ການລາຍງານຂອງພະແນກກວດສອບບັນຊີຂອງສາດສະໜາຈັກ, ປີ 2024
ຮຽນ ຝ່າຍປະທານສູງສຸດຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ
ອ້າຍນ້ອງທັງຫລາຍ: ດັ່ງທີ່ໄດ້ອະທິບາຍໄວ້ໂດຍການເປີດເຜີຍໃນ ພາກທີ 120 ຂອງ ຄຳສອນ ແລະ ພັນທະສັນຍາ, ສະພາຈັດການເລື່ອງເງິນສ່ວນສິບ—ຊຶ່ງປະກອບດ້ວຍຝ່າຍປະທານສູງສຸດ, ກຸ່ມອັກຄະສາວົກສິບສອງ, ແລະ ຝ່າຍອະທິການຄວບຄຸມ—ມີສິດອຳນາດໃນການໃຊ້ຈ່າຍເງິນທຶນຂອງສາດສະໜາຈັກ. ໜ່ວຍງານຕ່າງໆຂອງສາດສະໜາຈັກຈະໃຊ້ຈ່າຍເງິນທຶນຕາມທີ່ງົບປະມານຖືກອະນຸມັດ, ຕາມນະໂຍບາຍ, ແລະ ຕາມລະບຽບ.
ພະແນກກວດສອບບັນຊີ, ຊຶ່ງຮ່ວມດ້ວຍເຈົ້າໜ້າທີ່ອື່ນໆລະດັບມືອາຊີບ ແລະ ເປັນໜ່ວຍທີ່ເຮັດວຽກຢ່າງເປັນອິດສະລະ ໂດຍບໍ່ຂຶ້ນຢູ່ກັບພະແນກ ແລະ ໜ່ວຍງານໃດໆຂອງສາດສະໜາຈັກ, ມີໜ້າທີ່ຮັບຜິດຊອບທີ່ຈະກວດສອບເພື່ອໃຫ້ແນ່ໃຈກ່ຽວກັບລາຍໄດ້, ລາຍຈ່າຍ, ແລະ ການປົກປ້ອງດູແລຊັບສິນຂອງສາດສະໜາຈັກ.
ອີງຕາມການດຳເນີນງານການກວດສອບ, ພະແນກກວດສອບບັນຊີລົງຄວາມເຫັນວ່າ, ລາຍໄດ້, ລາຍຈ່າຍ, ແລະ ຊັບສິນຂອງສາດສະໜາຈັກ ສຳລັບປີ 2024 ໄດ້ຖືກບັນທຶກ ແລະ ປະຕິບັດຕາມລະບົບບັນຊີງົບປະມານ, ຕາມລະບຽບຂອງການປະຕິບັດບັນຊີ, ແລະ ຕາມນະໂຍບາຍ ທີ່ໄດ້ຮັບການອະນຸມັດຈາກສາດສະໜາຈັກ. ສາດສະໜາຈັກເຮັດຕາມການປະຕິບັດທີ່ສອນສະມາຊິກຂອງສາດສະໜາຈັກວ່າ ໃຫ້ດຳລົງຊີວິດຢູ່ໃນຂອບເຂດ, ໃຫ້ຫລີກເວັ້ນໜີ້ສິນ, ແລະ ອອມສິນໄວ້ສຳລັບຍາມທີ່ຂັດສົນ.
ສະເໜີດ້ວຍຄວາມນັບຖືເປັນຢ່າງສູງ,
ພະແນກກວດສອບບັນຊີຂອງສາດສະໜາຈັກ
ແຈເຣັດ ບີ ລາສັນ
ຜູ້ອຳນວຍການ