ່ນແທ້ຂອງການເປັນສານຸສິດທີ່ເໝືອນດັ່ງພຣະຄຣິດ. ແຕ່ການຮັບໃຊ້ບໍ່ຄ່ອຍສະດວກ. ນີ້ຄືເຫດຜົນທີ່ຂ້າພະເຈົ້າຊົມເຊີຍທ່ານ ສານຸສິດຜູ້ຮັກສາພັນທະສັນຍາ, ລວມທັງຜູ້ສອນສາດສະໜາທີ່ແສນຮັກຂອງພວກເຮົາ, ຊຶ່ງປະຖິ້ມຄວາມປາດຖະໜາ ແລະ ຄວາມທ້າທາຍຂອງທ່ານ ເພື່ອຮັບໃຊ້ພຣະເຈົ້າ ໂດຍການຮັບໃຊ້ລູກໆຂອງພຣະອົງ. ພຣະເຈົ້າ “ເບີກບານທີ່ຈະໃຫ້ກຽດ [ທ່ານສຳລັບການຮັບໃຊ້ພຣະອົງ] ໃນຄວາມຊອບທຳ.” ພຣະອົງສັນຍາວ່າ, “ຄຳສັນຍາຍິ່ງໃຫຍ່ຈະເປັນລາງວັນ [ຂອງທ່ານ] ແລະ ນິລັນດອນຈະເປັນລັດສະໝີພາບ [ຂອງທ່ານ].” ເມື່ອເຮົາເວົ້າວ່າ ໂດຍ ກັບການຮັບໃຊ້, ເຮົາກໍເວົ້າວ່າ ໂດຍ ກັບພຣະເຢຊູຄຣິດ. ແລະ ເມື່ອເຮົາເວົ້າວ່າ ໂດຍ ກັບພຣະຄຣິດ, ເຮົາກໍໄດ້ເວົ້າວ່າ ໂດຍ ກັບຊີວິດທີ່ອຸດົມສົມບູນທີ່ສຸດ ເທົ່າທີ່ຈະເປັນໄປໄດ້.
ຂ້າພະເຈົ້າຮຽນຮູ້ບົດຮຽນນີ້ໃນຂະນະທີ່ເຮັດວຽກງານ ແລະ ສຶກສາວິສະວະກຳເຄມີ ຢູ່ວິທະຍາໄລ. ຂ້າພະເຈົ້າໄດ້ຖືກຂໍໃຫ້ເປັນຜູ້ວາງແຜນກິດຈະກຳສຳລັບຄົນໜຸ່ມໃນຫວອດ. ນີ້ແມ່ນການເອີ້ນທີ່ຝັນຮ້າຍຂອງຂ້າພະເຈົ້າ. ແຕ່, ຂ້າພະເຈົ້າກໍຍອມຮັບ, ແລະ ຕອນທຳອິດມັນກໍເປັນວຽກງານໜ້າເບື່ອ. ແລ້ວຢູ່ທີ່ກິດຈະກຳໜຶ່ງທີ່ສາວສວຍຄົນໜຶ່ງຫລົງໄຫລໃນວິທີທີ່ຂ້າພະເຈົ້າເສີບກະແລ້ມ. ນາງໄດ້ກັບຄືນມາສາມເທື່ອ, ໂດຍຫວັງວ່າຈະດຶງດູດຄວາມສົນໃຈຂອງຂ້າພະເຈົ້າ. ພວກເຮົາໄດ້ຕົກຫລຸມຮັກກັນ, ແລະ ນາງໄດ້ຂໍແຕ່ງງານກັບຂ້າພະເຈົ້າພຽງສອງອາທິດຕໍ່ມາ. ເອີ, ບາງທີອາດຈະບໍ່ໄວຂະໜາດນັ້ນ, ແລະ ຂ້າພະເຈົ້າເປັນຄົນຂໍແຕ່ງງານ, ແຕ່ຄວາມຈິງກໍຄື, ຂ້າພະເຈົ້າຮູ້ສຶກສັ່ນສະທ້ານ ເມື່ອຄິດວ່າຈະພາດກັບ ໄຮດີ ຖ້າຂ້າພະເຈົ້າປະຕິເສດການເອີ້ນນັ້ນ.
