ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ
ການ​ທະ​ນຸ​ຖະ​ໜອມ​ຊີ​ວິດ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2025


14:9

ການ​ທະ​ນຸ​ຖະ​ໜອມ​ຊີ​ວິດ

ຊີ​ວິດ​ເປັນ​ພາກ​ສ່ວນ​ທີ່​ລໍ້າ​ຄ່າ​ທີ່​ສຸດ​ຂອງ​ແຜນ​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ, ແລະ ໂດຍ​ດຳ​ລັດ​ຂອງ​ພຣະ​ອົງ ເຮົາ​ທະ​ນຸ​ຖະ​ໜອມ​ຊີ​ວິດ ແລະ ສະ​ຫງວນ​ຊີ​ວິດ.

ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ໄດ້​ສິດ​ສອນ​ເຮົາ​ວ່່າ, “ຖ້າ​ພວກ​ເຈົ້າ​ຮັກ​ຊຶ່ງ​ກັນ​ແລະ​ກັນ ທຸກ​ຄົນ​ກໍ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ສາ​ວົກ​ຂອງ​ເຮົາ.”

ອະ​ທິ​ການ​ຄົນ​ໜຶ່ງ​ໃນ​ລັດ​ຢູ​ທາ​ໄດ້​ແບ່ງ​ປັນ​ກັບ​ຂ້າ​ພະ​ເຈົ້າ​ເມື່ອ​ບໍ່​ດົນ​ມາ​ນີ້ ເຖິງ​ຄວາມ​ຮັກ​ທີ່​ຫລັ່ງ​ໄຫລ​ອອກ​ມາ​ໃນ​ຫວອດ​ຂອງ​ເພິ່ນ​ເພື່ອ​ຍິງ​ໜຸ່ມ​ຄົນ​ໜຶ່ງ ແລະ ຄອບ​ຄົວ​ຂອງ​ນາງ. ຜ່ານ​ຫລາຍໆ​ເຫດ​ການ​ທີ່​ງົດ​ງາມ, ຜູ້​ເປັນ​ພໍ່​ແມ່​ໄດ້​ຕັ້ງ​ໃຈ​ທີ່​ຈະ​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ໃນ​ຊ່ວງ​ເວ​ລາ​ທີ່​ເຂົາ​ເຈົ້າ​ຫ່າງ​ໄກ​ຈາກ​ສາດ​ສະ​ໜາ​ຈັກ​ນັ້ນ, ລູກ​ສາວ​ໄວ​ລຸ້ນ​ຂອງ​ເຂົາ​ເຈົ້າ​ໄດ້​ມີ​ຄວາມ​ສຳ​ພັນ​ກັບ​ຊາຍ​ໜຸ່ມ​ຄົນ​ໜຶ່ງ. ໃນ​ການ​ກັບ​ຄືນ​ມາ, ລູກ​ສາວ​ທີ່​ລໍ້າ​ຄ່າ​ຄົນ​ນີ້​ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ອັນ​ລົ້ນ​ເຫລືອ​ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ນາງ ໃນ​ລະ​ຫວ່າງ​ກອງ​ປະ​ຊຸມ​ປະ​ຈັກ​ພະ​ຍານ ນາງ​ໄດ້​ຕັ້ງ​ໃຈ​ທີ່​ຈະ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ບັນ​ຍັດ​ຢ່າງ​ເຕັມ​ທີ່​ກວ່າ​ເກົ່າ. ນາງ​ໄດ້​ຂຽນ​ວ່າ, “ຂ້າ​ນ້ອຍ​ໄດ້​ເລີ່ມ​ຂະ​ບວນ​ການ​ການ​ກັບ​ໃຈ​ກັບ​ອະ​ທິ​ການ​ຂອງ​ຂ້າ​ນ້ອຍ.”

ບໍ່​ດົນ​ຫລັງ​ຈາກ​ນັ້ນ, ນາງ​ບໍ່​ສະ​ບາຍ. ຕາມ​ຄຳ​ເວົ້າ​ຂອງ​ນາງ: “ຜົນ​ກວດ​ໄດ້​ສະ​ແດງ​ວ່າ … ຂ້າ​ນ້ອຍ​ຖື​ພາ. ຂ້າ​ນ້ອຍ … ໄດ້​ເລີ່ມ​ຮ້ອງ​ໄຫ້. … ພໍ່​ຂອງ​ຂ້າ​ນ້ອຍ​ໄດ້​ໂອບ​ກອດ​ຂ້າ​ນ້ອຍ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ເພິ່ນ ແລະ ຮັບ​ຮອງ​ກັບ​ຂ້າ​ນ້ອຍ​ວ່າ ທຸກ​ຢ່າງ​ຈະ​ເປັນ​ໄປ​ດ້ວຍ​ດີ. … ແຟນ​ຂອງ​ຂ້າ​ນ້ອຍ … ໄດ້​ຂໍ​ໃຫ້​ຂ້າ​ນ້ອຍ​ເອົາ​ລູກ​ອອກ. … ຂ້າ​ນ້ອຍ​ໄດ້​ປະ​ຕິ​ເສດ.”

ດູ​ແລ​ຄົນ​ຂັດ​ສົນ

ນາງ​ໄດ້​ເວົ້າ​ຕໍ່​ວ່າ: “ຂ້າ​ນ້ອຍ​ໄດ້​ຮັບ​ຄວາມ​ຮັກ ແລະ ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຫລວງ​ຫລາຍ​ຈາກ​ຄອບ​ຄົວ​ຫວອດ​ຂອງ​ພວກ​ເຮົາ. ມັນ​ຈົນ​ເຕັມ​ລົ້ນ. ອະ​ທິ​ການ [ຂອງ​ຂ້າ​ນ້ອຍ] ແລະ ປະ​ທານ​ຍິງ​ໜຸ່ມ ໄດ້​ເຮັດ​ເກີນ​ຄວາມ​ຄາດ​ຫວັງ​ໃນ​ການ​ສະ​ແດງ​ຄວາມ​ຮັກ ແລະ ການ​ສະ​ໜັບ​ສະ​ໜູນ​ຂອງ​ພວກ​ເພິ່ນ. … ຂ້າ​ນ້ອຍ​ໄດ້​ເຫັນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ … ກຳ​ລັງ​ນຳ​ພາ​ຂ້າ​ນ້ອຍ ແລະ ຄອບ​ຄົວ​ຂອງ​ຂ້າ​ນ້ອຍ. … ຫວອດ​ດັ່ງ​ເຊັ່ນ​ຂອງ​ຂ້າ​ນ້ອຍ ເປັນ​ຄອບ​ຄົວ​ທີ່​ທຸກ​ຄົນ​ຕ້ອງ​ການ, ໂດຍ​ສະ​ເພາະ​ຍິງ​ໜຸ່ມ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ສະ​ພາບ​ດຽວ​ກັນ​ກັບ​ຂ້າ​ນ້ອຍ.”

ນາງ ແລະ ຄອບ​ຄົວ​ຂອງ​ນາງ ແລະ ຄອບ​ຄົວ​ຫວອດ​ຂອງ​ນາງ ໄດ້​ຕ້ອນ​ຮັບ​ລູກ​ຊາຍ​ນ້ອຍ​ຂອງ​ນາງ​ໃນ​ເດືອນ​ກຸມ​ພາ​ຜ່ານ​ມາ​ນີ້.

ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ກ່າວ​ວ່າ, “ຄວາມ​ດີ​ເດັ່ນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ແທ້​ຈິງ ແລະ ດຳ​ລົງ​ຢູ່​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເປັນ​ຄວາມ​ພະ​ຍາ​ຍາມ​ທີ່ … ເປັນ​ລະ​ບຽບ​ສະ​ເໝີ ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຕໍ່​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ … [ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດ້ວຍ​ຄວາມ​ເມດ​ຕາ​ທີ່​ມີ​ຄວາມ​ຮັກ] ຕໍ່​ຄົນ​ໜຶ່ງ, ດັ່ງ​ທີ່​ພຣະ​ອົງ​ໄດ້​ກະ​ທຳ.”

ການ​ຊ່ວຍ​ເຫລືອ​ການ​ເລືອກ​ທີ່​ຖືກ​ຕ້ອງ

ເມື່ອ​ຍິງ​ໂສດ​ຄົນ​ໜຶ່ງ​ຄົ້ນ​ພົບ​ວ່າ ນາງ​ກຳ​ລັງ​ຖື​ພາ​ໂດຍ​ບໍ່​ຄາດ​ຄິດ, ຄວາມ​ກັງ​ວົນ​ດ້ານ​ສຸ​ຂະ​ພາບ, ຄວາມ​ວຸ້ນ​ວາຍ​ທາງ​ວິນ​ຍານ, ຄວາມ​ອັບ​ອາຍ, ຄວາມ​ກັງ​ວົນ​ດ້ານ​ການ​ເງິນ, ຄຳ​ຖາມ​ດ້ານ​ການ​ສຶກ​ສາ, ຄວາມ​ບໍ່​ແນ່​ນອນ​ຂອງ​ການ​ແຕ່ງ​ງານ, ແລະ ຄວາມ​ໂສກ​ເສົ້າ​ຂອງ​ຄວາມ​ຝັນ​ທີ່​ພັງ​ທະ​ລາຍ, ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ເຈັບ​ປວດ ແລະ ຄວາມ​ສັບ​ສົນ​ງົງ​ງັນ, ຈະ​ນຳ​ຜູ້​ຍິງ​ທີ່​ຊ່າງ​ຄິດ​ໃຫ້​ຕັດ​ສິນ​ໃຈ​ກ້າວ​ໄປ​ໃນ​ທາງ​ທີ່​ຈະ​ນຳ​ຄວາມ​ເຈັບ​ປວດ​ອັນ​ເລິກ​ເຊິ່ງ ແລະ ຄວາມ​ກິນ​ແໜງ​ໃຈ​ມາ​ໃຫ້.

ສຳ​ລັບ​ຜູ້​ໃດ​ກໍ​ຕາມ​ທີ່​ກຳ​ລັງ​ຟັງ​ຢູ່ ທີ່​ເຄີຍ​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ​ອັນ​ເລິກ​ເຊິ່ງ ແລະ ຄວາມ​ກິນ​ແໜງ​ໃຈ​ຈາກ​ການ​ເຮັດ ຫລື ມີ​ສ່ວນ​ຮ່ວມ​ໃນ​ການ​ເຮັດ​ແທ້ງ, ກະ​ລຸ​ນາ​ຈື່​ໄວ້​ວ່າ: ເຖິງ​ແມ່ນ​ວ່າ ເຮົາ​ຈະ​ບໍ່​ສາ​ມາດ​ປ່ຽນ​ອະ​ດີດ​ໄດ້​ກໍ​ຕາມ, ແຕ່​ພຣະ​ເຈົ້າ​ສາ​ມາດ​ປິ່ນ​ປົວ​ອະ​ດີດ​ຂອງ​ເຮົາ​ໄດ້. ການ​ໃຫ້​ອະ​ໄພ​ສາ​ມາດ​ເກີດ​ຂຶ້ນ​ໄດ້​ຜ່ານ​ທາງ​ຄວາມ​ອັດ​ສະ​ຈັນ​ແຫ່ງ​ພຣະ​ຄຸນ​ທີ່​ຊົດ​ໃຊ້​ຂອງ​ພຣະ​ອົງ, ເມື່ອ​ທ່ານ​ຫັນ​ໄປ​ຫາ​ພຣະ​ອົງ​ດ້ວຍ​ໃຈ​ທີ່​ຖ່ອມ ແລະ ກັບ​ໃຈ.

ຄຳ​ສອງ​ຄຳ​ມັກ​ຈະ​ຕິດ​ມາ​ນຳ​ຄວາມ​ສັກ​ສິດ​ຂອງ​ການ​ເກີດ​ທາງ​ມະ​ຕະ​ຄື: ຊີ​ວິດ ແລະ ການ​ເລືອກ. ຊີ​ວິດ​ເປັນ​ພາກ​ສ່ວນ​ທີ່​ລໍ້າ​ຄ່າ​ທີ່​ສຸດ​ຂອງ​ແຜນ​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ, ແລະ ໂດຍ​ດຳ​ລັດ​ຂອງ​ພຣະ​ອົງ ເຮົາ​ທະ​ນຸ​ຖະ​ໜອມ ແລະ ສະ​ຫງວນ​ຊີ​ວິດ; ແລະ ເຮົາ​ເລືອກ​ການ​ດຳ​ເນີນ​ຕໍ່​ໄປ​ຂອງ​ຊີ​ວິດ​ເມື່ອ​ຕັ້ງ​ຄັນ. ເຮົາ​ຍັງ​ຫວງ​ແຫນ​ຂອງ​ປະ​ທານ​ແຫ່ງ​ການ​ເລືອກ, ແຫ່ງ​ອຳ​ເພີ​ໃຈ​ທາງ​ມະ​ຕະ​ນຳ​ອີກ—ໂດຍ​ຊ່ວຍ​ເຫລືອ​ການ​ເສີມ​ສ້າງ​ການ​ເລືອກ​ທີ່​ຊອບ​ທຳ, ການ​ເລືອກ​ທີ່​ນຳ​ຄວາມ​ສຸກ​ນິ​ລັນ​ດອນ​ມາ​ໃຫ້, ການ​ເລືອກ​ທີ່​ພຣະ​ເຈົ້າ​ອະ​ນຸ​ມັດ.

ເມື່ອ​ຍິງ ແລະ ຊາຍ​ຢູ່​ໃນ​ຊ່ວງ​ເວ​ລາ​ທີ່​ເປາະ​ບາງ​ເຊັ່ນ​ນີ້, ໂດຍ​ປະ​ເຊີນ​ກັບ​ການ​ເລືອກ​ທີ່​ສຳ​ຄັນ, ຄຳ​ເວົ້າ​ຂອງ​ເຮົາ, ມື​ຂອງ​ເຮົາ, ໃຈ​ຂອງ​ເຮົາ—ທາງ​ວິນ​ຍານ, ທາງ​ອາ​ລົມ, ແລະ ທາງ​ການ​ເງິນ—ສາ​ມາດ​ຊ່ວຍ​ໃຫ້​ພວກ​ເຂົາ​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ, ດັ່ງ​ທີ່​ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ກ່າວ, ນຳ​ຄວາມ​ເຂົ້າ​ໃຈ​ມາ​ສູ່​ຕາ​ທາງ​ວິນ​ຍານ​ຂອງ​ພວກ​ເຂົາ​ຈາກ “ສິ່ງ​ທີ່​ພວກ​ເຂົາ​ຄິດ​ວ່າ​ພວກ​ເຂົາ​ເຫັນ” ສູ່ “ສິ່ງ​ທີ່​ພວກ​ເຂົາ​ຍັງ​ບໍ່​ທັນ​ເຫັນ​ເທື່ອ.”