ການມີສ່ວນຮ່ວມຂອງເຮົາ ຄືການກຽມພ້ອມສຳລັບການສະເດັດກັບມາຂອງພຣະຄຣິດ
ເຮົາເຂົ້າຮ່ວມໃນວຽກງານຂອງພຣະເຈົ້າ ບໍ່ແມ່ນເພາະພຣະເຈົ້າຕ້ອງການເຮົາ ແຕ່ເພາະເຮົາຕ້ອງການພຣະເຈົ້າ ແລະ ພອນອັນຍິ່ງໃຫຍ່ຂອງພຣະອົງ. ພຣະອົງສັນຍາວ່າ, “ເພາະ, ຈົ່ງເບິ່ງ, ເຮົາຈະອວຍພອນທຸກຄົນທີ່ອອກແຮງຢູ່ໃນສວນອະງຸ່ນຂອງເຮົາ ດ້ວຍພອນອັນໃຫຍ່ຫລວງ.” ຂ້າພະເຈົ້າຂໍແບ່ງປັນຫລັກທຳສາມຢ່າງທີ່ສິດສອນວ່າ ການມີສ່ວນຮ່ວມຂອງເຮົາໃນວຽກງານຂອງພຣະເຈົ້າ ເປັນພອນ ແລະ ຊ່ວຍໃຫ້ເຮົາກຽມຕົວເພື່ອພົບກັບພຣະຜູ້ຊ່ວຍໃຫ້ລອດ.
ທຳອິດ, ເມື່ອເຮົາມີສ່ວນຮ່ວມ, ເຮົາຈະກ້າວໜ້າໄປສູ່ “ຈຸດປະສົງຂອງການສ້າງ [ຂອງເຮົາ].”
ເຮົາຮຽນຮູ້ແບບແຜນນີ້ໃນເລື່ອງລາວຂອງການນິລະມິດສ້າງ. ຫລັງຈາກການທຳງານໃນແຕ່ລະມື້, ພຣະເຈົ້າໄດ້ຮັບຮູ້ຄວາມກ້າວໜ້າທີ່ເຮັດໄດ້ ໂດຍການກ່າວວ່າ “ດີ.” ພຣະອົງບໍ່ໄດ້ກ່າວວ່າ ວຽກງານນັ້ນສຳເລັດແລ້ວ ຫລື ວ່າມັນສົມບູນແບບ. ແຕ່ສິ່ງທີ່ພຣະອົງໄດ້ກ່າວແມ່ນມັນມີຄວາມກ້າວໜ້າ, ແລະ ໃນສາຍພຣະເນດຂອງພຣະເຈົ້າ, ນັ້ນດີ!
ການເອີ້ນທີ່ຈະບໍ່ກຳນົດ ຫລື ຮັບຮອງຄຸນຄ່າ ຫລື ຄວາມມີຄ່າຄວນຂອງຄົນໃດຄົນໜຶ່ງ. ແທນທີ່ນັ້ນ, ເມື່ອເຮົາທຳງານກັບພຣະເຈົ້າໃນສິ່ງໃດກໍຕາມທີ່ພຣະອົງຂໍໃຫ້ເຮັດ, ເຮົາກໍຈະເຕີບໂຕໃນລະດັບຂອງການສ້າງຂອງເຮົາເອງ.
ພຣະເຈົ້າປິຕິຍິນດີໃນຄວາມກ້າວໜ້າຂອງເຮົາ, ແລະ ເຮົາກໍຄວນເຊັ່ນກັນ, ເຖິງແມ່ນວ່າເຮົາຍັງມີວຽກງານທີ່ຈະເຮັດຢູ່ກໍຕາມ. ບາງຄັ້ງ, ເຮົາອາດຂາດກຳລັງ ຫລື ວິທີໃນການຮັບໃຊ້ໃນການເອີ້ນ. ແຕ່, ເຮົາສາມາດມີສ່ວນຮ່ວມໃນວຽກງານ ແລະ ປົກປ້ອງປະຈັກພະຍານຂອງເຮົາຜ່ານທາງວິທີທີ່ມີຄວາມໝາຍເຊັ່ນ ການອະທິຖານ ແລະ ການສຶກສາພຣະຄຳພີ. ພຣະບິດາເທິງສະຫວັນທີ່ຊົງຮັກຂອງເຮົາບໍ່ໄດ້ກ່າວໂທດເຮົາ ເມື່ອເຮົາເຕັມໃຈແຕ່ບໍ່ສາມາດຮັບໃຊ້.
ທີສອງ, ການຮັບໃຊ້ຍົກລະດັບບ້ານເຮືອນ ແລະ ໂບດຂອງເຮົາໃຫ້ເປັນສະຖານທີ່ສັກສິດ ທີ່ເຮົາສາມາດຝຶກຝົນການດຳລົງຊີວິດຕາມພັນທະສັນຍາ.
ຍົກຕົວຢ່າງ, ພັນທະສັນຍາຂອງເຮົາທີ່ຈະລະນຶກເຖິງພຣະຄຣິດຕະຫລອດເວລາ ເປັນພັນທະສັນຍາສ່ວນບຸກຄົນ, ແຕ່ພັນທະສັນຍານີ້ເກີດຂຶ້ນໃນຂະນະທີ່ເຮົາຮັບໃຊ້ຄົນອື່ນ. ການເອີ້ນເຮັດໃຫ້ເຮົາມີໂອກາດແບກຮັບພາລະຂອງກັນແລະກັນ, ດັ່ງນັ້ນ ຈຶ່ງປະຕິບັດຕາມກົດຂອງພຣະຄຣິດ. ເມື່ອເຮົາຮັບໃຊ້ເພາະເຮົາຮັກພຣະເຈົ້າ ແລະ ຕ້ອງການດຳລົງຊີວິດຕາມພັນທະສັນຍາຂອງເຮົາ, ການຮັບໃຊ້ທີ່ເບິ່ງຄືເປັນໜ້າທີ່ ແລະ ເມື່ອຍລ້າ ກໍຈະກາຍເປັນຄວາມຍິນດີ ແລະ ປ່ຽນແປງໄດ້.
ພິທີການບໍ່ໄດ້ຊ່ວຍເຮົາໃຫ້ລອດ ເພາະວ່າມັນເຮັດຕາມລາຍການກວດກາຈາກສະຫວັນ. ແທນທີ່ນັ້ນ, ເມື່ອເຮົາດຳລົງຊີວິດຕາມພັນທະສັນຍາທີ່ເຊື່ອມໂຍງເຂົ້າກັບພິທີການເຫລົ່ານີ້, ເຮົາຈະກາຍເປັນຄົນທີ່ຢາກຢູ່ໃນທີ່ປະທັບຂອງພຣະເຈົ້າ. ຄວາມເຂົ້າໃຈນີ້ເອົາຊະນະຄວາມລັງເລໃຈທີ່ຈະຮັບໃຊ້ ຫລື ການເລືອກທີ່ຈະບໍ່ຮັບໃຊ້. ການກຽມພ້ອມຂອງເຮົາເພື່ອພົບກັບພຣະເຢຊູຄຣິດຈະໄວຂຶ້ນ ເມື່ອເຮົາຢຸດຖາມວ່າ ພຣະເຈົ້າຈະອະນຸຍາດໃຫ້ເຮົາເຮັດຫຍັງ ຫລື ເລີ່ມຖາມວ່າ ພຣະເຈົ້າຕ້ອງການສິ່ງໃດ.