ຄຳ​ສອນ​ເລື່ອງ​ຊີ​ວິດ​ມະ​ຕະ

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ກ່າວ​ວ່າ: “ທັດ​ສະ​ນະ​ຄະ​ຕິ​ຂອງ​ເຮົາ​ຕໍ່​ການ​ເຮັດ​ແທ້ງ ບໍ່​ໄດ້​ອີງ​ຕາມ​ຄວາມ​ຮູ້​ຂອງ​ເຮົາ​ທີ່​ວ່າ ຊີ​ວິດ​ມະ​ຕະ​ເລີ່ມ​ຕົ້ນ​ເມື່ອ​ໃດ. … ມັນ​ຖືກ​ກຳ​ນົດ​ຕາຍ​ຕົວ​ໂດຍ​ຄວາມ​ຮູ້​ຂອງ​ເຮົາ​ທີ່​ວ່າ … ລູກໆ​ທາງ​ວິນ​ຍານ​ທຸກ​ຄົນ​ຂອງ​ພຣະ​ເຈົ້າ ຕ້ອງ​ມາ​ສູ່​ແຜ່ນ​ດິນ​ໂລກ​ເພື່ອ​ຈຸດ​ປະ​ສົງ​ທີ່​ສະ​ຫງ່າ​ລາ​ສີ, ແລະ ວ່າ​ເອ​ກະ​ລັກ​ຂອງ​ບຸກ​ຄົນ​ໄດ້​ເລີ່ມ​ຕົ້ນ​ດົນ​ນານ​ກ່ອນ​ການ​ຕັ້ງ​ຄັນ ແລະ ຈະ​ສືບ​ຕໍ່​ໄປ​ຊົ່ວ​ນິ​ລັນ​ດອນ​ທີ່​ຈະ​ມາ​ເຖິງ.”

ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ເດັກ​ທີ່​ຍັງ​ບໍ່​ທັນ​ເກີດ, ໂດຍ​ໄດ້​ກ່າວ​ດ້ວຍ​ສຽງ​ຜ່ານ​ທາງ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ບໍ່​ເຄີຍ​ປ່ຽນ​ແປງ ແລະ ສະ​ທ້ອນ​ຖ້ອຍ​ຄຳ​ຂອງ​ບັນ​ດາ​ສາດ​ສະ​ດາ​ຕະ​ຫລອດ​ທຸກ​ຍຸກ​ທຸກ​ສະ​ໄໝ, ໂດຍ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ແຫ່ງ​ສະ​ຫວັນ​ກັບ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂໍ​ຈາກ​ເຮົາ.

“ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ເຊື່ອ​ໃນ​ຄວາມ​ສັກ​ສິດ​ຂອງ​ຊີ​ວິດ​ຂອງ​ມະ​ນຸດ. ດັ່ງ​ນັ້ນ, ສາດ​ສະ​ໜາ​ຈັກ​ຈຶ່ງ​ຕໍ່​ຕ້ານ​ການ​ເລືອກ​ແທ້ງ​ລູກ​ສຳ​ລັບ​ຄວາມ​ສະ​ດວກ​ສ່ວນ​ຕົວ ຫລື ສັງ​ຄົມ, ແລະ ແນະ​ນຳ​ສະ​ມາ​ຊິກ​ວ່າ​ບໍ່​ໃຫ້​ຍິນ​ຍອມ​ຕໍ່, ກະ​ທຳ, ຊຸກ​ຍູ້, ຈ່າຍ​ຄ່າ, ຫລື ຈັດ​ຫາ​ການ​ແທ້ງ​ລູກ​ດັ່ງ​ກ່າວ​ນີ້.

“[ພຣະ​ຜູ້​ເປັນ​ເຈົ້າ] ອະ​ນຸ​ຍາດ​ໃຫ້​ມີ​ການ​ຍົກ​ເວັ້ນ​ທີ່​ເປັນ​ໄປ​ໄດ້ … ​ເມື່ອ:

  • ການ​ຕັ້ງ​ທ້ອງ​ນັ້ນ​ເປັນ​ຜົນ​ຈາກ​ການ​ຂົ່ມ​ຂືນ ຫລື ການ​ມີ​ເພດ​ສຳ​ພັນ​ລະ​ຫວ່າງ​ຄົນ​ໃນ​ຄອບ​ຄົວ, ຫລື

  • ແພດ​ທີ່​ມີ​ຄວາມ​ສາ​ມາດ​ກຳ​ນົດ​ວ່າ​ຊີ​ວິດ ຫລື ສຸ​ຂະ​ພາບ​ຂອງ​ຜູ້​ເປັນ​ແມ່​ຕົກ​ຢູ່​ໃນ​ຂັ້ນ​ອັນ​ຕະ​ລາຍ​ທີ່​ຮ້າຍ​ແຮງ, ຫລື

  • ແພດ​ທີ່​ມີ​ຄວາມ​ສາ​ມາດ​ກຳ​ນົດ​ວ່າ​ເດັກ​ທີ່​ຢູ່​ໃນ​ທ້ອງ​ນັ້ນ​ມີ​ສະ​ພາບ​ທີ່​ສາ​ຫັດ​ຫລາຍ ຈົນເດັກ​ຈະ​ບໍ່​ລອດ​ຫລັງ​ການ​ຄອດ.”

ຝ່າຍ​ປະ​ທານ​ສູງ​ສຸດ​ກ່າວ​ຕໍ່​ໄປ​ວ່າ: “ການ​ແທ້ງ​ລູກ​ເປັນ​ເລື່ອງ​ຮ້າຍ​ແຮງ​ທີ່​ສຸດ. [ແມ່ນ​ແຕ່​ໃນ​ສະ​ຖາ​ນະ​ການ​ທີ່​ເກີດ​ຂຶ້ນ​ຍາກ​ເຫລົ່າ​ນີ້] ຄວນ​ເຮັດ​ພຽງ​ແຕ່​ເມື່ອ​ຫລັງ​ຈາກ​ບຸກ​ຄົນ​ທີ່​ຮັບ​ຜິດ​ຊອບ​ໄດ້​ຮັບ​ການ​ຢືນ​ຢັນ​ຜ່ານ​ທາງ​ການ​ອະ​ທິ​ຖານ​ແລ້ວ​ເທົ່າ​ນັ້ນ” ແລະ ປຶກ​ສາ​ກັບ​ຄົນ​ອື່ນ.

ເມື່ອ​ສາມ​ສິບ​ປີ​ກ່ອນ, ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອກ​ຄຳ​ປະ​ກາດ​ຕໍ່​ໂລກ. ໂດຍ​ມີ​ຄຳ​ຕໍ່​ໄປ​ນີ້:

“ພວກ​ເຮົາ​ຂໍ​ປະ​ກາດ … ວ່າ​ພຣະ​ເຈົ້າ​ໄດ້​ບັນ​ຊາ​ວ່າ ອຳ​ນາດ​ທີ່​ສັກ​ສິດ​ຂອງ​ການ​ໃຫ້​ກຳ​ເນີດ​ແມ່ນ​ຕ້ອງ​ເກີດ​ຂຶ້ນ​ລະ​ຫວ່າງ​ຊາຍ ແລະ ຍິງ, ຜູ້​ແຕ່ງ​ງານ​ກັນ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ໃນ​ຖາ​ນະ​ສາ​ມີ ແລະ ພັນ​ລະ​ຍາ​ເທົ່າ​ນັ້ນ.

“ພວກ​ເຮົາ​ຂໍ​ປະ​ກາດ​ວ່າ​ມະ​ນຸດ​ຖືກ​ສ້າງ​ຂຶ້ນ​ມາ​ຕາມ​ທີ່​ພຣະ​ເຈົ້າ​ໄດ້​ຈັດ​ແຕ່ງ​ໄວ້. ພວກ​ເຮົາ​ຂໍ​ຢືນ​ຢັນ​ເຖິງ​ຄວາມ​ສັກ​ສິດ​ຂອງ​ຊີ​ວິດ ແລະ ເຖິງ​ຄວາມ​ສຳ​ຄັນ​ຂອງ​ມັນ​ໃນ​ແຜນ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ.”