ທີສາມ, ການມີສ່ວນຮ່ວມໃນວຽກງານຂອງພຣະເຈົ້າ ຊ່ວຍໃຫ້ເຮົາໄດ້ຮັບຂອງປະທານແຫ່ງພຣະຄຸນຂອງພຣະເຈົ້າ ແລະ ຮູ້ສຶກເຖິງຄວາມຮັກອັນຍິ່ງໃຫຍ່ກວ່າຂອງພຣະອົງ.
ເຮົາບໍ່ໄດ້ຮັບການຊົດເຊີຍທາງດ້ານການເງິນສຳລັບການຮັບໃຊ້. ແທນທີ່ນັ້ນ, ພຣະຄຳພີສິດສອນວ່າ ເພື່ອ “ການທຳງານ, [ພວກເຮົາ] ຈະໄດ້ຮັບພຣະຄຸນຂອງພຣະເຈົ້າ, ເພື່ອ [ພວກເຮົາ] ຈະໄດ້ເຂັ້ມແຂງຫລາຍຂຶ້ນໃນພຣະວິນຍານ, ໂດຍມີຄວາມຮູ້ເຖິງພຣະເຈົ້າ, [ແລະ] ສິດສອນດ້ວຍອຳນາດ ແລະ ສິດອຳນາດຈາກພຣະເຈົ້າ.” ນັ້ນແມ່ນການແລກປ່ຽນທີ່ດີຫລາຍ!
ເພາະພຣະຄຸນຂອງພຣະເຈົ້າ, ຄວາມສາມາດ ຫລື ຄວາມບໍ່ສາມາດຂອງເຮົາ ບໍ່ແມ່ນພື້ນຖານຫລັກໃນການຂະຫຍາຍ ຫລື ຮັບເອົາການເອີ້ນ. ພຣະເຈົ້າບໍ່ໄດ້ຄາດຫວັງການປະຕິບັດທີ່ຍອດຍ້ຽມ ຫລື ພອນສະຫວັນພິເສດ ເພື່ອເຂົ້າຮ່ວມໃນວຽກງານຂອງພຣະອົງ. ຖ້າເປັນເຊັ່ນນັ້ນ, ລາຊີນີເອສະເທີຄົງຈະບໍ່ໄດ້ຊ່ວຍປະຊາຊາດຂອງນາງ, ເປໂຕຄົງຈະບໍ່ໄດ້ນຳພາສາດສະໜາຈັກໃນຍຸກຕົ້ນ, ແລະ ໂຈເຊັບ ສະມິດ ຄົງຈະບໍ່ໄດ້ເປັນສາດສະດາຂອງການຟື້ນຟູ.
ເມື່ອເຮົາປະຕິບັດໃນສັດທາເພື່ອເຮັດສິ່ງທີ່ເກີນກວ່າຄວາມສາມາດຂອງເຮົາ, ຄວາມອ່ອນແອຂອງເຮົາຈະຖືກເປີດເຜີຍ. ສິ່ງນີ້ບໍ່ສະບາຍໃຈ, ແຕ່ຈຳເປັນສຳລັບເຮົາທີ່ຈະ “ຮູ້ວ່າເປັນຍ້ອນພຣະຄຸນຂອງ [ພຣະເຈົ້າ] … ພວກເຮົາຈຶ່ງມີອຳນາດເຮັດສິ່ງເຫລົ່ານີ້ໄດ້.”
ເຮົາຈະລົ້ມຫລາຍຄັ້ງ ເມື່ອເຮົາມີສ່ວນຮ່ວມໃນວຽກງານຂອງພຣະເຈົ້າ. ແຕ່ໃນຄວາມພະຍາຍາມຂອງເຮົາ, ພຣະເຢຊູຄຣິດໄດ້ຈັບເຮົາ. ພຣະອົງຄ່ອຍໆຍົກເຮົາຂຶ້ນໃຫ້ປະສົບກັບຄວາມລອດ ຈາກຄວາມລົ້ມເຫລວ ແລະ ຄວາມຢ້ານກົວ ແລະ ຈາກຄວາມຮູ້ສຶກວ່າເຮົາຈະບໍ່ມີວັນພຽບພ້ອມ. ເມື່ອເຮົາອຸທິດຖວາຍການພະຍາຍາມອັນເລັກນ້ອຍແຕ່ດີທີ່ສຸດ, ພຣະເຈົ້າຈະຂະຫຍາຍມັນ. ເມື່ອເຮົາເສຍສະລະເພື່ອພຣະເຢຊູຄຣິດ, ພຣະອົງຈະເຮັດໃຫ້ເຮົາບໍລິສຸດ. ນີ້ແມ່ນການປ່ຽນແປງທີ່ມີພະລັງແຫ່ງພຣະຄຸນຂອງພຣະເຈົ້າ. ເມື່ອເຮົາຮັບໃຊ້, ເຮົາຈະເຕີບໂຕໃນພຣະຄຸນ ເພື່ອກຽມພ້ອມທີ່ຈະ “ຖືກຍົກຂຶ້ນໂດຍພຣະບິດາສັນໃດ, ເພື່ອພວກເຂົາຈະໄດ້ມາຢືນຢູ່ຕໍ່ພຣະພັກຂອງ [ພຣະເຢຊູຄຣິດ].”
ຊ່ວຍຄົນອື່ນໃຫ້ໄດ້ຮັບ ແລະ ປິຕິຍິນດີໃນຂອງປະທານແຫ່ງການເອີ້ນ.
ຂ້າພະເຈົ້າບໍ່ຮູ້ທັງໝົດທີ່ພຣະຜູ້ຊ່ວຍໃຫ້ລອດຈະຖາມຂ້າພະເຈົ້າ ເມື່ອຂ້າພະເຈົ້າຢືນຢູ່ຕໍ່ພຣະພັກຂອງພຣະອົງ, ແຕ່ບາງທີຄຳຖາມໜຶ່ງອາດຈະເປັນວ່າ, “ເຈົ້າພາຜູ້ໃດມານຳ?” ການເອີ້ນເປັນຂອງປະທານທີ່ສັກສິດຈາກພຣະບິດາເທິງສະຫວັນທີ່ຊົງຮັກ ເພື່ອຊ່ວຍນຳຄົນອື່ນມາຫາພຣະເຢຊູຄຣິດກັບເຮົາ. ສະນັ້ນ ຂ້າພະເຈົ້າເຊື້ອເຊີນຜູ້ນຳ ແລະ ເຮົາແຕ່ລະຄົນໃຫ້ຊອກຫາຄົນທີ່ບໍ່ມີການເອີ້ນຢ່າງຕັ້ງໃຈຫລາຍຂຶ້ນ. ຊຸກຍູ້ ແລະ ຊ່ວຍພວກເຂົາໃຫ້ມີສ່ວນຮ່ວມໃນວຽກງານຂອງພຣະເຈົ້າ ເພື່ອຊ່ວຍພວກເຂົາໃຫ້ກຽມພ້ອມສຳລັບການສະເດັດກັບມາຂອງພຣະຄຣິດ.
ຈອນບໍ່ໄດ້ເຂັ້ມແຂງໃນສາດສະໜາຈັກ ເມື່ອອະທິການຂອງລາວໄປຢ້ຽມຢາມ ແລະ ບອກລາວວ່າ ພຣະຜູ້ເປັນເຈົ້າມີວຽກງານໃຫ້ລາວເຮັດ. ເພິ່ນໄດ້ເຊື້ອເຊີນລາວໃຫ້ເຊົາສູບຢາ. ເຖິງແມ່ນວ່າຈອນໄດ້ພະຍາຍາມເຊົາຫລາຍເທື່ອ, ແຕ່ເທື່ອນີ້ລາວຮູ້ສຶກວ່າ ພະລັງທີ່ເບິ່ງບໍ່ເຫັນໄດ້ຊ່ວຍເຫລືອລາວ.