ການ​ບຳ​ລຸງ​ລ້ຽງ ແລະ ການ​ປົກ​ປ້ອງ​ຊີ​ວິດ​ທີ່​ຍັງ​ບໍ່​ທັນ​ເກີດ​ນັ້ນ ບໍ່​ແມ່ນ​ຈຸດ​ຢືນ​ທາງ​ການ​ເມືອງ. ມັນ​ເປັນ​ກົດ​ທາງ​ສິນ​ທຳ​ທີ່​ໄດ້​ຮັບ​ການ​ຢືນ​ຢັນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ຜ່ານ​ທາງ​ສາດ​ສະ​ດາ​ຂອງ​ພຣະ​ອົງ.

ການ​ເວົ້າ​ຢ່າງ​ເປີດ​ເຜີຍ​ຫລາຍ​ຂຶ້ນ

ຄຳ​ຖະ​ແຫລງ​ໂດຍ​ປະ​ທານ​ເຈ ຣູ​ເບັນ ຄລາກ ຜູ້​ລູກ, ຜູ້​ທີ່​ໄດ້​ຮັບ​ໃຊ້​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ພັນ​ລະ​ນາ​ຄົນ​ໜຸ່ມ​ຂອງ​ເຮົາ​ສະ​ໄໝ​ນີ້​ຢ່າງ​ງົດ​ງາມ: “ຄົນ​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ​ຫິວ​ໂຫຍ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ວິນ​ຍານ; ພວກ​ເຂົາ​ກະ​ຕື​ລື​ລົ້ນ​ທີ່​ຈະ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ, ແລະ ພວກ​ເຂົາ​ຕ້ອງ​ການ​ໃຫ້​ມັນ​ກົງ​ໄປ​ກົງ​ມາ, ບໍ່​ເຈືອ​ຈາງ. ພວກ​ເຂົາ​ຢາກ​ຮູ້​ກ່ຽວ​ກັບ … ຄວາມ​ເຊື່ອ​ຂອງ​ເຮົາ; ພວກ​ເຂົາ​ຢາກ​ຮັບ​ປະ​ຈັກ​ພະ​ຍານ​ກ່ຽວ​ກັບ​ຄວາມ​ຈິງ. ພວກ​ເຂົາ​ເປັນ … ຜູ້​ສືບ​ຖາມ, ຜູ້​ສະ​ແຫວງ​ຫາ​ຄວາມ​ຈິງ.” ຂໍ​ໃຫ້​ເຮົາ​ເວົ້າ​ຫລາຍ​ຂຶ້ນ​ດ້ວຍ​ສັດ​ທາ ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ຊາວ​ໜຸ່ມ​ຂອງ​ເຮົາ​ຢູ່​ໃນ​ບ້ານ​ຂອງ​ເຮົາ, ແລະ ຕໍ່​ກັນ​ແລະ​ກັນ​ໃນ​ການ​ປະ​ຊຸມ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ ແລະ ການ​ປະ​ຊຸມ​ກຸ່ມ​ແອວ​ເດີ​ຂອງ​ເຮົາ ກ່ຽວ​ກັບ​ກົດ​ພົມ​ມະ​ຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຄວາມ​ສັກ​ສິດ​ຂອງ​ຊີ​ວິດ, ແລະ ການ​ດູ​ແລ​ເດັກ​ທີ່​ຍັງ​ບໍ່​ທັນ​ເກີດ ແລະ ແມ່​ຂອງ​ເຂົາ.

ເອື້ອຍ​ນ້ອງ​ຜູ້​ເປັນ​ທີ່​ຮັກ​ຄົນ​ໜຶ່ງ​ໄດ້​ຂຽນ​ຈົດ​ໝາຍ​ຫາ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ປະ​ສົບ​ການ​ຂອງ​ນາງ ເມື່ອ​ຫລາຍ​ທົດ​ສະ​ວັດ​ກ່ອນ: “ຕອນ​ມີ​ອາ​ຍຸ 17 ປີ … , ຂ້າ​ນ້ອຍ​ພົບ​ວ່າ​ຕົນ​ເອງ​ຖື​ພາ ໂດຍ​ເກືອບ​ວ່າ​ບໍ່​ມີ​ການ​ສະ​ໜັບ​ສະ​ໜູນ​ໃດໆ​ຈາກ​ແຟນ​ຂອງ​ຂ້າ​ນ້ອຍ​ເລີຍ. ຂ້າ​ນ້ອຍ​ຮູ້​ສຶກ​ອັບ​ອາຍ ແລະ ໂດດ​ດ່ຽວ [ແຕ່​ຂ້າ​ນ້ອຍ] ບໍ່​ເຄີຍ​ຄິດ​ທີ່​ຈະ [ເຮັດ​ແທ້ງ​ເລີຍ]. … ຂ້າ​ນ້ອຍ [ໄດ້​ມີ] ຄອບ​ຄົວ​ທີ່​ມີ​ຄວາມ​ຮັກ ແລະ ອະ​ທິ​ການ​ຂອງ​ຂ້າ​ນ້ອຍ, ພ້ອມ​ກັບ​ຜູ້​ທີ່​ຂ້າ​ນ້ອຍ​ໄດ້​ພົບ​ເປັນ​ປະ​ຈຳ​ເພື່ອ​ຂໍ​ການ​ນຳ​ທາງ. … ຂ້າ​ນ້ອຍ​ໄດ້​ຫັນ​ໄປ​ຫາ​ພຣະ​ເຈົ້າ. ຂ້າ​ນ້ອຍ​ໄດ້​ສຶກ​ສາ​ພຣະ​ຄຳ​ພີ … ແລະ ໄດ້​ອະ​ທິ​ຖານ [ແລະ] ໄດ້​ພົບ​ຄວາມ​ເຂັ້ມ​ແຂງ​ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ຂ້າ​ນ້ອຍ ແລະ ຂະ​ບວນ​ການ​ການ​ກັບ​ໃຈ. … ຂ້າ​ນ້ອຍ​ໄດ້​ຮັບ​ຄຳ​ຕອບ [ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ນ້ອຍ] ທີ່​ຂ້າ​ນ້ອຍ​ບໍ່​ອາດ​ປະ​ຕິ​ເສດ​ໄດ້. … ມັນ​ຊ່າງ​ເຈັບ​ປວດ​ໃຈ​ຫລາຍ, ແຕ່​ຂ້າ​ນ້ອຍ​ຮູ້​ວ່າ ຂ້າ​ນ້ອຍ​ຈະ​ຕ້ອງ​ສົ່ງ​ລູກ​ສາວ​ຂອງ​ຂ້າ​ນ້ອຍ​ໃຫ້​ຄົນ​ອື່ນ​ຮັບ​ໄປ​ລ້ຽງ. … ຂ້າ​ນ້ອຍ​ໄດ້​ອະ​ທິ​ຖານ​ຂໍ​ຄວາມ​ກ້າ​ຫານ [ແລະ] ໄດ້​ຮູ້​ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢ່າງ​ຊັດ​ເຈນ ຜ່ານ​ທາງ​ການ​ກັບ​ໃຈ, ຂ້າ​ນ້ອຍ​ຮູ້​ວ່າ​ພຣະ​ເຈົ້າ … ຕອບ​ຄຳ​ອະ​ທິ​ຖານ ແລະ ຊ່ວຍ​ໃຫ້​ເຮົາ​ເຂັ້ມ​ແຂງ​ຂຶ້ນ.”