ພຽງແຕ່ສາມອາທິດຕໍ່ມາ, ປະທານສະເຕກໄດ້ໄປຢ້ຽມຈອນ. ເພິ່ນເອີ້ນລາວໃຫ້ຮັບໃຊ້ໃນຝ່າຍອະທິການ. ຈອນຕົກໃຈແຮງ. ລາວໄດ້ບອກປະທານສະເຕກວ່າ ລາວຫາກໍເຊົາສູບຢາ. ຖ້າຫາກສິ່ງນີ້ໝາຍຄວາມວ່າ ລາວຈະຕ້ອງປະຖິ້ມປະເພນີຂອງລາວ ໃນການໄປເບິ່ງການແຂ່ງຂັນກິລາເຕະບານໃນວັນອາທິດ ນັ້ນກໍຄົງເປັນການຂໍຫລາຍເກີນໄປ. ຄຳຕອບທີ່ດົນໃຈຂອງປະທານສະເຕກແມ່ນລຽບງ່າຍ: “ຈອນ, ຂ້ອຍບໍ່ໄດ້ຂໍຈາກເຈົ້າ; ແຕ່ພຣະຜູ້ເປັນເຈົ້າຕ່າງຫາກທີ່ຂໍ.”
ຊຶ່ງຈອນໄດ້ຕອບວ່າ, “ເອີ, ຖ້າເປັນເຊັ່ນນັ້ນ, ຂ້ອຍຈະຮັບໃຊ້.”
ຈອນໄດ້ບອກຂ້າພະເຈົ້າວ່າ ການເສຍສະລະເຫລົ່ານີ້ເພື່ອຮັບໃຊ້ ເປັນຈຸດປ່ຽນທາງວິນຍານສຳລັບລາວ ແລະ ສຳລັບຄອບຄົວຂອງລາວ.
ຂ້າພະເຈົ້າສົງໄສວ່າ ເຮົາມີຈຸດບອດ, ບໍ່ໄດ້ຂະຫຍາຍການເອີ້ນໃຫ້ບຸກຄົນທີ່, ໃນມຸມມອງທາງມະຕະຂອງເຮົາ, ເບິ່ງຄືວ່າບໍ່ໜ້າຈະເປັນໄປໄດ້ ຫລື ບໍ່ມີຄ່າຄວນ. ຫລື ເຮົາອາດເປັນຫ່ວງກັບວັດທະນະທຳການປະຕິບັດຫລາຍກວ່າຄຳສອນເລື່ອງຄວາມກ້າວໜ້າ, ການລະເລີຍທີ່ຈະເຫັນວ່າ ພຣະຜູ້ຊ່ວຍໃຫ້ລອດເພີ່ມຂີດຄວາມສາມາດ ໃນສິ່ງທີ່ບໍ່ໜ້າຈະເປັນໄປໄດ້ ແລະ ພິສູດບໍ່ໄດ້ ໂດຍການໃຫ້ໂອກາດແກ່ພວກເຂົາໃນການຮັບໃຊ້.
ແອວເດີ ເດວິດ ເອ ແບ໊ດນາ ສິດສອນເຖິງຄວາມສຳຄັນຂອງຂໍ້ຄຳສັ່ງໃນພຣະຄຳພີທີ່ວ່າ “ໃຫ້ [ຍິງ ແລະ] ຊາຍທຸກຄົນ ຮຽນຮູ້ ໜ້າທີ່ຂອງຕົນ, ແລະ ກະທຳ.” ເຮົາເຮັດສິ່ງນີ້ຫລືບໍ່? ເມື່ອຜູ້ນຳ ແລະ ພໍ່ແມ່ປ່ອຍໃຫ້ຜູ້ອື່ນຮຽນຮູ້ ແລະ ກະທຳດ້ວຍຕົວເອງ, ເຂົາຈະເບັ່ງບານ ແລະ ຈະເລີນກ້າວໜ້າ. ເຖິງແມ່ນວ່າເສັ້ນທາງທີ່ງ່າຍກວ່າອາດເປັນການມອບການເອີ້ນຢ່າງທີສອງໃຫ້ກັບສະມາຊິກທີ່ຊື່ສັດ, ແຕ່ທາງທີ່ດີກວ່າຄືການເຊື້ອເຊີນຜູ້ທີ່ບໍ່ໜ້າຈະເປັນໄປໄດ້ ໃຫ້ຮັບໃຊ້ ແລະ ປ່ອຍໃຫ້ເຂົາເຈົ້າຮຽນຮູ້ ແລະ ເຕີບໂຕ.