ຄູ່​ສາ​ມີ​ພັນ​ລະ​ຍາ​ທີ່​ໜ້າ​ຮັກ​ຄູ່​ໜຶ່ງ​ໄດ້​ຮັບ​ແອ​ນ້ອຍ​ໄປ​ລ້ຽງ​ເປັນ​ລູກ​ບຸນ​ທຳ ແລະ ໄດ້​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ໃຫ້​ແກ່​ນາງ. ຕອນ​ນີ້ ນາງ​ໄດ້​ແຕ່ງ​ງານ ແລະ ມີ​ຄອບ​ຄົວ​ທີ່​ສວຍ​ງາມ​ເປັນ​ຂອງ​ຕົນ​ເອງ.

ບາງ​ເວ​ລາ, ຄວາມ​ບໍ່​ແນ່​ນອນ​ທີ່​ຍາກ​ລຳ​ບາກ ແລະ ທໍ​ລະ​ມານ​ຢ່າງ​ຍິ່ງ ສາ​ມາດ​ໄປ​ນຳ​ກັນ​ໄດ້​ກັບ​ການ​ປົກ​ປ້ອງ​ຊີ​ວິດ.

ເມື່ອ​ບໍ່​ດົນ​ມາ​ນີ້ ສາ​ມີ​ພັນ​ລະ​ຍາ​ໜຸ່ມ​ທີ່ ແຄ​ຕີ້ ແລະ ຂ້າ​ພະ​ເຈົ້າ​ຮັກ​ແພງ ໄດ້​ຂຽນ​ຈົດ​ໝາຍ​ເຖິງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ແອ​ນ້ອຍ​ຜູ້​ລ້ຳ​ຄ່າ ທີ່​ເຂົາ​ເຈົ້າ​ກຳ​ລັງ​ລໍ​ຖ້າ.

ຜູ້​ເປັນ​ພໍ່​ໄດ້​ຂຽນ​ວ່າ: “[ເມື່ອ​ພັນ​ລະ​ຍາ​ຂອງ​ຂ້າ​ນ້ອຍ] ຖື​ພາ​ໄດ້ 10 ອາ​ທິດ ພວກ​ເຮົາ​ໄດ້​ພົບ​ວ່າ ລູກ​ຈາກ​ຄວາມ​ອັດ​ສະ​ຈັນ​ຂອງ​ພວກ​ເຮົາ​ມີ​ພາ​ວະ​ທາງ​ພັນ​ທຸ​ກຳ ທີ່​ມີ​ໂຄຣ​ໂມ​ໂຊມ​ຄູ່​ທີ 21 ເພີ່ມ​ມາ​ອີກ​ຄູ່​ໜຶ່ງ, ຊຶ່ງ​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ວ່າ ດາວ​ຊິນ​ໂດຣມ. ພວກ​ເຮົາ​ຮູ້​ສຶກ​ເຖິງ​ຄວາມ​ກົດ​ດັນ … ຈາກ​ວົງ​ການ​ການ​ແພດ​ໃຫ້​ຄິດ​ທີ່​ຈະ​ຢຸດ​ຕິ​ການ​ຕັ້ງ​ຄັນ. ສອງ​ສາມ​ອາ​ທິດ​ຕໍ່​ມາ ພວກ​ເຮົາ​ໄດ້​ຄົ້ນ​ພົບ​ວ່າ … ລູກ​ທີ່​ຍັງ​ບໍ່​ທັນ​ເກີດ​ຂອງ​ພວກ​ເຮົາ … ຈະ​ຕ້ອງ​ໄດ້​ຮັບ​ການ​ຜ່າ​ຕັດ​ຫົວ​ໃຈ​ຫລາຍ​ເທື່ອ​ໃນ​ປີ​ທຳ​ອິດ​ຂອງ​ຊີ​ວິດ​ນາງ. ຕະ​ຫລອດ​ຂະ​ບວນ​ການ​ນີ້ ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ອະ​ທິ​ຖານ​ຢ່າງ​ແຮງ​ກ້າ​ເພື່ອ​ຂໍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ, … ພວກ​ເຮົາ​ໄດ້​ຮູ້​ສຶກ​ວ່າ​ພຣະ​ວິນ​ຍານ​ໄດ້​ປະ​ທານ​ການ​ປອບ​ໂຍນ​ໃຫ້​ແກ່​ພວກ​ເຮົາ. ພວກ​ເຮົາ​ໄດ້​ຮັບ​ການ​ເປີດ​ເຜີຍ ແລະ ຄວາມ​ເຂົ້າ​ໃຈ​ວ່າ ລູກ​ສາວ​ຂອງ​ພວກ​ເຮົາ​ເປັນ​ທິ​ດາ​ຊັ້ນ​ນຳ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ມີ​ຄວາມ​ປາດ​ຖະ​ໜາ​ຢ່າງ​ແຮງ​ກ້າ​ທີ່​ຈະ​ຢູ່​ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ ແລະ ທີ່​ຈະ​ມາ​ສູ່​ໂລກ.”

ແມ່​ຂອງ​ເດັກ​ນ້ອຍ​ໄດ້​ຂຽນ​ວ່າ: “[ພວກ​ເຮົາ] ຕົກ​ໃຈ, ສັບ​ສົນ, ແລະ ເສຍ​ໃຈ​ຫລາຍ​ກັບ​ຂ່າວ​ນີ້. … ຕອນ​ທີ່​ຂ້າ​ນ້ອຍ​ຖື​ພາ​ໄດ້ 14 ອາ​ທິດ, ພວກ​ເຮົາ​ໄດ້​ພົບ​ວ່າ ລູກ​ຂອງ​ພວກ​ເຮົາ​ມີ​ຂໍ້​ບົກ​ພ່ອງ​ທາງ​ຫົວ​ໃຈ​ແຕ່​ກຳ​ເນີດ​ຫລາຍ​ຢ່າງ, ຊຶ່ງ​ໜຶ່ງ​ໃນ​ນັ້ນ​ສາ​ມາດ​ເຖິງ​ແກ່​ຊີ​ວິດ​ໄດ້. ພວກ​ເຮົາ​ໄດ້​ພົບ​ກັບ​ໝໍ ແລະ ຜູ້​ຊ່ຽວ​ຊານ​ຫລາຍ​ຄົນ​ຕັ້ງ​ແຕ່​ຕອນ​ອາ​ຍຸ​ຄັນ​ໄດ້ 10–18 ອາ​ທິດ. … ໃນ​ການ​ນັດ​ໝາຍ​ແຕ່​ລະ​ຄັ້ງ, ພວກ​ເຮົາ​ໄດ້​ຖືກ​ຖາມ​ວ່າ ພວກ​ເຮົາ​ຢາກ​ສືບ​ຕໍ່​ການ​ຕັ້ງ​ຄັນ ຫລື ຢຸດ​ຕິ​ການ​ຕັ້ງ​ຄັນ. … ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ປິ່ນ​ປົວ​ຫົວ​ໃຈ​ຂອງ​ຂ້າ​ນ້ອຍ ແລະ ໄດ້​ໃຫ້​ຂ້າ​ນ້ອຍ​ຮູ້​ສຶກ​ສະ​ຫງົບ​ສຸກ ແລະ ຕື່ນ​ເຕັ້ນ​ກັບ​ລູກ​ສາວ​ຂອງ​ພວກ​ເຮົາ. … [ພຣະ​ບິ​ດາ​ເທິງ​ສະ​ຫວັນ] ໄດ້​ສະ​ແດງ​ໃຫ້​ຂ້າ​ນ້ອຍ​ເຫັນ​ເທື່ອ​ແລ້ວ​ເທື່ອ​ອີກ​ວ່າ ພຣະ​ອົງ​ມີ​ແຜນ​ທີ່​ສົມ​ບູນ​ແບບ​ສຳ​ລັບ​ຂ້າ​ນ້ອຍ [ແລະ] ຂ້າ​ນ້ອຍ​ໄວ້​ວາງ​ໃຈ​ພຣະ​ອົງ.”

ເຂົາ​ເຈົ້າ​ໄດ້​ຕ້ອນ​ຮັບ​ລູກ​ນ້ອຍ​ຂອງ​ເຂົາ​ເຈົ້າ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ ເມື່ອ​ໜຶ່ງ​ອາ​ທິດ​ຜ່ານ​ມາ​ນີ້. ນາງ​ເປັນ​ຂອງ​ເຂົາ​ເຈົ້າ ແລະ ເຂົາ​ເຈົ້າ​ເປັນ​ຂອງ​ນາງ​ຕະ​ຫລອດ​ໄປ.

ສັດ​ທາ​ທີ່​ບໍ່​ທໍ້​ຖອຍ ແລະ ຄວາມ​ກ້າ​ຫານ​ທີ່​ໂດດ​ເດັ່ນ ເປັນ​ຈຸດ​ເດັ່ນ​ຂອງ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຕົວ​ຢ່າງ​ແຫ່ງ​ສັດ​ທາ​ທີ່​ໜ້າ​ອັດ​ສະ​ຈັນ​ໃຈ

ຕະ​ຫລອດ​ຫລາຍ​ປີ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສິດ​ທິ​ພິ​ເສດ​ໃນ​ການ​ພົບ​ກັບ​ຊາຍ ແລະ ຍິງ​ຜູ້​ທີ່​ໄດ້​ສະ​ແຫວງ​ຫາ​ຢ່າງ​ຖ່ອມ​ຕົວ​ທີ່​ຈະ​ກັບ​ຄືນ​ສູ່​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ແລະ ສູ່​ພອນ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ພຣະ​ວິ​ຫານ​ຂອງ​ເຂົາ​ເຈົ້າ ຫລາຍ​ປີ​ຫລັງ​ຈາກ​ການ​ສູນ​ເສຍ​ຄວາມ​ເປັນ​ສະ​ມາ​ຊິກ​ຂອງ​ເຂົາ​ເຈົ້າ.

ໃນ​ໂອ​ກາດ​ໜຶ່ງ, ຂ້າ​ພະ​ເຈົ້າ​ຕ້ອງ​ສຳ​ພາດ​ຊາຍ​ຄົນ​ໜຶ່ງ​ແທນ​ຝ່າຍ​ປະ​ທານ​ສູງ​ສຸດ ເພື່ອ​ຟື້ນ​ຟູ​ພອນ​ຖາ​ນະ​ປະ​ໂລ​ຫິດ ແລະ ພອນ​ພຣະ​ວິ​ຫານ​ຂອງ​ລາວ.

ຫລັງ​ຈາກ​ການ​ແຕ່ງ​ງານ​ຂອງ​ລາວ​ໃນ​ພຣະ​ວິ​ຫານ​ທີ່​ສັກ​ສິດ, ແລະ ຫລັງ​ຈາກ​ທີ່​ມີ​ລູກ​ທີ່​ດີ​ເລີດ​ສາມ​ຄົນ, ຊາຍ​ຄົນ​ນັ້ນ​ບໍ່​ຊື່​ສັດ​ກັບ​ພັນ​ລະ​ຍາ​ຂອງ​ລາວ ແລະ ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ຂອງ​ລາວ. ຍິງ​ໂສດ​ຄົນ​ໜຶ່ງ​ໄດ້​ຖື​ພາ ແລະ ຢາກ​ເຮັດ​ແທ້ງ.

ພັນ​ລະ​ຍາ​ທີ່​ໃຈ​ບຸນ​ຂອງ​ສາ​ມີ​ຜູ້​ນີ້​ໄດ້​ຂໍ​ຮ້ອງ​ຜູ້​ຍິງ​ຄົນ​ນັ້ນ​ໃຫ້​ເກັບ​ລູກ​ໄວ້ ແລະ ສັນ​ຍາ​ວ່າ ນາງ​ຈະ​ລ້ຽງ​ເດັກ​ຄົນ​ນີ້​ກັບ​ລູກໆ​ຂອງ​ນາງ​ເອງ, ເມື່ອ​ລາວ​ເກີດ​ມາ.

ຍິງ​ໂສດ​ຄົນ​ນີ້​ໄດ້​ຕົກ​ລົງ​ໂດຍ​ຄິດ​ດີ​ແລ້ວ​ວ່າ​ຈະ​ບໍ່​ຢຸດ​ຕິ​ການ​ຕັ້ງ​ຄັນ.

ຕອນ​ນີ້ ເວ​ລາ​ໄດ້​ຜ່ານ​ໄປ​ເປັນ 10 ປີ​ແລ້ວ. ເອື້ອນ​ນ້ອງ​ທີ່​ຖ່ອມ​ຕົວ​ຜູ້​ນີ້​ທີ່​ກຳ​ລັງ​ນັ່ງ​ຢູ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ ຮັກ​ເດັກ​ຊາຍ​ຄົນ​ນີ້​ຄື​ກັບ​ລູກ​ຂອງ​ຕົນ​ເອງ ແລະ ໄດ້​ບອກ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ສາ​ມີ​ຂອງ​ນາງ​ທີ່​ຈະ​ຊົດ​ເຊີຍ​ຄວາມ​ຜິດ ແລະ ທີ່​ຈະ​ຮັກ ແລະ ດູ​ແລ​ນາງ ແລະ ຄອບ​ຄົວ. ຜູ້​ເປັນ​ພໍ່​ໄດ້​ຫລັ່ງ​ນໍ້າ​ຕາ​ຂະ​ນະ​ທີ່​ນາງ​ກ່າວ.

ຍິງ​ທີ່​ສູງ​ສົ່ງ​ຄົນ​ນີ້​ຂອງ​ພຣະ​ເຈົ້າ​ສາ​ມາດ​ຮັບ​ເດັກ​ນ້ອຍ​ຄົນ​ໜຶ່ງ​ໄປ​ເປັນ​ລູກ​ຂອງ​ຕົນ​ເອງ ຜູ້​ທີ່​ເປັນ​ເຄື່ອງ​ເຕືອນ​ໃຈ​ປະ​ຈຳ​ວັນ​ເຖິງ​ຄວາມ​ບໍ່​ຊື່​ສັດ​ຂອງ​ສາ​ມີ​ຂອງ​ຕົນ​ໄດ້​ແນວ​ໃດ? ນາງ​ເຮັດ​ໄດ້​ແນວ​ໃດ? ຍ້ອນ​ວ່າ ນາງ​ໄດ້​ພົບ​ຄວາມ​ເຂັ້ມ​ແຂງ​ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ ແລະ ນາງ​ໄດ້​ເຊື່ອ​ໃນ​ຄວາມ​ສັກ​ສິດ​ຂອງ​ຊີ​ວິດ, ຄວາມ​ບໍ​ລິ​ສຸດ​ຂອງ​ຊີ​ວິດ. ນາງ​ຮູ້​ວ່າ ເດັກ​ທີ່​ຍັງ​ບໍ່​ທັນ​ເກີດ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ໄຮ້​ດຽງ​ສາ ແລະ ບໍ​ລິ​ສຸດ.