ຖ້າພຣະຄຣິດຢູ່ທີ່ນີ້, ພຣະອົງຈະໄປຢ້ຽມຢາມຄົນເຈັບປ່ວຍ, ສິດສອນຫ້ອງຮຽນວັນອາທິດ, ນັ່ງຢູ່ກັບຍິງໜຸ່ມທີ່ອົກຫັກ, ແລະ ອວຍພອນເດັກນ້ອຍ. ພຣະອົງສາມາດເຮັດວຽກງານຂອງພຣະອົງໄດ້. ແຕ່ພຣະອົງໄດ້ດຳລົງຊີວິດຕາມຫລັກທຳນີ້ ແລະ ປ່ອຍໃຫ້ເຮົາກະທຳ ແລະ ຮຽນຮູ້, ສະນັ້ນ ພຣະອົງຈຶ່ງໄດ້ສົ່ງເຮົາໄປແທນພຣະອົງ.
ການມີສ່ວນຮ່ວມໃນວຽກງານຂອງພຣະເຈົ້າມາພ້ອມກັບ “ສິດທິ, ສິດທິພິເສດ, ແລະ ໜ້າທີ່ຮັບຜິດຊອບ ໃນການເປັນຕົວແທນຂອງພຣະຜູ້ເປັນເຈົ້າ ແລະ ສິດສອນພຣະກິດຕິຄຸນຂອງພຣະອົງ [ພຣະເຢຊູຄຣິດ].” ເມື່ອເຮົາຮັບໃຊ້ເພື່ອເສີມຂະຫຍາຍພຣະຄຣິດ ແລະ ບໍ່ແມ່ນຕົວເຮົາເອງ, ການຮັບໃຊ້ຂອງເຮົາຈະມີຄວາມສຸກ. ເມື່ອຄົນອື່ນອອກຈາກຫ້ອງຮຽນ, ການປະຊຸມ, ການຢ້ຽມຢາມປະຕິບັດສາດສະໜາກິດ, ຫລື ກິດຈະກຳ ໂດຍທີ່ລະນຶກເຖິງພຣະຄຣິດຫລາຍກວ່າທີ່ເຂົາເຈົ້າຈື່ຈຳເຮົາ, ວຽກງານນັ້ນກໍຈະມີພະລັງ.
ໃນການສະແຫວງຫາທີ່ຈະເປັນຕົວແທນຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາກາຍເປັນເໝືອນດັ່ງພຣະອົງຫລາຍຂຶ້ນ. ນັ້ນເປັນການກຽມທີ່ດີທີ່ສຸດສຳລັບຊ່ວງເວລາທີ່ສັກສິດ ເມື່ອເຮົາແຕ່ລະຄົນຈະຄຸເຂົ່າ ແລະ ສາລະພາບວ່າ ພຣະເຢຊູຄືພຣະຄຣິດ, ຊຶ່ງຂ້າພະເຈົ້າເປັນພະຍານວ່າ ພຣະອົງເປັນ, ແລະ ວ່າປະທານຣະໂຊ ເອັມ ແນວສັນ ເປັນ “ສຽງຂອງພຣະອົງໄປເຖິງທີ່ສຸດຂອງແຜ່ນດິນໂລກ” ເພື່ອຊ່ວຍເຮົາໃຫ້ “ຕຽມສຳລັບສິ່ງທີ່ຈະມາເຖິງ.” ໃນພຣະນາມອັນສັກສິດຂອງພຣະເຢຊູຄຣິດ, ອາແມນ.