ຮູບ​ແອ​ນ້ອຍ​ທີ່​ຕິດ​ຕໍ່​ກັນ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄວາມ​ຮັກ​ທີ່​ຫລຸດ​ໜ້ອຍ​ຖອຍ​ລົງ​ທີ່​ມີ​ຕໍ່​ເດັກ​ນ້ອຍ​ທີ່​ຍັງ​ບໍ່​ທັນ​ເກີດ​ທົ່ວ​ໂລກ ເປັນ​ເລື່ອງ​ທີ່​ໜ້າ​ກັງ​ວົນ​ຢ່າງ​ຍິ່ງ. ພຣະ​ເຈົ້າ​ທະ​ນຸ​ຖະ​ໜອມ​ຊີ​ວິດ. ການ​ນຳ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ມາ​ສູ່​ລູກໆ​ຂອງ​ພຣະ​ອົງ ເປັນ​ວຽກ​ງານ​ຂອງ​ພຣະ​ອົງ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ. ໃນ​ຖາ​ນະ​ທີ່​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ເຮົາ​ທະ​ນຸ​ຖະ​ໜອມ​ຊີ​ວິດ. “ຖ້າ​ພວກ​ເຈົ້າ​ຮັກ​ຊຶ່ງ​ກັນ​ແລະ​ກັນ ທຸກ​ຄົນ​ກໍ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ສາ​ວົກ​ຂອງ​ເຮົາ.” ຂໍ​ໃຫ້​ເຮົາ​ແບ່ງ​ປັນ​ຄວາມ​ຮັກ​ຂອງ​ເຮົາ​ຢ່າງ​ລົ້ນ​ເຫລືອ​ກວ່າ​ເກົ່າ​ກັບ​ຜູ້​ທີ່​ຕ້ອງ​ການ​ເຮົາ​ຫລາຍ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ທ່ານ ແລະ ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ທີ່​ມີ​ຕໍ່​ລູກໆ​ຂອງ​ພຣະ​ອົງ​ທີ່​ກຳ​ລັງ​ຈະ​ມາ​ສູ່​ໂລກ​ນີ້. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ໂຢ​ຮັນ 13:35; ເບິ່ງ ມັດ​ທາຍ 22:36–40 ນຳ​ອີກ.

  2. ຈົດ​ໝາຍ​ສ່ວນ​ຕົວ, ວັນ​ທີ 6 ເດືອນ​ກຸມ​ພາ, 2025; ນຳ​ໃຊ້​ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ.

  3. ຈົດ​ໝາຍ​ສ່ວນ​ຕົວ, ວັນ​ທີ 6 ເດືອນ​ກຸມ​ພາ, 2025; ນຳ​ໃຊ້​ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ.

  4. Russell M. Nelson, “Ministering with the Power and Authority of God,” Liahona, May 2018, 69.

  5. ຕົວ​ຢ່າງ​ຂອງ​ຜູ້​ຍິງ​ທີ່​ຊອບ​ທຳ​ໃນ​ປະ​ເທດ​ຝຣັ່ງ; ເບິ່ງ Neil L. Andersen, The Divine Gift of Forgiveness (2019), 154–56.

  6. ເບິ່ງ Neil L. Andersen, The Divine Gift of Forgiveness, 219; ເບິ່ງ Neil L. Andersen, Jesus Is the Christ (2023), 5 ນຳ​ອີກ.

  7. ເບິ່ງ ຄຳ​ຖະ​ແຫລງ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ແທ້ງ​ລູກ: “Abortion,” newsroom.ChurchofJesusChrist.org. ຄູ່​ມື​ທົ່ວ​ໄປ ລະ​ບຸ​ວ່າ, “ຄົນໆ​ໜຶ່ງ​ສາ​ມາດ​ກັບ​ໃຈ ແລະ ຮັບ​ອະ​ໄພ​ຈາກ​ບາບ​ແຫ່ງ​ການ​ແທ້ງ​ລູກ​ໄດ້” (ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 38.6.1, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ປະ​ທານ​ເອ​ສະ​ຣາ ແທັບ ເບັນ​ສັນ ໄດ້​ກ່າວ​ວ່າ, “ຄວາມ​ໂສກ​ເສົ້າ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ເຈົ້າ ແມ່ນ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ. ມັນ​ແມ່ນ​ການ​ຮັບ​ຮູ້​ທີ່​ເລິກ​ເຊິ່ງ​ວ່າ ການ​ກະ​ທຳ​ຂອງ​ເຮົາ​ໄດ້​ລ່ວງ​ເກີນ​ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ເຈົ້າ​ຂອງ​ເຮົາ. ມັນ​ແມ່ນ​ການ​ຢັ່ງ​ຮູ້​ທີ່​ສຽບ​ແຫລມ ແລະ [ເລິກ​ເຊິ່ງ] ວ່າ ການ​ກະ​ທຳ​ຂອງ​ເຮົາ​ໄດ້​ເຮັດ​ໃຫ້​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ອົງ​ຜູ້​ບໍ່​ຮູ້​ຈັກ​ບາບ, ແມ່ນ​ແຕ່​ຜູ້​ທີ່​ຍິ່ງໃຫຍ່​ທີ່​ສຸດ, ໃຫ້​ທົນ​ຕໍ່​ຄວາມ​ເຈັບ​ປວດ ແລະ ຄວາມ​ທໍ​ລະ​ມານ. ບາບ​ຂອງ​ເຮົາ​ໄດ້​ເຮັດ​ໃຫ້​ພຣະ​ອົງ​ຫລັ່ງ​ໂລ​ຫິດ​ຈາກ​ທຸກ​ຮູ​ຂຸມ​ຂົນ. ຄວາມ​ເຈັບ​ປວດ​ທາງ​ຈິດ​ໃຈ ແລະ ທາງ​ວິນ​ຍານ​ທີ່​ແທ້​ຈິງ​ນີ້ ຄື​ສິ່ງ​ທີ່​ພຣະ​ຄຳ​ພີ​ເອີ້ນ​ວ່າ ‘ຫົວ​ໃຈ​ທີ່​ຊອກ​ຊ້ຳ ແລະ ວິນ​ຍານ​ທີ່​ສຳ​ນຶກ​ຜິດ’ [ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:37]. ວິນ​ຍານ​ດັ່ງ​ກ່າວ​ເປັນ​ຂໍ້​ກຳ​ນົດ​ເບື້ອງ​ຕົ້ນ​ສຳ​ລັບ​ການ​ກັບ​ໃຈ​ທີ່​ແທ້​ຈິງ” (Teachings of Presidents of the Church: Ezra Taft Benson [2014], 83; ເບິ່ງ 2 ໂກ​ຣິນ​ໂທ 7:10; 3 ນີ​ໄຟ 9:20; 18:32 ນຳ​ອີກ).

  8. “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອ​ນົກ​ວ່າ: ຈົ່ງ​ເບິ່ງ ອ້າຍ​ເອື້ອຍ​ນ້ອງ​ເຫລົ່າ​ນີ້​ຂອງ​ເຈົ້າ; ພວກ​ເຂົາ​ເປັນ​ຝີ​ມື​ຈາກ​ມື​ຂອງ​ເຮົາ​ເອງ, ແລະ ເຮົາ​ໄດ້​ມອບ​ຄວາມ​ຮູ້​ຂອງ​ພວກ​ເຂົາ​ໃຫ້​ແກ່​ພວກ​ເຂົາ, ໃນ​ມື້​ທີ່​ເຮົາ​ໄດ້​ສ້າງ​ພວກ​ເຂົາ; ແລະ ໃນ​ສວນ​ເອ​ເດນ, ເຮົາ​ໄດ້​ມອບ​ອຳ​ເພີ​ໃຈ​ໃຫ້​ມະ​ນຸດ;

    “ແລະ ກັບ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ເຮົາ​ໄດ້​ກ່າວ, ແລະ ໄດ້​ປະ​ທານ​ບັນ​ຍັດ​ໃຫ້, ວ່າ​ພວກ​ເຂົາ​ຈະ​ຮັກ​ກັນ​ແລະ​ກັນ, ແລະ ວ່າ​ພວກ​ເຂົາ​ຄວນ​ເລືອກ​ເອົາ​ເຮົາ, ພຣະ​ບິ​ດາ​ພວກ​ເຂົາ” (ໂມ​ເຊ 7:32–33).

  9. Henry B. Eyring, To Draw Closer to God (1997), 143.

  10. Dallin H. Oaks, “The Great Plan of Happiness,” Ensign, Nov. 1993, 74. ປະ​ທານ​ແນວ​ສັນ​ເຄີຍ​ກ່າວ​ໄວ້​ວ່າ: “ມັນ​ບໍ່​ແມ່ນ​ຄຳ​ຖາມ​ກ່ຽວ​ກັບ​ວ່າ ‘ຊີ​ວິດ​ທີ່​ມີ​ຄວາມ​ໝາຍ’ ເລີ່ມ​ຕົ້ນ​ເມື່ອ​ໃດ ຫລື ວິນ​ຍານ ‘ເຂົ້າ​ກະ​ຕຸ້ນ’ ຮ່າງ​ກາຍ​ເມື່ອ​ໃດ. ໃນ​ວິ​ທະ​ຍາ​ສາດ​ຊີ​ວະ​ວິ​ທະ​ຍາ, ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ຊີ​ວິດ​ເລີ່ມ​ຕົ້ນ​ເມື່ອ​ຈຸ​ລັງ​ສືບ​ພັນ​ສອງ​ອັນ​ເຂົ້າ​ມາ​ລວມ​ກັນ​ເປັນ​ຈຸ​ລັງ​ດຽວ, ໂດຍ​ນຳ​ໂຄຣ​ໂມ​ໂຊມ​ຊາວ​ສາມ​ຊຸດ​ເຂົ້າ​ກັນ ຈາກ​ຜູ້​ເປັນ​ພໍ່ ແລະ ຈາກ​ຜູ້​ເປັນ​ແມ່. … ການ​ເລີ່ມ​ຕົ້ນ​ຂອງ​ຊີ​ວິດ​ບໍ່​ແມ່ນ​ປະ​ເດັນ​ທີ່​ຈະ​ເອົາ​ມາ​ຖົກ​ຖຽງ​ກັນ, ແຕ່​ເປັນ​ຂໍ້​ເທັດ​ຈິງ​ຂອງ​ວິ​ທະ​ຍາ​ສາດ” (“Reverence for Life,” Ensign, May 1985, 13).

  11. ປະ​ທານ​ຈອນ ເທ​ເລີ ໄດ້​ກ່າວ​ໃນ​ປີ 1879 ວ່າ, “ເຮົາ​ຕ້ອງ [ຄັດ​ຄ້ານ] ການ​ທຳ​ແທ້ງ, ການ​ຂ້າ​ທາ​ລົກ​ແລກ​ເກີດ, ແລະ ການ​ກະ​ທຳ​ອັນ​ໜ້າ​ລັງ​ກຽດ​ອື່ນໆ … ບໍ່​ວ່າ​ຈະ​ຢູ່​ໃນ​ຮູບ​ແບບ​ຂອງ ນິ​ຕິ​ບັນ​ຍັດ​ກົດ​ໝາຍ, ການ​ຕັດ​ສິນ​ຂອງ​ສານ ຫລື ສິ່ງ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ກັບ​ສິ່ງ​ທີ່​ເອີ້ນ​ວ່າ ອະ​ລິ​ຍະ​ທຳ​ກໍ​ຕາມ” (“Discourse,” Deseret News, Dec. 31, 1879, 755; ການ​ສະ​ກົດ​ຄຳ​ເປັນ​ຕາມ​ສະ​ໄໝ​ປະ​ຈຸ​ບັນ).

  12. ຄຳ​ຖະ​ແຫລງ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ແທ້ງ​ລູກ: “Abortion,” newsroom.ChurchofJesusChrist.org.

  13. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  14. J. Reuben Clark Jr., The Charted Course of the Church in Education, rev. ed. (1994; address to Church Educational System religious educators, Aug. 8, 1938), 3, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  15. ເບິ່ງ Topics and Questions, “Abortion,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  16. ຈົດ​ໝາຍ​ສ່ວນ​ຕົວ, ວັນ​ທີ 13 ເດືອນ​ກຸມ​ພາ, 2025; ນຳ​ໃຊ້​ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ.

  17. ອີກ​ຕົວ​ຢ່າງ​ໜຶ່ງ​ຈາກ​ພອນ​ຂອງ​ການ​ຮັບ​ລ້ຽງ​ລູກ​ບຸນ​ທຳ ແມ່ນ​ເລື່ອງ​ລາວ​ຂອງ​ເຊ​ຣິ​ລິນ ສະ​ຕິນ​ສັນ ແລະ ລູກ​ສາວ​ຂອງ​ນາງ, ອາ​ລິ​ສັນ, ພ້ອມ​ດ້ວຍ​ແມ່​ຜູ້​ໃຫ້​ກຳ​ເນີດ​ຂອງ​ອາ​ລິ​ສັນ, ຈຽວ ມໍ​ເກັນ​ເຊັນ (ເບິ່ງ Mary Richards, “Navigating the Journey of Adoption Reunification,” Church News, Nov. 18, 2024, thechurchnews.com.

  18. ດ້ວຍ​ການ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ແຂນ​ທີ່​ຍື່ນ​ອອກ​ໄປ​ຂອງ​ເຮົາ, ຫລາຍ​ຄົນ​ໄດ້​ຮັບ​ພອນ​ໃຫ້​ພົບ​ທາງ​ຂອງ​ຕົນ​ເອງ. ເບິ່ງ Amanda Becker, “Finding Hope as a Single Expectant Mother,” Liahona, July 2022 (ດິ​ຈິ​ຕ້ອນ​ເທົ່າ​ນັ້ນ); “The Adoption Decision,” New Era, Mar. 2006, 28–33.

  19. ຈົດ​ໝາຍ​ສ່ວນ​ຕົວ, ວັນ​ທີ 17 ເດືອນ​ກຸມ​ພາ, 2025; ນຳ​ໃຊ້​ໂດຍ​ໄດ້​ຮັບ​ອະ​ນຸ​ຍາດ.

  20. ປະ​ສົບ​ການ​ສ່ວນ​ຕົວ, ເບິ່ງ Neil L. Andersen, The Divine Gift of Forgiveness, 246–47.

  21. ເບິ່ງ ໂມ​ເຊ 1:39.

  22. ໂຢ​ຮັນ 13:35; ເບິ່ງ ມັດ​ທາຍ 22:36–40 ນຳ​ອີກ.

  23. ແຫລ່ງ​ຂໍ້​ມູນ​ອື່ນໆ​ທີ່​ອາດ​ເປັນ​ປະ​ໂຫຍດ: Topics and Questions, “Unwed Pregnancy,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “Single Expectant Parents,” ຄູ່​ມື​ທົ່ວ​ໄປ, 38.6.19; ແຫລ່ງ​ຊ່ວຍ​ເຫລືອ​ການ​ໃຫ້​ຄຳ​ປຶກ​ສາ, “Single Expectant Parents,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.